ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

        ລັດຖະບານຍີ່ປຸ່ນກຳລັງພິຈາລະນາການບັງຄັບ ຫ້າມນຳໂທລະສັບເຄື່ອນທີ່ໄປໂຮງຮຽນ ຫຼັງຈາກທີ່ເກີດມີເຫດວິວາດກ່ຽວກັບໂທລະສັບມືຖືຫຼາຍຂຶ້ນເລື້ອຍ ໆ ໂດຍສຳນັກງານສະຖິຕິຂອງລັດຖະບານຍີ່ປຸ່ນ ລາຍງານວ່າໃນປີ 2008 ເກີດເຫດວິວາດ ຫຼືບັນຫາຮ້າຍແຮງຕ່າງ ໆ ກ່ຽວກັບໂທລະສັບເຄື່ອນທີ່ເກືອບ 6,000 ກໍລະນີ ເພີ່ມຂຶ້ນຈາກປີ 2007 ກວ່າ 1,000 ກໍລະນີ ເຊັ່ນ ເມື່ອປີກາຍນີ້ນັກຮຽນຊາຍຄົນໜຶ່ງໃນແຂວງໂກເບ (神戸市) ໄດ້ຂ້າຕົວຕາຍໂດຍມີສາເຫດມາຈາກພາບເປືອຍຂອງລາວເອງ ທີ່ຖ່າຍຫຼິ້ນ ໆ ໂດຍໃຊ້ໂທລະສັບມືຖືແຕ່ພາຍຫຼັງຖືກນຳໄປເຜີຍແຜ່ທົ່ວໂຮງຮຽນ ເປັນເຫດໃຫ້ເກີດຄວາມອັບອາຍຈົນເປັນຜົນໃຫ້ຂ້າຕົວຕາຍໃນທີ່ສຸດ

 

        ທາງການຂອງຍີ່ປຸ່ນໄດ້ຕັ້ງກຸ່ມພິເສດຂຶ້ນມາເພື່ອສຶກສາບັນຫາດັ່ງກ່າວ ແລະໄດ້ໃຫ້ຂໍ້ສະເໜີວ່າ ຄວນປະກາດຫ້າມບໍ່ໃຫ້ນັກຮຽນນຳໂທລະສັບມືຖືໄປໂຮງຮຽນທົ່ວປະເທດ ໂດຍຂໍ້ສະເໜີດັ່ງກ່າວນີ້ ຈະຖືກສົ່ງໄປໃຫ້ນາຍົກລັດຖະມົນຕີພິຈາລະນາປະມາານຕົ້ນປີໜ້າທີ່ກຳລັງຈະມາຮອດນີ້ ຢ່າງໃດກໍ່ດີເນື່ອງຈາກນາຍົກລັດຖະມົນຕີຄົນປັດຈຸບັນມີສະຖານະພາບບໍ່ຄ່ອຍດີປານໃດໃນດ້ານການເມືອງ ຈຶ່ງຍັງບໍ່ເປັນທີ່ແນ່ນອນວ່າຂໍ້ສະເໜີດັ່ງກ່າວຈະໄດ້ຮັບການພິຈາລະນາໄວຫຼືບໍ່

 

        ເມື່ອເດືອນພຶດສະພາປີນີ້ ຜູ້ວ່າການແຂວງໂອຊະກະ (大阪府) ໄດ້ປະກາດຫ້າມບໍ່ໃຫ້ໃຊ້ໂທລະສັບມືຖືໃນໂຮງຮຽນໄປກ່ອນແລ້ວ ແຕ່ການກຽມປະກາດຫ້າມໂດຍລັດຖະບານໃນຄັ້ງນີ້ ຈະເປັນການຫ້າມນຳເຄື່ອງໂທລະສັບມືຖືໄປໃຊ້ໃນໂຮງຮຽນທົ່ວປະເທດ ເຊິ່ງກໍລະນີດຽວກັນນີ້ກໍ່ເກີດຂຶ້ນໃນນິວຢອກ (New York) ເຊັ່ນກັນ ເຮັດໃຫ້ຕ້ອງຂໍຄວາມຮ່ວມມືໃຫ້ບັນດາຮ້ານຄ້າຕ່າງ ໆ ຈັດຫາບ່ອນເກັບເຄື່ອງໂທລະສັບມືຖືໃຫ້ນັກຮຽນຝາກໄວ້ໄດ້ ໂດຍບໍ່ໃຫ້ໃຊ້ໃນໂຮງຮຽນ

 

ແຫຼ່ງຂ່າວ - Blognone

ແປ ແລະຮຽບຮຽນ - ຂພຈ :P

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

   ສະບາຍດີສະມາຊິກພັນລາວທຸກ ໆ ທ່ານ... ໃນຂ່າວນີ້ ຂ້າພະເຈົ້າມີເລື່ອງຈະແຈ້ງຢູ່ສອງເລື່ອງ ເລື່ອງທຳອິດກໍ່ຄື ຕອນນີ້ທາງເວັບໄຊພັນລາວໄດ້ເພີ່ມເຕີມລະບົບ “ເວັບບອດ” ເຂົ້າມາແລ້ວ .. ເຊິ່ງເວັບບອດທີ່ວ່ານີ້ ຈະເປັນໂປຣແກຣມກະດານສົນທະນາ ໃຫ້ທຸກ ໆ ທ່ານໃນພັນລາວ ສາມາດທີ່ຈະຕັ້ງກະທູ້ເພື່ອສົນທະນາກັນໃນປະເດັນ ແລະຫົວຂໍ້ຕ່າງ ໆ ໄດ້ ເຊິ່ງມັນຈະແຕກຕ່າງກັບ “ໄດອາຣີ່” ແລະ “ແບບສຳຫຼວດ” ຢູ່ພໍສົມຄວນ.

 

   ກ່ອນອື່ນຕ້ອງຂໍອະທິບາຍເພີ່ມເຕີມກ່ອນ ກ່ຽວກັບ “ໄດອາຣີ່” ແລະ “ແບບສຳຫຼວດ” ບາງຄົນອາດຈະສັງເກດວ່າ ໃນກາລບາງຄັ້ງ ບໍ່ຮູ້ວ່າຈະຂຽນເລື່ອງທີ່ຕົນເອງສົນໃຈ ແລະຢາກຖາມຄົນອື່ນໃນບ່ອນໃດດີ ລະຫວ່າງ “ໄດອາຣີ່” ແລະ “ແບບສຳຫຼວດ” ເພາະເລື່ອງທີ່ຈະຂຽນນັ້ນ ອາດຈະບໍ່ສາມາດຈັດຢູ່ໃນໝວດໃດໜຶ່ງໄດ້ເລີຍ ຈຸດນີ້ເອງທີ່ເວັບບອດເຂົ້າມາມີບົດບາດ ມາເຕີມເຕັມຊ່ອງຫວ່າງທີ່ເກີດຂຶ້ນລະຫວ່າງໄດອາຣີ່ ແລະແບບສຳຫຼວດ

 

   ຫາກທ່ານຕ້ອງການຂຽນເລື່ອງທີ່ມີເນື້ອຫາໃນລັກສະນະບົດຂຽນ, ບົດຄວາມ, ເນື້ອຄວາມ ຫຼືຮຽງຄວາມ ທ່ານອາດຈະເລືອກໃຊ້ໄດອາຣີ່ເພື່ອຂຽນໄດ້. ຫາກທ່ານຕ້ອງການສອບຖາມຄຳເຫັນຂອງຄົນສ່ວນຫຼາຍ ໂດຍມີຄຳຕອບໃຫ້ເລືອກໂຫວດ ທ່ານອາດຈະໃຊ້ແບບສຳຫຼວດເພື່ອໃຫ້ສະມາຊິກໄດ້ລົງຄະແນນກັນ ແຕ່ຫາກເປັນຫົວຂໍ້ ຫຼືປະເດັນທີ່ມີລັກສະນະທົ່ວໄປ ບໍ່ເຂົ້າກັບຢ່າງໃດຢ່າງໜຶ່ງທີ່ກ່າວມາແລ້ວ ຂໍແນະນຳ “ເວັບບອດ” ເປັນທາງອອກຂອງທ່ານ ເພື່ອສົນທະນາເລື່ອງທົ່ວ ໆ ໄປໄດ້ ເຊິ່ງເວັບບອດຈະມີກົດກະຕິການໜ້ອຍກວ່າ... ທ່ານສາມາດເບິ່ງລາຍຊື່ກະທູ້ໄດ້ຈາກ http://punlao.com/webboard/browse ແລະເບິ່ງຫ້ອງຕ່າງ ໆ ໄດ້ຈາກ http://punlao.com/webboard/index

 

   ເລື່ອງສຸດທ້າຍທີ່ຈະຂຽນກໍ່ຄື ເງິນພັນລາວຂອງທ່ານ ຫາກໃຜທີ່ມີກາຍ ໕,໐໐໐ ພັນລາວແລ້ວ ທ່ານສາມາດອັບເກຣດສະຖານະສະມາຊິກເປັນ “ພົນລະເມືອງພັນລາວ” ໄດ້ ໂດຍໄປທີ່ເມນູ ໂປຣແກຣມ -> ເງິນພັນລາວ --> ໃຊ້ຈ່າຍເງິນ ເພື່ອເບິ່ງລາຍການສິນຄ້າໃນພັນລາວ...

 

 

ຈົບຂ່າວ..

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2008 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

load average: 51.83, 37.43, 27.11
load average: 74.21, 45.74, 30.57
load average: 82.59, 48.46, 31.62
load average: 104.03, 58.52, 35.72

ctrl + c
[root@server ~]# service mysqld restart;top

Shutting down MySQL.............................................................                 ................................................................................                 .......................................................    [  OK  ]
Starting MySQL.                                            [  OK  ]
load average: 14.00, 43.11, 40.50
load average: 21.79, 42.98, 40.51

load average: 28.72, 42.97, 40.57

load average: 37.15, 44.01, 40.96

load average: 27.16, 39.54, 39.63

load average: 25.67, 38.83, 39.40

load average: 31.05, 38.50, 39.26

load average: 31.53, 38.24, 39.16

load average: 34.85, 38.71, 39.30

load average: 38.07, 39.31, 39.49

load average: 41.08, 39.92, 39.69

load average: 40.67, 39.86, 39.67

load average: 39.45, 39.63, 39.60

load average: 41.53, 40.06, 39.74

load average: 42.05, 40.19, 39.78

load average: 39.20, 39.54, 39.57
load average: 38.39, 39.37, 39.51

load average: 36.44, 38.87, 39.35

load average: 36.22, 38.77, 39.31

load average: 34.52, 38.37, 39.18

load average: 33.15, 37.95, 39.03

load average: 35.39, 38.09, 39.05

load average: 53.89, 42.13, 40.35

load average: 60.72, 43.98, 40.98

load average: 63.71, 44.88, 41.28

ctrl + c

[root@server ~]# service mysqld restart; top

Shutting down MySQL.............................................................................................                                            [  OK  ]
Starting MySQL..................................           [  OK  ]
load average: 77.22, 76.67, 56.49

load average: 67.92, 74.63, 56.14
load average: 68.17, 74.57, 56.22

load average: 69.96, 74.64, 56.54

load average: 78.64, 76.20, 57.53

 

 

 

 

ບໍ່ຈົບ.. ມັນບໍ່ຈົບ...

 

ນັ່ງແປງ server ຈົນເກັບເອົາໄປຝັນໄດ້ສອງສາມຄືນແລ້ວ =_=

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 29 ຄຳເຫັນ ແລະ 0 trackback(s)

ການຈູບຢ່າງຮຸນແຮງ ອາດນຳໄປສູ່ອາການຫູໜວກໄດ້ ໂດຍເລື່ອງນີ້ໄດ້ເກີດຂຶ້ນແລ້ວກັບສາວຊາວຈີນທີ່ມົນທົນກວາງຕຸງ

 

ສຳນັກຂ່າວຂອງຈີນລາຍງານວ່າ ສາວໄວຊາວປີປາຍ ເຂົ້າຮັບການຮັກສາໃນໂຮງໝໍແຫ່ງໜຶ່ງດ້ວຍອາການຫູຊ້າຍໜວກ ຫຼັງຈາກຈູບກັບແຟນຢ່າງຮຸນແຮງ...

 

ໜັງສືພິມ China Daily ໄດ້ອ້າງຄຳເວົ້າຂອງແພດທີ່ເຊິ່ງເບິ່ງແຍງຜູ້ປ່ວຍລາຍນີ້ວ່າ ການຈູບນັ້ນຫຼຸດຄວາມດັນໃນປາກ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ເຍື່ອແກ້ວຫູ ໂດຍໜັງສືພິມສະບັບດັ່ງກ່າວໄດ້ເຕືອນວ່າ ເຖິງແມ່ນວ່າການຈູບໂດຍທົ່ວໄປຈະປອດໄພ ແຕ່ແພດກໍ່ໄດ້ແນະນຳໃຫ້ໃຊ້ຄວາມລະມັດລະວັງ ແລະໜັງສືພິມອີກສະບັບຄື Shanghai Daily ກໍ່ໄດ້ເຕືອນໄວ້ໃນລັກສະນະດຽວກັນວ່າ ການຈູບຢ່າງຮຸນແຮງເຮັດໃຫ້ຄວາມດັນລະຫວ່າງຫູຊັ້ນໃນທັງສອງເບື້ອງນັ້ນບໍ່ສົມດຸນ ແລະນຳພາໄປສູ່ຄວາມເສຍຫາຍຕໍ່ເຍື່ອແກ້ວຫູໄດ້

 

ນາຍໝໍຄາດວ່າຍິງຄົນດັ່ງກ່າວຈະກັບມາໄດ້ຍິນເປັນປົກກະຕິພາຍໃນສອງເດືອນ...

 

ທີ່ມາ - Jusci.net

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

AikoLe Trung ນັກປະດິດໄວ ໓໓ ປີທີ່ອາໄສຢູ່ໃນແຄນາດາ ໄດ້ໃຊ້ເວລາ ໒ ປີແລະເງິນອີກຈຳນວນ ໑໔,໐໐໐ ປອນໃນການສ້າງຫຸ່ນຍົນໃນຝັນຂອງລາວຂຶ້ນມາໃຫ້ເປັນຈິງ

 

ຫຸ່ນດັ່ງກ່າວຊື່ວ່າ Aiko ເປັນຫຸ່ນທີ່ຮຽນແບບມະນຸດເພດຍິງ ມາພ້ອມກັບສັດສ່ວນ ໓໓-໒໓-໓໓ ແລະຊຸດເມດ.. ຫຸ່ນຍົນດັ່ງກ່າວສາມາດຕອບສະໜອງຕໍ່ການສຳຜັດທີ່ເກີດຂຶ້ນໄດ້ ມີລະບົບຈື່ຈຳໃບໜ້າຂອງມະນຸດ ແລະສາມາດເວົ້າໄດ້ເຖຸິງ ໑໓,໐໐໐ ປະໂຍກ! ປັດຈຸບັນ Le Trung ອາໄສຢູ່ຮ່ວມກັບ Aiko ເຊິ່ງຫຸ່ນ Aiko ຈະອ່ານໜັງສືພິມໃຫ້ລາວຟັງທຸກເຊົ້າ.

 

Le Trung ກຳລັງລະດົມທຶນເພີ່ມເຕີມ ເພື່ອໃຫ້ສາມາດ Aiko ຍ່າງໄດ້ຄືມະນຸດຫຼາຍຂຶ້ນ ສ່ວນເລື່ອງເທິງຕຽງນັ້ນ ຜູ້ປະດິດໃຫ້ສຳພາດວ່າ ໂປຣແກຣມຂອງ Aiko ສາມາດແກ້ໄຂໃຫ້ຄ້າຍກັບວ່າເຖິງຈຸດສຸດຍອດທາງເພດໄດ້ໃນອະນາຄົດ... Le Trung ຍັງໃຫ້ສຳພາດວ່າ ລາວວາງແຜນຈະຜະລິດເປັນສິນຄ້າຕໍ່ໄປຫາກວ່າ Aiko ສົມບູນຕາມທີ່ລາວຄາດຫວັງໄວ້...

 

ທີ່ມາ - Jusci.net [via The Sun]

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ມີວິດີໂອຄລິບຄັກ ໆ ໜ້າສົນໃຈ ຢ່າເກັບໄວ້ຄົນດຽວ! ທ່ານສາມາດອັບໂຫຼດຄລິບເດັດ ໆ ເລື່ອງມັນ ໆ ເລື່ອງຕະລົກເຮຮາ ເພງ ຫຼືໜັງສັ້ນ ທີ່ທ່ານຖ່າຍເອງໃຫ້ໝູ່ເພື່ອນໃນພັນລາວເບິ່ງ!

 

ວິດີໂອຄລິບ

 

ແຕ່...

 

ມີກົດກະຕິກາ ແລະຂໍ້ບັງຄັບເລັກ ໆ ນ້ອຍ ໆ ໃນການອັບໂຫຼດວິດີໂອຄລິບດັ່ງນີ້:

 

  1. ທ່ານສາມາດອັບໂຫຼດໄດ້ ໒ ວິດີໂອຄລິບເທົ່ານັ້ນ ກະລຸນາເລືອກອັບໂຫຼດສິ່ງທີ່ເປັນປະໂຫຍດ
  2. ຈຳກັດຄລິບໜຶ່ງບໍ່ໃຫ້ເກີນ ໓໐MB
  3. ຫ້າມອັບໂຫຼດຄລິບໂປ້, ເປືອຍ ຫຼືມີເນື້ອຫາຜູ້ໃຫຍ່
  4. ຫ້າມອັບໂຫຼດຄລິບທີ່ມີເນື້ອຫາຮຸນແຮງ ບໍ່ເໝາະສຳລັບຄົນທົ່ວໄປ
  5. ຫ້າມອັບໂຫຼດໜັງ/ຮູບເງົາ ທີ່ມີລິກຂະສິດ (ຍົກເວັ້ນທ່ານຈະເປັນຄົນຖ່າຍເອງ)
  6. ຫ້າມອັບໂຫຼດ Music Video ເພງທີ່ມີລິກຂະສິດ (ຍົກເວັ້ນທ່ານຈະເປັນຄົນຖ່າຍເອງ)
  7. ຫ້າມອັບໂຫຼດວິດີໂອຄຄລິບໂຄສະນາຕ່າງ ໆ

ຫາກມີການລະເມີດກົດ ແລະຂໍ້ຫ້າມຂ້າງເທິງນີ້ ທາງທີມງານຂໍສະຫງວນສິດໃນການລຶບຄລິບດັ່ງກ່າວ ອອກຈາກລະບົບ ໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າ.

 

 

ສຳລັບຄຳຖາມ ຂໍ້ສົງໄສ ຫຼືບັນຫາຕ່າງ ໆ ກ່ຽວກັບການໃຊ້ງານໂປຣແກຣມວິດີໂອຄລິບ ທ່ານສາມາດສອບຖາມໄດ້ໃນໄດອາຣີ່ນີ້ເລີຍ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 62 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

alt

 

 

ຮ່ວມຄົ້ນຫານາງສາວຂວັນໃຈປະຊາຊົນປີ ໒໐໐໘
ໂດຍຜ່ານເຄືອຂ່າຍ ທິໂກ
ພິມລະຫັດນາງສາວທີ່ທ່ານມັກແລ້ວສົ່ງໄປທີ່ເບີ ໗໐໗໐
ລຸ້ນຮັບລາງວັນເງິນສົດ ໗,໕໐໐,໐໐໐ ກີບ ໒ ລາງວັນ
ແລະມູນຄ່າໂທ ໓໐໐,໐໐໐ ກີບ ໑໐ ລາງວັນ

ຮ່ວມໃຫ້ຄະແນນໄດ້ແຕ່ງວັນນີ້ຈົນເຖິງວັນທີ່ ໒໐/໑໒/໒໐໐໘ ຜ່ານເຄືອຂ່າຍທິໂກເທົ່ານັ້ນ, ຄ່າບໍລິການ ໕໐໐ ກີບ/ຄັ້ງ
ຕິດຕາມຊົມການຖ່າຍທອດສົດພ້ອມກັນ ໒໔ ປະເທດທົ່ວໂລກຜ່ານທາງລາວສະຕາແຊນແນວ ເລີ່ມ ໑໙ ໂມງ ໓໐ ນາທີເປັນຕົ້ນໄປ
ລາຍລະອຽດເພີ່ມເຕີມໂທ: ໐໒໐ ໗໗໑໘໘໖໖, ໐໒໑ ໒໔໓໕໓໖ - ໓໗

 

 

 

ຮູບພາບແລະຂໍ້ມູນຈາກ Tigolao.com

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເພື່ອບໍ່ໃຫ້ເປັນການເສຍເວລາ ເຂົ້າເລື່ອງກັນເລີຍດີກວ່າ :D ໄລຍະຫຼັງມານີ້ ປະກົດວ່າ ເກີດມີກະແສຄວາມນິຍົມໃນການຂຽນໄດອາຣີ່ ແລະຕັ້ງແບບສຳຫຼວດກັນຢ່າງອຶກກະທຶກ ຈົນເປັນເຫດໃຫ້ໄດອາຣີ່ ແລະແບບສຳຫຼວດນັ້ນ ຕົກໄປໄວໂພດ ຈົນບາງຄົນອ່ານບໍ່ທັນ ຫຼືບໍ່ມີໂອກາດໄດ້ເຫັນເລີຍວ່າມັນເຄີຍມີໄດອາຣີ່ ຫຼືແບບສຳຫຼວດໃດໜຶ່ງຖືກຕັ້ງຂຶ້ນມາ

 

ເພື່ອແກ້ບັນຫານີ້ ທາງພັນລາວຈຶ່ງໄດ້ຈັດໝວດໜຶ່ງຂຶ້ນມາໃໝ່ ເຊິ່ງໝວດດັ່ງກ່າວຈະປະກົດຂຶ້ນໃນໜ້າທຳອິດ ເອີ້ນວ່າ “ເລື່ອງເດັ່ນພັນລາວ” ຕາມຮູບດ້ານລຸ່ມ...

 

ເລື່ອງເດັ່ນພັນລາວ

 

ໃນເບື້ອງຕົ້ນນັ້ນ ເນື່ອງຈາກວ່າ ຍັງເປັນລະບົບທົດລອງຢູ່ ດັ່ງນັ້ນແລ້ວການທີ່ບົດຄວາມໃດໜຶ່ງ ຈະຖືກນຳຂຶ້ນສະແດງໃນ “ເລື່ອງເດັ່ນພັນລາວ” ແມ່ນຈະຖືກຄັດສັນໂດຍທີມງານພັນລາວເອງ ໂດຍອີງໃສ່ວ່າ ໄດອາຣີ່ ຫຼືແບບສຳຫຼວດນັ້ນ ມີເນື້ອຫາດີ ໃຫ້ຄວາມຮູ້ ຫຼືແງ່ຄຶດ ຕະຫຼອດຈົນເຖິງມີຄວາມກ່ຽວຂ້ອງກັບສັງຄົມໃນປັດຈຸບັນ ກໍ່ມີສິດໄດ້ຂຶ້ນເປັນເລື່ອງເດັ່ນພັນລາວໄດ້ເຊັ່ນກັນ

 

ສຳລັບກ້າວຕໍ່ໄປ (ແປວ່າຕອນນີ້ຍັງບໍ່ມີ) ແມ່ນ ຈະມີລະບົບໃຫ້ຄະແນນ ເຊັ່ນວ່າ ທ່ານອ່ານເລື່ອງໃນໄດອາຣີ່ໃດໜຶ່ງແລ້ວຖືກໃຈ ກໍ່ສາມາດໃຫ້ດາວໄດ້ວ່າ ເລື່ອງນີ້ໄດ້ຈັກດາວ (ເຕັມ ໕ ດາວ) ເມື່ອຄົບ ໑ ອາທິດແລ້ວ ເລື່ອງທີ່ມີຄະແນນໂຫວດສູງສຸດ ກໍ່ຈະກາຍເປັນ “ເລື່ອງເດັ່ນພັນລາວ” ຕໍ່ໄປ

 

ຫາກມີຂໍ້ສົງໄສ ຫຼືຄຳແນະນຳຕ່າງ ໆ ສາມາດສະແດງຄຳເຫັນໄດ້ດ້ານລຸ່ນ...

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບ່າຍສອງໂມງຂອງວັນທີ່ ໒໔ ພະຈິກ...

ສຽງໂທລະສັບຂອງພັນລະຍາຂ້າພະເຈົ້າດັງຂຶ້ນ ພັນລະຍາຂອງຂ້າພະເຈົ້າໄປຮັບສາຍ

ພັນລະຍາ: ຮັນໂຫຼ...

ປາຍສາຍ: ເຈົ້າ ສະບາຍດີ ອັນນີ້ແມ່ນໂທມາຈາກລາວໂທລະຄົມ ເບີຂອງທ່ານຈະໝົດອາຍຸການໃຊ້ບໍລິການພາຍໃນວັນທີ່ ... ກະລຸນາຕື່ມມູນຄ່າໂທກ່ອນທີ່ຈະຖືກລະງັບການໃຊ້ງານ (ເວົ້າຕິດກັນປານລະບົບຕອບຮັບອັດຕະໂນມັດແບບທີ່ໂທໄປເບີ ໑໒໑)

 

ພັນລະຍາ: ເຈົ້າ... ແລ້ວຊິຕື່ມເງິນເດີ້

ປາຍສາຍ: ເຈົ້າ ແລ້ວທ່ານຮູ້ຫຼືຍັງບໍ່ວ່າລາວໂທລະຄົມມີໂປຣໂມຊັ່ນແຈກລົດຟຣີ ແລະຂອງລາງວັນອື່ນ ໆ ອີກຫຼາຍຢ່າງ

 

ພັນລະຍາ: ຍັງບໍ່ຮູ້ເທື່ອ ມີຫຍັງບໍ?

ປາຍສາຍ: ລາວໂທລະຄົມມີໂປຣໂມຊັ່ນແຈກລົດ Fino ແຈກ ບລາ ໆ ໆ ໆ ໆ ໆ ໆ

 

ພັນລະຍາ: ໂອ... ເຈົ້າ ຂອບໃຈ

ປາຍສາຍ: ເຈົ້າ ຂອບໃຈທີ່ໃຊ້ບໍລິການ

 

...

 

 

 

ເຊົ້າວັນທີ່ ໒໕ ພະຈິກ ເວລາ ໘ ໂມງ...

ສຽງໂທລະສັບຂອງຂ້າພະເຈົ້າດັງຂຶ້ນ...

 

au8ust: ຮັນໂຫຼ...

ປາຍສາຍ: ເຈົ້າ ສະບາຍດີ ອັນນີ້ແມ່ນ ... ໂທມາຈາກລາວໂທລະຄົມ ອ້າຍແມ່ນເຂົ້າຂອງເບີ 5080xxx ບໍ?

au8ust: ເຈົ້າ, ແມ່ນແລ້ວ

ປາຍສາຍ: ອ້າຍເປັນເຈົ້າຂອງເບີບໍ?

au8ust: ...ເຈົ້າ, ແມ່ນແລ້ວ

ປາຍສາຍ: ຂໍແຈ້ງໃຫ້ຊາບວ່າ ເລກໝາຍຂອງອ້າຍຈະໝົດອາຍຸການໃຊ້ງານພາຍໃນມື້ນີ້ ກະລຸນາຕື່ມມູນຄ່າໂທ ບໍ່ດັ່ງນັ້ນຈະບໍ່ສາມາດໂທອອກໄດ້

au8ust: ເຈົ້າ ແລ້ວຊິໄປຕື່ມເງິນ...

ປາຍສາຍ: ອ້າຍຮູ້ແລ້ວບໍວ່າລາວໂທລະຄົມມີໂປຣໂມຊັ່ນແຈກລົດຟຣີ

au8ust: ອ່າ... ຮູ້ແລ້ວ

ປາຍສາຍ: ອ້າຍຮູ້ແລ້ວບໍ?

au8ust: ....

au8ust: ເຈົ້າ, ຮູ້ແລ້ວ ມື້ວານໂທມາບອກແລ້ວ...

ປາຍສາຍ: ມີຄົນຈາກລາວໂທລະຄົມໂທມາບອກບໍ?

au8ust: ເຈົ້າແມ່ນແລ້ວ ບອກມື້ວານນີ້ ໃຫ້ໄປຕື່ມເງິນ ແລ້ວກໍ່ຖາມວ່າຮູ້ຫຼືຍັງວ່າມີໂປຣຯ ແຈກລົດ

ປາຍສາຍ: ໂອ... (ສົງໄສຊິງົງ)

au8ust: (ເຮົາກໍ່ງົງ)

ປາຍສາຍ: ເຈົ້າ ໆ ຂອບໃຈຫຼາຍ ໆ ອ້າຍ ທີ່ໃຊ້ບໍລິການລາວໂທລະຄົມ

au8ust: ເຈົ້າ ໆ ໆ

 

ວາງສາຍ... ກຣຶບ....

 

au8ust: ລືມບອກລາວວ່າ ມື້ວານໂທເຂົ້າເບີເມຍຊັ້ນດອກ (-_-)a

 

 

ງົງ

 

 

ດຽວນີ້ລາວໂທລະຄົມຄືມາໝັ່ນແທ້ ເດືອນແລ້ວກໍ່ໂທມາບອກໃຫ້ຕື່ມເງິນ ເດືອນນີ້ກໍ່ໂທມາອີກ ໂທທັງເບີເມຍ ທັງເບີຜົວ ຖ້າຝ່າຍເຕັກນິກເພິ່ນໝັ່ນໂທມາຖາມວ່າ “ເນັດມື້ນີ້ໄວບໍ່” ຫຼືຝ່າຍການຕະຫຼາດໂທຖາມວ່າ “ລາຄາອິນເຕີເນັດຮັບໄດ້ບໍ່” ແບບນີ້ຄືຊິມີປະໂຫຍດຫຼາຍ ໕໕໕+

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt 

 

alt

 

alt

 

 

alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງມັນມີຢູ່ວ່າ ວັນພຸດທີ່ ໑໒ ເດືອນນີ້ເອງ ໃນເວລາແລງ ຂ້າພະເຈົ້າກະກຽມເພື່ອທີ່ຈະໄປເປີດຮ້ານ ກໍ່ໄດ້ພາພະນັກງານຂອງຮ້ານໄປນຳຄົນໜຶ່ງ ເພື່ອທີ່ຈະໄປສົ່ງຂ້າພະເຈົ້າແລ້ວເອົາລົດກັບມາ ໂດຍທີ່ຂ້າພະເຈົ້າເປັນຄົນຂັບໃນຂາໄປ...

 

ແລະດ້ວຍປະມາດ ດ້ວຍເຫັນວ່າ ໄລຍະທາງລະທີ່ຈະໄປນັ້ນ ເປັນໄລຍະທາງສັ້ນ ໆ ບໍ່ຮອດ ໑ ກິໂລແມັດ ຈຶ່ງໄດ້ລະເລີຍບໍ່ໃສ່ໝວກກັນກະທົບທັງຄົນຂັບ ແລະຄົນຊ້ອນທ້າຍ ເມື່ອໄປຮອດໄດ້ເຄິ່ງທາງປະກົດໄດ້ຍິນສຽງອັນອັດສະຈັນໃຈ ທີ່ບໍ່ເຄີຍຄຶດຝັນມາກ່ອນວ່າຈະໄດ້ຍິນ ແລະປະສົບກັບຕົນເອງ... ນັ້ນຄື...!!! ສຽງເປົ່າໝາກຫວີດ..!!!

 

 

ປີ໊ດດດດດດດ!!!!

 

 

ໂອ!! ອະນິດຈາ... ຄວາມຊວຍອັນປະເສີດໄດ້ບັງເກີດຂຶ້ນກັບຂ້າໃນບັດນີ້ພະເຈົ້າແລ້ວ!!! ແຕ່ບໍ່ເປັນຫຍັງ ຂ້າພະເຈົ້າຕ້ອງພະຍາຍາມເຮັດໃຈຮົ່ມ ໆ ໄວ້ ພ້ອມທັງຄຶດຮອດບຸນກຸສົນຄຸນງາມຄວາມດີທີ່ສັ່ງສົມມາຕັ້ງແຕ່ອະດີດຊາດ ຈົນຮອດປັດຈຸບັນຊາດ ແລ້ວກໍ່ຈອດລົດ ຍ່າງລົງໄປຫາຕຳຫຼວດຈາລະຈອນ...ທີ່ຮັກແລະເຄົາລົບ...

 

ຕຳຫຼວດຈາລະຈອນຄົນທີ່ເປົ່າຂ້າພະເຈົ້າໄດ້ເອີ່ຍປາກຂຶ້ນວ່າ ໃຫ້ໄປຫາຫົວໜ້າ ເຊິ່ງຫົວໜ້າກໍ່ຢູ່ຫ່າງອອກໄປອີກປະມານ ໖-໗ ແມັດ. ໄປຮອດ ຫົວໜ້າລາວກໍ່ຖາມວ່າ ຂໍເບິ່ງໃບທະບຽນລົດ ແລະໃບຂັບຂີ່ແດ່. ຂ້າພະເຈົ້າກໍ່ເລີຍຍ່າງກັບໄປລົດ, ໄປເອົາປື້ມຫົວສີເຫຼືອງໃຫ້ຫົວໜ້າຕຳຫຼວດເພິ່ນ; ເພິ່ນກໍ່ຖາມຫາໃບຂັບຂີ່ຕໍ່ ແລ້ວກໍ່ຖາມໃບທະບຽນ .. ຕອນນັ້ນງົງ ຄຶດວ່າປື້ມຫົວສີເຫຼືອງແມ່ນໃບທະບຽນລົດ. ເພິ່ນບອກບໍ່ແມ່ນ ອືມ.. ບໍ່ແມ່ນກໍ່ບໍ່ແມ່ນ ຕໍ່ຈາກນັ້ນກໍ່ເລີຍຖາມເພິ່ນວ່າ ອ້າວ.. ເປັນຫຍັງລົດຄັນອື່ນມື້ກີ້ກາຍໄປ ເຂົາບໍ່ໃສ່ໝວກຄືບໍ່ເປົ່າ (ຖາມກວນxີນ) ເພິ່ນກໍ່ບໍ່ໄດ້ຖືຊາຫຍັງນຳເດັກນ້ອຍ ກໍ່ຕອບວ່າ ຕຳຫຼວດພວກເຮົາມີນ້ອຍ ຈະໃຫ້ເປົ່າລົດຈົນໝົດຫຼວງພະບາງກໍ່ເຮັດບໍ່ໄດ້ ... ໂອ .. ແມ່ນຄວາມເພິ່ນ..

 

ສະຫຼູບແລ້ວກໍ່ຈັດການເຊັ່ນຊື່ຮັບສາລະພາບວ່າໄດ້ລະເມີດກົດລະບຽບຈາລະຈອນ ແລ້ວກໍ່ກຽມໄປເອົາໃບຂັບຂີ່ຄືນໃນວັນຈັນ ເຊິ່ງກໍ່ແມ່ນມື້ນີ້ພໍດີ

 

ດຽວອອກໄປເອົາກ່ອນ Y_Y

 

 

 

 

 

 

 

 

 

 

 

 

 

 

ໃບຮັບສາລະພາບການລະເມີດກົດລະບຽບການສັນຈອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

If I Were A Boy - Beyonce

[Verse]

If I were a boy

Even just for a day

I’d roll outta bed in the morning

And throw on what I wanted then go

Drink beer with the guys

And chase after girls

I’d kick it with who I wanted

And I’d never get confronted for it.

Cause they’d stick up for me.

 

 

[Chorus]

If I were a boy

I think I could understand

How it feels to love a girl

I swear I’d be a better man.

