ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມີຫຼາຍຄົນຖາມວ່າ “ເປັນຫຍັງວັດໃນເມືອງລາວຈຶ່ງສ້າງງາມຫຼາຍ ແຕ່ປະຊາຊົນ ທຸກ ຫຼາຍຢູ່ ? ” ຫາກຈະຕອບຕາມຄຳຖາມນີ້ ກໍອາດຈະບໍ່ກົງຕາມຄຳຖາມປານໃດ, ເພາະ ເທົ່າທີ່ໄດ້ເດີນທາງໄປທົ່ວປະເທດແລ້ວ ປາກົດວ່າວັດໃນເມືອງລາວຍັງບໍ່ງາມ ເທົ່າວັດພຸດທະສາສນາໃນປະເທດຕ່າງໆ ເຊັ່ນວັດໃນປະເທດກຳປູເຈັຍ, ມຽຣມາ ແລະໄທຍ, ຈີນ, ຫວຽດນາມ, ຍີ່ປຸ່ນແລະປະເທດອື່ນໆ ຖ້າທຽບແລ້ວວັດງາມໆຍັງມີ ໜ້ອຍ ຫາກຈະທຽບ ໃສ່ລະດັບທາງເສດຖະກິດ ແລະການຄອງຊີບຂອງພົນລະເມືອງເທົ່າກັນແລ້ວ ວັດໃນ ເມືອງລາວຍັງບໍ່ງາມ ແລະໃຫຍ່ເທົ່າກັບວັດຕ່າງໆໃນປະເທດກຳປູເຈັຍ ມຽຣມາ ແລະ ໄທຍ ດ້ວຍຊ້ຳ, ສະນັ້ນຄຳຖາມນັ້ນຈຶ່ງບໍ່ສົມບູນປານໃດ ເວົ້າແນວນີ້ກໍບໍ່ໄດ້ໝາຍວ່າວັດ ໃນເມືອງລາວບໍ່ງາມ ມີງາມຢູ່ແຕ່ວ່າມີຈຳນວນໜ້ອຍ, ສ່ວນໃຫຍ່ວັດງາມໆໃນເມືອງ ລາວມັກຈະເປັນວັດເກົ່າ ສ້າງມາແລ້ວ ຫຼາຍຮ້ອຍປີ ເຊັ່ນວັດໃນຫຼວງພຣະ ບາງ, ວັດໃນ ຕົວເມືອງວຽງຈັນ, ສະຫວັນນະເຂດ ແລະຈຳປາສັກເທົ່ານັ້ນ ວັດງາມໆສ່ວນ ຫຼາຍມັກ ຈະເປັນວັດໃນຕົວເມືອງ ສ່ວນວັດໃນຊົນນະບົດມີບາງວັດເທົ່ານັ້ນທີ່ງາມງາມໆ ບໍ່ໄດ້ ເຖິງຂັ້ນວ່າງາມຫຼາຍ ຫາກທຽບໃສພົນລະເມືອງລາວ.

ຕາມການສຶກສາອະດີດ ໄດ້ພົບວ່າວັດໃນຊົນນະບົດ ແລະຕົວເມືອງນັ້ນປາກົດວ່າ ວັດໃນເມືອງລາວນັ້ນງາມຫຼາຍ ວັດໃນຕົວເມືອງກໍງາມຕາມສະພາບຕົວເມືອງ ວັດໃນຊົນ ນະບົດກໍງາມຕາມສະພາບຊົນນະບົດ ນັບແຕ່ໄລຍະ ໓໐໐ ປີມານັ້ນວັດເກົ່າໆ ທີ່ງາມໆ ທັງໃນຊົນນະບົດ ແລະໃນຕົວເມືອງຊຸດໂຊມແລະເພພັງໄປຕາມການຕາມເວລາ, ວັດໃນ ນະຄອນຫຼວງ ແລະຕົວເມືອງໃນນະຄອນວຽງຈັນ ແລະຈຳປາສັກ, ບໍ່ແກ້ວຫຼວງນໍ້າ ທາ ແລະເມືອງພວນ ເພພັງໄປເພາະປະຊາຊົນປະຮ້າງອົບພະຍົບໜີໄປຢູ່ສຍາມ ໃນສະໄໝ “ເກັບປູໃສ່ຕະກ້າ ເກັບຂ້າເຂົ້າເມືອງ”  ໃນໃນໄລຍະ ໑໑໐ ກວ່າປີລາວພະຍາມຍາມຟື້ນ ຄືນ ກໍຟື້ນຄືນໃນເຂດຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະຈຳປາສັກ ແມ່ນສ້າງໃໝ່ໝົດ, ສ່ວນໃນນະຄອນຫຼວງພຣະບາງແມ່ນມີການຟື້ນຟູວັດເກົ່າ ທີ່ບໍ່ຄ່ອຍ ຖືກສູນເສັຍໃນສະໄໝສົງຄາມສຍາມ-ລາວປານໃດ, ໃນໄລຍະ ໖໐ ປີຜ່ານໃນ ເຂດ ປົດ ປ່ອຍ ໓-໔ ແຂວງພາກເໜືອກໍເພພັງໄປເພາະສົງຄາມທຳລາຍ ຈົນບໍ່ເຫຼືອຊາກຄວາມ ງາມ.

