ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເນື່ອງຈາກວ່າຮູບມັນຫຼາຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ ດັ່ງນັ້ນ ໃຜທີ່ບໍ່ສະດວກກໍໄປເບິ່ງໃນອັລບັ້ມໄດ້ເດີ້ ໃນ http://punlao.com/au8ust/albums/15335 ສ່ວນວິດີໂອ ເບິ່ງໄດ້ຈາກ http://punlao.com/au8ust/videos/4827

 

 

 

ເລີ່ມເຂົ້າງານເລີຍ ກໍຄຶກຄື້ນພໍສົມຄວນ

ມີການຂາຍເຄື່ອງຕາມປົກກະຕິ

ທາງໃນເລີ່ມເຫັນຄົນລະ

ໂອ ເຕັມເລີຍບາດນີ້ -*-

ບັນດາໜຸ່ມນ້ອຍໜຸ່ມໃຫຍ່ກໍພາກັນມາຈອບເບິ່ງສາວກັນເປັນທິວແຖວ

ທ້ອງຟ້າປອດໂປ່ງ ສະຖານທີ່ຈັດໃນບ່ອນມີຮົ່ມເງົາຈາກຕົ້ນໄມ້ໃຫຍ່ ເຮັດໃຫ້ບໍ່ຮ້ອນຈົນເກີນໄປ

ເດັກນ້ອຍກໍຫຼາຍ ຢອກຫຼິ້ນກັນທົ່ວໄປ

ບ່າວມົ້ງກໍພາກັນອອກມາແຕ່ງຫຼໍ່

ເອົ້າ ຍິ້ມມມມມມມມມມມມມມມມມມມມມມ

ແມ່ກໍພາລູກຫຼານມານຳ

ແມ່ນເຂົາເຈົ້າເຮັດຫຍັງກັນ?

ໂອ.... ເຮັດອັນນີ້

ເບິ່ງລາວຄືຊິເມື່ອຍ - -'

ອ່າ...

ໂອ...

ຂໍຖ່າຍຈັກບາດເດີ້ ອິອິ ... (ເບິ່ງແລ້ວຄ້າຍໝ່ຳ ດາລາຕະຫຼົກໄທວ່າບໍ່)

ເດັກນ້ອຍກໍພາກັນປີນຂຶ້ນໄປຕົ້ນໄມ້ ເພື່ອເບິ່ງຈາກມຸມສູງ... ວ່າແລ້ວກໍລືມໜ້າຈະຂຶ້ນໄປນຳ 555

ໄດ້ມາບໍ່ຊ່າງປອກ -_-'

ຕຳໝາກຫຸ່ງກໍມີຂາຍ

ມີຊຸ້ມສຳລັບຖ່າຍຮູບນຳ

ອູວວວວວວ

ເພິ່ນວ່າ ບໍ່ແຊບສົ່ງເງິນຄືນໃດຫັ້ນ!

ໃນທີ່ສຸດລາວກໍປອກໝາກກ້ຽງໄດ້ :P

ຮຶ? ເຈົ້າມັກລູກສາວຂ້ອຍຫວະ?

ບໍ່ຮູ້ວ່າຫຼົງມາແຕ່ທາງໃດ ຮູ້ແຕ່ວ່າ ຂາວວວວວວວວວວວວວວວວວວວວວວວວວວ

ຝຣັ່ງຖາມ: ເຈົ້າເວົ້າພາສາອັງກິດເປັນບໍ່? ອິອິ ເສີມເອົາເດີ

ອ່າ.. ແລ້ວກໍພາກັນກັບບ້ານ ຄົນຫຼາຍເຕີບ

ກັບຮອດບ້ານແລ້ວ ຂໍຖ່າຍແດ່ຈັກຮູບ ຖ່າຍສວນທາງກັບຕາເວັນ -*-

 

 

 

ຈົບດີກວ່າ ຂໍຂອບໃຈ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ກິນຢາແລ້ວນອນທັນທີນັ້ນອາດຈະຕາຍແທ້ບໍ່? ເປັນຄຳຖາມທີ່ຫຼາຍໆ ຄົນໄດ້ອ່ານອີເມລທີ່ມີການສົ່ງຕໍ່ໆ ກັນໄປແລ້ວຢາກຮູ້ຄຳຕອບ

ກ່ຽວກັບເລື່ອງນີ້ ນາຍແພດ ກຣິດສະດາ ສິຣາມພຸດ ຜອ. ສະຖາບັນເວດຊະສາດອາຍຸວັດນານາຊາດ ປະເທດໄທ ບອກວ່າ ມີສ່ວນແທ້ຢູ່ຫຼາຍ ເພາະການກິນຢາກ່ອນນອນນັ້ນ ຄືກິນຢາແລ້ວນອນທັນທີ ຢາອາດໄປຈັບຢູ່ບ່ອນຫຼອດອາຫານ ຢູ່ເຄິ່ງກາງລະຫວ່າງຄໍຫອຍກັບກະເພາະອາຫານ ພໍຢາໄປຕິດຢູ່ບໍລິເວນດັ່ງກ່າວກໍຈະໄປກັດ ເຮັດໃຫ້ຫລອດອາຫານເກີດແຜຂຶ້ນມາ ຫຼັງຈາກເກີດແຜຫຼາຍໆ ຄົນທີ່ກິນຢາຈະຮູ້ສຶກວ່າຮ້ອນ ແໜ້ນໜ້າເອິກ ປະມານ 3 ໂມງເຊົ້າຈະຕື່ນຂຶ້ນມາເລີຍ ເພາະແໜ້ນໜ້າເອິກ ເຊິ່ງມັນມັກຈະເກີດຍ້ອນກິນຢາສອງປະເພດຄື ຢາທີ່ເປັນກົດ ປະເພດວິຕາມິນຊີ ແລະຢາປະເພດພວກແຄບຊູນໜຽວໆ ຈະມີບັນຫາຕິດຫລອດລົມຫຼາຍ.

ວິທີງ່າຍໆ ຄືຈະຕ້ອງດື່ມນ້ຳຕາມຫຼັງຫຼາຍໆ ຫຼັງຈາກທີ່ກິນຢາ ຈາກນັ້ນຖ້າປະມານເຄິ່ງຊົ່ວໂມງແລ້ວຄ່ອຍນອນ ເພື່ອໃຫ້ໝັ້ນໃຈວ່າຢາທີ່ກິນເຂົ້າໄປນັ້ນຜ່ານໄປຮອດກະເພາະອາຫານແລ້ວ ເພາະວ່າຢາບາງຢ່າງເວລາກິນນ້ຳໃສ່ຫຼາຍໆ ເຮົາຈະຮູ້ສຶກເລີຍວ່າ ມັນໄຫຼຈາກຄໍລົງໄປທ້ອງ ແຕ່ຖ້າເຮົາກິນນ້ຳໜ້ອຍ ເຮົາກໍຈະບໍ່ຮູ້ສຶກຫຼາຍ ພຽງແຕ່ຮູ້ສຶກວ່າມັນຫາຍໄປຈາກຄໍ ແຕ່ບໍ່ໄດ້ໝາຍຄວາມວ່າຢາຈະລົງໄປທີ່ກະເພາະອາຫານ ເຊິ່ງທີ່ຈິງມັນອາດຕິດຢຸູ່ຫຼອດອາຫານກໍເປັນໄດ້.

ດັ່ງນັ້ນແລ້ວ ການກິນຢາກ່ອນນອນ ຢ່າຟ້າວນອນເທື່ອ ໂດຍສະເພາະແມ່ນຄົນທີ່ມີພາວະກົດໄຫຼຍ້ອນ ຖ້າຢາໄປຕົກຢູ່ບ່ອນຫຼອດອາຫານຈະເຮັດໃຫ້ເກີດເປັນແຜ ຈົນແຜນັ້ນທະລຸ ຖ້າເປັນເຮື້ອຮັງດົນໆ ກໍອາດກໍ່ໃຫ້ເປັນມະເຮັງໄດ້ຕໍ່ໄປ ຄ້າຍກັບວ່າມີລະເບີດເວລາຢູ່ຫຼອດອາຫານນັ້ນເອງ ອັນຕະລາຍກວ່າຄົນທົ່ວໄປທີ່ບໍ່ມີພາວະກົດໄຫຼຍ້ອນ.

ຖາມວ່າເວລາກິນຢາຄວນດື່ມນ້ຳເຢັນຫຼືນ້ຳອຸ່ນ ຂໍຕອບວ່າ ດື່ມໄດ້ທັງສອງປະເພດ ແຕ່ຄວນຫຼີກເວັ້ນນ້ຳໝາກໄມ້ບາງຊະນິດໃນກຸ່ມນ້ຳໝາກກ້ຽງ ນ້ຳໝາກນາວ ພວກນີ້ ເພາະມັນເຮັດໃຫ້ຢາແຕກໂຕໄວຂຶ້ນຕັ້ງແຕ່ໃນປາກ ແທນທີ່ຈະດູດຊຶມຢູ່ກະເພາະອາຫານ ກໍຈະແຕກໂຕໃນປາກແທນ ບໍ່ຊ່ວຍຮັກສາພະຍາດ ແຖມເຮັດໃຫ້ຢາດູດຊຶມໄດ້ບໍ່ດີນຳ.

ສ່ວນທີ່ບອກວ່າ ຫ້າມກິນຢາພ້ອມນົມ ຫຼືຫ້າມກິນຢາຫຼັງຈາກດື່ມນົມນັ້ນ ຄວາມຈິງແລ້ວສາມາດດື່ມນົມພ້ອມກັບຢາໄເດ້ ແຕ່ມີຂໍ້ຍົກເວັ້ນກັບຢາບາງປະເພດເຊັ່ນວ່າ ເຕຕຣ້າໄຊຄລິນ ດອຊີໄຊຄລີນ ເຊິ່ງເປັນຢາຂ້າເຊື້ອ ຢາຮັກສາສິວຈະກິນກັບນົມບໍ່ໄດ້.

ຖ້າຢາຊະນິດດຽວກັນ ແຕ່ມີຫຼາຍແບບເຊັ່ນ ເປັນເມັດ ເປັນນ້ຳ ຫຼືເປັນແຄບຊູບເປັນຫຼອດ ຄວນກິນຊະນິດໃດດີ? ຕອບວ່າ ກິນຢາເມັດຈະດີກວ່າຢາປະເພດອື່ນ.

ຢ່າງໃດກໍຕາມ ສິ່ງທີ່ຢາກຈະແນະນຳກໍຄື ຢາທີ່ບໍ່ໄດ້ຜະລິດມາໃນຮູບແບບທີ່ສາມາດແບ່ງໄດ້ເຊັ່ນ ພວກຢາແຄບຊູນ ເປັນຫຼອດໆ ຫ້າມແບ່ງເດັດຂາດ ເພາະມີບາງຄົນເອົາໄປໃສ່ໃນນ້ຳຫວານ ຫຼືນ້ຳຕ່າງໆ ໃຫ້ລູກກິນ ອັນນີ້ບໍ່ຖືກ ການແບ່ງຢາຈະເຮັດໃຫ້ຢາບໍ່ອອກລິດດີ ແລະອາດເກີດອັນຕະລາຍໄດ້.

ບົດສຳພາດໂດຍ ນະວະພັດ ບຸນຊານ
ແປລາວໂດຍ au8ust
ຈາກ
DailyNews.co.th

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2009 | ມີ 31 ຄຳເຫັນ ແລະ 0 trackback(s)

ມື້ວານໄປຖ່າຍຮູບຢູ່ວັດຊຽງທອງ ຫຼວງພະບາງ ປາກົດວ່າ ມີຄົນນັ່ງຢູ່ຂັ້ນໄດວັດ ກໍເລີຍຄາໃຈ ຄຶດວ່າ ໄວ້ຄົນໜ້ອຍແລ້ວໄປຖ່າຍໃໝ່ອີກ.

ມາຮອດມື້ນີ້ ຫຼັງຈາກເຮັດວຽກແລ້ວໆ ຕອນປະມານ 2 ໂມງ ຄຶດວ່າຍາມນີ້ໜ້າຈະດີ ຟ້າແດດກຳລັງດີ ແສງໜ້າຈະຄັກ ກໍເລີຍກັນອອກໄປວັດຊຽງທອງອີກ. ຄັ້ງນີ້ໄປຮອດ ມີຄົນເອີ້ນໃສ່ ເປັນຊຸ້ມເຝົ້າທາງເຂົ້າວັດ ຢູ່ຟາກຂວາມື ເຂົາບອກວ່າ ໃຫ້ຊື້ປີ້ ເຊິ່ງກໍແປກໃຈ ເພາະມື້ວານ ຂພຈ ໄປຄົນດຽວ ບໍ່ໄດ້ຊື້ປີ້ຫຍັງ. ກໍຍ່າງເຂົ້າໄປຫາ ແລະຖາມວ່າ “ຄົນລາວກໍຊື້ບໍ?” ແມ່ປ້າຢູ່ຫັ້ນກໍຖາມກັບວ່າ “ແລ້ວເຈົ້າບໍ່ແມ່ນຄົນຫຼວງພະບາງບໍ?” ຂພຈ ຟັງແລ້ວກໍງົງ ອ້າວ... ເປັນຫຍັງຖາມແບບນີ້? ກໍຕອບໄປວ່າ “ຄົນຫຼວງພະບາງນີ້ລະ” ແລ້ວແມ່ປ້ານັ້ນກໍບອກວ່າ “ຄົນລາວກໍເສຍ ຄົນຕ່າງປະເທດກໍເສຍ ໃຫ້ບໍລິຈາກ ເທົ່າໃດກໍໄດ້” ກໍເລີຍບໍລິຈາກໄປ 5,000 ກີບ ແລ້ວກໍເຊັນຊື່ພ້ອມ ໂດຍບໍ່ໄດ້ປີ້ມາ.

ຫຼັງຈາກນັ້ນກໍໄປເລາະຖ່າຍຮູບ ຖ່າຍໄປກໍຄຶດເຄືອງໄປ ແມ່ປ້ານັ້ນບໍ່ໜ້າຈະເວົ້າແບບນັ້ນ ອັນທີ່ລາວຖາມວ່າ “ເຈົ້າບໍ່ແມ່ນຄົນຫຼວງພະບາງບໍ?” ເອີ ອັນແນວນັ້ນກໍຖາມເນາະ ຖ້າເສຍກໍບອກວ່າຕ້ອງເສຍທຸກຄົນ ຄົນລາວຄົນຕ່າງປະເທດກໍເສຍ ກໍວ່າໄປຍັງພໍຟັງໄດ້ ອັນນີ້ລະເວົ້າໃຫ້ກັນ “ເຈົ້າບໍແມ່ນຄົນຫຼວງພະບາງບໍ?”

ກໍພະຍາຍາມຈະບໍ່ຄຶດຫຍັງ ຖືວ່າເຂົາກໍເຮັດໜ້າທີ່ເຂົາເດ້ເນາະ ມີໜ້າທີ່ເຝົ້າເກັບເງິນກໍເກັບ ກໍຖືກແລ້ວ ເຮົາບໍ່ຄວນຈະໄປຄຶດເລັກຄຶດນ້ອຍ ເພາະເຂົາເກັບໄປບູລະນະສະຖານທີ່ ໄປເປັນຄ່ານ້ຳຄ່າໄຟ ຄ່າພັດຕາຫານ ແມ່ນຫຍັງຕ່າງໆ ກໍວ່າກັນໄປເນາະ ເພາະສະນັ້ນ ບໍ່ມີເຫດຜົນຫຍັງທີ່ຕ້ອງໄປໃຈຮ້າຍນຳຄົນເກັບເງິນ.

ບາດນີ້ພໍຕອນກັບ ຍ່າງອອກມາທາງເກົ່າ ມີຜູ່ສາວແລ່ນໆ ມາທັກ ລາວຖາມວ່າ “ອ້າຍ ຊື້ປີ້ແລ້ວບໍ?” ຂພຈ ຟັງແລ້ວກໍອ້າວວວ ແມ່ນຫຍັງຊື້ປີ້? ກໍເລີຍຕອບໄປວ່າ “ບໍລິຈາກຢູ່ຟາກພີ້ແລ້ວ” ສາວນັ້ນຟັງແລ້ວກໍຍ່າງກັບໄປ ແລ້ວຮ້ອງໃສ່ອີກຄົນນຶ່ງວ່າ “ເຂົາເຈົ້າບໍລິຈາກແລ້ວ” ຂພຈ ຟັງແລ້ວກໍແປກໃຈ ເອີ.. ຈັ່ງໃດກັນເນາະ ພວກນີ້.

ມາຮອດບ່ອນທາງອອກ ຍ່າງກາຍແມ່ປ້າທີ່ນັ່ງຂາຍປີ້ນັ້ນ ກໍບໍ່ໄດ້ສົນໃຈຫຍັງ ແຕ່ພໍດີມີຄົນຍ່າງສວນທາງມາ ເປັນແມ່ປ້າອີກຄົນ ກັບຫຼານຊາຍ (ຫຼືລູກຊາຍ) ຂອງລາວ ມາຮອດ ລາວກໍລົມນຳປ້າຄົນຂາຍປີ້ວ່າ “ເຮັດຫຍັງຢູ່?” ປ້າຄົນຂາຍປີ້ກໍຕອບວ່າ “ໂອ ນັ່ງຂາຍປີ້ຢູ່” ຈາກນັ້ນ ຄົນຂາຍປີ້ກໍເວົ້ານຳປ້າຄົນທີ່ເຂົ້າມາວັດວ່າ “ມາຫຍັງເດ້?” ປ້າຄົນເຂົ້າມາໃໝ່ກໍຕອບວ່າ “ພາຫຼານ (ຫຼືລູກບໍ່ຈັກ) ມາເບິ່ງວັດ ຕ້ອງຊື້ປີ້ບໍ່?” ແມ່ປ້າຄົນຂາຍປີ້ກໍບອກວ່າ “ບໍ່ ເຂົ້າໄປໂລດ ຄົນລາວບໍ່ເປັນຫຍັງ ບໍ່ຊື້ກໍໄດ້!!!!”

ຂພຈ ຢືນຟັງຢູ່ຫັ້ນ ໄດ້ຍິນດັ່ງນັ້ນກໍຮູ້ສຶກແປັບໆ ໃນໃຈ ... ເອີ.. ເຈິຄົນຮູ້ຈັກລະບອກວ່າ ບໍ່ເປັນຫຍັງຄົນລາວກໍໄດ້ ບາດອັນ ຂພຈ ໄປຫັ້ນ ຜັດເວົ້າວ່າ “ເຈົ້າບໍ່ແມ່ນຄົນຫຼວງພະບາງບໍ? ຄົນລາວກໍເສຍ ຄົນຕ່າງປະເທດກໍເສຍ” ... ເອີ ... ແປກດີເນາະ ຂພຈ ກໍບໍ່ຮູ້ຊິເວົ້າຫຍັງ ຂພຈ ກໍມີແຕ່ວ່າ “ເອີ... ດີເນາະ” ແລ້ວກໍຍ່າງອອກຈາກວັດມາ...

ຮູບນີ້ ແມ່ນຮູບທີ່ມື້ວານໄປຖ່າຍມາ ມັນຄາໃຈບ່ອນມີຄົນນັ່ງບ່ອນຂັ້ນໄດ ກໍເລີຍຕັ້ງໃຈວ່າຈະໄປຖ່າຍຄືນໃໝ່ ແຕ່ມື້ນີ້ໄປແລ້ວເຈິແບບນີ້ກໍບໍ່ຈັກຊິວ່າ ~_~


ວັດຊຽງທອງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມື້ນີ້ຂໍຍົກທັມມະເລື່ອງ “ໂລກທັມ ໘” (ອ່ານວ່າ ໂລກກະທຳ 8) ຄຳວ່າ ໂລກທັມ ໘ ນີ້ ໝາຍເຖິງເລື່ອງຂອງໂລກ ທີ່ມີຢູ່ໃນຊີວິດປະຈຳວັນ ໃນສັງຄົມຂອງມະນຸດໂລກ ເປັນທັມທີ່ທຸກຄົນຕ້ອງປະສົບນຳກັນທຸກຄົນ ໂດຍຫຼີກໜີບໍ່ໄດ້ເລີຍ ບໍ່ວ່າຈະມັກຫຼືບໍ່ກໍຕາມ ຈະຕ່າງກັນກໍພຽງວ່າ ໃຜຈະປະສົບໜ້ອຍ ໃຜຈະປະສົບຫຼາຍ ຈະຊ້າ ຫຼືຈະໄວເທົ່ານັ້ນເອງ.

ໂລກທັມ ແບ່ງອອກເປັນ ໘ ຢ່າງ ມີ ໒ ຝ່າຍຄູ່ກັນ ແລະມີຄວາມໝາຍກົງກັນຂ້າມກັນ ຄື:

໑. ໂລກທັມຝ່າຍອິດຖາລົມ ຄື ຝ່າຍທີ່ມະນຸດພໍໃຈ ມີ ໔ ເລື່ອງ:

- ໄດ້ລາບ ໝາຍຄວາມວ່າ ໄດ້ຜົນປະໂຫຍດ ໄດ້ຊັບສິນເງິນທອງ ໄດ້ບ້ານເຮືອນຫຼືທີ່ດິນ ສວນ ໄຮ່ນາ.

- ໄດ້ຍົດ ໝາຍຄວາມວ່າ ໄດ້ຮັບການແຕ່ງຕັ້ງໃຫ້ມີຖານະສູງຂຶ້ນ ໄດ້ຕຳແໜ່ງ ໄດ້ອຳນາດຄວາມເປັນໃຫຍ່ເປັນໂຕ.

- ໄດ້ຮັບສັນເສີນ ຄື ໄດ້ຍິນ ໄດ້ຟັງ ຄຳສັນລະເສີນຊົມເຊີຍ ຄຳຍົກຍ່ອງ.

- ໄດ້ສຸກ ຄື ໄດ້ຄວາມສະບາຍກາຍ ສະບາຍໃຈ ໄດ້ຄວາມເບີກບານ ບັນເທີງໃຈ.

໒. ໂລກທັມຝ່າຍອະນິດຖາລົມ ຄື ຝ່າຍທີ່ມະນຸດບໍ່ພໍໃຈ ມີ ໔ ເລື່ອງ:

- ເສຍລາບ ໝາຍຄວາມວ່າ ລາບໃດທີ່ໄດ້ມາແລ້ວເສຍໄປ.

- ເສື່ອມຍົດ ໝາຍເຖິງ ຖືກຫຼຸດຄວາມເປັນໃຫຍ່ ຖືກຖອດອອກຈາກຕຳແໜ່ງ ຫຼືອຳນາດທີ່ມີຢູ່.

- ຖືກນິນທາ ໝາຍເຖິງ ຖືກຕຳໜິວ່າບໍ່ດີ ມີຄົນເວົ້າຮອດຄວາມບໍ່ດີຂອງຕົນໃນທີ່ລັບຫຼັງ.

- ຕົກທຸກ ຄື ໄດ້ຮັບຄວາມທຸກທໍລະມານກາຍ ທໍລະມານໃຈ.

ກ່າວໂດຍຫຍໍ້ແລ້ວ ໂລກທັມ ໘ ມີ ໘ ຢ່າງ ຈັດເປັນ ໔ ຄູ່ດັ່ງນີ້:

ໄດ້ລາບ ... ເສື່ອມລາບ

ໄດ້ຍົດ ... ເສື່ອມຍົດ

ສັນເສີນ ... ນິນທາ

ສຸກ ... ທຸກ

ເຫລົ່ານີ້ເປັນສິ່ງທີ່ປາສະຈາກບໍ່ໄດ້ເລີຍໃນຊີວິດຄົນເຮົາ .. ຫາກພຽງເຫັນທັມຂໍ້ນີ້ຕາມຄວາມເປັນຈິງ ຮຽນຮູ້ທີ່ຈະປ່ອຍວາງໃນໂລກທັມ ໘ ໄດ້ ຊີວິດກໍຈະດີຂຶ້ນ :D

 

ຈາກ http://www.learntripitaka.com/scruple/rokatham8.html

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກຸສົລກັມບົຖ ໑໐ (ອ່ານວ່າ ກຸສົນກຳມະບົດ 10; ສະເພາະຄຳວ່າ ບົຖ ແປວ່າ ທາງ) ຄື ທາງແຫ່ງກັມດີ, ທາງເຮັດດີ, ທາງແຫ່ງກັມທີ່ເປັນກຸສົນ, ເປັນກັມອັນດີທີ່ຈະນຳໄປສູ່ສຸກຄະຕິ ມີ ໑໐ ປະການ ແບ່ງເປັນ ໓ ໝວດຄື:

ໝວດທີ ໑: ກາຍກັມ ໓ ໄດ້ແກ່:

໑. ປານາຕິປາຕາ ເວຣະມະນີ ເວັ້ນຈາກການທຳລາຍຊີວິດ

໒. ອະທິນນາທານາ ເວຣະມະນີ ເວັ້ນຈາກການຖືເອົາຂອງທີ່ເຈົ້າຂອງບໍ່ໄດ້ໃຫ້

໓. ກາເມສຸມິດສາຈາຣາ ເວຣະມະນີ ເວັ້ນຈາກການປະພຶດຜິດໃນກາມ

ໝວດທີ ໒: ວະຈີກັມ ໔ ໄດ້ແກ່:

໔. ມຸສາວາທາ ເວຣະມະນີ ເວັ້ນຈາກການເວົ້າຂີ້ຕົວະ

໕. ປິສຸນາຍະວາຈາ ເວຣະມະນີ ເວັ້ນຈາກການເວົ້າສໍ່ສຽດ

໖. ຜະຣຸສາຍະ ວາຈາຍະ ເວຣະມະນີ ເວັ້ນຈາກການເວົ້າຫຍາບຄາຍ

໗. ສັມຜັບປະລາປາ ເວຣະມະນີ ເວັ້ນຈາກການເວົ້າໂລເລ ບໍ່ມີສາລະ

ໝວດທີ ໓: ມະໂນກັມ ໓ ໄດ້ແກ່:

໘. ອະນະພິດຊາ ບໍ່ໂລບມາກຢາກໄດ້ຂອງຄົນອື່ນ

໙. ອະພະຍາບາດ ບໍ່ຄຶດຮ້າຍບຽດບຽນຜູ່ອື່ນ.

໑໐. ສັມມາທິດຖິ ເຫັນຂອບຕາມຄວາມເປັນຈິງ

ຈົບ

- ຈາກເວັບໄຊລານທັມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຈົ້າແຂວງບອກ: ບໍ່ຕ້ອງຢ້ານຫວ້ານເຊກອງ

ດຣ. ຄຳພັນ ພົມມະທັດ

ໂດຍ: ອະນຸລັກ ຄຳມະລາວົງ
ຈາກ: ວາລະສານອັບເດດ

ດຣ. ຄຳພັນ ພົມມະທັດ ເຈົ້າແຂວງເຊກອງ ໄດ້ເປີດຫົວເລື່ອງການສັນທະນາກັບວາລະສານອັບເດດ ດ້ວຍເລື່ອງ “ການໃສ່ຫວ້ານ”. ດຣ. ຄຳພັນ ຮູ້ດີວ່າ ຄົນລາວທີ່ບໍ່ເຄີຍໄປທາງແຂວງພາກໃຕ້ ລ້ວນແຕ່ໄດ້ຍິນການຊ່າລືວ່າມັກເວົ້າເສີມເຕີມແຕ່ງ ເພື່ອເຮັດໃຫ້ຕົນມີເລື່ອງໜ້າສົນໃຈມາເລົ່າໃຫ້ຜູ່ອື່ນຟັງ ແລະຜູ່ໄດ້ຍິນກໍເລົ່າຕໍ່ໆ ກັນໄປ.

