ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປີເກົ່າໃກ້ຈາກແລ້ວ ຄົນລ້ຽງສົ່ງຮ້ອງລາ

ພາວະນາໃຫ້ຫາຍໜີ ຈາກໄປໄກສິ້ນ

ປີໃໝ່ວຽນມາໃກ້ ຄົນສະຫຼອງໄຊສົດຊື່ນ

ສະຫຼອງກັນຈົນຄຶກຄື້ນ ສະຫຼອງມື້ປີໃໝ່ມາ

 

ຄົນທັງຫຼາຍລໍຖ້າ ຕ້ອນຮັບສະໜັບສະໜູນ

ລ້ຽງກັນຫຼາຍວັນຄືນ ເພື່ອເຝົ້າລໍວັນນີ້

ມີທັງກິນທັງຫຼິ້ນງັນແຊວ ຮ້ອງສະໜັ່ນ

ເມົາກັນສາມສີ່ມື້ ເພື່ອລໍຖ້າປິໃໝ່ມາ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ປີກາຍ ທີ່ວຽງຈັນໜາວພໍປະມານ ແຕ່ຊຽງຂວາງໜາວຈົນງົວ-ຄວຍຕາຍເປັນພັນໆ ເຫດການດັ່ງກ່າວເກີດຂຶ້ນ ໒ ຄັ້ງທີ່ຊຽງຂວາງ
- ປີກາຍ ທີ່ຊຽງຂວາງນໍ້າຝົນອັ່ງຖ້ວມຊຽງຂວາງຝົນເສັຍຫາຍໜັກ.
- ປີກາຍ ທີ່ວຽງຈັນຝົນຕົກຍາມເດືອນຈຽງ ແລະເດືອນຍີ່ ປີນີ້ລໍຟັງ.
- ປີກາຍ ນໍ້າຖ້ວມຫຼວງຫຼາຍແຫ່ງ ທີ່ເມືອງໄທຍ໌ນ້ໍາຖ້ວມພາກກາງຂອງໄທຍ໌
------------
- ປີກາຍ ໒໐໑໑ ຜ່ານໄປ ປີນີ້ ປີ ໒໐໑໒ ຊິເຂົ້າມາ
- ປີນີ້ ຄືຈາກມື້ນີ້ເປັນຕົ້ນໄປ ຝົນຈະແລ້ງ (ລໍເບິ່ງ)
------------
ປີກາຍໄດ້ຜ່ານພົ້ນ ປີໃໝ່ຊິວຽນມາ
ປີກາຍຄົນທັງຫຼາຍ ເກືອບຈີບຫາຍຕາຍຍ້ອນ
ມີຫຼາຍຄົນບໍ່ແຂງເຂັ້ມ ໄດ້ສູນຫາຍຕາຍຈາກ
ຄົນສ່ວນຫຼາຍລໍາບາກຍ້ອນ ປີນີ້ກ່ອນຊິກາຍ

ຄົນທັງຫຼາຍໄດ້ແຕ່ຮ້ອງ ຕ້ອນຮັບປີໃໝ່ມາ
ປີເກົ່າກາຍຜ່ານໄປ ບໍ່ສົນໃຈຊ້ໍາ
ມີແຕ່ເຮຮົນຮ້ອງ ສະບາຍດີປີໃໝ່
ບໍ່ມີໃຜກ່າວເວົ້າ ລາແລ້ວປີເກົ່າກາຍ

ປີເກົ່າດີເລີດລໍ້າ ທີ່ເຮົາຜ່ານວິກິດການ
ມີຄວາມສຸກສໍາລານ ຜ່ານມາຈົນປານນີ້
ບາງຄົນດີຫຼາຍລົ້ນ ຈະເລີນສີແສນຢ່າງ
ບາງຄົນສົມມາດແມ້ງ ຈະເລີນຂຶ້ນລື່ນທະວີ

ບາງຄົນເກືອບບວບບີ້ ປີ້ປົ່ນປານລົນໄຟ
ມີບົດຮຽນຫຼວງຫຼາຍ ທຸກກາຍໃຈເສົ້າ
ມີຄວາມເຫງົາຄວາມເສົ້າ ຄວາມອຸກຄວາມອັ່ງ
ນໍ້າຕາຫຼັ່ງອາບຍ້ອຍ ຜ່ານມາແລ້ວເພາະປີກາຍ

ເຮົາບໍ່ຄວນກ່າວຮ້າຍ ປີເກົ່າກາຍໄປ
ຫາກເຮົາພົບສິ່ງໃດ ຊິວ່າດີຫຼືຮ້າຍ
ຄວນຂະຫຍາຍທາງຄື້ນ ຄືນເວັນໃຫ້ເຫັນຊ່ອງ
ສ້າງປີນີ້ໃຫ້ຖືກຕ້ອງ ຈະເລີນຂຶ້ນລື່ນປີກາຍ

ປີກາຍຜ່ານໄປແລ້ວ ເຮົາໄດ້ຢູ່ສຸກຂີ
ທັງຊີວີຈະເລີນສຸກ ກໍເພາະປີກາຍທະລາຍສິ້ນ
ປີໃໝ່ວຽນມາໃກ້ ເຮົາຍືນຍົງຍັງທ່ຽງ
ປີໃໝ່ນີ້ຂໍຢ່າມີສິ່ງຮ້າຍ ສະບາຍລົ້ນກວ່າປິກາຍ ແທ້ເດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ປີໃໝ່ນີ້ ຈົ່ງສົມຫວັງ ດັ່ງພອນໝາຍ
ປີເກົ່າກາຍ ຄຸນຄວາມດີ ທະວີຜົນ
ມີໃໝ່ມາ ສຸກສົມຫວັງ ຈົ່ງບັນດົນ
ສໍາເຣັດຜົນ ຄວາມໝາຍ ຕາມສະໄໝ
 
 
ຄວາມສະບາຍ ພອນທັງສີ່ ຈົ່ງສະໜອງ
ຊັບສິ່ງຂອງ ທີ່ໃຫຍ່ຫຼວງ ໃຫ້ຫຼັ່ງໃຫຼ
ເພີ່ມພູນມາ ມວນມາກມາຍ ບັນເທົາໃຈ
ຕາມສະໄໝ ພັດທະນາ ຕະຫຼອດການ
 
 
ອາຍຸຍົງ ຄົງທົນນານ ເປັນຮ້ອຍປີ
ຄວາມສຸກມີ ຫຼາຍເຫຼື້ອລົ້ນ ພົ້ນປະມານ
ແມ່ນເຖົ້າແລ້ວ ໜັງຢ່າຫ່ຽວ ແກ້ມຢ່າຍານ
ປະນິທານ ທີ່ຕັ້ງໄວ້ ໃຫ້ສົມປອງ
 
 
ວັນນະງາມ ຜີວພັນດີ ສວຍສະເໝີ
ໃຫ້ຄົນເຫີ່ ມອງເຫັນແລ້ວ ຢາກທຽມສອງ
ຜິວເນື້ອກາຍ ຮຽວບາງກ້ຽງ ໃສດັ່ງທອງ
ຜົມງາມຜ່ອງ ດໍາສະເໝີ ຍາມເກົ້າເປັຍ
 
 
ຄວາມສຸກມີ ມວນມາກ ພ້ອມທຸກສິ່ງ
ລູກຊາຍຍິງ ໄດ້ດັ່ງໃຈ ບໍ່ມີເສັຍ
ຫາກທ່ານໂສດ ກໍໃຫ້ໄດ້ ແຕ່ງຜົວເມັຍ
ຄວາມສູນເສັຍ ບັນທອນໃຈ ສຸກທຸກເມື່ອ
 
 
ພະລັງຊັບ ນັບເກີນແສນ ຮ້ອຍພັນລ້ານ
ພະລັງງານ ຫຼວງຫຼູາຍຫຼາກ ມາກລົ້ນເຫຼືອ
ພະລັງໃຈ ພະລັງຄົນ ຈົນເຫຼືອເຟືອ
ດີທຸກເມື່ອ ພະລັງກາຍ ແຂງແຮງດີ
 
 
ພອນທັງສີ່ ຈົ່ງຢ່າມີ ພຽງປີໃໝ່
ຂໍຈົ່ງໃຫ້ ມີເລື້ອຍ ຊົ່ວຊີວີ
ທຸກຄືນວັນ ຂໍໃຫ້ໄດ້ ສ້າງຄວາມດີ
ຄວາມຫວັງນີ້ ຂໍໃຫ້ໄດ້ ຕລອດການ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສຸພາສິດຊາວຂືນ ແລະຊາວລື້ "ຫຼັບນ້ຽນີ້ກາຣຫາຽ ຫຼັບຫຼາຽນີ້ກາຣມາກ" ແປງເປັນຄວາມລາວແລະຊາວສຍາມ.
"ນອນນ້ອຍນີ້ການຫາຍ ນອນຫຼາຍນີ້ການມາກ" (ນອນຫຼັບ) ແປງຂະຫຍາຍຄວາມ "ຫຼັບນອນນ້ອຍວຽກງານການຕ່າງໆມັນຫາຍໝົດ ຫຼັບນອນຫຼາຍວຽກງານມັນເພິ່ມຂຶ້ນມາກມາຍ"

- ໝາຍຄວາມວ່າ "ຄົນດຸໝັ່ນ ພັກຜ່ອນນອນຕາມສົມຄວນ ຕື່ນຂຶ້ນມາແຕ່ເຊົ້າເຂົ້າສູ່ວຽກງານ ວຽກງານຕ່າງໆກໍຫົດຫາຍໝົດ ສໍາລັບຜູ້ທີ່ນອນຫຼັບທັບສິດ ນອນທັງຄືນທັງເວັນວຽກບໍ່ເຮັດງານບໍ່ສ້າງ ບໍ່ໄດ້ເຮັດວຽກງານ ວຽກງານກໍເພິ່ມຂຶ້ນ ມາກມາຍກາຍເປັນວຽກງານອາກູນ.

- ເປັນບົດຄະຕິສຸພາສິດຄໍາສອນ "ບໍ່ໃຫ້ຂີ້ຄ້ານມັກງ່າຍ ມີແຕ່ນອນເປັນໃຫຍ່"
--------------
(ສາຍເຊລຳເພົາ-ແຕ່ງ)
ຄົນບໍ່ຂີ້ຄ້ານ ມັກງ່າຍນອນເວັນ
ຂະຫຍັນທໍາວຽກງານ ທຸກວັນເລີງເລື້ອຍ
ຕື່ນຂຶ້ນມາທໍາງານສ້າງ ປະຕິບັດໜ້າທີ່
ວຽກງານບໍ່ອັ່ງລົ້ນ ຫາຍຈ້ອຍຈາກນີ້

ວຽກງານການກໍ່ສ້າງ ໜ້າທີ່ໃນຄອບຄົວ
ເປັນພັນທະກິດຂອງເຮົາ ເຮັດເລີຍບໍ່ຄວນງໍ້
ທໍາກິດການງານເລື້ອຍ ພະລັງມີມູນມາກ
ເງິນຄໍາຫຼາຍຫຼາກລົ້ນ ສະບາຍແທ້ຫາກຕ້ອງການ

ວຽກງານຫານກໍ່ສ້າງ ໜ້າທີ່ຄວນປົກປັກ
ຄວນຖະໜອມຫອມຮັກ ວຽກງານບໍ່ຄວນຄ້ານ
ສຸກສໍາລານເລີງເລື້ອຍ ຄູນມີມູນຮັ່ງ
ນັ່ງກໍສຸກນອນກໍສຸກບໍ່ເດືອດຮ້ອນ ສະບາຍແທ້ຊົ່ວຊິວັງ

ດີກວ່າຄົນຂີ້ຄ້ານ ມັກລີ້ຊ່ອນນອນເວັນ
ບໍ່ທໍາການງານສັງ ໜ້າທີ່ຕົນທີ່ມີໄວ້
ວຽກເຮືອນຊານບໍ່ເກັບມ້ຽນ ປະຕິບັດການໃຫ້ສົມສ່ວນ
ວຽກງານມັກກໍເຫຼືອອັ່ງລົ້ນ ເຕັມບ້ານທົ່ວເຮືອນ

ກາຍເປັນວຽກຍາກຫຍຸ້ງ ເຫຍິ່ງຍາກເຫຼືອກໍາລັງ
ການຈະທໍາການສັງ ສ້າງສາຖານະນັ້ນ
ມີແຕ່ຫຼຸບຫຼຸດດ້ອຍ ເງິນຄໍາເຫີນຫ່າງ
ຄອບຄົວກໍຍາກຫຍຸ້ງ ສູນສ້ຽງເສື່ອມຕະກູນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ຊະຍັງ ເວຣັງ ປະສະວະຕິ : ຜູ້ຊນະຍ່ອມກໍ່ເວຣ
(ທັມມະພາສິຕ)
--------------
(ສາຍເຊລໍາເພົາ-ແຕ່ງ)
ເວຣຈັກເກີດຂຶ້ນໄດ້ ດ້ວຍກາຣກໍ່ກາຍະກັມ
ທັງວາຈີກັມນໍາ ເຈຕມະໂນສະໜອງພ້ອມ
ກັມທັງສາມສະໜອງໃຫ້ ມີເວຣັງບັງບຽດ
ເກີດຄວາມຄຽດອາຄາດແຄ້ນ ທໍາລາຍລ້າງສ້າງເວຣ
ວາຈີກາຣຄິດເວົ້າ ແນວຊົ່ວມົວໝອງ
ຈິຕໃຈຄອງຄວາມຊັງ ຄຽດຂົມອົມໄວ້
ຝັງທາງໃນໃຈໝອງເສົ້າ ມະໂນຂັງແຄ້ນຄັ່ງ
ສັ່ງໃຫ້ກາຍກໍ່ສ້າງ ກັມຊົ່ວຂຶ້ນເກີດເວຣ
ຕົວຢ່າງ ໄດ້ມີກາຣເວົ້າກ່າວຮ້າຍ ດູໝິ່ນກຣຽຕິ໌ສັກດີ໌ສີກັນ
ທັງຕະກູລວົງສ໌ວາຣ ຊາຕິພັນທ໌ປະຊາເຊື້ອ
ໃຈກໍເຫຼືອແຕ່ຄວາມເສົ້າ ອົດທົນປົງໄດ້ຍາກ
ກໍ່ເກີດການກັ່ນແກ້ງ ກໍຕີຕ້ານຕອບກັນ
ຄວາມຄຽດແຄ້ນເກີດຂຶ້ນແລ້ວ ຄວາມໂກດກຽຈກໍຕາມມາ
ຄວາມອິຈສາກໍສະສົມ ພອກພູນກາຍເນື້ອ
ຄວາມອົດທົນເຫຼືອຫຼົງນ້ອຍ ຂັນຕິທັມໄກ້ຣະເບີດ
ກໍ່ເກີດກາຣຕີຕ້ານ ເສີກຂຶ້ນກໍ່ກັມ ອີກແລ້ວ
ນີ້ຄືເຫຕຸເກີດຂຶ້ນ ຂອງກາຣກໍ່ປາປະກັມ
ນໍາເອົາຄວາມສູນເສັຍ ທຸກຝ່າຍມີຜົລໄດ້
ບໍ່ມີໃຜດີດ້ວຍ ທັງສອງສະເໝີພາຄ
ປາປະກັມເກີດຂຶ້ນແລ້ວ ທັງສອງລ້ວນຮັບເທົ່າກັນ
ຝ່າຍໜຶ່ງເປັນເຫຕຸຕົ້ນ ສ້າງກໍ່ປາປະກັມ
ຝ່າຍໜຶ່ງຖືກກະທໍາ ກໍສ້າງກັມສເມີພ້ຽງ
ຝ່າຍໜຶ່ງເສັຍໄຊຍ໌ແລ້ວ ກໍສ້າງເວຣສືບຕໍ່
ຝ່າຍມີໄຊຍ໌ກໍບໍ່ພົ້ນ ມີເວຣຂ້ອງຖືກຈ່ອງເວຣ
ໝາຍຄວາມວ່າ ຜູ້ຊນະສ້າງກັມໄວ້ ຜູ້ແພ້ພ່າຍຈັກກໍ່ເວຣ
ທັງເວຣກັມກໍຕິດຕາມ ຢູ່ເລີຍບໍ່ມີແລ້ວ
ຊນະໃດໃນສາກົລນີ້ ບໍ່ມີທົນຄົງຢູ່


ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ພາສາລາວ
ພາສາຂະເໝນ
ພາສາໄທຍ
ຄຳທີ່ໃຊ້ແທນກັນໄດ້ໃນພາສາລາວ
ສະບາຍດີ
ຊົວຊໄຕຍ/ຊຸບຣຽບວຊົວ
สวัสดี
 
ສະບາຍດີຕອນເຊົ້າ
ອະຣຸນຊົວຊໄຕຍ
อรุณสวัสด์
ອະຣຸນສະຫວັດ
ສະບາຍດີບໍ່
ຊົກສະບາຍດີ
สบายดีไหม
ສຸກສະບາຍດີບໍ
ຂໍໃຫ້ສຸຂະພາບດີ
ສຸຂະພຽບຣະອໍ
ขอให้สุขภาพดี
 
ຂອບໃຈ
ອໍກຸນ/ອໍກຸນຈະເຣີນ ขอบคุณ
ຂອບຄຸນ
ເຄື່ອງຄິດເລກ
ເກື່ອງກິດເລຂ
เครื่องคิดเลข
ຈັກຄິດເລກ
ເຂົ້າໜົມ
ໜົມ
ขนม
ຂະໜົມ
ຊ່າງຖ່າຍຮູບ
ຈ່ຽງຖອດຣູປ
ช่างถ่ายรูป(ถอดรูป)
ຖອດຮູບ
ຝັນ
ສຸບິນ
ฝัน(สุบินนิมิต)
ສຸບິນນິມິດ
ແຜນທີ່
ແຜນຕີ່
แผนที่
 
ສະບູ
ເສາະບູ
สบู่
 
ຮີ
ແບນ
รี/แบน
ລາວ-ໄທ (ແບນ)
ຫຼ່ຽມ
ລຽມ
เหลี่ยม
 
ຣົສຊາດ
ຣອສຈຽດ
รสชาติ
 
ກິ່ນ
ເກລອນ/ເກລີນ
กลิ่น
ລາວບູຮານ(ກຼິ່ນ)
ຫອມ
ກະໂອບ
หอม/อบ
ນໍ້າອົບ
ສຽງ
ຊັມເລງ
เสียง
 
ສຳນວນ
ສຳນູຣ
สำนวณ
 
ດັງ(ລື)
ລື
ดัง/ลือ/ลือกระช่อน
ລືຊື່/ເລື່ອງລື/ຊ່າລື
ມ່ວນ
ພລັວະ
ไพเราะ
ໄພເລາະ
ສງົບ
ຊງ໊ອບ
สงบ/เงียบ
ງຽບ
ດັງຫອງ
ກັງຮອງ
ดัง/หอง/ทุ่ม
ດັງກ້ອງ/ທຸ້ມ
ສະອາດ
ຊະອາດ
สะอาด
 
ເອ້ເລ້ອາລ້າ
ເອ໊ເລ໊ອ໊າລ໊າ
มั่ว
ມົ້ວ
ມົວ
ຊລາງ
มัว
ຟ້າສາງ/ຊະລ້າງ/ລາງ
ປະທະ
ປະເຕັຍະ
ปะทะ
ເຈີະ/
ຮົ່ວໄຫຼ
ໂຮລ
รั่วใหล
 
ກຶມເນີດ
ກຳເນີດ
กำเนีด/เกิด
ເກີດ
ເຜົ່າ
ແນວ
แนว
ເຊື້ອແນວ
ຕະກູນ, ກະກູນ
ຕະໂກນ
ตระกูล
ໂຄດວົງ/ກົກເລົ່າ
ນາມສະກຸນ
ນຽມ
นามสกุล
ນາມ
ລຳປ້ອງ
ລືມປວງ
ลำป้อง
ລຳ-ປ້ອງ
ຕຸ່ມ
ຕູມ
ตูม
ປູມ/ຕາຕູມ
ເດີນ
ເດີຣ
เดีน
ຢ່າງ
ແລ່ນ
ຈ໊ວດ
วิ่ง
ໄປໄວ/ຈວດ/ຈ້າວ
ສອກ
ຊ໊ອກ
สอก
 
ເຂົ່າ
ເຄົາ
เข่า
 
ຕ່ອຍ
ຕ໊ອບ
ต่อย/ตอก
ຕົບຕ່ອຍ
ຕົບ
ເຕັ໊ຍະ
ตอก
ຕົບຕີ
ກະວຶດ
ກະເວືອດ
แขว่ง
ແກວ່ງ/ກະວິດ
ຊອບ
ຊ໊ອບ
ชอบ
ມັກ/ພໍໃຈ/ຖືກໃຈ
ບາບ
ບາປ
บาป
ຄວາມຊົ່ວ
ບຸນ
ບອນ
บุญ
ຄວາມດີ
ດຳ
ເຂມົາ
เขมา
ຂີ້ໝິ້ນໝໍ້
ສັນດານ
ຊັນດາລ
สันดาล
 
ນິໄສ
ນິສັຍ
นิสัย
 
ໂກງ
ໂກງ
โกง
ຂີ້ໂກງ
ຕົວະ
ກຶງເຮາະ
โกหก
 
ບໍ່ກົງ
ມັນຕຣອງ
ไม่ตรง
ບໍ່ຊືສັດ/ຄົດ/ໂກງ
ຕໍ່
ຕໍ
ต่อ
 
ທີ່ນີ້
ຕີ່ແນັຍະ
ที่นี่
 
ຊ່ຳນີ້
ຊັມແນັຍະ
แค่นี้
ທໍ່ນີ້/ປະມານນີ້
ປູນນີ້
ປັນເນັຍະ
ปูนนี้
ເໝືອນຂ້າງເທິງ
ບ່ອນ
ບອນ
ที่
ທີ່
ນັ້ນ
ນູ່
นั้น/โน้น
 
ນີ້
ນິ
นี้
ໜີ້(ຢູ່ໜີ້)
ໝົດ
ມ໊ອຈ
หมด
ເໜີດ
ຕາ
ຕາ
ตา
ພໍ່ຕາ
ນາຍ
ເຍີຍ
ยาย
ຍາຍ
ທວດ
ຕວດ
ทวด
ຕວດ
ຜະຫງາ
ຜງາ/ຫງາຍ
ผงา ຫງາຍເງີກ
ຍິ້ມ
ຣະເຍີມ
ยิ้ม
ຣະແຍ້ມ
ສະດັບ
ສະດັບ
สะดับ
ຟັງ
ທູບ
ຕູປ
ธูป
 
ທຽນ
ຕຽນ
เทียน
 
ກະຈົກ
ກະເຈາະ
กระจก
ແວ່ນແກ້ວ
ປະນົມມື
ພນົມໄດ
พนม
ນົບ
ເຊີນ
ເຈີນ
เชิญ
 
 
 
 
 

ໃຜວ່າ ຄວາມລາວ ຄື(ເໝືອນ)ແຕ່ຄວາມໄທຍ໌ ເບິ່ງກັນໃຫ້ແຈ້ງໆ ເບິ່ງກັນໃຫ້ຕາໃສໃຈສະຫວ່າງໄປເລີຍ, ຄົນລາວເຮົາ ຄວນຮູ້ຈັກຊາດຂອງຕົນ ບໍ່ຄວນດູກຖູກຊາດເຖິງຂະໜາດນັ້ນ ມັນບາບ.

