ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ວາຊີລີ ວາຊີເລຍວິດ ຄັນດິນສະກີເປັນຈິດຕະກອນຊາວເຢຍລະມັນເຊື້ອສາຍຣັດເຊຍຜູ່ໃຫ້ກຳເນີດສິນລະປະດ້ານພະລັງຂອງອາລົມໃນແນວນາມມະທຳ (abstract expressionism).

ຜົນງານຂອງ ວາຊີລີ ຄັນດິນສະກີ (ຈາກ Glyphs.com)

ວາຊີລີ ວາຊີເລຍວິດ ຄັນດິນສະກີ (ພາສາເຢຍລະມັນ: Васи́лий Васи́льевич Канди́нский; ພາສາອັງກິດ: Wassily Kandinsky) ເກີດເມື່ອວັນທີ 4 ທັນວາ 1866 ໃນນະຄອນໂມສໂກ ມີພໍ່ຊາວໄຊບີເຣຍ ເປັນພໍ່ຄ້ານ້ຳຊາ ແລະແມ່ຊາວໂມສໂກ. ພໍ່ແລະແມ່ຂອງວາຊີລີ ຄັນດິນສະກີ ໄດ້ຢ່າຮ້າງກັນເມື່ອຕອນລາວຍັງນ້ອຍ ແລະຕໍ່ມາລາວກໍໄດ້ເຂົ້າຮຽນເປຍໂນ ແລະເຊວໂລໃນເມືອງໂອເດສຊາ (ປັດຈຸບັນແມ່ນຢູ່ໃນປະເທດຢູເຄຣນ) ແລະຍັງໄດ້ຮຽນກ່ຽວກັບຈິດຕະກຳມາຕັ້ງແຕ່ອາຍຸຍັງນ້ອຍ. ເມື່ອລາວໄດ້ໄປສຶກສາທີ່ມະຫາວິທະຍາໄລໂມສໂກໃນປີ 1886 ລາວໄດ້ເຂົ້າຮຽນໃນຂະນະເສດຖະສາດແລະກົດໝາຍ ເຊິ່ງເນັ້ນການສຶກສາສັງຄົມວິທະຍາ ແລະຊາດພັນວັນນາ ຮວມເຖິງກົດໝາຍຂອງກະເສດຕະກອນໃນແຄວ້ນໂວລອກດາ.

ເມື່ອອາຍຸໄດ້ 29 ປີ ຄັນດິນສະກີໄດ້ເຫັນສິນລະປະການແຕ້ມຮູບໃນລັດທິປະທັບໃຈ (Impressionisim) ຂອງຈິດຕະກອນຊາວຝຣັ່ງເປັນເທື່ອທຳອິດ ລາວຮູ້ສຶກມັກສິນລະປະນັ້ນຫຼາຍ ຫຼັງຈາກນັ້ນກໍເຮັດໃຫ້ລາວບໍ່ຢາກເຮັດວຽກຂອງມະຫາວິທະຍາໄລ ແລ້ວລາອອກຈາກການເປັນອາກຈານຂອງມະຫາວິທະຍາໄລເພື່ອມາເປັນຈິດຕະກອນແຕ້ມຮູບ ຈົນອາຍຸໄດ້ 31 ປີຈຶ່ງເດີນທາງໄປເມືອງມິວນິກ ປະເທດເຢຍລະມັນ ເພື່ອສຶກສາເທັກນິກການແຕ້ມຮູບກັບ ອັນທອນ ອັດເບ (Anton Azbe) ແລະ ຟຣັນ ຊອນ ຊະຕຸກ (Franz von Stuck) ໃນໄລຍະເວລານັ້ນລາວກຳລັງຫຼົງໄຫຼໃນສິນລະປະແນວ "ອາດນູໂວ" ເຊິ່ງເປັນງານສິນລະປະທີ່ໃຊ້ລາຍເສັ້ນເປັນດອກໄມ້ ເຮັດໃຫ້ລາວໄດ້ສຶກສາອາດນູໂວມາພໍປະມານ

ອ່ານຕໍ່ໄດ້ຈາກ Wikipedia.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ນິກິ ເດິ ແຊງຟານເລິ

ນິກິ ເດິ ແຊງຟານເລິ (Niki de Saint Phalle) ຫຼືຊື່ເຕັມແມ່ນ Catherine-Marie-Agnès Fal de Saint Phalle ເປັນນັກປັ້ນ, ນັກແຕ້ມຮູບ ແລະນັກສ້າງຮູບເງົາຊາວຝຣັ່ງ ເກີດເມື່ອວັນທີ 29 ຕຸລາ 1930 ມໍລະນະພາບວັນທີ 21 ພຶດສະພາ 2002.

