ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ວ່າຊິຂຽນດົນລະ ດົນຈົນລືມ ກັບງານການແຂ່ງຂັນຫຸ່ນຍົນປະເທດລຸ່ມແມ່ນ້ຳຂອງ ປີ 2010 ຈັດຂຶ້ນວັນທີ 23 ທັນວາ 2010 ທີ່ຜ່ານມາ

ເລີ່ມງານໃໝ່ໆ ຄົນຍັງບໍ່ຄ່ອຍມາ ມີແຕ່ທີມງານກຽມງານກັນຢູ່

ສະພາບພາຍໃນ

ອີກມຸມນຶ່ງ ຄົນເລີ່ມມາແລ້ວຕອນນີ້

ທີ່ນັ່ງສຳລັບແຂກຜູ່ມີກຽດຍັງຫວ່າງເກືອບໝົດ

ດ້ານນອກຫ້ອງແຂ່ງ

ຄະນະກຳມະການ (ຫຼືບໍ່?)

ໜ້າຕຶກ ເຊິ່ງທີມງານ e-corner ກໍໄປເປີດ booth ຂາຍປື້ມ ແຕ່ບໍ່ໄດ້ຂາຍປານໃດ ຫະຫະ

booth ນີ້ຂາຍເຄື່ອງລາງຂອງຂັງ ແລະໃຫ້ເຊົ່າພະ (ໃນໜ້າງານແຂ່ງຂັນຫຸ່ນຍົນປີ 2010?!?)

ແກ້ວຄຸງກໍມາ

ໃກ້ຈະເລີ່ມງານກັນແລ້ວເດີ້

ຄົນເລີ່ມໜ້າແໜ້ນ

 

ຜູ່ລົງແຂ່ງຂັນຈຳນວນນຶ່ງຢູ່ມຸມຫ້ອງ

ອ້າຍນ້ອງສື່ມມວນຊົນ

ຫຸ່ນເລີ່ມລົງສູ່ສະໜາມ

ອ່າ ຈັດໄປຢ່າໃຫ້ເສຍ

ແກ້ວຄຸງອີກຮຸບ

ທີມໄທ

ທີມໄທອີກຮູບນຶ່ງ

ທໍ່ PVC
ລໍ້ skate
ແລະທຸງຊາດລາວ

ທີມຂອງອາລຸນ

ອ່າ.. ສາວຈັບປ້າຍທີມນີ້ໜ້າຮັກດີເດີ້

ສິນໄຊ ສິນໄຊ ສິນໄຊ

ຈັດໄປ

ແລ້ວກໍມີວົງ ກຂຄ ມາຮ້ອງເພງຂັ້ນລາຍການ
ເສຍດາຍບໍ່ທັນຖ່າຍບູລາຕິໂນ ເພາະວ່າຕອນນັ້ນເອົາກ້ອງໄປຖ່າຍອັນອື່ນຢູ່

ອ້າວ ຈົບແລ້ວຫວາ?

ເຮ.... (ຍັງງົງຢູ່)

ອ່າ ຈັບມືໆໆໆ

ເລີ່ມມອບລາງວັນ

ລາງວັນທີ 2

ລາງວັນອັນດັບ 1 ເປັນຂອງ ຮຮ ສຸສະກະ (ເຈົ້າພາບງານປີນີ້)

 

ປະທານ ອຸໄທ ໄຊອຸດົມ ມອບວາລະສານ e-corner ເປັນລາງວັນເລັກໆ ນ້ອຍໆ ໃຫ້ກັບທີມນັກແຂ່ງ

ຈົບແລ້ວເດີ້ =)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 19 ຄຳເຫັນ ແລະ 0 trackback(s)

ປະມວນພາບງານ Barcamp Vientiane 2010 ສຳລັບໃຜທີ່ບໍ່ໄດ້ໄປກໍຮັບຊົມບັນຍາກາດກັນຜ່ານຮູບພາບໄດ້ເລີຍ


ໄປຮອດສະຖານທີ່ແຕ່ເຊົ້າ ປາກົດວ່າ ຍັງບໍ່ມີໃຜໄປເທື່ອ ຕຶກທີ່ຈະຈັດງານກັນແມ່ນຕຶກໃໝ່ຊ້າຍມື ເຊິ່ງຫາກສ້າງແລ້ວ


ໜ້າຕຶກ ສວຍສົດງົດງາມດ້ວຍແສງເແດດໃນຍາມເຊົ້າ ແລະທ້ອງຟ້າທີ່ສົດໃສ ມີເມກເລັກນ້ອຍລ່ອງລອຍຢູ່ທົ່ວໄປ


