ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ຖ້າການສ້າງຄອບຄົວໃຫ້ມີຄວາມສຸກເປັນກະທູ້ທີ່ງ່າຍໃຜໆ ກໍ່ເຮັດໄດ້ ມັນຄົງບໍ່ມີບັນຫາ ຫຼື ເຫດແຫ່ງການປະຮ້າງ ຊຶ່ງໃນຄວາມເປັນຈິງຂອງການດຳລົງຊີວິດປະຈຸບັນນີ້ ຄອບຄົວທີ່ຢູ່ນຳກັນຢ່າງພ້ອມພຽງ ພໍ່ ແມ່ ແລະ ລູກໆ ອາດຫາຍາກຫຼາຍຂື້ນກວ່າເກົ່າ ເມື່ອຄວາມອົດທົນຂອງຊີວິດຄູ່ລຸດໜ້ອຍຖອຍລົງແບບເຫັນໄດ້ຢ່າງຊັດເຈນ

ການຈະສ້າງຄອບຄົວໃຫ້ມີຄວາມສຸກສົມບູນໄດ້ນັ້ນ ຢູ່ທີ່ຕົວບຸກຄົນສຳຄັນທີ່ສຸດຄື ຜົວ-ເມຍ ຫຼື ພໍ່ແມ່ຂອງລູກໆ ເພາະທັງສອງຄົນຈະເປັນຜູ້ທີ່ມີບົດບາດໃນການສ້າງຄົນ ສ້າງຄອບຄົວ ໃຫ້ມີບົດບາດໃນທິດທາງດຽວກັນ

ບັນຫາໜື່ງທີ່ມີຄວາມສຳຄັນຕໍ່ການສ້າງຄວາມສຸກໃນຄອບຄົວ ກໍ່ຄື: ຄວາມຂັດແຍງລະຫວ່າງຜົວ-ເມຍ ຊຶ່ງຈະສົ່ງຜົນກະທົບຕໍ່ລູກ ແລະ ສະມາຊິກທຸກຄົນໃນຄອບຄົວ ສະນັ້ນ ຈຶ່ງຄວນມາສຶກສາ ແລະ ຫາທາງແກ້ໄຂບັນຫາຮ່ວມກັນ ເພື່ອຈະບໍ່ໃຫ້ຄວາມຂັດແຍ່ງດັ່ງກ່າວເກີດຂື້ນໃນຄອບຄົວໄດ້

ຄວາມຂັດແຍ່ງຕ່າງໆ ທີ່ເກີດຂື້ນໃນຄອບຄົວ ສາມາດແຍກໄດ້ວ່າມາຈາກສາເຫດໃດ ດັ່ງນີ້:

 

   





  1. ນິໄສ ແລະ ຄວາມຊິນເຄີຍສ່ວນຕົວ

ເປັນສິ່ງທີ່ປ່ຽນແປງກັນໄດ້ຍາກ ເພາະເປັນນິໄສທີ່ຕິດຕົວມາດົນ ເຄີຍປະຕິບັດຊ້ຳໆ ມາແລ້ວໃນອະດີດ ເຖິງຈະປ່ຽນໄດ້ ແຕ່ກໍ່ເປັນພຽງຊົ່ວຄາວ ເທົ່ານັ້ນ, ສະນັ້ນຄູ່ຜົວເມຍ ຈະຕ້ອງຍອມຮັບ ແລະ ທຳໃຈໃຫ້ໄດ້ແລ້ວປັບໂຕ ເຂົ້າກັນ ຜ່ອນສັ້ນຜ່ອນຍາວ ຈຶ່ງຈະຢູ່ນຳກັນໄດ້ແບບຍາວນານ

2. ຂາດຄວາມເອົາໃຈໃສ່ຕໍ່ບົດບາດ ແລະ ໜ້າທີ່

ສະໄໝກ່ອນຜົວມີບົດບາດເປັນຜູ້ນຳ ຫາເງິນລ້ຽງຄອບຄົວ ປະຈຸບັນແມ່ຍິງມີບົດບາດໃນການມີວຽກເຮັດງານທຳ ຫາເງິນມາລ້ຽງຄອບຄົວຄືກັນ ແລະອົບຮົມສັ່ງສອນລູກອີກ ຈຶ່ງເຮັດໃຫ້ບາງຄັ້ງ ເມຍຮູ້ສຶກຫງຸດຫງິດ ແລະ ຈູ້ຈີ້ຈຸກຈິກໄປແນ່ ເຮັດໃຫ້ເກີດຄວາມຂັດແຍ່ງໄດ້

