ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ປະສົບການຈິງຕົວະຜີລົງເຮືອນ.
------------------------------------------------
- ເວ­ລາ ໑໕:໐໐ ­ໂມງ ໑໓ ມິ­ຖຸນາ ເປັນ­ກໍາ­ນົດ­ຕ້ອງເປີດ­ປະ­ຕູຫ້ອງ­ຂອງ­ທຸກໆ­ວັນ, ເພື່ອ­ຕ້ອນ­ຮັບ­ແຂກ­ຕາມ­ປົກກະ­ຕິ ເປີດ­ປະ­ຕູ­ໄປເຫັນ­ຄົນ­ນັ່ງເຕັມ­ສາລາ ­ໃນ­ນັ້ນ­ມີ­ຄົນ­ໜຶ່ງ­ຂຶ້ນມາ­ກ່ອນ ­ແລະ­ເວົ້າ­ວ່າ ຂ້າ­ນ້ອຍມາ­ແຕ່ບ່າຍ­ໂມງ ຈົວບອກ­ວ່າອາຈານ­ພັກ­ຜ່ອນ ໓ ­ໂມງ­ຈຶ່ງເປີດ­ປະ­ຕູ.
- ພຣະ­ອາຈານ­ດີໆ­ໆ­ໆ­ ມາ­ບໍ່­ຖືກເວ­ລາ ມັນກະ­ຕ້ອງ­ຖ້າ­ຫັ້ນ­ແລ້ວ, ມາຫຍັງ­ລະ­ ? (ເຂົາເຂົ້າມາ­ໃນ­ຫ້ອງ­ຂາບ­ລົງ ໓ ບາດ ­ແລ້ວເວົ້າ­ວ່າ)
- ພໍ່ອອກ­ຄົນ­ນັ້ນ­ວ່າ "­ໂອຍ....ເອົາ­ຄົນ­ຜີເຂົ້າ ມາ­ໃຫ້­ພຣະ­ອາຈານ­ໄລ່ອອກ­ໃຫ້­ແນ່ ­ໄປຫຼາຍ­ວັດ­ແລ້ວ ມັນກະ­ອອກ­ຢູ່ ­ແຕ່ມັນກະ­ກັບເຂົ້າມາ­ຄືນ, ຕອນເອົາມາ­ນີ້ມັນກະ­ເຂົ້າ­ອີກ ຂີ່­ລົດມາ­ນໍາ ເວົ້າ­ນໍາ­ຂ້າ­ນ້ອຍ­ຈ້ອຍໆ­ ວ່າ­ຊິ­ຂ້າ­ຊິ­ແກງ, ມັນ­ຫາ­ວ່າພວກ­ຂ້າ­ນ້ອຍ­ໄປເອົາ­ດິນ­ມັນ ­ແລະ­ລູກ­ມັນ­ລັກ­ຂາຍ­ດິນ­ລາວ, ພຣະ­ອາຈານເບ ບອກມາຫາພຣະ­ອາຈານ.
- ພຣະ­ອາຈານ­ວ່າ "ຜີ­ຢູ່­ໃສ­ສັງມາເກ່ງ­ແທ້ ?" ພໍ່ອອກ­ຜູ້­ພາມາບອກ­ວ່າ "ລາວບອກ­ວ່າເປັນ­ພໍ່­ຕູ້­ສົມ­ຫວັງ" ພຣະ­ອາຈານ­ຕິ­ຖະ­­ແຫຼງ "ຮວາຍ...ຜີອີ­ສັງ­ຄືມາ­ຊື­ຄື­ຄົນ­ແທ້ ?" ພໍ່ອອກ­ຄົນ­ນັ້ນ "ບອກ­ວ່າ ລາວກະ­­ແມ່ນ­ຄົນ­ນີ້­ແລ້ວ ຈັ່ງ­ຫາຕາຍ­ສອງ­ປີນີ້ ລາວກະ­ບໍໍ່­ໄດ້­ຕາຍ­ຢູ່­ຫັ້ນດອກ ຕາຍ­ຢູ່ບ້ານ­ດຸງ­ພີ້" ພຣະ­ອາຈານ­ກໍສອຍ "ເອົາວ໌ ຄືເປັນ­ຈັ່ງ­ຊັ້ນ" ພໍ່ອອກ­ຫັ້ນ­ຕີ­ຈັ່ງງ­ວ່າ "ລາວມາ­ໄລ່­ພວກ­ຂ້າ­ນ້ອຍ­ໜີ ຄັນ­ບໍ່­ໜີ­ຊິເອົາຕາຍ­ທັງ­ໝົດ" ເວົ້າເບິ່ງ­ນ່າ­ມັນເປັນ­ຈັ່ງ­ໃດມາ­ຈັ່ງ­ໃດ ພຣະ­ອາຈານ­ວ່າ ?.
- ພໍ່ອອກ­ວ່າ ຄືວ່າ­ຂ້າ­ນ້ອຍ­ນີ້ເປັນເຈົ້າຂອງ­ດິນ ­ໄດ້­ຊື້ດິນ­ກັບ­ຜູ້ຍິງ­ຄົນ­ໜຶ່ງ­ຢູ່ບ້ານ­ດຸງ ໖ ປີ­ແລ້ວ, ຊື້ດິນ­ຢູ່­ໃສ ? ຢູ່ບ້ານ­ໃໝ່­ສໍາ­ປັນນາ ­ແລ້ວ­ກໍ­ໃຫ້­ຜົວເມັຍ­ຄູ່ນີ້­ໄປເຝົ້າ, ບາດ­ແລ້ວ ສອງ­ທິດ­ທີ່­ແລ້ວ­ນີ້ ຈຶ່ງ­ຮູ້ວ່່າ­ວ່າ­ດິນ­ຕອນ­ນີ້ ເປັນ­ຂອງ­ພໍ່­ຕູ້­ສົມ­ຫວັງ, ລູກ­ລາວ­ລັກ­ຂາຍ ­ແລະ­ຂ້າ­ນ້ອຍ­ກໍ­ໂທ­ໄປຫາ­ຜູ້­ຂາຍ­ດິນ­ໃຫ້ ກໍບອກ­ວ່າ­ແມ່ນ­ຄວາມ­ຈິງ ­ແລະ­ພໍ່­ຕູ້­ສົມ­ຫວັງ­ນີ້ ກໍ­ແມ່ນ­ພໍ່­ຂອງ­ລາວ­ຈິງ.
