ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ພາສາລາວ
ພາສາຂະເໝນ
ພາສາໄທຍ
ຄຳທີ່ໃຊ້ແທນກັນໄດ້ໃນພາສາລາວ
ສະບາຍດີ
ຊົວຊໄຕຍ/ຊຸບຣຽບວຊົວ
สวัสดี
 
ສະບາຍດີຕອນເຊົ້າ
ອະຣຸນຊົວຊໄຕຍ
อรุณสวัสด์
ອະຣຸນສະຫວັດ
ສະບາຍດີບໍ່
ຊົກສະບາຍດີ
สบายดีไหม
ສຸກສະບາຍດີບໍ
ຂໍໃຫ້ສຸຂະພາບດີ
ສຸຂະພຽບຣະອໍ
ขอให้สุขภาพดี
 
ຂອບໃຈ
ອໍກຸນ/ອໍກຸນຈະເຣີນ ขอบคุณ
ຂອບຄຸນ
ເຄື່ອງຄິດເລກ
ເກື່ອງກິດເລຂ
เครื่องคิดเลข
ຈັກຄິດເລກ
ເຂົ້າໜົມ
ໜົມ
ขนม
ຂະໜົມ
ຊ່າງຖ່າຍຮູບ
ຈ່ຽງຖອດຣູປ
ช่างถ่ายรูป(ถอดรูป)
ຖອດຮູບ
ຝັນ
ສຸບິນ
ฝัน(สุบินนิมิต)
ສຸບິນນິມິດ
ແຜນທີ່
ແຜນຕີ່
แผนที่
 
ສະບູ
ເສາະບູ
สบู่
 
ຮີ
ແບນ
รี/แบน
ລາວ-ໄທ (ແບນ)
ຫຼ່ຽມ
ລຽມ
เหลี่ยม
 
ຣົສຊາດ
ຣອສຈຽດ
รสชาติ
 
ກິ່ນ
ເກລອນ/ເກລີນ
กลิ่น
ລາວບູຮານ(ກຼິ່ນ)
ຫອມ
ກະໂອບ
หอม/อบ
ນໍ້າອົບ
ສຽງ
ຊັມເລງ
เสียง
 
ສຳນວນ
ສຳນູຣ
สำนวณ
 
ດັງ(ລື)
ລື
ดัง/ลือ/ลือกระช่อน
ລືຊື່/ເລື່ອງລື/ຊ່າລື
ມ່ວນ
ພລັວະ
ไพเราะ
ໄພເລາະ
ສງົບ
ຊງ໊ອບ
สงบ/เงียบ
ງຽບ
ດັງຫອງ
ກັງຮອງ
ดัง/หอง/ทุ่ม
ດັງກ້ອງ/ທຸ້ມ
ສະອາດ
ຊະອາດ
สะอาด
 
ເອ້ເລ້ອາລ້າ
ເອ໊ເລ໊ອ໊າລ໊າ
มั่ว
ມົ້ວ
ມົວ
ຊລາງ
มัว
ຟ້າສາງ/ຊະລ້າງ/ລາງ
ປະທະ
ປະເຕັຍະ
ปะทะ
ເຈີະ/
ຮົ່ວໄຫຼ
ໂຮລ
รั่วใหล
 
ກຶມເນີດ
ກຳເນີດ
กำเนีด/เกิด
ເກີດ
ເຜົ່າ
ແນວ
แนว
ເຊື້ອແນວ
ຕະກູນ, ກະກູນ
ຕະໂກນ
ตระกูล
ໂຄດວົງ/ກົກເລົ່າ
ນາມສະກຸນ
ນຽມ
นามสกุล
ນາມ
ລຳປ້ອງ
ລືມປວງ
ลำป้อง
ລຳ-ປ້ອງ
ຕຸ່ມ
ຕູມ
ตูม
ປູມ/ຕາຕູມ
ເດີນ
ເດີຣ
เดีน
ຢ່າງ
ແລ່ນ
ຈ໊ວດ
วิ่ง
ໄປໄວ/ຈວດ/ຈ້າວ
ສອກ
ຊ໊ອກ
สอก
 
ເຂົ່າ
ເຄົາ
เข่า
 
ຕ່ອຍ
ຕ໊ອບ
ต่อย/ตอก
ຕົບຕ່ອຍ
ຕົບ
ເຕັ໊ຍະ
ตอก
ຕົບຕີ
ກະວຶດ
ກະເວືອດ
แขว่ง
ແກວ່ງ/ກະວິດ
ຊອບ
ຊ໊ອບ
ชอบ
ມັກ/ພໍໃຈ/ຖືກໃຈ
ບາບ
ບາປ
บาป
ຄວາມຊົ່ວ
ບຸນ
ບອນ
บุญ
ຄວາມດີ
ດຳ
ເຂມົາ
เขมา
ຂີ້ໝິ້ນໝໍ້
ສັນດານ
ຊັນດາລ
สันดาล
 
ນິໄສ
ນິສັຍ
นิสัย
 
ໂກງ
ໂກງ
โกง
ຂີ້ໂກງ
ຕົວະ
ກຶງເຮາະ
โกหก
 
ບໍ່ກົງ
ມັນຕຣອງ
ไม่ตรง
ບໍ່ຊືສັດ/ຄົດ/ໂກງ
ຕໍ່
ຕໍ
ต่อ
 
ທີ່ນີ້
ຕີ່ແນັຍະ
ที่นี่
 
ຊ່ຳນີ້
ຊັມແນັຍະ
แค่นี้
ທໍ່ນີ້/ປະມານນີ້
ປູນນີ້
ປັນເນັຍະ
ปูนนี้
ເໝືອນຂ້າງເທິງ
ບ່ອນ
ບອນ
ที่
ທີ່
ນັ້ນ
ນູ່
นั้น/โน้น
 
ນີ້
ນິ
นี้
ໜີ້(ຢູ່ໜີ້)
ໝົດ
ມ໊ອຈ
หมด
ເໜີດ
ຕາ
ຕາ
ตา
ພໍ່ຕາ
ນາຍ
ເຍີຍ
ยาย
ຍາຍ
ທວດ
ຕວດ
ทวด
ຕວດ
ຜະຫງາ
ຜງາ/ຫງາຍ
ผงา ຫງາຍເງີກ
ຍິ້ມ
ຣະເຍີມ
ยิ้ม
ຣະແຍ້ມ
ສະດັບ
ສະດັບ
สะดับ
ຟັງ
ທູບ
ຕູປ
ธูป
 
ທຽນ
ຕຽນ
เทียน
 
ກະຈົກ
ກະເຈາະ
กระจก
ແວ່ນແກ້ວ
ປະນົມມື
ພນົມໄດ
พนม
ນົບ
ເຊີນ
ເຈີນ
เชิญ
 
 
 
 
 

ໃຜວ່າ ຄວາມລາວ ຄື(ເໝືອນ)ແຕ່ຄວາມໄທຍ໌ ເບິ່ງກັນໃຫ້ແຈ້ງໆ ເບິ່ງກັນໃຫ້ຕາໃສໃຈສະຫວ່າງໄປເລີຍ, ຄົນລາວເຮົາ ຄວນຮູ້ຈັກຊາດຂອງຕົນ ບໍ່ຄວນດູກຖູກຊາດເຖິງຂະໜາດນັ້ນ ມັນບາບ.

ຍັງມີເໝືອນກັນອີກຫຼວງຫຼາຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄຳອ້າງອີງ ວ່າເປັນບົດຄວາມຂອງ Michel LORRILLARD ໄດ້ກ່າວວ່າ:-

It is easy in this case to state that the claims of Boumi Thepsimuong are entirely baseless: close observation of the Vat Visoun stele by Lao scholars, experienced in reading hundreds of other inscriptions from around the Tai world, quickly reveals errors in the retired economist’s deciphering and transcription. The inscription does not actually bear any date* and it is thus not possible―on the basis of palaeographic criteria―to place it before the sixteenth century. This incident is, however, indicative of the current fragility of scientific research on the question of the origins of Tai scripts. Dominated by politics and partisan views, it suffers above all from the difficulty that local historians still have in thinking beyond their national borders, or even outside their own immediate environment.

The inscription bears certain passages which are difficult to read. However, it is clear that the characters Bounmi Thepsimuong interprets as the number 532 in fact say “lae”, an exclamation used at the end of a phrase. His reading of “culla sangkhat” from the preceding phrase appears absolutely forced.

Michel LORRILLARD
Professor, Ecole française d’Extrême-Orient

ຂຽນໂດຍ:

ສາຍເຊລຳເພົາ (ລູກຊາວດອນ) ເບິ່ງເນື້ອໃນລະອຽດໃນບ໊ຼອກຄົນລາວ

 

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ຖານຂ້າງບັນລັງພຣະວັດວິຊຸນນະລາດ ດ້ານທ່ານ(ເບື້ອງແມ່ນໍ້າຂອງ) ໃນປີ ກາງເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ.

- ເມື່ອເຫັນທັດສະນະ ແລະຜົນສະຫຼຸບຂອງມະຫາບຸນມີອອກມາໃນປີ ໒໐໐໕ ກໍຍອມຮັບໃນຄວາມຄິດນັ້ນວ່າ ເປັນຕົວເລກຈິງ ເພາະສອດຄ່ອງກັບຄຳອ່ານ ຂອງຜູ້ຂຽນໃນປີ ໑໙໙໙ ແລ້ວ, ເມື່ອເຫັນຄຳອ່ານຂອງທ່ານມະຫາບຸນມີ ເທບສີເມືອງແລ້ວ ກໍຮັບວ່າເປັນຈິງ ແລະຖືກຕ້ອງ ສ່ວນຄຳອ່ານອື່ນໆນັ້ນ ຈະກົງກັນບໍ ? ກໍລໍເບິ່ງຄຳອ່ານຂອງຂ້າພະເຈົ້າລຸ່ມນີ້.

(ເປັນການອ່ານຂອງຂ້າພະເຈົ້າເອງ ກ່ອນທີ່ຈະເຫັນຂອງມະຫາບຸນມີ-ບໍ່ໄດ້ຕີພິມທີ່ໃດມາກ່ອນ ເພາະວ່າ ຂະນະນັ້ນຍັງເປັນນັກສຶກສາຢູ່, ເມື່ອກັບເຖິງເມືອງລາວ ກໍໃຫ້ຄວາມສົນໃຈຫຼັກສີລານີ້ຕລອດ ເມື່ອໄປຫຼວງພຣະບາງ ກໍຈະໃຊ້ເວລາກັບສີລານີ້ຕລອດ)

(ຄຳອ່ານຂອງຂ້າພະເຈົ້າ)

ຫລານ ກວານ

ຕາຍຮອງຫາພ

ຮຽມ ໔ ພີນອງໜີ

ເຂາປາ ຈູລສັງກຣາສ

໕໓໒ ແຕນັນ

ສປາສນໃດໄວ

ແກຕູຢາຮອນ                                                                                                                                                                            

ໃຈ ກວານ

ຜູນັນເບາເປ

ນຄນຮາຍໄວ

ແກຕູ

(ອ່ານເອົາຄວາມໃນພາສາໃໝ່) "ຫຼານກວານ ຕາຍຮ້ອງຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(ກ) ແຕ່ນັ້ນ ສະປາສົນໃດໄວ້ ແກ່ຕູຢ່າຮ້ອນ ໃຈກວານ ຜູ້ນັ້ນບໍ່ເປັນຄົນຮ້າຍໄວ້ແກ່ຕູ"

(ຄຳທີ່ຊຽນ "ເບາ" ບາງທ່ານອາດຊິອ່ານວ່າ "ເຂາ" ທີ່ແທ້ເປັນ "ເບາ" ອອກສຽງ "ເບົ່າ" ແປວ່າ "ບໍ່" ເປັນພາສາຕະກູນລາວເດີມ ມີການເວົ້າໃນປັດຈຸບັນ ໃນບາງຊົນເຜົ່າ ໄຕ-ລາວ ໃນແລະນອກປະເທດ "ເບາ-ເປັນຄຳປະຕິເສດ")

- ເທິງນັ້ນ ເປັນຄຳອ່ານຂອງຜູ້ຂຽນໂດຍກົງທີ່ອ່ານຈາກພາບນີ້, ສະນັ້ນ ໃນຄຳອ່ານນີ້ ທີ່ Michel LORRILLARD ບອກວ່າ "ບໍ່ມີໂຕເລກຈັກໂຕ ທັງຍັງບອກວ່າ ບໍ່ມີຜົນຫຍັງເລີຍ" ນັ້ນ Michel LORRILLARD ກ່າວຜິດແລ້ວ.

- ເຫດໃດຜູ້ຂຽນຈຶ່ງກ້າເວົ້າເຊັ່ນນີ້ ເພາະໃນແຖວທີສາມ ເຮົາພົບກັບເລກ ໔ ແລ້ວເຮົາມາພົບກັບຕົວເລກອີກ ໃນແຖວທີຫ້າ ເຊິ່ງເລກ ໔ ກັບເລກ ໕ ເປັນຄົນລະຕົວເລກ ແຕ່ເລກນີ້ໃກ້ຄຽງກັນເໝືອນໃນປັດຈຸບັນ ເລກຂອງຊາວອາຊີ ຫຼືເລກຂອງອັກສອນທີ່ມີອິດທິພົນຕໍ່ກັນນັ້ນ ໃນຕະກູນໄຕກະໃດ ແລະບັນດາອັກສອນ ທີ່ເຊື່ອວ່າມາຈາກ ("ປາລີ-ສັນສະກຣິດ-ເທສະນາຄຣິນ-ມອນ-ຂອມ") ຕົວເລກ ໔-໕ ມັກຈະຄືກັນ ເຊັ່ນເລກຂອງຂະເໝນ ແລະລາວ ແມ່ນກະທັງໃນເລກທັມກໍເຊັ່ນນັ້ນ.

- ມັນປະຕິເສດບໍ່ໄດ້ ເມື່ອເຮົາພົບກັບຄຳວ່າ "ຮຽມ(ເບິ່ງໜັງໂຕນີ້ໃນຮູບເທິງ)ພີ່ນ້ອງໜີເຂົ້າປ່າ" ຈະບໍ່ໃຫ້ເຮົາອ່ານເປັນເລກ ໔ ເປັນໄປບໍ່ໄດ້ ເພາະຮູບປະໂຫຍກມັນບອກ ແລະຮູບອັກສອນເຊັ່ນນັ້ນ ມັກບໍ່ມີໃນໝວດອັກຂະຣະວິທີ ຫາກມັນບໍ່ມີຮູບອັກສອນ ມັນກໍຄືຕົວເລກ ເມື່ອເຮົາເອົາເລກ ທີ່ພົບໃນແຖວທີ ໓ ໄປແລກັບເລກ ໕(ເບິ່ງໃນຮູບ) ມັນເໝືອນກັນ ພຽງແຕ່ເລກ ໕ ມີຂີດເທິງຫົວ ເພື່ອໃຫ້ຕ່າງກັບເລກ ໔ ສະນັ້ນ ຈຶ່ງອ່ານວ່າ "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ກໍແປວ່າ "ຂ້ອຍ, ຂ້າພະເຈົ້າ, ພວກເຮົາ" ເພາະ "ຮຽມ" ເປັນພາສາບູຮານລາວ ແລະຍັງໃຊ້ຢູ່ໃນບາງຊົນເຜົ່າ, ໃນພາສາວັນນະຄະດີປະເພດສັນທະລັກສະນະ(ກະວີ) ຍັງໃຊ້ຢູ່, "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ຄຳນີ້ມັນສົມບູນໃນຕົວມັນເອງໂດຍປະຕິເສດບໍ່ໄດ້.

- ບາດນີ້ມາເບິ່ງເບື້ອງ ເລກ ໕໓໒ ຂ້າພະເຈົ້າກໍເຊື່ອວ່າ ເປັນຫ້າ-ສາມ-ສອງ(໕໓໒) ແລະເຊື່ອວ່າມັນເປັນຕົວເລກແທ້ໆ ບໍ່ມີຄຳອື່ນໃດ ຫຼືອັກສອນ ໃດໆ ຈະມາແທນຕົວເລກໄດ້ເດັດຂາດເພາະຄຳໜ້າໂຕເລກນັ້ນ ໄດ້ຂຽນຄຳວ່າ "ຈຸລະສັງກຣາດ" ໄວ້ຄັກແນ່ ແລະຂຽນແບບສັນສະກຣິດ ສາດ້ວຍ, ເມື່ອຄຳເບື້ອງຕົ້ນບອກວ່າ "ຈຸລະສັງກຣາດ" ອັກສອນທີ່ເຫັນຖັດໄປ ເປັນຕ້ອງເປັນຕົວເລກ ຫຼືຫາກບໍ່ໃຊ້ຕົວເລກ ໃຊ້ອັກສອນແທນ ກໍຕ້ອງໃຊ້ອັກສອນບອກແທນຈຳນວນ "ຫ້າ-ສາມ-ສອງ" ເມື່ອເຮົາເອົາມາທຽບກັບເລກໃນສີລາອື່ນໆ ເຮົາຮູ້ແລ້ວວ່າ ເປັນເລກ ໕, ແຕ່ຕົວສອງ ເຮົາເຫັນຮູບຕ້ອງບອກວ່າ ເລກ ໓ ເພາະເປັນຮູບແບບນີ້ ປາກົດໃນອັກສອນມອນ ຂອມ ຢູ່ແລ້ວ ສ່ວນອັກສອນຕົວສຸດທ້າຍນີ້ ກໍຕ້ອງບອກວ່າເລກ ໒ ເພາະເລກແບບນີ້ມີໃນບັນດາອັກສອນທັມ ລາວ ມອນ ຂອມ ຢູ່ໂດຍສະເພາະແມ່ນໃນເລກຂອງເລກໂຫຣາ, ເລກມອນ, ພະມ້າ, ລື້(ປັດຈຸບັນ) ແລະລ້ານນາ(ປັດຈຸບັນ) ກໍຍັງໃຊ້.

- ເມື່ອສະຣູບແລ້ວ ກໍແມ່ນ ໕໓໒ ຫາກມີຄົນອື່ນບອກວ່ານັ້ນບໍ່ແມ່ນເລກສອງ ມັນແມ່ນເລກ ໗(ກ.ເບິ່ງທີ່ໝາຍໄວ້) ກໍສາມາດເຊື່ອນຳເຂົາໄດ້, ເພາະເລກລາວໃນອັກສອນທັມນັ້ນ, ເລກ ໗ ຂຽນ ຕົວ "ຕ" ດຶງຫາງຍາວກໍມີ, ແຕ່ຜູ້ຂຽນຍັງເຊື່ອວ່າເລກ ໒ ຕາມມະຫາບຸນມີອ່ານ ແຕ່ຈະບໍ່ເຊື່ອວ່າ ແມ່ນ "ແລຯ ຫຼື ໆ" ດັ່ງທີ່ Michel LORRILLARD ໃຫ້ທັດສະນະໄວ້ເດັດຂາດ ມັນເຫັນໄປບໍ່ໄດ້ ທີ່ບອກວ່າ "ຈຸລະສັງກຣາດແລຯ" ເພາະມັນບໍ່ມີຄວາມໝາຍຫຍັງໝົດ ຫາກຄຳນັ້ນເປັນ "ແລຯ" ຜູ້ຈາຣືກສີລາ ຈຳເປັນຫຍັງ ຊີມາຂຽນວ່າ "ຈູລສັງກຣາສ" ໄວ້ໃຫ້ເບືອງເນື້ອທີ່ ແລະເວລາ ເພາະເຖິງຈາຣືກລົງໄປກໍບໍ່ໄດ້ໃຫ້ຜົນຫຍັງ.

- ສະນັ້ນ, Michel LORRILLARD ກ່າວເຖິງນັ້ນ ເປັນການກ່າວໃນທັດສະນະທີ່ບໍ່ຍອມຮັບນັກວິໄຈຄົນທ້ອງຖິ່ນ ເຊິ່ງເຂົາຖືວ່າຊາວອາຊີ ເປັນຊາດທີ່ຍັງຫຼ້າຫຼັງ ຖືກຄວບຄຸມຈາກອຳນາດອື່ນ ຄວາມທະນົງຕົວນັ້ນ ອາດຄວບຄຸມແນວຄິດເຂົາໄດ້.

- ໃນຄວາມເປັນຈິງແລ້ວ ນັກວິໄຈ ແລະນັກຄົ້ນຄວ້າຕ່າງປະເທດພາເຮົາຫຼົງທາງມາສະຕະວັດກວ່າແລ້ວ ກ່ຽວກັບປະຫວັດສາດ ຂອງຊາວອາຊີທັງຫຼາຍ ເຂົາຈຶ່ງຫາທາງເປັນຕົວຂອງເຂົາຢ່າງອິດສຣະ.

- ຜູ້ຂຽນ ບໍ່ໄດ້ເປັນນັກອ່ານສີລາຈາຣືກຫຍັງໝົດ ແລະບໍ່ໄດ້ຮຽນການອ່ານສີລາຈາຣືກດອກ ພຽງແຕ່ຈົບເສດຖະສາດທັມມະດາ ແລະບໍ່ໄດ້ຊຳນານການວິຊານັ້ນດ້ວຍ ແຕ່ເຄີຍອ່ານໜັງສືບູຮານມາ ທີ່ໄດ້ຮຽນນຳວັດເທົ່ານັ້ນ, ບັງເອີນອ່ານໄດ້ຈຶ່ງສະໜັບສະໜູນແນວ ຄິດທ່ານບຸນມີ ເທບສີເມືອງວ່າທ່ານອ່ານຖືກຕ້ອງ.

- ເມື່ອເຮົາອ່ານ ຄຳນັ້ນໄດ້ແລ້ວ ກໍເຊື່ອວ່າອັກສອນທີ່ເຫັນເປັນເຊັ່ນນັ້ນຈິງໆ ການອ່ານນີ້ບໍ່ຜິດຈາກຮູບອັກສອນທີ່ເຫັນ ແລະສະເກັດມາເດັດຂາດ, ແຕ່ວ່າ ຫຼັກສີລາຈາຣືກນີ້ ມີອາຍຸຍາວນານຕາມຕົວເລກ ທີ່ກຳນົດໄວ້ໃນສີລາຈາຣືກບໍ່, ອັນນີ້ ຕ້ອງໄດ້ພິສູດກັນທາງເຄມີ ຈຶ່ງຈະຮູ້ໄດ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ທ່ານສາສຕຣາຈານສີສັກ ວັລລິໂພດົມ ເປັນວິຊາການ ທີ່ລືຊື່ຂອງໄທຍ໌ ໄດ້ພົບບົດຂຽນຂອງທ່ານມະຫາບຸນມີ ເທບສີເມືອງ ທີ່ໄດ້ຂຽນບົດຄວາມກ່ຽວກັບການອ່ານ ຂໍ້ຄວາມໃນສີລາຈາຣືກວັດວິຊຸນ ເມື່ອປີ ໒໐໐໑-໒໐໐໒ ພຸ້ນ ແລະໄດ້ນຳມາລົງຕີພິມໃນວາລະສານທ່ຽວເມືອງລາວ ຄໍຣັມມໍຣະດົກລາວ (ເຊິ່ງຫົງເທີນ ຂຸນພິທັກ ເປັນບັນນາທິການຜູ້ກໍ່ຕັ້ງ), ທ່ານສາສຕຣາຈານສີສັກໄດ່ອ່ານບົດຄວາມນັ້ນແລ້ວເທິງເຄື່ອງບິນ ກໍໄດ້ໃຫ້ຄວາມສົນໃຈ ແລ້ວກໍຂຽນບົດຄວາມລົງໃນໜັງສືພິມ ແລະວາລະສານທາງເມືອງໄທຍ໌ ເຮັດໃຫ້ໝູ່ນັກວິຊາການຄົນໄທຍ໌ ຕ້ອງຮ້ອນຮົນອົນທະການ ເຕັ້ນແຮ້ງເຕັ້ນກາໃຫ້ຄວາມສົນໃຈ ບໍ່ແມ່ນຂອງຢອກ ບໍ່ເວັ້ນແມ່ນກະທັງບຸກຄົນທັມມະດາສາມັນ(ອັນນີ້ຜູ້ຂຽນໄດ້ພົບເອງ ເມື່ອກັບໄປທ່ຽວເມືອງບາງກອກ ທ້າຍປີ ໒໐໐໖ ຄົນທົ່ວໄປທີ່ພົບໄດ້ເວົ້າເຖິງສີລາຈາຣືກລາວຕ່າງໆນານາ ເຊື່ອວ່າຄົນໄທຍ໌ໃຫ້ຄວາມສົນໃຈຕໍ່ບັນຫານີ້ຢ່າງເອົາຈິງເອົາຈັງ) ໃນຂະນະດຽວກັນບັນດານັກເວບທັງຫຼາຍ ຂອງໄທຍ໌ກໍເອົາບັນຫາດັ່ງກ່າວມາສົນທະນາກັນ ດັງສະໜັ່ນຫວັນໄຫວເຊັ່ນກັນລະຫວ່າງປີ ໒໐໐໕.

- ບົດຄວາມຂອງທ່ານສາສຕຣາຈານສີສັກ ວັລລິໂພດົມ ໄດ້ນຳເອົາໄປລົງຄັ້ງແຮກໃນໜັງສືພິມມະຕິຊົນ ເຊິ່ງຂຶ້ນຕົ້ນດ້ວຍຄຳວ່າ "คนไทยเกือบหมดประเทศเชื่อตำราว่า อักษรไทยเป็นอักษรที่พ่อขุนรามคำแหงประดิษฐ์ขึ้นครั้งแรกเมื่อ พ.ศ.1826 หรือ 722 ปีมาแล้ว รัฐบาลไทยจัดงานฉลองทั่วประเทศเมื่อ พ.ศ.2526 ครบรอบ 700 ปี "ลายสือไทย" ของพ่อขุนฯ แล้วยังจัดงานฉลองใหญ่ เมื่อองค์กร UNESCO ยกย่องเป็นมรดกโลกทางปัญญา เมื่อ พ.ศ.2547
ประวัติศาสตร์อักษรไทยบอกไว้ชัดเจนนานแล้วว่าลาวรับอักษรพ่อขุนรามคำแหงไปใช้งานหนังสือสมัยหลังๆ
แต่แล้วลาวเพิ่งค้นพบจารึกอักษรลาว ระบุศักราช พ.ศ.1713 หรือ 835 ปีมาแล้ว มีอายุเก่ากว่าอักษรไทยของพ่อขุนฯ ราว 113 ปี ถ้าเป็นจริงตามนี้ย่อมหมายความว่าอักษรลาวเก่ากว่าอักษรไทยราว 113 ปี และอักษรไทยได้จากอักษรลาว ?"

 

- ຍ້ອນຄຳວ່າ "ສີລາຈາຣືກລາວເກົ່າກວ່າສີລາຈາຣືກຣາມຄຳແຫງ ຕັ້ງ ໑໑໓ ປີນີ້ເອງ" ນີ້ເອງ ຈຶ່ງເຮັດໃຫ້ນັກວິຊາການໄທຍ໌ທັງຫຼາຍ ອອກມາວິພາກ ວິຈານກັນຕ່າງໆນານາ, ບາງທ່ານກໍໃຫ້ທັດສະນະທາງສ້າງສັນ, ບາງທ່ານກໍໃຫ້ທັດສະນະໄປໃນລັກສະນະບໍ່ແມ່ນນັກວິຊາການມືອາຊີບ, ບາງທ່ານກໍອອກມາໃຫ້ ທັດສະນະແບບຊາດນິຍົມຫົວຊົນຝາ, ບາງທ່ານກໍໃຫ້ທັດສະນເປັນກາງແບບນັກວິຊາການທົ່ວໄປ, ມີການສົນທະນາກັນຂະໜານໃຫຍ່ ຕໍ່ບັນຫາດັ່ງກ່າວ ເພາະທ່ານສາສຕຣາຈານສີສັກ ວັລລິໂພດົມ ກໍເວົ້າຄັກເວົ້າແນ່ວ່າ "ອັກສອນລາວມີອາຍຸເກົ່າກວ່າໜັງສືພໍ່ຂຸນຣາມ ຕັ້ງ ໑໑໓ ປີ" ເວົ້າຕາມອາຍຸທີ່ລົບໄດ້ (ເມື່ອປີ ໒໐໐໕) ແຖມຍັງຖິ້ມທ້າຍໃນປະໂຫຍກນັ້ນວ່າ "ອັກສອນໄທຍ໌ໄດ້ຈາກອັກສອນລາວ", ທາງໄທຍ໌ກໍເຊື່ອວ່າ ອັກສອນຣາມຄຳແຫງ ເປັນຂອຈິງ ແລະເກົ່າຈິງ, ທັງຍັງໄດ້ເວົ້າຢ່າງເຕັມສົບເຕັມປາກ ມານານແລ້ວວ່າ "ອັກສອນລາວໄດ້ແບບຈາກ ອັກສອນຮາມຄຳແຫງ-ພຣະຍາລິໄທ" ໄດ້ຂຽນປະຫວັດອັກສອນສາດ ທັງປະຫວັດສາດຂອງຊາດສອນລູກສອນຫຼານໄທຍ໌ໃຫ້ເຊື່ອຢ່າງນັ້ນ ທົ່ວທັງປະເທດ ມາເກືອບສະຕະວັດ, ແລ້ວວັນດີຄືນດີ ກັບມາບອກວ່າ "ອັກສອນຣາມຄຳແຫງເນ້ອຍກົ່າກວ່າ ອັກສອນລາວ" ກ່ອນໜ້ານັ້ນ ບໍ່ເຫິງກໍມີນັກສຶກສາປັນຍາຊົນໄທຍເອງ ມາບອກວ່າ "ຫຼັກສີລາຈາຣືກຣາມຄຳ ແຫງບໍ່ໄດ້ສ້າງຂຶ້ນໃນສະໄໝຣາມຄຳແຫງ ເຮັດໃຫ້ເຂົາຖົກຖຽງກັນຂະໜານໃຫຍ່ມາຫຼາຍຄັ້ງແລ້ວ" ເລື່ອງເຊັ່ນນີ້ ຊິໃຫ້ນັກວິຊາການຂອງໄທຍ໌ມອງດູດາຍໄດ້ຈັ່ງໃດ ? ມັນເປັນຕາໜ້າສັງເວດ ເຂົາຢູ່ເໝືອນກັນ.

 

- ສະນັ້ນ, ມັນຈຶ່ງບໍ່ເປັນເລື່ອງແປກ ທີ່ມີນັກວິຊາາການຈາກກົມສິລະປະກອນອອກມາໂຕ້ ຕາມຂ່າວ ເຊິງໜັງສືພິມມະຕະຊົນ ໄດ້ອອກໃນເດືອນ ພະຈິກ ໒໐໐໕ ວ່າ "ผู้เชี่ยวชาญกรมศิลปากรชี้ศิลาจารึกของไทยเก่าแก่กว่าของลาวแน่นอน ระบุหากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้".

-ເມື່ອມອງເບິ່ງຄຳເວົ້າຂອງນັກວິຊາການ ທີ່ຮຽກວ່າລະດັບຜູ້ຊ່ຽວຊານ ຈາກກົມສີລະປະກອນຂອງໄທຍ໌ເວົ້າແລ້ວ ເໝືອນກັບວ່າ ຄຳເວົ້ານັ້ນບໍ່ໄດ້ ເວົ້າອອກມາຈາກວິຊາການ ທີ່ໄດ້ຝືກມາຈົນຊ່ຽວຊານເລີຍ ເປັນຄຳເວົ້າຂອງນັກເລງຂ້າງຂະໜົນ ທີ່ອ້າງຕົນວ່າ ມີອຳນາດບາດໃຫຍ່ ເຊັ່ນຄຳວ່າ "หากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้" ນັ້ນໂດຍເຈຕຕະນາ ຄືເຂົາຕອບໂຕ້ທ່ານສາສຕຣາຈານສີສັກ ນັກວິຊາການທີ່ລືຊື່ ແບບບໍ່ໄວ້ໜ້າກັນ, ພຽງເພື່ອປົກປ້ອງວ່າ ສິ່ງນີ້ເກົ່າກວ່າ ຫຼືໃໝ່ກວ່າເທົ່ານັ້ນ, ເຮັດໃຫ້ຈັນຈັນຍາບັນຂອງວະຊາຊີຍ ໃນຖານະຜູ້ຊ່ຽວນ ຫຼືນັກວິຊາການຫາຍໄປໃສໝົດແລ້ວ, ທີ່ວ່າ "ໂງ່" ກັບ "ບໍ່ສະຫຼາດ" ນັ້ນເປັນຄຳເວົ້າຂອງຄົນປະເພດໃດ ?, ແລ້ວຄຳວ່າ "ອ່ານສີລາຈາຣືກບໍ່ເປັນ" ຄຳເວົ້າຄຳນີ້ມັນສວນທາງກັບຄຳວ່າ "ໂງ່" ແລະ "ບໍ່ສະຫຼາດ" ທີ່ເວົ້າອອກມາ, ຫຼືວິຊາການຕ່າງໆ ມັນເກີດຂຶ້ນມາເພາະຄວາມຮ​ ້ອນຮົນທີ່ບັນພະບູຣຸດໄທຍ໌ປູກຝັງສ້າງໄວ້ແລ້ວຜິດພາດແລ້ວ ຈະປ່ອຍໃຫ້ຜິດ ພາດຢູ່ຢ່າງນັ້ນ ແລ້ວພື້ນຖານທີ່ບັນພະບູຣຸດໄທຍ໌ສ້າງມາຫຼາຍຮ້ອຍປີ ຈົນກາຍເປັນຊາດນິຍົມທີ່ບໍ່ສາມາດຍອມຮັບກັບຄວາມຈິງໄດ້ ແລ້ວການທີ່ອອກມາໃຫ້ທັດສະນະເຊັ່ນນີ້ ເຂົາເອງໄດ້ເຫັນສີລາຈາຣືກ ວັດວິຊຸນແລ້ວຫຼືຍັງ ແນ່ນອນຍັງບໍ່ທັນເຫັນເດັດຂາດ ເພາະເຂົາອອກມາຕອບໂຕ້ບົດຂຽນຂອງ ສາສຕຣາຈານສີສັກ ໃນເວລາອັນໃກ້ຄຽງເທົ່ານັ້ນ, ແລະເຂົາກໍບອກໄວ້ແລ້ວວ່າ "ເວັ້ນແຕ່ໄດ້ເຫັນຂອງຈິງ" ຈຶ່ງຈະຍອມຮັບ ຫາກແຕ່ວ່າທັດສະນະທີ່ສະແດງແບບຊາດນິຍົມແບບນັ້ນ ຄືເສັ້ນທາງທີ່ບໍ່ເຫັນຄວາມຈິງແນ່ນອນ.

- ຜູ້ຊ່ຽວຊານທ່ານໜຶ່ງ ຈາກຈຸລາລົງກອນ ມະຫາວິທະຍາໄລ ໃຫ້ຄວາມເຫັນໃນທາງສາຍກາງວ່າ "แต่ต้องเห็นวัตถุตัวจริงก่อนจะยืนยัน" ທ່ານນີ້ ກໍໃຫ້ທັດສະນະທີ່ພໍຟັງ ແລະເປັນໄປໃນແນວຄິດ ແນວທາງຂອງນັກວິຊາການທົ່ວໄປອ້າງ ຄືຈະຮັບຮອງຫຍັງ ກໍຕ້ອງໄດ້ເຫັນ ຄວາມຈິງກ່ອນ.

- ຄວາມເຫັນຂອງ น.ส.ก่องแก้ว วีระประจักษ์ ผู้เชี่ยวชาญด้านอักษรโบราณ กรมศิลปากร ให้สัมภาษณ์วันที่ 6 ธันวาคม ว่า ตนคิดว่าศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประเทศไทย "คนไทยนั้นจะคิดว่าของประเทศลาวนั้นเก่ากว่า แสดงว่าคนนั้นโง่ไม่ฉลาด เพราะอ่านศิลาจารึกไม่เป็น จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย แต่จะบอกว่าศิลาจารึกของประเทศลาวเป็นของจริงหรือของปลอมคงจะต้องเห็นตัว ศิลาจารึกของจริงจึงจะบอกได้" ເປັນຄຳເວົ້າຂອງຜູ້ດຽວກັນ ດັ່ງທີ່ໄດ້ຍົກມາເວົ້າແລ້ວໃນເບື້ອງຕົ້ນ, ເຊິ່ງ ລາຍລາຍອຽດ ຂອງການໃຫ້ສຳພາດນັ້ນ, ເຮົາເຫັນໄດ້ຈະແຈ້ງແລ້ວວ່າ ແນວຄວາມຄິດທາງວິຊາການຂອງເຂົາ ບໍ່ແມ່ນວິຊາການແມ່ນແຕ່ນ້ອຍດຽວ, ຄຳເວົ້າຂອງເຂົາຊ່າງໄຮ້ດຽງສາແທ້ໆ "ศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประเทศไทย" ຄຳເວົ້າແບບນີ້ ຫາກເປັນນັກວິຊາການມືອາຊິບເຂົາບໍ່ສາມາດເວົ້າອອກມາເດັດຂາດ ແຕ່ເພາະອຳນາດຊາດ ນິຍົມມັນຫຸ້ມຫໍ່ສະໝອງຂອງເຂົາ ຈຶ່ງເຮັດໃຫ້ເຂາສາມາດຄຳໆນີ້ອອກມາໄດ້ ແລະປະເທດໄທຍ໌ ຫາກຍັງມີນັກວິຊາການປະເພດນີ້ຢູ່ ກໍເທົ່າກັບເຂົາຍັງ ຕ້ອງການຫຼອກລວງຕົວເອງໄປຢ່າງນັ້ນ ແລ້ວໂລກະທັດຂອງພວກເຂົາ ກໍຍັງຕ້ອງໄດ້ຄວຍຄຸມໂດຍອຳນາດມືດບໍ່ ມີວັນຈະສະຫວ່າງໄດ້ເລີຍ.

- "จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย" ຄຳວ່າ "ຈະຕ້ອງອ່ານສີລາຈາຣືເປັນຈຶ່ງຮູ້" ຍັງບໍ່ທັນເຂົ້າໃຈໃນຄວາມໝາຍຂອງເຂົາ ທີ່ເຂົາວ່າການອ່ານສີລາຈາຣືກເປັນນັ້ນ ເຂົາອ່ານຈັ່ງໃດ ? ເຂົາຍັງຢືນຢັນອີກວ່າ "คงจะต้องเห็นตัว ศิลาจารึกของจริงจึงจะบอกได้" ນີ້ສະແດງວ່າເຂົາຍັງບໍ່ທັນໄດ້ເຫັນສີລາຈາຣືກຈິງ ແລ້ວເຫດໃດ ຄຳເວົ້າ່ຂອງເຂົາຂ້າງຕົ້ນ ຈຶ່ງກ້າຢືນຢັນວ່າສີລາຈາຣືກຂອງໄທຍ໌ເກົ່າແກ່ກວ່າຂອງລາວ ແລ້ວຍັງຢືນການວ່າ "ບໍ່ມີສີລາຈາຣືກຂອງປະເທດໃດ ເກົ່າແກ່ກວ່າຂອງໄທຍ໌ອີກ" ຄຳເວົ້າຄຳນີ້ກໍໝາຍວ່າ ຂອງຂ້າໃຫຍ່ຈິງ ຂອງທ່ານເຖິງມີຈິງກໍຢ່າໃຫຍ່ນັ້ນຕິລະ ຫຼືວິຊາການ ແລະປະຫວັດສາດຂອງໄທຍ໌ນັ້ນ ສ້າງຂຶ້ນມາເໝືອນ ເທບນິຍາຍຫຼືໜັງຈີນຈັ່ງຊັ້ນລະ.

- ทั้งนี้ อย่าไปแข่งหรือเปรียบเทียบกับของต่างชาติว่าของใครเก่าแก่กว่ากันเลย เสียเวลาเปล่าๆ ศิลาจารึกของไทยมีความเก่าแก่กว่าแน่นอน" ຄຳເວົ້າຂອງນາງສາວກ່ອງແກ້ວນັ້ນ ມັນສະແດງຄວາມບໍ່ອອກມາຢ່າງໜ້າສັງເວດ, ພຽງແຕ່ຕ້ອງການວ່າ "ສີລາຈາຣືກ ຣາມຄຳແຫງເກົ່າກວ່າຂອງຊາດອື່ນພຽງຢ່າງດຽວ, ກັບໄປສະຫຼັດຖິ້ມພື້ນຖານທາງປະຫວັດສາດ, ພາສາ, ບູຮານຄະດີ ແລະສາຍສຳພັນຂອງວົງຕະກູູນໄທ(ໄຕ) ທັງມວນ, ຊຳ້ບໍ່ພໍກັບໄປລົບລ້າງທັດສະນະຄະຕິ ພັດທະນະນາການທາງປະຫວັດສາດຊາດ ພັນວິທະຍາ ເຊິ່ງນັກປະຫວັດສາດ ແລະນັກວິຊາການລຸ້ນຕວດ, ປູ່, ຍ່າ, ຕານາຍ, ຂອງພວກເຂົາໄດ້ສ້າງເນື້ອສ້າງຕົວມາເກີີນສະຕະວັດວ່າ "ລາວ-ໄທຍ໌ມາຈາກກົກເຫງົ້າດຽວກັນ" ຈັ່ງໃດລະ ຈຶ່ງມາສະຫຼັດຖິ້ມພຽງຂ້າມຄືນເຊັ່ນນີ້, ຫາກເປັນເຊັ່ນນັ້ນຈິງແທ້ແລ້ວ, ໝາຍວ່າວິຊາການທ່ານ ນີ້ກຳລັງປະຕິເສດວ່າ "ສຸໂຂໄທ" ບໍ່ແມ່ນຂອງໄທ, ບໍ່ມີສາຍສຳພັນກັບລ້ານນາ, ລ້ານຊ້າງລວມພາກອີສານ, ເຂົາລືມເບິ່ງ ຫຼັກຖານທ້ອງຖິ່ນເລົ່ານີ້ສາແລ້ວ, ແລ້ວເຂົາມີຫຼັກຖານໃນມື ທີ່ອ່ານພົບໂດຍກົມສີລະປະກອນເອງວ່າ  "ສີລາຈາຣືກພຣະທາດຮ້າງບ້ານນາແຮ່

ສາກົນນະຄອນນັ້ນ ຂຽນດ້ວຍອັກສອນລາວລ້ວນໆ ແລະເປັນພາສາທີ່ສົມບູນກວ່າ ຈະແຈ້ງກວ່າ ສ້່າງຂື້ນໃນປີ ข้อความจารึกบรรทัดที่ ๔ ระบุ จ.ศ. ๗๑๒ คือ พ.ศ. ๑๘๙๓ ตรงกับปีที่พระเจ้าอู่ทองทรงสถาปนากรุงศรีอยุธยา และก่อนพระเจ้าฟ้างุ้มครองเมืองหลวงพระบาง (พ.ศ. ๑๘๙๖) ถึง ๓ ปี ກົງກັບ ຄ.ສ ໑໓໕໐ ຍຸກດຽວກັບພຣະຍາລິໄທ ຂອງສຸໂຂໄທ ແລະສະໄໝດຽວກັບພຣະເຈົ້າອູ່ທອງ ທີ່ເປັນຕົ້ນຕະກູນຂອງສຍາມອະຍຸທະຍາ ມາຮອດປີນີ້ (ຄ.ສ ໒໐໑໑) ກໍມີອາຍຸໄດ້ ໖໖໐ ເຕັມພໍດີ ຫາກຈະທຽບໃສ່ ສີລາຈາຮືກຂຸນຣາມຄຳແຫງ ກໍຫ່າງກັນ ໖໗ ປີ (ຈາຈືກຣາມຄຳແຫງກຳເນີດ ຄ.ສ ໑໒໘໓) ຫາກຈະທຽບອາຍຸຂອງມະນຸດ ສະໄໝນັ້ນກໍບໍ່ຫ່າງກັນປານໃດສຳລັບຜູ້ສືບທອດມໍຣະດົກລຸ້ນ ຫຼັງກໍມີຊີວິດຮ່ວມຍຸກ ຄົງຊິບໍ່ເຮັດໃຫ້ການຂຽນອັກສອນລາວ ກັບຂອງຣາມຄຳແຫງແຕກຕ່າງກັນປານນັ້ນ, ເປັນເລື່ອງແປກຫາກມອງຕາມທັດສະນະທາງນັກປະຫວັດສາດທາງໄທຍ໌ ລົງຄວາມເປັນວ່າ ອັກສອນລາວໄດ້ມາຈາກອັກສອນຣາມຄຳແຫງ ຜ່ານມາໃນສະໄໝພຣະຍາລິໄທ ມັນເປັນເລື່ອງແຜກທີ່ ເຫັນວ່າອັກສອນລາວໃນສີລາຈາຣືກນັ້ນ ສົມບູນຄົບຖ້ວນ ແລະພັດທະນາການກວ່າ ໜັງສືຍຸກພຣະຍາລິໄທ ແລະພຣະເຈົ້າອູ່ມທອງດ້ວຍຊ້ຳ ແລ້ວສີລາຈາຣືກນັ້ນຢູ່ໃສ ? ຈຳເປັນຈະຕ້ອງນຳມາແລກັນ ເພື່ອຫາຈຸດເສື່ອມໂຍງ, ເມື່ອເຮົາທຽບສີຣາຈາກຣືກບ້ານຮ້າງນາແຮ່ ຫາສີລາຈາຣືກວັດວິຊຸນ ຄືສີລາຈາຣືກວັດວິຊຸນພົບວ່າສ້າງປີ ຄ.ສ ໑໑໗໐ ແລະສີລາຈາຣືກພຣະທາດຮ້າງບ້ານນາແຮ່ ສ້າງປິ ໑໓໕໐ ອາຍຸຫ່າງກັນພຽງ ໑໘໐ ປີເທົ່ານັ້ນ ມັນກໍບໍ່ເປັນເລື່ອງແປກ ທີ່ເຫັນອັກສອນມີຄວາມຄ້າຍຄຽງກັນ. ທີ່ມັນແປກ ກໍເຫັນຈະເປັນອັກສອນສີລາວັດວິຊຸນນັ້ນ ຄືຈັ່ງວ່າຄົບສົບບູນກວ່າ ພັດທະນາກວ່າອັກສອນສະໄໝຣາມຄຳແຫງ, ສະໄມພຣະຍາລິໄທ ແລະສະໄໝພຣະເຈົ້າອູ່ທອງນັ້ນເອງ.

 

- ທັດສະນະຂອງທ່ານອື່ນໆໆໃນບົດຄວາມດຽວກັນນັ້ນ ເປັນທັດສະນະແບບເປັນກາງໆ ກໍຍັງພໍທີ່ຈະຄຳນຶງໄດ້ວ່າ ແນວຄິດທາງວິຊາການຂອງ ພວກເຂົາເປັນແນວຄິດທີ່ສາມາດນຳໃຊ້ໄດ້ຢູ່, ເປັນວິຊາການເພື່ອການກ້າວໄປເພື່ອການຮູ້ຈິງ ຢ່າງໃດກໍຕາມກ່ຽວກັບບັນຫາເລື່ອງສີລາຈາຣືກ ວັດວິຊຸນນີ້ ຫາກກວດພົບທາງດ້ານວິທະຍາດສາດ ໄດ້ວ່າ "ເປັນຂອງຈິງ ມີອາຍຸຕາມກວດພົບທາງເຄມີວ່າ ເປັນຂອງຈິງແລ້ວ ຈະເປັນ ຜົນເສັຍຫຍັງໃຫ້ແກ່ໄທຍ໌ ແລະດ້ວຍເຫດໃດນັກວິຊາການໄທຍ ຈຶ່ງໃຫ້ຄວາມສຳຄັນ ຈົນເຖິງນຳທິມນັກວິຊາການມາກວດເບິງສີລາຈາຣືກຂອຈິງ ດັ່ງບົດຄວາມນີ້ໄດ້ອ້າງວ່າ"สมาคมไทย-ลาวเพื่อมิตรภาพ และคณะนักวิชาการด้านโบราณคดีไทย ได้เดินทางไปเยือนหลวงพระบางเมื่อต้นเดือนที่ผ่านมา".​

- ແລ້ວເມື່ອ ພວກເຂົາໄດ້ພົບກັບຄວາມຈີິງ ໄດ້ເຫັນຂອງງຈິງແລ້ວ ບໍ່ເຫັນມີນັກວິຊາການຂອງໄທຍທ່ານໃດອອກມາກ່າວໃດໆ ກ່ຽວກັບເລື່ອງນີ້ ເລີຍ ພວກເຂົາພາກັນມິດປານຫ້ອຍໄຂ້ເຊັ່ນນີ້, ສະແດງວ່າຍອມຮັບຄວາມຈິງແລ້ວວ່າ ສີລາຈາຣືກວັດວິຊຸນເປັນຂອງຈິງ ພຽງແຕ່ບໍ່ເວົ້າອອກມາ ເທົ່ານັ້ນ ແລ້ວຜູ້ຊ່ຽວຊານດັ່ງ "นางสาวก่องแก้ว" ຍັງຈະເປັນນັກວິຊາການທີເຊື່ອຖືໄດ້ຫຼືບໍລະ ? ຫຼືຈະສ້າງນັກວິຊາການມາແບບປິດບັງຄວາມຈິງຢູ່ຢ່າງນັ້ນ ?

{ອ່ານຕ​ໍ່ໃຫ້ຈົບເລື່ອງໄດ້ທີ່ນີ້}

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຜູ້ຊ່ຽວຊານກົມສີລະປະກອນຊີ້ ສີລາຈາຣືກຂອງໄທຍເກົ່າແກ່ກວ່າຂອງລາວແນ່ນອນ ຣະບຸຫາກຄົນໄທຍ໌ຄິດວ່າຂອງລາວເກົ່າແກ່ກວ່າຂອງໄທຍ໌ ສະແດງວ່າໂງ່ (ອ່ານເນື້ອໃນລະອຽດໃນລິງກ໌ນີ້).

- ເມື່ອອ່ານບົດຄວາມນີ້ຈົບ ແລ້ວທົບທວນໃສ່ຄວາມອືກກະທຶກຄືກໂຄມ ທີ່ໝູ່ວິຊາການທັງພາກລັດ ມະຫາວິທະຍາໄລ ແລະນັກວິຊາການອິສຣະ ສ້າງຄວາມສົນໃຈເອົາແທ້ເອົາວ່າ ຂອງນັກວິຊາການໄທຍ໌ ໃນ ໔-໕ ປີຜ່ານມານັ້ນກໍຄື ຄຳວ່າເກົ່າກວ່ານີ້ເອງ, ເມື່ອມາເບິ່ງເບື້ອງລາວເສີຍມັ່ງບໍ່ສົນໃຈຫຍັງ ເລີຍ ນີ້ເຮັດໃຫ້ມອງເຫັນວ່າ ທາງຝ່າຍໄທຍ໌ທີ່ບໍ່ຍອມຮັບເລື່ອງລາວດັ່ງກ່າວນັ້ນ ເພາະເຫດໃດ ? ເພາະມັນຈະເຮັດໃຫ້ສີລາຈາຣືກຂແງລາມຄຳແຫງ ລົດບົດບາດຄວາມໜ້າເຊື່ອຖືລົງນັ້ນເອງ ແລ້ວນັກວິຊາການອັກສອນສາດ ແລະບູຮານຄະດີ ຕ່າງປະເທດຈະມຸ້ງມາໃຫ້ຄວາມສົນໃຈສີລາຈາຣືກວັດວິຊຸນ ວ່າສຳຄັນກວ່າ, ບັດນັ້ນຫາກເຂົາພົບວ່າສີລາຈາຣືກວັດວິຊຸນເກົ່າແກ່ກວ່າຈິງໆ ອັນໃດຈະເກີດຂື້ນລະ, ຢ່າ​ລືມວ່າປະຫວັດສາດຕ່າງໆຂອງໄທຍ໌ ໄດ້ມີຈຸດກຳເນີດມາຈາກສີລາຈາຣືກລາມຄຳແຫງນີ້ ແລ້ວຄວາມເປັນຊາດທີ່ໝັ້ນຄົງຂອງເຂົາຕ້ອງຫັນທິດແນ່ນອນ ອັນນີ້ຄືເຂົາກົວ ມັນກໍເປັນໜ້າເຫັນໃຈເຂົາ ຢ່າງຫຼິກລຽງບໍ່ໄດ້.

- ຢ່າງໃດກໍຕາມ ຕໍ່ບັນຫາສີລາຈາຣືກຣາມຄຳແຫງນັ້ນ ມີການຂຽນໄວ້ວ່າ "ເມື່ອກ່ອນລາຍສືໄທນີ້ບໍ່ມີ (ມະຫາ) ສັກຣາຊໄດ້ ໑໒໐໕ ສົກ ປີມະແມ ພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈ ໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທນີ້ຈຶ່ງມີເພື່ອຂຸນຜູ້ນັ້ນໃສ່ໄວ້"

- ຕໍ່ຂໍ້ຄວາມໃນສີລາຈາຣືກນີ້ ຍາພໍ່ມະຫາສີລາໄດ້ໃຫ້ຄວາມເຫັນໄວ້ໃນອັກສອນສາດລາວ ປະວັດໜັງສືລາວ ວ່າ "ຖ້າສັງເກດຄຳທີ່ໃຊ້ໃນສີລາຈາຣືກ ຈະເຫັນໄດ້ວ່າ ມີຄຳ ("ນີ້") ຢູ່ຕໍ່ຄຳ ("ລາຍສື") ທຸກແຫ່ງ ໝາຍຄວາມວ່າ ໜັງສືໄທຍຢ່າງນີ້ (ຫຼືແບບນີ້) ບໍ່ໄດ້ປະສົງຈະຊົງສະແດງວ່າ ໜັງສືຂອງຊົນຊາດໄທຍ ຫາກໍຈະມີຂຶ້ນຕໍ່ເມື່ອ ພ.ສ ໑໘໒໖".

- ຍາພໍ່ມະຫາສີລາ ໝາຍຄວາມວ່າ ໜັງສືໄທຍແບບໜັງສືຂອງລາມຄຳແຫງນີ້ ບໍ່ເຄີຍມີມາກ່ອນ ເກີດມີກໍຕໍ່ເມື່ອຂຸນຣາມຄຳແຫງສ້າງຂຶ້ນ​ນີ້ເທົ່ານັ້ນ ແຕ່ວ່າໜັງສືໄທຍແບບອື່ນ(ເຊິ່ງບໍ່ແມ່ນຮູບແບບຂອງລາມຄຳແຫງນັ້ນມີຢູ່ ແລະມີມາກ່ອນແລ້ວ).

- ອັນຄວາມເຂົ້າໃຈແບບນີ້ ບໍ່ແມ່ນສະເພາະຍ່າພໍ່ມະຫາສີລາເທົ່ານັ້ນ ນັກອັກສອນສາດ ແລະສີລາຈາຣືກຂອງໄທຍເອງກໍດີ ແລະປະເທດອື່ນໆ ກໍເວົ້າແບບດຽວກັນວ່າ ໜັງສືແບບລາມແຫງນັ້ນ ມີຫຼັກດຽວໃນໂລກ ແຕ່ແບບອື່ນ ທີ່ມີຮູບຄ້າຍອັກສອນລາວນັ້ນມີຫຼາຍນັບບໍ່ຖ້ວນ, ຜູ້ຂຽນກໍວ່າເຊັ່ນນັ້ນ ເພາະພະຍາຍາມອ່ານສີລາຈາຣືກລາມຄຳແຫງຍາມໃດ ຕ້ອງເຈັບຫົວທຸກຄັ້ງ ແລ້ວກໍຍັງອ່ານບໍ່ໄດ້ເທົ່າທຸກວັນ, ບາດໄປອ່ານສີລາຈາຣືກຫຼັກອື່ນກັບໄປອ່ານ ໄດ້ປານເຄີຍຮຽນມາກ່ອນ ອັນນີ້ງຶດ.

- ທີ່ຍົກບັນຫານີ້ນີ້ມາເວົ້າ ບໍ່ແມ່ນອື່ນໄກ ແລະກໍບໍ່ມີຄວາມເປັນຫ່ວງວ່າ ສີລາຈາຣືກຂອງລາວຈະເກົ່າກວ່າຂອງໄທຍ໌ ຫຼືໃໝ່ກວ່າ ອັນນັ້ນບໍ່ສຳຄັນ, ມັນສຳຄັນກົງທີ່ວ່າ ເປັນຫ່ວງສີລາຈາຣືກວັດວິຊຸນນັ້ນ ຢ້ານມັນເສັຍຫາຍໄຮ້ຮ່ອງຮອຍເທົ່ານັ້ນເອງ ຝາກກົມມໍຣະດົກ ແລະຫໍພິພິທະພັນລາວເອົາໃຈໃສໃຫ້ດີແທ້ໆໆໆໆ ຢ່າເຜີໃຈເດັດຂາດ.

(ຕິດຕາມອ່ານບົດຄວາມເໝືອນກັນໃນກະທູ້ນີ້)

ອ້າງອີງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບັນທຶກອັກສອນສາດ ປະວັດໜັງສືລາວ ຂອງຍາພໍ່ມະຫາສີລາ ວິຣະວົງ ກ່າວເຖິງຄະນະກັມມະການຟື້ນຟູອັກສອນລາວ ໔໑ ໂຕ, ເຊິ່ງມີຄວາມເປັນມາ ເກືອບລະອຽດລະອໍ, ທ່ານເວົ້າໄວ້ໃນປຶ້ມດັ່ງກ່າວ ໃນໜ້າ ໒໖-໒໘ ວ່າດັ່ງນີ້:

"- ຄັນມາເຖິງຣະຫວ່າງປີ ຄ.ສ ໑໙໒໙ ສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍວາງແຜນຟື້ນຟູພຸທທະສາສນາ ແລະກາຣສຶກສາຝ່າຍພຸທທະສາສນາໃນ ຣາຊະອານາຈັກລາວຂຶ້ນຄືກັນ ຈຶ່ງໄດ້ຕັ້ງໂຮງຮຽນປາລີຂຶ້ນ ໃນນະຄອນວຽງຈັນ ໂຮງຮຽນຕັ້ງຢູ່ຫໍຄຳ (ໃນບໍຣິເວນພຣະຕຳນັກດຽວນີ້) ໂດຍມີຍາພໍ່ມະຫາແກ່ວ ເປັນຄຣູສອນ (ຍາພໍ່ມາຫາແກ້ວນີ້ສືກສາຝ່າຍພຸທທະສາສນາມາຈາກປະເທສໄທຍ໌) ນອກຈາກນີ້ແລ້ວ ນອກຈາກນີ້ແລ້ວທາງສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍດຳເນີນກາຣາຕັ້ງຫໍສມຸດຂຶ້ນໃນນະຄອນວຽງຈັນ ໂດຍແຕ່ງຕັ້ງໃຫ້ເຈົ້າເພັຊຣາຊ (ເຊິ່ງໃນເວລານັ້ນຍັງບໍ່ໄດ້ເປັນອຸປຣາຊ ແຕ່ດຳຣົງຕຳແໜ່ງເປັນສາຣະວັດ ຜູ້ກວດກາແຜ່ນດິນທົ່ວໆໄປ) ເປັນປະທານ ແລະຮຽກອົງກາຣນີ້ວ່າ "ພຸທທະບັນດິຕສະພາຈັນທະບູຣີ" ແລ້ວທຳກາຣທ້ອນໂຣມໜັງສືເກົ່າຂອງລາວ ທັງທີ່ເປັນອັກສອນທັມມ໌ ອັກສອນລາວ ມາໄວ້ບ່ອນດຽວຈັດຕັ້ງເປັນ ຫໍສະໝຸດຂຶ້ນ ພ້ອມກັນນີ້ກໍໄດ້ພາກພຽນອອກກົດໝາຍ ຫ້າມບໍ່ໃຫ້ທຳລາຍມ້າງເພວັດວາອາຮາມ ຫຼືຂົນເອົາພຣະພຸທທະຣູບໜີ ເຊິ່ງຄວາມຈິງ ເຂົາເອົາໄປເກືອບໝົດແລ້ວ.