ປະຕູທາງເຂົ້າປິດໄວ້ ເປີດສະເພາະທາງໃຫຍ່ ເຊິ່ງ Thomas ແລະ Natalie ມາຮອດແລ້ວກໍຕ້ອງໄດ້ກັບໄປເຂົ້າປະຕູໃຫຍ່


ເລີ່ມງານ 8 ໂມງເຊົ້າ ແຕ່ຕອນນີ້ຍັງບໍ່ມີ staff ມາເທື່ອ -.-'


ໃນທີ່ສຸດ Thomas ແລະພັນລະຍາຂອງລາວກໍມາຮອດ


ເສື້ອກຽມພ້ອມແລ້ວໃນລົດຂອງທີມງານຄຸນນະພາບ


ແລ້ວເບີດກໍມາຮອດ


ຈາກນັ້ນກໍໝີ


ແລະບູ້ ພ້ອມກັບແອ ມາພ້ອມກັບປ້າຍງານ


ປ້າຍສູງສອງແມັດ ກວ້າງ 1 ແມັດ -.-'


ຈັດແຈງຂຶ້ນປ້າຍ


ບູ້ກັບແອເອົາປ້າຍໄປຕິດໜ້າທາງເຂົ້າ






ໂທມັສກຳລັງຈັດການເລື່ອງການລົງທະບຽນ


ເບີດກັບອ້າຍເດກຳລັງຫ້ອຍປ້າຍ


ລຳໂພງອຸປະຖຳໂດຍ Os555 ປາກົດວ່າ ຢູ່ຫ້ອງມີລຳໂພງແລ້ວ ກໍເລີຍບໍ່ໄດ້ໃຊ້


ໂທມັສກຳລັງບອກວຽກໃຫ້ກັບອາສາສະໝັກ


ອ້າຍມີນາໄຊຫາກໍມາຮອດ


ຕອນນີ້ກຳລັງລົມກັນເລື່ອງການລົງທະບຽນຊື່


ທິບກຳລັງລອງສັນຍານ WiMax ຂອງ Tigo ຄວາມໄວ 4mbps ແຕ່ໃຊ້ໄດ້ແທ້ໆ 3.x mbps


ນ້ຳດື່ມຈາກຜູ່ອຸປະຖຳ ຮ້ານອາຫານຂອບໃຈເດີ້


ຜູ່ຮ່ວມງານຈາກປະເທດໄທ


ຊ້າຍມືແມ່ນທາງເຂົ້າຫ້ອງເປີດງານ


ພາຍໃນຫ້ອງ


ໂທມັສ ແລະ ເອື້ອຍມະນີຈັນກຳລັງກ່າວເປີດງານ


ກຳລັງອະທິບາຍເລື່ອງວິທີການຂຽນຫົວຂໍ້


ເອື້ອຍມະນີຈັນກຳລັງອະທິບາຍເລື່ອງການຂຽນຫົວຂໍ້


ຕອນນີ້ກໍເລີ່ມທະຍອຍກັນມາຂຽນຫົວຂໍ້ທີ່ຈະເວົ້າແລ້ວ




ບັນຍາກາດພາຍໃນຫ້ອງ




ຕອນນີ້ຄົນເລີ່ມມາໂຫວດ


ອ່າ ໃນທີ່ສຸດກໍຄົບ


ພາກັນໄປຟັງບາດນີ້


ຜູ່ຮ່ວມງານກຳລັງເຂົ້າໄປຫ້ອງຕ່າງໆ ທີ່ຈັດຂຶ້ນ


ໜ້າເຄົາເຕີລົງທະບຽນ






ຫ້ອງນີ້ຫ້ອງໃຫຍ່ ກຳລັງຟັງເລື່ອງການແປພາສາລາວໃນ Google


ຫ້ອງນີ້ເວົ້າເລື່ອງ ກຳເນີດ Barcamp Vientiane


ເປັນຫ້ອງທີ່ນ້ອຍທີ່ສຸດ ແລະບໍ່ມີ projector ດັ່ງນັ້ນກໍພາກັນນັ່ງພື້ນໄປກ່ອນ


ຫ້ອງໃຫຍ່ ສືບຕໍ່ເລົ່າເລື່ອງແປພາສາລາວໃນ Google










ຫ້ອງນີ້ກຳລັງເວົ້າເລື່ອງເທບໆ ກັນ ຂໍຂ້າມໄປກ່ອນ


ທີມງານກຳລັງຈັດແຈງເລື່ອງເສື້ອ ແລະອື່ນໆ


ແປັບດຽວກໍຮອດເວລາຮັບປະທານອາຫານທ່ຽງກັນ




ຄົນເລີ່ມທະຍອຍກັນເຂົ້າມາພັກທ່ຽງ




ກຸ່ມສາວໆ ຈາກ Genetic


ກຸ່ມ Laozaa




ແລ້ວກໍຮອດທ່ຽງ ແດດປ້ຽງໆ


ອ້າຍມີນາໄຊກຳລັງເລົ່າເລື່ອງ Network


ຄົນຟັງກັນລົ້ນຫຼາມ


ເນື່ອງຈາກວ່າເປັນຕຶກໃໝ່ ແລະພາຍໃນຫ້ອງເປັນຫ້ອງປູພົມ ດັ່ງນັ້ນຈຶ່ງຕ້ອງປົດເກີບໄວ້ນອກກ່ອນ


