ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຢາດີໝາກເຮັງຕ່າງໆ
- ທ່ານໃດກວດພົບວ່າເປັນໝາກເຮັງຊະນິດໃດກໍຕາມ ຢ່າຟ້າວປົວຢາຫຼວງ ລອງຢາລາວຊະນິດນີ້ກ່ອນຈັກ ໑ ເດືອນ.
ກ. ຊະນິດໝາກເຮັງ
໑. ໝາກເຮັງປອດ “ຫຼືພະຍາດກ່ຽວກັບປອດ”.(ຜົນການທົດລອງສຳເລັດ ທົດລອງຊະນິດຮຸນແຮງ ຄືໄອເປັນເລືອດ ກິນແລ້ວເຫັນວ່າເຊົາດີ)
໒. ໝາກເຮັງເສັ້ນເລືອດ.
໓. ໝາກເຮັງກະເພາະ.(ຜົນການທົດລອງສຳເລັດ)
໔. ໝາກເຮັງລຳໃສ້.(ຜົນການທົດລອງສຳເລັດ)
໕. ໝາກເຮັງກ້ອນຊີ້ນ ແລະຜິວໜັງ.
- ໃຜຕ້ອງການໃຊ້ຕິດຕໍ່ຫຼັງໄມ

ໝາຍເຫດ:
- ຢານີ້ ເປັນຕົ້ນໄມ້ສະເພາະຖິ່ນ ແລະເປັນການປູກແບບສະເພາະ ສະນັ້ນບໍ່ສາມາດບອກຕົ້ນໄມ້ລະອຽດໄດ້, ຫາກຕ້ອງການຈະຈັດໃຫ້ພິເສດ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ລາຍການອາຫານທີ່ໄດ້ກິນຈາກຝີມືແມ່ຂ້ອຍ:
- ປະເພດຂອງຄາວ
໑. ຕົ້ມນຳ້ປາແດກ,
໒. ແຈ່ວປາຕົ້ມປົ່ນ,
໓. ແຈ່ວໝາກພິກດິບ.
໔. ຂົ້ວໄຂ່.
໕. ໄຂ່ດາວ.
໖. ເຂົ້າຂົ້ວໃສ່ໄຂ່.(ໃສນຳ້ມັນໝູ),
໗. ເຂົ້າຂົ້ວໃສ່ໝູ.(ໃສນຳ້ມັນໝູ),
໘. ຕົ້ມເຄັມໝູ.
໙. ແກງກະລີ່ໃສ່ໄກ່, ໝູ, ງົວ, (ເຄື່ອງປະກອບບາງຄັ້ງກໍໃສ່ມັນຝຣັ່ງ, ບາງຄັ້ງກໍໃສ່ມັນແກວ)
໑໐. ແກງໝໍ່ໄມ້(ຫຼາຍປະເພດໃສປາ, ໃສ່ເນື້ອຫອຍ, ໃສກົບ).
໑໑. ແກງເຜັດໝູ.
໑໒, ຕົ້ມຂໍ່.
໑໓. ເຂົ້າແກງ.
໑໔. ເຂົ້າປຽກ.
໑໕. ແກງເຮັດບົດ.
໑໖. ແກງໜໍ່ໂຈດ.
໑໗. ລາບປາຕອງ.
໑໘. ລາບຫົດ (ລາບປາໜັງ).
໑໙. ກ້ອຍປາຕ່າງໆ.
໒໐. ກ້ອຍໄກ່.
໒໑. ຂົ້ວເຝີ.
໒໒. ຂົ້ວໜໍ່ໄມ້.
໒໓. ຊຸບໜໍ່ໄມ້.
໒໔. ຊຸບຜັກໃສ່ງາຂົ້ວ.
໒໕. ຊຸບເຮັດບົດໃສ່ງາຂົ້ວ.
໒໖. ແຈ່ວຊີ້ນໂຄ້ນ.
໒໗. ແກງໜໍ່ໄມ້ໃສ່ກະທິ.(ແກງກະທິ).
໒໘. ແຈ່ວບອງໄກ່.
໒໙. ແຈ່ວບອງຊີ້ນໂຄ້ນ.
໓໐. ຂົ້ວໄຂ່ຕົ້ມໃສ່ເຄື່ອງ.
໓໑. ຂົ້ວຊິ້ນໃສ່ໄຂ່.
໓໑. ຕົ້ມໜໍ່ໄມ້ໃສໄກ່/ຈຳ້ແຈ່ວ.
໓໒. ກ້ອຍໝູ.
໓໓. ກ້ອຍຊີ້ນສຸກ (ກ້ອຍຊິ້ນນັ້ນ ທີ່ເຮືອນມັກຈະເຮັດສຸກ ບໍ່ເຮັດດິບ-ບໍ່ຄ່ອຍຈະກິນຊີ້ນຄວາຍ)
໓໔. ເອາະປາຝາ.
໓໕. ເອາະເກົ່າ.
໓໖. ເອາະປາ.
໓໗. ຕົ້ມປາໃຫຍ່(ປາເອີນ, ປາກະໂຫ)
໓໘. ແຈ້ວປາເຕົາ ລວກມັກ,
໓໙. ໜຶ່ງຜັກຕ່າງໆໃສ່ປາກະເຕົາເຮັດແຈ໋ວໝາກພິກກັບ.
໔໐. ແກງໝູຕະໂລ້ະ.
໔໑. ແກງໝູດອງ.
໔໒. ແຈ່ວກຸ້ງ.
໔໓. ແກງໜໍໄມ້ສົ້ມ.
໔໔. ເຝີ.
໔໕. ແໜມ.
໔໖. ມັ່ນແຊ່ວ.
໔໗. ສົ້ມປານ້ອຍ.
໔໘. ສົ້ມປາໃຫຍ່.
໔໙. ສົ້ມຟັກ.
໕໐. ເຄັມປາຊິວ.
໕໑. ຂົ້ວກະລ່ຳປີ່ໃສຊີ້ນໝູ/ໄກ່/ຊິ້ນງົວ.
໕໒. ຂົ້ວໝາກເວີ່ໃສຊີ້ນໝູ/ໄກ່/ຊິ້ນງົວ.
໕໓. ຂົ້ວໜໍ່ໄມ້ຕົ້ມໃສ່ຊີ້ນໝູ.
໕໔. ຕົ້ມຊີ້ນສາມຊັ້ນ.
໕໕, ແໜມປາກໝໍ້.
໕໖. ເຝີກະທິ (ອັນນີ້ເປັນສູດຂອງແມ່ໂດຍສະເພາະ)
໕໗. ໝົກໜໍ່ໄມ້.
໕໘. ໝົກໄກ່.
໕໙. ໝົກປາ.
໖໐. ໝົກກົບ.
໖໑. ອ່ອມປານ້ອຍ.
໖໓. ລາບກະປູ.
໖໔. ແກງສົ້ມປາ ໃສໃບຂາມ.
໖໕. ແກງສົ້ມປາທົ່ວໄປ.
໖໖. ຈືນປາໜັງ(ໃສນຳ້ມັນໝູ)

