ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

- ຈັງຫວັດນະຄອນຈຳປາສັກ ເປັນ 1 ໃນ 4 ຈັງຫວັດທີ່ປະເທດໄທຍ ໄດ້ດິນແດນຄືນຈາກຝຣັ່ງເສດໃນຊ່ວງ ພ.ສ 2484 (ຄ.ສ 1941) ໂດຍຍົກທ້ອງທີ່ການປົກຄອງເມືອງຈຳປາສັກ ເຊິ່ງຂຶ້ນຢູ່ກັບມົນທົນອຸບົລຣາຊະທານີ ໃນສະໄໝຣາຊະການທີ 5 ແລະຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເສດ ເມື່ອປີ ພ.ສ 2447 (ຄ.ສ 1904) ຂຶ້ນເປັນຈັງຫວັດ ພາຍຫຼັງສົງຄາມໂລກຄັ້ງທີ 2 ໄທຍ໌ຕ້ອງສົ່ງດິນແດນກັ່ງກ່າວໃຫ້ຝຣັ່ງເສດ ເຊິ້ງປົກຄອງປະເທດລາວໃນຂະນະນັ້ນ ພາຍຫຼັງປະເທດລາວໄດ້ຮັບເອກະຣາຊຈາກຝຣັ່ງເສດແລ້ວ ພື້ນທີ່ດັ່ງກ່າວຈຶ່ງໄດ້ຍົກຂຶ້ນເປັນແຂວງຈຳປາສັກ ຂອງລາວໃນປັດຈຸບັນ.

ອ່ານຕໍ່ໄດ້ທີ່ນີ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

- ຈັງຫວັດນະຄອນຈຳປາສັກ ເປັນ 1 ໃນ 4 ຈັງຫວັດທີ່ປະເທດໄທຍ ໄດ້ດິນແດນຄືນຈາກຝຣັ່ງເສດໃນຊ່ວງ ພ.ສ 2484 (ຄ.ສ 1941) ໂດຍຍົກທ້ອງທີ່ການປົກຄອງເມືອງຈຳປາສັກ ເຊິ່ງຂຶ້ນຢູ່ກັບມົນທົນອຸບົລຣາຊະທານີ ໃນສະໄໝຣາຊະການທີ 5 ແລະຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເສດ ເມື່ອປີ ພ.ສ 2447 (ຄ.ສ 1904) ຂຶ້ນເປັນຈັງຫວັດ ພາຍຫຼັງສົງຄາມໂລກຄັ້ງທີ 2 ໄທຍ໌ຕ້ອງສົ່ງດິນແດນກັ່ງກ່າວໃຫ້ຝຣັ່ງເສດ ເຊິ້ງປົກຄອງປະເທດລາວໃນຂະນະນັ້ນ ພາຍຫຼັງປະເທດລາວໄດ້ຮັບເອກະຣາຊຈາກຝຣັ່ງເສດແລ້ວ ພື້ນທີ່ດັ່ງກ່າວຈຶ່ງໄດ້ຍົກຂຶ້ນເປັນແຂວງຈຳປາສັກ ຂອງລາວໃນປັດຈຸບັນ.

ອ່ານຕໍ່ໄດ້ທີ່ນີ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

- ນັບແຕ່ກ່ອນພຸດທະສັກກາດ ຮອດ ພ.ສ 8 ຈົນຮອດປີ ພ.ສ 600 ສູນກາງສຸວັນນະພູມ ຢູ່ທີ່ສີໂຄຕະບອງ ຍຸກນີ້ຮຽກວ່າ "ຍຸກສີໂຄຕ-ຈັນທະບູຣີ" ເພາະໃນໄລຍະນີ້ ໜັງສືອຣັງຄະທາດໄດ້ກ່າວເຖິງ ເມືອງສີໂຄດ ແລະເມືອງອື່ນໆ ຈົນຮອດການກຳເນີດ ເມືອງຈັນທະບູຣີ (ວຽງຈັນທນ໌) ໄວ້ຈະແຈ້ງ, ໃນນັ້ນ ມີເມືອງທີ່ພົວພັນກັນ ຫຼືເມືອງບໍຣິວານອີກ 5 ຫົວເມືອງ ຄື:

1. ເມືອງສີໂຄຕບອງ ເມືອງນີ້ຕັ້ງຢູ່ປາກໃຕ້ເຊບັ້ງໄຟ (ອາດແມ່ນເມືອງຮ້າງໜອງເຮືອທອງ ທີ່ນັ້ນຜູ້ຂຽນໄປ ປີ 2010 ເຫັນຮູບເມືອງ ແລະສີລາຈາຣື ເສົາຫີນຫຼັກເມືອງ ຮູບເມືອງ ດິນຈີ່ ແລະຄູວຽງຂະໜາດໃຫຍ່ ທ່ານໍ້າ ແລະຮອຍເສົາທ່າເຮືອ ຫຼືສາລາທ່ານໍ້າ ຕັ້ງຢູ່ກໍ້າໃຕ້ເຊບັ້ງໄຟ) ຕໍ່ມາເມືອງນີ້ຫ້າໄດ້ຍ້າຍຂຶ້ນມາທາງເໜືອນໍ້າເຊບັ້ງໄຟ (ບໍຣິເວນເມືອງເກ່ົາທີ່ແຂກ) ຕໍ່ມາກໍຍ້າຍໄປຝັ່ງຂວາແມ່ນໍ້າ ບໍຣິປ່າໄມ້ຮວກ (ບໍຣິພຣະທາດພະນົມ)ຊື່ວ່າມະຣຸກຂານະຄອນ ມີພຣະຍານັນທະເສນຄອງ.

2. ເມືອງຈຸລລະນີ້ພຣົມມະທັດ ໃນດິນແດນແຄ້ວນ ສິບສອງຈຸໄທ ບໍຣິແຄມນໍ້າມ້າ ຕົກອ່າວຕົງແກັງ, ມີພຣະຍາຈຸລລີພຣົມມະທັດຄອງ.

3. ເມືອງໜອງຫານຫຼວງ ຄືບໍຣິເວນແຂວງ(ຈັງຫວັດ)ສາກົລນະຄອນ ມີພຣະຍາສຸວັນນະພິງຄາຣ ເປັນຜູ້ຄອງ.

4. ເມືອງອິນທະປັຕ ມີການສັນນິຖານວ່າບໍຣິເວນ ຈຳປາສັກ ຫຼືເມືອງຂະແມຣ໌ບູຮານ ມີພຣະຍາອິນທະປັຕເປັນຜູ້ຄອງ.

5. ເມືອງໜອງຫານນ້ອຍ ຄືບໍຣິເວນເມືອງໜອງຫາຣ ເມືອງກຸມພະວາປີ ແຂວງອຸດອນທານີ ມີພຣະຍາຄໍາແດງ ເປັນຜູ້ຄອງ.

6. ເມືອງສາເກຕ ຫຼືເມືອງຮ້ອຍເອັດປະຕູ ມີພຣະຍາສາເກຕເປັນຜູ້ຄອງ (ຢູ່ທີ່ອຳເພີນາດູນ ແຂວງມະຫາສາຣະຄາມ)
ອ່ານ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

  - ມີຫຼັກສີລາຈາຣືກຫຼາຍຫຼັກ ທີ່ເຮົາສາມາດນໍາມາອ້າງອີງໄດ້ ກ່ຽວກັບການຂຽນອັກສອນລາວຕາມເຄົ້າ ເຮົາອ້າງອີງໃນໜັງສືທີ່ປະກົດໃນສີລາຈາຣືກ ທີ່ເປັນອັກສອນລາວແທ້ໆ ທີ່ເຮົາພົບເຫັນໃນລາວ ທີ່ມີອາຍຸ ໗໐໐ ປີລົງມາ ທີ່ລາວເຮົາໄດ້ຮັບເອກະຣາດ ແລະປົກຄອງດິນດອນຕອນທີ່ເປັນອານາຈັກ ລ້ານຊ້າງນີ້ ເປັນຕົ້ນມາ, ແຕ່ເຮົາສາມາດອ​​​ອ່ານພົບສີລາຈາຣືກອັກສອນລາວ ຢ່າງຫຼວງຫຼາຍຈະຢູ່ໃນປະມານ ໔ ຫາ ໕ ຮ້ອຍປີຜ່ານມາ- ດັ່ງສີລາຈາຣືກ ວັດສຸວັນ ບ້ານເກິນ ວຽງຄໍາຫຼັກນີ້ ເປັນສີລາຈາຣືກໝາຍຂອບເຂດວັດສຸວັນ ບ້ານເກິນ ວຽງຄຳ ເປັນຫຼັກທີ່ສົມບູນທີ່ສຸດ ເທົ່າທີ່ພົບ ມາ ທີ່ໄດ້ຂຽນດ້ວຍອັກສອນລາວ ໃນສ່ວນທີ່ເປັນການລົງຣືກ ດ້ານເທິງ ເຂົາຂຽນດ້ວຍອັກສອນທັມ ແຕ່ຂຽນທີ່ເປັນຈາຣຶກນັ້ນ ແມ່ນຂຽນດ້ວຍອັກສອນລາວ ເຖິງວ່າອັກສອນທີ່ເຫັນຈະແປກຕາບັນດາທ່່ານກໍຕາມ ແຕ່ນັ້ນ ຄືອັກສອນລາວຂອງເຮົາແທ້ ໆ ເມື່ອ ໓໘໘ ປີຜ່ານມາ.- ອາຍຸຂອງສີລາຈາຣືກ- ເທົ່າທີ່ປາກົດໃນສ່ວນຫົວຈະແຈ້ງ ຂຽນໄວ້ດ້ານຊ້າຍ ຂອງວົງຣືກວ່າ ໙໘໕ (ເປັນຈຸລະສັກກາຊ) ກໍເອົາຈຸລະສັງກຣາຊປີນີ້ມາຕັ້ງ ແລ້ວລົບດ້ວຍປີສັງກາດ ທີ່ປາກົດໃນສີລາຈາຣືກ ຈະໄດ້ອາຍຸປີບັນທຶກສີລາລືກ ຄື:- ປີນີ້ ປີຈຸລະສັງກາດ ໑໓໗໓ - ໙໘໕ = ໓໘໘ ປີ (ຂະນະຂຽນ ວັນທີ ໑໓ ເດືອນມິຖຸນາ ໒໐໑໑)- ແລ້ວກໍາອາຍຸສີລາຈາຣືກໄດ້ລົບຫາປີຈາຣືກສີລາຈາຣືກນີ້:- ເອົາ ພ.ສ ປັດຈຸບັນຕັ້ງ ໒໕໕໔ - ໓໘໘ = ປີສະຫຼັກສີລາຈາຣືກນີ້ ກໍຄື ປີ ພ.ສ ໒໑໖໖- ແລ້ວ ຄ.ສ ປັດຈຸບັນຕັ້ງ ໒໐໑໑ - ໓໘໘ = ປີສະຫຼັກສີລາຈາຣືກນີ້ ກໍຄື ປີ ຄ.ສ ໑໖໒໓- ສີລາຈາຣືກນີ້ ມີອາຍຸ ໓໘໘ ປີໂດຍປະມານ ຈະຫຼຸດຈະລີື່ນ ເສດໄປກໍແມ່ນ ເດືອນເລັກໆນ້ອຍ ຈະປັດຖິ້ມໄປ, ແຕ່ເຮົາມາເບິ່ງ ເລື່ອງຂອງປະຫວັດສາດຂອງເມືອງບ້ານເກິນ ວຽງຄຳ ແລະຫຼັກຖານ ໃນອັກສອນລາວບູຮານໃນເມື່ອ ໓໘໘ ກວ່າປີຜ່ານເຫັນວ່າມີຄວາມອຸດົມສົມບູນ ທີ່ສຸດ.- ໃນສີລາຈາຣືກ ນີ້ໄດ້ປາກົດສະຖານທີ່ຈະແຈ້ງວ່າ ເປັນວັດສຸວັນ ບ້ານເກີນ ວຽງຄໍາ ແລະບັນທຶກນີ້ ເປັນການບອກໄວ້ຈະແຈ້ງວ່າ ເປັນຊາຕາວັດ ຈຶ່ງບໍ່ເປັນການສົງໄສແລ້ວວ່າສີລາຈາຣືກນີ້ ເວົ້າເຖິງຫຍັງ ພຽງແຕ່ວ່າເຮົາຢາກຮູ້ວ່າວັດສຸວັນ ບ້ານເກິນ ວຽງຄຳນັ້ນຢູ່ໃສລະຫວ່າງ ທີ່ບ້ານເກິນປັດຈຸບັນ ກັບບ້ານວຽງຄຳ ທີ່ຢູ່ແຖວໆປາກຄະຍູງ ໃນເມືອງວຽງຄຳປັດຈຸບັນ, ທັງສອງຂໍ້ສົງໄສນີ້ ເປັນໄປໄດ້ທັງສອງ ຄື໑. ຫາກເປັນວັດທີ່ຕັ້ງຢູ່ບ້ານເກິນ ເມືອງທຸຣະຄົມ ເຮົາແທ້ສະແດງວ່າ ບ້ານເກິນນີ້ ເປັນເມືອງວຽງຄໍາ ມາແຕ່ອະດີດແລ້ວ.໒. ຫາກແມ່່ນວັດສຸວັນນະຕັ້ງ ຢູ່ໃນຝັ່ງເມືອງວຽງຄຳ ປັດຈຸບັນ ໃນຈາຣືກວ່າ ບ້ານເກິນວຽງຄຳ ກໍສະແດງ ໃຫ້ເຫັນວ່າ ບ້ານເກິນ ເປັນສ່ວນໜຶ່ງຂອງເມືອງວຽງຄໍາ ຫຼືໃນເມື່ອ ໓໘໘ ປີຜ່ານມານີ້ ບ້ານເກີນປາກົດຊື່ແລ້ວໃນປະຫວັດສາດ.(ເນື່ອງຈາກຫຼັກຖານເຮົາບໍ່ທັນພຽງພໍ ເນື່ອງຈາກເຮົາບໍ່ມີປະຫວັດສາດ ອື່ນໆມາອ້າງອີງ ເພາະປະຫວັດສາດທີ່ເຮົາມີທຸກໆສະບັບ ເປັນປະຫວັດ ສາດລວມເທົ່ານັ້ນ ຫຼືເຮົາຈະຮຽກວ່າແມ່ແບບປະຫວັດສາດ(ປະຫວັດສາດແຫ່ງຊາດ), ສ່ວນປະຫວັດສາດໃນລາຍລະອຽດ ຍັງບໍ່ມີໃຜຂຽນເລີຍ ຫຼືບັນທຶກໄວ່້ເລີຍ, ເຮົາຍັງຂາດປະຫວັດສາດທ້ອງຖິ່ນ ຈຶ່ງບໍ່ສາມາດທີ່ຈະສືບຄົ້ນ ຄວາມຣະອຽດຂອງເມືອງວຽງຄໍາໄດ້ຈະແຈ້ງ ເມື່ອທ້າຍເດືອນພຶດສະພາ ໄດ້ໄປທ່ຽວແຖວນັ້ນ ກໍເລີຍມາທາງເມືອງວຽງຄໍາ ກໍໄປທ່ຽວວັດວຽງຄໍາ ແລ້ວກໍອອກມາທາງບ້ານເກີນ ຈາກວັດວຽງຄໍສ ມາທ່າບັກບ້ານເກິນ ປະມານ ໕ ກິໂລແມັດ, ຫຼັກຖານນີ້ ເປັນໄປໄດ້ບ້ານເກິນ ເປັນສູນກາງຂອງເມືອງວຽງຄໍາ) ແຕ່ຢ່າງໃດກໍຕາມ ໃນສີລາຈາຣືກນີ້ ເຮົາກໍຮູ້ໄດ້ຈະແຈ້ງແລ້ວວ່າ ເມືອງວຽງຄໍາ ທີ່ປະກົດຕົວກ່ອນປີ ໑໓໕໓ (ສະໄໝພຣະເຈົ້າຟ້າງຸ່ມ) ປະກົດຕົວວ່າວຽງໄຜ່ໜາມ ເມື່ອ ພຣະເຈົ້າຢ້າງຸ່ມເອົາຊະນະພຣະຍາເພົາແລ້ວ ກໍປ່ຽນນາມເມືອງເປັນວຽງຄໍາ ແລະມາຮອດປີ ຄ.ສ ໑໖໒໕ ນັ້ນ, ຄືຫຼັງຈາກຕັ້ງວຽງຈັນເປັນຣາຊະທານີ ໃນປີ ໑໕໖໐ ນັ້ນພຽງ ໖໓ ປີ ແລະໃນນັ້ນ ກໍປະກົດຊື່ພຣະເຈົ້າໄຊຍະເຊດຖາຢ່າງຈະແຈ້ງ ແລ້ວພຣະໂພທິວໍຣະວົງນີ້​ແມ່ນໃຜ ? ເປັນກະສັດອົງໃດ ອານາຈັກລ້ານຊ້າງຈັນທະບູຣີ ຫຼືເປັນກະສັດອົງໃດ ຂອງເມືອງວຽງຄໍາລະ ? (ຕ້ອງສືບຄົ້ນໃຫ້ໄດ້ໃນໂອກາດຕໍ່ໄປ)

