ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ວານີ້ ລາວເຮົາໄດ້-------------ສາມສິບສອງໜ່ວຍຫຼຽນຄຳ
ໄດ້ທີເຈັດມາຄອງ---------------- ຕໍ່ຈາກສິງກະໂປນັ້ນ
ສິງກະໂປໄດ້ຫຼຽນທອງແທ້-------ສາມສິບສາມລື່ນໜຶ່ງໜ່ວຍ
ລວມຫຼຽນເງິນທອງໃສ່ດ້ວຍ ------ມີເກົ້າສິບແປດໜ່ວຍຫຼຽນ

- ສ່ວນທິມລາວເຮົານີ້------------ລວມຫຼຽນຄຳໄດ້ຫຼາຍກວ່າ
ລວມທັງຄຳເງິນທອງເຂົ້າແລ້ວ ----ເຖິງຮ້ອຍເກົ້າໜ່ວຍລວມ
ເພາະວ່າຫຼຽນຄຳໄດ້ນ້ອຍ ---------ຈຶ່ງຕົກຢູ່ທີເຈັດ
ສິ່ງກະໂປມີຫຼຽນຄຳຫຼາຍ----------ຈຶ່ງໄດ້ທີຫົກລື່ນລາວພຽງນ້ອຍ

- ວັນນີ້ວັນເປັນວັນປິດຊີເກມແລ້ວ-ຍັງມີການຊິງຫຼຽນຕໍ່
ຫຼຽນຄຳຊິງມື້ຊ້ຳ -------------------ມີເກົ້າໜ່ວຍຫຼຽນ
ຄັນລາວຢາກໄດ້ທີຫົກແທ້----------ໃຫ້ຮີບເຮ່ງເສງເອົາ
ຍາດເອົາຫຼຽນຄຳຄອງ --------------ບໍ່ຈຳເປັນເຖິງເກົ້າ

- ເອົາແຕ່ພຽງຄຳທຳແທ້-----------ຫຼຽນດຽວກໍເກີນຄາດ
ໄດ້ທີຫົກທ່ຽງແທ້ ------------------ບໍ່ມີປິ້ນປ່ຽນຜັນ
ຫາກໄດ້ຫຼາຍກວ່ານັ້ນ-------------- ກໍຍິ່ງດີເຫຼືອຫຼາຍ
ພຽງແຕ່ເຮົາໄດ້ຫຼຽນຄຳເຖິງສາມສິບສາມຫຼຽນ ---ກໍເກີນຄາດໝາຍແລ້ວ

- ຍິນວ່າ ລາວມີຊິງສູ້--------------ໝາກບູນກີລາຊາດ ລາວແທ້
ຕ້ອງແຂ່ງຂັນໃຫ້ໄດ້ ----------------ຈຶ່ງສົມເລື່ອງເຈດຈຳນົງ
ກິລາໝາກບູນນີ້ ---------------------ລາວເຄີຍແຂ່ງຫຼຽນຄຳມາແລ້ວ
ຄວນຈຳຍາດເອົາຫຼຽນ --------------ເພື່ອເອົາທີທະວີກ້າວ

- ທີຫົກລາວຄວນໄດ້---------------ໃຫ້ມັນເກີນກາຍເຄິ່ງ
ລາວເຮົາເລີງລື່ນໜ້າ ----------------ຄາວກີ້ແຕ່ເດີມ
ຂໍຊ່ວຍເອົາໃຊ້ສູ້-------------------- ເຊັຍຣ໌ລາວສູ່ທີຫົກ
ຂອງຊີເກມວຽງຈັນ------------------ຍອດກີລາ ຈະເລີນແທ້ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຊີເກມຈົບລົງແລ້ວ ຈະປິດສາກການສະແດງ ແລ້ວເດີ
ວັນນີ້ເວລາສິບຫົກໂມງເຕັມ ທີ່ສະໜາກິລາກາງພຸ້ນ
ອັນວ່າສະໜາມກິລາກາງນັ້ນ ຫຼັກສິບຫົກບ້ານສ້າງຫີນຮຸ່ງ
ລາວເຮົາສົມມາດມຸ້ງ ຫຼຽນຄຳເພີ່ມຫຼື່ນຫຼັງ

ລາວເຮົາສົມກັບຕັ້ງ ໃຈໃສ່ກຽມເຫິງ
ໄດ້ຫຼຽນຄຳມາຄອງ ເກີນໃຈກຳນົດໄວ້
ຫວັງແຕ່ພຽງຊາວຫ້າ ເກີນມາຕັ້ງສິບກວ່າ
ສາມສິບສອງຫຼຽນເພີ່ມຂຶ້ນ ເປັນຜົນແຈ້ງທີ່ເກີດຜົນ

ນັບຈາກນີ້ ລາວຈະກ້າວເລີດລົ້ນ ພົ້ນເດັ່ນເຫັນໄກ ແລ້ວເດີ
ພັດທະນາສີວິໄລ ຮຸ່ງເຮືອງສະເທືອງຟ້າ
ເດີນໄປໃນແຖວໜ້າ ກັບໂລກາຢ່າງອົງອາດ
ປະກາດລາວໃຫ້ໂລກຮູ້ ຊູເຊື້ອຊາດລາວໃຫ້ແຈ້ງ ທັງຫຼາຍພ້ອມພ່ຳກັນ

ຜົນສະຫຼຸບຫຼຽນທີ່ວ່ານັ້ນ ທີ່ໜຶ່ງຄືໄທຍ໌
ໄດ້ແປດສິບສີ່ຫຼຽນຄຳ ສອງຮ້ອຍຫ້າສິບເກົ້າຫຼຽນໂຮມໄວ້
ຫວຽດນາມໄດ້ທີ່ສອງຊ້ອນຕໍ່ ແປດສິບເອັດຫຼຽນຄຳພຽງພໍ
ສອງຮ້ອຍເກົ້າຫຼຽນຮ່ວມເຂົ້າ ໂຮມໄວ້ໃຫ້ຕື່ມເຕັມ

ທີ່ສາມນັ້ນອິນໂດຕໍ່ຕາມຕິດ ສີ່ສິບສາມຫຼຽນຄຳ ຫຼາກຫຼາຍສົມແທ້
ຮ້ອຍຫົກສິບເກົ້າໂຮມເຂົ້າ ຫຼຽນທັງໝົດເຕັມຫຼຽນທຸກຢ່າງ
ມາເລເຊັຍຍ່າງໃກ້ ທີສີ່ໄດ້ສີ່ສິບຫຼຽນເຕັມ
ລວມຫຼຽນໄດ້ຮ້ອຍສີ່ສິບເກົ້າ ເຕັມໝູ່ມວນຫຼຽນ

ຟີລິບປິນປຸນປັນເອົາ ສາມສິບເຈັດເຕັມຫຼຽນຄຳນັ້ນ
ຮ້ອຍຊາວຫຼຽນສົມບູນແລ້ວ ຟີລິບເປັນອັນດັບຫ້າ
ສິງກະໂປຕາມທີ່ຫົກ ສາມສິບສາມຫຼຽນແທ້
ໂຮມຮ່ວມເຂົ້າ ເກົ້າສິບເຈັດແຕ້ມຕື່ມຈຳນວນ

ລາວເຮົາທຳດີແລ້ວ ໄດ້ທີເຈັດແຈ່ມພໍດີ
ສຸດທີ່ພໍໃຈຈິງ ເກີນກຳນົດການຈະແຈ້ງ
ສາມສອງຫຼຽນເກີນກຳນົດໄວ້ ສົດໃສເຫຼືອຂະໜາດ
ຮ້ອຍຫົກຫຼຽນປະກາດ ເປັນຜົນງານມອບໃຫ້ ລາວລ້ວນຊ່ວຍຮັກສາ.
ສ່ວນວ່າທາງມຽນມ້າ ສິບຫຼຽນຕໍ່ຕາມລາວ
ຫົກສິບເກົ້າຫຼຽນໂຮມກັບ ທີແປດຕາມລາວແລ້ວ
ກັມປູເຈັຍກ້ຳ ສາມຫຼຽນຄຳຍິນດີຍິ່ງ
ສາມສິບແປດຫຼຽນພຽນພ່່ຳສູ້ ຍາດໄຊໄດ້ດັ່ງກັນ