ລາວເກີດໃນຄອບຄົວທີ່ມີຖານະ ມີທຳນຽມການດຳລົງຊີວິດທີ່ເປັນແບບແຜນ ພໍ່ຂອງນາງເປັນພະນັກງານທະນາຄານເຊິ່ງຕໍ່ມາປະສົບຄວາມລົ້ມເຫລວໃນຮຸ້ນ ເຮັດໃຫ້ຄອບຄົວປະສົບບັນຫາແລະທີ່ສຸດຕ້ອງຍ້າຍໄປຢູ່ອາເມລິກາໃນປີ 1933.

ເມື່ອຍ້າຍໄປອາເມລິກາແລ້ວ ນິກິ ກໍເຂົ້າຮຽນຢູ່ໃນໂຮງຮຽນ Brearly ໃນນິວຢອກ ແຕ່ບໍ່ດົນກໍຖືກໄລ່ອອກຈາກໂຮງຮຽນເພາະໄປແຕ້ມຮູບໃສ່ຮູບປັ້ນທີ່ເປັນສັນຍາລັກຂອງໂຮງຮຽນ. ພໍ່ຂອງນິກິຈຶ່ງສົ່ງໄປຮຽນໂຮງຮຽນປະຈຳ Oldfields ໃນເມືອງແມຣີແລນຈົນຈົບການສຶກສາໃນປີ 1947.

ດ້ວຍຄວາມທີ່ນິກິເປັນຄົນງາມ ໃນຊ່ວງໄວຮຸ່ນຈຶ່ງຖືກຊັກຊວນໄປເປັນນາງແບບຕັ້ງແຕ່ຕອນອາຍຸໄດ້ 16 ປີ ຈົນຕໍ່ມາໄດ້ຖ່າຍປົກວາລະສານ Life ສະບັບວັນທີ 26 ກັນຍາ 1949 ແລະໃນເດືອນພະຈິກ 1952 ກໍໄດ້ປາກົດໂຕໃນປົກວາລະສານ Vogue ສະບັບພາສາຝຣັ່ງ ແລະກາຍເປັນນາງແບບທີ່ມີຊື່ສຽງຫຼາຍໃນເວລານັ້ນ.

ໃນດ້ານຊີວິດສ່ວນໂຕແມ່ນວຸ້ນວາຍຫຼາຍ ລາວເປັນກະບົດໃນຄອບຄົວມາຕັ້ງແຕ່ນ້ອຍ ພະຍາຍາມປະຕິເສດຊີວິດຄວາມເປັນຢູ່ແລະທຳນຽມແບບຜູ່ດີຂອງຄອບຄົວມາໂດຍຕະຫຼອດ ແຕ່ກໍໜີບໍ່ພົ້ນໄປໃສ. ເມື່ອອາຍຸໄດ້ 18 ປີ ລາວຈຶ່ງຕັດສິນໃຈໜີໄປນຳໝູ່ທີ່ຮູ້ຈັກກັນມາແຕ່ນ້ອຍຊື່ Harry Mathews ແລະໃຊ້ຊີວິດຮ່ວມກັນຢູ່ Massachusetts.

ໃນລະຫວ່າງທີ່ສາມີຂອງນິກິຮຽນດົນຕີຢູ່ Harvard ລາວກໍແຕ້ມຮູບແລະພະຍາຍາມສ້າງຜົນງານສິນລະປະແປກໆ ເຊິ່ງຊີວິດຄູ່ໃນໄລຍະຕົ້ນກໍເປັນໄປໄດ້ດ້ວຍດີຕາມທີ່ລາວຕ້ອງການ ແຕ່ເມື່ອລູກສາວຄົນທຳອິດຊື່ Laura ເກີດ ນິກິກໍຈຳເປັນຕ້ອງຢູ່ເຮືອນແລະເປັນແມ່ບ້ານ ແລະຢຸດການແຕ້ມຮູບໄປ.