I’d listen to her

Cause I know how it hurts

When you lose the one you wanted

Cause he’s taken you for granted

And everything you had got destroyed

 

[Verse]

If I were a boy

I would turn off my phone

Tell everyone it’s broken

So they’d think that I was sleepin’ alone

I’d put myself first

And make the rules as I go

Cause I know that she’d be faithful

Waitin’ for me to come home (to come home)

 

[Vamp1]

It’s a little too late for you to come back

Say its just a mistake

Think I’d forgive you like that

If you thought I would wait for you

You thought wrong

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

“ຄວາມຮັກຄືການໃຫ້ອະໄພ”

 

ຄືນ້ຳເຜິ້ງ ຄືນ້ຳຕາ

ຄືຢາພິດ ຄືຢາດນ້ຳອຳມະລິດອັນຊື່ນຊຸ່ມ

ຄືເກສອນ ຄືດອກໄມ້

ຄືໄຟລຸມ ຄືຄວາມກຸ້ມ ຄືຄວາມຝັນ

 

ນັ້ນແຫລະ

“ຮັກ”

 

 

ເກັບຂອງເກົ່ມາເລົ່າໃໝ່ :P

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຮູ້ສຶກວ່າຈະດັບໄປເກືອບ ໒ ມື້ ພໍດີວ່າຍ້າຍຂໍ້ມູນໂດຍບໍ່ໄດ້ກະກຽມລ່ວງໜ້າ ໂຊກດີທີ່ບໍ່ມີຫຍັງເສຍຫາຍ

 

ເປັນແນວໃດແດ່ ເຂົ້າພັນລາວບໍ່ໄດ້ຕົກໃຈບໍ່?

 

 

UPDATE: ດ້ວຍຄວາມບັງເອີນ ຕອນເຊົ້າຂອງວັນທີ່ ໑໒ ໄດ້ປ່ຽນ IP ແຕ່ປ່ຽນຜິດ ກໍ່ຄືລືມໄປວ່າ IP ນັ້ນບໍ່ໄດ້ໃຊ້ໄວ້ສຳລັບເວັບອື່ນ ມັນເປັນ IP ສະຫງວນ ພໍຮອດຕອນສວາຍມາ ເວັບທີ່ເປັນເຈົ້າຂອງ IP ນັ້ນກັບມາ Online ໄດ້ກໍ່ເລີຍກາຍເປັນວ່າເຂົ້າພັນລາວແລ້ວໄປເວັບນັ້ນແທນ ຈົບຂ່າວ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2008 | ມີ 287 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເນື່ອງຈາກມີຫຼາຍຄົນຖາມເຂົ້າມາກ່ຽວກັບເງິນຕາພັນລາວ ຈຶ່ງໄດ້ຖືໂອກາດນີ້ຂຽນໄດອາຣີ່ແນະນຳກ່ຽວເງິນພັນລາວຈັກໜ້ອຍໜຶ່ງ ເຊິ່ງໃນເບື້ອງຕົ້ນນີ້ ກໍ່ຍັງບໍ່ໄດ້ຕັດສິນໃຈໃນການຫາເງິນເທື່ອ ວ່າຊິໄດ້ເທົ່າໃດ

 

ກ່ອນຈະເຮັດໃຫ້ຄົນອ່ານງົງໄປກ່ອນນີ້ ຈະຂໍອະທິບາຍກ່ອນວ່າ

ເງິນຕາພັນລາວແມ່ນຫຍັງ?

ມັນແມ່ນເງິນສົມມຸດທີ່ໃຊ້ໃນເວັບໄຊພັນລາວ.ຄອມ

 

ແລ້ວມັນໃຊ້ເຮັດຫຍັງ?

ເງິນພັນລາວສາມາດໃຊ້ເພື່ອຊື້ເຄື່ອງ ໃຊ້ເພື່ອອັບເກຣດລະດັບ ຫຼືຖ້າໃຜບໍ່ຢາກມີກໍ່ໂອນໃຫ້ຄົນອື່ນກໍ່ໄດ້ ໄປທີ່ເມນູໂປຣແກຣມ -> ເງິນພັນລາວ -> ລາຍການໂອນເງິນ

 

ເຮັດແນວໃດໃຫ້ໄດ້ເງິນ?

ສຳລັບເງິນພັນລາວນີ້ຈະໄດ້ມາໂດຍການເຮັດກິດຈະກຳຕ່າງ ໆ ທົ່ວໄປໃນພັນລາວ ເຊັ່ນການຂຽນຄຳເຫັນ ການອັບໂຫຼດຮູບ ເພງ ການໂຫວດແບບສຳຫຼວດ ຫຼືການຂຽນໄດອາຣີ່ເປັນຕົ້ນ ດ້ານລຸ່ມນີ້ເປັນຕາງຕະລາກ່ຽວກັບລາຍໄດ້ຕໍ່ກິດຈະກຳ ເຊິ່ງຈະມີການປ່ຽນແປງ ເພື່ອໃຫ້ເໝາະສົມທີ່ສຸດ ດັ່ງນັ້ນ ສະມາຊິກພັນລາວທຸກຄົນຈຶ່ງສາມາດມີສ່ວນຮ່ວມ ໃນການຊ່ວຍລະບຸລາຍໄດ້ຕໍ່ກິດຈະກຳໄດ້ໃນໄດອາຣີ່ນີ້

 

 

ຕາຕະລາງລາຍໄດ້ຕໍ່ກິດຈະກິດ

PM

 

ເງິນສູງສຸດຕໍ່ມື້ໝາຍຄວາມວ່າ ເງິນທີ່ສາມາດຫາໄດ້ສູງສຸດຕໍ່ມື້ໂດຍໃຊ້ກິດຈະກຳໃດໜຶ່ງ ອັນນີ້ເພື່ອກັນການ “ປ້ຳເງິນ”

 

 

ຂຽນຄຳເຫັນເຂົ້າມາໄດ້ເດີ້ ;)

 

 

ເພີ່ມເຕີມ: ລຳດັບຂອງຖານະຊັບສົມບັດມີດັ່ງນີ້:

 

0 ~ 999 ພັນລາວ ມີຖານະເປັນ ຄົນຕາດຳ ໆ

1,000 ~ 4,999 ພັນລາວ ມີຖານະເປັນ ຊົນຊັ້ນກາງ

5,000 ~ 9,999 ພັນລາວ ມີຖານະເປັນ ຊົນຊັ້ນສູງ

10,000 ~ 19,999 ພັນລາວ ມີຖານະເປັນ ຄົນຣວຍ

20,000 ~ 29,999 ພັນລາວ ມີຖານະເປັນ ເສດຖີ

30,000 ~ 49,999 ພັນລາວ ມີຖານະເປັນ ມະຫາເສດຖີ

50,000 ~ 99,999 ພັນລາວ ມີຖານະເປັນ ອະພິມະຫາເສດຖີ

100,000 ~ 999,999 ພັນລາວ ມີຖານະເປັນ ຫົວໜ້າຂອງອະພິມະຫາເສດຖີ

1,000,000 ພັນລາວຂຶ້ນໄປ ມີຖານະເປັນ ບິດາຂອງຫົວໜ້າອະພິມະຫາເສດຖີ

 

 

ປັບປຸງຄັ້ງທີ່ ໑ ເມື່ອ ໙ ພະຈິກ ໒໕໕໑

ປັບປຸງຄັ້ງທີ່ ໒ ເມື່ອ ໒໒ ພະຈິກ ໒໕໕໑

ປັບປຸງຄັ້ງທີ່ ໓ ເມື່ອ ໗ ທັນວາ ໒໕໕໑

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

 

 

ປລ໑ ຊຶ້ງຫຼາຍເລື່ອງນີ້

ປລ໒ ນາງເອກຫຼອນໂຄດດດດດດ

ປລ໓ ຖ້າໃຜຢາກໂຫຼດໄປເກັບໄວ້ເບິ່ງ ໃຫ້ໂຫຼດອັນນີ້ >> ຄລິກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2008 | ມີ 71 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຕອນນີ້ກຳລັງຢູ່ໃນລະຫວ່າງການອັບເກຣດໄປສູ່ “ພັນລາວ ເວີຊັນ ໒” ເຊິ່ງຢູ່ໃນຊ່ວງທົດສອບລະບົບຢູ່ ດັ່ງນັ້ນຈຶ່ງອາດມີຄວາມຜິດພາດຕ່າງ ໆ ເກີດຂຶ້ນໄດ້. ຫາກທ່ານພົບເຫັນຂໍ້ຜິດພາດໃດ ໆ ກະລຸນາແຈ້ງໃນໄດອາຣີ່ນີ້ເພື່ອທີມງານ ຈະໄດ້ນຳໄປແກ້ໄຂຕໍ່ໄປ.

ສຳລັບລາຍການທີ່ຕ້ອງແກ້ໄຂຕອນນີ້ແມ່ນ:

໑. ວັນທີ່ເດືອນປີເກີດຂອງສະມາຊິກທຸກທ່ານ ຫາຍໄປ ຂໍຄວາມຮ່ວມມືໃຫ້ໄປໃສ່ຄືນໃໝ່ໃນໜ້າ http://punlao.com/user_editprofile.php

໒. ໜ້າຕາສີສັນຂອງແຕ່ລະໂປຣໄຟລ໌ຈະມີບັນຫາ ເຊິ່ງຕໍ່ໄປຈະລຶບອອກໃຫ້ໝົດ ດັ່ງນັນ ກະລຸນາຢ່າແປກໃຈຖ້າໂປຣໄຟລ໌ທ່ານປ່ຽນໄປ

໓. ສະຖານະຈະຂຶ້ນວ່າ 38 years ago ເຊິ່ງເປັນເລື່ອງປົກກະຕິ ໃຫ້ອັບເດດອີກຄັ້ງກໍ່ຈະໃຊ້ໄດ້ຕາມເກົ່າ

ສ່ວນຕອນນີ່້ ຫຼວງພະບາງໄຟດັບ ເພາະສະນັ້ນ ເຮັດຫຍັງຫຼາຍບໍ່ໄດ້ເທື່ອ

ຈົບຂ່າວ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ເຄີຍເປັນບໍ່ບາງເທື່ອທີ່ລືມນັ້ນລືມນີ້ ອັນງ່າຍ ໆ ກໍ່ຍັງລືມ ຫຼືແບບຄິດຫຍັງບໍ່ອອກ ຊິເຮັດວຽກຫຍັງກໍ່ບໍ່ມີໄອເດຍດີ ໆ ເດັດ ໆ ມາສ້າງສັນຜົນງານເລີຍ ເອ... ຫຼືວ່າສະໝອງມັນຕັນແລ້ວບໍ່ນິ???

ຍັງ ຍັງບໍ່ຟ້າວສະຫຼຸບເທື່ອ ມື້ນີ້ເຮົາມາສຶກສາເຄັດລັບວິທີການເຮັດໃຫ້ສະໝອງຟິດກັນກ່ອນ

ແຕ່ກ່ອນອື່ນ ຮູ້ບໍ່ວ່າ ພຶດຕິກຳຊ້ຳ ໆ ທີ່ເຮັດເປັນປະຈຳທຸກ ໆ ມື້ນັ້ນ ມີສ່ວນເຮັດໃຫ້ສະໝອງຝໍ່ໄດ້ ໃນໂລກທີ່ເຮົາຄສາມາດາດເດົາໄດ້ລ່ວງໜ້າເກືອບທຸກຢ່າງ ກິດຈະວັດສ່ວນໃຫຍ່ເປັນພຶດຕິກຳທີ່ເຮົາເຮັດໄປ ໂດຍໃຊ້ພະລັງງານຈາກສະໝອງໜ້ອຍຫຼາຍ ນັ້ນເປັນສາຍເຫດໃຫ້ສະໝອງບໍ່ຄ່ອຍໄດ້ມີການເຊື່ອມໂຍງ ລະຫວ່າງເຊວປະສາດໃນສະໝອງ ສະໝອງຈຶ່ງບໍ່ຄ່ອຍໄດ້ອອກກຳລັງ

ຖ້າເຮົາຂີ່ລົດໄປເຮັດວຽກ ຫຼືໄປຮຽນໂດຍໃຊ້ເສັ້ນທາງເກົ່າທຸກມື້ ສະໝອງຂອງເຮົາກໍ່ຈະໃຊ້ປະສາດສ່ວນເກົ່າທຸກມື້ເຊັ່ນກັນ ການໃຊ້ປະສາດສະເພາະສ່ວນນັ້ນ ໆ ເປັນປະຈຳເຮັດໃຫ້ເຊວສ່ວນນັ້ນແຂງແຮງ ແຕ່ຂະນະດຽວກັນປະສາດສ່ວນອື່ນ ໆ ກັບອ່ອນແອເພາະຖືກລະເລີຍ ຜົນດີກໍ່ຄື ເຮົາຈະເລີ່ມຊຳນານກັບເສັ້ນທາງຈາກ ຈຸດ ກ. ໄປ ຈຸດ ຂ. ແຕ່ຜົນເສຍຄື ສຸກຂະພາບສະໝອງ ເພາະສະໝອງພາດໂອກາດທີ່ຈະໄດ້ຮັບການກະຕຸ້ນດ້ວຍທັດນີຍະພາບໃໝ່ ໆ ກິ່ນໃໝ່ ໆ ຫຼືສຽງໃໝ່ ໆ ເຊິ່ງເປັນຄວາມແປກ ແລະຫລາກຫລາຍທີ່ຈະຊ່ວຍໃຫ້ເຊວປະສາດຫຼາຍ ໆ ສ່ວນໄດ້ມີກິດຈະກຳອອກກຳລັງ

ຖ້າສະໝອງໄດ້ຮັບສິ່ງໃໝ່ ເຊວປະສາດຂອງສະໝອງສ່ວນຊັ້ນນອກຫລາຍສ່ວນຈະມີກິດຈະກຳຫລາຍຂຶ້ນ ແລະຫລາກຫລາຍຂຶ້ນ ແລະຍັງເກີດການເຊື່ອມໂຍງເຊວປະສາດສະໝອງສ່ວນຕ່າງ ໆ ໃນຮູບແບບໃໝ່ ສົ່ງຜົນໃຫ້ມີການຫຼັ່ງສານ ນິວໂລໂຊຟິນສ໌ ຫຼືອາຫານສະຫມອງຫລາຍຂຶ້ນ ເຊວສະຫມອງຈຶ່ງແຂງແຮງຂຶ້ນ

5 ວິທີຟິດສະໝອງໃນຕອນເຊົ້າ

1. ຫຼັບຕາອາບນ້ຳ ເປີດກັອກນ້ຳ ປັບຄວາມແຮງດັນ ຫຼືອຸນຫະພູມຂອງນ້ຳໂດຍໃຊ້ປະສາດສຳຜັດແລະຄວາມຮູ້ສຶກ (ຢ່າລືມເຝິກແອບວິທີປັບອຸນຫະພູມໃຫ້ແມ່ນກ່ອນລົງມື ເພື່ອປ້ອງກັນນ້ຳຮ້ອນລວກຄີງ) ຫຼັບຕາໃຊ້ມືສຳຜັດຫາອຸປະກອນອາບນ້ຳ ຈາກນັ້ນຈຶ່ງລ້າງໜ້າ ອາບນ້ຳຫຼືແຖໜວດ

2. ສະລັບເບື້ອງ ຮຽນໃຊ້ມືຂ້າງທີ່ເຈົ້າບໍ່ລຶ້ງນັ້ນຖູແຂ້ວ ບິດຝາຫຼອດຢາຖູແຂ້ວ ແລະທາຢາຖູແຂ້ວໄມ້ຖູແຂ້ວ ອາດຈະໃຊ້ວິທີນີ້ກັບກິດຈະກຳຍາມເຊົ້າອື່ນ ໆ... ການເຝິກລັກສະນະນີ້ເປັນການກະຕຸ້ນສະຫມອງສ່ວນທີ່ບໍ່ຄ່ອຍໄດ້ໃຊ້ງານ ໃຫ້ເລີ່ມສັ່ງການເພື່ອປະຕິບັດກິດຈະກຳຕ່າງ ໆ ທີ່ສະຫມອງຊີກນີ້ບໍ່ຄ່ອຍມີສ່ວນຮ່ວມ ມີການວິໄຈພົບວ່າ ການເຝິກເຊັ່ນນີ້ສົ່ງຜົນໃຫ້ວົງຈອນ ແລະເຄືອຂ່າຍສະໝອງໃນສ່ວນເຍື່ອຫຸ້ມ ສະຫມອງຄອລ໌ແທກຊ໌ທີ່ເຮັດຫນ້າທີ່ຄວບຄຸມ ແລະຮັບສົ່ງຄຳສັ່ງຈາກມື ມີການຂະຫຍາຍຕົວຢ່າງຫລາຍແລະໃນອັດຕາທີ່ວ່ອງໄວ ຫຼືອາດລອງເຮັດສິ່ງຕ່າງ ໆ ດ້ວຍມືຂ້າງດຽວ ກໍ່ໄດ້ເຊັ່ນກັນ

3. ຢູ່ໃນໂລກທີ່ບໍ່ມີສຽງ ປິດຫູດ້ວຍການໃສ່ຫູຟັງຂະນະກິນເຂົ້າກັບຄອບຄົວເພື່ອສຳຜັດໂລກງຽບ... ຄົນ ໃກ້ຕົວຂອງເຮົາອາດຈະເຄີຍຈົ່ມວ່າ ເຮົາຟັງສິ່ງທີ່ພວກເຂົາເວົ້າພຽງເຄິ່ງດຽວ ເຊິ່ງເປັນເລື່ອງທີ່ມັກເກີດຂຶ້ນຕອນຫຍຸ້ງຢູ່ ລອງເຝິກຕົວເອງດ້ວຍວິທີນີ້ຈະເຮັດໃຫ້ເຮົາ ສາມາດບັງຄັບຕົວເອງໃຫ້ໃຊ້ຕົວຊ່ວຍອື່ນໃນການເຮັດກິດຈະກຳ ເຊັ່ນ ຮູ້ວ່າໂທລະສັບທີ່ສຽບສາຍສາກໄວ້ນັ້ນ ມັນເຕັມແລ້ວເປັນຕົ້ນ

4. ມື້ເຊົ້າທຳມະດາທີ່ບໍ່ທຳມະດາ ລອງເລືອກກິດຈະກຳຕໍ່ໄປນີ້ໜຶ່ງ ຫຼືສອງຂໍ້ ແຕ່ບໍ່ຄວນເຮັດໝົດທຸກຂໍ້ໃນເຊົ້າມື້ດຽວກັນ
ສະຫລັບລຳດັບກິດຈະວັດລະຕອນເຊົ້າ ເຊັ່ນ:
  • ຖ້າເຄີຍແຕ່ງຕົວກ່ອນກິນເຂົ້າ ລອງປ່ຽນມາກິນເຂົ້າກ່ອນແຕ່ງຕົວເບິ່ງ
  • ຖ້າເຄີຍກິນກາແຟກັບເຂົ້າຈີ່ທຸກເຊົ້າ ລອງເປັນພວກອາຫານເຊົ້າແບບລາວ ໆ
  • ປ່ຽນສຽງໂມງປຸກ ປ່ຽນລາຍການວິທະຍຸ ຫຼືໂທລະທັດໄປເປັນລາຍການທີ່ເຮົາບໍ່ເຄີຍຟັງ ລາຍການເດັກເປັນຕົວຢ່າງທີ່ດີໃນການກະຕຸ້ນສະໝອງ ໃຫ້ສົນໃຈໃນເລື່ອງທີ່ເຄີຍເບິ່ງຂ້າມ
  • ປ່ຽນເສັ້ນທາງທີ່ຈະເດິນທາງໄປເຮັດວຽກ
ຈາກການສຶກສາຮູບຖ່າຍຂອງສະໝອງພົບວ່າ ກິດຈະກຳໃໝ່ ໆ ຈະກະຕຸ້ນເຊວປະສາດທີ່ກິນພື້ນທີ່ສະໝອງຊັ້ນນອກໃນບໍລິເວນກວ້າງ ວິທີຕື່ມກິດຈະກຳໃໝ່ນີ້ຈະໃຫ້ຜົນຫຼຸດລົງ ເມື່ອກິດຈະກຳນັ້ນກາຍເປັນສິ່ງທີ່ເຮັດເປັນກິດຈະວັດ ຫຼືເປັນອັດໂນມັດ ເນື່ອງຈາກສະໝອງຕ້ອງໃຊ້ພະລັງໃນການເຮັດສິ່ງໃໝ່ ໆ ຫຼາຍກວ່າຕອນເຮັດກິດຈະກຳທີ່ເຮັດຈົນລຶ້ງແລ້ວ

5. Sex ສຸດຍອດກິດຈະກຳອອກກຳລັງສະຫມອງ ຄວາມຕື່ນເຕັ້ນລະທຶກໃຈຈາກກິດຈະກຳແປກໃໝ່ ເປັນຫົວໃຈຫຼັກຂອງການເລົ້າອາລົມຮັກ ໂດຍສະເພາະໃນຄູ່ສົມລົດທີ່ແຕ່ງງານມາດົນ ເພາະຊ່ວຍໃຫ້ຄູ່ຮັກພົບກັບຄວາມທ້າທາຍ ແລະຕື່ນເຕັ້ນຈາກປະສົບການທາງເພດແບບໃໝ່ ໃຊ້ຈິນຕະນາການ ແລະດຶງອາລົມຄວາມຮູ້ສຶກທຸກສ່ວນອອກມາປັບໃຊ້ ເຊັ່ນ ໃສ່ຊຸດນອນຜ້າໄໝທີ່ໃຫ້ຄວາມຮູ້ສຶກສຳຜັດທີ່ໝື່ນ ໂຮຍກີບກຸຫລາບເທິງຕຽງ ນວດສຳຜັດກັນແລະກັນດ້ວຍນ້ຳມັນຫອມລະເຫີຍ ຫຼືສ້າງບັນຢາກາດດ້ວຍສຽງເພງໂຣແມນຕິກ sex ທີ່ດີນັບເປັນການອອກກຳລັງ ສະຫມອງທີ່ດີ ຟັງເບິ່ງອາດເປັນການສັນເສີນຍ້ອງຍໍກິດຈະກຳເທິງຕຽງ ແຕ່ໃນຄວາມເປັນຈິງແລ້ວບໍ່ໄດ້ເປັນການກ່າວເກີນຈິງເລີຍ ເຫດຜົນກໍ່ເພາະໃນກິດຈະກຳຮ່ວມຮັກມີການໃຊ້ປະສາດສຳຜັດທຸກຢ່າງ ທີ່ກໍ່ໃຫ້ເກີດການກະຕຸ້ນ ໃນວົງຈົນສະໝອງທຸກສ່ວນລວມທັງວົງຈອນທີ່ຮັບຮູ້ເລື່ອງອາລົມ


ເຄັດລັບດີ ໆ ອີກຫຼາຍກ່ຽວກັບການບໍລິຫານສະໝອງ ຕິດຕາມລາຍລະອຽດໄດ້ຈາກຫນັງສື ສະໝອງຟິດ ຄວາມຄິດປິ໊ງ
ໜັງສືແປຈາກເລື່ອງ Keep Your Brain Alive ໂດຍ Lawrence C.Katz, Ph.D & Manning Rubin



ແປ ແລະຮຽບຮຽງຈາກໄທຣີດເດີຄລັບ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2008 | ມີ 24 ຄຳເຫັນ ແລະ 0 trackback(s)
alt
 
 


alt
 


alt 
 

 


alt


alt


alt



alt
 
 


alt
 
 


alt

 
 


alt


Shock!! Shock!!! Shock!!!! ເປັນໃຜກໍ່ຕ້ອງ Shock! (ຮຽນແບບນຳເອກມາ) ເມື່ອສາວນັກຮ້ອງລູກຊອດ ແລະ Idol ຊື່ດັງຂອງຍີ່ປຸ່ນ Leah Dizon ໄວພຽງ 22 ປີ ປະກາດຫຼັງທົວຄອນເສີດ Leah Dizon Live Tour 2008 - Communications!!! ວ່າ Dizon ແຕ່ງງານແລ້ວ ແລະຂະນະນີ້ກໍ່ຕັ້ງຄັນໄດ້ 4 ເດືອນແລ້ວ! (ໃນຂ່າວຂຽນວ່າ ປະມານ 3 ເຖິງ 5 ເດືອນ)

ໄດ້ຟັງແບບນັ້ນ ແຟນເພງກວ່າ 1000 ຄົນທີ່ຢູ່ໃນງານຄອນເສີດກໍ່ມີອັນຕ້ອງຕົກຕະລຶງ!! ໃນງານຄອນເສີດ Leah Dizon ບອກກັບແຟນເພງວ່າ “ຕອນນີ້ໄດ້ແຕ່ງງານເປັນທີ່ຮຽບຮ້ອຍແລ້ວ ແລະກຳລັງຕັ້ງຄັນ ຄອບຄົວຂອງ Dizon ແລະຕົວຂອງ Dizon ເອງມີຄວາມສຸກຫຼາຍ” ນອກຈາກນັ້ນ ສາວນັກຮ້ອງຍັງໄດ້ເປີດເຜີຍວ່າຈະບໍ່ຮັບງານອີກໄປຈັກໄລຍະໜຶ່ງ ຈົນກວ່າຈະຄອດ ແຕ່ກໍ່ສັນຍາວ່າຈະກັບມາອີກແນ່ນອນ...

ໃນຂ່າວຍັງບອກອີກວ່າ ໜຸ່ມໂຊກດີທີ່ໄດ້ເປັນສາມີຂອງ Leah Dizon ນັ້ນເປັນ Stylish ຊາວຍີ່ປຸ່ນທີ່ຮູ້ຈັກກັນເມື່ອປະມານປີກ່ອນໜ້ານີ້ ແລະເຮັດວຽກຮ່ວມກັນຈົນຄວາມສຳພັນປ່ຽນໄປເປັນດັ່ງປັດຈຸບັນນີ້... ໜຸ່ມຄົນດັ່ງກ່າວມີອາຍຸຫຼາຍກວ່າ Dizon ແຕ່ຍັງບໍ່ຮອດ 30 ເທື່ອ

ສຳລັບໃນໄລຍະຕໍ່ໜ້ານີ້ ທາງຕົວແທນຂອງນັກຮ້ອງດັງໄດ້ໃຫ້ຂໍ້ມູນວ່າ ຈະກຽມຈັດຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອໃຫ້ລາຍລະອຽດທີ່ແນ່ນອນອີກຄັ້ງໃນວັນທີ່ 15 ຕຸລາ
   
ແປ ແລະຮຽບຮຽງຈາກ Kapook






ຕໍ່ຈາກນີ້ໄປ ສຳລັບແຟນ ໆ Dizon (ໂດຍສະເພາະ KiKu ໃຫ້ທຳໃຈກ່ອນເລື່ອນລົງໄປເບິ່ງ...)






























alt


alt









ດີໃຈນຳເດີ້ໜຸ່ມ ร้องไห้
ເພີ່ມເຕີມ clip ຄອນເສີດທີ່ Dizon ກ່າວບອກແຟນເພງພ້ອມນ້ຳຕາ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
            ວັນອອກພັນສາ ເປັນວັນທີ່ພຸດທະບໍລິສັດທັງຊາວວັດແລະຊາວບ້ານ ໄດ້ພ້ອມໃຈກັນກະທຳບຸນກຸສົນຕ່າງ ໆ ຕາມຄະຕິປະເພນີທີ່ເຄີຍຍຶດຖືປະພຶດປະຕິບັດສືບ ໆ ກັນມາແຕ່ບູຮານນະການ ເຊັ່ນມີການຕັກບາດ ເປັນຕົ້ນ “ວັນອອກພັນສາ” ມີສາເຫດເນື່ອງມາຈາກ “ວັນເຂົ້າພັນສາ” ທີ່ມີມາແລ້ວເມື່ອວັນແຮມ ໑ ຄ່ຳເດືອນ ໘ ອັນເປັນວັນທີ່ພະພິກສຸທັງຫລາຍອະທິຖານໃຈເຂົ້າຢູ່ພັນສາຄົບໄຕມາດ ຄື ໓ ເດືອນ ຕາມພະພຸດທະບັນຍັດ ໂດຍບໍ່ໄປຄ້າງແຮມຄ້າງຄືນນອກສະຖານທີ່ທີ່ທ່ານຕັ້ງໃຈຢູ່ໄວ້ ເມື່ອມີວັນເຂົ້າພັນສາກໍຈຳເປັນຕ້ອງມີວັນອອກພັນສາ ເຊິ່ງວັນອອກພັນສານັ້ນກົງກັບວັນຂຶ້ນ ໑໕ ຄ່ຳເດືອນ ໑໑ (ເພັງເດືອນ ໑໑) ຂອງທຸກປີ ວັນອອກພັນສາ ເປັນວັນສຸດທ້າຍແຫ່ງການຈຳພັນສາຂອງພະພິກສຸສົງ ໝາຍເຖິງພະພິກສຸສົງໄດ້ຈຳພັນສາຄົບກຳນົດໄຕມາດ ຕາມພະພຸທົດບັດແລ້ວ ທ່ານມີສິດທີ່ຈະຈາລຶກໄປພັກຄ້າງຄືນບ່ອນອື່ນໄດ້ ບໍ່ຜິດພະພຸທົດບັນຍັດ ແລະຍັງໄດ້ຮັບອານິສົງ ຄື:
໑. ໄປໃສບໍ່ຕ້ອງບອກລາ
໒. ບໍ່ຕ້ອງຖືຜ້າໄຕຄົບຊຸດ
໓. ວັດຖຸທານທີ່ເກິດຂື້ນແກ່ທ່ານມີສິດຮັບໄດ້
໔. ມີໂອກາດໄດ້ອະນຸໂມຖະນາກະຖິນ ແລະໄດ້ຮັບອານິສົງຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ ໔ ເດືອນ

            ອີກປະການໜຶ່ງ ມີຊື່ເອີ້ນວັນອອກພັນສາອີກຢ່າງໜຶ່ງວ່າ "ວັນປະວາຣະນາ ຫລື ວັນມະຫາປະວາຣະນາ" ມີຄວາມຫມາຍວ່າພະພິກສຸທັງຫລາຍທັງພະຜູ້ໃຫຍ່ ແລະພະຜູ້ນ້ອຍຕ່າງເປີດໂອກາດອະນຸຍາດແກ່ກັນແລະກັນ ໃຫ້ວ່າກ່າວຕັກເຕືອນກັນໄດ້ ມີຄຳກ່າວປະວາຣະນາເປັນພາສາລີ ວ່າ "ສັງຄຳພັນເຕ ປະວາເຣມິ ທິດເຖນະ ວາ ສຸເຕນະ ວາປະຣິສັງກາຍະ ວາ ວະທັນຕຸ ມັງ ອາຍັດສະສະມັນໂຕ ອະນຸກັດປັງ ອຸປາທາຍະ ປັດສັນໂຕ ປະຕິກະຣິດສາມິ"

            ແປວ່າ ຂ້າແຕ່ພະສົງຜູ້ຈະເລີນ ຂ້າພະເຈົ້າຂໍປະວາຣະນາຕໍ່ສົງ ດ້ວຍໄດ້ເຫັນຫລືໄດ້ຟັງກໍຕາມ ຂໍທ່ານທັງຫລາຍໂປດອະນຸເຄາະ ວ່າກ່າວຕັກເຕືອນຂ້າພະເຈົ້າດ້ວຍ ເມື່ອຂ້າພະເຈົ້າເບິ່ງເຫັນແລ້ວ ຈະປະພຶດຕົວໃໝ່ໃຫ້ດີ

            ການທີ່ພະທ່ານກ່າວປະວາຣະນາ (ຍອມໃຫ້ວ່າກ່າວຕັກເຕືອນ) ກັນໄວ້ ໃນເມື່ອຕ່າງອງຕ່າງຕ້ອງຈາກກັນໄປອົງລະທິດລະທາງ ທ່ານຢ້ານວ່າອາດມີຂໍ້ປະພຶດ ປະຕິບັດທີ່ບໍ່ດີບໍ່ງາມເກີດຂຶ້ນ ໂດຍຕົວທ່ານເອງຮູ້ເທົ່າບໍ່ເຖິງການ ຫລືເບິ່ງບໍ່ເຫັນດັ່ງຝຸ່ນເຂົ້າຕາຕົວເອງ ແມ່ນວ່າຝຸ່ນຜົງຈະຢູ່ຊິດຕິດກັບແກ່ນຕາ ເຮົາກໍບໍ່ສາມາດເບິ່ງເຫັນຝຸ່ນຜົງນັ້ນໄດ້ ຈຳເປັນຕ້ອງໄຫວ້ວານຂໍຮ້ອງຜູ້ອື່ນໃຫ້ມາຊ່ວຍເບິ່ງ ຫລືຕ້ອງໃຊ້ແວ່ນແຍງສ່ອງເບິ່ງ ເພາະສະນັ້ນ ພະທ່ານຈຶ່ງໃຊ້ວິທີການກ່າວປະວາຣະນາຕັດໄວ້ ເພື່ອໃຫ້ພະສົງຮູບອື່ນໄດ້ເຫັນຫລືແມ່ນແຕ່ ໄດ້ຍິນໄດ້ຟັງ ເລື່ອງດີບໍ່ດີບໍ່ງາມຫຍັງກໍຕາມໃຫ້ກ່າວແນະນຳຕັກເຕືອນໄດ້ ໂດຍບໍ່ຕ້ອງເກງໃຈກັນ ທັງຜູ້ໃຫຍ່ແລະຜູ້ນ້ອຍດ້ວຍເຈດນາດີຕໍ່ກັນ ຄື ພະຜູ້ໃຫຍ່ກໍກ່າວຕັກເຕືອນພະຜູ້ນ້ອຍໄດ້ ແລະພະຜູ້ມີອາວຸໂສນ້ອຍກໍ່ສາມາດກ່າວ ຊີ້ແນະເຖິງຂໍ້ບໍ່ດີຂອງພະຜູ້ໃຫຍ່ໄດ້ເຊັ່ນກັນ ໂດຍທີ່ພະຜູ້ໃຫຍ່ຄືຜູ້ມີອາວຸໂສທ່ານ ກໍ່ບໍ່ໄດ້ສຳຄັນຕົນຜິດຄິດວ່າທ່ານເຮັດຫຍັງແລ້ວ ຖືກໄປຫມົດທຸກຢ່າງ

            ການກ່າວປະວາຣະນາ ເທົ່າກັບເປັນການຊ່ວຍລະມັດລະວັງຂໍ້ປະພຶດປະຕິບັດທີ່ບໍ່ດີຂອງພະຮູບໜຶ່ງ ເຊິ່ງເປັນຈຸດນ້ອຍ ໆ ນີ້ທີ່ຈະລຸກາມກໍ່ຄວາມເສື່ອມເສຍໄປເຖິງພະໝູ່ຫລາຍ ແລະລຸກລາມໄປເຖິງພະພຸດທະສາດສະໜາອັນເປັນຈຸດສູນໃຫຍ່ໄດ້ ທ່ານຈຶ່ງໃຊ້ວິທີປ້ອງກັນໄວ້ກ່ອນ ດີກວ່າການແກ້ໄຂໃນພາຍຫລັງ