ສ່ວນວ່າທາງບຣູໄນນັ້ນ ມີໜຶ່ງຫຼຽນຄຳ
ສິບຫຼຽນໂຮມລວມກັນ ກໍວ່າດີຫຼາຍແລ້ວ
ຕີມໍກ້ຳສາມຫຼຽນທອງ ກໍດີຍິ່ງ
ເພາະວ່າມາຢາມຢ້ຽມ ເມືອງລາວກ້າວວັດທະນາ

ນີ້ຄືຫຼຽນທີ່ປະຊັນທ້າ ຂັນແຂ່ງການກິລາ
ສິບຊາດໃນອາຊຽນ ໜຶ່ງຕີມໍໂຮມເຂົ້າ
ປຸນປັນກັນໄປຈະແຈ້ງ ໃຜກໍສົມມະໂນເຈດ
ຈະໄດ້ຫຼາຍ ຫຼືວ່າໄດ້ເລັກນ້ອຍ ນ້ຳໃຈນັ້ນປັນກັນ

ຍັງອີກໃນມື້ນີ້ ມີເກົ້າຫຼຽນຄຳພໍດີ
ໃຜຈະຊິງໄຊເອົາ ຍາດມາຄອງໄດ້
ບາງທີລາວເຮົາໄດ້ ມາຄອງພ້ອມເພີ່ມ
ລໍເບິ່ງໃນມື້ນີ້ ຊິປິດແລ້ວຊີເກມ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ເນື່ອງຈາກພີ່ນອ້ງໃບລານ ໄດ້ຮັບຂ່າວຄາວນ້ຳຖ້ວມພາກໃຕ້ມີທ່ານບັກຄວາບເປັນຜູ້ຝາກເງິນມາກ່ອນຈະນວນໜຶ່ງລະມີພີ່ນ້ອງທັງທີ່ໃນໃບລານ ແລະບໍ່ແມ່ນໃບລານໄດ້ຝາກເງິນມາໃຫ້ຜູ້ຂຽນ(ສາຍເຊລຳເພົາເປັນທຸຣະ ໃນນຳເງິນທີ່ບໍນິຈາກດ້ວຍເມດຕາທັມ ສົ່ງມາຍັງຂ້າພະເຈົ້າ ເພື່ອໃຫ້ເງິນນີ້ລົງໄປມອບໃຫ້ຜູ້ປະສົບໄພຈົນເຖິງມືພວກເຂົາເລົ່ານັ້ນ ວັນນີ້ໄດ້ຮັບແຈ້ງຈາກທ່ານບັກຄວາຍວ່າ ມີທ່ານຜູ້ໃຈບຸນສົ່ງເຊັກຊ໌ມາໃຫ້ແລ້ວ ມີລາຍຊື່ດັ່ງລຸ່ມນີ້.
໑. ບ່າວສວັນ ໕໐ ຢູໂຣ (ສະມາຊິກໃບລານ)
໒. ເອສ ເອັນ ບ້ານເຮົາຢູ່ໃສ ໕໐ ຢູໂຣ (ສະມາຊິກແພລທ໊ອກ)
໓. ທ່ານສະເດັດຕັນ ນິພົນ ໒໐ ຢູໂຣ (ເພື່ອນທ່ານບັກຄວາຍ)
(ລວມ ໑໒໐ ຢູໂຣ)
---------------------------------
- ລາຍຊື່ ຜຸ້ບໍຣິຈາກຕັ້ງທຶນຄັ້ງແຮກ
໑. ທ່ານບັກຄວາຍ 70 EURO
໒. madame LONG naly ຄົນ khamer 50 FRS
໓. familly SOUNNALATH nang vannaly 30 EURO
ແຕກເປັນເງິນໄດ້ ໑.໑໗໐.໐໐໐ ກີບ (ບວກກັບເງິນຂອງສາຍລຳເພົາ/ອະຣິຍະ ໑.໐໐໐.໐໐໐ ກີບເທົ່າ ໒.໑໗໐.໐໐໐ ກີບ)
----------------------------------
ຜູ້ບໍຣິຈາກມາໃໝ່
ທ່ານດອກເຕີ ບູລົມ ໂມລະວັນ ຝຣັ່ງເສດ ໕໐ ຢູໂຣ
ໄດ້ຮັບໍຣິຈາກເຂົ້າມາໃໝ່ ວັນທີ ໑໘/໑໐/໒໐໐໙
ແມ່ເຖົ້າໜຸ່ຍ ພ້ອມດ້ວຍລຸກຫຼານ ບ້ານໄຊ ດອນໜູນ ໘໐໐.໐໐໐ ກີບ.
ທ່ານ ພິມພຣະຈັນ ດາຣາວົງ ຢູ່ຝຣັ່ງ ຈຳນວນ ໑໐໐ ດອນລາ
ທ່ານພົມມະ ຈາກສະຫະຣັດ ໕໐ ດອນລາ.
---------------------------------------------------------------------------------------
ຍອດເງິນຂະນະນີ້
໒.໙໗໐.໐໐໐ ກີບ
໑໗໐ ຢູໂຣ)
໑໕໐ ດອນລາວ.
(ຈະແຈ້ງມູນຄ່າການແລກປ່ຽນເງິນກີບຕາມທີຫຼັງ ເພາະຍັງບໍ່ຮູ້ອັດຕາການແລກປ່ຽນ)

-----------------------------------------------------------------------------------------
ເປັນວັດຖຸ ມີຜ້າໄກ ເພື່ອຖວາຍພຣະ ໒໕ ໄກ.
ໝໍ້ໜຶ່ງເຂົ້າ ໔໐ ໜ່ວຍ.
ຜ້າຂາວ ໓໔ ຜືນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ໂຈນບໍ່ຖືໄມ້ຄ້ອນ--------------ເຮາະຮ່ອນໄປມາ
ບໍ່ພົກພາປືນກົນ------------------ອວດໂຊຊາວບ້ານ
ຫາກຮູ້ວ່າເປັນໂຈນແລ້ວ---------ຄວນລະວັງຕັ້ງທ່າ
ມືໃນບໍ່ຊ້າ-----------------------ໂຈນຊິເຂົ້າລັກຂອງ

- ປືນຄັນໂຈນຖືຢ່າຢູ່ໃກ້---------ໜີຫຼີກໄປໃກໆ
ມັນຢາກຍິງຍາໃດ---------------ຕາມໃຈໂຈນແຈ້ງ
ຫາກວ່າທະຫານກ້າ-------------ບັນຊາການຕຳຫຼວດຄອບ
ຕາມລະບອບແບບເບື້ອງ---------ບໍ່ມີຢ້ານຮອດປືນ

- ໝາຍຄວາມວ່າໂຈນຖືປືນຄວນຢ້ານ----ໃຫ້ຫຼົບຫຼີກໄປໄກ
ເຂົາຢາກຍິງຍາມໃດ--------------ຕາມໃຈໂຈນແທ້
ທະຫານມືປືນໄວ້-----------------ຍາມຍິງລໍຄຳສັ່ງ
ຄັນຊິຍິງແຕ່ລະຄັ້ງ----------------ຕ້ອງຫົວໜ້າສັ່ງບັນຊາ

- ນີ້ແລ້ວທ່ານຜູ້ກ້າ---------------ປັນຍາຍອດຄົນຂາມ ທ່ານເອີຍ
ຈົ່ງເຍືອງແຍງຄວາມຈິງ-----------ໂລກຄົນກົນໄກເຄົ້າ
ບໍ່ແມ່ນໂວວອນເວົ້າ---------------ຕາມໃຈຄິດອອກ
ຄັນຫາກເຫັນຫ່ອມເລື້ອງ----------ການງານນັ້ນບອກໃຈ

- ຄວາມໃນໃຈໃຜບໍ່ຮຸ່ງຮູ້----------ສອດສ່ອງສໍຣະຍານ ກັນແລ້ວ
ຕົນຮູ້ຕົນຄຳພຣະ-----------------ຫາກບອກສອນແຕ່ເຫິງແລ້ວ
ຫາກວ່າເຮົາຄວນຄົ້ນ-------------ຢາກຮູ້ຄົນຈົ່ງຊອມເບິ່ງ
ກັມຄືການກະທຳບອກເລື່ອງ-------ຈຶ່ງເຫັນຮູ້ເຈດຕະນາ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

