ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

- ""ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ຖືວ່າຍັງໄດ້ຜົນຢູ່ຮອດປັດຈູບັນນີ້ ແຕ່ລາງຄົນໃນສະໄໝນີ້ ເມື່ອໄດ້ຟັງຄຳນີ້ແລ້ວ ກໍຫາວ່າຄົນບູຮານສອນຜິດ ຊຳ້ບໍ່ໜຳຍັງຫາວ່າ ຄົນບູຮານສອນໃຫ້ໃຫ້ຄົນໃຈຈືດໃຈດຳ ສອນໃຫ້ຄົນເຫັນແກ່ຕົວວ່າຈັ່ງຊັ້ນກໍມີ, ແຕ່ເມື່ອສຶກສາເບິ່ງຊີວິດການເປັນຢູ່ ແລະຈິດໃຈຂອງຄົນບູຮານແລ້ວ ສັງຄົມບູຮານແລ້ວ ພັດກົງກັນຂ້າມກັບຄຳສອນ ຄືສັງຄົມຂອງເຂົາໃນສະໄໝນັ້ນ ກາຍເປັນສັງຄົມທີ່ມີຄວາມເອື້ອເຟື້ອອາທອນ, ຊ່ວຍເຫຼືອເກື້ອ******ນເຊິ່ງກັນແລະກັນ ດັ່ງເຮົາຈະເຫັນວ່າ ວ່າໃນສັງຄົມລາວເຮົານັບຖອຍກັບໄປ ໒໐ ກວ່າປີ ຄື ນັບແຕ່ປີ ໑໙໘໐ ກັບໄປ ສັງຄົມລາວໃນເມືອງໄດ້ຊ່ວຍເຫຼືອເກື້ອ******ນກັນບໍ່ວ່າຈະເປັນວຽກໜັກໜາ ວຽກເຮືອນການຊານ ຊ່ວຍເຫຼືອກັນຍາມເຈັບເປັນນັ້ນ ມັກຈະຫາມູນຄ່າບໍ່ໄດ້, ຄັນເວົ້າສັງຄົມລາວບ້ານນອກ ການກິນການຢູ່ ຫຼືສາລະພັດວຽກງານ ບໍ່ວ່າຈະແມ່ນວຽກງານດຳນາ, ວຽກງານປຸກເຮືອນ, ວຽກງານຕຳເຂົ້າ, ຫາຟືນ ເຈັບເປັນເອັນອຸ່ນ ກ່ຽວເຂົ້າ, ຕີເຂົ້າ, ຂົນເຂົ້າຂຶ້ນເລົ້າ ແລະອື່ນໆ ລ້ວນແຕ່ແມ່ນຊ່ວຍກັນດ້ວຍຄວາມເອື້ອອາທອນທັງນັ້ນ ສະນັ້ນສະໄໝນັ້ນ ເຮົາມັກຈະເຫັນ ຄຳວ່າ "ໄປພຸນກິນປາ ມາພີ້ກິນເຂົ້າ" ນອກຈາກນັ້ນກໍຍັງຍິນຄຳວ່າ "ດຳນາຊ່ວຍແຮງ, ຕີເຂົ້າຊ່ວຍເຮງ, ແລກປ່ຽນແຮງງານ" ນອກຈາກນັ້ນ ກໍຍັງມີຄຳໃໝ່ ໆ ອີກໃນບາງທ້ອງຖິ່ນ "ຊຳ້ຄົນປ່ວຍ" ຟັງເບິ່ງແລ້ວ ຄືຈ່ັງວ່າເປັນຄຳບໍ່ດີ ແຕ່ຫາກວ່າເປັນວິທີກຳທີ່ດີ ຄຳວ່າຊຳ້ຄົນປ່ວຍໝາຍຄວາມວ່າ "ເມື່ອຄອບຄົວໃດຄອບຄົວໜຶ່ງ ດຳນາແລ້ວຊ້າກວ່າ ຫຼືກ່ຽວເຂົ້າຊ້າກວ່າ ຫຼືຕີເຂົ້າຊ້າກວ່າ ຫຼືໝູ່ແລ້ວໝົດແລ້ວ ແຕ່ຕົນຍັງບໍ່ທັນແລ້ວ ຫຼືໃກ້ຊິແລ້ວ ຊາວບ້ານເຂົາກໍອວນກັນໄປດຳ, ກ່ຽວ ຫຼືຊ່ວຍຕີເຂົ້າຈົນແລ້ວ ທັງຂົນຂຶ້ນເລົ້າໃຫ້ພ້ອມດັ່ງນີ້ເປັນຕົ້ນ.