ປະເພດຂອງຫວານ(ກະທິ).
໑. ເຂົ້າລອດຊ່ອງ.
໒. ເຂົ້າຕົ້ມໃຈກ້ວຍ, ໝາກຖົ່ວ, ໝູ.
໓. ເຂົ້າປາດ.
໔. ເຂົ້າປາດຊັ້ນ.
໕. ກະທິບົວລອຍ.
໖. ກະທິຖົ່ວດຳ.
໗. ກະທິໝາກຕານ.
໘. ກະທິກ້ວຍ(ບວດກ້ວຍ).
໑໐. ກະທິມັນແກວ.
໑໑. ຂະໜົມຂຶ້ນໃສ່ໝາຕານສຸກ.
- ທັງເຄື່ອງຫວານ ແລະເຄື່ອງຄາວນີ້ ຍັງມີອີກຈຳນວນໜຶ່ງ ທີ່ບໍ່ໄດ້ເວົ້າ ແລະບໍ່ກ່າວເຖິງ ເນື່ອງຈາກຊື່ຊຳ້ກັນ ຫຼືບໍ່ຈື່ ຄັກເພາະຜ່ານໄລຍະເວລາມາ ໒໕ ປີແລ້ວ ທີ່ແມ່ນຂອງຂ້ອຍເສັຍໄປ ແມ່ຂອງຂ້ອຍເກີດປີ ໑໙໒໐ ເສັຍຊີວິດປີ ໑໙໘໔, ເກິດທີ່ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ.
- ຈຸດພະເສດຂອງແມ່ຄື ບໍ່ໄດ້ອອກຈາກບ້ານໄປໄກໄດ້ໄປແຕ່ໃນເຂດ ເມືອງໂຂງ ເມືອງມຸນເທົ່ານັ້ນ ບັ້ນປາຍຂອງຊີວິດ ແມ່ແມ່ນໄດ້ໄປປາກເຊພຽງແຕ່ ໒ ຄັ້ງ, ແຕ່ຜີມີການທຳອາຫານຂອງແມ່ນັ້ນ ມີຫຼາຍຊະນິດ ທີ່ປາກົດໃຫ້ພວກເຮົາໄດ້ຮັບປະທານ ເປັນສິ່ງຢັ້ນຢືນໃຫ້ເຫັນວ່າ ອາຫານຕ່າງໆ ພຽງສ່ວນໜຶ່ງທີ່ເອົາມານຳສະເໜີນີ້ ກໍມີທຼາຍຢ່າງທີ່ພົບເຫັນທົ່ວໄປ ບໍ່ວ່າແຕ່ເມືອງ ລາວ ກໍຄືເມືອງໄທຍ໌ ເຊັ່ນອາຫານຄາວ ມີຕົ້ມເຄັມ, ຂົ້ວເຂົ້າ(ເຂົ້າຜັດ) ຂົ້ວຕ່າງໆນັ້ນ ທີ່ບັນດາຮ້ານອາຫານປັດຈຸບັນແຍກວ່າ ອາຫານໄທຍ໌ ອາຫານລາວນັ້ນ, ພວກເຮົາໄດ້ກິນມາກ່ອນແລ້ວ ສະໄໝຢູ່ບ້ານເກີດ ກ່ອນປົດປ່ອຍ ການສື່ສານບໍ່ວ່າໜັງສື ແລະໂທ ຣະທັດຍັງບໍ່ທັນໄປຮອດບ້ານດອນຂອງພວກເຮົາ ແຕ່ເຫດໃດອາຫານຕ່າງໆເລົ່ານັ້ນ ແມ່ຂອງຜູ້ຂຽນຈຶ່ງເຮັດເປັນ ຈົນມາຮອດ ປີ ໑໙໗໓ ແມ່ຜູ້ຂຽນມີອາຊີບເຮັດເສັ້ນເຝີຂາຍທົ່ວເມືອງໂຂງ: ເມືອງມຸນ ແລະສົ່ງຂາຍຕະຫຼາດປາກເຊ, ສະນັ້ນ ຈຶ່ງຮຽກ ຮ້ອງມາຍັງ ພໍ່ຄົວແມ່ຄົວລາວ ຈົ່ງຄຳນຶງເຖິງການໃສ່ຊື່ອາຫານ ແລະແຍກປະເພດອາຫານໃຫ້ຈະແຈ້ງ, ທັງຜູ້ສອນສູດອາຫານ ດ້ວຍ ຈົ່ງເຂົ້າໃຈປະເພດອາຫານ ແລະທີ່ມາຂອງອາຫານໃຫ້ຄັກແນ່ ຈຶ່ງຈັດປະເພດວ່າ ອັນໃດອາຫານລາວ ແລະໄທຍ໌, ເທົ່າທີ່ສັງເກດມານີ້ ໃນເມື່ອກ່ອນພຸ້ນບໍ່ແຍກໄທຍ໌-ລາວດອກ, ໂດຍສະເພາະປັດຈຸບັນນີ້ ເຖິງມີການແຍກອາຫານໄທຍ໌ລາວ ກໍຍັງ ມີການສືບທອດ ແລະປະຍຸກອາຫານລາວໃຫ້ເປັນໄທຍ໌ຫຼາຍສົມຄວນລາວເຮົາຄວນຕະໜັກຈຸດນີ້ໃຫ້ຫຼາຍໆກໍແລ້ວກັນ.
(ລາຍການອາຫານທີ່ເຄີຍໄດ້ກິນຈາກຝີມືແມ່ນນັ້ນຍັງມີອີກຈຳນວນໜຶ່ງ ທີ່ບໍ່ໄດ້ນຳລົງມາຕີພິມ ໂອກາດໜ້າຫາກສົມຄວນເອົາລົງຈະລົງຕື ເຊັ່ນພວກຕຳສົ້ມ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

