ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

(ເລື່ອງຕໍ່ໄປນີ້ ເປັນພຽງເລື່ອງຂອງຄວາມເຊື່ອສະເພາະບຸກຄົນ ທ່ານຜູ້ອ່ານຈົ່ງພິຈາຣະນາ ໃນການອ່ານ ທ່ານມີສິດເຊື່ອ ຫຼືບໍ່ເຊື່ອຕາມສິດອັນຊອບ ທາງຣັດຖະທໍາມະນູນ ແຫ່ງ ສປປ.ລາວ)

- ມີເລື່ອງແປກ ເລື່ອງໜຶ່ງເກີດຂຶ້ນເມື່ອ ດັບ 15 ຄໍ່າເດືອນ 12 ປີ 2553(2010), ວັນນັ້ນຫຼັງຈາກໄຫວ້ພຣະທີ່ໜ້າຄອງສ່ວນຕົວແລ້ວ, ຜູ້ຂຽນ ມອດໄຟ ກໍຈະເຂົ້ານອນ ໃນຂະນະນັ້ນເອງ ຍິນຄົນມາເອີ້ນທາງຫົວບ່ອນນອນ ຄ່ອຍໆວ່າ ອາຈານ, ອາຈານ, ອາຈານ ນອນແລ້ວບໍ ?
- ຜູ້ຂຽນ ໄດ້ຍິນສຽງນັ້ນແລ້ວ ເປັນສຽງຜູ້ຍິງ ກໍຄິດຢ້ານ(ບໍ່ແມ່ນຢ້ານຜີ ແຕ່ລະວັງຕົວ)ຈຶ່ງບໍ່ຕອບ ແລະບໍ່ສ່ອງປ່ອງຢ້ຽມເບິ່ງ, ຈຶ່ງກົດກຼິ່ງ ຮຽກພຣະຮອງເຈົ້າອະທິການອົງໜຶ່ງ ທີ່ນອນຢູ່ກຸດຕິໜຶ່ງອີກ ພ້ອມທັງໂທຣະສັບຖາມ ໃຫ້ເຂົາກວາດກາເບິ່ງທີ່ມາຂອງສຽງນັ້ນ ເມື່ອຮູ້ແນ່ຊັດແລ້ວວ່າ ສຽງນັ້ນແມ່່ນຄົນທີ່ຮູ້ຈັກກັນ ແລະມີຄົນນໍາກັນ 5 ຄົນ, ຄື ຍິງ 3 ຄົນ ແລະຊາຍ 2 ຄົນ, ສ່ວນຊາຍຄົນໜຶ່ງ, ຍິງຄົນເຖົ້ານັ້ນແມ່ນ ເປັນແມ່ອອກຊາວບ້ານວຽງຈະເລີນ ເປັນແມ່ນອອກປະຈໍາວັດ, ມາບອກວ່າຫຼານຊາຍຈັກເປັນສັງ ມີແຕ່ຮ້ອງໃຫ້ ແລະຢ້ານ ບອກວ່າມີຄົນມາໄລ່ຈັບ.
- ເມື່ອຮູ້ເຊັ່ນນັ້ນ ຜູ້ຂຽນກໍບອກໃຫ້ເຂົາເອົາຄົນນັ້ນ ຂຶ້ນມາເທິງໜ້າຄອງ, ທັງຍິງທີ່ເຖົ້າ ແລະຊາຍຍິງ ຄົນໜຶ່ງ ເປັນພໍ່ ແລະແມ່ຂອງເດັກນ້ອຍຊາຍ, ສ່ວນຍິງສາວຄົນໜຶ່ງບອກວ່າເປັນແຟນຂອງເດັກໜຸ່ມຄົນນັ້ນ, ພວກເຂົາໄດ້ໂຊມແຂນຊາຍໜຸ່ມຄົນນັ້ນ ດ້ວຍສົມບຸກສົມບັນ ເພາະຮ່າງກາຍຂອງເຂົາໃຫຍ່ເກີນໂຕ ຖາມອາຍຸຂອງຊາຍໜຸ່ມຄົນນີ້ບອກວ່າມີອາຍຸພຽງ 19 ປີເທົ່ານັ້ນ ແຕ່ຕົນຕົວເຂົາໃຫຍ່ຂະໜາດ.