ລາວພົບວ່າເຖິງແມ່ນຈະພະຍາຍາມໜີຈາກຄອບຄົວທີ່ມີກົດເກນແລະລະບຽບແບບແຜນ ແຕ່ເມື່ອມີຄອບຄົວເອງແລ້ວ ຊີວິດກໍຕ້ອງກັບໄປເປັນແບບເກົ່າຄືກັບຕອນຢູ່ນຳພໍ່ແມ່ ເຮັດໃຫ້ລາວຄິດຫຼາຍຈົນປ່ວຍ. ໝໍແນະນຳໃຫ້ລາວຊອກສິ່ງໃໝ່ໆ ເຮັດ ນິກິຈຶ່ງໃຊ້ເວລາໃນການແຕ້ມຮູບອີກເທື່ອນຶ່ງ.

ໃນປີ 1952 ນິກິ ແລະສາມີໄດ້ຍ້າຍໄປຢູ່ Paris ປະເທດຝຣັ່ງ ເຮັດໃຫ້ລາວໄດ້ຮຽນໃນການສະແດງ ແລະທ່ຽວຊົມພິພິດຕະພັນ ຮວມເຖິງວິຫານຫຼາຍແຫ່ງທັງໃນປະເທດຝຣັ່ງ ແລະປະເທດໃກ້ຄຽງ. ນິກິມີຄວາມນິຍົມແລະຊົມເຊີຍໃນຜົນງານຂອງ Gaudi ຫຼາຍ ໂດຍສະເພາະສວນທີ່ Gaudi ເປັນຜູ່ອອກແບບສ້າງຊື່ວ່າ Parc Guell ລາວຈຶ່ງເລີ່ມມີຄວາມຄິດຢາກສ້າງສວນແບບນັ້ນນຳ.

ຮອດຕົ້ນປີ 1960 ນິກິໄດ້ຢ່າຮ້າງໂດຍໃຫ້ສາມີເປັນຜູ່ເບິ່ງແຍງລູກແທນ ແລະຕົນກໍກັບມາເປັນໂສດອີກຄັ້ງ ແລ້ວໃຊ້ຊີວິດໃນສັງຄົມຊັ້ນສູງຂອງຊາວເມືອງ Paris ຈົຮອດປາຍປີດຽວກັນ ລາວຈຶ່ງຍ້າຍໄປຢູ່ກັບ Jean Tinguely ເຊິ່ງເປັນສິນລະປິນຊາວຝຣັ່ງທີ່ຮູ້ຈັກກັນມາຕັ້ງແຕ່ປີ 1954.

ໃນຊ່ວງເວລາ 10 ຫຼັງຈາກນັ້ນເປັນເວລາທີ່ນິກິແຕ້ມຮູບຈຳນວນຫຼາຍ ແລະພະຍາຍາມສ້າງຜົນງານໃນແບບຂອງຕົນເອງ ເຊິ່ງຜົນງານທີ່ເປັນທີ່ຜູ້ຮູ້ຈັກກັນຫຼາຍແມ່ນຊື່ຊຸດ “ຍິງ” ທີ່ລາວແຕ້ມແລ້ວເອົາປືນຍິງເຂົ້າໄປທີ່ຮູບແຕ້ມ ເຊິ່ງຖືເປັນການສ້າງຮູບແຕ້ມແບບໃໝ່ໆຂຶ້ນມາ.

ນອກຈາກນັ້ນແລ້ວ, ຜົນງານຂອງນິກິຍັງມີຫຼາກຫຼາຍອັນ ບໍ່ວ່າຈະເປັນການສ້າງຮູບປັ້ນຜູ່ຍິງຂະໜາດໃຫຍ່ທີ່ສາມາດຍ່າງເຂົ້າໄປພາຍໃນໄດ້ ແລະຍັງມີການອອກແບບເຮືອນ, ເສື້ອຜ້ານັກສະແດງ ແລະຮູບເງົາຕ່າງໆ ຈົນຕໍ່ມາຈຶ່ງມີເງິນເກັບແລະເອົາໄປສ້າງສວນໃນ Tuscany ເຊິ່ງຢູ່ຫ່າງຈາກນະຄອນ Rome ປະມານ 100 ກິໂລແມັດ ແລະແນ່ນອນວ່າສວນດັ່ງກ່າວໄດ້ຮັບອິດທິພົນມາຈາກສວນຂອງ Parc Guell ແລະຕັ້ງຊື່ມັນວ່າ Giardino dei Tarocchi.