            ຕົວຢ່າງ ວັນອອກພັນສາ ຫລືວັນມະຫາປະວາຣະນາທີ່ພະພິກສຸທັງຫລາຍກະທຳເຊັ່ນນີ້ ເປັນເຄື່ອງມືຊີ້ໃຫ້ເຫັນວິທີການສັງວອນ ຄື ຕາມລະວັງ ບໍ່ປະມາດ ບໍ່ຍອມໃຫ້ຄວາມຮ້າຍແຮງເກີດຂຶ້ນໄດ້ ເປັນການກັນໄວ້ດີກວ່າແກ້ພາຍຫຼັງ ບໍ່ວ່າຈະຢູ່ໃນບຸນເຂົ້າພັນສາຫລືອອກພັນສາ ພະທ່ານຈະປະພຶດດີ ປະຕິບັດມັກຕາມລະບອບຂອງພະທຳວິໄນຢູ່ຕະຫລອດເວລາ


ແປ ແລະຮຽບຮຽງຈາກ http://www.dhammajak.net/budday/pansa2.php
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປີດເທີມໃໝ່:

alt

 

ອາທິດທີ່ ໑:
alt

 

ອາທິດທີ່ ໒:
alt

 

ກ່ອນເສັງກາງເທີມ:
alt

 

ລະຫວ່າງເສັງກາງເທີມ:
alt

 

ຫຼັງຈາກເສັງກາງເທີມຜ່ານໄປ:
alt

 

ກ່ອນໜ້າເສັງປະຈຳເທີມ:
alt

 

ຫຼັງຈາກໄດ້ຮູ້ຕາຕະລາງສອບເສັງ:
alt

 

໗ ມື້ກ່ອນໜ້າສອບເສັງ:
alt

 

໖ ມື້ກ່ອນໜ້າສອບເສັງ:
alt

 

໕ ມື້ກ່ອນໜ້າສອບເສັງ:
alt

 

໔ ມື້ກ່ອນໜ້າສອບເສັງ:
alt

 

໓ ມື້ກ່ອນໜ້າສອບເສັງ:
alt

 

໒ ມື້ກ່ອນໜ້າສອບເສັງ:
alt

 

໑ ມື້ກ່ອນໜ້າສອບເສັງ:
alt

 

໑ ຄືນກ່ອນໜ້າສອບເສັງ:
alt

 

໑ ຊົ່ວໂມງກ່ອນໜ້າສອບເສັງ:
alt

 

ລະຫວ່າງສອບເສັງ:
alt

 

ຫຼັງຈາກຍ່າງອອກຫ້ອງສັງ:
alt

 

ຫຼັງຈາກເສັງປະຈຳເທີມແລ້ວ ໆ, ລະຫວ່າງພັກແລ້ງ:
alt

 

 

ທີ່ມາ - Forward mail

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ການສະແດງຄຳຄິດເຫັນ

ຄົນເຢຍລະມັນ ມັກສະແດງຄຳເຫັນແບບກົງໄປກົງມາ
ຄົນຈີນ ມັກສະແດງຄຳເຫັນແບບອ້ອມ ໆ

alt









ວິຖີຊີວິດ

ຄົນເຢຍລະມັນ ຕົວຄົນດຽວ ຕົວໃຜຕົວມັນ
ຄົນຈີນ ໄປກັນໝົດນີ້ແຫລະ

alt







ຄວາມກົງຕໍ່ເວລາ

ຄົນເຢຍລະມັນ ໄປພໍດີຕາມໂມງນັດ
ຄົນຈີນ ດຽວໄປ ໆ (ແຕ່ບໍ່ຮອດຈັກເທື່ອ)

alt




ການສື່ສານ
ຄົນເຢຍລະມັນ ຮູ້ກັນສະເພາະກຸ່ມໃຜກຸ່ມລາວ
ຄົນຈີນ ຮູ້ກັນໝົດທັງບ້ານທັງເມືອງ

alt





ການສະແດງອາລົມໂກດ ບໍ່ພໍໃຈ

alt




ການເຂົ້າຄິວ

alt


ຄວາມໝັ້ນໃຈໃນຕົນເອງ

alt




ບັນຍາກາດໃນງານລ້ຽງ

ຄົນເຢຍລະມັນ ກະຈາຍ ພວກໃຜພວກມັນ
ຄົນຈີນ ມາ ໆ ມາລ້ອມວົງ

alt





ນິຍາມແຫ່ງຄວາມງາມ

ຄົນເຢຍລະມັນ ຜິວສີເຂັ້ມ ງາມເລີດ
ຄົນຈີນ ຕ້ອງຂາວ ໆ ເທົ່ານັ້ນ

alt





ການຈັດການກັບບັນຫາ
ຄົນເຢຍລະມັນ ຫັນໜ້າເຂົ້າຫາບັນຫາ
ຄົນຈີນ ຖ້າເປັນໄປໄດ້ລະຫຼີກເວັ້ນດີກວ່າ...

alt





ການຄົມມະນາຄົມ

ຄົນເຢຍລະມັນ ປ່ຽນຈາກຂັບລົດໃຫຍ່ ມາຂີ່ລົດຖີບ
ຄົນຈີນ ເຊົາຂີ່ລົດຖີບ ໄປຂັບລົດໃຫຍ່ດີກວ່າ

alt





ຍາມແກ່ເຖົ້າ

ຄົນເຢຍລະມັນ ໂດດດ່ຽວ ຢູ່ກັບສັດລ້ຽງ
ຄົນຈີນ ອົບອຸ່ນ ຢູ່ກັບລູກຫຼານ

alt





ເຈົ້ານາຍກັບລູກນ້ອງ

ຄົນເຢຍລະມັນ ເໜືອກວ່າລູກນ້ອງໜ້ອຍດຽວ
ຄົນຈີນ ເຈົ້ານາຍຕ້ອງອຳນາດລົ້ນຟ້າ

alt




ເດັກນ້ອຍກັບຜູ້ໃຫຍ່

ຄົນເຢຍລະມັນ ສະເໝີພາບ
ຄົນຈີນ ຢູ່ໃນການປົກຄອງຂອງຜູ້ໃຫຍ່ເທົ່ານັ້ນ

alt






ລະດັບຄວາມດັງຂອງສຽງເວລາຢູ່ໃນຮ້ານອາຫານ

alt






ພາບເຫຼົ່ານີ້ເປັນຜົນງານທີ່ຕີພິມໃນປື້ມ “Ost trifft West” (East Meets West) ຂຽນໂດຍ Yang Liu ແລະ Verlag Hermann Schmidt Mainz ບົ່ງບອກຄວາມແຕກຕ່າງຂອງຄົນເຢຍລະມັນ ແລະຄົນຈີນ ເຊິ່ງຖ້າຈະປຽບທຽບໂດຍລວມແລ້ວ ກໍ່ຄ້າຍ ໆ ກັບ ຄົນຢຸໂຣບ ແລະຄົນເອເຊຍ (ຍົກເວັ້ນຍີ່ປຸ່ນ ແລະສິງກະໂປ)




ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2008 | ມີ 172 ຄຳເຫັນ ແລະ 0 trackback(s)

ສຳລັບວົງການເພງຂອງລາວເຮົາ ນັບສະເພາະເພງແນວໄວລຸ້ນ ຫຼືທີ່ນິຍົມເອີ້ນກັນວ່າ “ເພງສະຕິງ” ນັ້ນ ໃນຊ່ວງຫຼາຍປີທີ່ຜ່ານມາກໍ່ມີການພັດທະນາໄປຫຼາຍ ໂດຍສະເພາະແມ່ນໃນດ້ານບຸກຄະລາກອນ ທີ່ມີເພີ່ມເຂົ້າມາໃນວົງການຢູ່ຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນນັກຮ້ອງຊາຍຍິງ ທີ່ໄດ້ແຈ້ງເກີດຈາກການປະກວດໃນເວທີຕ່າງ ໆ ທີ່ມີການຈັດຂຶ້ນຢູ່ເປັນປະຈຳ ເພື່ອສົ່ງເສີມແວດວົງສິນລະປິນລາວເຮົາ ເຊິ່ງກໍ່ຖືເປັນເລື່ອງທີ່ດີຫຼາຍ ເພາະໄດ້ເປີດໂອກາດໃຫ້ກັບຫຼາຍ ໆ ຄົນໃນໄດ້ສະແດງຄວາມສາມາດຂອງຕົນອອກມາ

ຂຶ້ນຊື່ວ່າສິນລະປິນແລ້ວ ແມ່ນຕ້ອງມີຄວາມຄິດສ້າງສັນ ໃຊ້ແຮງບັນດານໃຈໃນການສ້າງສັນຜົນງານອອກມາ ບໍ່ວ່າຈະເປັນໃນສ່ວນຂອງເນື້ອຫາ ທຳນອງ ຫຼືດົນຕີຕ່າງ ໆ ບໍ່ສະເພາະນັກຮ້ອງ ຫຼືນັກດົນຕີເທົ່ານັ້ນ ຂໍກ່າວລວມໄປເຖິງໃນສ່ວນຂອງເບື້ອງຫຼັງຜົນງານເພງຕ່າງ ໆ ອີກນຳ ເຊິ່ງມັນກໍ່ເປັນທີ່ໜ້າເສົ້າສະລົດໃຈວ່າ ຍັງມີບາງຄັ້ງທີ່ຜົນງານຕ່າງ ໆ ທີ່ອອກມາສູ່ສາທາລະນະນັ້ນ ມັນຢູ່ເທິງພື້ນຖານຜົນງານຂອງຄົນອື່ນ!

ນັບຄືນຫຼັງໄປເກືອບ 7-8 ປີ, ຕອນທີ່ເພງຂອງນັກຮ້ອງຍິງຄົນໜຶ່ງອອກມາ. ຫຼາຍ ໆ ຄົນທີ່ນິຍົມຫຼິ້ນເກມຈະສັງເກດວ່າ ໜຶ່ງໃນຜົນງານເພງທີ່ລາວຮ້ອງນັ້ນ ແມ່ນມີທຳນອງ ແລະດົນຕີຈາກເພງ “Eye on me” ເຊິ່ງເປັນເພງປະກອບຂອງເກມ “Final Fantasy VIII” ທີ່ທາງຝ່າຍຜະລິດເຮັດຄືດັ່ງວ່າຈະບໍ່ມີໃຜຮູ້ວ່າເຂົາເຈົ້ານັ້ນ ໄດ້ເຮັດຜິດຈັນຍາບັນອັນຮ້າຍແຮງຂອງສິນລະປິນເສຍແລ້ວ!

ໃນຊ່ວງຫຼາຍປີຕໍ່ມາ ກໍ່ຍັງຄົງມີນັກຮ້ອງ ແລະເບື້ອງຫຼັງສິນລະປິນຫຼາຍກຸ່ມ ທີ່ສ້າງສັນຜົນງານເພງຂອງຕົນ ໂດຍການໃຊ້ທຳນອງ ແລະດົນຕີຈາກເພງຂອງຕ່າງປະເທດຢູ່ເນືອງ ໆ ບໍ່ວ່າຈະເປັນເພງ Hip-Hop ຫຼືເພງແນວອື່ນ ໆ ກໍ່ຕາມ. ຫາກຈະເວົ້າໄປແລ້ວ ວົງການເພງຂອງລາວເຮົາກໍ່ເລີ່ມມີການຕື່ນໂຕມາໃນຊ່ວງ 4-5 ປີທີ່ຜ່ານມາ ແຕ່ເປັນທີ່ໜ້າອາຍເຫລືອເກີນທີ່ບັນດາຜູ້ສ້າງສັນຜົນງານຕ່າງ ໆ ນັ້ນ ບໍ່ໄດ້ຄິດສົນໃຈໃນດ້ານການມີ “ຈັນຍາບັນ” ຂອງສິນລະປິນເທົ່າທີ່ຄວນ. ຍັງຄົງມີການ “Copy” ຮູບແບບຂອງເພງຕ່າງປະເທດມາໃຊ້ຢູ່ຕະຫຼອດ ເຊິ່ງການ “Copy” ເຫຼົ່ານັ້ນ ບໍ່ໄດ້ເປັນໄປໃນລັກສະນະເພື່ອສ້າງ “ແຮງບັນດານໃຈ” ແຕ່ເປັນການ “ລັກ” ເອົາຜົນງານມາໃຊ້ຢ່າງບໍ່ຮູ້ຮ້ອນຮູ້ໜາວ ເຮັດປານວ່າຄົນທີ່ຟັງນັ້ນ ຈະບໍ່ຮູ້ວ່າມີທີ່ມາທີ່ໄປແນວໃດ.

ຫຼ້າສຸດນີ້ ເພງ “ທຸກສິ່ງທີ່ມີ” ຂອງວົງ “ເຊວ” ກໍ່ໄດ້ສ້າງປະກົດການ “Copy” ອີກແລ້ວ ແຕ່ຄັ້ງນີ້ເປັນການ copy ເອົາ Music Video ຂອງເພງຈີນມາໃຊ້ ເພງຈີນເພງນັ້ນຊື່ເພງວ່າ “童话” ແປເປັນພາສາອັງກິດວ່າ “Fairy Tale” ຮ້ອງໂດຍ Michael Wong (ຊື່ພາສາຈີນ: 王光良).

ໃນ Music Video ດັ່ງກ່າວ ມີຫຼາຍກວ່າ 10 ຈຸດທີ່ຄືກັນກັບເພງ Fairy Tale ເຊິ່ງດ້ານລຸ່ມເປັນຮູບປະກອບປຽບທຽບລະຫວ່າງເພງ “ທຸກສິ່ງທີ່ມີ” ຂອງວົງເຊວ ແລະເພງ “Fairy Tale” ຂອງ Michael Wong.

ມາປຽບທຽບກັນແບບພາບຕໍ່ພາບ...

 

alt

ເລີ່ມຕົ້ນ ເວີຊັນລາວຈະຂຶ້ນນັກຮ້ອງກ່ອນ...



alt

ເວີຊັນຈີນຂຶ້ນຕອນຍ້າຍເປຍໂນ...

alt

ແລະພະເອກເປີດໂທລະສັບ...



alt

ມືຂອງໃຜບາງຄົນ...

alt

ເສຍເປຍໂນດັງຂຶ້ນ...

alt

ແລະແລ້ວ... ມືຂອງໃຜບາງຄົນ ອີກຄັ້ງ... ເຊິ່ງມັນໄປຄ້າຍກັບ...









alt alt

ໂອ... ປະກົດການເດຈາວູໄດ້ເລີ່ມຂຶ້ນແລ້ວ...


alt alt

ນາງເອກທັງສອງລຸກຂຶ້ນມາ...ເພື່ອທີ່ຈະ...

alt alt

ທີ່ແທ້ລຸກມາສອນພະເອກຫຼິ້ນເປຍໂນ... (ອັນທີ່ຈິງມາກວນຫຼາຍກວ່າ)




alt alt

ສະໃຈແລ້ວກໍ່ກັບໄປນອນ... ຮະຮາ...



alt alt

ມີຄວາມສຸກ...



alt alt

ຕອນນີ້ຈະຕ່າງກັນ ໃນເວີຊັນລາວຈະຕັດພາບໄປທີ່ນັກຮ້ອງ ໃນຂະນະທີ່ເວີຊັນຈີນຈະເປັນພາບພະເອກນາງເອກຍ້າຍເຄື່ອງຂອງ...



alt alt

ເດຈາວູກັບມາອີກຄັ້ງ...

alt alt

ພາບຕັດກັບມາທີ່ນັກຮ້ອງໃນເວີຊັນລາວ ແລະເວີຊັນຈີນຍັງຄົງສືບຕໍ່ຍ້າຍເຮືອນ...



alt alt

ຍ້າຍເຄື່ອງຂອງເຂົ້າບ້ານໃໝ່...



alt alt

ພາບຕັດໄປທີ່ມືຖື... ຄົນລະເຄື່ອງ ແຕ່ເລື່ອງດຽວກັນ...



alt alt

ອີກຄັ້ງໜຶ່ງກັບປະກົດການເດຈາວູ...



alt alt

ພາບກັບມາທີ່ນັກຮ້ອງ...

alt alt

ສັງເກດຕຸກນ້ຳ....



alt alt

ພະເອກນາງເອກນັ່ງເບິ່ງໜັງ... ເຊິ່ງນາງເອກເສົ້າໃຈຫຼາຍ... ເຖິງຂັ້ນຮ້ອງໄຫ້ນ້ຳຕາໄຫຼ...




alt alt

ໂອ້... ໜັງຄົນລະເລື່ອງ ຄົນລະແນວກັນເລີຍ ແຕ່ບໍ່ເປັນຫຍັງ ໜັງ Action ກໍ່ໄຫ້ໄດ້ຄືກັນ :P


alt alt

ໄຫ້ຕໍ່ໄປ ມັນເສົ້າ...


alt alt

ຂໍອິງໄຫຼ່ແດ່...



alt alt

ເບິ່ງໜ້າ ເບິ່ງໜ້າ...




alt alt

ພາບກັບມາທີ່ນັກຮ້ອງ...


alt alt

ຄວາມແຕກຕ່າງກັນອີກຈຸດໜຶ່ງຄື ໃນເວີຊັນລາວຫຼັງຈາກທີ່ເບິ່ງໜັງຈົບແລ້ວ ນາງເອກຈະລຸກຂຶ້ນ ແຕ່ໃນເວີຊັນຈີນ ນາງເອກຈະຈູບພະເອກ


alt alt

ແຕ່ຫຼັງຈາກນັ້ນ ເວີຊັນລາວ ນາງເອກຮູ້ສຶກເຈັບຫົວ... ໃນເວີຊັນຈີນ ນາງເອກເລືອດດັງໄຫຼ...

 

 

alt alt

ໄປຫາໝໍ...

alt alt

ແລ້ວມາທີ່ເວທີສະແດງເປຍໂນ...

alt alt

ຄຸ້ນ ໆ ...

alt alt

ສີໜ້າຂອງນາງເອກທັງສອງບໍ່ຄ່ອຍດີ...

alt alt

ແລ້ວກໍ່ລົ້ມລົງໄປ...

alt alt

ພະເອກເບິ່ງດ້ວຍຄວາມຕົກໃຈ...

alt alt

ຕັດພາບກັບມາທີ່ນັກຮ້ອງ...

alt alt

ຕັດພາບກັບມາທີ່ພະເອກກຳລັງອຸ້ມນາງເອກໄປໂຮງໝໍ...

alt alt

ເດຈາວູ...

alt alt

ໃນເວີຊັນຈີນ ຈະມີຕອນທີ່ເລືອດຕົກລົງມາພ້ອມ...

alt alt

ຕອນນີ້ໃນເວີຊັນລາວຈະສະລັບກັບເວີຊັນຈີນ ເພາະເວີຊັນລາວຈະຖ່າຍພາບສະເພາະມືນາງເອກ ແຕ່ເວີຊັນຈີນຖ່າຍພາບພະເອກຈັບມືນາງເອກ...

alt alt

ອີກຄັ້ງໜຶ່ງ...ເດຈາວູ...


alt alt

ພາບສະລັບກ່ອນຕອນກ່ອນຫນ້ານີ້...


alt alt

ເວີຊັນລາວ ກັບຈີນ ຕ່າງກັນອີກຄັ້ງໜຶ່ງ...


alt alt

ແລ້ວກໍ່ກັບມາຄືກັນ...

alt alt

ພະເອກໃຫ້ມືຖືກັບນາງເອກໄວ້...

alt alt

(ເຈົ້າເກັບມັນໄວ້ໃຫ້ດີເດີ້ຫຼ້າ...)


alt alt

ພາບຕັດກັບມາທີ່ນັກຮ້ອງ...

alt alt

ໂອ.. ຄວາມເໝືອນທີ່ແຕກຕ່າງ...



alt alt

ກັບມາທີ່ນັກຮ້ອງອີກຄັ້ງ...



alt alt

ຊຶ້ງ....


ຈົບ...




ເພງ Fairy Tale ສາມາດເບິ່ງໄດ້ໃນ http://www.youtube.com/watch?v=5XaeFcWPGXE ສ່ວນເພງ ທຸກສິ່ງທີ່ມີ ນັ້ນສາມາດຕິດຕາມເບິ່ງໄດ້ຈາກຊ່ອງ Lao Star Channel.

ບົດຄວາມນີ້ບໍ່ໄດ້ມີເຈດຕະນາຈະ discredit ຝ່າຍໃດຝ່າຍໜຶ່ງ ແຕ່ຕ້ອງການໃຫ້ມີຄວາມຕື່ນຕົວໃນການສ້າງສັນຜົນງານອອກມາ ແລະສຳຄັນຢ່າງຍິ່ງຄື ຄວາມເຄົາລົບໃນຜົນງານຂອງຜູ້ອື່ນ ເຊິ່ງບັນດາ creative ທັງຫຼາຍຕ້ອງສ້າງຄວາມເຂົ້າໃຈໃຫ້ດີຍິ່ງ ໆ ຂຶ້ນ...

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2008 | ມີ 11 ຄຳເຫັນ ແລະ 0 trackback(s)


alt
ຖ້າຈະປຽບທຽບໂລກກັບ Pluto, Mercury, Mars ແລະ Venus ແລ້ວ ໂລກເຮົາກໍ່ມີຂະໜາດທີ່ໃຫຍ່ທີ່ສຸດ... ຊ່າງເປັນເລື່ອງທີ່ຫນ້າພູມໃຈ ແຕ່ວ່າ...











alt
ເມື່ອປຽບທຽບກັບ Neptune, Uranus, Saturn ແລະ Jupiter ແລ້ວ ໂລກເຮົາມັນກໍ່ເປັນພຽງນ້ອງຫລ້າ...











alt
ເຖິງວ່າ Jupiter ຈະໃຫຍ່ປານໃດ ແຕ່ຫາກປຽບທຽບກັບດວງອາທິດແລ້ວ ມັນກໍ່ເປັນພຽງລູກເມຍນ້ອຍຄົນທີ່ 36...













alt
ເຖິງວ່າດວງອາທິດຈະໃຫຍ່ພຽງໃດ ແຕ່ຫາກປຽບທຽບກັບ Arturus ນັ້ນ ດວງອາທິດກໍ່ຍັງຄົງເປັນພຽງລູກຂອງເມຍນ້ອຍລຳດັບທີ່ 104... ສ່ວນໂລກນັ້ນ ຍັງເປັນວຸ້ນໃນທ້ອງພໍ່ຢູ່...
 Shocked











alt
Arturus ອາດຈະໃຫຍ່ແທ້ ແຕ່ເມື່ອພົບກັບ Antares ແລ້ວ... ມັນກໍ່ຍັງຫ່າງຊັ້ນກັນຫລາຍສິບຫລາຍຮ້ອຍເທົ່າ...














alt





ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ດົນແລ້ວທີ່ເຄີຍໄດ້ລອງ Leopard-10.5.2-AMD-EFI ໃນຄັ້ງນັ້ນປະສົບຄວາມຫຼົ້ມເຫຼວ ກໍ່ເລີຍຍົກເລີກໄປ ເປັນເວລາດົນພໍສົມຄວນ ພໍດີໄລຍະອາທິດກ່ອນໜ້ານີ້ໄດ້ມີໂອກາດ ດາວໂຫລດ Kalyway_10.5.2_DVD_Intel_Amd.iso ມາທົດລອງອີກຄັ້ງ

ມາຕິດຕາມການທົດລອງໃນຄັ້ງນີ້ກັນ...

ຂະໜາດໄຟລ໌ຂອງ Kalyway_10.5.2_DVD_Intel_Amd.iso ແມ່ນ 3.65GB ເປັນເວີຊັນທີ່ລົງໄດ້ທັງ Intel ແລະ AMD ເຊິ່ງເຄື່ອງທີ່ໃຊ້ທົດສອບໃນຄັ້ງນີ້ເປັນ Notebook ຂອງຂ້າພະເຈົ້າເອງ ສະເປັກຕາມນີ້:

Acer Aspire 5052ANWXMi
AMD Turion 64 MK-38 2.2GHz (512KB L2 Cache)
RAM 2GB
VGA ATi Xpress 1100
Atheros AR5007EG

ກໍ່ເລີ່ມຕົ້ນລະບົບທີ່ໃຊ້ເປັນ Windows XP SP3 ໃຊ້ HDD SATA Hitachi 120GB ແບ່ງເປັນ 2 partitions ເມື່ອຈະລົງ Mac ກໍ່ເລີຍຕ້ອງແບ່ງໃຫ້ເປັນ 3 partitions ກໍ່ໃຊ້ Acronis Partition ຈັດການແບ່ງຕາມປົກກະຕິ ໃຊ້ແຜ່ນ Hiren Boot 9.3

ຫຼັງຈາກແບ່ງ Partition ຮຽບຮ້ອຍແລ້ວ ຈັດການໃສ່ແຜ່ນ Kalyway ເຂົ້າໄປ ເລືອກ boot ຈາກ DVD ແລ້ວກໍ່ເຂົ້າສູ່ໜ້າຈໍການຕິດຕັ້ງ Mac OS X ໂດຍໃຊ້ແຜ່ນ Kalyway_10.5.2_DVD_Intel_Amd.iso

img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ຕັດພາບມາໜ້າຈໍການຈັດການ Partition ໃນ Mac ງວດນີ້ສ້າງ Parition ປະໄວ້ແຕ່ລືມ Format ກ່ອນເລີຍຕ້ອງກັບໄປ format as NTFS ເຂົ້າມາໃໝ່ກວ່າຊິໄດ້


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ເມື່ອຈັດການ partition ໄດ້ແລ້ວກໍ່ຈັດການຕິດຕັ້ງຕໍ່ໄປ...


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ມາຄ້າງຢູ່ 2 minutes ດົນເຕີບ ເລີຍເຮັດໃຫ້ຫວນລະນຶກເຖິງເຫດການໃນຄັ້ງກ່ອນໜ້ານີ້ ຈື່ໄດ້ວ່າ ມັນຄ້າງຢູ່ 2 minutes ຄືກັນ -.-
ເລີ່ມຮູ້ສຶກບໍ່ສະບາຍໃຈ ກໍ່ເລີຍເປີດ installer log ຂຶ້ນມາ

img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ເບິ່ງ ໆ ໄປຈັກໜ່ອຍ ຮູ້ສຶກວ່າມັນຈະໃກ້ແລ້ວ ໆ ຜ່ານນາທີວິກິດມາໄດ້ :D


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ແລ້ວມັນກໍ່ມາເຖິງ!!! ຮະຮາ... ຕິດຕັ້ງໄດ້ແລ້ວ ຄລິກ Restart...



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ຕາມທຳມະດາ ໃນແຜ່ນກ່ອນໜ້ານີ້ທີເຄີຍລອງ ມັນຈະໃຫ້ເຮົາເລືອກ boot loader ໄດ້ຕອນຕິດຕັ້ງ ແຕ່ຄັ້ງນີ້ບໍ່ເຫັນໃຫ້ເລືອກ ກໍ່ເລີຍສົງໄສວ່າມັນຊິ boot ຂຶ້ນຢູ່ບໍ່ ປະກົດວ່າ ບໍ່ຂຶ້ນ -_-'

ໃຊ້ເວລາເຄິ່ງນາທີຄິດຫາທາງອອກ ກໍ່ເລີຍໄດ້ຜົນເປັນໃຊ້ advanced boot parameter ເປັນ rd=disk0s5 ເຮັດໃຫ້ boot ຜ່ານຈົນໄດ້






img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ໜ້າຈໍ Welcome ຂອງ Mac OS X


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ເຂົາຖາມວ່າ ມີ mac ຫຼືຍັງ? ບໍ່ຈັກຊິຕອບແນວໃດຄືກັນ ຮຶຮຶ


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ຮູ້ສຶກວ່າມັນຊິຖາມຫຼາຍເຫຼືອເກີນ ເບີໂທກໍ່ຖາມ -.-



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ໃສ່ຊື່ ແລະລະຫັດຜ່ານ....


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

໑ ໃນສິ່ງມະຫັດສະຈັນທີ່ບໍ່ຄິດວ່າຈະພົບໃນການທົດລອງຄັ້ງນີ້ຄື ມັນສາມາດໃຊ້ Webcam ໄດ້ທັນທີ!!!




 img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ຮະຮາ... ເຂົ້າສູ່ Desktop ຂອງ Leopard ແລ້ວ ຊ່າງສວຍງາມ...









img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ຄລິກເບິ່ງ System info



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ພາສາລາວມີບັນຫາ ກາຍເປັນ ລລລລລ ເຕັມໄປໝົດ ໃນ Safari ກໍ່ອ່ານບໍ່ໄດ້


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ທົດສອບເປີດເພງ ປະກົດວ່າ ບໍ່ມີສຽງ -.-




img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ເນື່ອງຈາກວ່າ ມັນບໍ່ໄດ້ກາດຈໍ ກໍ່ເລີຍກາຍເປັນວ່າເລືອກ Resolution ບໍ່ໄດ້ ຈໍເລີຍບ້ຽວ ໆ ເພາະໃຊ້ Widescreen



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ຄລິກໄປຄລິກມາ ມັນຄ້າງ -_-"


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ລະບົບມັນຈະ Index ໄຟລ໌ນຳ...


img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!

ບໍ່ຈັກຊິຫຼິ້ນຫຍັງໃນ Mac... ຄລິກໄປມາບໍ່ຮູ້ຊິເຂົ້າອັນໃດ LOL



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!


ເຂົ້າໄປເບິ່ງໃນ System preference ບໍ່ມີສຽງ ຮະຮາ...



ສິ່ງທີ່ຂາດບໍ່ໄດ້ຄື ຂ້າພະເຈົ້າໄດ້ທົດສອບພິມໃນ Shoutbox ໜ້າເວັບແລ້ວ ປະກົດວ່າ ມັນບໍ່ໄປ ວະຮະຮາ 5555 ພິສູດທິດສະດີຂອງເອກນຸລັກເປັນທີ່ຮຽບຮ້ອຍ ແລະຢືນຢັນຕາມນັ້ນເດີ້ເອກ :P

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2008 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ກາລາມະສູດແປວ່າ ພະສູດທີ່ພະພຸທເຈົ້າໄດ້ຊົງສະແດງແກ່ຊົນຊາວ “ກາລາມະ” ໃນໝູ່ບ້ານສະປຸດຕິຍະນິຄົມ ແຄວ້ນໂກສົນ ບາງຄັ້ງກໍ່ເອີ້ນວ່າ ເກສະປຸດຕະສູດ ກໍ່ມີ ເຊິ່ງ ກາລາມະສູດນີ້ເປັນຫຼັກແຫ່ງຄວາມເຊື່ອ ບໍ່ໃຫ້ເຊື່ອງົມງາຍໂດຍທີ່ບໍ່ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນໂທດ ຫຼືດີບໍ່ດີ. ກ່ອນເຊື່ອນັ້ນ ມີ ໑໐ ປະການທີ່ຄວນພິຈາລະນາຄື:

໑. ຢ່າເຊື່ອຕາມທີ່ຟັງ ໆ ກັນມາ
໒. ຢ່າເຊື່ອຕາມທີ່ປະຕິບັດຕໍ່ ໆ ກັນມາ
໓. ຢ່າເຊື່ອຕາມຄຳເລົ່າລື
໔. ຢ່າເຊື່ອໂດຍອ້າງຕຳລາ
໕. ຢ່າເຊື່ອໂດຍການຄາດເດົາ
໖. ຢ່າເຊື່ອໂດຍການຄາດຄະເນ
໗. ຢ່າເຊື່ອໂດຍຄຶດຕາມເຫດຜົນ
໘. ຢ່າເຊື່ອເພາະຖືກກັບທິດສະດີຂອງຕົນ
໙. ຢ່າເຊື່ອເພາະມີຮູບລັກສະນະທີ່ຄວນເຊື່ອໄດ້
໑໐. ຢ່າເຊື່ອເພາະຜູ້ເວົ້າເປັນຄູບາອາຈານຂອງຕົນ


ເມື່ອໃດ ທ່ານທັງຫຼາຍພຶງຮູ້ໄດ້ດ້ວຍຕົນເອງວ່າ ທັມເຫຼົ່ານີ້ເປັນກຸສົນ ທັມເຫຼົ່ານີ້ບໍ່ມີໂທດ ທັມເຫຼົ່ານີ້ທ່ານຜູ້ຮູ້ສັນເສີນ ທັມເຫຼົ່ານີ້ໃຜສະມາທານໃຫ້ບໍລິບູນແລ້ວ ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ ເມື່ອນັ້ນ ທ່ານທັງຫຼາຍຄວນເຈົ້າເຖິງທັມເຫຼົ່ານັ້ນຢູ່.

ປັດຈຸບັນແນວຄິດແລະຫຼັກສູດທີ່ສອນໃຫ້ຄົນມີເຫດຜົນ ບໍ່ຫຼົງເຊື່ອງົມງາຍໃນທຳນອງດຽວກັບຄຳສອນຂອງພະພຸທເຈົ້າເມື່ອ ໒໕໐໐ ປີກ່ອນ ໄດ້ຮັບການບັນຈຸເປັນວິຊາບັງຄັບ ວ່າດ້ວຍການສ້າງທັກສະການຄິດ ຫຼືທີ່ເອີ້ນກັນວ່າ “ການຄິດແບບວິຈານ” (Critical thinking) ໄວ້ໃນຂະບວນການຮຽນຮູ້ໃນມະຫາວິທະຍາໄລ ຂອງປະເທດທີ່ພັດທະນາແລ້ວ. (ເຊັ່ນທີ່ມະຫາວິທະຍາໄລ Cambridge)


ທີ່ມາ - ສາລານຸກົມເສລີ ວິກິພີເດຍ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ຫຼັງຈາກທີ່ “CERN” ຫຼື European Organization for Nuclear Research ຄືອົງກອນວິໄຈນິວເຄລຍແຫ່ງຢູໂຣບ ໄດ້ເດີນ “ເຄື່ອງເລັ່ງອານຸພາກຂະໜາດໃຫຍ່” ທີ່ຊື່ວ່າ LHC (Large Hadron Collider) ໄປແລ້ວໃນມື້ວັນທີ່ 10 ກັນຍາທີ່ຜ່ານມາ (ຖ້ານັບຈາກມື້ທີ່ຂຽນນີ້ກໍ່ເທົ່າກັບມື້ວານ) ເຄີຍສົງໄສກັນບໍ່ວ່າ ເຂົາຊິເຮັດໄປເຮັດຫຍັງ? ເຊິ່ງກ່ອນອື່ນເຮົາມາສຶກສາກັນກ່ອນວ່າ ເຄື່ອງ LHC ນີ້ມັນເຮັດວຽກແນວໃດ ກ່ອນທີ່ຈະເຂົ້າຮ່ວມຂະບວນກະຕ່າຍຕື່ນຕູມໄປຫຼາຍກວ່ານີ້ ຢ່າງນ້ອຍກໍ່ຈະໄດ້ຮູ້ວ່າຊີວິດຂອງເຮົາໄດ້ມີສ່ວນຮ່ວມໃນການທົດລອງທີ່ຍິ່ງໃຫຍ່ ທີ່ສຸດໃນໂລກຄັ້ງໜຶ່ງ!


alt
ນີ້ຄື ພາບຈຳລອງຂອງຫ້ອງປະຕິບັດການ LHC


alt

ແຜນທີ່ສະແດງຕຳແໜ່ງຂອງທໍ່ສຳລັບເລັ່ງອານຸພາກຂອງ CERN ເຊິ່ງ P1 ຄືຕຳແໜ່ງຂອງສະຖານນີກວດຈັບອານຸພາກແອດລາສ


ເຄື່ອງເລັ່ງອານຸພາກຂະໜາດໃຫຍ່ນີ້ ມີລັກສະນະເປັນທໍ່ຄົດຍາວ 27 ກິໂລແມັດ ຢູ່ເລິກລົງໄປໃນພື້ນດິນ 100 ແມັດ ແລະວາງຢູ່ຮອບຊາຍແດນຝຣັ່ງ ຕໍ່ກັບສະວິດເຊີແລນ ໂດຍເຄື່ອງເລັ່ງອານຸພາກນີ້ຈະທຳການເລັ່ງອານຸພາກຂອງໂປຣຕອນ 2 ລຳ ໃຫ້ເຄື່ອນທີ່ໃນທິດທາງກົງກັນຂ້າມກັນໄປຕາມທໍ່ທີ່ວາງຂະໜານກັນ ເຊິ່ງທໍ່ເຫຼົ່ານີ້ຖືກເກັບຮັກສາໄວ້ພາຍໃຕ້ພາວະສູນຍາກາກ ແລ້ວຊົນກັນທີ່ຄວາມໄວເຂົ້າໃກ້ຄວາມໄວແສງ 99.9999% ທີ່ພະລັກງານສູງລະດັບ TeV ຫຼືລະດັບລ້ານອິເລັກຕຣອນໂວນ (1012 eV) ທີ່ບໍລິເວນສະຖານນີກວດຈັບສັນຍານກຳເນີດຈັກກະວານ 4 ຈຸດຄື

1. ສະຖານນີກວດຈັບ ALICE. ໜ້າທີ່ຂອງເຄື່ອງກວດຈັບໃນສະຖານນີນີ້ຄື ກວດຈັບສະຖານນະຂອງ quark-gluon plasma ເຊິ່ງນັກວິທະຍາສາດເຊື່ອກັນວ່າ ເປັນສະຖານະທີ່ເກີດຂຶ້ນຫຼັງ Big Bang ຂະນະທີ່ເອກະພົບຍັງຮ້ອນສຸດຂີດ ໂດຍການຊົນກັນຂອງອານຸພາກທີ່ຈະເກີດຂຶ້ນໃນເຄື່ອງເລັ່ງອານຸພາກ LHC ນັ້ນຈະເຮັດໃຫ້ເກີດອຸນຫະພູມ 100,000 ເທົ່າຂອງໃຈກາງດວງອາທິດ. ນັກຟີສິກຫວັງວ່າ ໃນພາວະນີ້ ໂປຣຕອນ ແລະນິວຕຣອນ ຈະ “ລະລາຍ” ແລະປົດປ່ອຍ quark ອອກຈາກພັນທະ.