http://watvichitdhammaram.blogspot.com/2011/06/blog-post_9163.html
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ສະພາບການລວມຂອງອາຈັກລ້ານຊ້າງ ຈາກປີ ກ່ອນປີ 1560.
ພຣະຣາຊະອານາຈັກລ້ານຊ້າງນັ້ນ ກ່ອນປີ 1560 ນັ້ນ, ມີຣາຊະທານີ ຢູ່ພຣະນະຄອນຊຽງທອງ(ຫຼວງພຣະບາງ), ພຣະນະຄອນຊຽງທອງ ນັ້ນເປັນເມືອງຄູ່ແຝດກັບນະຄອນລ້ານນາ, ມີສາຍພົວພັນກັນຢ່າງສະໜິດ ແໜ້ນໃນທຸກດ້ານຕັ້ງແຕ່ບູຮານະການ ດັ່ງເຮົາຈະເຫັນນາມພຣະຣາຊະອາ ນາຈັກ ຊື່ລ້ານຊ້າງຄູ່ກັບລ້ານນາ, ຊຽງທອງຄູ່ກັບຊຽງໃໝ່, ຫາກເມື່ອໃດເມືອງໜຶ່ງຫວ່າງກະສັດ ກໍສາມາດເຊີນເອົາເຊື້ອພຣະວົງຈາກເມືອງໜຶ່ງໄປຄອງເມືອງນັ້ນໆໄດ້ຕາມກົດມົນທຽນບານ ໂດຍບໍ່ມີສຽງຄັດຄ້ານ ຫາກຍາມປົກກະຕິລູກສາວຂອງກະສັດລ້ານນາ ກໍຈະສົງຣາຊະບຸດຕີມາຖວາຍເປັນ ພຣະຊາຍາ ແກ່ນະຄອນລ້ານຊ້າງ ເຫດການນີ້ຖືປະຕິບັດກັນມາແຕ່ບູຮານະການ ອາດເກີດຂຶ້ນມາແຕ່ສະໄໝພຣະເຈົ້າຟ້າມງຸ່ມມະຫາຣາດພຸ້ນ.
ສະພາບເຫດອານາຈັກລ້ານຊ້າງ ພາຍໃນ 450 ປີຜ່ານມານີ້ ແມ່ນນັບເອົາແຕ່ພຣະເຈົ້າໄຊຍະເຊດຖາທິຣາດລົງມາຕັ້ງຈັນທະບູຣີ ເປັນຣາຊະທານີແຫ່ງລ້ານຊ້າງ ແຕ່ກ່ອນທີ່ພຣະເຈົ້າໄຊຍະເຊດຖາທິຣາຊຈະລົງມາສະຖາປານາ ແລະສ້າງຈັນທະບູຣີເປັນຣາຊະທານີນັ້ນ ມີເຫດການຄວນສຶກສາດັ່ງນີ້.
ອານາຈັກລ້ານຊ້າງ ເປັນພຣະຣາຊະອານາຈັກລາວທັງມວນ ບົນສອງຝາກຝັ່ງແມ່ນນ້ຳຂອງ, ນະຄອນຫຼວງ ທີ່ເປັນຣາຊະທານີອັນເກົ່າແກ່ ຂອງລ້ານຊ້າງ ຄືພຣະນະຄອນຊຽງທອງ, ພຣະຣາຊະວົງທີ່ຄອງລ້ານຊ້າງນັ້ນ ເປັນຣາຊະວົງທີ່ສືບເຊື້ອສາຍມາຈາກຣາຊະວົງຂຸນບູຣົມຣາຊາທິຣາດ, ຣາຊະວົງຣາຊາທິຣາດ ໄດ້ປົກຄອງດິນແດນລ້ານຊ້າງມາເປັນເວລາຍາວ ນານ ໂດຍນັບຈາກຂຸນລໍມາຮອດປີ 1975 ນັ້ນ ນັບເປັນເວລາ 1218 ປີ, ເຊິ່ງ ນັກປະຫວັດສາດທັງລາວ ແລະຕ່າງປຣະລົງຄວາມເຫັນວ່າ ຂູນລໍມາສ້າງເມືອງຊວາ ເປັນນະຄອນຊຽງດົງຊຽງທອງໃນປິ ຄ.ສ 757, ນັບແຕ່ນັ້ນມາຣາ ຊະວົງ ຣາຊາຊາທິຣາຊ ກໍໄດ້ຄົງໝັ້ນປົກຄອງລ້ານສືບເຊືອສາຍມາ ໂດຍນັບລຳດັບຖານັນດອນສັກຂອງກະສັດ ມີ 16 ຂຸນ, 5 ທ້າວ ແລະ 22 ພຣະຍາ ຈົນມາເຖິງ ສະໄໝພຣະຍາລັງທິຣາຊ ໃນ ຄ.ສ 1271-1316 ພຣະອົງເປັນ ຣາຊະວົງອົງທີ 23 ຂອງລ້ານຊ້າງ ຊຽງທອງ, ເມື່ອສິ້ນຍຸກຂອງພຣະຍາລັງ ທິຣາດແລ້ວ ກໍມາເຖິງພຣະຍາສຸວັນນະຄຸຜົງ ກໍປ່ຽນຖານັນດອນສັກຂອງ ກະສັດຈາກພຣະຍາ ມາເປັນເຈົ້າຟ້າ, ຖານັນດອນສັກຂອງກະສັດ ທີ່ເປັນເຈົ້າຟ້າກໍມີ 2 ພຣະອົງ ຄື ເຈົ້າຟ້າງ້ຽວ(ພຣະບິດາຂອງເຈົ້າຟ້າງຸ່ມ) ເຈົ້າຟ້າຄຳຮຽວ, ຖານັນດອນສັກຂອງເຈົ້າຟ້າສິ້ນສຸດເມື່ອເຈົ້າຟ້າຄຳຮຽວເຖິງແກ່ ສະຫວັນນະຄົດໃນປີ ຄ.ສ 1353, ຈາກນັ້ນນັນດອນສັກຂອງລ້ານຊ້າງ ກໍປ່ຽນ ມາເປັນພຣະເຈົ້າຟ້າ ປະກົດໃນຫຼັກຖານປະຫວັດສາມີພຣະອົງດຽວ ຄື ພຣະເຈົ້າຟ້າງຸ່ມມະຫາຣາດແຫ່ງຫຼ້າທໍຣະນີ (ພຣະນາມເດີມກ່ອນທີ່ຈະຊົງພຣະຍົດນັ້ນ ພຣະອົງມີພຣະນາມວ່າ “ຂຸນຜີຟ້າແຫຼ່ງຫຼ້າທໍນະນີເຈົ້າຟ້າງຸ່ມ” ພຣະອົງເປັນກະສັດອົງທີ 27 ຂອງຣາຊະວົງຂຸນລໍ ແລະເປັນປະຖົມວິຣະມະຫາກະສັດ ຜູ້ທ້ອນໂຮມແຜ່ນດິນລ້ານຊ້າງອົງທຳອິດ ໂດຍເລີ່ມຈາກ ປີ 1353 ເປັນຕົ້ນມາມະຫາອານາຈັກລ້ານຊ້າງ ໄດ້ຂະຍາຍອິດທິພົນ ເຂດແດນກວ້າງໄປ ເມືອງລາວນະຄອນຣັດໃນເມື່ອກ່ອນໄດ້ມາຂຶ້ນກັບ ລ້ານຊ້າງ ໂດຍນັບແຕ່ຜາໄດຜາດ່າງ, ເມືອງຊຽງຮາຍ, ນ່ານສາຍພູແດນລາວ ເຂົ້າໃສ່ສາຍພູເພັດສະບູນ, ດົງພຣະໄຟລົງໃສ່ຫຼີຜີສ້ານສາມງ່າ ແລະໄມ້ລົ້ມແບ່ງແດນແກວ(ຫວຽດນາມ) ປານໍ້າມ້າສາມແຄວ ຈະລົດຍອດນ້ໍາອູ ບຸ່ນໃຕ້ ບຸ່ນເໜືອເປັນເຂດ.
ນັບແຕ່ປີ 1353 ເປັນຕົ້ນມາພຣະຣາຊະອານາຈັກລ້ານຊ້າງໄດ້ຂະ ຫຍາຍຕົວ ຄົງຄວາມເປັນເອກະຣາດ ແລະສືບເຊື້ອພຣະວົງມາໂດຍລຳດັບ ເມື່ອພຣະນະຄອນລ້ານຊ້າງມີອານາເຂດກວ້າງໄກ ຖານັນດອນສັກຂອງກະ ສັດກໍປ່ຽນໄປອີກ ຄື ຍົກຖານະໃຫ້ສູງຂຶ້ນສົມພຣະກຽດຕິຍົດຂອງມະຫາຣາຊາ ເຊິ່ງເປັນເທພະຣາຊາ ເມື່ອພຣະເຈົ້າຟ້າມງຸ່ມລາຊົງຜະໜວດແລ້ວ ກໍຊົງສະຖາປານາເຈົ້າອຸ່ນເຮືອນ ພຣະຣາຊະບຸດ ຍົກຖານັນດອນສັກໃຫ້ເປັນ ພຣະເຈົ້າສາມແສນໄທໄຕພູວະນາດ ໃນປີ ຄ.ສ 1373, ຈາກຈຸດນີ້ກະສັດລ້ານຊ້າງໄດ້ປ່ຽນຈາກສົມມຸຕິຕິເທພະຣາຊາ ມາເປັນພຣະໂພທິສັດ ໂດຍມີພຣະພຸດທະສາສນາເປັນແກ່ນກາງ ຈາກພຣະເຈົ້າສາມແສນໄທໄຕພູວະນາດ ກະສັດອົງທີ 28 ຈົນເຖິງພຣະເຈົ້າໂພທິສາຣາດ(ໂພທິສາຣະຣາດ) ກະສັດອົງ ທີ 43 ຂອງລ້ານຊ້າງກະສັດເກືອບທຸກພຣະອົງ ຈະມີຖານັນດອນສັກ ເປັນ ພຣະເຈົ້ານຳໜ້າ ແລະບາງພຣະອົງກໍມີມະຫາຣາດ ເວັ້ນເສັຍແຕ່ບາງ ກະສັດຂຶ້ນຄອງຣາດ ແຕ່ບໍ່ທັນສະຖາປານາ ກໍຍັງຊົງພະຍົດເດີມຢູ່ກໍພຽນ ກະສັດໃໝ່.
ພຣະເຈົ້າໂພທິສາຣະຣາຊ ຊົງເປັນກະສັດລ້ານຊ້າງໃນໄລຍະ ຄ.ສ 1520-1547 ພຣະອົງເປັນກະສັດລ້ານຊ້າງຊຽງທອງທີ່ມີຄວາມປີຊາສາ ມາດແລ້ວ ພຣະອົງຍັງຊົງເປັນພຣະມະຫາກະສັດ ແລະທັມມະຣາຊາອີກ, ໃນພຣະຣາຊະປະຫວັດໂດຍສັງເຂບນັ້ນເປັນດັ່ງນີ້.
ພຣະຣາຊະປະຫວັດພຣະເຈົ້າໂພທິສາຣະຣາດ (ໂດຍສັງເຂບ)