ແລະຜົວ ບາງຄົນກໍ່ບໍ່ຮັບຜິດຊອບໜ້າທີ່ຂອງຕົນ ມີແຕ່ຕຳນິຮ້າຍດ່າເມຍ ວ່າບໍ່ອົບຮົມສັ່ງສອນລູກ ທັງໆການອົບຮົມລ້ຽງດູລູກກໍ່ເປັນໜ້າທີ່ໂດຍກົງຂອງ ພໍ່ແລະແມ່ ສະນັ້ນ ທັງສອງຕ້ອງຊ່ວຍເຫຼືອກັນໃນການອົບຮົມເບິ່ງແຍງລູກ ລວມທັງວຽກບ້ານການງານທີ່ຕ້ອງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ


3. ບໍ່ມີເວລາໃຫ້ກັນ ແລະ ກັນ

ເນື່ອງຈາກຕ່າງຝ່າຍຕ່າງມີພາລະທີ່ຕ້ອງເຮັດ ບາງເທື່ອກໍ່ແຍກກັນຢູ່ ເຮັດໃຫ້ບໍ່ມີເວລາໂອ້ລົມ ຮັບຮູ້ສາລະທຸກສຸກດິບ ຂອງກັນ ແລະ ກັນ ຄອບຄົວຈຶ່ງຄວນມີວັນແຫ່ງຄອບຄົວ ອາທິດລະ 1 ມື້ ຫຼື ແລ້ວແຕ່ຈະຕົກລົງກັນ ມີເວລາຢູ່ພ້ອມໜ້າກັນ ພໍ່ ແມ່ ລູກ ມີກິດຈະກຳຮ່ວມກັນ

4. ໃຊ້ຄວາມຮຸນແຮງຕັດສິນບັນຫາໃນຄອບຄົວ

ການຜິດຖຽງ ປ້ອຍດ່າ ຂົ່ມເຫັງ ຈົນເຖິງຂັ້ນລົງມືຕົບຕີກັນ ຖືເປັນທາງອອກທີ່ເອີ້ນໄດ້ວ່າເປັນການລົງມື ລົງແຮງ ໂດຍປາດສະຈາກການໃຊ້ສະຕິປັນຍາ ຊຶ່ງສ່ວນໃຫຍ່ແມ່ນເກີດຈາກການເວົ້າສຽດສີຍຸແຍ່ຂອງຝ່າຍໃດຝ່າຍໜື່ງ ເຮັດໃຫ້ອີກຝ່າຍໃຈຮ້າຍຈົນທົນບໍ່ໄດ້ ຈຶ່ງລົງມືຕົບຕີ ເພື່ອລະງັບເຫດ
 
 



 


5. ບໍ່ຊື່ສັດ

ການນອກໃຈກັນຂອງຜົວ ຫຼື ເມຍ ນັບເປັນອີກໜື່ງສາເຫດ ທີ່ເຮັດໃຫ້ຫຼາຍຄອບຄົວແຕກແຍກກັນຫຼາຍ

ແລະເມື່ອຮູ້ຖຶງສາເຫດຂອງການນຳໄປສູ່ຄວາມແຕກແຍກໃນຄອບຄົວ ເຮົາລອງມາເບິ່ງແນວທາງການແກ້ໄຂບັນຫາ ດັ່ງນີ້:


1. ບໍ່ຄວນເວົ້າແບບຍຸແຍ່: ເພາະການເວົ້າຍຸແຍ່ ສໍສຽດ ຊວນໂມໂຫໃສ່ກັນ ນອກຈາກຈະເຮັດໃຫ້ອີກຝ່າຍບໍ່ພໍໃຈແລ້ວ ຍັງເຮັດໃຫ້ຄຸນຄ່າໃນຕົວເອງນ້ອຍລົງໄປອີກ

2. ຕັ້ງກົດຂອງຄອບຄົວ: ເຊັ່ນ: ບໍ່ໃຈຮ້າຍກັນດົນເກີນ 1 ອາທິດ ຜູ້ໃດເປັນຝ່າຍຜິດຕ້ອງຂໍໂທດກ່ອນ ແລະ ອີກຝ່າຍຕ້ອງຄວນ ໃຫ້ອະໄພ ແລະ ບໍ່ເຮັດໃຫ້ອີກຝ່າຍໜື່ງຮູ້ສຶກ ເສຍໜ້າ

3. ຫຼີກລ້ຽງການປະເຊີນໜ້າ: ຖ້າອົດທົນບໍ່ໄດ້ຕໍ່ການຍຸແຍ່ ໃຫ້ຫຼີກລ້ຽງການລົງມືຕົບຕີ ໂດຍການຍ່າງໜີໄປຈັກໄລ ຍະໜື່ງ ເມື່ອເຊົາໃຈຮ້າຍຄ່ອຍກັບມາ