- ແນວຄວາມຄິດທີ່ຖືກຕ້ອງ----------------ສອດສ່ອງທາງຄວນ
ຄືແນວທາງກາຣຄິດ------------------------ຈາກໃຈຈິງແຈ້ງ
ພື້ນຖານໃຈໃສເຫຼື້ອມ-----------------------ປັນຍາທັມພູມສະຫຼາດ
ນັກປາດເພິ່ນກ່າວຍ້ອງ----------------------ວ່າແນວນັ້ນແມ່ນຄອງ

- ແນວທາງທີ່ຖືກຕ້ອງ----------------------ສອດສ່ອງເຫັນແສງທັມ
ອິສຣະການຄິດ-----------------------------ພິຊິດທາງຄວນຮູ້
ເສັ້ນທາງທັມໃສແຈ້ງ-----------------------ເຍືອງທາງຮູ້ເຫດ
ບໍ່ມີອຳນາດກ້າ-----------------------------ມາຖົມຊ່ຳປ່ອງປັນຍາ ແທ້ດາຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

 

ກະຕ່າຍນ້ອຍ----ຫງອຍເຫງົາ----ເຝົ້າດວງຈັນ
ທຸກຄືນວັນ-------ຝັນຮ້າງ--------ຮ່າງດວງເດືອນ
ຄ່ຳຄືນໃດ--------ດວງຈັນ--------ມາຢ້ຽມເຢືອນ
ມອງດູເດືອນ-----ແສນຢູ່ໄກ------ໃຈຍັງຫວັງ

ຫາກວັນໃດ------ຟ້າມືດມິດ------ປິດທ້ອງຟ້າ
ມາຄອຍຖ້າ------ຈ້ອງສ່ອງ-------ມອງດູເດືອນ
ຫົວໃຈຫາຍ-----ເດືອນແຮມບ່າຍ-ເມກລັບເລື່ອນ
ເປັນດັ່ງເໝືອນ---ຫົວໃຈ---------ໄຮ້ຄວາມຫວັງ

ຫາກເດືອນແຮມ-ເດືອນລາໂລກ--ໂສກອະນັນ
ຊ່າງເສກສັນ-----ໃຫ້ເດືອນຫາຍ--ກັບກາຍເສົ້າ
ລໍຄອຍວັນ--------ເດືອນມາຢ້ຽມ--ຈຶ່ງຫາຍເຫງົາ
ນີ້ນໍເຮົາ-----------ເຝົ້າດູເດືອນ---ສະເທືອນໃຈ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ທ່ານສາມາດສຶກສາ/ຕີຄວາມໝາຍ/ຫຼືທຳຄວາມເຂົ້າໃນພາບນີ້ ໃນລັກສະນະພາບຊ້ອນໄວ້ໃນລັກສະນະທາງທັມມະ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

            ທ້າວແກ້ວລາວເຮັດວຽກອາສະໝັກ ຊ່ວຍເຫຼືອບັນເທົາຄວາມທຸກຍາກ, ວັນໜຶ່ງລາວໄດ້ລົງໄປທ້ອງຖິ່ນ ເພື່ອ ຊ່ວຍເຫຼືອປະຊາຊົນ, ເປັນເວລາຫຼາຍວັນແລ້ວທີ່ ອາສາສະໝັກມາບ້ານເຮົາ ທ້າວບຸນເດັກນັກຮຽນຊັ້ນປໍ ໓ ລາວ ສັງເກດເຫັນວ່າ ອາສາສະໝັກເຫຼົ່ານີ້ ເຂົາຕື່ນສວາຍ, ຕົກຍາມເຊົ້າຍາມແລງ ບໍ່ເຫັນເຂົາເຂົ້າຄົວ ຊ່ວຍເຈົ້າເຮືອນ ຄົວກິນ, ລົງທ່າຊ່ວຍປະຊາຊົນຫົດຜັກຫົດຫຍ້າ, ວັນນັ້ນກັບມາແຕ່ໂຮງເໝື່ອຍໆ ກໍເຫັນພາເຂົ້າບໍ່ທັນລ້າງຖິ້ມຊະຢູ່ ຊານເຮືອນ ທ້າວບຸນລາວກໍເກັບເອົາໄປລ້າງທ້າວແກ້ວ ກໍຢ່າງໄປຫາທ້າວບຸນແລ້ວຖາມວ່າ.

       ທ້າວແກ້ວ: ບຸນນ້ອງເຮັດຫຍັງ ?

       ທ້າວບຸນ:   ລ້າງຖ້ວຍ.

       ທ້າວແກ້ວ: ນ້ອງດີເນາະລ້າງຖ້ວຍກະເປັນ ?

       ທ້າວບຸນ:   ນ້ອງເຮັດມາແຕ່ຈື່ຄວາມໄດ້.

       ທ້າວແກ້ວ: ຍັງດີກວ່າອ້າຍ ລ້າງຖ້ວຍບໍ່ເປັນເລີຍ.

       ທ້າວບຸນ:   ແມ່ນຊັ້ນບໍ ?

       ທ້າວແກ້ວ: ແມ່ນ…ຕັ້ງແຕ່ອ້າຍເກີດມາ ບໍ່ເຄີຍລ້າງຖ້ວຍຢ່າງແມ່ຈະ ເປັນຄົນເຮັດເອງໝົດ.

       ທ້າວບຸນ:   ສົມພໍດອກ ເປັນເວລາສິບວັນແລ້ວ ບໍ່ເຫັນອ້າຍເຮັດຫຍັງຊ່ວຍ ປະຊາຊົນເລີຍ, ເປັນອາສາສະໝັກນີ້ດີເນາະ ເຮັດຫຍັງບໍ່ເປັນເລີຍ.     

      

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

- ທີ່ປາກເຊ ທ້າວແກ້ວໄດ້ເອົາເມັຍໄປຂໍຂະມາແມ່ຍ່າ, ວັນນັ້ນ ມີຄົນມາເຮືອນຫຼາຍຄົນ ພໍດີແມ່ຍ່າຕ້ອງການຈອກ ຈຶ່ງບອກໃຫ້ຄົນເອົາມາໃຫ້ ພໍງວາກໄປ ເຫັນລູກສະໃພ້ ຈຶ່ງຮ້ອງຖາມອອກໄປວ່າ.
- ແມ່ຍ່າ: ອີນາງ ມີຈອກບໍ ?
- ລູກສະໃພ້: ໂດ່ຍ......ມີ່ໂອ໋.
- ແມ່ຍາ: ເອີ.....ໂອກະເອົາລູກ ເອົາມາໂລດ.
- ລູກສະໃພ້ເອົາຈອກມາໃຫ້ ແມ່ຍາ.
- ແມ່ຍ່າ: ເອ໊...ບອກວ່າມີໂອ ຄືຈັ່ງວ່າເອົາຈອກໃຫ້ລະ

- ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

- ນາງສີໄປຮຽນຢູ່ປະເທດຈີນ ວັນໜຶ່ງລາວຢາກໄດ້ຟອນຕ໌ພາສາລາວໄປລົງໃນເຄື່ອງຄອມພິວເຕໃໝ່ຂອງລາວ ເຊິ່ງລາວກຳລັງຊື້ນັ້ນ ທີ່ຈິງຟອນຕ໌ລາວໃນ ຄອມພິວໃນນັ້ນກໍມີແລ້ວ ແຕ່ລາວຢາກໄດ້ອີກ ເນື່ອງຈາກລາວຈະເອົາໄວ້ໄປອອກແບບຮູບກຣາຟິກຕ່າງໆ ທີ່ລາວສຶກສາຢູ່, ລາວຄິດເຫັນແຕ່ ແຟນຂອງລາວ ທີ່ຢູ່ເມືອງລາວ ທີ່ພໍຊ່ວຍເຫຼືອໄດ້ລາວກໍຈັດການສົ່ງ ອີແມລໄປຫາແຟນລາວທັນທີ ເຊິ່ງມີເນື້ອໃນຕອນໜຶ່ງຂອງຈົດໝາຍອີກເລັກໂຕນິກວ່າ:

- ເອີອ້າຍແກ້ວ ນ້ອງໄດ້ຊຶ້ຄອມໃໝ່ ນ້ອງມີຄວາມຈຳເປັນຢາກໄດ້ຟ້ອນລາວຫຼາຍແບບມາໄວ້ ຄັນອ້າຍມີຟ້ອນລາວແບບງາມ ຫຼືເຫັນມີຢູ່ໃສແລ້ວລວບ ລວມສົ່ງມາທາງອີເມລ ໃຫ້ນ້ອງແນ່.....(ເນື້ອຄວາມອີເມລເປັນຈັ່ງຊີ້).

