ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ເກາະ “ຈິນໂດ” ໃນເກົາຫລີໃຕ້ເປັນສະຖານທີ່ທີ່ເກີດປະກົດການທຳມະຊາດທີ່ແປກປະຫລາດຂຶ້ນ ເຊິ່ງເອີ້ນກັນວ່າ “Mose Miracle” ປະກົດການດັ່ງກ່າວຈະເກີດຂຶ້ນ ໒ ຄັ້ງຕໍ່ປີ ໃນຊ່ວງເວລາທີ່ນ້ຳທະເລຫລຸດລົງ ຈະປະກົດໃຫ້ເຫັນທາງຍ່າງທີ່ເຊື່ອມລະຫວ່າງເກາະ “ໂມໂດ” ໄປຫາເກາະ “ຈິນໂດ” ມີຄວາມຍາວລວມແລ້ວ ໒.໘ ກິໂລແມັດ ກວ້າງ ໔໐ ແມັດ ເຊິ່ງປະກົດການນີ້ຈະເກີດຂຶ້ນເປັນເວລາປະມານ ໑ ຊົ່ວໂມງ (ຖ້າໃຜຍ່າງໄປແລ້ວຕ້ອງໄປໃຫ້ທັນ ໑ ຊົ່ວໂມງ ບໍ່ຊັ້ນກໍ່ໄດ້ລອຍນ້ຳແທນ :P)

ທຸກເທື່ອທີ່ຮອດປະກົດການນີ້ ກໍ່ຈະມີການຈັດບຸນເພື່ອສະເຫລີມສະຫລອງຂຶ້ນ ໂດຍຈະມີນັກທ່ອງທ່ຽວຈາກທົ່ວໂລກເຂົ້າມາຢ້ຽມຢາມເປັນຈຳນວນຫລາຍ ປະກົດການໂມເສດນີ້ ເລີ່ມເປັນທີ່ຮູ້ຈັກໄປທົ່ວໂລກຕັ້ງແຕ່ປີ ໑໙໗໕ ເປັນຕົ້ນມາ ເພາະວ່າມີນັກການທູດຈາກປະເທດຝຣັ່ງໄດ້ໄປພົບເຫັນ ແລະນຳກັບໄປຂຽນລົງໃນຫນັງສືພິມປະຈຳປະເທດຝຣັ່ງ

ມີຕຳນານເລົ່າຂານກັນມາໃນເກົາຫລີໃຕ້ວ່າ ກາລະຄັ້ງຫນຶ່ງດົນນານມາແລ້ວ ຊາວບ້ານໃນຫມູ່ບ້ານຈິນໂດ ຖືກເສືອຮ້າຍມາລົບກວນຕະຫລອດ ທຸກຄົນຈຶ່ງພາກັນຫນີໄປເກາະໂມໂດ ຍົກເວັ້ນຍິງຜູ້ມີອາຍຸຄົນຫນຶ່ງທີ່ບໍ່ຍອມໄປ ດ້ວຍຄວາມຢ້ານກົວ ນາງໄດ້ສວດມົນພາວະນາຕໍ່ເທບແຫ່ງທະເລ ທັນໃດນັ້ນ ທະເລກໍ່ຖືກແຍກອອກເປັນ ໒ ຝັ່ງ ເຜີຍໃຫ້ເຫັນທາງຍ່າງເຊິ່ງເປັນທາງເຊື່ອມໄປຫາເກາະອີກແຫ່ງຫນຶ່ງໄດ້ ຍິງຜູ້ມີອາຍຸຄົນນັ້ນຈຶ່ງໄດ້ກ່າວຂອບໃຈພະເຈົ້າ ແລະຫນີລອດຈາກເສືອທີ່ຫິວໂດຍໄດ້ໃນທີ່ສຸດ

The Moses Miracle ຈະເກີດຂຶ້ນໃນທຸກ ໆ ວັນທີ່ ໑໘ ເດືອນພຶດສະພາ

alt
alt
alt
alt
alt
Delicious Digg Fark Twitter