ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2015 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງມີຢູ່ວ່າ ແຟນທີ່ຄົບກັນມາເປັນ4ປີ ມິດງຽບໄປປະມານ1ອາທິດ ແລ້ວອາທິດຕໍ່ມາໝູ່ຂອງແຟນສົ່ງຂໍ້ຄວາມມາບອກວ່າ "ແຟນເຈົ້າແຕ່ງງານແລ້ວ ລາວຍ້າຍລົງໄປຢູ່ປາກເຊນຳເມຍລາວພຸ້ນເດ"   ຟັງແລ້ວຈິດໃຈບໍ່ຄ່ອຍດີ ເລີຍຕັດສິນໃຈໂທໄປຫາພໍ່ກັບແມ່ຂອງແຟນ ພໍ່ກັບແມ່ບອກວ່າ " ໃຜເວົ້າໃຫ້ລູກຟັງ ລາວລົງໄປວຽກຢູ່ໄຕ້ ຄັນລາວຕິດຕໍ່ມາພໍ່ແມ່ສິບອກດອກ " ໄປຖາມນ້ອງລາວ ກະບອກວ່າ "ບໍ່ຮູ້ ຕິດຕໍ່ບໍ່ໄດ້ ລາວກັບມາລະສິບອກ"   ດ້ວຍຄວາມບໍ່ສະບາຍໃຈ ເລີຍໃຫ້ໝູ່ຢູ່ປາກເຊໄປສືບເບິ່ງໃຫ້ ແລະ ສືບໄດ້ຄວາມວ່າ ແມ່ນເລື່ອງຈິງ ລາວແຕ່ງງານກັບລູກສາວເຈົ້າເມືອງ ເມືອງປາກເຊ ສະຫລຸບເຮົາຖືກທັງແຟນ ທັງພໍ່ແມ່ອ້າຍນ້ອງແຟນຕົວະ  ເລື່ອງແຕ່ງງານຮູ້ກັນທຸກຄົນ ເວັ້ນເຮົາເອງທີ່ບໍ່ຮູ້ເລື່ອງຫຍັງເລີຍ ເວລາຜ່ານໄປເກືອບເດືອນຫລັງຈາກໄດ້ຮູ້ຄວາມຈິງ ແຕ່ບໍ່ໄດ້ໂວຍວາຍໃຫ້ໃຜຮູ້ ແລະ ຕັດສິນໃຈລອງໂທຫາຄອບຄົວແຟນ ເພາະຢາກຮູ້ວ່າພໍ່ແມ່ສິເວົ້າແບບໃດ ແລະ ຄຳຕອບຂອງພໍ່ແມ່ກະຄື ຕົວະເຮົາຄືເກົ່າ . ຄອບຄົວລາວເປັນຄອບຄົວຫາເຊົ້າກິນຄ່ຳປູກຜັກ, ປູກໜາກໂມຂາຍ ຢູ່ ມ ໂພນໂຮງ ບ ນາໂພນ້ອຍ, ດຽນນີ້ກາຍມາເປັນລູກເຂີຍເສດຖີ ຂີ່ລົດໂກ້ອວດໝູ່ຄູ່, ລາວປຽບເໝືອນໜູຕົກຖັງເຂົ້າສານ. ຫາກໍ່ຮູ້ວ່າຜູ້ຊາຍກະໜ້າເງິນປານນີ້ເນາະ!  ທີ່ຜ່ານມາເຮົາໃຫ້ມັນໄປຄົງບໍ່ພໍ  ຄິດເລື່ອງນີ້ຂຶ້ນມາຍາມໃດ ຫົວໃຈເຕັ້ນຜິດຫວະຕະຫລອດ. ສາທຸກເດີ່ ບຸນກຸສົນທັງໝົດທີ່ທີ່ຜູ້ຂ້າສ້າງມາໃນຊາດນີ້ ຂໍມອບໃຫ້ເຈົ້າກຳນາຍເວນໃຫ້ທົ່ວເຖິງກັນ ຊາດໜ້າສັນໃດ ກໍ່ຢ່າໄດ້ພົບພໍ້ກັບຜູ້ຄົນພວກນີ້ອີກເລີຍ ສາທຸ!

ຖ້າພວກທ່ານຕົກຢູ່ໃນສະນານະການຖືກຖິ້ມແບບນີ້ ສິເຮັດແນວໃດ?