- ກ່ຽວກັບການຟື້ນຟູພຣະພຸດທະສາສນາ ແລະຈັດຕັງກາຣສຶກສາທາງສາສນາ ມີຂໍ້ຫຍຸງຍາກຢູ່ໃນເຣື່ອງແບບຮຽນ ຍາພໍ່ມະຫາແກ້ວ ສອນໂຮງຮຽນ ປາລີເວລານັ້ນ (ໄດ້ຍິນວ່າທຳອິດກໍມາຮຽນຫຼາຍຢູ່ ມີພຣະເນນເກືອບ ໗໐ ຕົນ ເວລາຂ້າເຈົ້າມາແທນເພິ່ນເຫັນມີເຫຼືອພຽງ ໕ ຕົນ) ກໍໃຊ້ແບບໄທຍ໌ເປັນຫຼັກ ແລ້ວກ່າຍອອກເປັນຕົວທັມມ໌ ໃຫ້ນັກຮຽນຂຽນກ່າຍເອົາວັນລະ ໔-໕ ແຖວ ເປັນການຊັກຊ້າເສັຍເວລາຫຼາຍ ເມື່ອຂ້າພະເຈົ້າ(ຜູ້ຂຽນ) ມາແທນເພິ່ນໃນປີ ຄ.ສ ໑໙໓໑-໑໙໓໒ ຈຶ່ງໄດ້ສເນີຄວາມເຫັນ ຕໍ່ອົງນາຍົກພຸທທະບັນດິຕສະພາ ຄືເຈົ້າເພັຊຣາຊ ວ່າຄວນຈະພິມແບບຮຽນປາລີ ແລະນັກທັມມ໌ຂຶ້ນ ຈຶ່ງຈະສະດວກ ແຕ່ໃນຂັນຕົ້ນຕ້ອງປັບປຸງຕົວອັກສອນລາວເສັຍກ່ອນ ເພາະຄັນຈະເອົາຕົວອັກ ສອນທັມ ມາພິມເປັນແບບຮຽນກໍບໍ່ໄດ້ ດ້ວຍຕົວພິມສຳລັບຕົວທັມບໍ່ມີ ໃນກາຮນີ້ອົງນາຍົກພຸທທະບັນດິຕສະພາຈັນທະບູຮີ ຈຶ່ງໄດ້ແຕ່ງຕັ້ງກັມມະກາຣ ຂຶ້ນຄະນະໜຶ່ງ ເຊິ່ງຂ້າພະເຈົ້າຈື່ໄດ້ມີ ຄື:-
໑. ເຈົ້າເພັຊຣາຊ ນາຍົກພຸທະບັນດິດສະພາ ປະທານ
໒. ພະນະທ່ານຫຍຸຍ ອະໄພ ກັມມະກາຣ.
໓. ຍາພໍ່ມະຫາແກ້ວ ກັມມະກາຣ.
໔. ຍາພໍ່ພິມມະສອນ ກັມມະກາຣ.
໕. ຍາພໍ່ເມືອງໂຂງ ກັມມະກາຣ.
໖. ພຍານາມເສນາ ກັມມະກາຣ.
໗. ທ່ານເລກີ ເຮືອງ ກັມມະກາຣ.
໘. ທ່ານບຣັງ ເດີ ລາ ໂບຣຊ໌ ກັມມະກາຣ.
໙. ພຍາສຣີນະຄອນໂລກ(ພນະທ່ານຜຸຍ ປັນຍາ) ກັມມະກາຣ.
໑໐. ຂ້າພະເຈົ້າ (ສີລາ ວິຣະວົງ) ເລາຂານຸກາຮ ແລະກັມມະກາຣ."


- ເມື່ອຄະນະກັມມະກາຣໄດ້ຮັບການແຕ່ງຕັ້ງແລ້ວ ກໍຫາຊ່ອງທາງ ໃນການປັບປຸງ ແລະຟື້ນຟູອັກສອນລາວສືບຕໍ່ໄປ ພາຍໃຕ້ພຸດທະບັນດິດສະພາ ແຕ່ຄວາມຫຍຸ້ງຍາກກໍເກີດຂຶ້ນແກ່ຄະນະກັມມະການ ເພາະກັມມະການຝ່ານຕ່າງໆນັ້ນ ກໍມີຄວາມເຫັນແຕກຕ່າງກັນ ກ່ຽວກັບການຟື້ນຟູ ແລະປັບປຸງອັກສອນສາດລາວ ຄວາມຫຍຸ້ງຍາກເພາະເຫດໃດ ເຊີນຕິດຕາມອ່ານໃນບົດຕໍ່ໄປ.

ຕິດຕາມຕອນ ໒

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເດືອນເກີດທີ່ເປັນມິດ ຫຼືຖືກຊະຕາກັນ
- ຄົນເກີດເດືອນ ໓ ເປັນມິດກັບຄົນເກີດເດືອນ ໕.
- ຄົນເກີດເດືອນ ໖ ເປັນມິດກັບຄົນເກີດເດືອນ໑໒.
- ຄົນເກີດເດືອນ ໔ ເປັນມິດກັບຄົນເກີດເດືອນ ໘.
- ຄົນເກີດເດືອນ ໗ ເປັນມິດກັບຄົນເກີດເດືອນ ໙.
- ຄົນເກີດເດືອນ ໑ ເປັນມິດກັບຄົນເກີດເດືອນ ໒.
- ຄົນເກີດເດືອນ ໑໐ ເປັນມິດກັບຄົນເກີດເດືອນ ໑໑.

ເດືອນເກີດທີ່ເປັນສັດຕູ ຫຼືບໍ່ຖືກຊະຕາກັນ
- ຄົນເກີດເດືອນ ໑ ເປັນວສັດຕູກັບຄົນເກີດເດືອນ ໔.
- ຄົນເກີດເດືອນ ໒ ເປັນສັດຕູກັບຄົນເກີດເດືອນ ໗.
- ຄົນເກີດເດືອນ ໓ ເປັນສັດຕູກັບຄົນເກີດເດືອນ ໘.
- ຄົນເກີດເດືອນ ໙ ເປັນສັດຕູກັບຄົນເກີດເດືອນ ໑໑ ແລະເດືອນ ໑໒.
- ຄົນເກີດເດືອນ ໕ ເປັນສັດຕູກັບຄົນເກີດເດືອນ ໗.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ອັກສອນໄທຍ໌ນ້ອຍ ແມ່ນອັກສອນລາວ(ແຕ່ຄົນລາວ ບໍ່ແມ່ນຄົນໄທນ້ອຍ ແຕ່ເປັນຄົນໄທລາວ), ອັກສອນນີ້ທີ່ມີໃຊ້ໃນດີນແດນອານາຈັກລ້ານຊ້າງທັງມວນ ແລະດິນແດນທີ່ໄດ້ຖືກຢືດຄອງໂດຍສະສຍາມ ຫຼັງ ຄ.ສ 1829 ເຖິງ ປັດຈຸບັນ.
- ຄໍາວ່າ ອັກສອນໄທຍ໌ນ້ອຍນັ້ນ ເກີດຂຶ້ນພາຍຫຼັງໄທຍ໌ ໄດ້ບັນຍັດອັກສອນໄທຍ໌(ອັກສອນໄທຍ໌ສະໄໝ) ເປັນອັກສອນຂອງຊາດໄທຍ໌.
- ຕົວອັກສອນໄທຍ໌ນ້ອຍນັ້ນ ເປັນອັກສອນເກົ່າແກ່ມາແຕ່ເດີມ ເປັນເຄົ້າຕະກູນຂອງອັກສອນລາວສະໄໝ ແລະອັກສອນໄທຍ໌ສະໄໝ ຫຼັກຖານ (ຫຼັກສີລາຈາຣືກບ້ານຮ້າງນາແຮ່ ຈັງຫວັດສາກົນນະຄອນ ອັກສອນນີ້ ຖືກຈາຣືກຫຼັງພຣະເຈົ້າຟ້າງູ່ມຂຶ້ນຄອງຣາດໄດ້ 3 ປີ ປະມານ ຄ.ສ 1355)
- ຕົວອັກສອນໄທຍ໌ນ້ອຍນັ້ນ ເປັນອັກສອນລາວ (ແລະເປັນອັນດຽວກັບອັກສອນລາວແທ້ໆ ແລະສືບເນື່ອງມາຈາກອັກສອນທີ່ພົບໃນບ້ານຮ້າງນາແຮ່ ປີ ຄ.ສ 1355) ແລມີການຖ່າຍທອດ ເນື່ອງມາຈາກອັກສອນ ວັດວັດວິຊຸນ ມີອາຍຸແປດຮ້ອຍກວ່າປີ.
- ອັກສອນໄທຍ໌ນ້ອຍ ເປັນອັກສອນແບບດຽວກັນກັບອັກສອນຝັກຂາມໃນພາກເໜືອຂອງໄທຍ໌(ລ້ານນາ) ແລະພາກເໜືອຂອງລາວ, ອັກສອນຝັກຂາມ ເປັນອັກສອນຊະນິດດຽວກັບອັກສອນລາວ (ເຊິ່ງໄທຍ໌ຮຽກວ່າໄທຍ໌ນ້ອຍ) ຕ່າງແຕ່ລາຍມືການສະຫຼັກ.
- ຄໍາວ່າອັກສອນໄທຍ໌ນ້ອຍ ຄົນລາວທົ່ວໄປບໍ່ໄດ້ຍອມຮັບຮຽກ ເພາະວ່າສຍາມຕັ້ງຂຶ້ນ ແລະການຕັ້ງຊື່ນີ້ ກໍຫຼັງຈາກລາວໄດ້ຂຶ້ນເປັນຫົວເມືອງຂຶ້ນຝຣັ່ງແລ່້ວ ແລະລາວເຮົາກໍ ເອົາອັກສອນລາວ ເປັນອັກສອນຂອງຊາດແລ້ວ.
- ແຕ່ທາງຣາຊະການ ໃນດິນແດນຈໍາສັກ ອຸບົນ ໄຊຍະບູຣີ ທີ່ຍັງຂຶ້ນກັບສຍາມນັ້ນ ກໍຍອມຮັບຮຽກ (ແລະແທບບໍ່ນິຍົມໃຊ້ຂຽນອັກສອນທາງຣາຊະການ ມີການໃຊ້ອັກສອນລາວ-ຫຼືໄທຍ໌ຮຽກວ່າໄທຍ໌ນ້ອຍ) ເພາະຍັງຢູ່ພາຍໃຕ້ຂອງສຍາມ ແຕ່ຕອນຕົ້ນໆ ກໍມີການຄັດຄ້ານ.
- ອັກສອນໄທຍ໌ນ້ອຍ ມັນກະແມ່ນອັກສອນລາວແທ້ໆຫັ້ນແລ້ວ ທີ່ມັນຕ່າງເພາະເຂົາຢາກຕີຄວາມໝາຍ ແລະດຶງໄປໃຫ້ມັນຕ່າງຈາກອັກສອນລາວເທົ່ານັ້ນເອງ,
- ປັດຈຸບັນ ນັກປັນຍາຊົນຊາວອີສານໃຫ້ຄວາມສົນໃຈ ເພາະເຫດຜົນທາງການເມືອງສໍາລັບຄົນອີສານ-ກັບ-ໄທຍ໌ເທົ່ານັ້ນ.
- ມັນຕ່າງເພາະເຫດໃດ ?
- ຕ່າງເພາະລາຍມື ຜູ້ຂຽນ
ຍົກຕົວຢ່າງບໍ່ໄກ.
1. ໃຫ້ພວກເຮົາມາສຶກສານໍາກັນ ໂດຍເຮົາເຈົ້າຂ້ອຍຫາຄົນມາຈັກ 5 ຄົນ 1 ໃນນັ້ນແມ່ນລູກພໍ່ແມ່ດຽວ.
2. ແລ້ວໃຫ້ບຸກໆຄົນຂຽນຄໍານັ້ນໆໆ ເໝືອນກັນ ດ້ວຍອັກສອນລາວ.
3. ແລ້ວເອົາອັກສອນທີ່ໃຫ້ພວກເຂົາຂຽນນັ້ນ ມາແລກັນຈະເຫັນຄວາມແຕກຕ່າງກັນຢ່າງຖະໜັດຕາ(ແມ່ນກະທັງຄົນລູກພໍ່ແມ່ດຽວກັນກໍຕ່າງກັນ)
- ແລ້ວຄວາມແຕກຕ່າງເຫຼົ່ານັ້ນ ຈະເຂົ້າໃຈວ່າບໍ່ແມ່ນອັກສອນລາວ ບໍ່ໄດ້ເດັດຂາດ, ພຽງແຕ່ລາຍມືມັນຕ່າງກັນ.
- ຄໍາວ່າອັກສອນໄທຍ໌ ອັກສອນໄທຍ໌ນ້ອຍ ແລະອັກສອນລາວ ມັນແຍກອອກຈາກກັນ ແມ່ນຍຸກສ້າງຊາດ ຄື ຍຸກຝຣັ່ງ ຄໍາວ່າອັກສອນໄທຍ໌ນ້ອຍ ມັນບໍ່ມີມາແຕ່ບູຮານດອກ ໄທຍ໌ເຂົາຕັ້ງຊື່ຂຶ້ນມາຫຼັງຈາກເຂົາປະດິດອັກສອນໄທຍ ຂຶ້ນມາໃຊ້ ແລ້ວໃນນັ້ນມັນມີອັກສອນສລາວ ທີ່ຄົນອີສານໃຊ້ກັນຢູ່ຈົນຮອດປີ 1975 (ໃຊ້ທາງສາສນາ ແລະວັດທະນະທັມ).
- ຄັນເຂົາຈະວ່າອັກສອນລາວ ກະບໍ່ໄດ້ເພາະອັກສອນລາວຂອງປະເທດລາວເຮົາກໍມີແລ້ວ ຈະວ່າອັກສອນໄທຍກະບໍ່ໄດ້ ເພາະອັກສອນໄທຍ໌ມັນ ມີແລ້ວ ກະເລີຍວ່າອັກສອນໄທນ້ອຍເລື້ອຍມາ.
- ອັກສອນເຫຼົ່ານີ້ ມີໃນສີລາເລກ ແຕ່ຮ້ອຍເອັດມະຫາສາລະຄາມເຂົ້າມາ ເດັ່ນສຸດແມ່ນອຸບົນ ແລະທີ່ແຂວງໜອງຄາຍ ແຖວພານພ້າວ ອັກສອນທີ່ນີ້ກໍແມ່ນອັກສອນລາວ.
- ທີ່ເຂົາວ່າ ມັນເໝືອນອັກສອນພຣະຍາລິໄທ ກໍເພາະອັກສອນພຣະຍາລິໄທ ມັນເປັນອັກສອນລາວ ທີ່ມີຫຼວງຫຼາຍກວ່າໃນສຸໂຂໄທ, ອັກສອນພະຍາລີໄທ ໃນຄວາມໝາຍຂອງລາງຄືອັກສອນລາວທີ່ມີມາກ່ອນອັກສອນລາມຄໍາແຫງ.
ແລະເໝືອນອັກສອນຝັກຂາມໃນລ້ານນາ ອັກສອນພວກນີ້ມັນແມ່ນອັກສອນລາວ ຕ່າງເພາະຜູ້ສະຫຼັກໃສ່ຫີນ ເຄື່ອງມີດີ ສີມີດີ ມັນກະຂຽນງາມ ບໍ່ງາມຕ່າງກັນ ຊິເອົາຄວາມແຕກຕ່າງຂອງລາຍມື ມາແຍກຄວາມແຕກຕ່າງບໍ່ໄດ້ເດັດຂາດ.
- ມະຫາວິທະຍາໄລອີສານ ອຸບົນ ມະຫາ ສາລະຄາມ ຮ້ອຍເອັດພະຍາມຍາມ ຢືນການຈຸດນີ້ ໂດຍສະເພາະ ດຣ. ມະນັດ ສຸຂສາຍ ນີ້ເປັນເຈົ້າການ ເຂົາຍັງບໍ່ທັນຮູ້ທ່ຽງແທ້ວ່າ ອັກສອນເປັນສິນລະປະ
- ອັກສອນ ແບບທີ່ເຂົາອ້າງອີງວ່າ ອັກສອນໄທຍນ້ອຍ ທີ່ລາວເຮົາ ມີຫຼວງຫຼາຍ.
- ເຂົາຍັງບໍ່ຮູ້ທ່ຽງແທ້ວ່າ ອັກສອນລາມຄໍາແຫງນັ້ນ ບໍ່ມີໃຜອ່ານໄດ້, ຕ່າງຈາກອັກສອນລາວ ໃຜໆກໍອ່ານໄດ້ ເມື່ອອັກສອນຕະກູນດຽວ ມີຂຽນໄວ້ ບໍ່ມີໃຜອ່ານໄດ້ ນັ້ນຄືອັກສອນອຸປະໂລກ, ເຂົາຍັງບໍ່ຮູ້ຊໍ້າວ່າ ອັກສອນລາມຄໍາແຫງ ທີ່ເຂົາວ່າຕົ້ນອັກສອນໄທຍນັ້ນ ບໍ່ມີຄົນໃດ ໃນຍຸກຫຼັງໆມາໃຊ້ນໍາເຂົາ.
- ຄົນໄທຍທົ່ວໄປອ່ານອັກສອນລາມຄໍາແຫງບໍ່ໄດ້(ຫາກບໍ່ໄດ້ຖືກການຮຽນຄັກແນ່) ແຕ່ອັກສອນລາວ ຫຼືທີ່ວ່າອັກສອນໄທນ້ອຍນ້ອຍ ພຽງແຕ່ໃຊ້ວິທີສັງເກດເລັກນ້ອຍ ກໍອ່ານໄດ້ແລ້ວທນີ້ຂອງຈິງ)
ອ່ານ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເບິ່ງລາຍລະອຽດໄດ້ທີ່ນີ້

ອັກສອນນີ້ ລຽງຕາມລໍາດັບ ເຊິ່ງເປັນອັກສອນ ຈໍານວນ 7 ຕົວ ແລະມີສະອີກຈໍານວນໜຶ່ງ ແຕ່ຖ່າຕ້ອງການຢາກເປັນອັກສອນລາວ ຄົໍບຊຸດ 41 ຕົວ ພ້ອມອັກສອນພິເສດ ອີກ 6 ຕົງໃຫ້ກົດເບິ່ງໃນທີ່ນີ້

ເບິ່ງລາຍລະອຽດໄດ້ທີ່ນີ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ສົມມຸດວ່າ ວັນດີຄືນດີ ກະຊວງຖະແຫຼງຂ່າວ ແລະວັດທະນະທັມ ໄດ້ໄດ້ແຕ່ງໄວຍາກອນຂຶ້ນໜຶ່ງສະບັບອອກມາແລ້ວ ກໍຢື່ນສະພາປະຊາຊົນໃຫ້ພິຈາຣະນາ ສະພາແຫ່ງຊາດ ເຫັນດີຕົກລົງໃຫ້ເປັນເອກະສັນຮັບຮອງເອົາໄວຍາກອນສະບັບນັ້ນ ໂດຍເພີ່ມອັກສອນຈາກ 27 ໂຕ ແລ້ວ ເອົາອັກສອນ ທີ່ເຄີຍຕັດຖິ້ມ ເຂົ້າມາເພີ່ມອີກ 14 ໂຕ ຄືດັ່ງນີ້:

(ໝາຍເຫດ: ໂຕ ພ.ສຳເພົານັ້ນ ຫົວມັນຈະມົນໆ ເໝືອນຕົວທີ່ເຫັນ ມື້ນີ້ໂຟໂຕຊອຟເປີດບໍ່ໄດ້ ຈຶ່ງບໍ່ໄດ້ປ່ຽນ ມື້ໜ້າຊິປ່ຽນໃຫ້ເດີ ຢ່າງໃດກໍໃຫ້ເຂົ້າໃຈວ່າ ໂຕພໍສໍເພົາເປັນແບບນີ້)

- ເຮັດອັກສອນລາວເພີ່ມຂຶ້ນມາ ເປັນ 41 ຕົວເຕັມ, ບວກກັບອັກສອນຜສົມອີກ 6 ຕົວ, ລວມເປັນ 47 ຕົວ, ແລ້ວກໍມີຣັດຖະດຳຣັດອອກມາຈະແຈ້ງ, ຢາກຖາມວ່າ ທ່ານທັງຫຼາຍ ຊິມີຄວາມເປັນເປັນເຊັ່ນໃດ ?

- ເຫັນດີ ຫຼືບໍ່ເຫັນດີ ເປັນກາງເອົາໄວ້ກ່ອນໆໆ ຫຼືທ່ານມີຄວາມເຫັນເປັນເຊັ່ນໃດ ? ໃຫ້ອອກຄົວຄວາມມາເບິ່ງ.

- ອີກຢ່າງໜຶ່ງ ຄັນມີຄວາມອັກສອນຄົບແບບນີ້ແລ້ວ ທ່ານຈະມີຄວາມຫຍຸ້ງຍາກໃນການຂຽນຕາມໄວຍາກອນສະບັບໃໝ່ບໍ ? ຫຼືບໍ່ ?

- ພິເສດ: ທ່ານທັງຫຼາຍ ເບິ່ງອັກສອນທີ່ຂາດຫາຍໄປ 14 ໂຕ, ມີຫຼາຍທ່ານເຂົ້າໃຈວ່າເໝືອນອັກສອນໄທຍ໌ ໃຫ້ທ່ານເບິ່ງຄັກໆເບິງວ່າມີອັກສອນໃດແນ່ທີ່ຄືອັກສອນໄທຍ໌ ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະກົດຕາມເຄົ້າ ດີຄັກ, ສະກົດຕາມສຽງ ດີພໍປະມານ, ສະກົດໄປທົ່ວທີບທົ່ວແດນ ອັນນີ້ດີໃຜດີມັນ 5555555555

- ຄວາມເຫັນ ຄື
ກ. ໃນພາສາລາວ ກໍສະກົດຕາມສຽງ ຕົວຢ່າງຄື : ຂ້ອຍ, ຊິ, ໄປ, ເມືອງ, ຊຽງ, ຂວາງ, ກັບ, ພໍ່, ຂອງ, ຂ້ອຍ, ມື້, ອື່ນ, ແຕ່, ເຊົ້າ. (ເບິ່ງຄໍາເລົ່ານີ້ ມັນຢູ່ໂດດດ່ຽວ ມັນຈະສົມບູນໃນໂຕມັນເອງ ແລະລ້ວນແຕ່ເປັນພາສາລາວ ການຂຽນທີ່ເຫັນນັ້ນ ລ້ວນແຕ່ສະກົດຕາມສຽງ ຂອງພາສາລາວທີ່ເວົ້າອອກມາ ເປັນທາງການແທ້ໆ ເມື່ອນໍາເອົາຄໍາເລົ່ານີ້ ມາປະກອບກັນເຂົ້າເປັນປະໂຫຍກຈະໄດ້ດັ່ງນີ້, ຂ້ອຍຊິໄປເມືອງຊຽງຂວາງກັບພໍ່ຂອງຂ້ອຍມື້ອື່ນແຕ່ເຊົ້າ (ໄດ້ຄໍາເວົ້າປະໂຫຍກສົມບູນ) ຄໍາເລົ່ານີ້ເມື່ອເຫັນຮູບແລ້ວ ຈະຮູ້ໂລດວ່າ ມັນສື່ຄວາມໝາຍຫຍັງ ເປັນຄໍາທີ່ສົມບູນໃນຕົວຂອງມັນ ຄືພາສາລາວ ເປັນຄໍາດ່ຽວໆ ຈະມີຄວາມສົມບູນໃນຕົວຂອງມັນ ຫາກເວົ້າທາງໜຶ່ງ ກໍກ່າວວ່າເປັນຄໍາເວົ້່າທີ່ບໍຣິສຸດ ເຕັມຄວາມໝາຍໃນຕົວຂອງມັນເອງ ແລະຖືວ່າເປັນການຂຽນຕາມເຄົ້າສຽງເຊັ່ນກັນ.

ຂ. ໃນຄໍາເວົ້າຕ່າງປະເທດ ຈໍາເປັນຕ້ອງຂຽນຕາມເຄົ້າສຽງຂອງມັນ ການຂຽນຕາມເຄົ້າ ບາງຄໍາຕ້ອງການອັກສອນພິເສດປະກອບການຂຽນ, ບາງຄໍາຕ້ອງການການສະກົດພິເສດ ເພື່ອບໍ່ໃຫ້ປະສົມປະເສ (ປົນກັນ) ກັບຄໍາໃນສຽງທີ່ຄ້າຍຄຽງກັນ ເຊັ່ນ

ຕົວຢ່າງຄໍາໃນປະໂຫຍກນີ້:
- ການເວລາບອກເຖິງການກະທໍາບາງສ່ວນຂອງມະນຸດ ຫາກເຮົາມີຄວາມມຸ້ງຫວັງທໍາສິ່ງນັ້ນໃຫ້ສໍາເລັດ ຕ້ອງສ້າງຄວາມຊອບທໍາຢ່າງເໝາະສົມ ບໍ່ແມ່ນຊິກະການໝາຍໄວ້ຊື່ໆແລ້ວບໍ່ເຮັດບໍ່ທໍາຫຍັງຈັກດີ້.


(ໃນຄຳເວົ້າເທິງນີ້ມີມີຄວາມຄືກັນ ຂຽນແບບນີ້ກໍໃຊ້ໄດ້ ແຕ່ມັນບໍ່ແຍກຄວາມແຕກຕ່າງໃຫ້ຜູ້ອ່ານ ຮູ້ໄດ້ວ່າຄໍາເລົ່ານີ້ແຕກຕ່າງກັນຈັ່ງໃດ ມີຄວາມໝາຍຈັ່ງໃດ ເຊັ່ນ) - ກາລເວລາບອກເຖິງກາຣກະທໍາບາງສ່ວນຂອງມະນຸສຍ໌ ຫາກເຮົາມີຄວາມມຸ້ງຫວັງທໍາສິ່ງນັ້ນໃຫ້ສໍາເຣັດ ຕ້ອງສ້າງຄວາມຊອບທັມຢ່າງເໝາະສົມ ບໍ່ແມ່ນຊິກະການໝາຍໄວ້ຊື່ໆແລ້ວບໍ່ເຮັດບໍ່ທໍາຫຍັງຈັກດີ້, (ເຮົາຈະເຫັນຄວາມແຕກຕ່າງຢ່າງຈະແຈ້ງວ່າ) ກາລ (ໝາຍເຖິງເວລາ) ກາຣ (ໝາຍເຖິງວຽກງານ), ການ (ໝາຍເຖິງກໍານົດ ຫຼືຂີດໝາຍໄວ້) ນອກຈາກນັ້ນ ຍັງມີຄໍາໃນພາສາອື່ນໆໃນພາສາລາວຄາດວ່າ ມີຈໍານວນ 70 ສ່ວນຮ້ອຍ ຂອງຄໍາເວົ້າໃນພາສາລາວ.

