ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ກຳລັງເບິ່ງຮູບທີ່ #10 ຈາກທັງໝົດ 19 ຮູບ ໃນອັລບັ້ມຮູບ ຖ້ຳຕິ່ງ 23 ຕຸລາ 2009 ກ່ອນໜ້ານີ້     ໜ້າຕໍ່ໄປ
ຮູບອຽງເລັກນ້ອຍ ຖ່າຍຢູ່ດ້ານໃນສຸດ ເລິກສຸດຂອງຖ້ຳ ສະພາບແສງເວລານັ້ນມືດຫຼາຍ ມີຈຸດກຳເນີດແສງຢູ່ພຽງສາມຈຸດຄື 1. ດ້ານນອກສຸດທີ່ແສງສ່ອງເຂົ້າມາ ແຕ່ໜ້ອຍຫຼາຍ 2. ແສງຈາກໂທລະສັບຂອງຈົວ ແລະ 3. ແສງທຽນທີ່ຕັ້ງຢູ່ດ້ານຊ້າຍລຸ່ມຂອງພາບ.

ເທັກນິກແມ່ນ ເປີດ shutter ດົນ 1 ວິນາທີ ປັບຮູຮັບແສງກວ້າງສຸດ f/3.5 ແລະ ISO 3200 ບໍ່ຊົດເຊີຍແສງ ຖ້າຊົດເຊີຍເປັນ + ຢ້ານວ່າຈະເປີດກ້ອງດົນກວ່ານີ້ ເພີ່ມໂອກາດສັ່ນໃຫ້ກັບພາບ ຖ້າຊົດເຊີຍເປັນ - ກໍຢ້ານວ່າພາບຈະມືດເກີນໄປ.