ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ

Delicious Digg Fark Twitter