- ເມື່ອຊາຍຍິງທັງໝົດໂຊມເອົາເດັກຊາຍຄົນນັ້ນ ຂຶ້ນມາໜ້າຄອງແລ້ວ ເຂົາໄດ້ໝູບລົງຕໍ່ໜ້າພຣະພຸດທະຮູບໜ້າຄອງ ພ້ອມກັບຮ້ອງອອກມາວ່າ ຂ້ອຍຢ້ານ, ຂ້ອຍຢ້ານ ແລະຊ່ວຍຂ້ອຍແນ່ ມັນຊະເອົາຂ້ອຍໄປ, ສໍາລັບຜູ້ຂຽນ ຫຼັງຈາກເດັກນ້ອຍຄົນນັ້ນ ຂຶ້ນມາແລ້ວ ກໍເຂົ້າໄປຫ້ອງນອນ ເພື່ອຄຸມຜ້າອອກ ເມື່ອຄຸມຜ້າແລ້ວກໍອອກມາຍັງໜ້າຄອງ ແລະຂາບພຣະ 3 ບາດແລ້ວ ກໍຕັ້ງຈິດອະທິຖານເປັນສະມາທິແລ້ວ ຈຶ່ງຖາມຊາຍໜຸ່ມ ທີ່ຮ້ອງໃຫ້ ທັງຈົ່ມ ແລະເວົ້າວ່າ ມັນຊິມາເອົາຂ້ອຍໄປ ມັນຢືນຖ້າຢູ່ລຸ່ມຫັ້ນ ຜູ້ຂຽນກໍຖາມວ່າ ແມ່ນໃຜ ຊິມາເອົາເຈົ້າ ຊາຍໜຸ່ມຕອບວ່າ ບໍ່ຮູ້ນ່າ ຈັກແມ່ນໃຜ ຕົວໃຫຍ່ສູງ ມັນຢືນຢູ່່ຕະລ່າງຫັ້ນ, ມັນຖາຢູ່ຫັ້ນ, ຜູ້ຂຽນກໍຖາມເຂົາວ່າ ເຈົ້າແມ່ນໃຜ ? ຊື່ຈັ່ງໃດ ? ແທນທີ່ເຂົາຈະຕອບຊື່ຕົວເອງ ກັບບອກວ່າ, ຂ້ານ້ອຍແມ່ນຊື່ເສົາ,(ບໍ່ແມ່ນຊື່ຊາຍໜຸ່ມຄົນນີ້) ພໍ່ແມ່ຂອງຊາຍໜຸ່ມບອກວ່າ ບໍ່ແມ່ນຊື່ລູກຂອງເຂົາ ລູກຂອງເຂົາຊື່ວ່າແອນນີ(ຊື່ສົມມຸດ), ເຈົ້າຊື່ເຂົາຊັ້ນບໍ ? ເຂົາຕອບວ່າໂດຍ, ຜູ້ຂຽນກໍຖາມເຂົາໄປວ່າ ເຈົ້າຊື່ແອນນີບໍ່ແມ່ນບໍ ? ເຂົາຕອບວ່າ ຂ້ານ້ອຍຊື່ເສົາ, ເຈົ້າຊື່ເສົາເຈົ້າຢູ່ບ້ານໃດ ? ເຂົາຕອບວ່າ ເຂົາຢູ່ບ້ານໂພນທັນ ໃກ້ກັບຕະຫຼາດຫຸ້ນ, ຜູ້ຂຽນທໍາທ່າຮ້າຍ ແລ້ວເວົ້າກະແທກໃສ່ຊາຍໜຸ່ມວ່າ ຢ່າຊິມາຕົວະອາຈານເດີ ຈັກໜ່ອຍຊິເອົາຄ້ອນໃສ່ຫົວໃດ໋, ເຂົາກໍບອກວ່າເຂົາຢູ່ທີ່ນັ້ນ ມາຫຼາຍປີແລ້ວ, ຄັນຊັ້ນ ເຈົ້າເປັນຫຍັງ ? ເຂົາຕອບວ່າ ຄົນຊິມາຈັບເອົາຂ້ານ້ອຍໄປ, ເປັນຫຍັງເຂົາຈັ່ງຊິມາຈັບເອົາເຈົ້າ ຊາຍໜຸ່ມທັງຮ້ອງທັງໃຫ້ ທັງເວົ້າວ່າ ບໍ່ຮູ້ຈັກ, ເຮົາໄປຢ່າງຫຼິ້ນ ມັນກະຊິມາຈັບເອົາຂ້ານ້ອຍ ຂ້ານ້ອຍບໍ່ໄປນໍາມັນ, ເຈົ້າໄປຢ່າງຫຼິ້ນກັບໃຜ ? ຊາຍໜຸ່ມຕອບວ່າ ໄປຢ່າງຄົນດຽວ ທີ່ຮ້ານອາຫານວ່າຊິໄປກິນເຂົ້າ, ແລ້ວຄົນທີ່ມາຈັບເຈົ້າເປັນຄົນຈັ່ງໃດ ? ເຂົາຕອບວ່າ ເປັນຄົນຮ່າງໃຫຍ, ດໍາ, ສະພາຍງ້າວ, ຜ້າແດງມັດຫົວ ແລະນຸ່ງເຄືື່ອງເໝືອນທະຫານ ແລ້ວເຂົາຢູ່ໃສດຽວນີ້ ອາຈານຄືບໍ່ເຫັນ, ຊາຍຄົນນັ້ນໝຸບຢູ່ ເອົາມືຂາບລົງ ທັງຫຼັບຕາພ້ອມ ບອກວ່າເຂົາຢູ່ລຸ່ມຫັ້ນ ມັນຍັງບໍ່ທັນເມືອ, ເມື່ອເປັນເຊັ່ນນັ້ນອາຈານກໍຮ້ອງໄປລົງໄປທາງກະລ່າງວ່າ, ແມ່ນຜູ້ໃດ ຢູ່ລຸ້ມຫັ້ນຮີບໜີສາ ທີ່ນີ້ເປັນເຂດວັດ ຢ່າມາກວນ ມັນເປັນບ່ອນສະຫງົບຂອງພຣະສົງ ແລ້ວກໍຮ້ອງບອກໄປວ່າ ພໍ່ເຖົ້າພູມ(ໝາຍເຖິງພູມວັດ) ບອກຄົນທີ່ຢືນຢູ່ຫັ້ນກັບໄປສາ ມັນບໍ່ແມ່ນສະຖານທີຂອງພວກຜີ ທີ່ນີ້ເປັນທີ່ຢູ່ຂອງພຣະສົງ, ທັນທີທີ່ວ່າສຸດລົງ ເຫັນເດັກຊາຍ ທີ່ຫາຍໃດແຮງໆ ຫຼາຍຄັ້ງ ທັງເຮື່ອກໍໄຫຼ ໃຄກໍຍ້ອຍໆ ຫົວຊູຂຶ້ນ ທັງໃດນັ້ນຫົວຂອງຊາຍໜຸ່ມກໍກະແທກລົງກັບພຶ້ນຊີມັງ ດັງໂປ໊ກ ຫາກຟັງສຽງ ຫົວຕົກລົງພື້ນແລ້ວ ແລະດັງຂະໜາດນັ້ນ, ຫົວບໍແຕກ ນັບວ່າຫົວນັ້ນເຮັດດ້ວຍເຫຼັກທີ່ກ້າແຂງ, ພໍ່ແມ່ຂອງເຂົາຮ້ອງອອກມາດ້ວຍຄວາມແຮງ ເອົາມາຈັບລູກຂອງເຂົາໄວ້ດ້ວຍຄວາມຕົກໃຈ, ເມື່ອເດັກຄົນນັ້ນ ຫົວຕົກລົງຟື້ນ ແລະຮ່າງກາຍກໍຊຸບຕົວກັບຟື້ນ ຊົ່ວຂະນະໜຶ່ງເຂົາກໍລຸກຂຶ້ນມາເປັນປົກກະຕິ ທໍາທ່າເໝືອນກໍເປັນຫຍັງ.
- ເຂົາຖາມວ່າ ໃຜເອົາເຮົາມາ, ມາເຮັດຫຍັງທີ່ນີ້, ແມ່ເຂົາບອກວ່າ ເຂົາບໍ່ເປັນຫຍັງ, ຖາມເຂົາວ່າ ເຈົ້າເປັນຫຍັງຊັ້ນນາ, ຊາຍໜຸ່ມບອກວ່າ ເຂົາກໍລັງຊິກິນເຂົ້າ ທີ່ຮ້ານ, ກັບໝຸ່ຂອງເຂົາ(ແຟນ), ພໍດີເຂົາເຫັນຄົນໄລ່ກັນມາ ຄົນທີ່ຖືກໄລ່ແລ່ນມາທາງຫຼັງເຂົາ ມາຕໍາເຂົາ ແລ້ວເຂົາກໍບໍ່ຮູ້ສຶກຕົວເລີຍ ຈົນມາຢູ່່ນີ້ ເຂົາກໍບໍ່ຮູ້ຫຍັງເລີຍ.