ທາງໄປ Barcamp


ຫ້ອງນີ້ກຳລັງເລົ່າເລື່ອງ Joomla! ແລະ ກຳເນີດພັນລາວ (ຄົນຟັງໜ້ອຍດຽວ ຫະຫະ)


ແອກຳລັງເວົ້າເລື່ອງ ພາສາລາວ(ວິບັດ) ໃນອິນເຕີເນັດ


ຕາມດ້ວຍໝີທີ່ກຳລັງເວົ້າເລື່ອງການຈັດ rating ເກມ


ຫ້ອງນີ້ໂອ້ດເວົ້າເລື່ອງການ hack ເວັບໄຊໂດຍໃຊ້ SQL Injection


ຫຼັງຈາກແລ້ວງານ ກໍພາກັນເກັບອຸປະກອນຕ່າງໆ ກັບຄືນ


ແລ້ວກໍມາໂຮມໂຕກັນທີ່ອີກຕຶກ


ກຽມແຈກເສື້ອ =.=!


ພ້ອມສຳລັບການແຈກເສື້ອ


ລະຫວ່າງນັ້ນກໍຍັງຕ້ອງຖ້າຄົນອື່ນໆ ຢູ່


ດັ່ງນັ້ນຈຶ່ງມີເພງຂັ້ນລາຍການໄປກ່ອນ




session ພິເສດ ເອື້ອຍມະນີຈັນສອນຜູ່ເຂົ້າຮ່ວມຈາກຕ່າງປະເທດເຕັ້ນບາສະໂລບ






ໂທມັສກ່າວກ່ອນປິດງານ




ເລີ່ມພາກັນໄປເອົາເສື້ອ








ພາກັນແຍກຍ້າຍກັນກັບ


ຮູບຮວມ staff (ບໍ່ຄົບຄົນ)




ມ້ຽນໆໆໆ


ເກັບປ້າຍ


ມ້ວນປ້າຍກັບບ້ານ


ແລ້ວກໍຄ່ຳ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2010 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ປະກາດສັ້ນໆ ໃນງານ BarCamp 2010 ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດໃນປະເທດລາວ ທີ່ ອາຄານໄອທີພາກພິເສດ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດໂສກປ່າຫລວງ ຖະໜົນລາວ-ໄທ, ນະຄອນຫລວງວຽງຈັນ ເວລາ 8 ໂມງເຊົ້າຫາ 7 ໂມງຄ່ຳ ທາງພັນລາວໄດ້ມີຫົວຂໍ້ທີ່ຈະຂຶ້ນເວົ້າກໍຄື “ກຳເນີດພັນລາວ” ເຊິ່ງຈະບອກເລົ່າເຖິງທີ່ໄປທີ່ມາ ເບື້ອງໜ້າເບື້ອງຫຼັງຂອງພັນລາວ.

ທ່ານໃດສົນໃຈຢ່າລືມເຂົ້າໄປຮັບຟັງກັນໄດ້.

ສຳລັບຜູ່ທີ່ຍັງບໍ່ຮູ້ວ່າ BarCamp ແມ່ນຫຍັງ:

ບາແຄ້ມ ແມ່ນງານລະດັບສາກົນເທິງພື້ນຖານແນວຄິດໃຫມ່ ແລະ ການຮ່ວມປະຊຸມທີ່ຜູ່ເຂົ້າຮ່ວມຈະເປັນຜູ່ກຳໜົດ
ຫົວຂໍ້ໃນການສົນທະນາເອງ, ເຊິ່ງຈະກ່ຽວກັບເຕັກໂນໂລຢີແບບເປີດກວ້າງ ສຳລັບບຸກຄົນທີ່ສົນໃຈ,
ອົງກອນທຸລະກິດ ແລະ ອົງກອນທີ່ບໍ່ມຸ້ງຜົນກຳໄລ.
ໂດຍແນໃສ່ບຸກຄົນທີ່ສົນໃຈທາງດ້ານຄອມພິວເຕີ, ຜູ່ຊົມໃຊ້ອິນເຕີເນັດ, ນັກເຕັກໂນໂລຢີ, ຜູ່ປະກອບການ,
ນັກຂ່າວຍຸກດິຈິຕອນ, ນັກພັດທະນາເວັບໄຊ້ ແລະ ຊາວອິນເຕີເນັດມາຮ່ວມແບ່ງປັນ ແລະ ຮຽນຮູ້ເຕັກໂນໂລຢີຕ່າງໆ
ໃນບັນຍາກາດທີ່ເປັນກັນເອງ. ຫາກທ່ານມີໂຄງການ, ຜົນງານ ຫລື ແນວຄິດເຕັກໂນໂລຢີທີ່ຫນ້າສົນໃຈ,
ນີ້ຖືເປັນໂອກາດດີທີ່ທ່ານຈະໄດ້ນຳສະເໜີມັນ. ຢ່າເກັບໄວ້ຄົນດຽວເຊີນມາພົບປະກັນໃນງານຄັ້ງນີ້
ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ!

 

ຂໍ້ມູນເພີ່ມເຕີມ http://barcampvientiane.org/

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮິບໂປເຄຣຕີສ : Hippocrates
 



ເກີດ        460 ປີກ່ອນ ຄ.ສ. ທີ່ເກາະໂຄສ (Cose) ປະເທດກຣີຊ (Greece)
ເສຍຊີວິດ 347 ປີກ່ອນ ຄ.ສ. ທີ່ເກາະໂຄສ (Cose) ປະເທດກຣີຊ (Greece)
ຜົນງານ   - ບຸກເບີກວິຊາການແພດແຜນປັດຈຸບັນ ແລະໄດ້ຮັບການຍ້ອງຍໍໃຫ້ເປັນ ບິດາແຫ່ງວິຊາການແພດ (Father of the Medicine)

        ການຮັກສາພະຍາດດ້ວຍວິທີການທີ່ທັນສະໄໝ ໄດ້ມີການພັດທະນາຢ່າຈິງຈັງເມື່ອປະມານ 200 ກວ່າປີມານີ້ເອງ ແຕ່ການເລີ່ມຕົ້ນຂອງວິຊາການດ້ານນີ້ມີມາດົນນານກວ່າ 2,000 ປີແລ້ວ ຈາກຄວາມຄຶດລິເລີ່ມຂອງແພດຊາວກຣີກຜູ່ທີ່ມີນາມວ່າ ຮິບໂປເຄຣຕີສ ຜູ່ເຊິ່ງເປັນບິດາແຫ່ງວິຊາການແພດແຜນປັດຈຸບັນ.

         ຮິບໂປເຄຣຕີສເປັນນາຍແພດຄົນທຳອິດຂອງໂລກທີ່ທຳການຮັກສາຜູ່ປ່ວຍດ້ວຍວິທີການສະໄໝໃໝ່ ຄື ການວິນິໄສເຖິງສາຍເຫດທີ່ພາໃຫ້ເກີດພະຍາດກ່ອນ ແລ້ວຈຶ່ງທຳການຮັກສາ ເຊິ່ງເປັນວິທີທີ່ໃຊ້ກັນມາຈົນຮອດປັດຈຸບັນນີ້ ໂດຍກ່ອນໜ້າທີ່ຮິບໂປເຄຣຕີສຈະບຸກເບີກວິທີການຮັກສາແບບນີ້ ຜູ່ຄົນສ່ວນໃຫຍ່ໃນສະໄໝນັ້ນຈະເຂົ້າໃຈວ່າ ເທບພະເຈົ້າເຮັດໃຫ້ເກີດຄວາມເຈັບປ່ວຍ ເພາະສະນັ້ນວິທີການຮັກສາອາການເຈັບປ່ວຍກໍຄື ການອ້ອນວອນ ຂໍຮ້ອງໃຫ້ເທບພະເຈົ້າ ໃຫ້ຕົນເຊົາຈາກ ອາການເຈັບປ່ວຍເຫລົ່ານີ້ ເຊິ່ງຜູ່ປ່ວຍໃນສະໄໝນັ້ນສ່ວນໃຫຍ່ບໍ່ໄດ້ເປັນແພດ ແຕ່ເປັນນັກບວດທີ່ເຊື່ອໃນເທບພະເຈົ້າ.

