ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮິບໂປເຄຣຕີສ : Hippocrates
 



ເກີດ        460 ປີກ່ອນ ຄ.ສ. ທີ່ເກາະໂຄສ (Cose) ປະເທດກຣີຊ (Greece)
ເສຍຊີວິດ 347 ປີກ່ອນ ຄ.ສ. ທີ່ເກາະໂຄສ (Cose) ປະເທດກຣີຊ (Greece)
ຜົນງານ   - ບຸກເບີກວິຊາການແພດແຜນປັດຈຸບັນ ແລະໄດ້ຮັບການຍ້ອງຍໍໃຫ້ເປັນ ບິດາແຫ່ງວິຊາການແພດ (Father of the Medicine)

        ການຮັກສາພະຍາດດ້ວຍວິທີການທີ່ທັນສະໄໝ ໄດ້ມີການພັດທະນາຢ່າຈິງຈັງເມື່ອປະມານ 200 ກວ່າປີມານີ້ເອງ ແຕ່ການເລີ່ມຕົ້ນຂອງວິຊາການດ້ານນີ້ມີມາດົນນານກວ່າ 2,000 ປີແລ້ວ ຈາກຄວາມຄຶດລິເລີ່ມຂອງແພດຊາວກຣີກຜູ່ທີ່ມີນາມວ່າ ຮິບໂປເຄຣຕີສ ຜູ່ເຊິ່ງເປັນບິດາແຫ່ງວິຊາການແພດແຜນປັດຈຸບັນ.

         ຮິບໂປເຄຣຕີສເປັນນາຍແພດຄົນທຳອິດຂອງໂລກທີ່ທຳການຮັກສາຜູ່ປ່ວຍດ້ວຍວິທີການສະໄໝໃໝ່ ຄື ການວິນິໄສເຖິງສາຍເຫດທີ່ພາໃຫ້ເກີດພະຍາດກ່ອນ ແລ້ວຈຶ່ງທຳການຮັກສາ ເຊິ່ງເປັນວິທີທີ່ໃຊ້ກັນມາຈົນຮອດປັດຈຸບັນນີ້ ໂດຍກ່ອນໜ້າທີ່ຮິບໂປເຄຣຕີສຈະບຸກເບີກວິທີການຮັກສາແບບນີ້ ຜູ່ຄົນສ່ວນໃຫຍ່ໃນສະໄໝນັ້ນຈະເຂົ້າໃຈວ່າ ເທບພະເຈົ້າເຮັດໃຫ້ເກີດຄວາມເຈັບປ່ວຍ ເພາະສະນັ້ນວິທີການຮັກສາອາການເຈັບປ່ວຍກໍຄື ການອ້ອນວອນ ຂໍຮ້ອງໃຫ້ເທບພະເຈົ້າ ໃຫ້ຕົນເຊົາຈາກ ອາການເຈັບປ່ວຍເຫລົ່ານີ້ ເຊິ່ງຜູ່ປ່ວຍໃນສະໄໝນັ້ນສ່ວນໃຫຍ່ບໍ່ໄດ້ເປັນແພດ ແຕ່ເປັນນັກບວດທີ່ເຊື່ອໃນເທບພະເຈົ້າ.