4. ໄວ້ໃຈຊຶ່ງກັນ ແລະ ກັນ: ເມື່ອເລື່ອງເພດເປັນທຳມະດາຂອງຊີວິດຄູ່ ຈຶ່ງຕ້ອງມີຄວາມເຂົ້າໃຈກັນ ແລະ ຮ່ວມມືຮ່ວມໃຈກັນ ເພື່ອຄວາມສຸກຂອງທັງສອງຝ່າຍ

ດັ່ງນັ້ນ, ຄວາມບໍ່ເຂົ້າໃຈກັນ ມີຄວາມລະແວງ ສົງໄສ ບໍ່ໄວ້ວາງໃຈກັນແລະ ກັນ ສະແດງຕົນເປັນເຈົ້າຂອງ ຈູ້ຈີ້ຈຸກຈິກເວົ້າຫຼາຍເກີນເຫດ ອາດບັນທອນຄວາມສຸກໃນຊີວິດຄອບຄົວໄດ້

ຢ່າງໃດກໍ່ຕາມ ນອກຈາກສາເຫດ ແລະ ແນວທາງແກ້ໄຂທີ່ເວົ້າມາຂ້າງເທິງນັ້ນ ຍັງມີເຄັດລັບ 3 ບໍ່ 4 ມີ ເພື່ອສ້າງພູມປ້ອງກັນໃຫ້ຄົນໃນຄອບຄົວ ດັ່ງນີ້:
 

   



  •   3 ບໍ່


1. ບໍ່ຈູ້ຈີ້ ຈຸກຈິກ

2. ບໍ່ເປັນເຈົ້າຂອງຫົວໃຈ

3. ບໍ່ຕຳນິຕິເຕືອນ

   

  •   4 ມີ


1. ຍົກຍ້ອງໃຫ້ກຽດ

2. ເອົາອົກເອົາໃຈຍາວເຈັບໄຂ້ຄວນເບິ່ງແຍງ

3. ເວົ້າຈາສຸພາບອ່ອນໂຍນ


4. ມີຄວາມຮູ້ເລື່ອງເພດ

ແລະ ຖ້າຫາກຜົວນອກໃຈເມຍ ສິ່ງທີ່ຜູ້ຍິງຄວນຄຳນຶງເຖິງ ຄື: ບັນຍັດ 7 ຢ່າງ ເມື່ອຜົວນອກໃຈ ດັ່ງນີ້:

1. ຫາຄວາມຮູ້ເລື່ອງເພດ


2. ບໍ່ຟ້າວຕັດສິນໃຈປະຮ້າງກັນງ່າຍໆ

3. ບໍ່ແກ້ແຄ້ນ (*********ເຮັດໄດ້ ກູກໍ່ເຮັດໄດ້)

4. ບໍ່ແກ້ແຄ້ນແບບບໍ່ໃຫ້ຜົວນອນນຳ

5. ບໍ່ແກ້ແຄ້ນໂດຍຄາດຄັ້ນໃຫ້ຜົວຍອມຮັບ

6. ບໍ່ສືບສວນໂດຍຈ້າງທະນາຍສືບ

7. ບໍ່ໂຄສະນາ


       ເຖິງຢ່າງໃດກໍ່ຕາ ຫາກຄົນໃນຄອບຄົວມີບັນຫາ ບໍ່ວ່າຈະເປັນຜົວເມຍ ຫຼື ສະມາຊິກຄົນອື່ນໆ ບໍ່ຄວນປະຖິ້ມໄວ້ ຈົນກາຍເປັນບັນຫາແກ່ຍາວ ເພາະຄວາມບໍ່ເຂົ້າໃຈກັນທຸກຄົນຄວນຫັນໜ້າເຂົ້າຫາກັນເວົ້າໂອ້ລົມ ຫາວິທີແກ້ໄຂບັນຫາຮ່ວມກັນ ບໍ່ຖິ້ມໃຫ້ເປັນພາລະຂອງຝ່າຍໃດໜື່ງ ຮັບຜິດຊອບ ສື່ສານດ້ວຍຄຳເວົ້າສຸພາບອ່ອນໂຍນບໍ່ໃຊ້ອາລົມໃນການແກ້ໄຂບັນຫາແລ້ວ

ຄວາມຂັດແຍ້ງຕ່າງໆ ຈະຄ່ອຍຜ່ອນຄາຍໄປໃນທາງທີ່ດີຂື້ນເພາະຢ່າລື່ມວ່າ:"ບໍ່ມີຄົນໃດຈະມີຄວາມສຸກໄດ້ຖ້າຄົນໃນເຮືອນ

ບໍ່ຮັກກັນ"

 

 

 

 

                                                 altຄັດມາຈາກ ມາຫາສານ 

 

Delicious Digg Fark Twitter