        ຮິບໂປເຄຣຕີສໄດ້ຮັບການສຶກສາຈາກຄູຜູ່ນຶ່ງກ່ຽວກັບວິຊາ ປັດຊະຍາ ຄະນິດສາດແລະການແພດ ໂດຍທີ່ຮິບໂປເຄຣຕີສຕ້ອງການຈະປ່ຽນແນວ ຄວາມຄຶດຂອງຄົນໃນສະໄໝນັ້ນທີ່ເຊື່ອກັນວ່າ ອາການເຈັບປ່ວຍເກີດຈາກການດົນບັນດານຂອງເທບພະເຈົ້າ ໂດຍລາວໄດ້ອະທິບາຍວ່າ ອັນທີ່ຈິງແລ້ວນັ້ນ ອາການເຈັບປ່ວຍເກີດຂຶ້ນຈາກຫຼາຍສາຍເຫດ ເປັນຕົ້ນວ່າ ຄວາມຜິດປົກກະຕິ ຫຼືຄວາມບົກພ່ອງຂອງຮ່າງກາຍ ອາຫານ ອາກາດ ແລະເຊື້ອພະຍາດຕ່າງໆ ເປັນຕົ້ນ ເພາະສະນັ້ນວິທີການຮັກສາ ກໍຄວນຈະຕ້ອງວິນິໄສສາຍເຫດຂອງພະຍາດກ່ອນ ວ່າເກີດຈາກສາຍເຫດໃດ ແລ້ວຈຶ່ງຫາວິທີການຮັກສາຕໍ່ໄປ ຮິບໂປເຄຣຕີສໃຊ້ເວລາໃນການສຶກສາວິທີການຮັກສາຜູ່ປ່ວຍຕະຫຼອດຊີວິດຂອງລາວ ເພາະຜູ່ປ່ວຍແຕ່ລະຄົນກໍແຕກຕ່າງກັນໄປທັງອາການຂອງພະຍາດ ແລະວິທີການຮັກສາ ລາວຈະເບິ່ງແຍງຜູ່ປ່ວຍຢ່າງໃກ້ຊິດ ແລະຈົດບັນທຶກກ່ຽວກັບຜູ່ປ່ວຍຢ່າງລະອຽດທຸກຂັ້ນຕອນ ແມ່ນແຕ່ຢາທີ່ໃຊ້ຮັກສາ ກໍເປັນຢາທີ່ບໍ່ແຮງ ແລະໃຊ້ສະເພາະທີ່ຈຳເປັນເທົ່ານັ້ນ ເພາະລາວເຊື່ອວ່າ ທຳມະຊາດຂອງຄົນນັ້ນສາມາດຮັກສາໂຕເອງໄດ້ ໂດຍຜູ່ປ່ວຍທຸກໆ ຄົນຕ້ອງໄດ້ຮັບການເບິ່ງແຍງເອົາໃຈໃສ່ເປັນພິເສດ ທັງເລື່ອງອາາກາດ ຜູ່ປ່ວຍຄວນຢູ່ໃນທີ່ ທີ່ມີອາກາດບໍລິສຸດ ອາຫານກໍຄວນໄດ້ຮັບຢ່າງເໝາະສົມ ຄືອາຫານທີ່ອ່ອນ ເຊັ່ນເຂົ້າຕົ້ມ ຫຼືແກງຂຸ້ນ ເປັນຕົ້ນ ເພາະຫ່າງກາຍຂອງຜູ່ປ່ວຍຢູ່ໃນພາວະອ່ອນແອ ແມ່ນແຕ່ເລື່ອງຄວາມສະອາດ ກໍເປັນສິ່ງສຳຄັນ ທັງຄວາມາະອາດຂອງຫ່າງກາຍ ແລະຂອງໃຊ້ຂອງຜູ່ປ່ວຍເອງ ເຊັ່ນ ເສື້ອຜ້າ ເຄື່ອງນອນ ເປັນຕົ້ນ ແລະອຸປະກອນການແພດຍິ່ງຕ້ອງຮັກສາຄວາມາະອາດເປັນພິເສດ ບໍ່ພຽງແຕ່ຜູ່ປ່ວຍທີ່ເປັນພະຍາດເທົ່ານັ້ນ ຮິບໂປເຄຣຕີສຍັງຮັກສາຜູ່ທີ່ໄດ້ຮັບອຸປະຕິເຫດຈົນກະດູກຫັກ ຫຼືເປັນບາດແຜໃຫຍ່ ລາວກໍສາມາດປິ່ນປົວໃຫ້ໄດ້ ຮິບໂປເຄຣຕີສຮຽນຮູ້ວິທີການຮັກສາບາດແຜໃຫ້ສະອາດ ໂດຍໃຊ້ນ້ຳມັນດິນມາທາທີ່ບາດແຜ ເຊິ່ງສາມາດປ້ອງກັນບາດແຜບໍ່ໃຫ້ລຸກລາມໄດ້ເປັຢ່າງດີ.