ດຣ. ຄຳພັນ ຢືນຢັນຕໍ່ວາລະສານອັບເດດວ່າ: “ມັນເປັນພຽງຄວາມເຊື່ອເທົ່ານັ້ນ” ເພາະເພິ່ນເອງ ຜູ່ເຊິ່ງເກີດ ແລະເຕີບໃຫຍ່ຢູ່ແຂວງສາລະວັນ ແລະເປັນເຈົ້າແຂວງເຊກອງມາຕັ້ງແຕ່ປີ 2005 ຍັງບໍ່ທັນເຫັນຊາວຕ່າງຖິ່ນຄົນໃດຖືກຫວ້ານຂອງຄົນສາລະວັນ ແລະເຊກອງ.

ດຣ. ຄຳພັນ ຜູ່ທີ່ໄດ້ປະລິນຍາເອກທາງດ້ານທິດສະດີ-ການເມືອງ ຈາກປະເທດຫວຽດນາມ ໂດຍສ່ວນຕົວແລ້ວເພິ່ນບໍ່ເຊື່ອໃນເລື່ອງວິຊາອາຄົມ ແລະການໃສ່ຂອງລອງຫວ້ານ. ເພິ່ນໄດ້ຍົກຕົວຢ່າງຕອນທີ່ເພິ່ນຍ້າຍໄປປົກຄອງແຂວງເຊກອງທຳອິດ ເຊິ່ງກໍມີຄົນເຕືອນໃຫ້ລະວັງ ແລະເວລາຍ້າຍໄປໃໝ່ໆ ກໍຮູ້ສຶກບໍ່ສະບາຍ ແຕ່ກໍໄດ້ໄປປິ່ນປົວໃນໂຮງໝໍ ແລະການປິ່ນປົວຈາກໂຮງໝໍກໍຊ່ວຍໃຫ້ເຊົາຈາກອາການປ່ວຍໄດ້.

“ແນ່ນອນ ຖ້າເຮົາໄປພົບໝໍໄສຍະສາດ ເຮົາກໍຈະຖືກໝໍສັ່ງໃຫ້ໄປປິ່ນປົວໃນທາງໄສຍະສາດ” ດຣ. ຄຳພັນ ກ່າວ.

“ມີໃຜແດ່ທີ່ໄປພົບໝໍຜີແລ້ວ ໝໍຜີປະຕິເສດວ່າບໍ່ໄດ້ເປັນຍ້ອນຜີ,” ດຣ. ຄຳພັນ ກ່າວປຽບທຽບ ເຊິ່ງມີຄວາມໝາຍວ່າ ເມື່ອຄົນປ່ວຍໄປພົບໝໍໃສ່ຂອງ ໝໍກໍຈະບອກວ່າ “ຖືກຂອງ” ຄວາມຈິງແລ້ວຄວາມເຊື່ອໃນດ້ານການໃສ່ຂອງລອງຫວ້ານ ເປັນຄວາມເຊື່ອຂອງຄົນທ້ອງຖິ່ນເອງ. ໝາຍຄວາມວ່າ ຄົນໃນທ້ອງຖິ່ນມີຄວາມເຊື່ອໃນດ້ານຜີສາງນາງຮ້າຍ ແລະເຊື່ອໃນເລື່ອງວິຊາອາຄົມ. ຈາກຄວາມເຊື່ອທີ່ມີມາຈາກສ່ວນເລິກທາງຈິດສຳນຶກ ຈຶ່ງເຮັດໃຫ້ເຂົາເຈົ້າເລົ່າເລື່ອງບາງເລື່ອງເປັນຄືຄວາມຈິງ.

ດຣ. ຄຳພັນ ຍົກບັນຫາງົມງວາຍຂຶ້ນມາເວົ້າເປີດຫົວເລື່ອງສົນທະນາ ກໍເພື່ອໃຫ້ວາລະສານອັບເດດຮັບຮູ້ວ່າ ແຂວງເຊກອງຖືກຈັດລຳດັບເປັນນຶື່ງໃນບັນດາແຂວງດ້ອຍພັດທະນາຂອງປະເທດ ກໍເພາະວ່າຄົນສ່ວຍໃຫຍ່ພາຍໃນແຂວງ ຍັງມີການເຊື່ອຖືງົມງວາຍ. ເຂົາເຈົ້າເຊື່ອໃນເທວະດາຟ້າແຖນທີ່ເປັນຜູ່ລິຂິດຊີວິດຂອງເຂົາເຈົ້າ, ເຂົາເຈົ້າບໍ່ຮູ້ວ່າໂລກໄດ້ພັດທະນາໄປຮອດໃສແລ້ວ ເພາະເຂົາເຈົ້າຍັງບໍ່ທັນມີໂທລະທັດ, ວິທະຍຸ ແລະບໍ່ມີໄຟຟ້າໃຊ້ເທື່ອ, ຊີວິດຂອງເຂົາເຈົ້າຍັງຂຶ້ນກັບທຳມະຊາດ. ບ້ານກັນດອນເຊິ່ງຖືກຈັດເປັນນຶ່ງໃນບ້ານວັດທະນະທຳຂອງແຂວງ ທີ່ມີໄຟຟ້າ ແລະມີນັກທ່ອງທ່ຽວເຂົ້າໄປຢ້ຽມຊົມເປັນປະຈຳ ແຕ່ປະຊາຊົນໃນບ້ານສ່ວນໃຫຍ່ ກໍຍັງນັບຖືເລື່ອງງົມງວາຍໃນລະດັບບໍ່ທຳມະດາ. ໃນເວລາທີ່ວາລະສານອັບເດດໄປຢ້ຽມຢາມບ້ານນີ້ ຍັງເຫັນມີຫຼັກໄມ້ໄຜ່ ໓ ຫຼັກທີ່ເຮັດຍອຍຢ່ອນລົງມາຈາກປາຍເກືອບຈຸດິນປັກຢູ່ໜ້າເຮືອນ ໓ ຫຼັງ. ຊາວບ້ານບອກວ່າ ນັ້ນແມ່ນຫຼັກ “ກິນຄວາຍ” ເຊິ່ງຖ້າເຮືອນຫຼັງໃດມີຫຼັກແບບນີ້ ສະແດງວ່າ ໃນເຮືອນຫຼັງນັ້ນຕ້ອງມີຄົນເຈັບປ່ວຍ ແລະຕ້ອງມີການກິນຄວາຍເກີດຂຶ້ນ. ແທນທີ່ເຮືອນທີ່ມີຄົນລົ້ມປ່ວຍຈະໄດ້ຮັບການຊ່ວຍເຫຼືອ ແຕ່ກົງກັນຂ້າມຊ້ຳພັດໄດ້ຮັບການຊ້ຳເຕີມດ້ວຍການຈຳຕ້ອງຂ້າຄວາຍໃຫ້ຊາວບ້ານກິນ.

ເບິ່ງຈາກວິຖີການດຳລົງຊີວິດຂອງບ້ານກັນດອນແລ້ວ ກໍຍັງອົດວາດພາບບໍ່ໄດ້ວ່າ ບ້ານທີ່ຍັງບໍ່ທັນມີໄຟຟ້າແລະບໍ່ມີເສັ້ນທາງເຂົ້າຫາຈະເປັນແບບໃດ ເພາະວ່າບ້ານກັນດອນເອງທີ່ເປັນບ້ານແບບຢ່າງທາງວັດທະນະທຳ ກໍຍັງມີເດັກນ້ອຍອາຍຸ 3-4 ປີ ສູບຢາບັ້ງໄມ້ໄຜ່ຂະໜາດໃຫຍ່ເຊິ່ງມີຄວາມສູງກວ່າລຳຕົວຂອງເຂົາເຈົ້າ. ນ້ຳຂີ້ສີກ ຍັງໄຫຼລົ້ນໄປສູ່ກາງບ້ານທີ່ເຕັມໄປດ້ວຍໝູທີ່ບໍ່ມີການຂັງໃສ່ຄອກ. ສະນັ້ນມັນຈຶ່ງບໍ່ເປັນເລື່ອງແປກເລີຍທີ່ຊາງບ້ານຕ້ອງມັກເຈັບປ່ວຍ ແລະເວລາເຈັບປ່ວຍຂຶ້ນມາ ກໍຕ້ອງໄປເພິ່ງໝໍຜີ ຫຼືໄສຍະສາດອື່ນໆ ເພາະຕາໜ່າງສາທາລະນະສຸກຍັງໄປບໍ່ເຖິງຊຸມຊົນພວກນີ້ດີປານໃດ.

ດຣ. ຄຳພັນ ເລົ່າໃຫ້ຟັງວ່າ ການຈະເອົາການສຶກສາ, ສາທາລະນະສຸກ, ນ້ຳສະອາດ ແລະເອົາເສັ້ນທາງໄປໃຫ້ຊຸມຊົນເຜົ່າຕ່າງໆ ກ່ອນອື່ນໝົດ ຕ້ອງຈັດສັນບ້ານໃຫ້ເຂົ້າກັນເປັນບ້ານໃຫຍ່ສາກ່ອນ ເພາະຍັງມີບ້ານທີ່ມີພຽງ 4-5 ຫຼັງຄາເຮືອນຢ່າງຫຼວງຫຼາຍຢັ່ງຢາຍຢູ່ທົ່ວແຂວງ. ການປຸກສ້າງສຸກສາລາ ແລະໂຮງຮຽນ ກໍຕ້ອງມີການປະກອບຄູ ແລະຜູ່ມີຄວາມຮູ້ດ້ານການປິ່ນປົວໃຫ້ພ້ອມ. ຖ້າບ້ານນ້ອຍຫຼາຍ ມັນກໍບໍ່ກຸ້ມຄ່າສຳລັບການສ້າງໂຮງຮຽນ, ສຸກສາລາ ຫຼືສ້າງເສັ້ນທາງໃຫ້. ການຈັດສັນປະຊາຊົນໃຫ້ໄປເຕົ້າໂຮມກັນຢູ່ບ້ານໃໝ່ນັ້ນ ມັນກໍບໍ່ແມ່ນເລື່ອງງ່າຍ ເພາະວ່າບາງຄົນກໍບໍ່ຢາກຍົກຍ້າຍໜີຈາກຖິ່ນຖານເດີມ. ຜ່ານມາ ໃນເວລາຍົກຍ້າຍບ້ານ ທາງແຂວງກໍໄດ້ປະກອບສັງກະສີໃຫ້ຄອບຄົວລະ 30 ແຜ່ນ ແລະເຂົ້າສານຈຳນວນນຶ່ງ.

ຈາກການຮັບຮູ້ສະພາບຂອງແຂວງ ເບິ່ງຄືວ່າ ແຂວງເຊກອງຍັງຢູ່ໃນຄວາມມືດມົນທີ່ຈະກ້າວທຽມທັນແຂວງອື່ນໆ, ແຕ່ດ້ວຍວິໄສທັດ ຂອງລັດຖະບານ ກໍຄືອຳນາດການປົກຄອງແຂວງ ທ່ານເຈົ້າແຂວງເຊື່ອວ່າ ແຂວງເຊກອງຈະໄດ້ຮັບການພັດທະນາຢ່າງກ້າວກະໂດດ. [...]

ຂໍຂອບໃຈບົດຄວາມຈາກ ວາລະສານອັບເດດ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ຫຼາຍໆ ທ່ານອາດຈະໄດ້ຊື້ຫຼືໄດ້ຍິນມາແລ້ວກ່ຽວກັບຫວຍກິລາຊີເກມ .. ເຊິ່ງຂ້າພະເຈົ້າເອງກໍໄດ້ຖືກບັງຄັບ .. ໂອຍ ບໍ່ແມ່ນ ຖືກຂໍໃຫ້ຊື້ຈຳນວນ 7 ໃບ ແຕ່ຂໍເພິ່ນຊື້ແຕ່ 6 ໃບສາ ເພາະມັນແພງເກີນ ໃບລະ 50,000 ກີບ ແຕ່ຈົນແລ້ວຈົນລອດ ທາງບ້ານເພິ່ນກໍມາຂໍໃຫ້ຊື້ຊຸກຍູ້ອີກໃບນຶ່ງເປັນ 7 ໃບພໍດີ ຮວມກັນແລ້ວ 350,000 ກີບ

alt

ດ້ານໜ້າຂອງຫວຍກິລາດັ່ງກ່າວ...

alt

ແລະນີ້ຄືດ້ານຫຼັງ... (ຄລິກເບິ່ງຮູບໃຫຍ່ໄດ້)

ວັນທີ 3 ເດືອນ 11 ເພິ່ນວ່າຜົນອອກ ແຕ່ລ່ວງເລີຍມາຮອດວັນທີ 6 ແລ້ວ ຂ້າພະເຈົ້າຈຶ່ງໄດ້ອ່ານຜົນອອກຂອງຫວຍດັ່ງກ່າວ

alt

ແລະນີ້ຄືຜົນອອກ!!! (ຄລິກເບິ່ງຮູບໃຫຍ່ໄດ້) ຫຼືເບິ່ງຮູບນີ້ http://img.laoupload.com/images/88836449895735510807.jpg

 

ໃຜຖືກຫວຍຊຸດນີ້ກໍບອກກັນແດ່ເດີ້ ເພື່ອຊິໄດ້ໄປຮ່ວມຍິນດີນຳ ອິອິ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເລື່ອງມັນເລີ່ມຈາກມື້ວັນທີ 24 ຕ້ອງໃຊ້ດອກໄຟ 110v ແຕ່ໄຟບ້ານເຮົາເປັນໄຟ 220v ດັ່ງນັ້ນຈຶ່ງຕ້ອງໃຊ້ໝໍ້ແປງໄຟ ເຊິ່ງຂະນະນັ້ນມີພຽງໝໍ້ດຽວ ເປັນໝໍ້ແປງໄຟ 1 KVA ເຊິ່ງຍັງບໍ່ພໍເທື່ອ ຕ້ອງໄປຫາມາເພີ່ມ... ໃນເບື້ອງຕົ້ນກໍຈັດແຈງໂທຫາຄົນຮູ້ຈັກວ່າມີບໍ່ ແລະແນ່ນອນວ່າໄດ້ໂທໄປຖາມອາວພະນົມສິນ (www.pnomsin.com) ເຊິ່ງເພິ່ນກໍແນະນຳໃຫ້ໄປຫາຢູ່ຕະຫຼາດຈີນ ທຳອິດກໍຕອບນຳເພິ່ນວ່າ ຕະຫຼາດຈີນເຄີຍຊື້ແລ້ວໃຊ້ບໍ່ໄດ້ ແຕ່ສຸດທ້າຍກໍເປັນອັນວ່າ ຕ້ອງໄປຊື້ຢູ່ຕະຫຼາດຈີນ...

ໄປຮອດຕະຫຼາດຈີນມັນມີແບບ 1500 VA ລາຄາ 450,000 ຕໍ່ຮອງໄດ້ 310,000 ກີບ ກໍຈັດການທົດລອງໃຊ້ກັບໄຟເບິ່ງ ປາກົດວ່າໃຊ້ໄດ້ ຈາກນັ້ນຈຶ່ງກັບມາໃຊ້ວຽກ.

ພໍໃຊ້ໄດ້ໄປປະມານ 5 ນາທີ ພົບວ່າມີຄວັນຂຶ້ນ ແລະມີກິ່ນໄໝ້ລອຍມາ ຫຼຽວໄປເບິ່ງໝໍ້ແປງໄຟຈີນຈຶ່ງຮູ້ວ່າມັນເປັນສາຍເຫດຂອງຄວັນແລະກິ່ນໄໝ້ດັ່ງກ່າວ.. ຕອນນັ້ນກໍເປັນເວລາປະມານ 8 ໂມງປາຍຕອນກາງຄືນ ຮ້ານຄ້າຈີນກໍປິດແລ້ວ ອີກທັງຄາວຽກແດ່ ຈຶ່ງບໍ່ໄດ້ເອົາໄປສົ່ງຄືນຮ້ານ.

ມື້ຕໍ່ມາວັນທີ 25 ໄປວຽກໝົດມື້ ເອົາໝໍ້ແປງໄຟຈີນນັ້ນໄປນຳ ໃຊ້ເທື່ອໃດຄວັນຂຶ້ນເທື່ອນັ້ນ ສຸດທ້າຍກໍບໍ່ໄດ້ໃຊ້ ເກັບມ້ຽນໄວ້ ກະວ່າຊິໄປສົ່ງໃນມື້ຖັດໄປ.

ຮອດວັນທີ 26 ກະວ່າໄປສົ່ງຕອນ 5 ໂມງແລງ ກໍບໍ່ທັນ ໄປຮອດຕອນ 7 ໂມງ ຮ້ານເຂົາປິດກ່ອນ..

ເລື່ອນມາຮອດວັນທີ 27 ເລີກການແລ້ວເອົາໄປສົ່ງຕອນ 5 ໂມງແລງ ພວກຈີນຂາຍເຄື່ອງບອກວ່າ ສົ່ງບໍ່ໄດ້ ມັນຕັ້ງເປັນແບບນັ້ນ ບໍ່ຮັບຄືນ ຊື້ໄປແລ້ວເດ້ ຊິສົ່ງຄືນໄດ້ແນວໃດ ກໍຕອບວ່າ ອ້າວ ແນວມັນໃຊ້ບໍ່ໄດ້ເດ້ເນາະ ໃຊ້ໄດ້ບໍ່ຮອດ 5 ນາທີລະຄວັນຂຶ້ນ ແບບນີ້ຊິຂາຍໃຫ້ຂ້ອຍເຮັດຫຍັງ. ຈີນກໍຕອບວ່າ ບໍ່ຮູ້ເດ້ ມັນກໍໃຊ້ໄດ້ແຕ່ແບບນັ້ນ ມັນແປງໄຟ 220v ເປັນ 110v ກໍຖືກແລ້ວ ບໍ່ຮັບຄືນ ມັນໃຊ້ໄດ້.

ຖຽງກັນໄປມາຢູ່ດົນເຕີບ ຈີນກໍບໍ່ຍອມຮັບເຄື່ອງເພິ່ນຄືນ ເພິ່ນອ້າງວ່າ ຫຼອດໄຟທີ່ເຮົາໃຊ້ແມ່ນ 700w ແຕ່ໝໍ້ແປງໄຟມັນແມ່ນ 110v ຟັງແລ້ວກໍງົງ .. ພວກຈີນນີ້ມັນຮູ້ເລື່ອງໄຟບໍ່ນິ -*-

ຜ່ານໄປອີກເຕີບນຶ່ງ ຍັງລົມກັນບໍ່ຮູ້ເລື່ອງ ຈີນກໍບໍ່ຍອມທ່າດຽວ ແນວໃດກໍບໍ່ຮັບຄືນ ເພິ່ນວ່າຂອງເພິ່ນໃຊ້ໄດ້ ມັນຕັ້ງເປັນແບບນັ້ນ .. ຄວາມຈິງຫຼອດໄຟເປັນຫຼອດທີ່ໃຊ້ກຳລັງໄຟ 750w ເຊິ່ງໄດ້ລອງໃຊ້ກັບໝໍ້ແປງໄຟລຸ້ນ 1 KVA ທີ່ມີຢູ່ ໃຊ້ໄດ້ບໍ່ມີບັນຫາ ໃຊ້ເປັນຊົ່ວໂມງກໍຍັງບໍ່ມີບັນຫາຫຍັງ ແຕ່ອັນໝໍ້ແປງໄຟຈີນມັນຂາຍນີ້ເປັນໝໍ້ແປງໄຟ 1500 VA ແທ້ໆ ໃຊ້ໄດ້ 4 ນາທີແລ້ວຄວັນຂຶ້ນ.

ໂທຫາຄົນຮູ້ຈັກ ຖາມຫາເບີຕຳຫຼວດເຂດຊຽງທອງວ່າ ຮູ້ຈັກເບີຫ້ອງການຕຳຫຼວດເຂດນີ້ບໍ່ ເພິ່ນກໍຕອບວ່າ ຫ້ອງການນັ້ນບໍ່ມີເບີຕັ້ງໂຕະ .. ອ້າວ.. ກໍເລີຍໂທໄປຫາຄົນຮູ້ຈັກ ຖາມຫາເບີນາຍບ້ານຂອງຕະຫຼາດຈີນ ນາຍບ້ານໃຫ້ເບີມາ ບອກວ່າເປັນເບີຫົວໜ້າຕຳຫຼວດເຂດ ກໍໂທໄປຂໍຄຳແນະນຳຈາກເພິ່ນ ເພິ່ນກໍຕອບວ່າ ໃຫ້ໄປຫາ ຕມ ...

ເຊິ່ງກໍແນ່ນອນວ່າ ຕມ ປິດແລ້ວ ເນື່ອງຈາກເວລານັ້ນເປັນເວລາ 6 ໂມງແລງ ຕມ ປິດໄປແຕ່ດົນ ພວກຈີນກໍໄລ່ອອກຮ້ານ ບອກວ່າໄປເອີ້ນຕຳຫຼວດມາພ້ອມກັນກ່ອນ ຄ່ອຍມາຫາໃໝ່ ບໍ່ຕ້ອງມາກີດຮ້ານເພິ່ນ. ລອງໂທຫາ 191 ໃຊ້ເບີ Tigo ໂທ ຜັດບອກວ່າ Your number is restricted... ອ້າວວວ .. -_-' ຖ້າໃຜມີເລື່ອງແລ້ວຄຶດຊິໂທຫາ 191 ແບບໃນໜັງ ບໍ່ຕ້ອງໂທເດີ້ພີ່ນ້ອງ ໂທບໍ່ໄດ້ດອກ ~_~

ກັບມາເຂົ້າເລື່ອງຕໍ່ .. ລົມໄປລົມມາ ບາດນີ້ວ່າເອົາໂຕອື່ນມາລອງ ເພິ່ນກັບໄປບ້ານ ໄປເອົາໂຕ 1200 VA ມາລອງ ລອງເປີດເບິ່ງ ເປີດບໍ່ຂຶ້ນ ປັບໄຟເປັນ 110v ບໍ່ໄດ້ ກໍກັບໄປໃໝ່ ໄປເອົາຢູ່ອີກຮ້ານມາ ເປັນໝໍ້ແປງໄຟ 1500 VA ຄືກັນ ແຕ່ຄົນລະຍີ່ຫໍ້.. ລອງເປີດໃຊ້ໄຟໄປໄດ້ 4 ນາທີ ຄວັນຂຶ້ນອີກແລ້ວ ທັງຄວັນທັງກິ່ນໄໝ້. ຄົນຂາຍກໍບອກວ່າ ມັນຊິຄວັນຂຶ້ນກໍຢ່າ ປ່ຽນບໍ່ໄດ້ ບໍ່ໃຫ້ປ່ຽນ ເຈົ້າເອົາໄປ 3 ມື້ແລ້ວ ຖ້າຊື້ໄປມື້ດຽວແລ້ວມາຄືນໄດ້ຢູ່ ກໍອະທິບາຍວ່າ ມື້ທີ່ມາຊື້ມາຄ່ຳແລ້ວ ຖ້າກັບໄປເຈົ້າກໍປິດຮ້ານຄືເກົ່າ ມື້ຕໍ່ມາພວກຂ້ອຍກໍໄປວຽກໝົດມື້ເດ້ ແລ້ວມື້ຄືນນີ້ກໍມາແຕ່ປິດຮ້ານອີກ ກໍຈຶ່ງໄດ້ມາມື້ນີ້ ອີກຢ່າງນຶ່ງ ຂະໜາດເຈົ້າເອົາອັນໃໝ່ໆ ມາມັນຍັງເປັນຄືກັນ.

ອະທິບາຍໄປປານນັ້ນ ເຈົ້າຂອງຮ້ານແລະລູກຊາຍກໍຍັງປະຕິເສດບໍ່ໃຫ້ປ່ຽນ ສຸດທ້າຍໝູ່ທີ່ໄປນຳກໍສະເໜີວ່າ ຄັນຊັ້ນ ພວກຂ້ອຍຊື້ມາ 310,000 ກີບ ຂໍຄືນ 250,000 ກີບສາ ຈີນກໍບໍ່ຍອມ ໃຫ້ 200,000 ກີບ ຕໍ່ຮອງກັນໄປມາຈັກໜ່ອຍກໍຍອມ ໃຫ້ຄືນ 250,000 ຖືວ່າເຮົາຂາດທຶນ 60,000 ກີບໄປລ້າໆ ເສຍຄ່າໂງ່ໃຫ້ເຂົາເຈົ້າໄປ.

ກ່ອນຊິກັບ ຄົນຈີນເວົ້າວ່າ ບໍ່ເປັນຍັງ ບໍ່ເປັນຫຍັງ ຮັກແພງກັນໄວ້ ... (ຄຶດໃນໃຈ ຢ່າວ່າແຕ່ຮັກແພງເລີຍ ມາຢຽບຮ້ານເຈົ້າຂ້ອຍກໍຊິບໍ່ມາຢຽບອີກ -*-)

ຂຽນທຳອິດຄຶດວ່າສັ້ນໆ ຂຽນຈົບແລ້ວຍາວເຕີບເນາະ ເລື່ອງນີ້ເປັນປະສົບການສອນໃຫ້ຮູ້ວ່າ:

  1. ຖ້າຢາກໄດ້ຂອງທີ່ຊື້ມາແລ້ວໃຊ້ໄດ້ ຢ່າໄປຊື້ຢູ່ຕະຫຼາດຈີນ.
  2. ຖ້າຈຳເປັນຕ້ອງໄປຊື້ແທ້ໆ ໃຫ້ມີໃບບິນການຊື້ຂາຍຄັກແນ່ ແລະທົດລອງໃຊ້ອຸປະກອນນັ້ນໃຫ້ດີກ່ອນວ່າມັນໃຊ້ໄດ້ແທ້ບໍ່ ແລະໃຊ້ໄດ້ດົນຊ່ຳໃດກ່ອນອາດຈະເກີດບັນຫາ.
  3. ຢ່າໂທຫາ 191 ເພາະເບີນີ້ມີແຕ່ໃນໜັງ.
  4. ເລື່ອງແບບນີ້ຕຳຫຼວດອາດຊ່ວຍທ່ານບໍ່ໄດ້ເທົ່າທ່ານຊ່ວຍຕົວຂອງທ່ານເອງ.

ຈົບດີກວ່າ ຂໍຂອບໃຈ :D

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

Pearls Before Swine - Prison Break

ການປະຈົນໄພຂອງເອລລີ່ ເອລະເຟນ (Elly Elephant) ໂດຍ Rat

- ເອລລີ່ ເອເລເຟ່ນ ຫຼິ້ນຕົວຕໍ່


- “ດ້ວຍໂຕຕໍ່ພວກນີ້ ຂ້ອຍຈະສ້າງສິ່ງທີ່ສວຍງາມ” ລາວເວົ້າ


- “ຂ້ອຍຈະສ້າງຮູບປັ້ນຕົວຕໍ່ທີ່ວິເສດ ແລະງົດງາມ ຈົນຜູ່ຄົນຕ້ອງຢຸດເບິ່ງແລະຮ້ອງໄຫ້”


-  “ແລະພວກເຂົາຈະສວມກອດຄົນຂ້າງໆ ແລະຈະກອດກັນຕໍ່ໄປເລື້ອຍໆ”


- “ແລະຈະກໍ່ເກີດຄວາມຮັກ”


- “ສົງຄາມຈະສິ້ນສຸດ ຄວາມກຽດຊັງຈະເລືອນຫາຍ ມະນຸດຊາດທັງມວນຈະເຂົ້າໃຈແລະຮຽນຮູ້ຈາກຜົນງານສິລປະນີ້ວ່າ ພວກເຂົາມີສິ່ງທີ່ຄືກັນຫຼາຍກວ່າທີ່ປະເທດ ລັດຖະບານ ສາດສະໜາ ແລະປະເພນີປູກຝັງກັນມາໃຫ້ເຊື່ອ”


- ເອລລີ່ ເອເລເຟ່ນພັກການຫຼິ້ນຕົວຕໍ່ແລ້ວໄປເບິ່ງຂ່າວ


...