ພຣະເຈົ້າໂພທິສາຣະຣາດ ຊົງເປັນພຣະມາຣາຊ, ເປັນທັມມະຣາຊາ ແລະມຸ້ງຫວັງເປັນພຣະໂພທິສັດ, ພຣະຣາຊະກິດຂອງພຣະອົງນັ້ນມີຫຼວງ ຫຼາຍ ພຣະອົງຊົງເປັນພຸດທະສາສນູປະຖັມພົກ, ພຣະອົງຊົງເຫຼື້ອມໃສສັດ ທາຕັ້ງໝັ້ນໃນພຣະພຸດທະສາສນາຢ່າງເຄັ່ງຄັດ, ຊົງແຕກສານໃນຄຳສອນ ພຣະພຸດທະສາສນາ ຊົງເຂົ້າໃຈໃນພາສາປາລີ ໃນສະໄໝພຣະອົງມີການສ້າງ ແລະຊຳຣະ(ສັງຄາຍະນາ) ພຣະໄຕປີດົກ, ໂດຍເອົາພຣະໄຕປິດົກມາຈາກລ້ານນາເພື່ອຊຳຮະປຽບທຽບກັບສະບັບລ້ານຊ້າງ ໃນສະໄໝພຣະອົງມີການອອກພຣະຣາຊະໂອງການ ໃຫ້ປະຊາຊົນຍົກເລີກການນັບຖືຜີສາງເທ ວະດາ ທົ່ວພຣະຣາຊະອານາຈັກ ຊົງຮື້ຖອນສານຫຼວງ, ສານເຈົ້າເຈົ້າຜີຫຼວງ, ຜີເຊື້ອເຟືອງ(ເມືອງ) ຜີຊົງເມືອງ ແລະໃຫ້ປະຊາຊົນມານັບຖືພຣະພຸດທະສາສນາ ສົ່ງເສີມໃຫ້ພຣະສົງ ແລະຊາຊົນສຶກສາໂຮງຮຽນໃນວັດ ຕັ້ງສາລາໂຮງທັມ ແລະຫໍແຈກທົ່ວພຣະຮາຊະອານາຈັກ, ຊົງສ້າງວັດສຸວັນນະເທວະໂລກ, ໄດ້ຊົງປຸຣະນະວັດ ພຣະທາດເຈດີ ທັງໃນນະຄອນຊຽງທອງ ແລະຫົວເມືອງຕ່າງໆ ດັ່ງຈະເຫັນຄາວເມື່ອພຣະອົງຊົງໄປະສົ່ງເຈົ້າເຊດຖະວັງໂສຄອງ ລ້ານນາແລ້ວ ພຣະອົງຊົງພຣະຣາຊະດຳເນີນມາທາງຝັ່ງຂວາຫົວເມືອງ ຕ່າງໄປປູຣະນະພຣະທາດເຊີງຊຸມ, ພຣະທາດພະນົມ(ພຣະທາດຫົວອົກ ພຣະເຈົ້າ-ພຣະທາດປະນົມ), ປູຣະນະພຣະມະຫາທາດໂລກະຈຸລະມະນີ(ພຣະທາດຫຼວງ) ຊົງປູຣະນະພຣະທາດເຈົ້າຊຽງໃໝ່ນາບອນ ຫຼືໜອງບອນ, ຊົງສົ່ງພຣະໄຕປິດົກໄປຍັງເມືອງນ່ານ ແລະຫົວເມືອງອື່ນໆ, ນອກ ຈາກນັ້ນ ການສຶກສາ ແລະວັນນະຄະດີລາວ ທາງພຣະພຸດທະສາສະໜາ ໄດ້ເກີດຂຶ້ນຫຼວງຫຼາຍ ການທີ່ພຣະອົງເປັນທັມມະຣາຊາ ແລະເປັນມະຫາໂພທິສັດນັ້ນ ຄື ປາກົດວ່າ ພຣະພຸດທະຮູບສະເດັດມາຍັງພຣະຣາດຊະວັງ ຂອງພຣະອົງ ຮຽກວ່າ “ພຣະສະເດັດ”.
ພຣະອົງເປັນມະຫາຣາດ ຄື ພຣະອົງເປັນທີ່ນັບຖື ເຄົາຣົບ ແລະເກງກົວຂອງບັນດາເຈົ້າເມືອງຕ່າງໆ ໃນອຳນາດຂອງລ້ານຊ້າງ ແລະເມືອງນອກພຣະຣາຊະອານາຈັກ ດັ່ງຈະເຫັນໄດ້ວ່າບັນດາຫົວເມືອງຕ່າງໆ ໄດ້ສົ່ງ ບັນນາການ ແລະພຣະຣາຊະບຸດຕຣີມາຖວາຍເປັນຂ້າປະຣິຈາຄະ ແລະ ພຣະຊາຍາຫຼາຍຫົວເມືອງ ເຊັ່ນເມືອງສຸໂຂໄທ, ເມືອງອາໂຍທະຍາ, ເມືອງຊຽງຮຸ່ງ ແລະເມືອງຊຽງໃໝ່ ຄືພຣະນາງຍອດຄຳ ເຊິ່ງບັນດານາງພຣະຍາ ເຫຼົ່ານີ້ ເຊິ່ງຖືວ່າເປັນນາງແກ້ວ ເຊິ່ງເປັນມະຫາກະສັດທີ່ເປັນໂພທິສັດ ແລະທັມມະຣາຊາ ແລະເທວະຣາຊາໄປພ້ອມກັນ.
ໃນສະໄໝພຣະອົງນັ້ນ ຄວາມສຳພັນລະຫວ່າງລ້ານນາ ແລະລ້ານ ຊ້າງໄດ້ປະກົດຕົວຢ່າງຈະແຈ້ງ ຄື ເມື່ອອານາຈັກລ້ານນາ ນະຄອນຊຽງໃໝ່ ຫວ່າງກະສັດລົງ, ຜູ້ສືບທອດຣາຊະສົມບັດມີຖານອຳນາດບໍ່ພໍ ທາງພຣະນາ ຄອນຊຽງໃໝ່ໄດ້ສົ່ງຣາຊະທູດມາອັງເຊີນເອົາພຣະພຣະຣາຊະບຸດຂອງພຣະ ອົງໄປສະເຫວີຍຣາຊະສົມບັດ ເປັນເຈົ້າເອກະຣາດແຫ່ງອານາຈັກລ້ານນາ ອັນນີ້ເປັນຫຼັກຖານຢັ້ງຢືນອັນສຳຄັນ ໃນສາຍສຳພັນອັນແໜ້ນແຟ້ນຍິ່ງກວ່າ ສາຍສຳພັນອື່ນໃດ ທີ່ປະຫວັດສາດສາມາດບັນທຶກໄວ້ໄດ້ ແລະພຣະເຈົ້າ ໄຊຍະເຊດຖາເອງ ກໍຊົງເປັນສັນຍະລັກຂອງສອງພຣະຣາຊະອານາຈັກຢ່າງດີ.
ເຫດການທາງການເມືອງຂອງລ້ານຊ້າງໃນສະໄໝຂອງພຣະເຈົ້າ ໂພທິສາຣະຣາດ ນັບວ່າມີຄວາມໝັ້ນຄົງ ປະຊາຊົນຍູຖ່າງສ້າງບ້ານແປງ ຕລອດໄລຍະທີ່ພຣະອົງຄອງຣາຊະສົມບັດ ເປັນເວລາ 27 ປີ.
ໃນໄລຍະທີ່ພຣະເຈົ້າໂພທິສາຣະຣາດ ຄອງພຣະຣາຊະອານາຈັກລ້ານຊ້າງຊຽງທອງນັ້ນ ຮ່ວມກັບກະສັດແຫ່ງສີອາຍຸທະຍາຫຼາຍພຣະອົງ ຄື ປາຍສະໄໝ ສົມເດັດພຣະຣາມາທິບໍດີທີ 2(ພຣະເຊດຖາ), ສົມເດັດພຣະບໍ ຣົມຣາຊາທິຣາດທີ 4(ໜໍ່ພຸດທາງກູນ), ພຣະຣັດຖາທິຣາດ, ສົມເດັດພຣະໄຊ ຣາຊາທິຣາດ, ພຣະຍອດຟ້າ, ຂຸນວໍຣະວົງສາທິຣາດ, ພຣະມະຫາກະສັດ ອານາຈັກລ້ານນາຮ່ວມສະໄໝກັບພຣະອົງ ຄື ພຣະຍາແກ້ວ, ພຣະເກດເຊດຖະຣາຊ(ພຣະເມືອງເກດເກົ້າ) ຄັ້ງທີ 1, ທ້າວຊາຍຄຳ, ພຣະເກດເຊດ ຖະຣາຊ(ພຣະເມືອງເກດເກົ້າ) ຄັ້ງທີ 2, ພຣະນາງຈິຣະປະພາ ແລະພຣະໄຊຍະເສດຖາ (ຄືສົມເດັດພຣະເຈົ້າໄຊຍະເສດຖາທິຣາດ ແຫ່ງລ້ານຊ້າງ ເຊິ່ງເປັນພຣະຣາຊະບຸດຂອງພຣະອົງເອງ), ກະສັດພຣະໃນຫົງສາວະດີ ຮ່ວມສະໄໝກັບພຣະອົງ ຄື ພຣະເຈົ້າເມັງຈີໂຍ ແລະພຣະເຈົ້າຕະເບັງຊະເບຕີ.
ເມື່ອສັງເກດ ແລະຕີລາຄາ ສົມທຽບພຣະມະຫາກະສັດໃນ 4 ອານາ ຈັກແລ້ວ ເຫັນວ່າໃນສະໄໝຂອງພຣະເຈົ້າໂພທິສາຣະຣາດນັ້ນ ອານາ ຈັກທີ່ໝັ້ນຄົງແນ່ເຫັນຈະເປັນອານາຈັກພະມ້າ, ສ່ວນອານາຈັກສຍາມ ແລະລ້ານ ນານັ້ນ ມີຄວາມບໍ່ໝັ້ນຄົງ ບໍ່ວ່າທາງດ້ານການເມືອງ ແລະການປົກຄອງເຫັນໄດ້ຈາກການປ່ຽນກະສັດກະສັດຫຼວງຫຼາຍ ໃນໄລຍະທີ່ພຣະເຈົ້າໂພທິສາຣະຣາດ ຄອງຣາດຢ່າງໝັ້ນຄົງໃນລ້ານຊ້າງຊຽງທອງ ໂດຍະສະເພາະ ແລ້ວກຸງສີອາຍຸທະຍານັ້ນ ມີຄວາມວຸ້ນວາຍຫຼາຍ ດ້ວຍເຫດນັ້ນ ຈຶ່ງບໍ່ປາກົດ ເຫັນສອງອານາຈັກນີ້ ທຳສົງຄາມແກ່ກັນໃນໄລຍະປະຫວັດສາດ ອີກທັງສອງອານາຈັກ (ຍົກເວັ້ນ ລ້ານນາ ເພາະລ້ານນາເປັນເມືອງພັນທະມິດໂດຍເຊື້ອຊາດ) ຍັງມີສຳພັນທາງການທູດອັນດີກັບລ້ານຊ້າງ ໂດຍສະເພາະແລ້ວ ເມື່ອກະສັດລ້ານຊ້າງຂຶ້ນຄອງຣາດແລ້ວ ອານາຈັກສີອາຍຸທະຍາມັກຈະສົ່ງ ເຄື່ອງບັນນາການ ແລະຣາຊະບຸດຕີມາຖວາຍພຣະມະຫາກະສັດລ້ານຊ້າງ ຫຼາຍສະໄໝ ໂດຍນັບຕັ້ງແຕ່ພຣະເຈົ້າຟ້າງຸ່ມ, ພຣະເຈົ້າສາມແສນໄທຍ໌ ເລື້ອຍມາ ຈົນຮອດພຣະເຈົ້າໂພທິສາຣະຣາດ ເຊິ່ງນັບວ່າຄວາມສຳພັນລະ ຫວ່າງລ້ານຊ້າງກັບສີອາຍຸທະຍາມີສຳພັນອັນດີແກ່ກັນເລື້ອຍມາ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ
ຕົ້ນກຳເນີດຂອງປະເທດລາວ ແລະ ເຊື້ອຊາດລາວ