        ຮິບໂປເຄຣຕີສໄດ້ຮັບການສຶກສາຈາກຄູຜູ່ນຶ່ງກ່ຽວກັບວິຊາ ປັດຊະຍາ ຄະນິດສາດແລະການແພດ ໂດຍທີ່ຮິບໂປເຄຣຕີສຕ້ອງການຈະປ່ຽນແນວ ຄວາມຄຶດຂອງຄົນໃນສະໄໝນັ້ນທີ່ເຊື່ອກັນວ່າ ອາການເຈັບປ່ວຍເກີດຈາກການດົນບັນດານຂອງເທບພະເຈົ້າ ໂດຍລາວໄດ້ອະທິບາຍວ່າ ອັນທີ່ຈິງແລ້ວນັ້ນ ອາການເຈັບປ່ວຍເກີດຂຶ້ນຈາກຫຼາຍສາຍເຫດ ເປັນຕົ້ນວ່າ ຄວາມຜິດປົກກະຕິ ຫຼືຄວາມບົກພ່ອງຂອງຮ່າງກາຍ ອາຫານ ອາກາດ ແລະເຊື້ອພະຍາດຕ່າງໆ ເປັນຕົ້ນ ເພາະສະນັ້ນວິທີການຮັກສາ ກໍຄວນຈະຕ້ອງວິນິໄສສາຍເຫດຂອງພະຍາດກ່ອນ ວ່າເກີດຈາກສາຍເຫດໃດ ແລ້ວຈຶ່ງຫາວິທີການຮັກສາຕໍ່ໄປ ຮິບໂປເຄຣຕີສໃຊ້ເວລາໃນການສຶກສາວິທີການຮັກສາຜູ່ປ່ວຍຕະຫຼອດຊີວິດຂອງລາວ ເພາະຜູ່ປ່ວຍແຕ່ລະຄົນກໍແຕກຕ່າງກັນໄປທັງອາການຂອງພະຍາດ ແລະວິທີການຮັກສາ ລາວຈະເບິ່ງແຍງຜູ່ປ່ວຍຢ່າງໃກ້ຊິດ ແລະຈົດບັນທຶກກ່ຽວກັບຜູ່ປ່ວຍຢ່າງລະອຽດທຸກຂັ້ນຕອນ ແມ່ນແຕ່ຢາທີ່ໃຊ້ຮັກສາ ກໍເປັນຢາທີ່ບໍ່ແຮງ ແລະໃຊ້ສະເພາະທີ່ຈຳເປັນເທົ່ານັ້ນ ເພາະລາວເຊື່ອວ່າ ທຳມະຊາດຂອງຄົນນັ້ນສາມາດຮັກສາໂຕເອງໄດ້ ໂດຍຜູ່ປ່ວຍທຸກໆ ຄົນຕ້ອງໄດ້ຮັບການເບິ່ງແຍງເອົາໃຈໃສ່ເປັນພິເສດ ທັງເລື່ອງອາາກາດ ຜູ່ປ່ວຍຄວນຢູ່ໃນທີ່ ທີ່ມີອາກາດບໍລິສຸດ ອາຫານກໍຄວນໄດ້ຮັບຢ່າງເໝາະສົມ ຄືອາຫານທີ່ອ່ອນ ເຊັ່ນເຂົ້າຕົ້ມ ຫຼືແກງຂຸ້ນ ເປັນຕົ້ນ ເພາະຫ່າງກາຍຂອງຜູ່ປ່ວຍຢູ່ໃນພາວະອ່ອນແອ ແມ່ນແຕ່ເລື່ອງຄວາມສະອາດ ກໍເປັນສິ່ງສຳຄັນ ທັງຄວາມາະອາດຂອງຫ່າງກາຍ ແລະຂອງໃຊ້ຂອງຜູ່ປ່ວຍເອງ ເຊັ່ນ ເສື້ອຜ້າ ເຄື່ອງນອນ ເປັນຕົ້ນ ແລະອຸປະກອນການແພດຍິ່ງຕ້ອງຮັກສາຄວາມາະອາດເປັນພິເສດ ບໍ່ພຽງແຕ່ຜູ່ປ່ວຍທີ່ເປັນພະຍາດເທົ່ານັ້ນ ຮິບໂປເຄຣຕີສຍັງຮັກສາຜູ່ທີ່ໄດ້ຮັບອຸປະຕິເຫດຈົນກະດູກຫັກ ຫຼືເປັນບາດແຜໃຫຍ່ ລາວກໍສາມາດປິ່ນປົວໃຫ້ໄດ້ ຮິບໂປເຄຣຕີສຮຽນຮູ້ວິທີການຮັກສາບາດແຜໃຫ້ສະອາດ ໂດຍໃຊ້ນ້ຳມັນດິນມາທາທີ່ບາດແຜ ເຊິ່ງສາມາດປ້ອງກັນບາດແຜບໍ່ໃຫ້ລຸກລາມໄດ້ເປັຢ່າງດີ.

        ການຮັກສາພະຍາດເປັນວິທີການນຶ່ງທີ່ເຮັດໃຫ້ຄົນພົ້ນຈາກຄວາມທຸກທໍລະມານ ແຕ່ວິທີປ້ອງກັນບໍ່ໃຫ້ເກີດພະຍາດນັ້ນ ເປັນສິ່ງທີ່ດີກວ່າ ແລະຮິບໂປເຄຣຕີສ ກໍໃຫ້ຄວາມສຳຄັນເລື່ອງການຮັກສາສຸຂະພາບນີ້ນຳເຊັ່ນກັນ ເຂົາຄຶດວ່າຄົນທີ່ມີສຸຂະພາບແຂງແຮງກໍຈະບໍ່ລົ້ມປ່ວຍໄດ້ງ່າຍໆ ແລະວິທີການຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ກໍຄືການອອກກຳລັງກາຍ ການພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ແລະການເຮັດຈິດໃຈໃຫ້ຜ່ອງໃສກໍເປັນສິ່ງສຳຄັນເຊັ່ນກັນ