- ເມື່ອທ້າວແກ້ວເບິ່ງອີເມລ ກໍເຫັນຈົດໝາຍຈາກແຟນ ກໍຈັດການເປິດອ່ານເບິ່ງເນື້ອຄວາມຕ່າງໆແລ້ວ ເຂົ້າໃຈວ່າແຟນຂອງຕົນຕ້ອງການຟ້ອນລາວແບບ ຕ່າງໆ ກະພໍດີທີ່ທ້າວແກ້ວມີ ວີຊີດີ ຟ້ອນມະໂລລາ, ຟ້ອນດອກບົວທອງ ແລະອື່ນໆ ທີ່ຊີ້ມາກໍຈັດການແປງເປັນເອັມພີສີ່(MP4) ສົ່ງໄປທາງອີແມລທັນທີ, ນາງສີເມື່ອເປີດເບິ່ງຈົດໝາຍທາງອີເມລຂອງແຟນທີ່ສົ່ງໄປໃຫ້ນັ້ນ ເຕັມແຕ່ບົດຟ້ອນຕ່າງໆ ກໍເກີດຄວາມສົງໄສຈຶ່ງ ເປີດແຊັຕໂລມກັນທາງສະກາຍ ທັນທີ ນາງສີຈຶ່ງ ຖາມທ້າວແກ້ວວ່າ.

- ນາງສີ: ເອີ.....ອ້າຍແກ້ວນ້ອງຢາກໄດ້ຟ້ອນລາວ ອ້າຍຄືບໍ່ສົ່ງມາໃຫ້ແນ່ ຫຼືວ່າບໍ່ມີບໍລະ ?
- ທ້າວແກ້ວ: ກະດ່ຽວວ່າອ້າຍສົ່ງໄປບໍ່ແມ່ນບໍ ? ມີແຕ່ບົດຟ້ອນງາມໆ ນ້ອງບໍ່ໄດ້ຮັບຊັ້ນບໍ ?
- ນາງສີ: ບໍ່ມີໜາອ້າຍ.
- ທ້າວແກ້ວ: ບ໊ະ ເປັນໄປບໍ່ໄດ້ດອກ ອ້າຍແປງເປັນເອັມພີສີ່ຈົບເຈືອ ສົ່ງໄປຕັ້ງຫຼາຍບົດຟ້ອນ, (ບ້ອຍແຕ່ຍິນວ່າເອັມພີສີ່ເທົ່ານັ້ນເອງນາງສີສະເດືອກຮູ້ທັນ ທີ).
- ນາງສີ: ເອີ....໕໕໕໕໕໕໕ ອ້າຍສົ່ງເອັມພີສີ່ບົດຟ້ອນນີ້ບໍມາ.
- ທ້າວແກ້ວ: ເອີ ແມ່ນແລ້ວ ເຫັນແລ້ວບໍລະ.
- ນາງສີ: ໂອ້ຍ.......ສົມພໍດອກເປີດອີເມລໃດ ກະມີແຕ່ບົດຟ້ອນໆ ທີ່ແທ້ມັນແມ່ນຄົນລາວຟ້ອນນີ້ນໍ ? ບໍ່ແມ່ນຟ້ອນ ໕໕໕໕໕໕໕໕໕໕
- ທ້າວທ້າວ: ຟ້ອນອີຫຍັງອີກລະ ?
- ນາງສີ: ຟ້ອນອັກສອນລາວຫັ້ນນ່າ................
- ທ້າວແກ້ວ: ເອີ.........ຫ່າເຮີຍ ນຶກວ່າວ່າ ຟ້ອນໆໆໆໆ ທີ່ແທ້ມັນແມ່ນຟອນຕ໌ນີ້ເອງ ຫ່າໆໆໆໆໆໆໆໆໆໆໆໆ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍອມຮັບວ່າເຮັດຜິດພຽງຮັບຮູ້----------------ປະສານຈອດໃຈຈູນ ຊື່ໆດອກ
ເພື່ອຊູນໃຈຄົນຄິດ---------------------------ຕາບຕິດໃຫ້ຈະແຈ້ງ
ເພື່ອສະແດງໃຫ້ເຫັນຮູ້----------------------ວ່າຄວາມຜິດທີ່ທຳຢູ່
ມັນເກີດ​ຈາກຄວາມບໍ່ຮູ້-----------------------ວ່າ(ນາງນ້ອງ)ຊິມັກບໍ ? ນັ້ນເອງ.

ຄັນວ່າ "ບໍ່ມັກ" ກະຊີ້ງໍ້----------------------ງໍຄົດໄປຕາມແລວ ເນີນາງເນີ
ມັນຫາກຜືນໃຈຈິດ---------------------------ເຈດມະໂນໃນ(ອ້າຍ) ອິອິອິ
ແຕ່ເສັຍດາຍນາງນ້ອງ-----------------------ແນວດີກະມີຢູ່ ອູອູອູ່
ຈຶ່ງຊູຊີຮັບຮູ້---------------------------------ຍອມຮັບໄວ້ຜູ້ດຽວ ອຽວອຽວອຽວໆໆໆ

ແຕ່ທີ່ຈິງນັ້ນ ໄປຟັງເທດພຣະເວົ້າ------------ບອກວ່າມັນບໍ່ຄວນ ເນີນ້ອງເນີ ເອີເອິເອິໆໆໆໆ
ຄົນທຳຜິດກໍຍ່ອມຜິດ-------------------------ຮັບແທນກັນບໍໄດ້ ໄອ້ໄອ້ໆໆໆໆ
ໃຜທຳຜິດຄົນນັ້ນໃຊ້--------------------------ຮັບໄປຄົນລະທ່ອງ ອ່ອງໆໆໆໆໆໆໆ
ທັງຜ່ອງນາງແລະອ້າຍ-----------------------ມັນຜິດແທ້ ດັ່ງດຽວ ອຽວໆໆໆໆໆໆໆໆໆ

ຢ່າເທາະກັມກອດກ້ຽວ------------------------ວຽນວັດພັດໄປໃສ ກະຕາມທ້ອນ
ນາງຊິໄປນະຣົກ-----------------------------ຊິພົກຖົງຕາມນ້ອງ
ຫຼືຊິເຫາະເຫີນຟ້າ---------------------------ໄປເນົານຳເທວະຣາດ
ອ້າຍກະຊິຫອບເສື່ອສາດກັບທັງເຕັນຕ໌ດ່າງກວ້າງ--------ໄປນຳນ້ອງຢູ່ສະຫວັນຫັ້ນແລ້ວ ແອ໋ວໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2009 | ມີ 2 ຄຳເຫັນ ແລະ 0 trackback(s)

alt

ກອນແບບນີ້ ເປັນກອນ ໙ ແບບລາວ, ລັກສານະ ແມ່ນການຫິ້ຼນຄຳ ຫຼືຫຼິ້ນວະລີ ໂດຍເນັ້ນການໃຊ້ຄວາມໝາຍຂອງເລື່ອງເປັນຈຸດເດີນເລື່ອງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ກອນແບບນີ້ ເປັນກອນອ່ານທົ່ວໄປ ແຕ່ເປັນການຫຼິ້ນຄຳ ແລະໃຊ້ເນື້ອໃນເປັນການເດີນເຣື່ອງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສາວໄຮເທັຄ-------ບໍ່ແມ່ນເຈັກ-----------------ລູກລາວແທ້

ເບິ່ງເອົາແມ໊---------------ສຸດໄຮເທັຄ-----------------ເຈັກອາຍໝົດ

ສຸດໄຮເທັຄ---------------ບໍ່ມີກິນ----------------------ກໍຍອມອົດ

ເອົາພາບພົດ-------------ສາວໄຮເທັຄ-----------------ໃຫ້ເຈັກອາຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສ້າງຄວາມດີ-----ຜີບໍ່ເຫັນ-----ກະຕາມເຖີດ
ຍ່ອມປະເສີດ-----ສູງສົ່ງ-------ຢູ່ທີ່ໃຈ
ເຖິງແມ່ນວ່າ-----ເທບພະດາ---ສຸລາໄລ
ເພິ່ນຢູ່ໄກ--------ມອງບໍ່ເຫັນ---ເຮົາເຫັນເອງ