ທີມວິໄຈໃນສ່ວນຂອງສະຖານນີ ALICE ຈະສຶກສາສະຖານະຂອງ quark-gluon plasma ເມື່ອຂະຫຍາຍຕົວ ແລະເຢັນລົງ ລວມເຖິງສັງເກດວ່າສະຖານະພິເສດນີ້ ຄ່ອຍ ໆ ກາຍເປັນອານຸພາກເຊິ່ງເປັນສະສານໃນເອກະພົບທຸກມື້ນີ້ໄດ້ແນວໃດ.

2. ສະຖານນີກວດຈັບອານຸພາກ ATLAS ເປັນ 1 ໃນ 2 ຂອງເຄື່ອງກວດຈັບອະເນກປະສົງພາຍໃນເຄື່ອງເລັ່ງອານຸພາກ LHC ທີ່ມີໜ້າທີ່ຫຼັກ ໆ ຄືກວດຫາອານຸພາກ “ຮິກ” ທີ່ມີມິຕິພິເສດ ແລະອານຸພາກທີ່ອາດຈະກໍ່ຕົວຂຶ້ນເປັນສະສານມືດ ຫຼືທີ່ເອີ້ນວ່າ dark matter ໂດຍຈະແທກຈາກສັນຍານຂອງອານຸພາກທີ່ຄາດວ່າຖືກສ້າງຂຶ້ນຫຼັງການຊົນກັນ ຂອງອານຸພາກທັງແນວການເຄື່ອນທີ່ ພະລັງງານ ລວມໄປເຖິງການຈຳແນກຊະນິດຂອງອານຸພາກນັ້ນ ໆ

ATLAS ເປັນລະບົບແມ່ເຫຼັກຮູບໂດນັດທີ່ມີຂະໜາດໃຫຍ່ ມີຄວາມຍາວ 46 ແມັດ ນັບເປັນເຄື່ອງມືທີ່ໃຫຍ່ທີ່ສຸດໃນ CERN ເລີຍກໍ່ວ່າໄດ້ ແລະຍັງມີລວດແມ່ເຫຼັກທີ່ເປັນຮູບຊົງກະບອກຍາວ 25 ແມັດຢູ່ຮອບທໍ່ລຳອານຸພາກທີ່ຜ່ານໃຈກາງຂອງເຄື່ອງກວດຈັບອານຸພາກນີ້ ເມື່ອເປີດໃຊ້ເຄື່ອງແລ້ວ ຈະເກີດສະໜາມແມ່ເຫຼັກໃນສູນກາງຂອງຊົງກະບອກທີ່ສະຖານນີ ເຊິ່ງມີນັກວິທະຍາສາດເຮັດວຽກກັນຢູ່ກວ່າ 1,700 ຄົນ!


3. ສະຖານນີກວດຈັບອານຸພາກ CMS ເປັນເຄື່ອງກວດຈັບອານຸພາກທີ່ມີເປົ້າໝາຍດຽວກັບ ATLAS ແຕ່ມີຄວາມແຕກຕ່າງກັນໃນຮູບແບບຂອງການເຮັດວຽກ ແລະລະບົບແມ່ເຫຼັກທີ່ໃຊ້ ເພາະ CMS ສ້າງຂຶ້ນໂດຍແມ່ເຫຼັກໄຟຟ້າຂະໜາດໃຫຍ່ທີ່ສາມາດສ້າງສະໜາມແມ່ເຫຼັກໄດ້ຫຼາຍກວ່າໂລກ 100,000 ເທົ່າ ເຊິ່ງເຮັດໃຫ້ເຄື່ອງກວດຈັບໃນສະຖານນີນີ້ໜັກເຖິງ 12,500 ໂຕນ

ແທນທີ່ຈະສ້າງເຄື່ອງມືຂອງສະຖານນີ CMS ໄວ້ໃນອຸໂມງໃຕ້ດິນຄືກັບເຄື່ອງມືອື່ນ ໆ ແຕ່ພັດສ້າງໄວ້ເທິງພື້ນດິນແທນ ແລ້ວແຍກອອກເປັນ 15 ສ່ວນເພື່ອນຳລົງໄປປະກອບກັນໃນຊັ້ນໃຕ້ດິນອີກເທື່ອໜຶ່ງ ແລະສະຖານນີນີ້ກໍ່ມີນັກວິທະຍາສາດຫຼາຍເຖິງ 2,000 ຄົນຈາກ 150 ສະຖາບັນຈາກ 37 ປະເທດ.


4. ສະຖານນີກວດຈັບອານຸພາກ LHCb ເຊິ່ງຈະທົດລອງເພື່ອສ້າງຄວາມເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງອາໄສຢູ່ໃນເອກະພົບທີ່ເຕັມໄປດ້ວຍສະສານ ແຕ່ພັດວ່າບໍ່ມີປະຕິດສານ ໂດຍມີໜ້າທີ່ພິເສດໃນການສຶກສາອານຸພາກທີ່ເອີ້ນວ່າ “beauty quark” ເພື່ອສັງເກດຄວາມແຕກຕ່າງພຽງເລັກນ້ອຍລະຫວ່າງສະສານ ແລະປະຕິດສານ ແລະແທນທີ່ຈະຕິດຕັ້ງໂຕກວດຈັບຮອບທີ່ອານຸພາກຊົນກັນ ກໍ່ໃຊ້ສຸດກວດຈັບຍ່ອຍ ທີ່ຮຽງຊ້ອນກັນເປັນຄວາມຍາວ 20 ແມັດແທນ.

ເມື່ອ LHC ເລັ່ງໃຫ້ອານຸພາກຊົນກັນແລ້ວ ຈະເກີດ quark ຊະນິດຕ່າງ ໆ ເປັນຈຳນວນຫຼວງຫຼາຍ ແລະສະຫຼາຍຕົວໄປຢູ່ໃນຮູບອື່ນຢ່າງໄວ ດັ່ງນັ້ນລະບົບກວດຈັບເຫຼົ່ານີ້ຈຶ່ງຖືກອອກແບບໃຫ້ຢູ່ໃນເສັ້ນທາງຂອງທຳອານຸພາກ ທີ່ຈະເຄື່ອນທີ່ໄປເປັນວົງໄປຕາມເຄື່ອງເລັ່ງອານຸພາກ LHC.


alt

ເຄື່ອງກວດຈັບ CMS.



alt

ເຈົ້າໜ້າທີ່ CERN ກຳລັງກວດສອບແມ່ເຫຼັກໃນສະຖານນີ CMS.



alt

ຊ່າງເທັກນິກກຳລັງຕິດຕັ້ງທໍ່ແກັດສຳລັບເຄື່ອງໃນສະຖານນີ ALICE.



alt

ການລຳລຽງແມ່ເຫຼັກສູ່ອຸໂມງໃຕ້ດິນ


alt

ພາບເຈົ້າໜ້າທີ່ກຳລັງປະກອບອຸປະກອນໃນສະຖານນີ CMS.


ສິ່ງທີ່ເຫຼົ່ານັກວິທະຍາສາດທຳການທົດລອງໃນຄັ້ງນີ້ ກໍ່ເພື່ອສຶກສາຫາຕົ້ນກຳເນີດແຫ່ງມວນໃນຈັກກະວານ ໂດຍມີຄຳຖາມພື້ນຖານຂອງມະນຸດທີ່ວ່າ ເອກະພົບ ຫຼືຈັກກະວານ ປະກອບຂຶ້ນຈາກຫຍັງແດ່?

ຫາກເກີດຕາມທິດສະດີ “Big Bang” ການລະເບີດຄັ້ງໃຫຍ່ທີ່ກຳເນີດຈັກກະວານເມື່ອ 1.37 ໝື່ນລ້ານປີກ່ອນທີ່ຈະມີສະສານ (matter) ແລະປະຕິດສານ (antimatter) ໃນປະລິມານເທົ່າ ໆ ກັນ ເຊິ່ງໂດຍທຳມະຊາດແລ້ວ ສະສານ ແລະປະຕິດສານຈະມີມວນເທົ່າກັນ ແຕ່ຈະມີປະຈຸກົງກັນຂ້າມກັນ ແລະຫັກລ້າງກັນອງແລ້ວປ່ຽນມວນໃຫ້ກາຍເປັນພະລັງງານ ເຊິ່ງຖ້າເປັນແບບນັ້ນ ກໍ່ບໍ່ໜ້າຈະມີກາແລັກຊີ ແລະດວງດາວ ຫຼືສິ່ງມີຊີວິດຢູ່ເລີຍ

ຫາກທິດສະດີນີ້ເປັນຈິງ ເປັນຫຍັງສະສານ ແລະປິຕິດສານບໍ່ຫັກລ້າງກັນໄປຢ່າງສົມບູດຕັ້ງແຕ່ການລະເບີດຄັ້ງນັ້ນ? ເປັນໄປໄດ້ບໍ່ທີ່ມີເອກກະພົບທີ່ປະກອບດ້ວຍປະຕິດສານຈຳນວນຫຼາຍຢູ່ບ່ອນໃດບ່ອນໜຶ່ງ? ເກີດຫຍັງຂຶ້ນກັບປະຕິດສານຫຼັງຈາກ Big Bang?


alt

ພາບຈຳລອງທາງຄອມພິວເຕີສະແດງຮ່ອງຮອຍການເກີດ “ຮິກ” ເຊິ່ງຫາກການທົດລອງຈິງພົບ ຮິກ ກໍ່ຈະໄດ້ຮັບສັນຍານຄ້າຍກັນນີ້ ນອກຈາກນັ້ນຍັງມີຄຳຖາມທີ່ວ່າ ເກີດສະສານທີ່ປະກອບຂຶ້ນມາເປັນໂຕຂອງເຮົາໄດ້ແນວໃດ? ຍ້ອນກັບໄປໃນອະດີດ ເຮົາເຊື່ອວ່າອະຕອມ ຄືໜ່ວຍຍ່ອຍທີ່ສຸດຂອງສະສານ ແຕ່ຕໍ່ມາກໍ່ພົບວ່າ ຍັງມີໂປຣຕອນ, ນິວຕຣອນ ແລະອິເລັກຕຣອນທີ່ນ້ອຍກວ່າອີກ ແຕ່ກໍ່ຍັງບໍ່ແມ່ນສິ່ງທີ່ນ້ອຍທີ່ສຸດ ແລະຍັງບໍ່ທັນສາມາດຕອບໄດ້ວ່າ ມວນກໍ່ເກີດຂຶ້ນໃນຈັກກະວານອັນວ່າງເປົ່າໄດ້ແນວໃດ?

ບໍ່ວ່າການທົດລອງຄັ້ງນີ້ຈະໄດ້ຜົນສະຫຼຸບແນວໃດກໍ່ຕາມ ທີ່ແນ່ນອນກໍ່ຄືປະຫວັດສາດຄັ້ງໃຫຍ່ຂອງມະນຸດທີ່ທ້າທາຍກັບທຳມະຊາດອັນຍິ່ງໃຫຍ່ ເພາະຖ້າການທົດລອງຄັ້ງນີ້ສຳເລັດຕາມເປົ້າໝາຍແລ້ວ ກໍ່ຈະເປັນການຄົ້ນພົບທີ່ຍິ່ງໃຫຍ່ທີ່ສຸດ ແຕ່ຫາກບໍ່ສຳເລັດ ກໍ່ເປັນທີ່ໜ້າເສຍດາຍງົບປະມານທີ່ລົງທຶນໄປແທ້ ໆ -_-


ແປ ແລະຮຽບຮຽງຈາກໄທສຽວບອດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
嘘は盗みの始まり
Uso wa nusumi no hajimari
“ມຸສາ” ຄືຈຸດເລີ່ມຕົ້ນຂອງການລັກຊັບ

ຊີວິດຄົນເຮົາມັກຈະມີເລື່ອງທີ່ກົງກັນຂ້າມກັນ ຫຼືຂັດແຍ່ງກັນສະເໝີ ຢ່າງເຊັ່ນໃນສຸພາສິດທີ່ຈະນຳສະເໜີດັ່ງຕໍ່ໄປນີ້
ສຸພາສິດນັ້ນສອນວ່າ ການຂີ້ຕົວະ ຫຼື “ມຸສາ” ນັ້ນ ເປັນຈຸດເລີ່ມຕົ້ນຂອງການຂີ້ລັກ ເຊິ່ງບໍ່ສົມຄວນເຮັດເລີຍ

嘘は盗みの始まり (Uso wa nusumi no hajimari)

嘘        uso        ແປວ່າ ຂີ້ຕົວະ
盗み        nusumi        ແປວ່າ ຂີ້ລັກ
始まり        hajimari        ແປວ່າ ເລີ່ມຕົ້ນ



ໂອ... ດຽວນີ້ພັນລາວມີຫ້ອງຮຽນພາສາຍີ່ປຸ່ນນຳ ໕໕໕+



- ແປ ແລະຮຽບຮຽງມາຈາກ j-doramanga
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
Do you know WHAT LOVE IS ?..................READ BELOW STORY
(ເຈົ້າຮູ້ບໍ່ ຮັກຄືຫຍັງ...? ເຊີນອ່ານເລື່ອງດ້ານລຸ່ມໄດ້ເລີຍ)



An incredible love story has come out of China recently and managed to touch the world.
(ເລື່ອງລາວຄວາມຮັກອັນເຫລືອເຊື່ອທີ່ປະກົດຂຶ້ນທີ່ປະເທດຈີນ ເມື່ອໄວ ໆ ນີ້ ແລະໄດ້ຮັບການເຜີຍແຜ່ໄປທົ່ວໂລກ)

It is a story of a man and an older woman who ran off to live and love each other in peace for over half a century.
(ເປັນເລື່ອງຂອງຜູ້ຊາຍຄົນໜຶ່ງ ກັບຍິງທີ່ມາອາຍຸຫຼາຍກວ່າ ເຊິ່ງຫຼີກໜີຄວາມມີຊີວິດ ແລະຮັກກັນຢ່າງສະຫງົບສຸກກວ່າເຄິ່ງສັດຕະວັດ)

user posted image

The 70-year-old Chinese man who hand-carved over 6,000 stairs up a mountain for his 80-year-old wife has passed away in the cave which has been the couple's home for the last 50 years.
(ຊາຍອາຍຸ 70 ຜູ້ເຊິ່ງສະລັກຫິນເປັນຂັ້ນໄດດ້ວຍມື ຫຼາຍກວ່າ 6,000 ຂັ້ນ ປີນຂຶ້ນໄປຫາຄູ່ຮັກອາຍຸ 80 ປີ ເຊິ່ງຈາກລາວໄປແລ້ວ ເພື່ອໄປຫາຖ້ຳເຊິ່ງອັນທີ່ຢູ່ອາໄສຂອງພວກເຂົາທັງສອງມາກວ່າ 50 ປີ)


Over 50 years ago, Liu Guojiang a 19 year-old boy, fell in love with a 29 year-old widowed mother named Xu Chaoqin..
(ເມື່ອ 50 ປີກ່ອນ “ຫລິວ ໂກຈຽງ” ຊາຍໜຸ່ມໄວ 19 ປີ ເກີດມີຄວາມຮັກຕໍ່ຍິງແມ່ໝ້າຍລູກຕິດ ນາມວ່າ “ຊູ ເສົາກວິນ”)


user posted image

user posted image

In a twist worthy of Shakespeare's Romeo and Juliet, friends and relatives criticized the relationship because of the age difference and the fact that Xu already had children. At that time, it was unacceptable and immoral for a young man to love an older woman.. To avoid the market gossip and the scorn of their communities, the couple decided to elope and lived in a cave in Jiangjin County in Southern ChongQing Municipality.
(ດັ່ງນິຍາຍໂຣມິໂອກັບຈູລຽດອັນເລື່ອງລືຂອງເຊກສະເປຍ ບັນດາໝູ່ເພື່ອນ ແລະເຄືອຍາດ ກ່າວຂວັນເຖິງຄວາມສຳພັນ ອັນເນື່ອງຈາກຄວາມຕ່າງໄວ ກັບຄວາມຈິງທີ່ວ່າ ຊູ ມີລູກແລ້ວ ໃນຂະນະນັ້ນເປັນເລື່ອງທີ່ຜິດສິນລະທຳ ແລະຮັບບໍ່ໄດ້ຂອງສັງຄົມທີ່ຊາຍໜຸ່ມຈະຮັກກັບຜູ້ຍິງທີ່ມີອາຍຸຫຼາຍກວ່າ ເພື່ອຫຼີກໜີຄວາມດູໝິ່ນຂອງສັງຄົມ ທັງຄູ່ຈຶ່ງໄດ້ຕັດສິນໃຈພາກັນໜີໄປອາໄສຢູ່ທີ່ຖ້ຳທີ່ “ຈຽງຈິນ” ເມືອງຊົນນະບົດທາງຕອນໃຕ້ຂອງເຂດປົກຄອງຕົນເອງຊື່ວ່າ “ຊົງຄວິນ”)


user posted image


In the beginning, life was harsh as hey had nothing, no electricity or even food. They had to eat grass and roots they found in the mountain, and Liu made a kerosene lamp that they used to light up their lives.
(ຊ່ວງຕົ້ນຂອງຊີວິດນັ້ນ ບໍ່ມີໄຟຟ້າ ຫຼືແມ່ນແຕ່ອາຫານ ທັງຄູ່ກິນຫຍ້າ ແລະພືດທີ່ພົບຢູ່ແຖວ ໆ ພູເຂົາ ແລະຫຼິວກໍ່ໄດ້ປະດິດຕະກຽງເພື່ອໃຫ້ແສງສະຫວ່າງ ລວມທັງນຳທາງຊີວິດ)


Xu felt that she had tied Liu down and repeatedly asked him, 'Are you regretful? Liu always replied, 'As long as we are industrious, life will improve.'
(ຊູ ຮູ້ສຶກວ່າຕົນນັ້ນໄດ້ເຂົ້າຜູກມັດ ຫຼິວ ຈຳກັດອິດສະລະພາບຂອງ ຫຼິວ ລາວຖາມຄຳຖາມຊ້ຳ ໆ ກັບຫຼິວວ່າ “ຫຼິວ ເຈົ້າເສຍໃຈບໍ່?” “ຫາກຍັງມີຄວາມດຸໝັ່ນ ຊີວິດເຮົາຈະດີຂຶ້ນ” ຄືຄຳຕອບຈາກປາກຂອງຫຼິວສະເໝີເມື່ອໄດ້ຍິນຄຳຖາມ)


In the second year of living in the mountain, Liu began and continued for over 50 years, to hand-carve the steps so that his wife could get down the mountain easily.
(ໃນປີທີ່ສອງຂອງຊີວິດເທິງພູ ຫຼິວເລີ່ມແກະສະລັກຂັ້ນໄດ ແລະເຮັດແບບນັ້ນຕໍ່ເນື່ອງຫຼາຍກວ່າ 50 ປີ ເພື່ອທີ່ຈະໃຫ້ຄູ່ຊີວິດຂອງລາວລົງຈາກພູໄດ້ງ່າຍ)



Half a century later in 2001, a group of adventurers were exploring the forest and were surprised to find the elderly couple and the over 6,000 hand-carved steps. Liu MingSheng, one of their seven children said, 'My parents loved each other so much, they have lived in seclusion for over 50 years and never been apart a single day. He hand carved more than 6,000 steps over the years for my mother's convenience, although she doesn't go down the mountain that much.'

(ເຄິ່ງສັດຕະວັດຕໍ່ມາ – ປີ 2001 ນັກທ່ອງທ່ຽງກຸ່ມໜຶ່ງໄດ້ຄົ້ນພົບປ່າ ແລະຕ້ອງປະຫຼາດໃຈເມື່ອພົບຄູ່ຮັກໄວຊະລາ ແລະຂັ້ນໄດທີ່ສ້າງດ້ວຍມືກວ່າ 6,000 ຂັ້ນ)

user posted image

The couple had lived in peace for over 50 years until last week. Liu, now 72 years, returned from his daily farm work and collapsed. Xu sat and prayed with her husband as he passed away in her arms. So in love with Xu, was Liu, that no one was able to release the grip he had on his wife's hand even after he had passed away.
(ຄູ່ຮັກອາໄສຢູ່ຢ່າງສະງົບມາກວ່າ 50 ປີ ຈົນເມື່ອບໍ່ດົນມານີ້ ຫຼິວ ຊາຍໄວ 72 ປີ ກັບຈາກວຽກຢູ່ສວນມາ ຈາກນັ້ນກໍ່ນັ່ງລົງ ຊູ ນັ່ງສູດມົນກັບສາມີ ແລ້ວຫຼິວກໍ່ຈາກໄປພາຍໃນອ້ອມກອດຂອງພັນລະຍາ ດັ່ງທີ່ເຫັນຄວາມຮັກຂອງຫຼິວທີ່ມີຕໍ່ຊູ ບໍ່ມີໃຜສາມາດແກະມືຂອງລາວອອກຈາກພັນລະຍາໄດ້ ແມ່ນແຕ່ຫຼັງລາວຕາຍ)

user posted image

'You promised me you'll take care of me, you'll always be with me until the day I died, now you left before me, how am I going to live without you?'
(ເຈົ້າສັນຍາວ່າຈະເບິ່ງແຍງຂ້ອຍ ຈະຢູ່ກັບຂ້ອຍສະເໝີຈົນມື້ທີ່ຂ້ອຍຕາຍ ແຕ່ຕອນນີ້ເຈົ້າຈາກຂ້ອຍໄປກ່ອນ ຂ້ອຍຈະຢູ່ແນວໃດເມື່ອບໍ່ມີເຈົ້າ)


Xu spent days softly repeating this sentence and touching her husband's black coffin with tears rolling down her cheeks.
(ຊູ ໃຊ້ເວລາຫຼາຍມື້ ເວົ້າປະໂຫຍກຊ້ຳ ໆ ດ້ວຍສຽງແຜ່ວເບົາ ແລະສຳຜັດໂລງສົບຂອງຜູ້ເປັນສາມີດ້ວຍນ້ຳຕານອງໜ້າ)


In 2006, their story became one of the top 10 love stories from China , collected by the Chinese Women Weekly. The local government has decided to preserve the love ladder and the place they lived as a museum, so this love story can live forever.
(ໃນປີ 2006 ເລື່ອງລາງຂອງພວກເຂົາທັງສອງ ກາຍເປັນເລື່ອງຮັກຕິດອັນດັບ Top 10 ໃນເຂດປະເທດຈີນ ເຊິ່ງຮວບຮວມໂດຍ Chinese Women Weekly ລັດຖະບານທ້ອງຖິ່ນຕັດສິນໃຈອະນຸລັກຂັ້ນໄດແຫ່ງຄວາມຮັກ ແລະຖ້ຳທີ່ພວກເຂົາອາໄສຢູ່ນີ້ ໃຫ້ເປັນພິພິດຕະພັນ ເພື່ອໃຫ້ເລື່ອງລາວແຫ່ງຄວາມຮັກນີ້ຄົງຢູ່ຕະຫຼອດໄປ)


user posted image


ເລື່ອງ ແລະພາບຈາກ Internet
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ມື້ໜຶ່ງ ມີຂີ້ເມົາຍ່າງເຂົ້າໄປໃນວັດ ແລ້ວກໍ່ເວົ້ານຳຍາພໍ່ວ່າ
ຍາພໍ່ມັກດ່າຄົນກິນເຫຼົ້າວ່າຈ້າກວ່າໝາ ຢາກຊິທົດສອບຍາພໍ່ຈັກບາດ ອັນຍາພໍ່ບອກວ່າເຫຼົ້າບໍ່ດີຫັ້ນ ຍາພໍ່ຮູ້ບໍ່ ວ່າເຫຼົ້າມີສ່ວນປະສົມຫຍັງແດ່?

ຍາພໍ່ໄດ້ຍິນແບບນັ້ນແລ້ວກໍ່ຕອບໄປວ່າ
ເລື່ອງງ່າຍ ໆ ເປັນຫຍັງພະຊິບໍ່ຮູ້ ຄົນບູຮານເພິ່ນວ່າ ເຫຼົ້າມັນປະສົມດ້ວຍເລືອດສັດ ໕ ຊະນິດ ຄື:

໑. ເລືອດເສືອ ກິນເຂົ້າໄປແລ້ວມັນຮ້າຍຫຼາຍ
໒. ເລືອດງູ ກິນແລ້ວຍ່າງບໍ່ຊື່ກັບທາງ ຄົດໄປຄົດມາ
໓. ເລືອດນົກ ກິນແລ້ວຝອຍໄດ້ໝົດມື້ໝົດຄືນ ບໍ່ຮູ້ເອົາເລື່ອງຫຍັງມາເວົ້າ
໔. ເລືອດໝູ ກິນແລ້ວນອນບ່ອນໃດກໍ່ນອນ ໝາເລຍປາກແລ້ວຍັງບໍ່ຮູ້ຊ້ຳ
໕. ເລືອດໝາ ກິນແລ້ວເຫົ່າບໍ່ເຊົາ ລູກເມຍຕົວເອງກໍ່ຊິກັດຊ້ຳບາດນີ້

ເວົ້າຈົບ ຍາພໍ່ເພິ່ນກໍ່ຮີບຍ່າງເຂົ້າກຸດຕິ...ເພາະພະບໍ່ມີປະກັນຊີວິດ...

(ຈາກຄຳເທດສະໜາຂອງພະພິສານທຳມະພາທີ ຫຼືພະພະຢອມ ກັລຢາໂນ)
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ
ເປັນເລື່ອງຂອງຍິງຄົນໜຶ່ງ

ໃນງານພິທີສົບຂອງແມ່ລາວເອງ
ລາວໄດ້ພົບກັບຊາຍຄົນໜຶ່ງ ເຊິ່ງຮູ້ສຶກພໍໃຈຫຼາຍ ເປັນໜຸ່ມໃນຝັນເລີຍ
ແລະເກີດຫຼົງຮັກຢ່າງໝົດໃຈ
ເສຍດາຍ... ທີ່ບໍ່ໄດ້ຂໍເບີໂທຂອງໜຸ່ມຄົນນັ້ນໄວ້


ສາມມື້ຕໍ່ມາ ຍິງຄົນນັ້ນໄດ້ຂ້າເອື້ອຍຕົວເອງຕາຍ...

ຄຳຖາມ! ຖາມວ່າ ແມ່ນຫຍັງເປັນມູນເຫດຈູງໃຈໃນການຂ້າຄັ້ງນີ້?


ໃຫ້ຄິດໃຫ້ດີກ່ອນເລື່ອນລົງໄປຕອບ...















































ຄຳຕອບຄື! ຍິງຄົນນັ້ນຫວັງວ່າ ຊາຍໜຸ່ມຈະມາງານພິທີສົບອີກຄັ້ງໜຶ່ງ

ຖ້າທ່ານຕອບຄຳຕອບນີ້ ສະແດງວ່າ ທ່ານມີຄວາມຄິດແບບຄາດຕະກອນ
ແບບທົດສອບນີ້ໃຊ້ສຳຫລັບການທົດສອບ ເພື່ອເບິ່ງວ່າໃຜຈະມີຄວາມຄິດແບບຄາດຕະກອນ
ແລະຄາດຕະກອນໂຫດຫຼາຍຄົນສາມາດຕອບຄຳຖາມນີ້ໄດ້ຖືກຕ້ອງ...
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ມີນັກໂທດຢູ່ 10 ຄົນ ກຳລັງຈະຖືກປະຫານ ຜູ້ຄຸມຜູ້ໃຈດີໄດ້ເປີດໂອກາດໃຫ້ນັກໂທດມີສິດລອດຊີວິດໄດ້ ໂດຍໃຫ້ນັກໂທດເຂົ້າແຖວ ແລ້ວໃສ່ໝວກຄົນລະໜ່ວຍ (ມີສີດຳກັບສີຂາວ) ນັກໂທດຈະເຫັນວ່າຄົນທາງໜ້າ (ທຸກຄົນ) ໃສ່ໝວກສີຫຍັງ ແຕ່ຈະບໍ່ເຫັນສີໝວກຂອງຕົວເອງແລະບໍ່ເຫັນສີໝວດຂອງຄົນທາງຫລັງ ຜູ້ຄຸມຈະຄ່ອຍ  ໆ ຖາມນັກໂທດເທື່ອລະຄົນ ຈາກຄົນທາງຫລັງສຸດຂຶ້ນມາເລື້ອຍ ໆ ວ່ານັກໂທດຄົນນັ້ນໃສ່ສີຫຍັງ ຖ້າພວກເຂົາຕອບຖືກກໍ່ຈະບໍ່ຕາຍ

ໂຊກຍັງເຂົ້າຂ້າງນັກໂທດກຸ່ມນີ້ ເພາະນັກໂທດຄົນໜຶ່ງລັກໄປໄດ້ຍິນກະຕິການີ້ ເຮັດໃຫ້ມີໂອກາດໄດ້ປຶກສາກັນກ່ອນ ວ່າຈະເຮັດແນວໃດດີໃຫ້ມີຄົນລອດຕາຍຫລາຍທີ່ສຸດ

ໃຫ້ພວກເຮົາມາຊ່ວຍພວກເຂົາຄິດແຜນການ! (ຄຳໃບ້ແມ່ນ: ແຜນການທີ່ດີຈະເຮັດໃຫ້ມີຄົນລອດ 9 ຄົນ)
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2008 | ມີ 26 ຄຳເຫັນ ແລະ 0 trackback(s)
ລະດັບນ້ຳຈາກນ້ຳຄານສູງເທົ່າກັບຖະໜົນແລ້ວ



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^


ວີດິໂອ http://laoupload.com/IVGM9UFKZCQ2/Video_067_.3gp.html
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ເທື່ອກ່ອນລົງຊ້ຳ ເລີຍມາລົງໃຫມ່ ແກ້ໂຕ ຮຶຮຶ



ເລື່ອງນີ້ເປັນເລື່ອງຂອງຍິງໄທຄົນຫນຶ່ງ ທີ່ເຄີຍເປັນໂສເພນີໃນສະຖານອາບອົບນວດມາກ່ອນ...