ປະະເທດລາວ ຕັ້ງຢູ່ໃນຜືນແຜ່ນດິນ ທີ່ເອີ້ນວ່າ " ອາຊີອາ ຄະເນ " ຫລື ໃນປາງບູຮານເອີ້ນວ່າ " ສຸວັນນະພູມປະເທດ " ຂອບເຂດແດນທີ່ກຳນົດເປັນອາຊີອາຄະເນ ນັ້ນຄື: ທາງເໜືອ ຕິດກັບປະເທດຈີນ; ທາງຕາເວັນຕົກສ່ຽງເໜືອ ຕິດກັບແຄວ້ນ ອັດສຳຂອງອິນເດຍ; ດ້ານຕາເວັນອອກ ແລະ ໃຕ້ຕິດກັບທະເລ ຈີນໃຕ້; ດ້ານຕາເວັນຕົກຕິດກັບອ່າວເບັງກອນ ແລະ ທະເລອັນ ດາມັນ.

(ຍັງມີຕໍ່)

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

໙. ໃນບັນດາອານາຈັກຕ່າງໆຂອງອ້າຍລາວ ແລະໄທລາວ ທີ່ລົງຕັ້ງຂຶ້ນໃໝ່ນັ້ນ, ພາຍໃຕ້ດິນແດນໃນສຸວັນນະ ພູມ, ສຸວັນນະພູມກ່ອນ ແລະຫຼັງພຸດທະການນັ້ນ ນັກປະຫວັດສາດລົງຄວາມເຫັນວ່າ ເປັນດິນແດນຂອງ ຊົນຊາດໃຫຍ່ຄືຂອມ(ກຣອມ) ໃນນັ້ນກໍປາກົດມີຊົນຊາດມອນຢູ່ດ້ວຍ, ນັກພາສາສາດ ແລະຊາດພັນວິທະຍາ ກຳນົດໄວ້ວ່າ ຂອມ ແລະມອນແມ່ນຄົນທີ່ໃຊ້ພາສາສະກູນດຽວກັນ, ແຕ່ຫຼັກຖານທາງປະຫວັດສາດນັ້ນ ຊົນຊາດ ມອນໄດ້ເຮືອງອຳນາດຂຶ້ນໃນອັງກໍວັດເມື່ອສະຕະວັດທີ ລະຫວ່າງ ພ.ສ ໑໑໑໐-໑໑໕໐. ແລະຂະຫຍາຍອຳນາດຂຶ້ນເໜືອອານາເຈນລະບົກ ເຊິ່ງນັກປະຫວັດສາດໄດ້ໃຫ້ຄວາມເຫັນວ່າ ອານາຈັກເຈນລະບົກນັ້ນ ມີຂອບສູນກາງຢູ່ຈຳປາສັກ(ປະເທດລາວ) ລົງໄປທາງໃຕ້ຮອດທະເລສາບ(ຂະເໝນ) ຂຶ້ນມາທາງເໜືອຮອດທ່າແຂກ ແລະນະຄອນພະນົມ ເຊິ່ງຮູ້ກັນໃນຂະນະນັ້ນວ່າອານາຈັກສີໂຄຕະປຸລະ, ອານາ ຈັກເລົ່ານີ້ຢູ່ໃນອິດທິພົນຂອງເຈນລະບົກ, ນັກປະຫວັດສາດໄດ້ພົບຫຼັກຖານວັດຖຸບູຮານແລ້ວລົງຄວາມເຫັນວ່າ ອານາຈັກເຈນລະບົກນີ້ເປັນອານາຈັກຂອງຄົນເຊື້ອສາຍຈາມ ແລະລາວ ໂດຍສະແລ້ວ ແລ້ວແມ່ນຈຳປາສັກ(ເສດຖະປຸຣະ) ແລະສີໂຄຕະປຸຣະນັ້ນ, ແລະເມືອງບໍລິວານໃນລ່ອງນຳ້ມູນ ນ້ຳຊີ ແມ່ນ້ຳສົງຄາມ ແລະລ່ອງແມ່ນ້ຳອື່ນໆ ໃນພາກອີສານ ແລະປະເທດລາວ ເພາະໃນບໍຣິເວນດັ່ງກ່າວເຂົາພົບຫຼັກ ຖານສຳຄັນຫຼາຍຢ່າງ, ຢ່າງສຳຄັນ ແລະຢັ້ງຢືນວ່າເປັນຄົນລາວນັ້ນ ຄື ເຂົາພົບຫີນດາວ ແລະຄ້ອງບັ້ງ ເຊິ່ງເປັນ ວັດທະນາການທາງສາສະໜາ ແລະຄວາມເຊື່ອຂອງແຖນ ເຊິ່ງຊົນຊາດອ້າຍລາວນັບຖືມາກ່ອນ ແລະວິວັດທະ ນາການມາ, ອັນນີ້ມັນກະສອດຄ່ອງກັບຫຼັກຖານຄ້ອງບັ້ງລຸ້ນທີ ໑ ທີ່ພົບທີ່ເມືອງເຊໂປນ ເມື່ອ ໒໐໐໘ ແລະວັດຖຸມີ ຄ່າທີ່ບ້ານໜອງເຮືອທອງ ເຊິ່ງເປັນວັດຖຸ ແລະຮູບສະຫຼັກບໍ່ແມ່ນສິນລະປະຂອມເລີຍ ຫາກແມ່ນສີລປະຕ່າງ ຈາກຂອມອາດຊິແມ່ນລາວ ຫຼືຈາມຕາມຫຼັກຖານປະຫວັດສາດ, ເຊິ່ງໃນນັ້ນເຮົາໄດ້ພົບຮູບຫໍ່ທອງຄຳ ຮູບຄຸດ ຈັບນາກ ວັດທະນະທຳນີ້ ເປັນວັດທະນະທຳຂອງຊາວເຈນລະ(ຈາມປາ) ເຊິ່ງເຮົາມັກພົບເປັນຮູບຫີນທີ່ປາກົດ ຕົວຫຼາຍໃນພາກກາງ ຈົນຮອດພາກໃຕ້ຂອງກວຽດນາມ ເຊິ່ງເປັນອິດທິພົນຂອງເຈນລະນ້ຳ, ເມື່ອເປັນເຊັ່ນນີ້ ຈຶ່ງເຂົ້າໃນວ່າ “ລາວ ຫຼືອ້າຍລາວ” ນັ້ນຄົງຈະລົງມາຢູ່ ຫຼືກຳເນີດໃນດິນແດນທີ່ເປັນອານາຈັກລ້ານຊ້າງນີ້ມາແຕ່ ສະໄໝກ່ອນ ຫຼືຫຼັງພຸດທະການແລ້ວ ແຕ່ເມື່ອຢູ່ໃນດິນແດນນີ້ເຖິງນານເຂົ້າ ກໍໄດ້ຮັບອິດທິພົນທາງວັດທະນະທຳ ຈາມປະສົມກັບກາຍເປັນວັດທະນະທຳໃໝ່ ຄືລັດທິຖືນາກ ດັ່ງທີ່ເຮົາປາກົດໃນຫຼັກຖານຕຳນານກ່າວເຖິງນາຄະ ສ້າງເມືອງຕ່າງໆ ໃນລ່ອງແມ່ນ້ຳຂອງ, ພາຍລຸນມາພວກໄທລາວ (ຫຼືອ້າຍລາວພວກສອງ)ຈຶ່ງລົງມາສົບທົບອີກ ຕັ້ງອານາຈັກຂອງຕົນ ອາດກຳນົດເອົາໃນລະຫວ່າງ ພ.ສ ໑໐໐໐ ເປັນຕົ້ນມາ, ພົບຫຼັກຖານທາງປະຫວັດຂອງ ຊົນຊາດໄທລາວ ເຜົ່າຕ່າງ ທີ່ກ່າວເຖິງບັນພຣະບູຣຸດຂອງຕົນ ຄື ຂຸນບູຣົມຣາຊາທິຣາດ.
ຂຸນບູຣົມຣາຊາທິຣາດນັ້ນ ຕາມຕຳນານແລ້ວ ພຣະອົງເ້ປັນບັນພະບູຣຸດໄທຍລາວ, ພຣະອົງເປັນທັງ ມະຫາຣາຊາ ແລະເປັນທັງທັມມະຣາຊາ ຄື ການທີ່ຂຸນບູຣົມໄດ້ເປັນທັມມະຣາຊານັ້ນ ປາກົດເຫັນໃນຫຼັກຖານ ທາງຕຳນານນັ້ນ ກໍຄືພຣະອົງໄດ້ຖືກແຖນສົ່ງມາຈາກເມືອງຟ້າ ໃຫ້ມາຄອງເມືອງລຸ່ມ ອັນນີ້ສະແດງໃຫ້ເຫັນວ່າ ສາສະໜາແຖນນັ້ນ ກຳເນີດເກີດຂຶ້ນມາເຖິງນານແລ້ວ ແຕ່ມາປາກົດຕົວອີກໃໝ່ ໃນສະໄໝພຣະອົງ ພຣະອົງ ກໍເປັນຕົວແທນແຖນໃຫ້ມາປະກາດສາສະໜານີ້ ດ້ວຍເຫດນັ້ນພຣະອົງຈຶ່ງເປັນມະຫາທັມມະຣາຊາ (ຫຼືເປັນ ສາສະດາຂອງສາສະໜາແຖນນັ້ນເອງ), ການທີ່ພຣະອົງເປັນພຣະມະຫາຣາຊານັ້ນ ນອກຈາກຂຸນບູຣົມຣາຊາ ທິຣາດຈະເປັນຜູ້ເຜີຍແຜ່ສາສະໜາແຖນແລ້ວ ພຣະອົງຍັງເປັນກະສັດທີ່ຊົງອຳນາດ ກວາມຫຼາຍຫົວເມືອງ ກວ້າງ ໃນພາກພື້ນຕອນເໜືອຂອງລາວ, ຫວຽດນາມ ແລະຈີນໃນປັດຈຸບັນ ດັ່ງຈະເຫັນວ່າພຣະອົງໄດ້ສົ່ງ ຣາຊະບຸດຂອງພຣະອົງລົງໄປຄອງເມືອງຕ່າງໆ ດັ່ງນີ້.
ເຖິງ ພ.ສ ໑໒໗໒(ຄ.ສ ໗໒໙) ຂຸນບູຣົມຣາຊາທິຣາດ ຂຶ້ນສະເຫວິຍຣາດ ພຣະອົງຊົງຟື້ນຟູອານາຈັກຢ່າງຍິ່ງໃຫຍ່ ມີຄວາມຈະເຣີນສຸດຂີດ ພຣະອົງຈຶ່ງໄດ້ສົ່ງໂອຣົດຂອງພຣະອົງ ໗ ຄົນ ອອກໄປຄອງ ເມືອງຕ່າງໆ ຄື.

໑. ຂຸນລໍ ໄປຄອງເມືອງຊວາ (ຊຽງທອງ ຫຼືຫຼວງພຣະບາງ).
໒. ທ້າວຜາລ້ານ ໄປຄອງເມືອງຫໍແຕ ຫຼື ສິບສອງພັນນາ.
໓. ທ້າວຈຸສົງ ໄປຄອງເມືອງແທ່ນບົວ.
໔. ທ້າວຄຳຜົງ ໄປຄອງເມືອງລ້ານນາ.(ຊຽງແສນ).
໕. ທ້າວງົວອິນ ໄປຄອງເມືອງອະໂຍທິບາ (ຄົງປະເປັນນະຄອນປະຖົມ, ຣາຊບູຣີ ຫຼືບໍ່ກໍແມ່ນເມືອງລົບບູຣີ)
໖. ທ້າວກົມ ໄປຄອງເມືອງມອນ ຫຼືຫົງສາ.
໗. ທ້າວເຈືອງໄປຄອງເມືອງພວນ (ຊຽງຂວາງ).
- ຫາກວິເຄາຕາມຫຼັກຖານທາງປະຫວັດສາດ ແລະຕຳນານ ປາກົດເຫັນວ່າ ໄດ້ເຮັດໃຫ້ມອງ ເຫັນວ່າຊົນຊາດລາວນັ້ນ ມີສອງພວກຄື ພວກທີ່ມາຢູ່ກ່ອນ ແລ້ວ ແລະພວກທີ່ມາຢູ່ໃໝ່ ຄື ສະໄໝຄຸນບຸຣົມສົ່ງລູກທັງ ໗ ມາອງຄອງເມືອງຕ່າງໆນັ້ນ, ຄົນລາວທີ່ມາຢູ່ກ່ອນນັ້ນ ໃນປະຫວັດສາດຫຼາຍແຫ່ງກ່າວເຖິງວ່າມີສູນກາງອຳນາດຂອງຄົນລາວຢູ່ ໓ ແຫ່ງຄື ລາວສີໂຄຕະປຸຣະ, ລາວສຸວັນນະໂຄມຄຳ ແລະລາວລາວະຣະຖະ ຫຼືລົບບູລີ (ອ້າງອິງຕາມ ຈະເລີນໄຊຊະນະ ນັກປະຫວັດສາດໄທຍ໌)
(ກ່າວມາເຖິງນີ້ ຍັງບໍ່ທັນປາກົດຊາດໄທຍ໌ ແລະຊາດສະຍາມເລີຍ)