ສວນດັ່ງກ່າວປະກອບດ້ວຍຮູບປັ້ນທີ່ເຮັດມາຈາກສັນຍາລັກໄພ້ Tarot ໃຊ້ເວລາສ້າງເກືອບ 20 ປີ ແລະສ້າງແລ້ວສົມບູນໃນປີ 1998.

ບັ້ນປາຍຂອງຊີວິດນິກິ ລາວຍ້າຍໄປຢູ່ອາເມລິກາໃນປີ 1994 ແລະຍັງຄົງເຮັດວຽກກ່ຽວກັບສິດລະປະຫຼາຍຢ່າງ ຈົນເສຍຊີວິດລົງໃນວັນທີ 21 ພຶດສະພາ 2002 ຮວມອາຍຸໄດ້ 71 ປີ.

- ແປແລະຮຽບຮຽງຈາກ ມະຕິຊົນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2014 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນ ຮາໂລວີນ ແມ່ນວັນສະເຫຼີມສະຫຼອງໃນທຸກຄືນວັນທີ 31 ຕຸລາຂອງແຕ່ລະປີ ໂດຍນິຍົມຈັດກັນປະເທດແຖບຕາເວັນຕົກເປັນສ່ວນໃຫຍ່. ບ້ານເຮືອນຈະມີການປະດັບປະດາແສງໄຟ ແລະໃຊ້ໝາກຟັກເປັນໂຄມໄຟ ເອີ້ນວ່າ ແຈັກ ໂອ ແລນເທີນ ຫຼື jack-o’-lantern ເຊິ່ງເດັກນ້ອຍຈະພາກັນແຕ່ງໂຕເປັນພູດຜີແບບຕ່າງໆ ເພື່ອອອກໄປສະຫຼອງກັນ.

ວັນຮາໂລວີນນີ້ ມີຕົ້ນກຳເນີດມຈາກຊົນເຜົ່ານຶ່ງໃນໄອຣ໌ແລນ (Ireland) ຊື່ວ່າ ຊາວ ເຄລຕ໌ (Celt) ເຂົາເຈົ້າຖືວ່າເປັນມື້ສິ້ນສຸດຂອງລະດູຮ້ອນ ແລະຕໍ່ມາແມ່ນວັນທີ 1 ພະຈິກຈະເປັນມື້ຂຶ້ນປີໃໝ່ ດັ່ງນັ້ນໃນວັນທີ 31 ຕຸລານີ້ເອງເປັນມື້ທີ່ຊາວເຄລຕ໌ເຊື່ອກັນວ່າ ໂລກຂອງຄົນທີ່ຕາຍໄປແລ້ວ ແລະຄົນທີ່ຍັງມີຊີວິດຢູ່ຈະຖືກເຊື່ອມໂຍງເຂົ້າຫາກັນ ເຮັດໃຫ້ວິນຍານຂອງຜູ່ທີ່ເສຍຊີວິດໃນປີທີ່ຜ່ານມານັ້ນຈະຊອກຫາຮ່າງຂອງຄົນທີ່ຍັງບໍ່ທັນຕາຍເທື່ອເພື່ອສິງສູ່ ເຮັດໃຫ້ກັບມາມີຊີວິດໄດ້ອີກເທື່ອນຶ່ງ. ໃນຝັ່ງຂອງຄົນທີ່ຍັງບໍ່ທັນຕາຍກໍເລີຍຕ້ອງຫາວິທີບໍ່ໃຫ້ວິນຍານບໍ່ມາສິງຮ່າງຕົນເອງ ເຂົາເຈົ້າກໍເລີຍປິດໄຟທຸກດອກໃນເຮືອນ ເຮັດໃຫ້ອາກາດເຢັນ ແລະບໍ່ເປັນທີ່ຕ້ອງການມາຢູ່ອາໄສຂອງພູດຜີ. ນອກຈາກນີ້, ຍັງພະຍາຍາມແຕ່ງໂຕໃຫ້ແປກປະຫຼາດປອມໂຕເປັນຜີຮ້າຍ ແລ້ວກໍສົ່ງສຽງດັງອຶກກະທຶກເພື່ອໃຫ້ຜີໂຕຈິງຕົກໃຈຫາຍສາບສູນໄປ…

