ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ປີກາຍ ທີ່ວຽງຈັນໜາວພໍປະມານ ແຕ່ຊຽງຂວາງໜາວຈົນງົວ-ຄວຍຕາຍເປັນພັນໆ ເຫດການດັ່ງກ່າວເກີດຂຶ້ນ ໒ ຄັ້ງທີ່ຊຽງຂວາງ
- ປີກາຍ ທີ່ຊຽງຂວາງນໍ້າຝົນອັ່ງຖ້ວມຊຽງຂວາງຝົນເສັຍຫາຍໜັກ.
- ປີກາຍ ທີ່ວຽງຈັນຝົນຕົກຍາມເດືອນຈຽງ ແລະເດືອນຍີ່ ປີນີ້ລໍຟັງ.
- ປີກາຍ ນໍ້າຖ້ວມຫຼວງຫຼາຍແຫ່ງ ທີ່ເມືອງໄທຍ໌ນ້ໍາຖ້ວມພາກກາງຂອງໄທຍ໌
------------
- ປີກາຍ ໒໐໑໑ ຜ່ານໄປ ປີນີ້ ປີ ໒໐໑໒ ຊິເຂົ້າມາ
- ປີນີ້ ຄືຈາກມື້ນີ້ເປັນຕົ້ນໄປ ຝົນຈະແລ້ງ (ລໍເບິ່ງ)
------------
ປີກາຍໄດ້ຜ່ານພົ້ນ ປີໃໝ່ຊິວຽນມາ
ປີກາຍຄົນທັງຫຼາຍ ເກືອບຈີບຫາຍຕາຍຍ້ອນ
ມີຫຼາຍຄົນບໍ່ແຂງເຂັ້ມ ໄດ້ສູນຫາຍຕາຍຈາກ
ຄົນສ່ວນຫຼາຍລໍາບາກຍ້ອນ ປີນີ້ກ່ອນຊິກາຍ

ຄົນທັງຫຼາຍໄດ້ແຕ່ຮ້ອງ ຕ້ອນຮັບປີໃໝ່ມາ
ປີເກົ່າກາຍຜ່ານໄປ ບໍ່ສົນໃຈຊ້ໍາ
ມີແຕ່ເຮຮົນຮ້ອງ ສະບາຍດີປີໃໝ່
ບໍ່ມີໃຜກ່າວເວົ້າ ລາແລ້ວປີເກົ່າກາຍ

ປີເກົ່າດີເລີດລໍ້າ ທີ່ເຮົາຜ່ານວິກິດການ
ມີຄວາມສຸກສໍາລານ ຜ່ານມາຈົນປານນີ້
ບາງຄົນດີຫຼາຍລົ້ນ ຈະເລີນສີແສນຢ່າງ
ບາງຄົນສົມມາດແມ້ງ ຈະເລີນຂຶ້ນລື່ນທະວີ

ບາງຄົນເກືອບບວບບີ້ ປີ້ປົ່ນປານລົນໄຟ
ມີບົດຮຽນຫຼວງຫຼາຍ ທຸກກາຍໃຈເສົ້າ
ມີຄວາມເຫງົາຄວາມເສົ້າ ຄວາມອຸກຄວາມອັ່ງ
ນໍ້າຕາຫຼັ່ງອາບຍ້ອຍ ຜ່ານມາແລ້ວເພາະປີກາຍ

ເຮົາບໍ່ຄວນກ່າວຮ້າຍ ປີເກົ່າກາຍໄປ
ຫາກເຮົາພົບສິ່ງໃດ ຊິວ່າດີຫຼືຮ້າຍ
ຄວນຂະຫຍາຍທາງຄື້ນ ຄືນເວັນໃຫ້ເຫັນຊ່ອງ
ສ້າງປີນີ້ໃຫ້ຖືກຕ້ອງ ຈະເລີນຂຶ້ນລື່ນປີກາຍ

ປີກາຍຜ່ານໄປແລ້ວ ເຮົາໄດ້ຢູ່ສຸກຂີ
ທັງຊີວີຈະເລີນສຸກ ກໍເພາະປີກາຍທະລາຍສິ້ນ
ປີໃໝ່ວຽນມາໃກ້ ເຮົາຍືນຍົງຍັງທ່ຽງ
ປີໃໝ່ນີ້ຂໍຢ່າມີສິ່ງຮ້າຍ ສະບາຍລົ້ນກວ່າປິກາຍ ແທ້ເດີ

Delicious Digg Fark Twitter