- ຄໍາຕົວຢ່າງເທິງນັ້ນ ຕ້ອງການຂຽນຕາມແບບສະກົດພິເສດ (ເຄົ້າສຽງບໍ່ຕ້ອງການອັກສອນພິເສດກໍໄດ້ ເພາະໃຊ້ອັກສອນທີ່ມີ 27 ໂຕເທົ່ານັ້ນ ພຽງແຕ່ສະກົດພິເສດຕາມເຄົ້າກະພໍ), ສະກົດຕາມເຄົ້າມີຄວາມຄໍາຄັນແນວໃດ ? ຕົວຢ່າງຄໍາໜຶ່ງວ່າ
1. ພະບາດເຈົ້າສະເຫວີຍໂພດຍາມແລງ, ຊົງສະບາຍສຸກບໍ່ມີໄພຕ້ອງ ເນົາໃນຫ້ອງບັນທົມຫຼັບນິດທະເນັ່ງ ສຽງເຊັງໆມ່ວນແມ້ງນົນຕີເສບກ່ອມບັນເລງ.
ກ. ຫາກເຮົາບໍ່ຮູ້ຊັບ ຄໍາວ່າ ສະເຫວີຍໂພດ (ອາດໝາຍເຖິງສະເຫວີຍຫຼາຍເກີນກໍານົດ ຄວນທີ່ເຂົ້າໃຈວ່າ ສເວີຍໂພຊນ໌-ອັນໝາຍເຖິງໂພຊະນາການ) ຫາກເຂົ້າໃຈຕາມການຂຽນ ຕາມສຽງວ່າສະເຫວີຍໂພດ(ກິນໂພດ-ກິນຫຼາຍ) ມັນຊິໄປເຮັດໃຫ້ຜູ້ບໍ່ຮູ້ວ່າ ເອ້.....ກິນໂພດປານນີ້ ຄືວ່າສະບາຍທ້ອງລະ ທັງບັນທົມ(ນອນ)ສະບາຍສຸກເສີຍໆໆ ບໍ່ມີຫຍັງເກີດຂຶ້ນ.....(ນີ້ແລ້ວຄືຄວາມຈໍາເປັນຕ້ອງຂຽນຕາມເຄົ້າ) ຫາກເຮົາບໍ່ສົນໃຈຊິພັດທະນາວິຊາການ ບໍ່ຈໍາເປັນຂຽນຕາມເຄົ້າກໍໄດ້ ແຕ່ຄວາມຮູ້ຈະບໍ່ຖືກພັດທະນາໄດ້ ເພາະມັນຈະວົນໆໆວາຍຢູ່ແຕ່ຄໍາເວົ້າ ຫຼັກໄວຍາກອນຢູ່ຊໍ້າໆຊາກ ວັນນະຄະດີ ອື່ນໆໆ ວິຊາການອື່ນກໍບໍ່ຖືກພັດທະນາ ຫຼືພັດທະນາແລ້ວກໍບໍ່ສາມາດຈະຂະຫຍາຍຕົວໄດ້ເພາະມັນຂ້ອງໆໆໆໆຢູ່ດັ່ງທີ່ເຫັນ)

2. ອັນທີ່ຍົກຕົວຢ່າງມານີ້ເປັນພຽງເລັກໆໆນ້ອຍໆໃນຄໍາ ທີ່ເຮົາມີອັກສອນສະກົດຢູ່ ບາງຄໍາໃນພາສາອື່ນທີ່ປົນໃນພາສາລາວຕ້ອງການອັກສອນອື່ນ ຈໍານ 14 ຕົວ ທີ່ຂາດຫາຍໄປ ຍິ່ງມີຄວາມຫຍຸ້ງຍາກໜັກກວ່ານີ້ອີກ (ຍົກຕົວຢ່າງຂຽນໃຫ້ເຫັນຮູບບໍ່ໄດ້ ເພາະບໍ່ມີອັກສອນຂຽນປະກອບ ແຕ່ພໍຍົກໃຫ້ເຫັນຮອຍຈັ່ງຊີ້)

ກ. ຕົວຢ່າງວ່າ ກົດໝາຍຂອງເຮົາ ອາດບໍ່ສາມາດເປັນກົດໝາຍທີ່ດີໄດ້ ເພາະສັງຄົມເຮົາບໍ່ໄດ້ປະຕິບັດຕາມກົດໝາຍ, ຫາກເຮົາບໍ່ໄດ້ທໍາຕາມກົດໝາຍ ມັນກໍກົດໜ່ວງທ່ວງ ດຶງຄວາມຈະເລີນຂອງບ້ານເມືອງໄດ້ (ກົດ-ກົຕ ແລະກົຕໝາຍ) ຂຽນຕ່າງກັນຍ່ອມມີຄວາມໝາຍຕ່າງກັນແລ.
ອ່ານນີ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພາວະຜູ້ນຳ
ການສຶກສາພາວະຜູ້ນໍາຢ່າງມີລະບົບ ໄດ້ດຳເນີນການຕໍ່ເນື່ອງມາຮ່ວມຮ້ອຍປີ ເກີດມູມມອງ ແລະຄວາມເຊື່ອຕ່າງໆ ທີ່ພັດທະນະມາເປັນທິດສະດີຜູ້ນໍາຈຳນວນມາກ ມາຍ ໃນທີ່ນີ້ຈະແບ່ງເປັນກຸ່ມທິດສະດີ ແລະ ເລີ່ມດ້ວຍທິດສະດີຄຸນລັກສະນະຂອງຜູ້ນຳ, ກຸ່ມທິດສະດີພຶດຕິກັມ ຕົວຢ່າງບາງທິດສະດີເຊີງສະຖານະການ ທິດສະດີຜູ້ນຳເຊີງວິລະບູຣຸດ ຫຼືພາວະຜູ້ນຳໃໝ່ໂດຍສະເໜຫາບາງທິດສະດີ ແລະປະເດັນທີ່ເປັນແນວໂນ້ມກ່ຽວກັບພາວະຜູ້ນຳໃນອະນາຄົດ ຄວາມໝາຍຂອງພາວະຜູ້ນຳ.

- ມີຄວາມສຳຄັນຢູ່ 2 ຄຳທີ່ຈຳເປັນຕ້ອງເຂົ້າໃຈໃນຄັ້ງແຮກ ກໍຄືຄຳວ່າ "leadership" ເຊິ່ງມັກຮຽກວ່າ "ພາວະຜູ້ນຳ" ຫຼື "ການເປັນຜູ້ນຳ" ກັບຄຳອີກຄັ້ງໜຶ່ງ ຄື "Management" ເຊິ່ງຮຽກວ່າ "ການບໍຣິຫານ" "ການບໍຣິຫານຈັດການ" ທັງສອງຄຳກໍມີຄວາມໝາຍແຕກຕ່າງກັນ ໂດຍມີນັກວິຊາການຄົນ ສຳຄັນໃຫ້ທັດສະນະໄວ້ ດັ່ງນີ້:

- ຄອຕເຕີຣ໌(Kotter, 1999)ແຫ່ງມະຫາວິທະຍາໄລຮາຣ໌ວາຣ໌ດ ກ່າວວ່າ ການບໍຣິຫານຈັດການ "Management" ໝາຍເຖິງຄວາມສາມາດ ຄວາມສາມາດໃນການປະຜະເຊີນກັບສະຖານະກາທີ່ສະຫຼັບສັບຊ້ອນໄດ້, ການບໍຣິຫານຈັດການທີ່ດີທຳໃຫ້ເກີດຄວາມເປັນລະບຽບຮຽບຮ້ອຍ ໃນແນ່ທີ່ມີແຜ່ນງານທີ່ເປັນທາງການ ມີໂຄງສ້າງຂອງອົງການທີ່ແນ່ນອນຊັດເຈນ ແລະມີການກຳກັບດູແລການດຳເນີນງານເປັນໄປຕາມແຜນ ສ່ວນພາວະຜູ້ນໍາໝາຍເຸຖິງ ຄວາມສາມາດໃນການຜະເຊີນກັບພາວະການປ່ຽນແປງໄດ້ ໂດຍມີຜູ້ນໍາເປັນຜູ້ສ້າງວິໄສທັດເປັນຕົວກໍາກັບ ທິດທາງຂອງອົງການໃນອະນາຄົດ ຈາກນັ້ນຈຶ່ງຈັດວາງຄົນພ້ອມກັບສື່ຄວາມໝາຍໃຫ້ເຂົ້າໃຈ ວິໄສທັດ ແລະສ້າງແຮງບັນດົນບັນດານໃຈແກ່ຄົນເລົ່ານັ້ນ ໃຫ້ສາມາດເອົາຊະນະອຸປະສັດເພື່ອໄປສູ່ວິໄສທັດດັ່ງກ່າວ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


- ພຣະອາຈານສະຫຼັດ ກິດຕິວັນໂນ ເກີດທີ່ເມືອງໜອງຄາຍ, ວດທີ່ວັດມີໄຊຍ໌ ເມືອງໜອງຄາຍ ຕອນຍັງໜຸ່ມ ປີ 1858 ມາສ້າງວັດໂຊກຄໍາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ສະໄໝນັ້ນ ຊາວອີສານ ນິຍົມມາຢູ່ວຽງຈັນ ຫຼາຍກວ່າການໄປຢູ່ບາງກອກ(ກຸງເທບ) ພຣະອາຈານສະຫຼັດເປັນໜຶ່ງ ໃນຊາວອີສານເລົ່ານັ້ນ ປີ 1976 ກັບໄປຢູ່ໜອງຄາຍ ສ້າງວັດເຕີບນິມິດ ອໍາເພີເມືອງໜອງຄາຍ ແລະໄປຢູ່ສະຫະຣັດອາເມຣິກາ ທຽວມາຢາມເມືອງລາວປີລະຫຼາຍຄັ້ງ, ເພາະພໍ່ແມ່ ພີ່ນ້ອງຂອງເພິ່ນຢູ່ທີ່ເມືອງລາວພີ້່ຈໍານວນຫຼວງຫຼາຍ.
- ປີ 2011 ພຣະອາຈານໃຫຍ່ປ່ວຍມາເຂົ້າໂຮງໝໍຢູ່ເມືອງໄທຍ໌ ເຫັນວ່າອາຈານໜັກຂຶ້ນ ຈຶ່ງມາຍັງເມືອງລາວ ຫວັງມໍຣະນະພາບທີ່ເມືອງລາວ ແລະທ່ານກໍໄດ້ມໍ່ຣະນະ ພາບທີ່ວັດໂຊກຄຊາ ເມືອງໄຊເຊດຖາ ນະຄອນຫຼວງວຽງ.
- ມື້ອື່ນ ວັນທີ 2 ກໍຣະກົດ ຈະໄດ້ທໍາຊາປະນະກິດສົບຂອງພຣະອາຈານໃຫຍ່ ທີ່ວັດໂຊກຄໍາ.
- ໃຜຢາກຮ່ວມທໍາບຸນນໍາເພິ່ນ ກໍເຊີນແຕ່ເຊົ້າ ເຖິງແລງ, ພຣະອາຈານສົມຊາຍ ບຸນຍະປາສິດ ເຈົ້າອະທິການ ຝາກບອກຂ່າວ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ມີຄົນບໍ່ຮູ້ເຊິ່ງເຖິງພາສາລາວຫາວ່າ "ແຮກ" ບໍ່ແມ່ນພາສາລາວ ເຊັ່ນ ມີຄົນວ່າ "ຄັ້ງແຮກ" "ເລີ່ມແຮກ" "ແຮກເລີ່ມ".
1. ບັນຫານີ້ ຜູ້ຂຽນເຫັນວ່າເປັນບັນຫາອັນຕລາຍຕໍ່ພາສາລາວ, ອັນທີ່ມັນເປັນອັກຕລາຍຕໍ່ພາສາລາວນັ້ນ ຄື ຄວາມບໍ່ຮູ້ແຫ່ງເກີດ ແລະທີ່ມາຂອງພາສາລາວນັ້ນເອງ, ແຕ່ນີ້ບໍ່ຖືກວ່າເປັນອັນຕລາຍໜັກເທົ່າກັບ "ຄວາມມີອະຄະຕິແລະຄວາມເຫັນທີ່ຜິດນັ້ນ" ເພາະທັງສອງນີ້ ມັນຈະກາຍເປັນທິດສະດີຕໍ່ຕ້ານວັດທະນະທັມ Theory of cultural resistance. ທິດສະດີຖືວ່າເປັນອັນຕລາຍທີ່ສຸດ ສໍາລັບຍຸກປັດຈຸບັນທິດສະດີນີ້ມີຜົນສັກສິດ ຫຼືມີປະໂຫຍດໃນຍຸກຂອງການສ້າງຊາດ, ຍຸກຕໍ່ຕ້ານການລ່າອະນານິຄົມ ແຕ່ສໍາລັບຍຸກປັດຈຸບັນແລ້ວ ເປັນຍຸກປະຊາທິປະໄຕ ແລະຍຸກພັດທະນາ ທິດສະດີນີ້ອາດໃຊ້ບໍ່ໄດ້ເລີຍ.

- ບາດນີ້ເຮົາມາແກ້ຂໍ້ສົງໄສ ຂອງຄົນທີ່ຕ້ານຄໍາວ່າ "ແຮກ" ບໍ່ແມ່ນພາສາລາວ, (ເຮົາພົບວ່າຄົນລາວທົ່ວໄປບໍ່ນິຍົມໃຊ້ "ແຮກ" ໃນທາງກົງກັນຂ້າມກັນນັ້ນ ພັດປາກົດເຫັນຄົນລາວໃຊ້ ແລກໆໆ ທົ່ວໄປໃນສັງຄົມ ທຸກໆຊັ້ນຄົນ, ການໃຊ້ຂອງພວກເຂົາ ເປັນໃຊ້ທີ່ບໍ່ໄດ້ຄໍານຶງເຖິງບັນຫາຖືກຜິດ ແລະຄວນບໍ່ຄວນເລີຍ, ແຖມຍັງກັບໄປມອງຜູ້ທີ່ໃຊ້ ແຮກໆ ແທນ ແລກໆໆ ວ່າເປັນການເວົ້າພາສາໄທຍ໌, ທີ່ຈິງໃນພາສາໄທຍ໌ ຍໍ່ມີແຮກ ມີແຕ່ໃຊ້ ແຣກ, ຄົນທີ່ໃຊ້ແລກ ແທນແຮກ ຄົນນັ້ນໜ້າຈະໃຊພາສາໄທຍ໌ ແຖມຍັງໃຊ້ຜິດອີກຕ່າງ ກ່າວໄດ້ວ່າຜິດຍົກກໍາລັງສອງ.

- ບາດນີ້ ເຮົາມາຄົ້ນຫາວ່າ ແຮກໆໆ ໃນພາສາລາວ ມີການໃຊ້ບໍ ?
ຜ່ານການຄົ້ນຄວ້າໃນຄໍາໃນພາສາລາວ ເຫັນວ່າ ແຮກໆໆໆໆໆ ເປັນພາສາລາວ ແລະເປັນຄໍາສະໜັບສະໜຸນທີ່ວ່າ ແລກໆ ຜິິດ ແຮກຖືກ.
1. ເຮົາພົບຄໍາວ່າ ແຮກນາ ຄືໄຖນາຄັ້ງທໍາອິດ ຫຼືຄັ້ງທີ່ໜຶ່ງ
2. ຕໍ່ມາເຮົາພົບຄໍາວ່າ ຕັ້ງເສົາແຮກ ການປູກເຮືອນ ຈະມີເສົາແຮກ ແລະເສົາຂວັນ, ເສົາແຮກ ເປັນເສົາທີ່ຕັ້ງຂຶ້ນກ່ອນ ຫຼືທໍາອິດນັ້ນເອງ
3. ເຮົາພົບຄໍາວ່າ ແຮກສ່ຽວ, ແຮກສ່ຽວ ເປັນວັດທະນະທັມລາວທາງສັງຄົມລາວໂດຍແທ້, ບັດນີ້ພິທີແຮກສ່ຽວ ຖືກລືມໄປແລ້ວ ແຕ່ຄົນລາວຍັງນິຍົມສ້າງມິດ ດ້ວຍການນັບຖືກັນເປັນສ່ຽວ, ໃນບູຮານ ການແຮກສ່ຽວເປັນພິທີກັມ ຄືໃຜໆໆໆ ຮັກກັນຊອບກັນເໝືອນກັບພີ່ນ້ອງ ມັກຈະແຮກສ່ຽວໃຫ້ແກ່ກັນ ຄືເຮັດພາຂວັນຜູກແຂນ ໃຫ້ຄໍາໝັ້ນສັນຍາວ່າຈະຮັກກັນເໝືອນພີ່ນ້ອງ.
- ແຮກສ່ຽວ ໝາຍຫວ່າ ການຜູກຮັກກັນຄັງຕໍາອິດນັ້ນເອງ.
- ທ່ານຜູ້ໃດ ພົບຄໍາທີ່ກ່ຽວຂ້ອງກັນນີ້ ອະທິບາຍໃຫ້ກວ້າງຂວາງອອກໄປດ້ວຍ ຈະເປັນພຣະຄຸນຍິ່ງ

- ທ່ານຜູ້ໃດຕ້ານພາສາລາວ ໂດຍທີ່ເອົາທິດສະດີຕໍ່ຕ້ານວັດທະນະທັມມາເປັນຕົວກໍານົດ ແລະໂດຍຄວາມບໍ່ຮູ້ກໍອາດກ່າວໄດ້ວ່າ ກໍາລັງທໍາລາຍພາສາລາວຢູ່ ດ້ວຍຄວາມບໍ່ຮູ້ສຶກຕົວກໍເປັນໄປໄດ້..

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ພາສາລາວ ກັບພາສາໄທຍ໌ ດັ່ງທີ່ເຮົາຮູ້ແລ້ວວ່າ ມີພາສາຄ້າຍກັນ, ພາສາທາງການຂອງໄທຍ ຈະເວົ້າເປັນເອກະພາບກັນທົ່ວປະເທດໄທຍ໌ ມີສຳນຽງຕ່າງຈາກພາສາລາວທົ່ວໄປ, ແຕ່ພາສາທ້ອງຖິ່ນໃນໄທຍ໌ ຈະຄືກັບພາສາລາວແຕ່ລະພາກ ບາງຄວາມເວົ້າມີຄຳທີ່ແຕກຕ່າງກັນໄປ ແຕ່ລະຖິ່ນ ແຕ່ວ່າ ຄຳວ່າ ບໍ່ (ເປັນຄຳປະຕິເສດນີ້ ພາສາທາງການຂອງໄທຍ໌ ຈະໃຊ້ ໄມ່).

- ບໍ່ເປັນຄຳປະຕິເສດຂອງຄົນເຊື້ອຊາດ ແລະເຜົ່າພັນລາວທັງມວນ, ດັ່ງເຮົາຈະເຫັນຄຳວ່າບໍ່ໃນພາສາຕະກຸນໄທລາວ ທຸກໆເຜົ່າ, ເຊັ່ນລາວທຸກໆເຜົ່າ ໃນລາວຈະໃຊ້ຄຳປະຕິເສດວ່າ ບໍ່, ລາວລ້ານນາ, ລາວລື້ໃຈຈີນ, ລາວໃນພາກອີສານ, ລາວໃນອັດສັມ ແລະລາວໃນຫວຽດນາຕະຫຼອດຂະເໝນ, ສະນັ້ນ ທີ່ມາຄຳປະຕິເສດ ບໍ່ນີ້ຈຶ່ງເປັນພາສາຂອງລາວໂດຍແທ້, ສ່ວນໄມ່ ໃນພາສາໄທຍ໌ນັ້ນ ຍັງຄົ້ນຫາທີ່ມາບໍ່ໄດ້ວ່າ ມາຈາກໃສ ?

- ສີລາຈາຣືກຣາມຄຳແຫງ ເຊິ່ງໄທຍ໌ຖືວ່າເປັນຕົ້ນແບບຂອງພາສາໄທຍ໌ ກໍບໍ່ປາກົດເຫັນໃຊ້ໄມ້ ສະນັ້ນ, ຄຳວ່າໄມ່ ເປັນຄຳປະຕິເສດນັ້ນ ຈຶ່ງເປັນຄຳເວົ້າ ທີ່ຕ້ອງຄົ້ນຫາທີ່ມາອີກຍາວນານ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ໜ້າທໍາອິດ ປວັດທີ່ໄດ້ພົບພໍ້ພຣະພຸດທະຮູບອົງນີ້ໃນປະເທສຝຮັ່ງເສດ ທີ່ທ່ານຈະໄດ້ອ່ານຕໍ່ໄປນີ້, ຜູ້ຂຽນໄດ້ຕັກແປງຮຽບຮຽງຈາກປຶ້ມຫົວນ້ອຍໆ ທີ່ໄດ້ຮັບຈາກຍາດໂຍມຊາວລາວ ທີ່ປະເທດຝັ່ງເສສ ໄດ້ນໍາມາມອບໃຫ້ຂ້າພະເຈົ້າ ພ້ອມທັງຮູບພຣະທະຮູບຂະໜາດໃຫຍ່ 50 x 80 ຊມ 1 ໃບໃສ່ຂອບພ້ອມ, ຮູບຂະໜາດ 40 x 55 ຊມ 4 ໃບ ແລະ ຂະໜາດ 30 x 40 ຊມ, 2 ໃບ.

- ເມື່ອໄດ້ຮູບປຶ້ມປະຫວັດເຫຼັ້ມນ້ອຍໆ ຂະໜາດ 15 x 21 ຊມ, ພິມດ້ວຍເຈັ້ຍອາຣ໌ທ 190 ກຣາມ ມີຈໍານວນ 8 ໃບພ້ອມຫຼັງປົກ, ສອດສີເຫຼືອງ ມີຮູບພຣະພຸດທະຮູບອົງນີ້ ໃນມູມຕ່າງໆ ແລະຈຸດເດັ່ນຂອງພຣະພຸດທະຮູບ, ເນື້ອໃນຂອງປຶ້ມ ມີພຽງ 4 ເຄິ່ງ ເປັນການເລົ່າຄວາມເປັນມາ ທີ່ໄດ້ພົບພຣະພຸດທະຮູບທີ່ປະເທດຝຣັ່ງຢ່າງລວບລັດຕັດຕອນ ເນັ້ນສະເພາະຈຸດສໍາຄັນ, ແລະໜັງສືນັ້ນກໍເປັນໜັງສືຂຽນດ້ວຍມື ຜູ້ນໍາມາມອບ ກໍບອກວ່າ ເປັນລາຍມືຂອງເຈົ້າຂອງພຣະເອງ.
- ໃນຕອນທ້າຍຂອງໜ້ທີ່ 5 ນັ້ນ ຂຽນວ່າ
ຂໍຝາກຄວາມຮັກແລະຄິດເຖິງທຸກໆຄົນມາພ້ອມນີ້ດ້ວຍ.
ຂໍໃຫ້ລັດຖະບານລາວຈົດທະບຽນໂລກ ໄວ້ເປັນຫຼັກຖານ
ທີ່ນະຄອນຫຼວງປາຣີສ໌, ວັນທີ 27 ມົກກະຣາ 2009
(ລາຍເຊັນ)
ນາງໜໍ່ຄໍາ ສຸວັນນະວົງສ໌
(ເຈົ້າຂອງຜູ້ນໍາເອົາປຶ້ມ ແລະຮູບມາມອບໃຫ້ ຜຂ ນີ້ໄດ້ໃຫ້ຜູ້ຂ້າພິມ ແລະດັດແປງເນື້ອໃນໃຫ້ຄັກແນ່ໃຫ້ແນ່ ແລະໃຫ້ພິມໃຫ້ດ້ວຍຈະໄດ້ເອົາແຈກ ຢາຍໃຫ້ທ່ານຜູ້ສົນໃຈ)
- ສະນັ້ນ, ເມື່ອຜູ້ຂຽນເຫັນວ່າເນື້ອໃນຂອງການເລົ່າໃນປຶ້ມ 4 ໜ້າເຕັມນັ້ນ, ເປັນການເລົ່າແບບທໍາມະດາ ກົງໄປກົງມາ ແລະສັ້ນກະທັດຮັດແບບ ລວບລັດຕັດຕອນໂພດ ຈຶ່ງໄດ້ຕັດສິນໃຈສໍາພາດຜູ້ທີ່ເອົາຮູບມາໃຫ້ນີ້ ເຖິງຄວາມເປັນມາ ຂອງພຣະໄດ້ຄວາມແລ້ວ ຜູ້ຂຽນຈຶ່ງໄດ້ຮຽບຮຽງກັບການ ບັນທຶກຂອງນາງໜໍ່ຄໍາ ສຸວັນນະວົງນີ້ ຈຶ່ງສະເໜີທ່ານຜູ້ອ່ານກ່ອນເປັນໜ້າທໍາອິດ ແລະຈະສະເໜີໃຫ້ອ່ານຜູ້ອ່ານໄປຈົນຈົບເລື່ອງ.
(ບົດກວດແກ້ຮຽບຮຽງໃໝ່)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວຽ=ຈັນຄົບຮອບ ໔໕໐ ປີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ວິທີຂຽນທັບສັບນີ້ ງ່າຍໆໆໆ
ວິທີຽນໃຫ້ເຮັດຈັ່ງຊີ້
໑. ເບິ່ງເຄົ້າຂອງພາສາທີ່ເປັນພາສາເດີມ
໒. ປ່ຽນຮູບອັກສອນເດີມ ໃຫ້ເປັນອັກສອນລາວ
໓. ລຽນລຳດັບການຜະສົມອັກສອນ ຕາມອັກຂະຣະວິທີລາວ
- ກໍໄດ້ວິທີຂຽນທັບສັບແບບລາວແລ້ວ ບໍ່ຍາກໆໆໆໆໆ

ຕົວຢ່າງ:
- Duss ປ່ຽນເປັນ ດັສສ໌ (ກໍຣະນີນີ້ ໂຕ SS ມີ ໒ ໂຕ ກໍຕ້ອງຂຽນສອງໂຕ ແຕ່ກໍຕ້ອງຫ້າມທຳງານໂຕໃດໂຕໜຶ່ງ ໂດຍອີງຕາມສຽງ ຫຼືຕາມຮູ້ເຄົ້າພາສາ)
- PRADO ປ່ຽນເປັນ ປຣາໂດ (ວິທີນີ້ບໍ່ຕ້ອງເຮັດຫຍັງ ເພາະມັນຖືກຕາມອັກຂະຣະວິທີລາວແລ້ວ).
- Lao star Channel ປ່ຽນເປັນ ລາວສຕາຣ໌ ແຊນແນລ (ອັນນີ້ກະບໍ່ຕ້ອງເຮັດໃຫ້ປ່ອຍໃຫ້ມັນເປັນໄປຕາມນັ້ນເລີຍ ເພາະມັນຣຽງຕາມອັກຂະຣະວິທີລາວ ຕ່າງແຕ່ເປັນການສະກົດ ພິເສດ-ໃນກໍຣະນີນີ້ເຮົາຈະເຫັນວ່າ ສຕາຣ໌ ຂຽນແບບນີ້ ອັນນີ້ເປັນໄປຕາມເຄົ້າສັບເຂົາ Star ເຊິ່ງບໍ່ມີ ສະຣະ a ຢູ່ເຮົາກໍບໍ່ຕື່ມສະ າ ໃຫ້ມັນ, ແຊນແນລ ມີຄວາມແຕກຕ່າງ ຄື ລ ສະກົດແທນທີ່ຈະ ໃຫ້ໂຕ ນ ຕາມແບບລາວ ແຕ່ເຄົ້າເຂົາໃສ່ໂຕ L ໂຕ L ທຽບໄດ້ ໂຕ ລ ໃນອັກສອນລາວ ເຮົາກໍຂຽນຕາມເຂົາ ສ່ວນຈະອ່ານອອກສຽງ ແນວ ຫຼື ແນລ ກໍສຸດ ແຕ່ເຄົ້າສັບເດີມຈະກຳນົດ)
-ໃຫ້ປ່ຽນອັກສອນຝຣັ່ງ ມາເປັນລາວລາວ ໂດຍການສົມທຽບອັກສອນລາວໂຣມັນ ຕາມທີ່ໄດ້ຮຽນມາ ແຕ່ການປ່ຽນຮູບ ຫຼືທຽບຮູບອັກສອນທີ່ຖືກຕ້ອງນັ້ນ ໃຫ້ຖືເອົາຕາມແບບສະພາ ຈັນທະບູຣີນັ້ນແມ່ນຖືກທີ່ສຸດ.
 


 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດ້ວຍເຫດໃດ ຄຳເສີມພຣະນາມ ຫຼືພຣະຣາຊະອິຣິຍະຍົດຂອງພຣະເຈົ້າຟ້າງຸ່ມມະຫາຣາດ ຈຶ່ງມີຄຳວ່າ “ຜີຟ້າ”ຢູ່ດ້ວຍ
------------------------------------------------------------------------------------------------------
ພຣະເຈົ້າຟ້າງຸ່ມ ເປັນປະຖົມມະກະສັດແຫ່ງລ້ານຊ້າງ, ເປັນປະຖົມບໍຣົມມະກະສັດລາວ ເຖິງວ່າ ຖະນະແລະອຳນາດຂອງລ້ານຊ້າງຈະກຳເນີດເກີດຂຶ້ນມາແຕ່ ພ.ສ ໑໑໙໔ ພຸ້ນກໍຕາມ ແຕ່ລ້ານຊ້າງຂະນະ ນັ້ນຍັງບໍ່ມີອຳນາດອິດທິພົນອັນກວ້າງໃຫຍ່ໄພສານ ເປັນມະຫາອຳນາດປົກຄອງອານາຈັກນ້ອຍໃນຫຼ່້ອງ ແມ່ນຳ້ຂອງ ບັນດາຫົວເມືອງຕ່າງໆຍັງເປັນເອກະລາດ ບາງຫົວເມືອງຍັງຂຶ້ນກັບອຳນາດຂອງຂອງຢູ່ ເມື່ອຂອມເສ່ືອມອຳນາດ ບັນດາຫົວເມືອງນ້ອຍໃຫຍ່ຂອງຊົນຊາດໄທລາວ ກໍປະກາດຕົວເປັນເອກະລາດ ໃນນັ້ນ ຖານະອານາຈັກລ້ານຊ້່າງ ເປັນມະຫາອານາຈັກ ເຊິ່ງມີເມືອງຫຼວງຢູ່ເມືອງຊວາ ກໍໄດ້ປາກົດຕົວ ພົ້ນ ເດັ່ນຂຶ້ນ ມີເມືອງນ້ອຍໆຕ່າງໆມາຂຶ້ນກັບເຮັດໃຫ້ອານາຈັກລ້ານຊ້າງຄ່ອຍໆໆ ມີຄວາມເຂັ້ມແຂງ ຂຶ້ນ ຈົນມາເຖິງ ພ.ສ ໑໙໐໒ ພຣະເຈົ້າຟ້າງຸ່ມໄດ້ທ້ອນໂຮມອານານາຈັກຂອງຊົນຊາດໄທ-ໄຕລາວ ເຂົ້າກັບ ລວມເປັນມະຫາອານາຈັກລ້ານຊ້າງທີ່ຍິ່ງໃຫຍ່ ເມື່ອພຣະອົງກຳລັງທຳການທ້ອນໂຮມອານາຈັກລ້ານຊ້າງ ຢູ່ນັ້ນ ພຣະນາມຂອງພຣະອົງ ໄດ້ເສີມຂຶ້ນເປັນ “ພຣະເຈົ້າຜີຟ້າເລີດຫຼ້າທໍຣະນີຟ້າງຸ່ມມະຫາຣາດ” ຫຼື “.