- ສະນັ້ນ ຄຳວ່າ "ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ນັ້ນເປັນຄຳບູຮານ ທີ່ສອນກັນມາທຸກຍຸກທຸກສະໄໝ ແຕ່ເປັນຫຍັງສັງຄົມຂອງເຂົາຈຶ່ງ ເຕັມໄປດ້ວຍຄວາມສຸກ ເມື່ອສິກສາເຂົ້າເລິກໆແລ້ວ ຄຳວ່າ ""ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ເປັນຄຳສອນທີ່ດີ ບໍ່ແມ່ນສອນໃຫ້ໃຈໝາຍຊາຍລະກຳເລີຍ.

- ເມື່ອເຫັນແລ້ວວ່າ ຄຳສອນ ແລະພິດຕິກັມຂອງຄົນລາວນັ້ນ ມີລັກສະນະທີ່ສວນທາງກັນ ໂດຍສະເພາະຄວາມເຂົ້າໃຈຂອງຄົນເຮົາສະໄໝນີ້ ຕໍ່ຄຳສອນບູຮານທີ່ວ່າ ""ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ກັບພຶດຕິກັມຕົວຈິງຂອງພວກເຂົານັ້ນ ມັນຍ່ອມມີທີ່ມາຊວນໃຫ້ສຶກສາ ຫາຄວາມຖືກຕ້ອງຂອງຄວາມ ໝາຍທີ່ແທ້ຈິງຂອງມັນໃຫ້ເຂົາໃຈທ່ອງແທ້.

- ເມື່ອສຶກສາເບິ່ງຄັກແນ່ແລ້ວ ເຫັນວ່າ ຄຳສອນບູຮານເລື່ອງບໍ່ໄດ້ສອນໃຫ້ຄົນເຫັນແກ່ຕົວ ຫຼືໃຈໝາຍຊາຍລະກຳ ດັ່ງທີ່ຄົນລຸ້ນໃໝ່ພວກເຮົາເຂົ້າໃຈເລີຍ ແຕ່ນັ້ນມັນແມ່ນ ຫຼັກຄຳສອນທີ່ສະຫຼາດຫຼັກແຫຼມຂອງຄົນບູຮານ ທີ່ສອນກັນ ແລະເປັນຫຼັກການສອນທີ່ຮຽກວ່າ "ບົວບໍ່ໃຫ້ຊຳ້ນຳບໍ່ໃຫ້ຂຸ່ນ ແຕ່ໄດ້ປາທັງໜອງ" ນັ້ນກໍກໍຄື ເມື່ອເຂົາວານ ເຮົາກໍຄວນຈະຊ່ວຍ, ຫາກເຮົາຊ່ວຍໂດຍທີ່ເຂົາບໍ່ວານ ອາດຈະມີບັນຫາຕາມມາທີຫຼັງ ທີ່ສຳຄັນເຮົາຕ້ອງເລືອກວ່າ ບຸກຄົນເຊັ່ນໃດ ທີ່ຄວນຊ່ວຍ ແລະບຸກຄົນເຊັ່ນໃດ ທີ່ບໍ່ຄວນຊ່ວຍ, ດັ່ງທີ່ພັກ ແລະລັດເຮົາເຄີຍເວົ້າສະເໝີວ່າ "ຈົ່ງຈຳແນກໄດ້ວ່າໃຜມິດ ໃຜສັດຕູ" ຫຼືແຍກໄດ້ວ່າ "ໃຜຊົ່ວ ໃຜດີ" ຫາກເຮົາຊ່ວຍຜິດຄົນເຮົາກໍຈະມີບັນຫາຕາມ ມາທີ່ຫຼັງກໍເປັນໄປໄດ້ ເຊັ່ນຕົວຢ່າງວ່າ :

