ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນບຸນຍ່ອມໄດ້ຊ້ອນ ຊອນຮັກກັບຄົນບຸນ
ບຸນສະເໝີພຽງກັນ ຈຶ່ງໝົ້ນຄົນຂະໜົງກ້າ
ຫາກຮັກເງິນເກີນກວ່າແລ້ວ ຈະທົນເຈັບທຸກເຊົ້າຄໍ່າ
ເງິນທີ່ມີມາກລົ້ນ ລາຄາດ້ອຍກວ່າຮັກຈິງ

ເງິນທອງເປັນພະເຈົ້າ ຕັດສິນສ່ວນທຸກບັນຫາ
ແຕ່ວ່າລາຄາເງິນບໍ່ພຽງໃຈ ຊື້ໃຈບໍ່ມີໄດ້
ຄົນໃດເຫັນເງິນນັ້ນ ສະເໝີໃຈແຈ້ງເຈດ
ກໍຈະເຫັນຮັກແທ້ ວ່າເງິນນັ້ນດ້ອຍກວ່າຄົນ

ຄົນຮັກເງິນບໍ່ລອດພົ້ນ  ທົນທຸກອຸກສະໝອງ

ແມ່ນຊິລວຍພຽງໃດ ໃຈບໍ່ບານສະເບີຍໄດ້

ຮັກອັນໃດບໍ່ທຽມເທົ້າ ກັບຮັກຈິງຈາກເຈດ

ຮັກແທ້ຍຶນຍິ່ງໝັ້ນ ເງິນຄຳນັ້ນມາກມູນ ທ່ານເອີຍ.