ເວົ້າເລື່ອງ “ຜີ” ຂຶ້ນມາຄົນລາວເຮົາຈະຮູ້ໄດ້ໂດຍທັນທີ ວ່າແມ່ນຫຍັງ, ຜີໃນຄວາມໝາຍຂອງຄົນລາວເຮົາ ເມື່ອກ່າວເຖິງຜີ ຈະໝາຍເຖິງວິນຍານຮ້າຍ ແລະໝາຍເຖິງຄົນທີ່ຕາຍໄປຍັງບໍ່ທັນເອົາໄປຖິ້ມ ເຂົາກະ ຮຽກວ່າ “ຜີຕາຍ” ຜີໃນຄວາມໝາຍຂອງພາສາລາວ-ໄທຍ໌ ແລະກຸ່ມພາສາໄຕ ຈະໝາຍເຖິງວິນຍານ ແລະສິ່ງຊົ່ວຮ້າຍ.

ໃນພຣະພຸດທະສາສນາຈະກ່າວເຖິງຜີນ້ອຍທີ່ສຸດ ສ່ວນໃຫຍ່ຈະເວົ້າເຖິງວິນຍານ, ຫາກກ່າວເຖິງສົມມຸດ ຕິສັດຈະອັນເປັນຝ່າຍດີ ສ່ວນໃຫຍ່ກ່າວເຖິງ ເທວະດາ ອິນ ພຣົມ, ຫາກກ່າວເຖິງຝ່າຍຊົ່ວອັນເກີດຈາກ ຝົນຂອງກັມຊົ່ວມັກຈະເວົ້າ ເຖິງເຜດ, ອະສຸຣະກາຍ ແລະນະຮົກ, ນອກນັ້ນຈະບໍ່ຄ່ອຍກ່າວເຖິງຜີເລີຍ ພົບໄດ້ສະເພາະແຕ່ໃນວິໄນ ທີ່ກຳນົດໄວ້ວ່າ ເຫດທີ່ຊົງອະນຸຍາດໃຫ້ຢຸດລົງອຸໂປສົດສັງຄະກັມ ຄື “ຜີເຂົ້າພິກຂຸ” ນອກຈາກນີ້ແລ້ວ ບໍ່ປາກົດເຫັນເລີຍ.

ເມື່ອເປັນເຊັ່ນນັ້ນ ຜີ ໃນພາສາລາວເຮົາໝາຍເຖິງຫຍັງ ? ຄົນຈຶ່ງຢ້ານແທ້ຢ້ານວ່າ, ຄວາມຈິງແລ້ວ ຜີໃນຄວາມໝາຍເດີມຂອງພາສາລາວ ຄຳວ່າຜີ “ໝາຍເຖິງແຖນຕ່າງໆໂດຍສະເພາະແມ່ນແຖນຫຼວງຟ້າ ຄື່ນນັ້ນ ເປັນຜີທີ່ເປັນໃຫຍ່ກວ່າຜີທັງມວນ ຮຽກວ່າ “ແຖນຫຼວງ” ບາງຄັ້ງກໍວ່າ “ຜີຫຼວງ” ໃນສາສນາແຖນ ເຊິ່ງບາງຄັ້ງກໍຮຽກວ່າ “ຜີແຖນ” ຜີແຖນໃນຄວາມເຊື່ອຂອງຄົນລາວບູຮານ ຄືເທບປະ ຈຳນ່ານຟ້າ, ສ່ວນຜີຕ່າງໆປະຈຳນຳ້ ແລະດິນ ເຊັ່ນ ຜີພູມ ຜີເສື້ອນຳ້ ຜີເຊື້ອບົກ ອັນມີຜີໃຫຍ່ກວ່າໝູ່ ຄືຜີເຊື້ອເຟື້ອງ ຫຼືຜີເຊື້ອເມືອງ ຫຼືພັດທະນາມາເປັນຜີສີເມືອງໃນປັດຈຸບັນນີ້.

ເມື່ອພຣະພຸດທະສາສນາໄດ້ເຂົ້າມາຍັງອານາຈັກລ້ານຊ້າງແລ້ວ ຄຳສອນຂອງພຣະພຸດທະສາສນາໄດ້ ເຜີຍເຂົ້າສູ່ຈັດໃຈຂອງຄົນລາວທັງມວນ ໃນອານາຈັກລ້ານຊ້າງກໍເລີມຕົ້ນແຕ່ສະໄໝພຣະເຈົ້າຟ້າງຸ່ມມະຫາ
ຜີ ໃນຄວາມເຊື່ອຂອງຄົນລາວບູຮານ ທີ່ຕິດພັນກັບສາສນາແຖນນນັ້ນ ຈຶ່ງໝາຍເຖິງ ຜູ້ມີອຳນາດ ແລະເປັນໃຫຍ່, ທັງທີ່ເປັນເທບຢູ່ບົນຟ້າ ຮຽກວ່າ “ແຖນ” ຫຼື “ຜີແຖນ” ອີກຄຳໜຶ່ງ “ຜີຟ້າ” ຫຼືບາງຄັ້ງກໍເອົາ ສອງຄຳມາຜະສົມກັນເລີຍ ຮຽກວ່າ “ຜີຟ້າຜີແຖນ” ຫຼື “ຜີແຖນຟ້າ” ແຖນຢູ່ບົນດິນ ຮຽກວ່າ “ຜີ ຕ່າງໆດັ່ງ ທີ່ກ່າວແລ້ວ.
ໃນປະຫວັດສາດ ຊາດອ້າຍລາວ ແລະງາຍລາວ ໄດ້ກຳເນີດຂຶ້ນມາແລ້ວໃນໂລກບໍ່ນ້ອຍກວ່າ ໕.໐໐໐ ປີ, ເຊິ່ງຖືວ່າກ່ອນການກເນີດພຸດທະສາສນາ, ກ່ອນພຸດທະສາສນາ ກໍມີສາສນາຢູ່ກ່ອນແລ້ວ ສາສນາຂອງ ມະນຸດທີ່ເກົ່າແກ່ນັ້ນແມ່ນສາສນາພຣາມ ໃນສາສນາພຣາມກໍມີຫຼາຍລັດທິ ແຕ່ລະລັດທິກໍມີເທບພຣະເຈົ້າ ຂອງສາສນາຕົນ ອົງດຽວກໍມີ, ຫຼາຍອົງກໍມີ ທຸກໆລັດທິກໍມັກຈະຮຽກພຣະເຈົ້າໃນສາສນາຂອງຕົນວ່າ “ເທບ” ມາໄລຍະຫຼັງໆ ກໍຮຽກວ່າ “ພຣະເຈົ້່າ” ເຊັ່ນສາສນາຮິນດູ ແລະສາສນາຄຣິດ, ສ່ວນສາສນາເກົ່າ ມັກຈະຮຽກເທບ ຫຼືເທບພຣະເຈົ້າ, ສາສນາຜີແຖນ ຫຼືສາສນາແຖນຟ້ານີ້ ຈັດຢູ່ໃນສາສນາບູຮານ ຊົນຊາດ ອ້າຍລາວເປັນຊາດທີ່ເກົ່າແກ່ ກໍຍ່ອມມີລັດທິສາສນາປະຈຳຊາດຕົນມາແຕ່ກຳເນີດຊາດພຸ້ນ ໂດຍສະເພາະ ທີ່ປາກົດໃນຫຼັກຖານຕຳນານທາງປະຫວັດສາດລາວ ທີ່ຈະແຈ້ງກໍຄືພົບໃນໜັງສືຂຸນບູຣົມຣາຊາທິຣາດ ປາກົດວ່າພຣະເຈົ້າຂອງລາວ ບໍ່ແມ່ນ “ພຣົມ, ອີສວນ, ນາຣາຍ ແລະອື່ນໆ” ທີ່ສຳຄັນ ພຣະ ນາມ ເທບຂອງລາວ ບໍ່ແມ່ນພຣະເຈົ້າ ຫາກມີພຣະນາມຕ່າງຈາກສາສນາບູຮານທີ່ເກົ່າແກ່ ຄື “ແຖນ ຫຼື ຜີ” ແລະຕໍ່ມາໃນປະມານປີພຸດທະສະຕະວັດທີ ໑໑ ປະກົດວ່າສາສນາແຖນດັ້ງເດີມໄດ້ຖືກປະກົດຕົວຄັ້ງໃໝ່ ໂດຍມີຂຸນບູຣົມຣາຊາທິຣາດ ຕົ້ນກະສັດຂອງຊົນເຊື້່ອສາຍລໄຕລາວ ເປັນຜູ້ຮັບພາຣະໜ້າທີ່ນຳເອົາຄຳສັ່ງ ຂອງແຖນມາເຜີຍແຜ່ “ເພາະໃນປະຫວັດສ່ວນພຣະອົງ ຂອງຂຸນບູຣົມຣາຊທິຣາດນັ້ນ ພຣະອົງໄດ້ຖືກ ແຖນສົ່ງລົງມາຄອງເມືອງລຸ່ມ “ຄືນານ້ອຍອ້ອຍໝູນັ້ນ”, ຈາກຈຸດນີ້ ເຮົາຈະເຫັນໄດ້ວ່າ ພຣະມະຫາກະ ສັດລາວທຸກໆພຣະອົງ “ຈຶ່ງເປັນຕົວແທນຂອງພຣະຍາແຖນຈາກເມືອງຟ້າລົງມາຄອງເມືອງລຸ່ມ, ເມື່ອມາ ຮອດເມືອງລຸ່ມແລ້ວ ກໍກະສັດກໍໄດ້ທຳໜ້າທີ່ ເປັນທັງຜູ້ນຳອານາຈັກ ແລະສາສນາຈັກ ໃນລັກສະນະການ ປົກຄອງຂອງລາວສະໄໝບູຮານ ຕາມລັດທິຄວາມເຊື່ອຂອງສາສນາແຖນ, ຖານັນດອນຂອງກະສັດລາວ ຈາກຂຸນບູຣົມຣາຊາທິຣາດນັ້ນ ຈຶ່ງມີຖານັນດອນຢູ່ທີ່ຂຸນ ແລະສືບທອດໃຊ້ມາທັງທ້າວ, ທັງຂຸນ ມາຈົນ ເຖິງ ພຣະຍາລັງທິຣາດ ແລະພຣະຍາສຸວັນນະຜົງ ຈຶ່ງປ່ຽນຈາກຂຸນມາເປັນພຣະຍາ ອັນນັ້ນເຮົາມອງ ເຫັນວ່າ “ມະນຸດກຳລັງພະຍາຍາມສ້າງອຳນາດຂອງຕົນໃຫ້ອອກຈາກອຳນາດຂອງຂອມແຕ່ລະນ້ອຍ, ເມື່ອເບິ່ງຕາມປະຫວັດສາດແລ້ວ ໃນໄລຍະແຕ່ຂຸນບູຣົມຣາຊາທິຣາດເປັນຕົ້ນມາ ພຣະພຸດທະສາສນາ ໄດ້ມີອິດທິພົນ ຕໍ່ຊຸມຊົນຊາວລາວຊາວເມືອງແຖນ, ໜອງແສ ມາແຕ່ ພ.ສ ໙໖ ພຸ້ນ, ຄຳສອນຂອງພຣະ ພຸດທະສາສນາອາດຊິມາປະສົມປົນເປກັນກັບຄຳສອນຂອງແຖນ ຈຶ່ງເຮັດໃຫ້ຖານັນດອນຂອງຊົນຊາວ ລາວປ່່ຽນຈາກຂຸນ ມາເປັນພຣະຍາ, ຈົນມາເຖິງສະໄໝ ເຈົ້າຟ້າງ້ຽວ, ເຈົ້າຟ້າຄຳຮຽວ ແລະເຈົ້າຟ້າງຸ່ມນັ້ນ ຖານັນດອນສັກຂອງກະສັດ ແລະຜູ້ທີ່ຈະໄດ້ເປັນກະສັດ ມີຖານັນດອນເປັນເຈົ້າຟ້າ ຖືວ່າສູງກວ່າພຣະຍາ ນັ້ນອີກ ຄຳວ່າ “ເຈົ້າຟ້າ” ອາດໝາຍເຖິງ ກະສັດເປັນຕົວແທນຂອງແຖນ ທີ່ມາຈາກເມືອງຟ້າ.

my.opera.com/neuang/blog/show.dml/11396591

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ເຂົາວ່າຮູບພຣະພຸດທະເຈົ້ານີ້ ອັງກິດໄດ້ຈາກອິນເດັຍ ດຽວນີ້ຮູບນີ້ເປັນຮູບບູຮານທີ່ຊົງຄຸນຄ່າ ປັດຈຸບັນຢູ່ພິພິທະພັນລອນດອນ ເຂົາຖ່າຍມາຂາຍກັນວ່າຊັ້ນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ມີຄົນຖາມສາຍເຊລຳເພົາ ເຂົ້າມາທັງທາງອີເມລລ ແລະທັງທາງກົງ(ສ່ວນຕົວ) ວ່າ ວັນທີ ໑໔ ກຸມພາ ເປັນວັນວາເລນໄທນ໌ ນັ້ນຊາວໄທຍ໌ນິຍົມກັນຈົດທະບຽນກັນແຕ່ງານ ນັບແຕ່ປີ ໒໐໐໐ ເປັນຕົນມານັ້ນກິນດອງດີບໍ ?
- ຫາກຖາມກົງ ກະຕອບກົງ, ຜູ້ຂຽນກໍຕອບວ່າ "ກິນດອງດີແທ້"
- ຜູ້ຖາມກໍຖາມຢ້ອນກັລຄື "ເອົາວ໌ ຄືວ່າຈັ່ງຊັ້ນທ່ານອານຈາຣຍ໌"
- ກໍເພາະວ່າ ຖາມວ່າກິນດອງດີ ບໍ ກະຕອບວ່າດີ ຫາກຈະໃຫ້ອະທິບາຍ ກໍຕອບວ່າມັນດີ ເພາະການກິນເປັນເລື່ອງບໍ່ສຳຄັນ ແລະບໍ່ໄດ້ກິນສຳ ຄັນກວ່າ ຫາກມີການກິນດອງວັນນັ້ນ ຄົນວ່ນຫຼາຍຈະອີ່ມໜຳສຳລານຖ້ວນໜ້າ ເພາະວັນວ່າເລນໄທນ໌ດຽວນີ້ຄົນເຂົານິຍົມກັນທົ່ວໂລກແລ້ວ ເຖິງຖ້າບໍ່ມີການຈັດງານດອງ ເຂົາກໍນັດກັນໄປຈັດງານລ້ຽງຢູ່ແລ້ວ ຫາກມີການກິນດອງ ກໍດີຂຶ້ນໄປອີກ (ສຳລັບຜູ້ກິນ) ສຳລັບເຈົ້າຂອງງານ ນັ້ນຕ້ອງໄດ້ສຶກສາກັນອີກຫຼາຍຢ່າງ, ສ່ວນເຈົ້າຂອງຮ້ານ
ອາຫານ ແມ່ເຂົາຕ້ອງການທີ່ສຸດຢາກໃຫ້ມີງານດອງທຸກວັນ ເພາະຈະໄດ້ມີຣາຍໄດ້ທຸກວັນນັ້ນເອງ.

- ແຕ່ຫາກຖາມເອົາຄວາມຮູ້ ກໍຈະຕອບແບບພຸດທະສາສນາ ຄື "ຣືກດີ, ຍາມດີ: ສະຫວ່າງດີ, ຊົ່ວດີ, ຄູ່ດີ, ຄະນະດີ ແລ້ວດີ = ສຸນັກຂັດຕັງ ສຸມັງຄະລັງ........" ບົດທ້າຍໄຊຍະມັງຄະລະສູດ (ມະຫາກາ....)

- ແຕ່ຖ້າຕອບແລ້ວ ນຳເອົາປະຕິບັດໄດ້ໃນທາງສັງຄົມ ແລະວັດທະນະທັມ ຕ້ອງຕອບຕາຫຼັກໂຫຣາສາດບູຮານ ຕອບວ່າ "ວັນທີ ໑໔ ກຸມພານັ້ນ ແຕ່ງານບໍ່ໄດ້ ເພາະເປັນວັນທີ່ຫ້າມ(ບໍ່ອະນຸຍາດໃຫ້ແຕ່ງງານ ບໍ່ແມ່ນຫ້າມວັນທີ ໑໔ ກຸມພາ ແຕ່ຫ້າມຕາມປັກກະທິນທາງໂຫຣາສາດ ທີ່ເປັນວັນທີ່ບໍ່ຄວນແຕ່ງງານ ເນື່ອງຈາກວ່າວັນທີ ໑໔ ກຸມພາ ປີ ໒໐໑໐ ນັ້ນກົງກັບຂຶ້ນ ໑ ຄ່ຳ ເດືອນ ໔ ທາງປະຕິທີນຈັນທະລະຄະຕີ ວັນນີ້ດີສຳລັບລືກອື່ນ ຫາກຖືເປັນລືກຂໍສາວແມ່ນເປັນວັນດີບັນດານໃຫ້ເປັນມຸງຄຸນໄດ້ ແຕ່ຫາກ ຖືຣືກແຕ່ງງານແມ່ນບໍ່ໄດ້ເດັດຂດາ ເຖິງວ່າວັນນີ້ເປັນເດືອນ ໔ ເຊິ່ງເປັນເດືອນທີ່ອະນຸຍາດໃຫ້ແຕ່ງງານ ແຕ່ຣືກຂອງວັນນັ້ນ ເປັນວັນຫ້າມ.
ວັນຂຶ້ນ ໑ ຄ່ຳເດືອນສີປີນີ້ເປັນວັນຫົວສູບຂາຂຶ້ນປັນວັນບໍ່ດີ ຜູ້ຍິງຈັກຕາຍກ່ອນ(ຄຳວ່າຫົວສູບຂ່າຂຶ້ນ ຄືຫົວຜູ້ຍິງໄປສູບຂາຜູ້ຊາຍ).


ນີ້ຄືຣືກຫົວຮຽງໝອນ ເປັນຂອງລາວບູຮານ ທີ່ຖືກັນມາຈົນຮອດປີ ໑໙໙໐, ຫຼັງຈາກນັນເປັນຕົ້ນມາ ຕາມສັງເກດການກິນດອງແມ່ນອາໄສວັນເສົາເອົາທິດ ອີງຕາມວັນສະດວກ ຫຼັງປີ ໑໙໙໙ ເປັນຕັນມາຄົນລາວນະຍົມນຳໄທຍ ທີ່ຈົດທະບຽນສົມຣົດໃນວັນ ວາເລັນໄທນ໌ ລາວກໍນິຍົມນຳເຂົາຮອດບັດນີ້.(ໂທຣະທັດ)

- ແລ້ວວັນຂຶ້ນ ໑ ຄ່ຳນັ້ນດີແນວໃດ ກໍຕ້ອງຕອບວ່າດີທຸກເກືອບທຸກຢ່າງແມ່ນກະທັງໄປໝັ້ນສາວ ຫຼືຂໍສາວ, ວັນນີ້ຈະດີ ຫຼືບໍ່ດີ ຝອຍບອກໄວ້ດີດັ່ງນີ້ "ໄປຄ້າຂາຍທາງບົກບໍ່ດີ ໄປທາງເຮືອໄດ້ລາບອເພາະແມ່ນາຍ, ໂອມສາວກ່າວເມັຍດີ, ຊື້ສັດດີ (ຣົດລານພາຫານະ ຍົນຍານ ຄວາຍ ມ້າ ຍົນດີ) ຕັດເສື້ອຜ້າ ຊື້ເສື້ອຜາໃໝ່ດີ ຈະໄດ້ລາບເພາະຄົນດຳແດງຕາເຫຼືອກ, ທ່ານຫ້າມບໍ່ໃຫ້ໄປຫາຂຸນນາງ ທ້າວພຣະຍາແລ ໂຊກດີຕົກແຕ່ເຊົ້າເຖິງບ່າຍ ໂຊກຮ້າຍຕົກແຕ່ບ່າຍ ເຖິງໄກ່ຂັນ ແລະເທບພະຈອນຢູ່ຫົວໃນແລດ ການເຮັດບຸນທາງສາສນາ ທຸກຢ່າດີ ເປີດຮ້ານໃໝ່ ຂຶ້ນເຮືອນດີແລ.
- ນັ້ນແມ່ນຕຳລາເບິ່ງຣືກງາມຍາມດີ ແລະຣືກຫົວຮຽງໝອນ, ຫາກທ່ານທັງຫຼານສົນໃຈຈະແຕ່ງງານ ຖາມວ່າຈະເລືອກວັນໃດດີ ກໍຈະຕອບ ວ່າຕາມຕຳລານັ້ນ ໃຫ້ຖືເອົາດັ່ງນີ້.

- ວັນຫົວຮຽງໝອນສຳລັບແຕ່ງານເປັນສີຣິມຸງຄຸນ ແລະເດືອນຄວນແກ່ການແຕ່ງງານເປັນດັ່ງນີ້.
- ການແຕ່ງງານ ຄົນລາວບູຮານ ນັບຖື ແລະອະນຸຍາດແມ່ນເດືອນຄູ່ (ທ່ານໃຫ້ເບິ່ງງ່າຍໆ ຄືແຫງນໜ້າເບິ່ງຟ້າຍາມກກາງຄື ຈະເຫັນເດືອນ ຄູດາວ ທັງເທິງທັງລຸ່ມເດືອນນັ້ນແຕ່ງງານໄດ້.
- ເດືອນທີ່ນະຍົມແຕ່ງງານ ຄື ເດືອນຄູ່ ຄື ເດືອນ ໒, ໔, ໖, ໘, ໑໐, ໑໒ ແຕ່ຄົນລາວເປັນຊາວພຸດ ບໍ່ນິຍົມກິນດອງຍາມກາງພັນສາ ສະນັ້ນ ເດືອນ ໘ ແຮມ ກັບເດືອນ ໑໐ ເປັນເດືອນທີ່ພຣະສົງເຂົ້າພັນສາ ສະນັ້ນ ເດືອນ ໘ ແຮມ ກັບເດືອນ ໑໐ ທັງຂຶ້ນທັງແຮມ ແຕ່ງງານບໍ່ໄດ້ (ຫຼືບໍ່ນິຍົມແຕ່ງງານ), ການແຕ່ງງານນັ້ນ ອະນຸຍາດໃຫ້ແຕ່ງທັງຂຶ້ນທັງແຮມ ແຕ່ຊາວຫຼວງພຣະບາງກັບນິຍົມແຕ່ເດືອນ ໙ ເຊິ່ງເປັນເດືອນຄີກ ເພາະເຂົາຖືເລກ ໙ ເປັນສີຣິມຸງຄຸນ ແຕ່ຊາວລາວທົ່ວໄປບໍ່ນິຍົມ ທາງທີ່ດີບໍ່ຄວນເຮັດສາເລີຍ ເພາະເປັນການເຄົາຣົບພຣະພຸດ ພຣະທັມ ແລະພຣະສົງ.
- ວັນສຳລັບແຕ່ງງານ ທີ່ເປັນຣືກດີ ແລະເປັນວັນຫົວຮຽງມອນນັ້ນເປັນດັ່ງນີ້
- ວັນຂ້າງຂຶ້ນມີວັນດີຢູ່ ໓ ວັນຄື.
໖ ຄ່ຳວັນຫົວຮຽງໝອນດີກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນພຸດ ດີ​ແທ້
໑໐ ຄ່ຳວັນຫົວຮຽງໝອນດີກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນ ພະຫັດດີແທ້
໑໓ ຄ່ຳວັນຫົວຮຽງໝອນດີກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນ ຈັນດີແທ້
- ວັນຂ່າງແຮມມີວັນດີຢູ່ ໔ ວັນຄື
ຄ່ຳວັນຫົວຮຽງໝອນດີກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນສຸກດີແທ້
ຄ່ຳວັນຫົວຮຽງໝອນດີກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນ ອັງຄານດີ
໑໐ ຄ່ຳວັນຫົວຮຽງໝອນດີ ກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນ ພະຫັດດີ
໑໔ ຄ່ຳວັນຫົວຮຽງໝອນດີກົງກັບວັນໃດກໍໄດ້ ແຕ່ຫາກກົງກັບວັນ ສຸກດີ
- ໝາຍເຫດ ສຳລັບເດືອນ ໔ ນັ້ນ, ຫ້າມແຕ່ງງານວັນ ຂຶ້ນ ໔ ຄ່ຳ ເພາະວັນ ໔ ຄ່ຳ ເດືອນສີ ເປັນວັນອຸບາດຂອງເດືອນ, ນອກຈການັ້ນ ວັນເລົ່ານີ້ ຫາກກົງກັບວັນຟູຂອງເດືອນ ຂອງປີ ຍິ່ງດີ ຫ້າມແຕ່ວັນອຸບາດ, ວັນໂລກະວິນາດ, ກາຣະຄີນີ, ວັນເກົ້າກອງ ແລະວັນຫຼົ່ມຫຼວງ (ເຊິ່ງມີຕຳລາເບິ່ງຕ່າງຫາກ ປີນີ້ ປີສລູ ຈົນຮອດປີໃໝ່ລາວ ວັນອັງຄານເປັນໂລກາວິນາດຫ້າມຣືກ.
(ທາງທີ່ດີ ຜູ້ຈະແຕ່ງງານຕ້ອງໄປຫາຣືກງາມຍາມດີກັບທ່ານຜູ້ຮູ້ ຄູບາອາຈານໃຫ້ເພີ່ນຕາມຕຳລາໃຫ້)
ທັງນີທັງນັ້ນ ການແຕ່ງງານ ຫຼືຣືກໃດໆ ກໍດີ ຫາກເຮົາເປັນຄົນດີແລ້ວ ກໍຍ່ອມເປັນມຸງຄຸນ ແຕ່ຫາກຍັງບໍ່ແນ່ໃຈກໍຄວນທີ່ຢຶດຖືວັດທະນະທັມລາວ ໄວ້ແນ່ ອາດຈະເຮັດໃຫ້ຊີວິດເຮົາດີ ສັງຄົມ ແລະປະເທດຊາດກໍກີນຳ.
ຢ່າລືມວ່າ "ຂວງເຮືອນ, ຂວງຄົນຂວງຊ້າ, ຂວງເຮືອ ງົວ ຄວາຍ ຊ້າງ ມ້າຂວງໄວ" ໝາຍວ່າຄັນຄົນຂວງມັນຂວງຊ້າ ເຫິງຈົນລືມມັນ ຈຶ່ງເກີດບັນຫາ ບາດມັນເກີດບັນຫາເຮົາກໍຢາກທີ່ຈະຮູ້ຕົ້ນເຫດຂອງບັນຫາ ຫາກຂວາງວັດຖຸ ຂອງໃຊ້ ສັດສາວາສິ່ງ ມັນຂວງໄວ ເຣົາກໍຮູ້ບັນຫາ ແລ້ວເຮົາກໍຈັດການກັບບັນຫາໄກ້ທັນທ່ວງທີ" ທ່ານຜູ້ຫວັງຄວາມຈະເລີນໃນຊີວິດຄອບຄົວ ກໍຈົ່ງເຫັນຄຸນຄ່າແທ້ ໃຫ້ຫຼານຄຸນຄ່າທຽມເທີ້ນ.

- ສຳລັບວັນທີ ໑໔ ກຸມພານັ້ນ ຫາກທ່ານຜູ້ບໍ່ຖືຣືກຖືຍາມ ຈະແຕ່ງກໍວັນນີ້ຍ່ອມດີ ແຕ່ໃຫ້ທ່ານຖືກຕາມຫຼັກຂອງພຣະພຸດທະເຈົ້າວ່າ ຣືກດີ ຍາມດີ ສະຫວ່າງດີ ຮຸ່ງດີ ບຸກຄົນດີ ແມ່ນດີ ແລ້ວໃຫ້ຖືຫຼັກທັມຕາມ ພຣະພຸດທະເຈົ້າໄປຕລອດຊີວິດນັນແມ່ນດີ, ແຕ່ເບິ່ງແລ້ວຜູ້ທີ່ເລືອກມື້ເລີອກວັນ ບາດແລ້ວມາບອກວ່າ ບໍ່ຖຶືດອກ ນັ້ນຊືວ່າເປັນການປະຕິເສດໂດຍທີ່ບໍ່ຮູ້ໂຕເອງວ່າ ເຮົາກຳລັງຖືຣືກຖືຍາມຢູ່ ການບໍ່ຖືມືວັນ ຣືກຍາມ ແຕ່ຍັງເລືອກວັນ ຣຶືກຍາມ ຢູ່ນັ້ນຄືການຖືຊະນິດໜຶ່ງ ຕ່າງແຕ່ວ່າ "ຖືແບບບໍ່ມີຫຼັກເກນ ກັນຖືແບບມີຫຼັກເກນເທົ່ານັ້ນເອງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພຣະພຸດທະຮູບອົງປະທານປະດິດສະຖານທີ່ ໂຮງຮຽນສອນສິນລະທັມວັດປ່ານາຄູນ້ອຍນັ້ນ ເປັນພຣະພຸດທະຮູບສ້າງດ້ວຍປູນ ຮຽກວ່າພຣະເຈົ້າອົງແສນ, ເຊິ່ງສ້າງໂດຍພຣະເດດພຣະຄຸນຍາທ່ານບຸນທອງ ວິປະໄຊ ເປັນພຣະພຸດທະຮູບທີ່ສວຍງາມ ແລະຖືກພຸດທະລັກສະນະທີ່ສຸດ ງາມທີ່ສຸດ ເບິ່ງແລ້ວເໝືອນມີຊີວິດຊີວາເອົາແທ້ເອົາວ່າ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

alt

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ຂໍອະໄພຫຼາຍໆ ທີບອກວ່ານີ້ຄືທະຫານສາວ ທີ່ແທ້ຂໍ້ມູນອັບເດດໃໝ່ ຍິງທີ່ແຕ່ງກາຍຄ້າຍທະຫານນີ້ເຂົາຮຽກວ່າ "ເນດນາຣີ" ພວກເຂົາຍັງຮຽນຢູ່ແຊກຕີປິກັງຢູ່, ແຕ່ເຂົາສັງກັດກອງເນດນາຣີ ອາດຊີມີໜ້າທີ່ຄ້າຍຍິງໜຸ່ມດຽວນີ້. (ສະຫະພັນແມ່ຍິງ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ພົບຫຼັກຖານໜຶ່ງໃນໜັງສື "ນິຣາດເມືອງໜອງຄາຍ" ເຊິ່ງນາຍທິມ ສຸຂຍາງ (ຫຼວງພັດທະນະພົງພັກດີ) ແຕ່ງຂະນະເປັນກອງຂະບວນນຳ ໜ້າອອກເດີນທາງຂອງກອງທັຍສຍາມ ມາປາບຫໍ້ທີ່ໜອງຄາຍ-ວຽງຈັນ, ເຊິ່ງມີເຈົ້າພຣະຍາມະຫິນທະຣະສັກ ເປັນແມ່ທັບ ນາຍທິມີອາຍຸຢູ່ໃນປີ ຄ.ສ ໑໘໔໗-໑໙໑໕, ແລະເຂົາແຕ່ນະຣາດນີ້ ເມື່ອອາຍຸເຂົາໄດ້ ໒໘ ປີ.