- ເອລລີ່ ເອເລເຟ່ນກັບໄປຫຼິ້ນຕົວຕໍ່ຄືນດັ່ງເດີມ

 


Elly Elephant

 

 

ທີ່ມາ - Pantip [via drama-addict.com]

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ວ່າຊິຂຽນແຕ່ມື້ນັ້ນລະ ແຕ່ວ່າຍັງບໍ່ທັນຂຽນເທື່ອ ເລື່ອນມາຂຽນມື້ນີ້ແທນເນາະ

ວັນທີ 19 ຕຸລາ 2009 .. ຄະນະຂອງພວກເຮົາ ເຊິ່ງປະກອບມີ ຂ້າພະເຈົ້າ ແລະທ່ານ TINO ກໍໄດ້ເດີນທາງໄປໂຮງຮຽງເດັກກຳພ້າຫຼວງພະບາງ ເພື່ອໄປຮ່ວມງານມອບຄອມພິວເຕີຈຳນວນ 10 ໜ່ວຍໃຫ້ກັບທາງໂຮງຮຽນ. ການຕິດຕໍ່ມາຄັ້ງນີ້ແມ່ນຜ່ານທາງທ່ານ Urko Masse ຈາກ LaoUbuntu.com ໃນກະທູ້ http://laoubuntu.com/forum/index.php?topic=144 ເຊິ່ງເພິ່ນຕິດຕໍ່ມາຈາກໂຮງຮຽນນານາຊາດແຫ່ງນຶ່ງໃນນະຄອນໂຮຈິມິນ ປະເທດຫວຽດນາມ. ໃນຕອນຕົ້ນນັ້ນ ກໍກະວ່າຈະມີທ່ານ Devsmudger ເຊິ່ງເປັນເວັບມາສເຕີ LaoUbuntu.com ມານຳ ແຕ່ບັງເອີນເພິ່ນຕິດພາລະກິດເປັນໝູ່ເຈົ້າບ່າວຢູ່ງານດອງຂອງໝູ່ເພິ່ນ ຈຶ່ງມາບໍ່ໄດ້. ງານນີ້ຈຶ່ງມີພຽງຂ້າພະເຈົ້າແລະ ທ່ານ TINO ດັ່ງທີ່ໄດ້ກ່າວປໃນຕອນຕົ້ນ.

ກໍໄປຮັບຊົມພາບກັນເລີຍເນາະ...

alt

ທຳອິດໄປຮອດ ມີແຕ່ຄົນທີ່ສອງນັບຈາກຂວາມາຊ້າຍ ຄົນເສື້ອສີໝາກຄໍ້ ຄົນນັ້ນຊື່ Mike (ຖ້າຈື່ບໍ່ຜິດ) ມາກ່ອນ ກໍລົມກັນ ແລ້ວຄົນອື່ນໆ ກໍຕາມມາພາຍຫຼັງ ມີເດັກນ້ອຍມານຳ ລູກເຂົາເຈົ້າມາທ່ຽວ..

 


alt

ຖ່າຍຮູບຮວມບາດນຶ່ງ ແຕ່ບໍ່ມີຮູບຂ້າພະເຈົ້າເດີ້ ອິອິ ທາງຊ້າຍມືສຸດແມ່ນ TINO ຕາມດ້ວຍຄະນະຈາກຫວຽດນາມ

 


alt

ມຸມນຶ່ງຂອງໂຮງຮຽນເດັກກຳພ້າ... ເພິ່ນບອກວ່າ ຕອນນີ້ຕຶກສຳລັບຮຽນຍັງບໍ່ພໍ ກະວ່າຖ້າງົບປະມານມາຮອດ ຊິສ້າງອີກຕຶກນຶ່ງສຳລັບນັກຮຽນ ມ 4

 

 

alt

ພໍດີວ່າ ຕອນທີ່ໄປນັ້ນ ທາງໂຮງຮຽນກຳລັງປະຊຸມກັນຢູ່ ກໍເລີຍມາເລາະຫ້ອງຮຽນກ່ອນ ເວລານັ້ນອາຈານບໍ່ຢູ່ໄປປະຊຸມກັນໝົດ ຄະນະຈາກຫວຽດນາມກໍຮ້ອງເພງ ABC ໃຫ້ນັກຮຽນ ປ 3 ຟັງ .. ມີແບບເປັນຄລິບວິດີໂອນຳ ສາມາດເບິ່ງໄດ້ຈາກ http://punlao.com/au8ust/videos/3913

 


alt
alt
alt
alt

ຕອນທີ່ໄປກັນເປັນເວລາເຊົ້າ ປະມານ 8 ໂມງປາຍໆ ແດດກຳລັງມາ ..

 


alt
alt

ພາບໃນຫ້ອງປະຊຸມຫຼັງຈາກທີ່ຄູອາຈານອອກໄປແລ້ວ.. ຄອມພິວເຕີກໍກະວ່າຈະມາຕັ້ງໄວ້ຫ້ອງນີ້ກ່ອນ ດັ່ງທີ່ບອກໄປແລ້ວວ່າ ທາງ ຮຮ ບໍ່ມີຕຶກພຽງພໍ ດັ່ງນັ້ນ ຫ້ອງຄອມພິວເຕີກໍຍັງບໍ່ມີເຊັ່ນກັນ ..

 


alt
alt

ຄອມພິວເຕີທີ່ນຳມາບໍລິຈາກໃນຄັ້ງນີ້ປະກອບດ້ວຍ 10 ເຄື່ອງ ເປັນຄອມພິວເຕີມືສອງທີ່ຍັງມີສະພາບດີ (ແກະເບິ່ງແລ້ວ ປະກັນຂຽນວ່າ ຊື້ປີ 2008)

 


alt

ຜູ່ຊາຍຄົນທາງຂວາຄື ອຳນວຍການ ເພິ່ນກຳລັງທັກທາຍກັບຄະນະຯ

 

 


alt

ກໍພານັກຮຽນມາຈັດແຈງໂຕະຕັ່ງສຳລັບຕັ້ງວາງຄອມ...

 

 


alt
alt
alt

ຫຼັງຈາກນັ້ນກໍລົມກັນວ່າ ຊິເອົາແນວໃດກັນດີ ...

 


alt
alt
alt

ຄົນນີ້ເປັນຄົນຂັບລົດພາຄະນະຯ ມາ..

 

 


alt

ຈໍທີ່ບໍລິຈາກມາເປັນຈໍ LCD 15" ຍີ່ຫໍ້ Samsung

 


alt
alt
alt

ໂຮງຮຽນນີ້ໄດ້ຮັບລາງວັນຫຼາຍຍຍຍຍ

 


alt
alt

ກໍຈັດແຈງເອົາຄອມອອກມາຈາກແກັດ

 


alt

ຈັດການປະກອບໜ້າຈໍໃຫ້ຮຽບຮ້ອຍ..

 


alt
alt

ພາ TINO ໄປ ກາຍເປັນວ່າໃຫ້ໄປປະກອບຄອມຊ້ຳ ໂອ.. ປະກອບສ່ວນຊ່ວຍກັນເນາະ ^_^

 


alt
alt
alt

ເຫັນປລັກໄຟຢູ່ໂຮງຮຽນແລ້ວຂົນໜາວແຕກ 555

 

 


alt
alt
alt
alt

ນີ້ລະເຂົາເອີ້ນ “ໜ້າຈໍ”

 


alt

ປາກົດວ່າ ສາຍໄຟບໍ່ພໍ ຕ້ອງໄດ້ໄປຊື້ມາເພີ່ມອີກ..

 


alt
alt
alt

ອີກມຸມນຶ່ງຂອງຖ້ວຍລາງວັນຕ່າງໆ ..

 

 

 


alt
alt
alt
alt

TINO ບອກວ່າ ເອົາ Mouse ມາແດ່ ຄົນຕ່າງປະເທດຜັດເວົ້າວ່າ ເອົາ Mice ມາແດ່ ຕົກລົງມັນ Mouse ຫຼື Mice ນິ ອິອິ ໂຕນ້ອຍເປັນ Mouse ສາເນາະ

 

 


alt
alt

ຈາກໂຮງຮຽນ Saigon South International School

 


alt

ຮູບແຕ້ມທາດໝາກໂມຕິດຢູ່ຂ້າງປ່ອງຢ້ຽມ..

 

 


alt

ແລ້ວ Ubuntu ກໍຖືກ boot ຂຶ້ນມາ..

 

 


alt

ຄອມທີ່ນຳມາບໍລິຈາກນີ້ ເປັນ Intel Pentium 4 ແລະມີ RAM ທັງໝົດ 1GB ເປັນ DDR2 400 ຈຳນວນ 4 ແຖວ ແຖວລະ 256MB

alt

ຫາກຍັງຈື່ກັນໄດ້ ຄອມທີ່ນຳມາທັງໝົດມີ 10 ເຄື່ອງ ແຕ່ບັງເອີນວ່າ ເພໄປເຄື່ອງນຶ່ງໃນລະຫວ່າງທີ່ຂົນສົ່ງມາທາງອາກາດ ເນື່ອງຈາກພັດລົມທີ່ CPU ມັນເດັ້ງອອກ ແຕ່ທີ່ແປກປະຫຼາດກໍຄື ຂາຂອງ CPU ທັງໝົດນັ້ນ ມັນໄປຕິດກັບ CPU tray ທັງໝົດເລີຍ!!! ຂາທີ່ຢູ່ບ່ອນ CPU ຫາຍໝົດ .. ຈາກ 10 ກໍເລີຍເຫຼືອພຽງ 9 ເຄື່ອງເທົ່ານັ້ນທີ່ໃຊ້ໄດ້.

 

 


alt

ຫຼັງຈາກທີ່ຊ່ວຍກັນປະມານ 1 ຊມ ກໍສາມາດລຸລ່ວງໄປໄດ້ດ້ວຍດີ ແຕ່ ເອ.. ມີເຄື່ອງພິມ All-In-One ເຄື່ອງນຶ່ງນຳ ແຕ່ລືມຖ່າຍຮູບມານຳ -_-'

 

ກໍເປັນອັນວ່າ ວຽກໃນມື້ນັ້ນສຳເລັດລຸລ່ວງໄປດ້ວຍດີ ແຕ່ກໍມີບັນຫາຢູ່ບາງປະການ .. ເລື່ອງມັນມີຢູ່ວ່າ ເດີມທີນັ້ນ ຕັ້ງໃຈຈະບໍລິຈາກຄອມພວກນີ້ ແລະຕິດຕັ້ງ Ubuntu ມານຳ ແຕ່ປາກົດວ່າ Ubuntu ມີບັນຫາກັບພາສາລາວ ພິມ ຢົດ ບໍ່ໄດ້ ພິມໃນ Ubuntu ແລ້ວມັນກາຍເປັນ ຢຍດ ແທນ ແລະມີບັນຫາອື່ນໆນຳເຊັ່ນ ພິມ ກາຍເປັນ ເປັນຕົ້ນ .. ກໍຫາທາງແກ້ໄຂກັນຢູ່.

ບັນຫາຕໍ່ມາກໍຄື ບັນດາຄູອາຈານຄຶດວ່າ ຄອມພິວເຕີທີ່ນຳມາລົງນີ້ເປັນລະບົບປະຕິບັດການ Windows ແຕ່ຄວາມຈິງມັນບໍ່ແມ່ນ ເພາະມັນເປັນ Ubuntu ດ້ວຍເຫດຜົນວ່າ ທາງຜູ່ບໍລິຈາກນັ້ນ ເຫັນວ່າ ຫາກໃຊ້ Windows ກໍຈະເປັນ Windows ເຖື່ອນ ລະເມີດລິຂະສິດ ແລະທີ່ສຳຄັນໄປກວ່ານັ້ນແມ່ນບັນຫາ Virus ເຊິ່ງມັນອາດເຮັດໃຫ້ຄອມບໍ່ສາມາດໃຊ້ໄດ້ ກໍເລີຍລົງ Ubuntu ມາແທນ.

ອີກບັນຫາແມ່ນ ຫາກວ່າສອນນັກຮຽນ ແລະອາຈານໃຫ້ໃຊ້ Ubuntu ໄດ້ ເຂົາເຈົ້າກໍບໍ່ສາມາດນຳຄວາມຮູ້ບ່ອນນີ້ໄປໃຊ້ໃນວຽກງານໂຕຈິງໄດ້ ເພາະວຽກງານໂຕຈິງ ເວລາໄປພິມເອກະສານ ຫຼືໄປໃຊ້ຄອມພິວເຕີບ່ອນອື່ນ ຈະເປັນ Windows ບໍ່ແມ່ນ Ubuntu ແລະໂປຣແກຣມພິມເອກະສານໃນ Ubuntu ນັ້ນແມ່ນ OpenOffice ບໍ່ແມ່ນ Microsoft Office ຄືໃນ Windows. ບ່ອນນີ້ມັນເປັນບັນຫາສຳລັບຂ້າພະເຈົ້າຢູ່ພໍສົມຄວນ ເຊິ່ງຕອນນີ້ກໍໄດ້ຕິດຕໍ່ກັບໄປຫາທ່ານ Urko Masse ວ່າຈະເຮັດແນວໃດດີ.

ຢ່າງໃດກໍຕາມ ໂດຍພາບຮວມແລ້ວ ກໍຖືວ່າການບໍລິຈາກໃນຄັ້ງນີ້ສຳເລັດລຸລ່ວງໄປດ້ວຍດີ ແລະຂໍສະແດງຄວາມຍິນດີກັບໂຮງຮຽນເດັກກຳພ້າແຂວງຫຼວງພະບາງ ທີ່ມີຄອມພິວເຕີເພີ່ມຂຶ້ນ 9 ເຄື່ອງ ຈາກທີ່ມີຢູ່ແລ້ວ 2 ເຄື່ອງ ຕອນນີ້ທັງໝົດມີ 11 ເຄື່ອງແລ້ວ. ຫາກມີເງື່ອນໄຂພຽງພໍ ໃນປີໜ້າຈະມີຫ້ອງຮຽນສຳລັບສອນຄອມພິວເຕີໃຫ້ນັກຮຽນນຳອີກ ກໍເປັນທີ່ໜ້າດີໃຈນຳເນາະ.

ສຸດທ້າຍນີ້ຕ້ອງຂໍຂອບໃຈຄະນະຄູອາຈານຈາກໂຮງຮຽນ Saigon South International School ທີ່ບໍລິຈາກຄອມພິວເຕີມາ ນະ ໂອກາດນີ້ພ້ອມ.

20 ຕຸລາ 2009,
ນິນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພາບບັນຍາກາດການແຫ່ເຮືອໄຟ ທີ່ຫຼວງພະບາງ .. ເລີ່ມກັນເລີຍເນາະ

 

alt

alt

ອັນນີ້ງາມດີ ເປັນຮູບຊົງດອກບົວ

alt

alt

alt

ເຮືອລຳນີ້ປູກຕົ້ນໄມ້ທາງໃນພ້ອມ ຊ່ວຍໂລກຮ້ອນໄດ້ບໍ່ນິ

alt

alt

ມີພະຍານາກມານຳ

alt

ເພິ່ນຄົງຈະເມື່ອຍພໍສົມຄວນ

alt

alt

alt

ຈັດໄປ..

alt

ພົ່ນໄຟ

alt

alt

ຫຼັງຈາກເຮືອໄປຈົນໝົດແລ້ວກໍມີລົດຕຳຫຼວດຕາມມາຕິດໆ

alt

ພ້ອມດ້ວຍລົດດັບເພີງ

alt

ຫຼັງຈາກນັ້ນປະມານ ຊມ ນຶ່ງ ກໍພາກັນຍ່າງໄປລອຍກະທົງ..

alt

ຕໍ່ທູບທຽນໃຫ້ຮຽບຮ້ອຍ

alt

alt

 

ຈົບດີກວ່າ -*-

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2009 | ມີ 41 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ປະກາດແຈ້ງການເຖິງສະມາຊິກພັນລາວທີ່ເຄົາລົບຮັກແພງທຸກໆ ທ່ານ ທາງເວັບໄຊພັນລາວ.ຄອມ ຂໍແຈ້ງໃຫ້ຊາບວ່າ ຕໍ່ແຕ່ນີ້ເປັນຕົ້ນໄປ ຫ້າມການໂຄສະນາກ່ຽວກັບທຸລະກິດຂາຍກົງ ແລະທຸລະກິດແຊລູກໂສ້ ຫຼືທີ່ເອີ້ນວ່າ MLM (Multi-Level Marketing) ທຸກປະເພດ ຮວມເຖິງ Agel.

ຫາກພົບເຫັນສະມາຊິກທ່ານໃດທີ່ປະກາດໂຄສະນາ ປະຊາສຳພັນ ຫຼືຊັກຊວນຜູ່ອື່ນເພື່ອໄປເຮັດທຸລະກິດລັກສະນະດັ່ງກ່າວ ບໍ່ວ່າຈະຜ່ານທາງໄດອາຣີ່, ແບບສຳຫຼວດ, ກະທູ້ໃນເວັບບອດ, ວິດີໂອຄລິບ, ຮູບພາບ, ຫຼືຂໍ້ຄວາມໃນໂປຣໄຟລ໌ ຫຼືທາງໃດນຶ່ງທີ່ຜ່ານເວັບໄຊພັນລາວ ທາງເວັບໄຊຈະຍົກເລີກສະຖານະສະມາຊິກທັນທີ ໂດຍບໍ່ມີການຕັກເຕືອນຫຼືແຈ້ງໃຫ້ຮູ້ລ່ວງໜ້າ ຈຶ່ງຂໍແຈ້ງມາຍັງສະມາຊິກທຸກໆ ທ່ານໃຫ້ຮູ້ໂດຍທົ່ວເຖິງກັນ ແລະຂໍຄວາມຮ່ວມມືມານຳໃນໂອກາດນີ້ພ້ອມ.

ຂໍຂອບໃຈ,

ທີມງານພັນລາວ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2009 | ມີ 104 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຮູ້ສຶກວ່າ ຈະດົນພໍສົມຄວນແລ້ວທີ່ບໍ່ມີຂ່າວໃໝ່ມາແຈ້ງ ແລະສຳຫລັບມື້ນີ້ເອງ ຂ້າພະເຈົ້າ ຕາງໜ້າທີມງານພັນລາວ ຈະຂໍມາແຈ້ງການກ່ຽວກັບຄວາມປ່ຽນແປງທີ່ກຳລັງຈະເກີດຂຶ້ນ ໃນອະນາຄົດອັນໃກ້ນີ້ ໂດຍສະເພາະແມ່ນກ່ຽວກັບລະບົບຕ່າງໆ ທີ່ອາດຈະຖືກຕັດທອນອອກໄປ ແລະ/ຫຼື ປ່ຽນແປງກົດກະຕິກາ ເພື່ອໃຫ້ສອດຄ່ອງກັບສະຖານະການ.

ເລື່ອງທຳອິດ ແມ່ນເລື່ອງ ເງິນພັນລາວ ເຊິ່ງມີມາດົນນານ ຕັ້ງແຕ່ຊ່ວງໄລຍະເປີດເວັບໃໝ່ໆ ເລື້ອຍມາ ຈົນມາຮອດປັດຈຸບັນ ຕອນນີ້ຕັດສິນໃຈວ່າ ຈະຍຸບລະບົບເງິນນີ້ອອກ ເພາະເປັນຜົນເສຍຫຼາຍກວ່າຜົນດີ ດັ່ງທີ່ຫຼາຍໆ ທ່ານອາດຈະພໍຮູ້ສາຍເຫດກັນແດ່ແລ້ວ. ເມື່ອບໍ່ມີລະບົບເງິນພັນລາວແລ້ວ ກໍຢ່າຟ້າວເສຍໃຈໄປສຳຫລັບໃຜທີ່ນິຍົມສະສົມຄະແນນ ທາງທີມງານໄດ້ວາງແຜນເຮັດລະບົບວໃໝ່ຂຶ້ນມາແທນທີ່ ເຊິ່ງຈະເປັນແບບໃດກໍຕິດຕາມຕອນຕໍ່ໄປ.

ເລື່ອງທີ່ສອງ ກໍແມ່ນເລື່ອງຂອງເພງ ປາກົດວ່າ ປັດຈຸບັນນີ້ ເພງໃນພັນລາວອຸດົມໄປດ້ວຍເພງທີ່ມີລິຂະສິດ ເຊັ່ນວ່າ ເພງຈາກຕ່າງປະເທດ ຫຼືແມ່ນແຕ່ເພງລາວນຳກັນເອງ ດັ່ງນັ້ນແລ້ວ ທາງທີມງານເຮົາກໍ ບໍ່ຕ້ອງການຈະມີບັນຫາກັບການລະເມີດລິຂະສິດຂອງສິລປິນ ຈຶ່ງເຫັນວ່າ ຈະຍຸບໝວດເພງອອກໄປອີກເຊັ່ນກັນ.

ເລື່ອງຕໍ່ມາ ເລື່ອງທີ່ສາມ ເລື່ອງຄລິບວິດີໂອ ອັນນີ້ກໍປາກົດວ່າ ມີແຕ່ຄລິບວິດີໂອເພງ ແລະໜັງທີ່ມີລິຂະສິດຢູ່ເປັນຈຳນວນຫຼວງຫຼາຍ ເຊິ່ງຜິດກັບກົດລະບຽບທີ່ວາງອອກໄວ້ຄັກແນ່ (ແຕ່ສົງໄສບໍ່ມີຄົນສົນໃຈປານໃດ) ເຮັດໃຫ້ການນຳໃຊ້ໝວດຄລິບວິດີໂອນັ້ນ ຜິດຈຸດປະສົງດັ້ງເດີມທີ່ມີມາ. ຄວາມເດີມນັ້ນ ໝວດຄລິບວິດີໂອແມ່ນເຮັດມາໄວ້ເພື່ອໃຫ້ສະມາຊິກພັນລາວ ສາມາດອັບໂຫຼດຄລິບທີ່ສະມາຊິກຖ່າຍໄວ້ດ້ວຍຕົນເອງ ເພື່ອແບ່ງປັນໃຫ້ສະມາຊິກຄົນອື່ນໆ ໄດ້ເບິ່ງ ແຕ່ຕອນນີ້ກາຍເປັນວ່າ ໝວດຄລິບວິດີໂອເປັນແຫຼ່ງຮວບຮວມຄລິບ MV ເພງແລະໜັງໄປແທນ ອັນນີ້ກໍເຫັນວ່າຕ້ອງແກ້ໄຂ ບໍ່ດັ່ງນັ້ນແລ້ວຈະກາຍເປັນວ່າ ຜິດຈາກຄວາມຕັ້ງໃຈເດີມໄປ ອີກທັງບໍ່ເກີດປະໂຫຍດສ້າງສັນຫຍັງຫຼາຍ. ຢ່າງໃດກໍຕາມ ຄລິບວິດີໂອທີ່ຖືກຕາມຈຸດປະສົງເດີມກໍພໍມີຢູ່ ເຊັ່ນວ່າ ຄລິບວິດີໂອຂອງຄົນໃຈດີ (http://punlao.com/khonjaidee/videos/13) ຫຼືຄລິບໜັງສັ້ນຂອງນັກສຶກສາບາງກຸ່ມເປັນຕົ້ນ.

ຢ່າງໃດກໍຕາມ ທັງສາມຂໍ້ທີ່ວ່າມານີ້ ກໍຍັງບໍ່ໄດ້ລົງມືປະຕິບັດເທື່ອ ເປັນແຈ້ງການໃຫ້ຮູ້ລ່ວງໜ້າກ່ອນ ຫາກສະມາຊິກທ່ານໃດມີຄຳເຫັນ ຕ້ອງການບອກກ່າວ ກໍສາມາດຂຽນເຂົ້າມາໄດ້.

ດ້ວຍຄວາມນັບຖື,

ທີມງານພັນລາວ

ປ.ລ. ໄລຍະນີ້ເວັບໄຊພັນລາວມີບັນຫາເລັກນ້ອຍ ບາງຄັ້ງຈະເກີດອາການຕອບສະໜອງຊ້າໆ ອັນນີ້ເປັນນຳເວັບ ບໍ່ໄດ້ເປັນນຳເນັດເດີ້ພີ່ນ້ອງ ທາງທີມງານກຳລັງດຳເນີນການແກ້ໄຂ...

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2009 | ມີ 34 ຄຳເຫັນ ແລະ 0 trackback(s)

alt

alt

 

alt

 

alt

alt

 

alt

 

 

alt

alt

alt

alt

ວົງຫຼວງພະບາງມາແລ້ວ ອິອິ

alt

 

alt

alt

alt

 

alt

 

alt

ນັກຮ້ອງວົງ L Zone

alt

 

alt

 

ແລ້ວ fourmod ກໍມາ

alt

 

alt

 

ອ່ະ.. ບີມກໍມາ

alt

 

alt

 

ຄົນນີ້ໃຜນິ -_-?

 

alt

 

alt

 

alt

 

 

ຈົບແຫຼະເນາະ

ພາບຈາກຊ່າງພາບຊາວໄທ ນາມແຝງ fatnomore ຈາກກະທູ້ໃນພັນທິບເດີ້

http://www.pantip.com/cafe/camera/topic/O8211313/O8211313.html

http://www.pantip.com/cafe/camera/topic/O8201324/O8201324.html

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

altວັນທີ 5 ສິງຫາທີ່ຜ່ານມາ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສຳປະທານພື້ນທີ່ໜອງຈັນຕອນເໜືອຂຶ້ນ ລະຫວ່າງອົງການປົກຄອງນະຄອນຫຼວງ ແລະບໍລິສັດ KPL ຈາກເກົາຫລີ ໂດຍຈັດຂຶ້ນທີ່ດອນຈັນພາເລດ. ເນື້ອໃນສຳຄັນແມ່ນທັງສອງຝ່າຍຕົກລົງກັນ ເພື່ອທີ່ຈະໃຫ້ມີການສຳຫຼວດພື້ນທີ່ ໜອງຈັນຕອນເໜືອ ເພື່ອທີ່ຈະເບິ່ງຄວາມເປັນໄປໄດ້ ໃນການສ້າງສວນສາທາລະນະ ເນື້ອທີ່ເຖິງ 5,5 ເຮັກຕາ ໂດຍທີ່ການສຳຫຼວດຄັ້ງນີ້ຈະໃຊ້ເວລາ 3 ເດືອນ. ເມື່ອສຳຫຼວດແລ້ວ ຫາກວ່າມີຄວາມເປັນໄປໄດ້ ກໍຈະມາເຊັນສັນຍາເພື່ອ ສຳປະທານພື້ນທີ່ດັ່ງກ່າວອີກຄັ້ງນຶ່ງຕື່ມ.