ຂ້ອຍເຮັດວຽກຢູ່ສະຖານບໍລິການ ອາບ ອົບ ນວດ ແຫ່ງໜຶ່ງໃນກຸງເທບ ປັດຈຸບັນອາຍຸ 30 ປາຍແລ້ວ ເມື່ອ 10 ກວ່າປີກ່ອນຄ່າຕົວແທ້  ໆ ໄດ້ຕໍ່ຫົວ ໆ ລະ 300 ກວ່າບາດ ເຖິງ 500 ບາດ ເຊື່ອບໍ່ ຕ້ອງອາບນ້ຳໃຫ້ແຂກ ບາງທີກໍ່ຖືກໃຫ້ເລຍຂອງຜູ້ຊາຍ ຖືກປະຕູໜ້າ ປະຕູຫລັງ ເພື່ອແລກກັບເງີນພຽງເທົ່ານີ້ແທ້  ໆ
ດ້ວຍການຄັດເລືອກຂ້ອຍ ໄດ້ເບີຕອງ ເຊິ່ງຕ້ອງຮັບແຂກຫລາຍກວ່າຄົນອື່ນ ໆ ອີກທັງຮູບຮ່າງໜ້າຕາຂະນະນັ້ນງາມບໍ່ເປັນຮອງໃຜ ເວລາຍ່າງຕາມທາງ ມີຊາຍໜຸ່ມ ຊາຍແກ່ ຜູ້ສາວ ເບິ່ງຫລຽວຫລັງ ກໍ່ບໍ່ໄດ້ແຕ່ງຕົວຫວືຫວາດອກ ແຕ່ງກາຍລຽບ ໆ ແຕ່ໜ້າເອິກຂ້ອນຂ້າງຊັນ ແລະໃຫຍ່

ໃຜຈະຄິດລ່ະວ່າເຮັດໃຫ້ຜູ້ຊາຍທັງຄົນ ຈະໄດ້ເງີນພຽງແຄ່ນັ້ນຕໍ່ຫົວ ມື້ໜຶ່ງຮັບງານບໍ່ຕ່ຳກວ່າ 5 ຄົນຂຶ້ນໄປ ເລີ່ມວຽກບ່າຍໂມງ ເລີກວຽກກໍ່ປະມານ 11 ໂມງກາງຄືນ ເດືອນຫນຶ່ງມີມື້ພັກປະມານ 4-5 ມື້ ແລ້ວແຕ່ເລກທ້າຍເຮົາລົງກົງກັບມື້ໃດຜູ້ທີ່ໃຊ້ບໍລິການ

ເວລາຮັບແຂກກໍ່ບໍ່ເລືອກໄວ ມີທັງສຸພາບ ຫຍາບຄາຍ ແລະນັກບຸນກໍ່ມີ ເຄີຍຖືກຄົນເມົາລວນລາມບໍ່ໃສ່ ຖົງຢາງ ຕົວໃຫຍ່ ບັງຄັບທຸກຢ່າງ ບໍ່ຍອມຟັງໃຜ ແຂກພວກນີ້ສ່ວນຫລາຍຈະເປັນແຂກຂອງເຈົ້າຂອງສະຖານບໍລິການ ອາບ ອົບ ນວດ ບ່ອນອື່ນ ເຮັດໃຫ້ເຮົາບໍ່ກ້າຟ້ອງ ຕ້ອງອົດທົນກົ້ມໜ້າ ເຮັດໄປດ້ວຍຄວາມຂົມຂື່ນ ບໍ່ຕ້ອງບອກແມ່ນບໍ່ ວ່າເປັນຫຍັງບໍ່ເລືອກເດິນທາງອື່ນ ກໍ່ມັນບໍ່ພໍກິນ ແລ້ວຂ້ອຍກໍເຄີຍຖືກຜູ້ຊາຍຂົ່ມຂືນໝູ່ມາແລ້ວ ບໍ່ມີໃຜຕາມຄະດີຊ່ວຍຂ້ອຍໄດ້ ເລີຍຄິດປະຊົດຕົວເອງດ້ວຍການເຮັດວຽກແບບນີ້ເລີຍ ແຕ່ກໍ່ບໍ່ໄດ້ສະບາຍດັ່ງທີ່ຄິດປານໃດ

ຕໍ່ມາມີການກວດພະຍາດເຊິ່ງມີເປັນປະຈຳຢູ່ແລ້ວ ຂ້ອຍຕິດເອດ... ຢູ່ໃນຂັ້ນເລີ່ມຕົ້ນ ຈຶ່ງຕ້ອງຢຸດວຽກ ແລະຮັບການປິ່ນປົວເລື້ອຍມາ ຕ້ອງງົດເຫລົ້າ ງົດສູບຢາ ຮ່າງກາຍເລີ່ມອ່ອນແອລົງທຸກມື້ ໄປຫາໝໍ ໄດ້ຮັບຄຳແນະນຳໃຫ້ເຂ້າໂຄງການຟຣີ ແຕ່ຕ້ອງເບິ່ງແຍງຕົວເອງທຸກເດືອນ ຕ້ອງໄປພົບໝໍໄດ້ຮັບຢາຟຣີ ໃນລະຍະປີກວ່າທີ່ຮັບຢາ ຜິວພັນເລີ່ມແຫ້ງ ມີສະເກັດ ແລະດຳຄ້ຳ ຈຶ່ງປ່ຽນຢາ ແລະຜິວພັນກໍກັບມາຢູ່ໃນສະພາບປົກກະຕິ
ແຕ່ກໍ່ມີຂໍ້ເສຍຄື ແຂນ ຂາ ກົ້ນ ຈະນ້ອຍລີບ ຕ້ອງກິນຢາວິຕາມິນຊ່ວຍ ເຊິ່ງເຮົາຕ້ອງອອກເງິນຊື້ເອງ ເດືອນລະ 1000 ກວ່າບາດ ເງິນສະສົມກໍ່ຄ່ອຍ ໆ ຫມົດລົງໄປ ຈຶ່ງຄິດຮຽນ ແລະຊອກວຽກເຮັດ ແຕ່ກໍຍັງມີແຂກບາງຄົນບໍ່ຮູ້ ແວະວຽນມາໃຊ້ບໍລິການທີ່ຫ້ອງເລື້ອຍ  ໆ ມີລາຍໄດ້ຈາກການຂາຍຕົວເດືອນລະ 2-3 ໝື່ນບາດ ກໍ່ພໍຢູ່ໄດ້

ແຕ່ແຂກພິເສດທີ່ແວະວຽນມາ ຈະທຳຕົວສະໜິດສະໜົມຫລາຍຈົນເກີນໄປບໍ່ຍອມໃສ່ຖົງຢາງ ຂ້ອຍກໍ່ບໍ່ກ້າບອກວ່າເປັນຫຍັງ ໃນເມື່ອຫ້າມບໍ່ຟັງກໍຕ້ອງຍອມໃຫ້ແຕ່ໂດຍດີ ແຕ່ຂ້ອຍມີຄວາມບໍ່ສະບາຍໃຈ ເວລາຜ່ານໄປ 3-4 ເດືອນຕ້ອງໜີຍ້າຍຫໍພັກ ເພາະຫາກພວກເຂົາຮູ້ວ່າເປັນພະຍາດ ກໍ່ອາດຈະຄິດວ່າຕິດມາກັບຂ້ອຍກໍ່ໄດ້ ຫລືພຶດຕິກຳພວກເຂົາອາດ ຈະຕິດມາຈາກບ່ອນອື່ນ ໆ ກໍ່ໄດ້ ເພາະບາງຄົນໃນລະຍະທີ່ເຮັດວຽກນວດຢູ່ນັ້ນ ພວກເຂົາເປັນເອດ ແລ້ວກໍ່ປ່ຽນບ່ອນເຮັດວຽກໄປເລື້ອຍ ໆ ຫາກແຂກຕ້ອງການບໍ່ສວມຖົງຢາງ ພວກເຂົາຈະຕາມໃຈທັນທີ ພວກເຂົາສົມນ້ຳຫນ້າທີ່ຊາຍພວກນັ້ນບໍ່ລະວັງເອງ

ຜູ້ຊາຍມັກທຸກຄົນທີ່ທ່ຽວຕ້ອງລະວັງໄວ້ ມັນເປັນເລື່ອງຈິງ ຂ້ອຍກໍເດືອດຮ້ອນຕ້ອງຍ້າຍທີ່ຢູ່ໄປເລື່ອຍ ໆ ແຂກທີ່ໃສ່ຖົງ ຂ້ອຍກໍ່ໃຫ້ທີ່ຢູ່ໃໝ່ ແລະໃຫ້ຫາແຂກຫລືໝູ່ມາເພີ່ມເຮັດໃຫ້ລາຍໄດ້ຢູ່ໃນລະດັບດີຄືເກົ່າ  ແລະໃນລະຍະຫລັງ ໆ ຄຸນນະພາບຊີວິດຂອງຂ້ອຍດີຂຶ້ນ ສຸຂະພາບດີຈົນເກືອບປົກກະຕິ ຮັບແຂກໄດ້ຫລາຍ ແລະແຂກກໍ່ໃສ່ຖົງຢາງທຸກຄົນທຸກເທື່ອ ຍົກເວັ້ນແຂກໃໝ່ ທີ່ແຂກແນະນຳມາເຊິ່ງໃຊ້ບໍລິການຂ້ອຍມາເກືອບຄຶ່ງປີແລ້ວ ນັດຂ້ອຍໄປທ່ຽວສະຖານຕາກອາກາດຊາຍທະເລທີ່ລະຢອງ ບອກວ່າຈະມີໝູ່ອີກ 3 ຄົນໄປນຳ ໃຫ້ລາຄາດີ ຂ້ອຍຈຶ່ງໄປກັບພວກເຂົາ

ພວກເຂົາຈະໃຫ້ຂ້ອຍດື່ມເຫລົ້າ ຂ້ອຍກໍ່ບໍ່ດື່ມ ເພາະບໍ່ຖືກກັບພະຍາດ ເວລາກິນຢາຕ້ອງເຂົ້າຫ້ອງນ້ຳລັກກິນ ບໍ່ໃຫ້ໃຜຮູ້ເຫັນນຳ ພວກເຂົາເມົາ ແລະຫື່ນຫລາຍ ຮ່ວມຫລັບນອນກັບຂ້ອຍນົວເນຍໄປຫມົດພ້ອມກັນ ໂດຍຊາຍ 4 ຄົນເຮັດປານວ່າກຳລັງສະແດງຫນັງເອັກຝຣັ່ງ ທີ່ສຳຄັນແມ່ນບໍ່ໃສ່ຖົງຢາງ ຂ້ອຍຈະບອກວ່າເປັນຫຍັງຢ້ານ ພວກເຂົາກໍ່ຄົງຈະບໍ່ເຊື່ອ ແລະຫາກເຊື່ອກໍ່ຕ້ອງເຮັດບໍ່ດີກັບຂ້ອຍແນ່ນອນ

ພວກຜູ້ຊາຍທັງ 4 ຄົນ ຮ່ວມຫລັບນອນກັບຂ້ອຍຕະຫລອດ 3 ມື້ ຂ້ອຍເຮັດໃຫ້ພວກເຂົາທຸກຢ່າງ ຈົນເມື່ອຍລະບົມໄປຫມົດໄດ້ຄ່າຕົວມາ
ສອງໝື່ນບາດ ສຳຫລັບຂ້ອຍນ່ະຄຸ້ມຫລາຍ ແຕ່ພວກພວກເຂົາຈະຄຸ້ມຫລືບໍ່ຂ້ອຍບໍ່ຮູ້ ແລະຄິດວ່າທຸກຄົນຕ້ອງຕິດພະຍາດຈາກຂ້ອຍແນ່ນອນ ເພາະຢ່າງນ້ອຍ ເທົ່າທີ່ຂ້ອຍຈື່ໄດ້ແມ່ນແຕ່ລະຄົນຮ່ວມເພດກັບຂ້ອຍບໍ່ຕ່ຳກວ່າຄົນລະ 6 ເທື່ອ ຈະບໍ່ມີເທື່ອໃດບໍ່ຕິດພະຍາດເລີຍກໍ່ເປັນໄປບໍ່ໄດ້ ຕອນນີ້ຕ້ອງຍ້າຍທີ່ຢູ່ອີກແລ້ວ  
ຈຶ່ງຢາກຂໍເຕືອນນັກທ່ຽວທັງຫລາຍ ເມື່ອທ່ຽວຜູ້ຍິງ ຜູ້ຍິງຫ້າມຫຍັງຕ້ອງເຊື່ອເພາະວ່າພວກເຂົາຮູ້ຕົວເອງດີ ຈົ່ງສຳນຶກວ່າ

ຜູ້ຍິງທຸກ ໆຄົນ ທີ່ເຈົ້າໄປໃຊ້ບໍລິການນັ້ນກາຫົວໄວ້ກ່ອນເລີຍວ່າ ພວກເຂົາເປັນເອດ

ບໍ່ແມ່ນເພາະພວກເຂົາບໍ່ປ້ອງກັນຕົວ ແຕ່ເປັນເພາະຜູ້ຊາຍບັງຄັບພວກເຂົາດັ່ງນັ້ນ ຈຶ່ງເປັນສ່ວນຫນຶ່ງທີ່ພວກເຂົາ ໄດ້ແກ້ແຄ້ນຜູ້ຊາຍໂດຍບໍ່ຕັ້ງໃຈວ່າຈະໃຫ້ຕິດພະຍາດໄປສູ່ ເມຍຢູ່ເຮືອນ ແລະມີລູກກໍ່ຕິດພະຍາດໄປນຳ ຊີວິດທີ່ເຄີຍເປັນ ຈະກາຍເປັນນະລົກເຊັ່ນດຽວກັບທີ່ຂ້ອຍໄດ້ຮັບ....
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ຊາຍຄົນໜຶ່ງຍ່າງອອກຈາກຜັບ ພໍດີມີຂໍທານຄົນໜຶ່ງໜ້າຕາມອມແມມ ຕາມຕົວກໍ່ເປື້ອນຂີ້ຝຸ່ນນັ່ງຢູ່ຂ້າງທາງ

" ອ້າຍ ໆ ຂໍເງິນຈັກ ໒,໐໐໐ ກີບແດ່ທ້ອນ ຂ້ອຍຍັງບໍ່ໄດ້ກິນເຂົ້າເລີຍ " ຂໍທານເອີ່ຍປາກ

ຊາຍຄົນນັ້ນຢຸດກຶ່ກ........ ແລ້ວບອກວ່າ

" ເອົາແບບນີ້ ໄປກິນເຫລົ້າກັບອ້າຍ ອ້າຍລ້ຽງເອງ "

ຂໍທານບອກ " ບໍ່ເປັນຫຍັງອ້າຍ ຂ້ອຍບໍ່ກິນເຫລົ້າ "

ຊາຍໜຸ່ມເລີຍບອກ " ຊັ້ນໄປຫລິ້ນໄພ້ກັບອ້າຍບໍ່ ພີ່ອອກທຶນໃຫ້ "

ຂໍທານກໍຍັງປະຕິເສດ " ຂ້ອຍບໍ່ຫລິ້ນການພະນັນອ້າຍ "

ຊາຍຄົນນັ້ນເລີຍຖາມຕໍ່ " ເອົາແນວນີ້ຊັ້ນນ່າ ອ້າຍພາໂຕໄປລົງອ່າງດີກວ່າ "

ຂໍທານກໍຕອບອີກວ່າ " ອ້າຍຂ້ອຍບໍ່ທ່ຽວຜູ້ຍິງ "

ຊາຍໜຸ່ມເລີຍຍິ້ມນ້ອຍ ໆ ຄືດັ່ງວ່າຖືກໃຈແລ້ວຖາມວ່າ

" ເມື່ອກີ້ໂຕຂໍເງິນອ້າຍເທົ່າໃດ? "

ຂໍທານບອກ: " ໒໐໐໐ ກີບຊື່ ໆ ອ້າຍ "

ຊາຍໜຸ່ມເລີຍກົ້ມໜ້າໄປກະຊິບຂ້າງຫູຂໍທານວ່າ: " ເອົາແນວນີ້ກໍ່ແລ້ວກັນອ້າຍໃຫ້ນ້ອງ ໒໐,໐໐໐ ກີບເລີຍ "

" ແຕ່ໄປທີ່ເຮືອນກັບອ້າຍຈັກຫນ່ອຍກ່ອນເດີ້!!! "

ຂໍທານເຮັດໜ້າງົງ ໆ : " ເປັນຫຍັງອ້າຍ? ໄປເຮັດຫຍັງ? "

ຊາຍໜຸ່ມ ຄວັກເງິນອອກມາ ໒໐,໐໐໐ ກີບ ແລ້ວເວົ້າວ່າ:
 " ໄປໃຫ້ເມຍອ້າຍມັນເບິ່ງ ວ່າຄົນທີ່ບໍ່ກິນເຫລົ້າ ບໍ່ຫລິ້ນການພະນັນ ບໍ່ທ່ຽວຜູ້ຍິງຫັ້ນ ສະພາບມັນເປັນແນວໃດ... 555 "



ຈາກ FW mail ;)
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ຂ້ອຍອາໄສຢູ່ກັບເອື້ອຍ ຢູ່ກັນສອງຄົນໃນເຮືອນສອງຊັ້ນຫລັງນ້ອຍ ໆ ບ່ອນເຮັດວຽກຂອງຂ້ອຍຢູ່ຫ່າງຈາກເຮືອນບໍ່ເທົ່າໃດ ທຸກມື້ຫລັງເລີກວຽກ ຂ້ອຍຈະຍ່າງກັບບ້ານດ້ວຍຄວາມຫວັງວ່າ ຍາມໃດຂ້ອຍຈະມີແຟນນຳເພິ່ນ ຂະນະທີ່ຂ້ອຍກຳລັງເບິ່ງໜັງຢູ່ໃນຫ້ອງ ກໍ່ໄດ້ຍິນສຽງເອື້ອຍເອີ້ນໃຫ້ລົງໄປຊັ້ນລຸ່ມ ລົງໄປແລ້ວເອື້ອຍຂ້ອຍກໍ່ບອກວ່າ ໝູ່ຂອງເອື້ອຍຍ້າຍເຂົ້າມາເຊົ່າເຮືອນຕິດກັບເຮືອນເຮົາ ເອື້ອຍຂ້ອຍແນະຂ້ອຍໃຫ້ຮູ້ຈັກກັບ “ເອື້ອຍມົດ” ແລະຂໍແຮງຂ້ອຍ ຊ່ວຍຂົນຍ້າຍສຳພາລະເຂົ້າເຮືອນ ແຕ່ສາຍຕາ ແລະຮອຍຍິ້ມ ຂອງເອື້ອຍມົດທີ່ເບິ່ງມາຫາຂ້ອຍນັ້ນ ເຮັດເອົາຫົວໃຈຂອງຂ້ອຍປານຈະຢຸດເຕັ້ນເອົາໂລດ...

ຜິວຂອງເອື້ອຍມົດຂາວລະອຽດຫລາຍ ເຂົ້າໃຈວ່າ ຄົງຜ່ານການເບິ່ງແຍງມາຢ່າງດີ ເອື້ອຍມົດສູງປະມານ 170 ຊມ. ແອວກິ່ວຮັບກັບບັ້ນທ້າຍທີ່ໄດ້ຮູບຢ່າງແປກປະຫລາດ ໃນລະຫວ່າງທີ່ຊ່ວຍກັນຂົນຍ້າຍສິ່ງຂອງ ຂ້ອຍເບິ່ງຜ່ານໜ້າເອິກຂອງເອື້ອຍມົດຢ່າງບໍ່ຕັ້ງໃຈ ແຕ່ກໍ່ອົດຈະຄິດຮອດໝາກໂມລູກນ້ອຍ ໆ ທີ່ແມ່ຄ້າວາງຂາຍຢູ່ໃນຕະຫລາດບໍ່ໄດ້ ເອື້ອຍມົດເອົາມັນມາຈາກໃສເດ້ ເຫັນແລ້ວເປັນຕາໜ້າໜັກເອິກໜັກໃຈແທນແທ້  ໆ ຍາມທີ່ພວກເຮົາພາຂົນຍ້າຍສິ່ງຂອງ ຜ່ານຊ່ອງທາງນ້ອຍ ໆ ທີ່ຕ້ອງຄ່ອຍ ໆ ບຽດຜ່ານກັນ ຂ້ອຍຮູ້ສຶກໄດ້ເຖິງຄວາມອ່ອນນຸ້ມຈາກຮ່າງກາຍເອື້ອຍມົດ ທີ່ບົດບຽດມາຖືກຮ່າງກາຍຂ້ອຍ ທີ່ເຕັມໄປດ້ວຍເມັດເຫື່ອ ມັນເປັນຄວາມຮູ້ສຶກທີ່ຄົນຢ່າງຂ້ອຍຍາກຈະບັນລະຍາຍແທ້  ໆ ເອື້ອຍມົດຄົງຈະເຫັນຂ້ອຍເປັນນ້ອງເລີຍບໍ່ໄດ້ລະວັງຕົວ ຂ້ອຍໄດ້ແຕ່ຂົ່ມຄວາມຮູ້ສຶກແປກ ໆ ທີ່ກຳລັງເຜົາໄຫມ້ຂຶ້ນມາໃນໃຈຢ່າງສຸດຄວາມສາມາດ ເພາະ ຢ່າງນ້ອຍກໍ່ເພື່ອເຫັນແກ່ເອື້ອຍຂອງຂ້ອຍ ຂ້ອຍຈຶ່ງບໍ່ຄວນຄິດຫຍັງຫລາຍໄປກວ່ານີ້

ວັນເວລາຜ່ານໄປ ເອື້ອຍມົດມັກຈະມາເປັນແຂກປະຈຳຂອງເອື້ອຍຂ້ອຍເກືອບທຸກມື້ ບາງມື້ກໍ່ຊວນກັນອອກໄປເບິ່ງໜັງພັກຜ່ອນ ບາງມື້ກໍ່ຊວນກັນໄປຫາໝໍຄວາມງາມ (ບໍ່ຮູ້ເອື້ອຍຂ້ອຍຈະບ້າຄວາມງາມໄປນຳເອື້ອຍມົດໄປຮອດໃສເດ້ ບໍ່ເຂົ້າໃຈແທ້  ໆ ) ແຕ່ສາຍຕາທີ່ເອື້ອຍມົດເບິ່ງມາຫາຂ້ອຍນັ້ນ ມັນແຝງແວວຕາແປກ ໆ ຫລາຍຂຶ້ນທຸກມື້ ບາງຄືນຂ້ອຍຫລັບຕານອນຍັງເບິ່ງເຫັນຮອຍຍິ້ມ ແລະແວວຕາຄູ່ນັ້ນຈົນນອນບໍ່ຫລັບ ຕ້ອງລຸກຂຶ້ນມາອອກກຳລັງກາຍໜັກ ໆ ເພື່ອຂົ່ມຄວາມຮູ້ສຶກຕົວເອງໃຫ້ບັນເທົາລົງ

ແລະໃນຄ່ຳຄືນນີ້ກໍ່ສອງໂມງກາງຄືນແລ້ວ ຂ້ອຍຕື່ນຂຶ້ນມາເພາະສຽງເອີ້ນຂອງເອື້ອຍທີ່ດັງມາຈາກຊັ້ນລຸ່ມ ຂ້ອຍຍ່າງລົງຂັ້ນໄດໄປ ເຫັນເອື້ອຍຂ້ອຍກຳລັງພາເອື້ອຍມົດ ທີ່ຢູ່ໃນອາການເມົາ ບໍ່ໄດ້ສະຕິຂຶ້ນຂັ້ນໄດມາ ເອື້ອຍຂ້ອຍບອກວ່າ ຄືນນີ້ໝູ່ຮຽນລຸ້ນດຽວກັນເຂົາຈັດງານສະຫລອງ ແຕ່ເອື້ອຍມົດເມົາຫລາຍ ກະແຈເຮືອນເອື້ອຍມົດກໍ່ຊອກບໍ່ເຫັນ ຈຶ່ງຕ້ອງພາມານອນເຮືອນເຮົາກ່ອນ ແລ້ວເອື້ອຍກໍ່ບອກໃຫ້ຂ້ອຍ ປະຄອງເອື້ອຍມົດຂຶ້ນໄປນອນເທິງຫ້ອງຂອງເອື້ອຍຂ້ອຍ ສ່ວນຕົວເອື້ອຍຂ້ອຍ ລາຂັບລົດອອກຈາກເຮືອນໄປສົ່ງໝູ່ລາວອີກສອງສາມຄົນ ຂ້ອຍປະຄອງເອື້ອຍມົດຂຶ້ນຂັ້ນໄດໄປຫ້ອງເອື້ອຍຂ້ອຍ ດ້ວຍແຂນຂາທີ່ສັ່ນຈົນເກືອບຈະຄວບຄຸມບໍ່ໄດ້ ກິ່ນໄວນ໌ອ່ອນ ໆ ປະສົມກັບກິ່ນນ້ຳຫອມລາຄາແພງທີ່ອາບຢູ່ເທິງຕົນໂຕອື້ອຍມົດ ລອຍມາເຂົ້າດັງຂ້ອຍ ໝາກໂມໜ່ວຍນ້ອຍ ໆ ມັນບຽດກັບຮ່າງກາຍຂ້ອຍ ຈົນຫລຸດອອກຈາກເກາະເອິກມາໂຊແກ່ສາຍຕາ

ຂ້ອຍໄດ້ແຕ່ຂົ່ມຄວາມຮູ້ສຶກຕົວເອງ ປະຄອງເອື້ອຍມົດຂຶ້ນມາຈົນສຸດທາງຍ່າງຂຶ້ນຂັ້ນໄດຢ່າງຍາກຊາ ແຕ່ແລ້ວເຫດການທີ່ຂ້ອຍບໍ່ຄາດຄິດກໍ່ເກີດຂຶ້ນ ອາດຈະເປັນຍ້ອນຄວາມເມົາ ເອື້ອຍມົດຍູ້ຂ້ອຍເຂົ້າໄປຕິດຝາ ໜ້າເອິກທັງສອງບົດບຽດກັບໜ້າເອິກເປືອຍເປົ່າຂອງຂ້ອຍຢ່າງແນບແໜ້ນ ກ່ອນທີ່ຂ້ອຍຈະທັນໄດ້ຕັ້ງຕົວ ຮິມຝີປາກຂອງເອື້ອຍ ກໍ່ກົດລົງມາບົດບຽດກັບຮິມຝີປາກຂ້ອຍ ຈາກນັ້ນສະຕິຂອງຂ້ອຍກໍ່ຂາດລົງ ລືມຜິດຊອບຊົ່ວດີ ລືມທຸກສິ່ງຮອບກາຍ ຂ້ອຍເຮັດສິ່ງຮ້າຍແຮງທີ່ສຸດໃນຊີວິດກັບເອື້ອຍມົດ ຢ່າງບໍ່ໜ້າໃຫ້ອະໄພໄດ້ເລີຍ...

ສະຕິຂ້ອຍ ກັບຄືນມາອີກເທື່ອໜຶ່ງ ໄດ້ຍິນສຽງຮ້ອງປານໃຈຈະຂາດໃຈຂອງເອື້ອຍມົດ ແຕ່ທຸກຢ່າງມັນກໍ່ສາຍເກີນທີ່ຈະແກ້ໄຂແລ້ວ... ອາລົມທີ່ອັດອັ້ນມັນໄຫລອອກຈາກຕົວຂ້ອຍຢ່າງສຸດຈະຄວບຄຸມ ຂ້ອຍບໍ່ໜ້າເຮັດມັນລົງໄປເລີຍ…

ຂ້ອຍຂໍໂທດ… ສຽງຂໍໂທດຂອງຂ້ອຍຫລຸດອອກມາຈາກ ປາກຢ່າງແຜ່ວເບົາ ພາຍໃຕ້ສຽງສະອື້ນແລະນ້ຳຕາທີ່ໄຫລອອກມາຢ່າງບໍ່ຂາດສາຍ ຂ້ອຍກອດເອື້ອຍມົດຢ່າງສຳນຶກຜິດໃນການກະທຳຂອງຕົວເອງ ແຕ່ເລືອດທີ່ໄຫລອອກມາເຕັມຂາຂອງເອື້ອຍມົດ ເຮັດໃຫ້ຂ້ອຍຕົກໃຈຈົນເກືອບຫມົດສະຕິ...

ຫລັງຈາກເຈົ້າຫນ້າທີ່ໂຮງໝໍຮັບຕົວເອື້ອຍມົດເຂົ້າຫ້ອງສຸກເສີນແລ້ວ ຂ້ອຍເອນກາຍນັ່ງລົງຕັ່ງນັ່ງຢ່າງໝົດແຮງ  ຄົງເປັນຄັ້ງທຳອິດຂອງເອື້ອຍມົດ ທີ່ພົບເລື່ອງຮ້າຍແຮງແບບນີ້ ເອື້ອຍມົດຈະໃຫ້ອະໄພຂ້ອຍຫລືບໍ່? ຫາກເອື້ອຍມົດແຈ້ງຕຳຫຼວດເດ້? ຂ້ອຍຄວນເຮັດແນວໃດດີ ຂ້ອຍບໍ່ໜ້າເຮັດແບບນີ້ກັບເອື້ອຍມົດເລີຍ ແຕ່ຂ້ອຍບໍ່ໄດ້ຕັ້ງໃຈແທ້  ໆ ຮ່າງກາຍມັນເຮັດໄປຕາມຄວາມຕ້ອງການຂອງມັນເອງ ແລ້ວຂ້ອຍຈະບອກເລື່ອງນີ້ກັບເອື້ອຍຂ້ອຍແນວໃດ?

ເອື້ອຍຂອງຂ້ອຍຢືນເບິ່ງໜ້າຂ້ອຍ ດ້ວຍແວວຕາທີ່ຍາກເກີນຈະບັນລະຍາຍອອກມາເປັນຄຳເວົ້າໃດ ໆ ໃນໂລກນີ້ໄດ້
ຂ້ອຍນັ່ງກົ້ມໜ້າ ເປັ່ງສຽງຄ່ອຍ ໆ ໃຫ້ເລັດລອດອອກຈາກປາກຢ່າງຍາກຊາ

ຂ້ອຍຂໍໂທດເອື້ອຍ....

ເອື້ອຍກໍ່ຮູ້ວ່າຂ້ອຍ ຊັງກະເທີຍຫລາຍ ຂ້ອຍລືມຕົວຖີບເອື້ອຍມົດຕົກຂັ້ນໄດ ຂ້ອຍເຮັດໄປຢ່າງບໍ່ຮູ້ໂຕແທ້ ໆ


(ບໍ່ໜ້າປ່ອຍໃຫ້ມັນຢູ່ກັບນາງມົດສອງຕໍ່ສອງແທ້ ໆ… ເອື້ອຍຂ້ອຍຈົ່ມ ໆ ຄ່ອຍ ໆ ໃຫ້ໄດ້ຍິນ)


……ນິທານເລື່ອງນີ້ສອນໃຫ້ຮູ້ວ່າ…..ກະເທີຍຄວນລະວັງຊາຍກ້າມໃຫຍ່….ເຫີ… ເຫີ… ອ່ານຮອດຕອນນີ້ແລ້ວຖອນຫາຍໃຈກັນຢ່າງໃຫຍ່

ໃຜອ່ານແລ້ວຄິດໄປເລື່ອງອື່ນລະກໍ່ສະແດງວ່າ... ຮະຮະຮາ....
ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ວິທີເຮັດຄຸນໄສ ຂ້າຄົນທີ່ເຮົາຕ້ອງການ (ຂອງຄົນຂະເໝນແທ້ ໆ ເລີຍ)

ບັງເອີນໝູ່ຂອງຂ້າພະເຈົ້າໄປຂະເໝນມາ ເລີຍໄດ້ຂອງດີມາຢ່າງຫນຶ່ງ
(ຢ່າງທີ່ເຮົາຮູ້ກັນດີວ່າ ຂະເໝນ ມີໄສຍາສາດທີ່ ໜ້າຢ້ານຫລາຍ)
ນັ້ນຄືວິທີຈັດການກັບຄົນທີ່ເຮົາກຽດຊັງ ບໍ່ມັກຫນ້າ ແລະຢາກໃຫ້ມັນຕາຍ...!!!


໑. ໄປນຳຮູບຂອງຄົນ ໆ ນັ້ນມາ ຈະເປັນສີຫລືຂາວດຳກໍ່ໄດ້ (ຕ້ອງເປັນຮູບທີ່ຖ່າຍມາບໍ່ເກີນ ໓ ເດືອນ)


໒. ໄປນຳຈານໂລຫະ (ຕ້ອງເປັນຈານທີ່ເຮັດມາຈາກສັງກະສີເທົ່ານັ້ນ) ໄປວາງໄວ້ໃນປ່າຊ້າ ໃຫ້ວາງຫງາຍ ໓ ຄືນ ແລ້ວວາງຄວ່ຳ ໓ ຄືນ


໓. ນຳຮູບຄົນທີ່ເຮົາຊັງໃສ່ລົງໄປໃນຈານແລ້ວຖົ່ມນ້ຳລາຍໃສ່ໜຶ່ງເທື່ອ ແລ້ວເທນ້ຳເຜິ້ງເດືອນຫ້າ
(ເດືອນຫ້າເທົ່ານັ້ນ) ໃສ່ລົງໄປ ແລ້ວເອົາດ້າມຂວານລົງໄປຄົນຈັກ ໓ ຮອບ
(ໃຫ້ໃຊ້ຂວານ ດ້າມຍາວ ໑໓ ນິ້ວ ຄວາມກວ້າງຂອງຂວານກວ້າງ ໖ ນິ້ວ ແລະດ້າມຈັບຂວານຕ້ອງເປັນໄມ້ສັກເທົ່ານັ້ນ)


໔. ນຳຈານທີ່ໃສ່ນ້ຳເຜິ້ງກັບຮູບໄປໃຫ້ໝາເລຍ (ຕ້ອງໃຫ້ໝາເລຍຈົນນ້ຳເຜິ້ງໝົດ) ລະວັງຢ່າໃຫ້ຮູບຫາຍເດັດຂາດ


໕. ນຳຈານໃສ່ນ້ຳເຜິ້ງເດືອນຫ້າອີກເທື່ອໜຶ່ງ (ແຕ່ບໍ່ຕ້ອງໃສ່ຮູບລົງໄປ ໃຫ້ເກັບໄວ້) ແລ້ວນຳໄປວາງຂວາງໜ້າປະຕູເຮືອນຄົນທີ່ເຮົາຈະຂ້າ


໖. ໃຫ້ດັກເບິ່ງຄົນທີ່ເຮົາຈະຂ້າໄວ້ໃຫ້ດີ ແລະຖືຮູບມັນໄວ້ໃນມື


໗. ພໍຈັງຫວະທີ່ມັນມາເຫັນຈານນ້ຳເຜິ້ງວາງຢູ່ແ ລະກຳລັງກົ້ມລົງໄປຈັບຈານ ກໍ່ໃຫ້ເຮົາເບິ່ງຮູບໃຫ້ແນ່ໃຈແລ້ວ






































" ໂດດອອກໄປໃຊ້ຂວານຟັນຫົວມັນໃຫ້ຂາດ "




































































...ແລ້ວມັນກໍ່ຈະຕາຍ...




ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ມີ​ຊາຍ​ຍິງ​ຄູ່​ໜຶ່ງ​ຮັກ​ກັນ​ຫລາຍ ຄົບ​ກັນ​ມາ 3 ປີ ທັງ 2 ຕົກລົງ​ຈະ​ແຕ່ງ​ງານ​ກັນ
ເມື່ອ​ກຳນົດ​ມື້​ຮຽບຮ້ອຍ ຝ່າຍ​ຊາຍ​ເອງ​ກໍ່​ລໍ​ຄອຍຖ້າ​ວັນທີ່​ຈະ​ແຕ່ງ​ງານ
ຕໍ່​ມາ​ບໍ່ດົນ​ຝ່າຍ​ຊາຍ​ຮູ້​ຂ່າວ​ວ່າ ຄູ່​ຮັກ​ຂອງ​ຕົນ​ແຕ່ງ​ງານ​ກັບ​ຄົນ​ອື່ນ​ຢ່າງ​ກະ​ທັນ​ຫັນ
ໂດຍ​ຝ່າຍ​ຍິງ​ເອງ​ກໍ່​ເຕັມ​ໃຈ ບໍ່​ໄດ້​ຖືກ​ບັງຄັບ​ແຕ່​ຢ່າງ​ໃດ
ເມື່ອ​ໄດ້​ຮູ້​ຂ່າວ ຝ່າຍຊາຍນັ້ນ​ທັງ​ງົງ​ແລະ​ເສຍ​ໃຈ​ຫລາຍ
ຮ້ອງ​ໄຫ້​ບໍ່​ກິນ​ບໍ່​ນອນ ບໍ່ດົນ​ກໍ່​ປ່ວຍ​ໜັກ​ເພາະ​ຕອມໃຈ

ເວລາ​ຜ່ານ​ໄປ ຝ່າຍ​ຊາຍ​ປ່ວຍ​ໜັກ​ຂຶ້ນ​ເລື້ອ​ຍ ໆ​ ໄປ​ຫາ​ໝໍ​ເທົ່າ​ໃດກໍ່ບໍ່​ດີ​ຂຶ້ນ
ຂະນະ​ທີ່ນ​ອນປ່ວຍ​ຢູ່​ທີ່​ເຮືອນ​ນັ້ນ ມີ​ຍາພໍ່ແກ່​ ໆ​ຜ່ານມາ
ເມື່ອ​ມາຮອດຍາພໍ່ກໍ່​ຢຸດ​ຢູ່​ທີ່​ໜ້າ​ເຮືອນ ແລ້ວ​ເບິ່ງເຂົ້າໄປ​ໃນ​ເຮືອນ​ຈຶ່ງ​ເຄາະ​ປະ​ຕູ
ເດັກ​ຮັບ​ໃຊ້​ອອກ​ມາ​ເປີດ​ປະ​ຕູ​ພົບ​ວ່າ ເປັນ​ພະ ຈຶ່ງ​ບອກວ່າ ບໍ່​ເຮັດ​ບຸນ​ ນິ​ມົນຂ້າງ​ໜ້າ
ຍາພໍ່​ຍິ້ມ​ຢ່າງ​ມີ​ເມດຕາ​ແລ້ວ​ເວົ້າ​ວ່າ ອາດຕະ​ມາ​ບໍ່​ໄດ້​ມາ​ບິ​ນທະບາດ
ໃນ​ເຮືອນ​ມີ​ຄົນເຈັບ​ແມ່ນບໍ່ ອາດຕະ​ມາ​ພໍ​ມີ​ຄວາມ​ຮູ້​ທາງ​ດ້ານ​ການ​ແພດ​ໜ້ອຍໜຶ່ງ
ບໍ່​ຮູ້​ຈະ​ພໍ​ຊ່ວຍ​ໄດ້​ຫຼືບໍ່ ເດັກ​ຮັບ​ໃຊ້​ໄດ້​ຟັງ​ກໍ່ອຶ້ງ​ແຕ່​ກໍ​ບອກວ່າ ​ຕັດ​ສິນ​ໃຈ​ເອງ​ບໍ່​ໄດ້
ຕ້ອງ​ຂໍ​ໄປ​ຖາມ​ເຈົ້າ​ນາຍ​ກ່ອນ ເດັກ​ຮັບ​ໃຊ້​ຍ່າງ​ເຂົ້າໄປ​ໃນ​ເຮືອນ​ຖາມ​ເຈົ້າ​ນາຍ
ເຈົ້າ​ນາຍ​ຕອບ​ຢ່າງ​ຕັດ​ລຳ​ຄານ​ວ່າ​ຢາກ​ເຂົ້າ​ມາ ກໍ​ເຂົ້າ​ມາ!