ຄຳຫຼັກຖານຊາຍແດນລາວປາກົດໃນບົດກອນນິຣາດນີ້ ຄື

- ກໍສະເດັດຂ້າມແມ່ນຳ້ລຳສະແທກ

ເປັນລຳແຍກຈາກມູນສຸນກະແສ

ສິ້ນເຂດແດນພິມາຍເມືອງຊຳເລືອງແລ

ເຂົ້າແຂວງແຄວເມືອງລາວຊາວອະຣັນ,

ບົດປະພັນ "ນິຣາດໜອງຄາຍ" ນີ້ໄດ້ຖືກສັ່ງເຜົ່າຖິ້ມ ໃນຣາຊະການພຣະຈຸນຈອມເກົ້າ(ຣ.໕) ແຕ່ກໍຈູດບໍ່ໝົດ ກໍເລີຍຍັງເປັນຫຼັກຖານໃຫ້ເຮົາສຶກສາເທົ່າບັດນນີ້, ທ່ານໃດສຶກສາປະຫວັດສາດ ຫາກບໍ່ສຶກສາແບບນີ້ ປະຫວັດສາດກໍເປັນພຽງຕຳລາບົດທ່ອງຂຶ້ນໃຈ ທີ່ຄົນໜຶ່ງແຕ່ງ ແລ້ວຄົນໜຶ່ງກໍຕ້ອງອ່ານຕາມເທົ່ານັ້ນເອງ, ບໍ່ມີວັນຈະຮູ້ຄວາມຂອງປະຫວັດສາດເລີຍ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2009 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກຳເນີດພາສາ ແລະອັກສອນລາວນັ້ນ ບໍ່ມີການຮູ້ຈະແຈ້ງໄດ້ວ່າກຳເນີດມາຈາກໃສ ? ການທີ່ບໍ່ຮູ້ວ່າ ພາສາ ແລະອັກສອນລາວກຳເນີດມາຈາກໃສນັ້ນ ບໍ່ໄດ້ໝາຍວ່າ ພາສາ ແລະອັກສອນລາວບໍ່ມີຕົ້ນກຳເນີດເລີຍ ຫາກແຕ່ວ່າ ຕົ້ນກຳເນີດຂອງມັນຍາວໄກ ເຫິງນານ ຈົນຍາກກວ່າການທີ່ຈະຄົ້ນຫາ ຫຼັກຖານທາງວັດຖຸ, ຫຼັກ ຖານທາຕຳລາມາອ້າງອີງໄດ້ເທົ່ານັ້ນ ເຖິງວ່າຫຼັກຖານແວອດລ້ອມອື່ນບໍ່ປະກົດເຫັນຕົ້ນກຳເນີດພາສາ ແລະ ອັກສອນລາວ ແຕ່ວ່າພາສາ ແລະອັກສອນລາວໃນພູມີພາກອາຊີນີ້ ມີຄົນໃຊ້ເວົ້າແລະຂຽນປາກົດຢູ່ຢ່າງຫຼວງ ຫຼາຍນັ້ນໝາຍຄວາມວ່າ ພາສາ ແລະອັກສອນລາວມີຕົ້ນກຳເນີດຈະແຈ້ງແລ້ວ.
ເມື່ອຜູ້ຂຽນສົນໃຈຈະສຶກສາ ເລື່ອງພາສາວລາວຫຼາຍດ້ານ ຈຶ່ງໄດ້ຊອກຫາການກຳເນີດອັກສອນ ແລະ ພາສາລາວມາຫຼາຍ ທີ່ຍັງບໍ່ທັນມີການບັນທຶກໄວ້ ຫຼືມີຜູ້ຂຽນໄວ້ ແມ່ນກະທັງໜັງສືປະຫວັດອັກສອນລາວ ຂອງ ມະຫາສີລາ ວິຣະວົງ ກໍບໍ່ໄດ້ກຳນົດຢັ້ງຢືນໄວ້ວ່າ “ອັກສອນ ແລະພາສາລາວເອົາກຳເນີດມາຈາກໃສ ? ເມື່ອໃດ ?” ສ່ວນຫຼາຍ ທ່ານຈະເນັ້ນເລື່ອງການວິເຄາະເອົາຕາມຫຼັກຖານ ຈຸດກຳເນີດຂອງອັກສອນຂອງຣາມຄຳແຫງ ເທົ່ານັ້ນ ແຕ່ກັບວ່າ ອັກສອນຣາມຄຳແຫງ ເປັນຫຼັກຖານທີ່ເກົ່າກວ່າຫຼັກຖານທີ່ພົບຕາມທີຫຼັງ ຈຶ່ງເຮັດໃຫ້ເຮົາ ບໍ່ໄດ້ຖືວ່າ ອັກສອນຣາມຄຳແຫງເປັນຕົ້ນກຳເນີດ ອັກສອນໄທຍ໌ ເຊິ່ງມີການພົວພັນກັບອັກສອນລາວໂດຍກົງ ໂດຍສະເພາະທາງລາວພົບອັກສອນທີ່ເກົ່າກວ່າອັກສອນຣາມຄຳແຫງເຖິງ ໑໓໘ ປີ ແລະໄທຍ໌ເອງ ກໍພົບຫຼັກ ຖານ ອັກສອນ ແລະພາສາລາວທີ່ມີອາຍຸຫຼັງກວ່າອັກສອນຂອງຣາມຄຳແຫງພຽງແຕ່ ໓ ປີ ໃນບ້ານທາດຮ້າງ ນາແຮ່ ແຂວງສາກົນນະຄອນ ທີ່ມີຮູບແບບໂຄງສ້າງຕ່າງຈາກອັກສອນຣາມຄຳແຫງໂດຍສິ້ນເຊີງທັງໆ ທີ່ເປັນ ອັກສອນໃນຍຸກດຽວກັນ ເກີດຊ້າກວ່າພຽງ ໓ ປີ ຄື ໃນປີ ພ.ສ ໑໘໙໓ ເປັນປີດຽວກັບພຣະບາດສົມເດັດພຣະເຈົ້າ ຟ້າງຸ່ມຂຶ້ນຄອງຣາດ ໃນນະຄອນຊຽງທອງນັ້ນ, ອັນນັ້ນມັນຍ່ອມສະແດງໃຫ້ເຫັນວ່າ ຄົນລາວໃນລ້ານຊ້າງ ບໍ່ໄດ້ ຮັບອິດທິພົນຈາກອັກສອນຂອງຣາມຄຳແຫງເລີຍ ແລະອັກສອນຣາມຄຳແຫງນັ້ນ ມັນກໍເປັນເລື່ອງທີ່ແຜກອອກ ໄປ ທັງຮູບຮ່າງໂຄງສ້າງຂອງອັກສອນຊາວອາຊີທັງມວນ ຄື ອັກສອນອາຊີມັກຈະຕັ້ງຢູ່ ໔ ດ້ານຂອງພະຍັນຊະ ນະເຄົ້າ ແຕ່ອັກສອນຂອງຣາມຄຳແຫງຕັ້ງຢູ່ແຖວດຽວກັນໝົດ ເໝືອນກັບອັກສອນຂອງໂຣມັນ ອັນນັ້ນມັນສະ ແດງໃຫ້ເຫັນວ່າອັກສອນລາວ ເປັນອັກສອນຂອງຄົນລາວ ແລະວິວັດທະນາການຢ່າງອິດສະຫຼະມາພ້ອມໆກັບ ຄົນລາວ ແລະອາດມີອາຍຸເທົ່າໆກັບການກຳເນີດອັກສອນທົ່ວໂລກກໍໄດ້.
ເມື່ອເຮົາ ຈະອ້າງອີງການກຳເນີດອັກສອນລາວ ໂດຍອາໄສອັກສອນຂອງຣາມຄຳແຫງ ເປັນຕົວກຳນົດ ວິວັດທະນາການຂອງອັກສອນໄທ-ລາວບໍ່ໄດ້ເຊັ່ນນີ້ ເຮົາກໍຕ້ອງໄດ້ສຶກສາຄົນຄວ້າຕາມຫຼັກຖານທີ່ເຮົາມີ ເຊັ່ນ ອັກສອນທັມ ແລະອັກສອນລາວ ເຊິ່ງອັກສອນທັງສອງນີ້ ເຊື່ອວ່າເປັນອັກສອນທີ່ມີການພົວພັນກັບຄົນເຊື້ອ ສາຍລາວບັນດາເຜົ່າຕ່າງໆໃນພູມີພາກອາຊີ ໂດຍສະເພາະເຮົາຫຼັກຖານທີ່ເປັນຮູບປະທຳຕອນນີ້ ໒ ສິ້ນໃຫຍ່ ຄື ອັກສອນລາວບຸຮານວັດວິຊຸນນະຣາດ (ເຊິ່ງດຽວນີ້ຢູ່ພິພິທະພັນພຣະຣາຊະວັງຫຼວງພຣະບາງ) ແລະໜັງ ສື ລາວບູຮານບ້ານທາດນາແຮ່ ເມືອງສາກົນນະຄອນ ດຽວນີ້ຢູ່ໃນຄວາມຄຸ້ມຄອງຂອງໄທຍ໌.
ຫຼັກຖານ ໒ ສິ້ນນີ້ ເປັນຫຼັກຖານທາງກາຍພາບ ທີ່ຢັ້ງຢືນວ່າ ເປັນອັກສອນລາວທີ່ເກົ່າແກ່ສຸດ ເຖິງເຮົາ ບໍ່ຮູ້ວ່າໃຜເປັນຄົນສ້າງ ເຮົາກໍສາມາດບອກໄດ້ວ່າ ອັກສອນທັງສອງຢ່າງນັ້ນ ວິວັດທະນາການມາກ່ອນນັ້ນ ຫຼາຍຮ້ອຍປີ ເພາະເບິ່ງຮູບລັກສະນະປະໂຫຍກ ແລ້ວສົມບູນບໍລິບູນ ເຊິ່ງກວ່າວວ່າການພັດທະນາອັກສອນຈະ ສົມບູນໄດ້ເຖິງຂະໜາດນີ້ມັນຕ້ອງໃຊ້ເວລາຫຼາຍຮ້ອຍປີເປັນຢ່າວຕ່ຳ ແລະເຫັນວ່າອັກສອນທັງສອງແຫ່ງນີ້ ມີການພົວພັນກັນໂດຍກົງ ເຖິງມັນຈະຢູ່ໄກກັນຫຼາຍກໍຕາມ.
ອີກຫຼັກຖານໜຶ່ງ ເຊິງເປັນບົດວັນນະຄະດີ ທີ່ເຮົາຮຽກວ່າ “ນິທານ” ເຊິ່ງເປັນການເລົ່າຈາກປາກຕໍ່ປາກ ເຊິ່ງດຽວນີ້ຫາຄົນເລົ່າຍາກແລ້ວ ເນື່ອງຈາກເຫດຜົນຫຼາຍປະການ ແຕ່ຢ່າງໃດກໍຕາມ ນິທານກຳເນີດອັກສອນ ລາວນັ້ນ ຜູ້້ຂຽນໄດ້ຮັບຟັງສະເໝີ ຈາກພໍ່ຂອງຂ້າພະເຈົ້າເປັນຄົນເລົ່າ ຕັ້ງແຕ່ປີ ໑໙໗໒ ເປັນຕົ້ນມາຈົນຮອດປົດ ປ່ອຍ ຈຶ່ງເຮັດໃຫ້ຜູ້ຂຽນຈື່ ແລະເລົ່າມາເລື້ອຍໆເທົ່າບັດນີ້.
ນິທານເລື່ອງນີ້ ຊື່ວ່າ “ການກຳເນີດອັກສອນລາວ” ເຊິ່ງຂ້າພະເຈົ້າໄດ້ຕັ້ງຊື່ວ່າ “ອັກສອນລາວໄດ້ຈາກ ພະຍາແຖນ” ເຊິ່ງມີເລື່ອງລາວລະອຽດຈະເລົ່າໃນໂອກາດຕໍ່ໄປ ແຕ່ຈະສະຫຼຸບໃຫ້ເຫັນເນື້ອເລື່ອງຫຍໍ້ໆວ່າ “ເມື່ອນຳ້ຖວ້າມໂລກບົກລົງແລ້ວ ຄົນກໍສ້າງເມືອງລຸ່ມທີ່ນານ້ອຍອ້ອຍໝູ ເຮັດໃຫ້ຄົນຫຼາຍຂຶ້ນ ແລະຄົນເລົ່ານັ້ນ ກໍຢາຍກັນໄປໃນສະຖານທີ່ຕ່າງໆ ພະຍາແຖນຢ້ານຄົນລາວເລົ່ານັ້ນຫຼົງລືມກັນ ຈຶ່ງຄິດໃຫ້ຄົນໃຊ້ອັກສອນບັນ ທຶກຄວາມເປັນມາຂອງຕົນ ຈຶ່ງໃຫ້ແຖນແຕ່ງລົງມາແຕ່ງອັກສອນ ເມື່ອແຕ່ງແລ້ວກໍບອກໃຫ້ຄົນ ໓ ພວກໄປເອົາ ຄື ເຈັກຢູ່ຫົວບ້ານ, ລາວຢູ່ກາງບ້ານ ແລະກຼອມຢູ່ທ້ານບ້ານໃຫ້ໄປເອົາອັກສອນມາໃຊ້ ແຕ່ຄົນທັງ ໓ ກຸ່ມໄປເອົາ ຄົນລະເວລາກັນກັນ ຈຶ່ງເຮັດໃຫ້ອັກສອນຂອງຄົນເລົ່ານີ້ຕ່າງກັນ”.
ບົດຫຍໍ້ຂອງນິທານເລື່ອງນີ້ ເມື່ອຜູ້ຂຽນເບິ່ງລັກສະນນະໂຄງເລື່ອງແລ້ວ ເຖິງມັນຈະເປັນພຽງນິທານ ມັນກໍສາມາດໃຫ້ເຮົາເຫັນຄວາມຈິງຫຼາຍໆຢ່າງໃນສ່ວນທີ່ພົວພັນກັບຄົນລາວ ບໍ່ສະເພາະແຕ່ອັກສອນເທ່ົານັ້ນ ມັນຍັງພົວພັນໄປຮອດສັງຄົມສາດ, ຊົນເຜົ່າວິທະຍາ, ປະຫວັດສາດ, ດິນແດນ ແລະລັດຖະສາດຂອງຄົນລາວ ບູຮານອີກຫຼາຍຢ່າງ, ເມື່ອຜູ້ຂຽນໄດ້ອ່ານພົບການຕົ້ນກໍາເນີດຂອງອັກສອນຂອງຊາດຕ່າງໆນັ້ນ ມັກຈະພົວພັນ ກັບສາສນາ ຄວາມເຊື່ອ ຕລອດພະເຈົ້າແລະເທບ ເຊິ່ງມີຄວາມ້າຍຄືກັນກັບ ນິທານເລື່ອງກຳເນີດອັກສອນ ລາວ, ເມື່ອຂ້າພະເຈົ້າສົນໃຈເລື່ອງນິທານແຖນປະທານອັກສອນໃຫ້ຄົນລາວ ເຈັກ ແລະຂອມແລ້ວ ຂ້າພະເຈົ້າ ກໍມີຄວາມຕິດໃຈມາຕະຫຼອດ, ແຕ່ກໍຕິດໃຈໃນລັກສະນະນິທານ ເມື່ອໄດ້ຟັງຈາກຄົນເຖົ້າບາງຄົນໄດ້ເລົ່າ ກ່ຽວ ກັບຄວາມເປັນມາຂອງອັກສອນຊົນເຜົ່າໃນລາວ ເຊັ່ນອັກສອນພວກຂະມຸ ແງະ ໂອ້ຍນັ້ນໆ ທຸກໆເຜົ່າຈະມີ ພາສາ ແຕ່ອັກສອນບໍ່ມີ ຄົນເຖົ້າກໍວ່າ “ພວກເຂົາເອົາອັກສອນຂອງເຂົາໄປຂຽນໃສ່ໜັງ ຈຶ່ງເຮັດໃຫ້ໝາເອົາໜັງ ໄປກິນ ຈຶ່ງບໍ່ມີອັກສອນໃຊ້”.
ຄວາມເວົ້າເຊັ່ນນີ້ ມັນກະເປັນເລື່ອງທີ່ຕ້ອງໄດ້ສຶກສາເຊັ່ນກັນ ເພາະເມື່ອເຮົາເຫັນປະສົບການຈາກ ຄົນລາວໃນທ້ອງຖິ່ນ ເມື່ອງກ່ອນເຂົາຈະມີບັ້ງເວນ-ຍາມ ເຂົາຈະຂຽນໃສ່ບັ້ງ ຫາກການຖືກເຮືອນໃນ ເຂົາຈະ ເອົາບັ້ງນັ້ນໄປຫ້ອຍໄວ້ເຮືອນຄົນນັ້ນ ຫາກຄົນນັ້ນເຫັນແລ້ວ ກໍເຂົ້າໃຈໂລດວ່າ ວັນຕໍ່ໄປເຂົາຈະຕ້ອງຍາມບ້ານ ຫຼືຖືກຜຽນຄ້ຳຈັງຫັນວັນເພັນ ທີ່ວັດ ວິທີນີ້ໄດ້ຖືກປະຕິບັດມາໃນທ້ອງຖິ່ນຈົນເຖິງປົດປ່ອຍໃໝ່ ເມື່ອມີການເວນ ຍາມບ້ານ.
ຍິ່ງຜູ້ຂຽນໄດ້ອ່ານບົດຄວາມຂອງຊົນຊາດຊົນເຜົ່າໃນທົ່ວໂລກແລ້ວ ມັກຈະພົວພັນກັບເທບ ສູງສຸດໃນ ສາສະໜາ ແລະຄວາມເຊື່ອຂອງເຂົາເປັນຜູ້ປະທານໃຫ້ສະເໝີ ຄວາມຄິດເຊັ່ນນັ້ນ ມັນເປັນຄວາມຄິດທີ່ເປັນ ມາດຕາຖານຂອງມະນຸດ ເຊິ່ງເຮົາຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຄົນຄວ້າກັນ.
ມັນບໍ່ແມ່ນແຕ່ຜູ້ຂຽນເທົ່ານັ້ນສ່ວນໃນ ຕາມອ່ານເບິ່ງໃນເລື່ອງທີ່ພົບ ຈະເກັນວ່ານັກປຣັຊຍາທັງຫຼາຍ ເຂົາກໍສົນໃຈເປັນຢ່າງຍິ່ງ ໃນທັດສະນະການກຳເນີດອັກສອນຂອງຊາດ ແລະຊົນເຜົ່າຕ່າງໆໃນໂລກ ອັນທີ່ມັນ ກ່ຽວກັບເທບເທວາ ຫຼືພຣະເຈົ້ານັ້ນ ເຊັ່ນ:
ຄວາມເຊື່ອຊາວອີຢິບບູຮານ ເຊື່ອວ່າເທພະເຈົ້າທອດ ເປັນຜູ້ປະທານພາສາ ແລະອັກສອນໃຫ້ມວນມະ ນຸດ, ຊາວອິນເດັຍເຊື່ອວ່າພຣົມເປັນຜູ້ສ້າງພາສາຂຶ້ນ ຄືຄັມພີພຣະເວທ ດັ່ງນັ້ນຈຶ່ງຮຽກຄຳພີວ່າ “ສາຣຸຕິ” ເຊິ່ງ ແປວ່າ “ອັນຟັງມາແລ້ວ”, ບາງສຳນັກກໍວ່າ ພຣະສີວະເປັນຜູ້ປະທານໃຫ້ມະນຸດ ໂດຍໃຫ້ຄະເນດເປັນຜູ້ຈົດ ແລະມອບໃຫ້ພຣະມະນູເປັນຜູ້ນຳໄປສອນມວນມະນຸດ, ສ່ວນຝ່າຍສາສນາຄຣິດ ກ່າວວ່າພຣະຍະໂຮວາ ເປັນ ຜູ້ມອບສິດທິໃນການຕັ້ງຊື່ສັບພະສິ່ງ ແກ່ອະດັມໆ ອະດັມຈຶ່ງເປັນຜູ້ໃຊ້ພາສາເປັນຄົນແຮກ, ທີ່ກ່າວກ່າວມານັ້ນ ແມ່ນພຽງແຕ່ເທບເປັນຜູ້ໃຫ້ພາສາເວົ້າ ບໍ່ທັນແມ່ນໃຫ້ອັກສອນ, ຢ່າງໃດກໍຕາມໃນທັດສະນະຂອງຄວາມຄິດ ໃນຄວາມເຊື່ອທັງສາມແຫຼ່ງທີ່ມານັ້ນ ເຫັນວ່າມວນມະນຸດມີເທພະເຈົ້າອົງດຽວກັນເປັນຜູ້ປະທານໃຫ້ ມັນຍ່ອມເຮັດໃຫ້ມະນຸດທັງມວນໃຊ້ພາສາເໝືອນກັນ ຫຼືຢ່າງນ້ອຍສຸດຄວນຈະມີຄວາມຄ້າຍຄືກັນ ແຕ່ໃນຕົວຈິງມະນຸດ ໃນໂລກກັບມີພາສາເວົ້າແລະຂຽນແຕກຕ່າງກັນຕັ້ງແຕ່ລະດັບຊາດ ຈົນຮອດຊົນເຜົ່າ, ເຜົ່າພັນ ແລະພື້ນທີ່ ໃນ ທ້ອງຖິ່ນໆ ຕ່າງໆໃນໂລກທົ່ວໂລກ, ຄວາມສົງໃສຂໍ້ນີ້ ຈຶ່ງປາກົດເຫັນນິທານກ່ຽວກັບຄວາມແຕກຕ່າງທາງພາ ສາຂຶ້ນ ເລື່ອງທີ່ຮູ້ຈັກກັນດີແມ່ນເລື່ອງ “ຫໍຄອຍບາເບລ” ເຊິ່ງມີເນື້ອຄວາມວ່າ.
ເມື່ອມະນຸດຕັ້ງຕົວຂຶ້ນ ມີຄວາມພ້ອມໃນການເພິງຕົນເອງໄດ້ແລ້ວ ບໍ່ປາຖະໜາຈະເປັນທາດຂອງພຣະ ເຈົ້າຕໍ່ໄປ ຈຶ່ງທ້າທາຍອຳນາດຂອງພຣະເຈົ້າດ້ວຍການສ້າງຫໍຄອຍຂຶ້ນ ເພື່ອໃຫ້ມີຄວາມທັດທຽມກັບພຣະເຈົ້່າ ເຮັດໃຫ້ພຣະເຈົ້າພິໂລດ ແລ້ວກໍສາບແສ່ງມນຸດດ້ວຍອຳນາດ ຄືໃຫ້ມະນຸດທີ່ສ້າງຫໍຄອຍນັ້ນເວົ້າກັນຄົນລະພາ ສາ ຟັງກັນບໍ່ຮູ້ເລື້ອງ ນຳໄປສູ່ຄວາມຂັດແຍ້ງກັນໃນທີ່ສຸດ ມະນຸດກໍແຕກແຍກກັນ ືແລ້ວຫໍຄອຍກໍສ້າງຕໍ່ກັນໄປ ບໍ່ໄດ້ອີກ, ໃນນິທານຂອງຊາວຕາເວັນຕົກນັ້ນ ໄດ້ມອງໃຫ້ເຫັນວ່າ ຄວາມແຕກແຍກເກີດຈາກອຳນາດຂອງ ພຣະເຈົ້າ ເຊິ່ງຖືວ່າເປັນໄປຕາມພື້ນຖານມວນລວມຂອງສາສນາເຂົາ ທີ່ມີພຣະເຈົ້າເປັນຜູ້ໃຫ້ທັງຄຸນ ແລະ ໂທດ, ສ່ວນພຶ້ນຖານຄວາມເຊື່ອຂອງຊົນຊາດໄຕລາວນັ້ນ ກໍກ່ຽວຂ້ອງກັບຄວາມເຊື່ອໃນສາສນາເຊັ່ນກັນ ແຕ່ບໍ່ ແມ່ນວ່າ ຄວາມແຕກຕ່າງເກີດຈາກພຣະຍາແຖນລົງໂທດ ແຕ່ຫາກແມ່ນຄວາມແຕກຕ່າງທາງເຜົ່າພັນ ເຊັ່ນ “ເລື່ອງນຳ້ເຕົ້າປຸງ ອັນປະກົດຢູ່ໃນເລື່ອງຂຸນບູຣົມຣາຊາທິຣາດນັ້ນ” ແມ່ນເວົ້າເຖິງຊົນຊາດຊົນເຜົ່າ ອັນເປັນ ຄວາມຮູ້ດ້ານມະນຸດວິທະຍາ ເຊັ່ນ “ເມື່ອມະນຸດຖືກເຫຼັກຊີທີ່ເຈາະນຳ້ເຕົ້າປຸງແລ້ນມະນຸດ ກໍຫຼຸຫຼັ່ງທັ່ງເທອອກ ມາຄົນທີ່ອອກກ່ອນ ຈຶ່ງຕົວດຳ, ຄົນທີ່ອອກຫຼັງຈຶ່ງຕົວຂາວ ກາຍເປັນລາວ, ໄທ(ໄຕ) ກຸ່ມຕ່່າງໆ ລົ້ວະ, ແລະ ພວກຂ້າ” ໃນນິທານເລື່ອງນຳ້ເຕົ້າປຸງນີ້ ບໍ່ໄດ້ເວົ້າເຖິງຄວາມແຕກແຍກ ແຕ່ເວົ້າເຖິງຄວາມແຕກຕ່າງຂອງ ສີ ຜິດ ຄົນທັງຜອງນັ້ນໄດ້ເປັນພີ່ເປັນນ້ອງກັນ ຢູ່ໃນດິນຕອນດຽວກັນ, ເລື່ອງຂຸນບູຣົມນີ້ ເປັນໄປໃນລັກສະນະດຽວ ກັບເລື່ອງກຳເນີດສາສນາຕ່າງ ໃນສາສນາປະເພດເທວະນິຍົມ ຈຶ່ງຄິດໄປວ່າ “ຂຸນບູຣົມເອງນັ້ນອາດເປັນຜູ້ ສອນ ຫຼືຜູ້ເຜີຍແຜ່ສາສນາຟ້າແຖນສາເອງ, ເຊັ່ນດຽວກັບຕົ້ນຂອງມະນຸດຂອງສາສນາຄຣິດ ແມ່ນອະດັມ, ຕົ້ນ ຜູ້ເຜີຍແຜ່ຄຳສອນ ແມ່ນເຢຊູຄິດ, ສາສນາອື່ນກໍໃນທຳນອງນີ້, ສ່ວນໃນນິທານຂຸນບູຣົມຣາຊາທິຣາດ ແມ່ນປູ່ ລາງເຊີງ ກັບຂຸນເຄັດ ຂຸນຄານເປັນຕົ້ນກຳເນີດຂອງມະນຸດເຜົ່າລາວ ໄຕ(ໄທ), ສ່ວນຜູ້ນຳຄຳສອນຈາກແຖນ ແມ່ນຂຸນບູຣົມຣາຊາທິຣາດນັ້ນເອງ, ໃນແນວຄິດທອງສອງນັ້ນ ກໍແມ່ນເລີ່ມຕົ້ນແບບດຽວກັບ ຄື ນ້ຳຖ້ວມໂລກ.
ຢ່າງໃດກໍຕາມ ເມື່ອເຮົາເຫັນວ່າ ຄວາມແຕກຕ່າງຂອງພາສາ ໃນແນວຄວາມຄິດຂອງສາສນາຊາວ ຕາເວັນຕົກແມ່ນເກີດຈາກຄວາມພິໂລດຂອງພຣະເຈົ້າ ພິໂລດ ແລະສາບແຊ່ງ, ແຕ່ໃນສາສນາແຖນ ທິດສະດີ ແບບລາວນັ້ນ ບໍ່ໄດ້ເວົ້າເຖິງຄວາມແຕກຕ່າງທາງພາສາໄວ້ຈະແຈ້ງ ເວົ້າແຕ່ພຽງວ່າ “ເຈັກ, ລາວ ແລະກຼອມ ອາໄສຢູ່ບ້ານແລ້ວດຽວກັນ ແຕ່ຈີນຢູ່ຫົວບ້ານ ລາວຢູ່ກາງ ແລະກຼອມຢູ່ໃຕ້ບ້ານ ແລະໃນເລື່ອງນີ້ ໄດ້ເວົ້າຄວາມ ແຕກຕ່າງທາງອັກສອນໄວ້ຈະແຈ້ງຂອງຄົນທັງສາມກຸ່ມຄື “ຫຼັງຈາກໄດ້ຮັບຄວາມຝັນວ່າແຖນໃຫ້ໄປເອົາອັກ ສອນມາໃຊ້ ລາວໄປເອົາກ່ອນໝູ່ ແຕ່ກໍໄປຊ້າກວ່າກຳນົດຈັກໜ້ອຍ ເພາະວັນນັ້ນຝົນຕົກ ຂີ້ກະເດືອນໄດ້ໄຕ່ທັບ ທາບອັກສອນແຖນໄປແນ່ແລ້ວ ຈຶ່ງໃຫ້ເຂົ້າໃຈວ່າ ຮອຍຂີ້ກະເດືອນນັ້ນກໍແມ່ນອັກສອນ ກໍລອກເອົາມາ ພ້ອມກັບ ອັກສອນຂອງແຖນສ່ວນໜຶ່ງທີ່ຍັງເຫຼືອກໍເອົາມາປະດິດເປັນອັກສອນ ຂອງຊົນເຜົ່າຕົນ ສະນັ້ນອັກສອນລາວ ຈຶ່ງມີສອງແບບ ຄືອັກສອນທັມ ແລະອັກສອນລາວ, ສ່ວນເຜົ່າກຼອມໄປຕາມຫຼັງ ຂີ້ກະເດືອນໄດ້ໄຕ່ທາບທັບອັກ ສອນແຖນໝົດແລ້ວ ເຫັນແຕ່ຮອຍຂີ້ກະເດືອນ ຈຶ່ງໄດ້ເອົາມາແປງອັກສອນຂອງຕົນ ອັກສອນຂອງເຜົ່າກຼອມ ຈຶ່ງຄ້າຍກັບຮອຍຂີ້ກະເດືອນ, ສ່ວນເຈັກໄປຫຼ້າສຸດ ຈົນໄກ່ລົງຮັງແລ້ວ ເມື່ອໄປເຫັນແຕ່ຮອຍໄກ່ເຂັ່ຍ ຈຶ່ງນຶກວ່າ ນັ້ນແມ່ນອັກສອນຈຶ່ງນຳມາ ແປງເປັນອັກສອນຈີນ ອັກສອນຈີນ ຈຶ່ງຄ້ອຍກັບຮອຍໄກ່ເຂັ່ຍ” ຈາກການອະທິ ບາຍຄວາມແຕກຕ່າງຂອງໜັງສືທັງ ໓ ຊາດນີ້ ບໍໍ່ໄດ້ເກີດຈາກຄວາມພິໂລດ ແລະຄຳສາບຂອງແຖນ ແຕ່ເກີດ ຈາກຄວາມເຊື່ອງຊ້າຂອງມະນຸດເອງ ເຖິງຢ່າງໃດ ຍັງບໍ່ທັນໄດ້ພົບຫຼັກຖານທີ່ກໍ່ໃຫ້ເກີດຄວາມແຕກຕ່າງທາງ ພາສາຂອງຊົນຊາດທັງ ໓ ແລະຊົນເຜົ່າລາວ, ໄຕເອງເລີຍ ມີແຕ່ຄວາມແຕກຕ່າງທາງອັກສອນເທົ່ານັ້ນ.
ຢ່າງໃດກໍຕາມ ໃນໄລຍະຫຼັງ ມີຜູ້ອະທິບາຍແກ້ໄຂບັນຫາຄວາມແຕກຕ່າງທາງພາສາຂອງມະນຸດໄວ້ວ່າ ມະນຸດນັ້ນ ເຖິງຈະຢູ່ພາຍໃຕ້ອຳນາດຂອງພຣະເຈົ້າມານານ ແລະທຸກຢ່າງພຣະເຈົ້າເທົ່ານັ້ນເປັນຜູ້ປະທານ ພອນໃຫ້, ແຕ່ຄວາມຄິດ ທີ່ອະທິບາຍໃນລັກສະນະຄັດຄ້ານໄດ້ເວົ້່າວ່າ “ຫາກມະນຸດບໍ່ພັດທະນາທາງມັນສະ ໝອງແລ້ວ ພະເຈົ້າຈະບັນດານອັນໃດກໍບໍ່ໄດ້, ອີກທິດສະດີໜຶ່ງກໍອະທິບາຍວ່າ ມະນຸດມີມັນສະໝອງໃຫຍ່ ຂຶ້ນ ສາມາດຄິດອ່ານອັນໃດໄດ້ເອງ, ທິດສະດີໜຶ່ງກໍອະທິບາຍວ່າ ມະນຸດຢູ່ຮ່ວມກັບເປັນສັງຄົມໃຫຍ່ມະນຸດຕ້ອງສື່ ສານ ການສື່ສານຄັ້ງແຮກກໍແມ່ນສຽງຮ້ອງນີ້ ຕໍ່ມາຈຶ່ງພັດທະນາເປັນໜ່ວຍຄຳເວົ້າ ຕ່າງກັນອອກໄປ, ບາງທິດ ສະກໍອະທິບາຍເຖິງການລຽນແບບທັມມະຊາດຂອງມະນຸດເອງ ຫຼາຍທິດສະດີກໍຍິ່ງມີການອະທິບາຍຕ່າງກັນ ອອກໄປ ແຕ່ສິ່ງທີ່ຜູ້ຂຽນໄດ້ພົບວ່າ “ເພາະມະນຸດ ຢູ່ກັນໃນສັງຄົມ ການພົວພັນກັນຍ່ອມມີການສື່ສານ ການສື່ ສານທຳອິດ ອາດໃຊ້ອະໄວຍະວະ ຫາກເຫິງມາກໍເປັ່ງສຽງອອກກາຍເປັນໜ່ວຍຄຳ ໂດຍເອົາສິ່ງແວດລ້ອມ ແລະວັດຖຸອ້ອມຂ້າງເປັນຕົວບອກເຫດ ແລະກຳນົດຄວາມດ້ວຍສັນທາມະຕິວ່າ ນີ້ຄືໄກ່ ກໍຮູ້ກັນວ່າໄກ່ ແລ້ວໃຊ້ ກັນມາ ໂດຍການພັດທະນາສຽງຂຶ້ນໂດຍເປັນມາດຕາຖານ ເມື່ອມະນຸດເຜົ່າໄທລາວແຕກແຍກກັນອອກໄປ ກໍມີສຽງຜ້ຽນໄປຕາມທ້ວງທ່ານທຳນອງຂອງການສືບທອດ, ອັນນີ້ເຫັນໄດ້ຈາກການພັດທະນາພາສາລາວ ໄທຍ໌ ໃນປັດຈຸບັນນີ້ ເປັນເວລາ ໑໐໐ ກວ່າປີຈຶ່ງເຮັດພາສາໄທຍ໌ ລາວແຕກຕ່າງກັນໄປຕາມສັງຄົມກຳນົດ”.
ສຳລັບອັກສອນລາວ ກໍເຊັ່ນດຽວກັນ ມັນໄດ້ກຳເນີດເກີດຈາກສັງຄົມລາວບັນດາເຜົ່າທັງມວນ ບໍ່ແມ່ນ ມະນຸດຄົນໃດຄົນໜຶ່ງສ້າງຂຶ້ນ ແຕ່ຫາກມັນແມ່ນຄວາມຈຳເປັນຂອງສັງຄົມມະນຸດຕະກູນລາວໄຕນີ້ເອງ ສ່ວນ ຄວາມຕ່າງນັ້ນມັນກໍແມ່ນເກີດຈາກສັງຄົມນັ້ນເປັນຜູ້ກຳນົດເອງ.
ໃນນິທານ “ແຖນປະທານອັກສອນ” ນີ້ ອັນເປັນນິທານພື້ນເມືອງລາວ ເຊິ່ງຫາຄົນເລົ່າບໍ່ມີແລ້ວນັ້ນ ມັນຍັງໄດ້ເຮັດໃຫ້ເຮົາມອງເຖິງປະຫວັດສາດ ແລະພູມສາດອີດວ່າ “ຈີນ, ລາວ, ກຼອມ(ຂອມ) ນັ້ນມີການພົວ ພັນ ແລະກຳເນີດພ້ອມກັນມາແຕ່ດຶກດຳບັນແລ້ວ ຈຶ່ງຄ່ອຍໆພັດທະນາຮອດເທົ້າບັດນີ້.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ສິ່ງໜຶ່ງທີ່ຢັ້ງຢືນເຖິງຄວາມເອກະລາດ ແລະຄວາມຈະເຣີນຂອງຊາດລາວອີກຢ່າງໜຶ່ງແມ່ນ ຈາຮີດ ປະເພນີ ແລະວັດທະນະທັມ ປະເພດ(ນິຕິທັມ) ຫຼືກົດໝາຍ, ປະເທດລາວເຮົາມີກົດໝາຍອັນເປັນລາຍລັກອັກສອນນັ້ນ ຫຼາຍສະບັບ ເຊິ່ງບັນທຶກໄວ້ໃນໜັງສືໃບລານ ເຊິ່ງໃນອະດີດຜ່ານມານ ທາງບັນດີດສະພາຍຈັນທະບູລີ ແລະໜ່ວຍງານຕ່າງໆຕະຫຼອດສັງຄົມລາວ ໄດ້ນຳມາແປງເປັນອັກສອນລາວ ພິມອອກເຜີຍແຜ່ ເຊັ່ນສຳລິດ ບົວສີສະຫວັດນ ກໍໄດ້ປະຣິວັດຄັມພີ "ໂພສາຣາດສັງຄະປາກອນ" ໄວ້ ແລະຄັມພີກົດໝາຍບູຮານລາວທັງ ຄຳພີໂພສາລາດ ໕ ສະບັບອັນໄດ້ແກ່.
alt