ຍັງມີເໝືອນກັນອີກຫຼວງຫຼາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເມືອງລ້ານຊ້າງ ອັນເປັນນະຄອນຣັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງບົນສອງຝາກຝັ່ງແມ່ນຳ້ຂອງ(ແມ່ນຳ້ລ້ານຊ້າງ) ຢູ່ນັ້ນ, ລ້ານນາອັນເປັນອາຈັກລາວໂຍນົກ ກໍຂະ ຫຍາຍຕົວຂຶ້ນ ຄຽງຄູ່ກັນກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ, ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການ ປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖາ ນັນດອນສັກຕ່ຳກວ່າພຣະຍາ, ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທ ໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂ ໄທສິສັດຊະນາໄລ, ແຕ່ອຳນາດຂອງລ້ານຊ້າງຂະນະນັ້ນ ມີເຈົາຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະ ຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງ ທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ.

ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳການກອບກູ້ເອກະຣາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນ ສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເຣີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາ ຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານ ຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ.

ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນ ຣັດຕ່າງໆ ທີ່ປົກຄອງກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນຳ້ຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນຳ້ມ້າ ສາມແຄວ” ເປັນອານາຈັກລ້ານຊ້າງ ທີ່ກວ້າງໃຫຍ່ແລະຊົງອຳນາດ ໃນຍຸກນີ້ ເຮັດໃຫ້ລາວເຮົາໃນເມື່ອກ່ອນ ລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ເທິງສອງຟາກຝັ່ງແມ່ນຳ້ຂອງ, ຄວາມຈະເລີນ ທາງດ້ານການເມືອງ ການປົກຄອງ ແລະຂະໜົບທຳນຽມ ແລະ ວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນ ກໍມີອຳນາດທາງດ້ານເສດຖະກິດ ການເງິນຄວບຄູ່ກັນໄປດ້ວຍ ປະເທດລາວ ຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນ ປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອນ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງທີ່ມີການ ພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້.

ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍ ຂະໜາດ ມູນຄ່າຂອງເງິນຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ.
ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອຍເງິນຮ້ອຍ ແລະທີ່ຫົວ ແລະທ້ານຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ.
ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການຮຽກວ່າ “ເງິນເຮືອ”
ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະ ເງິນເຄືອບ ດ້ານເທິງຕອກປະທັບກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະ ນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆ ລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜລິດ.

ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິນແທ່ງ ແລະເງິນໝັນ ແລະມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະ ເງິນຫຼຽນ ແລະອື່ນໆອີກ.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມີສິ່ງຂອງເຄື່ອງໃຊ້ ມູນມາກອັກໂຂ
ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້
ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ
ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ

ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ
ໃຊ້ບໍ່ເປັນກໍ​ເສັຍທີ່ ທຸກທີ່ມີຂອງໃຊ້
ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ
ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ

ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ
ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ
ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ
ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສັພພປາປັສສະ ອະກະຣະນັງ
ກຸສະຣັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸທທະສາສະນັງ
-----------------------
ພຸດທະອົງຕັດສັ່ງໄວ້ ຫົວຂໍ້ໃຫຍ່ຄໍາສອນ
ວາງຮາກຖານສາສະໜາ ໃຫ້ຢູ່ຍົງຄົງໄວ້
ເປັນຫົວໃຈຄໍາສອນຊີ້ ທັງຫຼາຍທີ່ພຣະອົງກ່າວ
ສະຫຼຸບລົງວາດໄວ້ ສາມຂໍ້ທ່ຽງຈິງ

ສັບພະປັສສະອະກະຣະນັງນັ້ນ ຢ່າທໍາຊົ່ວທັງໝົດ
ຊົ່ວທັງກາຍວາຈາໃຈ ຄົບສາມສະເໝີດ້າມ
ອັນວ່າການກະທໍາພ້ອມ ສະເໝີໃຈແຈ້ງເຈດ
ວາຈາຈົງການເວົ້າ ໜີລີ້ບາບໜາ

ກຸສສະຣັສສຸສັມປະມານັ້ນ ໃຫ້ໝັ່ນສ້າງກຸສົນ
ບໍາເພັງພຽນພາວະນາເຮັດ ຄົບສາມໃຫ້ຈະແຈ້ງ
ທັງກາຍໃຈວາຈາພ້ອມ ປະກອບກັມອັນຊອບ
ປະຕິບັດໃຫ້ພ້ອມ ໃຫ້ໃສ່ເຫຼື້ອມບຸນກຸສົນ

ລະບາບລົງໃຫ້ພ້ອມ ປະຕິບັດພາກສ່ວນການກຸສົນ
ຍັງຕ້ອງຊໍາຮະຈິດໃຈ ໃຫ້ຮຸ່ງເຮືອງໃສເຫຼືອມ
ສະຈິດຕະປະຣິໂຍທະປານັງນ້ອມ ກຸສົນທັມລ້າງຊ່ວຍ
ສະມັດຖະວິປັດສະນາຊະລ້າງ ໃຫ້ໃສ່ເຫຼື້ອຢ່າເສື່ອມຄາຍ

ທັງສາມກະການທີ່ວາດໄວ້ ພຣະອົງເທດຊົງສອນ
ເປັນຫົວໃຈສາສນາ ຖືກຄອງພຣະທັມແທ້
ຂໍແກ່ຊົນທັງຄ້າຍ ຂະຫຍາຍຄວາມໃຫ້ສອດຄ່ອງ
ສາສນາສອດສ່ອງສ້າງ ໃຫ້ຄົນເລີດກວ່າຄົນ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນ້ໍາໃສໆໃນຈອກ
ເບິ່ງທາງນອກກໍໃສດີ
ເຂົາວ່ານໍ້າບໍ່ມີສີ
ເບິ່ງດີໆກໍມີສີເໝືອນກັນ

ນໍ້າໃສໆໃນຈອກ
ເມື່ອເທຖອກນໍ້າລັ່ງລິນ
ເຂົາວ່ານໍ້າບໍ່ກິ່ນ
ທີ່ແທ້ກິ່ນນໍ້າຫອມຫວນຊວນກິນ

ນໍ້າເປັນນໍ້າບໍ່ປ່ຽນແປງ
ໃສ່ສີແດງນໍ້າກໍແດງດັ່ງນັ້ນ
ໃສ່ສີເຫຼືອງນໍ້າກໍເຫຼືອງໝົດທັງວັນ
ນໍ້າມີສີສັນສວຍແທ້ຕາມເຫດແຫ່ງມັນ

ນໍ້າໃຈຄົນເປັນດັ່ງນັ້ນນໍ້າໃສ່ສີ
ຫາກນໍ້າດີດື່ມໄດ້ບໍ່ແຊບຊ້ອຍແຕ່ຄວນກິນ
ນໍ້າໃຈຄົນລະລິນດີແທ້ຕາມມັນ
ນໍ້າໃຈຄົນກໍຄືກັນດັ່ງນໍ້ານີ້ເຊັ່ນດຽວ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍົນບິນບົນຢູ່ຟາກຟ້າ ນໍ້າໃຫຍ່ຍັງຖ້ວມຕີນ

ນໍ້າຖ້ວມດິນທໍລະນີຫຼຸບ ພັດຖ້ວມຍົນນໍາພ້ອມ

ສັງບໍ່ບິນເຫີນຟ້າ ນໍ້າໃຫຼມາບິນຫຼີກ

ສົມກັບວ່າເປັນເຈົ້າ ເວຫາພຸ້ນຟາກພະໂຍມ

 

ເໝືອນບູຮານກ່າວໄວ້ ສອນສັ່ງແຕ່ເດີມດາ

ນໍ້າຖ້ວມນາປາກິນນາມົດ ປາພາກພູມນູມທ້ອງ

ບາດວ່າເຖິງຄາວຮ້າຍ ນໍ້າບົກລົງແຫ້ງເຫືອດ

ມົດກໍດີໃຈລົ້ນ ອາຫານຊ້ອຍໄດ້ກິນປາ

 

ຍົນກໍເປັນດັ່ງນັ້ນ ຈະເກ່ງກາດໃນເວຫາ

ປາກໍຊຽນແຕ່ໃນໜອງ ບຶ່ງຄອງທາລານໍ້າ

ອັນວ່າຄວາມເກ່ງນັ້ນ ທັງດີທັງເດັ່ນ

ມັນກໍເປັນດັ່ງນັ້ນ ຈະທຽມຊັ້ນກັນບໍ່ມີ

 

ດ້ວຍເຫດນີ້ ເພິ່ນຈຶ່ງສອນສັ່ງໄວ້ ຕັ້ງແຕ່ເກົ່າບູຮານເຫິງ

ຄວນແກ່ພິຈານຄັກ ໃຫ້ຮູ່ງຫວນເຫັນແຈ້ງ

ຍາມເມື່ອເຮືອຄາແກ້ງ ກວຽນເຫັນໃຫ້ກວຽນແກ່ ແດ່ເດີ

ຍາມເມື່ອຮອດແມ່ນໍ້າ ເຮືອຊິໄດ້ແກ່ກວຽນ

 

ຄົນເຮົາກໍເປັນດັ່ງນັ້ນ ຢ່າລືມຮີດຄອງລາວ

ບໍ່ມີໃຜຈະດີໝົດ ເລີດກວ່າກັນຈັກດີ້

ຍາມເມື່ອສຸກຂີແລ້ວ ລວຍດີມີຮັ່ງ

ຈົ່ງຄິດເຫັນພີ່ນ້ອງ ທໍາດີໄວ້ຈຶ່ງຊີຄູນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ດອກຊາຍເຫີນ ຫອມຫວນ ຊວນໃຫ້ດົມ
ສີຂາວສົມ ງົດງາມແທ້ ໄຮ້ມວນສານ
ເຫດສັນໃດ ດອກຊາຍເຫີນ ປາຕິຫານ
ດອກເບີຍບານ ໃຜເດັດດົມ ຕ້ອງຕອມຕຣົມ

ດອກຊາຍເຫີນ ຊື່ແປກແທ້ ອືດທາງຊື່
ເປັນຫຍັງຫຼື ບໍ່ຕັ້ງຊື່ ໃຫ້ເໝາະສົມ
ດອກຂາວນວນ ງົດງາມ ໜ້າພິຣົມ
ຍາມເມື່ອຊົມ ດັ່ງໄດ້ພອນ ສະອອນໃຈ

ດອກຊາຍເຫີນ ໃຜໄດ້ຊົມ ຫຼືບູຊາ
ເຖົ້າແກ່ວ່າ ຊາຍຕ້ອງເຫີນ ຕ້ອງລາໄລ
ໂດຍສະເພາະ ພວກຜູ້ສາວ ທັງນ້ອຍໃຫຍ່
ຫາກແມ່ນໃຜ ໄດ້ຊູຊົມ ຍ່ອມຕຣອມຕົມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແຕ່ກີ້ຊາຍໃດກ້າ ຫານຢາຍຈອກສຸຣາ
ໃຫ້ແກ່ນາຣີກິນ ໂລກປະນາມວ່າຊາຍບ້າ
ດຽວນີ້ຍິງໃດຫານຢາຍເຫຼົ້າ ໃຫ້ຊາຍກິນຕາມສັ່ງ
ຍິງນັ້ນຫອມທົ່ວບ້ານ ຊາຍໂຮມຕ້ອນທຸກວັນ

ຊາຍໃດຖົງເງີນຕຶ້ງ ເຕັມປານເຈັ້ຍເສັດ
ຊາຍນັ້ນຍິງທົ່ວດ້າວ ສງວນເຂົ້າທຽບທຽມ
ຍິງໃດຊ່າງຊອກໃຊ້ ເງິນມາກມາມື
ແມ່ນໄດ້ມາທາງໃດບໍ່ຫົວຊາ ວ່າແຕ່ມີເງິນໃຊ້

ຊາຍໃດມີເມັຍຊ້ອນ ສາມຫາວຈາກັບສາວອ່ອນ
ຊາຍນັ້ນເຂົ້າກ່າວຫາທົ່ວບ້ານ ວ່າໄກ້ແຈ້ຈອບສາວ
ດຽວນີ້ຊາຍທົ່ວດ້າວ ເມັຍບໍ່ມາກຫຼວງຫຼາຍ
ເຫຼືອນັ້ນເປັນພຽງກິ້ກ ແກ້ເຫງົາຍາມເມັຍປ້ອຍ

ດຽວນີ້ ສັງຄົມກ້າວ ພັດທະນາການໄປທາງເສື່ອມ
ຄົນນິຍົມທົ່ວດ້າວ ໃຜໄປຄ້ານເພິ່ນວ່າເຊີຍ
ຫົວບູຮານແທ້ເວີ້ຍ ເປັນຄົນໂງ່ບໍ່ທັນຄົນ
ສັງຄົມມັນພາເປັນ ຫາກປ່ຽນໄປພໍແຮງແລ້ວ

ສັງຄົມກ້າວ ການຫຍັງກໍຈັກເສື່ອມ
ວັດທະນະທັມຮິດເຄົ້າ ລືມຈ້ອຍຄ່າບໍ່ສູງ
ທັມມະກໍດ່າງດ້ວຍ ເຂົາກ່າວວ່າພຣະບໍ່ສອນ
ພຸດໂທທັມທັງສົງ ບໍ່ຮູ້ຈັກພໍນ້ອຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະພຸດທະເຈົ້າ ຊົງປະກອບດ້ວຍຄຸນສົມບັດ ບຸກຄະລິກະພາບຂອງການສະແດງທັມ ທີ່ຊາວໂລກທັງຫຼາຍເພິ່ງພໍໃຈ ດັ່ງນີ້:

໑. ຣູປປັປປະມານິກາ : ມີພຣະຮູບໂສມທີ່ງົດງາມ ສົມບູນດ້ວຍມະຫາສັປປຸຣິສະລັກສະນະ ໓໒ ປະການ.
໒. ໂຂສັປປະມານິກາ : ມີພຣະສຸຣະສຽງທີ່ອ່ອນຫວານຈັບໃຈແກ່ຜູ້ຟັງ.
໓. ລູຂັປປະມານິກາ : ມີບໍຣິຂານຫຼື້ປັດໄຈທີ່ເສົ້າໝອງຍັງຄວາມເຫຼື້ອມໃສໃຫ້ເກີດ.
໔. ທັມມັປປະມານິກາ : ເປັນຜູ້ຊົງທັມອັນຍອດຢ້ຽມ ໃນບັນດາໝູ່ມະນຸດ ແລະເທວະດາທັງຫຼາຍ ຊົງເປັນຣາຊາແຫ່ງທັມສົມບູນດ້ວຍວິຊຊາ ແລະຈາຣະນະ.

ພຣະພຸດທະເຈົ້າຊົງມີພຣະສຸຣພະສຽງເໝືອນກັບພຣົມ ຊົນທັງຫຼາຍໄດ້ຟັງແລ້ວ ຕ່າງກໍຕິດໃຈໃນພຣະສຸຣະສຽງຂອງ ພຣະອົງ ໄດ້ເຫັນປະຕິກິຣິຍາ ໄດ້ຟັງທັມອັນງາມຂອງພຣະອົງ ແລ້ວຕ່າງກໍເກີດຄວາມເຫຼື້ອມໃສສັດທາ ດັ່ງທີ່ອຸຕຣະ ພຣາມ ໄດ້ກ່າວຍ້ອງຍໍຊົມເຊີຍພຣະອົງໄວ້ດັ່ງນີ້ :
- ທ່ານພຣະໂຄດົມ ພຣະອົງນັ້ນຊົງມີພຣະສຸຣະສຽງ ກືກກ້ອງເປັ່ງອອກມາຈາກພຣະໂອດ ປະກອບດ້ວຍອົງ ໘ ປະການ.

໑. ນູ່ມນວນ.
໒. ຟັງຊັດເຈນ.
໓. ມ່ວນ, ອ່ອນຫວານ.
໔. ຟັງງ່າຍ.
໕. ກົມກ່ອມ.
໖. ບໍ່ແຫບ.
໗. ເລິກເຊິ່ງ.
໘. ມີພຣະສຸຣະສຽງກັງວານ.

ພຣະສຸຣະສຽງທີ່ພຣະພຸດທະອົງຊົງສອນພຸດທະບໍຣິສັດ ໃຫ້ເຂົ້າໃຈນັ້ນບໍ່ໄດ້ກ້ອງອອກໄປນອກພຸດທະບໍຣິສັດ ນັ້ນ ຊົນທັງຫຼາຍທີ່ທ່ານພຣະໂຄດົມຊົງຊີ້ແຈ້ງໃຫ້ຊັດເຈນ ຊວນໃຫ້ຢາກຮັບເອົາໄປປະຕິບັດເຈົ້າໃຈ ອາດຫານ ອອຍໃຈໃຫ້ລື່ນເລີງດ້ວຍທັມມິກະຖາ ຈຶ່ງລຸກຈາກທີ່ນັ່ງໄປຫຼຽວເບິ່ງ ໂດຍບໍ່ຢາກຈາກໜີໄປ ເຮົາໄດ້ເຫັນພຣະໂຄ ດົມພຣະອົງນັ້ນ ຊົງດຳເນີນປະທັບຢືນສະເດັດເຂົ້າໄກ້ບ້ານ ປະນິ່ງໃນໃກ້ບ້ານ ກຳລັງສະເຫວີຍພຣະກາຍາຫານ
ໃນທີ່ໃກ້ບ້ານ ສະເຫວີຍສະເຣັດແລ້ວກໍຊົງນັ່ງນິ້ງ ສະເຫວີຍສຳເຣັດແລ້ວຊົງອະນຸໂມທະນາ ສະເດັດກັບມາຍັງພຣະ
ອາຣາມ ສະເດັດມາເຖິງພຣະອາຣາມແລ້ວ ສະເດັດປະທັບນັ່ງນິ້ງຢູ່ໃນພຣະອາຣາມແລ້ວ ຊົງສະແດງທັມແກ່ພຸດທະ
ບໍຣິສັດ ທ່ານພຣະໂຄດົມພຣະອົງນັ້ນ ຊົງພຣະຄຸນເຊັ່ນນີ້ ແລະຊົງຄຸນຍິ່ງກວ່າທີ່ກ່າວແລ້ວ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວ່າບຸນປະ ເພນີທານຫໍ່ເຂົ້າສລາກ, ປະກົດຢູ່ໃນຮິດ ໑໒ ເດືອນ, ຄືຮີດສິບສອງ ເປັນພື້ນຖານວັດທະນະ ທັມລາວທັງມວນ.

 
ໃນເມືອງລາວທົ່ວປະເທດ ທຸກໆວັດ ທຸກໆບ້ານທີ່ມີວັດ ເມື່ອເຖິງໜ້າເທດ ສະການ ແລ້ວ ກ່າວໄດ້ວ່າບໍ່ມີບ້ານໃດທີ່ມີວັດຈະບໍ່ພາກັນເຮັດປະເພນີນີ້, ນອກ ຈາກຊຸມຊົນຊາວລາວໃນ ປະເທດລາວເອງແລ້ວ ຊຸມຊົນຊາວລາວ ແລະເຊື້ອສາຍ ລາວຢູ່ນອກປະເທດ ກໍພາກັນເຮັດ ບຸນດັ່ງກ່າວຢ່າງພ້ອມພຽງກັນ.
 
ການທຳບຸນ ຫຼືການເຮັດບຸນຫໍ່ເຂົ້າສລາກ ຕາມປະເພນີນິຍົມແມ່ນເຮັດ ໃນ ວັນຂຶ້ນ ໑໕ ຄ່ຳເດືອນ ໑໐ (ເດືອນສິບເພັງ) ເປັນປະຈຳທຸກໆປີ.
 
ເຂົ້າວ່າບຸນຫໍ່ເຂົ້າສລາກນັ້ນ ເນື່ອງຈາກວ່າ ໄດ້ຈັດເຂົ້າ, ປາ, ອາຫານ ແລະ ເຄື່ອງໄຊ ຍະທານຕ່າງໆ ລົງໄປໃນກະຕ່າ ຫຼືພາຊະນະຕ່າງໆ ແລ້ວນໍາໄປທອດ ຖວາຍທີ່ວັດ ໃນວັນເພັງ ໑໕ ຄໍ່າເດືອນສິບເທົ່ານັ້ນ, ເປົ້າໝາຍຂອງຜູ້ທານຫໍ່ເຂົ້າສລາກ ແມ່ນເພື່ອອຸທິດສ່ວນບຸນ ສ່ວນ ກຸສົນໄປຫາດວງວິນຍານຂອງຜູ້ທ່ີ່ລ່ວງລັບໄປແລ້ວ ຜູ້ມີຈິດສັດທາມີຄວາມປະສົງວ່າ ຈະອຸທິດ ຫາຜູ້ໃດ ໍບັນທຶກຊື່ຜູ້ສົ່ງ ແລະຜູ້ຮັບ ລົງໄວ້ໃນເຈັ້ຍໂດຍລະອຽດ.
 
ການເຮັດບຸນເຂົ້າສລາກ ເປັນບຸນພິທີຊະນິດໜຶ່ງ ໃນປະເພດສັງຄະທານ, ຄື ການທານ ແບບລວມ ຫຼືທານທ່າມກາງສົງ, ໝາຍຄວາມວ່າ ການທານມີ ປະເພດ ຄື:
 
. ສັງຄະທານ (ທານທ່າມກາງສົງ ຫຼືທານໃຫ້ເປັນສົງ ນັບແຕ່ ພຣະສົງ ອົງຂຶ້ນໄປ ແບບໜຶ່ງ, ຫຼືທານແບບບໍ່ຈຳເພາະເຈາະຈົງບຸກຄົນ ຄືມອບໃຫ້ສົງອຸປໂລກ ຈັດແຈງສິ່ງຂອງນັ້ນ ເອງໂດຍທີ່ຍາດໂຍມບໍ່ໄດ້ຈັດແຈງໃຫ້ ຄືມອບໄວ້ທ່າມກາງສົງແລ້ວ ສຸດແຕ່ສົງຈະແຈກແຈງ)
 
. ບຸຄຄະລິກະທານ (ທານສະເພາະບຸກຄົນ ໝາຍງວ່າທານບົ່ງຊື່ບຸກຄົນ ໃຫ້ພະອົງນີ້ ອົງດຽວ ເຊິ່ງຍາດໂຍມເປັນຜູ້ຈັດແຈງ)
 
- ທານສອງປະເພດນີ້ ພຣະພຸດທະເຈົ້າສັນລະເສີນສັງຄະທານ ວ່າປະເສີດໄດ້ອານິສົງ ຫຼາຍກວ່າບຸຄຄະລິກກະທານ.
 
- ສຳລັບ ບຸນຫໍ່ເຂົ້າສລາກນັ້ນ ເບິ່ງຮູບການ ເໝືອນວ່າເປັນບຸຄຄະລິກຂະທານ ເພາະ ກວຍ ຫຼືຫໍ່ເຄື່ອງທານນັ້ນ ຈະຕ້ອງມອບໃຫ້ພຣະສົງແຕ່ລະອົງ ແຕ່ວ່າວິທີທຳເປັນສັງຄະທານ ເພາະຍາດໂຍມ ໄດ້ນຳເອົາເຄື່ອງທານນັ້ນມາແລ້ວ ເອົາຊື່ນັ້ນຂຽນລົງເຈັ້ຍແລ້ວນຳໄປເຄນໃຫ້ ປະທານສົງ ຫຼືພຣະພິກຂຸອົງໃດອົງໜຶ່ງ ແລ້ວທຳການອະປະໂລກະນະກັມແລ້ວ ພຣະສົງຜູ້ຮັບ ສັນທະນັ້ນ ທຳໜ້າທີ່ແຈກສັງຄະທານ ໂດຍໃຫ້ພຣະເນນນນັ້ນເອົາ ຫາກພຣະສົງອົງໄໃດ ຈັກຖືກຊື່ຜູ້ໃດ ຜູ້ເຈົ້າພາບກໍນຳເອົາເຄື່ອງທານຂອງຕົນໄປເຄນໃຫ້ພຣະ-ເນນອົງນັ້ນ ດ້ວຍ ຄວາມນອບນ້ອມສັດທາ.
 