ເຮົາທຳດີ--------ເຮົາເອງເຫັນ----ເຮົາເອງຮູ້
ແມ່ນສັດຕູ-------ມອງບໍ່ເຫັນ------ຊ່າງຫົວເຂົາ
ເຮົາສ້າງດີ-------ເຮົາໄດ້ດີ--------ສຸກຕົວເຮົາ
ເຖິງວ່າເຂົາ-------ຫຼຽວບໍ່ເຫັນ-----ບໍ່ເປັນສັງ

ເຮົາສ້າງດີ--------ດີຍ່ອມຊ່ວຍ----ອ່ວຍພະລັງ
ເປັນມົນຂັງ-------ຫຼັ່ງນ້ຳໃຈ-------ເໝືອນໄດ້ພອນ
ສ້າງຄວາມດີ-----ເຖິງຍາກແນ່-----ບໍ່ຂາດຕອນ
ເໝືອນດັ່ງພອນ---ຈາກຟາກຟ້າ----ປະຊາຊົມ

ຄົນສ້າງດີ--------ແມ່ນສ້າງນ້ອຍ----ຢ່ານ້ອຍໃຈ
ຈົ່ງສ້າງໄປ-------ສ້າງຢ່າຢຸດ--------ເໝືອນຂຸດດິນ
ສ້າງຢູ່ເລື້ອຍ-----ເໝືອນເມັດຝົນ-----ສາຍທາຣິນ
ຫຼັ່ງລົງດິນ--------ບວກໜອງຖິ່ນ-----ນະທີນອງ

ອັນຄວາມດີ------ເທວະດາ----------ຢູ່ຟ້າຍ້ອງ
ຄົນຈອງຫອງ-----ອິດສາ------------ຢ່າສົນເສີຍ
ເຮົາສ້າງດີ--------ບຸນມາຊ່ວຍ-------ມີເກີນເກີຍ
ສ້າງໄປເລີຍ------ເປັນເສັ້ນທາງ------ໄປນິພານ
(ນິພານ-ຄືຄວາມສຸກສັນຕິ ທັງໃນໂລກນີ້ ແລະໂລກນີ້, ນິບພານໃນໂລກນີ້ ຄື ໂລກີຍະສຸກ ສຸກທີ່ສັນຕິໃນໂລກ, ຫາກຄວາມທຸກມາບຽດບຽນບຍາກ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2009 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ສ້າງຄວາມດີ ສ້າງທີ່ໃດ ກໍຍ່ອມໄດ້
ສ້າງຢູ່ໃກ້ ສ້າງຢູ່ໄກ ໄດ້ທຸກຫົນ
ວ່າແຕ່ສ້າງ ສິ່ງດີໄວ້ ໃນເມືອງຄົນ
ຄວາມສຸກລົ້ນ ດ້ວຍຜົນດີ ທະວີຄູນ

- ຄັນສ້າງດີ ຍ່ອມໄດ້ດີ ດີຕ້ອງຕອບ
ໃຜກໍຊອບ ໃນຄວາມດີ ທີ່ເຫັນຜົນ
ສ້າງຄວາມດີ ບໍ່ມີຊົ່ວ ມາເຈືອປົນ
ດີບັນດົນ ໃຫ້ທຸກຄົນ ໄດ້ດີຕາມ

- ອັນຄວາມດີ ຄິດວ່າດີ ທຳໄປເຖີດ
ຢ່າຕະເຫຼີດ ສ້າງຄວາມດີ ດີແອບແຝງ
ສ້າງຄວາມດີ ແຕ່ເອົາຊົ່ວ ມາຈຳແລງ
ຍ່ອມພິກແພງ ແປງຄວາມດີ ທຸກຕິດຕາມ

- ສ້າງຄວາມດີ ສ້າງທີ່ໃດ ສ້າງໄປເກີດ
ໃຫ້ມັນເກີດ ເປີດເສັ້ນທາງ ຢ່າງສົດໃສ
ສ້າງຄວາມດີ ເອົາດີໄວ້ ອາທອນໃຈ
ຍ່ອມສຸກໄດ້ ຜົນຂອງດີ ນິດນິຣັນ
---
ວັນທີ ໐໗/໐໙/໐໙
ດ້ວຍຄວາມຮັກແພງ ແລະນັບຖືກຍິ່ງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- alt

- ດອກໄມ້ນີ້ງາມເລີດລົ້ນ-----ເຫຼືອຫຼາຍ

ສີມັນງາມເກີນບັນຍາຍ------ຫຼາກເຊື້ອ

ບານເຮື່ອເຮຶ້ອ----------------ຫຼາຍສີ

ເໝືອນຄົນເຮົານີ້-------------ແຕກຕ່າງ

ພໍ່ແມ່ສາຍເລືອດດຽວແທ້---ຍັງຕ່າງຊັ້ນ ທີ່ໃຈ

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ໜຶ່ງໃນກອນ ໃນປຶ້ມ "ປຣັຊຍາຫາອື່ງ" ຂອງອາຈານດາວວຽງ ບຸດນາໂຄ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

- ກ່ອນຊິເລົ່ານິທານກ້ອມ ຂໍແຈ້ງການໃຫ້ຮູ້ກ່ອນ ຄື ທີ່ວຽງຈັນ ວັນທີ ໑ ກັນຍາ ຝົນຕົກແຮງເລີ່ມເວລາ ໐໙:໐໐ ໂມງກົງ, ນິທານນີ້ກ້ອມທີ່ສຸດຊິເວົ້າໃຫ້ຟັງ ອ່ານເອົາເອງເດິ.
------------

- ທ້າວແກ້ວລາວໄປຫາປາທີ່ຫ້ວຍກຸດ ພໍດີລາວໄປເຫັນແຂ້ຫາງກຸດ ກໍເລີຍສຸດເທົ່ານັ້ນຈ້ອຍ.....(ອິອິອິ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍາມຫາກເມື່ອ--------ສອງຮຽມເຮົາ-------ເຂົ້າໃຈກັນ
ຮ້ອຍຮັກນັ້ນ----------ໃຫ້ຫຸ້ມຫໍ່-----------ດ້ວຍນ້ຳໃສ
ເອົາຜືນໂລກ----------ນະພາກວ້າງ--------ຫຼືອື່ນໃດ
ມິອາດໃຫຍ່-----------ເທົ່າຮັກສອງ---------ປອງດອງກັນ

ຮັກເຮົາສອງ----------ດອງດ້ວຍຈິດ--------ຄິດເມດຕາ
ແມ່ນວາຈາ-----------ກົງກັບຈິດ -----------ຕິດນິໄສ
ການກະທຳ-----------ກັບວາຈາ------------ພ່ອງດ້ວຍໃຈ
ຍ່ອມຍິ່ງໃຫຍ່---------ນ້ຳດິນຟ້າ------------ມິອາດປານ

ຮັກເທົ່າຟ້າ-----------ເປັນຄຳເວົ້າ----------ທີ່ສາບສວຍ
ມິອາດຊ່ວຍ----------ໃຫ້ຮັກສອງ----------ນັ້ນສົມຫວັງ
ຫາກບໍ່ເອົາ-----------ຈິດເວົ້າທຳ----------ເປັນພະລັງ
ຮັກຍ່ອມພັງ----------ມ້ວຍມອນ------------ບັນທອນໃຈ
(ແຕ່ງແບບນີ້ກະເປັນ-ລອຍຕາມລົມເດີ----ອິອິອິ------ຮັກແບບພຸດດີກວ່າ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2009 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2009 | ມີ 6 ຄຳເຫັນ ແລະ 0 trackback(s)