- ພຣະ­ອາຈານ­ຈຶ່ງ­ຖາມ­ວ່າ "ດຽວ­ນີ້­ຄົນ­ທີ່­ຜີເຂົ້າ­ຢູ່­ໃສ ?" ເຂົາຕອບ­ວ່າ "ຢູ່­ລົດ" ຜີຍັງເຂົ້າ­ຢູ່ບໍ ? ເຂົາຕອບ­ວ່າ "ຕອນມາ­ນີ້ກະ­ເຂົ້າ ເວົ້າ­ນໍາ­ຂ້າ­ນ້ອຍ­ຢູ່ ບາດເຂົ້າມາ­ວັດ­ນີ້ ມັນກະ­ອອກ ສົງ­ໄສ­ຍັງ­ບໍ່­ທັນເມືອ" ພຣະ­ອາຈານ­ວ່າ "ຄັນ­ຊັ້ນ ­ໄປເອົາ­ຂຶ້ນມາເບິ່ງ", ພໍ່ອອກກະ­ອອກ­ຈາກ­ຫ້ອງ­ລົງ­ໄປຕະ­ລ່າງ ພຣະ­ອາຈານ­ກໍກັບເຂົ້າ­ຫ້ອງ ເຫິງເຕີບ­ຈຶ່ງອອກ ມາຈາກ­ຫ້ອງ ພວກເຂົາ­ນັ່ງ­ຢູ່­ໃນ­ຫ້ອງ ຄົນ­ທີ່ອ້າງ­ວ່າເຈົ້າຂອງ­ດິນ­ນັ່ງ­ຢູ່ອີກ­ບ່ອນ­ໜຶ່ງ ­ແລະ­ມີຍິງ­ຄົນ­ໜຶ່ງ­ມີ­ຮ່າງກາຍ­ສີດໍາ ­ໄຮ້­ສະ­ຕິ ນອນ­ຢູ່­ໃນ­ຕັກ­ຂອງ­ຜູ້ ຊາຍ­ຄົນ­ໜຶ່ງ­ອ່າວ­ໜຸ່ມ ພຣະ­ອາຈານ­ກັບອອກມາຈາກ­ຫ້ອງ­ນັ່ງ­ທີ່ອາສະ­ນະ­ເໝືອນເດີມ­ແລ້ວ­ຖາມ­ວ່າ "­ໃສ­ຜີ ?" ຄົນ­ທີ່ອ້າງ­ວ່າເຈົ້າຂອງ­ດິນບອກ­ວ່າ "ຫັ້ນເດ ຂ້າ­ນ້ອຍ", ພຣະ­ອາຈານ­ຫຼຽວເບິ່ງ­ຜູ້ຍິງ­ຄົນ­ນັ້ນ­ແລ້ວ ຈຶ່ງ­ຖາມ­ວ່າ "ຜີອີ­ສັງ ຄື­ສະ­ພາບເປັນ­ຮ້າຍ­ແທ້", ຍິງ­ຄົນ­ນັ້ນນອນເສີຍ ທໍາເໝືອນ­ບໍ່­ຮູ້­ສຶກ­ຕົວ­ກໍເລີຍ­ຖາມ­ອີກ­ວ່າ "­ແມ່ອອກ ເຈົ້າເປັນ­ຫຍັງ ?" ຍິງ­ຄົນ­ນັ້ນ ຕົນ­ຕົວເໝືອນ­ກັບ­ວ່າ­ໄຮ້ວິນຍານ­ແຕ່­ແປກ­ກົງ­ທີ່ວ່າ "ລິ່ວ­ຕາເຫຼືອກ­ຕາດຽວມາເບິ່ງ­ພຣະ­ອາຈານ" ອາຕະ­ມາ­ກໍ ເວົ້າ­ໃສ­ວ່າ "ຮື...ຊິມາເຫຼືອ ຕາ­ໃສ່ອາຈານ­ແບບ­ນັ້ນ" ­ແມ່ຍິງ­ຄົນ­ນັ້ນ­ລຸກ­ປຸບ­ປັບ­ຂຶ້ນເໝືອນ­ມີ­ແຮງ ມື­ຕາ­ຢ່າງ­ບໍ່­ພັບ ບໍ່ວ່າຫຍັງ ?
- ພຣະ­ອາຈານ "­ແນະ­ລຸກ­ແລ້ວ ຄື­ແຂງ­ແຮງ­ແທ້ ເຈົ້າເປັນ­ຫຍັງ­ແມ່­ຕູ້" ພໍ່ອອກ­ທີ່ອ້າງ­ວ່າ ເປັນເຈົ້າຂອງ­ດິນ­ຊິບ­ໃສ່­ຫູອາຈານ­ຄ່ອຍໆ­ ວ່າ­ບໍ່­ແມ່ນ­ແມ່­ຕູ້ ພໍ່­ຕູ້, ຜີ­ຜູ້­ຊາຍ ພຣະ­ອາຈານ" ພຣະ­ອາຈານ "ຮືມ໌ ຢ່າປາກ", ­ແລ້ວ­ຖາມ­ຍິງ­ທີ່­ຖືກ­ຜີເຂົາ ຄົນ­ນັ້ນ­ອີກ, "­ແມ່­ຕູ້ເຈົ້າເປັນ­ອີ­ສັງ ?" ຍິງ­ຄົນ­ນັ້ນເວົ້າ­ຂຶ້ນ­ວ່າ "ຂ້າ­ນ້ອຍ­ບໍ່­ແມ່ນ­ພໍ່­ຕູ້ ທັງ­ຍົກ­ມື­ຊີ້ ­ໃສ່­ໂຕເຂົາເອງ" ພຣະ­ອາຈານ­ກໍເວົ້າ­ວ່າ "ຜີບ້າ ເປັນ­ຜຸ້ຍິງ­ແທ້ໆ­ໆ­ ເປັນ­ຫຍັງ­ຄືວ່າ ພໍ່­ຕູ້ ບໍ່­ແມ່ນ­ຜີບ້າ­ແລ້ວ­ບໍນີ້" ຜູ້ຍິງ­ທີ່­ຖືກ­ຜີເຂົ້າ ກໍເວົ້າ­ວ່າ "ຂ້າ­ນ້ອຍເປັນ­ຜູ້­ຊາຍ", ພຣະ­ອາຈານ­ຈຶ່ງ­ວ່າ "ເອີໆ­ໆ­ໆ­ ຜູ້­ຊາຍກະ­ຜູ້­ຊາຍ ວ່າ­ແຕ່ວ່າເຈົ້າ­ຫັ້ນ­ຊື­ຫຍັງ ?" ຜູ້ຍິງ­ຄົນ­ນັ້ນເວົ້າ­ວ່າ "ຂ້າ­ນ້ອຍ­ຊື່­ພໍ່­ຕູ້­ສົມ­ຫວັງ" ຢູ່ບ້ານ­ໃດ ? ຢູ່ບ້ານ­ໃໝ່­ສໍາ­ປັນນາ, ເປັນ­ຫຍັງ ຈຶ່ງມາເຂົ້າເຂົາ­ນີ້, "ຂ້າ­ນ້ອຍ­ແທ້­ຫັ້ນ­ຢູ່­ສະ­ຫວັນ­ພຸ້ນ, ມາ­ນໍາ­ລູກ­ນ້ອງ­ຫົກ­ຄົນ, ມາຕາມ­ລູກ" ພຣະ­ອາຈານ "ຕາມ­ຢູ່­ໃສ ? ­ໃຜ­ລູກເຈົ້າ, "ຜີກະ­­ໄລ່­ຊື່­ລູກ ອອກມາ­ທັງ­ໝົດ ­ແລ້ວເຂົາ­ກໍຊີ້­ໃສ່ຍິງ­ຄົນ­ທີ່­ຖືກ­ຜີເຂົ້າ­ຫັ້ນ­ອີກ­ວ່າ "ນີ້ກະ­­ແມ່ນ"
- ພຣະ­ອາຈານ "ຄົນ­ທີ່ນອນ­ຢູ່ນີ້ ກໍ­ແມ່ນ­ລູກເຂົ້າ­ແມ່ນ­ບໍ ?" ເວົ້າສຽງ­ແຂງ "­ໂດຍ...­ແມ່ນ­ລູກ­ຂ້າ­ນ້ອຍ ຫັ້ນ­ແລ້ວ, ມັນ­ໜີມາເຫິງ­ແລ້ວ ຊິມາເອົາ­ມັນເມືອ, ຄັນ­ມັນ­ບໍ່ເມືອ ຊະ­ເອົາ­ໃຫ້­ຕາຍ".