- "ຄັ້ງໜຶ່ງນານມາແລ້ວ ຢູ່ຕ່າງປະເທດ ມີຊາຍຄົນໜຶ່ງຂີ່ລົດຈັກມາຕຳອີກກັບລົດຄັນໜຶ່ງລົດຄັນນັ້ນກໍໜີໄປ ປ່ອຍໃຫ້ຊາຍຕົນນັ້ນສະຫົຼບຢູ່ກາງຖະໜົນ ແລະແລ້ວຊາຍອີກຄົນໜຶ່ງໄດ້ທຳການຊ່ວຍ ເຫຼືອນຳສົ່ງໂຮງໝໍ ເມື່ອຊາຍຄົນນັ້ນຕື່ນຂຶ້ນມາ ກັບບອກວ່າຊາຍທີ່ຊ່ວຍນັ້ນເປັນຄົນຕຳເຂົາ ແລ້ວຍັງບອກວ່າສາຍສ້ອຍຂອງ ເຂົາກໍເສັຍເປັນເລື່ອງເປັນລາວໃຫຍ່ໂຕ ໃນທີ່ສຸດກໍພິສູດໄດ້ວ່າບໍ່ແມ່ນຄວາມຈິງ" ກໍລະນີເຊັ່ນນີ້ ໄດ້ເກີດໃນສັງຄົມໃດໜຶ່ງ ຈຶ່ງເຮັດໃຫ້ສັງຄົມສ່ວນໃຫຍ່ກາຍ ເປັນຄົນເຫັນແກ່ຕົວໄປໃນທີ່ສຸດ, ແຕ່ວ່າດ້ວຍມະນຸດສະທັມແລ້ວ ບັນດາທ່ານຕ້ອງໄດ້ຊ່ວຍຄົນທີ່ປະສົບໄຟເຊັ່ນນີ້ ຫາກວ່າພົບເຫັນ ເຖິງເຂົາບໍ່ວານເຮົາກໍຊ່ວຍ ຈະໃຫ້ເຂົາ ວານເຮົາແມ່ນບໍ່ໄດ້ເດັດຂາດ, ເພື່ອປ້ອງອັນຕະລາຍ ຫຼືບັນຫາທີ່ອາດຈະເກີດຂຶ້ນກັບເຮົາ ເຮົາເອງຜູ້ພົບເຫັນບັນຫານັ້ນແລ້ວ ໄປວານຄົນອື່ນມາຫຼາຍຄົນໃຫ້ມາຊົດຊ່ວຍ ຜູ້ທີ່ປະສົບໄພນັ້ນໃຫ້ໄດ້ ຈຶ່ງຊື່ວ່າມະນຸດສະທັມ ແຕ່ຖ້າເປັນຄົນທີ່ເຮົາຮູ້ຈັກ ເປັນພີ່ນ້ອງເຮົາ ເຖິງຖ້າເຂົາບໍ່ວານເຮົາກໍຄວນຊ່ວຍຢ່າງຍິ່ງ.

- ຄຳສອນທີ່ວ່າ "ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ນັ້ນແມ່ນມີຄວາມສຳຄັນໃນການສ້າງສັນຄວາມສາມັກຄີ ແລະເປັນສິ່ງປ້ອງກັນອັນຕະລາຍ ບາງອັນທີ່ຈະເກີດຂື້ນໄດ້ກັບເຮົາ ຄືເຂົາປ້ອງກັນຄວາມຜິດພາດ ເນື່ອງຈາກວ່າມະນຸດເຮົານີ້ມີ "ນານາຈິດຕັງ" ເຖິງຖ້າເຮົາມີຄວາມປາດຖະໜາດີກໍຕາມ, ແຕ່ເມື່ອເຮົາຫາກ ຊ່ວຍເຂົາບໍ່ຖືກທີ່ຖືກບ່ອນ ກໍກາຍເປັນບັນຫາຊຳ້ ດັ່ງມີຕົວຢ່າງນິທານບູຮານທີ່ສອນໄວ້ດັງນີ້.