- ສະໄໝຜູ້ຂຽນເປັນພຣະນັກສຶກສາສົງໄປສຶກສາຕ່າງປະເທດ ບາງຄັ້ງກໍໄດ້ເຮັດອາຫານກິນເອງ ຍາມວັນທິດວັນເສົາ, ເວົ້າງ່າຍໆ ວ່າພຣະນັກສຶກສາສົງ ທີ່ໄປຮຽນຕ່າງປະເທດທຸກໆອົງ ກໍຕ້ອງເຮັດອາຫານສັນເອງ ໂດຍສະເພາະຢູ່ອິນເດັຍນັ້ນ ແມ່ນຮັບຜິດຊອບຕົວເອງທັງໝົດ ເວັ້ນແຕ່ວັນເສົາ ວັນອາທິດ ໄປຫາຊຸມຊົນຊາວພຸດເດີມ ກໍພໍໄດ້ສັນນຳເຂົາ, ຫຼືພຣະສົງທີ່ອາໄສຢູ່ຕ່າງປະເທດ ກໍຕ້ອງປະກອບອາຫານເອງ ໂດຍມີສັງກະລີເປັນຜູ້ຊ່ອຍ ສະນັ້ນ ຈຶ່ງມີສູດອາຫານລາວດ້ວຍເຄື່ອງປະກອບທະເລ, ໂດຍມີຍາດໂຍມຊື້ມາໄວ້ຕູ້ເຢັນໃຫເ(ເອົາຂອງບໍ່ມີຊີວິດ ເຮັດ).

