ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນບຸນຍ່ອມໄດ້ຊ້ອນ ຊອນຮັກກັບຄົນບຸນ
ບຸນສະເໝີພຽງກັນ ຈຶ່ງໝົ້ນຄົນຂະໜົງກ້າ
ຫາກຮັກເງິນເກີນກວ່າແລ້ວ ຈະທົນເຈັບທຸກເຊົ້າຄໍ່າ
ເງິນທີ່ມີມາກລົ້ນ ລາຄາດ້ອຍກວ່າຮັກຈິງ

ເງິນທອງເປັນພະເຈົ້າ ຕັດສິນສ່ວນທຸກບັນຫາ
ແຕ່ວ່າລາຄາເງິນບໍ່ພຽງໃຈ ຊື້ໃຈບໍ່ມີໄດ້
ຄົນໃດເຫັນເງິນນັ້ນ ສະເໝີໃຈແຈ້ງເຈດ
ກໍຈະເຫັນຮັກແທ້ ວ່າເງິນນັ້ນດ້ອຍກວ່າຄົນ

ຄົນຮັກເງິນບໍ່ລອດພົ້ນ  ທົນທຸກອຸກສະໝອງ

ແມ່ນຊິລວຍພຽງໃດ ໃຈບໍ່ບານສະເບີຍໄດ້

ຮັກອັນໃດບໍ່ທຽມເທົ້າ ກັບຮັກຈິງຈາກເຈດ

ຮັກແທ້ຍຶນຍິ່ງໝັ້ນ ເງິນຄຳນັ້ນມາກມູນ ທ່ານເອີຍ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

Picture@Bailane.com

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ສິ່ງທີ່ຊື້ດ້ວຍເງິນບໍ່ໄດ້ໃນໂລກຄື ສີ່ຢ່າງຄື

1. ຄວາມຮັກ.

2. ເວລາ

3. ຊີວິດ

4, ມີດແທ້

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ປະສົບການຈິງຕົວະຜີລົງເຮືອນ.
------------------------------------------------
- ເວ­ລາ ໑໕:໐໐ ­ໂມງ ໑໓ ມິ­ຖຸນາ ເປັນ­ກໍາ­ນົດ­ຕ້ອງເປີດ­ປະ­ຕູຫ້ອງ­ຂອງ­ທຸກໆ­ວັນ, ເພື່ອ­ຕ້ອນ­ຮັບ­ແຂກ­ຕາມ­ປົກກະ­ຕິ ເປີດ­ປະ­ຕູ­ໄປເຫັນ­ຄົນ­ນັ່ງເຕັມ­ສາລາ ­ໃນ­ນັ້ນ­ມີ­ຄົນ­ໜຶ່ງ­ຂຶ້ນມາ­ກ່ອນ ­ແລະ­ເວົ້າ­ວ່າ ຂ້າ­ນ້ອຍມາ­ແຕ່ບ່າຍ­ໂມງ ຈົວບອກ­ວ່າອາຈານ­ພັກ­ຜ່ອນ ໓ ­ໂມງ­ຈຶ່ງເປີດ­ປະ­ຕູ.
- ພຣະ­ອາຈານ­ດີໆ­ໆ­ໆ­ ມາ­ບໍ່­ຖືກເວ­ລາ ມັນກະ­ຕ້ອງ­ຖ້າ­ຫັ້ນ­ແລ້ວ, ມາຫຍັງ­ລະ­ ? (ເຂົາເຂົ້າມາ­ໃນ­ຫ້ອງ­ຂາບ­ລົງ ໓ ບາດ ­ແລ້ວເວົ້າ­ວ່າ)
- ພໍ່ອອກ­ຄົນ­ນັ້ນ­ວ່າ "­ໂອຍ....ເອົາ­ຄົນ­ຜີເຂົ້າ ມາ­ໃຫ້­ພຣະ­ອາຈານ­ໄລ່ອອກ­ໃຫ້­ແນ່ ­ໄປຫຼາຍ­ວັດ­ແລ້ວ ມັນກະ­ອອກ­ຢູ່ ­ແຕ່ມັນກະ­ກັບເຂົ້າມາ­ຄືນ, ຕອນເອົາມາ­ນີ້ມັນກະ­ເຂົ້າ­ອີກ ຂີ່­ລົດມາ­ນໍາ ເວົ້າ­ນໍາ­ຂ້າ­ນ້ອຍ­ຈ້ອຍໆ­ ວ່າ­ຊິ­ຂ້າ­ຊິ­ແກງ, ມັນ­ຫາ­ວ່າພວກ­ຂ້າ­ນ້ອຍ­ໄປເອົາ­ດິນ­ມັນ ­ແລະ­ລູກ­ມັນ­ລັກ­ຂາຍ­ດິນ­ລາວ, ພຣະ­ອາຈານເບ ບອກມາຫາພຣະ­ອາຈານ.
- ພຣະ­ອາຈານ­ວ່າ "ຜີ­ຢູ່­ໃສ­ສັງມາເກ່ງ­ແທ້ ?" ພໍ່ອອກ­ຜູ້­ພາມາບອກ­ວ່າ "ລາວບອກ­ວ່າເປັນ­ພໍ່­ຕູ້­ສົມ­ຫວັງ" ພຣະ­ອາຈານ­ຕິ­ຖະ­­ແຫຼງ "ຮວາຍ...ຜີອີ­ສັງ­ຄືມາ­ຊື­ຄື­ຄົນ­ແທ້ ?" ພໍ່ອອກ­ຄົນ­ນັ້ນ "ບອກ­ວ່າ ລາວກະ­­ແມ່ນ­ຄົນ­ນີ້­ແລ້ວ ຈັ່ງ­ຫາຕາຍ­ສອງ­ປີນີ້ ລາວກະ­ບໍໍ່­ໄດ້­ຕາຍ­ຢູ່­ຫັ້ນດອກ ຕາຍ­ຢູ່ບ້ານ­ດຸງ­ພີ້" ພຣະ­ອາຈານ­ກໍສອຍ "ເອົາວ໌ ຄືເປັນ­ຈັ່ງ­ຊັ້ນ" ພໍ່ອອກ­ຫັ້ນ­ຕີ­ຈັ່ງງ­ວ່າ "ລາວມາ­ໄລ່­ພວກ­ຂ້າ­ນ້ອຍ­ໜີ ຄັນ­ບໍ່­ໜີ­ຊິເອົາຕາຍ­ທັງ­ໝົດ" ເວົ້າເບິ່ງ­ນ່າ­ມັນເປັນ­ຈັ່ງ­ໃດມາ­ຈັ່ງ­ໃດ ພຣະ­ອາຈານ­ວ່າ ?.
- ພໍ່ອອກ­ວ່າ ຄືວ່າ­ຂ້າ­ນ້ອຍ­ນີ້ເປັນເຈົ້າຂອງ­ດິນ ­ໄດ້­ຊື້ດິນ­ກັບ­ຜູ້ຍິງ­ຄົນ­ໜຶ່ງ­ຢູ່ບ້ານ­ດຸງ ໖ ປີ­ແລ້ວ, ຊື້ດິນ­ຢູ່­ໃສ ? ຢູ່ບ້ານ­ໃໝ່­ສໍາ­ປັນນາ ­ແລ້ວ­ກໍ­ໃຫ້­ຜົວເມັຍ­ຄູ່ນີ້­ໄປເຝົ້າ, ບາດ­ແລ້ວ ສອງ­ທິດ­ທີ່­ແລ້ວ­ນີ້ ຈຶ່ງ­ຮູ້ວ່່າ­ວ່າ­ດິນ­ຕອນ­ນີ້ ເປັນ­ຂອງ­ພໍ່­ຕູ້­ສົມ­ຫວັງ, ລູກ­ລາວ­ລັກ­ຂາຍ ­ແລະ­ຂ້າ­ນ້ອຍ­ກໍ­ໂທ­ໄປຫາ­ຜູ້­ຂາຍ­ດິນ­ໃຫ້ ກໍບອກ­ວ່າ­ແມ່ນ­ຄວາມ­ຈິງ ­ແລະ­ພໍ່­ຕູ້­ສົມ­ຫວັງ­ນີ້ ກໍ­ແມ່ນ­ພໍ່­ຂອງ­ລາວ­ຈິງ.
- ພຣະ­ອາຈານ­ຈຶ່ງ­ຖາມ­ວ່າ "ດຽວ­ນີ້­ຄົນ­ທີ່­ຜີເຂົ້າ­ຢູ່­ໃສ ?" ເຂົາຕອບ­ວ່າ "ຢູ່­ລົດ" ຜີຍັງເຂົ້າ­ຢູ່ບໍ ? ເຂົາຕອບ­ວ່າ "ຕອນມາ­ນີ້ກະ­ເຂົ້າ ເວົ້າ­ນໍາ­ຂ້າ­ນ້ອຍ­ຢູ່ ບາດເຂົ້າມາ­ວັດ­ນີ້ ມັນກະ­ອອກ ສົງ­ໄສ­ຍັງ­ບໍ່­ທັນເມືອ" ພຣະ­ອາຈານ­ວ່າ "ຄັນ­ຊັ້ນ ­ໄປເອົາ­ຂຶ້ນມາເບິ່ງ", ພໍ່ອອກກະ­ອອກ­ຈາກ­ຫ້ອງ­ລົງ­ໄປຕະ­ລ່າງ ພຣະ­ອາຈານ­ກໍກັບເຂົ້າ­ຫ້ອງ ເຫິງເຕີບ­ຈຶ່ງອອກ ມາຈາກ­ຫ້ອງ ພວກເຂົາ­ນັ່ງ­ຢູ່­ໃນ­ຫ້ອງ ຄົນ­ທີ່ອ້າງ­ວ່າເຈົ້າຂອງ­ດິນ­ນັ່ງ­ຢູ່ອີກ­ບ່ອນ­ໜຶ່ງ ­ແລະ­ມີຍິງ­ຄົນ­ໜຶ່ງ­ມີ­ຮ່າງກາຍ­ສີດໍາ ­ໄຮ້­ສະ­ຕິ ນອນ­ຢູ່­ໃນ­ຕັກ­ຂອງ­ຜູ້ ຊາຍ­ຄົນ­ໜຶ່ງ­ອ່າວ­ໜຸ່ມ ພຣະ­ອາຈານ­ກັບອອກມາຈາກ­ຫ້ອງ­ນັ່ງ­ທີ່ອາສະ­ນະ­ເໝືອນເດີມ­ແລ້ວ­ຖາມ­ວ່າ "­ໃສ­ຜີ ?" ຄົນ­ທີ່ອ້າງ­ວ່າເຈົ້າຂອງ­ດິນບອກ­ວ່າ "ຫັ້ນເດ ຂ້າ­ນ້ອຍ", ພຣະ­ອາຈານ­ຫຼຽວເບິ່ງ­ຜູ້ຍິງ­ຄົນ­ນັ້ນ­ແລ້ວ ຈຶ່ງ­ຖາມ­ວ່າ "ຜີອີ­ສັງ ຄື­ສະ­ພາບເປັນ­ຮ້າຍ­ແທ້", ຍິງ­ຄົນ­ນັ້ນນອນເສີຍ ທໍາເໝືອນ­ບໍ່­ຮູ້­ສຶກ­ຕົວ­ກໍເລີຍ­ຖາມ­ອີກ­ວ່າ "­ແມ່ອອກ ເຈົ້າເປັນ­ຫຍັງ ?" ຍິງ­ຄົນ­ນັ້ນ ຕົນ­ຕົວເໝືອນ­ກັບ­ວ່າ­ໄຮ້ວິນຍານ­ແຕ່­ແປກ­ກົງ­ທີ່ວ່າ "ລິ່ວ­ຕາເຫຼືອກ­ຕາດຽວມາເບິ່ງ­ພຣະ­ອາຈານ" ອາຕະ­ມາ­ກໍ ເວົ້າ­ໃສ­ວ່າ "ຮື...ຊິມາເຫຼືອ ຕາ­ໃສ່ອາຈານ­ແບບ­ນັ້ນ" ­ແມ່ຍິງ­ຄົນ­ນັ້ນ­ລຸກ­ປຸບ­ປັບ­ຂຶ້ນເໝືອນ­ມີ­ແຮງ ມື­ຕາ­ຢ່າງ­ບໍ່­ພັບ ບໍ່ວ່າຫຍັງ ?
- ພຣະ­ອາຈານ "­ແນະ­ລຸກ­ແລ້ວ ຄື­ແຂງ­ແຮງ­ແທ້ ເຈົ້າເປັນ­ຫຍັງ­ແມ່­ຕູ້" ພໍ່ອອກ­ທີ່ອ້າງ­ວ່າ ເປັນເຈົ້າຂອງ­ດິນ­ຊິບ­ໃສ່­ຫູອາຈານ­ຄ່ອຍໆ­ ວ່າ­ບໍ່­ແມ່ນ­ແມ່­ຕູ້ ພໍ່­ຕູ້, ຜີ­ຜູ້­ຊາຍ ພຣະ­ອາຈານ" ພຣະ­ອາຈານ "ຮືມ໌ ຢ່າປາກ", ­ແລ້ວ­ຖາມ­ຍິງ­ທີ່­ຖືກ­ຜີເຂົາ ຄົນ­ນັ້ນ­ອີກ, "­ແມ່­ຕູ້ເຈົ້າເປັນ­ອີ­ສັງ ?" ຍິງ­ຄົນ­ນັ້ນເວົ້າ­ຂຶ້ນ­ວ່າ "ຂ້າ­ນ້ອຍ­ບໍ່­ແມ່ນ­ພໍ່­ຕູ້ ທັງ­ຍົກ­ມື­ຊີ້ ­ໃສ່­ໂຕເຂົາເອງ" ພຣະ­ອາຈານ­ກໍເວົ້າ­ວ່າ "ຜີບ້າ ເປັນ­ຜຸ້ຍິງ­ແທ້ໆ­ໆ­ ເປັນ­ຫຍັງ­ຄືວ່າ ພໍ່­ຕູ້ ບໍ່­ແມ່ນ­ຜີບ້າ­ແລ້ວ­ບໍນີ້" ຜູ້ຍິງ­ທີ່­ຖືກ­ຜີເຂົ້າ ກໍເວົ້າ­ວ່າ "ຂ້າ­ນ້ອຍເປັນ­ຜູ້­ຊາຍ", ພຣະ­ອາຈານ­ຈຶ່ງ­ວ່າ "ເອີໆ­ໆ­ໆ­ ຜູ້­ຊາຍກະ­ຜູ້­ຊາຍ ວ່າ­ແຕ່ວ່າເຈົ້າ­ຫັ້ນ­ຊື­ຫຍັງ ?" ຜູ້ຍິງ­ຄົນ­ນັ້ນເວົ້າ­ວ່າ "ຂ້າ­ນ້ອຍ­ຊື່­ພໍ່­ຕູ້­ສົມ­ຫວັງ" ຢູ່ບ້ານ­ໃດ ? ຢູ່ບ້ານ­ໃໝ່­ສໍາ­ປັນນາ, ເປັນ­ຫຍັງ ຈຶ່ງມາເຂົ້າເຂົາ­ນີ້, "ຂ້າ­ນ້ອຍ­ແທ້­ຫັ້ນ­ຢູ່­ສະ­ຫວັນ­ພຸ້ນ, ມາ­ນໍາ­ລູກ­ນ້ອງ­ຫົກ­ຄົນ, ມາຕາມ­ລູກ" ພຣະ­ອາຈານ "ຕາມ­ຢູ່­ໃສ ? ­ໃຜ­ລູກເຈົ້າ, "ຜີກະ­­ໄລ່­ຊື່­ລູກ ອອກມາ­ທັງ­ໝົດ ­ແລ້ວເຂົາ­ກໍຊີ້­ໃສ່ຍິງ­ຄົນ­ທີ່­ຖືກ­ຜີເຂົ້າ­ຫັ້ນ­ອີກ­ວ່າ "ນີ້ກະ­­ແມ່ນ"
- ພຣະ­ອາຈານ "ຄົນ­ທີ່ນອນ­ຢູ່ນີ້ ກໍ­ແມ່ນ­ລູກເຂົ້າ­ແມ່ນ­ບໍ ?" ເວົ້າສຽງ­ແຂງ "­ໂດຍ...­ແມ່ນ­ລູກ­ຂ້າ­ນ້ອຍ ຫັ້ນ­ແລ້ວ, ມັນ­ໜີມາເຫິງ­ແລ້ວ ຊິມາເອົາ­ມັນເມືອ, ຄັນ­ມັນ­ບໍ່ເມືອ ຊະ­ເອົາ­ໃຫ້­ຕາຍ".
- ພຣະ­ອາຈານເວົ້າ­ວ່າ "ບ້ະ­ໆ­ໆ­ໆ­ໆ­ ພໍ່­ຕູ້ວ່າເປັນ­ພໍ່­ຕູ້­ສົມ­ຫວັງເຈົ້າຂອງ­ດິບ້ານ­ໃໝ່­ແມ່ນ­ບໍ ?" ເຂົາຕອບ­ວ່າ­ແມ່ນ­ແລ້ວ "ລູກເຂົາເຈົ້າ ເຂົາເອົາ­ດິນເຈົ້າ­ໄປຂາຍ­ແມ່ນ­ບໍ ?" ເຂົາຕອບ­ວ່າ "­ແມ່່ນ­ແລ້ວ...­ໂຢວ໌ ຊິ­ຖາມ­ອີ­ສັງ­ຫຼາຍ­ແທ້ ເວົ້າເທົ່າ­ນີ້ກະ­ຮູ້­ຕວາ", ພຣະ­ອາຈານ "ຢາກ­ຮູ້, ­ແຕ່­ຄວາມ­ຈິງ­ແລ້ວ ຍິງ­ຄົນ­ນີ້ ບໍ່­ແມ່ນ­ລູກ­ຂອງເຈົ້າ ເຂົາເປັນ ພຽງ­ຄົນເຝົ້າສວນ­ໃຫ້ເຖົ້າ­ແກ່ ຊື໋ໆ­ໆ­ໆ­ໆ­ ເຈົ້າ­ກໍາ­ລັງ­ຕົວະ­ພຣະ­ອາຈານ­ແມ່ນ­ບໍລະ­ ?" ເຂົາເວົ້າສຽງ­ອ່ອນໆ­ລົງ­ແລ້ວ ຫຼຽວ­ໜີ­ໄປທາງ­ອື່ນໆ­ ບໍ່­ສູ້­ໜ້າເໝືອນເກົ່າ" ອາຈານ ຈຶ່ງເວົ້າ­ອີກ­ວ່າ "ຫຼຽວມາທາງ­ນີ້ ເບິ່ງເປັນ­ຫຍັງ­ບໍ່­ພັບ­ຕາລະ­ ຫຼຽວມາ" ເຂົາ­ກໍກົ້ມ­ໜ້າ­ບໍ່­ປາກເໝືອນເກົ່າ ທໍາ­ທ່າ­ຢ້ານໆ­ ເຮັດ­ຕາເຫຼືອກໆ­ ­ແຕ່ບໍ່­ພັບ­ຕາ ຈຶ່ງເວົ້າ­ໃຫ້ເຂົາ­ວ່າ "ເຈົ້າ­ວ່າເຈົ້າ­ຮັກ­ລູກ­ຂອງເຈົ້າ­ແມ່ນ­ບໍ ?" ເຂົາຕອບ­ວ່າ "­ໂດຍ...ຮັກເຂົາ­ຫັ້ນ­ແລ້ວ ຮັກ­ຜູ້ນີ້ນີ້­ແຫຼ້ວ­ຫຼາຍ ຢ້ານເຂົາ­ທຸກເຂົາຍາກ ບໍ່ມີອັນ­ຢູ່ອັນ­ກິນ ­ໃຫ້ເຂົາ­ກັບ­ບ້ານເມືອງ­ຄືນ" ອາຕະ­ມາ­ວ່າ "ພໍ່­ຕູ້ ເຈົ້າ­ຫັ້ນ­ຄິດ­ຜິດ­ແລ້ວ ເຈົ້າ­ວ່າເຈົ້າ­ຮັກ­ລູກເຈົ້າ ­ແຕ່ເຈົ້າມາ­ຢູ່­ໃນ­ຮ່າງ­ຂອງເຂົາ ­ແລ້ວ­ວິນຍານ­ຂອງເຂົາ­ຊິເປັນ­ຈັ່ງ­ໃດ­ລະ­ ອັນ­ນີ້ເຂົາ­ວ່າເຈົ້າ­ບໍ່­ຮັກ­ລູກ­ແລ້ວ ເຈົ້າ­ຍັງບຽດບຽນເຂົາ­ອີກ ບາບ­ຕົກນະ­ຣົກ­ໝົກ­ໄໝ້, ມີ­ພໍ່­ຄົນ­ໃດ­ຮັກ­ລູກ ­ແຕ່­ທໍຣະ­ມານ­ລູກ­ແບບ­ນີ້" ເຂົາ­ກົ້ມ­ໜ້າ ບໍ່­ປາກ­ຍັງ­ອາຕະ­ມາ­ຈຶ່ງ­ຖາມເຂົາ­ວ່າ "ຕອນເປັນມະ­ນຸດ ຫັ້ນເຄີຍເຂົ້າ­ວັດ­ຟັງ­ທັມ­ບໍ ?" ເຂົາຕອບ­ວ່າ "ບໍ່ເຄີຍ" ອາຕະ­ມາຖາມ­ວ່າ "ເປັນ­ຫຍັງ­ບໍ່ເຄີຍ" ເຂົາຕອບ­ວ່າ "ເຂົ້າສາສນາ­ອື່ນ(ບອກ­ຊື່­ສາສນາ), ອາຕະ­ມາ ຈຶ່ງບອກເຂົາ­ວ່າ "ນັ້ນ­ແລ້ວ....ເປັນ­ຫຍັງເຈົ້າ­ຈຶ່ງ­ວ່າ ລູກ­ບໍ່ເຮັດ­ບຸນ­ໃຫ້­ລະ­ ຂອງ­ຕອນ­ມີ­ຊີວິດເຈົ້າ­ບໍ່­ພາເຂົາເຮັດ­ບຸນ ບາດເຈົ້າຕາຍ­ແລ້ວ ເຂົາ­ກໍບໍ່­ຈັກ­ຊິເຮັດ­ບຸນ­ໃຫ້ເຈົ້າ­ຫັ້ນ­ແລ້ວ" ເຫິງເຕີບ ເຂົາ­ກໍບໍ່­ຕອບ­ຫຍັງ ກະ­ເລີຍບອກເຂົາ­ວ່າ "ນັ້ນ­ແລ້ວ ຕອນ­ມີ­ຊິວິດເປັນ­ຄົນເປັນ­ຄົນ­ທິດ­ຖີ ເຫັນ­ຜິດ ຢູ່­ໃນ­ປະ­ເທດ­ພຸດ­ທະ­ສາສນາ­ແທ້ໆ­ ຍັງ­ບໍສວຍ­ໂອກາດ­ສ້າງ­ບຸນ­ໃສ່­ໂຕ ຕາຍ­ໄປ­ແລ້ວ ກໍເປັນອະ­ສຸຣະ­ກາຍ­ຈັ່ງ­ຊີ້" ເຂົາ­ກໍບໍ່ວ່າຫຍັງ ນັ່ງ­ກົ້ມ­ໜ້າ ­ແລະ­ເຫັນ­ນໍ້າຕາຂອງເຂົາອອກ"
- ອາຕະ­ມາ­ຢ້ານ­ຍິງ­ຄົນ­ນັ້ນເມື່ອຍ­ຈຶ່ງ­ຖາມເຂົາ­ວ່າ "ພໍ່­ຕູ້ ເຈົ້າ­ຊິອອກ­ຈາກ­ຍິງ­ຄົນ­ນີ້ບໍ ?" ເຂົາຕອບ­ວ່າ "ບໍ່ອອກ ຊິ­ໄປ­ແກ້­ແຄ້ນ­ພວກ­ລູກເນ­ຣະ­ຄຸນ­ກ່ອນ" ອາຕະ­ມາ­ວ່າ "ຍັງບອກ­ແລ້ວ­ວ່າ ການ­ທີ່ເຈົ້າເປັນ­ຜີນັ້ນ­ມັນກະ­ບາບ­ພໍ­ແຮງ­ແລ້ວ ເຈົ້າ­ຍັງ­ຊິ­ໄປ­ຂ້າ­ຄົນ­ອີກ­ມັນບາບ­ໜັກ ຕົກນະ­ຣົກ­ໝົກ­ໄໝ້, ເຈົ້າຢາກເປັນ­ຜີ­ຢູ່­ຈັ່ງ­ຊີ້ບໍ ?" ເຂົາຕອບ­ວ່າ "ບໍ່...­ໃຜບອກ­ວ່າເປັນ­ຜີດີ" ອາຕະ­ມາ­ຫົວ­ຂ­ວັນ "ຮ່າໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­, ກະ­ບໍ່­ໃຜບອກ­ວ່າ­ຜີດີ, ຈໍາພວກ­ຜີ, ພວກອະ­ສຸຣະ­ກາຍ­ນີ້ ມັກບາບ­ຍິ່ງກ­ວ່າ ເປັນ­ສັດ­ອີກ, ເປັນ­ຫຍັງເຈົ້າ­ຈຶ່ງ­ບໍ່ອອກ­ຈາກ­ແມ່ອອກ­ຄົນ­ນີ້ ­ຊັ້ນ­ນ່າ" ເຂົາຕອບ­ວ່າ "ມາ­ນໍາເອົາ­ມັນເມືອ ຍັງ­ວ່າ" ອາຕະ­ມາ­ວ່າ "ຊິເອົາເຂົາເມືອ ມັນ­ຊິມີ­ປະ­­ໂຫຍດ­ຫຍັງ, ­ໃນ­ຂະ­ນະ­ເຈົ້າກະ­ຍັງເປັນ­ຜີ­ຢູ່ ເອົາ­ຕົວ­ບໍ່­ລອດ­ແລ້ວ ຍັງເປັນ­ຫ່ວງ­ຄົນ­ອື່ນ­ອີກ ຮ່າໆ­ໆ­ໆ­ໆ­ໆ­ໆ­ ອາຈານ­ງຶດ­ຜີບ້າ­ດັ່ງເຈົ້າ".
- ຜູ້ຍິງ­ຄົນ­ນັ້ນ­ນໍ້າຕາອອກ ຫຼາຍເຕີບ ຈຶ່ງ­ຖາມເຂົາ­ວ່າ "ເປັນ­ຫຍັງ­ຈຶ່ງ­ຮ້ອງ­ໃຫ້­ລະ­ ".­ໂອຍ....ຢ່າ­ຊູຖາມ­ຫຼາຍ­ທ້ອນ" ອາຕະ­ມາ­ວ່າ "ບໍ່­ຖາມ­ຈັ່ງ­ໃດ ທໍາ­ອຶດ­ຄືມາເວົ້າສຽງ­ແຂງ ບາດ­ນີ້ ຄືວ່າມາກ­ນໍ້າຕາອອກ" ເຂົາເວົ້າ­ທັງ­ໃຫ້­ພ້ອມ­ວ່າ "­ແນວ­ມັນເສັຍ­ໃຈເວີຍ....ຕອນເປັນ­ຄົນ­ບໍ່­ ໄດ້ເຮັດ­ບຸນ ບໍ່ເຊື່ອ­ພຸດ­ທະ­ສາສນາ­ນໍາເຂົາ ຄົນມາຊວນ­ໄປເຮັດ­ບຸນກະ­ ບໍ່­ໄດ້ເຮັດ­ນໍາເຂົາ, ສວນ­ບັກ­ໃຫຍ່ນາກະ­ຫຼາຍ ກໍບໍ່­ໄດ້­ໃຊ້­ຫຍັງ­ລູກ­ມັນ­ຫຼັກ­ມັນ­ໂລບເອົາ.....ກີບດຽວກະ­ບໍ່­ແບ່ງ".
- ອາຕະ­ມາ­ວ່າ "ເອີ.....ມາ­ຈົ່ມເສັຍ­ໃຈຕອ­ນີ້ມັນກາ­ຊ້າເກີນ­ແລ້ວ­ພໍ່­ຕູ້ເອີຍໆ­ໆ­ໆ­ ອັນ­ດິນ­ອັນນາ­ນັ້ນ ເຈົ້າ­ຊິ­ຫວງ­ໄວ້ເຮັດ­ຫຍັງ ເຈົ້າຕາຍ­ແລ້ວ­ມັນກະ­ເປັນ­ຂອງ­ຄົນ­ອື່ນໆ­, ມັນເປັນ­ທໍາມະ­ດາຂອງ­ໂລກ ເອົາ­ຈັ່ງ­ຊີ້ເວົ້າຫຼາຍເຈົ້າກະ­ເສັຍ­ໃຈ­ລ້າ ­ໃຫ້ເຈົ້າອອກ­ຈາກ­ຍິງ­ຄົນ­ນີ້ກ່ອນ, ­ແລ້ວ­ຊິບອກ­ໃຫ້­ລູກ­ຂອງເຈົ້າເຮັກ­ບຸນ­ໃຫ້­ໄດ້ບໍ".
- ຍິງ­ຄົນ­ທີ່­ຖືກ­ຜີເຂົ້າ­ກໍເງີຍ­ໜ້າ­ຂຶ້ນ ເບິ່ງເພດານ ­ແລະ­ຫຼຽວ­ໄປ­ທົ່ວ­ຫ້ອງ ­ແລ້ວ­ກໍຈົ່ມ­ຄ່ອຍໆ­ໆ­ "­ໂອ...ຈັ່ງ­ແມ່ນງາມເນາະ­ວັດ­ອາຈານ ­ໂອຍ ຜ້າ­ກັ້ງງາມເນາະ­" ເຂົາຫຼຽວ­ໄປ ເບິ່ງ­ພຣະ­ພຸດ­ທະ­ຮູບ­ແລ້ວ­ຂາບ­ລົງ ໓ ຄັ້ງ­ແລ້ວ, ­ແລ້ວເວົ້າ­ຄ່ອຍໆ­ ພຣະ­ພຸດ­ທະ­ເຈົ້າ­ຈັ່ງ­ແມ່ນງາມໆ­ໆ­ໆ­ໆ­ ອາຈານບອກເຂົາເຮັດ­ບຸນ­ໃຫ້­ຂ້າ­ນ້ອຍ­ແນ່ເດີ.....ເຂົາເງິຍ­ຂຶ້ນ­ແລ້ວ­ກໍຫງາຍເງີກ ­ໄປ­ລົ້ມ­ໃສ່­ຕັກ­ຊາຍ­ຄົນ­ທີ່ອຸ້ມເຂົາ­ຢູ່­ທາງ­ຫຼັງ ມິດ­ໄປເໝືອນ­ຮ່າງ­ໄຮ້ວິນຍານ, ຊາຍ­ຄົນ­ອຸ້ມເຂົາ­ຫັ້ນ­ກໍເອົາ­ນໍ້າ ­ໃນ­ຈອກ­ອົມ­ພູດໆ­ ­ໃສ່­ໜ້າ­ຍິງ­ຄົນ­ນັ້ນ­ສອງ-ສາມ­ຄັ້ງ ຈຶ່ງ­ມຶນ­ຕາ­ລຸກ­ຂຶ້ນ ເໝືອນ­ຄົນ­ບໍ່ເປັນ­ຫຍັງ ? ຖາມ­ຍິງ­ຄົນ­ນັ້ນ ­ໄດ້­ຄວາມ­ຈົນ­ໃຫ້­ແນ່­ໃຈ­ວ່າ ເປັນ­ຍິງ­ຄົນ­ນັ້ນ­ແລ້ວ ອາຕະ­ມາ­ຈຶ່ງເອົາ­ຝ້າຍ­ທີ່ກຽມ­ໄວ້­ໄປ­ຜູກ­ແຂນເຂົາ ­ໃຫ້ນໍ້າ­ມົນເຂົາ­ກິນ­ແລ້ວ­ຈຶ່ງ­ຖາມເລື່ອງ­ອື່ນ­ຕໍ່. (ຮຽບຮ້ອຍກັບມາເຂົ້າຄືນບໍ່ໄດ້ແນ່ນອນ)