ອ້າຍຮັກນ້ອງເໜືອກວ່າຊີວິດ

          ທ້າວແກ້ວ: ພາດຫວັງ ກັບນາງຕິີ໋ມແລ້ວ ເຮັດໃຫ້ທ້າວແກ້ວອົກຫັກຈົນດາມບໍ່ໄດ້ ທ້າວຈຶ່ງໄດ້ແກ່ກິນເຫຼົ້າ ເພື່ອຫັກ ຫ້າມໃຈໃຫ້ລືມຕິ໋ມ, ໝູ່ກອງສອງຊັ້ນ ຜູ້ຮ່ວມອຸດົມການເຫັນແລ້ວ ກໍນຶກສົງສານ ໄປຊອກຫາກສາວຄົນງາມ ແລະມີນິໄສເໝືອນ ນາງຕິ໋ມ ມາໃຫ້ທ່າວແກ້ວເລືອກ, ຈັ່ງແມ່ນຟ້າປະທານ ແລະສົງສານທ້າວແກ້ວ ໝູ່ລາວເລືອກສາວມາໃຫ້ ຈັ່ງແມ່ນເໝືອນສາວ ຕິ່ມສຸດທີ່ຮັກຂອງແກ້ວ ເກືອບໝົດທຸກຢ່າງ ວ່າແຕ່ທ້າວແກ້ວເຫັນແລ້ວກໍຊູນໃຈເໝືອນກັບໄຟຊ໊ອດ, ທ້າວແກ້ວມີຈຸດອ່ອນອັນໜຶ່ງ ຄື ວ່າເປັນຄົນຮັກບໍ່ກ້າບອກ, ເມື່ອຄົບກັນໄດ້ຫຼາຍວັນແລ້ວ ທ້າວແກ້ວຕັດສິນໃຈບອກຮັກສາວໝວຍ ຜູ້ມາໃໝ່ນີ້ ແຕ່ຕ້ອງໄປກິນເຫຼົ້າ ຍ້ອມໃຈສາກ່ອນ, ວັນນັ້ນຟ້າຂາວ ດາວສະຫວ່າງໄດ້ໂອກາດເໝາະ ຊັດເຫຼົ້າໄປຫຼາຍຈອກຈົນເກືອບເມົາ ເວົ້າຈາຕ່າງສຽງ ຄົນແລ້ວທ້າວແກ້ວໄປຫານາງໜວຍເຖິງເຮືອນ ໄດ້ໂອກາດຈຶ່ງບອກນາງວ່າ:

          ທ້າວແກ້ວ: ໝວຍ………ອ້າຍມີເລື່ອງເວົ້າກັບນ້ອງ, ຄົງຊິບໍ່ວ່າຫຍັງຕິ.

          ນາງໝວຍ: ເວົ້າໂລດ.

          ທ້າວແກ້ວ: ອ້າຍຮັກນ້ອງເໜືອກວ່າຊີວິດອ້າຍ.

          ນາງໝວຍ: ອືມ໌….ນ້ອງຮູ້ແລ້ວ.

          ທ້າວແກ້ວ: (ສົງໄສຕາມເຄີຍ ເພາະສາວໝວຍບໍ່ໄວ້ລາຍຈັກດີ້) ນ້ອງຄືຮູ້ໄວແທ້.

          ນາງໝວຍ: ເທົ່າທີ່ນ້ອງຮູ້ມາ….ອ້າຍກິນເຫຼົ້າຈົນເມົາທຸກວັນ, ວັນນີ້ ອ້າຍກັບນ້ອງນັ່ງຫ່າງກັນເປັນວາ ກໍຍັງເໝັນ ກິ່ນເຫົ້ຼາສະເອືອນ, ສະແດງວ່າອ້າຍບໍ່ຮັກອ້າຍເອງ ໄປຫາທ່ຽວແຕ່ຮັກໝູ່, ນ້ອງຈຶ່ງເຊື່ອ ຄຳອ້າຍ.

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ອ້າຍຮັກນ້ອງຍິ່ງກວ່າຊິວິດອ້າຍ
ທ້າວແກ້ວ ຮັກນາງຕິິີ໋ມຈົນໝົດໃສ້ໝົດພຸງ ແຕ່ບໍ່ກ້າບອກ ເພາະອາຍ(ລັກຮັກ-ຢ່າແອບຮັກ), ທ້າວແກ້ວຫາວິທີບອກກັບນາງຕີ໋ມ ຫຼາຍຈຶ່ງຕັດສິນໃຈຂໍເງິນແມ່ໄປຊື້ໂທຣະສັບ ເພື່ອນາງໂດຍສະເພາະ ວ່າແຕ່ຊື້ແລ້ວກໍໂທຫານາງເປັນຄົນແຮກເລີຍ ເພາະໄດ້ເບີກັບໝູ່ຂອງ ນາງມາກ່ອນແລ້ວ.
ທ້າວແກ້ວ: ຮັນໂຫຼ….ຕິ໋ມບໍ ?
ນາງຕີິ໋ມ: ໂຫຼຍ…ໃຜຫັ້ນ.
ທ້າວແກ້ວ: ໜີ້ອ້າຍແກ້ວໜາໜີ້ໜາ ນ້ອງຕ໋ິມ, ເບີໂທຣທີ່ປາກົດແມ່ນເບີ້ອ້າຍເດີບັນທຶກໄວ້ແນ່ ອ້າຍຊື້ໂທຣະສັບເພື່ອນ້ອງໂດຍສະ ເພາະໃດນີ້.
ນາງຕີິ໋ມ: ໂຫຼຍ…ມີຫຍັງເບ໊າະອ້າຍ.
ທ້າວແກ້ວ: ຟັງດີໆໆນະຕິ່ມ ອ້າຍຊິບອກ.
ນາງຕີິ໋ມ: ໂຫຼຍ…ວ່າມາໂລດ.
ທ້າວແກ້ວ: ອ້າຍຮັກນ້ອງຍິ່ງກວ່າຊີວິດຂອງອ້າຍເລີຍ ນ້ອງເຊື່ອບໍ ?
ນາງຕີິ໋ມ: ໂຫຼຍ…ເຊື່ອແລ້ວ(ທ້າວແກວ້ສົງໄສ ບ໊ະຄືເຊື່ອໄວແທ້ຫວ້ະ)
ທ້າວແກ້ວ: ນ້ອງຄືເຊື່ອໄວແທ້.
ນາງຕີິ໋ມ: ນ້ອງເຊື່ອອ້າຍໂລດ, ເພາະນັບແຕ່ນ້ອງເຫັນອ້າຍມາ ບໍ່ເຫັນອ້າຍເຮັດຫຍັງເລີຍ, ຮຽນກະບໍ່ຮຽນ, ເຮັດວຽກກະບໍ່ເຮັດ, ແຕ່ລະວັນ ນ້ອງເຫັນອ້າຍມີແຕ່ຂີ່ລົດຫຼິ້ນ ໄປໝົດມື້ໝົດເວັນ, ອ້າຍຄົງບໍ່ຮັກຊີວິດຂອງອ້າຍແນ່ນອນ ນ້ອງເຊື່ອ.
ທ້າວແກ້ວ: ອໍ້…………….(ປິດສາຍ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ຄົນລາວເຮົາໄປຮຽກເອີ້ນ----------ແວ່ນສ່ອງວ່າກະຈົກ
ມັນຍ່ອມມີທາງຮົກ-------------------ຫຍຸ້ງເຫຍິງທາງແທ້
ຫາກສ່ອງມອງກະຈົກແລ້ວ----------ບໍ່ເຫັນເງົາກໍສົມວ່າ
ເພາະແວ່ນມີບາຣ໌ຢູ່ພື້ນ---------------ກະຈົກເຈົ້າຈຶ່ງສອງເງົາ ໄດ້ແລ້ວ

- ເອົາກະຈົກຈັກຮ້ອຍ-----------------ມາແຍງເງົາຫາງ່ອນ
ຄົງບໍ່ເຫັນງ່ອນໂຄ້ງ--------------------ຫູພ້ອມຕານຳ
ຄັນຢາກເຫັນສິ່ງນັ້ນ-------------------ໃຫ້ເອົາແວ່ນມີເງົາ ສ່ອງເດີ
ຫາກຊິເຫັນຮອດເຫົາ------------------ຫງອກນຳບໍ່ມີພັ້ງ (ພາດພັ້ງ).