໑. ຄຳພິມູນລະຕັນໄຕ ມິສາລະສຳຄັນຢູ່ ໓ ປະການ ຄື ເປັນນິທານຕຳນານກ່ຽວກັບຄະດີຖ້ວຍຄວາມປິດສະໜາບັນຫາ ແລະຕົວຢ່າງພິຈາລະນາຄະດີແບບບູຮານ ໜັງສືເລື່ອງນີ້ເນັ້ນເຖິງການ ເຮັດວຽກບໍລິຫານປະເທດ ສັງຄົມ ແລະບ້ານເມືອງ ຂອງຜູ້ນຳສະໄໝບູຮານ" ເຊິ່ງຜູ້ປະລິວັດໜັງສືນີ້ໄດ້ໃຫ້ຄວາມສຳຄັນວ່າ " ເວົ້າງ່າາຍໆແມ່ນແນວທາງການບໍລິຫານປະເທດ ຫຼືລັດຖະສາດບູຮານຫຼືຫຼາຍຕົວຢ່າງ ຂອງການແກ້ບັນຫາ ແບບບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ"
໒. ຄຳພີທຳມະສາດຫຼວງ : ກໍເປັນກົດໝາຍແມ່ ຫຼືກົດໝາຍຫຼັກຂອງການໃຊ້ກົດໝາຍ ຫຼືພິທີພິຈາຣະນາຄວາມທັງໝົດ ເຊິ່ງມີທັງໝົດ ໓໒໑ ມາດຕາ, ແຕ່ເທ່ົາທີ່ມີການຄົນຄວ້າປາກົດວ່າເສັຍໄປ ໖ ຜູກຈຳນວນ ໖໐ ມາດຕາ, ຜູ້ຫ້ອງປານາຕິບາດ ຕາມທາງຜູ້ປະລິວັດໄດ້ກ່າວວ່າ ໄດ້ຫາແລ້ວເກີອບທົ່ວປະເທດແຕ່ບໍ່ພົບ ກໍຈົນໃຈ ຈຶ່ງສະບັບໜຶ່ງຈາກຊຽງໃໝ່ເປັນອັກສອນໄທຍ ຂາດໄປ ໖໐ ມາດຕາເຊັ່ນດຽວກັນ ແລະໃຫນນັ້ນບອກໄວ້ ດ້ວຍຄຳວ່າ ໄດ້ຕົນສະບັບຈາກປະເທດລາວ ຊາວຍີ່ປຸນນຳໄປ... ມີຫຼັກຖານພໍຢັ້ງຢືນໄດ້ວ່າແຕ່ງໃນສະໄໝພຣະເຈົ້າສຸຣິຍະວົງສາທຳມິກະ​ຣາດ ມີລັກສະນະພິເສດ ເຫດວ່າເອົາສິນ ໕ ຫຼືປັນຈະສິລາໃນການຈັດໝວດໝູ່ ມີ ໕ ໝວດຄື

໒.໑. ຫ້ອງປານາຕິບາດ : ວ່າດ້ວຍການຕີຟັນລັນແທງ ທຸບຕີວິວາດ.

໒.໒. ຫ້ອງອະທິນນາທານ ວ່າດ້ວຍການລັກ ຂະໂມຍ ການໂລບການສໍ່ລາດບັງຫຼວງ ການປຸ້ນຈີ້ລັກຊັບ.

໒.໓. ຫ້ອງກາເມສຸມິດສາຈານ: ວ່າດ້ວຍການຜິດປະເວນີ ຄົບຊູ້ສູ່ສາວ ການສ້າງຄອບຄົວ ຈາຣີດຜົວເມັຍ(ຮີດຜົວຄອງເມັຍ) ການປະຮ້າງດ ການແປ່ງປັນຊັບສິນ.

໒.໔. ຫ້ອງມຸສາວາດ: ວ່າດ້ວຍການຕົວະ ຫຼອກລວງ(ຕົວະ ລ່າຍ ພາງ ສໍ້ສົນ ສັບສຽດ ການກ່າວຄຳຫຍາບ ໄຮ້ສາລະ ແລະຕົວະຍົວະ)

໒.໕. ຫ້ອງສຸລາ ແລະເມໄລ : ວ່າດ້ວຍການກິນເຫຼົ້າເມົາຢາ ສິ່ງເບື່ອເມົາ ແລະສິ່ງເສບຕິດຕ່າງໆ

໓. ຄຳພີສ້ອຍສາຍຄຳ: ເປັນຄຳພີຂະໜາດສັ້ນ ມີປະມານ ໓໐ ກວ່າແຜ່ນລານ ເນື້ອໃນຈະເນັ້ນໄປໃນຫຼັກການຂອງພິກຂຸປາຕິໂມກ ໒໒໗ ສິກຂາບົດ ເປັນພື້ນຖານໃນການປຽບທຽບ ແລະບັນຍັດໄວ້ລະອຽດກ່ຽວກັບຈະຣິຍະທຳສັງຄົມ ​ທີ່ເວົ້າໄວ້ຈະແຈ້ງກ່ຽວກັບການຄອງເຮືອນຂອງຄພຣາ ວາດ ໂດຍຖືເອົາຫຼັກສີນ ໒໒໗ ຂອງພຣະພິກຂຸສົງໄປປັບໃຊ້ໃນວະລະລະບຽບການຂອງສັງຄົມ ໃນຄຳພີນີ້ບອກໄວ້ຈະແຈ້ງວ່າແຕ່ງໃນລັດຊະສະໄໝຂອງ ພຣະເຈົ້າໂພທິສາລາດ ສະຕະວັດທີ ໑໔
໔. ຄຳພີສຸວັນນະມຸກຂາ: ມີລັກສະນະເປັນປະມວນກົດໝາຍບູຮານລາວ (The code of lao Customary Law) ກ່່າວເຖິງຫຼັກ ປະມວນກົດໝາຍໂດຍທົ່ວໆໄປ ມັກອ້າງປາລີສັນສະກິດມາປະກອບ ເຊັ່ນນິທານນາງຕັນໄຕ ນິທານເວຕານເປັນຕົ້ນ.

໕. ຣາຊະສາດ: ວ່າດ້ວຍພະຈາຣິຍະທັມຂອງພຣະມະຫາກະສັດ ເຊັ່ນ ທັສຣາຊະພິຊະທຳ, ອະປະຫານິຍະທຳ, ໂລກະທຳ ຈາຮີດບ້ານເມືອງ ແລະອື່ນໆ ຄຳພີນີ້ຈະເນັ້ນໄປທາງຜູ້ບໍລິຫານບ້າເມືອງ ໃຫ້ມີມະໂນທຳປະຈຳໃຈ ບໍ່ຄວນໃຊ້ອຳນາດໃນທາງທີ່ຜິດສີນທຳ ນຳໃຊ້ລາຊະຊັບ ແລະຊັບສິນຂອງຊາດ ເພື່ອບັນເທົາທຸເລົາທຸກຂອງປະຊາຊົນ ແລະປະເທດຊາດ ຊ່ວຍກັນປົກປ້ອງ ແລະຊຸກຍູ້ສົ່ງເສີມປະຊາຊົນພົນລະເມືອງ.

ຄຳພີທັງ ໕ ທີ່ມີການຈັດພິມ ແລະເຜີຍແຜ່ສູ່ງສັງຄົມລາວຜ່ານມາທັງ ໕ ສະບັບນີ້ ທັງຄຳພີ ໂພສາຣາດສັງຄະປາກອນ ນັ້ນລ້ວນແຕ່ເປັນກົດໝາຍ ບູຮານລາວ, ເມື່ອເຮົາສຶກສາເບິ່ງທາງປະຫວັດສາດແລ້ວ ຈະເຫັນໄດ້ວ່າ ອານາຈັກລ້ານຊ້າງໄດ້ໃຊ້ກົດໝາຍປົກຄອງປະເທດມາຕັ້ງແຕ່ສະໄໝພຣະເຈົ້າຟ້າງຸ່ມມະຫາລາດແລ້ວ ເມື່ອເຮົາເອົາ ໜັງສືທັງ ໕ ສະບັບນີ້ໄປໂຍງໃສ່ ຮີດ ໑໒ ຄອງ ໑໔ ປາກົດວ່າ ຮີດ ໑໒ ຄອງ ໑໔ ເປັນກົດໝາຍແມ່ບົດ ທຽບໄດ້ກັບລັດຖະທຳມະນູນ, ສ່ວນຄຳພີທັງຫ້ານີ້ແມ່ນກົດໝາຍລູກ ທີ່ເວົ້າເຖິງຂໍ້ບັນຍັດ ແລະວິທີພິຈາລະນາກົດໝາຍ, ແຕ່ໃນຄຳພີນັ້ນຈະມີຫຼັກໃນການອອກກົດ ຫຼືບັນຍັດກົດໝາຍນັ້ນ ຈະເປັນໄປໃນຫຼັກຂອງສິນ ໕ ເປັນໝວກໝູ່ໃຫຍ່ ແລະເອົາສີນ ໒໒໗ ເປັນຫຼັກຂອງການຂະຫຼາຍຄວາມຫຼັກການອອກກົດປະເພນີ ເຊີ່ງຮຽກວ່າ ກົດໝາຍຈະລິຍະທຳ ອັນເປັນຕົ້ນແບບຂອງຮີດຄອງ ແລະວິທີ່ປຕິບັດ ກາຍເປັນວັດທະນະທຳລາວ ທັງໝົດແມ່ນອິງໃສ່ເນື້ອໃນຄຳສອນຂອງພະພຸດທະສາສ​ະໜາເປັນຫຼັກ ເພາະເຫດໃດ ? ເພາະເຮົາເຫັນນຳກັນແລ້ວວ່າ ປະເ​ ທດລາວນັບແຕ່ພຣະເຈົ້າຟ້າງຸ່ມເປັນຕົນມາເອົາພະທະສາສະໜາເປັນແກ່ນນຳຂອງການພັດທະ ນາຊາດ ກໍບໍ່ເປັນເລື່ອງປາຫຼາດທີ່ກົດໝາຍຕ່າງໆ ຕະຫຼອດທັງຈະລິຍະທຳສັງຄົມລາວໃນອະດີດ ຊິບໍ່ເອົາຄຳສອນພຣະພຸດທະສາສະໜາມາເປັນແບບ ຢ່າງຂອງການບໍລິຫານປະເທດ ເພາະສະໄໝນັ້ນ ກໍມີແນວທາງຫຼັກສຳຄັນກໍມີແຕ່ພະພຸດທະສາສະໜາ.

ເມື່ອເຮົາສຶກສາ ປະຫວັດສາດລາວແຕ່ເລີ່ຕົ້ນແລ້ວ ຈະເຫັນວ່າ ປະເທດລາວເຮົານັ້ນ ເປັນລະບອບປະຊາທິປະໄຕ ແບບພະມະຫາກະສັດ ຫຼື ຣາຊາທິປະໄຕ ບໍ່ແມ່ນ ສົມບູນຍາສສິດທິຣາດ ໂດຍມີການບັງຄັບບັນຊາໂດຍພະມະຫາກະສັດ ໂດຍພະອົງດຽວ ຫາ່ກແມ່ນການບໍລິຫານປະເທດຊາດທັງໝົດ ແມ່ນເປັນໄປໂດຍກົດໝາຍ ແລະຄະຣາຊະມົນຕີທັງ ໔ ເຊິ່ງເຮົາເຫັນໄດ້ທາງໜຶ່ງນັ້ນວ່າ ປະເທດລາວເປັນປະເທດຣາຊາທິປະໄຕມາເຫິງນານນັ້ນ ຄື.

໑. ລະບົບທາດໃນອານາຈັກລ້ານຊ້າງບໍ່ຈະແຈ້ງ, ລະບົບທາດທີ່ປາກົດໃນສັງຄົມລາວແມ່ນສ່ວນໃຫຍ່ຈະເປັນຂ້ອຍ ແລະຂ້ອຍສ່ວຍໃຫຍ່ກໍແມ່ນ ຢູ່ໃນລັກສະນະສັດທາເປັນສ່ວນໃຫຍ່ ເຮົາຈະເຫັນວ່າ "ໃຫ້່ຂ້າໂອກາດ ຫຼືຂ້າປະຕິບັດພະທາດ" ເທົ່ານັ້ນ, ທາດ ຫຼືຂ້າເລົ່ານີ້ແມ່ນເປັນໄປດ້ວຍສັດທາ.

໒. ໃນປະຫວັດສາດຊາດລາວ ໂດຍສະເພາະສຶກສາປະວັດ ພະເຈົ້າຟ້າງຸ່ມມະຫາຣາດນັ້ນ ເຫັນວ່າ "ຊາວເມືອງເນລະເທດພະອົງ ເຖິງ ໒ ຄັ້ງ" ຄື ຄັ້ງໜຶ່ງ ເນລະເທດອອກຈກາລາຊະສຳນັກຊຽງທອງ ຕອນຍັງນ້ອຍ, ຄັງທີ ໒ ແມ່ນການເນລະເທດຕອນເປັນກະສັດແລ້ວ ອັນນີ້ຍ່ອມສະແດງໃຫ້ເຫັນວ່າ ໃນລະບອບການປົກຄອງລາວບູຮານ ໃຊ້ລະບົບກົດໝາຍ ແລະໃຊ້ສະພາ ເປັນການບໍລິຫານປະເທດ ແລະຖືສຽງປະຊາຊົນຫຼາຍກວ່າອຳນາດ, ວິທີນີ້ຍັງສືບຕໍ່ມາຈົນຮອດສະໄໝພະເຈົ້າສຸລິຍະວົງສາທຳມິກະລາດ ທີ່ສະພາລາດຊະມົນຕີສັງປະຫານລາຊະໂອລົດ ຂອງພຣະອົງ ອັນເນືອງມາຈາກຄວາມຜິດ ກົດໝາຍໝວດທີ ໓ ຄື ໝວດກາເມສຸມິດສາຈານ ຈະເຫັນວ່າກົດໝາຍ ໃນສະໄໝບູຮານນັ້ນສັກສິດສົມຄວນ ກົດໝາຍໝາດທີ ໓ (ວ່າດ້ວຍກາເມສຸມິດສາຈານ) ຍັງຕ້ອງໂທດຂັ້ນປະຫານ, ຖືວ່າ ອານາຈັກລາວຖືກົດໝາຍມາຢ່າງເຄັ່ງຄັດສົມຄວນ ຈຶ່ງເຮັດໃຫ້ປະເທດລ້ານຊ້າງເຂັ້ມແຂງມາເຖິງ ເກືອບ ໖໐໐ ປີ.

ຢ່າງໃດກໍຕາມ, ຄຳພີກົດໝາຍບູຮານລາວທີ່ປະກົດໃຫ້ເຮົາເຫັນເປັນຫຼັກຖານນີ້ ຍ່ອມສະແດງໃຫ້ເຫັນວ່າ ລ້ານຊ້າງ ກໍຄືສັງຄົມລາວ ເປັນປະເທດທີ່ມີຄວາມຈະເລີນມາຢ່າງແຂງແຮງ ເພາະມີກົດໝາຍເປັນເຄື່ອງມີໃນການບໍລິຫານປະເທດ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ເລື່ອງທີ່ຈະວ່ານີ້ ບໍ່ແມ່ນເລື່ອງກ້າວກ່າຍປະເທດອື່ນ ແລະກະບໍ່ແມ່ນເລື່ອງກໍໃຫ້ເກີດຄວາມເສັຍຫາຍໃຫ້ແກ່ປະເທດອື່ນດ້ວຍ ນອກຈາກນັ້ນ ບໍ່ແມ່ນເລື່ອງການເມືອງ ແຕ່ເປັນການສຶກສາສະຖານະການ ເພື່ອສ້າງວິໄສທັດຮຽນຮູ້ຕາມເຫດການ.

- ເລື່ອງມີຢູ່ວ່າ

- ໃນໄລຍະທີ່ລາວເຮົາສະຖາປານາປະເທດສາທາລະນະລັດ ປະຊາທິປະໄຕມາ ຈົນຮອດບັດນີ້ ບັນດາປະເທດຕ່າງໆທີ່ກົງກັນຂ້າມກັບແນວທາງອັນຖືກຕ້ອງກັບພັກ ແລະລັດເຮົານັ້ນ ມັກຈະໂຈມຕີປະເທດ ສປປ.ລາວເຮົາ ເປັນປະເທດຄອມມູນິດ ແລະເປັນປະເທດລະເມີດສິດປະຊາທິປະໄຕ ທັງບໍ່ໃຫ້ສິດການສື່ສານມວນຊົນ, ແຕ່ໃນໄລໄລຍະ ໓໐ ກວ່າປີມານີ້ ພັກແລະລັດເຮົາ ບໍ່ໄດ້ປິດ ຫຼືຍຸບສື່ສານມວນຊົນ ນອກຈາກບໍ່ປະກາດຍຸບແລ້ວ ຍັງໄດ້ສ້າງສື່ ສົງເສີມໃຫ້ໃຊ້ສື່ຢ່າງມີປະສິດທີພາບ ແຕ່ກົງກັນຂ້າມຕລອດໄລຍະຜ່ານມາ ປະເທດທີ່ໂຈມຕີ ໃສ່ຮ້າຍປ້າຍສີ ສປປ.ລາວນັ້ນ ເບິ່ງບໍ່ໄກ ເບິ່ງປະເທດໄທຍ໌ນີ້ ເຊິ່ງເປັນປະເທດຕໍ່ຕ້ານ ແລະໃສ່ຮ້າຍປ້າຍສີ ສປປ.ລາວເຮົາ ພວກເຂົາ ໄດ້ປິດລາຍກາຍ, ໜັງສືພິມ, ວິທະຍຸ, ໂທຣະທັດ ຫຼາຍກວ່າ ໑໐໐ ລາຍການແລ້ວ.

- ສະນັ້ນ, ເຮົາສົມທຽບວ່າ ບ້ານເຮົາກັບບ້ານເຂົາ ໃຜມີປະຊາທິປະໄຕກັນແທ້ (ໂດຍສະເພາະພັກ ແລະລັດເຮົາບໍ່ເຄີຍ ກ່າວຮ້າຍ ແລະຕ້ອງຕິຕ່າງປະເທດເລີຍ ອັນນີ້ຈຶ່ງວ່າ "ຢູ່ບ້ານເຮົານີ້ແລ້ວປະຊາທິປະໄຕແທ້ໆໆ" ພັກແລະລັດສົ່ງເສີມໃຫ້ຄົນລາວ ທຳທຸກກິດຈະກັມທີ່ກໍ່ໃຫ້ເກີດການພັດທະນາຊາດ..)ບໍ່ເຊື່ອເປີດໂທຣະທັດ ແລະວິທະຍຸສຶກສາເລື່ອງນີ້ເບິ່ງ ກະແລ້ວກັນ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2009 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໂສ

ເປັນຄຳລາວ ເຊິງໄດ້ມາຈາກພາສາປາລີ ໃຜ ເຊື່ອ ຫຼືບໍ່ເຊື່ອ ໃຜຮູ້ເຣືອງນີ້ ມາໂສກັນເບິ່ງ ?

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຖ້າມົວແຕ່ຢ້ານວ່າເຮົາຈະສອບເສງບໍ່ໄດ້ເຮົາກໍຈະເສັຍເວລາລ້າ ແລະກໍຈະເສັຍໂອກາດໃນ ປັດຈຸບັນທີ່ ຈະຮັບຮູ້ວ່າຕົນເອງເປັນນັກວາງແຜນທີ່ດີໄດ້ໃນອະນາຄົດ.

ຖ້າວ່າເຮົາມີຄວາມຮູ້ສຶກເຕັມປ່ຽມສຸດຍອດແລ້ວໃນເຫດ ແຕ່ຜົນກໍຄືສອບບໍ່ໄດ້ ເຮົາກໍຕ້ອງກັບມາ ທຳຄວາມເຂົ້າໃຈວ່າ ເມື່ອເຮົາທຳສຸດຍອດແລ້ວໃນໜ້າທີ່ຂອງເຮົາແຕ່ຍັງບໍ່ໄດ້ເຮົາກໍພະຍາຍາມອີກຈັກ ໜ່ອຍກໍຈະໄດ້ແນ່ນອນ ຈົ່ງບອກກັບໃຈເຮົາສະເໝີວ່າ “ສິ່ງໃດທຳດ້ວຍໃຈຢ່າງເຕັມທີ່ແລະຮອບຄອບສິ່ງ ນັ້ນມັກຈັກສຳເຣັດຜົນເຕັມທີ່ທຸກຄັ້ງ” ຄືຈົ່ງທຳເຫດໃນປັດຈຸບັນເຕັມທີ່ ແລ້ວກະປ່ອຍວາງໃນຜົນໃນອະ ນາຄົດທີ່ຈະໄດ້ແບບວາງເສີຍ.