- ພຣະ­ອາຈານເວົ້າ­ວ່າ "ບ້ະ­ໆ­ໆ­ໆ­ໆ­ ພໍ່­ຕູ້ວ່າເປັນ­ພໍ່­ຕູ້­ສົມ­ຫວັງເຈົ້າຂອງ­ດິບ້ານ­ໃໝ່­ແມ່ນ­ບໍ ?" ເຂົາຕອບ­ວ່າ­ແມ່ນ­ແລ້ວ "ລູກເຂົາເຈົ້າ ເຂົາເອົາ­ດິນເຈົ້າ­ໄປຂາຍ­ແມ່ນ­ບໍ ?" ເຂົາຕອບ­ວ່າ "­ແມ່່ນ­ແລ້ວ...­ໂຢວ໌ ຊິ­ຖາມ­ອີ­ສັງ­ຫຼາຍ­ແທ້ ເວົ້າເທົ່າ­ນີ້ກະ­ຮູ້­ຕວາ", ພຣະ­ອາຈານ "ຢາກ­ຮູ້, ­ແຕ່­ຄວາມ­ຈິງ­ແລ້ວ ຍິງ­ຄົນ­ນີ້ ບໍ່­ແມ່ນ­ລູກ­ຂອງເຈົ້າ ເຂົາເປັນ ພຽງ­ຄົນເຝົ້າສວນ­ໃຫ້ເຖົ້າ­ແກ່ ຊື໋ໆ­ໆ­ໆ­ໆ­ ເຈົ້າ­ກໍາ­ລັງ­ຕົວະ­ພຣະ­ອາຈານ­ແມ່ນ­ບໍລະ­ ?" ເຂົາເວົ້າສຽງ­ອ່ອນໆ­ລົງ­ແລ້ວ ຫຼຽວ­ໜີ­ໄປທາງ­ອື່ນໆ­ ບໍ່­ສູ້­ໜ້າເໝືອນເກົ່າ" ອາຈານ ຈຶ່ງເວົ້າ­ອີກ­ວ່າ "ຫຼຽວມາທາງ­ນີ້ ເບິ່ງເປັນ­ຫຍັງ­ບໍ່­ພັບ­ຕາລະ­ ຫຼຽວມາ" ເຂົາ­ກໍກົ້ມ­ໜ້າ­ບໍ່­ປາກເໝືອນເກົ່າ ທໍາ­ທ່າ­ຢ້ານໆ­ ເຮັດ­ຕາເຫຼືອກໆ­ ­ແຕ່ບໍ່­ພັບ­ຕາ ຈຶ່ງເວົ້າ­ໃຫ້ເຂົາ­ວ່າ "ເຈົ້າ­ວ່າເຈົ້າ­ຮັກ­ລູກ­ຂອງເຈົ້າ­ແມ່ນ­ບໍ ?" ເຂົາຕອບ­ວ່າ "­ໂດຍ...ຮັກເຂົາ­ຫັ້ນ­ແລ້ວ ຮັກ­ຜູ້ນີ້ນີ້­ແຫຼ້ວ­ຫຼາຍ ຢ້ານເຂົາ­ທຸກເຂົາຍາກ ບໍ່ມີອັນ­ຢູ່ອັນ­ກິນ ­ໃຫ້ເຂົາ­ກັບ­ບ້ານເມືອງ­ຄືນ" ອາຕະ­ມາ­ວ່າ "ພໍ່­ຕູ້ ເຈົ້າ­ຫັ້ນ­ຄິດ­ຜິດ­ແລ້ວ ເຈົ້າ­ວ່າເຈົ້າ­ຮັກ­ລູກເຈົ້າ ­ແຕ່ເຈົ້າມາ­ຢູ່­ໃນ­ຮ່າງ­ຂອງເຂົາ ­ແລ້ວ­ວິນຍານ­ຂອງເຂົາ­ຊິເປັນ­ຈັ່ງ­ໃດ­ລະ­ ອັນ­ນີ້ເຂົາ­ວ່າເຈົ້າ­ບໍ່­ຮັກ­ລູກ­ແລ້ວ ເຈົ້າ­ຍັງບຽດບຽນເຂົາ­ອີກ ບາບ­ຕົກນະ­ຣົກ­ໝົກ­ໄໝ້, ມີ­ພໍ່­ຄົນ­ໃດ­ຮັກ­ລູກ ­ແຕ່­ທໍຣະ­ມານ­ລູກ­ແບບ­ນີ້" ເຂົາ­ກົ້ມ­ໜ້າ ບໍ່­ປາກ­ຍັງ­ອາຕະ­ມາ­ຈຶ່ງ­ຖາມເຂົາ­ວ່າ "ຕອນເປັນມະ­ນຸດ ຫັ້ນເຄີຍເຂົ້າ­ວັດ­ຟັງ­ທັມ­ບໍ ?" ເຂົາຕອບ­ວ່າ "ບໍ່ເຄີຍ" ອາຕະ­ມາຖາມ­ວ່າ "ເປັນ­ຫຍັງ­ບໍ່ເຄີຍ" ເຂົາຕອບ­ວ່າ "ເຂົ້າສາສນາ­ອື່ນ(ບອກ­ຊື່­ສາສນາ), ອາຕະ­ມາ ຈຶ່ງບອກເຂົາ­ວ່າ "ນັ້ນ­ແລ້ວ....ເປັນ­ຫຍັງເຈົ້າ­ຈຶ່ງ­ວ່າ ລູກ­ບໍ່ເຮັດ­ບຸນ­ໃຫ້­ລະ­ ຂອງ­ຕອນ­ມີ­ຊີວິດເຈົ້າ­ບໍ່­ພາເຂົາເຮັດ­ບຸນ ບາດເຈົ້າຕາຍ­ແລ້ວ ເຂົາ­ກໍບໍ່­ຈັກ­ຊິເຮັດ­ບຸນ­ໃຫ້ເຈົ້າ­ຫັ້ນ­ແລ້ວ" ເຫິງເຕີບ ເຂົາ­ກໍບໍ່­ຕອບ­ຫຍັງ ກະ­ເລີຍບອກເຂົາ­ວ່າ "ນັ້ນ­ແລ້ວ ຕອນ­ມີ­ຊິວິດເປັນ­ຄົນເປັນ­ຄົນ­ທິດ­ຖີ ເຫັນ­ຜິດ ຢູ່­ໃນ­ປະ­ເທດ­ພຸດ­ທະ­ສາສນາ­ແທ້ໆ­ ຍັງ­ບໍສວຍ­ໂອກາດ­ສ້າງ­ບຸນ­ໃສ່­ໂຕ ຕາຍ­ໄປ­ແລ້ວ ກໍເປັນອະ­ສຸຣະ­ກາຍ­ຈັ່ງ­ຊີ້" ເຂົາ­ກໍບໍ່ວ່າຫຍັງ ນັ່ງ­ກົ້ມ­ໜ້າ ­ແລະ­ເຫັນ­ນໍ້າຕາຂອງເຂົາອອກ"