- ເວົ້າ­ລັດເອົາເລື່ອງ­ຈຶງ­ຈາກ­ຍິງ­ຄົນ­ນີ້.
- ­ແມ່ອອກ ຊື່­ຫຍັງ ເຂົາຕອບ­ວ່າ "ຊື່......." ຢູ່ບ້ານ­ໃດດຽວ­ນີ້ "ເຝົ້າສວນ­ໃຫ້ເຖົ້າ­ແກ່ນີ້(ຊີ້­ໃສ່ເຖົ້າ­ແກ່­ຄົນ­ພາມາ)ຢູ່ບ້ານ­ໃໝ່", ຢູ່ກັບ­ໃຜ ? ເຂົາຕອບ­ວ່າ ຢູ່ກັບ­ຜົວ, ຖາມ­ວ່າ "­ໃສ­ຜົວ" ເຂົາ­ຊີ້­ໃສ່­ຄົນ­ທີ່ນັ່ງເບື້ອງ­ຫຼັງ ທີ່ອຸ້ມເຂົາ­ຂຶ້ນມາຕອນ­ຜີເຂົ້າ, ­ແລະ­ກັບ­ລູກ, ຖາມເຂົາ­ວ່າ "­ໃສ­ລູກ" ຜູ້­ຊາຍ­ຄົນ­ນັ້ນ­ກໍ­ໄປເອົາ­ລູກ ທີ່­ຢູ່­ລຸ່ມ­ຂຶ້ນມາ, ໔ ຄົນ­ຍັງ­ນ້ອຍໆ­ຢູ່; ບ້ານ­ຢູ່­ໃສ ? ຕອບ­ວ່າ "ຢູ່ບ້ານ.....ເມືອງ....­ແຂວງ­ສະ­ຫວັນ".
- ຂໍຖາມ­ແນ່ວ່າ ຜີເຂົ້າ­ແມ່ອອກ­ຫັ້ນ­ຮູ້­ຈັກ­ບໍ ? ເຂົາຕອບ­ວ່າ­ກ່ອນເຂົ້າ­ຮູ້­ຈັກ ເພາະ­ເຫັນເປັນ­ໂຕ ­ແລະ­ເຂົ້າຫຼາຍເທື່ອ­ແລ້ວ, ອາຕະ­ມາ­ວ່າ "ຮ່ວຍ" ­ແມ່ນ­ບໍພໍ່ອອກ "ທັງເຖົ້າ­ແກ່­ທັງ­ຜົວກະ­ຕອບ­ວ່າ­ແມ່ນ ອາ­ທິດ­ນີ້ເຂົ້າ­ທຸກ­ວັນ"
- ເອົາ­ຈັ່ງ­ຊີ້ ຕອນ­ຕູ້­ສົມ­ຫວັງ ຜີ­ທີ່ເຂົ້າ­ແມ່ອອກ­ນີ້ຍັງ­ມີ­ຊິວິດ­ຢູ່ ຫັ້ນເຄີຍເຫັນ­ລາວ­ບໍ ? ­ແມ່ອອກ­ຕອບ­ວ່າ­ບໍ່ເຄີຍເຫັນ, ຮູ້­ແຕ່ເຖົ້າ­ແກ່ວ່າເປັນເຈົ້າຂອງ­ດິນ ­ແລະ­ຈັ່ງ­ຫາຕາຍ ເມື່ອ­ສອງ­ປີນີ້, ເຄີຍເຫັນ­ແຕ່­ຕອນເປັນ­ວິນຍານ­ນີ້, ອາຕະ­ມາ­ວ່າເຫັນ­ຕອນ­ໃດ ? ເຫັນ­ຕອນ­ສອງ­ສາມເດືອນມາ­ແລ້ວ, ຢູ່ເຮືອນ­ຫັ້ນກະ­ມີ­ສຽງ­ດັງໆ­ ເໝືອນ­ກັບ­ມີ­ຄົນ ທັງກາງເວັນກາງ­ຄືນ(ໝາຍເຖິງເຮືອນ­ທີ່­ສ່ວນ ເຊິ່ງເປັນເຮືອນເກົ່າຂອງ­ພໍ່­ຕູ້­ສົມ­ຫວັງ) ­ແລ້ວເຫັນ­ຕອນເປັນ­ວິນຍານ­ນັ້ນ ເຫັນ­ຕອນ­ໃດ ?
- ­ແມ່ອອກເລົ່າ­ວ່າ "ເຫັນ­ຕອນ­ທໍາ­ອິດ ເຫັນ­ຕອນ­ໄປ­ໄຫວ້­ຫໍຜີ, ­ແມ່ອອກ­ໄຫວ້­ຫໍຜີ­ຊັ້ນ­ບໍ ? ເຖົ້າ­ແກ່ວ່າ­ໃຫ້ບູຊາ­ທຸກ­ວັນ­ສິນ ກະ­ເລີຍ­ໄຫວ້, ເຫັນ­ຈັ່ງ­ໃດ ? ລາວມາ­ຫົວ­ໃສ່, ­ແລ້ວ­ຕໍ່ມາກະ­ເຫັນເລື້ອຍໆ­ ເຫັນ­ທີ່ກ້ອງ­ລ່າງ, ເຫັນ­ຢູ່­ຫົວ­ຂັ້ນ­ໃດ, ຕໍ່ມາຫາເຫັນ­ທີ່ເຮືອນ­ຕອນ­ກິນເຂົ້າ, ຈາກ­ນັ້ນ­ຜີກະ­ເຂົ້າ­ຂ້າ­ນ້ອຍເລີຍ.
- ອາຕະ­ມາ­ວ່າ "­ໂອ....­ແປກ" ຕອນ­ມັນ­ຊິເຂົ້າ­ທໍາເປັນ­ຈັ່ງ­ໃດ ? ວັນ­ນັ້ນ ກໍາ­ລັງ­ກິນເຂົ້າ­ຢູ່ ຜີກະ­ມາ­ຫົວ­ໃສ່­ໜ້າ­ປັກ­ຕູ ­ແລ້ວເວົ້າ­ວ່າ ກິນ­ຜູ້ດຽວ­ບໍ່­ແບ່ງ­ກັນ­ກິນເນາະ­ ຂ້າ­ນ້ອຍກະ­ຍື້ນ­ໃຫ້ເຂົາ ວ່າເອົາໆ­ກິນກະ­ກິນ ເຂົາ­ຍື່ນ­ມືມາ­ຮັບ­ຂອງ­ກິນ ມື­ຂ້າ­ນ້ອຍກະ­ມຶນເລີຍ, ຖາມ­ຜົວເຂົາ­ວ່າ "ບໍ່ອອກເຫັນ­ບໍ ?" ຜົວເຂົາກະ­ຢືນການ­ວ່າ­ແມ່ນ ­ແລະ­ເຫັນ. ທີ່­ສໍາ­ຄັນ ຄອບ­ຄົວ­ຍິງ­ຄົນ­ນີ້ ຖາມ­ແລ້ວ­ວ່າ "ບໍ່ມັກເຂົ້າ­ວັດເລີຍ ເຂົາ­ອ້າງ­ວ່າເຂົາ­ທຸກ".
- ນີ້­ແລ້ວ ທ່ານ­ຜູ້ອ່ານ "ການ­ທີ່ເປັນ­ຄົນ­ແລ້ວ ບໍ່­ຖື­ສາສນາ ມັນກະ­ເປັນ­ແນວ­ນີ້ ນອກ­ຈາກ­ນັ້ນ­ແລ້ວ ຍັງ­ໄຫວ້­ສານ­ພຣະ­ພູມ­ອີກ ຜີ­ພວກ­ນີ້­ແລ້ວ ຊິມາ­ຢູ່­ໃນ­ຮ້ານ­ພຣະ­ພູມ ຂອງ­ທ່ານ ­ແລ້ວ­ອ່ານເລື່ອງ­ນີ້­ແລ້ວ ຈະ­ເຫັນເປັນ­ຈິງເລີຍ­ວ່າ ຜີບໍ່ເຄີຍ­ໃຫ້­ຄຸນ­ໃຜເລີຍ.
- ວັນ­ຕໍ່ມາ ອາຈານເບ ນິມົນ­ໃຫ້­ໄປ­ສູດ­ຖອດ ທີ່­ສວນ­ນັ້ນ­ບໍ່­ໄດ້­ໄປ ເພາະ­ວ່າຄາວຽກ­ທັງ­ວັນ ຈຶ່ງ­ໃຫ້ນິມົນ­ວັດ­ອື່ນ, ວັນ­ທີ ໑໗ ອາຈານເບ­ວັດນາ­ໄຊ ­ໂທມາ­ຂໍຄາຖາ­ກັນ­ຜີ ­ໃຫ້­ຜູ້ຍິງ­ຄົນ­ນັ້ນ ເຂົາບອກ­ວ່າເຊົາ­ແລ້ວ ­ແຕ່­ຢ້ານ­ມັນມາ­ອີກ ຕອນ­ນັ້ນ­ກໍ­ໃຫ້­ຄາຖາເຂົາ­ໄປ ຄື­ຊິເຊົາ­ແລ້ວ ເພາະ­ບໍ່ຍິນ­ຂ່າວ­ຫຍັງ­ອີກ.


ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ປ-ປົບ­ໜີ­ໄກ­ຈາກ­ບ້ານ ພັດ­ຖິ່ນ­ໄປ­ແດນ­ໄກ
ອ-ອອກ­ຈາກ­ດິນ­ແດນ­ລາວ ດ້ວຍການ­ຫຍັງ­ແທ້
ງ-ເງື່ອນ­ໄຂ­ຄົງ­ຈະ­­ແຈ້ງ ບັນ­ຫາການ­ຊີວິດ­ທ່ານ
ເຖິງເວ­ລາ­ທີ່­ຮັບ­ຮູ້ ສະ­ໜານເຂົ້າ­ຮ່ວມ­ມື

ດ-ດ້ວຍເຫດການ­ຈິງ­ແຈ້ງ ຕາມ­ທີ່­ທ່ານ­ໄດ້­ປະ­ສົບ
ອ-ອັນ­ທີ່­ຄວນ­ຄໍາ­ນຶ່ງເຖິງ ຊາດ­ລາວ­ໃຫ້­ຈະ­­ແຈ້ງ
ງ-­ໂງ່ກັບ­ຄືນມາ­ສ້າງ ເມືອງ­ລາວ­ໃຫ້ເຮືອງ­ຮຸ່ງ
ສະ­ໝານ­ໃຈກອດ­ກ້ຽວ ­ໂຮມ­ກັນ­ກ້າວ "ປອງດອງ"

ປອງ-ຄືວ່າ­ປົກ­ປ້ອງ­ໄວ້ ທັງ­ຊາດ­ແລະ­ປະ­ຊາ
ຄວາມ­ສາ­ມັກ­ຄື­ຈຸດ­ໝາຍ ທີ່ວາດ­ວາງ­ລົງ­ໄວ້
ດອງ-ເອົາຄວາມ­ຫວານ­ພ້ອມ ຄວາມ­ຂົມ­ໃຈ­ທີ່ມີ­ຢູ່
­ໃຫ້ເກີດ­ລົດ­ຊາດ­ສ້ຽງ ທຸກ­ຝ່າຍ­ພ້ອມ­ຮ່ວມ­ມື

ປອງດອງເໝືອນເອົາເກືອ­ໃສ່ນໍ້າ ຕົ້ມ­ລະ­ອຽດ­ໃຫ້ມັນ­ສຸກ
ຜະ­ສົມ­ກັນ­ໝາກ­ຍົມ­ຂຽວ ລົດ­ດີ­ທັງ­ສົ້ມ
ເມື່ອມາ­ສົມ­ກັນ­ແລ້ວ ຫຼາຍ­ວັນ­ມີ­ລົດ­ແຊບ
ເຄັມ­ຂົມ­ທັງ­ຜ່ອງ­ສົ້ມ ຍັງ­ນົວ­ລິ້ນ­ຖືກ­ໃຈ

ເຊີນເດີ­ພວກ­ທ່ານ­ໄທ້ ­ໄທຊາດ­ປະ­ຊາລາວ
ຢູ່­ທົ່ວ­ໃນ­ແດນ­ໃດ ຈົ່ງ­ຮ່ວມ­ໃຈ­ກັນ­ໄວ້
ສ້າງ­ຊາດ­ລາວ­ໃຫ້ເຮືອງ­ກ້າວ ເໝືອນເດືອນເພັງ­ໄຮ້ເມກ­ໝອກ
ຫາກ­ຄົນ­ລາວ­ທຸກ­ທ່ານ­ຜູ້ ເຫັນ­ພ້ອມ­ຈົ່ງ­ຊ່ວຍ­ກັນ ­ແນ່­ທ້ອນ.

(ຄິດ­ໄດ້ກໍ­ແຕ່ງ­ໄປ-ຕາມ­ອາ­ຣົມ­ສິນ ຊື່ໆ­ເດີ)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ບຸບ­ຜາ­ພັນດອກ­ໄມ້ ປະ­ດັບ­ກິ່ງ­ງ່າສາຂາ ມັນ­ນັ້ນ
ເດັດມາວາງ­ໃນ­ພາພານ ຮຽກ­ວ່າດວງມາລາ­ແຍ້ມ
­ແມ້ງເມື່ອ­ລວມ­ກັນ­ຮ້ອຍ ຫຼາຍ­ສີ­ແຕກ­ຕ່າງ
ເປັນ­ພວງ­ພັນມອບ­ໃຫ້ ເປັນ­ພວງມາ­ໄລ­ໄຫວ້­ໜໍ່­ພຸດ­ໂທ

­ແມ້ງເມື່ອເອົາດອກ­ໄມ້ ບຸບ­ຜາຊາດ­ພັນ­ປະ­ດັບ
ດ້ວຍ­ຮູບ­ຊົງ­ສວຍງາມ ­ໃສ່­ແຢ່ງ­ຂາສາມ­ຕັ້ງ
ຂຽນ­ອາ­ໄລ­ນໍາ­ດ້ວຍ ພື້ນ­ສີດໍາບອກເຈດ
ພວງມາລາ­ທີ່­ຮຽກເອີ້ນ ອາ­ໄລ­ໄຫວ້­ຜູ້­ຕາຍ

ພວງດອກ­ໄມ້ ທີ່­ຮຽກ­ວ່າພວງມາ­ໄລ
ບຸບ­ຜາ­ພັນ­ແນວ­ໃດ ຫາກ­ຍົກ­ຍໍເວນ­ໃຫ້
­ໃຜ­ໄດ້­ໄປ­ໃຈສະ­ອື້ນ ຍິນ­ດີດອມ­ຊົມ­ຊອບ
ນໍ້າຕາ­ລົ້ນ­ອາບ­ແກ້ມ ຊື່ນ­ຊົມ­ຊອບ­ຮັກ­ກັນ­ຈິງ

­ແມ່ນ­ບໍ່­ຫຼາຍມາກ­ລົ້ນ ພຽງດອກດວງດຽວ
ກຸຫຼາບ­ສີ­ແດງ­ສົດ ຊໍ່ນິຍົມ­ຍໍຍ້ອງ
ຫາກ­ວ່າ­ວັນ­ທີ່­ຄວນ­ໃຫ້ ວາເລນ­ທາຍນ໌ຍົກ­ຍື່ນ
ສາວ­ໃດ­ໄດ້­ຮັບ­ໃຈສະ­ອື້ນ ຢືນ­ບໍ່­ໝັ້ນ­ລ່ອຍ­ຂາ ພຸ້ນ­ລະ­­ແມ໊ະ­

ຫຼາຍດອກ­ໂຮມ­ກັນເຂົ້າ ລຽນ­ແນບເປັນ­ພວງ
ປະ­ດັບ­ໂບ­ດີງາມ ຍື່ນ­ຍໍເວນ­ໃຫ້
ຍາມ­ສໍາ­ຄັນເໝາະ­ເລື່ອງ ວັນ­ສໍາ­ຄັນ­ຕ່າງໆ­
ຄົນ­ຮັບ­ຊົມ­ຊື່ນ­ຍ້ອງ ຊໍ່ມາລາ­ນັ້ນ­ແນບ­ໃຈ

ອັນ­ວ່າດວງດອກ­ໄມ້ ບຸບ­ຜາຊາດນານາ­ພັນ
ເອົາມາ­ໂຮມ­ລຽນ­ກັນ ­ໃສ່­ຂັນ­ຍໍຕັ້ງ
ທູບ­ທຽນ­ລຽນ­ລາຍ­ລ້ອມ ເປັນ­ໝາກເບັງ­ຕົ້ນ­ນ້ອຍ­ໃຫຍ່
ຖວາຍ­ບູຊາ­ພຸດ­ທະ­ຮູບເຈົ້າ ­ໄດ້ບຸນມາກ­ຊໍ່າກອງ­ບຸນ

ດອກ­ໄມ້ດຽວ­ກັນ­ນັ້ນ ປະ­ດັບ­ວາດ­ແວວ­ສິນ​
ຍົກ­ຍື່ນ­ຍໍເວນ­ຖວາຍ ຕາມເຫດການ­ຈະ­­ແຈ້ງ
­ໄດ້ບຸນ-ຄຸນ­ປະ­ສົງ­ແມ້ງ ຕາມ­ຈິງ­ໃຈເຈດ
ມອບ­ໃຫ້­ຄົນເຄົາ­ຣົບ­ແທ້ ຮັກ­ກັນ­ໝັ້ນ­ຊົ່ວ­ຊີບ­ວາຍ

ເມື່ອເອົາດວງດອກ­ໄມ້ ປະ­ດັບ­ວາດ­ແວວ­ສິນເຊັ່ນ­ກັນ
ເຮັດເປັນ­ພວງມາລາ ຍົກ­ຍໍເວນ­ນ້ອມ
ບໍ່ມີ­ໃຜປະ­ສົງ­ແມ້ງ ມາລາ­ຊໍ່­ໃຫຍ່
­ໃຜ­ໄດ້­ຮັບ­ພວງດອກ­ໄມ້ເຊັ່ນ­ນີ້ ເໝືອນ­ກັບ­ແກ້ງ­ແຊ່ງ­ໃຫ້­ຕາຍ ວ່າ­ຈັ່ງ­ຊັ້ນ

ນີ້­ແລ້ວ ທຸກ­ສິ່ງ­ໃນ­ໂລກ­ລ້ວນ ເກີດ­ຈາກການ­ສົມ­ມຸດ
ມະ­ນຸດເຮົາເປັນ­ຄົນ­ທໍາ ­ໃຫ້ເປັນ­ໄປຕາມ­ນັ້ນ
ຄວາມ­ສໍາ­ຄັນ­ຫຼາຍ­ນ້ອຍ ສັງ­ຄົມ­ຄົນເປັນ­ຜູ້­ຊອບ
ຄວນ­ສຶກ­ສາ­ຢັ່ງ­ຮູ້ ຈຶ່ງເຫັນ­ແຈ້ງ­ອັນ­ຄວນ ທ່ານເອີຍ

Picture@Bailane.com

ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ບັດ­ນີ້ ຊິ­ໄດ້­ໄຂ­ກ່າວເວົ້າ ເລື່ອງ­ບໍ່ເກົ່າສາວ­ໄຮ­ໂຊ
ກິນເຂົ້າ­ໂຕ­ໂສຄວາມເຂົາ ບໍ່­ແມ່ນ­ຄອງ­ທີ່­ຄວນເວົ້າ
­ແຕ່ວ່າຫວນເຫັນ­ແລ້ວ ຜົນ­ດີ­ຫຼາຍ­ຄວນ­ຈະ­ກ່າວ
ເປັນເລື່ອງ­ລາວ­ທີ່ເກີດ­ຂຶ້ນ ­ໃຫ້ເຫັນ­ຮູ້­ຮໍ່າຮອນ

ສາວ­ຂຶ້ນ­ໃໝ່ກາຍ­ອ່ອນ­ແອ້ນ ຮູບ­ຮ່າງ­ສວຍງາມ
ຕາ­ກົມ­ຜົມ­ດໍາລອນ ອ່ອນ­ປາຍເມື່ອຍາມ­ຍ້າຍ
ຄິ້ວ­ກົ່ງ­ດີ­ຂະ­ໜົງ­ຊ້ອນ ພຽງ­ຕາ­ໜ້າ­ຮູບ­ໄຂ່
ນິ້ວ­ມື­ຮຽວເກິ່ງ­ກ້ວຍ ລຽນ­ລ້າຍເຕັມ­ຫວີ

ຜິວ­ຂາວ­ກ້ຽງ ສະ­ເໝີດັ່ງ­ສໍາ­ລີ
ມີ­ໄມ­ຕີ­ສະ­ເໜຫາ ຜ່ອງ­ກິ­ລິຍາ­ກໍງາມ­ແທ້
ຍາມ­ຈາເວົ້າ ວາ­ທີ­ຕ້ານ­ປາກ
ຍິ້ມ­ກ່ອນເວົ້າ ສະ­ບັບ­ແທ້ຍອດ­ຍິງ

ນາງ­ນີ້ງາມ­ພຽງ­ພ້ອມ ວົງ­ວາດ­ກຸລະ­ສະ­ຕ­ຣີ
ເປັນ­ຄົນ­ມີ­ຣາ­ສີ ເກິ່ງ­ສາວ­ສະ­ຫວັນ­ຟ້າ
ທັງ­ຈັນຍາ­ທັມ­ກໍພຽງ­ພ້ອມ ຄຸນນະ­ທັມ­ກໍພຽງ­ພໍ່າ
ຄວາມກະ­ຕັນ­ຍູກໍເລີດ­ລໍ້າ ຫາ­ໃຜ­ໄດ້­ໄປ່ເໝືອນ

ອັນ­ວ່າວຽກການ­ບ້ານ ທຸກ­ຢ່າງນາງ­ທໍາ
ທັງ­ຄົວເຮືອນ ຜ່ອງ­ທັງ­ສວນ­ຮົ້ວ
ຍາມນາ­ນັ້ນ ນາງ­ທໍາ­ທຸກ­ຢ່າງ
ບໍ່ກຽດ­ຄ້ານ ຊູຊ້ວນ­ຊ່ວຍ­ແຮງ

ເຂົາເກີດ­ໃນ­ສະ­ກຸນເຄົ້າ ຄົນ­ທຸກ­ຊາວນາ
ບິດາ­ແພງ­ຂອງເຂົາ ຈາກ­ໄປ­ແຕ່ຍັງ­ນ້ອຍ
ຍັງ­ແຕ່ມານດາ­ລ້ຽງ ພຽນ­ແພງ­ຈົນ­ວ່າ­ໃຫຍ່
ສິບ­ແປດ­ປີ­ຂວບເຂົ້າ ເປັນ­ສາວ­ແຍ້ມເບັ່ງບານ

ຍ້ອນ­ວ່າຖະ­ນະ­ນັ້ນ ທາງ­ຄອບ­ຄົວເຮືອນ
ເປັນ­ຄົນ­ຈົນ­ທຸກ ຈຶ່ງ­ບໍ່­ຄື­ຊາວ­ບ້ານ
ການ­ສຶກ­ສາສະ­ສົມ­ສູ້ ຈົບ­ພຽງ­ປໍສີ່
­ແຕ່ວ່າເຂົາສະ­ຫຼາດ­ຮູ້ ປະ­ຣິນຍາ­ຊັ້ນ­ທຽບ­ບໍ່­ທັນ

ນາມເຂົາ­ນັ້ນ ຊື່ວ່າສາວ­ໄຮ
ຊາຍ­ໃດ­ພຽງ­ພານ­ພົບ ຢາກ­ຢູ່­ຄຽງ­ຮຽງ­ໃກ້
­ໃຜ­ກໍມາ­ຊົມ­ຍ້ອງ ນິຍົມ­ຍໍຊົມ­ຊອບ
ຊາຍ­ທົ່ວ­ໃນ­ພາກ­ພື້ນ ­ແຖວ­ນັ້ນ­ຊໍ່­ສະ­­ແຫວງ

ນາງ­ບໍ່­ໄດ້ອວດ­ອ້າງ ຖືກຽດ­ຫຍັງ­ໝົດ
­ໃຫ້­ໄມ­ຕ­ຣີ­ທຸກ­ຄົນ ­ແຕ່ບໍ່­ສົນ­ຈົນ­ຜິດເລື້ອງ
ຊາຍ­ສະ­ເລ­ທັງ­ຊາຍເຖົ້າ ຫົວ­ຂາວອາເຊັຍະ­­ໃຫຍ່
­ໃຜ­ກໍມາຢອກ­ຫຼິ້ນ ນາງ­ກໍຕ້ານ­ຕາມກະ­ບວນ

ອາ­ຍຸນາງ­ຄົບ­ຖ້ວນ ສິບ­ແປດ­ປີ­ປາຍ
ກໍ­ໄດ້ມີ­ຄົນມາ­ມັກ ລູກເສດ­ຖີເງິນ­ຕື້
ເໝືອນ­ກັບເອົາເງິນມາ­ຊື້ ມານດາ­ແພງ­ຈຶ່ງ­ຍໍມອບ
ນາງ­ບໍ່ກ້າປາກ­ຕ້ານ ເພາະ­ຄຸນເຄົ້າ­ແມ່­ລ້ຽງເກືອ

­ແຕ່ວ່າ­ໃຈ­ຢູ່­ໃນເນື້ອ ­ໃຜ­ຊິ­ຫ່ອນ­ຫວນເຫັນ
ນາງ­ນັ້ນ­ມີ­ຄົນ­ຮັກ ເຊື່ອງ­ອໍາ­ໃນ­ໃຈ­ໄວ້
ບໍ່ມີ­ໃຜເຄີຍ­ຮູ້ ພຽງ­ແຕ່ນາງ­ກັບ­ແມ່
ພ້ອມ­ທັງ­ແຟນເທົ່າ­ນັ້ນ ຖານະ­ຊັ້ນ­ຊໍ່ານາງ

ນາງ­ບໍ່ອ້າງເຫດເລື່ອງ ອົມເສື່ອງ­ໃຫ້­ຜິດ­ໃຈ
ມານດາ­ແພງຍອດ­ຮັກ ­ໃຫ້­ຮູ້ເຫັນ­ໃຈ­ແຈ້ງ
ຫຼາຍ­ວັນ­ມື້ ນາງ­ອຸກ­ຫງໍາ­ນໍ້າຕາ­ລົ່ນ
ທົນ­ທຸກ­ກັບ­ສິ່ງ­ນັ້ນ ເລີຍເປັນ­ໄຂ້­ຈ່ອຍ­ໂຊ

ສາວ­ໄຮເຄີຍ­ຫຸ່ນ­ໂກ້ ຂາວ­ຜ່ອງຍອງ­ໄຍ
ກາຍເຄີຍ­ໃສ ດັ່ງ­ອິນ­ຂຽນ­ແຕ້ມ
ກັບມາເສັຍ­ສີເສົ້າ ຜົມ­ດໍາຫຼຸດ­ລົ່ນ
ໜ້າ­ຫ່ຽວ­ແຫ້ງ ເໝືອນ­ຊາກເຜດ­ຜີ

ຊາຍເຄີຍເຫີ່­ແຕ່ກີ້ ຫາຍ­ຫ່າງ­ປົບ­ໜີ
ຊາຍ­ຄົນ­ໝາຍ ໝັ້ນເອົາ­ກໍເມີນ­ໜ້າ
ຍັງ­ຈະ­ມາເອົາຂອງ­ໝັ້ນ ທີ່­ສັນຍາ­ຍໍມອບ
­ແຕ່­ຜິດ­ລະ­ບອບ­ແບບເບື້ອງ ອົງການ­ບ້ານ­ບໍ່ຍອມ

ນາງ­ຈຶ່ງ­ໄດ້­ລອດ­ພົ້ນ ທົນ­ທຸກ­ກັບ­ຄວາມ­ຂົມ
ມີ­ແຕ່­ຊາຍ­ຄົນ­ຮັກ ທີ່­ແບ່ງ­ໃຈ­ຈູນ­ຄໍ້າ
ນໍາເອົາຄວາມ­ສົມ­ແມ້ງ ມາເວນ­ຄືນ­ຍໍມອບ
ນາງ­ຈຶ່ງ­ຫາຍ­ຂາດ­ສ້ຽງ ເຊົາ­ໄຂ້­ຊວາງ­ໂຊ

ຊີວິດນາງ­ຈຶ່ງ­ກັບມາ­ໂກ້ ເໝືອນ­ດັ່ງ­ຄາວ­ຫຼັງ
ຊາຍ­ຄົນ­ຮັກ ­ໄດ້­ປິ່ນ­ປົວ­ຈົນ­ສຸດ­ສ້ຽງ
ສອງ­ກໍສົມມະ­­ໂນ­ແມ້ງ ຕາມ­ສາຍ­ແນນ­ແຖນ­ແຕ່ງ
ຈົບ­ທໍ່ນີ້ ສາວ­ໄຮ­ໂຊ­ຟື້ນເພາະ­ຮັກ­ຈິງ ທ່ານເອີຍ.
-----
ປະ­ພັນ ວັນ­ທີ 27 ເມ­ສາ 2012

ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

  

(ຄົນລາວປັດຈຸບັນເຂົ້າໃຈວ່າ "ທຳ" ເປັນພາສາໄທຍ໌ "ເຮັດ" ເປັນພາສາລາວ, ມີຄຳໜຶ່ງທີ່ໃຊ້ມາແລ້ວເມື່ອ 100 ປີ ຄື "ທຳໄຮ່ທຳນາ" ຄົນດຽວນີ້ ຄັນມີຄົນໃດວ່າ "ທຳໄຮ່ທຳນາ" ກໍຫາວ່າຄົນນັ້ນເວົ້າພາສາໄທຍ໌ ຫຼັກຖານເຖິງນີ້ ບົງບອກວ່າ "ທຳໄຮ່ທຳນາ" ເປັນພາສາລາວແທ້ໆ)

(ຄົນຢ່າງໜຶ່ງ ທີ່ບອກວ່າທຳ ເປັນພາສາລາວ ຄືທຳສັນຍາ ທີ່ເວົ້່າມາແລ້ວຮ່ວມຮ້ອຍປີ, ຫຼັກຖານສອງໜ້າງເຈັ້ຍເທິງນັ້ນເປັນພາສາລາວ ທີ່ບັນທຶກໂດຍຄົນລາວເຜົ່າລື້ໃນເມືອງສິງຫ໌ ແຂວງຫຼວງນຳ້ທາ)

(ຫຼັກຖານນີ້ຂຽນອັກສອນລາວ ຂຽນໃສ່ໃບລານ ທີ່ຢັ້ງຢືນວ່າ "ທຳ" ເປັນພາສາລາວ ແລະຄົນລາວໃນແຂວງອັດຕະປືໄດ້ໃຊ້ມາແລ້ວຫຼາຍຮ້ອຍປີ ໃນໜັງສືເລື່ອງກາລະເກດ ແຕ່ງເປັນກອນຍາວ ພົບທີ່ວັດບ້ານຊ້າຍ ບ້ານຊ້າຍ ເມືອງໄຊເຊດຖາ ແຂວງອັດຕະປື ຂຽນວ່າ "ຢ່າໄດ້ທຳປານາບາບເວນນຳຕ້ອງ")

(ໃນໜັງສືໃບລານສະບັບນີ້ຂຽນເປັນອັກສອນທັມລາວ, ຈາກເມືອງໂພນທອງ ແຂວງຈຳປາສັກ ເລື່ອງກາລະເກດ ເປັນບົດວັນນະຄະດີປະເພດຄຳອ່ານ ຫຼືຄຳເທດແບບລຽງຄວາມ ປາກົດຄຳວ່າ "ກະທຳ" ຢູ່ຫຼາຍ ເຊັ່ນ "ຊ້ຳກະທຳຕົວແຕ່ງຍົນ"

 

(ຫຼັກຖານນີ້ ເປັນອັກສອນທັມບາງຄັ້ງປະສົມອັກສອນລາວແນ່ ຂຽນໃສ່ໃບລານ ໄດ້ຈາກແຂວງສາລະວັນ ປາກົດເຫັນການໃຊ້ "ກະທຳ" ໃນນັ້ນຍັງເຫັນການໃຊ້ທຳໂດດໆ ໃນໜັງສືກາລະນັບມື້ສ້ວຍ ເຊັ່ນ "ຍິງຊາຍທັງຫຼາຍຈັກທຳ"

----------------

- ນັບແຕ່ໃນອະດີດນັບແຕ່ປົດປ່ອຍສ້າງຕັ້ງ ສປປລ ຂຶ້ນມາ, ນອກຈາກການປ່ຽນແປງອັກສອນບາງໂຕແລ້ວ ເຊັ່ນ ການບໍ່ໃຊ້ອັກສອນ "ຣ" ເປັນອັກສອນຂອງຊາດ ທຳໃຫ້ການຂຽນອັກສອນລາວຜິດພ້ຽນໄປຫຼວງຫຼາຍ ໂດຍສະເພາະ ຄຳລາວທີ່ຂຽນແລະສະກົດດ້ວຍໂຕ "ຣ" ເຊັ່ນ ຣົດ, ຣາຄາ, ຣຽບຣຽງ ແລະອື່ນໆ.

- ນອກຈາກນັ້ນ ບໍ່ໄດ້ສະກົດດ້ວຍໂຕ "ຣ" ແລ້ວ ຄວາມໝາຍຂອງການສື່ພາສາປ່ຽນແປງໄປ ມີຫຼາຍຄຳຕາຍ ແລະພິການໄປ.

- ນອກຈາກພາສາລາວຕາຍລົງບາງສ່ວນ, ພິການບາງສ່ວນ ຄວາມໝາຍປ່ຽນແປງ ທີ່ເຫັນໄດ້ກັນຈະແຈ້ງ ຄື ການສື່ຄວາມໝາຍໄຮ້ປະສິດທິພາບ ຂາດຕັກກະ ແລະທຳໃຫ້ເຂົ້າໃຈໃນການສື່ແບບສອງແງ່ສອງງ່າມໃນບາງຄຳ, ທັງໝົດນີ້ ຫາກຈະວ່າເສັຍພາສາ ເໝືອນກັບເສັຍຊາດ ກໍຍັງບໍ່ທັນຈະເວົ້າໄດ້ເຕັມປາກ ເພາະພາສາລາວຍັງໃຊ້ກັນ ໄດ້ຢູ່ ແຕ່ຫາກຈະເວົ້າໄປລ່ວງໜ້າວ່ານີ້ ຄື ການສູນເສັຍເອກະຣາດ ກໍຈະເວົ້າໄດ້ໃນລະດັບໜຶ່ງ ຫາກທາງການ ຟ້າວປັບປຸງ ແກ້ໄຂ ໂດຍທາງຣັດຖະການຢ່າງຈະແຈ້ງ ແລະເປັນຮູບປະທຳ ໂດຍມີຣະບຽບການ ແລະກົດໝາຍ ຄວບຄຸມ ເຊິ່ງມີອົງກອນກ່ຽວກັບພາສາລະດັບທະບວງ ກົມ ຫຼືສຳນັກງານ ກໍອາດຈະຟື້ນຟູຄວາມເປັນເອກະລາດ ທາງພາສານີ້ໄດ້ຄືນ.

- ບັນຫາຂອງພາສາ ແລະອັກສອນລາວນັ້ນ ຕາມທີ່ສັງເກດຕີລາຄານັ້ນ ມີທ່າອ່ຽງແນວໂນ້ມ ໄປໃນການສູນເສັຍ ຫຼາຍກວ່າການພັດທະນາ ສິ່ງທີ່ໜ້າຢ້ານກົວແລະເປັນຫ່ວງນັ້ນ ບໍ່ແມ່ນເລື່ອງອັກສອນສາແລ້ວ ແຕ່ມັນແມ່ນແນວ ຄິດ ແລະຄວາມເຂົ້າໃຈຊາດນັ້ນ ເປັນສິ່ງທີລາຍພາສາ ແລະວັດທະນະທຳລາວ.

- ຕາມໜ້າເວບ ແລະຕາມສັງຄົມ ເຮົາຈະເຫັນລັກສະນະຄວາມບໍ່ເຂົ້າໃຈຄວາມເປັນຊາດລາວຫຼາຍຢ່າງ ບໍ່ວ່າຊິເປັນ ວຽກງານການຮັບຮູ້ວັດທະນະທຳ, ປະຫວັດສາດ ຄວາມເປັນມາຂອງຊາດແລ້ວ ຍັງມີແນວຄິດຊາດນິຍົມອີກແນວ ຄິດໜຶ່ງ ທີ່ທຳໃຫ້ຄຳໃນພາສາລາວບາງຄຳຕາຍລົງເທື່ອລະເລັກລະນ້ອຍ ມີຄົນເຂົ້າໃຈວ່າ ຄຳບາງຄຳ ເປັນພາສາອື່ນ, ເຊັ່ນ ຄຳວ່າ "ທຳ" ນັ້ນເປັນພາສາໄທຍ໌, ຄວາມເວົ້າເຊັ່ນນີ້ ມັນເກີດຈາກການຮັກຊາດ ແຕ່ການຮັກ ຊາດແບບນີ້ ເປັນການທຳລາຍຊາດທີ່ອັນຕະລາຍທີ່ສຸດ ສຳລັລສັງຄົມມະນຸດ.

- ຄຳວ່າ "ທຳ" ມີຄວາມໝາຍກົງກັບຄຳວ່າ "ເຮັດ" ຫາກວ່າ "ທຳງານ" ສາມາດໃຊ້ແທນຄໍາວ່າ "ເຮັດວຽກ, ເຮັດການ" ພາສາລາວເປັນທີ່ອຸດົມສົມບູນ ມີຄຳເວົ້າຫຼາຍຄຳໃນພາສາລາວ ທີ່ມີຄວາມໝາຍດຽວກກັນ ເຊັ່ນ ທຳ, ກະທຳ, ກັມ, ເຮັດ, ປະຕິບັດ ແຕ່ຄຳເລົ່ານີ້ສາມາດນຳໄປໃຊ້ໃນສະຖານທີ່ແລະເກດການຕ່າາງກັນ.

- ຄຳວ່າທຳ ລາວເຮົາໃຊ້ມາເຫິງນານແລ້ວ ແຕ່ມາໄລຍະຫຼັງ ຍ້ອນການປ່ອຍປະລະເລີຍໃນການພັດທະນາພາ ບວດກັບແນວຄິດຊາດນິຍົມ ຕໍ່ຕ້ານບາງຢ່າງ ຈຶ່ງທຳໃຫ້ມີການຕໍ່ຕ້ານວັດທະນະທຳທາງພາສາ ທ່ານສາມາດ ສັງເກດ ຄຳເວົ້າທີ່ໃຊ້ ທຳ ແລະກະທຳ ໃນວັນນະຄະີບູຮານ ໄດ້ໃນຫຼັກຖານເອກະສານເທິງນັ້ນໄດ້ ເອກະສານເລົ່ານີ້ ຄືຫຼັກຖານບັນທຶກພາສາ ແລະວັດທະນະທຳລາວໄດ້ດີທີ່ສຸດ ຫາກເຮົາປະຕິເສດມັນ ເທົ່າກັບເຮົາ ປະຕິເສດຊາດລາວນັ້ນເອງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຮຽມ­ຈະ­­ຂຽນ­ຂີດ­­ແຕ້ມ ບັນ­ທຶກ­­ເຫດ­ຄວາມ­ຝັນ
ປະ­­ພັນ­­ເປັນກອນຍາວ ບັນ­ທຶກ­ຄວາມ­ຝັນ­­ໄວ້
ບໍ່­­ແມ່ນ­ຕິຖະ­­­­ແຫຼງ­ຕ້ານ ບັນ­ທຶກ­ຄວາມ­ຄໍາລ່າຍ
ພຽງ­­ແຕ່ຝັນ­­ເທົ່ານັ້ນ ມາ­­ແກ້­­ໄວ້ບັນ­ທຶກ­ຄວາມ

ຄືນວັນ­ທີຊາວສອງ ­­ເດືອນມິນາປີສອງ­ພັນ­ສິບ­ສອງ
ຕື່ນ­ຂຶ້ນມາ­­ເປັນວັນດັບ ­­ເດືອນ­ສີ່ລາວສຸດ­ສ້ຽງ
ວັນ­ພະ­­ຫັດ­­ແທ້ ບໍ່­­ແປ­­ໄປ­­ເປັນອື່ນ
ພໍມໍ່­­ໃກ້ຊິ­­ແຈ້ງ ຝັນ­­ເລື່ອງ­­ແປກອີຫຼີ

­­ເໝືອນກັບ­ຕົວຜູ້ຂ້ານີ້ ຢືນ­ຢູ່ຝັ່ງ­ຊົນ­ລະ­­ທາ
ມີພູຜາສູງກັນ ປ່າ­­ເຂົາລໍາ­­ເນົາ­­ໄມ້
ຫຼຽວ­­ເບິ່ງ­ພູສູງ­ຊັ້ນ ­­ໄປທາງ­ຕາ­­ເວັນອອກ
ຄົນບອກວ່າຟາກ­ພູ­­ເບື້ອງນັ້ນ ­­ເປັນ­­ແດນ­­ແຄວ້ນຫວຽດນາມ

ຮຽມກໍມອງ­ສ່ອງ­ຈຶ້ງ ຊຶງ­­ເບິ່ງ­ປັບ­ພະ­­­­ໂຕ
ຫຼຽວ­­ໄປລໍານໍາຊົນ ປ່ອງນະ­­ທີງາມ­­ແທ້
ຈິດ­­ໃຈ­­ໃນມະ­­­­ໂນ­­ແມ້ງ ­­ແຍງ­ຕາມ­ທໍາມະ­­ຊາດ
ຈັ່ງ­­ແມ່ນງາມ­ຢາດຍ້ອຍ ຂຽວ­­ເຂັ້ມ­ຊຸ່ມ­­ໃຈ

ຈິດ­­ໃຈ­­ເໝືອນກັບ­­ໄດ້ຢູ່ບ້ານ ­­ແດນດ່ານ­­ເມືອງ­­ໂຂງ ພຸ້ນ­­ແລ້ວ
­­ໃນ­ຄວາມ­ຝັນ­­ເໝືອນ­ຮຽມ­ທ່ຽວ ທ່ອງ­­ເຖິງ­­ແຖວນັ້ນ
­­ແຕ່ວ່າຄາ­­ເມບ້ານ ­­ໃນ­ຄວາມ­ຝັນນັ້ນ­­ແຕກ­ຕ່າງ
­­ເປັນ­ພູມ­ພາບ­ປ່າ­­ໄມ້ ງາມ­ລະ­­ຫ້ອຍຍາກ­ຊິມີ

ບໍ່­­ເໝືອນດອນ­­ໂຂງ­ສູ່ມື້ນີ້ ­­ແຕກ­ຕ່າງ­­ເຫຼືອຫຼາຍ
­­ໃນ­ຄວາມ­ຝັນງົດງາມ­ຄັກ ປ່າ­­ເຂົາລໍາ­­ເນົາ­­ໄມ້
ທັນ­­ໃດມີຄົນ­ຮ້ອງ ­­ໃຫ້ຮຽມມອງ­­ເບິ່ງກ້ອນ­­ເມກ
ມີ­­ແສງ­­ໄຟ­­ໂຜ່ຂຶ້ນ ­­ໃນ­ປາຍ­­ໄມ້ຍອດ­ພູ

­­ແສງ­­ໄຟກະ­­ຈາຍ­ຟົ້ງ ຖ້ວມ­ທົ່ວນະ­­ພາ­­ໃສ
­­ເມກ­ຖືກ­­ໄຟລົນ­­ເຜົາ ກາຍ­­ເປັນ­­ແດງ­­ແສງ­ຈ້າ
­­ໄຟອອກມາຕາມ­­ເລົາປ້ອງ ­­ເໝືອນກັບ­ປືນ­­ເລົາ­­ໃຫຍ່
ປະ­­ມານການ­­ແທກ­­ໄດ້ ສະ­­­­ເໝີ­­ເທົ້າໜ່ວຍ­ພູ ພຸ້ນ­­ແລ້ວ

­­ແສງ­­ໄຟນັ້ນ­­ໃຫຍ່­­ແທ້ໆ­­ ກວາມ­­ເຂດ­­ເຂົາສູງ
ພຸ່ງ­­ເປັນ­­ເລົາ­­ແລວດັນ ອອກ­ຈາກ­ທໍ່­­ເຫຼັກນັ້ນ
ປະ­­ກາຍ­­ໄຟພຸ່ງ­­ແຮງກວ້າງ ­­ເປັນ­ປານ­ທໍ່ຈະ­­ຫຼວດ
­­ແຕກ­­ເປັນ­­ເລົາ­­ໂຜ່ຂຶ້ນ ກະ­­ຈາຍ­ຟົ້ງ­ທົ່ວນະ­­ພາ

ຍິນ­ສຽງ­ຄົນ­ຮ້ອງ­­ໃຫ້ ­­ແຕກ­ຕື່ນອົນ­ລະ­­ຫົນ
ບໍ່ຈັກ­ຄົນ­ຈັກ­ສັດ ­­ແລ່ນ­ປົບຫຼົບ­ລີ້
ຮຽມກໍ­­ເອົາມືຊີ້ ຈັດ­­ແຈງ­­ໃຫ້ຄົນຫຼີກ
ທັງ­ສັ່ງ­ຈັດ­­ແຈ້ງ­­ໃຫ້ ຊູຊ້ວນ­ຊ່ວຍ­ຄົນ

­­ແສງ­­ໄຟ­­ໃຫຼຈົ້ນໆ­­ ຂະ­­ຫຍາຍ­­ເຂດມະ­­ຫຶມາ
ມັນ­­ໄວວາ­­ເຫຼືອ­­ເກີນ ດັ່ງ­ລົມມະ­­­­ໄລຮ້າຍ
ຮຽມກໍບາຍ­­ເອົາກ້ອງ ­­ໃນ­ຖົງ­­ແນ່­­ເນັ່ງ
ຖ່າຍ­ຮູບ­­ໄວ້ ຫຼາຍ­ຄັ້ງບັນ­ທຶກ­ລົງ

­­ແສງ­­ໄຟນັ້ນກໍ­­ແຕກ­ຟົ້ງ ກາຍ­­ເກີດ­­ເປັນ­ສີດໍາ
ຄ້າຍກັບ­ຢາງ­ໝາກ­ຕອຍ ລົ່ນ­ລົງ­ຕົກ­ພື້ນ
ຕົກ­­ໃສ່ງົວຄວາຍມ້າ ທັງ­ຄົນ­ຈົນວ່າປຽກ
ຕົກ­ລົງມາທາທົ່ວພື້ນ ກັບ­­ແຂງ­­ແຫ້ງ­­ເປັນ­ປ່ຽງດໍາ

ຕົກ­ລົງ­­ໃສ່­­ແມ່ນໍ້າ ກາຍ­­ເກີດ­­ເປັນ­­ແຜ່ນ­­ແຂງ
ຕົກ­ລົງດິນ­ຢັ້ງ­ຢາຍ ປ່າຂຽວກໍດໍາປີ້
ຕົກ­­ໃສ່ມືຮຽມດ້ວຍ ກັບ­­ເປັນ­ຄໍາທັງ­­ແທ່ງ
ມີ­­ແຕ່­­ໃນກ້ອງ­­ເທົ່ານັ້ນ ­­ເປັນ­ສີດໍາ­­ແຂ້ນດັ່ງ­ຢາງ­ໝາກ­ຕອຍ

ຮຽມກໍ­­ເອີ້ນ­ຈ້ອຍໆ­­ ຊີ້­­ແນະ­­ນໍາທາງ­ຄົນ
ຜູ້ທີ່ຟັງ­ຄວາມ­ຮຽມ ກໍ­­ເລົ່າຫວຸດວິດ­ພົ້ນ
ຄົນ­ຈໍານວນ­ພຽງນ້ອຍ ­­ໄປຕາມ­ຮຽມ­ຊີ້ສັ່ງ
ຄົນ­­ເລົ່ານັ້ນບໍ່­­ເປັນຫຍັງ ກໍຈຶ່ງກັບ­ຕ່າວຂຶ້ນ­­ໄປຕຶກ­ລີ້­­ເສື່ອງ­ຕົວ

ຄົນ­­ເລົ່ານັ້ນ­ຈຶ່ງ­ລອດ&sh;ພົ້ນ ຈາກ­­ແປວ­­ໄຟ­­ໃຫຍ່ມະ­­­­ໄລກັນ
ມາລີ້­­ໂຮມ­ຢູ່­­ເທິງ­ສິມ ວັດ­­ເກົ່າຍັງດີດ້ວຍ
ກໍຈຶ່ງ­ພາ­­ເຂົາ­­ໄຫວ້ ພຣະ­­ປະ­­ຕິມາອົງ­­ໃຫຍ່
ສູດມົນ­­ໄວ້ພຣະ­­ນ້ອມ ­­ໄຟກໍຮ້ວຍມອດ­ລົງ

ຄວາມ­ຝັນ­ໝົດ­ທໍ່ນີ້ ກໍ­­ເລີຍ­ຕື່ນມືນ­ຕາ
­­ໄດ້­­ເວລາສີ່­­ໂມງກົງ ກໍອາບ­ສົງ­ສະ­­ລ້າງ
­­ແລ້ວກໍທໍາວັນ­ທານ້ອມ ­­ໄຫວ້ພຣະ­­­­ເດິກ­ຕາມ­ຮີດ
ຕື່ນ­ຂຶ້ນມາມື້­­ເຊົ້າ ວັນ­ສິນ­ຊ້ອຍ­­ເດືອນ­ສີ່ດັບ ນັ້ນ­­ແລ້ວ

ປິດ­ສະ­­ໜາຄວາມ­ຝັນນີ້ ມັນ­­ແປກ­ຕ່າງຫຼາຍ­­ເຫຼືອ
ອາດ­ຈະ­­ມີລົມ­ພັດ ພາຍຸມາ­­ແຮງ­­ແທ້
ຫຼືວ່າມີ­­ແນວຂ້ອງ ສັນ­­ໃດ­­ໃຫ້ຟັງ­­ເບິ່ງ
ບໍ່­­ແມ່ນຫາ­­ເລື່ອງ­­ເວົ້າ ­­ໃຫ້ຄົນ­ຢ້ານ­ຕື່ນ­ຂວັນ ດອກ­­ເດີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ວັນນີ້ ເປັນວັນສິນ ໑໕ ຄ່ໍາເພັງເດືອນ ໔ ຍາດໂຍມ ເຂົ້າວັດທໍາບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".