ສວນສາທາລະນະດັ່ງກ່າວນັ້ນ ຈະມີລັກສະນະທີ່ສວຍງາມ ມີໜອງນ້ຳ ຫ້ອງນ້ຳສາທາລະນະ ບ່ອນຈອດລົດສາທາລະນະ (ແຕ່ບໍ່ຮູ້ຊິເກັບເງິນບໍ່ ອິອິ) ສູນຂໍ້ມູນຂ່າວສາວ ຮ້ານຂາຍເຄື່ອງ ຮວມເຖິງບ່ອນຫຼິ້ນກິລາແລະອື່ນ ໆ ນຳອີກ. ຫາກວ່າ ໂຄງການນີ້ເກີດຂຶ້ນແທ້ ກໍແມ່ນທາງບໍລິສັດຈາກເກົາຫລີ ຈະມາລົງທຶນປູກສ້າງເປັນຈຳນວນເງິນເຖິງ 15 ລ້ານໂດລາສະຫະລັດ ໂດຍມີໄລຍະສຳປະທານ 50 ປີ ກ່ອນຈະຕົກເປັນຂອງລັດຖະບານລາວເຮົາ.

ຕາມແຫຼ່ງຂ່າວລະບຸວ່າ ໃນພິທີເຊັນບົດບັນທຶກຄັ້ງນີ້ ບໍລິສັດຈາກເກົາຫລີ ໄດ້ມອບເງິນຈຳນວນ 100,000 ໂດລາໃຫ້ກັບນະຄອນຫຼວງຯ ເພື່ອເປັນທຶນພັດທະນານະຄອນຫຼວງ ແລະຍັງຈະມອບໃຫ້ອີກ 900,000 ໂດລາ ໃນມື້ເຊັນສັນຍາສຳປະທານຄັ້ງຕໍໄປ ຮວມແລ້ວ 1,000,000 ໂດລາ.

alt

alt

ພາບແລະຂ່າວຈາກ VientianMai.net ຜ່ານທາງ Pnomsin.com
ຮຽບຮຽງໂດຍ au8ust

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ອື່ນຈະມີຊ່ວງເວລານຶ່ງທີ່ໂຕເລກຮຽງຕິດຕໍ່ກັນ ນັ້ນຄືເວລາ 12 ໂມງ 34 ນາທີ 56 ວິນາທີ ວັນທີ 7 ເດືອນ 8 ປີ 2009

ເມື່ອຂຽນຫຍໍ້ຕິດຕໍ່ກັນແລ້ວກໍຈະໄດ້ໂຕເລ 12:34:56 7/8/9

ນອກຈາກເລກຊຸດນີ້ແລ້ວກໍຍັງມີ

00:00:01 02/03/04
00:00:12 03/04/05
00:01:23 04/05/06
00:12:34 05/06/07
01:23:45 06/07/08

ນຳ ເຊິ່ງມັນຜ່ານໄປແລ້ວ

ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

Crop Circle ເປັນຄຳອະທິບາຍເຖິງຮູບແບບຂອງພືດທີ່ລົ້ມລົງ ເຊິ່ງມີຕັ້ງແຕ່ຕົ້ນເຂົ້າສາລີ ເຂົ້າບາເລ່ ແລະຖົ່ວເຫຼືອງ. Crop Circle ທີ່ວ່ານີ້ມີການຄົ້ນພົບໃນຫຼາຍແຫ່ງທົ່ວໂລກ.

 Crop Circle

ຄືນນຶ່ງໃນປີ 1972 ທີ່ປະເທດ ອັງກິດ Arthur Shuttlewood ກັບ Bryce Bond ສອດແນມຢູ່ບໍລິເວນໃກ້ກັບພູເຂົາ Star Hill ໃກ້ເມືອງ Warminster ເພື່ອເຝົ້າເບິ່ງປາກົດການແສງປະຫຼາດ ເຊິ່ງເກີດຂຶ້ນໃນແຖບນັ້ນມາດົນເກືອບທົດສະວັດ ເຊື່ອກັນວ່າມັນຄື UFO. ໃນຄືນນັ້ນເອງທີ່ທັງສອງຕ້ອງປະສົບກັບຄວາມຜິດຫວັງເມື່ອບໍ່ພົບແສງປະຫຼາດໃດ ໆ ເລີຍ ຫາກແຕ່ວ່າໄດ້ຮັບການຊົດເຊີຍດ້ວຍຮ່ອງຮອຍບາງຢ່າງທີ່ອາດກ່ຽວຂ້ອງກັນ ນັ້ນຄື ພືດທີ່ລົ້ມເປັນວົງກົມ ເຊິ່ງພາຍຫຼັງເອີ້ນວ່າ “Crop Circles”

ສີ່ປີຕໍ່ໃນເດືອນກັນຍາປີ 1976, Edwin Fuhr ຊາວນາຈາກ Langenburg (ເມືອງແຫ່ງນຶ່ງໃນປະເທດເຢຍລະມັນ) ອ້າງວ່າໄດ້ພົບເຫັນຮູບຍານທີ່ມັກລັກສະນະເປັນຮູບວົງມົນບິນຢູ່ເໜືອທົ່ງນາ. ຫຼັງຈາກທີ່ຍານເຫຼົ່ານີ້ໄປແລ້ວ ລາວກໍພົບ Crop Circle ຫຼາຍແຫ່ງໃນບໍລິເວນນັ້ນ ນີ້ຄືເລື່ອງລາວເລີ່ມຕົ້ນຂອງປາກົດການພືດທີ່ລົ້ມເປັນວົງກົມໃນປະເທດອັງກິດ. ຜູ່ຄົນຈຳນວນຫຼາຍເຊື່ອກັນວ່າ ເປັນນຶ່ງໃນປິດສະໜີເລິກລັບຂອງໂລກຢູ່ໃນທຸກມື້ນີ້.

ປາກົດການພືດລົ້ມເປັນວົງກົມນີ້ ຖືກຄົ້ນພົບຄັ້ງທຳອິດໃນປີ 1678 ທີ່ເມືອງ Hertfordshire ປະເທດອັງກິດ ບໍ່ມີໃຜອະທິບາຍໄດ້ວ່າໃຜ ຫຼືສິ່ງໃດທີ່ເຮັດໃຫ້ມັນເກີດຂຶ້ນ. ແຕ່ຫຼັງຈາກການຄົ້ນພົບຂອງ Arthur Shuttlewood ກັບ Bryce Bond  ແລະ Edwin Fuhr ແລ້ວ ມັນນຳໄປສູ່ທິດສະດີທຳອິດຄື ຮ່ອງຮອຍການລົງຈອດຂອງຍານຕ່າງດາວ ຕາມມາດ້ວຍທິດສະດີອຸກກາບາດ (Meteorite) ແລະທິດສະດີພາຍຸທໍນາໂດ (Tornado) ຂະໜາດນ້ອຍ. ໃນທົດສະວັດທີ່ 1980 ໄດ້ມີການຄົ້ນພົບ Crop Circle ຫຼາຍຂຶ້ນ ໂດຍສະເພາະຮອບ ໆ ເມືອງ Warminster. ໃນຊ່ວງໄລຍະເລີ່ມຕົ້ນຂອງທົດສະວັດນີ້ ຮູບຊົງຂອງມັນຍັງຄົງເປັນແບບເກົ່າ ຄືມີລັກສະນະວົງກົມຫຍາບ ໆ ແຕ່ໃນກາງທົດສະວັດ ຮູບຊົງຂອງມັນເລີ່ມມີຄວາມຊັບຊ້ອນຫຼາຍຂຶ້ນ ມີວົງແຫວນແຕກອອກໄປ ແລະເລີ່ມດຶງດູດໃຈຊາວອັງກິດຫຼາຍຂຶ້ນ. ໃນທົດສະວັດດຽວກັນນີ້ເອງ Dr. Terrence Meaden ເຊິ່ງເປັນສາດສະດາຈານທາງຟີສິກ ແລະນັກອຸຕຸນິຍົມວິທະຍາ ໄດ້ພະຍາຍາມໄຂປິດສະໜານີ້ ໂດຍເຮັດວິໃຈກ່ຽວກັບປາກົດການພືດລົ້ມເປັນວົງກົມຫຼາຍກວ່າ 1,000 ແຫ່ງ. Dr ຄົນດັ່ງກ່າວນຳສະເໜີທິດສະດີວ່າ ມັນເກີດຈາກຄວາມຜິດປົກກະຕິຂອງອາວະກາດທີ່ເອີ້ນວ່າ Plasma Vortex ເຮັດໃຫ້ເກີດລົມໝຸນວົນໃນລະດັບສູງແລ້ວເຄື່ອນໂຕລົງສູ່ພື້ນ ເຮັດໃຫ້ພື້ນລົ້ມລົງໄປ.

ທິດສະດີນີ້ໄດ້ຮັບການສະໜັບສະໜຸນຈາກຜົນການທົດລອງຂອງນັກວິທະຍາສາດຍີ່ປຸ່ນຊື່ Dr. Ohtsuki ໂດຍການນຳ Plasma Fireballs ລົງໃນຖາດແປ້ງ ຜົນປາກົດວ່າ ເຮັດໃຫ້ເກີດເປັນວົງແຫວນສອງຊັ້ນຂຶ້ນມາ. ເມື່ອມາຮອດກາງປີ 1991 ໄດ້ມີການຄົ້ນພົບ Crop Circle ຫຼາຍຮ້ອຍແຫ່ງໃນອັງກິດ ບໍ່ພຽງເທົ່ານັ້ນ ມັນຍັງແຜ່ລະບາດໄປໃນເຢຍລະມັດ, ອາເມລິກາ, ບຣາຊິວ, ໂຣມາເນຍ, ຮັງກາຣີ ແລະຍີ່ປຸ່ນ. ຍິ່ງໄປກວ່ານັ້ນຄື ຮູບຮ່າງຂອງມັນໄດ້ປ່ຽນຮູບຊົງໃໝ່ເປັນ Pictrogram ສະເໝືອນດັ່ງວ່າເປັນການສື່ຄວາມໝາຍບາງຢ່າງດ້ວຍພາບ. ຮູບແບບໃໝ່ຂອງມັນນີ້ເອງທີ່ເຮັດໃຫ້ທິດສະດີຜູ່ມາຈາກຕ່າງມິຕິ ທີ່ພະຍາຍາມສື່ສານກັບມະນຸດເລີ່ມກໍ່ຕົວຂຶ້ນ. ຄວາມຊັບຊ້ອນຂອງຮູບຊົງ Crop Circle ເຮັດໃຫ້ທິດສະດີ Plasma Vortex ບໍ່ສາມາດອະທິບາຍຮູບຊົງນີ້ໄດ້ ໃນຂະນະທີ່ຄຳກ່າວອ້າງເລື່ອງແສງໄຟປະຫຼາດເໜືອທົ່ງເຂົ້າສາລີຍາມເດິກ ແລ້ວກໍ່ໃຫ້ເກີດ Crop Circle ໃນຮຸ່ງອາລຸນມື້ໃໝ່ຂອງທິດສະດີ UFO ນັ້ນ ຍັງໃຊ້ເປັນຫຼັກຖານຫຍັງບໍ່ໄດ້ ແຕ່ກໍເປັນທິດສະດີທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ. ໃນປີດຽວກັນ ຊາຍຊາວອັງກິດສອງຄົນໄດ້ອອກມາເປີດເຜີຍກັບໜັງສືພິມວ່າ Crop Circles ເປັນເລື່ອງຫຼອກລວງ ມັນເກີດຂຶ້ນຈາກສີມືມະນຸດຄື Dave Chorley ແລະ Doug Bower ພວກເຂົາອ້າງວ່າເປັນຜູ່ສ້າງມັນຂຶ້ນມາຮວມແລ້ວກວ່າ 1,000 ແຫ່ງ ຕັ້ງແຕ່ປີ 1978 ໂດຍໃຊ້ໄມ້ກະດານຍາວ 1.2 ແມັດ ແລະເຊືອກເປັນເຄື່ອງມື. ໃນຂະນະດຽວກັນກໍມີນັກຫຼອງລວງກຸ່ມອື່ນ ໆ ອອກປະຕິບັດການໃນຍາມຄ່ຳຄືນແບບດຽວກັບ Dave ແລະ Doug. ວາລະສານ Times ສະບັບວັນທີ 23 ກັນຍາ 1991 ເວົ້າຮອດເລື່ອງນີ້ວ່າ ນີ້ຄືການນຳໄປສູ່ຈຸດຈົບຂອງເລື່ອງ ເຊິ່ງເປັນນຶ່ງໃນຄວາມເລິກລັບທີ່ສຸດຂອງອັງກິດແລະໂລກແລ້ວ. ແຕ່ຢ່າງໃດກໍຕາມ ປາກົດການ Crop Circles ກໍຍັງບໍ່ໄດ້ຫາຍໄປພ້ອມກັບການເປີດເຜີຍຂອງນັກຫຼອກລວງຄູ່ນີ້ ແຕ່ຜັດເພີ່ມທະວີສູງຂຶ້ນໃນປີຕໍ່ມາຄື 1992 ກາຍເປັນຄື່ນລູກໃໝ່ທີ່ມາພ້ອມກັບສິລປະອັນວິຈິດພິດສະດານ ເຊິ່ງກໍ່ໃຫ້ເກີດຊ່າງພາບມືອາຊີບຫຼວງຫຼາຍ ແລະເປັນຈຸດເລີ່ມຕົ້ນຂອງທຸລະກິດສິ່ງພິມທີ່ກ່ຽວກັບ Crop Circles ຈົນຮອດທຸກມື້ນີ້.

ປັດຈຸບັນ ມີ Crop Circles ເກີດຂຶ້ນໃນລະດູຮ້ອນຂອງອັງກິດຮວມແລ້ວປະມານ 10,000 ແຫ່ງ ສ່ວນໃຫຍ່ເກີດທາງພາກໃຕ້ແລະກວ່າ 90% ຢູ່ໃນລັດສະໝີ 80 ກິໂລແມັດຈາກ Stonehenge. Crop Circles ບາງແຫ່ງສື່ຄວາມໝາຍກ່ຽວກັບຈັກກະວານ ແລະກາແລັກຊີ່ ແຕ່ບາງແຫ່ງກໍສື່ຄວາມໝາຍກ່ຽວກັບຫາຍະນະຂອງໂລກຈາກອາວູດນິວເຄລຍ. ບາງແຫ່ງສື່ຄວາມໝາຍກ່ຽວກັບຜົນຮ້າຍຂອງການທຳລາຍສະພາບແວດລ້ອມ. ໃນວັນທີ 17 ສິງຫາ 2001 ນັກວິໃຈປາກົດການພືດລົ້ມເປັນວົງກົມ ຕ້ອງຕະລຶງກັບຮູບແບບໃໝ່ຂອງປາກົດການນີ້ ເຊິ່ງເກີດຂຶ້ນສອງແຫ່ງໃກ້ກັບກ້ອງໂທລະທັດວິທະຍຸ Chilbolton ທີ່ເມືອງ Hampshire ປະເທດອັງກິດ. ມັນເປັນພາບກຣາບຟິກຂອງສັນຍານວິທະຍຸທີ່ສົ່ງຈາກໂລກໄປຫາກຸ່ມດາວ M13. ອີກແຫ່ງເປັນພາບໜ້າຄົນທີ່ຄ້າບພູເຂົາທີ່ພົບເທິງດາວອັງຄານ. ຍິ່ງໄປກວ່ານັ້ນ ເມື່ອຄົບຮອບປີນຶ່ງ ກໍໄດ້ເກີດປາກົດການພືດລົ້ມເປັນວົງກົມຂຶ້ນອີກ ເປັນລັກສະນະພາບຂອງ E.T. ຫ່າງຈາກ Chilbolton ໄປ 14 ກິໂລແມັດ ໃນວັນທີ 15 ສິງຫາປີ 2002. ສຳລັບນັກວິໃຈແລ້ວ ຄວາມພະຍາຍາມຂອງພວກເຂົາບໍ່ເສຍເປົ່າ, ນັກວິໃຈໄດ້ພົບຮ່ອງຮອຍບາງຢ່າງທີ່ອາດຄາຍປິດສະໜາທັງໝົດນີ້ໄດ້ ນັ້ນຄືການພົບຄວາມຜິດປົກກະຕິໃນລຳຕົ້ນຂອງພືດໃນ Crop Circles. ນັກວິໃຈກຸ່ມດັ່ງກ່າວອ້າງວ່າ ສາມາດແຍກຄວາມແຕກຕ່າງລະຫວ່າງຂອງຈິງ ກັບແບບທີ່ມະນຸດສ້າງຂຶ້ນໄດ້. Crop circles ຂອງແທ້ນັ້ນລຳຕົ້ນຂອງພືດທີ່ລົ້ມຢູ່ເໜືອພື້ນດິນປະມານ 2.54cm ມີລັກສະນະໂຄ້ງງໍບໍ່ແຕກຫັກ ນອກຈາກນັ້ນໂຄງສ້າງຂອງ cell ຍັງປ່ຽນແປງ ຄື cell ຂະຫຍາຍໂຕຄ້າຍກັບວ່າໄດ້ຮັບຄວາມ້ອນ. Dr. William C. Levengood ເຊື່ອວ່າບໍ່ວ່າຈະແມ່ນສິ່ງໃດກໍຕາມທີ່ເຮັດໃຫ້ເກີດປາກົດການນີ້ຂຶ້ນ ມັນຕ້ອງເປັນພະລັງງານທີ່ມີຄວາມໄວ ແລະໜາແໜ້ນຈົນເຮັດໃຫ້ເກີດການປ່ຽນແປງໃນ cell. ນັກວິໃຈເຊື່ອວ່າພະລັງງານທີ່ວ່ານັ້ນ ຫນ້າຈະເປັນຄື່ນ Microwave ເຊິ່ງທິດສະດີນີ້ເອີ້ນວ່າ Microwave Transient Heating. ນັກວິໃຈຍັງອ້າງການສຶກສາຜົນກະທົບຂອງພືດໃນ Crop circles ປຽບທຽບກັບພືດທີ່ຢູ່ໃກ້ຄຽງເຊິ່ງພົບວ່າ ເມັດພືດໃນ crop circle ມີອັດຕາການຈະເລີນເຕີບໂຕໄວກວ່າເມັດພືດບໍລິເວນໃກ້ຄຽງກັນເຖິງ 45%

Colin Andrews ພາບຈາກ BBC ມີອີກທິດສະດີທີ່ໜ້າສົນໃຈເຊັ່ນກັນ ເປັນຂອງ Dr. Colin Andrews ນັກວິທະຍາສາດອັງກິດ ເຊິ່ງສຶກສາປາກົດການນີ້ມາເປັນເວລາ 17 ປີ. ໃນປີ 2000 Andrews ເປີດເຜີຍຜົນການວິໃຈເຊິ່ງໄດ້ຮັບທຶນສະໜັບສະໜຸນຈາກມູນລະນິທິ Rockefeller ວ່າ 80% ຂອງ Crop circles ເປັນສີມືຂອງມະນຸດ ໂດຍໃນກຸ່ມນີ້ຈະມີຮູບຊົງທີ່ຊັບຊ້ອນແລະວິຈິດພິດສະດານ ໃນຂະນະທີ່ສ່ວນທີ່ເຫຼືອອີກ 20% ນັ້ນມີຮູບຊົງງ່າຍ ໆ ເທົ່ານັ້ນ. ເຊື່ອກັນວ່າມັນເກີດຈາກການປ່ຽນແປງຂອງສະໜາມແມ່ຫຼັກໃນບໍລິເວນນັ້ນ ເຊິ່ງເຮັດໃຫ້ເກີດກະແສໄຟຟ້າ ແລະກະແສໄຟຟ້ານີ້ເອງທີ່ເຮັດໃຫ້ພືດລົ້ມລົມ. ຜົນການວິໃຈຍັງພົບວ່າ Crop circle ບາງແຫ່ງເຮັດໃຫ້ເຄື່ອງໃຊ້ໄຟຟ້າເຊັ່ນໄມໂຄຣໂຟນ ຫຼືເຄື່ອງບັນທຶກສຽງຖືກລົບກວນຈົນໃຊ້ການບໍ່ໄດ້ ຮວມທັງຜູ່ທີ່ຢູ່ໃນບໍລິເວນນັ້ນຈະຮູ້ສຶກເຈັບຫົວແລະມີອາການປວດຮາກນຳ. ນັກວິໃຈບາງຄົນກໍເຊື່ອວ່າມັນເກີດຈາກພະລັງງານທີ່ຕົກຄ້າງ.

ໃນປີ 2000 ມີຊາຍຊາວອັງກິດກຸ່ມນຶ່ງໄດ້ອອກມາເປີດເຜີຍອີກວ່າຕົນເປັນຜູ່ສ້າງ Crop cricles ທີ່ວິຈິດພິດສະດານຫຼາຍສິບແຫ່ງໃນພາກໃຕ້ຂອງອັງກິດມາກກວ່າ 11 ປີ ພວກເຂົາເອີ້ນໂຕເອງວ່າ Circlemakers ໂດຍໃຊ້ຄອມພິວເຕີໃນການຮ່າງຮູບແບບໄວ້ກ່ອນ. ຄົນກຸ່ມນີ້ໄດ້ຮັບເຊີນຈາກສື່ມວນຊົນໃຫ້ສາທິດການສ້າງ Crop circles ທີ່ມີຄວາມຊັບຊ້ອນຫຼາຍຄັ້ງ ເຊິ່ງພວກເຂົາກໍເຮັດໄດ້ແທ້ ໆ ແລະກໍບໍ່ໄດ້ໃຊ້ຄື່ນໂມໂຄຣເວບແຕ່ຢ່າງໃດ. ປັດຈຸບັນຄົນກຸ່ມນີ້ມີເວັບໄຊທີ່ສະແດງຜົນງານ ແລະເສະເໜີຂ່າວສານກ່ຽວກັບ Crop cicles ອີກນຳ. ທຸກມື້ນີ້ນັກວິທະຍາສາດສ່ວນໃຫຍ່ເຊື່ອວ່າມີທິດສະດີດຽວເທົ່ານັ້ນທີ່ອະທິບາຍປາກົດການພືດລົ້ມເປັນວົງກົມໄດ້ ນັ້ນຄື ມະນຸເເປັນຜູ່ສ້າງຂຶ້ນ. ແຕ່ຢ່າງໃດກໍຕາມ ນັກວິໃຈ Crop circle ກໍຍັງເຊື່ອຄືກັບ Colin Andrews ວ່າບໍ່ແມ່ນຈຳນວນທັງໝົດທີ່ສ້າງຂຶ້ນໂດຍສີມືມະນຸດ. ຜົນການວິໃຈທາງວິທະຍາສາດຂອງນັກວິໃຈຫຼາຍກຸ່ມຈຶ່ງຍັງດຳເນີນຕໍໄປ. Circlemaker ຄົນນຶ່ງເວົ້າເຖິງເລື່ອງນີ້ວ່າ ບໍ່ມີໃຜຢາກເຊື່ອຄຳອະທິບາຍທາງວິທະຍາສາດດອກ ເພາະຜູ່ຄົນຕ້ອງການເຊື່ອໃນສິ່ງທີ່ເປັນຄວາມເລິກລັບຫຼາຍກວ່າ “ສາທາລະນະຊົນບໍ່ຕ້ອງການຄຳອະທິບາຍ” ລາວກ່າວ.

ທີ່ມາ - Wikipedia

Crop Circle

Crop Circle

Crop Circle

Crop Circle

Crop Circle

Crop Circle

Crop Circle

 

 

ຄຳເຕືອນ:

ໄດອາຣີ່ນີ້ຖ້າໃຜຊິມາປ້ຳເງິນ ບໍ່ຕ້ອງມາ ມາກໍຊິລຶບອອກ ພ້ອມເກັບໄວ້ໃນ blacklist ນຳ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2009 | ມີ 44 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ທີ່ຜ່ານມາທາງທີມງານບໍ່ໄດ້ເອົາໃຈໃສ່ໃນສ່ວນຂອງກຸ່ມເທົ່າທີ່ຄວນ ຈົນເກີດມີການສ້າງກຸ່ມຂຶ້ນມາຢ່າງບໍ່ເປັນລະບົບລະບຽບ ເຊັ່ນ ກຸ່ມທີ່ສ້າງຂຶ້ນມາຢ່າງບໍ່ມີເປົ້າໝາຍ, ກຸ່ມທີ່ບໍ່ມີການເຄື່ອນໄຫວ ແລະກຸ່ມທີ່ຢູ່ຜິດໝວດເປັນຕົ້ນ. ດັ່ງນັ້ນຈາກນີ້ໄປຈະມີກົດລະບຽບໃໝ່ຂຶ້ນມາຈັດການ:

ກົດລະບຽບໃໝ່ໃນການສ້າງກຸ່ມໃນເວັບໄຊພັນລາວ

  1. ກຸ່ມທີ່ທ່ານຈະສ້າງ ຕ້ອງເປັນກຸ່ມທີ່ມີປະໂຫຍດຕໍ່ສະມາຊິກໂດຍທົ່ວໄປ.
  2. ຫ້າມການສ້າງກຸ່ມຮ້າງຂຶ້ນມາ ຄືກຸ່ມທີ່ສ້າງຂຶ້ນມາໂດຍບໍ່ມີເປົ້າໝາຍໃດ ໆ ທີ່ຊັດເຈນ.
  3. ການສ້າງກຸ່ມ ໃຫ້ລະບຸໝວດໝູ່ໃຫ້ຖືກຕ້ອງ ເຊັ່ນຫາກທ່ານຕ້ອງການສ້າງກຸ່ມກ່ຽວກັບເພງ ກໍໃຫ້ລະບຸວ່າ ເປັນກຸ່ມກ່ຽວກັບເພງ ເປັນຕົ້ນ (ຫາກກຸ່ມຂອງທ່ານບໍ່ກົງກັບໝວດໃດ ໆ ເລີຍ ໃຫ້ເລືອອກ “ອື່ນ ໆ” ຫຼືແຈ້ງມາທາງທີມງານ ຈະພິຈາລະນາເພີ່ມໝວດໃຫ້ຕາມຄວາມເໝາະສົມ).
  4. ບໍ່ອະນຸຍາດໃຫ້ມີການໂຄສະນາສິນຄ້າ ຫຼືຂາຍເຄື່ອງໃດ ໆ ຜ່ານກຸ່ມ.
  5. ພາສາທີ່ອະນຸຍາດໃຫ້ໃຊ້ໄດ້ຄືພາສາລາວ ເປັນພາສາຫຼັກ. ນອກນັ້ນແມ່ນພາສາອັງກິດສາມາດໃຊ້ໄດ້ເປັນພາສາຮອງໃນກໍລະນີທີ່ບໍ່ສາມາດໃຊ້ພາສາລາວໄດ້ ຫຼືໃນກໍລະນີທີ່ຈຳເປັນຕ້ອງໃຊ້ພາສາອັງກິດຄວບຄູ່ໄປນຳ.
  6. ທ່ານໄດ້ອ່ານ ແລະຍອມຮັບຂໍ້ຕົກລົງຂ້າງເທິງນີ້ແລ້ວ ຫາກມີການຝ່າຝືນເກີດຂຶ້ນ ທາງທີມງານຂໍສະຫງວນສິດ ໃນການລຶບກຸ່ມນັ້ນ ອອກຈາກລະບົບທັນທີ ໂດຍບໍ່ມີການແຈ້ງລ່ວງໜ້າ.

ຫາກວ່າທ່ານໃດມີຄຳເຫັນເພີ່ມເຕີມ ຫຼືຕ້ອງການແນະນຳກ່ຽວກັບໝວດກຸ່ມທີ່ຄວນຈະມີ ກໍສາມາດຂຽນກັນເຂົ້າມາໄດ້ຜ່ານແບບຟອມຄຳເຫັນດ້ານລຸ່ມ.