ສ່ວນທີ່ບອກວ່າ “ແຕ່ປະຊາຊົນທຸກ ຫຼາຍຢູ່ ? ” ອັນນີ້, ເທົ່າທີ່ສັງເກດປະຊາຊົນ ລາວຍັງທຸກຢູ່ເປັນຈຳນວນຫຼວງຫຼາຍ, ຫາກມາເບິ່ງຕາມຄວາມເປັນຈິງແລ້ວ ປະຊາຊົນ ຜູ້ທຸກຍາກມີຈຳນວນຫຼວງຫຼາຍ ແຕ່ທຸກແທ້ໆ ກໍແມ່ນຢູ່ໃນເຂດຊົນນະບົດ, ເມື່ອມາເບິ່ງ ແລ້ວນັ້ນວັດໃນເຂດຊົນນະບົດນັ້ນ ມີວັດຈຳນວນໜ້ອຍທີ່ງາມ ເປັນຫຍັງຈຶ່ງເປັນຈັ່ງຊັ້ນ ເຫດທີ່ເປັນດັ່ງນີ້ ກໍເພາະວ່າປະຊາຊົນໃນຊົນນະບົດຍັງທຸກ ແລະບໍ່ມີທຶນຮອນຫຼາຍຈະ ສ້າງວັດຂອງຕົນໃຫ້ສວຍງາມໄດ້ ແຕ່ເປັນສິ່ງທີ່ພາກພູມໃຈຢ່າງໜຶ່ງ ກໍຄື ປະຊາຊົນລາວ ຊາວພຸດໃນທົ່ວປະເທດລາວນັ້ນ ບ້ານໃດໆກໍມີວັດຂອງຕົນປະຈຳບ້ານເກືອບກ່າວໄດ້ວ່າ “ບ້ານເມືອງລາວຊາວພຸດ ບໍ່ມີບ້ານໃດຊິບໍ່ມີວັດ”

ຊາວຕ່າງປະເທດ ເຄີຍຖາມຜູ້ຂຽນວ່າ “ເປັນຫຍັງຢູ່ເມືອງລາວ ຈຶ່ງມີວັດເກືອບ ທຸກໆບ້ານ” ຜູ້ຂຽນຕອບວ່າ “ເພາະວ່າ ທຸກໆບ້ານເປັນຊາວພຸດ ສະນັ້ນຊາວພຸດລາວ ຈຶ່ງສ້າງວັດປະຈຳບ້ານຕົນ, ວັດມີຄວາມສຳຄັນຕໍ່ປະຊາຊົນລາວຊາວພຸດຫຼາຍດ້ານ, ນັບ ແຕ່ມື້ເກີດຈົນຮອດມື້ຕາຍ.

ຄວາມສຳຄັນ ຂອງວັດທີ່ມີຕໍ່ປະຊາຊົນລາວນັ້ນ ໃນອະດີດມີຄວາມສຳຄັນຫຼາຍ ແຕ່ໃນປັດຈຸບັນ ວັດກໍມີຄວາມສຳຄັນຕໍ່ປະຊາຊົນໃນດ້ານສາສນາ ແລະປະເພນີ ເຊັ່ນ.

໑. ວັດເປັນສູນກາງຂອງບ້ານ ຄືເປັນສະໂມສອນເຕົ້າໂຮມຊາວບ້ານໃນກິດຈະ ການທາງວັດທະນະທຳ.

໒. ວັດເປັນບ່ອນທຳບຸນສີນກິນທານ.

໓. ວັດເປັນສູນກາງທາງສັງຄົມ ແລະວຽກງານການປົກຄອງ ທຸກກິດຈະກຳຂອງ ລັດ ທີ່ກ່ຽວພັນກັບປະຊາຊົນມັກຈະຈັດຂຶ້ນທີ່ວັດ, ປະຊຸມ, ຕ້ອນຮັບຜູ້ແທນ, ມີການເລືອກ ຕັ້ງອື່ນ.

໔. ມີຫຼາຍວັດໃນເມືອງລາວເປັນໂຮງຮຽນ.