- ກັມຄືການກະທໍາ ການກະທໍາຂອງທ່ານສາທຸຊົນທີ່ທໍາໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທໍາ ເຊິ່ງທັງສາມນີ້ ແມ່ນການທໍາບຸນໃນທາງພຣະພຸດທະສາສນາ ການກະທໍາຂອງທ່ານ ແມ່ນການທໍາຄວາມດີ ຫຼືການທໍາບຸນ ດ້ວຍເຫດນັ້ນຜົນຂອງການກະທໍາຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທໍາດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້.
- ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສໍາຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທໍາບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທໍາບຸນເປັນຈໍານວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທໍາໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສໍາຄັນ ຄືຈົ່ງຊໍາຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.

- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກໍານົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສໍາຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສໍາຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈໍານວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ.
- ສໍາລັບປະເທດລາວເຮົາ ຍິງລາວຈໍານວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທໍາລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທໍາລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທໍາລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທໍາທີ່ສຸດ.
- ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທໍາບຸນກຸສົນ ທໍາຕົນໃຫ້ບັນລຸທໍາ ສູງສຸດ ສິດໃນການບວດ ແລະປະຕິບັດທໍາ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທໍາຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ.
- ໃນຫຼັກທໍາທາງພຸດທະສາສນາ ໄດ້ມີຫົວຂໍ້ທໍາຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື.
- ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອ່ານ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ມີຄົນຖາມວ່າ "ກິນເຈດີບໍ" ?

- ຖາມເຂົາຄືນວ່າ "ເຈແມ່ນຫຍັງ ?"

- ເຂົາຕອບວ່າ "ບໍ່ຮູ້ ຮູ້ແຕ່ວ່າ ການກິນເຈຄືບໍ່ກິນຊີ້ນ"

- ໂອ.....ທາງພຸດທະສາສນາ ເຂົາວ່າ "ມັງສາ ວິຣັຕຶ" ຄື ການງົດເວັ້ນຊີ້ນເນື້ອສັດ, ບາດນີ້ ຊິຕອບໃຫ້ກົງຕາມຄຳຖາມເດີວ່າ "ກິນເຈດີບໍ ?" ກໍຕ້ອງຕອບວ່າດີກະມີ ບໍ່ດີກະມີ.

- ຜູ້ຖາມຖາມຢ່າງທັນຄວັນວ່າ "ຄືວ່າຈັ່ງຊັ້ນ ຂ້ານ້ອຍ"

- ຕອບ: ອັນນີ້ຈະຕອບໂດຍບໍ່ຖືຫຼັກຖານ ແຕ່ຈະຕອບໂດຍຖືຫຼັກເຫດຜົນ ຄື ການທີ່ວ່າ "ການກິນເຈດີ ກະມີ" ຄືດີສຳລັບຜູ້ທຳໄດ້ ເມື່ອທຳໄປແລ້ວ ຫາກບໍ່ທໍຣະມານຕົນ ແລະບໍ່ສ້າງຄວາມວຸ້ນວາຍ ຫຍຸ້ງຍາກສັບສົນ ແກ່ຄອບ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ຄືສຸກໃຈແລ້ວ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າດີ, "ຂໍ້ທີ່ ດີກະມີນັ້ນ ໝາຍວ່າ "ຫາກຖືມັງສາວິຣັດໄປແລ້ວ ທໍຣະມານຕົນ ສ້າງຄວາມວຸ້ນວາຍຫຍຸ້ງຍາກສັບ​ສົນໃຫ້ແກ່ຄອບຄົວ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າບໍ່ດີ.

- ຜູ້ຖາມ "ເອົາຄວ່າຈັ່ງຊັນ ຂ້ານ້ອຍ ?"

- ຕອບ: ຈະຕອບດ້ວຍເຫດຜົນຈັ່ງຊີ້, ຫາກເຮົາຖືມັງສາວິຣັດຕລອດຊີວິດ ໃນຄອບຄົວທີ່ຖືມັງສາວິຣັດເໝືອນກັນ ຄອບຄົວກໍເກີດການປະຕິບັດນຳກັນ ຄວາມສາມັກຄີກໍຈະເກີດຂຶ້ນ ບັນຫາການຢ່າງຮ້າງກັນ ໃນຄອບຄົວ, ບັນຫາເສດຖະກິດ, ບັນຫາຄວາມບໍ່ເຂົ້າໃຈກັນໃນເຣື່ອງອື່ນໆກໍບໍ່ມີ, ຢ່າລືມສຳລັບມະນຸດ ການກິນເປັນເລື່ອງສຳຄັນ, ຕໍ່ມາສັງຄົມສ່ວນຫຼາຍທີ່ເຮົາຢູ່ ທັງໝົດຫາກຖືມັງສາວິຣັດນຳກັນໝົດ ມັນກໍບໍ່ມີບັນຫາ ສັງຄົມນັ້ນກໍເກີດການປະຕິສັງຄົມກັນ, ຄວາມສາມັກຄີກໍຈະເກີດຂຶ້ນແກ່ຄົນສ່ວນຫຼາຍ ມີມີການຂັດໃຈກັນ, ບໍ່ມີການຂັດແຍ້ງກັນ, ໂຣຄາພະຍາດຮ້າຍແຮງກໍຈະລົດລົງ ສັງຄົມຈະເຖີງຄວາມ ສັນຕິ ແລິມີຄວາມຍຸດຕິທຳ ຊິວິດສ່ວນຕົວກໍຈະເປັນສຸກ ຊີວິດສ່ວນລວນກໍຈະບໍ່ວຸ້ນວາຍ ຈິດໃຈກໍຈະອ່ອນໂຍນບໍ່ແຂງກະດ້າງ ເພາະມີຈິດເປັນເມດຕາກາຣຸນຂຶ້ນໃນສັງຄົມ, ການເສດຖະກິດກໍຈະໝັ້ນຄົງ ແລະອື່ນໆ.

- ແຕ່ຫາກວ່າ ໃນຄອບຄົວຖືມັງສາວິຣັດແຕ່ເຮົາຄົນດຽວ ແນ່ນອນຄອບຄົວກໍຈະເກີດຄວາມແຕກແຍກ, ສັບສົນ, ວຸ້ນວາຍ, ເພີ່ມຄ່າໃຊ້ຈ່າຍ ແລະການສະແຫວງຂຶ້ນ, ໃນຊຸມຊົນ ແລະສັງຄົມເອງກໍເໝືອນກັນ ຫາກເຮົາກິນເຈແຕ່ເຮົາຄົນດຽວ, ຫຼືແຕ່ຄອບຄົວເຮົາ ການປະຕິສັງຄົມ ກໍເກີດການຢຸດຊະງັກ ການຮ່ວມສ້າງພະລັງຄວາມສາມັກຄີ ບໍ່ສາມາດ ເກີດຂຶ້ນໄ​ດ້ ຢ່າລືມວ່າມະນຸດມີສັງຄົມ ຫາກເຮົາຢູ່ໃນສັງຄົມ ເຮົາບໍ່ພົວພັນສັງຄົມ ແລະປະຕິບັດຕົນໃຫ້ເໝືອນສັງຄົມໃນສ່ວນທີ່ເໝືອນ ກໍຈະເກີດການລຳບາກ.

- ຄັນຊັ້ນ ທາງພຸດທະສາສນານັ້ນ ການກິນຊິ້ນບໍ່ບາບບໍ ?

- ຕອບ: ເທົ່າທີ່ສຶກສາພໍຮູ້ແນ່ເລັກນ້ອຍໆນັ້ນ ບາບກະມີ ບໍ່ບາບກະມີ.

- ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ເຫດທີ່ວ່າ "ບາບກໍມີ ບໍ່ບາບກໍມີ ຄື" ຫາກຮັບປະທານສັດສິ່ງທີ່ພຣະພຸດທະເຈົ້າຊົງຫ້າມນັ້ນ "ເປັນບາບ" ຫາກເປັນພຣະສົງ-ເນນ ກໍຕ້ອງອາບັດ, ນອກຈາກນັ້ນ ສັດທີ່ພຣະພຸດທະເຈົ້າຊົງບໍ່ໄດ້ຫ້າມ ກິນແລ້ວບາບກະມີ, ຫາກເປັນພຣະພິກຂຸ-ສາມະເນນ ກໍຕ້ອງອາບັດ ຄື ສັ່ງຫຼືແນະນຳເຂົາໃຫ້ຂ້າສັດມາໃຫ້ເຮົາກິນ, ສັດທີ່ເຂົານຳມານັ້ນ ຂ້າເພື່ອເຮົາ ຫຼືກິນໂດຍບໍ່ພິຈາຣະນາ ກິນແລ້ວກໍບາບ, ຢາກອະທິບາຍສຳລັບຄະຣາວາດກ່ອນໃນຂໍ້ນີ້ ຄື ສັ່ງໃຫ້ເຂົາຂ້າເອງ, ຫຼືສັດນັ້ນຄົນອື່ນຂ້າເພື່ອເຮົາ, ຫຼືກິນບໍ່ພິຈາຣະນາ ໃນຄວາມເຂົ້າໃຈຄິດວ່າ ກິນບໍ່ພິຈາຣະນາ ນັ້ນອາດໝາຍວ່າ ກິນທົ່ວທີບທົ່ວແດນ ສິ່ງບໍ່ຄວນກິນກະກິນເຊັ່ນ ກິນໃສ້ສັດທີ່ເປັນຮັງຂອງໂຣກພະຍາດ, ກິນດິບໆໆໆແດງໆໆ, ກິນອະໄວຍະວະສັດທີ່ບໍ່ຄວນກິນ ອັນນີ້ເຂົ້າໃຈວ່າກິນສັດໂດຍບໍ່ພິຈາຣະ ນາໂທດໃນໂລກປັດຈຸບັນອາດເປັນພາຫະນຳມາເຊິ່ງໂລກ.

- ສຳລັບພະສົງເດ ສັນບໍ່ບາບບໍ ? ພຣະສົງສັນຊິ້ນບາບກະມີ, ບໍ່ບາບກະມີ ?

- ຜູ້ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ອັນນີ້ຈະຕອບຕາມຫຼັກຖານທີ່ພົບໃນພຣະໄຕປີດົກ ຄື  ແລະຕ້ອງຕອບເປັນປະເດັນ ແລະເປັນຍອນໆຊັ່ງຊື້ ຄື

໑. ພຣະສົງສັນຊິ້ນສັດ ຜິດວິໄນ ຫຼືບໍ່ ?

- ອັນນີ້ ຫາກເຈາະຈິ້ມວ່າ "ພຣະພຸດທະເຈົ້າຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດບໍ່" ຕອບວ່າ "ພຣະພຸດທະເຈົ້າບໍ່ໄດ້ຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດ ແລະປາ" ຫາກຖາມວ່າພຣະພຸດທະເຈົ້າຊົງ ອະນຸຍາດໃຫ້ພຣະພິກຂຸສັນຊີ້ນແລະປາບໍ ? ອັນນີ້ມີຫຼັກຖານໃນ ສິກຂະບົດທີ ໙ ໂພຊະນະວັກ ພຣະວິໄນປີດົກ ມະຫາວິພັງພາກ ໒ ວ່າ ສະໄໝໜຶ່ງພຣະສັບວັກຄີ (ກຸ່ມພິກຂຸ ໖ ອົງ) ອອກປາກຂໍໂພຊະນາ ອັນປານີດມາເພື່ອຕົນແລ້ວສັນ, ຄວາມຊາບເຖິງພຣະອົງແລ້ວ ຊົງຕຳນິແລະຊົງບັນຍັດສິກຂາບົດໄວ້ວ່າ "ພິກຂຸໃດອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ".

- ຕໍ່ມາມີພຣະພິກຂູ່(ອາພາດ)ໄຂ້ ບໍ່ກ້າຂໍອາຫານອັນປານີດມາເພື່ອຕົນຈຶ່ງບໍ່ເຊົາຂາດຈາກອາການໄຂ້ ຄວາມຊາບເຖິງພຣະພຸດທະເຈົ້າ, ຊົງອະນຸຍາດອະນຸຍາດໃຫ້ຂໍອາຫານອັນປານີດ ມາເພື່ອຕົນແລ້ວ ສັນໄດ້ ຊົງບັນຍັດສິກຂະບົດເປັນອະນຸບັນຍັດວ່າ "ອັນໜຶ່ງ ພິກຂຸບໍ່ເປັນໄຂ້ອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ".

- ຄຳວ່າປາ ໃນສິກຂາບົດນີ້ ໝາຍເຖິງປາທີ່ເປັນສັດທ່ຽວໄປໃນນຳ້, ຄຳວ່າຊີ້ໃນທີ່ນີ້ ໝາຍເຖິງສັດບົກ ທີ່ມີຊີ້ນທີ່ເປັນກັບປິຍະ ນັ້ນໄດ້ແກ່ຊີ້ນທີ່ເໝາະສົມແກ່ພິກຂຸທີ່ບໍ່ເປັນໄຂ້ ອອກປາກຂໍເພື່ອຕົນຕ້ອງອາ ບັດ ທຸກກົດ ຕ້ອງທຸກກົດຄືໃນະຂະນະທີ່ຂໍ ພິກຂຸຮັບໄວ້ດ້ວຍຕັ້ງໃຈວ່າ ຈະສັນຂອງທີ່ໄດ້ມາ ຕ້ອງອາບັດທຸກກົດ, ພິກຂຸສັນ ຕ້ອງອາບັດປາຈິດຕີຍະ ທຸກໆຄຳທີ່ກືນ.

- ທີ່ນີ້ຕ້ອງທຳຄວາມເຂົ້າໃຈ ຕື່ມໃຫ້ຈະແຈ້ງເພື່ອຈະບໍ່ເປັນທີ່ສົງໃສໃນເລື່ອງນີ້ "ພຣະພິກຂຸອອກປາກຂໍໂພຊະນະອັນປານີດ(ໂດຍະສະເພາະປາແລະຊີ້) ມາເພື່ອຕົນແລ້ວສັນ ກໍຣະນີໃດທີ່ບໍ່ຕ້ອງອາບັດ, ບັນຫານີ້ ມີ ໙ ກໍຣະນີທີ່ບໍ່ຕ້ອງອາບັດ(ບໍ່ຜິດວິໄນ)

໑. ພິກຂຸເປັນໄຂ້ອອກປາກຂໍຈາກຍາດພີ່ນ້ອງ.

໒. ພິກຂຸເປັນໄຂ້ອອກປາກຂໍມາແລ້ວ ຫາຍໄຂ້ຈຶ່ງສັນ.

໓. ພິກຂຸ(ບໍ່ໄຂ້)ສັນໂພຊະນາທີ່ເຫຼືອຂອງພິກຂຸໄຂ້.

໔. ພິກຂຸ(ບໍ່ໄຂ້)ອອກປາກຂໍຈາກຍາດພີ່ນ້ອງ.

໕. ພິກຂຸອອກປາກຂໍຈາກຄົນ(ທີ່ບໍ່ແມ່ນຍາດພີ່ນ້ອງ)ປາວໍຣະນາ.

໖. ພິກຂຸ(ບໍ່ໄຂ້) ອອກປາກຂໍເພື່ອພິກຂຸອື່ນ.

໗. ພິກຂຸຈ່າຍມາດ້ວຍຊັບຂອງຕົນ.

໘. ພິກຂຸ(ບໍ່ໄຂ້)ວິກົນຈຣິດ(ຄືເສັຍຈິດ)

໙. ພິກຂຸຕົ້ນບັນຍັດ.

- ກໍຣະນີພິກຂຸ ກໍມີລັກສະນະເໝືອນກັບພິກຂຸ, ແຕ່ຕ້ອງອາບັດຕ່າງກັນກ່າວຄື "ພິກຂຸບໍ່ເປັນໄຂ້ອອກປາກຂໍຊີ້ນມາເພື່ອສັນຕ້ອງອາບັດປະເທສະນິຍະ" ແຕ່ຊົງໃຫ້ພິຂຸເປັນໄຂ້ອອກປາກຂໍມາເພື່ອສັນໄດ້.

- ເມື່ອສັງເກດພຸດທະບັນຍັດທັງໝົດນີ້ແລ້ວ ເຫັນວ່າພຣະພຸດທະອົງບໍ່ຊົງຫ້າມບໍ່ໃຫ້ພິກຂຸສັນຊິ້ນ, ແຕ່ພຣະພຸດທະອົງຊົງຫ້າມ ແລະຊົງອະນຸຍາດ ທີ່ຊົງຫ້າມນັ້ນ ເພື່ອສັງເກດຕີລາຄາແລ້ວ ພຣະອົງຊົງມຸ້ງເນັ້ນ ບໍ່ໃຫ້ພຣະພິກຂຸຊົງທ່ຽວບິນທະບາດ ແລ້ວອອກປາຂໍອາຫານອັນປານີ(ອັນມີຊິ້ນແລະປາ), ເຊິ່ງອາດຈະເຮັດໃຫ້ເກີດຄວາມລຳບາກ ແລະຫຍຸ້ງຍາກຕໍ່ຊາວບ້ານ ໃນການທີ່ຈະຈັດຫາອາຫານອັນປານີດນັ້ນມາຖວາຍແກ່ພິກຂຸຕາມຄຳຂໍໄດ້, ອາດຈະນຳໄປສູ່ການຕິສິນນິນທາ ຕໍ່ຄະນະສົງໄດ້ ອັນນີ້ພຣະພຸດທະອົງເນັ້ນເຖິງບັນຫາສັງຄົມ(ຊາວບ້ານ) ແລະຄະນະສົງເປັນ ບັນຫາສັງຄົມ.

- ເຮົາແລ້ວວ່າ ພຣະພິກຂຸສັນຊີ້ນ ແລະປາຜິດວິໄນບໍ ? ຫຼືບໍ່ຜິດ, ເຮົາກໍຮູ້ຄຳຕອບແລ້ວວ່າ "ພິກຂຸສັນຊື້ນແລະປາ ມີທັງຜິດວິໄນ ແລະບໍ່ຜິດວິໄນໄປແລ້ວ ທີ່ນີ້ ເຮົາຕ້ອງມາພິຈາຣະນາໃຫ້ລົງໃນລາຍລະອຽດ ຂອງການຜິດວິໄນ ຫຼືບໍ່ຜິດວິໄນຈັ່ງໃດ ກໍໃຫ້ພິຈາຣະນາໃຫ້ບົດບັນຍັດ ແລະບົດຊົງອະນຸຍາດ ທີ່ຈະກ່າວໃນຂັ້ນຕໍ່ໄປ ຍັງບໍ່ທັນສະຫຼຸບວ່າ "ທັງພຣະພິຂຸ ຫຼືຄະຣືຫັດກິນເຈ ດີ ຫຼືບໍ່ດີຢ່າງໃດ ໃຫ້ລ​ໍອ່ານວັນໜ້າ ຈະກັບມາວ່າກັນຕໍ່".