ເຊີນອ່ານຕໍ່ຄາວໜ້າ
(ຮ່າໆໆໆໆ ຍັງບໍ່ທັນສຸດເທື່ອອືມໆໆໆໆ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ຄຳເດີມ) ກໍໄດ້ມາຕັ້ງອານາຈັກຂອງຕົນຂຶ້ນອີກຮຽກວ່າ ອານາຈັກໜອງແສ (ໜອງກະແສນແສນຍ່ານ), ໃນສະໄໝອານາຈັກໜອງແສນັ້ນ ຊົນຊາດອ້າຍລາວໄດ້ພັດທະນາຄວາມຈະເລີນ ຂອງຊາດຕົນທຸກດ້ານບໍ່ວ່າດ້ານເສດຖະກິດ ສັງຄົມ ແລະວັດທະນະທຳ ໂດຍສະເພາະແມ່ນ ດ້ານສາສະໜາ ໃນສະໄໝນີ້ປະວັດສາດຊາດລາວໄດ້ປາກົດນາມກະສັດຂອງຕົນຊື່ວ່າ "ຂຸນເມັງ" ຫຼື "ຂຸນເມືອງ" ໃນສະໄໝຂຸນເມືອງນີ້ ໄດ້ຮັບເອົາພຸດທະສາສະໜາເຂົ້າມາເຜີຍແຜ່ໃນຊຸມຊົນອ້າຍລາວ ເຮັດໃຫ້ອ້ານລາວໃນຂະນະນັ້ນ ມີການຣນັບຖືສາສະໜາຂອງສາສະໜາ ຄື ສາສະໜາ ແຖນ ແລະສາສະໜາພຸດ, ພ້ອມດຽວກັບນັ້ນ ຄົນຫັ້ນ ຫຼືຫໍ້ກໍໄດ້ເຂົ້າມາຢູ່ປົນກັບຄົນອ້າຍລາວ ເຮັດໃຫ້ອ້າຍລາວໄດ້ຮັບວັດທະນະທຳໃໝ່ໆຈາກຈີນອີກ.

໘. ອານາຈັກໜອງແສ ໄດ້ດຳລົງຄົງຕົວມາ ຫຼາຍຮ້ອຍປີ ກໍຖືກພວກຈີນເຂົ້າຮູກຮານ ໃນສະໄໝຂອງກຸບໄລ່ຂ່ານ ອີກຄັ້ງໃໝ່ເຮັດໃຫ້ອານາຈັກໜອງແສ(ຕ່ລີຟູ) ອານາຈັກໜອງແສ ຂອງຊົນຊາດອ້າຍລາວໄດ້ແຕກອອກເປັນສອງພວກ ພວກໜຶ່ງວ່າ "ອານາຈັກອ້າຍລາວ ແລະອີກພວກໜຶ່ງວ່າ "ອານາຈັກງາຍລາວ".
໙. ອານາຈັກອ້າຍລາວຍັງຮຽກຕົນເອງວ່າ "ອ້າຍລາວສະເໝີມາ" ສ່ວນອານາຈັກງາຍລາວ ກໍໄດ້ຮຽກຕົນເອງວ່າ "ໄທລາວ" ທັງອ້າຍລາວ ແລະໄທລາວ ກໍຍັງມີການພົວພັນກັນສະເໝີມາ, ຈົນມາເຖີງສະໄໝ ສາມກົກນັ້ນ ອານາຈັກລາວທັງສອງ ກໍໄດ້ຖືກຮຸກຮານໂດຍຊົນຊາດຈີນ ເຮັດໃຫ້ລາວທັງສອງອານາຈັກຕ້ອງແຕກອອກໄປຕັ້ງຖິ່ນຖານໃນສະຖານທີ່ຕ່າງໆ ເຊັ່ນ.
- ກ. ພວກໜຶ່ງລົງໄປທາງລຳແມ່ນ້ຳຂອງກໍຕັ້ງອານາຈັກຂອງຕົນຫຼາຍອານາຈັກ ເຊັ່ນ ສຸວັນນະໂຄມຄຳ, ຊຽງຕຸງ, ລ້ານຊ້າງ, ຊຽງຮຸ່ງ, ສຸໂຂໄທ, ອານາຈັກແຖນ, ອານາຈັກຍາງ ແລະອື່ນໆ ຊົນຊາດລາວທີ່ແຕກລົງມາໃນສະໄໝນີ້ຈະຮຽກຕົນເອງວ່າ "ໄທ" ຫຼືອອກສຽງວ່າໄຕ ຫາກໄປຢູ່ທີ່ໃດກໍຮຽກຊື່ຕາມພູມມີສາດ ແລະຕົ້ນຕະກູນ ເຊັ່ນທີ່ລົງມາຢູ່ຊຽງຮຸ່ງກໍວ່າໄທຊຽງຮຸ່ງ ຫຼືໄຕລື້, ລົງມາຢູ່ສຸວັນນະໂຄມຄຳ ກໍວ່າໄທສຸວັນນະໂຄມຄຳ, ຢູ່ລ້ານຊ້າງກໍຮຽກຊື່ວ່າໄທລ້ານຊ້າງ ໄປຢູ່ທາງເມືອງແຖນກໍວ່າໄທແຖນ, ເມື່ອການເວລາລ່ວງເລີຍໄປນານຂື້ນ ສັງຄົມຂະຫຍາຍຕົວ ຂຶ້ນ ບັນດາຊົນຊາດອ້າຍລາວ ທີ່ຮຽກຄຳນຳໜ້າຊາດຕົນວ່າ ໄທ ຫຼືໄຕນີ້ ແມ່ນເພື່ອບອກໃຫ້ຮູ້ຕົນເຊື້ອສາຍມາຈາກແຖນ, ທຽນ, ໄທ້ ຫຼືຊົນຊາດອ້າຍລາວນັ້ນ ໄດ້ຮຽກຊື່ຂອງຕົນໄປຕາມຖິ່ນຖານ ເຊັ່ນຢູ່ນ້ຳດຳວ່າໄທດຳ ນ້ຳແດງ ໄທແດງ ໄທລ້ານຊ້າງ ໄທລ້ານນາ ໄທເຂີນ ໄທອະຫົມ ໄທຍວນ ແລະອື່ນແຕກສາຂາອອກໄປອີກຫຼວງຫຼາຍ.
- ຢ່າງໃດກໍຕາມ ໄທເລົ່ານີ້ ກໍຍັງສຳນຶກວ່າຕົນເປັນເຊື້ອສາຍມາຈາກອ້າຍລາວແທບທັງນັ້ນ ເຊັ່ນປະຫວັດສາດລ້ານນາ, ປະຫວັດສາດລ້ານຊ້າງ ໄປລື້ ໄທດຳ ແດງ ພູໄທ ແລະອື່ນໆ ລ້ວນແຕ່ຢືດຖືວ່າຕົນມາຈາກຊົນຊາດອ້າຍລາວດ້ວຍກັນທັງນັ້ນ.
(ໃນຄຳວ່າໄທ ໄດ້ປາກົດຕົວຂຶ້ນມາແນ່ແລ້ວ ແຕ່ຄຳວ່າ ໄທ ຫຼືໄຕ ບໍ່ໄດ້ໝາຍເຖິງໄທຍ໌(ປະເທດໄທຍ໌-ຄົນໄທຍ໌) ດັ່ງທີ່ເຮົາເຂົ້າໃຈໃນປັດຈຸນ ໄທໃນທີ່ນີ້ ໃນຄວາມໝາຍເດີມແທ້ໝາຍເຖິງ(ຄົນ)ລາວ ແຕ່ຄຳວ່າ "ໄທຍ໌ ຄືປະເທດໄທຍ໌-ຄົນໄທຍ ມາຈາກ ທະຍະ ແປງເປັນ ທັຍ ແລະແປງເປັນໄທຍ໌ ໝາຍເຖິງ ອິສຣະ ສະນັ້ນ, ໃນສະໄໝນີ້ ໄທຍ໌ຍັງບໍ່ທັນເກີດ ຫາກພົບກັບຄຳວ່າ ໄທ ໃຫ້ໝາຍເຖິງ ໄຕ ໃນສຽງຂອງໄທເໜືອ ແລະກຳນົດເປັນອັກສອນໂຣມັນ ເປັນ TAI)

ໝາຍເຫດ:
- ໄທ ຫຼືໄຕ ໝາຍເອົາຊື່ຂອງຊົນຊາດອ້າຍລາວ ທີ່ແຍກກັນອອກເປັນຫຼາຍພວກ.(ໄທກັບໄຕ ມີຄວາມໝາຍດຽວກັນ ຂຽນດ້ວຍອັກສອນໂຣມັນTAI)
- ລາວ ເປັນຊົນຊາດທີ່ສືບເຊື້ອສາຍມາຈາກຊົນຊາດອ້າຍລາວ ຊື່ເຕັມໆ ຄືໄທລາວ ຕໍ່ຄຳວ່າໄທໄດ້ຫາຍອອກຈາກລາວ ເນື່ອງຈາກມີໄທລາວ. (ຂຽນດ້ວຍອັກສອນໂຣມັນ LAOS"
- ໄທຍ໌ ໝາຍເຖິງຄົນໄທຍ໌ ທີ່ຕັ້ງຂື່ຂື້ນເມື່ອຕົ້ນສະຕະວັດທີ ໒໐ ນີ້.(ຂຽນດ້ວຍອັກສອນໂຣມັນວ່າ THAI)

(ຈົ່ງສຳນຶກໄວ້ຄັກໆ ການສະກົດອັກສອນນີ້ ຕ້ອງໃຫ້ເອົາໃຈໃສ່ໃຫ້ຈະລະອຽດ ມັກຫັຼກຫຼ່ຽມກັນໄດ້ ລາວໃນພາກອີສານນີ້ເສັຍໃຫ້ສຍາມ ກໍເພາະຄຳວ່າໄທໆໆໆໆ ໂຕດຽວນີ້ເອງ ສະນັ້ນ "ໄທ-ໄທຍ໌" ຈຶ່ງບໍ່ຄືກັນ)
(ເຊີນອ່ານຕໍ່ຄາວໜ້າ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