        ການຮັກສາພະຍາດເປັນວິທີການນຶ່ງທີ່ເຮັດໃຫ້ຄົນພົ້ນຈາກຄວາມທຸກທໍລະມານ ແຕ່ວິທີປ້ອງກັນບໍ່ໃຫ້ເກີດພະຍາດນັ້ນ ເປັນສິ່ງທີ່ດີກວ່າ ແລະຮິບໂປເຄຣຕີສ ກໍໃຫ້ຄວາມສຳຄັນເລື່ອງການຮັກສາສຸຂະພາບນີ້ນຳເຊັ່ນກັນ ເຂົາຄຶດວ່າຄົນທີ່ມີສຸຂະພາບແຂງແຮງກໍຈະບໍ່ລົ້ມປ່ວຍໄດ້ງ່າຍໆ ແລະວິທີການຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ກໍຄືການອອກກຳລັງກາຍ ການພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ແລະການເຮັດຈິດໃຈໃຫ້ຜ່ອງໃສກໍເປັນສິ່ງສຳຄັນເຊັ່ນກັນ

         ຮິບໂປເຄຣຕີສໄດ້ຕັ້ງໂຮງຮຽນສອນວິຊາແພດຂຶ້ນທີ່ເກາະໂຄສ ແລະຂຽນຕຳລາແພດໄວ້ຈຳນວຫຼາຍທີ່ກ່ຽວກັບການຮັກສາພະຍາດດ້ວຍວິທີການ ຕ່າງໆ ໂດຍວິທີການໃຊ້ຢາ ແລະວິທີການຮັກສາບາດແຜ ກະດູກຫັກ ແລະວິທີການຜ່າຕັດ ເຖິງແມ່ນວ່າວິທີການຮັກສາສຸຂະພາບໃຫ້ແຂງແຮງລາວກໍໄດ້ຂຽນຂຶ້ນ ເຊິ່ງສ່ວນໃຫຍ່ ເປັນສິ່ງທີ່ໄດ້ບັນທຶກຈາກຜູ່ປ່ວຍທີ່ລາວໄດ້ເຮັດການຮັກສາ ດັ່ງນັ້ນຕຳລາແພດຂອງຮິບໂປເຄຣຕີສຈຶ່ງເປັນຕຳລາທີ່ໜ້າເຊື່ອຖື ເພາະຂຽນຈາກຄວາມຈິງ

         ຮິບໂປເຄຣຕີສຖືວ່າເປັນຜູ່ໃຫ້ກຳເນີດວິຊາການແພດແຜນປັດຈຸບັນ ວິທີຮັກສາຂອງລາວນັ້ນຈະມີລະບຽບແຜນການທີ່ໜ້າເຊື່ອຖື ເຊິ່ງໃນປັດຈຸບັນ ຜູ່ທີ່ຈົບວິຊາແພດກໍຍັງຕ້ອງກ່າວຄຳປະຕິຍານ (Hippocratic Oath) ຕາມທີ່ຮິບໂປເຄຣຕີສເຄີຍກ່າວໄວ້ຕໍ່ໜ້າເທບພະເຈົ້າແອສເຄລປິອຸສ (Asclepius) ເຊິ່ງເປັນ ເທບພະເຈົ້າແຫ່ງການແພດຂອງກຣີກ ແລະສ່ວນນຶ່ງຂອງຄຳປະຕິຍານນີ້ ໄດ້ຖືກນຳມາເປັນຂໍ້ບັງຄັບ ຫຼື ຈັນຍາບັນຂອງແພດອີກນຳ ດັ່ງຈະຍົກໂຕຢ່າງມາສ່ວນນຶ່ງ:

“ຈັນຍາ ແລະຂໍ້ກຳນົດທີ່ຂ້າພະເຈົ້າຍຶດຖືແລະປະກາດໄວ້ນີ້ ເປັນໄປເພື່ອປະໂຫຍດສຸກຂອງຜູ່ປ່ວຍ ໃນຄວາມເບິ່ງແຍງ ເຊິ່ງຂ້າພະເຈົ້າຈະໃຊ້ພະລະກຳລັງຂອງຂ້າພະເຈົ້າ ຊ່ວຍເຫຼືອຜູ່ປ່ວຍຈົນສຸດຄວາມສາມາດ ຂ້າພະເຈົ້າຈະບໍ່ໃຊ້ ຄວາມຮູ້ຂອງຂ້າພະເຈົ້າໃຫ້ເປັນອັນຕະລາຍຕໍ່ຜູ່ອື່ນ ຫຼືຮັກສາຜູ່ອື່ນດ້ວຍວິທີການທີ່ຜິດ ຂ້າພະເຈົ້າຈະບໍ່ສັ່ງຈ່າຍຢາທີ່ເຮັດໃຫ້ຕ້ອງເສຍຊີວິດເປັນອັນຂາດ ຂ້າພະເຈົ້າຈະໄປຢາມບ້ານເຮືອນ ເພື່ອປະໂຫຍດສຸກຂອງຜູ່ປ່ວຍເທົ່ານັ້ນ ໂດຍງົດເວ້ນຈາກການຄົດໂກງແລະປະສົງຮ້າຍ”