- ເຄື່ອງປະກອບຫາເອົາດັ່ງນີ້:

໑. ປາໝຶກ ໒ ກຣາມ( ໒ ຂີດ).

໒. ໄຂ່ໄກ່ ໒ ໜ່ວຍ.

໓. ຊີອິ໋ວຂາວ ໑ ບ່ວງແກງ.

໓. ພິກໄທ ໑ ບ່ວງກາເຟ.

໔. ແປ້ວນົວ ໑/໒ ບ່ວງກາເຟ.(ຜູ້ຂຽນບໍ່ມັກໃສ່)

໕. ຜົງປຸງຣົດຄນໍຣ໌ ໑ ບ່ວງກາເຟ. ຫຼື ໑ ກ້ອນ(ຕາມມັກ).

໖. ຊ໊ອດສົ້ມ ໑ ປ່ວງແກງ(ຕາມມັກ).

໗. ນ້ຳປາ(ນຳ້ເຄັມ) ໑ ບ່ວງແກງ(ຕາມມັກ).

໘. ໃບໝາກຂາມ ຫຼືໃສສົ້ມສ້ຽວ.

- ວິທີປຸງ:

ເອົາປາມຶກລ້າງນຳ້ໃຫ້ສະອາດ(ເລືອກປາມຶກນ້ອຍ) ແລ້ວມາຊອຍເປັນຊິ້ນຍາວໆ, ເອົານ້ຳໃສ່ໝໍ້ຄ້າງເຕົາໄຟໄວ້ຈົນຟົດ, ເອົາປາລົງ ເອົາໃບໝາກຂາມ, ໃບສົ້ມສ້ຽວລົງ, ເອົາເຄື່ອງປຸງລົງໃສ່ໃນໝໍ້ຊີມເບິ່ງພໍດີແຊບແລ້ວຕັກໃສ່ຖ້ວຍກິນກັບເຂົ້າຈ້າວຫອມ ອິ່ມດີມີກຳລັງໃຈ.

(ກິນເພື່ອຢູ່ ບໍ່ແມ່ນຢູ່ເພື່ອກິນ, ສະນັ້ນ ກິນຈັ່ງໃດກໍໄດ້ ຂໍໃຫ້ຊີວິດລອດ ມີແຮງປະຕິບັດທັມໄດ້ເທົ່ານັ້ນ ທາງພຸດທະສາສນາຮຽກວ່າ ໂພຊະເນມັດຕັນຍຸຕາ)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

- ອາຫານຍີ່ປຸ່ນ ນັບວ່າເປັນອາຫານສຸຂະພາບ ຄັນກິນໃຫ້ອີ່ມທ້ອງປະມານ 5 ຄົນກໍຕ້ອງຈ່າຍປະມານ $100

ອີ່ມທ້ອງດີ ອິໆໆໆໆ.