            (ຕິດຕາມອ່ານ ເວລາ ໖ ໂມງແລງວັນນີ້)
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ທ່ານຢາກຮູ້ເລື່ອງລາວໃດໆ ລອງກົດໄປທີນີ້ ເຫັນຂອງດີໆໆນຳມາຕ້ອນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສົມກັບພຸທພົຈນ໌ ທີ່ວ່າ

"ສນຕິ ປຣງ ສຸຂໍ ໂລເກ"

(ຄວາມສັນຕິ ເປັນສຸຂຢ່າງຍິ່ງໃນໂລກ)

ຫຼື

(ສຸຂອື່ນລື່ນຄວາມສງົບບໍ່ມີໃນໂລກ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມີພຣະຄຳຫຼາ​ວງຫຼາຍ ມາກມາຍມູນ
ກໍບໍ່ຄູນຫາກທຳຊົ່ວ ມົວຕັນຫາ
ແມ່ນໄຫວ້ວອນຂໍພອນ ຈາກອິນທາ
ກໍຫາຄ່າຄວາມຄູນ ນັ້ນບໍ່ມີ

ມີພຣະແກ້ວພຣະຄຳ ອົງປະເສີດ
ກໍບໍ່ເກີດປະໂຫຍດ ຫາກໂສດສີ
ເກີດເປັນວັນສ້າງແຕ່ກຳ ຄວາມອັບປີ
ເລື່ອງບໍ່ດີກໍມາແທນ ແສນທຸກທົນ

ອັນພຣະດີ ມີມາກມາຍ ຫຼາຍເຫຼືອແທ້
ຄົນເກົ່າແກ່ ສ້າງໄວ້ ທົ່ວທຸກຫົນ
ຫາກຄົນດີ ບູຊາພຣະ ໄວ້ກັບຕົນ
ຍ່ອມສົ່ງຜົນ ໃຫ້ຜູ້ໄຫວ້ ໄດ້ສຸກນຳ

ມີພຣະດີດີບໍ່ເກີດ ຫາກທຳຊົ່ວ
ຖ້າບໍ່ຄວ່າ ໄຫວ້ວອນພຣະ ທຸກເຊົ້າຄ່ຳ
ມີພຣະດີ ຫາກຈິດໃຈ ບໍ່ນ້ອມນຳ
ເຮັດດ້ວຍຄຳ ເປັນພຽງຄຳ ບໍ່ມີຄູນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

(ສິລ)
- ສາຍເຊລຳເພົ
------------------
- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດເອົາມາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າງຈົງໃຈລັກລອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖ​ຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼິກໄກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ສຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽງເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພ​ໍ່າມົວເມົາບ້າ
ກັບການຫຼົງໃຫຼຊັ້ນ ອຳນາດສູງຍົດໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄິງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຄິງຈັກດີ້
ເມົາຜົວເມັບນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄຳອ້າງອີງ ວ່າເປັນບົດຄວາມຂອງ Michel LORRILLARD ໄດ້ກ່າວວ່າ:-

It is easy in this case to state that the claims of Boumi Thepsimuong are entirely baseless: close observation of the Vat Visoun stele by Lao scholars, experienced in reading hundreds of other inscriptions from around the Tai world, quickly reveals errors in the retired economist’s deciphering and transcription. The inscription does not actually bear any date* and it is thus not possible―on the basis of palaeographic criteria―to place it before the sixteenth century. This incident is, however, indicative of the current fragility of scientific research on the question of the origins of Tai scripts. Dominated by politics and partisan views, it suffers above all from the difficulty that local historians still have in thinking beyond their national borders, or even outside their own immediate environment.

The inscription bears certain passages which are difficult to read. However, it is clear that the characters Bounmi Thepsimuong interprets as the number 532 in fact say “lae”, an exclamation used at the end of a phrase. His reading of “culla sangkhat” from the preceding phrase appears absolutely forced.

Michel LORRILLARD
Professor, Ecole française d’Extrême-Orient

ຂຽນໂດຍ:

ສາຍເຊລຳເພົາ (ລູກຊາວດອນ) ເບິ່ງເນື້ອໃນລະອຽດໃນບ໊ຼອກຄົນລາວ

 

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ຖານຂ້າງບັນລັງພຣະວັດວິຊຸນນະລາດ ດ້ານທ່ານ(ເບື້ອງແມ່ນໍ້າຂອງ) ໃນປີ ກາງເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ.

- ເມື່ອເຫັນທັດສະນະ ແລະຜົນສະຫຼຸບຂອງມະຫາບຸນມີອອກມາໃນປີ ໒໐໐໕ ກໍຍອມຮັບໃນຄວາມຄິດນັ້ນວ່າ ເປັນຕົວເລກຈິງ ເພາະສອດຄ່ອງກັບຄຳອ່ານ ຂອງຜູ້ຂຽນໃນປີ ໑໙໙໙ ແລ້ວ, ເມື່ອເຫັນຄຳອ່ານຂອງທ່ານມະຫາບຸນມີ ເທບສີເມືອງແລ້ວ ກໍຮັບວ່າເປັນຈິງ ແລະຖືກຕ້ອງ ສ່ວນຄຳອ່ານອື່ນໆນັ້ນ ຈະກົງກັນບໍ ? ກໍລໍເບິ່ງຄຳອ່ານຂອງຂ້າພະເຈົ້າລຸ່ມນີ້.

(ເປັນການອ່ານຂອງຂ້າພະເຈົ້າເອງ ກ່ອນທີ່ຈະເຫັນຂອງມະຫາບຸນມີ-ບໍ່ໄດ້ຕີພິມທີ່ໃດມາກ່ອນ ເພາະວ່າ ຂະນະນັ້ນຍັງເປັນນັກສຶກສາຢູ່, ເມື່ອກັບເຖິງເມືອງລາວ ກໍໃຫ້ຄວາມສົນໃຈຫຼັກສີລານີ້ຕລອດ ເມື່ອໄປຫຼວງພຣະບາງ ກໍຈະໃຊ້ເວລາກັບສີລານີ້ຕລອດ)

(ຄຳອ່ານຂອງຂ້າພະເຈົ້າ)

ຫລານ ກວານ

ຕາຍຮອງຫາພ

ຮຽມ ໔ ພີນອງໜີ

ເຂາປາ ຈູລສັງກຣາສ

໕໓໒ ແຕນັນ

ສປາສນໃດໄວ

ແກຕູຢາຮອນ                                                                                                                                                                            

ໃຈ ກວານ

ຜູນັນເບາເປ

ນຄນຮາຍໄວ

ແກຕູ

(ອ່ານເອົາຄວາມໃນພາສາໃໝ່) "ຫຼານກວານ ຕາຍຮ້ອງຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(ກ) ແຕ່ນັ້ນ ສະປາສົນໃດໄວ້ ແກ່ຕູຢ່າຮ້ອນ ໃຈກວານ ຜູ້ນັ້ນບໍ່ເປັນຄົນຮ້າຍໄວ້ແກ່ຕູ"

(ຄຳທີ່ຊຽນ "ເບາ" ບາງທ່ານອາດຊິອ່ານວ່າ "ເຂາ" ທີ່ແທ້ເປັນ "ເບາ" ອອກສຽງ "ເບົ່າ" ແປວ່າ "ບໍ່" ເປັນພາສາຕະກູນລາວເດີມ ມີການເວົ້າໃນປັດຈຸບັນ ໃນບາງຊົນເຜົ່າ ໄຕ-ລາວ ໃນແລະນອກປະເທດ "ເບາ-ເປັນຄຳປະຕິເສດ")

- ເທິງນັ້ນ ເປັນຄຳອ່ານຂອງຜູ້ຂຽນໂດຍກົງທີ່ອ່ານຈາກພາບນີ້, ສະນັ້ນ ໃນຄຳອ່ານນີ້ ທີ່ Michel LORRILLARD ບອກວ່າ "ບໍ່ມີໂຕເລກຈັກໂຕ ທັງຍັງບອກວ່າ ບໍ່ມີຜົນຫຍັງເລີຍ" ນັ້ນ Michel LORRILLARD ກ່າວຜິດແລ້ວ.

- ເຫດໃດຜູ້ຂຽນຈຶ່ງກ້າເວົ້າເຊັ່ນນີ້ ເພາະໃນແຖວທີສາມ ເຮົາພົບກັບເລກ ໔ ແລ້ວເຮົາມາພົບກັບຕົວເລກອີກ ໃນແຖວທີຫ້າ ເຊິ່ງເລກ ໔ ກັບເລກ ໕ ເປັນຄົນລະຕົວເລກ ແຕ່ເລກນີ້ໃກ້ຄຽງກັນເໝືອນໃນປັດຈຸບັນ ເລກຂອງຊາວອາຊີ ຫຼືເລກຂອງອັກສອນທີ່ມີອິດທິພົນຕໍ່ກັນນັ້ນ ໃນຕະກູນໄຕກະໃດ ແລະບັນດາອັກສອນ ທີ່ເຊື່ອວ່າມາຈາກ ("ປາລີ-ສັນສະກຣິດ-ເທສະນາຄຣິນ-ມອນ-ຂອມ") ຕົວເລກ ໔-໕ ມັກຈະຄືກັນ ເຊັ່ນເລກຂອງຂະເໝນ ແລະລາວ ແມ່ນກະທັງໃນເລກທັມກໍເຊັ່ນນັ້ນ.

- ມັນປະຕິເສດບໍ່ໄດ້ ເມື່ອເຮົາພົບກັບຄຳວ່າ "ຮຽມ(ເບິ່ງໜັງໂຕນີ້ໃນຮູບເທິງ)ພີ່ນ້ອງໜີເຂົ້າປ່າ" ຈະບໍ່ໃຫ້ເຮົາອ່ານເປັນເລກ ໔ ເປັນໄປບໍ່ໄດ້ ເພາະຮູບປະໂຫຍກມັນບອກ ແລະຮູບອັກສອນເຊັ່ນນັ້ນ ມັກບໍ່ມີໃນໝວດອັກຂະຣະວິທີ ຫາກມັນບໍ່ມີຮູບອັກສອນ ມັນກໍຄືຕົວເລກ ເມື່ອເຮົາເອົາເລກ ທີ່ພົບໃນແຖວທີ ໓ ໄປແລກັບເລກ ໕(ເບິ່ງໃນຮູບ) ມັນເໝືອນກັນ ພຽງແຕ່ເລກ ໕ ມີຂີດເທິງຫົວ ເພື່ອໃຫ້ຕ່າງກັບເລກ ໔ ສະນັ້ນ ຈຶ່ງອ່ານວ່າ "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ກໍແປວ່າ "ຂ້ອຍ, ຂ້າພະເຈົ້າ, ພວກເຮົາ" ເພາະ "ຮຽມ" ເປັນພາສາບູຮານລາວ ແລະຍັງໃຊ້ຢູ່ໃນບາງຊົນເຜົ່າ, ໃນພາສາວັນນະຄະດີປະເພດສັນທະລັກສະນະ(ກະວີ) ຍັງໃຊ້ຢູ່, "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ຄຳນີ້ມັນສົມບູນໃນຕົວມັນເອງໂດຍປະຕິເສດບໍ່ໄດ້.

- ບາດນີ້ມາເບິ່ງເບື້ອງ ເລກ ໕໓໒ ຂ້າພະເຈົ້າກໍເຊື່ອວ່າ ເປັນຫ້າ-ສາມ-ສອງ(໕໓໒) ແລະເຊື່ອວ່າມັນເປັນຕົວເລກແທ້ໆ ບໍ່ມີຄຳອື່ນໃດ ຫຼືອັກສອນ ໃດໆ ຈະມາແທນຕົວເລກໄດ້ເດັດຂາດເພາະຄຳໜ້າໂຕເລກນັ້ນ ໄດ້ຂຽນຄຳວ່າ "ຈຸລະສັງກຣາດ" ໄວ້ຄັກແນ່ ແລະຂຽນແບບສັນສະກຣິດ ສາດ້ວຍ, ເມື່ອຄຳເບື້ອງຕົ້ນບອກວ່າ "ຈຸລະສັງກຣາດ" ອັກສອນທີ່ເຫັນຖັດໄປ ເປັນຕ້ອງເປັນຕົວເລກ ຫຼືຫາກບໍ່ໃຊ້ຕົວເລກ ໃຊ້ອັກສອນແທນ ກໍຕ້ອງໃຊ້ອັກສອນບອກແທນຈຳນວນ "ຫ້າ-ສາມ-ສອງ" ເມື່ອເຮົາເອົາມາທຽບກັບເລກໃນສີລາອື່ນໆ ເຮົາຮູ້ແລ້ວວ່າ ເປັນເລກ ໕, ແຕ່ຕົວສອງ ເຮົາເຫັນຮູບຕ້ອງບອກວ່າ ເລກ ໓ ເພາະເປັນຮູບແບບນີ້ ປາກົດໃນອັກສອນມອນ ຂອມ ຢູ່ແລ້ວ ສ່ວນອັກສອນຕົວສຸດທ້າຍນີ້ ກໍຕ້ອງບອກວ່າເລກ ໒ ເພາະເລກແບບນີ້ມີໃນບັນດາອັກສອນທັມ ລາວ ມອນ ຂອມ ຢູ່ໂດຍສະເພາະແມ່ນໃນເລກຂອງເລກໂຫຣາ, ເລກມອນ, ພະມ້າ, ລື້(ປັດຈຸບັນ) ແລະລ້ານນາ(ປັດຈຸບັນ) ກໍຍັງໃຊ້.

- ເມື່ອສະຣູບແລ້ວ ກໍແມ່ນ ໕໓໒ ຫາກມີຄົນອື່ນບອກວ່ານັ້ນບໍ່ແມ່ນເລກສອງ ມັນແມ່ນເລກ ໗(ກ.ເບິ່ງທີ່ໝາຍໄວ້) ກໍສາມາດເຊື່ອນຳເຂົາໄດ້, ເພາະເລກລາວໃນອັກສອນທັມນັ້ນ, ເລກ ໗ ຂຽນ ຕົວ "ຕ" ດຶງຫາງຍາວກໍມີ, ແຕ່ຜູ້ຂຽນຍັງເຊື່ອວ່າເລກ ໒ ຕາມມະຫາບຸນມີອ່ານ ແຕ່ຈະບໍ່ເຊື່ອວ່າ ແມ່ນ "ແລຯ ຫຼື ໆ" ດັ່ງທີ່ Michel LORRILLARD ໃຫ້ທັດສະນະໄວ້ເດັດຂາດ ມັນເຫັນໄປບໍ່ໄດ້ ທີ່ບອກວ່າ "ຈຸລະສັງກຣາດແລຯ" ເພາະມັນບໍ່ມີຄວາມໝາຍຫຍັງໝົດ ຫາກຄຳນັ້ນເປັນ "ແລຯ" ຜູ້ຈາຣືກສີລາ ຈຳເປັນຫຍັງ ຊີມາຂຽນວ່າ "ຈູລສັງກຣາສ" ໄວ້ໃຫ້ເບືອງເນື້ອທີ່ ແລະເວລາ ເພາະເຖິງຈາຣືກລົງໄປກໍບໍ່ໄດ້ໃຫ້ຜົນຫຍັງ.

- ສະນັ້ນ, Michel LORRILLARD ກ່າວເຖິງນັ້ນ ເປັນການກ່າວໃນທັດສະນະທີ່ບໍ່ຍອມຮັບນັກວິໄຈຄົນທ້ອງຖິ່ນ ເຊິ່ງເຂົາຖືວ່າຊາວອາຊີ ເປັນຊາດທີ່ຍັງຫຼ້າຫຼັງ ຖືກຄວບຄຸມຈາກອຳນາດອື່ນ ຄວາມທະນົງຕົວນັ້ນ ອາດຄວບຄຸມແນວຄິດເຂົາໄດ້.

- ໃນຄວາມເປັນຈິງແລ້ວ ນັກວິໄຈ ແລະນັກຄົ້ນຄວ້າຕ່າງປະເທດພາເຮົາຫຼົງທາງມາສະຕະວັດກວ່າແລ້ວ ກ່ຽວກັບປະຫວັດສາດ ຂອງຊາວອາຊີທັງຫຼາຍ ເຂົາຈຶ່ງຫາທາງເປັນຕົວຂອງເຂົາຢ່າງອິດສຣະ.

- ຜູ້ຂຽນ ບໍ່ໄດ້ເປັນນັກອ່ານສີລາຈາຣືກຫຍັງໝົດ ແລະບໍ່ໄດ້ຮຽນການອ່ານສີລາຈາຣືກດອກ ພຽງແຕ່ຈົບເສດຖະສາດທັມມະດາ ແລະບໍ່ໄດ້ຊຳນານການວິຊານັ້ນດ້ວຍ ແຕ່ເຄີຍອ່ານໜັງສືບູຮານມາ ທີ່ໄດ້ຮຽນນຳວັດເທົ່ານັ້ນ, ບັງເອີນອ່ານໄດ້ຈຶ່ງສະໜັບສະໜູນແນວ ຄິດທ່ານບຸນມີ ເທບສີເມືອງວ່າທ່ານອ່ານຖືກຕ້ອງ.

- ເມື່ອເຮົາອ່ານ ຄຳນັ້ນໄດ້ແລ້ວ ກໍເຊື່ອວ່າອັກສອນທີ່ເຫັນເປັນເຊັ່ນນັ້ນຈິງໆ ການອ່ານນີ້ບໍ່ຜິດຈາກຮູບອັກສອນທີ່ເຫັນ ແລະສະເກັດມາເດັດຂາດ, ແຕ່ວ່າ ຫຼັກສີລາຈາຣືກນີ້ ມີອາຍຸຍາວນານຕາມຕົວເລກ ທີ່ກຳນົດໄວ້ໃນສີລາຈາຣືກບໍ່, ອັນນີ້ ຕ້ອງໄດ້ພິສູດກັນທາງເຄມີ ຈຶ່ງຈະຮູ້ໄດ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ທ່ານສາສຕຣາຈານສີສັກ ວັລລິໂພດົມ ເປັນວິຊາການ ທີ່ລືຊື່ຂອງໄທຍ໌ ໄດ້ພົບບົດຂຽນຂອງທ່ານມະຫາບຸນມີ ເທບສີເມືອງ ທີ່ໄດ້ຂຽນບົດຄວາມກ່ຽວກັບການອ່ານ ຂໍ້ຄວາມໃນສີລາຈາຣືກວັດວິຊຸນ ເມື່ອປີ ໒໐໐໑-໒໐໐໒ ພຸ້ນ ແລະໄດ້ນຳມາລົງຕີພິມໃນວາລະສານທ່ຽວເມືອງລາວ ຄໍຣັມມໍຣະດົກລາວ (ເຊິ່ງຫົງເທີນ ຂຸນພິທັກ ເປັນບັນນາທິການຜູ້ກໍ່ຕັ້ງ), ທ່ານສາສຕຣາຈານສີສັກໄດ່ອ່ານບົດຄວາມນັ້ນແລ້ວເທິງເຄື່ອງບິນ ກໍໄດ້ໃຫ້ຄວາມສົນໃຈ ແລ້ວກໍຂຽນບົດຄວາມລົງໃນໜັງສືພິມ ແລະວາລະສານທາງເມືອງໄທຍ໌ ເຮັດໃຫ້ໝູ່ນັກວິຊາການຄົນໄທຍ໌ ຕ້ອງຮ້ອນຮົນອົນທະການ ເຕັ້ນແຮ້ງເຕັ້ນກາໃຫ້ຄວາມສົນໃຈ ບໍ່ແມ່ນຂອງຢອກ ບໍ່ເວັ້ນແມ່ນກະທັງບຸກຄົນທັມມະດາສາມັນ(ອັນນີ້ຜູ້ຂຽນໄດ້ພົບເອງ ເມື່ອກັບໄປທ່ຽວເມືອງບາງກອກ ທ້າຍປີ ໒໐໐໖ ຄົນທົ່ວໄປທີ່ພົບໄດ້ເວົ້າເຖິງສີລາຈາຣືກລາວຕ່າງໆນານາ ເຊື່ອວ່າຄົນໄທຍ໌ໃຫ້ຄວາມສົນໃຈຕໍ່ບັນຫານີ້ຢ່າງເອົາຈິງເອົາຈັງ) ໃນຂະນະດຽວກັນບັນດານັກເວບທັງຫຼາຍ ຂອງໄທຍ໌ກໍເອົາບັນຫາດັ່ງກ່າວມາສົນທະນາກັນ ດັງສະໜັ່ນຫວັນໄຫວເຊັ່ນກັນລະຫວ່າງປີ ໒໐໐໕.

- ບົດຄວາມຂອງທ່ານສາສຕຣາຈານສີສັກ ວັລລິໂພດົມ ໄດ້ນຳເອົາໄປລົງຄັ້ງແຮກໃນໜັງສືພິມມະຕິຊົນ ເຊິ່ງຂຶ້ນຕົ້ນດ້ວຍຄຳວ່າ "คนไทยเกือบหมดประเทศเชื่อตำราว่า อักษรไทยเป็นอักษรที่พ่อขุนรามคำแหงประดิษฐ์ขึ้นครั้งแรกเมื่อ พ.ศ.1826 หรือ 722 ปีมาแล้ว รัฐบาลไทยจัดงานฉลองทั่วประเทศเมื่อ พ.ศ.2526 ครบรอบ 700 ปี "ลายสือไทย" ของพ่อขุนฯ แล้วยังจัดงานฉลองใหญ่ เมื่อองค์กร UNESCO ยกย่องเป็นมรดกโลกทางปัญญา เมื่อ พ.ศ.2547
ประวัติศาสตร์อักษรไทยบอกไว้ชัดเจนนานแล้วว่าลาวรับอักษรพ่อขุนรามคำแหงไปใช้งานหนังสือสมัยหลังๆ
แต่แล้วลาวเพิ่งค้นพบจารึกอักษรลาว ระบุศักราช พ.ศ.1713 หรือ 835 ปีมาแล้ว มีอายุเก่ากว่าอักษรไทยของพ่อขุนฯ ราว 113 ปี ถ้าเป็นจริงตามนี้ย่อมหมายความว่าอักษรลาวเก่ากว่าอักษรไทยราว 113 ปี และอักษรไทยได้จากอักษรลาว ?"