- ນັບຕັ້ງແຕ່ປີ ໑໙໘໗ ເປັນຕົ້ນ ຫຼັງຈາກພະນະທ່ານສີສະຫວາດ ແກ້ວບຸນພັນ ກັບພະນະທ່ານສະວະລິດ ຍົງໃຈຍຸດໄດ້ແລກປ່ຽນກັນຢ້ຽມຢາມກັນລະຫວ່າງໄທຍ໌ລາວ ເພື່ອຍຸດຕຶສົງຄາມບໍ່ແຕນພິດສະນຸໂລກ, ໃນນັ້ນປາກົດຄຳເວົ້າຄຳໃໝ່ ເຊິ່ງຄົນໄທຍ໌ທັງປະເທດບໍ່ຊາບເຊິ່ງເຖິງຄຳເວົ້ານີ້ ຄື "ລາວໄທຍ໌ເປັນພີ່ນ້ອງກັນ" ເມື່ອເປັນຄຳໃໝ່ ກໍຍ່ອມເປັນທີ່ສົນໃຈຂອງ ຄົນໄທຍ໌ທຸກຊົນຊັ້ນຄົນ ເພາະວ່າຄຳວ່າ "ພີ່ນ້ອງ" ບໍ່ປາກົດໃນວັດທະນະທຳໄທຍ໌ເລີຍ, ຫາກເມື່ອ ເປັນຄຳໃໝ່ ຄົນໄທຍ໌ເຂົາຍ່ອມຊອກຫາຄວາມໝາຍຂອງຄຳນີ້ ໂດຍການຕິຄວາມໝາຍປາກົດວ່າ ນັກສື່ສານໄທຍ໌ ຈຶ່ງນິຍາມຄຳວ່າ ພີ່ນ້ອງໂດຍກຳນົດໃຫ້ "ລາວເປັນນ້ອງ ແລະໄທຍ໌ເປັນພີ່".
- ຫຼັກເກນທີ່ເຂົາກຳນົດໃຫ້ໄທຍ໌ເປັນພີ່ ແລະໃຫ້ລາວເປັນນ້ອງນັ້ນ ແມ່ນນັກສື່ສານໄທຍ໌ ເຂົາຕີຄວາມໃນຂອບເຂດທີ່ວ່າ "ປະເທດລາວນ້ອຍກວ່າໄທຍ໌, ປະເທດລາວຍັງບໍ່ຈະເລີນ ເໝືອນໄທຍ໌ ແລະປະເທດລາວເສດຖະກິດຍັງຕ້ອງເພິ່ງໄທຍ໌ ເລົ່ານີ້", ເມື່ອຄຳວ່າ ພີ່ນ້ອງ ຖືກຕີຄວາມໂດຍສື່ແລ້ວ ສັງຄົມໄທຍ໌ນັ້ນເປັນສັງຄົມບໍລິໂພກສື່ ການຊວນເຊື່ອກໍໄດ້ແຜ່ຂະຫຍາຍໃນວົງກວ້າງຂອງ ສັງຄົມໄທຍ໌ ທຳໃຫ້ຝ່າຍລາວມອງເຫັນວ່າ "ໄທຍ໌ນັ້ນຕີຄວາມໝາຍຄຳວ່າ ພີ່ນ້ອງ ໃນວັດທະນະທຳລາວນັ້ນຜິດໄປ" ເພາະຄຳວ່າ ພີ່ນ້ອງໃນຄວາມໝາຍທາງວັດທະນະທຳລາວນັ້ນ ຄື ບໍ່ແມ່ນຝ່າຍໃດຝ່າຍໜຶ່ງເປັນພີ່ ແລະອີກຝ່າຍໜຶ່ງຕ້ອງເປັນນ້ອງ, ແຕ່ຫາກໝາຍເຖິງເຄືອຍາດ ທາງເຊື້ອຊາດ, ສາຍເລືອດ, ປະເພນີ, ພາສາ ແລະວັດທະນະທຳ ມາຍາວນານຈົນບໍ່ສາມາດ ຮູ້ໄດ້ວ່າ "ໃຜເປັນພີ່ໃຜເປັນນ້ອງກັນຕາມລຳດັບຊັ້ນໄດ້ ແຕ່ຫາກເປັນຍາດພີ່ນ້ອງກັນ". ເທົ່ານັ້ນເອງ.
- ຫາກຈະສຶກສາ ຫາກຕົ້ນປາຍສາຍເຫດລະຫວ່າງລາວ-ໄທຍ໌ ວ່າໃຜພີ່ ໃຜນ້ອງນັ້ນ ກໍຍ່ອມຫາຕົ້ນເຫດຈາກການເຄື່ອນໄຫວທາງປະຫວັດສາດ ລະຫວ່າງລາວໄທຍ໌ ພໍໄດ້ດັ່ງນີ້.
໑. ກ່ອນພຸດທະສາສະໜາເກີດນັ້ນ ດິນແດນສຸວັນນະພູມ ໃນແຜ່ນດິນໃຫຍ່ ອັນເປັນຖິ່ນທີ່ຂອງລາວ, ໄທຍ໌, ຂະເໝນ ແລະມ້ຽນມ້ານີ້ ມີຊາດໃຫຍ່ໆຢູ່ສາມຊາດ ຄື ມອນ, ຂອມ ແລະລາວ, ມອນມີດິນແດນຢູ່ທະວາຣະດີ ຝັ່ງຕາເວັນຕົກທາງທະເລອັນດາມັນກວາມເອົາດິນແດນທາງເໜືອໄປຮອດດິນແດນມຽນມ້າ, ຂະເໝນນັ້ນ ກວາມເອົາໃຈກາງຂອງດິນແດນສຸວັນນະພູມລົງໄປ ທາງໃຕ້ ຝັ່ງທະເລຈິນໃຕ້, ສ່ວນລາວ ຫຼືດາວນັ້ນ ມີດິນແດນຢູ່ທາງເໜືອ ເຂົ້າໄປໃນໃຈກາງຂອງອະນຸທະວິບ, ໃນດິນແດນທີ່ກ່າວນັ້ນ ອາດມີຄົນລາວປົນກັບຂອມ ແລະມອນຢູ່ ເມື່ອ ໒.໐໐໐ ກວ່າປີ ເຊັ່ນໃນອານາຈັກສີໂຄດ-ຈັນທະບູຣີ ແລະທວາຣະວະດີ, ຫາກກ່າວເຖິງຊົນຊາດໃຫຍ່ໆໃນພາກພຶ້ນນີ້ ທີ່ເປັນຊາດເກົ່າແກ່ນັ້ນ ມີຊາດໃຫຍ່ໆອີກ ເປັນ ໓ ຊົນຊາດ ຕາມຫຼັກຖານໜັງສື ຕຳນານພື້ນບ້ານ ຄື ກຣອມ(ຂອມ-ກຣອມແປວ່າໃຕ້ໃນພາສາຂະເໝນ ແລະຂອມບູຮານ-ອາດຜ້ຽນມາເປັນຂອມໃນພາສາລາວໄທຍ໌)ຢູ່ທາງໃຕ້, ລາວ(ດາວ ຫວຽດ, ຂະເໝນ, ແລະຈີນ ຮຽກລາວອອກເປັນສຽງ ຫຼຽວ ຫຼືລຽວ(ປັດຈຸບັນຂະເໝນຍັງອອກສຽງລາວ ວ່າ ລຽວ ປັດຈຸບັນນີການດັດແປງເປັນລາວແນ່ແລ້ວ", ແລະຊົນຊາດຈີນ ຢູ່ທາງເໜືອ ຄົນລາວບູຮານຮຽກພວກນີ້ວ່າ "ຫໍ້" ອາດຜ້ຽນມາຈາກ "ຫັ້ນ".
(ໃນສອງຫຼັກຖານນີ້ຍັງບໍ່ປາກົດເຫັນຄຳວ່າ "ສຍາມ ແລະໄທ, ຫຼືໄທຍ໌ເລີຍ ແລ້ວໄທຍ໌ ຫຼືສະຫຍາມ ແລະໄທ ຫຼືໄທຍ໌ຢູ່ທີ່ໃດ ?)
໓. ຊົນຊາດທີ່ຮຽກຕົນເອງວ່າ "ລາວ" ແຕ່ຈີນຮຽກວ່າ "ຫຼຽວ ຫຼືລຽວນັ້ນຢູ່ໃສ ? ໃນປະຫວັດສາດຈີນນັ້ນ ຊົນຊາດຫຼຽວ ເປັນຊົນຊາດທີ່ຢູ່ນອກດ່ານ ຫຼືຊົນຊາດທີ່ບໍ່ແມ່ນຄົນ ທີ່ເປັນເຊື້ອຊາດ ດຳລົງວັດທະນະທຳກັບພວກຫັ້ນ(ຫໍ້ ຫຼືຈີນ) ແຕ່ເປັນຊົນເຜົ່າທີ່ຈີນ ຖືວ່າເປັນຊົນຊາດທີ່ໃຫຍ່ ແລະຄວນເກງຂາມ, ດ້ວຍເຫດນີ້ ຈີນຈຶ່ງຮຽນຊົນເລົ່ານີ້ວ່າ "ອ້າຍລາວ" ໃນຍຸກປະຫວັດສາດຈີນນັ້ນ ຣາຊະວົງຂອງຈີນໄດ້ເອົາໃຈໃສ່ ໃນການສະກັດກັ້ນພວກລາວນີ້ເປັນພິເສດ ເພາະເຂົາຖືວ່າເປັນຊາດທີ່ມີຄວາມຈະເລີນ, ມີວັດທະນະທຳເຂັ້ມແຂງ ແລະມີປະຊາກອນຫຼວງຫຼາຍ, ສະນັ້ນໃນຍຸກຂອງຈີນຊີຮ່ອງເຕ້ນັ້ນ ຖືເປັນຍຸກສ້າງຊາດຈີນອີກຍຸກໜຶ່ງ ຈິນຊີຮ່ອງເຕ້ເຫັນວ່າ ພວກລາວ ຫຼືຫຼຽວນັ້ນມີການສ້າງກຳແພງອ້ອມເຂດແດນໄວ້ ເພື່ອປ້ອງກັນບໍ່ໃຫ້ພວກຫຼຽວນີ້ເຂົ້າໄປໃນເຂດຈີນ.
໕. ໃນຍຸກດຽວກັນນັ້ນ "ລາວ" ເຊິ່ງຂະນະນັ້ນ ຈີນຮຽນວ່າ "ອ້າຍລາວ" ຫຼືອ້າຍດາວ, ອ້າຍດາວ ເປັນຊາດຊາດທີ່ມີວັດທະນະທຳຂອງຕົນ ທີ່ເຂັ້ມແຂງ ມີສາສະໜາ ຫຼັກຂອງຕົນ ຄື ສາສະໜາແຖນ (ເປັນສາສະໜາເທວະນິຍົມ ໂດຍພັດທະນາຕິດພັນກັບສາສະໜາພຣາມໃນຍຸກດຽວກັນ) ຫຼັກຖານນີ້ ໄດ້ປາກົດໃນວັດທະນະທຳກີນດາວ, ວັດທະນະທຳສຳລິດຮູບດາວ ແລະວັດທະນະທຳຄ້ອງບັ້ງ ເຊິ່ງມີຮູບດາວແປດແຊກ ໃນໄລຍະຕົ້ນ ມາຮອດວັດທະນະທຳຄ້ອງບັ້ງ ກໍປາກົດເຫັນຮູບກົບ(ຄັນຄາກ)ປາກົດຢູ່ໃນຄ້ອງບັ້ງ ແຕ່ກໍຍັງມີຮູບດາວ ທີ່ນ້ອຍລົງ) ພວກດາວ ຫຼືລາວນີ້ ຖືຕົນເອງວ່າຊາດໃຫຍ່ ແລະເປັນຊາດທີ່ມີອາຣະຍະທຳເກົ່າແກ່ ສືບເຊື້ອສາຍມາຈາກແຖນ, ທຽນ, ໄທ້. (ໄທ້ເປັນນາມຂອງແຖນຜູ້ເປັນເຈົ້າ).
໖. ຊົນຊາດອ້າຍລາວ(ຈີນຮຽກ-ລາວ ແມ່ນຄົນລາວຮຽກຕົນເອງ) ຕັ້ງອານາຈັກຂອງຕົນຢູ່ນະຄອນລຸງ, ນະຄອນປາ ສອງຝາກຝັ່ງແມ່ນ້ຳເຫືຼອງ, ໃນໄລຍະກ່ອນ ພ.ສ ໓໐໐ ປີ, ມາໃນໄລຍະຍຸກພຸດທະການກໍປາກົດຍະຄອນຂອງລາວຂຶ້ນ ນະຄອນໜຶ່ງ ຄືນະຄອນເພງາຍ, ຖືວ່າເປັນຍຸກຂອງ ສາມອານາຈັກຂອງລາວ.
໗. ມາຮອດພຸດທະທະສະຕະວັດທີ ໑-໓ ຊົນຊາດອ້າຍລາວໄດ້ຖືກຮຸກຮານໂດຍພວກຫັ້ນ ກໍໄດ້ມາຕັ້ງອານາຈັກຂອງຕົນຂຶ້ນອີກຮຽກວ່າ ອານາຈັກໜອງແສ (ໜອງກະແສນແສນຍ່ານ),
ກໍໄດ້ມາຕັ້ງອານາຈັກຂອງຕົນຂຶ້ນອີກຮຽກວ່າ ອານາຈັກໜອງແສ (ໜອງກະແສນແສນຍ່ານ), ໃນສະໄໝອານາຈັກໜອງແສນັ້ນ ຊົນຊາດອ້າຍລາວໄດ້ພັດທະນາຄວາມຈະເລີນ ຂອງຊາດຕົນທຸກດ້ານບໍ່ວ່າດ້ານເສດຖະກິດ ສັງຄົມ ແລະວັດທະນະທຳ ໂດຍສະເພາະແມ່ນ ດ້ານສາສະໜາ ໃນສະໄໝນີ້ປະວັດສາດຊາດລາວໄດ້ປາກົດນາມກະສັດຂອງຕົນຊື່ວ່າ "ຂຸນເມັງ" ຫຼື "ຂຸນເມືອງ" ໃນສະໄໝຂຸນເມືອງນີ້ ໄດ້ຮັບເອົາພຸດທະສາສະໜາເຂົ້າມາເຜີຍແຜ່ໃນຊຸມຊົນອ້າຍລາວ ເຮັດໃຫ້ອ້ານລາວໃນຂະນະນັ້ນ ມີການຣນັບຖືສາສະໜາຂອງສາສະໜາ ຄື ສາສະໜາ ແຖນ ແລະສາສະໜາພຸດ, ພ້ອມດຽວກັບນັ້ນ ຄົນຫັ້ນ ຫຼືຫໍ້ກໍໄດ້ເຂົ້າມາຢູ່ປົນກັບຄົນອ້າຍລາວ ເຮັດໃຫ້ອ້າຍລາວໄດ້ຮັບວັດທະນະທຳໃໝ່ໆຈາກຈີນອີກ.
(ເຊີນອ່ານຕໍ່ ຄາວໜ້າ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ເຖິງ: ທ່ານທັງຫຼາຍ ຫາກຕ້ອງການເອົາເຣື່ອງນີ້ໄປຕີພິມ ກະຣຸນາຕິດຕໍ່ຜູ້ຂຽນ, ຢ່າກ໊ອປປີໄປເປັນອັນຂາດ, ເພີຍແຜ່ໄດ້ສະເພາະທາງເນຕ ເທົ່ານັ້ນ.