ບາງຕຳນານກໍເລົ່າຮອດເລື່ອງຂະໜາດວ່າມີການຈູດຄົນທີ່ຄິດວ່າຖືກຜີຮ້າຍເຂົ້າສິງ ເປັນການຂູ່ຜີອີກທາງນຶ່ງນຳ ແຕ່ກໍເປັນເຫດການທີ່ເກີດຂຶ້ນກ່ອນສະໄໝຄຣິດສະຕະການດົນນານມາແລ້ວ ເພາະໃນຍຸກນັ້ນຄວາມເຊື່ອເລື່ອງຜີສາງຍັງຄົງຝັງຮາກເລິກໃນຈິດໃຈຂອງມະນຸດຢູ່. ຕໍ່ມາໃນ ຄ.ສ. 1 ຊາວໂຣມັນໄດ້ຮັບປະເພນີຮາໂລວີນມາຈາກຊາວເຄລຕ໌ ແຕ່ໄດ້ຕັດການຈູດຮ່າງຄົນທີ່ຖືກຜີສິງອອກ ປ່ຽນເປັນການຈູດຫຸ່ນແທນ. ເມື່ອເວລາຜ່ານເລີຍລ່ວງໄປ ຄວາມເຊື່ອເລື່ອງຜີຈະສິງສູ່ຮ່າງຂອງມະນຸດກໍເລີ່ມຫາຍໄປນຳການເວລາ ຮາໂລວີນຈຶ່ງກາຍເປັນພຽງພິທີການແຕ່ງໂຕເປັນຜີ, ແມ່ມົດ ຫຼືສັດປະຫຼາດຕາມແຕ່ຈະຄິດສ້າງສັນຈິນຕະນາການກັນເທົ່ານັ້ນ.

ຈົນຮອດປີ 1840 ຮາໂລວີນກໍເດີນທາງໄປຮອດອາເມລິກາ ໂດຍຊາວໄອຣິຊທີ່ອົບພະຍົບເຂົ້າໄປອາເມລິກາໃນເວລານັ້ນເອງ ສຳລັບປະເພນີ Trick or treat ທີ່ແປວ່າຫຼອກຫຼືລ້ຽງນັ້ນ ເລີ່ມຕົ້ນຂຶ້ນໃນສັດຕະວັດທີ 19 ໂດຍຊາວຢູໂຣບ ເຊິ່ງຖືວ່າວັນທີ 2 ພະຈິກ ແມ່ນເປັນວັນ All Souls ເຂົາເຈົ້າຈະຍ່າງໄປອີກບ້ານນຶ່ງເພື່ອຂໍເຂົ້າໜົມສຳລັບວິນຍານ ຫຼືທີ່ເອີ້ນວ່າ soul cake ເພາະເຊື່ອກັນວ່າ ຍິ່ງໃຫ້ເຂົ້າໜົມຫຼາຍເທົ່າໃດ ວິນຍານຂອງພີ່ນ້ອງຜູ່ບໍລິຈາກກໍຈະໄດ້ຮັບບຸນ ເຮັດໃຫ້ມີໂອກາດຂຶ້ນສະຫວັນຫຼາຍຂຶ້ນ.