ໃນຄວາມເປັນຈິງ “ເຮົາຍັງບໍ່ທັນສອບເສງ ແຕ່ກັບມາກົວຢ້ານວ່າສອບເສງບໍ່ໄດ້” ຫາກຮູ້ຕົວ ເຊັ່ນນີ້ ນັບວ່າຮູ້ປັດຈຸບັນ ແລະຝັນເຫັນອະນາຄົດໄດ້ ຫາກກໍລະນີເຊັ່ນນີ້ນັບວ່າເປັນສິ່ງເຕືອນສະຕິໃຫ້ ເຮົາທຳປັດຈຸບັນໃຫ້ດີທີ່ສຸດ ແລະເອົາສະຕິສັມປະຊັນຍະມາໄວ້ທີ່ຕົວເຮົາ ແລ້ວທຳໜ້າທີໄປດ້ວຍຈິດ ໃຈສະບາຍກໍຈັກສຳເລັດຜົນຢ່າງສຸກໃຈ ແຕ່ຫາກມີຄວາມກົວຢ້ານຊື່ໆ ແຕ່ບໍ່ໄດ້ເອົາປື້ມມາວາງໃສ່ໜ້າ ແລະຕັ້ງໃຈຮຽນໜັງສືນັ້ນ ອັນນີ້ຜິດປົກປະຕິແລ້ວເຂົາວ່າ “ຈິດຝັ່ນເຟືອນ” ທາງທັມວ່າ “ວິຕົກຈະຣິດ” ຈິດໃຈຍ່ອມຮ້ອນໃນປັດຈຸບັນ ແລະມັກປະສົບກັບທຸກໃຈ ແລະກາຍໃນອະນາຄົດ ເມື່ອຢ່າງເຂົ້າໄປເບິ່ງ ກະດານຂ່າວໃນຫໍຂ່າວ ມີແຕ່ຊື່ເຂົາບໍ່ແມ່ນຊື່ເຮົາແນ່ນອນ.

ເມື່ອເປັນເຊັ່ນນັ້ນ ຄວາມກ້າມັນກໍຫາຍ ປັນຍາມັນກໍໜີ ຄວາມດີມັນກໍຫົດ ອະນາຄົດມັນກໍເສົ້າ ບັນຫາສາລະພັດແລ່ນຊິງກັນເຂົ້າມາຢູ່ໃນຕົວເຮົາ ເພາະມັນເຫັນວ່າ ເຮົາຄືເພື່ອນ, ໝູ່, ສ່ຽວເຫີຍເກີຍ ຮັກຂອງມັນ ພວກນີ້ມັນມັກເອົາຄົນຂີ້ຄ້ານ, ຄົນະໝາດ, ຄົນໃຈອ່ອນແອ, ຄວາມຂີ້ຄ້ານ ເປັນພວກຂອງມັນ.

ແຕ່ຢ່າງໃດຕາມຫາກເຮົາພົບກັບບັນຫານີ້ແລ້ວ ບໍ່ວ່າດ້ວຍເຫດຜົນໃດກໍຕາມ ເພື່ອບໍ່ໃຫ້ຈິດອັນບໍ່ ດີພາໃຫ້ເຮົາທຸກເຂົ້າມາເປັນໝູ່ເຮົາ ວິທີແກ້ກໍຄືພະຍາຍາມຫາຍໃຈເຂົ້າອອກຢ່າອ່ອນໂຍນ ປ່ອຍວາງ ສັບພະສິ່ງພາຍໃນໃຈອອກ ນຶກເຖິງອະນາຄົດ ແລະຄຸນງາມຄວາມດີໃຫ້ຫຼາຍໆ ທຳຈິດໃຫ້ສະຫງົບ ລະງັບຄວາມຟຸ້ງຊ້ານທັງຫຼາຍທັງປວງລົງ ທຳໃຫ້ຈິດຂອງຕົນເຂັ້ມແຂງ ຈິດໃຈປອດໂປ່ງ ແລະສ້າງພະ ລັງຂອງຈິດໃຫ້ຄວນແກ່ການງານ ແລະຈົດຈໍ່ຢູ່ກັບພາລະນັ້ນໆ ຄືເຮົາອ່ານໜັງສືກໍຕ້ອງຈົດຈໍ່ກັບການ ອ່ານນັ້ນ ຕັ້ງກຳລັງກຳລັງສະມາທິ ໃຫ້ມີອິດທິພົນຢູ່ກັບກາຍ ແລະໃຈຈິດຂອງເຮົາກໍຕັ້ງໝັ້ນ ວ່ອງໄວຕໍ່ ການທຳໜ້າທີ່ໃນຂະນະນັ້ນ, ວິທີນີ້ເປັນການວາງແຜນງານຂອງຈິດ ໃຫ້ກ້າແກ່ງໃນວຽກງານ ວິທີນີ້ ເປັນການຕັດຮອນຄວາມທຸກ ເກີດເປັນພະລັງແຫ່ງຄວາມສຸກມາແທນທີ່.

ແລະກໍວິທີນີ້ເອງເອົາໄປຮຽນໜັງສື ເພື່ອກຽມສອບເສງໃນອະນາຄົດ ຫຼືຮູ້ວິທີການສ້າງຈິດໃຈໃຫ້ ເຂັ້ມແຂງ ຂະຈັດຄວາມກັງວົນຢ້ານກົວຖິ້ມໄປ ທຳໃຫ້ຈິດໃຈຜ່ອງແຜ້ວ ຈິດມີສະມາທິໃນການຮຽນການ ສຶກສາ ເປັນການວາງແຜນການກຽມສອບທີ່ດີ ແລະໄດ້ຜົນ ສອບ ໑໐໐ ຄັ້ງ ໄດ້ ໑໐໐ ຄັ້ງ.
ຈົ່ງທຳການງານຂອງຕົນໃນປັດຈຸບັນໃຫ້ສຳເຣັດເຖິງ ຢ່າງໄປກັງວົນກັບອະນາຄົດທີ່ຍັງບໍ່ທັນມາ ເຖິງ ເມື່ອເຮົາທຳໜ້າທີ່ໃນປັດຈຸບັນດີ ຮອບຄອບແລ້ວຢ່າໄປຢ້ານວ່າຈະສອບເສງບໍ່ໄດ້.

ຂໍໃຫ້ມີຄວາມສຸກ ມີຄວາມຮູ້ ມີຄວາມຕື່ນ ມີຄວາມເບີກບານ ສະໜຸກສະໜານກັບການຮຽນໜັງ ສືນັ້ນ ເພື່ອຈະເຮັດໃຫ້ຕົນ ຝືກຕົນເອງກາຍເປັນຜູ້ທີ່ພ້ອມໃນອະນາຄົດ ທີ່ຈະທຳໜ້າທີ່ອັນໃຫຍ່ຫຼວງເຖິດ ຫາກທຳເຊັ່ນນີ້ ບໍ່ຕ້ອງໄປດູມໍ ບໍ່ຕອ້ງໄປບະເຈົ້າແມ່ສີເມືອງ ທ່ານຮູ້ເອງເລີຍວ່າ “ສອບເສງໄດ້ແນ່ນອນ”.

ຂໍຂັດທ້າຍດ້ວຍຄຳວ່າ “ສັບພະສິ່ງເກີດແຕ່ເຫດທັງນັ້ນ” ຂໍໃຫ້ນັກຮຽນນັກສຶກສາ ຈຶ່ງເປັນຜູ້ພ້ອມ ເປັນນັກວາງແຜນອະນາຄົດຂອງຕົນໃຫ້ດີເຖີດ.
ເມື່ອທຳໜ້າທີ່ຂອງທ່ານທີ່ວ່າມາແລ້ວ ເພື່ອເປັນກຳລັງໃຈ ຫຼືກຳນົດໃຈໃຫ້ເປັນສະມາທິ ຈົ່ງກຳ ນົດໃນຂະນະລົມຫາຍໃນອອກ-ຫາຍໃຈເຂົ້າຕາມລົມວ່າ “ສອບເສັງໄດ້ໜໍ” ຊ້າໆໆໆໆໆ.
ສອບເສງໄດ້…………ກໍດີໃຈ
ສອບເສງບໍ່ໄດ້……….ເສັຍໃຈ ເປັນທຳມະດາ
ຈົ່ງເຮັດໃຫ້ໃຈເປັນສຸກ ສ້າງຄວາມສະໜຸກກັບການສອບໃໝ່ຄົນເຮົາລົ້ມ ໓ ທີ ດີ ໓ ຫົນຫາກເຮົາຮູ້ຈັກຕົນ ຈັກບໍ່ລົ້ມມີແຕ່ດີຕະຫຼອດ.
(ດຽວນີ້ ເຮົາ ແ​ລະທ່ານເຮັດການເຮັດງານແລ້ວ ມີລູກຜົວເມັຍແລ້ວ ມີໜ້າທີ່ການງານແລ້ວ ທ່ານ ແລະເຮົາກໍຍັງເສງຢູ່ ເສງກັບວຽກກັບງານ ກັບໜ້າທີ່ຕຳແໜ່ງ ເສງກັບເວລາ ເສງກັບອາຍຸສັງຂານ ນັບວ່າມະນຸດ ເກີດມາເພື່ອເສງແທ້ໆ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2009 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ອັນເຂົ້າປຸ້ນ ເປັນອາຫາພື້ນເມືອງລາວດັ້ງເດີມ ປັດຈຸບັນເຖິງວ່າບັນດາປະເທດຕ່າງໆ ຈະມີການຮັບປະທານເຂົ້າປຸ້ນເຊັ່ນກັນ ກໍບໍ່ໝາຍວ່າເຂົ້າປຸ້ນນັ້ນເປັນຂອງຊາດອື່ນ, ເຂົ້າປຸ້ນນັ້ນຕິດພັນກັບປະຊາຊົນບັນດາເຜົ່າໃນລາວ ບໍ່ວ່າຊົນຊາດຊົນເຜົ່າໃດ ກໍລ້ວນແຕ່ຮັບປະທານເຂົ້າປຸ້ນທັງນັ້ນ ເຖິງວ່າເຂົ້າປຸ້ນບໍ່ແມ່ນອຫານຫຼັກຂອງຄອບຄົວລາວ ກໍຕາມແຕ່ ເຂົ້າປູ້ນໄດ້ຕິດພັນກັບຮີດຄອງ ປະເພນີ ແລະວັດທະນະທັມລາວ ໂດຍສະເພາະແລ້ວແມ່ນ "ງານໃຫຍ໋ ເຊັ່ນແຈກເຂົ້າ, ບຸນພຣະເວດເປັນຕົ້ນ" ຈະຂາດເສັຍເຊິ່ງ ເຂົ້າປຸ້ນແມ່ນບໍ່ໄດ້ເດັດຂາດ, ໃນດ້ານປະຫວັດເຂົ້າປຸ້ນ ຍັງໄດ້ເຮັດໃຫ້ເຮົາຮູ້ໄດ້ວ່າ ຫົວເມືອງຝັ່ງຂວາແມ່ນຳ້ຂອງ (ພາກອີສານຂອງໄທຍ໌) ເປັນດິນແດນ ລາວ ຄື ທີ່ແຂວງອຸບົນ ມີເມືອງໜຶ່ງຊື່ ເມືອງກຸດເຂົ້າປຸ້ນ ໃນແທ້ທີ່ຈິງແລ້ວ ພາສາໄທຍ໌ຮຽກອາຫານປະເພດນີ້ວ່າ "ເຂົ້າໜົມຈີນ" ເພາະເຂົາເຂົ້າໃຈວ່າອາຫານປະເພດນີ້ ແມ່ນອາຫານຂອງຈີນ ແລະໃນການຈັດປະເພດອາຫານຂອງໄທຍ໌ ຮຽກວ່າ "ເຂົ້າປຸ້ນ" ຈັດຢູ່ປະເພດເຂົ້າໜົມ ແລະຂອງຫວານຈຶ່ງຮຽກວ່າ "ເຂົ້າໜົມຈີນ" ດ້ວຍເຫດນັ້ນ ນຳ້ແກງເຂົ້າປຸ້ນຂອງໄທຍ໌ ຈຶ່ງມີລົດຫວານມັນ ຄ້າຍກັບຂອງຫວານ ແຕ່ກໍແປກົງທີ່ວ່າເວລາຮຽກນຳ້ປະສົມເຂົ້າປຸນພັດຮຽກວ່າ "ນຳ້ພິກ" ອັນນີ້ ກໍເປັນຕາໜ້າຄິດອີກຢ່າງ ໜຶ່ງເຂົ້າໝົມຂອງໄທຍ໌ ບໍ່ຫວານສະເໝີໄປນັ້ນເອງ. (ອິອິອິ)
- ເຂົ້າປຸ້ນຂອງລາວນັ້ນ ຈັດຢູ່ໃນປະເພດອາຫານຄາວ ເຄື່ອງປະສົມຫຼັກກໍແມ່ນ ເຂົ້າປຸ້ນ ຮອງລົງມາແມ່ນເຫຍື່ອເຂົ້າປຸ້ນ ອັນປະກອບດ້ວຍຜັກຕ່າງໆ ສ່ວນນຳ້ແກງ ເຂົ້າປຸ້ນຈັດ ເປັນພຽງສ່ວນປະກອບເທົ່ານັ້ນ.
- ດັ່ງທີ່ເຮົາຮູ້ແລ້ວ ເຂົ້າປຸ້ນ ປະກອບດ້ວຍເຄື່ອງປະກອບ ໓ ສິ່ງ ຈຶ່ງເປັນເຂົ້າປຸ້ນທີ່ສົມບູນແບບ, ຄື
໑. ເຂົ້າປຸ້ນ ໄດ້ຈາກກັມມະວິທີການເຮັດເຂົ້າປຸ້ນຈົນກາຍເປັນເສັ້ນ ແລ້ວເຮັດ ເປັນກິ້ວໆໆ ເອີ້ນວ່າກິ້ວເຂົ້າປຸນ, ລັກສະນະນາມຂອງນກິ້ວຮຽກວ່າ "ຫົວ" ເຊັ່ນ "ເຂົ້າ ປຸ້ນ ໒ ຫົວ" ໝາຍເຖິງເຂົ້າປຸ້ນ ໒ ກິ້ວ ແຕ່ວ່າທາງບາງທ້ອງຖິ່ນ ກໍໃຊ້ຄຳວ່າ "ເຂົ້າປຸ້ນ ໓ ກິ້ວ".
໒. ເຫຍຶ່ອເຂົ້າປຸ້ນ ປະກອບດ້ວຍຜັກຕ່າງໆ ດຽວນີ້ພັດທະນາຂຶ້ນມາເລື້ອຍໆ ເຊັ່ນ ເຍື່ອເຂົ້າປຸ້ນ ປະກອບມີ: ກະລຳ່ປີ, ໝາກຫຸ່ງຂູດ, ໝາກແຕງ, ໝາກປີ, ໝາກຖົ່ວງອກ, ໝາກຖົ່ວຍາວ, ໜໍ່ໄມ້ຕົ້ມ ແລະອື່ນໆ (ອັນນີ້ບໍ່ຈັກກັດປະເພດຜັກ ແຕ່ຜັກປ່າບາງຊະນິດບໍ່ນິຍົມເອົາມາເຮັດເຍື່ອເຂົ້າປຸ້ນ ເຊັ່ນ ຜັກສະເມັກ, ຜັກຕິ້ວ ແລະອື່ນໆ ເຫຼົ່ານີ້ ແຕ່ມີຄົນລອງແລ່້ວບອກວ່າແຊບໆໆໆ ຮາໆໆໆໆ ລອງແມ໊ະ).
໓. ນຳ້ແກງ : ນຳ້ແກງເຂົ້າປຸ້ນນັ້ນໃນລາວເຮົານັ້ນມີລົດຊາດ ແລະເອກລັກຕ່າງອອກໄປແຕ່ລະທ້ອງຖິ່ນ, ບ້ານ ແລະຄອບຄົວ. ເຖິງຢ່າງໃດກໍຕາມ ນຳ້ແກງເຂົ້າປຸ້ນນັ້ນ ໃນລາວທົ່ວປະເທດນັ້ນແບ່ງອອກເປັນ ໒ ປະເພດໃຫຍ່ໆ ດັ່ງນີ້.
ກ. ນຳ້ແກງເຂົ້າປຸນ ປະເພດນຳ້ປົ່ນ ຫຼືນຳ້ແຈ່ວ"

- ເຄືອງປະກອບ ແລະວິທີປະກອບ.
(ນ້ຳເແກງເຂົ້າປຸ້ນ ສຳລັບເຂົ້າປຸ້ນໜື່ງໝື່ນລວມມີ).
໑. ປາເກັດ ຫຼືປາໜັງ ໄດ້ຈາກການລ້ຽງແລະທັມມະຊາດ ທີ່ຕົມສຸກແລ້ວ ໓ ກິໂລ.
໒. ປາແດກຕ່ອນປາໃຫຍ່ ໑/໒ ກິໂລ
໓. ໝາກພິກປົ່ນ ໔ ບ່ວງແກງ(ຕາມຄວາມຕ້ອງການ).
໔. ໝາກພິກດິບ+ສຸກ ໒ ກຣັມ(ຕາມໃຈມັກ).
໕. ໃບຂີ້ຫູດ(ໃບໝາກ******ດ) ໑ ກຳມື (ຫຼືຫຼາຍນ້ອຍຕາມໃຈມັກ).
໖. ຫົວສິງໃຄ ໖ ຫົວ(ຕາມຕ້ອງການ).
໗. ຫົວຂີງແກ່ ໒ ຫົວ(ຕາມໃຈມັກ)
໘. ຫົວຂ່າແກ່ ໒ ຫົວ.
໙. ທຽມແຫ້ງປອກ ໒ ກຣັມ.
໑໐. ຫົວຜັກບົ່ວຫົວແຫ້ງ ໒ ກຣັມ.
໑໑. ແປ້ງນົວ ໑ ບ່ວງແກງ(ສູດບູຮານແທ້ບໍ່ຕ້ອງການໃຊ້ແປ້ງນົວເລີຍ ເພາະເອົານຳ້ປາແດກ, ເກືອ, ນຳ້ປາເປັນເຄື່ອງປັບຣົດ).
໑໒. ເກືອ ໓ ບ່ວງແກງ(ຫຼືຕາມຕ້ອງການ).
໑໓. ນ້ຳປາ໓ ບ່ວງແກງ(ອິງຕາມຄວາມຈຳເປັນຕ້ອງປັບຣົດ).
໑໔. ນ້ຳຕານຊາຍ ໕ ບ່ວງ ຫຼືນຳ້ຕານກ້ອນທຳມະຊາດ ກະເອົາໃຫ້ເທົ່າ ໕ ບ່ວງແກງ(ແລ້ວແຕ່ຜູ້ມັກຫວານຫຼືບໍ່ມັກ ສ່ວນບາງຄອບຄົວ ແລະບາງທ້ອງຖິ່ນບໍ່ໃຊ້ເລີຍ)

ວິທີປຸງ:
໑. ເອົານ້ຳໃສ່ໝໍ້ ໔-໗ ລິດ ຕົ້ມໃຫ້ຟົດແລ້ວນຳເອົາປາທີ່ລ້າງສະອາດມາຕົ້ມໃຫ້ສຸກ. ແລ້ວ ຕັກຂຶ້ນ ມາເພື່ອໃຈ້ກ້າງປາອອກ ຈາກນັ້ນກໍ່ນຳມາຕຳໃຫ້ມົ່ນ.
໒. ນຳເອົາປາແດກຊະນິດດີນັ້ນ ລົງໄປຕົ້ມກັບນຳ້ຕົ້ມປາທີ່ຕັກປາອອກແລ້ວນັ້ນ ຕື່ມນຳ້ອີກພໍປະມານຕົ້ມນຳ້ປາແດກຕໍ່ໄປ.
໓. ນຳເອົາ ຫົວຂ່າ, ຫົວຂີງ, ຫົວຜັກທຽມ, ຜັກບົ່ວຫົວແຫ້ງ, ໝົກ ຄື ເອົາລົງໃຕ້ຖ່ານໄຟ ເອົາເທົ່າປົກໆໄວ້ຈັກໜ່ອຍ.
໔. ໝາກພິກດິບ-ສຸກ ມາສຽບປີ້ງເທິງຖ່ານໄຟ ໃຫ້ສຸກຫອມພໍດີ ແລ້ວມາທຸບເປໆ ຫຼືຕຳໃສ່ຄົກພໍແຕກໆ.(ຢ່າໃຫ້ມູ່ນ).
໕. ຂົ້ວໝາກພິກແຫ່ງ ບໍ່ຕ້ອງໃສຫຍັງພຽງແຕ່ເອົາໝາກພິກລົງໝໍ້ເລັ່ງໄຟອ່ອນໆ ແລ້ວຂົ້ວພໍງາມແລ້ວເອົາມາປົ່ນລົງຄົກ ແລ້ວເອົານ້ຳເນື້ອປາລົງ ຄົນໃຫ້ເຂົ້າກັນກັບໝາກເຜັດປົ່ນ. ຈາກນັ້ນເຮົາກໍນ້ຳຕານ, ນ້ຳປາ ແລະໃບຂີ້ຫູດລົງ ຄົນໃຫ້ເຂົ້າກັນຕື່ມ ກະວ່າເນື້ອປາກອບໜ້ອຍໜື່ງພໍໃຫ້ເປັນນ້ຳຂຸ້ນໆໆ. ແລ້ວຈຶ່ງນຳນຳ້ມາຖອກໃສ່ ນຳ້ຕົ້ມປາແດກທີ່ກຽມ ແລະຄ້າງຂຶ້ນໃສ່ໄຟອ່ອນປານກາງ ແລ້ວກໍປຸງລົດຕາມໃຈມັກ.

ເທິງນັ້ນແມ່ນສູດດັ້ງເດີມແທ້ ແຕ່ສາມາດປັບປຸງໃຫ້ຖືກຕາມໃຈມັກອີກ ຄື
- ຖ້າວ່າຜູ້ມັກເລືອດໝູກໍ່ປາດໃສ່ໜ້ອຍໜຶ່ງແລ້ວກໍ່ຊີມເບິ່ງ ຫຼືປຸງຕາມໃຈມັກ.


ຂ. ສູດນຳ້ແກງເຂົ້າປຸ້ນ(ນຳ້ກະທິ)
໑.ຂ. ເຄື່ອງປຸງເໝືອນກັນກັບນຳ້ປົ່ນ ແຕ່ຈະເພີ່ມນຳ້ກະທິໝາກພ້າວຂຶ້ນມາ ນຳ້ກະທິໝາກ ໒-໓ ລິດ ຕໍ່ປະຣິມາດ ໑ ໝໍ້ນຳ້ແກງເຂົ້າປຸ້ນ.
- ວິທີປຸງຕ່າງກັນຈັກໜ່ອຍ ຄື ເອົານຳ້ກະທິລົງໝໍ້ຂາງ ຂ້ຽວໃຫ້ໄດ້ທີ່ ເອົາເນື້ອປາລົງຂ້ຽວນຳ້ກະທິກັບປາຕໍ່ ເອົາພິກແຫ້ງປົ່ນລົງຄົນໃຫ້ທົ່ວ ເຫັນວ່າພໍໃຈແລ້ວ ໃຫ້ເອົາ ເຄື່ອງປຸງຕ່າງໆນັ້ນລົງ (ເທົ່ານີ້ກໍໄດ້ນຳ້ແກງເຂົ້າປຸ້ນ ທີ່ແຊບຊ້ອຍແລ້ວ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄວາມຮູ້.ບໍ່ຮູ້ວ່າທ່ານຮູ້ຫຼືບໍ່ ?

໑. ເວລາບໍ່ມີເງິນ ຄົນແຮກທີ່ທ່ານຄິດເຖິງ ຄື ພໍ່ ແລະແມ່

ແຕ່ເມື່ອທ່ານມີເງິນແລ້ວ ຄົນແຮກທີ່ທ່ານຄິດເຖິງ ຕື ແຟນ ໝູ່ກອງ ແລະເພື່ອນ.

໒. ເວລາທີ່ຢາກໄດ້ຣົດ ຄົນແຮກທີ່ທ່ານຄິດເຖິງ ຄື ພໍ່ ແລະແມ່

ຫາກເມື່ອທ່ານໄດ້ຣົດແລ້ວ ຄົນແຮກທີ່ທ່ານຄິດເຖິງ ຄືແຟນ ໝູ່ກອງ ແລະເພື່ອນ ແຫຼ່ງທ່ອງທ່ຽວ.

໓. ເມື່ອພົບບັນຍາກາດທີ່ປະທັບໃຈ ທ່ານມັກຈະຄິດເຖິງແຟນສະເໝີ, ແຕ່ບັນຍາກາດທີ່ສັບສົນວຸ້ນວາຍ ທ່ານມັກຈະມອບໄວ້ໃຫ້ແກ່ພໍ່ແມ່.

໔. ໂຮງໜັງ ທີ່ມີໜັງໜ້່າເບິ່ງໜ້າຊົມ ຄົນແຮກທີ່ທ່ານຄິດເຖິງ ທ່ານມັກຈະຄິດເຖິງແຟນ ແຕ່
໖. ເວລາທ່ານມີຄວາມສຸກ ມັກຈະມອງຫາແຟນ ເພື່ອນ ແລະໝູ່ ແຕ່ເມື່ອມີຄວາມທຸກກັງວົນໃຈ ເສົ້າສະຫລົດໃຈ ຫົດຫູ່ໃຈ ທ່ານມັກຈະຄິດເຖິງແມ່.

໗. ໂທຣະສັບໜ່ວຍແຮກຂອງທ່ານມັກຈະໂທໄປຫາແຟນ ເພື້ອນ ແລະໝູ່ ແຕ່ເມື່ອໂທຣະສັບເສັຍ ຫຼືຕາຍຄົນທີ່ຮັບຮູ້ ກ່ອນຄືແມ່ ພໍ່.

. ເວລາທ່ານສຸກໃຈ ຄົນທີ່ໄດ້ຟັງກ່ອນຄືດເພື້ອນ ແຟນ ແຕ່ເວລາທ່ານທຸກໃຈ ແມ່ພໍ່ເທົ່ານັ້ນເປັນຄົນເລົ່າໃຫ້ຟັງ.
໙. ວັນເກີດຂອງທ່ານ ເພື່ອນ ແຟນເປັນຄົນທີ່ໄດ້ອ່ວຍພອນທ່ານ ພໍ່ແມ່ເປັນຄົນທີ່ທຸກໃຈໝົດມື້.

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄວາມຮູ້ ວິຊາການ ສ່ວນຫຼາຍຕ້ອງການຫຼັກຖານ
ແຕ່ບາງຄັ້ງຄວາມຮູ້ບໍ່ມີຫຼັກຖານກໍຍ່ອມສ້າງພັດທະນາການໄດ້
ເພາະຫຍັງ ເພາະຫຼັກຖານຂອງວິຊາການ ຄືພະຈັກພະຍານ ທີ່ຈິດສອດສ່ອງດູແລດີແລ້ວ ຍ່ອມໃຫ້ຜົນທັງໃນປັດຈຸບັນ ອະນາຄົດ
ບຸກຄົນໃດມອງເຫັນປັດຈຸບັນ ຊອດສ່ອງອະນາຄົດໄດ້ ບຸກຄົນນັ້ນຄວນແກ່ການເຂົ້າໄປໃກ້ ເຂົາໄປປະຕິບັດ ແລະຄວນແກ່ການນອບນ້ອມຢ່າງຍິ່ງ.

(ອັນນີ້ເປັນພຽງບົດຄວາມເຫັນຂອງຜູ້ຂ້າຍັງບໍ່ທັນຖືວ່າເປັນວິຊາການຂອງນັກປາດ ຫຼືຄຳສອນຂອງສາສນາ ແລະທ່ານຜູ້ຮັູທັງປວງ ຫາກທ່ານມັກກໍນໄປໃຊ້ ຫາກບໍ່ມັກ ຫຼືມີຂໍ້ຂັດຂ້ອງຈົ່ງແກ້ໄຂດ້ວຍ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ຫົງຟ້າຝູງໜຶ່ງ ບິນດ້ວຍຄວາມໄວ ໔໙ ກິໂລແມັດຕໍ່ຊົ່ວໂມງ ຂະນະແຮງຕ້ານລົມທີ່ພັດສວນທາງບິນ ໒໔ ກິໂລແມັດຕໍ່ຊົ່ວໂມງ ໃນໄລຍະທາງຈາຈຸດ A ໄປຫາຈຸດ B ໓໔໕ ກິໂລແມັດ ຫົງຟ້າຝູງນີ້ສາມາດບິນຜ່ານຜ່າອຸປະສັກໄປເຖິງຈຸດໝາຍປາຍທາງໃນພຽງເວລາ ໗.໐໔໐ ຊົ່ວໂມງ, ຫາກຫົງຟ້າອີກຝູງໜຶ່ງ ບິນກັບຈາກ B ຫາຈຸດ A ດ້ວຍແຮງຕ້ານລົມ ໓໐ ກິໂລແມັດຕໍ່ຊົ່ວໂມງ ແລະໃຊ້ຄວາມໄວໃນການບິນເທົ່າກັນກັບຫົງຝູງແຮກ ຖາມວ່າຫົງທັງສອງຝູງນັ້ນຈະ ?

ກ. ຝູງທີ ໑

- ໃຊ້ເວລາເທົ່າໃດ ?

- ໃຊ້ຄວາມໄວເທົ່າໃດ ?

- ໃຊ້ໄລຍະທາງ

ຂ. ແລະນົກຝູງທີ ໒ ເດ

- ໃຊ້ເວລາເທົ່າໃດ ?

- ໃຊ້ຄວາມໄວເທົ່າໃດ ?

- ໃຊ້ໄລຍະທາງ