ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ວັນນີ້ ເປັນວັນສິນ ໑໕ ຄ່ໍາເພັງເດືອນ ໔ ຍາດໂຍມ ເຂົ້າວັດທໍາບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".

- ກັມຄືການກະທໍາ ການກະທໍາຂອງທ່ານສາທຸຊົນທີ່ທໍາໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທໍາ ເຊິ່ງທັງສາມນີ້ ແມ່ນການທໍາບຸນໃນທາງພຣະພຸດທະສາສນາ ການກະທໍາຂອງທ່ານ ແມ່ນການທໍາຄວາມດີ ຫຼືການທໍາບຸນ ດ້ວຍເຫດນັ້ນຜົນຂອງການກະທໍາຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທໍາດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້.
- ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສໍາຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທໍາບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທໍາບຸນເປັນຈໍານວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທໍາໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສໍາຄັນ ຄືຈົ່ງຊໍາຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.

- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກໍານົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສໍາຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສໍາຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈໍານວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ.
- ສໍາລັບປະເທດລາວເຮົາ ຍິງລາວຈໍານວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທໍາລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທໍາລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທໍາລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທໍາທີ່ສຸດ.
- ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທໍາບຸນກຸສົນ ທໍາຕົນໃຫ້ບັນລຸທໍາ ສູງສຸດ ສິດໃນການບວດ ແລະປະຕິບັດທໍາ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທໍາຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ.
- ໃນຫຼັກທໍາທາງພຸດທະສາສນາ ໄດ້ມີຫົວຂໍ້ທໍາຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື.
- ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື

Delicious Digg Fark Twitter