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ໃນຈາຮີດ ແລະປະເພນີທາງພຸທທະສາສນາ ຕັ້ງແຕ່ອະດີດ ປັຈຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິຈກັມໃດໆ ໃນວຽກງານພຸດທະສາສນາ ມັກຈະກ່າວ ນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັຈເຈກບຸຄຄົລ ຫຼືພະຫຸບຸຄຄົລ ຈະຫຼາຍຫຼືນ້ອຍ ກໍອິງຕາມເຣື່ອງ ແລະວິທີກັມ.
- ກາຣຕັ້ງ ນະໂມ ມີຄວາມສໍາຄັນຫຼາຍ ຄືຕັງໄວ້, ດໍາຣົງໄວ້ ມາຈາກມູລຮາກສັບ ຖາ(ຖ.ຫົວອອກ) ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາຣົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິຈກາຣນັ້ນໆ.

- ຄໍາອ່ານ ແລະຄໍາແປ ນະໂມ.
- ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : 

ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລສ ສັມມາສັມພຸດທັສສ ຕັສຮູ້ຊອບໄດ້ໂດຍພຣະອົງເອງ.

- ໃນຄັມພີຣ໌ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັຕຖະກະຖາຈາຣຍ໌ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸຣຫ້າຕົນຣວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັສກາຣ ແດ່ພຣະຜູ້ມີພຣະພາຄເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາທພຣະພຸທທະອົງ ຕົນລະວາຣະຖວາຍຄວາມເຄົາຣົບດັ່ງນີ້.

1. ສາຕາຄິຣາຍັກຂ໌ ວ່າ ນະໂມ

2. ອະສຸຣິນທະຣາຫູ ວ່າ ຕັສສ

3. ທ້າວເວສສຸວັນມະຫາຣາຊ ວ່າ ພະຄະວະໂຕ

4. ທ້າວສັກກະ(ພຣອິນ) ອະຣະຫະໂຕ

5. ທ້າວພຣະພຣົຫ໌ມ ວ່າ ສັມມາສັມພຸທທັສສະ

- ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອຣວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າ ຜູ້ເປັນພຣະອໍຣະຫັນຕ໌ ດັ່ງນີ້ ຄືທີ່ມາຂອງນະໂມ.

- ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະຣິຍາ ຄວາມປະພຶດ ຄືກາຣສະແດງອອກທາກາຍ, ວາຈາ ແລະໃຈ

- ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນສະເໝີວ່າ ບວດເປັນນເນນ(ຈົວ)ແທນຄຸນແມ່, ບວຊເປັນພຣະແທນຄຸນພໍ່ ຫຼື ບວຊເປັນເນນຈູງແມ່ຂຶ້ນສວັນຄ໌, ບວຊເປັນພຣະ ຈູງພໍ່ຂຶ້ນສວັນຄ໌, ບຸຄຄົລໃດ ກໍຕາມ ຫາກມີຈະຣິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນມີນະໂມ ຄືມີຄວາມນອບນ້ອມ. - ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈ ຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາກາຣໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເຣັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກຂ໌ໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມຕຕາ, ກາຣຸນາ, ມຸທິຕາ ແລະອຸເປກຂາທັມ ຍ່ອມໄດ້ຮັບກາຣຊ່ວຍເຫຼືອ ໃຫ້ພົ້ນທຸກຂ໌ ພົ້ນຍາກ ພົ້ນລໍາບາກທໍຣະມານນັ້ນໆໆແລ.
- ນະໂມຕັສສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສນາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສນາ ຈັດເປັນອະທິກັມ ຄື ບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສນາໂດຍທາງກົງ ແລະທາງອ້ອມ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

(ເລື່ອງຈະເລົ່າໄປນີ້ ທ່ານຜູ້ອ່ານຄວນພິຈາຣະນາ ເພາະມັນເປັນເລື່ອງເໜືອຈິນຕະນາການ ບໍ່ຄວນປົງໃຈເຊື່ອໂລດ)

- ເລື່ອງມີຢູ່ວ່າ ຄອບຄົວ ທີ່ຕາຍ ໓ ຄົນ(ທີ່ແມ່ແລະລູກເຮັດວຽກຢູ່ລາວໂທລະ ຄົມນັ້ນ) ພວກເຂົາຢູ່ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ກ່າວເຖິງ ຄອບຄົວນີ້ ຕາຍ ໓ ຄົນ.

- ໃນຄອບຄົວນີ້ ໄປອັດຕະປືນັ້ນ ມີສາມ ຄົນ ໑. ແມ່, ໒. ລູກ(ຄົນທີ່ຈະແຕ່ງງານໃນເດືອນໜ້າ) ໓. ນ້ອງຂອງເຂົາ, ໃນຄອບຄົວນີ້ ຍັງມີຄູ່ໝັ້ນ ຂອງເຂົາ (ເຈົາບ່າວ) ແລະແມ່ຂອງເຈົ້າບ່າວ, ສຳລັບເຈົ້າບ່າວຄູ່ໝັ້ນແມ່ນຕາຍ ສ່ວນແມ່ຂອງເຈົ້າບ່າວບໍ່ຕາຍ.

- ແຫຼ່ງຂ່າວໃຫ້ຂໍມູນວ່າ ໃນລົດຄັນທີ່ເອົາສົບພວກເຂົາມານັ້ນ ມີສົບຢູ່ ໖ ສົບ, ສິ່ງທີ່ແປກເກີດຂຶ້ນ ຄື ຂະນະນຳເອົາສົບພວກເຂົາມານັ້ນ ລົດຢາງແຕກ ໓ ຄັ້ງ ແລະລົດຄັນດັ່ງກ່າວຍັງຊົນງົວຕາຍອີກ ໑ ໂຕ, ຄືອຸປະຕິເຫດຊໍ້າຊ້ອນເຖິງ ໔ ຄັ້ງ ນີ້ຄືເລື່ອງແປກ, ຄົນເລົ່າຍັງບອກອີກວ່າ ເມື່ອເອົາສົບໄປຫຼັກ ໕໒ ຕີນລົດຍັງແຕກ ອີກຄັ້ງ ໑ (ອັນນີ້ລືມຖາມໄປວ່າ ເປັນສົບຂອງຄູ່ໝັ້ນບໍ ຫຼືສົບໃຜ )

ອັນນີ້ ຖືວ່າເລື່ອງແປກ ທີ່ຄວນສຶກສາ ໃຜມີຂໍ້ມູນຂຽນລົງໃນເວບນີ້ໃຫ້ຟັງແນ່

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມີຫຼາຍຄົນຖາມວ່າ “ເປັນຫຍັງວັດໃນເມືອງລາວຈຶ່ງສ້າງງາມຫຼາຍ ແຕ່ປະຊາຊົນ ທຸກ ຫຼາຍຢູ່ ? ” ຫາກຈະຕອບຕາມຄຳຖາມນີ້ ກໍອາດຈະບໍ່ກົງຕາມຄຳຖາມປານໃດ, ເພາະ ເທົ່າທີ່ໄດ້ເດີນທາງໄປທົ່ວປະເທດແລ້ວ ປາກົດວ່າວັດໃນເມືອງລາວຍັງບໍ່ງາມ ເທົ່າວັດພຸດທະສາສນາໃນປະເທດຕ່າງໆ ເຊັ່ນວັດໃນປະເທດກຳປູເຈັຍ, ມຽຣມາ ແລະໄທຍ, ຈີນ, ຫວຽດນາມ, ຍີ່ປຸ່ນແລະປະເທດອື່ນໆ ຖ້າທຽບແລ້ວວັດງາມໆຍັງມີ ໜ້ອຍ ຫາກຈະທຽບ ໃສ່ລະດັບທາງເສດຖະກິດ ແລະການຄອງຊີບຂອງພົນລະເມືອງເທົ່າກັນແລ້ວ ວັດໃນ ເມືອງລາວຍັງບໍ່ງາມ ແລະໃຫຍ່ເທົ່າກັບວັດຕ່າງໆໃນປະເທດກຳປູເຈັຍ ມຽຣມາ ແລະ ໄທຍ ດ້ວຍຊ້ຳ, ສະນັ້ນຄຳຖາມນັ້ນຈຶ່ງບໍ່ສົມບູນປານໃດ ເວົ້າແນວນີ້ກໍບໍ່ໄດ້ໝາຍວ່າວັດ ໃນເມືອງລາວບໍ່ງາມ ມີງາມຢູ່ແຕ່ວ່າມີຈຳນວນໜ້ອຍ, ສ່ວນໃຫຍ່ວັດງາມໆໃນເມືອງ ລາວມັກຈະເປັນວັດເກົ່າ ສ້າງມາແລ້ວ ຫຼາຍຮ້ອຍປີ ເຊັ່ນວັດໃນຫຼວງພຣະ ບາງ, ວັດໃນ ຕົວເມືອງວຽງຈັນ, ສະຫວັນນະເຂດ ແລະຈຳປາສັກເທົ່ານັ້ນ ວັດງາມໆສ່ວນ ຫຼາຍມັກ ຈະເປັນວັດໃນຕົວເມືອງ ສ່ວນວັດໃນຊົນນະບົດມີບາງວັດເທົ່ານັ້ນທີ່ງາມງາມໆ ບໍ່ໄດ້ ເຖິງຂັ້ນວ່າງາມຫຼາຍ ຫາກທຽບໃສພົນລະເມືອງລາວ.

ຕາມການສຶກສາອະດີດ ໄດ້ພົບວ່າວັດໃນຊົນນະບົດ ແລະຕົວເມືອງນັ້ນປາກົດວ່າ ວັດໃນເມືອງລາວນັ້ນງາມຫຼາຍ ວັດໃນຕົວເມືອງກໍງາມຕາມສະພາບຕົວເມືອງ ວັດໃນຊົນ ນະບົດກໍງາມຕາມສະພາບຊົນນະບົດ ນັບແຕ່ໄລຍະ ໓໐໐ ປີມານັ້ນວັດເກົ່າໆ ທີ່ງາມໆ ທັງໃນຊົນນະບົດ ແລະໃນຕົວເມືອງຊຸດໂຊມແລະເພພັງໄປຕາມການຕາມເວລາ, ວັດໃນ ນະຄອນຫຼວງ ແລະຕົວເມືອງໃນນະຄອນວຽງຈັນ ແລະຈຳປາສັກ, ບໍ່ແກ້ວຫຼວງນໍ້າ ທາ ແລະເມືອງພວນ ເພພັງໄປເພາະປະຊາຊົນປະຮ້າງອົບພະຍົບໜີໄປຢູ່ສຍາມ ໃນສະໄໝ “ເກັບປູໃສ່ຕະກ້າ ເກັບຂ້າເຂົ້າເມືອງ”  ໃນໃນໄລຍະ ໑໑໐ ກວ່າປີລາວພະຍາມຍາມຟື້ນ ຄືນ ກໍຟື້ນຄືນໃນເຂດຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະຈຳປາສັກ ແມ່ນສ້າງໃໝ່ໝົດ, ສ່ວນໃນນະຄອນຫຼວງພຣະບາງແມ່ນມີການຟື້ນຟູວັດເກົ່າ ທີ່ບໍ່ຄ່ອຍ ຖືກສູນເສັຍໃນສະໄໝສົງຄາມສຍາມ-ລາວປານໃດ, ໃນໄລຍະ ໖໐ ປີຜ່ານໃນ ເຂດ ປົດ ປ່ອຍ ໓-໔ ແຂວງພາກເໜືອກໍເພພັງໄປເພາະສົງຄາມທຳລາຍ ຈົນບໍ່ເຫຼືອຊາກຄວາມ ງາມ.

ສ່ວນທີ່ບອກວ່າ “ແຕ່ປະຊາຊົນທຸກ ຫຼາຍຢູ່ ? ” ອັນນີ້, ເທົ່າທີ່ສັງເກດປະຊາຊົນ ລາວຍັງທຸກຢູ່ເປັນຈຳນວນຫຼວງຫຼາຍ, ຫາກມາເບິ່ງຕາມຄວາມເປັນຈິງແລ້ວ ປະຊາຊົນ ຜູ້ທຸກຍາກມີຈຳນວນຫຼວງຫຼາຍ ແຕ່ທຸກແທ້ໆ ກໍແມ່ນຢູ່ໃນເຂດຊົນນະບົດ, ເມື່ອມາເບິ່ງ ແລ້ວນັ້ນວັດໃນເຂດຊົນນະບົດນັ້ນ ມີວັດຈຳນວນໜ້ອຍທີ່ງາມ ເປັນຫຍັງຈຶ່ງເປັນຈັ່ງຊັ້ນ ເຫດທີ່ເປັນດັ່ງນີ້ ກໍເພາະວ່າປະຊາຊົນໃນຊົນນະບົດຍັງທຸກ ແລະບໍ່ມີທຶນຮອນຫຼາຍຈະ ສ້າງວັດຂອງຕົນໃຫ້ສວຍງາມໄດ້ ແຕ່ເປັນສິ່ງທີ່ພາກພູມໃຈຢ່າງໜຶ່ງ ກໍຄື ປະຊາຊົນລາວ ຊາວພຸດໃນທົ່ວປະເທດລາວນັ້ນ ບ້ານໃດໆກໍມີວັດຂອງຕົນປະຈຳບ້ານເກືອບກ່າວໄດ້ວ່າ “ບ້ານເມືອງລາວຊາວພຸດ ບໍ່ມີບ້ານໃດຊິບໍ່ມີວັດ”

ຊາວຕ່າງປະເທດ ເຄີຍຖາມຜູ້ຂຽນວ່າ “ເປັນຫຍັງຢູ່ເມືອງລາວ ຈຶ່ງມີວັດເກືອບ ທຸກໆບ້ານ” ຜູ້ຂຽນຕອບວ່າ “ເພາະວ່າ ທຸກໆບ້ານເປັນຊາວພຸດ ສະນັ້ນຊາວພຸດລາວ ຈຶ່ງສ້າງວັດປະຈຳບ້ານຕົນ, ວັດມີຄວາມສຳຄັນຕໍ່ປະຊາຊົນລາວຊາວພຸດຫຼາຍດ້ານ, ນັບ ແຕ່ມື້ເກີດຈົນຮອດມື້ຕາຍ.

ຄວາມສຳຄັນ ຂອງວັດທີ່ມີຕໍ່ປະຊາຊົນລາວນັ້ນ ໃນອະດີດມີຄວາມສຳຄັນຫຼາຍ ແຕ່ໃນປັດຈຸບັນ ວັດກໍມີຄວາມສຳຄັນຕໍ່ປະຊາຊົນໃນດ້ານສາສນາ ແລະປະເພນີ ເຊັ່ນ.

໑. ວັດເປັນສູນກາງຂອງບ້ານ ຄືເປັນສະໂມສອນເຕົ້າໂຮມຊາວບ້ານໃນກິດຈະ ການທາງວັດທະນະທຳ.

໒. ວັດເປັນບ່ອນທຳບຸນສີນກິນທານ.

໓. ວັດເປັນສູນກາງທາງສັງຄົມ ແລະວຽກງານການປົກຄອງ ທຸກກິດຈະກຳຂອງ ລັດ ທີ່ກ່ຽວພັນກັບປະຊາຊົນມັກຈະຈັດຂຶ້ນທີ່ວັດ, ປະຊຸມ, ຕ້ອນຮັບຜູ້ແທນ, ມີການເລືອກ ຕັ້ງອື່ນ.

໔. ມີຫຼາຍວັດໃນເມືອງລາວເປັນໂຮງຮຽນ.

          ທີ່ຈຶງວັດມີຄວາມສຳຄັນຫຼາຍ ຕໍ່ປະຊາຊົນໃນບ້ານນັ້ນໆ ດ້ວຍເຫດນັ້ນ ປະຊາຊົນ ໃນແຕ່ລະທ້ອງຖິ່ນໃນເມືອງລາວ ເມື່ອສ້າງບ້ານແລ້ວມັກຈະສ້າງວັດພ້ອມກັນ, ເຖິງວ່າ ປະຊາຊົນໃນບ້ານນັ້ນ ຈະທຸກຍາກດ້ວຍເງິນຄຳ ແຕ່ເຂົາກໍສ້າງວັດດ້ວຍເຮື່ອແຮງຂອງ ເຂົາ ແລະວັດເອງກໍເປັນສະຖານທີ່ລວມຂອງບ້ານ ຂອງຊຸມຊົນເມື່ອສ້າງແລ້ວມັກຈະຖືກ ປົກປັກຮັກສາ ແລະບູຣະນະຈາກປະຊາຊົນເລື້້ອຽໆ ວັດໃນແຕ່ລະທ້ອງຖິ່ນຈຶ່ງສວຍສົດ ງົດງາມຄົງຢູ່ນານ ເຊິ່ງຕ່າງຈາກສະຖານທີ່ອື່ນໆ.

          ວັດໃນເມືອງລາວ ມີຄວາມສຳຄັນຕໍ່ການພັດທະນາປະເທດຊາດທາງດ້ານເສດ ຖະກິດ ແລະສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດ.

          ວັດໃນເມືອງລາວ ໄດ້ສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດທັງທາງກົງ ແລະ ທາງອ້ອມ ເຊັ່ນວັດສຳຄັນໃນນະຄອນຫຼວງວຽງຈັນ ເຊັ່ນວັດສີສະເກດ, ວັດພຣະທາດ ຫຼວງ ແລະວັດພຣະແກ້ວ ແລະວັດອື່ນໆໃນນະຄອນຫຼວງພຣະບາງໄດ້ສ້າງລາຍໄດ້ໂດຍ ກົງໃຫ້ແກ່ງົບປະມານ ຄືພາກລັດຈະເກັບຄ່າທຳນຽມເຂົ້າຊົມ.

          ສ່ວນວັດຈຳນວນຫຼວງຫຼາຍໃນເມືອງລາວ ແມ່ນສ້າງລາຍໄດ້ໃຫ້ແກ່ງົບປະມານ ຂອງລັດໃນທາງອ້ອມເຊັ່ນ

          ໑. ຕາມການສຳພາດນັກທ່ອງທ່ຽວຕ່າງປະເທດ ທີ່ເຂົາເຂົ້າມາເມືອງລາວ ເຂົາມີ ວັດຖຸປະສົງ ຢູ່ ໓ ວັດຖຸປະສົງໃຫຍ່ ຄື.

          ກ. ເຂົ້າມາເບິ່ງວັດ.

          ຂ. ເຂົາມາສຶກສາວັດທະນະທຳ.

          ຄ. ເຂົ້າມາທ່ຽວທ່ຽວທຳມະຊາດ.

          - ໃນຄຳຕອບທັງຫຼາຍ ໓ ຂໍ້ເຫັນວ່ານັກທ່ອງທ່ຽວທັງຫຼາຍມາເມືອງລາວ ມັກຈະ ກ່າວເຖິງວັດເປັນອັນດັບທຳອິດ ສະແດງໃຫ້ເຫັນວ່າ ວັດໄດ້ສ້າງລາຍໄດ້ໃຫ້ປະ ເທດຊາດ ເປັນອັນດັບທຳອິດ ແລະສຳຄັນ.

          - ສ່ວນປະຊາຊົນລາວເອງ ກໍໄດ້ລາຍໄດ້ຈາກວັດນັ້ນທາງອ້ອມ ກໍຄືໄດ້ທີ່ເພິ່ງທາງ ໃຈ.

          ທີ່ໄດ້ທາງກົງອີກແບບໜຶ່ງ ຄືວັດໄດ້ສ້າງການທ່ອງທ່ຽວໃຫ້ແລ້ວ ປະຊາຊົນກໍໄດ້ ຂາຍຜລິດຕະພັນນັ້ນໆໃຫ້ແກ່ນັກທ່ອງທ່ຽວ ຄືສ້າງມູນຄ່າຜລິດຕະພັນຕົນ. 

 

ຄຳຕອບທີ່ຖືກຕ້ອງ "ປະຊາຊົນລາວ ສ່ວນຫຼາຍຍັງທຸກທາງດ້ານວັດຖຸ ແຕ່ກໍພໍທົນໄດ້, ປະຊາຊົນລາວ ສ່ວນຫຼາຍຕ້ອງການຄວາມສຸກທາງໃຈ ຫຼາຍກວ່າຄວາມສຸກທາງວັດຖຸນັ້ນແລ້ວ ຈຶ່ງສ້າງວັດໄວ້ທຸກໆບ້ານ ເພື່ອເປັນທີ່ເພິ່ງທາງໃຈແລ"
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

- ທ່ານຄົງໄດ້ຮັບຂ່າວແລ້ວວ່າ ມີລົດຂວຳ້ຕາຍ ໙ ສົບ ທີ່ເມືອງນະຄອນເພັງນັ້ນ ເລື່ອງມັນເປັນຈັ່ງຊີ້.