          ທີ່ຈຶງວັດມີຄວາມສຳຄັນຫຼາຍ ຕໍ່ປະຊາຊົນໃນບ້ານນັ້ນໆ ດ້ວຍເຫດນັ້ນ ປະຊາຊົນ ໃນແຕ່ລະທ້ອງຖິ່ນໃນເມືອງລາວ ເມື່ອສ້າງບ້ານແລ້ວມັກຈະສ້າງວັດພ້ອມກັນ, ເຖິງວ່າ ປະຊາຊົນໃນບ້ານນັ້ນ ຈະທຸກຍາກດ້ວຍເງິນຄຳ ແຕ່ເຂົາກໍສ້າງວັດດ້ວຍເຮື່ອແຮງຂອງ ເຂົາ ແລະວັດເອງກໍເປັນສະຖານທີ່ລວມຂອງບ້ານ ຂອງຊຸມຊົນເມື່ອສ້າງແລ້ວມັກຈະຖືກ ປົກປັກຮັກສາ ແລະບູຣະນະຈາກປະຊາຊົນເລື້້ອຽໆ ວັດໃນແຕ່ລະທ້ອງຖິ່ນຈຶ່ງສວຍສົດ ງົດງາມຄົງຢູ່ນານ ເຊິ່ງຕ່າງຈາກສະຖານທີ່ອື່ນໆ.

          ວັດໃນເມືອງລາວ ມີຄວາມສຳຄັນຕໍ່ການພັດທະນາປະເທດຊາດທາງດ້ານເສດ ຖະກິດ ແລະສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດ.

          ວັດໃນເມືອງລາວ ໄດ້ສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດທັງທາງກົງ ແລະ ທາງອ້ອມ ເຊັ່ນວັດສຳຄັນໃນນະຄອນຫຼວງວຽງຈັນ ເຊັ່ນວັດສີສະເກດ, ວັດພຣະທາດ ຫຼວງ ແລະວັດພຣະແກ້ວ ແລະວັດອື່ນໆໃນນະຄອນຫຼວງພຣະບາງໄດ້ສ້າງລາຍໄດ້ໂດຍ ກົງໃຫ້ແກ່ງົບປະມານ ຄືພາກລັດຈະເກັບຄ່າທຳນຽມເຂົ້າຊົມ.

          ສ່ວນວັດຈຳນວນຫຼວງຫຼາຍໃນເມືອງລາວ ແມ່ນສ້າງລາຍໄດ້ໃຫ້ແກ່ງົບປະມານ ຂອງລັດໃນທາງອ້ອມເຊັ່ນ

          ໑. ຕາມການສຳພາດນັກທ່ອງທ່ຽວຕ່າງປະເທດ ທີ່ເຂົາເຂົ້າມາເມືອງລາວ ເຂົາມີ ວັດຖຸປະສົງ ຢູ່ ໓ ວັດຖຸປະສົງໃຫຍ່ ຄື.

          ກ. ເຂົ້າມາເບິ່ງວັດ.

          ຂ. ເຂົາມາສຶກສາວັດທະນະທຳ.

          ຄ. ເຂົ້າມາທ່ຽວທ່ຽວທຳມະຊາດ.

          - ໃນຄຳຕອບທັງຫຼາຍ ໓ ຂໍ້ເຫັນວ່ານັກທ່ອງທ່ຽວທັງຫຼາຍມາເມືອງລາວ ມັກຈະ ກ່າວເຖິງວັດເປັນອັນດັບທຳອິດ ສະແດງໃຫ້ເຫັນວ່າ ວັດໄດ້ສ້າງລາຍໄດ້ໃຫ້ປະ ເທດຊາດ ເປັນອັນດັບທຳອິດ ແລະສຳຄັນ.

          - ສ່ວນປະຊາຊົນລາວເອງ ກໍໄດ້ລາຍໄດ້ຈາກວັດນັ້ນທາງອ້ອມ ກໍຄືໄດ້ທີ່ເພິ່ງທາງ ໃຈ.

          ທີ່ໄດ້ທາງກົງອີກແບບໜຶ່ງ ຄືວັດໄດ້ສ້າງການທ່ອງທ່ຽວໃຫ້ແລ້ວ ປະຊາຊົນກໍໄດ້ ຂາຍຜລິດຕະພັນນັ້ນໆໃຫ້ແກ່ນັກທ່ອງທ່ຽວ ຄືສ້າງມູນຄ່າຜລິດຕະພັນຕົນ. 

 

ຄຳຕອບທີ່ຖືກຕ້ອງ "ປະຊາຊົນລາວ ສ່ວນຫຼາຍຍັງທຸກທາງດ້ານວັດຖຸ ແຕ່ກໍພໍທົນໄດ້, ປະຊາຊົນລາວ ສ່ວນຫຼາຍຕ້ອງການຄວາມສຸກທາງໃຈ ຫຼາຍກວ່າຄວາມສຸກທາງວັດຖຸນັ້ນແລ້ວ ຈຶ່ງສ້າງວັດໄວ້ທຸກໆບ້ານ ເພື່ອເປັນທີ່ເພິ່ງທາງໃຈແລ"
Delicious Digg Fark Twitter