ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ບັດ­ນີ້ ຊິ­ໄດ້­ໄຂ­ກ່າວເວົ້າ ເລື່ອງ­ບໍ່ເກົ່າສາວ­ໄຮ­ໂຊ
ກິນເຂົ້າ­ໂຕ­ໂສຄວາມເຂົາ ບໍ່­ແມ່ນ­ຄອງ­ທີ່­ຄວນເວົ້າ
­ແຕ່ວ່າຫວນເຫັນ­ແລ້ວ ຜົນ­ດີ­ຫຼາຍ­ຄວນ­ຈະ­ກ່າວ
ເປັນເລື່ອງ­ລາວ­ທີ່ເກີດ­ຂຶ້ນ ­ໃຫ້ເຫັນ­ຮູ້­ຮໍ່າຮອນ

ສາວ­ຂຶ້ນ­ໃໝ່ກາຍ­ອ່ອນ­ແອ້ນ ຮູບ­ຮ່າງ­ສວຍງາມ
ຕາ­ກົມ­ຜົມ­ດໍາລອນ ອ່ອນ­ປາຍເມື່ອຍາມ­ຍ້າຍ
ຄິ້ວ­ກົ່ງ­ດີ­ຂະ­ໜົງ­ຊ້ອນ ພຽງ­ຕາ­ໜ້າ­ຮູບ­ໄຂ່
ນິ້ວ­ມື­ຮຽວເກິ່ງ­ກ້ວຍ ລຽນ­ລ້າຍເຕັມ­ຫວີ

ຜິວ­ຂາວ­ກ້ຽງ ສະ­ເໝີດັ່ງ­ສໍາ­ລີ
ມີ­ໄມ­ຕີ­ສະ­ເໜຫາ ຜ່ອງ­ກິ­ລິຍາ­ກໍງາມ­ແທ້
ຍາມ­ຈາເວົ້າ ວາ­ທີ­ຕ້ານ­ປາກ
ຍິ້ມ­ກ່ອນເວົ້າ ສະ­ບັບ­ແທ້ຍອດ­ຍິງ

ນາງ­ນີ້ງາມ­ພຽງ­ພ້ອມ ວົງ­ວາດ­ກຸລະ­ສະ­ຕ­ຣີ
ເປັນ­ຄົນ­ມີ­ຣາ­ສີ ເກິ່ງ­ສາວ­ສະ­ຫວັນ­ຟ້າ
ທັງ­ຈັນຍາ­ທັມ­ກໍພຽງ­ພ້ອມ ຄຸນນະ­ທັມ­ກໍພຽງ­ພໍ່າ
ຄວາມກະ­ຕັນ­ຍູກໍເລີດ­ລໍ້າ ຫາ­ໃຜ­ໄດ້­ໄປ່ເໝືອນ

ອັນ­ວ່າວຽກການ­ບ້ານ ທຸກ­ຢ່າງນາງ­ທໍາ
ທັງ­ຄົວເຮືອນ ຜ່ອງ­ທັງ­ສວນ­ຮົ້ວ
ຍາມນາ­ນັ້ນ ນາງ­ທໍາ­ທຸກ­ຢ່າງ
ບໍ່ກຽດ­ຄ້ານ ຊູຊ້ວນ­ຊ່ວຍ­ແຮງ

ເຂົາເກີດ­ໃນ­ສະ­ກຸນເຄົ້າ ຄົນ­ທຸກ­ຊາວນາ
ບິດາ­ແພງ­ຂອງເຂົາ ຈາກ­ໄປ­ແຕ່ຍັງ­ນ້ອຍ
ຍັງ­ແຕ່ມານດາ­ລ້ຽງ ພຽນ­ແພງ­ຈົນ­ວ່າ­ໃຫຍ່
ສິບ­ແປດ­ປີ­ຂວບເຂົ້າ ເປັນ­ສາວ­ແຍ້ມເບັ່ງບານ

ຍ້ອນ­ວ່າຖະ­ນະ­ນັ້ນ ທາງ­ຄອບ­ຄົວເຮືອນ
ເປັນ­ຄົນ­ຈົນ­ທຸກ ຈຶ່ງ­ບໍ່­ຄື­ຊາວ­ບ້ານ
ການ­ສຶກ­ສາສະ­ສົມ­ສູ້ ຈົບ­ພຽງ­ປໍສີ່
­ແຕ່ວ່າເຂົາສະ­ຫຼາດ­ຮູ້ ປະ­ຣິນຍາ­ຊັ້ນ­ທຽບ­ບໍ່­ທັນ

ນາມເຂົາ­ນັ້ນ ຊື່ວ່າສາວ­ໄຮ
ຊາຍ­ໃດ­ພຽງ­ພານ­ພົບ ຢາກ­ຢູ່­ຄຽງ­ຮຽງ­ໃກ້
­ໃຜ­ກໍມາ­ຊົມ­ຍ້ອງ ນິຍົມ­ຍໍຊົມ­ຊອບ
ຊາຍ­ທົ່ວ­ໃນ­ພາກ­ພື້ນ ­ແຖວ­ນັ້ນ­ຊໍ່­ສະ­­ແຫວງ