         ຮິບໂປເຄຣຕີສໄດ້ຕັ້ງໂຮງຮຽນສອນວິຊາແພດຂຶ້ນທີ່ເກາະໂຄສ ແລະຂຽນຕຳລາແພດໄວ້ຈຳນວຫຼາຍທີ່ກ່ຽວກັບການຮັກສາພະຍາດດ້ວຍວິທີການ ຕ່າງໆ ໂດຍວິທີການໃຊ້ຢາ ແລະວິທີການຮັກສາບາດແຜ ກະດູກຫັກ ແລະວິທີການຜ່າຕັດ ເຖິງແມ່ນວ່າວິທີການຮັກສາສຸຂະພາບໃຫ້ແຂງແຮງລາວກໍໄດ້ຂຽນຂຶ້ນ ເຊິ່ງສ່ວນໃຫຍ່ ເປັນສິ່ງທີ່ໄດ້ບັນທຶກຈາກຜູ່ປ່ວຍທີ່ລາວໄດ້ເຮັດການຮັກສາ ດັ່ງນັ້ນຕຳລາແພດຂອງຮິບໂປເຄຣຕີສຈຶ່ງເປັນຕຳລາທີ່ໜ້າເຊື່ອຖື ເພາະຂຽນຈາກຄວາມຈິງ

         ຮິບໂປເຄຣຕີສຖືວ່າເປັນຜູ່ໃຫ້ກຳເນີດວິຊາການແພດແຜນປັດຈຸບັນ ວິທີຮັກສາຂອງລາວນັ້ນຈະມີລະບຽບແຜນການທີ່ໜ້າເຊື່ອຖື ເຊິ່ງໃນປັດຈຸບັນ ຜູ່ທີ່ຈົບວິຊາແພດກໍຍັງຕ້ອງກ່າວຄຳປະຕິຍານ (Hippocratic Oath) ຕາມທີ່ຮິບໂປເຄຣຕີສເຄີຍກ່າວໄວ້ຕໍ່ໜ້າເທບພະເຈົ້າແອສເຄລປິອຸສ (Asclepius) ເຊິ່ງເປັນ ເທບພະເຈົ້າແຫ່ງການແພດຂອງກຣີກ ແລະສ່ວນນຶ່ງຂອງຄຳປະຕິຍານນີ້ ໄດ້ຖືກນຳມາເປັນຂໍ້ບັງຄັບ ຫຼື ຈັນຍາບັນຂອງແພດອີກນຳ ດັ່ງຈະຍົກໂຕຢ່າງມາສ່ວນນຶ່ງ:

“ຈັນຍາ ແລະຂໍ້ກຳນົດທີ່ຂ້າພະເຈົ້າຍຶດຖືແລະປະກາດໄວ້ນີ້ ເປັນໄປເພື່ອປະໂຫຍດສຸກຂອງຜູ່ປ່ວຍ ໃນຄວາມເບິ່ງແຍງ ເຊິ່ງຂ້າພະເຈົ້າຈະໃຊ້ພະລະກຳລັງຂອງຂ້າພະເຈົ້າ ຊ່ວຍເຫຼືອຜູ່ປ່ວຍຈົນສຸດຄວາມສາມາດ ຂ້າພະເຈົ້າຈະບໍ່ໃຊ້ ຄວາມຮູ້ຂອງຂ້າພະເຈົ້າໃຫ້ເປັນອັນຕະລາຍຕໍ່ຜູ່ອື່ນ ຫຼືຮັກສາຜູ່ອື່ນດ້ວຍວິທີການທີ່ຜິດ ຂ້າພະເຈົ້າຈະບໍ່ສັ່ງຈ່າຍຢາທີ່ເຮັດໃຫ້ຕ້ອງເສຍຊີວິດເປັນອັນຂາດ ຂ້າພະເຈົ້າຈະໄປຢາມບ້ານເຮືອນ ເພື່ອປະໂຫຍດສຸກຂອງຜູ່ປ່ວຍເທົ່ານັ້ນ ໂດຍງົດເວ້ນຈາກການຄົດໂກງແລະປະສົງຮ້າຍ”

ແປ ແລະຮຽບຮຽງຈາກ http://siweb.dss.go.th/Scientist/scientist/Hippocrates.html

Delicious Digg Fark Twitter