 

- ຍ້ອນຄຳວ່າ "ສີລາຈາຣືກລາວເກົ່າກວ່າສີລາຈາຣືກຣາມຄຳແຫງ ຕັ້ງ ໑໑໓ ປີນີ້ເອງ" ນີ້ເອງ ຈຶ່ງເຮັດໃຫ້ນັກວິຊາການໄທຍ໌ທັງຫຼາຍ ອອກມາວິພາກ ວິຈານກັນຕ່າງໆນານາ, ບາງທ່ານກໍໃຫ້ທັດສະນະທາງສ້າງສັນ, ບາງທ່ານກໍໃຫ້ທັດສະນະໄປໃນລັກສະນະບໍ່ແມ່ນນັກວິຊາການມືອາຊີບ, ບາງທ່ານກໍອອກມາໃຫ້ ທັດສະນະແບບຊາດນິຍົມຫົວຊົນຝາ, ບາງທ່ານກໍໃຫ້ທັດສະນເປັນກາງແບບນັກວິຊາການທົ່ວໄປ, ມີການສົນທະນາກັນຂະໜານໃຫຍ່ ຕໍ່ບັນຫາດັ່ງກ່າວ ເພາະທ່ານສາສຕຣາຈານສີສັກ ວັລລິໂພດົມ ກໍເວົ້າຄັກເວົ້າແນ່ວ່າ "ອັກສອນລາວມີອາຍຸເກົ່າກວ່າໜັງສືພໍ່ຂຸນຣາມ ຕັ້ງ ໑໑໓ ປີ" ເວົ້າຕາມອາຍຸທີ່ລົບໄດ້ (ເມື່ອປີ ໒໐໐໕) ແຖມຍັງຖິ້ມທ້າຍໃນປະໂຫຍກນັ້ນວ່າ "ອັກສອນໄທຍ໌ໄດ້ຈາກອັກສອນລາວ", ທາງໄທຍ໌ກໍເຊື່ອວ່າ ອັກສອນຣາມຄຳແຫງ ເປັນຂອຈິງ ແລະເກົ່າຈິງ, ທັງຍັງໄດ້ເວົ້າຢ່າງເຕັມສົບເຕັມປາກ ມານານແລ້ວວ່າ "ອັກສອນລາວໄດ້ແບບຈາກ ອັກສອນຮາມຄຳແຫງ-ພຣະຍາລິໄທ" ໄດ້ຂຽນປະຫວັດອັກສອນສາດ ທັງປະຫວັດສາດຂອງຊາດສອນລູກສອນຫຼານໄທຍ໌ໃຫ້ເຊື່ອຢ່າງນັ້ນ ທົ່ວທັງປະເທດ ມາເກືອບສະຕະວັດ, ແລ້ວວັນດີຄືນດີ ກັບມາບອກວ່າ "ອັກສອນຣາມຄຳແຫງເນ້ອຍກົ່າກວ່າ ອັກສອນລາວ" ກ່ອນໜ້ານັ້ນ ບໍ່ເຫິງກໍມີນັກສຶກສາປັນຍາຊົນໄທຍເອງ ມາບອກວ່າ "ຫຼັກສີລາຈາຣືກຣາມຄຳ ແຫງບໍ່ໄດ້ສ້າງຂຶ້ນໃນສະໄໝຣາມຄຳແຫງ ເຮັດໃຫ້ເຂົາຖົກຖຽງກັນຂະໜານໃຫຍ່ມາຫຼາຍຄັ້ງແລ້ວ" ເລື່ອງເຊັ່ນນີ້ ຊິໃຫ້ນັກວິຊາການຂອງໄທຍ໌ມອງດູດາຍໄດ້ຈັ່ງໃດ ? ມັນເປັນຕາໜ້າສັງເວດ ເຂົາຢູ່ເໝືອນກັນ.

 

- ສະນັ້ນ, ມັນຈຶ່ງບໍ່ເປັນເລື່ອງແປກ ທີ່ມີນັກວິຊາາການຈາກກົມສິລະປະກອນອອກມາໂຕ້ ຕາມຂ່າວ ເຊິງໜັງສືພິມມະຕະຊົນ ໄດ້ອອກໃນເດືອນ ພະຈິກ ໒໐໐໕ ວ່າ "ผู้เชี่ยวชาญกรมศิลปากรชี้ศิลาจารึกของไทยเก่าแก่กว่าของลาวแน่นอน ระบุหากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้".

-ເມື່ອມອງເບິ່ງຄຳເວົ້າຂອງນັກວິຊາການ ທີ່ຮຽກວ່າລະດັບຜູ້ຊ່ຽວຊານ ຈາກກົມສີລະປະກອນຂອງໄທຍ໌ເວົ້າແລ້ວ ເໝືອນກັບວ່າ ຄຳເວົ້ານັ້ນບໍ່ໄດ້ ເວົ້າອອກມາຈາກວິຊາການ ທີ່ໄດ້ຝືກມາຈົນຊ່ຽວຊານເລີຍ ເປັນຄຳເວົ້າຂອງນັກເລງຂ້າງຂະໜົນ ທີ່ອ້າງຕົນວ່າ ມີອຳນາດບາດໃຫຍ່ ເຊັ່ນຄຳວ່າ "หากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้" ນັ້ນໂດຍເຈຕຕະນາ ຄືເຂົາຕອບໂຕ້ທ່ານສາສຕຣາຈານສີສັກ ນັກວິຊາການທີ່ລືຊື່ ແບບບໍ່ໄວ້ໜ້າກັນ, ພຽງເພື່ອປົກປ້ອງວ່າ ສິ່ງນີ້ເກົ່າກວ່າ ຫຼືໃໝ່ກວ່າເທົ່ານັ້ນ, ເຮັດໃຫ້ຈັນຈັນຍາບັນຂອງວະຊາຊີຍ ໃນຖານະຜູ້ຊ່ຽວນ ຫຼືນັກວິຊາການຫາຍໄປໃສໝົດແລ້ວ, ທີ່ວ່າ "ໂງ່" ກັບ "ບໍ່ສະຫຼາດ" ນັ້ນເປັນຄຳເວົ້າຂອງຄົນປະເພດໃດ ?, ແລ້ວຄຳວ່າ "ອ່ານສີລາຈາຣືກບໍ່ເປັນ" ຄຳເວົ້າຄຳນີ້ມັນສວນທາງກັບຄຳວ່າ "ໂງ່" ແລະ "ບໍ່ສະຫຼາດ" ທີ່ເວົ້າອອກມາ, ຫຼືວິຊາການຕ່າງໆ ມັນເກີດຂຶ້ນມາເພາະຄວາມຮ​ ້ອນຮົນທີ່ບັນພະບູຣຸດໄທຍ໌ປູກຝັງສ້າງໄວ້ແລ້ວຜິດພາດແລ້ວ ຈະປ່ອຍໃຫ້ຜິດ ພາດຢູ່ຢ່າງນັ້ນ ແລ້ວພື້ນຖານທີ່ບັນພະບູຣຸດໄທຍ໌ສ້າງມາຫຼາຍຮ້ອຍປີ ຈົນກາຍເປັນຊາດນິຍົມທີ່ບໍ່ສາມາດຍອມຮັບກັບຄວາມຈິງໄດ້ ແລ້ວການທີ່ອອກມາໃຫ້ທັດສະນະເຊັ່ນນີ້ ເຂົາເອງໄດ້ເຫັນສີລາຈາຣືກ ວັດວິຊຸນແລ້ວຫຼືຍັງ ແນ່ນອນຍັງບໍ່ທັນເຫັນເດັດຂາດ ເພາະເຂົາອອກມາຕອບໂຕ້ບົດຂຽນຂອງ ສາສຕຣາຈານສີສັກ ໃນເວລາອັນໃກ້ຄຽງເທົ່ານັ້ນ, ແລະເຂົາກໍບອກໄວ້ແລ້ວວ່າ "ເວັ້ນແຕ່ໄດ້ເຫັນຂອງຈິງ" ຈຶ່ງຈະຍອມຮັບ ຫາກແຕ່ວ່າທັດສະນະທີ່ສະແດງແບບຊາດນິຍົມແບບນັ້ນ ຄືເສັ້ນທາງທີ່ບໍ່ເຫັນຄວາມຈິງແນ່ນອນ.

- ຜູ້ຊ່ຽວຊານທ່ານໜຶ່ງ ຈາກຈຸລາລົງກອນ ມະຫາວິທະຍາໄລ ໃຫ້ຄວາມເຫັນໃນທາງສາຍກາງວ່າ "แต่ต้องเห็นวัตถุตัวจริงก่อนจะยืนยัน" ທ່ານນີ້ ກໍໃຫ້ທັດສະນະທີ່ພໍຟັງ ແລະເປັນໄປໃນແນວຄິດ ແນວທາງຂອງນັກວິຊາການທົ່ວໄປອ້າງ ຄືຈະຮັບຮອງຫຍັງ ກໍຕ້ອງໄດ້ເຫັນ ຄວາມຈິງກ່ອນ.

- ຄວາມເຫັນຂອງ น.ส.ก่องแก้ว วีระประจักษ์ ผู้เชี่ยวชาญด้านอักษรโบราณ กรมศิลปากร ให้สัมภาษณ์วันที่ 6 ธันวาคม ว่า ตนคิดว่าศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประเทศไทย "คนไทยนั้นจะคิดว่าของประเทศลาวนั้นเก่ากว่า แสดงว่าคนนั้นโง่ไม่ฉลาด เพราะอ่านศิลาจารึกไม่เป็น จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย แต่จะบอกว่าศิลาจารึกของประเทศลาวเป็นของจริงหรือของปลอมคงจะต้องเห็นตัว ศิลาจารึกของจริงจึงจะบอกได้" ເປັນຄຳເວົ້າຂອງຜູ້ດຽວກັນ ດັ່ງທີ່ໄດ້ຍົກມາເວົ້າແລ້ວໃນເບື້ອງຕົ້ນ, ເຊິ່ງ ລາຍລາຍອຽດ ຂອງການໃຫ້ສຳພາດນັ້ນ, ເຮົາເຫັນໄດ້ຈະແຈ້ງແລ້ວວ່າ ແນວຄວາມຄິດທາງວິຊາການຂອງເຂົາ ບໍ່ແມ່ນວິຊາການແມ່ນແຕ່ນ້ອຍດຽວ, ຄຳເວົ້າຂອງເຂົາຊ່າງໄຮ້ດຽງສາແທ້ໆ "ศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประเทศไทย" ຄຳເວົ້າແບບນີ້ ຫາກເປັນນັກວິຊາການມືອາຊິບເຂົາບໍ່ສາມາດເວົ້າອອກມາເດັດຂາດ ແຕ່ເພາະອຳນາດຊາດ ນິຍົມມັນຫຸ້ມຫໍ່ສະໝອງຂອງເຂົາ ຈຶ່ງເຮັດໃຫ້ເຂາສາມາດຄຳໆນີ້ອອກມາໄດ້ ແລະປະເທດໄທຍ໌ ຫາກຍັງມີນັກວິຊາການປະເພດນີ້ຢູ່ ກໍເທົ່າກັບເຂົາຍັງ ຕ້ອງການຫຼອກລວງຕົວເອງໄປຢ່າງນັ້ນ ແລ້ວໂລກະທັດຂອງພວກເຂົາ ກໍຍັງຕ້ອງໄດ້ຄວຍຄຸມໂດຍອຳນາດມືດບໍ່ ມີວັນຈະສະຫວ່າງໄດ້ເລີຍ.

- "จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย" ຄຳວ່າ "ຈະຕ້ອງອ່ານສີລາຈາຣືເປັນຈຶ່ງຮູ້" ຍັງບໍ່ທັນເຂົ້າໃຈໃນຄວາມໝາຍຂອງເຂົາ ທີ່ເຂົາວ່າການອ່ານສີລາຈາຣືກເປັນນັ້ນ ເຂົາອ່ານຈັ່ງໃດ ? ເຂົາຍັງຢືນຢັນອີກວ່າ "คงจะต้องเห็นตัว ศิลาจารึกของจริงจึงจะบอกได้" ນີ້ສະແດງວ່າເຂົາຍັງບໍ່ທັນໄດ້ເຫັນສີລາຈາຣືກຈິງ ແລ້ວເຫດໃດ ຄຳເວົ້າ່ຂອງເຂົາຂ້າງຕົ້ນ ຈຶ່ງກ້າຢືນຢັນວ່າສີລາຈາຣືກຂອງໄທຍ໌ເກົ່າແກ່ກວ່າຂອງລາວ ແລ້ວຍັງຢືນການວ່າ "ບໍ່ມີສີລາຈາຣືກຂອງປະເທດໃດ ເກົ່າແກ່ກວ່າຂອງໄທຍ໌ອີກ" ຄຳເວົ້າຄຳນີ້ກໍໝາຍວ່າ ຂອງຂ້າໃຫຍ່ຈິງ ຂອງທ່ານເຖິງມີຈິງກໍຢ່າໃຫຍ່ນັ້ນຕິລະ ຫຼືວິຊາການ ແລະປະຫວັດສາດຂອງໄທຍ໌ນັ້ນ ສ້າງຂຶ້ນມາເໝືອນ ເທບນິຍາຍຫຼືໜັງຈີນຈັ່ງຊັ້ນລະ.

- ทั้งนี้ อย่าไปแข่งหรือเปรียบเทียบกับของต่างชาติว่าของใครเก่าแก่กว่ากันเลย เสียเวลาเปล่าๆ ศิลาจารึกของไทยมีความเก่าแก่กว่าแน่นอน" ຄຳເວົ້າຂອງນາງສາວກ່ອງແກ້ວນັ້ນ ມັນສະແດງຄວາມບໍ່ອອກມາຢ່າງໜ້າສັງເວດ, ພຽງແຕ່ຕ້ອງການວ່າ "ສີລາຈາຣືກ ຣາມຄຳແຫງເກົ່າກວ່າຂອງຊາດອື່ນພຽງຢ່າງດຽວ, ກັບໄປສະຫຼັດຖິ້ມພື້ນຖານທາງປະຫວັດສາດ, ພາສາ, ບູຮານຄະດີ ແລະສາຍສຳພັນຂອງວົງຕະກູູນໄທ(ໄຕ) ທັງມວນ, ຊຳ້ບໍ່ພໍກັບໄປລົບລ້າງທັດສະນະຄະຕິ ພັດທະນະນາການທາງປະຫວັດສາດຊາດ ພັນວິທະຍາ ເຊິ່ງນັກປະຫວັດສາດ ແລະນັກວິຊາການລຸ້ນຕວດ, ປູ່, ຍ່າ, ຕານາຍ, ຂອງພວກເຂົາໄດ້ສ້າງເນື້ອສ້າງຕົວມາເກີີນສະຕະວັດວ່າ "ລາວ-ໄທຍ໌ມາຈາກກົກເຫງົ້າດຽວກັນ" ຈັ່ງໃດລະ ຈຶ່ງມາສະຫຼັດຖິ້ມພຽງຂ້າມຄືນເຊັ່ນນີ້, ຫາກເປັນເຊັ່ນນັ້ນຈິງແທ້ແລ້ວ, ໝາຍວ່າວິຊາການທ່ານ ນີ້ກຳລັງປະຕິເສດວ່າ "ສຸໂຂໄທ" ບໍ່ແມ່ນຂອງໄທ, ບໍ່ມີສາຍສຳພັນກັບລ້ານນາ, ລ້ານຊ້າງລວມພາກອີສານ, ເຂົາລືມເບິ່ງ ຫຼັກຖານທ້ອງຖິ່ນເລົ່ານີ້ສາແລ້ວ, ແລ້ວເຂົາມີຫຼັກຖານໃນມື ທີ່ອ່ານພົບໂດຍກົມສີລະປະກອນເອງວ່າ  "ສີລາຈາຣືກພຣະທາດຮ້າງບ້ານນາແຮ່

ສາກົນນະຄອນນັ້ນ ຂຽນດ້ວຍອັກສອນລາວລ້ວນໆ ແລະເປັນພາສາທີ່ສົມບູນກວ່າ ຈະແຈ້ງກວ່າ ສ້່າງຂື້ນໃນປີ ข้อความจารึกบรรทัดที่ ๔ ระบุ จ.ศ. ๗๑๒ คือ พ.ศ. ๑๘๙๓ ตรงกับปีที่พระเจ้าอู่ทองทรงสถาปนากรุงศรีอยุธยา และก่อนพระเจ้าฟ้างุ้มครองเมืองหลวงพระบาง (พ.ศ. ๑๘๙๖) ถึง ๓ ปี ກົງກັບ ຄ.ສ ໑໓໕໐ ຍຸກດຽວກັບພຣະຍາລິໄທ ຂອງສຸໂຂໄທ ແລະສະໄໝດຽວກັບພຣະເຈົ້າອູ່ທອງ ທີ່ເປັນຕົ້ນຕະກູນຂອງສຍາມອະຍຸທະຍາ ມາຮອດປີນີ້ (ຄ.ສ ໒໐໑໑) ກໍມີອາຍຸໄດ້ ໖໖໐ ເຕັມພໍດີ ຫາກຈະທຽບໃສ່ ສີລາຈາຮືກຂຸນຣາມຄຳແຫງ ກໍຫ່າງກັນ ໖໗ ປີ (ຈາຈືກຣາມຄຳແຫງກຳເນີດ ຄ.ສ ໑໒໘໓) ຫາກຈະທຽບອາຍຸຂອງມະນຸດ ສະໄໝນັ້ນກໍບໍ່ຫ່າງກັນປານໃດສຳລັບຜູ້ສືບທອດມໍຣະດົກລຸ້ນ ຫຼັງກໍມີຊີວິດຮ່ວມຍຸກ ຄົງຊິບໍ່ເຮັດໃຫ້ການຂຽນອັກສອນລາວ ກັບຂອງຣາມຄຳແຫງແຕກຕ່າງກັນປານນັ້ນ, ເປັນເລື່ອງແປກຫາກມອງຕາມທັດສະນະທາງນັກປະຫວັດສາດທາງໄທຍ໌ ລົງຄວາມເປັນວ່າ ອັກສອນລາວໄດ້ມາຈາກອັກສອນຣາມຄຳແຫງ ຜ່ານມາໃນສະໄໝພຣະຍາລິໄທ ມັນເປັນເລື່ອງແຜກທີ່ ເຫັນວ່າອັກສອນລາວໃນສີລາຈາຣືກນັ້ນ ສົມບູນຄົບຖ້ວນ ແລະພັດທະນາການກວ່າ ໜັງສືຍຸກພຣະຍາລິໄທ ແລະພຣະເຈົ້າອູ່ມທອງດ້ວຍຊ້ຳ ແລ້ວສີລາຈາຣືກນັ້ນຢູ່ໃສ ? ຈຳເປັນຈະຕ້ອງນຳມາແລກັນ ເພື່ອຫາຈຸດເສື່ອມໂຍງ, ເມື່ອເຮົາທຽບສີຣາຈາກຣືກບ້ານຮ້າງນາແຮ່ ຫາສີລາຈາຣືກວັດວິຊຸນ ຄືສີລາຈາຣືກວັດວິຊຸນພົບວ່າສ້າງປີ ຄ.ສ ໑໑໗໐ ແລະສີລາຈາຣືກພຣະທາດຮ້າງບ້ານນາແຮ່ ສ້າງປິ ໑໓໕໐ ອາຍຸຫ່າງກັນພຽງ ໑໘໐ ປີເທົ່ານັ້ນ ມັນກໍບໍ່ເປັນເລື່ອງແປກ ທີ່ເຫັນອັກສອນມີຄວາມຄ້າຍຄຽງກັນ. ທີ່ມັນແປກ ກໍເຫັນຈະເປັນອັກສອນສີລາວັດວິຊຸນນັ້ນ ຄືຈັ່ງວ່າຄົບສົບບູນກວ່າ ພັດທະນາກວ່າອັກສອນສະໄໝຣາມຄຳແຫງ, ສະໄມພຣະຍາລິໄທ ແລະສະໄໝພຣະເຈົ້າອູ່ທອງນັ້ນເອງ.

 

- ທັດສະນະຂອງທ່ານອື່ນໆໆໃນບົດຄວາມດຽວກັນນັ້ນ ເປັນທັດສະນະແບບເປັນກາງໆ ກໍຍັງພໍທີ່ຈະຄຳນຶງໄດ້ວ່າ ແນວຄິດທາງວິຊາການຂອງ ພວກເຂົາເປັນແນວຄິດທີ່ສາມາດນຳໃຊ້ໄດ້ຢູ່, ເປັນວິຊາການເພື່ອການກ້າວໄປເພື່ອການຮູ້ຈິງ ຢ່າງໃດກໍຕາມກ່ຽວກັບບັນຫາເລື່ອງສີລາຈາຣືກ ວັດວິຊຸນນີ້ ຫາກກວດພົບທາງດ້ານວິທະຍາດສາດ ໄດ້ວ່າ "ເປັນຂອງຈິງ ມີອາຍຸຕາມກວດພົບທາງເຄມີວ່າ ເປັນຂອງຈິງແລ້ວ ຈະເປັນ ຜົນເສັຍຫຍັງໃຫ້ແກ່ໄທຍ໌ ແລະດ້ວຍເຫດໃດນັກວິຊາການໄທຍ ຈຶ່ງໃຫ້ຄວາມສຳຄັນ ຈົນເຖິງນຳທິມນັກວິຊາການມາກວດເບິງສີລາຈາຣືກຂອຈິງ ດັ່ງບົດຄວາມນີ້ໄດ້ອ້າງວ່າ"สมาคมไทย-ลาวเพื่อมิตรภาพ และคณะนักวิชาการด้านโบราณคดีไทย ได้เดินทางไปเยือนหลวงพระบางเมื่อต้นเดือนที่ผ่านมา".​

- ແລ້ວເມື່ອ ພວກເຂົາໄດ້ພົບກັບຄວາມຈີິງ ໄດ້ເຫັນຂອງງຈິງແລ້ວ ບໍ່ເຫັນມີນັກວິຊາການຂອງໄທຍທ່ານໃດອອກມາກ່າວໃດໆ ກ່ຽວກັບເລື່ອງນີ້ ເລີຍ ພວກເຂົາພາກັນມິດປານຫ້ອຍໄຂ້ເຊັ່ນນີ້, ສະແດງວ່າຍອມຮັບຄວາມຈິງແລ້ວວ່າ ສີລາຈາຣືກວັດວິຊຸນເປັນຂອງຈິງ ພຽງແຕ່ບໍ່ເວົ້າອອກມາ ເທົ່ານັ້ນ ແລ້ວຜູ້ຊ່ຽວຊານດັ່ງ "นางสาวก่องแก้ว" ຍັງຈະເປັນນັກວິຊາການທີເຊື່ອຖືໄດ້ຫຼືບໍລະ ? ຫຼືຈະສ້າງນັກວິຊາການມາແບບປິດບັງຄວາມຈິງຢູ່ຢ່າງນັ້ນ ?

{ອ່ານຕ​ໍ່ໃຫ້ຈົບເລື່ອງໄດ້ທີ່ນີ້}

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຜູ້ຊ່ຽວຊານກົມສີລະປະກອນຊີ້ ສີລາຈາຣືກຂອງໄທຍເກົ່າແກ່ກວ່າຂອງລາວແນ່ນອນ ຣະບຸຫາກຄົນໄທຍ໌ຄິດວ່າຂອງລາວເກົ່າແກ່ກວ່າຂອງໄທຍ໌ ສະແດງວ່າໂງ່ (ອ່ານເນື້ອໃນລະອຽດໃນລິງກ໌ນີ້).