ເມື່ອ​ຍາພໍ່ເຂົ້າໄປ​ທີ່​ຫ້ອງ​ນອນ​ພົບ​ວ່າ
ຊາຍ​ຄົນ​ດັ່ງ​ກ່າວ​ນອນ​ຢ່າງ​ໝົດ​ອາໄລ​ຕາຍ​ຢາກ​ຢູ່​ເທິງ​ຕຽງ
ສີ​ໜ້າ​ຊີດ​ຊຽວ ຮ່າງກາຍ​ຈ່ອຍຜອມ ປານດັ່ງວ່າເຄິ່ງ​ຄົນເ​ຄິ່ງ​ສົບ
ເດັກ​ຮັບ​ໃຊ້​ນຳ​ນ້ຳ​ມາ​ຖວາຍ​ຍາພໍ່ ພ້ອມ​ຈັດຕັ່ງໃຫ້ຂ້າງ ໆ ​ຕຽງ​ຂອງ​ຊາຍ​ຄົນ​ນັ້ນ
ຍາພໍ່​ຍິ້ມ​ແລ້ວ​ເວົ້າ​ວ່າ​ອາການ​ໜັກ​ເລີຍ​ເນາະ
ຊາຍ​ຄົນ​ນັ້ນ ງຽບ​ບໍ່​ສົນ​ໃຈ​ໃນ​ສິ່ງ​ທີ່ຍາພໍ່​ເວົ້າ
ຍາພໍ່​ກວດ​ສຸຂະພາບໃຫ້​ພໍ​ເປັນ​ພິທີ ຈຶ່ງ​ກ່າວ​ວ່າ ໂຊມ​ຫລາຍ​ເລີຍ​ເນາະ
ຊາຍ​ຄົນ​ນັ້ນ​ບໍ່​ສົນ​ໃຈ ຍາພໍ່​ບອກວ່າ​ບໍ່​ເຊື່ອ ລອງ​ເບິ່ງຢູ່ແວ່ນເບິ່ງ
ຊາຍ​ຄົນ​ນັ້ນ​ບໍ່​ສົນ​ໃຈ ແຕ່​ຫາງ​ຕາ​ເຫລ່​ໄປ​ທີ່​ແວ່ນ​ໃນ​ຫ້ອງ​ນອນ
ລາວໄດ້ແນມເຫັນ​ພາບ​ຂອງ​ຄົນທີ່​ຮັກ​ຢູ່ໃນ​ນັ້ນ ບໍ່ດົນ​ພາບ​ຂອງ​ຄົນ​ຮັກ​ກໍ່ຄ່ອຍ ໆ​ ຈາງ​ຫາຍ​ໄປ
ກາຍ​ເປັນ​ພາບ​ທິວທັດຝັ່ງທະ​ເລ

ທີ່ຝັ່ງ​ທະ​ເລ​ແຫ່ງ​ນັ້ນ​ງຽບ​ສະຫງົບ ບໍ່​ມີ​ຄົນ​ຜ່ານ​ໄປ​ມາ
ຂະນະ​ທີ່​ຊາຍ​ຄົນທີ່​ປ່ວຍ​ນັ້ນ ເບິ່ງ​ພາບ​ໃນແວ່ນດ້ວຍ​ຄວາມ​ສົນ​ໃຈ​ນັ້ນ
ລາວ​ພົບ​ວ່າ ມີ​ສົບຂອງ​ຍິງຄົນຫນຶ່ງ​ນອນ​ເປືອຍ​ກາຍ​ຢູ່​ທີ່​ຊາຍ​ຫາດ
ເວລາ​ຜ່ານ​ໄປ​ຈັກໜ່ອຍ ກໍ່ມີ​ຊາຍ​ຄົນ​ໜຶ່ງ​ຍ່າງ​ຜ່ານມາ
ຊາຍຄົນນັ້ນເບິ່ງເຫັນ​ສົບ​ຍິງ​ຄົນ​ນັ້ນ​ດ້ວຍ​ຄວາມ​ລັງ​ກຽດ ແລ້ວ​ຍ່າງ​ຜ່ານ​ໄປ​ຢ່າງ​ໄວວາ
ຕໍ່​ມາ​ດົນເຕີບມີ​ຊາຍ​ອີກ​ຄົນ​ໜຶ່ງ​ຍ່າງ​ຜ່ານມາ ຊາຍຄົນນັ້ນ​ເບິ່ງແນມເຫັນ​ສົບ​ນັ້ນ
ແລ້ວກໍ່ເກີດຄວາມ​ສົງ​ສານ​ຈຶ່ງ​ຖອດ​ເສື້ອ​ນອກ​ອອກ​ມາ​ຄຸມ​ຮ່າງ​ຂອງ​ຍິງ​ຄົນ​ນັ້ນ ແລ້ວ​ຍ່າງ​ຈາກ​ໄປ
ອີກດົນເຕີບ​ເຊັ່ນ​ກັນ ມີ​ຊາຍ​ອີກ​ຄົນ​ຍ່າງ​ຜ່ານມາ
ຊາຍຄົນນັ້ນພົບ​ຄົນ​ນອນ​ມີ​ຜ້າ​ຄຸມ​ຢູ່ ຈຶ່ງ​ເປີດ​ອອກ​ເບິ່ງ ເມື່ອ​ພົບ​ວ່າ ເປັນ​ສົບຜູ້ຍິງ
ດ້ວຍ​ໃຈ​ສົງ​ສານ ຈຶ່ງ​ຄິດຈະ​ຝັງ​ໃຫ້​ຮຽບຮ້ອຍ ແຕ່​ກໍ່ບໍ່​ມີ​ເຄື່ອງ​ມື​ຈະ​ຂຸດ
ລາວ​ຈຶ່ງ​ຕັດ​ສິນ​ໃຈ​ໃຊ້​ມື​ທັງ 2 ຂ້າງ ຄ່ອຍ ໆ ​ກອບ​ຊາຍ​ຂຶ້ນ​ມາ
ລາວ​ເຮັດ​ແບບ​ນີ້​ໄປ​ເລື້ອຍ​ ໆ ຈົນ​ຮອດຍາມແລງ ພໍ​ໄດ້​ຂຸມທີ່​ໃຫຍ່​ພໍ​ສົມຄວນ
ຈຶ່ງ​ໄດ້​ຝັງ​ສົບ​ຜູ້ຍິງ​ຄົນ​ນັ້ນໃຫ້​ຮຽບຮ້ອຍ​ແລ້ວ​ຈາກ​ໄປ

ຈາກ​ນັ້ນ​ພາບ​ໃນ​ແວ່ນກໍ່ປ່ຽນ​ເປັນ​ພາບ​ຂອງ​ສົບ​ຍິງ​ຄົນ​ນັ້ນ
ແລະ​ກໍ່ຄ່ອຍ ໆ ​ປ່ຽນ​ເປັນ​ພາບ​ຂອງ​ຍິງ​ຄົນ​ຮັກ ພວກເຂົາ​ໄດ້​ເຫັນ​ກໍ່​ຕົກ​ໃຈ
ພໍ​ຜ່ານໄປຈັກຫນ່ອຍ ກໍ່ປະກົດ​ເປັນ​ພາບ​ຊາຍ​ຄົນທີ່ 2
ແລ້ວກໍ່ຄ່ອຍ ໆ ​ຈາງ​ຫາຍ​ໄປ ເຫລືອ​ແຕ່​ເງົາ​ຂອງ​ຕົວ​ເອງ​ໃນ​ແວ່ນນັ້ນ

ທັນ​ໃດ​ນັ້ນ​ຍາພໍ່ກໍ່ເວົ້າຂຶ້ນ​ວ່າ ບາດ​ນີ້​ເຂົ້າໃຈ​ຫຼືຍັງ ສົບ​ນັ້ນ​ຄື​ຄູ່​ຮັກ​ຂອງ​ໂຍມ
ຊາຍ​ຄົນທີ່​ຊ່ວຍ​ຝັງ​ສົບ​ນາງ ໄດ້ຜູ​ກວາດສະໜາ​ກັບ​ນາງ​ໜຶ່ງ​ຊາດ
ຊາດ​ນີ້​ນາງ​ເລີຍ​ແຕ່ງ​ງານ​ກັບ​ນາງ ສ່ວນ​ໂຍມ​ຊ່ວຍ​ຄຸມ​ສົບ​ນາງ
ຈຶ່ງ​ຜູ​ກວາດສະໜາ 3 ປີ ຕອນ​ນີ້​ຄົບ 3 ປີ ວາດ​ສະໜາ​ສິ້ນ​ແລ້ວ​ກໍ່​ຕ້ອງ​ຈາກ​ກັນ

ເມື່ອ​ຊາຍ​ຄົນ​ນັ້ນ​ຟັງ​ຈົບ​ກໍ່ກະ​ອັກ​ເລືອດ​ອອກ​ມາ ເດັກ​ຮັບ​ໃຊ້​ຕົກ​ໃຈ​ຫລາຍ
ຍາພໍ່​ຍິ້ມ​ແລ້ວ​ບອກວ່າ ໂຍມ​ລອດ​ແລ້ວ ເມື່ອ​ກີ້​ໂຍມ​ກະ​ອັກ​ເລືອດ​ເອົາ​ເລືອດ​ເສຍ​ອອກ​ມາ​ແລ້ວ
ຕໍ່​ມາ​ບໍ່ດົນ​ຊາຍ​ຄົນ​ນັ້ນ​ກໍ່ເຊົາປ່ວຍ ແລະໄດ້​ອອກ​ບວດ​ໃນ​ທີ່ສຸດ

^_^ ຄົນ​ເຮົາ​ໄດ້ພົບກັນ ບໍ່ແມ່ນ​ເລື່ອງ​ບັງ​ເອີນ ຄວາມ​ສຳພັນ ພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ, ໝູ່, ສັດຕູ, ຄົນ​ຮັກ ​ແລະ ອື່ນ  ໆ ບໍ່ແມ່ນ​ຂອງ​ເລື່ອນ​ລອຍ ເມື່ອ​ມີ​ວາດສະໜາ ບໍ່​ຕ້ອງ​ຮຽກຮ້ອງ ເຖິງ​ເວລາ​ກໍ​ມາ​ພົບ​ກັນ
ແລະເມື່ອ​ສິ້​ນວາດສະໜາ ກໍ່​ຕ້ອງ​ຈາກ​ກັນ ຈະຝືນແນວໃດກໍ່ບໍ່ໄດ້
ໃນ​ຕອນ​ທີ່​ຍັງ​ບໍ່​ຈາກ​ກັນ​ນີ້ ເຈົ້າ​ເຮັດ​ໄດ້​ເຮັດ​ດີ​ຕໍ່​ຄົນ​ຮັກຂອງ​ເຈົ້າ​ຫລື​ຍັງ
ເພາະ​ເຖິງ​ເວລາ​ທີ່​ຕ້ອງ​ຈາກ​ກັນ ບໍ່​ວ່າ​ເຈົ້າ​ຈະ​ມີ​ເງີນ​ຫລື​ອຳນາດ​ລົ້ນ​ຟ້າ ກໍ່ເອີ້ນມັນ​ກັບ​ຄືນ​ມາ​ບໍ່​ໄດ້
ເຮັດ​ດີ​ຕໍ່​ກັນ​ໄວ້​ດີກວ່າ ເພາະ​ບໍ່​ມີ​ໃຜ​ຮູ້​ວ່າ ເຮົາ​ຈະ​ຕ້ອງ​ຈາກ​ກັນ​ຕອນໃດ ^_^
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ນັ່ງຕັ່ງໃຫ້ສະບາຍ ແລ້ວຍົກຕີນຂວາຂຶ້ນໃຫ້ລອຍຈາກພື້ນ

ຈາກນັ້ນໃຫ້ຫມຸນຕີນຂວາເປັນວົງກົມ ຫມຸນໄປຂວາຕາມເຂັມໂມງ

ລະຫວ່າງນັ້ນກໍ່ໃຊ້ມືຂວາແຕ້ມເລກ 6 ກາງອາກາດ

ທັນໃດນັ້ນ... ຕີນຂວາກໍ່ຈະເລີ່ມຫມຸນໄປທາງຊ້າຍ ໂດຍທີ່ບໍ່ໄດ້ເຮັດຫຍັງເລີຍ



ບື໋ຍຍຍຍຍຍຍຍຍ~
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
alt

ດູໄບເມື່ອປີ ຄ.ສ. 1990 ກ່ອນການພັດທະນາພື້ນທີ່ຊາຍຝັ່ງ




alt

ຖະໜົນສາຍດຽວກັນ...ເມື່ອປີ ຄ.ສ. 2003




alt

ເມື່ອປີກາຍ...




alt

ວ່າກັນວ່າ ຈຳນວນປັ້ນຈັ່ນໃນດູໄບ ມີຮອດຮ້ອຍລະ 15 ເຖິງ 25 ຂອງຈຳນວນປັ້ນຈັ່ນທີ່ມີໃນໂລກ



alt

ຊາຍຝັ່ງທະເລດູໄບ ເມື່ອພັດທະນາແລ້ວ ຈະເປັນໂຄງການພັດທະນາພື້ນທີ່ຊາຍຝັ່ງທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ




alt

ທັງຫມົດນີ້ສ້າງຂຶ້ນໃນເວລາພຽງ 5 ປີ ຮວມທັງເກາະທີ່ຄ້າຍຕົ້ນປາມນີ້ນຳ





alt

ໄດ້ມີການນຳເທັກໂນໂລຢີການຂຸດລອກແບບໃຫມ່ຂອງເນເທີແລນມາໃຊ້ ເພື່ອການສ້າງເກາະຂະໜາດມະຫຶກມາເຫລົ່ານີ້ ເຊິ່ງເປັນເກາະທຽມທີ່ໃຫຍ່ທີ່ສຸດໃນໂລກ ແລະຍັງສາມາດເບິ່ງເຫັນໄດ້ຈາກອາວະກາດ ເກາະຮູບຕົ້ນປາມນີ້ສ້າງຂຶ້ນນຳກັນສາມເກາະ ໂດຍເກາະສຸດທ້າຍຈະມີຂະໜາດໃຫຍ່ທີ່ສຸດ



alt

ຣີສອດແຫ່ງນີ້ເມື່ອສ້າງແລ້ວຈະປະກອບມີບ້ານພັກຕາກອາກາດຮ່ວມ 2000 ຫລັງ ໂຮງແຮມຫລູ 40 ແຫ່ງ ໂຮງຫນັງແລະສິ່ງອຳນວຍຄວາມສະດວກອື່ນ ໆ ອີກຫລາຍຢ່າງ ເຊິ່ງຄາດວ່າຈະຮອງຮັບປະຊາກອນໄດ້ເຖິງ 500,000 ຄົນ ເຈົ້າຂອງໂຄງການຂອງຣີສອດແຫ່ງນີ້ໂຄສະນາວ່າ ຈະສາມາດເບິ່ງເຫັນຣີສອດແຫ່ງນີ້ໄດ້ຈາກດວງຈັນເລີຍເພາະຄວາມໃຫຍ່ຂອງມັນ




alt

ກຸ່ມເກາະໂລກ ມີເກາະທຽມຈຳນວນ 300 ເກາະ ເຊິ່ງສ້າງໃຫ້ເບິ່ງແລ້ວເປັນຮູບແຜນທີ່ໂລກ ປະມານການວ່າ ຄ່າກໍ່ສ້າງເກາະແຕ່ລະເກາະແມ່ນປະມານ 25 ເຖິງ 30 ໂດລ່າ




alt

ໂຮງແຮມ Burj al-Arab ໃນດູໄບ ເປັນໂຮງແຮມທີ່ສູງທີ່ສຸດໃນໂລກ ຖືກັນວ່າເປັນໂຮງແຮມ 7 ດາວພຽງແຫ່ງດຽວໃນໂລກ ຕັ້ງຢູ່ໃນເກາະທຽມໃນທະເລ



alt

Hydropolis ໂຮງແຮງໃຕ້ນ້ຳແຫ່ງທຳອິດຂອງໂລກ ສ້າງຂຶ້ນທັງຫມົດໃນເຢຍລະມັນແລ້ວຈຶ່ງນຳມາປະກອບທີ່ດູໄບ ມີກຳຫນົດແລ້ວເສັດໃນປີ ຄ.ສ. 2009




alt

Burj Dubai ກໍ່ສ້າງເມື່ອປີ ຄ.ສ. 2005 ແລະຄາດວ່າຈະແລ້ວເສັດໃນປີ ຄ.ສ. 2008 ດ້ວຍຄວາມສູງກວ່າ 800 ແມັດ ອາຄານແຫ່ງນີ້ຈະກາຍເປັນຕຶກທີ່ສູງທີ່ສຸດໃນໂລກເມື່ອກໍ່ສ້າງແລ້ວ ແລະຈະສູງກວ່າຕຶກໄທເປ 101 ເຊິ່ງເປັນຕຶກທີ່ສູງທີ່ສຸດໃນໂລກເກືອບ 40%





alt


ນີ້ຄືທິວທັດຂອງດູໄບໃນອະນາຄົດອັນໃກ້ ປະມານ ຄ.ສ. 2008-2009 ປັດຈຸບັນສ້າງຄືບຫນ້າໄປແລ້ວ 140 ຊັ້ນ ແລະໄດ້ກາຍເປັນສິ່ງກໍ່ສ້າງທີ່ສູງທີ່ສຸດໂດຍມະນຸດແລ້ວ ແຕ່ຢ່າງໃດກໍ່ຕາມ ມັນຍັງບໍ່ມີກຳຫນົດແລ້ວເສັດເທື່ອ



alt

Al Burj : ອາຄານຫລັງນີ້ຈະກາຍເປັນສູນກາງຂອງຊາຍຝັ່ງທະເລດູໄບ ເມື່ອສ້າງແລ້ວສົມບູນ ຈະກາຍເປັນສິ່ງກໍ່ສ້າງທີ່ສູງທີ່ສຸດໃນໂລກແທນທີ່ Burj Dubai




alt

ເມື່ອໄວ ໆ ນີ້ໄດ້ມີການປະກາດວ່າອາຄານຫລັງນີ້ຈະສູງ 1200 ແມັດເມື່ອສ້າງແລ້ວສົມບູນ ແລະຫມາຍຄູວາມວ່າມັນຈະສູງກວ່າ Burj Dubai ເຖິງ 30% ແລະສູງເປັນສາມເທົ່າຂອງຈຶກ Empire State




alt

Burj al Alam ຫຼື “ຫໍໂລກ” (World Tower) ເມື່ອສ້າງແລ້ວສົມບູນຈະເປັນໂຮງແຮມທີ່ສູງທີ່ສຸດໃນໂລກ ຄາດວ່າຈະສ້າງແລ້ວໃນປີ 2009 ດ້ວຍຄວາມສູງ 480 ແມັດ ເຊິ່ງເຕ້ຍກວ່າ ໄທເປ 101 ປະມານ 28 ແມັດ




alt

Trump International Hotel & Tower ເຊິ່ງຈະສ້າງເພື່ອເປັນສູນກາງຂອງເກາະ Palm Jumeirah ເກາະຫນຶ່ງໃນບັນດາເກາະປາມ




alt

Dubailand : ມີແຜນການສ້າງສວນສະນຸກແຫ່ງນີ້ຂຶ້ນໃຫ້ໃຫຍ່ກວ່າ Walt Disney World Resort ສອງເທົ່າ



alt

Dubai Sports City




alt

Dubailand




alt

Dubai Marina ເປັນໂຄງການທີ່ມະນຸດສ້າງຂຶ້ນລ້ວນ ໆ ເຊິ່ງປະກອບດ້ວຍຕຶກສູງທຽມຟ້າກວ່າ 200 ຕຶກເມື່ອໂຄງການແລ້ສ ເຊິ່ງມີກຳນົດການສ້າງແລ້ວໃນປີ 2009-2010




alt

Dubai Mall ຈະເປັນສູນການຄ້າທີ່ໃຫຍ່ທີ່ສຸດໃນໂລກດ້ວຍພື້ນທີ່ເຊິ່ງຮອງຮັບຮ້ານຄ້າປະມານ 1000 ຮ້ານ ກຳນົດແລ້ວແມານປີ 2008




alt

Ski Dubai




alt

ອາຄານທີ່ສູງທີ່ສຸດໃນໂລກຫລາຍແຫ່ງເຊັ່ນ Ocean Heights ແລະ Princess Tower ເຊິ່ງຈະເປັນອາຄານພັກອາໄສທີ່ໃຫຍ່ທີ່ສຸດໃນໂລກດ້ວຍຈຳນວນຊັ້ນກວ່າ 100 ຊັ້ນ ຈະຕັ້ງຢູ່ໃນ Dubai Marina





alt

ທ່າອາວະກາດ UAE Spaceport ຈະເປັນທ່າອາວະກາດສະຍານແຫ່ງທຳອີດຂອງໂລກ UAE Spaceport




alt

Falcon City of Wonders




alt

ດູໄບ ເປັນຫນຶ່ງໃນ 7 ລັດທີ່ປະກອບກັນເປັນສະຫະລັດອາມິເຣດ ຊາວອາເມລິກັນຫລາຍຄົນເລີ່ມຮູ້ຈັກເມືອງນີ້ເປັນຄັ້ງທຳອິດເມື່ອ ໄບພອດເວີ ເຊິ່ງເປັນລັດວິສາຫະກິດຂອງດູໄບ ໄດ້ເຂົ້າຊື້ກິດຈະການຂອງບໍລິສັດສັນຊາດອັງກິດທີ່ບໍລິຫານທ່າເຮືອ 6 ແຫ່ງໃນສະຫະລັດຯ ສະມາຊິກລັດຖະສະພາສະຫະລັດຯ ບາງຄົນມີປະຕິກິຍາຕໍ່ຕ້ານໂດຍໃຫ້ເຫດຜົນວ່າ ຜູ້ກໍ່ເຫດວິນາດສະກຳເມື່ອວັນທີ່ 11 ກັນຍາ 2001 ອາດໃຊ້ດູໄບເປັນຈຸດປ່ຽນຖ່າຍເງິນ ຂະນະທີ່ອີກຝ່າຍສະນັບສະໜຸນການຊື້ກິດຈະການດັ່ງກ່າວໂດຍຊີ້ໃຫ້ເຫັນວ່າ ສະຫະລັດເອມິເຣດເຊິ່ງເປັນທີ່ຕັ້ງກອງເຮືອທີ່ 5 ຂອງກອງທັບເຮືອສະຫະລັດຯ ໄດ້ພິສູດຕົວເອງວ່າເປັນພັນທະມິດໃນການທຳສົງຄາມ ຕໍ່ຕ້ານການກໍ່ເຫດວິນາດສະກຳຄັ້ງນັ້ນ ແຕ່ໃນທີ່ສຸດດູໄບກໍ່ຍົກເລີກຄວາມຄິດ ແລະສຸລະຕ່ານ “ບິນ ສຸ ໄລຢັມ” ຜູ້ບໍລິຫານໄບພອດເວີ ກໍ່ບອກວ່າ “ເຮົາບໍ່ມີເວລາມາຫຼິ້ນການເມືອງດອກ ຄົນອາເມລິກັນບໍ່ຕ້ອງການໃຫ້ເຮົາໄປເຮັດທຸລະກິດນີ້ກໍ່ບໍ່ເປັນຫຍັງ ຍັງມີທຸລະກິດອິກຫລາຍຢ່າງໃຫ້ເຮົາເຮັດ”

ດູໄບຄືແຫລ່ງທຸລະກິດທີ່ມີພົນລະວັດຫລາຍທີ່ສຸດແຫ່ງຫນຶ່ງ “ອາລີ ອັນ ຊິຮາບີ” ຜູ້ອຳນວຍການທະນາຄານເພື່ອການລົງທຶນຊັ້ນນຳແຫ່ງຫນຶ່ງ ເຊິ່ງຈົບການສຶກສາຈາກມະຫາວິທະຍາໄລພຣິນຕັນໄດ້ບອກວ່າ “ບໍ່ແມ່ນພຽງອາຄານ ຫຼືເກາະ ຫຼືໂຮງແຮມເທົ່ານັ້ນ ແຕ່ເຮົາຍັງມີກົດຫມາຍ ລະບຽບຂໍ້ບັງູຄັບ ແລະສະພາບສັງຄົມທີ່ເສລີອີກນຳ”

ດູໄບ ເປັນຕົວຢ່າງຄວາມສຳເລັດທີ່ຫາໄດ້ຍາກຍິ່ງໃນຕາເວັນອອກກາງ ພູມິພາກເຊິ່ງເຄີຍປະສົມແຕ່ຄວາມລົ້ມເຫລວແລະຊົບເຊົາ ທຸກມື້ນີ້ຍັງມີຄົນຖາມວ່າ ຂະນະທີ່ໂລກມຸສລິມກຳລັງດິ້ນຮົນຢູ່ໃນກະແສໂລກາພິວັດ ດູໄບເປັນຄວາມຜິດປົກກະຕິທີ່ເບິ່ງແລ້ວຫລູຫລາ ຫຼືເປັນຕົ້ນແບບໃຫ້ຊາດອາຫຣັບອື່ນ ໆ ຈະເລີນຮອຍຕາມກັນແທ້ “ອັບດຸນເຣາະມານ ອັນ ຣໍຊິດ” ນັກຂ່າວຊາວຊາອຸດິອາຣະເບຍ ແລະຜູ້ອຳນວຍການສະຖານທີ່ຂ່າວອັນເຣາະບີຍະ ບອກວ່າ “ດູໄບກຳລັງສ້າງແຮງກົດດັນໃຫ້ໂລກອາຫຣັບ ແລະໂລກມຸສລິມອື່ນ ໆ ປະຊາຊົນເລີ່ມຕັ້ງຄຳຖາມກັບລັດຖະບານຂອງຕົນວ່າ ຖ້າດູໄບເຮັດໄດ້ ເປັນຫຍັງລະເຮົາຊິເຮັດບໍ່ໄດ້”





alt

ພາບປີ 1960

ຄັ້ງຫນຶ່ງຍັງມີຫົວຫນ້າເຜົ່າຊາວອາຫຣັບ ຜູ້ມີຝັນອັນຍິ່ງໃຫຍ່ພະອົງຫນຶ່ງ ຊົງປົກຄອງເມືອງອັນງຽບເຫງົາກາງແສງແດດອັນຮ້ອນແຮງຢູ່ຮິມຝັ່ງອ່າວເປີເຊຍ ເຊິ່ງເປັນທີ່ພັກພິງຂອງເຫລົ່ານັກງົມມຸກ ຊາວປະມົງ ແລະພໍ່ຄ້າຜູ້ຈອດເຮືອໃບ ແລະເຮືອຫາປາເກົ່າ ໆ ຢູ່ຮິມລຳທານນ້ອຍ ໆ ທີ່ໄຫລຜ່ານຫມູ່ບ້ານ ຂະນະທີ່ຄົນທົ່ວໄປເຫັນທານສາຍນີ້ເປັນພຽງລຳນ້ຳນ້ອຍ ໆ ທີ່ໄຫລລົງສູ່ທະເລ ແຕ່ຫົວຫນ້າເຜົ່ານັ້ນ ກັບຊົງເຫັນວ່າ ນີ້ຄືຖະໜົນສູ່ໂລກກວ້າງ

ເມື່ອປີ 1959 ພະອົງໄດ້ຢືມເງິນຫລາຍລ້ານໂດລ່າຈາກປະເທດຄູເວດ ເຊິ່ງເປັນເສດຖີນ້ຳມັນ ແລະເປັນທັງປະເທດເພື່ອນບ້ານ ເພື່ອນຳມາຂຸດຂະຫຍາຍລຳທານໃຫ້ກວ້າງ ແລະເລິກພໍທີ່ຈະໃຫ້ເຮືອຜ່ານໄປໄດ້ ພະອົງໄດ້ສ້າງເຮືອແລະສາງສິນຄ້າ ວາງແຜນສ້າງຖະໜົກ ໂຮງຮຽນ ແລະບ້ານເຮືອນ ບາງຄົນຄິດວ່າ ພະອົງຊົງເສຍສະຕິ ຫຼືບໍ່ກໍ່ເຮັດບໍ່ສຳເລັດ ແຕ່ພະອົງກໍ່ຍັງຄົງເຊື່ອໝັ້ນໃນພະລັງແຫ່ງການເລີ່ມຕົ້ນໃຫມ່ ໃນຍາມອາລຸນຮຸ່ງ ພະອົງກັບມຸຮັມມັດ ໂອລົດອົງນ້ອຍ ຈະອອກໄປຍ່າງຫຼິ້ນຮິມຝັ່ງອັນວ່າງເປົ່າ ແລະວາດຝັນໄປນຳກັນ ແລະພະອົງກໍ່ຊົງທຳຝັນນັ້ນໄດ້ສຳເລັດຢ່າງທີ່ຕັ້ງໃຈໄວ້

ປັດຈຸບັນ ດູໄບຢູ່ພາຍໃຕ້ການປົກຄອງຂອງ “ຊີກ ມຸຮັມມັດ ບິນ ເຣາະຊີດ ອັນ ມັກຕູມ” ໂອລົດຂອງພະອົງ ຜູ້ຂົງສ້າງຄວາມຝັນໃຫຍ່ຫລວງຂອງຕົນຮອບລຳນ້ຳນັ້ນເຊັ່ນກັນ ພະອົງປ່ຽນຂອບຟ້າຍາມຮຸ່ງອາລຸນຂອງພະບິດາໃຫ້ເປັນວິມານສູງທຽມຟ້າ ທີ່ສ່ອງແສງສະຫວ່າງສະໄຫວ ແລະເຢັນດ້ວຍເຄື່ອງປັບອາກາດ ເຊິ່ງເປັນໂລກໃນຝັນຂອງຜູ້ຄົນນັບລ້ານ ລັດນ້ອຍ ໆ ທີ່ຊື່ດູໄບແຫ່ງນີ້ ເນືອງແໜ້ນໄປດ້ວຍຕຶກສູງທຽມຟ້າປະການຫນຶ່ງປານດັ່ງແມນຮັດຕັນ ພຽບພ້ອມດ້ວຍທ່າເຮືອລະດັບໂລກ ແລະຫ້າງຮ້ານປອດພາສີຂະໜາດມະຫຶມາ ທຸກມື້ນີ້ດູໄບມີນັກທ່ອງທ່ຽວເຂົ້າໄປຫລາຍກວ່າອິນເດີຍ ມີເຮືອສິນຄ້າທຽບທ່າຫລາຍກວ່າສິງກະໂປ ແລະດຶງດູດນັກລົງທຶນຕ່າງຊາດຫລາຍກວ່າປະເທດໃນຢູໂຣບ ຜູ້ຄົນຈາກ 150 ປະເທດຫລັ່ງໄຫລກັນເຂົ້າມາພັກອາໄສ ແລະເຮັດວຽກ ອັດຕາການຈະເລີນເຕີບໂຕທາງເສດຖະກິດຂອງດູໄບຄື 16% ເຊິ່ງນັ້ນຄື 2 ເທົ່າຂອງຈີນ ປັ້ນຈັ່ນຂະໜາດສູງຈຳນວນຫລາຍຜູດຂຶ້ນຈາກພື້ນດິນສູງເທົ່າເສັ້ນຂອບຟ້າ ປານດັ່ງວ່າເປັນເຄື່ອງຫມາຍອັດສະເຈຣີ





alt

alt

alt

alt

alt

alt

alt

ໂຮງແຮມໃຕ້ນ້ຳ ຂະໜາດ 220 ຫ້ອງ ຊື່ Hydropolis  ຈະເປີດບໍລິການໃນປີ 2009





alt

Space Science World ສະຖານນີອາວະກາດ






alt

alt

Dubai Sports City






alt

ຕຶກນີ້ຊື່ວ່າ “The Cube”





alt

alt





ພາບ ແລະບົດຄວາມແປຈາກກະທູ້ M6811223 @ Pantip.com
ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ກ. ເກັບເຮົາໄວ້ໃນໃຈ
ຂ. ເຂົ້າໃຈເຮົາ
ຄ. ຄອຍເປັນກຳລັງໃຈໃຫ້ເຮົາ
ງ. ງໍ້ເຮົາເມື່ອຮູ້ວ່າຕົວເອງເຮັດຜິດ
ຈ. ຈັບມືເຮົາເມື່ອຕ້ອງການກຳລັງໃຈ
ສ. ເສີຍກັບຄວາມໃຈຮ້ອນຂອງເຮົາ
ຊ. ຊ່ວຍເຫລືອເຮົາ
ຍ. ຍົກໂທດໃຫ້ກັບຄວາມຜິດພາດຂອງເຮົາ
ດ. ເດີນໄປກັບເຮົາ
ຕ. ຕິດຕາມຂ່າວຄວາມເປັນໄປຂອງເຮົາ
ຖ. ຖາມທຸກສຸກເຮົາ
ທ. ທຳໃຫ້ຊີວິດເຮົາປ່ຽນໄປ
ນ. ນັບຖືເຮົາ
ບ. ບອກຄວາມຈິງແກ່ເຮົາ
ປ. ປອບໃຈເມື່ອເຮົາທໍ້
ຜ. ຜູ້ທີ່ຕ້ອນຮັບເຮົາສະເຫມີ
ຝ. ຝາກຄວາມຈິງໃຈໄວ້ກັບເຮົາ
ພ. ພູມໃຈໃນຕົວເຮົາ
ຟ. ຟັງເຮົາສະເຫມີ
ມ. ມອບສິ່ງດີ ໆ ໃຫ້ກັບເຮົາ
ຢ. ຢືນຄຽງຂ້າງເຮົາ
ລ. ລະອຽດອ່ອນກັບຄວາມຮູ້ສຶກເຮົາ
ວ. ໄວ້ໃຈເຮົາ
ຫ. ເຫັນຄຸນຄ່າຂອງເຮົາ
ອ. ອະທິບາຍໃນສິ່ງທີ່ເຮົາບໍ່ເຂົ້າໃຈ
ຮ. ຮັກເຮົາທີ່ເຮົາເປັນຕົວຂອງເຮົາ





ປ.ລ. ຂໍຂອບໃຈນູ່ນີ່ທີ່ຮຽງລຳດັບພະຍັນຊະນະລາວໃຫ້
ປ.ລ. ໒. ເປັນເລື່ອງທີ່ ປ.ຮ. ທີ່ສຸດທີ່ຂຽນມາ
ປ.ລ. ໓. ອຸດົມຄະຕິ == ເປັນໄປບໍ່ໄດ້
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2008 | ມີ 44 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ຂໍເຊີນສະມາຊິກພັນລາວທຸກ ໆ ທ່ານມາຊ່ວຍກັນອອກແບບເສື້ອພັນລາວ ວ່າຢາກໄດ້ແບບໃດກັນ ຕອນນີ້ທາງ Diow ເພິ່ນໄດ້ອອກແບບຫນ້າ ແລະຫລັງເສື້ອມາແລ້ວ


alt

ສຳຫລັບທາງຫນ້າ

ແລະ


alt

ສຳຫລັບທາງດ້ານຫລັງ

ແບບອື່ນ ໆ ທີ່ບໍ່ໄດ້ເລືອກແມ່ນເບິ່ງໄດ້ໃນ http://punlao.com/au8ust/albums/521

ບາດນີ້ເຫລືອທາງຂ້າງ ຢູ່ແຂນເສື້ອ ຄິດວ່າແຂນເສື້ອເບື້ອຂວາ ຊິພິມຊື່ສະມາຊິກ ສ່ວນທາງຊ້າຍປ່ອຍວ່າງໄວ້

ຢາກໃຫ້ຊາວພັນລາວຮ່ວມກັນໂຫວດເບິ່ງວ່າຄິດເຫັນກັນ ແນວໃດ?