- ຄົນທີ່ຕາຍນັ້ນ ມີຈຳນວນ ໙ ຄົນ, ໃນນັ້ນມີຕຳຫຼວດຈໍຣະຈອນຄົນໜຶ່ງ ພວກເຂົາມີຈຸດປະສົງຈະເດີນທາງໄປຍັງແຂວງອັດຕະປື ເພື່ອຈະໄປງານກິນດອງເພື່ອນໆຂອງພວກເຂົາ, ໂດຍພວກເຂົາຂີ່ລົດຕູ້ ສະຕາຣ໌ເລັກຊ໌ ຮຸນໄດ ຮຸ້ນໃໝ່ ໑໒ ທີ່ນັ່ງ ເມື່ອລົດໄປຮອດເມືອງນະ ຄອນເພັງກາຍ ຖໍ້າພວງໃນໜ້ອຍໜຶ່ງ ເຊິ່ງລົດແລ່ນດ້ວຍຄວາມໄວປະມານ ໑໔໕ ກມ/ຊມ, ເຫດທີ່ເຮັດໃຫ້ລົດພິກຂວຳ້ ເພາະຢາງກົງລົດລ​້ໍໜ້າແຕກ ຜົນປາກົດເຮັດ ໃຫ້ມີຜູ້ເສັຍຊີວິດ ໙ ສົບ ສ່ວນເມັຍຕຳຫຼວດເຈັບສາຫັດ ລູກເຈັບໜ້ອຍໜຶ່ງ, ຄົນໃນລົດນັ້ນມີ ໑໓ ຄົນ ຕາຍ ໙.

- ໃນຈຳນວນຜູ້ຕາຍນັ້ນ ມີຄອບຄົວໜຶ່ງ ເຮັດວຽກຢູ່ລາວໂທຣະຄົມ ທັງແມ່ແລະລູກ ລູກສາວຄົນໜຶ່ງນັ້ນ ກຳລັງຈະກຽມເຂົ້າແຕ່ງງານບໍ່ເຫິງຂ້າງໜ້ານັ້ນ, ເລື່ອງມີຢູ່ວ່າ ໜຶ່ງໃນ ໓ ຂອງຄອບຄົວນີ້ ກ່ອນໜ້ານັ້ນໄດ້ຝັນເຫັນເລືອດອາບຖວ້າມຕົວ ຜູ້ຝັນມາແກ້ໃຫ້ຍາດພີ່ນ້ອງຟັງ ແລ້ວພວກເຂົາຈຶ່ງມາຕີເປັນເລກ ພາກັນໄປຊື້ເລກຖືກຜູ້ລະເລັກນະນ້ອຍ ທັງ ໓ ຄົນທີ່ຕາຍນັ້ນກໍຖືກ.

- ເມື່ອຖືກເລກແລ້ວ ເຂົາຈຶ່ງພາກັນໄປກິນດອງເພື່ອນຂອງພວກເຂົາ ທັງສາມແມ່ລູກກະ​ໄປອັດຕະປືນຳເຂົາ ຈຶ່ງເກີດອຸປັດຕິເຫດຄັ້ງນີ້

- ຜົນທີ່ຈະບອກວ່າ "ລາງຄືບູຮານ ຄືສິ່ງທີ່ບອກເຫດ ທ່ານກ່າວວ່າລາງນີ້ ເປັນນິມິດທີ່ເທວະດາຜູ້ຮັກສາຕົນຕົວຄົນທຸກໆຄົນ ມາບອກເຫດເປັນໄນໆ ໃຫ້ເຈົ້າຂອງຜູ້ເຫັນ ຫຼືຮູ້ໄດ້ຊາບວ່າ ຈະມີເຫດດີ ຫຼືຮ້າຍເກີດຂຶ້ນແກ່ເຈົ້າຂອງ ຫຼືຄົນອື່ນ, ໂດຍບອກດ້ວຍຄວາມຝັນ, ບອກໂດຍສິ່ງທີ່ໄດ້ເຫັນ, ບອກໂດຍໄດ້ຍິນ ທີ່ຜິດສັງເກດ ເພື່ອເຕື່ອນໃຫ້ຜູ້ເຫັນ ແລະຮູ້ນັ້ນລະວັງ ເພື່ອຫາທາງປ້ອງກັນ, ທາງໃນຄວາມໝາຍທີ່ແທ້ຈິງ ຄືເທວະດາບອກເຫດ ເຫດນັ້ນມີທັງດີ ຮຽກວ່າ "ລາງດີ" ແລະມີທັງຮ້າຍ ຮຽກວ່າ "ລາງຮ້າຍ", ຫາກຄົນໃດເຫັນລາງຮ້າຍ, ທາງພຸດທະສາສນາບໍ່ໄດ້ໃຫ້ເຊື່ອເລື່ອງລາງ ແຕ່ວ່າເມື່ອມະນຸດໄດ້ປະສົບພົບເຫັນລາງແລ້ວ ຫາກເປັນລາງຮ້າຍມັກຈະຕົກອົກຕົກໃຈ, ຫາກເປັນລາງດີມັກຈະດີໃຈ ທັງຕົກໃຈແລະດີໃຈກໍຕາມ ທາງພຸດທະ ສາສນາ ທ່ານໃຫ້ສູດຍັນທຸນນິມິຕຕັງ ໓ ຫົນ ຄື:

6. ສູດກຳຈັດເຄາະ ກຳຈັດຝັນບໍ່ດີ ກໍາຈັດລາງ ແລະຄວາມຝັນ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທທາ ນຸພາເວນະ ວິນາດສະເມນຕຸ ຯ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ທັມມາ ນຸພາເວນະ ວິນາດສະເມນຕຸ ຯ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ສັງຄາ ນຸພາເວນະ ວິນາດສະເມນຕຸ ຯ

- ທ່ານກ່າວວ່າ "ຍ້ອນພຸດທະມົນນີ້ ແລະອະນຸສົງຜົນບຸນທີ່ເຄີຍໄດ້ໄຫວ້ພຣະ ຮັກສາສິນ ໃຫ້ທານ ໃນອະດີດຜ່ານມາ ອາດຈະມາຊ່ວຍເຫຼືອປົກປ້ອງຄຸ້ມຄອງໄດ້ ຫາກວ່າບາບກັມບໍ່ແຮງ.

- ຕາມຄະຕິຄວາມເຊື່ອບູຮານ ບອກວ່າ "ຄັນຝັນເຫັນເລືອດຈະເກີດອັນຕລາຍເຖິງຊີວິດ" ແຕ່ຄອບຄົວນີ້ກັບເຫັນວ່າເປັນເລື່ອງດີ ໄປຕີເປັນເລກ ຜົນປະກົດ ວ່າ ທັງໝົດຖືກເລກໄດ້ເງິນໃຊ້ ພວກເຂົາອາດຄິດວ່າເປັນໂຊກຂອງເຂົາ ຈຶ່ງພາກັນດີໃຈ ແລະລືມໄປວ່າການເຫັນເລືອດ ຫຼືຝັນເຫັນເລືອດ ຫຼືຝັນໄດ້ກິນຊີ້ນ ເລົ່ານີ້ຄືລາງຮ້າຍ;

- ຂຽນມານີ້ ບໍ່ແມ່ນມີຈຸດປະສົງບໍ່ໃຫ້ເຊື່ອເລື່ອງລາງ ເຄາະ ແລະໂຊກ ແຕ່ຂຽນເຕືອນສະຕິໄວ້ບໍ່ໃຫ້ຕັ້ງຢູ່ໃນຄວາມປາມາດ ເພາະພຣະພຸດທະອົງຕັດໄວ້ວ່າ "ປະມາໂທ ມັຈຈຸໂນ ປະທັງ - ຄວາມປະໝາດເປັນທາງແຫ່ງຄວາມຕາຍ" ນັ້ນແລ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

- ພໍ່ຕູ້ມາແຕ່ຊຽງຂວາງ ມາຮັບລູກສາວທີ່ຈະມາຈາກອະເມີລິກາ ມາພັກກັບລູກສາວອີກຄົນໜຶ່ງທີ່ວຽງຈັນ ແຕ່ກ່ອນການໄປການມາໃນເມືອງລາວລຳບາກ ເພາະຖນົນບໍ່ດີ ຈຶ່ງຕ້ອງຂີ່ຍົນ ການໄປມາຊຽງລະຫວ່າງຊຽງຂວາງກັບວຽງຈັນສະໄໝນັ້ນ ແມ່ນຕ້ອງຂີ່ຍົນ, ອານ ໒໔ ວາຍ ໒ ວາຍ ໗ ດຽວນີ້ມີ ອາເຕເອ ແລະມາ ໖໐ ບິນໄປມາຊຽງຂວາງອາທິດລະຫຼາຍທ້ຽວ ແຕ່ພໍ່ຕູ້ກະບໍ່ໄດ້ຂີ່ຈັກເທື່ອ ເພາະມີລົດໂດຍສານແລ້ວ ຫຼືບາງຄັ້ງລູກສາວໄປຮັບ ຫາກຕ້ອງການມາວຽງຈັນ.

- ວັນນັ້ນ ພໍ່ຕູ້ໄປລໍຮັບລູກສາວຈາກອາເມຣິກາ ຊາມຊາຍົນລົງ ລູກສາວ ແລະພວກຫຼານໆ ກໍພາຂຶ້ນໄປກິນອາຫານບຸບເພລໍຖ້າທີ່ຫ້ອງອາຫານສຍາມບິນ ຂະນະນັ້ນພໍດີເຫັນຍົນລາວລົງເດີ່ນເລີຍຖາມພວກຫຼານໆວ່າ "ໂອ....ຍົນອີຫຍັງຄືໃຫຍ່ແທ້ ?"

- ຫຼານ: ຍົນ ແອຣ໌ບັສ ໓໒໐.

- ພໍ່ຕູຊຽງຂວາງ : ໂອ້....ໃຫຍ່ນໍ, ຍົນໃຫຍ່ຈັ່ງຊີ້ຄືຊິໄປຊ້າກວ່າຍົນນ້ອຍນໍ ?

- ຫຼານ: ບໍ່ແຫຼວໄປໄວກວ່າ ຍົນນ້ອຍແລ້ວເວີຍ ພໍ່ຕູ້;

- ພໍ່ຕູ້ຊຽງຂວາງ: ໄວປານໃດ ?

- ຫຼານ: ໄວກວ່າຍົນວາຍ ໒ ຊາວເທົ່າພຸ້ນແລ້ວ.

- ພໍ່ຕູ້ຊຽງຂວາງ: ໂອ້: ໂອ້.....ໄວປານນັ້ນ ຄົນຊິບໍ່ຕົກຍົນເປັນແຖວພຸ້ນບໍ ?

- ຫຼານ: ມັນຊິຕົກຈັ່ງໃດ ?

- ພໍ່ຕູ້ຊຽງຂວາງ: ຈັກແລ້ວ ສະໄໝແຕ່ກີ້ຍົນວາຍສອງ ບິນຊ້າຂະໜາດນັ້ນຍັງມີຄົນມາບໍ່ທັນຍົນຫຼາຍຄັ້ງ ພໍ່ຕູ້ຍັງເຄີຍຕົກຍົນນຳໍເຂົາ

- ຫຼານ: ຮ່າໆໆໆໆໆໆໆໆໆໆໆໆໆ

(ຂໍໃຫ້ຜູ້ອ່ານຈົ່ງ ໂຊກດີຕລອດ ປີ ໒໐໑໒ ນີ້ທຸກຖ້ວນໜ້າເທີ້ນ)

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປີເກົ່າໃກ້ຈາກແລ້ວ ຄົນລ້ຽງສົ່ງຮ້ອງລາ

ພາວະນາໃຫ້ຫາຍໜີ ຈາກໄປໄກສິ້ນ

ປີໃໝ່ວຽນມາໃກ້ ຄົນສະຫຼອງໄຊສົດຊື່ນ

ສະຫຼອງກັນຈົນຄຶກຄື້ນ ສະຫຼອງມື້ປີໃໝ່ມາ

 

ຄົນທັງຫຼາຍລໍຖ້າ ຕ້ອນຮັບສະໜັບສະໜູນ

ລ້ຽງກັນຫຼາຍວັນຄືນ ເພື່ອເຝົ້າລໍວັນນີ້

ມີທັງກິນທັງຫຼິ້ນງັນແຊວ ຮ້ອງສະໜັ່ນ

ເມົາກັນສາມສີ່ມື້ ເພື່ອລໍຖ້າປິໃໝ່ມາ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ປີກາຍ ທີ່ວຽງຈັນໜາວພໍປະມານ ແຕ່ຊຽງຂວາງໜາວຈົນງົວ-ຄວຍຕາຍເປັນພັນໆ ເຫດການດັ່ງກ່າວເກີດຂຶ້ນ ໒ ຄັ້ງທີ່ຊຽງຂວາງ
- ປີກາຍ ທີ່ຊຽງຂວາງນໍ້າຝົນອັ່ງຖ້ວມຊຽງຂວາງຝົນເສັຍຫາຍໜັກ.
- ປີກາຍ ທີ່ວຽງຈັນຝົນຕົກຍາມເດືອນຈຽງ ແລະເດືອນຍີ່ ປີນີ້ລໍຟັງ.
- ປີກາຍ ນໍ້າຖ້ວມຫຼວງຫຼາຍແຫ່ງ ທີ່ເມືອງໄທຍ໌ນ້ໍາຖ້ວມພາກກາງຂອງໄທຍ໌
------------
- ປີກາຍ ໒໐໑໑ ຜ່ານໄປ ປີນີ້ ປີ ໒໐໑໒ ຊິເຂົ້າມາ
- ປີນີ້ ຄືຈາກມື້ນີ້ເປັນຕົ້ນໄປ ຝົນຈະແລ້ງ (ລໍເບິ່ງ)
------------
ປີກາຍໄດ້ຜ່ານພົ້ນ ປີໃໝ່ຊິວຽນມາ
ປີກາຍຄົນທັງຫຼາຍ ເກືອບຈີບຫາຍຕາຍຍ້ອນ
ມີຫຼາຍຄົນບໍ່ແຂງເຂັ້ມ ໄດ້ສູນຫາຍຕາຍຈາກ
ຄົນສ່ວນຫຼາຍລໍາບາກຍ້ອນ ປີນີ້ກ່ອນຊິກາຍ

ຄົນທັງຫຼາຍໄດ້ແຕ່ຮ້ອງ ຕ້ອນຮັບປີໃໝ່ມາ
ປີເກົ່າກາຍຜ່ານໄປ ບໍ່ສົນໃຈຊ້ໍາ
ມີແຕ່ເຮຮົນຮ້ອງ ສະບາຍດີປີໃໝ່
ບໍ່ມີໃຜກ່າວເວົ້າ ລາແລ້ວປີເກົ່າກາຍ

ປີເກົ່າດີເລີດລໍ້າ ທີ່ເຮົາຜ່ານວິກິດການ
ມີຄວາມສຸກສໍາລານ ຜ່ານມາຈົນປານນີ້
ບາງຄົນດີຫຼາຍລົ້ນ ຈະເລີນສີແສນຢ່າງ
ບາງຄົນສົມມາດແມ້ງ ຈະເລີນຂຶ້ນລື່ນທະວີ

ບາງຄົນເກືອບບວບບີ້ ປີ້ປົ່ນປານລົນໄຟ
ມີບົດຮຽນຫຼວງຫຼາຍ ທຸກກາຍໃຈເສົ້າ
ມີຄວາມເຫງົາຄວາມເສົ້າ ຄວາມອຸກຄວາມອັ່ງ
ນໍ້າຕາຫຼັ່ງອາບຍ້ອຍ ຜ່ານມາແລ້ວເພາະປີກາຍ

ເຮົາບໍ່ຄວນກ່າວຮ້າຍ ປີເກົ່າກາຍໄປ
ຫາກເຮົາພົບສິ່ງໃດ ຊິວ່າດີຫຼືຮ້າຍ
ຄວນຂະຫຍາຍທາງຄື້ນ ຄືນເວັນໃຫ້ເຫັນຊ່ອງ
ສ້າງປີນີ້ໃຫ້ຖືກຕ້ອງ ຈະເລີນຂຶ້ນລື່ນປີກາຍ

ປີກາຍຜ່ານໄປແລ້ວ ເຮົາໄດ້ຢູ່ສຸກຂີ
ທັງຊີວີຈະເລີນສຸກ ກໍເພາະປີກາຍທະລາຍສິ້ນ
ປີໃໝ່ວຽນມາໃກ້ ເຮົາຍືນຍົງຍັງທ່ຽງ
ປີໃໝ່ນີ້ຂໍຢ່າມີສິ່ງຮ້າຍ ສະບາຍລົ້ນກວ່າປິກາຍ ແທ້ເດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ປີໃໝ່ນີ້ ຈົ່ງສົມຫວັງ ດັ່ງພອນໝາຍ
ປີເກົ່າກາຍ ຄຸນຄວາມດີ ທະວີຜົນ
ມີໃໝ່ມາ ສຸກສົມຫວັງ ຈົ່ງບັນດົນ
ສໍາເຣັດຜົນ ຄວາມໝາຍ ຕາມສະໄໝ
 
 
ຄວາມສະບາຍ ພອນທັງສີ່ ຈົ່ງສະໜອງ
ຊັບສິ່ງຂອງ ທີ່ໃຫຍ່ຫຼວງ ໃຫ້ຫຼັ່ງໃຫຼ
ເພີ່ມພູນມາ ມວນມາກມາຍ ບັນເທົາໃຈ
ຕາມສະໄໝ ພັດທະນາ ຕະຫຼອດການ
 
 
ອາຍຸຍົງ ຄົງທົນນານ ເປັນຮ້ອຍປີ
ຄວາມສຸກມີ ຫຼາຍເຫຼື້ອລົ້ນ ພົ້ນປະມານ
ແມ່ນເຖົ້າແລ້ວ ໜັງຢ່າຫ່ຽວ ແກ້ມຢ່າຍານ
ປະນິທານ ທີ່ຕັ້ງໄວ້ ໃຫ້ສົມປອງ
 
 
ວັນນະງາມ ຜີວພັນດີ ສວຍສະເໝີ
ໃຫ້ຄົນເຫີ່ ມອງເຫັນແລ້ວ ຢາກທຽມສອງ
ຜິວເນື້ອກາຍ ຮຽວບາງກ້ຽງ ໃສດັ່ງທອງ
ຜົມງາມຜ່ອງ ດໍາສະເໝີ ຍາມເກົ້າເປັຍ
 
 
ຄວາມສຸກມີ ມວນມາກ ພ້ອມທຸກສິ່ງ
ລູກຊາຍຍິງ ໄດ້ດັ່ງໃຈ ບໍ່ມີເສັຍ
ຫາກທ່ານໂສດ ກໍໃຫ້ໄດ້ ແຕ່ງຜົວເມັຍ
ຄວາມສູນເສັຍ ບັນທອນໃຈ ສຸກທຸກເມື່ອ
 
 
ພະລັງຊັບ ນັບເກີນແສນ ຮ້ອຍພັນລ້ານ
ພະລັງງານ ຫຼວງຫຼູາຍຫຼາກ ມາກລົ້ນເຫຼືອ
ພະລັງໃຈ ພະລັງຄົນ ຈົນເຫຼືອເຟືອ
ດີທຸກເມື່ອ ພະລັງກາຍ ແຂງແຮງດີ
 
 
ພອນທັງສີ່ ຈົ່ງຢ່າມີ ພຽງປີໃໝ່
ຂໍຈົ່ງໃຫ້ ມີເລື້ອຍ ຊົ່ວຊີວີ
ທຸກຄືນວັນ ຂໍໃຫ້ໄດ້ ສ້າງຄວາມດີ
ຄວາມຫວັງນີ້ ຂໍໃຫ້ໄດ້ ຕລອດການ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສຸພາສິດຊາວຂືນ ແລະຊາວລື້ "ຫຼັບນ້ຽນີ້ກາຣຫາຽ ຫຼັບຫຼາຽນີ້ກາຣມາກ" ແປງເປັນຄວາມລາວແລະຊາວສຍາມ.
"ນອນນ້ອຍນີ້ການຫາຍ ນອນຫຼາຍນີ້ການມາກ" (ນອນຫຼັບ) ແປງຂະຫຍາຍຄວາມ "ຫຼັບນອນນ້ອຍວຽກງານການຕ່າງໆມັນຫາຍໝົດ ຫຼັບນອນຫຼາຍວຽກງານມັນເພິ່ມຂຶ້ນມາກມາຍ"

- ໝາຍຄວາມວ່າ "ຄົນດຸໝັ່ນ ພັກຜ່ອນນອນຕາມສົມຄວນ ຕື່ນຂຶ້ນມາແຕ່ເຊົ້າເຂົ້າສູ່ວຽກງານ ວຽກງານຕ່າງໆກໍຫົດຫາຍໝົດ ສໍາລັບຜູ້ທີ່ນອນຫຼັບທັບສິດ ນອນທັງຄືນທັງເວັນວຽກບໍ່ເຮັດງານບໍ່ສ້າງ ບໍ່ໄດ້ເຮັດວຽກງານ ວຽກງານກໍເພິ່ມຂຶ້ນ ມາກມາຍກາຍເປັນວຽກງານອາກູນ.