- ເມື່ອອ່ານບົດຄວາມນີ້ຈົບ ແລ້ວທົບທວນໃສ່ຄວາມອືກກະທຶກຄືກໂຄມ ທີ່ໝູ່ວິຊາການທັງພາກລັດ ມະຫາວິທະຍາໄລ ແລະນັກວິຊາການອິສຣະ ສ້າງຄວາມສົນໃຈເອົາແທ້ເອົາວ່າ ຂອງນັກວິຊາການໄທຍ໌ ໃນ ໔-໕ ປີຜ່ານມານັ້ນກໍຄື ຄຳວ່າເກົ່າກວ່ານີ້ເອງ, ເມື່ອມາເບິ່ງເບື້ອງລາວເສີຍມັ່ງບໍ່ສົນໃຈຫຍັງ ເລີຍ ນີ້ເຮັດໃຫ້ມອງເຫັນວ່າ ທາງຝ່າຍໄທຍ໌ທີ່ບໍ່ຍອມຮັບເລື່ອງລາວດັ່ງກ່າວນັ້ນ ເພາະເຫດໃດ ? ເພາະມັນຈະເຮັດໃຫ້ສີລາຈາຣືກຂແງລາມຄຳແຫງ ລົດບົດບາດຄວາມໜ້າເຊື່ອຖືລົງນັ້ນເອງ ແລ້ວນັກວິຊາການອັກສອນສາດ ແລະບູຮານຄະດີ ຕ່າງປະເທດຈະມຸ້ງມາໃຫ້ຄວາມສົນໃຈສີລາຈາຣືກວັດວິຊຸນ ວ່າສຳຄັນກວ່າ, ບັດນັ້ນຫາກເຂົາພົບວ່າສີລາຈາຣືກວັດວິຊຸນເກົ່າແກ່ກວ່າຈິງໆ ອັນໃດຈະເກີດຂື້ນລະ, ຢ່າ​ລືມວ່າປະຫວັດສາດຕ່າງໆຂອງໄທຍ໌ ໄດ້ມີຈຸດກຳເນີດມາຈາກສີລາຈາຣືກລາມຄຳແຫງນີ້ ແລ້ວຄວາມເປັນຊາດທີ່ໝັ້ນຄົງຂອງເຂົາຕ້ອງຫັນທິດແນ່ນອນ ອັນນີ້ຄືເຂົາກົວ ມັນກໍເປັນໜ້າເຫັນໃຈເຂົາ ຢ່າງຫຼິກລຽງບໍ່ໄດ້.

- ຢ່າງໃດກໍຕາມ ຕໍ່ບັນຫາສີລາຈາຣືກຣາມຄຳແຫງນັ້ນ ມີການຂຽນໄວ້ວ່າ "ເມື່ອກ່ອນລາຍສືໄທນີ້ບໍ່ມີ (ມະຫາ) ສັກຣາຊໄດ້ ໑໒໐໕ ສົກ ປີມະແມ ພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈ ໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທນີ້ຈຶ່ງມີເພື່ອຂຸນຜູ້ນັ້ນໃສ່ໄວ້"

- ຕໍ່ຂໍ້ຄວາມໃນສີລາຈາຣືກນີ້ ຍາພໍ່ມະຫາສີລາໄດ້ໃຫ້ຄວາມເຫັນໄວ້ໃນອັກສອນສາດລາວ ປະວັດໜັງສືລາວ ວ່າ "ຖ້າສັງເກດຄຳທີ່ໃຊ້ໃນສີລາຈາຣືກ ຈະເຫັນໄດ້ວ່າ ມີຄຳ ("ນີ້") ຢູ່ຕໍ່ຄຳ ("ລາຍສື") ທຸກແຫ່ງ ໝາຍຄວາມວ່າ ໜັງສືໄທຍຢ່າງນີ້ (ຫຼືແບບນີ້) ບໍ່ໄດ້ປະສົງຈະຊົງສະແດງວ່າ ໜັງສືຂອງຊົນຊາດໄທຍ ຫາກໍຈະມີຂຶ້ນຕໍ່ເມື່ອ ພ.ສ ໑໘໒໖".

- ຍາພໍ່ມະຫາສີລາ ໝາຍຄວາມວ່າ ໜັງສືໄທຍແບບໜັງສືຂອງລາມຄຳແຫງນີ້ ບໍ່ເຄີຍມີມາກ່ອນ ເກີດມີກໍຕໍ່ເມື່ອຂຸນຣາມຄຳແຫງສ້າງຂຶ້ນ​ນີ້ເທົ່ານັ້ນ ແຕ່ວ່າໜັງສືໄທຍແບບອື່ນ(ເຊິ່ງບໍ່ແມ່ນຮູບແບບຂອງລາມຄຳແຫງນັ້ນມີຢູ່ ແລະມີມາກ່ອນແລ້ວ).

- ອັນຄວາມເຂົ້າໃຈແບບນີ້ ບໍ່ແມ່ນສະເພາະຍ່າພໍ່ມະຫາສີລາເທົ່ານັ້ນ ນັກອັກສອນສາດ ແລະສີລາຈາຣືກຂອງໄທຍເອງກໍດີ ແລະປະເທດອື່ນໆ ກໍເວົ້າແບບດຽວກັນວ່າ ໜັງສືແບບລາມແຫງນັ້ນ ມີຫຼັກດຽວໃນໂລກ ແຕ່ແບບອື່ນ ທີ່ມີຮູບຄ້າຍອັກສອນລາວນັ້ນມີຫຼາຍນັບບໍ່ຖ້ວນ, ຜູ້ຂຽນກໍວ່າເຊັ່ນນັ້ນ ເພາະພະຍາຍາມອ່ານສີລາຈາຣືກລາມຄຳແຫງຍາມໃດ ຕ້ອງເຈັບຫົວທຸກຄັ້ງ ແລ້ວກໍຍັງອ່ານບໍ່ໄດ້ເທົ່າທຸກວັນ, ບາດໄປອ່ານສີລາຈາຣືກຫຼັກອື່ນກັບໄປອ່ານ ໄດ້ປານເຄີຍຮຽນມາກ່ອນ ອັນນີ້ງຶດ.

- ທີ່ຍົກບັນຫານີ້ນີ້ມາເວົ້າ ບໍ່ແມ່ນອື່ນໄກ ແລະກໍບໍ່ມີຄວາມເປັນຫ່ວງວ່າ ສີລາຈາຣືກຂອງລາວຈະເກົ່າກວ່າຂອງໄທຍ໌ ຫຼືໃໝ່ກວ່າ ອັນນັ້ນບໍ່ສຳຄັນ, ມັນສຳຄັນກົງທີ່ວ່າ ເປັນຫ່ວງສີລາຈາຣືກວັດວິຊຸນນັ້ນ ຢ້ານມັນເສັຍຫາຍໄຮ້ຮ່ອງຮອຍເທົ່ານັ້ນເອງ ຝາກກົມມໍຣະດົກ ແລະຫໍພິພິທະພັນລາວເອົາໃຈໃສໃຫ້ດີແທ້ໆໆໆໆ ຢ່າເຜີໃຈເດັດຂາດ.

(ຕິດຕາມອ່ານບົດຄວາມເໝືອນກັນໃນກະທູ້ນີ້)

ອ້າງອີງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບັນທຶກອັກສອນສາດ ປະວັດໜັງສືລາວ ຂອງຍາພໍ່ມະຫາສີລາ ວິຣະວົງ ກ່າວເຖິງຄະນະກັມມະການຟື້ນຟູອັກສອນລາວ ໔໑ ໂຕ, ເຊິ່ງມີຄວາມເປັນມາ ເກືອບລະອຽດລະອໍ, ທ່ານເວົ້າໄວ້ໃນປຶ້ມດັ່ງກ່າວ ໃນໜ້າ ໒໖-໒໘ ວ່າດັ່ງນີ້:

"- ຄັນມາເຖິງຣະຫວ່າງປີ ຄ.ສ ໑໙໒໙ ສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍວາງແຜນຟື້ນຟູພຸທທະສາສນາ ແລະກາຣສຶກສາຝ່າຍພຸທທະສາສນາໃນ ຣາຊະອານາຈັກລາວຂຶ້ນຄືກັນ ຈຶ່ງໄດ້ຕັ້ງໂຮງຮຽນປາລີຂຶ້ນ ໃນນະຄອນວຽງຈັນ ໂຮງຮຽນຕັ້ງຢູ່ຫໍຄຳ (ໃນບໍຣິເວນພຣະຕຳນັກດຽວນີ້) ໂດຍມີຍາພໍ່ມະຫາແກ່ວ ເປັນຄຣູສອນ (ຍາພໍ່ມາຫາແກ້ວນີ້ສືກສາຝ່າຍພຸທທະສາສນາມາຈາກປະເທສໄທຍ໌) ນອກຈາກນີ້ແລ້ວ ນອກຈາກນີ້ແລ້ວທາງສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍດຳເນີນກາຣາຕັ້ງຫໍສມຸດຂຶ້ນໃນນະຄອນວຽງຈັນ ໂດຍແຕ່ງຕັ້ງໃຫ້ເຈົ້າເພັຊຣາຊ (ເຊິ່ງໃນເວລານັ້ນຍັງບໍ່ໄດ້ເປັນອຸປຣາຊ ແຕ່ດຳຣົງຕຳແໜ່ງເປັນສາຣະວັດ ຜູ້ກວດກາແຜ່ນດິນທົ່ວໆໄປ) ເປັນປະທານ ແລະຮຽກອົງກາຣນີ້ວ່າ "ພຸທທະບັນດິຕສະພາຈັນທະບູຣີ" ແລ້ວທຳກາຣທ້ອນໂຣມໜັງສືເກົ່າຂອງລາວ ທັງທີ່ເປັນອັກສອນທັມມ໌ ອັກສອນລາວ ມາໄວ້ບ່ອນດຽວຈັດຕັ້ງເປັນ ຫໍສະໝຸດຂຶ້ນ ພ້ອມກັນນີ້ກໍໄດ້ພາກພຽນອອກກົດໝາຍ ຫ້າມບໍ່ໃຫ້ທຳລາຍມ້າງເພວັດວາອາຮາມ ຫຼືຂົນເອົາພຣະພຸທທະຣູບໜີ ເຊິ່ງຄວາມຈິງ ເຂົາເອົາໄປເກືອບໝົດແລ້ວ.

- ກ່ຽວກັບການຟື້ນຟູພຣະພຸດທະສາສນາ ແລະຈັດຕັງກາຣສຶກສາທາງສາສນາ ມີຂໍ້ຫຍຸງຍາກຢູ່ໃນເຣື່ອງແບບຮຽນ ຍາພໍ່ມະຫາແກ້ວ ສອນໂຮງຮຽນ ປາລີເວລານັ້ນ (ໄດ້ຍິນວ່າທຳອິດກໍມາຮຽນຫຼາຍຢູ່ ມີພຣະເນນເກືອບ ໗໐ ຕົນ ເວລາຂ້າເຈົ້າມາແທນເພິ່ນເຫັນມີເຫຼືອພຽງ ໕ ຕົນ) ກໍໃຊ້ແບບໄທຍ໌ເປັນຫຼັກ ແລ້ວກ່າຍອອກເປັນຕົວທັມມ໌ ໃຫ້ນັກຮຽນຂຽນກ່າຍເອົາວັນລະ ໔-໕ ແຖວ ເປັນການຊັກຊ້າເສັຍເວລາຫຼາຍ ເມື່ອຂ້າພະເຈົ້າ(ຜູ້ຂຽນ) ມາແທນເພິ່ນໃນປີ ຄ.ສ ໑໙໓໑-໑໙໓໒ ຈຶ່ງໄດ້ສເນີຄວາມເຫັນ ຕໍ່ອົງນາຍົກພຸທທະບັນດິຕສະພາ ຄືເຈົ້າເພັຊຣາຊ ວ່າຄວນຈະພິມແບບຮຽນປາລີ ແລະນັກທັມມ໌ຂຶ້ນ ຈຶ່ງຈະສະດວກ ແຕ່ໃນຂັນຕົ້ນຕ້ອງປັບປຸງຕົວອັກສອນລາວເສັຍກ່ອນ ເພາະຄັນຈະເອົາຕົວອັກ ສອນທັມ ມາພິມເປັນແບບຮຽນກໍບໍ່ໄດ້ ດ້ວຍຕົວພິມສຳລັບຕົວທັມບໍ່ມີ ໃນກາຮນີ້ອົງນາຍົກພຸທທະບັນດິຕສະພາຈັນທະບູຮີ ຈຶ່ງໄດ້ແຕ່ງຕັ້ງກັມມະກາຣ ຂຶ້ນຄະນະໜຶ່ງ ເຊິ່ງຂ້າພະເຈົ້າຈື່ໄດ້ມີ ຄື:-
໑. ເຈົ້າເພັຊຣາຊ ນາຍົກພຸທະບັນດິດສະພາ ປະທານ
໒. ພະນະທ່ານຫຍຸຍ ອະໄພ ກັມມະກາຣ.
໓. ຍາພໍ່ມະຫາແກ້ວ ກັມມະກາຣ.
໔. ຍາພໍ່ພິມມະສອນ ກັມມະກາຣ.
໕. ຍາພໍ່ເມືອງໂຂງ ກັມມະກາຣ.
໖. ພຍານາມເສນາ ກັມມະກາຣ.
໗. ທ່ານເລກີ ເຮືອງ ກັມມະກາຣ.
໘. ທ່ານບຣັງ ເດີ ລາ ໂບຣຊ໌ ກັມມະກາຣ.
໙. ພຍາສຣີນະຄອນໂລກ(ພນະທ່ານຜຸຍ ປັນຍາ) ກັມມະກາຣ.
໑໐. ຂ້າພະເຈົ້າ (ສີລາ ວິຣະວົງ) ເລາຂານຸກາຮ ແລະກັມມະກາຣ."


- ເມື່ອຄະນະກັມມະກາຣໄດ້ຮັບການແຕ່ງຕັ້ງແລ້ວ ກໍຫາຊ່ອງທາງ ໃນການປັບປຸງ ແລະຟື້ນຟູອັກສອນລາວສືບຕໍ່ໄປ ພາຍໃຕ້ພຸດທະບັນດິດສະພາ ແຕ່ຄວາມຫຍຸ້ງຍາກກໍເກີດຂຶ້ນແກ່ຄະນະກັມມະການ ເພາະກັມມະການຝ່ານຕ່າງໆນັ້ນ ກໍມີຄວາມເຫັນແຕກຕ່າງກັນ ກ່ຽວກັບການຟື້ນຟູ ແລະປັບປຸງອັກສອນສາດລາວ ຄວາມຫຍຸ້ງຍາກເພາະເຫດໃດ ເຊີນຕິດຕາມອ່ານໃນບົດຕໍ່ໄປ.

ຕິດຕາມຕອນ ໒

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

(ຂໍອະໄພນຳທ່ານ ທີ່ເອົາຮູບມາອ້າງ ແລະຂໍອະນຸຍາດມານະທີ່ນີ້ດ້ວຍທີ່ເອົາຊື່ມາອ້າງ ດ້ວຍຄວາມສັດທາຈິງໆໆ)

- ເບິ່ງສີໜ້າທ່າທາງທ່ານນີ້ເປັນຕາຢ້ານຕາກົວ
ຊົງຊິເປັນຄົນຊົ່ວຮ້າຍຂາດອໍາມະຫິດ
ການເວົ້າຈາມອງຄວາມຄິດຄືຊິເປັນຄົນໂຫດ
ເບິ່ງແລ້ວຈັ່ງແມ່ນໂພດບໍ່ມີບ່ອນເອົາ
ແຕ່ວ່າມາເບິ່ງການກະທໍາຂອງເຂົາຕ່າງປານຟ້າກັບດິນ
ຄົນທັງຫຼາຍຖະຫວິນຮັກຫອມຕ້ອມຕຸ້ມ
ຄົນເປັນລ້ານແຫ່ຫຸ້ມຊໍ່ຊ້ອງຊົມເຊີຍ
ຄົນທີ່ຮັກທີ່ເຄີຍຍົກຍໍປໍປັ້ນ
ຄົນທຸກຊໍ່າທຸກຊັ້ນຫຼາຍບ້ານຫຼາຍເມືອງ
ຄົນທີ່ໂກດທີ່ເຄື່ອງເຣີ່ມຫວນມາຮັກ
ຄົນທີ່ບໍ່ເຄີຍຮູ້ຈັກກໍສົນໃຈທ່ານນີ້
ບອກວ່າເຂົາເປັນຄົນດີວິຣະບູຣຸດສໍາຄັນ

- ເຂົາເປັນຫົວຫອກປະຈັນບານໃນສະໜາມຕໍ່ສູ້
ຍາມສະຫງົບທ່ານຕູ່ລາວສັ່ງລາວສອນ
ຍາມມີໄພເດືອດຮ້ອນມາສູ່ຝູງຊົນ
ມີຫຼາຍຄົນບໍ່ສົນຫອບໜີເປິ່ງເວິ່ງ
ແຕ່ວ່າທ່ານຕູ່ລາວຢູ່ເບິ່ງຢູ່ຊ້ວນຢູ່ຊູ
ຮ່ວມກັບນັກຕໍ່ສູ້ກິ້ງເກືອກລີເລືອ
ລາວບໍ່ແມ່ນພວກເສືອເກ່ງແຕ່ເວົ້າແຕ່ພຽງປາກ
ບາດເມື່ອເຖິງຄາວຍາກລາວບໍ່ຄິດໜີ
ມອບຊີວິດອິນຊີ ເພື່ອພີ່ເພື່ອນ້ອງ
ຄົນທັງຫຼາຍຈຶ່ງຍົກຍ້ອງບູຊາທ່ານເໜືອຊີວິດ
ຫາຄົນດີມີຈິດເມດຕາທັມນັ້ນຫາຍາກ

- ລາວເວົ້າແບບຂວັນພ່າຊາກແຕ່ໃຈເປັນທັມ
ດີກວ່າຄົນງາມຂໍາ ທັງຫຼໍ່ທັງເຈົ້າຊູ້
ເວົ້າກະເກ່ງເກີນໝູ່ທັງຮັ່ງທັງມີ
ແຕ່ວ່າຈິດບໍ່ປານີເອື້ອເຟຶຶ້ອເພື່ອແຜ່
ຍາມເດືອດຮ້ອນມາແວ່ຫອບກ່ອນໄປໄກ
ເຂົາບໍ່ມາສົນໃຈອາໄລຍາມທຸກຍາມຍາກ
ຍາມຣະກໍາລໍາບາກເຂົາບໍ່ໄດ້ຫົວຊາ
ແຕ່ທ່ານຕູ່ນີ້ນັ້ນໜາເຂົາບໍ່ເປັນຈັ່ງຊັ້ນ
ຄົນຈຶ່ງຕົກລົງຍົກຂັ້ນໃຫ້ເປັນວິຣະຊົນ

- ນີ້ແລ້ວສາທຸຊົນຄວນຄິດຄວນຮໍ່າ
ເບິ່ງຄົນຢ່າມອງຕໍ່າເບິ່ງແຕ່ຮູບມັກແຕ່ສຽງ
ຮູບພາຍນອກເປັນພຽງຕາມທັມມະຊາດ
ຫາກຊິເບິ່ງຄວາມສະຫຼາດໃຫ້ເບິ່ງການກະທໍາ
ຄັນຊິເບິ່ງຜູ້ນໍາ ໃຫ້ເບິ່ງວິທີຄິດ
ພ້ອມທັງພາກສ່ວນຊິວິດທີ່ອອກມາຈາກໃຈ
ເບິ່ງທັງຜົນງານໃຫຍ່ບອກເຫດບອກຜົນ
ບອກຄັກໆການເບິ່ງຄົນຢ່າເບິ່ງພຽງພາຍນອກ
ນີ້ບໍ່ແມ່ນເວົ້າດິດອກ ບໍ່ແມ່ນໃຝ່ການເມືອງ
ເຮົາມາເບິ່ງສັດຈະທັມທີ່ຮຸ່ງເຮືອງຂອງຄົນໃຫ້ແຈ້ງ
ຈຶ່ງຍົກມາສະແດງຢ່າຖືໂກດຖືຊາ
ຈົ່ງເປີດຫູເປີດຕານໍາມາເລືອກໃຊ້

- ນີ້ຄືຄວາມຍິ່ງໃຫຍ່ ຂອງມະນຸດປຸຖຸຊົນ
ຄວນເບິ່ງເຫດເບິ່ງຜົນສ້າງສາຊາດກ້າວ
ສັງຄົມເຮົາຊິກ້າວໃຫ້ເບິ່ງກວ້າງມອງໄກ
ວິຣະບູຣຸດໃນຫົວໃຈຂອງຊາດຕ້ອງມີ
ຈັັກຕ້ອງເປັນຄົນດີມີສີແກ່ຊາດ
ສະແດງຄວາມມາດບໍ່ຖິ້ມພວກຖິ້ມກອງ
ຄົນດີຄວນຍົກຍ້ອງໃຫ້ຊື່ປາກົດ
ນີ້ຄືບໍຣິບົດວິຣະຊົນຊອງຊາດ
ຄວາມທະນົງອົງອາດຂອງຊາດຕ້ອງຈະເຣີນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເດືອນເກີດທີ່ເປັນມິດ ຫຼືຖືກຊະຕາກັນ
- ຄົນເກີດເດືອນ ໓ ເປັນມິດກັບຄົນເກີດເດືອນ ໕.
- ຄົນເກີດເດືອນ ໖ ເປັນມິດກັບຄົນເກີດເດືອນ໑໒.
- ຄົນເກີດເດືອນ ໔ ເປັນມິດກັບຄົນເກີດເດືອນ ໘.
- ຄົນເກີດເດືອນ ໗ ເປັນມິດກັບຄົນເກີດເດືອນ ໙.
- ຄົນເກີດເດືອນ ໑ ເປັນມິດກັບຄົນເກີດເດືອນ ໒.
- ຄົນເກີດເດືອນ ໑໐ ເປັນມິດກັບຄົນເກີດເດືອນ ໑໑.