ອີກເລື່ອງນຶ່ງຄື ກົດລະບຽບນີ້ຈະມີຜົນຄືນຫຼັງນຳ ໝາຍຄວາມວ່າ ກຸ່ມຕ່າງ ໆ ທີ່ມີຢູ່ແລ້ວ ຈະຕ້ອງປະຕິບັດຕາມກົດນີ້ນຳ ເຊິ່ງຈະມີການກວດສອບເປັນໄລຍະ ໆ ຈາກທີມງານ.

ເລື່ອງສຸດທ້າຍທີ່ຢາກຈະຂຽນກໍຄື ກ່ຽວກັບເນື້ອຫາຕ່າງ ໆ ໂດຍສະເພາະແມ່ນຮູບພາບ ແລະຄລິບວິດີໂອນັ້ນ ຂໍຄວາມຮ່ວມມື ຢ່ານຳຮູບພາບ ຫຼືຄລິບວິດີໂອ ຮວມເຖິງເນື້ອຫາອື່ນ ໆ ທີ່ມີລັກສະນະໂປ້ເປືອຍຈົນເກີນໄປມາລົງ ເພາະມັນຂັດກັບວັດທະນະທຳອັນດີງາມຂອງຊາດລາວເຮົາ ແລະຫາກທ່ານໃດທີ່ອ່ານແລ້ວຢາກຖາມວ່າ “ອັນຮູບຂ້ອຍລົງມັນໂປ້ບ່ອນໃດ?” ອັນນີ້ທາງທີມງານ ຂໍໃຫ້ຜູ່ຖາມ ເອົາຮູບພາບ ຫຼືຄລິບວິດີໂອດັ່ງກ່າວ ໄປໃຫ້ພໍ່ແມ່ ໃຫ້ລຸງປ້າ ຍາດຕິພີ່ນ້ອງ ມີເອື້ອຍ ຫຼືນ້ອງສາວ ຫຼືຄູບາອາຈານ ກໍເອົາໃຫ້ເພິ່ນເບິ່ງ ຖາມເຂົາເຈົ້າວ່າເໝາະສົມບໍ່? ທ່ານຈະເຂົ້າໃຈເອງ.

ຂໍຂອບໃຈ,
ທີມງານພັນລາວ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2009 | ມີ 37 ຄຳເຫັນ ແລະ 0 trackback(s)

ຫາກໍມີສາຍມາລາຍງານ ເລີຍຫາຮູ້ວ່າ ຕອນນີ້ປະເທດເຮົາທີ່ນະຄອນຫຼວງວຽງຈັນ ໄດ້ນຳລົດເມແບບໃໝ່ທີ່ເປັນລະບົບໄຟຟ້າມາແລ່ນຮັບສົ່ງຄົນໃນເມືອງແລ້ວ ເຊິ່ງລົດດັ່ງກ່າວເປັນລົດເມທີ່ໃຊ້ໄຟຟ້າເປັນພະລັງງານໃນການຂັບເຄື່ອນ ເຮັດໃຫ້ປະຢັດນ້ຳມັນ ແລະຊັບພະຍາກອນທຳມະຊາດ ພ້ອມທັງຫຼຸດຜ່ອນຄວັນພິດໃນອາກາດອີກ.

ລົດເມໄຟຟ້າ

ລົດເພິ່ນຕອນນີ້ແມ່ນທົດລອງແລ່ນໃນເສັ້ນທາງ ຕະຫຼາດຂົວດິນ - ດົງໂດກ ເຊິ່ງໃນເບື້ອງຕົ້ນນຳເຂົ້າມາຈາກຈີນຈຳນວນ 13 ຄັນ ຈຸດປະສົງຫຼັກແມ່ນເພື່ອຫຼຸດຜ່ອນຄວາມແອອັດໃນການສັນຈອນຕາມທ້ອງຖະໜົນ ຮວມເຖິງຫຼຸດຜ່ອນອຸປະຕິເຫດຕ່າງ ໆ ທີ່ເກີດຂຶ້ນອີກນຳ. ລົດເມດັ່ງກ່າວເປັນລົດເມຂະໜາດນ້ອຍມີ 10 ບ່ອນນັ່ງ  ສາມາດແລ່ນໄດ້ປະມານ 40km/ຊມ ເໝາະສຳລັບນັກຮຽນນັກສຶກສາທີ່ຕ້ອງການຄວາມສະດວກ ແລະປະຢັດເປັນຢ່າງຍິ່ງ ເນື່ອງຈາກຄ່າໂດຍສານພຽງ 1,500 ກີບເທົ່ານັ້ນ.

ສຳລັບເວລາທຳການແມ່ນ 6:20 AM ຈົນຮອດ 4:40 PM ທັງໝົດມີ 21 ຖ້ຽວຕໍ່ມື້ ເລີ່ມແລ່ນມາແລ້ວຕັ້ງແຕ່ທ້າຍເດືອນທີ່ຜ່ານມາ ຫຼາຍ ໆ ຄົນອາດຈະໄດ້ໄປລອງນັ່ງກັນມາແດ່ແລ້ວ ກໍມາເລົ່າໃຫ້ຟັງໄດ້ເນີ້.

ພາບແລະຂ່າວຈາກໜັງສືພິມວຽງຈັນໃໝ່

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ນອນພັກກາງເວັນຕື່ນມາເອົາຕອນ 4:28 PM ໂດຍປະມານ ລ້າງໜ້າຮຽບຮ້ອຍ ໜ້າຍັງບໍ່ທັນແຫ້ງກໍຍ່າງລົງມາຊັ້ນລຸ່ມກະກຽມໄປເຝົ້າຮ້ານ ໄລຍະນີ້ແຂກຄົນຂ້ອນຂ້າງຈະມີໜ້ອຍ ອາດຈະດ້ວຍເຫດວ່າເປັນຍາມຝົນ, ເປັນໄລຍະ low-season ຫຼືເປັນຍ້ອນເສດຖະກິດຝືດເຄືອງ ແມ່ນຫຍັງກໍວ່າກັນໄປ ສະຫຼຸບແລ້ວແມ່ນ ລາຍໄດ້ບໍ່ຄ່ອຍມີ ມີແຕ່ລາຍຈ່າຍ ເນື່ອງຈາກລູກຄ້າໜ້ອຍ.

ລົງມາຮອດຊັ້ນລຸ່ມກວດກາຄວາມຮຽບຮ້ອຍທົ່ວໄປ ຈັກໜ່ອຍກໍມີຊາຍໜຸ່ມຄົນນຶ່ງຍ່າງເຂົ້າມາໃນຮ້ານ ຫຼັງຈາກໂອ້ລົມປາໄສທັກທາຍກັນເລັກນ້ອຍເຖິງປານກາງ ກໍພໍຈະຈັບໃຈຄວາມໄດ້ວ່າ ມາຈາກໄວໜຸ່ມລາວ ຈະມາຂາຍວາລະສານໄວໜຸ່ມ ຈະມາຂາຍປື້ມດ້ານລຸ່ມນີ້ vvv

 

alt

 

(ຮອຍຂັ້ນໄດທາງຂວາມືຢ່າໄປສົນໃຈ ຕັດໃນໂປຣແກຣມຊື່ ໆ)

ກໍປະມານວ່າ ຢາກໃຫ້ສົ່ງເສີມວາລະສານດັ່ງກ່າວຂ້າງເທິງ ຊ່ວຍເທົ່າໃດກໍໄດ້ ຂໍແຕ່ຊ່ວຍ ຫົວນຶ່ງກໍຍັງດີ ຕອນນັ້ນກໍບໍ່ໄດ້ເບິ່ງນຳເຂົາເຈົ້າ ໃຫ້ເມຍເບິ່ງແທນ ເມຍກໍບໍ່ໄດ້ຫຼິ້ນພັນລາວ ລາວເລີຍບໍ່ຮູ້ວ່າ ວາລະສານແບບດຽວກັນນີ້ແຫຼະ ສະດັບດຽວກັນເລີຍ ທີ່ຖືກໄປເລາະຂາຍທົ່ວປະເທດມາແລ້ວ!! ມີິຄົນລົງໄວ້ກ່ອນໜ້ານີ້ຕັ້ງແຕ່ເດືອນແລ້ວມາລະ ອ່ານໄດ້ໃນ http://punlao.com/November/diary/5728/

ເປັນອັນວ່າ ຊ່ວຍເພິ່ນ 10,000 ກີບ ເພື່ອຊື້ວາລະສານເຫຼືອຂາຍມາອ່ານ

ແລ້ວເປັນຫຍັງເອີ້ນວ່າວາລະສານເຫຼືອຂາຍລະ? ກໍຍ້ອນມັນເຫຼືອແລ້ວຈຶ່ງເອົາມາຂາຍໃຫ້ນີ້ເດ້ ຈັກມັນວາລະສານພິມແຕ່ຍາມໃດ ມີຮອດຂ່າວອັນວ່າຊອກຫາດີເຈເບຍລາວ ມັນແລ້ວໄປແຕ່ສາມເດືອນກ່ອນແລ້ວ ລະຍັງມີຂ່າວໂປງລາງສະອອນຊິມາທົວຄອນເສີດຢູ່ລາວ ອັນນີ້ໝູ່ຂ້າພະເຈົ້າໄປເບິ່ງມາແຕ່ເດືອນໃດພຸ້ນແລ້ວ ຊິມາບອກເຮັດຫຍັງຍາມນີ້

ເປີດອ່ານແລ້ວກໍບໍ່ມີຫຍັງຊິປະດັບສະໝອງນ້ອຍ ໆ ຂອງ ຂພຈ ໄດ້ເລີຍ ອັນຂ່າວໄອທີເພິ່ນ ບອກວ່າ Sony ໄດ້ລາງວັນດ້ານການອອກແບບຜະຫລິດຕະພັນລະດັບໂລກ ເອີ ແລ້ວມັນກ່ຽວຫຍັງກັບຂ້ອຍນໍ້ ຂ້ອຍຊິໄດ້ຫຍັງນຳມັນນໍ້ ບໍ່ເຂົ້າໃຈ ອັນຂ່າວແນວນີ້ກໍຊິເອົາມາລົງ ອ່ານໄປອີກຂ່າວ Cisco ນຳສະເໜີນະວັດຕະກຳໄຣ້ສາຍ ເບິ່ງເນື້ອຂ່າວລະແມ່ນວ່າ Cisco ອອກ Access Point ລຸ້ນໃໝ່ເທົ່ານັ້ນ ຈົບ ໂອຍ ແບບນີ້ມັນບໍ່ໄດ້ເອີ້ນນະວັດຕະກຳເດີ້ພີ່ນ້ອງ ມັນມີມາດົນແລ້ວອັນນີ້ຫັ້ນ ບໍລິສັດອື່ນເຂົາກໍມີ ອັນແນວນີ້ກໍເອົາມາເປັນຂ່າວໄອທີ ຄົນອ່ານໄດ້ປະໂຫຍດຫຍັງນໍ້ ບໍ່ເຂົ້າໃຈນຳ ບ.ກ.

ຂ່າວກິລາ ບອກວ່າ “ຢູຟ່າແຊ້ມປ້ຽນລີກ ປະກົບສຸດມັນ!” ອືມມມ ຂ້າພະເຈົ້າບໍ່ໄດ້ສົນໃຈເລື່ອງເຕະບານ ແຕ່ເຊື່ອວ່າອັນລີກນີ້ມັນແລ້ວໄປແຕ່ດົນລະເດ ວ່າແລ້ວກໍເປີດຕໍ່ໄປ ກໍມີແຕ່ໂຄສະນາອີກຫຼາຍໜ້າຕິດກັນ ຈະບໍ່ມີໜ້າໃດທີ່ທ່ານບໍ່ພົບໂຄສະນາ!

ຈົນໄປຮອດບົດຂຽນເລື່ອງ “ເປັນຫຍັງມະນຸດເຮົາຈຶ່ງບໍ່ສາມາດຫາຍໃຈໃນນ້ຳໄດ້” ອັນນີ້ກໍເອົາມາຂຽນ ຖ້າບໍ່ເອົາມາຂຽນບອກ ຂພຈ ຄືຊິບໍ່ຮູ້ວ່າເປັນຫຍັງມະນຸດຫາຍໃຈໃນນ້ຳບໍ່ໄດ້ເນາະ ເອີ ດີດີດີ ມີປະໂຫຍດ ເອົາເຂົ້າໄປ ສະບັບໜ້າເອົາເລື່ອງ “ເປັນຫຍັງປາຈຶ່ງບໍ່ສາມາດຢູ່ເທິງບົກໄດ້” ມາຂຽນແດ່ເດີ ຖ້າອ່ານ!

ເປີດມາຮອດໜ້າເຫຼືອງ ໆ ລະອຸກໃຈ ເພາະມັນຕອກຢ້ຳວ່າເຮົາອ່ານຂ່າວເກົ່າ ມັນເປັນຂ່າວຄົ້ນຫາດີເຈຄົນໃໝ່ຂອງເບຍລາວ ດັ່ງນີ້ໄດ້ກ່າວໄປແລ້ວວ່າ ອັນດີເຈເບຍລາວນີ້ເຂົາຊອກໄດ້ແຕ່ດົນແລ້ວ ຈັກເດືອນມາແລ້ວ...

ເປີດໄປອີກສອງສາມໃບ ກໍເປັນຮູບສອງໜຸ່ມສາວຢູ່ໜ້າປົກ ພ້ອມໂຄສະນາເສື້ອຜ້າຂອງບໍລິສັດ brandname ແຫ່ງນຶ່ງທີ່ຂຶ້ນຕົ້ນດ້ວຍຄຳວ່າ play.... ອັນວ່າໂຄສະນາເພາະເຂົາໂຄສະນາອີ່ຫລີ ມີຮອດບອກລາຄາ ພ້ອມລະບຸເບີໂທທີ່ສາມາດຕິດຕໍ່ຊື້ໄດ້! ສະດວກສະບາຍຫຼາຍເນາະດຽວນີ້...

ເປີດມາອີກ ເອົາອີກແລ້ວ ຂ່າວເກົ່າ ຂ່າວໂປງລາງສະອອນມາທົວລາວ ຖັດຈາກນັ້ນກໍຂ່າວບັນເທີງທົ່ວໄປ ເອົາດາລາເກົາຫລີມາລົງ ແລະອື່ນ ໆ ແລະແນ່ນອນ ມີໂຄສະນາປະກອບສະເໝີ

ຂ້າພະເຈົ້າລອງເປີດເບິ່ງໃຫ້ຄັກ ໆ ວ່າມັນມີໂຄສະນາຈັກຈຸດກັນແທ້ ປາກົດວ່າ...

ຕັ້ງແຕ່ໜ້າປົກ ຈົນຮອດໜ້າສຸດທ້າຍ ມີໂຄສະນາທັງໝົດ 36 ຈຸດ ແລະມີເນື້ອຫາທີ່ບໍ່ແມ່ນໂຄສະນາທັງໝົດ 24 ຈຸດ ຖ້ານັບເປັນໜ້າໄດ້ບໍ່ຮອດ 10 ໜ້າຊ້ຳ! (ວາລະສານນີ້ມີ 44 ໜ້ານັບທັງໜ້າປົກແລະຫຼັງປົກ)

ອັນແບບນີ້ຍັງເຮັດມາຂາຍເນາະ ອ່ານເບິ່ງແຕ່ລະໜ້າ ບໍ່ມີອັນໃດເລີຍທີ່ນຳໃຊ້ໄດ້ໃນຊີວິດປະຈຳວັນ ເພິ່ນຕັ້ງເຮັດມາໃຫ້ເບິ່ງແທ້ ໆ ເນາະ ເພາະມີແຕ່ໂຄສະນາອີ່ຫລີ

ຖ້າວ່າຢາກໃຫ້ຊຸກຍູ້ ເປັນຫຍັງຄືບໍ່ເຮັດແນວດີ ໆ ມີສາລະໄດ້ປະໂຫຍດມາແດ່ນໍ້ທ່ານ ອີກຢ່າງ ບໍ່ເຂົ້າໃຈຖ້າມັນຂາຍບໍ່ໝົດ ເປັນຫຍັງບໍ່ພິມໃຫ້ໜ້ອຍລົງເອົາ ເປັນຫຍັງຕ້ອງພິມຫຼາຍ ໆ ໃຫ້ມັນຂາຍບໍ່ໝົດແລ້ວເອົາຂອງເກົ່າມາໃຫ້ຊື້

ຈົບດີກວ່າ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2009 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຂົ້າໃຈວ່າເປັນ fwd mail ທີ່ສົ່ງຕໍ່ ໆ ກັນມາ ອາດຈະເປັນເລື່ອງຈິງ ຫຼືຫຼອກລວງ ຄວນໃຊ້ວິຈາລະນະຍານໃນການຮັບສົ່ງ


alt

alt

alt

alt

alt

alt

 

ຈົບ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ແປມາຈາກຕົ້ນສະບັບທີ່ເປັນກາຕູນ ພາສາໄທ ແປໂດຍ au8ust .. ເລີ່ມກັນເລີຍດີກວ່າ...

ອ່ານຈາກຊ້າຍຫາຂວາເດີ້

 

ຜູ່ຊາຍມັນຕັ້ງຊົ່ວ

ຜູ່ຊາຍມັນຕັ້ງຊົ່ວ

ຜູ່ຊາຍມັນຕັ້ງຊົ່ວ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ນົກໂມອາ

(ພາບຈຳລອງຂອງໂມອາ)

ບົດລຳໃນພື້ນເມືອງຂອງເຜົ່າເມົາຣີ ຊົນພື້ນເມືອງແຫ່ງນິວຊີແລນ ມີເນື້ອງເພງຕອນນຶ່ງຮ້ອງວ່າ “ກາ ງາໂຣ ອີ ເຕ ງາໂຣ ອາ ເຕ ໂມອາ” ເຊິ່ງມີຄຳແປວ່າ “ອະນິດຈາ... ແລ້ວເຮົາກໍຄົງສູນສິ້ນໄປດັ່ງໂມອາ”

ໂມອາ ເປັນຊື່ທີ່ຊາວເມົາຣີເອີ້ນນົກຊະນິດນຶ່ງທີ່ບິນບໍ່ໄດ້ ນົກຊະນິດນີ້ເຄີຍອາໄສຢູ່ເທິງເກາະນິວຊີແລນ ມັນມີລັກສະນະຄ້າຍກັບນົກອີມູຂະໜາດຍັກ ມີຄວາມສູງເຖິງສາມແມັດເຄິ່ງ ນ້ຳໜັກຂອງມັນປະມານ 250 ເຖິງ 300 ກິໂລ ແຕ່ນົກໂມອາບໍ່ມີປີກເລີຍ ເຊັ່ນດຽວກັບນົກກີວີ ແຕ່ບໍ່ຄືກັບນົກກະຈອກເທດທີ່ຍັງມີປີກນ້ອຍ ໆ ໃຫ້ພໍເຫັນແດ່. ຂົນຂອງນົກໂມອາບໍ່ໄດ້ເປັນແຜງຄືກັບຂົນນົກທົ່ວໄປ ແຕ່ເປັນລັກສະນະຄ້າຍກັບເສັ້ນຜົມ.

ຄັ້ງເມື່ອເກາະນິວຊີແລນແຍກຕົວຈາກແຜ່ນດິນໃຫຍ່ເມື່ອ 80 ລ້ານປີກ່ອນນັ້ນ ເຮັດໃຫ້ເກາະແຫ່ງນີ້ມີສະພາບບໍ່ປ່ຽນແປງໄປຈາກທີ່ເຄີຍເປັນ ສັດລ້ຽງລູກດ້ວຍນົມດັ້ງເດີມຂອງນິວຊີແລນມີພຽງເຈຍເທົ່ານັ້ນ ບັນດານົກທີ່ອາໄສເທິງເກາະຈຶ່ງປາສະຈາກສັດຕູໃດ ໆ ນົກຈຳນວນຫຼາຍຫາກິນເທິງພື້ນດິນ ແລະບໍ່ຈຳເປັນຕ້ອງໃຊ້ປີກອີກຕໍ່ໄປ ເຮັດໃຫ້ມີນົກຫຼາຍຊະນິດທີ່ຕໍ່ມາໄດ້ວິວັດທະນາການ ຈົນບໍ່ສາມາດບິນໄດ້ອີກ ເຮັດໃຫ້ມີນົກທີ່ບິນບໍ່ໄດ້ຢູ່ຫຼາຍຊະນິດ ແລະໂມອາກໍເປັນນຶ່ງໃນຈຳພວກນັ້ນ ໂມອາວິວັດທະນາການຈົນມີຂະໜາດທີ່ໃຫຍ່ໂຕ ແລະກາຍເປັນເຈົ້າເກາະໂດຍສົມບູນ.

ແຕ່ວ່າເມື່ອຊາວເມົາຣີອົບພະຍົບເຂົ້າມານິວຊີແລນເມື່ອງນຶ່ງພັນປີກ່ອນ ໂມອາຈຳນວນຫຼາຍທີ່ຖືກລ່າຢ່າງໂຫດຫ້ຽມ ຈາກຄຳບອກເລົ່າໃນສະໄໝນັ້ນ ນັກລ່າຈະຂຸດຂຸມຂະໜາດໃຫຍ່ເອົາໄວ້ ແລະໄລ່ຕ້ອນໂມອາຈົນມັນຕົກລົງໄປ ຈາກນັ້ນຈຶ່ງຂ້າມັນໂດຍໃຊ້ຫອກແທງ ດ້ວຍຄວາມທີ່ໂມອາເປັນນົກທີ່ມີຂະໜາດໃຫຍ່ ແຕ່ບໍ່ມີສິ່ງໃດສາມາດໃຊ້ປ້ອງກັນໂຕໄດ້ ຂາຂອງມັນກໍແລ່ນຊ້າຫຼາຍ ເຮັດໃຫ້ມັນຖືກລ່າໂດຍງ່າຍດາຍ ຈົນໃນທີ່ສຸດ ນົກໂມອາກໍສູນພັນໄປຈາກແຜ່ນດິນນິວຊີແລນ ແລະຈາກໂລນີ້ໄປເມື່ອສາມຮ້ອຍປີກ່ອນ ກ່ອນທີ່ຊາວຢູໂຣບຈະເດີນທາງໄປຮອດນິວຊີແລນ.

 

 

ແປແລະຮຽບຮຽງຈາກ http://1001001200.exteen.com/20080719/entry-2
ອ່ານເພີ່ມເຕີມໄດ້ທີ່ http://www.ipst.ac.th/thaiversion/publications/in_sci/moa_bird.html

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ຊາຍຄົນນຶ່ງໄປຊື້ນົກແກ້ວທີ່ຮ້າຍຂາຍສັດລ້ຽງ ລາວພົບກັບນົກແກ້ວໂຕນຶ່ງກຳລັງຢູ່ໜ້າຄອມພິວເຕີ ແລະເຄາະແປ້ນພິມດີດຄີບອດຢູ່ ຈຶ່ງເກີດຄວາມສົນໃຈແລະຖາມຄົນຂາຍວ່າ:

ຊາຍຄົນນັ້ນ: ນ້າ ໆ ນົກໂຕນັ້ນຫັ້ນ ລາຄາເທົ່າໃດ?
ຄົນຂາຍ: 300,000 ກີບ
ຊາຍຄົນນັ້ນ: ເອີ.. ແລ້ວມັນເຮັດຫຍັງໄດ້ແດ່?
ຄົນຂາຍ: ກໍເຮັດໄດ້ບໍ່ຫຼາຍຢ່າງ ມີແຕ່ໃຊ້ Windows, Mac ກັບ Linux/Unix ແລ້ວກໍພວກໂປຣແກຣມ Office ຕ່າງ ໆ ໄດ້
ຊາຍຄົນນັ້ນ: ອືມ ໆ ແລ້ວໂຕຂ້າງ ໆ ມັນເດ້?
ຄົນຂາຍ: ໂຕນັ້ນ 900,000 ກີບ
ຊາຍຄົນນັ້ນ: ປ່າາາາາ ສົງໄສໂຕນັ້ນຊິຂຽນໂປຣແກຣມເປັນນຳເນາະ (ເວົ້າແລ້ວກໍຫົວ)
ຄົນຂາຍ: ກໍແມ່ນ ນອກຈາກຈະຂຽນໂປຣແກຣມໄດ້ແລ້ວ ມັນຍັງສາມາດເບິ່ງແຍງ Server ໄດ້ນຳ ແລ້ວກໍຂຽນໂປຣແກຣມຈັດການຖານຂໍ້ມູນພວກ Database ຂອງຮ້ານນີ້ໄດ້ອີກ
ຊາຍຄົນນັ້ນ: ຄັກເນາະ ແລ້ວໂຕນັ້ນເດ້ ໂຕຢູ່ທາງຫຼັງພຸ້ນບໍ່ເຮັດຫຍັງຫັ້ນນະ ເທົ່າໃດໂຕນັ້ນ?
ຄົນຂາຍ: ໂຕນັ້ນຫວະ... ໂຕນັ້ນແຕ່ລະມື້ຂ້ອຍບໍ່ເຫັນມັນເຮັດຫຍັງເລີຍ ນອກຈາກຮ້ອງໃສ່ພວກສອງໂຕທາງໜ້ານີ້ ຂ້ອຍລະລຳຄານມັນຊ້ຳ
ຊາຍຄົນນັ້ນ: ຫວາ ແລ້ວມັນລາຄາເທົ່າໃດ?
ຄົນຂາຍ: 10,000,000 ກີບ
ຊາຍຄົນນັ້ນ: ອ້າວ!! ມັນສັງຄືມາແພງແທ້?


ຄົນຂາຍ: ຂ້ອຍກໍບໍ່ຮູ້ດອກ ແຕ່ເຫັນນົກສອງໂຕທາງໜ້ານີ້ເອີ້ນມັນວ່າ “ຫົວໜ້າ!!!”

 

 

ເກັບມາຈາກເວັບອື່ນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2009 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ໄລຍະຫຼັງມານີ້ ເວັບໄຊພັນລາວຮູ້ສຶກວ່າຈະມີຊ່ວງເວລາ down time ດຸເຫຼືອເກີນ ບາງມື້ກໍເກີດຂຶ້ນ 2-3 ເທື່ອ ບາງມື້ກີ້ 4-5 ເທື່ອ ບາງຄັ້ງກໍ down ພຽງ 3-4 ນາທີ ບາງຄັ້ງເປັນຊົ່ວໂມງກໍຍັງເຂົ້າບໍ່ໄດ້ ບັນຫານີ້ທາງທີມງານກໍບໍ່ໄດ້ປ່ອຍປະ ເຖິງຂະໜາດວ່ານັ່ງເຝົ້າ monitor ລະບົບເກືອບຕະຫຼອດເວລາກາງເວັນ ເມື່ອພົບວ່າມີ high load ເກີດຂຶ້ນກໍ restart ໃຫ້ ເພື່ອໃຫ້ເວັບດຳເນີນໄປຕໍ່ໄດ້ໂດຍບໍ່ຂາດຊ່ວງດົນເກີນໄປ.