- ອາຕະ­ມາ­ຢ້ານ­ຍິງ­ຄົນ­ນັ້ນເມື່ອຍ­ຈຶ່ງ­ຖາມເຂົາ­ວ່າ "ພໍ່­ຕູ້ ເຈົ້າ­ຊິອອກ­ຈາກ­ຍິງ­ຄົນ­ນີ້ບໍ ?" ເຂົາຕອບ­ວ່າ "ບໍ່ອອກ ຊິ­ໄປ­ແກ້­ແຄ້ນ­ພວກ­ລູກເນ­ຣະ­ຄຸນ­ກ່ອນ" ອາຕະ­ມາ­ວ່າ "ຍັງບອກ­ແລ້ວ­ວ່າ ການ­ທີ່ເຈົ້າເປັນ­ຜີນັ້ນ­ມັນກະ­ບາບ­ພໍ­ແຮງ­ແລ້ວ ເຈົ້າ­ຍັງ­ຊິ­ໄປ­ຂ້າ­ຄົນ­ອີກ­ມັນບາບ­ໜັກ ຕົກນະ­ຣົກ­ໝົກ­ໄໝ້, ເຈົ້າຢາກເປັນ­ຜີ­ຢູ່­ຈັ່ງ­ຊີ້ບໍ ?" ເຂົາຕອບ­ວ່າ "ບໍ່...­ໃຜບອກ­ວ່າເປັນ­ຜີດີ" ອາຕະ­ມາ­ຫົວ­ຂ­ວັນ "ຮ່າໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­, ກະ­ບໍ່­ໃຜບອກ­ວ່າ­ຜີດີ, ຈໍາພວກ­ຜີ, ພວກອະ­ສຸຣະ­ກາຍ­ນີ້ ມັກບາບ­ຍິ່ງກ­ວ່າ ເປັນ­ສັດ­ອີກ, ເປັນ­ຫຍັງເຈົ້າ­ຈຶ່ງ­ບໍ່ອອກ­ຈາກ­ແມ່ອອກ­ຄົນ­ນີ້ ­ຊັ້ນ­ນ່າ" ເຂົາຕອບ­ວ່າ "ມາ­ນໍາເອົາ­ມັນເມືອ ຍັງ­ວ່າ" ອາຕະ­ມາ­ວ່າ "ຊິເອົາເຂົາເມືອ ມັນ­ຊິມີ­ປະ­­ໂຫຍດ­ຫຍັງ, ­ໃນ­ຂະ­ນະ­ເຈົ້າກະ­ຍັງເປັນ­ຜີ­ຢູ່ ເອົາ­ຕົວ­ບໍ່­ລອດ­ແລ້ວ ຍັງເປັນ­ຫ່ວງ­ຄົນ­ອື່ນ­ອີກ ຮ່າໆ­ໆ­ໆ­ໆ­ໆ­ໆ­ ອາຈານ­ງຶດ­ຜີບ້າ­ດັ່ງເຈົ້າ".
- ຜູ້ຍິງ­ຄົນ­ນັ້ນ­ນໍ້າຕາອອກ ຫຼາຍເຕີບ ຈຶ່ງ­ຖາມເຂົາ­ວ່າ "ເປັນ­ຫຍັງ­ຈຶ່ງ­ຮ້ອງ­ໃຫ້­ລະ­ ".­ໂອຍ....ຢ່າ­ຊູຖາມ­ຫຼາຍ­ທ້ອນ" ອາຕະ­ມາ­ວ່າ "ບໍ່­ຖາມ­ຈັ່ງ­ໃດ ທໍາ­ອຶດ­ຄືມາເວົ້າສຽງ­ແຂງ ບາດ­ນີ້ ຄືວ່າມາກ­ນໍ້າຕາອອກ" ເຂົາເວົ້າ­ທັງ­ໃຫ້­ພ້ອມ­ວ່າ "­ແນວ­ມັນເສັຍ­ໃຈເວີຍ....ຕອນເປັນ­ຄົນ­ບໍ່­ ໄດ້ເຮັດ­ບຸນ ບໍ່ເຊື່ອ­ພຸດ­ທະ­ສາສນາ­ນໍາເຂົາ ຄົນມາຊວນ­ໄປເຮັດ­ບຸນກະ­ ບໍ່­ໄດ້ເຮັດ­ນໍາເຂົາ, ສວນ­ບັກ­ໃຫຍ່ນາກະ­ຫຼາຍ ກໍບໍ່­ໄດ້­ໃຊ້­ຫຍັງ­ລູກ­ມັນ­ຫຼັກ­ມັນ­ໂລບເອົາ.....ກີບດຽວກະ­ບໍ່­ແບ່ງ".
- ອາຕະ­ມາ­ວ່າ "ເອີ.....ມາ­ຈົ່ມເສັຍ­ໃຈຕອ­ນີ້ມັນກາ­ຊ້າເກີນ­ແລ້ວ­ພໍ່­ຕູ້ເອີຍໆ­ໆ­ໆ­ ອັນ­ດິນ­ອັນນາ­ນັ້ນ ເຈົ້າ­ຊິ­ຫວງ­ໄວ້ເຮັດ­ຫຍັງ ເຈົ້າຕາຍ­ແລ້ວ­ມັນກະ­ເປັນ­ຂອງ­ຄົນ­ອື່ນໆ­, ມັນເປັນ­ທໍາມະ­ດາຂອງ­ໂລກ ເອົາ­ຈັ່ງ­ຊີ້ເວົ້າຫຼາຍເຈົ້າກະ­ເສັຍ­ໃຈ­ລ້າ ­ໃຫ້ເຈົ້າອອກ­ຈາກ­ຍິງ­ຄົນ­ນີ້ກ່ອນ, ­ແລ້ວ­ຊິບອກ­ໃຫ້­ລູກ­ຂອງເຈົ້າເຮັກ­ບຸນ­ໃຫ້­ໄດ້ບໍ".