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

alt

- ວັນນັ້ນເດັກນ້ອຍຫຼາຍ ຄົນໄປທ່ຽວພຣະທາດຫຼວງ ເຫັນພຣະທາດຫຼວງແລ້ວເກີດຄວາມຄິດຂຶ້ນມາ ເດັດນ້ອຍຄົນທີ ໑ ຊື່ທ້າວແກ້ວ
໑. ທ້າວແກ້ວ: ໃຜຮູ້ວ່າພຣະທາດຫຼວງເປັນສັນຍາລັກຂອງຫຍັງ ?
໒. ທ້າວສັນ: ເປັນສັນຍາລັກຂອງກະທູບຈູດໄຫວ້ພຣະ.
໓. ທ້າວກຸ: ເວົ້າໄປທົ່ວທີບ ຊິມີຈັກເທື່ອ.
໔. ທ້າວສັນ: ແມ່ເຮົາເປັນຄົນຂາຍເອງ ຂາຍດິບຂາຍດີບໍ່ຢອກ,
໕. ທ້າວກຸ: ເປັນສັນຍາລັກຂອງຖົງຢາງລາວ,
໖. ທ້າວແກ້ວ: ຖົງຢາງຫຍັງ.
໗. ທ້າວສັນ: ຖົງຢາງໃສ່ຂອງກິນນີ້ແລ້ວ ແມ່ເຮົາມາແຕ່ຕະຫຼາດ ມາຫໍ່ຖົ່ວດິນຂາຍຕະຫຼອດ.
໘. ທ້າວສ້ອຍ: ບ້າ...ມັນບໍ່ແມ່ນດອກ ມັນເປັນສັນຍາລັກໄມ້ຈີ້ມແຂ້ວລາວ.
໙. ທ້າວສັນ: ໝໍສ້ອຍນີ້ແຮ່ງເວົ້າໄປທົ່ວທີບ, ມີຢູ່ໃສລະ ?
໑໐. ທ້າວສ້ອຍ: ມີ...ແຕ່ດຽວນີ້ ຄືບໍ່ມີແລ້ວ ສົງໃສໂຮງງານເຈັ້ງໄປແລ້ວ.
໑໑. ທ້າວອອນ: ພຣະທາດຫຼວງນີ້ເປັນຍາລັກຂອງກາຊາດ.
໑໒. ທ້າວສ້ອຍ: ແມ່ນຊັ້ນບໍ ?
໑໓. ທ້າວແກ້ວ: ໂອ່ຍ....ອັນນີ້ຮັບຮອງວ່າແມ່ນ ເພາະເຫັນຢູ່ໃນໝວກພໍ່ເຮົາ.
໑໔. ທ້າວກົງ: ພຣະທາດຫຼວງເປັນສັນຍາລັກຂອງພຸດທະເຈົ້າ ແລະພຸດທະສາສະໜາ,
໑໕. ທ້າວແກ້ວ: ເອີ....ອັນນີ້ ກະແມ່ນຄືກັນ ເພາະທຸກໆ ປີເຮົາກໍບຸນທາດຫຼວງ.
໑໖. ທ້າວສຸກ: ຂອງເຮົາແຫ່ງຄັກ,
໑໗, ເດັກທັງຫຼາຍງວກໄປຍັງທ້າວສຸກຄົນດຽວແລ້ວພ້ອມກັນເວົ້າວ່າ : ຄັກຈັ່ງໃດ ?
໑໘. ທ້າວສຸກ: ພຣະທາດຫຼວງເປັນສັນຍາລັກຂອງເບັຍລາວ.
໑໙. ເດັກທັງຫຼາຍ: ເຫັນຢູ່ໃສ ?
໒໐, ທ້າວສຸກ: ເຈົ້າບໍ່ເຫັນບໍ ຢູ່ຄໍແກ້ວເບັຍຫັ້ນ.
໒໑. ທ້າວແກ້ວ: ແລ້ວພວກເຮົາຊິຕົກລົງກັນວ່າ "ພຣະທາດຫຼວງສັນຍາລັກຂອງອີ່ສັງລະ".
໒໒. ເດັກນ້ອຍທັງຫຼາຍພ້ອມກັນ: ເປັນຫຍັງກະຊ່າງຫົວມັນເຖີດ ສຸດແລ້ວແຕ່ຜູ້ໃຫຍ່ເພິ່ນເທາະ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

alt

ທ້າວສີ ທ້າວສັນໂສກັນ
- ສີ: ສັນກິລາສີ່ແກມ ຄັ້ງທີ ໒໓໔ ປີ ໙໐໐໒ ນັ້ນລາວເຮົາໄດ້ຮັບກຽດເປັນເຈົ້າພາບອີກຄັ້ງໜຶ່ງ
- ສັນ: ໃຜວ່າ
- ສີ: ເຮົານີແລ້ວວ່າ.
- ສັນ: ຈັ່ງໃດ ໂຕຈຶ່ງຮູ້.
- ສີ: ບໍ່ຮູ້ຈັ່ງໃດເຮົາ ຈົນອອກໂລໂກ້ແລ້ວ.
- ສັນ: ໃສ ?
- ສີ: ນີ້ເດ
- ສັນ:ເອີ...ງາມເນາະ ແຕ່ເຮົາຢາກຕິຈັກໜ່ອຍວ້ະ
- ສີ: ຕິຫຍັງ ?
- ສັນ: ຄືຈັ່ງວ່າໂຕເອົາອະນຸສາວະລີໃສ່ ຄືບໍ່ໃສ່ພຣະທາດຫຼວງ.
- ສີ: ມັນຈຶ່ງບໍ່ຜິດ.
- ສັນ: ບໍ່ຜິດຫຍັງ ?
- ສີ: ບາດຕໍ່ໄປບໍລິລັດເບັຍອັນໃດອັນໜຶ່ງ ຕ້ອງການເປັນສະປອນເຊີເອົາຮູບໂລໂກນີ້ໄປໃສ່ ມັນຈຶ່ງຊຊິບໍ່ຜິດ ແລະບໍ່ມີໃຜຕິ.
- ສັນ: ເອົາພຣະທາດຫຼວງໃສ່ ມັນຊິເປັນຫຍັງມັນຍິ່ງດີຕົວະ ສັນຍາລັກວຽງຈັນ.
- ສີ: ອະນຸສາວະລີແຫ່ງສັນຍາລັກຄັກ ໃຜໆ ກໍຢາກມາເຫັນ.
- ສັນ: ແຕ່ມັນບໍ່ຄັກຄືພຣະທາດຫຼວງ.
- ສີ: ບາດເຮົາເອົາໄປໃສ່ມັນກະຄັນດີ ເບິ່ງແມ໊ະພຣະທາດຫຼວງຫັ້ນສັນຍາລັກຊາດກະປານນັ້ນ, ກະດູກພຣະພຸດທະເຈົ້າກະປານນັ້ນ, ແລະເປັນພຣະທາດຢູ່ກາງວັດທັງສອງວັດ: ບາດເອົາພຣະທາດ ໄປໃສ່ໄວ້ແກ້ວເບັຍ, ພຣະພຸດທະເຈົ້າຊິບໍ່ເມົານຳເຮົາບໍ ?
- ສັນ: ອືມ໌ ໜ້າຄິດ......................