ຢ່າງໃດກໍຕາມ ການແກ້ບັນຫາທີ່ຍືນຍາວຄື ການຍ້າຍໄປໃຊ້ server ທີ່ມີຄວາມສາມາດໃນການຮອງຮັບປະລິມານຜູ່ເຂົ້າຊົມເວັບທີ່ສູງຂຶ້ນ ແລະບໍລິການໃໝ່ ໆ ທີ່ຈະມີໃນອະນາຄົດອັນໃກ້... ແຕ່ນັ້ນກໍໝາຍເຖິງງົບປະມານລາຍຈ່າຍທີ່ເພີ່ມຂຶ້ນອີກນຳ. ດັ່ງທີ່ຫຼາຍ ໆ ທ່ານອາດຈະສັງເກດເຫັນວ່າ ເວັບໄຊພັນລາວບໍ່ມີໂຄສະນາໃນໜ້າເວັບເລີຍ (ຍົກເວັ້ນ banner ເວັບໄຊໃນເຄືອ ໃສ່ຢູ່ດ້ານລຸ່ມສຸດ ອັນນັ້ນເປັນເວັບໃນເຄືອ) ງົບປະມານຕ່າງ ໆ ທີ່ຖືກອັດສີດເຂົ້າໃນເວັບໄຊ ແມ່ນທຶນຮອນສ່ວນຕົວຂອງທີມງານເອງຕະຫຼອດໄລຍະເວລາ 1 ປີ 3 ເດືອນທີ່ຜ່ານມາ ຈຶ່ງເປັນເລື່ອງທີ່ຍາກລຳບາກຫຼາຍ ໃນການຂະຫຍາຍຄຸນນະພາບ ແລະຂອບເຂດການໃຫ້ບໍລິການ ຮວມເຖິງ feature ໃໝ່ ໆ ພາຍໃນເວັບໄຊ.

ອີກ 20 ມື້ນັບຈາກນີ້ ຈະເປັນການນັບຖອຍຫຼັງກ່ອນການຍ້າຍໄປ server ໃໝ່ ເຊິ່ງໃນລະຫວ່າງນີ້ ຫຼືອາດຈະເປັນຫຼັງຈາກວັນທີ 6 ກໍລະກົດ ຈະມີສອງສາມມື້ທີ່ເຂົ້າເວັບໄຊພັນລາວບໍ່ໄດ້ ດັ່ງນັ້ນຈຶ່ງແຈ້ງມາໃຫ້ຊາບກັນໂດຍທົ່ວເຖິງ.

ສຳລັບທ່ານທີ່ເຫັນໃຈ ຢາກຊ່ວຍອຸປະຖຳດ້ານງານເງິນໃຫ້ກັບພັນລາວ ກໍສາມາດເຮັດໄດ້ຫຼາຍວິທີເຊັ່ນ:

  1. ແນະນຳໃຫ້ໝູ່ຮູ້ຈັກ (ເພື່ອໃຫ້ມີຄົນຫຼິ້ນຫຼາຍຂຶ້ນ ຈະໄດ້ມີນາຍທຶນສົນໃຈມາລົງໂຄສະນາ)
  2. ຮ່ວມບໍລິຈາກທຶນສຳລັບ server
  3. ຫຼືແນະນຳ PunlaoHosting.com ໃຫ້ກັບໝູ່ຫຼືຄົນທີ່ສົນໃຈຢາກມີເວັບໄຊເປັນຂອງຕົນເອງ (PunlaoHosting.com ເປັນບໍລິການ Hosting ແລະຈົດຊື່ domain ໃນເຄືອຂອງ UMC ເຊິ່ງເປັນບໍລິສັດໃນອະນາຄົດຂອງພັນລາວ).

 

ຂໍຂອບໃຈ,
ທີມງານພັນລາວ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມາເລົ່າເລື່ອງພະທັມເທສນາໂດຍ ເຈົ້າອາວາດວັດໃໝ່ພິເຣນ ພະສີຣັດຕະນະວິມົນ ເພິ່ນເທດໃນຫົວຂໍ້ ທິຖະທັມມິກັດຖະປະໂຫຍດ ແປວ່າ ປະໂຫຍດໃນໂລກນີ້ ເຊິ່ງມີຢູ່ ໔ ປະການ ໃນມື້ນີ້ ຂພຈ ຈະຂໍນຳມາເລົ່າແປເປັນພາສາລາວໃນປະການທີ່ ໔ ກ່ອນ

ໃນປະການທີ 4 ນີ້ ມີຊື່ວ່າ “ສົມຊີວິຕາ” ຄືການລ້ຽງຊີວິດ ຕາມສົມຄວນແກ່ກຳລັງຊັບທີ່ຫາມາໄດ້ ເມື່ອຫາຊັບໄດ້ແລ້ວ ຕ້ອງກິນຕ້ອງໃຊ້ ແຕ່ກໍກິນໃຊ້ຢ່າງປະຢັດ ບໍ່ໃຫ້ເປັນການຝືດເຄືອງຈົນເກີນໄປ ບໍ່ໃຫ້ເປັນການຟຸມເຟືອຍຈົນເກີນເຫດ ເອີ້ນວ່າ ເດີນທາງສາຍກາງ ໃຫ້ພິຈາລະນະວ່າສິ່ງໃດຄວນຈ່າຍ ສິ່ງໃດບໍ່ຄວນຈ່າຍ ຈ່າຍໃນສິ່ງທີ່ຈຳເປັນ ທາງພະເອີ້ນວ່າປັດໃຈສີ່ ຄືທີ່ຢູ່ອາໄສ ເຂົ້າປາອາຫານ ເຄື່ອງນຸ່ງຫົ່ມ ແລະຢາຮັກສາໂຣກ ປັດໃຈທັງສີ່ນີ້ເປັນສິ່ງຈຳເປັນຂາດບໍ່ໄດ້ ຄົນມີບ້ານມີທີ່ເປັນຂອງຕົນເອງ ເອີ້ນວ່າຄົນມີຫຼັກ ຄົນອາໄສຄົນອື່ນຢູ່ບໍ່ມີທີ່ເປັນຂອງຕົນເອງ ເອີ້ນວ່າຄົນຫຼັກລອຍ ເພາະສະນັ້ນ ການໃຊ້ຊັບຈຶ່ງຕ້ອງມີຫຼັກ ຄົນບູຮານເພິ່ນສອນໄວ້ວ່າ ຖ້າຈະຈ່າຍຊັບໃຫ້ເປັນປະໂຫຍດຕ້ອງຖືຫຼັກ ໔ ປະການຄື
໑. ໃຊ້ໜີ້ເກົ່າ
໒. ໃຫ້ເຂົາກູ້
໓. ຝັງໄວ້
໔. ຖິ້ມລົງເຫວ
ເພິ່ນສອນໄວ້ແບບນີ້ເປັນປິດສະໜາທັມ ເພື່ອຈະໃຫ້ເຂົ້າໃຈຄຳສອນທີ່ເປັນປິດສະໜາໃນຂໍ້ນີ້ ຈະຍົກນິທານຊາດົກມາສະແດງ ໃນຊາດົກນັ້ນເລົ່າໄວ້ວ່າ ມີນົກແຂກເຕົ້າຝູງນຶ່ງອາໄສຢູ່ໃນປ່າ ພາກັນບິນໄປກິນເຂົ້າຂອງຊາວນາ ນົກແຂກເຕົ້າໂຕອື່ນ ໆ ເມື່ອກິນແລ້ວກໍບິນກັບໄປແບບປາກເປົ່າ ແຕ່ມີນົກຢູ່ໂຕນຶ່ງ ເວລາກັບຮັງຈະຄາບເຂົ້າຕິດປາກໄປນຳມື້ລະ ໓ ຮວງ ຊາວນາວເຫັນດັ່ງນັ້ນກໍວ່າແປກ ຢາກຮູ້ຈຶ່ງພະຍາຍາມດັກຈັບນົກໂຕນັ້ນມາໄດ້ ແລ້ວກໍຖາມມັວ່າ “ກິນອີ່ມແລ້ວເປັນຫຍັງຕ້ອງຄາບຮວງເຂົ້າໄປນຳອີກມື້ລະ ໓ ຮວງ” ນົກຕອບວ່າ “ທີ່ຄາບໄປມື້ລະ ໓ ຮວມນັ້ນ ຮວງນຶ່ງເອົາໄປໃຊ້ໜີ້ເກົ່າ ຮວງນຶ່ງເອົາໄປໃຫ້ເຂົາກູ້ ຮວງນຶ່ງເອົາໄປຝັງໄວ້” ຊາວນາໄດ້ຟັງດັ່ງນັ້ນກໍສົງໄສ ບໍ່ຮູ້ວ່ານົກເປັນໜີ້ກັບໃຜ ນົກເອົາໄປໃຫ້ໃຜກູ້ ແລ້ວນົກເອົາໄປຝັງໄວ້ບ່ອນໃດ ຈຶ່ງໄດ້ຂໍໃຫ້ນົກອະທິບາຍໃຫ້

ນົກແຂກເຕົ້າກໍອະທິບາຍວ່າ ຮວງນຶ່ງເອົາໄປໃຊ້ໜີ້ເກົ່າ ຄື ເອົາໃຫ້ພໍ່ແມ່ໄດ້ກິນ ເພາະພໍ່ແມ່ເປັນຜູ່ມີບຸນຄຸນ ເປັນຜູ່ໃຫ້ກຳເນີດ ເປັນຜູ່ລ້ຽງດູເຮົາມາ ທ່ານເຖົ້າແກ່ແລ້ວເປັນໜ້າທີ່ຂອງລູກຕ້ອງເບິ່ງແຍງ ຊາວນາຟັງແລ້ວກໍກ່າວສາທຸ ນົກໂຕນີ້ດີ ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່ດີແທ້ ຕົນກນອີ່ມແລ້ວຢ້ານພໍ່ແມ່ຈະອົດຢາກ ອົດສາຄາບໄປຝາກພໍ່ແມ່ຮວງນຶ່ງ ນົກອະທິບາຍຕໍ່ໄປວ່າ ອີກຮວງນຶ່ງເອົາໄປໃຫ້ເຂົາກູ້ ຄືເອົາໄປໃຫ້ລູກຫຼານກິນ ເຮົາເປັນຜູ່ທີ່ໃຫ້ລູກຫຼານເກີດມາ ເປັນພາລະໜ້າທີ່ຂອງເຮົາທີ່ຕ້ອງເບິ່ງແຍງເຂົາເຈົ້າໃຫ້ດີ ໃຫ້ຢູ່ດີມີແຮງ ຢູ່ລອດຈາກປາກນົກປາກກາໂຕອື່ນ ຕໍ່ໄປເມື່ອເຂົາເຈົ້າເຕີບໃຫຍ່ໃນພາຍໜ້າ ທຳມາຫາກິນໄດ້ ເຂົາກໍຈະລ້ຽງເຮົາ ຈຶງປຽບດັ່ງເອົາໄປໃຫ້ເຂົາກູ້ ຊາວນາຟັງດັ່ງນັ້ນກໍກ່າວສາທຸອີກຄັ້ງນຶ່ງ ເຫັນວ່ານົກໂຕນີ້ດີ ມີເມດຕາກະລຸນາ ກິນອີ່ມແລ້ວຄຶດຮອດລູກຫຼານ ນົກອະທິບາຍຕໍ່ໄປວ່າ ອີກຮວງນຶ່ງເອົາໄປຝັງໄວ້ ຄືເອົາໄປຝາກໄວ້ນຳໝູ່ນົກນຳກັນ ບາງໂຕເປັນນົກເຖົ້າ ບິນໄປຊອກຫາກິນເອງບໍ່ໄດ້ ບາງໂຕເປັນນົກປີກຫັກຂາຫັກ ຕ້ອງອົດຢາກ ຂ້າພະເຈົ້າເກີດຄວາມສົງສານ ຈຶ່ງຄາບເອົາອີກຮວງໄປຝາກນົກເຫຼົ່ານີ້ ເທົ່າກັບໄປຝັງໄວ້ເປັນບຸນເປັນກຸສົນ ຊາວນາຟັງແລ້ວກໍເກີດຄວາມເຫຼື່ອມໃສ ເຫັນວ່ານົກນີ້ໃຈບຸນ ນົກອະທິບາຍຕໍ່ໄປວ່າ ທີ່ພວກຂ້າພະເຈົ້າມາກິນຮວງເຂົ້າຂອງພວກທ່ານ ປຽບເໝືອນຖິ້ມລົງໃນເຫວ ໃສ່ລົງໄປເທົ່າໃດກໍບໍ່ເຕັມ ຕ້ອງໃສ່ທຸກມື້ ບໍ່ໃສ່ກໍບໍ່ໄດ້ ຕ້ອງເປັນທຸກຂະເວທະນາ ດັ່ງພາສິດວ່າ “ຊິຄະຈັດສາ ປະຣະມາ ໂຣຄາ” ຄວາມຫິວເປັນໂຣກຢ່າງຍິ່ງ ໂຣກຢ່າງອື່ນເກີດຂຶ້ນແລ້ວຮັກສາໄດ້ເຊົາໄດ້ ແຕ່ໂຣກຫິວນີ້ັຮັກສາໃຫ້ດີເລີຍນັ້ນຍາກ ຕ້ອງກິນຢາເລື້ອຍໄປ ເປັນໂຣກປະຈຳສັງຂານຂອງທຸກຄົນ ຊາວນາໄດ້ຟັງຄຳອະທິບາຍຂອງນົກກໍເກີດຄວາມສັດທາ ຈຶ່ງຍົກທີ່ນາໃຫ້ ໑໐໐ ໄຮ່ ແຕ່ນົກບອກວ່າ ຫຼາຍເກີນໄປ ຂໍພຽງ ໕໐ ໄຮ່ກໍພໍ

ຄວາມຈິງນົກໂຕນັ້ນເປັນພຣະໂພທິສັດ ບຳເພັນປາຣະມີເພື່ອເປັນພຣະພຸທເຈົ້າໃນອະນາຄົດຕະການ (ເຊິ່ງຕອນນີ້ເປັນແລ້ວ)

ແປ ແລະຮຽບຮຽງຈາກ - http://watmai.atspace.com/art001.htm

 

ສຳລັບທ່ານທີ່ອ່ານແລ້ວສົງໄສວ່າເປັນຫຍັງນົກກັບຄົນເວົ້າກັນຮູ້ເລື່ອງ? ອັນນີ້ມີຄຳຕອບ ແຕ່ກີ້ຂ້າພະເຈົ້າອ່ານເລື່ອງໃນນິທານຊາດົກກໍສົງໄສຢູ່ຄືກັນ ວ່າເປັນຫຍັງຄົນກັບສັດຈຶ່ງລົມກັນໄດ້ ແລະລົມກັນຮູ້ເລື່ອງປານໃຊ້ພາສາດຽວກັນ ມີອາຈານເພິ່ນອະທິບາຍໃຫ້ຟັງວ່າ ສະໄໝກ່ອນ ດົນນານມາແລ້ວ ອາຍຸສະເລ່ຍຂອງຄົນແລະສັດນັ້ນຈະຍືນຍາວກວ່າໃນຕອນນີ້ຫຼາຍ ແຕ່ຈະຄ່ອຍ ໆ ຫຼຸດລົງເລື້ອຍ ໆ ຈົນມາຮອດແບບໃນປັດຈຸບັນນີ້ຄືອາຍຸສະເລ່ຍ ສູງສຸດບໍ່ເກີນ 100 ປີ (ໝາຍຄວາມວ່າສະໄໝແຕ່ກີ້ຢູ່ໄດ້ຮອດ 1,000 ຫຼື 10,000 ປີກໍມີ) ເມື່ອສະໄໝກ່ອນເປັນແນວນັ້ນ ວິຖີຊີວິດຂອງສັດຕ່າງ ໆ ຈຶ່ງບໍ່ຄືຕອນນີ້ ກ່າວຄື ຊ່ວງເວລາໃນຊີວິດຂອງສັດຕ່າງ ໆ ນັ້ນຈະຍືນຍາວຈົນສາມາດຮຽນຮູ້ແລະເຂົ້າໃຈພາສາຂອງມະນຸດໄດ້ .... ປະມານນັ້ນ -*-

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກຕອນກ່ອນໜ້ານີ້ແມ່ນ series ຈົ່ມ ຕອນທີ່ ໑: ຊື່ສະກົດຜິດ ບາດນີ້ກໍແມ່ນຕອນທີ່ ໒ ມີຊື່ວ່າ “ເຄື່ອງສຳຄັນ

ເລື່ອງມັນມີຢູ່ວ່າ ໝູ່ຂອງອ້າຍຂ້າພະເຈົ້າເດີນທາງຈາກຫຼວງພະບາງໄປວຽງຈັນໃນຕອນຄ່ຳ ຖ້ຽວໂດຍສານປະມານ 8 ໂມງກາງຄືນ ໄປຮອດວຽງຈັນປະມານ 3 ໂມງເຊົ້າຂອງມື້ໃໝ່ ເຊິ່ງການເດີນທາງຄັ້ງນີ້ແມ່ນ ຂພຈ ໄດ້ຝາກເຄື່ອງໄປໃຫ້ອ້າຍຂອງ ຂພຈ ນຳ

ເມື່ອໄປຮອດວຽງຈັນແລ້ວ ໝູ່ຄົນນັ້ນກໍໂທຫາໃຫ້ໝູ່ອີກຄົນໄປຮັບ ເຊິ່ງປາກົດວ່າໄປບໍ່ໄດ້ ເພາະເວລານັ້ນແມ່ນ 3 ໂມງກາງຄືນ ບໍ່ສາມາດເອົາລົດອອກໄດ້ ດຽວແມ່ຊິຮ້າຍ ແລະລາວກໍເປັນຜູ່ຍິງ.. ແຕ່ຢ່າງໃດກໍຕາມ ສຸດທ້າຍແລ້ວກໍອອກໄປໃນເຄິ່ງ ຊມ ຕໍ່ມາ .. ເມື່ອໄປຮອດ ກາຍເປັນວ່າ ໝູ່ຂອງອ້າຍທີ່ໄປນັ້ນ ໄດ້ຂີ່ລົດກັບຫຼວງພະບາງແລ້ວ ເພາະມີເຫດດ່ວນໃຫ້ຕ້ອງກັບ ແລະໄດ້ຝາກເຄື່ອງທີ່ຝາກໄປຈາກຫຼວງພະບາງນັ້ນ ຝາກໄວ້ກັບຄົນຂາຍປີ້ທີ່ສະຖານນີຂົນສົ່ງ

ເມື່ອໝູ່ອີກຄົນທີ່ໄປຮັບນັ້ນ ໄປສອບຖາມກັບທາງຄົນທີ່ຮັບຝາກແລ້ວ ປາກົດວ່າ ເຂົາເຈົ້າໄລ່ຄ່າຝາກ 250,000 ກີບສຳລັບການຝາກບໍ່ຮອດ 1 ຊົ່ວໂມງນັ້ນ! ເມື່ອສອບຖາມລະອຽດແລ້ວ ຜູ່ຮັບຝາກບອກວ່າ ຜູ່ທີ່ມາຝາກເຄື່ອງລະບຸວ່າ ໃນກະເປົາມີ Passport ແລະກະແຈສຳລັບຕູ Safe ດັ່ງນັ້ນ ຈຶ່ງຕ້ອງເກັບຄ່າຝາກແພງ ເພາະເປັນເຄື່ອງສຳຄັນ ຖ້າເສຍຂຶ້ນມາ ພວກເຂົາຕ້ອງຮັບຜິດຊອບ ຄ່າຝາກຈຶ່ງແມ່ນ 250,000 ກີບ!!!

ສະຫຼຸບແລ້ວຕ້ອງເສຍເງິນ 250,000 ກີບສຳລັບການຝາກເຄື່ອງບໍ່ຮອດ 1 ຊົ່ວໂມງທີ່ຄິວລົດສາຍເໜືອ

ອັນເລື່ອງແບບນີ້ຂ້າພະເຈົ້າຟັງແລ້ວກໍຈັກຊິເວົ້າແນວໃດ ເຄີຍໄດ້ຍິນຫຼາຍຄົນຈົ່ມວ່າມາຫຼວງພະບາງແລ້ວຖືກໂກງຄ່ານັ້ນຄ່ານີ້.. ອັນທີ່ຈິງ ໃນຄວາມຄຶດຂອງ ຂພຈ ນັ້ນ ໄປໃສກໍມີໂອກາດຖືກໂກງໄດ້ໝົດຫັ້ນລະ .. ຂພຈ ເຄີຍໄປຈຳປາສັກ ເໝົາລົດຕູ້ໄປຄອນພະເພັງ ເທື່ອນັ້ນກໍຖືກໂກງລາຄາຄ່າໂດຍສານຄືກັນ ແຕ່ກໍບໍ່ຈັກຊິວ່າແນວໃດ ຖ້າບໍ່ໄປກໍບໍ່ໄດ້ ມັນຈຳເປັນມີວຽກດ່ວນ .. ອັນຂຶ້ນຊື່ວ່າຄວາມໂລບ ມັນມີທຸກຄົນຫັ້ນລະເນາະ ເຫັນຄົນອື່ນບໍ່ຮູ້ ກໍພ້ອມທີ່ຈະເອົາປຽບ... ແຕ່ກໍຄຶດບໍ່ທຸກຄົນດອກ... ຍັງມີຄົນດີ ໆ ຢູ່ຫຼາຍແມ່ນບໍ່ທ່ານຜູ່ອ່ານ :D

ກໍລະນີຂອງການຝາກເຄື່ອງນີ້ ບໍ່ຮູ້ຊິໂທດໃຜ ຖ້າໂທດຜູ່ຝາກ ລາວກໍຟ້າວກັບ ຖ້າໂທດໝູ່ທີ່ໄປຮັບ ລາວກໍໄປບໍ່ໄດ້ອີ່ຫລີ ໄປຕອນສາມໂມງກາງຄືນມັນກໍຍາກ ແຕ່ຖ້າວ່າ ຄົນເຮົາຮູ້ຈັກເຫັນໃຈກັນແລະກັນແລ້ວ ຫຼຸດຜ່ອນຄວາມຢາກໄດ້ໄດ້ມີໃຫ້ໜ້ອຍລົງແດ່ ກໍຄືຊິເຮັດໃຫ້ທຸກຢ່າງດີຂຶ້ນຫຼາຍ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວ່າກັນວ່າ ນັບເປັນເວລາຫຼາຍພັນປີມາແລ້ວທີ່ມະນຸດໃນໂລກນີ້ໄດ້ຄົ້ນພົບວ່າ ຜູ່ຍິງຈະມີຮ່າງກາຍທີ່ເປັນແມ່ມົດແອບແຝງຢູ່ ມ່ມົດຮ້າຍຈະປາກົດກາຍເມື່ອມີ trigger ເກີດຂຶ້ນ
ລັກສະນະຂອງແມ່ມົດຈະແຕກຕ່າງກັນໄປແລ້ວແຕ່ບຸນພາວາສນາຂອງຜູ່ພົບເຫັນ ມີເລື່ອງເລົ່າອັນຍາວນານສືບທອດກັນມາຕັ້ງແຕ່ ສະໄໝທວດຂອງທວດຂອງທວດຂອງນະໂປລຽນທີ່ 9

ກາລຄັ້ງນັ້ນ ມີນັກອັດສະວິນນັກຮົບນາມວ່າ HITMII (ສົມມຸດຊະເນາະ) ອັດສະວິນ HITMII ຖືກຈັບຂໍ້ຫາກໍ່ການຄຶດຄົບກັບພໍ່ຄົວໃນຫ້ອງອາຫານເພື່ອເອົາສູດອາຫານອຳມະຕະພັນປີໄປຄົວຢູ່ບ້ານ ແຕ່ຖືກຈັບໄດ້ກ່ອນ ພະລາຊາເກີດຄວາມໂກດກິ້ວອັນຍິ່ງໃຫຍ່ເກີນກວ່າໃຜ ໆ ຈະຫ້າມໄດ້ ຈຶ່ງໄດ້ສັ່ງຕັດຫົວຂອງອັດສະວິນ HITMII ຖິ້ມ ພ້ອມສຽບປະຈານບໍ່ໃຫ້ມັນຜູ່ໃດໄດ້ນຳເອົາເປັນແບບຢ່າງ ແຕ່ດຽວກ່ອນ...! ດ້ວຍທົດສະພິດລາດຊະທຳທີ່ພະລາຊາຊົງມີຢູ່ ຈຶ່ງໄດ້ໃຫ້ໂອກາດອັດສະວິດຄົນນັ້ນວ່າ ຫາກທ່ານສາມາດຕອບຄຳຖາມອັນແສນຍາກຂໍ້ນຶ່ງຂອງເຮົາໄດ້ ເຮົາຈະໄວ້ຊີວິດທ່ານ

ອັດສະວິນ HITMII ມີເວລາ 1 ປີໃນການຊອກຫາຄຳຕອບວ່າ “ສິ່ງທີ່ຜູ່ຍິງຕ້ອງການແທ້ ໆ ມັນແມ່ນຫຍັງ?”

ບັນຫາດັ່ງກ່າວເປັນເລື່ອງທີ່ຍາກແສນຍາກ ແມ່ນແຕ່ນັກປາດເກຈິອາຈານທັງຫຼາຍກໍຍັງບໍ່ສາມາດຕອບໄດ້ ອັດສະວິນ HITMII ເດີນທາງກັບໄປດິນແດນບ້ານເກີດເຊິ່ງຢູ່ຕ່າງນະຄອນ ເສາະສະແຫວງຫາຄຳຕອບໃຫ້ພະລາຊາ ລາວໄດ້ສອບຖາມຄຳຕອບຈາກທຸກຄົນທີ່ພົບພໍ້ ແຕ່ຊ່າງໜ້າເສົ້າສະລົດໃຈ ບໍ່ມີໃຜເລີຍທີ່ຈະຕອບບັນຫານີ້ໄດ້ ແຕ່ໃນຄວາມມືດກໍຍັງມີແສງສະຫວ່າງນ້ອຍ ໆ ສ່ອງແສງລອດອອກມາຈາກປ່ອງຢ້ຽມອັນຢູ່ແສນໄກ

ຊາວເມືອງຕ່າງແນະນຳໃຫ້ອັດສະວິນ HITMII ໄປປຶກສາກັບແມ່ມົດເຖົ້າ ເຊິ່ງໜ້າຈະເປັນພຽງຄົນຜູ່ດຽວທີ່ຮູ້ຄຳຕອບ ..ຫາກວ່າ ອຸປະສັກຍັງລໍຄອຍອັດສະວິນຢູ່ເບື້ອງໜ້າ [ຕັດໄປໂຄສະນາ]

ແລ້ວວັນຄົບຮອບນຶ່ງປີທີ່ພະລາຊາກຳນົດກໍມາຮອດ ອັດສະວິນ HITMII ບໍ່ມີທາງເລືອກອື່ນໃດອີກແລ້ວ ຈຶ່ງຈຳໃຈເດີນທາງໄປຍັງບ້ານຂອງແມ່ມົດເຖົ້າເຊິ່ງຕັ້ງຢູ່ຍອດດອຍຕຸງ ແມ່ມົດຕົກລົງຈະໃຫ້ຄຳຕອບແກ່ອັດສະວິນໜຸ່ມ ແຕ່ອັດສະວິນໜຸ່ມຕ້ອງຍອມຮັບເງື່ອນໄຂຂໍ້ແລກປ່ຽນກ່ອນ

ແມ່ມົດເຖົ້າຕ້ອງການແຕ່ງດອງກັບ TamLaozaa ອັດສະວິນຜູ່ຊົງກຽດສູງສຸດຂອງເຫຼົ່າອັດສະວິນໂຕະກົມ ແລະເປັນໝູ່ສະນິດຂອງອັດສະວິນ HITMII. ເມື່ອອັດສະວິນ HITMII ໄດ້ຍິນຂໍ້ຕົກລົງແລ້ວເຖິງຂັ້ນຂົນລຸກຕັ້ງແຕ່ປາຍເລັບຈົນຮອດປາຍເສັ້ນຜົມທຸກເສັ້ນ ຕັ້ງຂຶ້ນພ້ອມກັນດຸດດັ່ງວ່າສຽງເພງຊາດດັງຂຶ້ນ

ອັດສະວິນ HITMII ພະຍາຍາມຕົບໜ້າຕົວເອງເພື່ອໃຫ້ຕື່ນຈາກຝັນອັນໂຫດຮ້າຍນີ້ ແຕ່ອະນິດຈາ ພະຍາຍາມພຽງໃດກໍບໍ່ໄດ້ຜົນ ນີ້ຄືຄວາມຈິງ! ພາບເບື້ອງໜ້າຂອງລາວຄືນາງແມ່ມົດເຖົ້າທີ່ຫຼັງກົ່ງ ໂຕເໝັນປານໂຖສ້ວມ ມີຟັງເຫຼືອງທີ່ເຫຼືອພຽງເຫຼັ້ມດຽວ ແລະມັກເຮັດສຽງອັດໜ້າລັງກຽດຂອງຊາວບ້ານທຸກໝູ່ເຫຼົ່າ ຝ່າຍອັດສະວິນ TamLaozaa ເມື່ອໄດ້ຮັບຮູ້ຂ່າວຂອງສະຫາຍຮັກຕົນ ຈຶ່ງເລັ່ງເດີນທາງໄປຫານາງແມ່ມົດເຖົ້າແລະຮັບຂໍ້ສະເໜີ ເພື່ອໃຫ້ຊີວິດອັດສະວິດສະຫາຍຮັງນັ້ນດຳລົງຢູ່ຕໍ່ໄປ...