ໂຫວດໄດ້ໃນ http://punlao.com/au8ust/polls/17/ <<--- ຄລິກເລີຍ!!
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
Red Cliff

ປະເທດຈີນໃນປີ ຄ.ສ. ໒໐໘ ໃນສະໄຫມການປົກຄອງຂອງຣາຊວົງຫັ່ນ ອັນມີພະເຈົ້າຫ້ຽນເຕ້ເປັນພະຈັກກະພັດ ແຜ່ນດິນຈີນຖືກແບ່ງອອກເປັນຫລາຍກົກຫລາຍເຫລົ່າ ຂຸນເສິກແລະອຸປະຣາຊຜູ້ມີຄວາມມຸ່ງໝັ້ນ “ໂຈໂສ” ໃຊ້ຈັກກະພັດເປັນເຄື່ອງມືໃນການປະກາດສົງຄາມກັບດິນແດນຈົກກົກທາງທິດຕາເວັນຕົກ ທີ່ເຊິ່ງປົກຄອງໂດຍ “ເລົ່າປີ່” ເປົ້າຫມາຍຂອງໂຈໂສຄື ກຳຈັດທຸກກົກໃຫ້ຫມົດສິ້ນໄປ ເພື່ອຮວມປະເທດຈີນໃຫ້ເປັນປຶກແຜ່ນ ແລະຕັ້ງຕົນເປັນຈັກກະພັດເສຍເອງ

ເລົ່າປີ່ ສົ່ງ “ຂົງເບ້ງ” ທີ່ປຶກສາຂອງຕົນໄປດິນແດນແຫ່ງງໍ່ກົກທາງໃຕ້ ໃນຖານະທູນສັນຖະວະໄມຕີ ເພື່ອໂນ້ມໃຫ້ “ຊຸນກວນ” ຜູ້ນຳງໍ່ກົກເຂົ້າຮ່ວມເປັນພັນທະມິດສູ້ສົງຄາມກັບໂຈໂສ ໃນທີ່ນັ້ນ ຂົງເບ້ງໄດ້ພົບກັນ “ຈິວຢີ່” ທີ່ປຶກສາແຫ່ງງໍ່ກົກ ແລະກາຍເປັນມິດກັນທ່າມກາງໄຟສົງຄາມທີ່ກຳລັງຮ້ອນຂຶ້ນເລື້ອຍ ໆ

ຝ່າຍໂຈໂສເມື່ອໄດ້ຮູ້ວ່າສອງກົກຮວມກັນເປັນພັນທະມິດແລ້ວ ກໍ່ເກີດຄວາມໂກດແຄ້ນ ສັ່ງຮວບຮວມກຳລັງພົນກວ່າ ໘໐໐,໐໐໐ ພ້ອມເຮືອອີກ ໒,໐໐໐ ກວ່າລຳລົງໃຕ້ ຫວັງຂ້ານົກສອງໂຕໂດຍໃຊ້ຫິນກ້ອນດຽວ ກອງທັບໂຈໂສຕັ້ງຖານທີ່ໝັ້ນຢູ່ໃນປ່າອີກາ ຮິມຝັ່ງແມ່ນ້ຳແຢງຊີ ໂດຍທີ່ອີກຝັ່ງຫນຶ່ງຂອງແມ່ນ້ຳຄືຜາແດງ ອັນເປັນຖານທີ່ໝັ້ນຂອງຝ່າຍສັມພັນທະມິດ

ດ້ວຍສະບຽງອາຫານທີ່ຂາດແຄນ ແລະກອງທັບຈຳນວນມະຫາສານຂອງໂຈໂສ ຝ່າຍສຳພັນທະມິດຈຶ່ງຕົກຢູ່ໃນທີ່ນັ່ງລຳບາກ ຈິວຢີ່ ແລະຂົງເບ້ງ ຈຶງຕ້ອງຮ່ວມກັນໃຊ້ປະຕິພານໃນການປ່ຽນກະດານເສິກ ສົງຄາມຄັ້ງນີ້ເຕັມໄປດ້ວຍການຕໍ່ສູ້ທັງດ້ານກຳລັງ ແລະສະໝອງ ທັງໃນນ້ຳ ແລະເທິງບົກ ຈຶ່ງກາຍເປັນສົງຄາມທີ່ມີຊື່ສຽງທີ່ສຸດໃນປະຫວັດສາດຈີນ ທີ່ເຊິ່ງເຮືອສອງພັນລຳຖືກເຜົາວອດວາຍ ແລະເປັນເຫດໃຫ້ປະຫວັດສາດຈີນປ່ຽນແປງໄປຕະຫລອດການ ສົງຄາມດັ່ງກ່າວນັ້ນມີຂື່ວ່າ “ເສິກຜາແດງ” ນັ້ນເອງ

(ເລື່ອງຫຍໍ້ຈາກ SiamZone)

alt

ບໍ່ຮູ້ວ່າ ITECC ຈະເອົາມາສາຍມື້ໃດ ໃຜມີຂໍ້ມູນຂຽນບອກໄດ້ເດີ້

ດ້ານລຸ່ມເປັນໂຄສະນາຫນັງ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ເລື່ອງນີ້ອາດມີການໃຊ້ພາສາທີ່ບໍ່ສຸພາບ ກະລຸນາໃຊ້ວິຈາລະນະຍານໃນການອ່ານ...

ໃນບ່າຍວັນສຸກທີ່ເປັນສະຫວັນຂອງໃຜຫລາຍ ໆ ຄົນ ໂດຍສະເພາະໄວລຸ້ນ ລວມເຖິງໄວຄົນເຮັດວຽກທີ່ກຳລັງຈັບກຸ່ມກັນຄິດວ່າ ຄືນນີ້ໄປທ່ຽວໃສດີ

ຄືນນີ້ຈະພາແຟນໄປກິນດິນເນີຢູ່ໃສ ຫຼືວ່າມື້ອື່ນຈະໄປຊື້ເຄື່ອງຢູ່ໃສດີ ແຕ່ສຳຫລັບເຮົາແລ້ວ ມັນຄືຍາມບ່າຍທີ່ສຸນແສນຈະຮ້ອນອົບເອົ້າເນື່ອງຈາກ ພາວະໂລກຮ້ອນ ແລະພາວະແອຢູ່ຫ້ອງການເພ... ສຽງໂທລະສັບດັງຂຶ້ນຕະຫລອດເວລາທີ່ໂຕະພະນັກງານຝ່າຍຂາຍ ສຽງຍ່າງໄປມາຂອງຜູ້ຄົນທີ່ເຂົ້າອອກຫ້ອງການ ແລະກິ່ນຢາຖູພື້ນທີ່ແມ່ບ້ານປະສົມມາຢ່າງເຂັ້ມ (ສົງໄສຢ້ານບໍ່ສະອາດ -*-) ເຮັດໃຫ້ພາບຂອງບ່າຍມື້ນີ້ ບໍ່ໄດ້ຕ່າງຈາກແຕ່ລະມື້ເລີຍ...

ມື້ນີ້ພວກເຮົາທຸກຄົນກຳລັງເລັ່ງວຽກກັນຢ່າງໜັກ ເພື່ອໃຫ້ໄດ້ສົ່ງວຽກທັນຕາມກຳຫນົດການທີ່ຈະປິດຫ້ອງການໃນມື້ອື່ນ ພວກເຮົາເຮັດວຽກກັນເກີນຄ່າໂຕທຸກຄົນ ຖ້າປຽບແລ້ວກໍ່ປານວ່າ Man U ຊື້ York ມາຖືກແບບສຸດ ໆ ແລ້ວກາຍເປັນສູນຫນ້າທີ່ໂຫດເກີນຄ່າໂຕນັ້ນແຫລະ

ຂະນະທີ່ເຮົາກຳລັງພິມເອກະສານຢູ່ນີ້... ຫນ້າຈໍມັນເປັນເສັ້ນ ໆ ... ໂອ... ມີຄົນໂທເຂົ້ານັ້ນເອງ... ຈາກຫມູ່ສຸດ Hip ຂອງຂ້າພະເຈົ້າເອງລະ

ເຮົາ: ເອີ ເປັນແນວໃດ

ຫມູ່: ເອີ...ກໍ່ຄືກູບອກມຶງຫັ້ນແຫລະ... ຝາກແດ່ເດີ້

ເຮົາ: ເຮີ້ຍຍຍຍຍຍ... ຍັງບໍ່ໄດ້ເວົ້າເລີຍ ຊິຮູ້ເລື່ອງບໍ່ ວ່າແນວໃດ ເວົ້າມາ ກູວຽກຫລາຍ

ຫມູ່: ຂາເປັນແນວໃດ ດີແລ້ວຕິແມ່ນບໍ່

ເຮົາ: ດີແລ້ວ ດີມາເປັນອາທິດແລ້ວ

ຫມູ່: ເອີ... ກໍ່ດີແລ້ວ ມຶງຮູ້ບໍ່ວ່າ ຕາມທຳນຽມຂອງຊາວທຣິນິແດດ ແອນໂທເບໂກ້ (ປະເທດຫຍັງຂອງມັນວະ) ນິ ຖ້າວ່າມີຫມູ່ທີ່ເຊົາຈາກອາການບາດເຈັບຂາຫັກແລ້ວ ຕ້ອງມີການສະເຫລີມສະຫລອງໃຫ້ກັນ... ແລ້ວຫມູ່ທີ່ຂາຫັກຕ້ອງເປັນຄົນອອກເງິນພ້ອມ (ມັນຈັ່ງແມ່ນ...)

ເຮົາ: ຟັງຄື ໆ ຢູ່... ແຕ່ມັນເລື່ອງຫຍັງວະກູຕ້ອງອອກເງິນຄົນດຽວ ທຳນຽມຊາວທຣິນິແດດມັນບອກແນວນັ້ນຊ້ຳເບາະ?

ຫມູ່: ເອີ ນະ... ມຶງຮູ້ກໍ່ຢ່າໄປບອກໃຜລະ (ບັກອັນນີ້ມັນຕອບແບບຄົນລະເລື່ອງດຽວກັນເລີຍ)

ເຮົາ: ແນວໃດລະ ຊິໄປກິນບໍ່ ໃຜໄປແດ່ ຮ້ານ dance ໆ ກູບໍ່ໄປເດີ້ move ຫລາຍບໍ່ໄດ້ ດຽວຊວຍຖືກຢຽບຕີນອີກ

ຫມູ່: ໄປກັບກູ ສອງຄົນເທົ່ານີ້ລະ ຊາຍ - ຊາຍ ບໍ່ຈຸກຈິກກັນ ມັນຢູ່ທີ່ໃຈວ່ະ ຫຼືຖ້າໃຈຕຸດກໍ່ບໍ່ຕ້ອງມາ (ເບິ່ງມັນດ່າ)

ເຮົາ: ໄປກັນແບບເກ ໆ ນິ? ...ເອົາກໍ່ເອົາວະ ໃຜ ໆ ເຂົາກໍ່ເປັນກັນ....ໄປຮ້ານໃດລະ?

ຫມູ່: ໄປນີ້ເລີຍ ແຖວ ໆ ວັດສີເມືອງເລີຍ ກູມີຮ້ານເດັດ ໆ ມານຳສະເຫນີ

ເຮົາ: ເອີ ດີດີດີ ໄປຊິວເບຍນຳ ເອ... ແຕ່ວ່າມັນເດັດແນວໃດວະ ງົງ

ຫມູ່: ໂຫ... ອີ່ຊະນີ...(ມັນເລີ່ມແຕ໋ວແຕກໃສ່ເຮົາ) ຕ້ອງຂາຫມູເຢຍລະມັນເລີຍວ່ະ ຂອງເຂົາດີແທ້ ໆ ມຶງຕ້ອງລອງ

ເຮົາ: ແທ້ນິ? ສາດດດດດດດດ (ລາກສຽງກວນ ໆ)

ຫມູ່: ຂາຫມູຢູ່ນີ້ນ່ະມຶງ ກູເຄີຍໄປກິນກັບຫມູ່ກູຕະຫລອດ ໂຄດດດດ ອະພິມະຫາແຊບ ກູຈຶ່ງມາຊວນມຶງນີ້ເດ້ ມຶງຮູ້ບໍ່ ມັນຄືຄວາມລົງຕົວທຸກ ໆ ຢ່າງ ເລີ່ມຕົ້ນທີ່ຜັກດອງທີ່ເປັນຜັກດິສແບບເກົາຫລີ ຖ້າມີຄົນຕົວະກູວ່າສັ່ງມາຈາກກຸງໂຊລ ກູກໍ່ຊິເຊື່ອ ບໍ່ມີກິ່ນເຫມັນຄາວກວນໃຈເລີຍ ກຳລັງສົ້ມພໍດິບພໍດີ ນ້ຳຈິ້ມຫັ້ນ ຢ່າງເທບ... ລົດຊາດຫວານທີ່ໄດ້ຈາກນ້ຳຈິ້ມຫັ້ນ ບໍລິສຸດປານນ້ຳຄ້າງຍາມເຊົ້າ ບໍ່ຫວານແສບຄໍ ແຕ່ລົດຫວານແບບອິຕາລີ່ (ມັນເກີດ ແລ້ວກໍ່ໃຫຍ່ຢູ່ປາກເຊ ມັນຊິໄປຮູ້ເລື່ອງອິຕາລີ່ໄດ້ແນວໃດວະງົງ) ມີລົດເຜັດທີ່ໄດ້ຈາກພິກໄທສີລາຊາ ເຊິ່ງເປັນພິກໄທເກຣດ AAAAAAA+++ ຂອງປະເທດໄທ ວ່າກັນວ່າ ຄົນສະໄຫມກ່ອນ ກວ່າຊິປູກພິກໄທໃຫ້ໄດ້ແບບນີ້ ຕ້ອງເສຍເງິນໄປກວ່າ 21 ລ້ານ US ໂດລ່າ ແລະຕ້ອງໃຊ້ນັກວິທະຍາສາດຈາກ Harvard ມາຕັ້ງ Lab ວິໄຈກັນຍາວນານກວ່າ 25 ປີເລີຍໃດມຶງ ຄິດເບິ່ງວ່າກວ່າມັນຊິກາຍເປັນນ້ຳຈິ້ມໃຫ້ກິນເຮົາໄດ້ ມັນຄັດສັນມາດີຂະໜາດໃດ

ເຮົາ: ຫວາ  ໆ ໆ ໆ

ຫມູ່: ແລ້ວທີ່ເດັດສຸດ ໆ ເລີຍມຶງ ຂາຫມູຫັ້ນ... ກູວ່າມັນຕ້ອງ import ເຂົ້າມາຢ່າງຈິງແທ້ແນ່ນອນເລີຍວ່ະ ກູບໍ່ເຊື່ອວ່າຫມູທີ່ນຸ້ມລີ້ນຈົນເກືອບຊິລະລາຍແບບນີ້ ຈະສາມາດເກີດແລະໃຫຍ່ໃນອາການແບບປະເທດລາວເຮົາໄດ້ ຕ່ອນຂອງມັນຫັ້ນມີສີຊົມພູອ່ອນ ໆ ສະລັບກັບຊັ້ນໄຂມັນເປັນສີນວນ ໆ ຫນັງຂອງມັນຊິໄຫມ້ ໆ ຫນ້ອຍຫນຶ່ງ ໄດ້ໃຈມະເຮັງ ກິ່ນຫອມໄປທົ່ວ ປະມານວ່າ ຖ້າປິດຕາແລ້ວໃຫ້ດົມແຕ່ກິ່ນ ມຶງຕ້ອງຄິດວ່າກຳລັງຢູ່ເມືອງປາຣີສ ແລະກຳລັງດິນເນີຢ່າງຫລູເທິງຫໍຄອຍໄອເຟວ ໃນຄືນວັນບຸນບັ້ງໄຟຮ່ວມກັບດາລາສາວ Paris Hilton ແນ່ນອນ (ງົງ ຂາຫມູເຢຍລະມັນຊິໄປອອກຢູ່ຫໍໄອເຟວໄດ້ແນວໃດວະ) ນິມຶງຖ້າໄດ້ເບຍຈັກແກ້ວ ບັນຍາກາດຍາມຄ່ຳຄືນຂາຫມູ ໂອ້ວວວວວວ ຊີວິດກູຄືຊິບໍ່ຕ້ອງເສຍເວລາໄປຕາມຫາສິ່ງອື່ນອີກແລ້ວ ນີ້ລະຄືຄວາມຫມາຍທີ່ກູມີຊີວິດຢູ່...

ເຮົາ: ຄິດໃນໃຈ ຟັງມັນບັນລະຍາຍຈົນຢາກກັດກິນ keyboard ໄປນຳເລີຍ ກໍ່ເລີຍຕອບຕົກລົງໄປຢ່າງຊ່ວຍບໍ່ໄດ້ ນັດແນະກັນວ່າອອກແປດໂມງ ຂ້າພະເຈົ້າເອງກໍ່ຍັງບໍ່ທັນຫລາບ ເທື່ອແລ້ວຫັ້ນ ມັນບອກວ່າໄປກິນເຝີຖ້ວຍ 12,000 ກີບ ໂຄດແຊບ ແບບເທບເລີຍ ກິນແລ້ວປານວ່າມີປີກງອກ ກິນອາຫານຍີ່ປຸ່ນສຸດລ້ຳເລີດເຫນືອຈິນຕະນາການ ກິນແລ້ວຈະໄດ້ໄປສຳຜັດເຖິງບັນຍາກາດແດນຊາກຸຣະ ບາດໄປກິນລະບໍ່ຮອດຊິແຊບຈັກດີ້ ຫມູ່ເວນເອີ້ຍຍຍຍ #@(D98D!@()!$( ແຕ່ຢ່າເທາະ ບໍ່ຢາກຂັດສັດທາມັນ

ປະມານແປດໂມງຄ່ຳມາ ກໍ່ໄປຮອດຈຸດຫມາຍ ເຮົາສອງຄົນກໍ່ຍ່າງເຂົ້າໄປໃນຮ້ານຂາຫມູແບບງຽບ ໆ ຕາມພາສາ ຊາຍ-ຊາຍ ທີ່ບໍ່ໄດ້ຄິດຫຍັງຫລາຍໄປກວ່າຫມູ່ກັນ

ຄົນໃນຮ້ານກໍ່ຫລາຍເຕີບ ບຽດກັນເລີຍ ຍັງຄິດສົງໄສວ່າ ມັນບໍ່ເຄີຍມາທ່ຽວຫຼືແນວໃດວະ ມາຈົນເຕັມຮ້ານ ໂຫ່... ພວກນີ້ມີເງິນເທົ່າໃດກໍ່ມາລົງເຫຼົ້າເບຍຫມົດ

ເຮົາສອງຄົນຊອກໂຕະນັ່ງແລະນັ່ງລົງທ່າມກາງສຽງເພງຝຣັ່ງທີ່ປະປົນໄປກັບບັນຍາກາດຄ່ຳຄືນທີ່ແສນໂຣແມນຕິກ ຈັກຫນ່ອຍກໍ່ມີເດັກເສີບຍ່າງເຂົ້າມາຖາມວ່າ “ເອົາຫຍັງອ້າຍ” ເດັກເສີບມັນເຮັດຫນ້າແບບເຫງົານອນ ໄວ້ຊົງຜົມດຽວກັບນັກຮ້ອງວົງ Retrospect ເສື້ອລາຍຂວາງ ເຈາະດັງ ໃສ່ຈິວ ສົ້ງຮັດຈົນເບິ່ງແລ້ວສົງໄສຊິເປັນບວມ ເຂົ້າມາທັກທາຍແລ້ວກໍ່ຮັບອໍເດີ

...ເອົາເບຍລາວມາຫລອດຫນຶ່ງເລີຍ...ດ່ວນ...ນັ້ນຄືຢ່າງທຳອິດທີ່ເຮົາສັ່ງ...ຈາກນັ້ນກໍ່ຕາມຕິດດ້ວຍຫນັງໄກ່ທອດ ແລະແນ່ນອນ ຄວາມຫມາຍແຫ່ງການມີຊີວິດຢູ່...ຂາຫມູເຢຍລະມັນ ອາຫານໃນຕຳນານ

ບັກເດັກເສີບ Retrolian ມັນຮັບອໍເດີແລ້ວກໍ່ຈາງຫາຍໄປກັບຝູງຊົນ ປານວ່າມັນຈະບໍ່ກັບມາອີກເປັນຄັ້ງທີ່ສອງ ຂ້າພະເຈົ້ານັ່ງລົມກັບຫມູ່ໄດ້ຈັກຫນ່ອຍ ເບຍກໍ່ມາ ຈາກນັ້ນບໍ່ຮອດ 5 ນາທີ ຂາຫມູເຢຍລະມັນ...ຄວາມຫມາຍຂອງການມີຊີວິດຂອງມາຮອດ...

ເຮົາ: ອັນນີ້ນິ ອັນມຶງບອກວ່າອາຫານເທບຫັ້ນ??

ຫມູ່: ນີ້ລະ ມຶງດົມກິ່ນເບິ່ງ ດົມເລີຍ ໆ ໆ ... ເປັນແນວໃດ ປານຢູ່ໃນກຸງອາມສະເຕີດຳເລີຍແມ່ນບໍ່ຫ້ຽນນນນນ (ຫ່າາາ ມື້ກີ້ຍັງຝອຍວ່າຢູ່ຝຣັ່ງຢູ່ ບາດນີ້ປ່ຽນບ່ອນລະ)

ຂ້າພະເຈົ້າບໍ່ລໍຊ້າ ຮີບຈັດການກິນທັນທີ ແຕ່ພໍຂາຫມູເຂົ້າປາກເທົ່ານັ້ນລະ...

ໂອ້ວວວວວວ...ນີ້ມັນ...ນີ້ມັນ...ນີ້ມັນ!!!! ບໍ່ເຊື່ອກໍ່ຕ້ອງເຊື່ອ ເທື່ອນີ້ມັນບໍ່ໄດ້ໂມ້ ລົດຊາດທີ່ຊຶມອອກມາຕາມຊີ້ນຂາຫມູ ມາກະທົບກັບຕ່ອມຮັບຮູບຂອງລີ້ນ... ນີ້ມັນຄືລົດຊາດທີ່ສຸດແສນຈະຫາຄຳບັນລະຍາຍໃດ ໆ ມາປຽບເປັນພາສາມະນຸດໃນໂລກມົນ ໆ ຫນ່ວຍນີ້ໄດ້ເລີຍອີ່ພໍ່ອີ່ແມ່ເອີ້ຍ...!! ຊີ້ຫມູອັນນຸ້ມນວນ...ກິ່ນຂາຫມູເຜົາແບບ classic ສຸດຍອດດດດດດດ ໃນວິນາທີນັ້ນ ເຮົາສອງຄົນບໍ່ລົມຫຍັງກັນເລີຍ ມີພຽງສົ່ງຍິ້ມໃຫ້ກັນແລະກັນ...

ຫມູ່ເຮົາມັນບອກໃຫ້ລອງນ້ຳຈິ້ມກັບຜັກດອງເບິ່ງ...

ໂອ້ວວວວວ ນ້ຳຈິ້ມກໍ່ເດັດສຸດຍອດ... ສາມາດ get along ກັບຂາຫມູໄດ້ເປັນຢ່າງດີ ສົມແລ້ວທີ່ຄົນສະໄຫມກ່ອນໃຊ້ເວລາກວ່າ 25 ປີ ແລະເງິນທີ່ 21 ລ້ານ U$ ໂດລລ່າໃນການຄິດຄົ້ນນ້ຳຈິ້ມນີ້....

ສ່ວນຜັກດອງບໍ່ໄດ້ກິນ ບໍ່ມັກເປັນການສ່ວນຕົວ ແຕ່ຫມູ່ມັນບອກວ່າກິນແລ້ວປານໄດ້ໄປນັ່ງໃນກຸງໂຊລເລີຍວ່າຊັ້ນ

ມັນເສີມອີກວ່າ ເຊື່ອກູນິ ກູວ່າພໍ່ຄົວຕ້ອງບໍ່ໄດ້ເປັນຄົນລາວວ່ະ ຕ້ອງເປັນຝຣັ່ງເຖົ້າ ໆ ທີ່ມາຈາກເຢຍລະມັນແລ້ວມີສູດຂາຫມູ ທີ່ສືບທອດມາຈາກຕົ້ນຕະກູນຢ່າງຈິງແທ້ແນ່ນອນ  ແບບວ່າເປັນສູດທີ່ສືບທອດກັນມາແຕ່ຍຸກນະໂປລຽນຍັງຫນຸ່ມ ບໍ່ຊັ້ນມັນຊິແຊບແບບນີ້ຫວະ??  ແລ້ວມຶງເບິ່ງ ຫມູນະ ຕ່າງຈາກແບບທີ່ພວກເຮົາກິນກັນທຸກມື້ເດີ້ ມັນວິເສດໂຄດ ພວກຫມູພວກນີ້ມັນຕ້ອງຖືກລ້ຽງດູມາຢ່າງດີແນ່ນອນ ແບບວ່າຕ້ອງໃຫ້ກິນແຕ່ຂອງດີ ໆ ເຊັ່ນ ຄາເວຍ...ລາຊານຢ່າ...ຊີ້ນປາວານທ້ອງແກ່...ປາຫິມະ ແມ່ນຫຍັງແບບນີ້ຫັ້ນນາາາາາາາາາາ ບໍ່ຊັ້ນມັນຊິແຊບແບບນີ້ຫວະ ມຶງວ່າບໍ່?

ເຮົາ: ເອີ ສົງໄສວ່ະ ໆ (ວິນາທີນີ້ມັນເວົ້າຫຍັງກໍ່ເຊື່ອແລ້ວ ແນວວ່າຂອງມັນດີແທ້ເດ້)

ຂາຫມູຫມົດຢ່າງໄວວາປານວ່າມີແຮ້ງມາກິນກໍ່ບໍ່ປານ ເຮົາບໍ່ລໍຊ້າຮີບສັ່ງຂາຫມູສຸດສອງມາກິນຢ່າງດ່ວນ ໆ ຕາມພາສາຄົນມີເງິນ (ແຕ່ບໍ່ມີສະຫມອງ)

ເປັນຄ່ຳຄືນທີ່ດີຫລາຍ ຂວາເປັນແກ້ວເບຍ ຊ້າຍເປັນຂາຫມູ + ຫມູ່ທີ່ຮູ້ໃຈກັນຕັ້ງແຕ່ສະໄຫມຮຽນອະນຸບານຫມີນ້ອຍ ນີ້ລະສະຫວັນແທ້ ໆ ຂ້າພະເຈົ້າແລະຫມູ່ຮູ້ສຶກຜ່ອນຄາຍຈາກໂລກທີ່ແສນຈະໂຫດຮ້າຍ ສັງຄົມທີ່ເສື່ອມໂຊມ ແລະວຸ້ນວາຍເປັນແນ່ແທ້ ຖິ້ມພາລະຕ່າງ ໆ ໄວ້ເບື້ອງຫລັງ ຄືນນີ້ຂໍມາວວວວວວວວວວວວວວວວວວວວວວ~

ແລ້ວກໍ່ຮອດທ່ຽງຄືນ...ຂ້າພະເຈົ້າເອງກໍ່ເມົາພໍສົມຄວນ ປະມານວ່າຖ້າເປັນຜູ້ຍິງຄືຊິສ່ຽງຕໍ່ສະຖານະເສຍຕົວໃຫ້ຫມູ່ຄົນນີ້ແລ້ວແນ່ນອນ ເຮົາກໍ່ເລີຍຈັດການ check ບິນແລ້ວພາຮ່າງອັນສະຕິບໍ່ສົມປະກອບອອກຈາກຮ້ານ ລະຫວ່າງນັ້ນເຮົາສອງຄົນໄດ້ແວ່ໄປເບົາໃນຫ້ອງນ້ຳກ່ອນກັບ

ເມື່ອຈັດການຮຽບຮ້ອຍແລ້ວກໍ່ມາບ້ວນປາກ ລ້າງມື ແລ້ວກໍ່ຕາມພາສາຄົນເມົາ ເຫດການບໍ່ຄາດຝັນກໍ່ເກີດຂຶ້ນ...

ຄວາມທີ່ປະຕູເຮືອນຄົວມັນພໍດີກັບປະຕູຫ້ອງນ້ຳ... ພາບທີ່ຂ້າພະເຈົ້າເຫັນກໍ່ຄື...ກຳມະວິທີຄົວຂາຫມູເຢຍລະມັນທີ່ແສນຈະແຊບນົວແບບຂັ້ນເທບ...ໂດຍຄົນພຽງຄົນດຽວ!!!

ພາບທີ່ໄດ້ເຫັນຕໍ່ຈາກນັ້ນຄື...ບັກເດັກເສີບ Retrolian ທີ່ມັນມາຮັບອໍເດີຫັ້ນ ຍ່າງໄປຕູ້ເຢັນ ຈັບເອົາຊອງແດງ ໆ ສົ້ມ ໆ ອອກມາ ແລ້ວໃຊ້ມີດປາດປາກຖົງອອກ ເທຊີ້ນອອກມາ ແລ້ວ ແລ້ວ ແລ້ວ.. ແລ້ວມັນກໍ່ຄືຂາຫມູເຢຍລະມັນນີ້ເອງ!!!! ອັນເຮົາກິນມື້ກີ້ນີ້ຫວະ ເປັນຫຍັງມັນຢູ່ໃນຊອງແບບນັ້ນລະ??

ຈາກນັ້ນບັກເດັກເສີບກໍ່ເອົາຈານໄປໃສ່ໃນເຕົາໂມໂຄຣເວບ ແລ້ວຢູ່ໃສວະ ພາບກຳມະວິທີເຮັດຂາຫມູເຢຍລະມັນທີ່ມີປະສົບການສູງ ປຸງແຕ່ງສູດທີ່ເຂົ້າເຖິງເນື້ອໃນ ເຖິງລົດຊາດແບບຕາເວັນຕົກ ແລະໃສລະພາບຂອງພໍ່ຄົວທີ່ຄັດສັນວັດຖຸດິບຢ່າງດີ ທີ່ import ມາຈາກຕ່າງປະເທດ ກວ່າຊິໄດ້ເປັນຂາຫມູທີ່ອົບຫອມແບບຊາວຢູໂຣບແບບນີ້...

ຍັງ ຍັງບໍ່ພໍ ຫລັງຈາກມັນກົດເຕົາໄມໂຄຣເວບອອກມາແລ້ວ ມັນກໍ່ໄປກຽມຂຽງ ຜັກດອງຕ່າງ ໆ ຈັບອອກມາຈາກກາລະມັງ ບໍ່ໄດ້ເກົາຫລີຢ່າງທີ່ເຄີຍຄິດກັນ ແລະຮ້າຍໄປກວ່ານັ້ນ ນ້ຳຈິ້ມທີ່ເຮົາຫລົງຄິດໄປວ່າໃຊ້ງົບປະມານ 21 ລ້ານ + ຄະນະທີມງານວິໄຈຈາກ Harward ແທ້ຈິງແລ້ວມັນຄື...ນ້ຳຈິ້ມພັນທ້າຍນໍລະສິງ...ທີ່ສາມາດຫາຊື້ໄດ້ຕາມຮ້ານ Minimart ທົ່ວໄປໂດຍບໍ່ຕ້ອງໃຊ້ງົບ 21 ລ້ານເລີຍ!!!