ແປ ແລະຮຽບຮຽງຈາກ http://siweb.dss.go.th/Scientist/scientist/Hippocrates.html

ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2010 | ມີ 38 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ແລະແລ້ວມື້ວານນີ້ ວັນທີ 16 ເມສາ 2553 ກໍຄົບ 3 ມື້ແລ້ວສຳລັບປະເພນີບຸນປີໃໝ່ລາວເຮົາ ກໍໄດ້ປະມວນພາບມາໃຫ້ພີ່ນ້ອງຊາວລາວໄດ້ເບິ່ງໄດ້ຊົມກັນອີກເຊັ່ນເຄີຍ O.o

Day 3

ຮູບໜ້ອຍກວ່າເກົ່າເດີ້ ພໍດີມື້ສຸດທ້າຍ ບໍ່ຄ່ອຍມີຫຍັງ ຊ້ຳໆ ກັນ

ເບິ່ງຮູບວັນທີ 14 ແລະ 15 ໄດ້ຈາກ http://punlao.com/au8ust/diary/11703/ ແລະ http://punlao.com/au8ust/diary/11709/

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2010 | ມີ 41 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕໍ່ຈາກ Day 1 http://punlao.com/au8ust/diary/11703/

ວັນທີ 15 ມື້ແຫ່ນາງສັງຂານ ກໍເລີ່ມກັນປະມານ 1 ໂມງເຄິ່ງ ແຕ່ວ່າກໍມີການຫຼິ້ນນ້ຳກັນແຕ່ເຊົ້າແລ້ວ ຈົນຮອດຄ່ຳ 8 ໂມງເຄິ່ງກໍຍັງຫຼິ້ນກັນຢູ່ (ແຕ່ບໍ່ໄດ້ຖ່າຍຮູບ ເມື່ອຍກ່ອນ -.-')

 

Day 2

 

ຮູບໃຫຍ່ເບິ່ງໄດ້ໃນ http://www.flickr.com/photos/au8ust/sets/72157623863337478/

ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2010 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮູບຍາວແດ່ຈັກໜ່ອຍເດີ້ ບາງຮູບຈັດຮຽງບໍ່ດີ ຕັດທາງຂ້າງອອກໂດຍບໍ່ໄດ້ຕັ້ງໃຈ ຕ້ອງຂໍອະໄພນຳ O.o'

ກິດຈະກຳໃນມື້ທຳອິດກໍມີການເລາະລາດຕອນເຊົ້າ ຕໍ່ດ້ວຍລົງດອນຕອນບ່າຍ ແລ້ວຈາກນັ້ນກໍຫຼິ້ນນ້ຳມ່ວນຊື່ນຮອດແລງ

 

ປະມວນພາບ ບຸນປີໃໝ່ລາວ ທີ່ຫຼວງພະບາງ ວັນທີ 14

 

ຮູບໃຫຍ່ເບິ່ງໄດ້ໃນ http://www.flickr.com/photos/au8ust/sets/72157623735811677/

ຕໍ່ Day 2: http://punlao.com/au8ust/diary/11709/

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2010 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພໍດີມື້ຄືນມີຄົນສົ່ງຫຍັງແປກໆ ໃຫ້ເບິ່ງ ກໍບໍ່ທັນສັງເກດຫຍັງຫຼາຍ ເຂົາວ່າແມ່ນ laobuddy.net ກໍເລີຍໄປເບິ່ງປາກົດວ່າ ...

ຄຸ້ນໆ ເນາະ ຄືໆ ເຄີຍອ່ານຢູ່ໃສມາກ່ອນ... (ຕິ໊ກຕັອກ ຕິ໊ກຕັອກ ຄຶດອອກບໍ່?)