- ຍິງ­ຄົນ­ທີ່­ຖືກ­ຜີເຂົ້າ­ກໍເງີຍ­ໜ້າ­ຂຶ້ນ ເບິ່ງເພດານ ­ແລະ­ຫຼຽວ­ໄປ­ທົ່ວ­ຫ້ອງ ­ແລ້ວ­ກໍຈົ່ມ­ຄ່ອຍໆ­ໆ­ "­ໂອ...ຈັ່ງ­ແມ່ນງາມເນາະ­ວັດ­ອາຈານ ­ໂອຍ ຜ້າ­ກັ້ງງາມເນາະ­" ເຂົາຫຼຽວ­ໄປ ເບິ່ງ­ພຣະ­ພຸດ­ທະ­ຮູບ­ແລ້ວ­ຂາບ­ລົງ ໓ ຄັ້ງ­ແລ້ວ, ­ແລ້ວເວົ້າ­ຄ່ອຍໆ­ ພຣະ­ພຸດ­ທະ­ເຈົ້າ­ຈັ່ງ­ແມ່ນງາມໆ­ໆ­ໆ­ໆ­ ອາຈານບອກເຂົາເຮັດ­ບຸນ­ໃຫ້­ຂ້າ­ນ້ອຍ­ແນ່ເດີ.....ເຂົາເງິຍ­ຂຶ້ນ­ແລ້ວ­ກໍຫງາຍເງີກ ­ໄປ­ລົ້ມ­ໃສ່­ຕັກ­ຊາຍ­ຄົນ­ທີ່ອຸ້ມເຂົາ­ຢູ່­ທາງ­ຫຼັງ ມິດ­ໄປເໝືອນ­ຮ່າງ­ໄຮ້ວິນຍານ, ຊາຍ­ຄົນ­ອຸ້ມເຂົາ­ຫັ້ນ­ກໍເອົາ­ນໍ້າ ­ໃນ­ຈອກ­ອົມ­ພູດໆ­ ­ໃສ່­ໜ້າ­ຍິງ­ຄົນ­ນັ້ນ­ສອງ-ສາມ­ຄັ້ງ ຈຶ່ງ­ມຶນ­ຕາ­ລຸກ­ຂຶ້ນ ເໝືອນ­ຄົນ­ບໍ່ເປັນ­ຫຍັງ ? ຖາມ­ຍິງ­ຄົນ­ນັ້ນ ­ໄດ້­ຄວາມ­ຈົນ­ໃຫ້­ແນ່­ໃຈ­ວ່າ ເປັນ­ຍິງ­ຄົນ­ນັ້ນ­ແລ້ວ ອາຕະ­ມາ­ຈຶ່ງເອົາ­ຝ້າຍ­ທີ່ກຽມ­ໄວ້­ໄປ­ຜູກ­ແຂນເຂົາ ­ໃຫ້ນໍ້າ­ມົນເຂົາ­ກິນ­ແລ້ວ­ຈຶ່ງ­ຖາມເລື່ອງ­ອື່ນ­ຕໍ່. (ຮຽບຮ້ອຍກັບມາເຂົ້າຄືນບໍ່ໄດ້ແນ່ນອນ)

- ເວົ້າ­ລັດເອົາເລື່ອງ­ຈຶງ­ຈາກ­ຍິງ­ຄົນ­ນີ້.
- ­ແມ່ອອກ ຊື່­ຫຍັງ ເຂົາຕອບ­ວ່າ "ຊື່......." ຢູ່ບ້ານ­ໃດດຽວ­ນີ້ "ເຝົ້າສວນ­ໃຫ້ເຖົ້າ­ແກ່ນີ້(ຊີ້­ໃສ່ເຖົ້າ­ແກ່­ຄົນ­ພາມາ)ຢູ່ບ້ານ­ໃໝ່", ຢູ່ກັບ­ໃຜ ? ເຂົາຕອບ­ວ່າ ຢູ່ກັບ­ຜົວ, ຖາມ­ວ່າ "­ໃສ­ຜົວ" ເຂົາ­ຊີ້­ໃສ່­ຄົນ­ທີ່ນັ່ງເບື້ອງ­ຫຼັງ ທີ່ອຸ້ມເຂົາ­ຂຶ້ນມາຕອນ­ຜີເຂົ້າ, ­ແລະ­ກັບ­ລູກ, ຖາມເຂົາ­ວ່າ "­ໃສ­ລູກ" ຜູ້­ຊາຍ­ຄົນ­ນັ້ນ­ກໍ­ໄປເອົາ­ລູກ ທີ່­ຢູ່­ລຸ່ມ­ຂຶ້ນມາ, ໔ ຄົນ­ຍັງ­ນ້ອຍໆ­ຢູ່; ບ້ານ­ຢູ່­ໃສ ? ຕອບ­ວ່າ "ຢູ່ບ້ານ.....ເມືອງ....­ແຂວງ­ສະ­ຫວັນ".
- ຂໍຖາມ­ແນ່ວ່າ ຜີເຂົ້າ­ແມ່ອອກ­ຫັ້ນ­ຮູ້­ຈັກ­ບໍ ? ເຂົາຕອບ­ວ່າ­ກ່ອນເຂົ້າ­ຮູ້­ຈັກ ເພາະ­ເຫັນເປັນ­ໂຕ ­ແລະ­ເຂົ້າຫຼາຍເທື່ອ­ແລ້ວ, ອາຕະ­ມາ­ວ່າ "ຮ່ວຍ" ­ແມ່ນ­ບໍພໍ່ອອກ "ທັງເຖົ້າ­ແກ່­ທັງ­ຜົວກະ­ຕອບ­ວ່າ­ແມ່ນ ອາ­ທິດ­ນີ້ເຂົ້າ­ທຸກ­ວັນ"
- ເອົາ­ຈັ່ງ­ຊີ້ ຕອນ­ຕູ້­ສົມ­ຫວັງ ຜີ­ທີ່ເຂົ້າ­ແມ່ອອກ­ນີ້ຍັງ­ມີ­ຊິວິດ­ຢູ່ ຫັ້ນເຄີຍເຫັນ­ລາວ­ບໍ ? ­ແມ່ອອກ­ຕອບ­ວ່າ­ບໍ່ເຄີຍເຫັນ, ຮູ້­ແຕ່ເຖົ້າ­ແກ່ວ່າເປັນເຈົ້າຂອງ­ດິນ ­ແລະ­ຈັ່ງ­ຫາຕາຍ ເມື່ອ­ສອງ­ປີນີ້, ເຄີຍເຫັນ­ແຕ່­ຕອນເປັນ­ວິນຍານ­ນີ້, ອາຕະ­ມາ­ວ່າເຫັນ­ຕອນ­ໃດ ? ເຫັນ­ຕອນ­ສອງ­ສາມເດືອນມາ­ແລ້ວ, ຢູ່ເຮືອນ­ຫັ້ນກະ­ມີ­ສຽງ­ດັງໆ­ ເໝືອນ­ກັບ­ມີ­ຄົນ ທັງກາງເວັນກາງ­ຄືນ(ໝາຍເຖິງເຮືອນ­ທີ່­ສ່ວນ ເຊິ່ງເປັນເຮືອນເກົ່າຂອງ­ພໍ່­ຕູ້­ສົມ­ຫວັງ) ­ແລ້ວເຫັນ­ຕອນເປັນ­ວິນຍານ­ນັ້ນ ເຫັນ­ຕອນ­ໃດ ?