ຂ້າພະເຈົ້າແລະຫມູ່ບໍ່ມີບົດສົນທະນາໃດ ໆ ມີພຽງຍ່າງອອກຈາກຮ້ານມິດ ໆ ຄືຕອນຍ່າງເຂົ້າມາທຳອິດ ໄປທີ່ລົດຈັກຂອງຫມູ່

ເຮົາ: ໃສມຶງບອກວ່າພໍ່ຄົວຊາວເຢຍລະມັນ ວັດຖຸດິບ import ແລ້ວກໍ່ສູດບູຮານເດ້? ຫລອນຄັກຫລາຍມຶງ ແບບນີ້ກູວ່າຢູ່ຕັງແຟກໍ່ມີຂາຍ

ຫມູ່: ເອີ...ກູກະວ່າໄປຊັ້ນລະ ກູມາກິນຕະຫລອດກູກໍ່ຫາຮູ້ຄືກັນ...ໂລກເຮົານີ້ເນາະມີແຕ່ສິ່ງຫລອກລວງ (ມຶງບໍ່ຕ້ອງໄປໂທດໃຜເລີຍ ມຶງຫາກຫລອນໄປເອງ ຍາມຮ້ອນມາລະຈິດຕົກຕະຫລອດບັກອັນນີ້)

ຈາກນັ້ນ ຫມູ່ກໍ່ມາສົ່ງຂ້າພະເຈົ້າ ໂດຍທີ່ຕະຫລອດທາງເຮົາບໍ່ເວົ້າຮອດເລື່ອງນັ້ນອີກເລີຍ ເພາະຢ້ານວ່າຈະເຮັດໃຫ້ຄວາມຮູ້ສຶກດີ ໆ ທີ່ມີຕໍ່ຮ້ານນັ້ນເສຍລົງໄປ ຄິດແຕ່ວ່າ ປ່ອຍໃຫ້ມັນເປັນຄວາມຊົງຈຳດີ ໆ ກໍ່ແລ້ວກັນເນາະ...
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2008 | ມີ 21 ຄຳເຫັນ ແລະ 0 trackback(s)
ຊາຍຄົນຫນຶ່ງ ເລີ່ມເວົ້າໄດ້ຕອນອາຍຸ 4 ປີ
ຊາຍຄົນນັ້ນ...ອ່ານໜັງສືອອກຕອນ 8 ປີ
ຊາຍຄົນນັ້ນ...ເຄີຍຖືກໄລ່ອອກຈາກໂຮງຮຽນ
ຊາຍຄົນນັ້ນ...ເຄີຍຖືກປະຕິເສດຈາກໂຮງຮຽນອາຊີວະແຫ່ງຊູຣິກ
ຊາຍຄົນນັ້ນ...ເຄີຍຖືກອາຈານລະບຸວ່າ “ສະໝອງຊ້າ ບໍ່ມັກສັງຄົມ ແລະລ່ອງລອຍຢູ່ໃນຄວາມຝັນອັນໂງ່ຈ້າຂອງຕົວເອງຕະຫລອດເວລາ”


alt
ຊາຍຄົນນັ້ນ...ຊື່ວ່າ “ອັນເບີດ ໄອສະໄຕ” ຜູ້ຖືກຂະໜານນາມວ່າເປັນບິດາແຫ່ງປະລະມະນູ



ຊາຍຄົນໜຶ່ງເຄີຍຖືກປະຕິເສດຈາກໂຮງຮຽນກຽມທະຫານເວັສພອຍ
ຊາຍຄົນນັ້ນ...ລອງສະໝັກໃຫມ່ເບິ່ງອີກຄັ້ງ
ຊາຍຄົນນັ້ນ...ຖືກປະຕິເສດອີກຄັ້ງ
ຊາຍຄົນນັ້ນ...ພະຍາຍາມເປັນຄັ້ງທີ່ສາມ
ຊາຍຄົນນັ້ນ...ໄດ້ຮັບອະນຸຍາດໃຫ້ເຂົ້າຮຽນ
ຊາຍຄົນນັ້ນ...ໄດ້ເປັນທະຫານສົມໃຈ
ຊາຍຄົນນັ້ນ...ໄດ້ເຂົ້າໄປຢູ່ໃນໜ້າປະຫວັດສາດສົງຄາມໂລກຄັ້ງທີ່ສອງໄດ້ສຳເລັດ


alt
ຊາຍຄົນນັ້ນ...ຊື່ວ່າ “ນາຍພົນ ດັກລາສ ແມັກອາເທີ” ຜູ້ພິຊິດແປຊິຟິກແຫ່ງສົງຄາມໂລກຄັ້ງທີ່ສອງ



ຊາຍກຸ່ມໜຶ່ງເປັນນັກດົນຕີ
ຊາຍກຸ່ມນັ້ນ...ເຄີຍຖືກປະຕິເສດຈາກຜູ້ບໍລິການຄົນໜຶ່ງຂອງບໍລິສັດເດກຄາເຣັກຄອດ
ຊາຍກຸ່ມນັ້ນ...ຖືກປະຕິເສດດ້ວຍເຫດຜົນວ່າ “ເຮົາບໍ່ມັກສຽງຂອງພວກເຈົ້າ ແລະກຸ່ມນັກດົນຕີທີ່ຫຼິ້ນກີຕ້າກຳລັງຈະໝົດສະໄໝແລ້ວ”


alt
ຊາຍກຸ່ມນັ້ນ...ມີຊື່ວ່າ “ເດີ ບີເທີນ” ສີ່ເຕົ່າທອງແຫ່ງຕຳນານ



ຊາຍຄົນໜຶ່ງເປັນນັກກີລາ
ຊາຍຄົນນັ້ນ...ຫຼິ້ນບາສເກັດບອນໃຫ້ກັບທີມໂຮງຮຽນມັດທະຍົມ
ຊາຍຄົນນັ້ນ...ເຄີຍຖືກຄັດອອກຈາກທີມໂຮງຮຽນ


alt
ຊາຍຄົນນັ້ນ...ຊື່ວ່າ “ໄມເຄີນ ຈໍແດນ” ໜຶ່ງໃນນັກກິລາບາສເກັດບອນທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ



ຊາຍຄົນໜຶ່ງເປັນນັກແຕ່ງເພງຊາວເຢຍລະມັນ
ຊາຍຄົນນັ້ນ...ສູນເສຍຄວາມສາມາດໃນການຟັງລົງເລື້ອຍ ໆ
ຊາຍຄົນນັ້ນ...ຫູໜວກໂດຍສົມບູນເມື່ອອາຍຸໄດ້ 46 ປີ
ຊາຍຄົນນັ້ນ...ໄດ້ໃຊ້ຊ່ວງເວລາບັ້ນປາຍຊີວິດປະພັນເພງທີ່ດີທີ່ສຸດອອກມາ


alt
ຊາຍຄົນນັ້ນ...ຊື່ວ່າ “ລຸດວິກ ຟານ ບີໂທເຟນ” ນັກປະພັນເພງຊື່ກ້ອງໂລກ



ຊາຍຄົນໜຶ່ງເສັງຕົກຕອນປະຖົມປີທີ່ 6
ຊານຄົນນັ້ນ...ເຄີຍມີຊີວິດທີ່ພ່າຍແພ້ມາຕະຫລອດ
ຊາຍຄົນນັ້ນ...ລ້ວນສ້າງປະໂຫຍດຄັ້ງໃຫຍ່ ໆ ເມື່ອລາວກາຍເປັນຜູ້ສູງອາຍຸແລ້ວ
ຊາຍຄົນນັ້ນ...ໄດ້ເປັນນາຍົກລັດຖະມົນຕີອັງກິດເມື່ອມີອາຍຸ 62 ປີ


alt
ຊາຍຄົນນັ້ນ...ຊື່ວ່າ “ວິນສະຕັນ ເຊີຊິວ” ອະດີດນາຍົກລັດຖະມົນຕີອັງກິດ



ຊາຍຄົນໜຶ່ງຮຽນປະລິນຍາຕີ
ຊາຍຄົນນັ້ນ...ເຄີຍຖືກຈັບໃຫ້ເປັນນັກສຶກສາລະດັບກາງເທົ່ານັ້ນ
ຊາຍຄົນນັ້ນ...ເຄີຍເສັງໄດ້ອັນດັບທີ່ 15 ຈາກນັກສຶກສາທັງຫມົດ 22 ຄົນໃນວິຊາເຄມີ


alt
ຊາຍຄົນນັ້ນ...ຊື່ວ່າ “ຫລຸຍ ປາສເຕີ”


ຊາຍຄົນໜຶ່ງເປັນນັກຮ້ອງ
ຊາຍຄົນນັ້ນ...ເຄີຍຖືກຜູ້ຈັດການຂອງແກຣນໂອເລໂອເພຼໄລ່ອອກ
ຊາຍຄົນນັ້ນ...ເຄີຍຖືກດູໝິ່ນວ່າ “ໄປບໍ່ຮອດໃສດອກ ກັບໄປເປັນຄົນຂັບລົດບັນທຸກດີກວ່າໄປ”


alt
ຊາຍຄົນນັ້ນ...ຊື່ “ເອວວິດ ເພລສລີ່”



ຍິງຄົນໜຶ່ງເປັນນາງແບບຜູ້ປ່ຽມໄປດ້ວຍຄວາມຫວັງ
ຍິງຄົນນັ້ນ...ເຮັດວຽກໃຫ້ກັບບໍລິສັດບລູໂມເດວລິ່ງເອເຈນຊີ່
ຍິງຄົນນັ້ນ...ເຄີຍຖືກຜູ້ອຳນວຍການບໍລິສັດດູໝິ່ນວ່າ “ເຈົ້າຄວນຈະໄປຮຽນດ້ານເລຂາ ຫຼືບໍ່ກໍ່ແຕ່ງງານດີກວ່າ”


alt
ຍິງຄົນນັ້ນ...ຊື່ວ່າ “ນໍມາ ຈີນ ເບເກີ” ຫຼືທີ່ຮູ້ຈັກກັນໃນຊື່ “ນາຣິລີນມອນໂຣ”



ຊາຍຄົນໜຶ່ງຫລົງໄຫລໃນວິຊາການເງິນຫລາຍ
ຊາຍຄົນນັ້ນ...ຍື່ນໃບສະໝັກກັບມະຫາວິທະຍາໄລຮາວາດອັນເລື່ອງລື
ຊາຍຄົນນັ້ນ...ຖືກປະຕິເສດໃນເວລາຕໍ່ມາ
ຊາຍຄົນນັ້ນ...ບໍ່ຍອມແພ້ ເດີນຫນ້າເຂົ້າສຶກສາທີ່ມະຫາວິທະຍາໄລທຸລະກິດໂຄລຳເບຍ
ຊາຍຄົນນັ້ນ...ສຳເລັດການສຶກສາ
ຊາຍຄົນນັ້ນ...ປະຈຸບັນມີສັບສິນລວມກວ່າ 62,000 ລ້ານໂດລ່າຈາກເງິນລົງທຶນພຽນ 100 ໂດລ່າ


alt
ຊາຍຄົນນັ້ນ...ຊື່ວ່າ “ວໍເຣນ ບັບເຟັດ” ນັກລົງທຶນອັດສະລິຍະຜູ້ໄດ້ຊື່ວ່າເປັນອະພິມະຫາເສດຖີອັນດັບໜຶ່ງຂອງໂລກໃນປະຈຸບັນ


ຊາຍຄົນໜຶ່ງຫລົງໄຫລໃນຄອມພິວເຕີຢ່າງຫລວງຫລາຍ
ຊາຍຄົນນັ້ນ...ມັກຈະໃຊ້ເວລາກັບຄອມພິວເຕີດົນ ໆ
ຊາຍຄົນນັ້ນ...ຖືກໝູ່ເວົ້າໃຫ້ວ່າ “ບ້າຄອມພິວເຕີ” ເປັນປະຈຳ
ຊາຍຄົນນັ້ນ...ເຄີຍຖືກ IBM ຄິດວ່າເປັນພຽງ “ເດັກນ້ອຍ”
ຊາຍຄົນນັ້ນ...ປະຈຸບັນເປັນຜູ້ນຳບໍລິສັດຊອບແວທີ່ຊົງອິດທິພົນຫລາຍທີ່ສຸດໃນໂລກ
ຊາຍຄົນນັ້ນ...ຊື່ວ່າ “ວິນລ່ຽມ ເຮນຣີ່ ເກດ ທີ່ສາມ” ຫຼືທີ່ຮູ້ຈັກກັນໃນຊື່ “ບິລ ເກດ” ຜູ້ກໍ່ຕັ້ງໄມໂຄຣຊອບ


alt
ມະຫາເສດຖີອັນດັບສາມຂອງໂລກຜູ້ຖືຄອງສັບສິນກວ່າ 58,000 ລ້ານໂດລ່າ






...ເຊື່ອວ່າທຸກຄົນຄົນທໍ້ຖອຍ...
...ປະສົບຄວາມລົ້ມເຫລວໃນຊີວິດ...
...ແຕ່ຄົນທີ່ລົ້ມເຫລວແທ້ ໆ...
...ຄືຄົນທີ່ລົ້ມເລີກຕ່າງຫາກ...
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ເດຈາວູ ເປັນພາສາຝຣັ່ງ ຂຽນຕາມແບບວ່າ Déjà vu ແປວ່າ ເຄີຍໄດ້ພົບເຫັນມາແລ້ວ ຄຳວ່າເດຈາວູໄດ້ບັນທຶກຂຶ້ນມາຈາກນັກຈິດຕະວິທະຍາ ຊາວຝຣັ່ງ ຊື່ Emile Boirac (1851-1917) ໃນຫນັງສື L'Avenir des sciences psychiques (ແປວ່າ ອະນາຄົດຂອງວິທະຍາສາດຈິດຕະວິທະຍາ)

ອາການເດຈາວູຄືຄວາມຮູ້ສຶກວ່າ ເຫດການນັ້ນເຄີຍພົບມາແລ້ວ ທັງທີ່ຄວາມຈິງຫາກໍ່ເຄີຍພົບເປັນຄັ້ງທຳອິດ ໂດຍເຮົາອາດຈະຄິດໄປວ່າຕົວເອງເພີ້ຝັນໄປ

ມະນຸດໃນບາງຄັ້ງມີຄວາມຮູ້ສຶກວ່າ ຕົນເອງເຄີຍປະສົບເຫດການແບບນີ້ມາແລ້ວ ແຕ່ຈື່ບໍ່ໄດ້ວ່າໃນຝັນ ຫຼືໃນອະດີດ ເຊັ່ນ ໄປທ່ຽວຕ່າງແຂວງທີ່ບໍ່ເຄີຍໄປມາກ່ອນ ຍ່າງໄປຢືນຢູ່ລະບຽງແລ້ວຮູ້ສຶກຕົນເອງຄຸ້ນເຄີຍກັບລະບຽຍນີ້ ມຸມນີ້ ແລະການຢືນແບບນີ້

ບາງຄົນຮູ້ສຶກວ່າຕົນເອງນັ່ງລົດໂດຍສານກັບຈາກຕ່າງແຂວງຕອນເດິກ ລະຫວ່າງທາງເຫັນອຸປະຕິເຫດຂ້າງທາງ ແລ້ວກໍ່ຜ່ານໄປ ຈັກຫນ່ອຍກໍ່ເຫັນອີກ ເຫັນຢູ່ເລື້ອຍ ທີ່ສຳຄັນ ເປັນລົດຄັນເກົ່າ ຄົນເກົ່າ ບາງທີກຳລັງປິ່ນຫນ້າມາເບິ່ງນຳອີກ ໂດຍທີ່ບໍ່ແມ່ນຝັນແນ່ນອນ ພໍຮູ້ເມື່ອຄີງລົດກໍ່ຍອດ ປະກົດວ່າມີອຸປະຕິເຫດເກີດຂຶ້ນຄືກັບທີ່ເຄີຍເຫັນ

ເດຈາວູບໍ່ຄືຝັນ ມັນສາມາດເກີດຂຶ້ນໄດ້ແມ່ນແຕ່ໃນຍາມເຮົາຕື່ນຢູ່ກໍ່ຕາມ

ເດຈາວູເປັນປະສົບການທາງຈິດ ທີ່ເກີດຂຶ້ນໄດ້ກັບທຸກຄົນ ແລະທຸກເວລາ ອາດຈະເປັນອະດີດຊາດ ອາດຈະເປັນໂລກຄູ່ຂະຫນານ ອາດຈະເປັນພະລັງຈິດ ຫຼືອາດຈະເປັນພຽງພາບລວງຕາທາງສະຫມອງ...


ທິດສະດີທີ່ ໑ “ອະດີດຊາດ”

ສິ່ງໃດກໍ່ຕາມທີ່ເຄີຍເກີດໄປແລ້ວໃນອະດີດ ຈະຍ້ອນກັບມາເກີດຊ້ຳອີກ ເຮົາຈະຜ່ານປະສົບການຫລວງຫລາຍ ແລະບາງສິ່ງອາດຈະຫລົງເລືອນໃນຄວາມຊົງຈຳ ແລ້ວຍ້ອນກັບມາເກີດອີກ ເຮັດໃຫ້ຮູ້ສຶກວ່າເຄີຍເຫນັມາກ່ອນ

ເດຈາວູ ເປັນປະສົບການທາງຈິດວິນຍານ ທາງສັບວິທະຍາສາດເອີ້ນວ່າ ເດຈາວູ ມັນເກີດຈາກຂະນະທີ່ນອນຫລັບ ຈະມີການຫລັບຢູ່ຫລາຍຂັ້ນ (ປະມານ ໕ ຂັ້ນ) ຖ້າເຫັນອະນາຄົດທີ່ເຄີຍເຮັດ ກໍ່ຈະຢູ່ປະມານຊັ້ນທີ່ ໓ ຍິ່ງຊັ້ນຫລາຍຂຶ້ນ ຄວາມສຳພັນລະຫວ່າງຮ່າງກາຍ ແລະວິນຍານຈະຍິ່ງຫ່າງໄກກັນອອກໄປ ຖ້າຫລັບເລິກຮອດຂັ້ນທີ່ ໕ ກ່ອນຫລັບຈະຮູ້ສຶກຊາຕາມຮ່າງກາຍ ເຄື່ອນໄຫວບໍ່ໄດ້ ເວົ້າບໍ່ໄດ້ (ລັກສະນະທີ່ຄົນທົ່ວໄປເອີ້ນວ່າ ຖືກຜີອຳ) ຖ້ານອນຫລັບໃນສະພາບນີ້ ອັດຕາການເຊື່ອມໂຍງກັບຮ່າງກາຍຈະຫລຸດລົງຕ່ຳ ຈົນເຫລືອ ໐ ແລ້ວວິນຍານກໍ່ຫລຸດອອກຈາກຮ່າງກາຍ...


ທິດສະດີທີ່ ໒ “ພະລັງຈິດ”

ບາງຄົນກໍ່ວ່າ ເດຈາວູ ເປັນຮູບແບບຂອງພະລັງຈິດຢ່າງຫນຶ່ງ ບາງກໍ່ວ່າເປັນ “ທິພຈັກຂຸຢານ” (ມີຄວາມຮູ້ຄ້າຍຕາທິບ) ເຊິ່ງໄດ້ມາຈາກການຈະເລີນ “ສມຖກັມຖານ” (ສະ-ມະ-ຖະ-ກຳ-ມະ-ຖານ) ໃນຫມວດຂອງ ກະສິນ ໓ ກອງຄື ເຕໂຊກະສິນ (ກະສິນໄຟ), ໂອທາກະສິນ (ກະສິນສີຂາວ), ແລະ ອາໂລກະສິນ (ກະສິນແສງສະຫວ່າງ) ຈາກທັງຫມົດ ໑໐ ກອງ

ເຮົາທຸກຄົນມີພະລັງຈິດ ພຽງແຕ່ຈະອ່ອນຈະເຂັ້ມແຕກຕ່າງກັນ ເພາະເຮົາບໍ່ໄດ້ເຝິກ ຈຶ່ງເກັບກົດມັນໄວ້ພາຍໃນ ຈົນບາງມື້ເລີກງາມຍາມດີ ມັນອາດຈະລົ້ນອອກມາ ເຊິ່ງຕາມຕຳລານັ້ນທ່ານວ່າຖ້າໄດ້ເຝິກຝົນດີແລ້ວ ຈະສາມາດຄວບຄຸມໄດ້

ມີນັກພະຍາກອນຫລາຍຄົນ ພະຍາກອນໄດ້ຈາກການເພັ່ງ ວ່າກັນວ່າມີຄົນຜູ້ຫນຶ່ງທີ່ມີເດຈາວູແຮງກ້າຫລາຍ ຫາກໃຜມາປຽບບໍ່ໄດ້ ຄົນຜູ້ນັ້ນມີຊື່ວ່າ “ນອດສະຕາດາມຸດ”

 

ທິດສະດີທີ່ ໓ “ຈັກກະວານຄູ່ຂະໜານ”

ຈະຂໍອະທິບາຍກ່ຽວກັບ ໂລກຄູ່ຂະໜານ ຫຼືຈັກກະວານຄູ່ຂະໜານເພື່ອໃຫ້ເກີດຄວາມເຂົ້າໃຈກ່ອນ ມັນຫມາຍເຖິງຈັກກະວານທີ່ດຳເນີນໄປພ້ອມກັບຈັກກະວານທີ່ເຮົາກຳລັງຢູ່ນີ້ ທິດສະດີນີ້ນັກຟີສິກລິເລີ່ມຄິດຂຶ້ນມາ ມີເຫດການທີ່ເຮົາລັງເລຢູ່ ໒ ທາງ ແຕ່ເຮົາກໍ່ຕັດສິນໃຈໄປທາງຫນຶ່ງ ແລ້ວຄິດບໍ່ວ່າ ຖ້າເວລານັ້ນ ເຮົາຕັດສິນໃຈໄປອີກທາງຫນຶ່ງ ຈະເກີດຫຍັງຂຶ້ນ?

ໃນໂລກນີ້ທີ່ເຮົາມີຕົວຕົນຢູ່ໃນຂະນະນີ້ ຂະນະດຽວກັນກໍ່ມີເຮົາອີກຄົນຫນຶ່ງ ແລະມີໂລກຄູ່ຂະໜານອີກຫລວງຫລາຍນັບບໍ່ຖ້ວນ... ເຊັ່ນໃນຂະນະນີ້ເຮົາໄດ້ຕັດສິນໃຈບາງສິ່ງ ເຊິ່ງນຳເຮົາໄປສູ່ຄວາມສຳເລັດ ຂະນະທີ່ອີກຄົນຂອງເຮົາໃນໂລກຄູ່ຂະໜານໄດ້ຕັດສິນໃຈໄປອີກທາງເຮັດໃຫ້ຊີວິດຕົນເອງ ແລະຜູ້ອື່ນເສຍຫາຍກໍ່ເປັນໄດ້ ອີກຕົວຢ່າງຄືບາງຄັ້ງເຮົາອາດຈະຢາກຂ້າຕົວຕາຍ ແຕ່ກໍ່ຢັ້ງຄິດໄວ້ໄດ້ ແຕ່ເຮົາອີກຄົນຫນຶ່ງໃນໂລກຄູ່ຂະໜານໄດ້ຂ້າຕົວຕາຍສຳເລັດແມ່ນຫຍັງປະມານນີ້

ຕົວຢ່າງບັນຫາທາງທິດສະດີມິຕິເວລາ ສົມມຸດວ່າເຮົາເດີນທາງຍ້ອນເວລາໄດ້ ມື້ວານນີ້ເຮົາເບິ່ງຫຸ້ນໂຕຫນຶ່ງຢູ່ ມື້ນີ້ຫຸ້ນໂຕນັ້ນລົ້ມ ເຮົາປະສົບກັບພາວະລົ້ມລະລາຍ ເຮົາຈຶ່ງເດີນທາງຍ້ອນເວລາກັບໄປເຕືອນຕົວເຮົາເອງໃນອະດີດ ແລະຍົກເລີກຫຸ້ນຕົວນັ້ນ ຖ້າເປັນແບບນັ້ນ ມື້ນີ້ຕົວເຮົາກໍ່ຈະບໍ່ລົ້ມລະລາຍ ໃນເມື່ອເຮົາບໍ່ໄດ້ລົ້ມລະລາຍ ເຮົາກໍ່ບໍ່ໄດ້ຍ້ອນເວລາໄປເຕືອນຕົວເອງໃນອະດີດ ແລ້ວຕົວເຮົາໃນອະດີດກໍ່ບໍ່ຮູ້ວ່າ ຫຸ້ນຕົວນັ້ນຈະລົ້ມ ແລ້ວຕົກລົງມື້ນີ້ເຮົາຈະລົ້ມລະລາຍຫຼືບໍ່?

ທິດສະດີກ່ຽວກັບໂລກຄູ່ຂະໜານຈຶ່ງຖືກຄິດຂຶ້ນມາເພື່ອອະທິບາຍ ປະກົດການຄວາມຜັນຜວນຂອງມິຕິເວລາເຫລົ່ານີ້ ທຸກ ໆ ເຫດການທີ່ເຮົາມີ ໒ ຕົວເລືອກ ຈະເກີກໂລກຄູ່ຂະໜານ ໒ ໂລກ ແລະຈາກ ໒ ໂລກ ຖ້າເຮົາພົບເຫດການອື່ນທີ່ຕ້ອງຕັດສິນໃຈ ໒ ທາງ ແຕ່ລະໂລກ ຈະເກີດໂລກຄູ່ຂະໜານອີກ ໒ ໂລກ ໂລກຄູ່ຂະໜານຈຶ່ງມີການແຕກແຍກຍ່ອຍອອກໄປຈົນນັບບໍ່ຖ້ວນ

ຈາກຕົວຢ່າງເລື່ອງຫຸ້ນ ທິດສະດີໄດ້ອະທິບາຍວ່າ ເຮົາບໍ່ອາດປ່ຽນແປງອະດີດຂອງຕົວເອງໄດ້ ເມື່ອເຮົາເດີນທາງໄປບອກຕົວເອງໃຫ້ເຊົາຫຼິ້ນຫຸ້ນໂຕນັ້ນ ເຮົາໃນອະດີດກໍ່ຈະຕັດສິນໃຈບໍ່ເອົາຫຸ້ນໂຕນັ້ນ ກໍ່ຈະສົ່ງຜົນໃຫ້ເກີດອະນາຄົດທີ່ມື້ນີ້ເຮົາບໍ່ລົ້ມລະລາຍ ແຕ່ກໍ່ເປັນຄົນລະອະນາຄົດກັບມື້ນີ້ຂອງເຮົາ ກໍ່ຄືເກີດເປັນ ໒ ໂລກຂຶ້ນມາອີກ ເຮົາກັບມາໃນປະຈຸບັນ ເຮົາກໍ່ລົ້ມລະລາຍຄືເກົ່າ ແຕ່ຕົວເຮົາເອງໃນອີກໂລກຫນຶ່ງຈະບໍ່ລົ້ມລະລາຍເພາະເຮົາໄປບອກເຕືອນວ່າຢ່າຫຼິ້ນຫຸ້ນໂຕນັ້ນ

ມີຄົນຜູກທິດສະດີເດຈາວູ ເຂົ້າກັບທິດສະດີໂລກຄູ່ຂະໜານ ໂດຍກ່າວວ່າ ການທີ່ເຮົາຮູ້ສຶກ ຫຼືເຫັນພາບທີ່ຄ້າຍກັບວ່າເຄີຍເຮັດມາກ່ອນ ນັ້ນລະ ເຮົາເຄີຍເຫັນແທ້ ແຕ່ເປັນເຮົາອິກຄົນຫນຶ່ງໃນໂລກຄູ່ຂະໜານຕ່າງຫາກທີ່ໄດ້ເຮັດ ຕົວເຮົາໃນທຸກ ໆ ໂລກຄູ່ຂະໜານຈະຖືກເຊື່ອມຕໍ່ກັນໂດຍສາຍສຳພັນບາງຢ່າງ ອາດຈະເປັນເພາະມີຄື່ນສະຫມອງທີ່ຄືກັນ (ເພາະວ່າເປັນຄົນດຽວກັນ) ໃນບາງຈັງຫວະທີ່ເຫມະາສົມ ກະແສປະສາດຈູນກັນໄດ້ ເຮົາກໍ່ອາດຈະໄດ້ຮັບຮູ້ເຖິງກະແສຄວາມຄິດຈາກຕົວເຮົາເອງໃນອີກໂລກຫນຶ່ງ


ທິດສະດີສຸດທ້າຍ “ຄິດໄປເອງ”

ຕາມແນວຄິດຂອງຫລັກວິທະຍາສາດອະທິບາຍໄວ້ວ່າ ເກີດຈາກສະຫມອງແປງຂໍ້ມູນຜິດພາດ ເວົ້າງ່າຍ ໆ ກໍ່ຄື ເຮົາບໍ່ໄດ້ໄປເຫັນມາແຕ່ໃສດອກ ແຕ່ເຮົາຫັ້ນຄິດໄປເອງວ່າໄປເຫັນມາ

ທາງການແພດເອີ້ນກັນວ່າ ການໄຫລຂອງຄື່ນກະແສໄຟຟ້າໃນສະຫມອງເກີດການຜິດປົກກະຕິ ເຮັດໃຫ້ການກະທຳທີ່ກຳລັງເຮັດຢູ່ໃນຂະນະນັ້ນ ຄ້າຍ ໆ ວ່າເຄີຍເກີດມາກ່ອນຫນ້ານີ້ແລ້ວ ແຕ່ບໍ່ສາມາດລະບຸເວລາໄດ້

ສະຫມອງຄົນເຮົາກໍ່ຄືກັບເຄື່ອງຈັກ ຍ່ອມມີຄວາມຜິດພາດເກີດຂຶ້ນໄດ້ ບາງຄົນອະທິບາຍວ່າ ເດຈາວູ ເກີດເມື່ອສະຫມອງຮັບພາບມາຈາກປະສາດຕາ ກໍ່ນຳມາແປຄວາມຫມາຍ ສະຫມອງມີ ໒ ຂ້າງ ຕາມີ ໒ ຂ້າງ ປະສາດຕາຊ້າຍເຊື່ອມກັບສະຫມອງເບື້ອງຂວາ ປະສາດຕາຂວາເຊື່ອມກັບສະຫມອງເບື້ອງຊ້າຍ ສະນັ້ນສະຫມອງທັງສອງຕ້ອງເຮັດວຽກປະສານກັນແລະກັນຕະຫລອດ

ເມື່ອເກີດສະຫມອງຂ້າງຫນຶ່ງເກີດສົ່ງຂໍ້ມູນມາຊ້າໄປຫນ້ອຍດຽວ ກໍ່ເຮັດໃຫ້ສະຫມອງແປຄວາມຫມາຍຂອງພາບນັ້ນວ່າ ເປັນພາບຈາກຄວາມຊົງຈຳ ບໍ່ແມ່ນພາບຈາກເຫດການປັດຈຸບັນ ເຮັດໃຫ້ຮູ້ສຶກວ່າເຄີຍເຫັນພາບນັ້ນມາກ່ອນ

ມີຫລັກຖານວ່າ ໂດຍສ່ວນຫລາຍ ຄົນທີ່ເປັນລົມບ້າຫມູ ຫຼືມີປະຫວັດຄົນໃນຄອບຄົວເປັນ ຈະມີໂອກາດເກີດເດຈາວູຫລາຍກວ່າ ແລະຈະຍິ່ງຫລາຍຶຂຶ້ນກ່ອນຈະມີອາການບ້າຫມູ

ບົດຄວາມຈາກວິກິພີເດຍລາວ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
altນຳເອົາເຂົ້າຫນົມອົມ Mentos ລົດ Mint ຫຼືຫມາກໄມ້ລວມ ລົງໄປໃນ Diet coke ແບບເປັນຕຸກ ຈະພົບວ່າໃນເວລາບໍ່ເກີນອຶດໃຈ ນ້ຳໃນໂຄກກໍ່ຈະສ້າງປະຕິກິລິຍາເປັນຟອງນ້ຳ ແລະທະລັກຂຶ້ນສູງຫລາຍສິບແມັດໄດ້

ເບິ່ງວີດິໂອສາທິດດ້ານລຸ່ມ





ລອງໄປຊື້ໂຄກ + mentos ມາເຮັດເບິ່ງເດີ້ ຢ່າລືມຖ່າຍວີດິໂອມາລົງພ້ອມ :P
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ຕາມຄວາມເຊື່ອບູຮານເຮົາແບ່ງຄວາມຫ້ຽນອອກເປັນ 4 ປະເພດຕາມການເກີດ

ປະເພດທຳອິດ ສັງເສທະຊະຫ້ຽນ (ສັງ-ເສ-ທະ-ຊະ-ຫ້ຽນ)

ຄືຫ້ຽນທີ່ບັງເກີດຂຶ້ນທ່າມກາງສະພາບແວດລ້ອມທີ່ແອອັດແລະຖ້ວມນອງໄປດ້ວຍແມ່ນ້ຳເນົ່າເສຍເຊັ່ນ ແຫລ່ງຊຸມຊົນແອອັດ ເປັນຕົ້ນ ຫ້ຽນເຫລົ່ານີ້ເອີ້ນເປັນພາສາຊາວບ້ານວ່າ ຫ້ຽນສະລຳ

ປະເພດທີ 2 ອັນທະຊະຫ້ຽນ (ອັນ-ທະ-ຊະ-ຫ້ຽນ)
ຄືຫ້ຽນທີ່ບັງເກີດຂຶ້ນໂດຍເກີດຈາກຄວາມຫມົກຫມຸ້ນຢູ່ແຕ່ເລື້ອງຂອງອັນທະຫລືກ່ຽວກັບອັນທະໃນທຸກໆ ກໍລະນີ ຫລືອີກໃນຫນຶ່ງຄືຫ້ຽນທີ່ນິຍົມເລື້ອງກ້ອງໃສ້ບືເປັນອາຈິນ ພາສາຊາວບ້ານເອີ້ນວ່າ ຫ້ຽນສະຖຸນ

ປະເພດທີ 3 ຊະລາພຸຊະຫ້ຽນ (ຊະ-ລາ-ພຸ-ຊະ-ຫ້ຽນ)
ຄືຫ້ຽນທີ່ບັງເກີດຂຶ້ນໃນຄັນຖືພາ ຫລືເອີ້ນອີກຢ່າງຫນຶ່ງວ່າ ຫ້ຽນໂດຍກຳເນີດ

ປະເພດສຸດທ້າຍ ໂອປະປາຕິຫ້ຽນ (ໂອ-ປະ-ປາ-ຕິ-ຫ້ຽນ)
ຄືຫ້ຽນທີ່ບັງເກີດຂຶ້ນມາແລ້ວເປັນໂຕເປັນຕົນໃນສະພາບທີ່ໃຫຍ່ເຕັມໄວ ໂດຍບໍ່ຜ່ານກະບວນການທາງຄວາມຄິດ ຫລືວິວັດທະນາການໃນການໄຕ່ຕອງໃດໆ ຫ້ຽນເຫລົ່ານີ້ເອີ້ນວ່າ ຫ້ຽນແຕກ

ແລຫາກຫ້ຽນຕົນໃດທີ່ບັງເກີດຂຶ້ນແລມີຄົບທັງ 4ປະການຢູ່ໃນຕົນດຽວ ຫ້ຽນນັ້ນຈະຖືກແຕ່ງໃຫ້ເປັນ ຫ້ຽນເທບ ຫລື ຫ້ຽນKing ອັນເປັນຄຳເອີ້ນທີ່ຍົກຍ້ອງອົງຫ້ຽນເທວະບຸດ  ເທບຜູ້ໃຫ້ກຳເນີດແລະຄຸ້ມຄອງບັນດາຫ້ຽນ

ຈາກຄຳພີຫ້ຽນເວດ ແລະຄຳພີທາງນິກາຍຕັນຕະ ໄດ້ມີການກ່າວເຖິງຫ້ຽນເທວະບຸດວ່າ ຖຶກຳເນີດຈາກສິ່ງໃດບໍ່ມີການບັນທຶກຢ່າງແນ່ຊັດ ເປັນເທວະບຸດທີ່ມີຮູບຮ່າງແປກພິດສະດານຢ່າງຍິ່ງ ເຊິ່ງຄຳພີຫ້ຽນເວດ ໄດ້ກ່າວໄວ້ວ່າ ເປັນເທບແຕ່ບໍ່ແມ່ນເທບ ເປັນອາສູນແຕ່ບໍ່ແມ່ນອາສູນ ແລບໍ່ແມ່ນທັງພວກແທດແລທານົບໃດໆ ທັງສິ້ນ ມີຮູບກາຍຕັ້ງຊື່ ພຸງໃຫຍ່ ຮູບຮ່າງເຕ້ຍ ຫນັງຫົວມີພຽງເສັ້ນຜົມບາງໆ ຢູ່ດ້ານເທິງ ຮອບດ້ານມີແຕ່ຫນັງຫົວສີຂາວອົມຂຽວດຸດດັ່ງຫາກໍຕັດຜົມມາໃຫມ່ໆ ສະຫລອງພູສາທ່ອນເທິງສີ່ແຂນສັ້ນສີຂາວບໍລິສຸດຂັດກະດຸມຫ້າເມັດ ທ່ອນລຸ່ມສິກົມມະທາດຂາສັ້ນ ຕີນເສື້ອຢູ່ເຫນືອຫົວໂສ້ງ ໃສ່ເກີບຜ້າໃບຢຽບສົ້ນນາມວ່າເກີບຕັ້ງນ້ຳ ຖົງຕີນສີຂາວທີ່ມ້ວນລົງມາກອງຢູ່ຂໍ້ຕີນແລະຍານຈົນຫຍໍ້ ໃບຫນ້າໃສ່ແວ່ນຕາຫນາໆ ຍາມອ້າປາກຈະເຫັນຝູງຫມາຂີ້ເຮື້ອນດຸຮ້າຍຢູ່ຂ້າງໃນ ຝູງຫນຶ່ງສົ່ງສຽງຮ້ອງເຫົ່າຫອນອອກມາຢ່າງໂຫຍຫວນເປັນໄລຍະ ພະຫັດຂວາຊົງພະແສງຄີບອດນາມວ່າຊູ ບາງຕຳລາກ່າວວ່າພະແສງຄີບອດນີ້ມີນາມວ່າ ລໍຈິເທັດ ພະຫັດຊ້າຍຊົງກະເປົາສີດຳຫນ່ວຍໃຫຍ່ພາຍໃນບັນຈຸຕຳລາໂຄຈິນ ຈົນກະເປົານີ້ພອງບວມ ຊົງຕັ່ງອີ້ສີແດງເປັນພາຫະນະ ມີວິມານຊື່ວາຮ້ານເນັດ ຍາມຫວ່າງມັກກໍ່ເຫດສະແດງອິດທິພົນລົງໄປສິງຢູ່ຮ່າງຂອງມະນຸດຈົນເກີດເປັນເລື້ອງລາວຕ່າງໆ ນາໆ ອັນວ່າບັນທຶກໃນຄຳພີກໍ່ຈົບພຽງເທົ່ານີ້ແລ



ບົດຄວາມຄັດລອກມາຈາກ LaoZaa ກະທູ້ ຕາມຄວາມເຊື່ອບູຮານເຮົາແບ່ງຄວາມຫ້ຽນອອກເປັນ 4 ປະເພດຕາມການເກີດ

« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 67  |  ໜ້າຕໍ່ໄປ »