ອັດສະວິນ HITMII ຊາບຊຶ້ງໃຈໃນຕົວຂອງສະຫາຍຮັກ TamLaozaa ຍິ່ງນັກ ຕົກລົງມອບເຄື່ອງເກມ Zii ໃຫ້ເປັນທີ່ລະນຶກ ສະໄໝນັ້ນບໍລິສັດ Mintenda ຜະລິດມາຈຳນວນຈຳກັດ ຈຶ່ງເປັນ item ຫາຍາກຢ່າງນຶ່ງ...

ຫຼັງຈາກນັ້ນ ແມ່ມົດເຖົ້າກໍໄດ້ໃຫ້ຄຳຕອບແກ່ອັດສະວິດ HITMII ວ່າແທ້ຈິງແລ້ວ ສິ່ງທີ່ຜູ່ຍິງຕ້ອງການຄືຫຍັງ?

ສິ່ງທີ່ຜູ່ຍິງຕ້ອງການແທ້ຈິງແລ້ວ ຄືການໄດ້ເປັນໂຕຂອງໂຕເອງ .. ທຸກຄົນຮູ້ໄດ້ທັນທີວ່າ ນາງແມ່ມົດໄດ້ກ່າວອຳມະຕະວາຈາອັນຍິ່ງໃຫຍ່ອອກມາ ແລະອັດສະວິນ HITMII ກໍຕ້ອງລອດພົ້ນຈາກການປະຫານຢ່າງແນ່ນອນ ແລະກໍເປັນເຊັ່ນນັ້ນແທ້ ໆ ! ແຕ່ວ່າ!!! ການແຕ່ງດອກຂອງອັດສະວິນ TamLaozaa ແລະນາງແມ່ມົດເຖົ້າ ກຳລັງຈະເລີ່ມຂຶ້ນ

ສຽງນິນທາໜາຫູປະທຸຂຶ້ນທຸກຫຍ່ອມຫຍ້າ ສຽງເລົ່າລືກ່ຽວກັບອັດສະວິນແຫ່ງໂຕະກົມ ກຳລັງຈະແຕ່ງດອງກັບນາງແມ່ມົດເຖົ້າແຫ່ງຍອດດອຍຕຸງ ເປັນທີ່ສົນໃຈຂອງຊາວເມືອງຕ່າງ ໆ ເປັນຢ່າງຫຼວງຫຼາຍ

ໃນມື້ງານແຕ່ງດອງນັ້ນ ອັດສະວິນ TamLaozaa ປະພຶດຕົນຢ່າງສຸພາບ ອ່ອນນ້ອມ ສະຫງ່າຜ່າເຜີຍ ກົງກັນຂ້າມກັບນາງແມ່ມົດເຖົ້າທີ່ປະພຶດໂຕຊົ່ວສຸດລິດສຸດເດດ ທັງກິນມູມມາມດ້ວຍສອງມື ທັງຕົດ ທັງເອື້ອມ ທັງເຂ່ຍຂີ້ດັງ ເຮັດໃຫ້ທຸກຄົນອຶດອັດໃຈເປັນທີ່ສຸດ!

ແລະແລ້ວເວລາທີ່ລໍຄອຍ (ໃຜລໍຫວະ) ກໍມາຮອດ .. ຍາມຄ່ຳຄືນຂອງການສົ່ງໂຕເຈົ້າສາວ...

ຫົວອັດສະວິນໂຕະກົມ TamLaozaa ໄດ້ປອບໃຈຕົນກ່ອນຍອມຮັບຄວາມຈິງ ຍ່າງເຂົ້າໄປທີ່ຫ້ອງຫໍ ເພື່ອປະເຊີນໜ້າກັບຄ່ຳຄືນສຸດສະຫຍອງ ບໍ່ໜ້າເຊື່ອສາຍຕາຕົນເອງ! ປາກົດມີສາວ sexy ຫຸ່ນແອບແບ້ວທີ່ສຸດທີ່ເຄີຍພົບມາໃນຊີວິດນອນລໍຖ້າຢູ່ເບື້ອງໜ້າ .. ແຕ່ເອະ ດຽວກ່ອນ ຫຸ່ນແອບແບ້ວ ມັນເປັນແນວໃດຫວະ ງົງ -*-

ສີໜ້າງຸນງົງອັນສຸດຊຶ້ງຂອງອັດສະວິນໂຕະກົມ ໄດ້ບີບຄັ້ນໃຫ້ສາວງາມເປີດເຜີຍຄວາມຈິງອອກມາ ...ເພາະອັດສະວິນ TamLaozaa ຊ່າງແສນດີກັບຂ້ອບ (ໃນຍາມເປັນແມ່ມົດ) ດັງນັ້ນເຄິ່ງນຶ່ງຂອງມື້ ໆ ນຶ່ງ ກາຍຂອງນາງຈະກາຍເປັນສາວງາມ ແຕ່ອີກເຄິ່ງມື້ຈະເປັນແມ່ມົດເຖົ້າອັບປະລັກ ສາວງາມຖາມອັດສະວິນວ່າ ທ່ານຢາກໃຫ້ເຮົາເປັນແບບໃດໃນເວລາກາງເວັນ ແລະເປັນແບບໃດໃນເວລາກາງຄືນ?

ຊ່າງເປັນຄຳຖາມທີ່ໂຫດຮ້າຍສຳລັບຫົວໜ້າອັດສະວິນໂຕະກົມ! ນີ້ຖ້າຖາມວ່າເບີ rota ຂຶ້ນຕົ້ນດ້ວຍເລກຫຍັງຍັງຊິງ່າຍກວ່າອີກ! ອັດສະວິນ TamLaozaa ເລີ່ມເຮັດຄິ້ວກົ່ງຫາກັນ ຄຶດທົບທວນວ່າຈະເລືອກຢ່າງໃດດີ ເລືອກຍິງໂສມງາມເພື່ອອວດໝູ່ເພື່ອນໃນຍາມກາງເວັນ ແລ້ວທົນທຸກກັບນາງແມ່ມົດເຖົ້າແຂ້ວເຫຼືອງເໝັນປານໂຖສ້ວມໃນຍາມກາງຄືນ ນີ້ມັນກຸ້ມແລ້ວບໍ່!? ບ໊ະ!! ຫຼືຈະຍອມໃຫ້ໝູ່ຄຸູ່ເຢີ້ຍວ່າໄດ້ແມ່ມົດເຖົ້າເປັນເມຍ ແລ້ວກາງຄືນໄດ້ຢູ່ກັບສາວງາມເລີດໃນປັດຕະພີດອຍຕຸງດີ!?

ຄຳຖາມນີ້ ຂໍໃຫ້ຜູ່ຊາຍທຸກຄົນຄຶດໃຫ້ດີກ່ອນຕອບ

 

 

 

ເມື່ອທ່ານໄດ້ຄຳຕອບຂອງທ່ານແລ້ວ ໃຫ້ຄ່ອຍ ໆ ເລື່ອນລົງໄປອ່ານຕໍ່...

 

 

 

 

 

ອັດສະວິນ TamLaozaa ຕອບວ່າ “ເຮົາຂໍມອບໃຫ້ເຈົ້າເປັນຜ່ຕັດສິນໃຈເລືອກເອງ” ເມື່ອໄດ້ຍິນດັ່ງນັ້ນ ສາວງາມຈຶ່ງປະກາດກ້ອງຂຶ້ນວ່າ ຂ້ອຍຈະງາມຕະຫຼອດເວລາ ເພາະອັດສະວິນ TamLaozaa ໄດ້ໃຫ້ຄວາມເຄົາລົບ ແລະໃຫ້ຄວາມເປັນໂຕຂອງໂຕເອງແກ່ລາວແລ້ວ

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ:

໑. ຜູ່ຍິງບໍ່ວ່າຊິງາມ ຫຼືຊິຂີ້ລ້າຍຊ່ຳໃດກໍຕາມ ເລິກ ໆ ໃນໃຈຂອງພວກເຂົາທາງໃນນັ້ນຄື ..ແມ່ມົດ

໒. ຜູ່ຍິງຈະກາຍຮ່າງເປັນແມ່ມົດ ຫຼືເປັນສາວງາມຕອນໃດ ກໍຂຶ້ນກັບຄວາມປະພຶດຂອງຜູ່ຊາຍເອງ

 

 

 

ນິທານເລື່ອງນີ້ເກັບມາຈາກເວັບອື່ນ ແປລາວ ໃສ່ subtitle ແລະພາກສຽງໂດຍ ນິນ ລີອືມ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 44 ຄຳເຫັນ ແລະ 0 trackback(s)

ເຫດເກີດຄືນວັນທີ 25 ເມສາ 2009 ມີຄົນໂທມາກາງເດິກ ດ້ວຍສຽງອັນເມົາມາຍ ຖາມວ່າອັນນີ້ເບີໃຜ? ຟັງແລ້ວບໍ່ຄືຄົນຮູ້ຈັກເລີຍຈັກຄົນ ສຽງແບບຜູ່ເຖົ້າ ແລ້ວກໍຄ້າຍຄົນເມົາ ມີສຽງແຊວ ໆ ອ້ອມຂ້າງ ເລີຍຕອບໄປວ່າ ເຈົ້າໂທຜິດແລ້ວເດີ ໂທໃໝ່ເບິ່ງ ແລ້ວກໍວາງສາຍ ຄົນຊິນອນ ຈັກໂທມາຫຍັງພວກນີ້

ຈັກໜ່ອຍໂທມາອີກ ໂອຍ ລຳຄານ ກົດປິດ

ຈັກໜ່ອຍກໍໂທອີກລະ ເລີຍຮັບສາຍ ບອກວ່າ ເຈົ້າໂທຜິດແລ້ວ ເພິ່ນບໍ່ຍອມ ເພິ່ນຖາມວ່າ ເຈົ້າແມ່ນໃຜ? ກໍເລີຍຖາມກັບວ່າ ແລ້ວເຈົ້າຫັ້ນຊິລົມກັບໃຜ ເພິ່ນຕອບວ່າ ຊິລົມກັບໝູ່ຂອງຂ້ອຍ .. ຂພຈ ເລີຍຕອບໄປວ່າ ຊັ້ນເຈົ້າໂທຜິດແລ້ວ ຂ້ອຍບໍ່ແມ່ນໝູ່ເຈົ້າ ຕອບໄປປະມານນີ້ ປາຍສາຍກໍຖາມວ່າ ບໍ່ນາ ຂ້ອຍຢາກຮູ້ວ່າເຈົ້າຫັ້ນແມ່ນໃຜ .. ອ້າວ ອີຕານີ້ ເມົາລະບໍນິ

ລົມຕໍ່ບໍ່ພໍຄຳ ເພິ່ນລະດ່າວ່າ ກ..ຢາກຮູ້ວ່າມ...ແມ່ນໃຜນີ້ນາ ມ...ຄືມາຈ້າແທ້ @#!()DSW))#(#!#W)_#!($ ບລາ ໆ ໆ ໆ ແລ້ວກໍວາງສາຍ ພ້ອມມີສຽງຫົວອ້ອມຂ້າງຈາກປາຍສາຍດັງຂຶ້ນ

ງົງ

ເອີ້ .. ສະໄໝນີ້

 

ປ.ລ. ຂໍປະຈານແດ່ຈັກໜ່ອຍ ເບີນັ້ນແມ່ນ 4171197

ຂຽນເມື່ອ ຂຽນເມື່ອ: ມ.ສ.. 13, 2009 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ວານໄປອ່ານມາໃນເວັບບອດອື່ນ ຂໍເອົາມາລົງຈັກບາດ..

 

ເລື່ອງມີຢູ່ວ່າ ບໍລິສັດແຫ່ງນຶ່ງຕ້ອງການພະນັກງານບັນຊີ ຈຶ່ງໄດ້ຕິດປະກາດຮັບສະໝັກ ປາກົດມີຜູ່ຊາຍສອງຄົນມາສະໝັກວຽກ .. ທາງຜູ່ຈັດການຈຶ່ງເອີ້ນໄປສຳພາດເທື່ອລະຄົນ

 

ຊາຍຄົນທີ່ນຶ່ງ ຊື່ ທ້າວ ທຽມຫຼົງ (ນາມສົມມຸດ) .. ຫຼັງຈາກແນະນຳຕົວ ແລະສຳພາດກັນໄປໄດ້ປະມານນຶ່ງແລ້ວ ຜູ່ຈັດການຈຶ່ງເອີ່ຍຂຶ້ນວ່າ:

ຜູ່ຈັດການ: ທຽມຫຼົງ 1+1 ເປັນທໍ່ໃດ?

ທຽມຫຼົງນັ່ງຄຶດຢູ່ອຶດໃຈນຶ່ງຈຶ່ງຕອບໄປວ່າ 1+1 = 2

ຜູ່ຈັດການຟັງແລ້ວຈຶ່ງບອກວ່າ ໃຫ້ໄປຖ້າຟັງຜົນສຳພາດ ທາງບໍລິສັດຈະຕິດຕໍ່ໄປໃນພາຍຫຼັງ

 

ຊາຍຄົນທີ່ສອງ ຊື່ທ້າວ ດາວເຟືອງ (ນາມສົມມຸດ) .. ຫຼັງຈາກການແນະນຳຕົວ ແລະສຳພາດເບື້ອງຕົ້ນໄປແລ້ວ ຜູ່ຈັດການກໍເອີ່ຍຂຶ້ນແບບເກົ່າວ່າ

ຜູ່ຈັດການ: ດາວເຟືອງ 1+1 ເປັນທໍ່ໃດ?

ດາວເຟືອງນັ່ງຄຶດຢູ່ດົນເຖິງ 6 ນາທີ ແຕ່ກໍຍັງບໍ່ຕອບ ຈົນຜູ່ຈັດການຖາມວ່າ ເຈົ້າຈະຕອບໄດ້ຫຼືຍັງ...?

ດາວເຟືອງບໍ່ເວົ້າຫຍັງ ລາວລຸກຂຶ້ນ ຍ່າງໄປປິດປະຕູຫ້ອງໄວ້ ແລ້ວຍ່າງກັບມາກະຊິບຂ້າງ ໆ ຫູຂອງຜູ່ຈັດການວ່າ...

“ແລ້ວຜູ່ຈັດການຢາກໃຫ້ເປັນທໍ່ໃດລະ?”

 

ທ່ານຄຶດວ່າ ຜູ່ຈັດການຄົນນັ້ນຈະເລືອກໃຜ?

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2009 | ມີ 39 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກມນີ້ຈະຍາກກວ່າທີ່ຜ່ານມາເລັກນ້ອຍເຖິງປານການ ເປົ້າໝາຍແມ່ນ ຕ້ອງຊ່ວຍເຫຼືອຄອບຄົວນີ້ເຊິ່ງມີຫ້າຄົນ ຂ້າມໄປອີກຝາກນຶ່ງໃຫ້ໄດ້ ໂດຍມີໄມ້ເປັນທາງສຳລັບຂ້າມ

ກະຕິການແມ່ນ:

  1. ມັນເປັນເວລາກາງຄືນ
  2. ມີຕະກຽງພຽງອັນດຽວ
  3. ຕະກຽງນັ້ນກຸ້ມໄດ້ພຽງ 30 ວິນາທີ
  4. ການຂ້າມແຕ່ລະຄັ້ງ ຕ້ອງນຳຕະກຽງໄປນຳ
  5. ຂ້າມໄດ້ສູງສຸດເທື່ອລະ 2 ຄົນ
  6. ແຕ່ລະຄົນຍ່າງຊ້າຍ່າງໄວບໍ່ເທົ່າກັນ ຮຽງຕາມ 1ວິ, 3ວິ, 6ວິ, 8ວິ ແລະ 12 ວິນາທີ
  7. ຫາກວ່າເອົາຜູ່ຍ່າງຊ້າກັບຜູ່ຍ່າງໄວໄປນຳກັນ ເວລາຈະໄລ່ຕາມຜູ່ຍ່າງຊ້າ

ເລີ່ມກັນເລີຍ!

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 33 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກມນີ້ຫຼິ້ນງ່າຍກວ່າເກມກ່ອນໜ້ານີ້ (ເກມທົດສອບ IQ : ຊ່ວຍພະຂ້າມເຮືອໄປອີກຝັ່ງ ) ໂດຍວິທີການຫຼິ້ນແມ່ນ ຕ້ອງພາແກະ ກະຫຼ່ຳປີ ແລະໝາປ່າ ຂ້າມໄປອີກຝັ່ງນຶ່ງໃຫ້ໄດ້ ຫາກວ່າປ່ອຍໃຫ້ແກະຢູ່ກັບກະຫຼ່ຳປີແລ້ວ ແກະຈະກິນກະຫຼ່ຳປີໝົດ ຖ້າຫາກວ່າປ່ອຍໃຫ້ໝາປ່າຢູ່ກັບແກະແລ້ວ ໝາປ່າກໍຈະກິນແກະ. ໃນການພາຂ້າມໄປອີກຝັ່ງນັ້ນ ຈະສາມາດເອົາໄປໄດ້ພຽງເທື່ອລະຢ່າງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 52 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ລອງຫຼິ້ນກັນເບິ່ງເດີ້ວ່າຊິຜ່ານບໍ່

ຊ່ວຍພະທັງສາມໃຫ້ໄປຮອດອີກຝັ່ງນຶ່ງ ໂດຍມີກະຕິກາແມ່ນ ຖ້າຫາກຝັ່ງໃດຝັ່ງນຶ່ງມີພວກກິນຄົນຢູ່ຫຼາຍກວ່າພະ ມັນຈະກິນພະ 

 

..

ຕາມນັ້ນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ເປັນເລື່ອງຈິງທີ່ເກີດຂຶ້ນວັນທີ ໑ ເມສາ ໒໐໐໙ ... ມື້ນັ້ນມີຝົນຕົກນຳ ປະມານຕອນບ່າຍ ໒ ໂມງ ອອກໄປຖິ້ມຂີ້ເຫຍື້ອ ຂາກັບແວ່ຊື້ກະຕ່າໃສ່ຂີ້ເຫຍື້ອມານຳ ຜ່ານຕະຫຼາດໂພສີ ແວ່ຊື້ຮ້ານຢູ່ໜ້າຕະຫຼາດ .. ພາຍໃນຮ້ານມີປ້າຄົນຂາຍ ແລະອີກຄົນນັ່ງນຳກັນ ສົງໄສເປັນໝູ່ປ້າຄົນຂາຍ

ປ້າຄົນຂາຍ: ຊື້ຫຍັງບໍ?
ຂພຈ: ຊື້ກະຕ່າໃສ່ຂີ້ເຫຍື້ອ ຂາຍແນວໃດ?
ປ້າຄົນຂາຍ: ອັນລະ 8000 ກີບນ້ອຍ
ຂພຈ: ເອົາສອງອັນເດີ້ .. ມີແຕ່ເງິນບາດ ໄລ່ແນວໃດນໍ້ ໃບ 50 ບາດ?
ປ້າຄົນຂາຍ: ຈັກເດີ ປ້າກໍບໍ່ຮູ້ຊິໄລ່ແນວໃດ .. ມັນໄລ່ເທົ່າໃດແລ້ວລະ?

ຮອດຕອນນີ້ໝູ່ປ້າຄົນຂາຍເວົ້າຂຶ້ນວ່າ “50 ບາດໄລ່ແຕ່ 10,000 ກີບນ້ອຍ”

ຟັງເທົ່ານີ້ກໍງົງ ເອ໊ະ ພວກນີ້ມັນແມ່ຄ້າແນວໃດຫວະ ເງິນ 50 ບາດໄລ່ 10,000 ກີບ ໄລ່ບາດລະ 200 ກີບຫວະ? ຕະຫຼົກດີແທ້

ໝູ່ປ້າຄົນຂາຍເວົ້າຕໍ່ໄປວ່າ “ໃບ 50 ບາດມັນໄດ້ໜ້ອຍດຽວນ້ອຍ ໄປແຕກບ່ອນອື່ນແຮງໄດ້ໜ້ອຍ”

ແຮງຟັງແຮງຢາກຫົວ ທັງຢາກຮ້າຍນຳ ຕົວະໃຜບໍ່ຕົວະ ຕົວະຄົນເຮັດວຽກຢູ່ຮ້ານປ່ຽນເງິນ ໂອ .. ຍອມ

ປ້າຄົນຂາຍບໍ່ເວົ້າຫຍັງ ມີແຕ່ໝູ່ເພິ່ນປາກຜູ່ດຽວ ເພິ່ນກໍວ່າ “ເອົາມາ 100 ບາດ ແລ້ວທອນໃຫ້ 5,000 ກີບສາ”

ເລີຍຕອບໄປວ່າ “ໄລ່ແນວໃດເດຈຶ່ງວ່າ 100 ບາດເທົ່າກັບ 20,000 ກີບ ທຳມະດາ 24,000 ກີບພຸ້ນ”

ສຸດທ້າຍລົມໄປລົມມາ ໄລ່ 23,000 ກີບ ຊື້ 15,000 ກີບທອນມາ 8,000 ກີບ ແລ້ວຟ້າວຍ່າງອອກມາຂຶ້ນລົດ ກັບ

ຜູ່ຂຽນກ່ອນໜ້າທີ່ຈະໄປຮ້ານຂາຍເຄື່ອງຂ້າງຕົ້ນນັ້ນ ໄດ້ແວ່ໄປໃສ່ນ້ຳມັນລົດ ເຂົາໄລ່ $1 ແມ່ນ 7,000 ກີບ ປົກກະຕິແມ່ນ 8,000 ກີບ ບໍ່ຊ່າງຊິວ່າແນວໃດ ເພາະບໍ່ໄດ້ຖືເງິນກີບໄປ ມື້ນັ້ນຟ້າວຫຼາຍ ບໍ່ໃສ່ກໍບໍ່ໄດ້ ນ້ຳມັນກຳລັງໝົດ.

ໄທວຽງຈັນ ຫຼືໄທແຂວງອື່ນຫາກຈະມາຫຼວງພະບາງໃນຍາມປີໃໝ່ນີ້ ໃຫ້ລະວັງເລື່ອງໃນລັກສະນະນີ້ເດີ ທາງທີ່ດີ ໃຫ້ກຽມເງິນກີບມານຳ ເພາະທ່ານອາດຈະພົບບັນຫາຖືກແມ່ຄ້າເອົາປຽບໃນເລື່ອງ ການແລກປ່ຽນເງິນຕາແນວນີ້ລະ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2009 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ປະກາດສັ້ນ ໆ ຕອນນີ້ທ່ານສາມາດອັບໂຫຼດຄລິບວິດີໂອໄດ້ເພີ່ມຈາກ ໓ ເປັນ ໕ ແລ້ວ ແລະນອກຈາກການອັບໂຫຼດເອງແລ້ວ ຍັງສາມາດດຶງມາຈາກ YouTube ໄດ້ອີກນຳ ເໝາະສຳລັບຄົນເນັດຊ້າແຕ່ຢາກແບ່ງປັນຄລິບມ່ວນ ໆ ໃຫ້ກັນເບິ່ງໄດ້ທົ່ວເຖິງ.

ສ່ວນທ່ານໃດທີ່ເປັນພົນລະເມືອງພັນລາວ໒ ແມ່ນສາມາດອັບໂຫຼດໄດ້ສູງເຖິງ ໑໒ ຄລິບເລີຍ.

ອີກເລື່ອງນຶ່ງທີ່ຈະແຈ້ງແມ່ນ ທາງເວັບໄດ້ແກ້ໄຂບັນຫາອັບໂຫຼດບໍ່ຜ່ານແລ້ວ ຖ້າໃຜຍັງມີບັນຫາຢູ່ ໃຫ້ຕິດຕໍ່ທີມງານ ຫຼືແຈ້ງໃນໄດອາຣີ່ນີ້ໄດ້ເລີຍເນີ້.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2009 | ມີ 34 ຄຳເຫັນ ແລະ 0 trackback(s)

ຕອນນີ້ໂຄງການແປ Firefox ໄດ້ຄືບໜ້າໄປຫຼາຍແລ້ວ ຫຼ້າສຸດແມ່ນສາມາດ compile ເປັນ .xpi ທີ່ໃຊ້ໄດ້ກັບທຸກ OS ໄດ້ແລ້ວ ບໍ່ວ່າທ່ານຈະໃຊ້ Firefox ໃນ Windows ໃນ Mac OS X ຫຼືໃນ Linux ເຊັ່ນ Ubuntu, Fedora, etc.. ທ່ານກໍ່ສາມາດນຳໃຊ້ Firefox ພາສາລາວໄດ້ຢ່າງງ່າຍດາຍພຽງລົງ addon ພາສາລາວເພີ່ມເທົ່ານັ້ນ!!

alt

ຮູບດ້ານເທິງ (ສະກົດ ເຄື່ອງ ຜິດ .. ຂໍອະໄພ ຟ້າວໂພດ) ເປັນການທົດສອບແບບໜ້າ About ຂອງ Firefox ເຊິ່ງຫຼັງຈາກແປແລ້ວ ໆ ກໍ່ຈັດການ compile ແລະທົດສອບ ປະກົດວ່າໃຊ້ໄດ້ບໍ່ມີຜິດພາດ (ອັນທີ່ຈິງມີ) ເຊິ່ງກໍ່ສາມາດສະຫຼຸບໄດ້ວ່າ ບັນຫາດ້ານເທັກນິກໃນການແປນັ້ນ ຖືກຈັດການຮຽບຮ້ອຍແລ້ວ

ແລ້ວເຫຼືອບັນຫາຫຍັງ?