- ­ແມ່ອອກເລົ່າ­ວ່າ "ເຫັນ­ຕອນ­ທໍາ­ອິດ ເຫັນ­ຕອນ­ໄປ­ໄຫວ້­ຫໍຜີ, ­ແມ່ອອກ­ໄຫວ້­ຫໍຜີ­ຊັ້ນ­ບໍ ? ເຖົ້າ­ແກ່ວ່າ­ໃຫ້ບູຊາ­ທຸກ­ວັນ­ສິນ ກະ­ເລີຍ­ໄຫວ້, ເຫັນ­ຈັ່ງ­ໃດ ? ລາວມາ­ຫົວ­ໃສ່, ­ແລ້ວ­ຕໍ່ມາກະ­ເຫັນເລື້ອຍໆ­ ເຫັນ­ທີ່ກ້ອງ­ລ່າງ, ເຫັນ­ຢູ່­ຫົວ­ຂັ້ນ­ໃດ, ຕໍ່ມາຫາເຫັນ­ທີ່ເຮືອນ­ຕອນ­ກິນເຂົ້າ, ຈາກ­ນັ້ນ­ຜີກະ­ເຂົ້າ­ຂ້າ­ນ້ອຍເລີຍ.
- ອາຕະ­ມາ­ວ່າ "­ໂອ....­ແປກ" ຕອນ­ມັນ­ຊິເຂົ້າ­ທໍາເປັນ­ຈັ່ງ­ໃດ ? ວັນ­ນັ້ນ ກໍາ­ລັງ­ກິນເຂົ້າ­ຢູ່ ຜີກະ­ມາ­ຫົວ­ໃສ່­ໜ້າ­ປັກ­ຕູ ­ແລ້ວເວົ້າ­ວ່າ ກິນ­ຜູ້ດຽວ­ບໍ່­ແບ່ງ­ກັນ­ກິນເນາະ­ ຂ້າ­ນ້ອຍກະ­ຍື້ນ­ໃຫ້ເຂົາ ວ່າເອົາໆ­ກິນກະ­ກິນ ເຂົາ­ຍື່ນ­ມືມາ­ຮັບ­ຂອງ­ກິນ ມື­ຂ້າ­ນ້ອຍກະ­ມຶນເລີຍ, ຖາມ­ຜົວເຂົາ­ວ່າ "ບໍ່ອອກເຫັນ­ບໍ ?" ຜົວເຂົາກະ­ຢືນການ­ວ່າ­ແມ່ນ ­ແລະ­ເຫັນ. ທີ່­ສໍາ­ຄັນ ຄອບ­ຄົວ­ຍິງ­ຄົນ­ນີ້ ຖາມ­ແລ້ວ­ວ່າ "ບໍ່ມັກເຂົ້າ­ວັດເລີຍ ເຂົາ­ອ້າງ­ວ່າເຂົາ­ທຸກ".
- ນີ້­ແລ້ວ ທ່ານ­ຜູ້ອ່ານ "ການ­ທີ່ເປັນ­ຄົນ­ແລ້ວ ບໍ່­ຖື­ສາສນາ ມັນກະ­ເປັນ­ແນວ­ນີ້ ນອກ­ຈາກ­ນັ້ນ­ແລ້ວ ຍັງ­ໄຫວ້­ສານ­ພຣະ­ພູມ­ອີກ ຜີ­ພວກ­ນີ້­ແລ້ວ ຊິມາ­ຢູ່­ໃນ­ຮ້ານ­ພຣະ­ພູມ ຂອງ­ທ່ານ ­ແລ້ວ­ອ່ານເລື່ອງ­ນີ້­ແລ້ວ ຈະ­ເຫັນເປັນ­ຈິງເລີຍ­ວ່າ ຜີບໍ່ເຄີຍ­ໃຫ້­ຄຸນ­ໃຜເລີຍ.
- ວັນ­ຕໍ່ມາ ອາຈານເບ ນິມົນ­ໃຫ້­ໄປ­ສູດ­ຖອດ ທີ່­ສວນ­ນັ້ນ­ບໍ່­ໄດ້­ໄປ ເພາະ­ວ່າຄາວຽກ­ທັງ­ວັນ ຈຶ່ງ­ໃຫ້ນິມົນ­ວັດ­ອື່ນ, ວັນ­ທີ ໑໗ ອາຈານເບ­ວັດນາ­ໄຊ ­ໂທມາ­ຂໍຄາຖາ­ກັນ­ຜີ ­ໃຫ້­ຜູ້ຍິງ­ຄົນ­ນັ້ນ ເຂົາບອກ­ວ່າເຊົາ­ແລ້ວ ­ແຕ່­ຢ້ານ­ມັນມາ­ອີກ ຕອນ­ນັ້ນ­ກໍ­ໃຫ້­ຄາຖາເຂົາ­ໄປ ຄື­ຊິເຊົາ­ແລ້ວ ເພາະ­ບໍ່ຍິນ­ຂ່າວ­ຫຍັງ­ອີກ.


ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

1; ພາກທີ 1 ວັນທີ 24 ມັງກອນ 2011 (ການອອກເດີນທາງ ຈາກວຽງຈັນ ຮອດບ້ານແດນສະຫວັນ ຊາຍແດນລາວບາວ)
- ວັນນີ້ ໄດ້ອອກຈາກພຣະທາດຫຼວງ ເວລາ 08:30 ໂມງ, ອອກເດີນທາງມຸ້ງໜ້າສູ່ຖະໜົນເລກ 13 ໃຕ້, ເວລາ 11:21 ໂມງຮອດປາກກະດິງ, ເວລາ 17:05 ຮອດບ້ານແດນສະຫວັນຊາຍແດນບ້ານດ່ານສະກຫວັນ ຕ້ອງນອນທີ່ນີ້ 1 ຄືນ ເພາະຈະອອກໄປຫວຽດນາມ ຄົນຂັບລົດບອກວ່າຢ້ານມັນມືດ ມື້ອື່ນເຊົ້າ ຈຶ່ງອອກເດີນທາງຕໍ່ ຄົງຈະຮອດດານັງເວລາ 11:00 ໂມງວ່າຊັ້ນ.
- ເປົ້າໝາຍຂອງການໄປ ແມ່ນໄປສົ່ງລູກສິດຮັບປະຣິນຍາ, ການເດີນທາງຄັ້ງນີ້ ມີ 4 ຄົນຣວມກັບຜູ້ຂຽນ, ຄືເຈົ້າຂອງຜູ້ຮັບປະຣິນຍາ, ພໍ່ຂອງລູກສິດ ແລະສ່ຽວພໍ່ ຂອງເຂົາ.