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

- ຫຼັງຈາກນາຍພານຂອງທ່ານບັກຄວາຍ ໄປພໍ້ທາຊານແລ້ວ ທາຊານກໍບໍ່ຈັກຊິແນະນຳນາຍພານໃຫ້ກັບບ້ານໄດ້ຈັ່ງໃດ ເພາະທາຊານຄົນນັ້ນ ກໍບໍ່ຮູ້ຈັກທາງ ອອກຈາກປ່າມາຕັ້ງແຕ່ຍັງນ້ອຍພຸ້ນ ທາຊານຍັງຂີ້ຮ້າຍກວ່ານາຍພານຊ້ຳອີກບໍ່ເຄີຍເຂົ້າອອກຈາກປ່ານີ້ຈັກເທື່ອ ຈຶ່ງໄດ້ກາຍເປັນທາຊານມາຮອດບັດນີ້, ເມື່ອ ເປັນເຊັ່ນນັ້ນນາຍພານກະຊວນໃຫ້ທາຊານອອກຈາກປ່າໄປດ້ວຍກັນ ຍ້ອນຄວາມຊິນເຄີຍຢູ່ປ່າມາແຕ່ເກີດທາຊານຈຶ່ງ ຂໍຢູ່ປ່ານີ້ຕໍ່ໄປ ມີແຕ່ບອກໃຫ້ນາຍພານ ໄປຍັງດົງອັນກວ້າງໃຫຍ່ ຢູ່ເລິກເຂົ້າໄປຈາກທີ່ນີ້ອີກປະມານ ໓ ໜ່ວຍພູມີ ມີພະລືສີຢູ່ທີ່ນັ້ນ ໃຫ້ນາຍພານໄປຖາມພຣະຣືສີເບິ່ງ ເວົ້າແລ້ວນາຍພານກໍອອກເດີນ
ທາງມຸ້ງໜ້າສູ່ສຳນັກຂອງພຣະຣືສີຕາມທີ່ທາຊານບອກ, ເມື່ອໄປຮອດສຳນັກພຣະຣືສີແລ້ວ ນາຍພານກໍນັ່ງລົງຂາບສາມຄັ້ງ ນັ່ງທີ່ຄວນກໍເວົ້ານຳພຣະຣືສືວ່າ:
- ນາຍພານ: ນະມັດສະການພຣະຣືສີຂ້ານ້ອຍ.
- ພຣະຣືສີ: ເອີ.....ສະບາຍດີລູກ, ເຈົ້າຊັດເຊພພະເນຈອນມາຈາກທີ່ໃດໜໍ ?
- ນາຍພານ: ຂ້ານ້ອຍຫົຼງປ່າມາ ຂ້ານ້ອຍ.
- ພຣະຣືສີ: ຫະ....ວ່າຈັ່ງໃດນະ, ເວົ້າໃໝ່ເບິ່ງ.
- ນາຍພານ: ຂ້ານ້ອຍເດີນທາງອອກມາໂຫ່ສັດກັບທ່ານບັກຄວາຍ ແລະໝູ່ພວກ ກໍເລີຍຫຼົງປ່າ.
- ພຣະຣືສີ: ໝາຍວ່າທ່ານຫຼົງປ່າຊັ້ນບໍ ?
- ນາຍພານ: ໂດຍຂະນ້ອຍ.
- ພຣະຣືສີ: ເອີ.....ນາຍພານເຮີຍ, ອາຕະມາຫຼິງເຫັນເຫດການຂອງລູກແລ້ວ ເຫັນວ່າລູກບໍ່ໄດ້ຫຼົງປ່າເລີຍ, ລູກມາຖືກປ່າແລ້ວ, ລູກມາບໍ່ຜິດປ່າດອກ ນີ້ແລ້ວປ່າ ພໍ່ຢູ່ມາຕັ້ງແຕ່ນ້ອຍພຸ້ນ ຮັບຮອງໄດ້ເລີຍວ່ານີ້ຄືປ່າ ລູກບໍ່ຫຼົງປ່າແນ່ນອນ.
- ນາຍພານ:..........................................(????????).

------------------

ນຳມາຈາກໃບລານ ຂອງສາຍເຊລຳເພົາ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

- ທີ່ສຳນັກງານຂັບງື່ມແຂວງວຽງຈັນ ຕັ້ງຢູ່ທ່າລາດ ຫົວໜ້າກຳລັງຈັດແບ່ງງານໃຫ້ໝໍຂັບໄປປະຕິບັດງານຂັບກ່ອມຕາມລາຍການທີ່ຮັບງານໄວ້.
- ຫົວໜ້າສຳນັກງານ: ທອງໄສ ກັບແຫວນທອງ ວັນອອກພັນສານີ້ ໃຫ້ພວກເຈົ້ານຳທິມໄປຂັບທີ່ງານບຸນຊ່ວງເຮືອວຽງຈັນເດີ
- ໝໍຂັບງື່ມທອງໃສ: ທ່ານຫົວໜ້າ ຄືຊິໃຫ້ໄປໄກແທ້ ໃຫ້ຄົນອື່ນໄປແທນບໍ່ໄດ້ບໍ ?
- ຫົວໜ້າສຳນັກງານ: ຜູ້ອື່ນກະມີງານໝົດແລ້ວ ຍັງເຫຼືອແຕ່ເຈົ້າ ແລະຂ້ອຍກະໄວ້ໃຈເຈົ້າ ວ່າງານໃຫຍ່ໆຈັ່ງຊີ້ ກະມິແຕ່ເຈົ້າເທົ່ານັ້ນ ຈັ່ງຊິບໍ່ຂາຍໜ້າ.
- ໝໍຂັບງື່ມທອງໃສ: ຂ້ອຍວ່າ ມັນຊິຂາຍໜ້າຫຼາຍກວ່າທ່ານຫົວໜ້າ.
- ຫົວໜ້າສຳນັກງານ: ມັນຊິຂາຍໜ້າໄດ້ຈັ່ງໃດ ? ມັນກະມີແຕ່ເຈົ້າເທົ່ານັ້ນເປັນຄົນເກົ່າແກ່ ທັງມີປະສົບການຊິມີໃຜອີກທຽບທານເຈົ້າໄດ້.
- ໝໍຂັບງື່ມທອງໃສ: ມັນກະແມ່ນຄວາມຫົວໜ້າຢູ່ ເລື່ອງຂັບນີ້ ນ້ອງບໍ່ຢ້ານດອກ ຢ້ານແຕ່ຜິດບ້ານພານເມືອງເພີ່ນຫັ້ນແລ້ວ.
- ຫົວໜ້າສຳນັກງານ: ມັນຊິຜິດຫຍັງ ?
- ໝໍຂັບງື່ມທອງໃສ: ທ່ານຫົວໜ້າກະຮູ້ຕະຫວາວ່ານິໄສຂອງນ້ອງເປັນຈັ່ງໃດ ?
- ຫົວໜ້າສຳນັກງານ: ນິໄສນ້ອງກະດີແລ້ວເດ ບໍ່ມີບັນຫາຫຍັງໝົດເລີຍ ທີ່ຈະເສື່ອມເສັຍຕໍ່ສຳນັກງານເຮົາໃນໄລຍະຜ່ານມາ, ອ້າຍຮັບປະກັນໄດ້.
- ໝໍຂັບງື່ມທອງໃສ: ມັນກະແມ່ນຄວາມທ່ານຫົວໜ້າຢູ່, ແຕ່ມັນມີຈຸດໜຶ່ງທີ່ເປັນຈຸດບົກຜ່ອງຂອງນ້ອງ ຄືກ່ອນຈະຂັບໄດ້ ນ້ອງກໍຕ້ອງໄດ້ລ່ອງເຫຼົ້າຂາວ ກ່ອນ ໒-໓ ຈອກ ຈຶ່ງຂັບໄດ້, ຈຸດນີ້ຕີ ມັນຊິຜິດບ້ານພານເມືອງເພີ່ນຫັ້ນນາ.....!!!
- ຫົວໜ້າສຳນັກງານ: ໂອ....ເລື່ອງນັ້ນບໍ່ມີບັນຫາ ນ້ອງກິນຜ່ານມາ ກໍບໍ່ໄດ້ເສັຍວຽກເສັຍງານນີ້ໜ່າ ຫາລະໄປໂລດ ອ້າຍບໍ່ວ່າ.
- ໝໍຂັບທອງໃສ: ອ້າຍບໍ່ວ່າ ກະແມ່ນແລ້ວ ແຕ່ມັນຜິດກົດເຂົາໄດ໋ອ້າຍ.
- ຫົວໜ້າສຳນັກງານ: ມັນຊິຜິດອີສັງ ລອງມາວ່າເບິ່ງ ?
- ໝໍຂັບງື່ມທອງໃສ: ອ້າຍບໍ່ຮູ້ບໍ່ວ່າ ເຂົາປະກາດທົ່ວບ້ານທົ່ວເມືອງວ່າ "ເມົາບໍ່ຂັບ".
- ຫົວໜ້າສຳນັກງານ: ຮ່ວຍ...ມັນແມ່ນຊັ້ນບໍ ? ບ໊ະ ສັງມາວ່າຈັ່ງຊັ້ນ ຊາວລ່ອງງື່ມເຮົາ ມັນກະຜິດໝົດບ້ານໝົດເມືອງລະຕິ, ຄັນຍາມເມົາໃດ໋ ຈັ່ງຂັບອອກ.
- ຄົນໃນສຳນັກງານທັງໝົດ: ເອີ............ແມ່ນໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

------------------

ໝາຍເຫດ: ຫາກເອົາໄປພິມເຜີຍແຜ່ໃນສິ່ງພິມອື່ນ ຖືວ່າລະເມີດລະຂະສິດ.


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 215  |  ໜ້າຕໍ່ໄປ »