- ເປັນບົດຄະຕິສຸພາສິດຄໍາສອນ "ບໍ່ໃຫ້ຂີ້ຄ້ານມັກງ່າຍ ມີແຕ່ນອນເປັນໃຫຍ່"
--------------
(ສາຍເຊລຳເພົາ-ແຕ່ງ)
ຄົນບໍ່ຂີ້ຄ້ານ ມັກງ່າຍນອນເວັນ
ຂະຫຍັນທໍາວຽກງານ ທຸກວັນເລີງເລື້ອຍ
ຕື່ນຂຶ້ນມາທໍາງານສ້າງ ປະຕິບັດໜ້າທີ່
ວຽກງານບໍ່ອັ່ງລົ້ນ ຫາຍຈ້ອຍຈາກນີ້

ວຽກງານການກໍ່ສ້າງ ໜ້າທີ່ໃນຄອບຄົວ
ເປັນພັນທະກິດຂອງເຮົາ ເຮັດເລີຍບໍ່ຄວນງໍ້
ທໍາກິດການງານເລື້ອຍ ພະລັງມີມູນມາກ
ເງິນຄໍາຫຼາຍຫຼາກລົ້ນ ສະບາຍແທ້ຫາກຕ້ອງການ

ວຽກງານຫານກໍ່ສ້າງ ໜ້າທີ່ຄວນປົກປັກ
ຄວນຖະໜອມຫອມຮັກ ວຽກງານບໍ່ຄວນຄ້ານ
ສຸກສໍາລານເລີງເລື້ອຍ ຄູນມີມູນຮັ່ງ
ນັ່ງກໍສຸກນອນກໍສຸກບໍ່ເດືອດຮ້ອນ ສະບາຍແທ້ຊົ່ວຊິວັງ

ດີກວ່າຄົນຂີ້ຄ້ານ ມັກລີ້ຊ່ອນນອນເວັນ
ບໍ່ທໍາການງານສັງ ໜ້າທີ່ຕົນທີ່ມີໄວ້
ວຽກເຮືອນຊານບໍ່ເກັບມ້ຽນ ປະຕິບັດການໃຫ້ສົມສ່ວນ
ວຽກງານມັກກໍເຫຼືອອັ່ງລົ້ນ ເຕັມບ້ານທົ່ວເຮືອນ

ກາຍເປັນວຽກຍາກຫຍຸ້ງ ເຫຍິ່ງຍາກເຫຼືອກໍາລັງ
ການຈະທໍາການສັງ ສ້າງສາຖານະນັ້ນ
ມີແຕ່ຫຼຸບຫຼຸດດ້ອຍ ເງິນຄໍາເຫີນຫ່າງ
ຄອບຄົວກໍຍາກຫຍຸ້ງ ສູນສ້ຽງເສື່ອມຕະກູນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ຊະຍັງ ເວຣັງ ປະສະວະຕິ : ຜູ້ຊນະຍ່ອມກໍ່ເວຣ
(ທັມມະພາສິຕ)
--------------
(ສາຍເຊລໍາເພົາ-ແຕ່ງ)
ເວຣຈັກເກີດຂຶ້ນໄດ້ ດ້ວຍກາຣກໍ່ກາຍະກັມ
ທັງວາຈີກັມນໍາ ເຈຕມະໂນສະໜອງພ້ອມ
ກັມທັງສາມສະໜອງໃຫ້ ມີເວຣັງບັງບຽດ
ເກີດຄວາມຄຽດອາຄາດແຄ້ນ ທໍາລາຍລ້າງສ້າງເວຣ
ວາຈີກາຣຄິດເວົ້າ ແນວຊົ່ວມົວໝອງ
ຈິຕໃຈຄອງຄວາມຊັງ ຄຽດຂົມອົມໄວ້
ຝັງທາງໃນໃຈໝອງເສົ້າ ມະໂນຂັງແຄ້ນຄັ່ງ
ສັ່ງໃຫ້ກາຍກໍ່ສ້າງ ກັມຊົ່ວຂຶ້ນເກີດເວຣ
ຕົວຢ່າງ ໄດ້ມີກາຣເວົ້າກ່າວຮ້າຍ ດູໝິ່ນກຣຽຕິ໌ສັກດີ໌ສີກັນ
ທັງຕະກູລວົງສ໌ວາຣ ຊາຕິພັນທ໌ປະຊາເຊື້ອ
ໃຈກໍເຫຼືອແຕ່ຄວາມເສົ້າ ອົດທົນປົງໄດ້ຍາກ
ກໍ່ເກີດການກັ່ນແກ້ງ ກໍຕີຕ້ານຕອບກັນ
ຄວາມຄຽດແຄ້ນເກີດຂຶ້ນແລ້ວ ຄວາມໂກດກຽຈກໍຕາມມາ
ຄວາມອິຈສາກໍສະສົມ ພອກພູນກາຍເນື້ອ
ຄວາມອົດທົນເຫຼືອຫຼົງນ້ອຍ ຂັນຕິທັມໄກ້ຣະເບີດ
ກໍ່ເກີດກາຣຕີຕ້ານ ເສີກຂຶ້ນກໍ່ກັມ ອີກແລ້ວ
ນີ້ຄືເຫຕຸເກີດຂຶ້ນ ຂອງກາຣກໍ່ປາປະກັມ
ນໍາເອົາຄວາມສູນເສັຍ ທຸກຝ່າຍມີຜົລໄດ້
ບໍ່ມີໃຜດີດ້ວຍ ທັງສອງສະເໝີພາຄ
ປາປະກັມເກີດຂຶ້ນແລ້ວ ທັງສອງລ້ວນຮັບເທົ່າກັນ
ຝ່າຍໜຶ່ງເປັນເຫຕຸຕົ້ນ ສ້າງກໍ່ປາປະກັມ
ຝ່າຍໜຶ່ງຖືກກະທໍາ ກໍສ້າງກັມສເມີພ້ຽງ
ຝ່າຍໜຶ່ງເສັຍໄຊຍ໌ແລ້ວ ກໍສ້າງເວຣສືບຕໍ່
ຝ່າຍມີໄຊຍ໌ກໍບໍ່ພົ້ນ ມີເວຣຂ້ອງຖືກຈ່ອງເວຣ
ໝາຍຄວາມວ່າ ຜູ້ຊນະສ້າງກັມໄວ້ ຜູ້ແພ້ພ່າຍຈັກກໍ່ເວຣ
ທັງເວຣກັມກໍຕິດຕາມ ຢູ່ເລີຍບໍ່ມີແລ້ວ
ຊນະໃດໃນສາກົລນີ້ ບໍ່ມີທົນຄົງຢູ່


ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ພາສາລາວ
ພາສາຂະເໝນ
ພາສາໄທຍ
ຄຳທີ່ໃຊ້ແທນກັນໄດ້ໃນພາສາລາວ
ສະບາຍດີ
ຊົວຊໄຕຍ/ຊຸບຣຽບວຊົວ
สวัสดี
 
ສະບາຍດີຕອນເຊົ້າ
ອະຣຸນຊົວຊໄຕຍ
อรุณสวัสด์
ອະຣຸນສະຫວັດ
ສະບາຍດີບໍ່
ຊົກສະບາຍດີ
สบายดีไหม
ສຸກສະບາຍດີບໍ
ຂໍໃຫ້ສຸຂະພາບດີ
ສຸຂະພຽບຣະອໍ
ขอให้สุขภาพดี
 
ຂອບໃຈ
ອໍກຸນ/ອໍກຸນຈະເຣີນ ขอบคุณ
ຂອບຄຸນ
ເຄື່ອງຄິດເລກ
ເກື່ອງກິດເລຂ
เครื่องคิดเลข
ຈັກຄິດເລກ
ເຂົ້າໜົມ
ໜົມ
ขนม
ຂະໜົມ
ຊ່າງຖ່າຍຮູບ
ຈ່ຽງຖອດຣູປ
ช่างถ่ายรูป(ถอดรูป)
ຖອດຮູບ
ຝັນ
ສຸບິນ
ฝัน(สุบินนิมิต)
ສຸບິນນິມິດ
ແຜນທີ່
ແຜນຕີ່
แผนที่
 
ສະບູ
ເສາະບູ
สบู่
 
ຮີ
ແບນ
รี/แบน
ລາວ-ໄທ (ແບນ)
ຫຼ່ຽມ
ລຽມ
เหลี่ยม
 
ຣົສຊາດ
ຣອສຈຽດ
รสชาติ
 
ກິ່ນ
ເກລອນ/ເກລີນ
กลิ่น
ລາວບູຮານ(ກຼິ່ນ)
ຫອມ
ກະໂອບ
หอม/อบ
ນໍ້າອົບ
ສຽງ
ຊັມເລງ
เสียง
 
ສຳນວນ
ສຳນູຣ
สำนวณ
 
ດັງ(ລື)
ລື
ดัง/ลือ/ลือกระช่อน
ລືຊື່/ເລື່ອງລື/ຊ່າລື
ມ່ວນ
ພລັວະ
ไพเราะ
ໄພເລາະ
ສງົບ
ຊງ໊ອບ
สงบ/เงียบ
ງຽບ
ດັງຫອງ
ກັງຮອງ
ดัง/หอง/ทุ่ม
ດັງກ້ອງ/ທຸ້ມ
ສະອາດ
ຊະອາດ
สะอาด
 
ເອ້ເລ້ອາລ້າ
ເອ໊ເລ໊ອ໊າລ໊າ
มั่ว
ມົ້ວ
ມົວ
ຊລາງ
มัว
ຟ້າສາງ/ຊະລ້າງ/ລາງ
ປະທະ
ປະເຕັຍະ
ปะทะ
ເຈີະ/
ຮົ່ວໄຫຼ
ໂຮລ
รั่วใหล
 
ກຶມເນີດ
ກຳເນີດ
กำเนีด/เกิด
ເກີດ
ເຜົ່າ
ແນວ
แนว
ເຊື້ອແນວ
ຕະກູນ, ກະກູນ
ຕະໂກນ
ตระกูล
ໂຄດວົງ/ກົກເລົ່າ
ນາມສະກຸນ
ນຽມ
นามสกุล
ນາມ
ລຳປ້ອງ
ລືມປວງ
ลำป้อง
ລຳ-ປ້ອງ
ຕຸ່ມ
ຕູມ
ตูม
ປູມ/ຕາຕູມ
ເດີນ
ເດີຣ
เดีน
ຢ່າງ
ແລ່ນ
ຈ໊ວດ
วิ่ง
ໄປໄວ/ຈວດ/ຈ້າວ
ສອກ
ຊ໊ອກ
สอก
 
ເຂົ່າ
ເຄົາ
เข่า
 
ຕ່ອຍ
ຕ໊ອບ
ต่อย/ตอก
ຕົບຕ່ອຍ
ຕົບ
ເຕັ໊ຍະ
ตอก
ຕົບຕີ
ກະວຶດ
ກະເວືອດ
แขว่ง
ແກວ່ງ/ກະວິດ
ຊອບ
ຊ໊ອບ
ชอบ
ມັກ/ພໍໃຈ/ຖືກໃຈ
ບາບ
ບາປ
บาป
ຄວາມຊົ່ວ
ບຸນ
ບອນ
บุญ
ຄວາມດີ
ດຳ
ເຂມົາ
เขมา
ຂີ້ໝິ້ນໝໍ້
ສັນດານ
ຊັນດາລ
สันดาล
 
ນິໄສ
ນິສັຍ
นิสัย
 
ໂກງ
ໂກງ
โกง
ຂີ້ໂກງ
ຕົວະ
ກຶງເຮາະ
โกหก
 
ບໍ່ກົງ
ມັນຕຣອງ
ไม่ตรง
ບໍ່ຊືສັດ/ຄົດ/ໂກງ
ຕໍ່
ຕໍ
ต่อ
 
ທີ່ນີ້
ຕີ່ແນັຍະ
ที่นี่
 
ຊ່ຳນີ້
ຊັມແນັຍະ
แค่นี้
ທໍ່ນີ້/ປະມານນີ້
ປູນນີ້
ປັນເນັຍະ
ปูนนี้
ເໝືອນຂ້າງເທິງ
ບ່ອນ
ບອນ
ที่
ທີ່
ນັ້ນ
ນູ່
นั้น/โน้น
 
ນີ້
ນິ
นี้
ໜີ້(ຢູ່ໜີ້)
ໝົດ
ມ໊ອຈ
หมด
ເໜີດ
ຕາ
ຕາ
ตา
ພໍ່ຕາ
ນາຍ
ເຍີຍ
ยาย
ຍາຍ
ທວດ
ຕວດ
ทวด
ຕວດ
ຜະຫງາ
ຜງາ/ຫງາຍ
ผงา ຫງາຍເງີກ
ຍິ້ມ
ຣະເຍີມ
ยิ้ม
ຣະແຍ້ມ
ສະດັບ
ສະດັບ
สะดับ
ຟັງ
ທູບ
ຕູປ
ธูป
 
ທຽນ
ຕຽນ
เทียน
 
ກະຈົກ
ກະເຈາະ
กระจก
ແວ່ນແກ້ວ
ປະນົມມື
ພນົມໄດ
พนม
ນົບ
ເຊີນ
ເຈີນ
เชิญ
 
 
 
 
 

ໃຜວ່າ ຄວາມລາວ ຄື(ເໝືອນ)ແຕ່ຄວາມໄທຍ໌ ເບິ່ງກັນໃຫ້ແຈ້ງໆ ເບິ່ງກັນໃຫ້ຕາໃສໃຈສະຫວ່າງໄປເລີຍ, ຄົນລາວເຮົາ ຄວນຮູ້ຈັກຊາດຂອງຕົນ ບໍ່ຄວນດູກຖູກຊາດເຖິງຂະໜາດນັ້ນ ມັນບາບ.

ຍັງມີເໝືອນກັນອີກຫຼວງຫຼາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເມືອງລ້ານຊ້າງ ອັນເປັນນະຄອນຣັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງບົນສອງຝາກຝັ່ງແມ່ນຳ້ຂອງ(ແມ່ນຳ້ລ້ານຊ້າງ) ຢູ່ນັ້ນ, ລ້ານນາອັນເປັນອາຈັກລາວໂຍນົກ ກໍຂະ ຫຍາຍຕົວຂຶ້ນ ຄຽງຄູ່ກັນກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ, ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການ ປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖາ ນັນດອນສັກຕ່ຳກວ່າພຣະຍາ, ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທ ໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂ ໄທສິສັດຊະນາໄລ, ແຕ່ອຳນາດຂອງລ້ານຊ້າງຂະນະນັ້ນ ມີເຈົາຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະ ຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງ ທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ.

ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳການກອບກູ້ເອກະຣາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນ ສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເຣີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາ ຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານ ຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ.

ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນ ຣັດຕ່າງໆ ທີ່ປົກຄອງກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນຳ້ຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນຳ້ມ້າ ສາມແຄວ” ເປັນອານາຈັກລ້ານຊ້າງ ທີ່ກວ້າງໃຫຍ່ແລະຊົງອຳນາດ ໃນຍຸກນີ້ ເຮັດໃຫ້ລາວເຮົາໃນເມື່ອກ່ອນ ລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ເທິງສອງຟາກຝັ່ງແມ່ນຳ້ຂອງ, ຄວາມຈະເລີນ ທາງດ້ານການເມືອງ ການປົກຄອງ ແລະຂະໜົບທຳນຽມ ແລະ ວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນ ກໍມີອຳນາດທາງດ້ານເສດຖະກິດ ການເງິນຄວບຄູ່ກັນໄປດ້ວຍ ປະເທດລາວ ຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນ ປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອນ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງທີ່ມີການ ພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້.

ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍ ຂະໜາດ ມູນຄ່າຂອງເງິນຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ.
ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອຍເງິນຮ້ອຍ ແລະທີ່ຫົວ ແລະທ້ານຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ.
ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການຮຽກວ່າ “ເງິນເຮືອ”
ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະ ເງິນເຄືອບ ດ້ານເທິງຕອກປະທັບກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະ ນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆ ລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜລິດ.

ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິນແທ່ງ ແລະເງິນໝັນ ແລະມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະ ເງິນຫຼຽນ ແລະອື່ນໆອີກ.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມີສິ່ງຂອງເຄື່ອງໃຊ້ ມູນມາກອັກໂຂ
ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້
ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ
ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ

ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ
ໃຊ້ບໍ່ເປັນກໍ​ເສັຍທີ່ ທຸກທີ່ມີຂອງໃຊ້
ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ
ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ

ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ
ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ
ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ
ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສັພພປາປັສສະ ອະກະຣະນັງ
ກຸສະຣັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸທທະສາສະນັງ
-----------------------
ພຸດທະອົງຕັດສັ່ງໄວ້ ຫົວຂໍ້ໃຫຍ່ຄໍາສອນ
ວາງຮາກຖານສາສະໜາ ໃຫ້ຢູ່ຍົງຄົງໄວ້
ເປັນຫົວໃຈຄໍາສອນຊີ້ ທັງຫຼາຍທີ່ພຣະອົງກ່າວ
ສະຫຼຸບລົງວາດໄວ້ ສາມຂໍ້ທ່ຽງຈິງ

ສັບພະປັສສະອະກະຣະນັງນັ້ນ ຢ່າທໍາຊົ່ວທັງໝົດ
ຊົ່ວທັງກາຍວາຈາໃຈ ຄົບສາມສະເໝີດ້າມ
ອັນວ່າການກະທໍາພ້ອມ ສະເໝີໃຈແຈ້ງເຈດ
ວາຈາຈົງການເວົ້າ ໜີລີ້ບາບໜາ

ກຸສສະຣັສສຸສັມປະມານັ້ນ ໃຫ້ໝັ່ນສ້າງກຸສົນ
ບໍາເພັງພຽນພາວະນາເຮັດ ຄົບສາມໃຫ້ຈະແຈ້ງ
ທັງກາຍໃຈວາຈາພ້ອມ ປະກອບກັມອັນຊອບ
ປະຕິບັດໃຫ້ພ້ອມ ໃຫ້ໃສ່ເຫຼື້ອມບຸນກຸສົນ

ລະບາບລົງໃຫ້ພ້ອມ ປະຕິບັດພາກສ່ວນການກຸສົນ
ຍັງຕ້ອງຊໍາຮະຈິດໃຈ ໃຫ້ຮຸ່ງເຮືອງໃສເຫຼືອມ
ສະຈິດຕະປະຣິໂຍທະປານັງນ້ອມ ກຸສົນທັມລ້າງຊ່ວຍ
ສະມັດຖະວິປັດສະນາຊະລ້າງ ໃຫ້ໃສ່ເຫຼື້ອຢ່າເສື່ອມຄາຍ

ທັງສາມກະການທີ່ວາດໄວ້ ພຣະອົງເທດຊົງສອນ
ເປັນຫົວໃຈສາສນາ ຖືກຄອງພຣະທັມແທ້
ຂໍແກ່ຊົນທັງຄ້າຍ ຂະຫຍາຍຄວາມໃຫ້ສອດຄ່ອງ
ສາສນາສອດສ່ອງສ້າງ ໃຫ້ຄົນເລີດກວ່າຄົນ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 449  |  ໜ້າຕໍ່ໄປ »