- ຄັ້ງໜຶ່ງລູກເຂີຍໃໝ່ ແຕ່ງານແຕ່ງການແລ້ວກໍຕ້ອງອອກເຮືອນອອກຊານ ແຕ່ວ່າລູກເຂີຍນັ້ນເຮັດຫຍັງກະບໍ່ເປັນ ດ້ວຍເຫດນັ້ນພໍ່ເຖົ້າຈຶ່ງມາພາເຮັດພາ ສ້າງ ວັນນັ້ນທັງພໍ່ເຖົ້າແລະລູກເຂີຍສານຝາ ວັນນັ້ນແມ່ນສານລາຍຕັ້ງ ຫຼືລາຍສາມ ທັງພໍ່ເຖົ້າແລະລູກເຂີຍ ກໍສານຄົນລະຝາ ແຕ່ວ່າລູກເຂີຍສານບໍ່ເປັນ ສານແຕ່ເຊົ້າຮອດເພນ ພໍ່ເຖົ້າໄດ້ແລ້ວສາມຝາ ສ່ວນລູກເຂີຍຍັງບໍ່ໄດ້ຈັກຝາ ສານແລ້ວມ້າງ, ມ້າງແລ້ວສານ ຢູ່ຈັ່ງຊັ້ນບໍ່ແລ້ວຈັກເທຶ່ອ ພໍ່ເຖົ້າຫຼຽວເຫັນກໍບໍ່ກ້າບອກລູກເຂີຍ ເພາະຢ້ານລູກເຂີຍອາຍ ທາງລູກເຂີຍເອງກໍບໍ່ກ້າຖາມພໍ່ເຖົ້າ ເພາະຢ້ານ ຫຼືກຽມພໍ່ເຖົ້າ ຕ່າງຝ່າຍກໍໄວ້ທ່າຕໍ່ກັນ ໃນທີ່ສຸດພໍ່ເຖົ້າອົດບໍ່ໄດ້ ຈຶ່ງຫາອຸບາຍສອນລູກເຂີຍ ຈຶ່ງທຳທ່າຕິໄລ່ໄກ່ວ່າ "ໂຊວ໌ໆໆໆໆ...ໄກ່ແມ່ກ້າຍົກຫ້າຍໍສອງ, ໂຊວ໌ໆໆໆໆ.....ໄກ່ແມ່ຍອງຍົກສອງຍໍຫ້າ" ພໍ່ເຖົ້າເວົ້າຢູ່ຈັ່ງຊັ້ນຫຼົບໄປຫຼົບມາຫຼາຍຄັ້ງ ລູກເຂີຍຍິນແລ້ວ ກໍເຂົ້າໃຈວ່າພໍ່ເຖົ້າບອກຕົນ ຈຶ່ງລອງເຮັດຕາມ ໃນທີ່ສຸດກໍສານກະແຕະໄດ້ສຳເຣັດ ນີ້ແລ້ວນະໂຍບາຍສອນຂອງຄົນບູຮານ ໃນເມື່ອເຂົາບໍ່ວານ ແຕ່ຍາກຊ່ວຍເຂົາ ເຮົາກໍຫາວິທີ ແລະຫາຈັ່ງຫວະຊ່ວຍໃຫ້ໄດ້ ຫາກເຮົາມີວິທີກໍໍອາດຈະເປັນຜົນດີແກ່ຜູ້ຊ່ວຍ ແລະຜູ້ຖືກຊ່ວຍໄດ້.

- ສະນັ້ນຈຶ່ງເຫັນວ່າ ຄຳສອນບູຮານບາງຄັ້ງກໍເວົ້າກົງ ບາງຄັ້ງກໍເວົ້າອ້ອມ ຄຳທີ່ເວົ້າທາງອ້ອມເຮົາໄປຕີທາງກົງ ກໍອາດຈະເຮັດໃຫ້ເຮົາເຂົ້າໃຈຜີດໄດ້ ຄຳສອນບູຮານ ສ່ວນໃຫຍ່ຈຶ່ງເປັນ "ອະມະຕະຄຳສອນ" ນັ້ນເອງ ຫາກໃຜຄິດເປັນ ນຳເອົາໃຊ້ເປັນກໍຈັກມີປະໂຫຍດຫຼວງຫຼາຍແລ.

Delicious Digg Fark Twitter