ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

- ພໍ່ຕູ້ມາແຕ່ຊຽງຂວາງ ມາຮັບລູກສາວທີ່ຈະມາຈາກອະເມີລິກາ ມາພັກກັບລູກສາວອີກຄົນໜຶ່ງທີ່ວຽງຈັນ ແຕ່ກ່ອນການໄປການມາໃນເມືອງລາວລຳບາກ ເພາະຖນົນບໍ່ດີ ຈຶ່ງຕ້ອງຂີ່ຍົນ ການໄປມາຊຽງລະຫວ່າງຊຽງຂວາງກັບວຽງຈັນສະໄໝນັ້ນ ແມ່ນຕ້ອງຂີ່ຍົນ, ອານ ໒໔ ວາຍ ໒ ວາຍ ໗ ດຽວນີ້ມີ ອາເຕເອ ແລະມາ ໖໐ ບິນໄປມາຊຽງຂວາງອາທິດລະຫຼາຍທ້ຽວ ແຕ່ພໍ່ຕູ້ກະບໍ່ໄດ້ຂີ່ຈັກເທື່ອ ເພາະມີລົດໂດຍສານແລ້ວ ຫຼືບາງຄັ້ງລູກສາວໄປຮັບ ຫາກຕ້ອງການມາວຽງຈັນ.

- ວັນນັ້ນ ພໍ່ຕູ້ໄປລໍຮັບລູກສາວຈາກອາເມຣິກາ ຊາມຊາຍົນລົງ ລູກສາວ ແລະພວກຫຼານໆ ກໍພາຂຶ້ນໄປກິນອາຫານບຸບເພລໍຖ້າທີ່ຫ້ອງອາຫານສຍາມບິນ ຂະນະນັ້ນພໍດີເຫັນຍົນລາວລົງເດີ່ນເລີຍຖາມພວກຫຼານໆວ່າ "ໂອ....ຍົນອີຫຍັງຄືໃຫຍ່ແທ້ ?"

- ຫຼານ: ຍົນ ແອຣ໌ບັສ ໓໒໐.

- ພໍ່ຕູຊຽງຂວາງ : ໂອ້....ໃຫຍ່ນໍ, ຍົນໃຫຍ່ຈັ່ງຊີ້ຄືຊິໄປຊ້າກວ່າຍົນນ້ອຍນໍ ?

- ຫຼານ: ບໍ່ແຫຼວໄປໄວກວ່າ ຍົນນ້ອຍແລ້ວເວີຍ ພໍ່ຕູ້;

- ພໍ່ຕູ້ຊຽງຂວາງ: ໄວປານໃດ ?

- ຫຼານ: ໄວກວ່າຍົນວາຍ ໒ ຊາວເທົ່າພຸ້ນແລ້ວ.

- ພໍ່ຕູ້ຊຽງຂວາງ: ໂອ້: ໂອ້.....ໄວປານນັ້ນ ຄົນຊິບໍ່ຕົກຍົນເປັນແຖວພຸ້ນບໍ ?

- ຫຼານ: ມັນຊິຕົກຈັ່ງໃດ ?

- ພໍ່ຕູ້ຊຽງຂວາງ: ຈັກແລ້ວ ສະໄໝແຕ່ກີ້ຍົນວາຍສອງ ບິນຊ້າຂະໜາດນັ້ນຍັງມີຄົນມາບໍ່ທັນຍົນຫຼາຍຄັ້ງ ພໍ່ຕູ້ຍັງເຄີຍຕົກຍົນນຳໍເຂົາ

- ຫຼານ: ຮ່າໆໆໆໆໆໆໆໆໆໆໆໆໆ

(ຂໍໃຫ້ຜູ້ອ່ານຈົ່ງ ໂຊກດີຕລອດ ປີ ໒໐໑໒ ນີ້ທຸກຖ້ວນໜ້າເທີ້ນ)

 

 

Delicious Digg Fark Twitter