- ມື້ອື່ນອອກເດີນທາງ 7 ໂມງ, (ຈະເວົ້າເລື່ອງການເດີນທາງໃຫ້ຟັງ ເປັນຂັ້ນຕອນ ຫາກມີໂອກາດ), ວັນນີ້ ໄຫວ້ພຣະແລ້ວນອນ ເພາະອາກາດໜາວກວ່າ ວຽງຈັນ ຄົງຈະ 12-14 ອົງສາ.
2. ພາກຕໍ່ ວັນທີ 25 ມັງກອນ 2011 (ຈາກບ້ານແດນສະຫວັນ-ດານັງ)
- ເຊົ້າວັນນີ້ ວັນທີ 25 ມັງກອນ ຕື່ນແຕ່ເຊົ້າອາກາດໜາວ ກວ່າມື້ຄືນຈັກໜ່ອຍ ຕື່ນເວລາ 04:30 ໂມງ, ເປີດປະຕູເຮືອນອອກມາ ເຫັນຄົນກຽມຕົວອອກ ເດີນທາງແນ່ແລ້ວ, ກໍມ້ຽນເຄື່ອງເກັບເຂົ້າກະເປົ໋າເຂົ້າຫ້ອງນໍ້າອາບນໍ້າອຸ່ນ ເຊັດຕົວຮຽບຮ້ອຍ ກໍໄຫວ້ພຣະຊາມແຈ້ງ ເວລາຫົກໂມງ ລົງລົດໄປສັນອາຫານ ທີ່ຮ້ານ ພາກັນຮັບເຂົ້າປຸ້ນຫວຽດ ເຂົາຮຽກ ບຸ໋ນເນງືອກ(ແປເປັນລາວວ່າເຂົ້າປຸ້ນນ້ຳ) ແລ້ວກໍອອກເດີນທາງ ຂ້າມຫ້ວຍອາໂລນໄປ 300 ແມັດກໍຮອດດ່ານ ເນື່ອງຈາກປັດສະປອດເສັຍ ຈຶ່ງໃຊ້ໜັງສືເດີນທາງແທນ ແຕ່ວ່າໜັງສືເດີນທາງທີມີນັ້ນໃຊ້ໄດ້ສະເພາະໄປໄທຍ ທາງຫົວໜ້າດ່ານ ບອກວ່າ ໃຊ້ການບໍ່ໄດ້ ເຂົາກໍຍິນດີເຮັດໃຫ້ໃໝ່ ກໍໄປຖ່າຍຮູບດ່ວນບໍ່ພໍຄາວກໍເຮັດໜັງສືແລ້ວຮຽບຮ້ອຍ ນາຍດ່ານຄົນນີ້ນິໄສດີເຮັດໃຫ້ໂລດ ບໍ່ເວົ້າຫຍັງຍາກ ຖາມເຂົາວ່າເຂົາຢູ່ບ້ານອຸບມຸງ ວຽງຈັນ, ໄດ້ແລ້ວ ສ່ວນລົດ ແລະໜັງສືແມ່ນລູກສິດ ຄົນທີ່ຈະໄປຮັບປຣິນຍານັ້ນ ເຂົາໄປຈັດການແຈ້ງ ແລະຜ່ານພິທີຂ້າມແດນ ກໍບໍ່ຍາກປານໃດ ເພາະໜັງສືຜ່ານແດນລົດນັ້ນ ເຮັດເທື່ອດຽວໄປໄດ້ທຸກປະເທດຢູ່ແລ້ວ ມີພຽງແຕ່ເສັຍຄ່າທໍານຽມກະກະແລ້ວ ແຕ່ຈະຊ້າເລັກນ້ອຍຕ້ອງໄດ້ຊື້ປະກັນຊົ່ວຄາວ ເນື່ອງຈາກລົດບໍ່ເຄີຍອອກວຽດນາມຈັກເທື່ອ ໄດ້ແລ້ວກໍມາແຈ້ງໜັງສືເດີນທາງ ສາມຄົນພໍ່ອອກ ເຂົາໃຊ້ປັດສະປອດ ແຕ່ຜູ້ຂຽນໃຊ້ໜັງສືເດີນທາງ ເຈົ້າໜ້າທີ່ຫວຽດນາມ ກໍຕ້ອງຖາມວ່າ ຈະໄປຮອດໃສ ລູກສິດບອກວ່າຈະໄປຮອດດານັງ ໄປຮັບປະຣິນຍາ ເອົາອາຈານໄປນໍຮ່ວມຍິນດີນໍາ ເຂົາກໍອະນຸຍາດໃຫ້ໄປໄດ້ (ຄວາມຈິງແລ້ວໜັງສືຜ່ານແດນຊົ່ວຄາວນັ້ນ ໄປບໍ່ຮອດດານັງ ໄປໄດ້ແຕ່ດົງຮົວ ແລະເມືອງຊາຍແດນ ເທົ່ານັ້ນ) ເມື່ອເຂົາອະນຸຍາດ ວ່າໄປໄດ້ກໍອອກເດີນທາງເຂົ້າຫວຽດນາມ ເມື່ອລົງພູຫຼວງໄປໄປຮອດເມືອງນ້ອຍນັ້ນ ກໍເຫັນຝົນຕົກຕລອດທາງມາເລື້ອຍໆ
- ທາງຫວຽດນາມເຂົາກໍານົດຄວາມໄວ ແລ່ນປະມານ 60-70 ກມ/ຊມ ຜ່ານເມືອງນ້ອຍໆຕ່າງໆມາ ປະຊາຊົນອອກທໍາມາຫາກິນຕາມໄຮ່ນາ ຮົ້ວສວນ ທາງຫວຽດນາມນາເຂົາ ເປັນໄຮ່ໆ ຄາດໄຖແລ້ວ ບໍ່ເຫັນຕົກກ້າສົງໄສນາຫວ່ານ ຕາມແຄມທາງນາງນັ້ນ ມີບາງບ້ານຜູ້ຍິງນຸ່ງສິ້ນແບບລາວ ແລະມີເຮືອນຮ້ານແບບລາວ ເຂົາບອກວ່າລາວຫຼົງມາທາງຫວຽດນາມ, ສະພາບທາງຫວຽດນາມຕ່າງບ້ານເຮົາ ເວົ້າເລື່ອງຖະໜົນມີຫຼາຍເສັ້ນ ແລະປູຢາງໝົດ ລົດນ້ອຍບໍ່ຫຼາຍ ມີແຕ່ລົດບັນທຸກເຄື່ອງ ແຕ່ລົດຈັກຈະຫຼາຍ ເດັກນ້ອນນັກຮຽນຈະຂີ່ລົດຖີບ, ຍິ່ງແລ່ນລົງມາໄກ້ຈະຮອດເວ້ຫ໌ ດິນຫວຽດນາມຈະຕໍ່າລົງ ຫຼຽວເຫັນແມ່ນໍ້າ ຂົວໃຫຍ່ຈະຫຼາຍໄກ້ເມືອງເຫວ້ ກໍເຫັນບ່ອນໜຶ່ງນັ້ນເປັນດິນສີຂາວເຂົາບອກວ່າ ທີ່ນີ້ເປັນສະໜາມຮົບພາກ ການທີ່ອາເມລິກາຫວ່ານອາວຸດເຄມີ ບໍ່ຄ່ອຍມີເຮືອນຄົນຢູ່ ຈະມີແຕ່ສຸສານ ແລະອະນຸສາວະລີ ດິນທີ່ນີ້ຈະຂາວເປັນພິເສດ ເຂົາປູກຕົ້ນກະຖິນນະລົງໃສ່ ເມື່ອມາຮອດບ່ອນໜຶ່ງ ລົດຢຸດໃຫ້ລົດໄຟແລ່ນ ພໍດີຮອດ 11:45 ນາທີກໍແວ່ຮ້ານອາຫານ ສັ່ງອາຫານມາກິນ 2 ຊຸດ ຜູ້ຂຽນສັນອົງດຽວ ສ່ວນພໍ່ອອກ 3 ຄົນເຂົາກໍກິນນໍາກັນພາໜຶ່ງ ທີ່ໂຕະໜຶ່ງອີກຕ່າງຫາກເຫັນເຂົາກິນເບັຍຫວຽດນາມພ້້ອມ ເຂົາບອກວ່າລອງເບັຍຫວຽດນາມ ອາຫານທີ່ສັ່ງມາ ຄື ຕົ້ມສົ້ມປາທະເລໃສ່ໜໍ່ໄມ້ແຊ່, ຂົ້ວຜັກກາດ, ປາມຶກ, ໄກ່ຕົ້ມ ແລະປາແດກກຸ້ງຫວຽດນາມ ເຂົ້າຈ້າວກິນຈົນອີ່ມ ທີ່ຮ້ານນັ້ນມາຍາຄັ້ນ ກໍເອົາຢ່າຄັ້ນອີກ ລາຄາ 40.000 ດົ້ງ, ບາດເຂົາຂຽນບິນມາ 350.000 ດົ້ງ ສະແດງວ່າລາຄາອາຫານມພຽງແຕ່ 145.000 ກີບເທົ່ານັ້ນ ຖ້າທຽບໃສ່ອາຫານ ທີ່ປາກກະດິງແລ້ວ ຖືກກວ່າ ເພາະຄ່າອາຫານທີ່ປາກກະດິງວານີ້ 225.000 ກີບ, ມີລາບ, ຕົ້ມປາ, ໃສ່ອົ່ວ ແລະປິ້ງໝູ, ຫຼັງຈາກເສັດກິດດ້ານອາຫານແລ້ວ ກໍອອກເດີນທາງຈາກທີ່ນັ້ນມາຫາທາງລອດອຸມຸງມີພຽງ 4 ກມ ຂ້າງຂວາມື ຈະເຫັນທະເລ ທາງຫຼວງສວຍງາມດີ ມີເຮືອນນ້ອຍໆສອງຟາກທາງ ເຂົາບອກວ່າທາງທີ່ນີ້ຕັດລັດຜ່ານທະເລ ເພື່ອລັດໄປໃສ່ອຸມຸງ ເມື່ອເຮົາຂັບລົດຜ່ານອຸມຸງນັ້ນພຽງແຕ່ ກມ ຫາກໄປທາງເດີມ ຈະຂຶ້ນພູໄລຍະທາງ 20 ກວ່າ ກມ, ອຸມຸງນີ້ເຂົາວ່າຍາວໃນອາຊີປັດຈຸບັນ; ເມື່ອອກຈາກອຸມຸງແລ້ວ ກໍເຫັນຕົວເມືອງດານັງ ທາງຊ້າຍມືສວຍງາມ ລູກສິດຄົນຂັບລົດ ເຂົາຮູ້ທາງ ກໍພາຂີ່ລົດຮອບເມືອງກ່ອນ ຈຶ່ງເຂົ້າພັກທີ່ ຮຮ ຫາເລືອກລາຄາຖືກສຸດ 12 ດອນ ຕໍ່ຄືນ ເວລາ 13 ໂມງຂຶ້ນພັກທີ່ຫ້ອງ ຖາມເຈົ້າຂອງ ຮຮ ວ່າຫາກມີ ຄອມພິວເຕີໄຊ້ໄວ້ເລດຟຣີ ອາບນໍ້າແລ້ວກໍມາຂຽນບົດຄວາມນີ້, ສ່ວນຄົນອື່ນພພັກຜ່ອນ ສໍາລັບ ທ້າວຕູ່ລູກສິດ ກໍໄປມະຫາວິທະຍາໄລຂອງເຂົາ ເພື່ອພົບພັນວຽກງານ ພັກຜ່ອນກ່ອນວັນນີ້
(ໂຊກດີ)\

ມື້ອຶ່ນຊິສົ່ງຮູບໃຫ້ເບິ່ງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ປີ ໒໐໐໗ ຄິດແຕ້ມຮູບສະໜາມຫຼວງຫຼິ້ນໆ

ຕໍ່ມາເດືອນ ໑ ປີ ໒໐໐໘ ໃຫ້ແກ້ໄຂພາບນີ້ ຄື ແຕ່ງທີ່ປະຕູໂຂງ

ມາປີນີ້ ໒-໓ ວັນຜ່ານມາ ຍິນຄົນບອກວ່າ ເຂົາມ້າງປະຕູໂຂງ ເຂົາເຂົ້າເດີນພຣະທາດຫຼວງ ທັງສອງປະຕູນັ້ນແລ້ວ ກໍເລີຍໄປຖ່າຍຮູບໄວ້ (ມື້ອື່ນຊິສົ່ງໃຫ້ເບິ່ງ)

ເຂົາຊິສ້າງຂຶ້ນມາແທນວ່າຊັ້ນ ແຕ່ຍັງບໍ່ຮູ້ວ່າ ເປັນແບບໃດ ?

ຫາກເປັນດັ່ງຮູບນີ້ ນັບວ່າວິໄສທັດຂອງຜູ້ຂຽນ ເປັນຈິງ ໒ ເລື່ອງແລ້ວ ຄື

ປີ ໒໐໐໗ ແຕ້ມແລ້ວ ເຂົາກໍສ້ອມແຊມມະຫາກຸດີ

ປີນີ້ ເຂົາຈະເຮັດຕ້າຍ ແລະປະຕູໂຂງໃໝ່ ນັບວ່າ ວິໄສທັດຜູ້ຂຽນເປັນຈິງ(ຕາທີ່ແຕ້ມຫຼິ້ນໆ ໂດຍບໍ່ມີຂໍ້ມູນໃດໆເລີຍ

ນີ້ຄືການເມືອງເບື້ອງໜ້າຂອງຜູ້ຂຽນ