---------------------------
ອີກເຣື່ອງໜຶ່ງ ທີ່ພົບໃນຄັມພີໃບລານອັກສອນທັມ ກ່າວເຖິງອະນະກະສູຕ ເຊິ່ງເປັນພຣະ ສູຕໜຶ່ງ ພົບຫຼາຍໃນແຖວແຂວງບໍ່ແກ້ວ ເຊິ່ງຄັມພີວິນັຍດອກເດື່ອອ້າງວ່າ ປາກົດຢູໃນຄັມພີປາຣະ ຊຶກກັນ ມີເນື້ອໃນກ່າເຖິງ ການທີ່ພຣະພິກຂຸອອກສຽງສູດມົນ ແລະເທສນາທັມ ບໍ່ຖືກຕ້ອງຕາມອັກ ຂະຣະວິທີ ຈັດເປັນຄວາມຜິດຂັ້ນຮ້າຍແຮງງຢ່າງໜຶ່ງ ໂດຍໄດ້ອ້າງເຖິງເຣື່ອງຣາວທີ່ພຣະພຸດທະເຈົ້າຊົງ ຍົກອະນະກະສູດຂຶ້ນມາສະແດງ ເພື່ອປຽບທຽບການເອື້ອນສຽງຂຶ້ນ-ລົງ ໃນຂະນະສູດມົນ ຫຼືເທສນາທັມ ຂອງພິກຂຸວ່າ ເຮັດໃຫ້ເກີດອັກຂະຣະວິບັດ ທັ້ງນີ້ບົດສູດມົນ ຫຼືພຣະທັມຄຳສອນຂອງພຣະພຸດທະເຈົ້ານັ້ນ ນັບໄດ້ວ່າປະເສີດສຸດ ຢາກທີ່ຈະຫາສິ່ງມາປຽບທຽບອີກບໍ່ໄດ້ແລ້ວ ແລະບໍ່ຕ້ອງ ມີການປະດັບຕົກແຕ່ງຫຼືດັດແປງໃດໆອີກ ມີຄຸນຄ່າ ຄວາມສົມບູນຢູ່ແລ້ວ ປຽບເໝືອນຊາວເມືອງ ນຳເອົາກອງໄຊຍະມຸງຄຸນ ທີ່ມີຂະໜາດໃຫຍ່ ມີສຽງກ້ອງກັງວານຢ່ແລ້ວ ມາປະດັບຕົກແຕ່ງດ້ວຍ ສິ່ງຂອງມີຄ່າ ແຕ່ແລ້ວກອງໜ່ວຍນັ້ນກັໝົດຄຸນຄ່າລົງ ສຽງທີ່ເຄີຍດັງກ້ອງກັງວານກໍລັບຫາຍໄປ ບໍ່ດັງເໝືອນເດີມ ອະນະກະສູດມີເນື້ອຄວາມດຍຫຍໍ້ດັ່ງນີ້:
ໃນສະໄໝໜຶ່ງພຣະອະນຸຣຸດຖະເຖຣະ ໄດ້ຈາຣີກໄປຍັງປ່າຫີມະພານ ໄດ້ພົບເຫັນເຜດ 500 ຕົວ, ນຸ່ງຫົ່ມຜ້າຈີວອນ ແລະຖີບາດຢູ່ ແຕ່ຮ່າງກາຍພັດມີແປວໄຟລຸກຖ້ວມຕົວ ຮ້ອງໃຫ້ດ້ວຍຄວາມ ຈັບປວດທໍຣະມານ ເມື່ອເຜດເຫຼົ່ານັ້ນໄດ້ເຫັນພຣະອະນຸຣຸດເຖຣະແລ້ວ ຈຶ່ງພາກັນເຂົ້າມາໄຫວ້ ແລ້ວກໍເລົ່າເຖິງບຸບພະກັມຂອງຕົນ ທີ່ໄດ້ທຳໄວ້ໃນສະໄໝຍັງມີຊີວິດຢູ່ວ່າ “ພວກຕົນເຄີຍເປັນພຣະ ພິກຂຸໃນພຣະພຸດທະສາສນາ ໄດ້ສູດມົນໂດຍຜິດສຽງອັກສອນວິທີ ແລະໄດ້ສະແດງທັມໂດຍໃສ່ ໃນທັມນອງຕ່າງໆ ເຊັ່ນນ້ຳຟາດໃຄ້, ໝາກນາວລ່ອງຂອງ ອ່ານກາບ ຂັບລຳນຳເປັນຕົ້ນ ເພາະຄິດ ວ່າເປັນສຽງທີ່ມ່ວນ ແຕ່ການກະທຳເຊັ່ນນີ້ ເຮັດໃຫ້ສຽງອັກຂະຣະ ພະຍັນຊະນະ ທີຄະ ຣັສສະ ຄຣຸ ລະຫຸ ສິຖິນ ທະນິຕ ສຳພັນທະ ວະວັຕຕິກະ ນິຄຄະຫິຕຕະ ວິມຸຕຕະ ໂສສະວັນນະ ອະໂຄສະ ວັນນະ ຊາຕິຖານະ ແລະມາຕຣາ ເກີດອັກສອນວິບັຕ ເຖິງວ່າມີຄົນວ່າກ່າວຕັກເຕືອນກໍບໍ່ເຊື່ອ ເມື່ອພວກົນຕາຍລົງ ຈຶ່ງເກີດເປັນເຜດຢູ່ຢ່າງທີ່ເຫັນທຸກວັນນີ້ ຈາກນັ້ນກໍຂໍໃຫ້ພຣະມະຫາອະນຸຣຸດເຖ ຣະຊ່ວຍບອກວ່າ ພວກຕົນຂະພົ້ນຈາກວິບາກກັມ ພຣະມະຫາອະຣຸຣຸດ ພຣະອະນຸຣຸດທະເຖຣະ ຈຶ່ງຕອບວ່າ ຕົວທ່ານບໍ່ຮູ້ ຜູ້ທີ່ສາມາດຕອບຄຳຖາມນີ້ໄດ້ ມີແຕ່ອົງສົມເດັດພຣະສັມມາສັມພຸດທະເຈົ້າ ພຣະອົງດຽວເທົ່ານັ້ນ ດັ່ງພຣະອະນຸຣຸດທະເຖຣະຈຶ່ງນຳຄວາມນັ້ນມາຂາບທູນຖາມພຣະພຸດ ທະເຈົ້າ ເຊິ່ງພຣະອົງຊົງຕັດແກ່ພຣະອະນຸຣຸດທະເຖຣະວ່າ ເຜດເຫຼົ່ານັ້ນພຣະອົງກໍຊົງເຄີຍເຫັນແລ້ວ ໃນສະໄໝ ທີ່ຕັດສະຮູ້ໃຕ້ຕົ້ນສີມະຫາໂພທິ, ແຕ່ບໍ່ມີຜູ້ໃດເຫັນ ທ່ານໄດ້ເຫັນກໍດີແລ້ວ ພວກເຜດເຫຼົ່າ ນັ້ນເຄີຍເປັນພຣະພິກຂຸໃນສະໄໝພຣະພຸດທະເຈົ້າຊົງພຣະນາມວ່າກັສສະປະ ແຕ່ສູດມົນຜິດອັກສອນວິທີ ສແດງທັມໂດຍໃສ່ທຳນອງ ເຮັດໃຫ້ອັກສອນວິບັດ ເມື່ອຕາຍໄປແລ້ວໄດ້ເກີດໃນອະເວ ຈີນານເຖິງ 1 ກັບ, ເມື່ອພົ້ນຈາກອະເວຈີແລ້ວຈຶ່ງໄດ້ມາເກີດເປັນເຜດດັ່ງທີ່ເຫັນ ເມື່ອພຣະສີອະຣິ ຍະເມຕຕຣັຍໄດ້ມາຕັດຮູ້ເປັນພຣະພຸດທະເຈົ້າ ເຊິ່ງດຳຣົງພຣະຊົນຊີບນານເຖິງ 80.000 ປີ ຈົນເຖິງຍຸກທີ່ໄຟມ້າງກັບເມື່ອໃດ ເຜດເຫຼົ່ານັ້ນຈຶ່ງພົ້ນຈາກວິບາກກັມ ທີ່ເຄີຍທຳໄວ້ ເມື່ອພຣະພຸດະເຈົ້າ ຊົງຕັດບອກວິບາກກັມ ເຜດເຫຼົ່ານັ້ນ ແກ່ພຣະມະຫາອະນຸຣຸດທະເຖຣະຈົບແລ້ວ ພຣະອົງຈຶ່ງຍົກ ເອົາອະນະກະສູດມາເທສນາແກ່ພຣະພິກຂຸທັງຫຼາຍວ່າ:
ໃນອະດີດຕະການລ່ວງມາແລ້ວ ພຣະໂພທິສັດໄດ້ສະເຫວີຍຊາດເປັນພຣາມປຸໂຣຫິຕາ ຈາຣຍ໌ ໃນເມືອງພາຣາຣະສີ ເຊິ່ງມີພຣະຍາພຣົມມະທັຕະຣາຊ ສະເຫວີຍຣາຊະສົມບັດຢູ່ ໃນສະໄໝນັ້ນມີປູໃຫຍ່ໂຕໜຶ່ງ ໄດ້ຕາຍແລ້ວຖືກນ້ຳພັດເອົາຄີບປູມາແຄມຫາດ ຊາວເມືອໄດ້ເຫັນ ຈຶ່ງໄດ້ນຳຄີບປູມາຖວາຍພຣະຍາພຣົມມະທັຕຕະຣາຊ ພຣະອົງຊົງເຫັນວ່າຄີມປູມີຂະໜາດໃຫຍ່ ຈຶ່ງສັ່ງໃຫ້ ຊ່າງນຳໄປສ້າງເປັນກອງໄຊຍະມຸງຄຸນ ເມື່ອເຮັດສຳເຣັດແລ້ວຈຶ່ງນຳກອງນັ້ນມາຕີເບິ່ງ ປາກົດວ່າ ກອງທ່ີເຮັດຈາກຄີມປູນັ້ນດັງກ້ອງກັງວານໄປທົ່ວທຸກສາຣະທິດ ແລະດັງໄປທົ່ວເມືອງພາຣານະສີ ເຊິ່ງກວ້າງ 12 ໂຍດ, ບັນດາເສນາອຳມາດຈຶ່ງປຶກສາກັນແລ້ວຂາບທູນໃຫ້ພຣະຍາພຣົມມະທັດ ຊາບ ເມື່ອພຣະຍາພຣົມມະທັດຊາບແລ້ວ ຊົງເຫັນວ່າກອງໜ່ວຍນັ້ນມີເດຊານຸພາບຫຼາຍ ຄວນທີ່ ຈະປະດັບຕົກແຕ່ງໃຫ້ສວຍງາມຍິ່ງຂຶ້ນ ຄັນໄດ້ປະດັບຕົກແຕ່ງສຳເຣັດແລ້ວ ລອງຕີກອງເບິ່ງ ປາກົດວ່າກອງໄຊຍະມຸງຄຸນ ທີ່ເຄີຍດັງກັງວານສະໜັ່ນກອງໄປທົ່ວສາຣະທິດນັ້ນ ກັບບໍ່ໍດັງກັງວານເໝືອນເດີມ ພຣະຍາພຣົມມະທັດ ແລະເສນາອາມາດຈຶ່ງເກີດຄວາມສົງໄສ ຈຶ່ງໄດ້ປຶກສາກັບພຣາມປຸໂຣຫິຕຣາຈາຣຍ໌ ເມື່ອພຣາມປຸໂຣຫິຕຣາຈາຣຍ໌ໄດ້ພິຈາຣະນາເບິ່ງກອງແລ້ວ ກໍຂາບທູນວ່າ ແຕ່ເດີມກອງໜ່ວຍໜັ້ນ ກໍດັງກັງວານມີເດຊານຸພາບຢູ່ແລ້ວ ການທີ່ນຳເອົາສິ່ງຕ່າງໆ ທີ່ຄົນທົ່ວໄປຄິດວ່າ ສວຍງາມ ແລະມີຄ່າມາປະດັບຕົກແຕ່ງກອງນັ້ນຈະໃຫ້ເກີດເດຊານຸພາບ ຂອງກອງນັ້ນດີຂຶ້ນ ທ່ີແທ້ບໍ່ເປັນເຊັ່ນນັ້ນ ເມື່ອຊາບເຊັ່ນນັ້ນພຣະຍາພຣົມມະທັດຕະຣາຊກໍສັ່ງໃຫ້ຊ່າງນຳເອົາສິ່ງປະ ດັບ ຕົກແຕ່ງກອງໄຊຍ໌ນັ້ນອອກໃຫ້ໝົດແລ້ວລອງຕີອີກຄັ້ງ ປາກົດວ່າກອງໄຊຍະມຸງຄນນັ້ນ ກໍມີສຽງດັງກັງວານເໝືອນເດີມ.
ພຣະພຸດທະເຈົ້າຊົງຕັດວ່າ ດູກ່ອນພິກຂຸທັງຫຼາຍ ອັນວ່າກອງຄີບູນັ້ນ ປຽບເໝືອນພຣະພຸດທະວະຈະນະທີ່ຊົງສະແດງໄວ້ດີແລ້ວ ຖືກຕ້ອງຕາມອັກຂະຣະວິທີປາລີແລ້ວ ຍ່ອມເປັນຄຳສອນທີ່ ປະເສີດ ສາມາດນຳສັດໂລກໃຫ້ບັນລຸພຣະນິບພານໄດ້ ການປະກັບຕົກແຕ່ງກອງຄີມປູນັ້ນ ປຽບ ເໝືອນການນຳຄຳສອນຂອງພຣະພຸດທະເຈົ້າໄປດັດແປງໃໝ່ ອອກສຽງບໍ່ຖືກຕ້ອງຈົນອັກຂະຣະວິ ບັດ ພິກຂຸອົງໃດມີອະວິຊຊາເຂົ້າວ່າການສູດມົນ ແລະການເທສນາທັມເປັນທຳນອງຕ່າງໆເຊັ່ນນັ້ນ ເປັນການສະແດງຄວາມສາມາດຂອງຕົນ ຜູ້ຄົນມັກຟັງ ເພາະຄວາມມ່ວນໜ້າຟັງ ມີການໃສ່ລຳ ນຳ ຂັບຊໍ ແລະປີ່ພາດ ເປັນສິ່ງທີ່ຜິດພຣະທັມມະວິໄນ ເປັນການທຳບາບທັງຜູ້ສູດມົນ ຫຼືຜູ້ເທດແລະຜູ້ຟັງ ເມື່ອຕາຍໄປແລ້ວຕ້ອງຕົກນະຣົກອະເວຈີເໝືອນກັບເຜດ 500 ຕົນ ທີ່ພຣະມະຫາອະນຸ ຣຸດເຖຣະເຫັນທີປ່າຫິມະພານນັ້ແລ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

