ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ໃນຈາຮີດ ແລະປະເພນີທາງພຸທທະສາສນາ ຕັ້ງແຕ່ອະດີດ ປັຈຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິຈກັມໃດໆ ໃນວຽກງານພຸດທະສາສນາ ມັກຈະກ່າວ ນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັຈເຈກບຸຄຄົລ ຫຼືພະຫຸບຸຄຄົລ ຈະຫຼາຍຫຼືນ້ອຍ ກໍອິງຕາມເຣື່ອງ ແລະວິທີກັມ.
- ກາຣຕັ້ງ ນະໂມ ມີຄວາມສໍາຄັນຫຼາຍ ຄືຕັງໄວ້, ດໍາຣົງໄວ້ ມາຈາກມູລຮາກສັບ ຖາ(ຖ.ຫົວອອກ) ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາຣົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິຈກາຣນັ້ນໆ.

- ຄໍາອ່ານ ແລະຄໍາແປ ນະໂມ.
- ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : 

ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລສ ສັມມາສັມພຸດທັສສ ຕັສຮູ້ຊອບໄດ້ໂດຍພຣະອົງເອງ.

- ໃນຄັມພີຣ໌ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັຕຖະກະຖາຈາຣຍ໌ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸຣຫ້າຕົນຣວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັສກາຣ ແດ່ພຣະຜູ້ມີພຣະພາຄເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາທພຣະພຸທທະອົງ ຕົນລະວາຣະຖວາຍຄວາມເຄົາຣົບດັ່ງນີ້.

1. ສາຕາຄິຣາຍັກຂ໌ ວ່າ ນະໂມ

2. ອະສຸຣິນທະຣາຫູ ວ່າ ຕັສສ

3. ທ້າວເວສສຸວັນມະຫາຣາຊ ວ່າ ພະຄະວະໂຕ

4. ທ້າວສັກກະ(ພຣອິນ) ອະຣະຫະໂຕ

5. ທ້າວພຣະພຣົຫ໌ມ ວ່າ ສັມມາສັມພຸທທັສສະ

- ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອຣວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າ ຜູ້ເປັນພຣະອໍຣະຫັນຕ໌ ດັ່ງນີ້ ຄືທີ່ມາຂອງນະໂມ.

- ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະຣິຍາ ຄວາມປະພຶດ ຄືກາຣສະແດງອອກທາກາຍ, ວາຈາ ແລະໃຈ

- ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນສະເໝີວ່າ ບວດເປັນນເນນ(ຈົວ)ແທນຄຸນແມ່, ບວຊເປັນພຣະແທນຄຸນພໍ່ ຫຼື ບວຊເປັນເນນຈູງແມ່ຂຶ້ນສວັນຄ໌, ບວຊເປັນພຣະ ຈູງພໍ່ຂຶ້ນສວັນຄ໌, ບຸຄຄົລໃດ ກໍຕາມ ຫາກມີຈະຣິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນມີນະໂມ ຄືມີຄວາມນອບນ້ອມ. - ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈ ຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາກາຣໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເຣັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກຂ໌ໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມຕຕາ, ກາຣຸນາ, ມຸທິຕາ ແລະອຸເປກຂາທັມ ຍ່ອມໄດ້ຮັບກາຣຊ່ວຍເຫຼືອ ໃຫ້ພົ້ນທຸກຂ໌ ພົ້ນຍາກ ພົ້ນລໍາບາກທໍຣະມານນັ້ນໆໆແລ.
- ນະໂມຕັສສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສນາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສນາ ຈັດເປັນອະທິກັມ ຄື ບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສນາໂດຍທາງກົງ ແລະທາງອ້ອມ.

Delicious Digg Fark Twitter