ເດືອນເກີດທີ່ເປັນສັດຕູ ຫຼືບໍ່ຖືກຊະຕາກັນ
- ຄົນເກີດເດືອນ ໑ ເປັນວສັດຕູກັບຄົນເກີດເດືອນ ໔.
- ຄົນເກີດເດືອນ ໒ ເປັນສັດຕູກັບຄົນເກີດເດືອນ ໗.
- ຄົນເກີດເດືອນ ໓ ເປັນສັດຕູກັບຄົນເກີດເດືອນ ໘.
- ຄົນເກີດເດືອນ ໙ ເປັນສັດຕູກັບຄົນເກີດເດືອນ ໑໑ ແລະເດືອນ ໑໒.
- ຄົນເກີດເດືອນ ໕ ເປັນສັດຕູກັບຄົນເກີດເດືອນ ໗.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

- ຄໍາ ເປັນພາສາເວົ້າ ພາສາທາງການ ຫຼືພາສາເຕັມປະໂຫຍກ ຄື ທອງຄໍາ
- ເຮົາເຄີຍໄດ້ຍິນຄໍາວ່າ ສຸວັນນະພູມ ເປັນທະວີບໜຶ່ງ ມີຊື່ມານານ ຕັ້ງແຕ່ສະໄໝພຸດທະການ ແລະຫຼັງພຸດທະການ ຄືສະໄໝພຣະເຈົ້າອະໂສກະຣາດ ໄດ້ສົ່ງສະມະນະທູກ 9 ສາຍອອກໄປເຜີຍແຜ່ສາສນາ ສາຍທີ 8 ມາຍັງສຸວັນນະພູມ ຄື ພຣະໂສນະ ກັບພຣະອຸຕຣະ.
- ໃນວຽງຈັນເຮົາສະໄໝດຽວກັນ ມີພຣະສົງ 2 ອົງທີ່ມາຍັງນະຄອນຈັນທະບູຣີ ຄື ພຣະມາພຸດທະວົງ ແລະພຣະສັດສະດີ (ໃນປະຫວັດສາດ ສາສນາ ໄດ້ກ່າວອີກວ່າໃນສະໄໝນັ້ນ ມີພຣະພຸດທະລິດຂິຕ, ທັມມະລິຂິຕ ແລະສັງຄະລິຂິດ ອາດມາໃນຂະບວນດຽວກັບພຣະໂສນະ ອຸດຕະຣະນັ້ນ.
- ບາດນີ້ ມາກ່າວເຖິງສຸວັນນະພູມນັ້ນ ກ່າວກັນວ່າຢູ່ໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຮົານີ້, ເມື່ອເຮົາມາເບິ່ງປະຫວັດສາດລາວແລ້ວ ມີຫົວເມືອງລາວຕ່າງໆນັ້ນ ມີຊື່ກ່ຽວພັນກັບທອງຄໍາຫຼາຍແທ້ ເຊັ່ນ:
- ຊຽງທອງ, ວັນນະໂຄມຄໍາ, ສະຫວັນນະເຂດ, ວຽງຄໍາ, ວຽງທອງ ແລະອື່ນໆ ສະນັ້ນ ບ້ານເຮົາອາດຈະແມ່ນສູນກາງສຸວັນນະພູມ.
- ຄໍາ ຫຼືທອງຄໍາ ແມ່ນສຸວັນ.
- ບ້ານເຮົາມີບໍ່ຄໍາບູຮານຫຼາຍບໍ່ ເຊັ່ນ : ບໍ່ຄໍາເມືອງທົ່ງນາເງືອກເມືອງເຊໂປນ, ບໍ່ຄໍາຖໍ້າພູເບັ້ຍ ພູຄໍາ (ສອງທີ່ນີ້ຫຼັກຖານປະຫວັດສາດ ແລະການຂຸດຄົນບອກວ່າ ມີອາຍຸ ຫຼາຍກວ່າ 2500 ປິ.
- ປັດຈຸບັນ ມີການຂຸດຄໍາບໍ່ໃຫຍ່ໆ 2 ບໍ່ຄື ບໍ່ເຊໂປນ ແລະບໍ່ພູເບັ້ຍ, ບໍ່ນ້ອຍໆ ອີກຫຼາຍ, ນອກຈາກນີ້ຍັງມີບໍ່ຄໍາສົດອີກຫຼາຍບໍ່ ນັບບໍ່ຖ້ວນ, ທີ່ນັບບໍ່ໄດ້ ກໍແມ່ນບໍ່ຄໍາສົດໆ ອັນມີການຂຸດຄົ້ນຂະໜາດນ້ອຍໆ ເຂົາຮຽກວ່າບໍ່ຄໍາຕົກຂ້ອນ ອັນນີ້ບໍ່ຫຍຸ້ງຍາກໃນການຂຸດ ມີແຕ່ຂຸດເອົາຕິນມາຮ່ອນເອົາຄໍາ.
- ປີກາຍ 2010 ມີຂ່າວໜຶ່ງຢູ່ທາງຊຽງຂວາງ ວ່າມີຄໍາຜູດຂຶ້ນມາຈາກິນກາງສວນຂອງພໍ່ຕູ້ໜຶ່ງ ຫຼາຍຄົນໄປຂຸດເອົາມາ ລວຍກັນເປັນແຖວ.
- ຄໍາ ຫຼື ທອງຄໍານັບເປັນວັດຖຸຫາຍາກ ແລະມີຣາຄາແພງ

- ດ້ວຍເຫດໃດຄໍາ ຈຶ່ງມີລາຄາແພງ ?
- ຕອບສັ້ນໆ ຄື ຂອງຫາຍາກ ຍິ່ງນັ້ນຍ່ອມມີຣາຄາແພງ, ຄໍາເປັນວັດຖຸຫາຍາກ ດ້ວຍເຫດນັ້ນຣາຄາຈຶ່ງແພງ.
- ຕອບເປັນວິຊາການ:
- ທີ່ຈິງ ຄໍາມີຢູ່ທົ່ວໄປ ແຕ່ມີປະຣິມານນ້ອຍ, ເວັ້ນເສັຍແຕ່ຢູ່ພື້ນດິນລາວ ປະຣິມານຄໍາໃນດິນລາວມີປະຣິມານມີຫຼາຍ.
1. ກ່າວກັນທາງວິຊາການວ່າ : ຫີນ 1.000 ກິໂລກຣາມ ມີແຮ່ທອງຄໍາປົນຢູ່ 4 ກຣາມ.
2. ນໍ້າເກົ້າລ້ານໂຕນ ມີ ແຮ່ທອງຄໍາປົນຢູ່ 1 ກຣາມ.

- ສິ່ງທີ່ຄວນສົມທຽບ ມີກ່າວກັນວ່າ(ອັນນີ້ມີກາານກ່າວກັນວ່າ) ດິນລ້ວນທີ່ຂຸດໄດ້ 1 ໂຕນ (1.000 ກິໂລກຣາມ) ສະກັດເອົາແຕ່ທອງຄໍາຢ່າງດຽວ ໄດ້ຄໍາ 4 ກິໂລກຣາມ, ລົດຂົນດີນ ຄໍາຂົນອອກໄປຂາຍຕ່າງປະເທດ ຈາກພູເບັ້ຍ-ພູຄໍາ ບໍ່ຮູ້ວ່າ ວັນລະເທົ່າໃດກໍໂລກຣາມ.

- ຄໍາ ຫຼືທອງຄໍາ ເປັນວັດຖຸມີຄ່າຫາກຍາກ ລັກສະນະຂອງຄໍາເອງ ເປັນວັດຖຸເຮືອງແສງ, ເຫຼື້ອມ, ຄໍາແທ໊ໆ ນັ້ນລາວເຮົາຮຽກວ່າ ຄໍາໃບ ຫຼືຄໍາລາວ, ມີສີສຸກໃສ ແມ່ນເອົາຝັງດິນໄວ້ ກໍບໍ່ເຂົ້າສະໜິມ ບໍ່ເໝືອນທອງແດງ ຫຼືທອງເຫຼືອງ ເມື່ອຖືກຂຶ້ນສະໜີມຈະອອກສີຂຽວໆໆ ສ່ວນເງິນ ຈະອອກສີດໍາໆໆ ສ່ວນຄໍາແທ້ໆ ຂອງລາວ ຜູ້ຂຽນເຫັນຕອນ ທາດຂາວລົ້ມທໍາອີດ ພຣະຄໍາຈໍານວນຫຼາຍຫຼາຍນັ້ນ ເມື່ອເອົາຂື້ນມາທໍາອິດ ຈະເຫຼືອງສົດໃສ ບໍ່ຂຽວເໝືອນຄໍາທີ່ຂາຍກັນໃນປັດຈຸບັນນີ້.
- ຄໍາ ຫຼືທອງຄໍາ ລັດຖະບານທຸກໆປະເທດ ຍັງທ້ອນໂຮມໄວ້ຄັງຫຼວງ ເພື່ອເປັນເງິນສໍາຮອງຂອງປະເທດ ແລະເປັນວັດຖຸເພື່ອຄໍ້າປະກັນຄ່າເງິນ ໃນທະນາຄານ.

- ປະເທດລາວ ຜລິດຄໍາໄດ້ເອງສ່ວນໜຶ່ງ ຄວນຈະນໍາມາເປັນເງິນສໍາຮອງຂອງປະເທດ ເປັນວັດຖຸຄໍ້າປະກັນຄ່າເງິນກີບໃຫ້ຫຼາຍໆເງິນກີບຈະແຂງຄ່າທຽບສາກົນໄດ້.

- ຄໍາ ຫຼືທອງຄໍາ ເປັນສົມບັດລໍ້າຄ່າຂອງລາວ, ດິນແດນລາວທຸກໆ 1 ໂຕນ ສາມາດສະກັດເອົາຄໍາໄດ້ ແຕ່ 4 ກິໂລ ຫາກ 1 ກຣັມ, ຄັນເຮົາຮູ້ຈັກໃຊ້ ໃຫ້ເກີດປະໂຫຍດ ລາວເຮົາ ກໍຈະຍັງຄົງຊື່ວ່າ ເມືອງລາວດິນແດນຄໍາໄປອີກ 1000 ປີ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ປຸຣະມະທິດ ທິດເບື້ອງໜ້າ ໄດ້ແກ່ ບິດາ-ມາດາ. (ຕາເວັນອອກ)
2. ທັກຂີນະທິດ ທິດເບື້ອງຂວາ ໄດ້ແກ່ຄຣູອາຈານ. (ທິດໃຕ້)
3. ປັດສິມະທິດ ທິດເບື້ອງຫຼັງ ໄດ້ແກ່ສາມີ-ພັນລະຍາ. (ທິດຕາເວັນຕົກ)
4. ອຸຕຕະຣິທິດ ເບື້ອງເບຶ້ອງຊ້າຍ ໄດ້ແກ່ມິດສະຫາຍ.(ທິດເໜືອ)
5. ອຸປະຣິມະທິດ ທິດເບື້ອງເທິງໄດ້ແກ່ ພຣະສົງ-ສະມະນະ. (ເບື້ອງເທິງ)
6. ປຸຣັຕຖິມະທິດ ທິດເບື້ອງລຸ່ມ ໄດ້ແກ່ລູກຈ້າງ-ນາຍຈ້າງ. (ເບື້ອງລຸ່ມ)

- ພຣະພຸດທະເຈົ້າຂອງເຮົາ ໄດ້ຈັດທິດທາງທັມມະໄວ້ 6 ທິດ ໃນ 4 ທິດນັ້ນ ຄື ອອກ, ຕົກ, ເໜືອ, ໃຕ້ນັ້ນ ພຣະອົງຈັດໄວ້ ດັ່ງນີ້:
1. ທິດຕາເວັນອອກ ເປັນທິເບື້ອງໜ້າ.
2. ທິດຕາເວັນຕົກ ເປັນທິດເບື້ອງຂວາ.
3. ທິດຕາເວັນຕົກ ເປັນທິດເບື້ອງຫຼັງ.
4. ທິດເໜືອ ເປັນທິດເບື້ອງຊ້າຍ.
- ໃນສະໄໝຮຽນປະຖົມ ປີ 1974-1979 ຄູໄດ້ສອນວິທີຊອກຫາທິດ ຄືຍືນຜິນໜ້າໄປຕາເວັນອອກ ຄືກົງກັບຕາເວັນຂຶ້ນ ວາແຂນກົງໄປ
ກ. ທາງໜ້າເຮົາ ເປັນຕາເວັນອອກ.
ຂ. ທາງຫຼັງເຮົາ ເປັນທິດຕາເວັນຕົກ.
ຄ. ຊ້າຍມືເຮົາ ເປັນທິດເໜືອ
ງ. ທາງຂວາມື ເປັນທິດໃຕ້.
- ໂອ້......ມະຫັດສະຈັນແທ້ໆໆໆ ພຣະພຸດທະອົງ ໄດ້ອະທິບາຍທິດ ໄວ້ແຈ່ມແຈ້ງຈິງ.
ອ່ານໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ອັກສອນໄທຍ໌ນ້ອຍ ແມ່ນອັກສອນລາວ(ແຕ່ຄົນລາວ ບໍ່ແມ່ນຄົນໄທນ້ອຍ ແຕ່ເປັນຄົນໄທລາວ), ອັກສອນນີ້ທີ່ມີໃຊ້ໃນດີນແດນອານາຈັກລ້ານຊ້າງທັງມວນ ແລະດິນແດນທີ່ໄດ້ຖືກຢືດຄອງໂດຍສະສຍາມ ຫຼັງ ຄ.ສ 1829 ເຖິງ ປັດຈຸບັນ.
- ຄໍາວ່າ ອັກສອນໄທຍ໌ນ້ອຍນັ້ນ ເກີດຂຶ້ນພາຍຫຼັງໄທຍ໌ ໄດ້ບັນຍັດອັກສອນໄທຍ໌(ອັກສອນໄທຍ໌ສະໄໝ) ເປັນອັກສອນຂອງຊາດໄທຍ໌.
- ຕົວອັກສອນໄທຍ໌ນ້ອຍນັ້ນ ເປັນອັກສອນເກົ່າແກ່ມາແຕ່ເດີມ ເປັນເຄົ້າຕະກູນຂອງອັກສອນລາວສະໄໝ ແລະອັກສອນໄທຍ໌ສະໄໝ ຫຼັກຖານ (ຫຼັກສີລາຈາຣືກບ້ານຮ້າງນາແຮ່ ຈັງຫວັດສາກົນນະຄອນ ອັກສອນນີ້ ຖືກຈາຣືກຫຼັງພຣະເຈົ້າຟ້າງູ່ມຂຶ້ນຄອງຣາດໄດ້ 3 ປີ ປະມານ ຄ.ສ 1355)
- ຕົວອັກສອນໄທຍ໌ນ້ອຍນັ້ນ ເປັນອັກສອນລາວ (ແລະເປັນອັນດຽວກັບອັກສອນລາວແທ້ໆ ແລະສືບເນື່ອງມາຈາກອັກສອນທີ່ພົບໃນບ້ານຮ້າງນາແຮ່ ປີ ຄ.ສ 1355) ແລມີການຖ່າຍທອດ ເນື່ອງມາຈາກອັກສອນ ວັດວັດວິຊຸນ ມີອາຍຸແປດຮ້ອຍກວ່າປີ.
- ອັກສອນໄທຍ໌ນ້ອຍ ເປັນອັກສອນແບບດຽວກັນກັບອັກສອນຝັກຂາມໃນພາກເໜືອຂອງໄທຍ໌(ລ້ານນາ) ແລະພາກເໜືອຂອງລາວ, ອັກສອນຝັກຂາມ ເປັນອັກສອນຊະນິດດຽວກັບອັກສອນລາວ (ເຊິ່ງໄທຍ໌ຮຽກວ່າໄທຍ໌ນ້ອຍ) ຕ່າງແຕ່ລາຍມືການສະຫຼັກ.
- ຄໍາວ່າອັກສອນໄທຍ໌ນ້ອຍ ຄົນລາວທົ່ວໄປບໍ່ໄດ້ຍອມຮັບຮຽກ ເພາະວ່າສຍາມຕັ້ງຂຶ້ນ ແລະການຕັ້ງຊື່ນີ້ ກໍຫຼັງຈາກລາວໄດ້ຂຶ້ນເປັນຫົວເມືອງຂຶ້ນຝຣັ່ງແລ່້ວ ແລະລາວເຮົາກໍ ເອົາອັກສອນລາວ ເປັນອັກສອນຂອງຊາດແລ້ວ.
- ແຕ່ທາງຣາຊະການ ໃນດິນແດນຈໍາສັກ ອຸບົນ ໄຊຍະບູຣີ ທີ່ຍັງຂຶ້ນກັບສຍາມນັ້ນ ກໍຍອມຮັບຮຽກ (ແລະແທບບໍ່ນິຍົມໃຊ້ຂຽນອັກສອນທາງຣາຊະການ ມີການໃຊ້ອັກສອນລາວ-ຫຼືໄທຍ໌ຮຽກວ່າໄທຍ໌ນ້ອຍ) ເພາະຍັງຢູ່ພາຍໃຕ້ຂອງສຍາມ ແຕ່ຕອນຕົ້ນໆ ກໍມີການຄັດຄ້ານ.
- ອັກສອນໄທຍ໌ນ້ອຍ ມັນກະແມ່ນອັກສອນລາວແທ້ໆຫັ້ນແລ້ວ ທີ່ມັນຕ່າງເພາະເຂົາຢາກຕີຄວາມໝາຍ ແລະດຶງໄປໃຫ້ມັນຕ່າງຈາກອັກສອນລາວເທົ່ານັ້ນເອງ,
- ປັດຈຸບັນ ນັກປັນຍາຊົນຊາວອີສານໃຫ້ຄວາມສົນໃຈ ເພາະເຫດຜົນທາງການເມືອງສໍາລັບຄົນອີສານ-ກັບ-ໄທຍ໌ເທົ່ານັ້ນ.
- ມັນຕ່າງເພາະເຫດໃດ ?
- ຕ່າງເພາະລາຍມື ຜູ້ຂຽນ
ຍົກຕົວຢ່າງບໍ່ໄກ.
1. ໃຫ້ພວກເຮົາມາສຶກສານໍາກັນ ໂດຍເຮົາເຈົ້າຂ້ອຍຫາຄົນມາຈັກ 5 ຄົນ 1 ໃນນັ້ນແມ່ນລູກພໍ່ແມ່ດຽວ.
2. ແລ້ວໃຫ້ບຸກໆຄົນຂຽນຄໍານັ້ນໆໆ ເໝືອນກັນ ດ້ວຍອັກສອນລາວ.
3. ແລ້ວເອົາອັກສອນທີ່ໃຫ້ພວກເຂົາຂຽນນັ້ນ ມາແລກັນຈະເຫັນຄວາມແຕກຕ່າງກັນຢ່າງຖະໜັດຕາ(ແມ່ນກະທັງຄົນລູກພໍ່ແມ່ດຽວກັນກໍຕ່າງກັນ)
- ແລ້ວຄວາມແຕກຕ່າງເຫຼົ່ານັ້ນ ຈະເຂົ້າໃຈວ່າບໍ່ແມ່ນອັກສອນລາວ ບໍ່ໄດ້ເດັດຂາດ, ພຽງແຕ່ລາຍມືມັນຕ່າງກັນ.
- ຄໍາວ່າອັກສອນໄທຍ໌ ອັກສອນໄທຍ໌ນ້ອຍ ແລະອັກສອນລາວ ມັນແຍກອອກຈາກກັນ ແມ່ນຍຸກສ້າງຊາດ ຄື ຍຸກຝຣັ່ງ ຄໍາວ່າອັກສອນໄທຍ໌ນ້ອຍ ມັນບໍ່ມີມາແຕ່ບູຮານດອກ ໄທຍ໌ເຂົາຕັ້ງຊື່ຂຶ້ນມາຫຼັງຈາກເຂົາປະດິດອັກສອນໄທຍ ຂຶ້ນມາໃຊ້ ແລ້ວໃນນັ້ນມັນມີອັກສອນສລາວ ທີ່ຄົນອີສານໃຊ້ກັນຢູ່ຈົນຮອດປີ 1975 (ໃຊ້ທາງສາສນາ ແລະວັດທະນະທັມ).
- ຄັນເຂົາຈະວ່າອັກສອນລາວ ກະບໍ່ໄດ້ເພາະອັກສອນລາວຂອງປະເທດລາວເຮົາກໍມີແລ້ວ ຈະວ່າອັກສອນໄທຍກະບໍ່ໄດ້ ເພາະອັກສອນໄທຍ໌ມັນ ມີແລ້ວ ກະເລີຍວ່າອັກສອນໄທນ້ອຍເລື້ອຍມາ.
- ອັກສອນເຫຼົ່ານີ້ ມີໃນສີລາເລກ ແຕ່ຮ້ອຍເອັດມະຫາສາລະຄາມເຂົ້າມາ ເດັ່ນສຸດແມ່ນອຸບົນ ແລະທີ່ແຂວງໜອງຄາຍ ແຖວພານພ້າວ ອັກສອນທີ່ນີ້ກໍແມ່ນອັກສອນລາວ.
- ທີ່ເຂົາວ່າ ມັນເໝືອນອັກສອນພຣະຍາລິໄທ ກໍເພາະອັກສອນພຣະຍາລິໄທ ມັນເປັນອັກສອນລາວ ທີ່ມີຫຼວງຫຼາຍກວ່າໃນສຸໂຂໄທ, ອັກສອນພະຍາລີໄທ ໃນຄວາມໝາຍຂອງລາງຄືອັກສອນລາວທີ່ມີມາກ່ອນອັກສອນລາມຄໍາແຫງ.
ແລະເໝືອນອັກສອນຝັກຂາມໃນລ້ານນາ ອັກສອນພວກນີ້ມັນແມ່ນອັກສອນລາວ ຕ່າງເພາະຜູ້ສະຫຼັກໃສ່ຫີນ ເຄື່ອງມີດີ ສີມີດີ ມັນກະຂຽນງາມ ບໍ່ງາມຕ່າງກັນ ຊິເອົາຄວາມແຕກຕ່າງຂອງລາຍມື ມາແຍກຄວາມແຕກຕ່າງບໍ່ໄດ້ເດັດຂາດ.
- ມະຫາວິທະຍາໄລອີສານ ອຸບົນ ມະຫາ ສາລະຄາມ ຮ້ອຍເອັດພະຍາມຍາມ ຢືນການຈຸດນີ້ ໂດຍສະເພາະ ດຣ. ມະນັດ ສຸຂສາຍ ນີ້ເປັນເຈົ້າການ ເຂົາຍັງບໍ່ທັນຮູ້ທ່ຽງແທ້ວ່າ ອັກສອນເປັນສິນລະປະ
- ອັກສອນ ແບບທີ່ເຂົາອ້າງອີງວ່າ ອັກສອນໄທຍນ້ອຍ ທີ່ລາວເຮົາ ມີຫຼວງຫຼາຍ.
- ເຂົາຍັງບໍ່ຮູ້ທ່ຽງແທ້ວ່າ ອັກສອນລາມຄໍາແຫງນັ້ນ ບໍ່ມີໃຜອ່ານໄດ້, ຕ່າງຈາກອັກສອນລາວ ໃຜໆກໍອ່ານໄດ້ ເມື່ອອັກສອນຕະກູນດຽວ ມີຂຽນໄວ້ ບໍ່ມີໃຜອ່ານໄດ້ ນັ້ນຄືອັກສອນອຸປະໂລກ, ເຂົາຍັງບໍ່ຮູ້ຊໍ້າວ່າ ອັກສອນລາມຄໍາແຫງ ທີ່ເຂົາວ່າຕົ້ນອັກສອນໄທຍນັ້ນ ບໍ່ມີຄົນໃດ ໃນຍຸກຫຼັງໆມາໃຊ້ນໍາເຂົາ.
- ຄົນໄທຍທົ່ວໄປອ່ານອັກສອນລາມຄໍາແຫງບໍ່ໄດ້(ຫາກບໍ່ໄດ້ຖືກການຮຽນຄັກແນ່) ແຕ່ອັກສອນລາວ ຫຼືທີ່ວ່າອັກສອນໄທນ້ອຍນ້ອຍ ພຽງແຕ່ໃຊ້ວິທີສັງເກດເລັກນ້ອຍ ກໍອ່ານໄດ້ແລ້ວທນີ້ຂອງຈິງ)
ອ່ານ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເບິ່ງລາຍລະອຽດໄດ້ທີ່ນີ້

ອັກສອນນີ້ ລຽງຕາມລໍາດັບ ເຊິ່ງເປັນອັກສອນ ຈໍານວນ 7 ຕົວ ແລະມີສະອີກຈໍານວນໜຶ່ງ ແຕ່ຖ່າຕ້ອງການຢາກເປັນອັກສອນລາວ ຄົໍບຊຸດ 41 ຕົວ ພ້ອມອັກສອນພິເສດ ອີກ 6 ຕົງໃຫ້ກົດເບິ່ງໃນທີ່ນີ້

ເບິ່ງລາຍລະອຽດໄດ້ທີ່ນີ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກິດຈະກັມວັນສິນ ແຮມ 8 ຄ່ໍາເດືອນ 8 ວັນທີ 23/07/11 ທີ່ວັດວຽງຈະເລີນ(ເລວາແລງ 18:00 ໂມງ)























ບົດເທດຕອນເຊົ້າ
ກິດຈະກັມຕອນແລງ ວັນສິນ 8 ວານີ້

ເປັນສະມະນະຢ່າລົດລະເວລາໃຫ້ສູນເສັຍ

ອົບຮົມທັມສຶກສາທັມສ້າງປາລະມີ

ສ້າງບຸນຍະລາສີແລະສົມພານປະສານໃຈ

ເພື່ອໃຫ້ເກີດກຸສົນຜົນແຜ່ຜ່າຍ

ຈຶ່ງຊື່ວ່າບໍ່ແມ່ນບວດມາເພື່ອຄວາມດາຍ

ບວດຈົນຕາຍບຸນບໍ່ປານນະຮົກຕາມ

ພຣະບໍ່ສັ່ງສອນທັມກັມເຖິງຍາດໂຍມ

ບ້ານເມືອງໂຊມຄົນກໍຊາມວັດກໍເສົ້າ

ພຣະຜູ້ເຜົ້າວັດກໍໝົ່ນໝອງ

ຍັງມີຊີວິດທຸກກໍຕິດຕາມເຕາະຕ່ອຍຕ້ອງ

ຕາຍແລ້ວຕ້ອງນະຮົກເປັນເດີມພັນ

ຍາດໂຍມເອງກໍໄປຕາມໆກັນ

ອັນສະຫວັນຢ່າຫວັງຄອງວ່າຈະມີ

----------

ກິດຈະກັມມວນຊົນທີ່ວັດ ມີຄື

ກິດຈະກັມພິເສດ

(ເວລາ 17:00 ໂມງ ເບິ່ງໜັງເລື່ອງພຸດທະປະຫວັດ 1 ມ້ວນ ມີ 12 ມ້ວນຈົບສາຍໄປທຸກໆວັນສິນ)

ທຸກໆໆສີນ 8 ຄໍ່າ 15 ຄໍ່າ

ເວລາ 17: 45 ນາທີ ເຕົ້າໂຮມຍາດໂຍມ

1. ຟັງເທດ (ເລື່ອງຊະນະສັນທະ 20 ນາທີ)

2. ໄຫວ້ພຣະ 20 ນາທີ

3. ນັ່ງສະມາທິ 20 ນາທີ,

4. ຟັງທັມ 20 ນາທີ.