           ປະຫວັດສາດໄທຍ ທີ່ກ່າວເຖິງວ່າຄົນລາວເຂົ້າໄປຢູ່ປະເທດໄທຍນັ້ນ ແມ່ນຈະເນັ້ນວ່າ "ອົບພະຍົບເຂົ້າໄປເພິ່ງໂພທິສົມພານ" ແລະເຕັມໄປໂດຍການອົບພະຍົບ ຄື ຄົນລາວບໍ່ໄດ້ເປັນເຈົ້າຂອງດິນແດນທີ່ເປັນສ່ວນໃດສ່ວນໜຶ່ງຂອງປະເທດໄທຍນັ້ນແມ່ນແຕ່ເລັກນ້ອຍ ໂດຍສະເພາະດິນແດນອີສານ, ໃນຄວາມໝາຍຄຳວ່າ "ອົບພະຍົບ" ໝາຍຄວາມວ່າ ເຄື່ອນຍ້າຍຈາກທີ່ໜຶ່ງມາຢູ່ອີກທີ່ໜຶ່ງ.

           ເຊິ່ງອິງຕາມປະຫວັດສາດທີ່ກ່ຽວກັບຄົນເຊື້ອສາຍລາວສ່ວນໃຫຍ່ໃນພາກກາງຂອງປະທດໄທຍ, ການອົບພະຍົບຂອງຄົນລາວເຂົ້າສູ່ປະເທດໄທຍ໌ນັບຕັ້ງ ແຕ່ກ່ອນປະຫວັດສາດ ເຊິ່ງຖືວ່າມະນຸດກຸ່ມແຮກໃນຄວາມໝາຍທາງປະຫວັດສາດໄທຍນັ້ນ ແມ່ນພວກລວ້ະ, ໄປຕັ້ງອານາຈັກຕ່າງຕັ້ງແຕ່ສະໄໝທວາຣະລະວະດີ(ເມືອງປາກທາງ) ໄດ້ແກ່ອານາຈັກລົບບູຣີ ແລະນະຄອນປະຖົມເປັນຕົ້ນ ເລື້ອຍມາຈົນເຖິງອານາຈັກສຸໂຂໄທ ອາຍຸທະຍາ, ແລະທີ່ເຫັນເປັນປາຈັກ ແລະມີຫຼັກຖານຢ່າງຫຼວງຫຼາຍແມ່ນໃນສະໄໝຣັດຕະນະໂກສິນ, ການອົບພະຍົບຂອງຄົນລາວເຂົ້າສູ່ແດນລາວໃນຍຸກນີ້ ຕາມຄວາມໝາຍທາງປະຫວັດສາດໄທຍ໌ ແມ່ນໜີສົງຄວາມ, ການໜີສົງຄາມໃນຕອນຕົ້ນຣັດຕະນະໂກສີນ ຄືຫຼັງ ຄ.ສ ໑໗໗໙ ແລະຫຼັງປີ ຄ.ສ ໑໘໒໗ ນັ້ນແມ່ນສົງຄາມລະຫວ່າງສຍາມ-ລາວ(ທີ່ບອກວ່າສົມຄາມ ສຍາມ-ລາວ ເພາະສົງຄາມ ໒ ຄັ້ງລະຫວ່າງລາວ-ສຍາມນັ້ນ ຄື ສຍາມເປັນຜູ້ກະທຳ ສ່ວນລາວເປັນຜູ້ຖືກກະທຳ) ຄົນ ລາວອົບພະຍົບເຂົ້າສູ່ສຍາມຄັ້ງນີ້ ເຕັມໄປດ້ວຍການກວາດຕ້ອນເອົາຄົນລາວໄປເປັນຂ້າທາດ ເນື່ອງຈາກຂະນະນັ້ນ ສຍາມກຳລັງຕິດຕໍ່ກັບຊາດຕະເວັນຕົກ ໃນຍຸກລ່າອະນານິຄົມ ໄທຍ໌ ຕ້ອງການຜລິດສິນຄ້າສົ່ງອອກ ຈຶ່ງຕ້ອງການແຮງງານ ສຍາມເອງກໍຕ້ອງການກຳລັງພົນຍາມສົງຄາມ ດ້ວຍເຫດນັ້ນສຍາມຈຶ່ງທຳສົງຄາມ ເພື່ອແຍ້ງປະຊາຊົນເອົາໄປເປັນທາດ ສະນັ້ນເຮົາຈຶ່ງເຫັນການອົບພະຍົບຄົນລາວເຂົ້າສູ່ໄທຍ໌ຄັ້ງນີ້ ຈຶ່ງເປັນການອົບພະຍົບດ້ວຍການ "ກວາດຕ້ອນ, ບັງຄັບ, ຄູ່ເຂັນ ຫຼືຕົວະຍົວະ", ກ່າວໄດ້ວ່າຄົນລາວໃນຫົວເມືອງສຳຄັນໆນັ້ນເກືອບບໍ່ເຫຼືອຫຼໍ່.

alt

(ພາບຈຳລອງວັດສະໄໝລ້ານຊ້າງ ໃນພາກອີສານ ທີ່ເມືອງບູຮານ)

          ເມື່ອປະຫວັດສາດກ່າວເຖິງຄົນລາວອີສານນັ້ນ ສ່ວນໃຫຍ່ຈະເນັ້ນໃນຍຸກຂອງພຣະວໍພຣະຕາ ເຊິ່ງໄດ້ອອກຈາກວຽງຈັນ ໄປສູ່ໜອງບົວລຳພູ ແລ້ວໄປຕັ້ງຖານທັບທີ່ເມືອງດອກບົວ(ອຸບົນ) ໃນຍຸກນີ້ໄທຍ໌ວ່າ "ຊາວລາວໄປເພິ່ງໂພທິສົມພານສຍາມ" ແລ້ວກໍດຶງເອົາຊາວລາວອີສານທັງໝົດເຂົ້າໄປເປັນບຸກຄົນອຸພະຍົບອີກ, ໃນຄວາມໝາຍຂອງປະຫວັດສາດອີສານທຸກແຂວງ ລ້ວນແລ້ວແຕ່ເນັ້ນເຖິງປະຫວັດສາດພຣະວໍພຣະຕາທັງໝົດ ຈຶ່ງເຮັດໃຫ້ປະຫວັດສາດຂອງອີສານຄັ້ງນີ້ ເປັນຈຸດແຍກຂອງປະຫວັດສາດອີສານໄປເລີຍ.


          ເຖິງຢ່າງໃດກໍຕາມ ນັບຕັ້ງແຕ່ຍຸກກ່ອນປະຫວັດສາດ ຈົນຮອດຍຸກກາງຂອງປະຫວັດສາດ ຈະເຫັນການເຄື່ອນຍ້າຍຂອງຄົນລາວ ລົງສູ່ພາກກາງ ແລະພາກໃຕ້ຂອງປະເທດໄທຍ໌ ໂດຍສະເພາະແລ້ວ ແມ່ນດິນແດນອີສານນັ້ນປະຫວັດສາດທັງລາວ ແລະໄທຍ໌ກໍຮັບຮອງຢ່າງປະຕິເສດບໍ່ໄດ້ວ່າ ນັບແຕ່ປີ ໑໘໕໘ ກັບຄືນໄປນັ້ນ,(ຄືຫຼັງສົງຄາມສຍາມສຍາມ-ລາວ ສະໄໝພຣະເຈົ້າອະນຸ) ອານາຈັກລ້ານຊ້າງ ແລະອານາຈັກຣັດຕະນະໂກສິນ ກໍເປັນທີ່ປະຈັກຢູ່ແລ້ວວ່າເປັນອານາຈັກຂອງ ໒ ຊົນຊາດທີ່ມີເອກະລັກທາງວັດທະນະທັມ ການເມືອງ ແລະການປົກຄອງຢ່າງເປັນ ອິດສະຫຼະແກ່ກັນຢູ່ແ້ລ້ວ ກໍຄື ອານາຈັກລ້ານຊ້າງເປັນຂອງຊົນຊາດລາວ ອານາຈັກທົນບູຣີ-​ຣັດຕະນະໂກສິນ(ສ້າງຂຶ້ນໃໝ່)ເປັນຂອງຄົນສຍາມ ເຖິງວ່າຄົນລາວທີ່ຢູ່ໃນດິນແສນສຍາມສ່ວນຫຼາຍ ກໍຕາມວ່າກຳນາດຣັດ ແລະອຳນາດທາງການເມືອງນັ້ນ ປົກຄອງໂດຍສະສຍາມ, ສ່ວນອານາຈັກລ້ານຊ້າງນຂະນະນັ້ນ ເຖິງວ່າຈະຖຶກກວາດຕ້ອນປະຊາຊົນໄປຍັງສຍາມຫຼາຍພຽງໃດກໍຕາມ ແຕ່ອຳນາດຣັດ ແລະອຳນາດທາງການເມືອງນັ້ນແມ່ນຂອງຄົນລາວ ຈຶ່ງເຮັດໃຫ້ລ້ານຊ້າງ ແລະຣັດຕະນະໂກສິນ ເປັນດິນແດນທີ່ ແຕ່ກຕ່າງທາງການເມືອງຢ່າງຈະແຈ້ງ ມີລາວ ແລະສຍາມເປັນເຈົ້າຂອງອານາຈັກຂອງໃຜຂອງມັນ.


         ເມື່ອເຫັນຫຼັກຖານທາງປະຫວັດສາດເຊັ່ນນີ້ ເຮົາຈຶິ່ງເຫັນວ່າວັດທະນະທັມ ທາງພາສາ, ສາສນາ, ສະຖາປັດຕະຍະກຳ, ປະຕິມາກັມ, ຮີດຄອງປະເພນີ ແລະຄວາມເຊື່ອຂັ້ນ ພື້ນຖານຂອງລາວ ໃນສຍາມພົ້ນເດັ່ນໃນດິນແດນໄທຍ໌ແຕ່ອະດີດເທົ່າຮອດປັດຈຸບັນ, ສິ່ງຕ່າງໆເຫຼົ່ານີ້ເຮົາອາດປະຕິເສດບໍ່ໄດ້ວ່າ ເມື່ອຄົນຈຳນວນຫຼາຍ ເປັນເຈົ້າຂອງປະເທດແລ້ວ ຈະບໍ່ນຳເອົາວັດທະນະທຳຂອງຕົນໄປຜັນຂະຍາຍໃນດິນແດນຕອນນັ້ນແມ່ນບໍ່ມີ ໂດຍສະເພາະວັດທະນະທຳຈາຣີດ ປະເພນີ ອັນເປັນວັດທະນະ ທຳທີ່ເຄື່ອນຍ້າຍໄດ້ງ່າຍ ຊິບໍ່ໄດ້ຖືກຜັນຂະຫຍາຍໃນສັງຄົມຂອງພວກເຂົາຊິມີບໍ ?.

        ເຖິງປະຫວັດສາດປະຕິເສດກໍຕາມ ແຕ່ຫຼັກຖານຄວາມຈິງ ແລະສິ່ງທັງຫຼາຍປາກົດໃຫ້ເຫັນເປັນປາຈັກ ເຖິງໃຜບໍ່ຂຽນໄວ້ ຫຼືຂຽນໄວ້ໃນຮູບທີ່ບໍ່ກົງກັບຄວາມຈິງ ແຕ່ມັນກະຈິງດັ່ງທີ່ມັນເປັນຈິງ ຂໍພຽງແຕ່ເຮົາສະແຫວງຄວາມຈິງ ເຮົາກໍຈັກເຫັນຈິງດັ່ງທີ່ເປັນ.

alt

ສີລປະສະຖາປັດຕະຍະກັມສີລປະກັມໄທຍ໌ ທຸກຄົນຕ້ອງໄດ້ອ້າງອີງ ໃນການສຶດສາ

ອັນນີ້ຫຼັກຖານໜຶ່ງທີ່ນັກສຶກສາສີລປະກອນໃນໄທຍ໌ ຈັກຕ້ອງໄດ້ເອົາເປັນແມ່ນແບບ ແລະອ້າງອີງໃນການສຶກສາ ສະນັ້ນການຊິມຊັບວັດທະນະທັມຕັ້ງແຕ່ອະດີດ ແລະປັດຈຸບັນ ຈະປະຕິເສດແມ່ນບໍ່ໄດ້ເດັດຂາດ ເພາະຫຼັກຖານຫຼວງຫຼາຍໃນພາກອີສານຂອງໄທຍ໌

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2009 | ມີ 40 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

alt

ຄ້ອງສັນຕິພາບ ທີ່ຄນະກັມມະການສັນຕິພາບໂລກໄດ້ມອບໃຫ້ລາວນັ້ນ ເປັນພຽງໜ່ວຍທີ ໔ ເທົ່ານັ້ນ ທີ່ຄນະກັມມະການສັນຕິພາບໂລກໄດ້ມອບໃຫ້ປະເທດຕ່າງໆ ໃນໂລກ

ປະເທດລາວເຮົານັບວ່າ ເປັນປະເທດໜຶ່ງ ທີ່ມີສັນຕິພາບທີ່ສຸດ

ສະນັ້ນ, ລາວເຮົາຄວນພູມໃຈ ໃນກຽດ ແລະສັກສີອັນນີ້