- ຖາມຍິງສາວ ທີ່ເປັນແຟນເຂົານັ້ນໄດ້ຄວາມວ່າ ຕອນຫົວຄໍ່າເຂົາຊວນກັນ ຂີ່ລົດຈັກໄປທີ່ສະໜາມຫຼວງ ໄປຢ່າງຫຼິ້ນເດິ່ນພຣະທາດຫຼວງ ແລ້ວກໍໄປທີ່ຮ້ານອາຫານທີ່ຮ່ອງແກ່ ກໍາລັງຊິສັ່ງອາຫານ ເຂົາກໍບອກວ່າເຂົາຢ້ານ ແລະມີຄົນໄລ່ຈັບເຂົາ(ໝາຍເຖິງຊາຍໜຸ່ມ) ເຂົາກໍດຶງເອົາແຂນລູກຂຶ້ນລົດຈັກແລ້ວເຂົາກໍຂັບມາຮອດເຮືອນແລ້ວກໍແລ່ນຂຶ້ນເທິງເຮືອນ ແລ້ວກໍຮ້ອງໃຫ້ຢູ່ເໝືອນກັບຢ້ານ.
- ຖາມພໍ່ແລະແມ່ເຂົາ ກໍໄດ້ຄວາມວ່າ ກັບມາແຕ່ການເຫັນລູກຊາຍ ຮ້ອງໃຫ້ ບອກວ່າຄົນຊິມາຈັບ ບໍ່ຈັກຊິເຮັດຫຍັງ ຈົນໂທເອົາແມ່ເຖົ້າມາ ແລ້ວແມ່ເຖົ້າກັບມາກໍພາມາວັດ.
- ຖາມເຂົາວ່າ ເດັກນ້ອຍຄົນນີ້ ບໍ່ແມ່ນກິນຢາບໍ່ ? ທັງໝົດກໍຢືນຢັນວ່າລູກຂອງເຂົາເປັນຄົນດີ ສ່ວນຫຼາຍຈະຢູ່ກັບເຮືອນ ຫາກແຟນເຂົາມາ ເຂົາກໍພາກັນໄປຫຼິ້ນກາງຄືນ ບໍ່ເກີນ 9 ໂມງຈະກັບບ້ານ.
(ເມື່ອສັງເກດຕີລາຄາແລ້ວ ເຫັນວ່າວັນນັ້ນ ເປັນວັນດັບ ເດືອນ 12 (15 ຄໍ່າ) ກໍກົງກັບວ່າເປັນວັນຜີທ່ຽວ ສະນັ້ນ, ທ່ານທັງຫຼາຍ ວັນສິນ ວັນພຣະ ບໍ່ວ່າວັນເພງ ວັນດັບ ບໍ່ຄວນທີ່ຈະອອກທ່ຽວກາງຄືນ ເພາະເປັນວັນທີ່ຜີທ່ຽວ ຫາກເຮົາເປັຍຄົນຈິດອ່ອນ ຫຼືໂຊກບໍ່ເຂົ້າຂ້າງ ອາດຊີໄດ້ຮັບອັນຕະລາຍໄດ້)
- ໝາຍເຫດ: ດັ່ງທີ່ບອກແລ້ວ ເລື່ອງດັ່ງກ່າວເປັນ ເລື່ອງຄວາມເຊື່ອສະເພາະບຸກຄົນ ບໍ່ແມ່ນແນະນໍາໃຫ້ທ່ານເຊື່ອຜີ ແຕ່ສິ່ງເລົ່ານີ້ ອາດເກີດກັບໃຜກໍໄດ້ ຫາກເຮົາບໍ່ເຊື່ອພຸດ ເຮົາກໍອາດເປັນຄົນທີ່ມີຈິດໃຈຕໍ່າໃນລະດັບຜີກໍໄດ້ ເສກເຊັ່ນກໍລະນີນີ້ແລ, ເລື່ອງນີເປັນເລື່ອງ ຈິງມີຫຼັກຖານທັງພະຍາຍບຸກຄົນ.

ຕິດຕາມອ່ານເລື່ອງທີ 2 ທີ່ເກີດຂື້ນກັບຍິງສາວສອງເອື້ອຍນ້ອງ ທີ່ໄປທ່ຽວຮ້ານອາຫານແຖວຫຼັກ 4 ໃນຄືນວັນດຽວກັນ. ໃຫ້ຊື່ເລື່ອງວ່າ ເຈົ້າວັງນໍ້າ