ຈົບແລ້ວໃຫ້ພອນ ກັບບ້ານ

(ຜູ້ຢູ່ ຈໍາສິນ 8 ນອນທີວັດ 1 ຄືນ)

ທ່ານໃດສົນໃຈ ເຊິນມາໄດ້ທຸກໆວັນສີນ

(ບໍ່ແມ່ນວັນສິນ ຫາກຢາກໄວ້ພຣະ ແລະນັ່ງສະມາທີ 10 ນາທີ ເຊີນໄດ້ທຸກວັນ ມາຮອດວັດກ່ອນ 6 ໂມງຍັງ 10 ນາທີ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

laohunman.blogspot.com/2011/07/blog-post_22.html

ຍະສະກວ້າງກຽດກ້ອງ ກຳປະນາດລືຊາ
ຜາກົດຕົວນາມລື ດັ່ງໄກພັນລີ້
ມີຄົນຍໍນິຍົມຍ້ອງ ຮັກຫອມຊ້ອງຊໍ່
ຮັກຫອມໂຮມນອບນ້ອມ ລືກຽນກ້ອງດັງໄກ

ຍົສສັກສີຄົນຢາກໄດ້ ຊັ້ນຕໍາແໜ່ງກຽຕຕິສັກ
ຊັ້ນານາຍພັນນາຍພົນ ຫົວໜ້າກົມກໍພໍໃຊ້
ໄດ້ນາຍພົນຕີແລ້ວ ນາຍພົນໂທພັດຢາກຕື່ມ
ພົນເອກຍັງໜຶ່ງຊັ້ນ ຂໍໃຫ້ໄດ້ກ່ອນກະສຽນ

ບາງຄົນໄດ້ພະແນກແລ້ວ ຢາກໄດ້ຕໍ່ຫົວໜ້າກົມ
ຫົວໜ້າກົມຍັງບໍ່ພໍ ຢາກໄດ້ຮອງຣັດຖະມົນຕີພຸ້ນ
ຊາມກະສຽນຂໍໃຫ້ໄດ້ ເປັນຣັດຖະມົນຕີກະໄຄແນ່
ຄັນບໍ່ເປັນດັ່ງເວົ້າ ນາຍົກພຸ້ນບ່ອນໝາຍ

ອັນວ່າຍົສບໍ່ແມ່ນຮ້າຍ ໃຜໄດ້ຍົສມີສັກສີ
ເຂົາວ່າມີດີກຣີ ກວ່າຄົນທັງຄ້າຍ
ຄັນເປັນນາຍຄົນໄດ້ ຍັງໃຄກວ່າເປັນໄພ່
ຄັນບໍ່ເປັນດັ່ງເວົ້າ ມີເງິນໃຊ້ຫຼາຍຫຼາກລົ້ນ ຍົສກໍເພີ້ມລື່ນກວ່າຄົນ ແລ້ວນາ

- ຍົສນີ້ເປັນສິ່ງຍ້ອງ ໃຫ້ຄົນຕື່ມຣາຄົນ
ຄົນທີ່ມີນາມະຍົສ ພັດເດັ່ນດັງພະລັງກ້າວ
ຍົສກໍພາວໆເຫຼື້ອມ ເຮັດຫຍັງກໍໄດ້ງ່າຍ
ຍົສສັກມີເດັ່ນແລ້ວ ຣວຍກໍເພິ້ມຕື່ມຍົສດີ

ມີຍົສເໝືອນດັ່ງໄດ້ຂີ່ຊ້າງ ສານເອກຕົວມຸງຄຸນ
ມີຍົສເປັນເໝືອນດັ່ງມີ ເງິນຄໍາໂກດກືກອງລ້ານ
ມີຍົສຄົນນິຍົມຍ້ອງ ໃຜໆກໍໃຫ້ກຽດ
ມີຍົສຄັນວ່າທໍາບາບໃບ້ ກໍເດີນເຂົ້າສູ່ອະບາຍ

ຄົນມີຍົສທໍາບຸນສ້າງ ຫວັງໄດ້ຍົສປາຣະມີ
ມີຍົສທໍາຄວາມດີ ເດັ່ນກໍຢູ່ສຸກສະສົມສ້າງ
ມີຍົສທໍາກຸສົນພ້ອມ ໃຫ້ຊຸມຊົນໄດ້ເພິ່ງ
ມີຍົສຄັນຫຼົງຍົສດາຍລ້າ ກໍເປັນບ້າຍົສບໍ່ເຊົາ

ຍົສທີ່ວ່ານີ້ ຄືກຽດກັບສັກ
ມີຍົສຄົນຫອມຮັກ ເທົ່າກັບມີເງິນຕື້
ມີຍົສບໍ່ມີຄົນຫວນຮູ້ ຄວາມດີຈັກສະໜ່ອຍ
ມີແຕ່ກົງຈ້ອຍໆ ຫັນໜ້າສູ່ອະບາຍ ພຸ້ນແລ້ວ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ບໍ່ໄປບໍ່ມາທາງໃດ ກັບມາເວົ້າເລື່ອງໂຜດສັດອີກຮອບໜຶ່ງ ເພາະເຊົ້ານີ້ ມີຄົນມາເຮັດບຸນໂຜດສັດ.
- ສັດທີ່ເຂົາເອົາມາມີ ນົກກະຈອກ 3 ໂຕ, ເຕົ່າ 1 ໂຕ, ຖວາຍພາເຂົ້າທິບ ແລ້ວສູດມົນ.
- ບັງເອີນ ກໍາລັງສູດຢູ່ນັ້ນນົກໂຕໜຶ່ງ ມັນລົ້ມລົງແລ້ວລຸກບໍ່ຂຶ້ນ.
- ເຈົ້າຂອງຕົກໃຈໃຫຍ່ເລີຍ ເບິ່ງທ່າທາງຈິດໃຈເຂົາກະວົນກະວາຍ ພະຍາາມທຸກວິທີ ເພື່ອເຮັດໃຫ້ນົກນັ້ນລຸກຂຶ້ນໄດ້.
- ກໍເລີຍບອກເຂົາໄປວ່າ ບໍ່ຕ້ອງຢ້ານບາບ ຄັນເຮົາທໍາດີ (ບໍ່ແມ່ນວ່າບໍ່ຄໍານຶງເຖິງຊີວິດນົກ ແຕ່ຄໍານຶງເຖິງຄົນໄວ້ກ່ອນ ຊີວິກນົກ ຊີວິດຄົນເທົ່າກັນ ແຕ່ນົກຕາຍແລ້ວ ຟື້ນຍາກແນ່ນອນ ສົງໄສມັນຫິວອາຫານ ແຕ່ວານີ້ ເພາະເຂົາໄປຊື້ມາແຕ່ວານີ້ພຸ້ນ ມື້ຄືນບໍ່ຮູ້ວ່າເຂົາໃຫ້ກິນເຂົ້າກິນນໍ້າບໍ ຫຼືບໍ່, ຄົນຈັບນົກມາຂາຍ ຄົງຈະຈັບມາຫຼາຍວັນແລ້ວ)
- ຫຼັງຈາກພາເຂົາແຜ່ເມດຕາແລ້ວ ກໍໃຫ້ເຂົາໄປປ່ອຍນົກ ເຂົາກັບມາແລ້ວ ບອກວ່ານົກໂຕໜຶ່ງບິນບໍ່ໄດ້ (ແມ່ນໂຕມັນລົ້ມນັ້ນແລ້ວ)
- ມັນບິນບໍ່ໄດ້ກະຕາມ ຖືວ່າເຮົາປ່ອຍແລ້ວ ບໍ່ຕ້ອງຫ່ວງ, ໃຫ້ເຂົ້າໃຈວ່າ ຕົວໃຜຕົວມັນ ບາບຢ່າທໍາກໍາຢ່າສ້າງ ຫາກຢາກອິກສະຫຼະ ກໍຈົ່ງຢ່າສ້າງກັມເພິ່ມ.
- ຖາມເຂົາວ່າ ເປັນຫຍັງຈຶ່ງຢາກໂຜດສັດ ເຂົາບອກວ່າ ໄປວັດຖໍ້າພຣະແມ່ຂາວບອກໃຫ້ປ່ອຍນົກປ່ອຍເຕົ່າ.
- ແມ່ຂາວບອກວ່າ ຄັນເຮັກປ່ອຍນົກຊີວິດຊິດີຂຶ້ນ ?
- ອາຕະມາ ຖາມວ່າ ເປັນຫຍັງຈຶ່ງໄປເອົານົກກະຈອກໂຜດລະ ?
- ຊິໃຫ້ປ່ອຍນົກຫຍັງ ?
- ນົກຫຍັງກະໄດ້ ທີ່ບໍ່ແມ່ນນົກກະຈອກ.
- ຊິໄປຊື້ຢູ່ໃສລະ ?
- ຊື້ຢູ່ໃສກະໄດ້ ບໍ່ຊື້ມາກະໄດ້ ເຮົາຢາກໂຜດສັດຊະນິດໃດ ຄັນຫາບໍ່ໄດ້ ເຮົາກໍປາດຖະໜາ ບໍ່ບຽດບຽນສັດນັ້ນ ແລ້ວກໍກ່າວຄໍາແຜ່ເມດຕາໄປທຸກວັນ ກໍຊື່ວ່າໂຜດສັດແລ້ວ.
- ເພິ່ນບອກວ່າໃຫ້ປ່ອຍນົກ.
- ແມ່ອອກລ້ຽງນົກຊັ້ນບໍ ?
- ບໍ່ ໄດ້ລ້ຽງຂ້ານ້ອຍ.
- ບໍ່ໄດ້ລ້ຽງ ຊິໄປປ່ອຍມັນເຮັດຫຍັງ ເຮົາບໍ່ໄດ້ລ້ຽງ ຄັນເຮົາລ້ຽງ ກະວ່າໄປອີກຈັ່ງໜຶ່ງ.
- ຈັກແລ້ວ ເພິ່ນບອກວ່າໃຫ້ປ່ອຍນົກ ກະໄປຫາຊື້ມາ.
- ອາຕະມາເວົ້າຫຼິ້ນ ແກມອີຫຼີ ໂອຍ.........ອົດສາໂຜດນົກທັງທີ ໄປຊື້ນົກກະຈອກມາປ່ອຍ.
- ປ່ອຍບໍ່ໄດ້ຊັ້ນບໍ ຂ້ານ້ອຍ ? (ເຂົາສົນໃຈ)
- ປ່ອຍໄດ້ ແຕ່ບໍ່ຄັກ.
- ເປັນຫຍັງຂ້ານ້ອຍ.
- ປ່ອຍນັກກະຈອກ ມັນກະກະຈອກຫັ້ນຕິ, ຄັນປ່ອຍຕ້ອງປ່ອຍນົກກາງແກ ຊືມັນຈຶ່ງຍິ່ງໃຫຍ໋.
- ຄືວ່າຈັ່ງຊັ້ນ.
- ເອົາວ໌ ກາງແກ ຄືຄວາມເປັນອິສຣະແຂງແຮງ ຫັ້ນຕິ.
- ເອົາຈັ່ງຊີ້ ບາດໜ້າຄັນຢາກປ່ອຍສັດ ໂຜດສັດໃຫ້ເຮັດຕາມອາຈານ.
- ເຮັດຈັ່ງໃດຂ້ານ້ອຍ.
- 1. ຄັນໄປໃສມາໃສ ເຫັນເຂົາຂັງນົກມາຊຶ້ແລ້ວປ່ອຍໂລດ.
- 2. ເຫັນນົກຖືກເຈັບ ຖືກເປັນເຂົາເອົາມາຂາຍ ຊື້ແລ້ວເອົາມາປົວແລ້ວປ່ອຍໂລດ.
- ເຂົາວ່າຄັນຊິປ່ອຍໃຫ້ໄປປ່ອຍທີ່ວັດ.
- ປ່ອຍທີ່ໃດກໍໄດ້ ກ່ອນຈະປ່ອຍໃຫ້ວ່າຈັ່ງຊີກ່ອນ.
- ວ່າຈັ່ງໃດຂ້ານ້ອຍ.
- ວ່າຈັ່ງຊີ້.
1. ໃຫ້ເມດຕາຕົນເອງກ່ອນ (ເມດຕາເພິ່ນ ກໍຕ້ອງເມດຕາຕົນເອງໃຫ້ຖືເປັນສໍາຄັນ) ວ່າດັ່ງນີ້:
ອະຫັງ ສຸຂີໂຕ ໂຫມິ : ຂໍໃຫ້ຂ້ານ້ອຍມີຄວາມສຸຂເຖີດ
ນິທທຸກໂຂ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີທຸກເຖີດ.
ອະເວໂຮ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີເວນເທີ້ນ.
ອັພພະຍາປັຊໂຊ ໂຫມິ: ຂໍໃຫ້ຂ້ານ້ອຍຢ່າມີຄວາມພະຍາບາດຈ່ອງເວນເລີຍ.
ອະນິໂຄ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ.
ສຸກຂີ ອັຕຕານັງ ປະຣິຫາຣາມິ : ຂໍໃຫ້ຂ້ານ້ອຍຈົ່ງຮັກສາຕົນໃຫ້ພົ້ນທຸກໄພທັງສິ້ນເຖີ້ນ.

2. ເມດຕາສັດ ເມດຕາຄົນອື່ນ.
ສັບເພສັດຕາ ສຸຂີຕາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຈົ່ງເປັນສຸກເປັນສຸກເຖີດ.
ສັບເພສັດຕາ ອະເວຣາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີເວນເຊິ່ງກັນແລະກັນເລີຍ.
ສັບເພສັດຕາ ອັພພຍາປັດຊາ ໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ພະຍາບາດຈ່ອງເວນແກ່ກັນແລະກັນເລີຍ.
ສັບເພສັດຕາ ອະນິຄາໂຫນຕຸ :ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີຄວາມເຈັບໄຂ້ລໍາບາກກາຍລໍາບາກໃຈເລີຍ.
ສັບເພສັດຕາ ສຸຂີອັດຕານັງ ປະຣິຫາຣັນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນຈົ່ງເປັນຜູ້ຮັກສາຕົວຂອງຕົນໃຫ້ພົ້ນຈາກໄພທັງສິ້ນເຖິ້ນ.
- ເວົ້າແລ້ວ ກໍຕັ້ງປາຖະໜາໄວ້ໃນໃຈ ຕາມແຕ່ຢາກເວົ້າ ແລ້ວກໍປ່ອຍສັດໄປ ອັນນີ້ດີກວ່າ,
- ຢາກແທ້ ຂ້ານ້ອຍ ເຂົາວ່າ
- ເຮັດດີຕ້ອງຍາກ ດີກວ່າໄປຊື້ທີ່ເຂົາວາງຂາຍ ມີການຊື້ ກໍມີການຂາຍ ແລ້ວຄວາມເມດຕາຂອງເຮົາ ກໍກໍ່ເກີດຄວາມເດືອດຮ້ອນສັດອື່ນ ມັນຊີດີຊັ້ນບໍ ?
- ຫຼັງຈາກນັ້ນແລ້ວ ກໍປາດຖະໜາ ໄຫວ້ພຣະແລະກ່າວຄໍາແຜ່ເມດຕາໄປຕລອດ ແລະບໍ່ຄິດ ແລະບຽດບຽນສັດ ແລະຄົນຕລອດຊີວິດ ນັ້ນຄືການຖໂຜດສັດທີ່ດີ ທີ່ສຸດ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ສົມມຸດວ່າ ວັນດີຄືນດີ ກະຊວງຖະແຫຼງຂ່າວ ແລະວັດທະນະທັມ ໄດ້ໄດ້ແຕ່ງໄວຍາກອນຂຶ້ນໜຶ່ງສະບັບອອກມາແລ້ວ ກໍຢື່ນສະພາປະຊາຊົນໃຫ້ພິຈາຣະນາ ສະພາແຫ່ງຊາດ ເຫັນດີຕົກລົງໃຫ້ເປັນເອກະສັນຮັບຮອງເອົາໄວຍາກອນສະບັບນັ້ນ ໂດຍເພີ່ມອັກສອນຈາກ 27 ໂຕ ແລ້ວ ເອົາອັກສອນ ທີ່ເຄີຍຕັດຖິ້ມ ເຂົ້າມາເພີ່ມອີກ 14 ໂຕ ຄືດັ່ງນີ້:

(ໝາຍເຫດ: ໂຕ ພ.ສຳເພົານັ້ນ ຫົວມັນຈະມົນໆ ເໝືອນຕົວທີ່ເຫັນ ມື້ນີ້ໂຟໂຕຊອຟເປີດບໍ່ໄດ້ ຈຶ່ງບໍ່ໄດ້ປ່ຽນ ມື້ໜ້າຊິປ່ຽນໃຫ້ເດີ ຢ່າງໃດກໍໃຫ້ເຂົ້າໃຈວ່າ ໂຕພໍສໍເພົາເປັນແບບນີ້)

- ເຮັດອັກສອນລາວເພີ່ມຂຶ້ນມາ ເປັນ 41 ຕົວເຕັມ, ບວກກັບອັກສອນຜສົມອີກ 6 ຕົວ, ລວມເປັນ 47 ຕົວ, ແລ້ວກໍມີຣັດຖະດຳຣັດອອກມາຈະແຈ້ງ, ຢາກຖາມວ່າ ທ່ານທັງຫຼາຍ ຊິມີຄວາມເປັນເປັນເຊັ່ນໃດ ?

- ເຫັນດີ ຫຼືບໍ່ເຫັນດີ ເປັນກາງເອົາໄວ້ກ່ອນໆໆ ຫຼືທ່ານມີຄວາມເຫັນເປັນເຊັ່ນໃດ ? ໃຫ້ອອກຄົວຄວາມມາເບິ່ງ.

- ອີກຢ່າງໜຶ່ງ ຄັນມີຄວາມອັກສອນຄົບແບບນີ້ແລ້ວ ທ່ານຈະມີຄວາມຫຍຸ້ງຍາກໃນການຂຽນຕາມໄວຍາກອນສະບັບໃໝ່ບໍ ? ຫຼືບໍ່ ?

- ພິເສດ: ທ່ານທັງຫຼາຍ ເບິ່ງອັກສອນທີ່ຂາດຫາຍໄປ 14 ໂຕ, ມີຫຼາຍທ່ານເຂົ້າໃຈວ່າເໝືອນອັກສອນໄທຍ໌ ໃຫ້ທ່ານເບິ່ງຄັກໆເບິງວ່າມີອັກສອນໃດແນ່ທີ່ຄືອັກສອນໄທຍ໌ ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະກົດຕາມເຄົ້າ ດີຄັກ, ສະກົດຕາມສຽງ ດີພໍປະມານ, ສະກົດໄປທົ່ວທີບທົ່ວແດນ ອັນນີ້ດີໃຜດີມັນ 5555555555

- ຄວາມເຫັນ ຄື
ກ. ໃນພາສາລາວ ກໍສະກົດຕາມສຽງ ຕົວຢ່າງຄື : ຂ້ອຍ, ຊິ, ໄປ, ເມືອງ, ຊຽງ, ຂວາງ, ກັບ, ພໍ່, ຂອງ, ຂ້ອຍ, ມື້, ອື່ນ, ແຕ່, ເຊົ້າ. (ເບິ່ງຄໍາເລົ່ານີ້ ມັນຢູ່ໂດດດ່ຽວ ມັນຈະສົມບູນໃນໂຕມັນເອງ ແລະລ້ວນແຕ່ເປັນພາສາລາວ ການຂຽນທີ່ເຫັນນັ້ນ ລ້ວນແຕ່ສະກົດຕາມສຽງ ຂອງພາສາລາວທີ່ເວົ້າອອກມາ ເປັນທາງການແທ້ໆ ເມື່ອນໍາເອົາຄໍາເລົ່ານີ້ ມາປະກອບກັນເຂົ້າເປັນປະໂຫຍກຈະໄດ້ດັ່ງນີ້, ຂ້ອຍຊິໄປເມືອງຊຽງຂວາງກັບພໍ່ຂອງຂ້ອຍມື້ອື່ນແຕ່ເຊົ້າ (ໄດ້ຄໍາເວົ້າປະໂຫຍກສົມບູນ) ຄໍາເລົ່ານີ້ເມື່ອເຫັນຮູບແລ້ວ ຈະຮູ້ໂລດວ່າ ມັນສື່ຄວາມໝາຍຫຍັງ ເປັນຄໍາທີ່ສົມບູນໃນຕົວຂອງມັນ ຄືພາສາລາວ ເປັນຄໍາດ່ຽວໆ ຈະມີຄວາມສົມບູນໃນຕົວຂອງມັນ ຫາກເວົ້າທາງໜຶ່ງ ກໍກ່າວວ່າເປັນຄໍາເວົ້່າທີ່ບໍຣິສຸດ ເຕັມຄວາມໝາຍໃນຕົວຂອງມັນເອງ ແລະຖືວ່າເປັນການຂຽນຕາມເຄົ້າສຽງເຊັ່ນກັນ.

ຂ. ໃນຄໍາເວົ້າຕ່າງປະເທດ ຈໍາເປັນຕ້ອງຂຽນຕາມເຄົ້າສຽງຂອງມັນ ການຂຽນຕາມເຄົ້າ ບາງຄໍາຕ້ອງການອັກສອນພິເສດປະກອບການຂຽນ, ບາງຄໍາຕ້ອງການການສະກົດພິເສດ ເພື່ອບໍ່ໃຫ້ປະສົມປະເສ (ປົນກັນ) ກັບຄໍາໃນສຽງທີ່ຄ້າຍຄຽງກັນ ເຊັ່ນ

ຕົວຢ່າງຄໍາໃນປະໂຫຍກນີ້:
- ການເວລາບອກເຖິງການກະທໍາບາງສ່ວນຂອງມະນຸດ ຫາກເຮົາມີຄວາມມຸ້ງຫວັງທໍາສິ່ງນັ້ນໃຫ້ສໍາເລັດ ຕ້ອງສ້າງຄວາມຊອບທໍາຢ່າງເໝາະສົມ ບໍ່ແມ່ນຊິກະການໝາຍໄວ້ຊື່ໆແລ້ວບໍ່ເຮັດບໍ່ທໍາຫຍັງຈັກດີ້.