ສ່ວນຂອງຕຳນານໝາກຟັກນັ້ນ ເປັນຕຳນານພື້ນເມືອງຂອງຊາວໄອຣິຊທີ່ກ່າວເຖິງທ້າວແຈັກຂີ້ໜຽວ ລາວເປັນນັກຫຼິ້ນກົນຂີ້ເມົາ. ມີມື້ນຶ່ງແຈັກຕົວະໃຫ້ຜີສາດຂຶ້ນໄປເທິງຕົ້ນໄມ້ ແລ້ວຂຽນໝາຍໄຂວ່ໄວ້ຢູ່ທີ່ໂຄນກົກໄມ້ເຮັດໃຫ້ຜີສາດລົງມາບໍ່ໄດ້ ຈາກນັ້ນກໍໄດ້ເຮັດຂໍ້ຕົກລົງນຳຜີສາດວ່າ ຫ້າມເອົາສິ່ງບໍ່ດີມາຫຼອກລາວອີກ ແລ້ວກໍປ່ອຍໃຫ້ຜີສາດລົງມາຈາກຕົ້ນໄມ້. ເມື່ອແຈັກຕາຍລົງ ລາວກໍປະຕິເສດທີ່ຈະຂຶ້ນສະຫວັນ ແຕ່ກໍບໍ່ຍອມລົງນະຮົກ ຜີສາດກໍເລີຍມອບເອົາຖ່ານທີ່ກຳລັງແດງໃຫ້ກັບລາວ ເອົາໄວ້ປັດເປົ່າຄວາມໜາວເຢັນໃນຄືນອັນມືດມິດ ແລະແຈັກກໍໄດ້ນຳເອົາຖ່ານນີ້ໄປໃສ່ໃນຫົວຜັກກາດຊະນິດນຶ່ງໂດຍເຈາະໃຫ້ເປັນໂພງທາງໃນກ່ອນ ເພື່ອໃຫ້ໄຟລຸກໄໝ້ໄດ້ດົນກວ່າເກົ່າ. ຊາວໄອຣິຊຈຶ່ງແກະສະລັກຫົວຜັກກາດດັ່ງກ່າວ ແລະໃສ່ໄຟໃນດ້ານໃນອັນເປັນອີກສັນຍາລັກຂອງວັນຮາໂລວີນເພື່ອລະນຶກເຖິງການຢຸດຢັ້ງຄວາມຊົ່ວ ແລະພິທີທາງສາດສະໜາເພື່ອເຮັດບຸນມື້ຂຶ້ນປີໃໝ່. ແຕ່ເມື່ອມີການສະຫຼອງຮາໂລວີນໃນສະຫະລັດອາເມລິກາ ຊາວອາເມລິກັນພົບວ່າໝາກຟັກນັ້ນຊອກງ່າຍກວ່າຫົວຜັກກາດ ກໍເລີຍປ່ຽນມາໃຊ້ໝາກຟັກແທນ.

ປະເພນີ Trick or treat ໃນອາເມລິກາຄືການຫຼິ້ນຢ່າງນຶ່ງທີ່ເດັກນ້ອຍເຝົ້າຄອງຄອຍຖ້າ. ໂດຍໃນວັນຮາໂລວີນຕາມບ້ານເຮືອນຈະມີການຕົກແຕ່ງດ້ວຍໂຄມໄຟໝາກຟັກ ແລະຕຸກກະຕາຫຸ່ນຟາງທີ່ເປນັສ່ວນນຶ່ງຂອງເທດສະການປະເພນີເກັບກ່ຽວໃນຊ່ວງເວລາດຽວກັນນັ້ນ. ແຕ່ລະເຮືອນຈະກຽມເຂົ້າໜົມຫວານເຮັດເປັນຮູບເມັດເຂົ້າສາລີສີຂາວເຫຼືອສົ້ມໃນເມັດດຽວກັນ ເອີ້ນວ່າ Corn Candy ແລະເຂົ້າໜົມອື່ນໆກຽມໄວ້ຖ້າ. ສ່ວນເດັກນ້ອຍໃນລະແວງເຮືອນກໍຈະແຕ່ງໂຕແຟນຊີເປັນພູດຜີປີສາດເຄາະຕາມປະຕູເຮືອນ ໂດຍເນັ້ນເຮືອນທີ່ມີໂຄມໄຟຟັກທອງປະດັບເນື່ອງຈາກມີຄວາມໝາຍວ່າຕ້ອນຮັບເຂົາເຈົ້ານັ້ນເອງ ພ້ອມກັບຖາມວ່າ “Trick or treat?” ເຈົ້າຂອງເຮືອນມີສິດຕອບວ່າ treat ໂດຍການຍອມມອບເຂົ້າໜົມຫວານໃຫ້ເດັກນ້ອຍເຫຼົ່ານັ້ນຄືກັບວ່າຢ້ານເຂົາເຈົ້າ ຫຼືຖ້າເລືອກຕອບ trick ເພື່ອທ້າທາຍໃຫ້ພູດຜີເຫຼົ່ານັ້ນອາລະວາດກໍອາດຈະເປັນຫຍັງກໍໄດ້ ຕັ້ງແຕ່ການແລບລິ້ນຫຼອກຫຼອນ ໄປຈົນທຳລາຍເຄື່ອງຂອງເລັກໆນ້ອຍໆ ແລ້ວອາດຈະຈົບລົງດ້ວຍການ treat ເດັກນ້ອຍໃນທີ່ສຸດ.

ທີ່ມາ - Wiki