ນາງ­ບໍ່­ໄດ້ອວດ­ອ້າງ ຖືກຽດ­ຫຍັງ­ໝົດ
­ໃຫ້­ໄມ­ຕ­ຣີ­ທຸກ­ຄົນ ­ແຕ່ບໍ່­ສົນ­ຈົນ­ຜິດເລື້ອງ
ຊາຍ­ສະ­ເລ­ທັງ­ຊາຍເຖົ້າ ຫົວ­ຂາວອາເຊັຍະ­­ໃຫຍ່
­ໃຜ­ກໍມາຢອກ­ຫຼິ້ນ ນາງ­ກໍຕ້ານ­ຕາມກະ­ບວນ

ອາ­ຍຸນາງ­ຄົບ­ຖ້ວນ ສິບ­ແປດ­ປີ­ປາຍ
ກໍ­ໄດ້ມີ­ຄົນມາ­ມັກ ລູກເສດ­ຖີເງິນ­ຕື້
ເໝືອນ­ກັບເອົາເງິນມາ­ຊື້ ມານດາ­ແພງ­ຈຶ່ງ­ຍໍມອບ
ນາງ­ບໍ່ກ້າປາກ­ຕ້ານ ເພາະ­ຄຸນເຄົ້າ­ແມ່­ລ້ຽງເກືອ

­ແຕ່ວ່າ­ໃຈ­ຢູ່­ໃນເນື້ອ ­ໃຜ­ຊິ­ຫ່ອນ­ຫວນເຫັນ
ນາງ­ນັ້ນ­ມີ­ຄົນ­ຮັກ ເຊື່ອງ­ອໍາ­ໃນ­ໃຈ­ໄວ້
ບໍ່ມີ­ໃຜເຄີຍ­ຮູ້ ພຽງ­ແຕ່ນາງ­ກັບ­ແມ່
ພ້ອມ­ທັງ­ແຟນເທົ່າ­ນັ້ນ ຖານະ­ຊັ້ນ­ຊໍ່ານາງ

ນາງ­ບໍ່ອ້າງເຫດເລື່ອງ ອົມເສື່ອງ­ໃຫ້­ຜິດ­ໃຈ
ມານດາ­ແພງຍອດ­ຮັກ ­ໃຫ້­ຮູ້ເຫັນ­ໃຈ­ແຈ້ງ
ຫຼາຍ­ວັນ­ມື້ ນາງ­ອຸກ­ຫງໍາ­ນໍ້າຕາ­ລົ່ນ
ທົນ­ທຸກ­ກັບ­ສິ່ງ­ນັ້ນ ເລີຍເປັນ­ໄຂ້­ຈ່ອຍ­ໂຊ

ສາວ­ໄຮເຄີຍ­ຫຸ່ນ­ໂກ້ ຂາວ­ຜ່ອງຍອງ­ໄຍ
ກາຍເຄີຍ­ໃສ ດັ່ງ­ອິນ­ຂຽນ­ແຕ້ມ
ກັບມາເສັຍ­ສີເສົ້າ ຜົມ­ດໍາຫຼຸດ­ລົ່ນ
ໜ້າ­ຫ່ຽວ­ແຫ້ງ ເໝືອນ­ຊາກເຜດ­ຜີ

ຊາຍເຄີຍເຫີ່­ແຕ່ກີ້ ຫາຍ­ຫ່າງ­ປົບ­ໜີ
ຊາຍ­ຄົນ­ໝາຍ ໝັ້ນເອົາ­ກໍເມີນ­ໜ້າ
ຍັງ­ຈະ­ມາເອົາຂອງ­ໝັ້ນ ທີ່­ສັນຍາ­ຍໍມອບ
­ແຕ່­ຜິດ­ລະ­ບອບ­ແບບເບື້ອງ ອົງການ­ບ້ານ­ບໍ່ຍອມ

ນາງ­ຈຶ່ງ­ໄດ້­ລອດ­ພົ້ນ ທົນ­ທຸກ­ກັບ­ຄວາມ­ຂົມ
ມີ­ແຕ່­ຊາຍ­ຄົນ­ຮັກ ທີ່­ແບ່ງ­ໃຈ­ຈູນ­ຄໍ້າ
ນໍາເອົາຄວາມ­ສົມ­ແມ້ງ ມາເວນ­ຄືນ­ຍໍມອບ
ນາງ­ຈຶ່ງ­ຫາຍ­ຂາດ­ສ້ຽງ ເຊົາ­ໄຂ້­ຊວາງ­ໂຊ

ຊີວິດນາງ­ຈຶ່ງ­ກັບມາ­ໂກ້ ເໝືອນ­ດັ່ງ­ຄາວ­ຫຼັງ
ຊາຍ­ຄົນ­ຮັກ ­ໄດ້­ປິ່ນ­ປົວ­ຈົນ­ສຸດ­ສ້ຽງ
ສອງ­ກໍສົມມະ­­ໂນ­ແມ້ງ ຕາມ­ສາຍ­ແນນ­ແຖນ­ແຕ່ງ
ຈົບ­ທໍ່ນີ້ ສາວ­ໄຮ­ໂຊ­ຟື້ນເພາະ­ຮັກ­ຈິງ ທ່ານເອີຍ.
-----
ປະ­ພັນ ວັນ­ທີ 27 ເມ­ສາ 2012

Delicious Digg Fark Twitter