(ໃນຄຳເວົ້າເທິງນີ້ມີມີຄວາມຄືກັນ ຂຽນແບບນີ້ກໍໃຊ້ໄດ້ ແຕ່ມັນບໍ່ແຍກຄວາມແຕກຕ່າງໃຫ້ຜູ້ອ່ານ ຮູ້ໄດ້ວ່າຄໍາເລົ່ານີ້ແຕກຕ່າງກັນຈັ່ງໃດ ມີຄວາມໝາຍຈັ່ງໃດ ເຊັ່ນ) - ກາລເວລາບອກເຖິງກາຣກະທໍາບາງສ່ວນຂອງມະນຸສຍ໌ ຫາກເຮົາມີຄວາມມຸ້ງຫວັງທໍາສິ່ງນັ້ນໃຫ້ສໍາເຣັດ ຕ້ອງສ້າງຄວາມຊອບທັມຢ່າງເໝາະສົມ ບໍ່ແມ່ນຊິກະການໝາຍໄວ້ຊື່ໆແລ້ວບໍ່ເຮັດບໍ່ທໍາຫຍັງຈັກດີ້, (ເຮົາຈະເຫັນຄວາມແຕກຕ່າງຢ່າງຈະແຈ້ງວ່າ) ກາລ (ໝາຍເຖິງເວລາ) ກາຣ (ໝາຍເຖິງວຽກງານ), ການ (ໝາຍເຖິງກໍານົດ ຫຼືຂີດໝາຍໄວ້) ນອກຈາກນັ້ນ ຍັງມີຄໍາໃນພາສາອື່ນໆໃນພາສາລາວຄາດວ່າ ມີຈໍານວນ 70 ສ່ວນຮ້ອຍ ຂອງຄໍາເວົ້າໃນພາສາລາວ.

- ຄໍາຕົວຢ່າງເທິງນັ້ນ ຕ້ອງການຂຽນຕາມແບບສະກົດພິເສດ (ເຄົ້າສຽງບໍ່ຕ້ອງການອັກສອນພິເສດກໍໄດ້ ເພາະໃຊ້ອັກສອນທີ່ມີ 27 ໂຕເທົ່ານັ້ນ ພຽງແຕ່ສະກົດພິເສດຕາມເຄົ້າກະພໍ), ສະກົດຕາມເຄົ້າມີຄວາມຄໍາຄັນແນວໃດ ? ຕົວຢ່າງຄໍາໜຶ່ງວ່າ
1. ພະບາດເຈົ້າສະເຫວີຍໂພດຍາມແລງ, ຊົງສະບາຍສຸກບໍ່ມີໄພຕ້ອງ ເນົາໃນຫ້ອງບັນທົມຫຼັບນິດທະເນັ່ງ ສຽງເຊັງໆມ່ວນແມ້ງນົນຕີເສບກ່ອມບັນເລງ.
ກ. ຫາກເຮົາບໍ່ຮູ້ຊັບ ຄໍາວ່າ ສະເຫວີຍໂພດ (ອາດໝາຍເຖິງສະເຫວີຍຫຼາຍເກີນກໍານົດ ຄວນທີ່ເຂົ້າໃຈວ່າ ສເວີຍໂພຊນ໌-ອັນໝາຍເຖິງໂພຊະນາການ) ຫາກເຂົ້າໃຈຕາມການຂຽນ ຕາມສຽງວ່າສະເຫວີຍໂພດ(ກິນໂພດ-ກິນຫຼາຍ) ມັນຊິໄປເຮັດໃຫ້ຜູ້ບໍ່ຮູ້ວ່າ ເອ້.....ກິນໂພດປານນີ້ ຄືວ່າສະບາຍທ້ອງລະ ທັງບັນທົມ(ນອນ)ສະບາຍສຸກເສີຍໆໆ ບໍ່ມີຫຍັງເກີດຂຶ້ນ.....(ນີ້ແລ້ວຄືຄວາມຈໍາເປັນຕ້ອງຂຽນຕາມເຄົ້າ) ຫາກເຮົາບໍ່ສົນໃຈຊິພັດທະນາວິຊາການ ບໍ່ຈໍາເປັນຂຽນຕາມເຄົ້າກໍໄດ້ ແຕ່ຄວາມຮູ້ຈະບໍ່ຖືກພັດທະນາໄດ້ ເພາະມັນຈະວົນໆໆວາຍຢູ່ແຕ່ຄໍາເວົ້າ ຫຼັກໄວຍາກອນຢູ່ຊໍ້າໆຊາກ ວັນນະຄະດີ ອື່ນໆໆ ວິຊາການອື່ນກໍບໍ່ຖືກພັດທະນາ ຫຼືພັດທະນາແລ້ວກໍບໍ່ສາມາດຈະຂະຫຍາຍຕົວໄດ້ເພາະມັນຂ້ອງໆໆໆໆຢູ່ດັ່ງທີ່ເຫັນ)

2. ອັນທີ່ຍົກຕົວຢ່າງມານີ້ເປັນພຽງເລັກໆໆນ້ອຍໆໃນຄໍາ ທີ່ເຮົາມີອັກສອນສະກົດຢູ່ ບາງຄໍາໃນພາສາອື່ນທີ່ປົນໃນພາສາລາວຕ້ອງການອັກສອນອື່ນ ຈໍານ 14 ຕົວ ທີ່ຂາດຫາຍໄປ ຍິ່ງມີຄວາມຫຍຸ້ງຍາກໜັກກວ່ານີ້ອີກ (ຍົກຕົວຢ່າງຂຽນໃຫ້ເຫັນຮູບບໍ່ໄດ້ ເພາະບໍ່ມີອັກສອນຂຽນປະກອບ ແຕ່ພໍຍົກໃຫ້ເຫັນຮອຍຈັ່ງຊີ້)

ກ. ຕົວຢ່າງວ່າ ກົດໝາຍຂອງເຮົາ ອາດບໍ່ສາມາດເປັນກົດໝາຍທີ່ດີໄດ້ ເພາະສັງຄົມເຮົາບໍ່ໄດ້ປະຕິບັດຕາມກົດໝາຍ, ຫາກເຮົາບໍ່ໄດ້ທໍາຕາມກົດໝາຍ ມັນກໍກົດໜ່ວງທ່ວງ ດຶງຄວາມຈະເລີນຂອງບ້ານເມືອງໄດ້ (ກົດ-ກົຕ ແລະກົຕໝາຍ) ຂຽນຕ່າງກັນຍ່ອມມີຄວາມໝາຍຕ່າງກັນແລ.
ອ່ານນີ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ລົມພານຕ້ອງ ໃບຕອງຂຸຍວາຍ
ກ້ານຕອງກວັກໄກວ່ໂຍ້ນ ໂຍນນ້າວແກວ່ງໄກວ
ເຫັນພຸ່ມພິວຍອດໄມ້ ນ້ອມງ່າຕາມລົມ
ແນມເບິ່ງສາຍທາຣິນໃຫຼ ເຮັ່ງແຮງລົງພື້ນ

- ແມ້ງເມື່ອເວລານັ້ນ ມີ້ມ່ວງກົກຕານ
ໃບບໍ່ຕາມນໍາລົມ ໂຄ່ນຫັກຖະຫຼາລົ້ມ
ດີແຕ່ກົກຂາມນັ້ນ ໃບບາງງ່າອ່ອນ
ລົມຫາກມາຟາດຕ້ອງ ຢັງຄົງໝັ້ນບໍ່ຝັ່ນເຟືອນ

- ຍາມນັ້ນ ຮຽມຫາກມອງສອດສິ້ງ ຊອມເບິ່ງຫຼິງດູ
ຮຽວໃຜ່ທັງງ່າຂາມ ໂອນຕາມລົມຕ້ອງ
ຮຽວໃຜ່ຍາມລົມຕ້ອງ ກົກໃບໂອນອ່ອນ
ຕົ້ນຂາມຕົ້ນໃຫຍ່ແທ້ ຫືກໜາໝັ້ນງ່າບໍ່ແຂງ

- ຢູທ່າງຢືນຢູ່ຢັ້ງ ຍືນຢູ່ຄົງທົນ
ແມ່ນວ່າລົມແຮງພັດ ກໍບໍ່ກົວເກງລົ້ມ
ເໝືອນກັບຄົນເຮົານີ້ ທໍາຕົວໃຫ້ໂອນອ່ອນ
ນົບນອມໄຫວ້ ວັນທານ້ອມເນັ່ງແນ

- ເຖິງວ່າເປັນຜູ້ກ້າ ປັນຍາເລີດເກີນພິກັດ
ຍັງຍ່ອມເຊຊວນຕົກ ຫຼົ່ນລົງຈໍາພື້ນ
ຫາກບໍ່ທໍາຕົວພ້ຽງ ສະເໝີພຽງຮຽວໃຜ່
ຍູງຍາງບົກດູ່ແຕ້ ຍັງຍອມແພ້ພ່າຍລົມ

- ລົມອ່ອນນິ້ມ ແຕ່ແຂງແກ່ນແຮງກະທົບ
ຕໍາດູ່ຍາງຍູງຫັກ ໂຄ່ນກົກຈໍາພື້ນ
ຮຽວໃຜ່ທັງລໍາຕົ້ນ ໃບບາງຕົ້ນກໍອ່ອນ
ຕົ້ນຂາມໃບແລບນ້ອຍ ກົກໝັ້ນງ່າໜຽວ

- ບໍ່ຮ່ອນຫັກໂຄ່ນຕົ້ນ ສະເໝີດັ່ງຍູງຍາງ
ໄຂວ່ຂີນຍືນລຽນຖັນ ຕ້ານລົມກໍຍັງລົ້ມ
ຍົກໃຫ້ເຫັນປະເດັນເລື້ອງ ກະບວນຄວາມຄອງນັກປາດ
ຊາດເມທີຍ່ອມອ່ອນນ້ອມ ວາຈາພ້ອມພໍ່າກາຍ

- ໝາຍວ່າຊາດຜູ້ຮູ້ ຄວນຜີກໄພພິບັດ
ສັດຕູມານຄວນເກງ ຢ່າຫຼົງໃຫຼໄດ້
ອັນວ່າຄົນຄຽງໃກ້ ຄວນຂາມຢ່າປະໝາດ
ຊາດງູເຖິງວ່າເປັນຕົວນ້ອຍ ລະວັງໄວ້ພິດມັນ

- ຈົ່ງຈື່ຈໍາໄຈວ້ໆ ຮອນຮໍ່າຮໍາເພິງ
ໃຫ້ຮີບຕອງຕາຄິດ ໃສ່ໃຈຈໍາໄວ້
ຢ່າໄດ້ຫຼົງໃຫຼແທ້ ໄພມາບໍ່ຮູ້ເມື່ອ
ບູຮານສອນສັ່ງໄວ້ ຄວນໃຫ້ຮໍ່າເພິງ ແທ້ເນີ

໑.ຕ້ອງ
໒.ຍົກ
໓.ຂາມ
໔.ຮີບ
໕.ຜີກ
໖.ໄຈວໆ
໗.ຍູທາງ
໘.ຫຶກຫນາ
໙.ຫຼິງດູ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ຟ້າແດງ ເປັນແສກໆໆ ຍາມອັດສະດົງ ວັນທີ 07/07/11

ແລງວັນທີ 07/07/11 ເວລາທີ່ຖ່າຍ 18:46 ໂມງ, ຈຸດທີ່ຖ່າຍ ສະໜາມຫຼວງຫໜ້າຫໍສະພາ ດ້ານເໜືອ ຖ່ານດ້ວຍກ້ອງ ໂທຣະສັບ NOKIA C7.00 ຂະໜາດພິກເຊລ 6 ລ້ານພິກເຊລ

-------------

ທ້ອງຟ້າແດງ ສະແຫຼງໃຈ ເມື່ອໄດ້ພົບ

ຈັ່ງແມ່ນຈົບ ຈັ່ງແມ່ນງາມ ຍາມໄດ້ມອງ

ອັດສະດົງ ອາທິດລົງ ແສງແດດຕ້ອງ

ຍາມໄດ້ມອງ ທ້ອງຟ້າ ໜ້າພິລົມ


ວັນທີເຈັດ ເດືອນທີເຈັດ ຍາມຄິມຫັນ

ປີສອງພັນ ສິບເອັດ ວັນເໝາະສົມ

ຈັ່ງແມ່ນງາມ ເຫຼືອຄະນາ ແກ່ຜູ້ຊົມ

ຟ້າງາມສົມ ຄົນບໍ່ຊົມ ໄຮ້ຄວາມໝາຍ


ເໝືອນຄົນດີ ມີສີນທັມ ກໍໄຮ້ຄ່າ

ຖ້າຫາກວ່າ ຄົນບໍ່ຍ້ອງ ຕ້ອງສູນຫາຍ

ທັງຄົນດີ ທັງຄວາມດີ ກໍມະລາຍ

ຄົນຊົ່ວກາຍ ເປັນເຈົ້າ ເສົ້າກະມົນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ຫຼັງຈາກພຣະພຖດທະອົງສັນພັດຕາກິດ ທີ່ພຣະຣາຊະວັງຂອງພຣະຣາຊະວັງ ໃນງາມອະພິເສກສົມຣົດຂອງເຈົ້າຊາຍນັນທະ ພຣະອະນຸຊາ(ນ້ອງຊາຍ)ເສັດພຣະອົງກໍລຸກຈາກທີ່ສັນກັບຍັງທີ່ພໍານັກ ໃນຊາຍປ່າເມືອງຣາຊະຄືຫະນະຄອນ ເຈົ້າຊາຍນັນທະຮັບບາດ ຈາກພຣະອົງສະເດັດຕາມໄປສົ່ງພຣະພຸດທະອົງ ເຈົ້າຍິງຄູ່ສົມຣົກຮ້ອງສັ່ງວ່າ ເມື່ອໄປສົ່ງພຣະອົງແລ້ວໃຫ້ຮີບກັບ, ເມື່ອພຣະພຸດທະອົງ ອອກຈາກວັງແລ້ວ ພຣະອົງກໍບໍ່ໄດ້ຮັບບາດຈາກເຈົ້າຊາຍນັນທະເລີຍ ດ້ວຍຄວາມເກງພຣະໄທ ເຈົ້າຊາຍນັນທະກໍ່ໄດ້ເຕືອນພຣະພຸດທະອົງ ນຶກວ່າຫວິດປະຕູວຽງແລ້ວ ພຣະອົງຈະຮັບບາດ ເຈົ້າຊາຍນັນທະກໍຫອບບາດຕາມພຣະອົງໄປສົ່ງພຣະພຸດທະອົງຈົນເຖິງວັດ. - ພໍເຖິງວັດ ພຣະພຸດທະເຈົ້າກໍປະທັບນັ່ງເຈົ້າຊາຍນັນທະ ກໍນໍາບາດໄປປະເຄນໃຫ້ພຣະພຸດທະອົງ ຂະນະທີ່ເຈົ້າຊາຍນັນທະປະເຄນບາດນັ້ນ ພຣະພຸດທະເຈົ້າກໍຕັດແກ່ເຈົ້າຊາຍນັນທະວ່າ ນັນທະທ່ານຈະບວດບໍ ? ເຈົ້າຊາຍນັນທະເມື່ອໄດ້ຟັງພຣະດໍາຣັດແລ້ວ ກໍເກງພຣະໄທພຣະ ພຸດທະອົງ ກໍຕອບພຣະອົງວ່າວ່າ "ບວດ"

ກົດເພື່ອອ່ານໃຫ້ສຸດໄດ້ເລີຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຈິດ ທີ່ແທ້ນັ້ນ ຍາກທີ່ຄົນເຮົາຈະເຂົ້າໃຈໄດ້ ຫຼືຮູ້ໄດ້.
ຄົນເຮົາ ເຂົ້າໃຈໂດຍຄວາມຮູ້ສຶກນຶກຄິດວ່າ ຈິດ ຄືຄວາມຄິດ, ຈິດຄືຄວາມຮູ້ສຶກ, ຈິດຄືໝາກຫົວໃຈ ແລະມີຫຼາຍຢ່າງທີ່ມະນຸດເຂົ້າໃຈ
ຈິດ ເປັນເຊັ່ນໃດສາມາດສຶກສາລາຍລະອຽດໄດ້ໃນທີ່ນີ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພາວະຜູ້ນຳ
ການສຶກສາພາວະຜູ້ນໍາຢ່າງມີລະບົບ ໄດ້ດຳເນີນການຕໍ່ເນື່ອງມາຮ່ວມຮ້ອຍປີ ເກີດມູມມອງ ແລະຄວາມເຊື່ອຕ່າງໆ ທີ່ພັດທະນະມາເປັນທິດສະດີຜູ້ນໍາຈຳນວນມາກ ມາຍ ໃນທີ່ນີ້ຈະແບ່ງເປັນກຸ່ມທິດສະດີ ແລະ ເລີ່ມດ້ວຍທິດສະດີຄຸນລັກສະນະຂອງຜູ້ນຳ, ກຸ່ມທິດສະດີພຶດຕິກັມ ຕົວຢ່າງບາງທິດສະດີເຊີງສະຖານະການ ທິດສະດີຜູ້ນຳເຊີງວິລະບູຣຸດ ຫຼືພາວະຜູ້ນຳໃໝ່ໂດຍສະເໜຫາບາງທິດສະດີ ແລະປະເດັນທີ່ເປັນແນວໂນ້ມກ່ຽວກັບພາວະຜູ້ນຳໃນອະນາຄົດ ຄວາມໝາຍຂອງພາວະຜູ້ນຳ.

- ມີຄວາມສຳຄັນຢູ່ 2 ຄຳທີ່ຈຳເປັນຕ້ອງເຂົ້າໃຈໃນຄັ້ງແຮກ ກໍຄືຄຳວ່າ "leadership" ເຊິ່ງມັກຮຽກວ່າ "ພາວະຜູ້ນຳ" ຫຼື "ການເປັນຜູ້ນຳ" ກັບຄຳອີກຄັ້ງໜຶ່ງ ຄື "Management" ເຊິ່ງຮຽກວ່າ "ການບໍຣິຫານ" "ການບໍຣິຫານຈັດການ" ທັງສອງຄຳກໍມີຄວາມໝາຍແຕກຕ່າງກັນ ໂດຍມີນັກວິຊາການຄົນ ສຳຄັນໃຫ້ທັດສະນະໄວ້ ດັ່ງນີ້:

- ຄອຕເຕີຣ໌(Kotter, 1999)ແຫ່ງມະຫາວິທະຍາໄລຮາຣ໌ວາຣ໌ດ ກ່າວວ່າ ການບໍຣິຫານຈັດການ "Management" ໝາຍເຖິງຄວາມສາມາດ ຄວາມສາມາດໃນການປະຜະເຊີນກັບສະຖານະກາທີ່ສະຫຼັບສັບຊ້ອນໄດ້, ການບໍຣິຫານຈັດການທີ່ດີທຳໃຫ້ເກີດຄວາມເປັນລະບຽບຮຽບຮ້ອຍ ໃນແນ່ທີ່ມີແຜ່ນງານທີ່ເປັນທາງການ ມີໂຄງສ້າງຂອງອົງການທີ່ແນ່ນອນຊັດເຈນ ແລະມີການກຳກັບດູແລການດຳເນີນງານເປັນໄປຕາມແຜນ ສ່ວນພາວະຜູ້ນໍາໝາຍເຸຖິງ ຄວາມສາມາດໃນການຜະເຊີນກັບພາວະການປ່ຽນແປງໄດ້ ໂດຍມີຜູ້ນໍາເປັນຜູ້ສ້າງວິໄສທັດເປັນຕົວກໍາກັບ ທິດທາງຂອງອົງການໃນອະນາຄົດ ຈາກນັ້ນຈຶ່ງຈັດວາງຄົນພ້ອມກັບສື່ຄວາມໝາຍໃຫ້ເຂົ້າໃຈ ວິໄສທັດ ແລະສ້າງແຮງບັນດົນບັນດານໃຈແກ່ຄົນເລົ່ານັ້ນ ໃຫ້ສາມາດເອົາຊະນະອຸປະສັດເພື່ອໄປສູ່ວິໄສທັດດັ່ງກ່າວ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


- ພຣະອາຈານສະຫຼັດ ກິດຕິວັນໂນ ເກີດທີ່ເມືອງໜອງຄາຍ, ວດທີ່ວັດມີໄຊຍ໌ ເມືອງໜອງຄາຍ ຕອນຍັງໜຸ່ມ ປີ 1858 ມາສ້າງວັດໂຊກຄໍາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ສະໄໝນັ້ນ ຊາວອີສານ ນິຍົມມາຢູ່ວຽງຈັນ ຫຼາຍກວ່າການໄປຢູ່ບາງກອກ(ກຸງເທບ) ພຣະອາຈານສະຫຼັດເປັນໜຶ່ງ ໃນຊາວອີສານເລົ່ານັ້ນ ປີ 1976 ກັບໄປຢູ່ໜອງຄາຍ ສ້າງວັດເຕີບນິມິດ ອໍາເພີເມືອງໜອງຄາຍ ແລະໄປຢູ່ສະຫະຣັດອາເມຣິກາ ທຽວມາຢາມເມືອງລາວປີລະຫຼາຍຄັ້ງ, ເພາະພໍ່ແມ່ ພີ່ນ້ອງຂອງເພິ່ນຢູ່ທີ່ເມືອງລາວພີ້່ຈໍານວນຫຼວງຫຼາຍ.
- ປີ 2011 ພຣະອາຈານໃຫຍ່ປ່ວຍມາເຂົ້າໂຮງໝໍຢູ່ເມືອງໄທຍ໌ ເຫັນວ່າອາຈານໜັກຂຶ້ນ ຈຶ່ງມາຍັງເມືອງລາວ ຫວັງມໍຣະນະພາບທີ່ເມືອງລາວ ແລະທ່ານກໍໄດ້ມໍ່ຣະນະ ພາບທີ່ວັດໂຊກຄຊາ ເມືອງໄຊເຊດຖາ ນະຄອນຫຼວງວຽງ.
- ມື້ອື່ນ ວັນທີ 2 ກໍຣະກົດ ຈະໄດ້ທໍາຊາປະນະກິດສົບຂອງພຣະອາຈານໃຫຍ່ ທີ່ວັດໂຊກຄໍາ.
- ໃຜຢາກຮ່ວມທໍາບຸນນໍາເພິ່ນ ກໍເຊີນແຕ່ເຊົ້າ ເຖິງແລງ, ພຣະອາຈານສົມຊາຍ ບຸນຍະປາສິດ ເຈົ້າອະທິການ ຝາກບອກຂ່າວ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ຊິນອນຈັ່ງໃດດີ ?
- ມະນຸດເຮົາມີເວລານອນບໍ່ຄືກັນ ຕາມໜ້າທີ່
1. ບັນດິດນອນສາມ
2. ສະມະນະຊີພຣາມນນອນສີ່
3. ເສດຖີນອນຫ້າ
4. ພໍ່ຄ້ານອນຫົກ
5. ຍາຈົກນອນໝົດມື້ໝົດຄືນ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 77  |  ໜ້າຕໍ່ໄປ »