ສະເຫຼີຍເລີຍດີກວ່າ ທີ່ເຫັນທາງເທິງນັ້ນ ແມ່ນກັອບປີ້ມາຈາກໜ້າທຳອິດພັນລາວນັ້ນເອງ

ເທົ່ານັ້ນຍັງດ້ານບໍ່ພໍ ເພິ່ນຍັງເຮັດໄດ້ດີກວ່ານັ້ນອີກ!! ໂດຍການໄປປ່າວປະກາດຕາມເວັບຕ່າງໆ ຮວມເຖິງ au8ust.org ແລະ laoblogger.com ໂດຍມີຂໍ້ຄວາມເຊີນຊວນໃຫ້ເຂົ້າເວັບ LaoBuddy.net !!! (ລາວຊ່າງກ້າພິລຶກ O.o)

ທາງເທິງແມ່ນໂຄສະນາເພິ່ນໃນ au8ust.org

ແລ້ວກໍ LaoBlogger.com

ຍັງ ຍັງບໍ່ພໍ ເທົ່ານີ້ຍັງນ້ອຍໄປ ດຽວຊິບໍ່ມີຄົນເຂົ້າເວັບ ດັ່ງນັ້ນຕ້ອງໄປເວັບດັງໆ ຢ່າງ Samakomlao ນຳ

ເໜືອຄຳບັນຍາຍ ~_~

ແຕ່ກີ້ ກ່ອນມີ LaoBuddy.net ປະມານປີກ່ອນ ຫຼືປີກາຍ ມັນມີເວັບ LaoBuddy.com ນຳ ອັນນັ້ນແຮງຄັກ ກັອບເອົາຮູບສະມາຊິກໃນພັນລາວໄປໄວ້ໜ້າເວັບໂຕເອງ ຈົນຕ້ອງແຈ້ງໄປໃຫ້ເອົາອອກ ແລ້ວກໍຜິດຖຽງກັນ ລົມກັນໄປລົມກັນມາ ເພິ່ນສົ່ງມາບອກວ່າ ເພິ່ນອ່ານພາສາລາວບໍ່ອອກ ໃຫ້ສົ່ງເປັນພາສາອັງກິດໄປ (ເຈົ້າຂອງເວັບ LaoBuddy.com ແມ່ນຄົນລາວຢູ່ຕ່າງປະເທດ) ກໍເລີຍກາຍເປັນວ່າ ບໍ່ຕ້ອງລົມກັນຊ້ຳ ເພາະວ່າເພິ່ນລືມວິທີອ່ານພາສາລາວ!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ໃນຍຸກໂລກາພິວັດທີ່ທຸກໆ ຢ່າງພັດທະນາໄປຢ່າງກ້າວກະໂດດນັ້ນ ອິນເຕີເນັດໄດ້ເຂົ້າມາມີບົດບາດສຳຄັນໃນຊີວິດປະຈຳວັນ ໂດຍສະເພາະຢ່າງຍິ່ງແມ່ນໃນກຸ່ມໄວລຸ້ນ ແລະຫຼ້າສຸດນີ້ມີລາຍງານຈາກການວິໄຈຂອງມະຫາວິທະຍາໄລແຫ່ງນຶ່ງໃນປະເທດອັງກິດ ເຊິ່ງລະບຸວ່າ ມີຄວາມກ່ຽວເນື່ອງກັນລະຫວ່າງການໃຂ້ອິນເຕີເນັດຢ່າງໜັກ ແລະໂລກຊຶ້ມເສົ້າ.

Internet

ງານວິໄຈນີ້ໄດ້ສຶກສາກຸ່ມໂຕຢ່າງຂອງຄົນຈຳນວນ 1,319 ຄົນທີ່ມີອາຍຸຕັ້ງແຕ່ 16 ຫາ 51 ປີ ພົບວ່າ ໂອກາດທີ່ຄົນຈຳນວນທີ່ຈະເປັນໂລກຊຶມເສົ້ານັ້ນ ມີຄວາມກ່ຽວຂ້ອງກັບການໃຊ້ງານອິນເຕີເນັດທີ່ຫຼາຍເກີນໄປ; ໂດຍໃນກຸ່ມຜູ່ໃຊ້ທີ່ຢູ່ໃນຂັ້ນ “ເສບຕິດອິນເຕີເນັດ” ນັ້ນສະແດງລະດັບການເປັນໂລກຊຶມເສົ້າສູງກວ່າຢ່າງເຫັນໄດ້ຊັດ.

ຢ່າງໃດກໍຕາມລາຍງານສະບັບນີ້ບໍ່ໄດ້ລະບຸວ່າ ອິນເຕີເນັດກໍ່ໃຫ້ເກີດໂລກຊຶມເສົ້າ ຫຼືວ່າກຸ່ມຜູ່ເປັນໂລກຊຶມເສົ້າຢູ່ກ່ອນແລ້ວນັ້ນ ເຂົ້າໄປໃຊ້ອິນເຕີເນັດເປັນທີ່ເພິ່ງ.

ບົດຄວາມຈາກ JuSci.net, ຂຽນໂດຍ LewCPE, ພາບຈາກ Flickr, ແປແລະຮຽບຮຽງໂດຍ au8ust