ບັນຫາຕອນນີ້ກໍ່ຄື Firefox ເປັນໂປຣແກຣມຂະໜາດໃຫຍ່ພໍສົມຄວນ ຈຶ່ງເຮັດໃຫ້ string ພາສາໃນໂປຣແກຣມມີຫຼາຍ (ປະມານ 200 ກວ່າໄຟລ໌) ຖ້າຈະແປຄົນດຽວກໍ່ຄົງຈະບໍ່ສາມາດແປໃຫ້ແລ້ວໄດ້ ດັ່ງນັ້ນຈຶ່ງສົມຄວນໃຫ້ທຸກ ໆ ທ່ານທີ່ມີຄວາມສົນໃຈ ແລະຢາກຊ່ວຍແປ ຫຼືທົດສອບ Firefox ພາສາລາວ ໄດ້ເຂົ້າມາລົງຊື່ກັນໃນໄດອາຣີ່ນີ້ ເພື່ອຊ່ວຍກັນເຮັດໃຫ້ໂຄງການນີ້ແລ້ວສຳເລັດໄປໄດ້ດ້ວຍດີ ສົມດັ່ງພາສິດທີ່ມາແຕ່ເກົ່າກ່ອນວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ” (ຖືກບໍ່ຫັ້ນ -*-)

ຂໍຄວາມກະລຸນາອ່ານຕໍ່ໄປໃຫ້ຈົບ...

ທັກສະສຳລັບຜູ່ທີ່ຕ້ອງການຊ່ວຍແປ:

1. ມີຄວາມຊຳນານໃນພາສາອັງກິດ ແລະພາສາລາວ
2. ສາມາດນຳໃຊ້ຄອມພິວເຕີໄດ້ໃນລະດັບປານກາງຂຶ້ນໄປ
3. ມີຄວາມອົດທົນ ແລະດຸໝັ່ນ
4. ມີຄວາມສົນໃຈໃນການແປ (ໂດຍບໍ່ຫວັງຜົນກຳໄລ ເພາະມັນບໍ່ມີກຳໄລໃຫ້ຫວັງ)

ຖ້າທ່ານມີທັກສະຄົບ 4 ຂໍ້ດ້ານເທິງນີ້ ຂໍເຊີນເຂົ້າຮ່ວມໂຄງການດ່ວນ ໂດຍການລົງຊື່ໃນໄດອາຣີ່ນີ້ ພ້ອມລະບຸວ່າ ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ “ນັກແປ”...


ທັກສະສຳລັບຜູ່ທີ່ຕ້ອງການຊ່ວຍກວດສອບການແປ:

1. ມີທັກສະໃນພາສາລາວພໍສົມຄວນ ໃຫ້ຮູ້ວ່າຄຳໃດຂຽນຖືກຫຼືຜິດ
2. ມີເວລາຫວ່າງ
3. ມີຄວາມສົນໃຈໃນໂຄງການ

ຖ້າທ່ານມີທັກສະທັງ 3 ຂໍ້ດ້ານເທິງນີ້ ຂໍເຊີນເຂົ້າຮ່ວມໂຄງການນີ້ ໂດຍການລົງຊື່ໃນໄດອາຣີ່ ພ້ອມລະບຸວ່າ ຂໍເຂົ້າຮ່ວມໂຄງການແປ Firefox ພາສາລາວໃນຕຳແໜ່ງ “ຜູ່ຊ່ວຍກວດສອບການແປ”


ຂໍຂອບໃຈ,
ນິນນີ່ ດິ ອໍກັສທ໌

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 93 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຫຼັງຈາກທີ່ເລື່ອນ ແລະຊັກຊ້າມາຫຼາຍຮອບ ຕອນນີ້ກໍ່ເປັນທີ່ຊັດເຈນແລ້ວຕາມແບບສຳຫຼວດ http://punlao.com/au8ust/polls/1682/ ເຊິ່ງແບບເສື້ອຂອງ Diow ປະກົດວ່າ ມີສຽງໂຫວດຫຼາຍສຸດຄື 27 ສຽງ .. ດັ່ງນັ້ນຈຶ່ງຕົກລົງວ່າ ເອົາແບບຂອງດ່ຽວເປັນແບບເສື້ອພັນລາວຄັ້ງທີ່ ໒

alt

 

ສ່ວນລາຄາແມ່ນ 35,000 ກີບສຳລັບເສື້ອຢືດ ແລະ 40,000 ກີບສຳລັບເສື້ອໂປໂລ

 

ຫາກຕ້ອງການສັ່ງຈອງເສື້ອພັນລາວ ໃຫ້ໂອນເງິນໄປທີ່

  • ທະນາຄານການຄ້າຕ່າງປະເທດລາວ ສາຂາຫຼວງພະບາງ
  • ເລກທີ່ບັນຊີ 050-8-12-00-06165
  • ຊື່ບັນຊີ BOUASAVANH THONGPHENG MS

 

ສົມມຸດວ່າຈະຈອງເສື້ອຢືດ 2 ຜືນ ກໍ່ໂອນເງິນ 70,000 ກີບ ໄປທີ່ບັນຊີຂ້າງເທິງ ຫຼັງຈາກໂອນເງິນແລ້ວ ໃຫ້ແຈ້ງມາທາງຫຼັງໄມ ບອກຊື່ຜູ້ໂອນ ພ້ອມຈຳນວນເງິນທີ່ໂອນມາ ແລ້ວກໍ່ລະບຸວ່າ ...

  1. ເອົາເສື້ອຂະໜາດໃດ ມີ S, M, L, XL, XXL
  2. ສັ່ງຈອງຈັກຜືນ? (ຢ່າລືມໂອນເງິນມາໃຫ້ຄົບຕາມຈຳນວນທີ່ສັ່ງ)
  3. ເສື້ອແບບໃດ ມີສອງແບບ ຄື ໂປໂລ ແລະເສື້ອຢືດ
  4. ຊື່ຜູ່ສັ່ງຈອງ ຊື່ຫຍັງຊື່ໃນພັນລາວ ແລະຊື່ແທ້ (ເພື່ອໃນກໍລະນີຈັດສົ່ງ ຖ້າຈຳເປັນ)
  5. ວັນທີ່ ແລະເວລາທີ່ໂອນ ໂອນວັນທີ່ເທົ່າໃດ ຈັກໂມງ ໂອນມາເທົ່າໃດ
  6. ໃຫ້ສົ່ງມາທາງຫຼັງໄມເດີ້ ສົ່ງຫາ au8ust

ໝາຍເຫດ:

  1. ສຳລັບໃຜທີ່ຢູ່ຕ່າງແຂວງ (ແປວ່າບໍ່ໄດ້ຢູ່ໃນເຂດນະຄອນຫຼວງວຽງຈັນ) ແລະຕ້ອງການສັ່ງຈອງ ແມ່ນຕ້ອງໂອນເພີ່ມອີກ 10,000 ກີບເດີ້ ເຊັ່ນຄົນທີ່ຢູ່ຊຽງຂວາງ ຈຳປາສັກ ສະຫວັນນະເຂດ ແມ່ນຫຍັງແບບນີ້ ເພາະທາງທີມງານຈະສົ່ງເສື້ອໄປໃຫ້ທາງໄປສະນີ ເຊິ່ງຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມ.
  2. ສ່ວນຄົນຢູ່ຕ່າງປະເທດ ຕອນນີ້ຍັງສົ່ງເສື້ອໄປໃຫ້ບໍ່ໄດ້ ເພາະສະນັ້ນ ຈຶ່ງບໍ່ສາມາດສັ່ງຈອງໄດ້ເດີ້ ຂໍສະແດງຄວາມເສຍໃຈນຳສະມາຊິກພັນລາວທີ່ອາໄສຢູ່ຕ່າງປະເທດນຳ Y_Y
  3. ຫຼັງຈາກໂອນເງິນແລ້ວ ປະມານວັນທີ່ 30 ຈະເລີ່ມສົ່ງເສື້ອໄດ້
  4. ລາຍໄດ້ (ຖ້າມີ) ຫຼັງຫັກຄ່າໃຊ້ຈ່າຍ ຈະໃຊ້ສົມທົບທຶນສຳລັບ server ເວັບໄຊພັນລາວ.ຄອມ
  5. ຢ່າລືມລະບຸຂະໜາດ ແລະແບບເສື້ອມາພ້ອມ ເຊັ່ນ ເອົາເສື້ອຢືດ ຫຼືໂປໂລ ຂະໜາດ S M ຫຼື XL ກໍ່ວ່າກັນໄປ
  6. ໃຜບໍ່ມີບັນຊີທະນາຄານກໍ່ໂອນເງິນໄດ້ເດີ້ ໃຫ້ໄປສອບຖາມນຳທະນາຄານເອົາ ເຂົາຈະແນະນຳໃຫ້

 

ໝົດກຳນົດສັ່ງຈອງເສື້ອວັນທີ່ 20 ເດືອນມີນາ ປີ 2009

ໃຜມີຂໍ້ສົງໃສໃດ ໆ ຂຽນມາໄດ້ເດີ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2009 | ມີ 59 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ມື້ນີ້ເປັນມືຄົບຮອບ ໑ ປີພັນລາວ.ຄອມ ເຊິ່ງເປີດມາຕັ້ງແຕ່ວັນທີ່ ໑ ມີນາ ປີ ໒໐໐໘ ຈື່ໄດ້ວ່າ ໄດອາຣີ່ທຳອິດທີ່ຂຽນແມ່ນ ລອງຂຽນເບິ່ງ ຕອນນັ້ນຍັງບໍ່ຄ່ອຍມີຫຍັງ ສະມາຊິກມື້ທຳອິດເທົ່າທີ່ຈື່ໄດ້ ມີບໍ່ຮອດ ໒໐ ຄົນເທື່ອ ຈົນຕອນນີ້ ໑ ປີຜ່ານໄປ ສະມາຊິກກວ່າ ໓໙໐໐ ຄົນແລ້ວ

ກໍ່ບໍ່ຮູ້ຈະຂຽນຫຍັງຕໍ່ດີ .. ຊັ້ນກໍ່ ສຸກສັນວັນເກີດພັນລາວເນາະ ;)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ຕາມປົກກະຕິແລ້ວ ຢູ່ທີ່ຫ້ອງການຂອງຂ້າພະເຈົ້າ ມັກຈະໄດ້ຮັບ fax ແປກ ໆ ມາສະເໝີ ໂດຍສະເພາະແມ່ນ fax ທີ່ສົ່ງມາຜິດຈາກບັນດາສາຂາຕ່າງ ໆ ຂອງໄປສະນີ ບໍ່ຮູ້ວ່າເຂົາສົ່ງກັນແນວໃດຈຶ່ງສົ່ງຜິດເປັນປະຈຳ ບາງເດືອນກໍ່  4-5 ຄັ້ງ ບາງເດືອນກໍ່ 1-2 ຄັ້ງ. ຂ້າພະເຈົ້າເຄີຍໄດ້ຕິດຕໍ່ກັບໝູ່ທີ່ເຮັດວຽກຢູ່ໄປສະນີແຂວງຫຼວງພະບາງຫຼາຍຄັ້ງ ກ່ຽວກັບເລື່ອງນີ້ ເຊິ່ງເພິ່ນກໍ່ດຳເນີນການຊ່ວຍເຫຼືອ ໃຫ້ຄຳປຶກສາແນະນຳ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງໄດ້ຮັບ fax ຜິດຢູ່ເປັນອາຈິນ

ເຫດທີ່ສົ່ງມາຜິດນັ້ນ ເປັນເພາະວ່າ ເບີ fax ຂອງຫ້ອງການ ຂພຈ ມັນໄປຄ້າຍກັບເບີ fax ຂອງໄປສະນີແຂວງນັ້ນເອງ...

ມື້ນີ້ກໍ່ເປັນອີກມື້ທີ່ໄດ້ຮັບ fax ສົ່ງມາຜິດ ແຕ່ມື້ນີ້ບໍ່ແມ່ນທຳມະດາ ເພາະສົ່ງມາຈາກ................(ກະລຸນາເລື່ອນຊ້າ ໆ ລົງໄປເບິ່ງ)

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ມ. ຍົມມະລາດ

 

 

 

ໃຄແຕ່ບໍ່ແມ່ນສົ່ງມາຈາກຍົມມະບານເນາະ -*-

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທິດ ໖ ບຸກຄົນປະເພດຕ່າງ ໆ ທີ່ເຮົາຕ້ອງກ່ຽວຂ້ອງສຳພັນ ປຽງດັ່ງທິດທີ່ຢູ່ຮອບຕົວ ຈັດເປັນ ໖ ທິດດັ່ງນີ້:

ປຸຣັດຖິມທິດ ທິດເບື້ອໝ້າ ໄດ້ແດ່ ບິດາ ມານດາ ຜູ້ເປັນບຸດ ທິດາ ຄວນບຳລຸງມານດາບິດາດັ່ງນີ້:

໑. ທ່ານລ້ຽງເຮົາມາແລ້ວ ເຮົາລ້ຽງທ່ານຕອບ
໒. ຊ່ວຍເຮັດກິດຂອງທ່ານ
໓. ດຳລົງວົງສະກຸນ
໔. ປະພຶດຕົນໃຫ້ເໜາະສົມກັບຄວາມເປັນທາຍາດ
໕. ເມື່ອທ່ານລ່ວງລັບໄປແລ້ວໃຫ້ທຳບຸນອຸທິດໃຫທ່ານ

ມານດາບິດາອະນຸເຄາະບຸດທິດາດັ່ງນີ້:

໑. ຫ້າມປາມຈາກຄວາມຊົ່ວ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ໃຫ້ສຶກສາສິລະປະວິທະຍາ
໔. ຫາຄູ່ຄອງທີ່ສົມຄວນໃຫ້
໕. ມອບຊັບສົມບັດໃຫ້ໃນໂອກາດອັນສົມຄວນ

ທັກຂິນາທິດ ທິດເບື້ອງຂວາ ໄດ້ແກ່ ຄູບາອາຈານ ສິດຄວນບຳລຸງຄູອາຈານດັ່ງນີ້:

໑. ລຸກຕ້ອນຮັບສະແດງຄວາມເຄົາລົບ
໒. ເຂົ້າໄປຫາ
໓. ໃຝ່ໃຈຮຽນ
໔. ບົວລະບັດ
໔. ຮຽນສິລະປະໂດຍເຄົາລົບ

ຄູບາອາຈານຄວນອະນຸເຄາະສິດດັ່ງນີ້:

໑. ເຝິກຝົນແນະນຳໃຫ້ເປັນຄົນດີ
໒. ສອນໃຫ້ເຂົ້າໃຈແຈ່ມແຈ້ງ
໓. ສອນສິລະປະວິທະຍາໃຫ້ຈົບ
໔. ຍົກຍ່ອງໃຫ້ປະກົດໃນຫມູ່ເພື່ອນ
໕. ສ້າງເຄື່ອງຄຸ້ມຄອງກັນໄພໃນສາລະທິດ ຄື ສອນໃຫ້ສິດປະຕິບັດໄດ້ຈິງ ນຳວິຊາໄປລ້ຽງຊີບທຳງານການໄດ້

 

ປັດສິມທິດ ທິດເບື້ອງຫຼັງ ໄດ້ແກ່ ບຸດແລະພັນລະຍາ ສາມີຄວນບຳລຸງພັນລະຍາດັ່ງນີ້:

໑. ຍົກຍ່ອງສົມຖານະພັນລະຍາ
໒. ບໍ່ດູໜິ່ນ
໓. ບໍ່ນອກໃຈ
໔. ມອບຄວາມເປັນໃຫຍ່ໃນວຽກເຮືອນໃຫ້
໔. ຫາເຄື່ອງປະດັບມາໃຫ້ເປັນຂອງຂວັນຕາມໂອກາດ

ພັນລະຍາອະນຸເຄາະສາມີດັ່ງນີ້:

໑. ຈັດວຽກເຮືອນໃຫ້ຮຽບຮ້ອຍ
໒. ສົງເຄາະຍາດມິດທັງ ໒ ຝ່າຍດ້ວຍດີ
໓. ບໍ່ນອກໃຈ
໔. ຮັກສາສົມບັດທີ່ຫາມາໄດ້
໕. ດຸໜັ່ນບໍ່ຂີ້ຄ້ານໃນວຽກງານທັງປວງ

 

ອຸດອນທິດ ທິດເບື້ອງຊ້າຍ ໄດ້ແກ່ ມິດສະຫາຍ ຄວນບຳລຸງມິດສະຫາຍດັ່ງນີ້:

໑. ເຜື່ອແຜ່ແບ່ງປັນ
໒. ເວົ້າຈາມີນ້ຳໃຈ
໓. ຊ່ວຍເຫຼືອເກື້ອກ ູນກັນ
໕. ມີຕົນສະເໜີ
໕. ຊື່ສັດຈິງໃຈຕໍ່ກັນ

ມິດສະຫາຍອະນຸເຄາະຕອບດັ່ງນີ້:

໑. ເມື່ອມິດປະມາດໃຫ້ຊ່ວຍກັນປ້ອງກັນ
໒. ເມື່ອມິດປະມາດໃຫ້ຊ່ວຍກັນຮັກສາຊັບສົມບັດຂອງມິດ
໓. ໃນຄາວມີໄພ ໃຫ້ເປັນທີ່ເພິ່ງໄດ້
໔. ບໍ່ປ່ອຍປະກັນໃນຍາມທຸກຍາກ
໕. ນັບຖືຕະຫຼອດເຖິງວົງຍາດຂອງມິດ

 

ເຫຕະຖິມທິດ ທິດເບືອງລຸ່ມ ໄດ້ແກ່ ຄົນຮັບໃຊ້ແລະຄົນງານ ນາຍຄວນບຳລຸງຄົນຮັບໃຊ້ແລະຄົນງານດັ່ງນີ້:

໑. ຈັດການງານໃຫ້ເຮັດຕາມກຳລັງຄວາມສາມາດ
໒. ໃຫ້ຄ່າຈ້າງລາງວັນສົມຄວນແກ່ວຽກແລະຄວາມເປັນຢູ່
໓. ຈັດສະຫວັດດິການດີ ມີຊ່ວຍຮັກສາໃນຍາມເຈັບປ່ວຍເປັນຕົ້ນ
໔. ໄດ້ຂອງແປກ ໆ ພິເສດມາກໍ່ແບ່ງປັນໃຫ້
໕. ໃຫ້ມີມື້ພັກແລະພັກຜ່ອນຕາມໂອກາດອັນຄວນ

ຄົນຮັບໃຊ້ແລະຄົນງານ ອະນຸເຄາະນາຍດັ່ງນີ້:

໑. ເລີ່ມເຮັດວຽກກ່ອນ
໒. ເລີກວຽກຕາມຫຼັງ
໓. ເອົາແຕ່ເງິນທີ່ນາຍໃຫ້
໔. ເຮັດວຽກງານໃຫ້ແລ້ວຮຽບຮ້ອຍແລະດີຍິ່ງຂຶ້ນ
໕. ນຳຄວາມດີຂອງນາຍໄປເຜີຍແຜ່

 

ອຸປຣິມທິດ ທິດເບື້ອງເທິງ ໄດ້ແກ່ ພະສົງ ສະມະນະພຣາມ ຄະຣຶຫັດຄວນບຳລຸງພຣະສົງດັ່ງນີ້:

໑. ຈະເຮັດສິ່ງໃດກໍ່ເຮັດດ້ວຍເມຕຕາຈິດ
໒. ຈະເວົ້າສິ່ງໃດກໍ່ເວົ້າດວຍເມຕຕາຈິດ
໓. ຈະຄຶດສິ່ງໃດກໍ່ຄຶດດ້ວຍເມຕຕາຈິດ
໔. ຕ້ອນຮັບດ້ວຍຄວາມເຕັມໃຈ
໕. ອຸປະຖຳດ້ວຍປັດໃຈ ໔

ພະສົງອະນຸເຄາະຄະຣຶຫັດດັ່ງນີ້:

໑. ຫ້າມປາມຈາກຄວາມຊົ່ວ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ອະນຸເຄາະດ້ວຍຄວາມປາຖະໝາດີ
໔. ໃຫ້ໄດ້ຟັງທັມທີ່ຍັງບໍ່ເຄີຍຟັງ
໕. ເຮັດໃຫ້ທັມທີ່ເຄີຍຟັງແລ້ວໃຫ້ແຈ່ມແຈ້ງ
໖. ບອກທາງອັນປະເສີດ ສອນວິທີດຳເນີນໃຫ້ປະສົບຄວາມສຸກຄວາມຈະເລີນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

ເບິ່ງວິດີໂອອື່ນ ໆ ຂອງລາວໄດໃນ http://www.youtube.com/results?search_type=&search_query=Sungha+Jung&aq=f

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

 

ວ່າກັນວ່າ ໃນວັນລອຍກະທົງປີກ່ອນ... ໜຸ່ມສາວກຸ່ມໜຶ່ງໄດ້ຕັ້ງວົງສັງສັນພາຍໃນຫ້ອງພັກ ເຊິ່ງທັງໝົດນີ້ເຮັດວຽກບ່ອນດຽວກັນ ໃນຂະນະທີ່ກຳລັງດື່ມກິນກັນຢູ່ ກໍ່ມີຊາຍສອງຄົນໃນກຸ່ມນັ້ນ ໄດ້ຂັບລົດຈັກອອກໄປນອກເພື່ອໄປຊື້ເຄື່ອງດື່ມມາເພີ່ມ ແລະ 1 ໃນ 2 ຂອງຄົນທີ່ອອກໄປນັ້ນ ເປັນຜົວຂອງຜູ້ຍິງເສື້ອແດງໃນຄລິບວິດີໂອດ້ານເທິງ (ຄົນຢູ່ຊ້າຍມື) ທຸກຄົນທີ່ນັ່ງຢູ່ໃນຫ້ອງກໍ່ບໍ່ຮູ້ວ່າ ໝູ່ສອງຄົນທີ່ອອກໄປຫັ້ນ ໄດ້ປະສົບອຸປະຕິເຫດ ເຮັດໃຫ້ແຟນຄົນເສື້ອແດງເສຍຊີວິດຄາທີ່ ສ່ວນອີກຄົນທີ່ໄປນຳກັນນັ້ນ ບາດເຈັບແລະຖືກນຳສົ່ງໂຮງໝໍ ຄົນທີ່ຢູ່ໃນຫ້ອງກໍ່ບໍ່ຮູ້ເລື່ອງ ຍັງຄົງສັງສັນກັນຕໍ່ໄປ ແລະໄດ້ມີການຖ່າຍວິດີໂອຄລິບໄວ້ເບິ່ງຫຼິ້ນ

ຫຼັງຈາກນັ້ນບໍ່ໄດ້ ກໍ່ມີຄົນມາແຈ້ງຂ່າວວ່າເກີດອຸປະຕິເຫດຂຶ້ນ ທຸກຄົນໃນຫ້ອງຈຶ່ງພາກັນໄປໂຮງໝໍໄປເບິ່ງໝູ່ ຫຼັງຈາກເຫດການຄືນນັ້ນຜ່ານໄປ ກໍ່ມີການນຳເອົາວິດີໂອທີ່ຖ່າຍໄວ້ມາເປີດເບິ່ງ ປະກົດວ່າ... ຄ້າຍກັບມີສ່ວນເກີດຢູ່ໃນຄລິບດັ່ງກ່າວ .. ເຊິ່ງຜູ້ຍິງເສື້ອແດງໃນຄລິບຢືນຢັນວ່າ ນັ້ນຄືວິນຈານຂອງແຟນຕົນເອງ ເພາະສະພາບສົບຄືນທີ່ເສຍຊີວິດແມ່ນມີລັກສະນະເລືອດໂຊກເຕັມໜ້າ ຄ້າຍ ໆ ກັບໃນຄລິບ ນັ້ນກໍ່ສະແດງວ່າ ຊາຍຄົນນັ້ນອາດຈະກັບມາທີ່ຫ້ອງຫຼັງຈາກປະສົບອຸປະຕິເຫດເສຍຊີວິດ ໂດຍທີ່ໃນຫ້ອງບໍ່ມີໃຜເຫັນເລີຍ... ແຕ່ກັບມີພາບຂອງຄົນ ໆ ນັ້ນຕິດຢູ່ໃນຄລິບວິດີໂອໄດ້...

ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ການເຕະເມຍຢ່າງຖືວິທີ

໑. ດື່ມເຫຼົ້າໃຫ້ເມົາແລ້ວກັບເດິກ ໆ

໒. ແຕ່ກັບຮອດບ້ານແລ້ວຕ້ອງພະຍາຍາມໃຫ້ມີສະຕິຢູ່ນຳແດ່

໓. ທຳທ່າວ່າເຂົ້າຫ້ອງນອນໂດຍໃສ່ຊຸດເກົ່າຫັ້ນແຫຼະບໍ່ຕ້ອງອາບນ້ຳ

໔. ລະຫວ່າງນັ້ນເມຍຈະດ່າເຮົາຢູ່...ໃຫ້ແກ້ສົ້ງອອກ

໕. ທຳທ່າວ່າຖອດບໍ່ໄດ້ຈັກເທື່ອ...ເມຍກໍ່ຈະມາຊ່ວຍຖອດເອງ

໖. ຈັງຫວະທີ່ເມຍເຂົ້າມາໃກ້ນັ້ນແຫຼະ...ບັນຈົງເຕະເມຍໃຫ້ຫງາຍໄປເລີຍ

໗. ແລ້ວເວົ້າຂຶ້ນແບບເມົາ ໆ ວ່າ “ຢ່າມາຫຍຸ້ງກັບຂ້ອຍ ຂ້ອຍຮັກເມຍຂ້ອຍຄົນດຽວ” ແລ້ວກໍ່ຫຼັບໄປເລີຍ

໘. ເຊົ້າມາເທົ່ານັ້ນແຫຼະ ເມຍກໍ່ຊິຊອກເຂົ້າແຊບ ໆ ມາໃຫ້ກິນພ້ອມ

 

ກະລຸນາຄຶດໃຫ້ດີກ່ອນລອງປະຕິບັດ

ທີ່ມາ - Fwd mail

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2009 | ມີ 56 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບາຍດີສະມາຊິກພັນລາວທຸກ ໆ ທ່ານ...

 

ຫຼາຍ ໆ ທ່ານທີ່ກຳລັງອ່ານໄດອາຣີ່ນີ້ ອາດຈະຫຼິ້ນພັນລາວມາຕັ້ງແຕ່ຕອນເປີດໃໝ່ ໆ ຫຼືອາດຈະຫາກໍ່ຫຼິ້ນ ຫາກໍ່ຮູ້ຈັກມື້ນີ້ ຫຼືມື້ວານນີ້ເອງ... ແຕ່ວ່າ ຈະຫຼິ້ນຕອນໃດກໍ່ດີ .. ອີກສອງເດືອນຕໍ່ຈາກນີ້ ກໍ່ຈະຮອດວັນເກີດຄົບຮອບ 1 ປີຂອງເວັບໄຊພັນລາວກັນແລ້ວ :)

 

ພັນລາວເປີດຕົວຂຶ້ນຢ່າງບໍ່ເປັນທາງການໃນວັນທີ່ 1 ເດືອນມີນາ ປີ 2008 .. ຜ່ານວັນເວລາຈາກວັນເປັນເດືອນ ແລະຈາກເດືອນເຂົ້າສູ່ປີໃນອະນາຄົດອັນໃກ້ .. ສະມາຊິກຕອນນີ້ມີ 3421 ຄົນ ແລະເພີ່ມຂຶ້ນໃນທຸກ ໆ ມື້ ແຕ່ລະມື້ມີຜູ້ເຂົ້າຊົມເວັບໄຊພັນລາວປະມານ 400-500 ຄົນຈາກ 97 ປະເທດທົ່ວໂລກ...

 

ແຕ່ກ່ອນຈະຄົບຮອບ 1 ປີ... ຕອນນີ້ພັນລາວກຳລັງປະສົບກັບວິກິດການດ້ານການເງິນ.. ມາເອົາໃຈຊ່ວຍໃຫ້ຜ່ານພົ້ນໄປໄດ້ນຳກັນເນາະ :D