[URL=http://img.laoupload.com/][IMG]http://img.laoupload.com/images/o7yxaj3rt2n9d5hkmvz.jpg[/IMG][/URL]

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ສູດຊົງກາເຟສູດ ໑
໑- ກາເຟ ໑ ບ່ວງນ້ອຍ(ບ່ວງກາເຟ)
໒- ຄ໊ອຟຟີ່ເມສ ໑-໓ (ບ່ວງກາເຟ)
໓. ນຳ້ຕານກ້ອນ໑-໓ ກ້ອນ ຫຼືບ່ວງ.

ສູດຊົງກາເຟສູດ ໒
໑- ກາເຟ ໒ ບ່ວງນ້ອຍ(ບ່ວງກາເຟ)
໒- ຄ໊ອຟຟີ່ເມສ ໑-໓ (ບ່ວງກາເຟ)
໓. ນຳ້ຕານກ້ອນ ໑-໓ ກ້ອນ ຫຼືບ່ວງ.

ສູດຊົງກາເຟສູດ ໓
໑- ກາເຟ ໓ ບ່ວງນ້ອຍ(ບ່ວງກາເຟ)
໒- ຄ໊ອຟຟີ່ເມສ ໑-໓ (ບ່ວງກາເຟ)
໓. ນຳ້ຕານກ້ອນ ໑-໓ ກ້ອນ ຫຼືບ່ວງ.

ສູດພິເສດການຊົງກາເຟລາວ
-ຫາກໃຊ້ກາເຟລາວກໍໃຫ້ເອົາກາງເຟຜົງ ໓ ບ່ວງ ຊົງ ໃຫ້ໄດ້ ໑ ຈອກກາເຟແລ້ວ ຈຶ່ງຜະສົມຕາມສູດທີ່ກ່າວມາເທິງນັ້ນ

ໝາຍເຫດ: (ຂໍ້ມູນຈາກຫວານໃຈ)

- ອີກອັນໜຶ່ງແນະນຳ ຖ້າຕີກາເຟໃນນ້ຳທີ່ຮ້ອນເກີນໄປຈະເຮັດໃຫ້ກາເຟເສຍລົດຊາດ ແລະ ຂົມ ອຸນນະພູມທີ່ເໝາະສົມແມ່ນ ໙໐ ອົງສາ 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ສູດເອາະໝາກເຂືອຂອງທ່ານ Airrow Bubble Boy ຝາກມາໃຫ້ເຜີຍແຜ່ເລີຍກະແລ້ວກັນ ບໍ່ຮູ້ວ່າເພີ່ນປິດລັບບໍ່ປິດລັບກະດາຍ

ຂັ້ນຕອນທຳອິດ: ຕົ້ມນ້ຳປະມານ 1ລິດ ແລະ ຊື້ນແຫ້ງປະມານ 3-4 ຕ່ອນໃນໝໍ້ດຽວກັນໃຫ້ຝົດ ແລ້ວເອົາໝາກເຂືອ ແລະ ຊີ້ນລົງໃນໝໍ້ຕົ້ມໃຫ້ເປື່ອຍ ຈາກນັ້ນກໍ່ເອົາມາຕຳໃຫ້ມັນມຸ່ນພໍປະມານ ແລ້ວຖອກລົງໃສ່ໝໍ້ຄືນ ແຕ່ກ່ອນຖອກໝາກເຂືອທີ່ຕຳແລ້ວນັ້ນໃສ່ໝໍ້ ເຮົາຕ້ອງຕັກຊີ້ນອອກມາຈີ້ກ ແລ້ວຖອກໃສ່ມໍ້ຄືນເຊັ່ນກັນ ຕົ້ມໄວ້ພໍປະມານ ຫລັງຈາກນັ້ນ ຊອຍຫອມຕ່າງໆເຊັ່ນ: ຫອມບົ່ວ, ຜັກຊີ, ຫອມປ້ອມແລະຫອມອື່ນໆຕາມຄວາມຕ້ອງການ ສຸດທ້າຍກໍ່ຊີມ ແລະ ເອົາມາຮັບປະທານໄດ້ເລີຍ.

ຂອບໃຈທີ່ສົ່ງມາໃຫ້ສົ່ງສູດນີ້ມາໃຫ້ ຊິລອງເຮັດກິນເດີ (ມັກຂອງແບບພື້ນບ້ານພື້ນເມືອງທີ່ສຸດ ທີ່ມັກສຸດບໍ່ມີແປ້ງນົວ)