ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

   ສະບາຍດີສະມາຊິກພັນລາວທຸກ ໆ ທ່ານ... ໃນຂ່າວນີ້ ຂ້າພະເຈົ້າມີເລື່ອງຈະແຈ້ງຢູ່ສອງເລື່ອງ ເລື່ອງທຳອິດກໍ່ຄື ຕອນນີ້ທາງເວັບໄຊພັນລາວໄດ້ເພີ່ມເຕີມລະບົບ “ເວັບບອດ” ເຂົ້າມາແລ້ວ .. ເຊິ່ງເວັບບອດທີ່ວ່ານີ້ ຈະເປັນໂປຣແກຣມກະດານສົນທະນາ ໃຫ້ທຸກ ໆ ທ່ານໃນພັນລາວ ສາມາດທີ່ຈະຕັ້ງກະທູ້ເພື່ອສົນທະນາກັນໃນປະເດັນ ແລະຫົວຂໍ້ຕ່າງ ໆ ໄດ້ ເຊິ່ງມັນຈະແຕກຕ່າງກັບ “ໄດອາຣີ່” ແລະ “ແບບສຳຫຼວດ” ຢູ່ພໍສົມຄວນ.

 

   ກ່ອນອື່ນຕ້ອງຂໍອະທິບາຍເພີ່ມເຕີມກ່ອນ ກ່ຽວກັບ “ໄດອາຣີ່” ແລະ “ແບບສຳຫຼວດ” ບາງຄົນອາດຈະສັງເກດວ່າ ໃນກາລບາງຄັ້ງ ບໍ່ຮູ້ວ່າຈະຂຽນເລື່ອງທີ່ຕົນເອງສົນໃຈ ແລະຢາກຖາມຄົນອື່ນໃນບ່ອນໃດດີ ລະຫວ່າງ “ໄດອາຣີ່” ແລະ “ແບບສຳຫຼວດ” ເພາະເລື່ອງທີ່ຈະຂຽນນັ້ນ ອາດຈະບໍ່ສາມາດຈັດຢູ່ໃນໝວດໃດໜຶ່ງໄດ້ເລີຍ ຈຸດນີ້ເອງທີ່ເວັບບອດເຂົ້າມາມີບົດບາດ ມາເຕີມເຕັມຊ່ອງຫວ່າງທີ່ເກີດຂຶ້ນລະຫວ່າງໄດອາຣີ່ ແລະແບບສຳຫຼວດ

 

   ຫາກທ່ານຕ້ອງການຂຽນເລື່ອງທີ່ມີເນື້ອຫາໃນລັກສະນະບົດຂຽນ, ບົດຄວາມ, ເນື້ອຄວາມ ຫຼືຮຽງຄວາມ ທ່ານອາດຈະເລືອກໃຊ້ໄດອາຣີ່ເພື່ອຂຽນໄດ້. ຫາກທ່ານຕ້ອງການສອບຖາມຄຳເຫັນຂອງຄົນສ່ວນຫຼາຍ ໂດຍມີຄຳຕອບໃຫ້ເລືອກໂຫວດ ທ່ານອາດຈະໃຊ້ແບບສຳຫຼວດເພື່ອໃຫ້ສະມາຊິກໄດ້ລົງຄະແນນກັນ ແຕ່ຫາກເປັນຫົວຂໍ້ ຫຼືປະເດັນທີ່ມີລັກສະນະທົ່ວໄປ ບໍ່ເຂົ້າກັບຢ່າງໃດຢ່າງໜຶ່ງທີ່ກ່າວມາແລ້ວ ຂໍແນະນຳ “ເວັບບອດ” ເປັນທາງອອກຂອງທ່ານ ເພື່ອສົນທະນາເລື່ອງທົ່ວ ໆ ໄປໄດ້ ເຊິ່ງເວັບບອດຈະມີກົດກະຕິການໜ້ອຍກວ່າ... ທ່ານສາມາດເບິ່ງລາຍຊື່ກະທູ້ໄດ້ຈາກ http://punlao.com/webboard/browse ແລະເບິ່ງຫ້ອງຕ່າງ ໆ ໄດ້ຈາກ http://punlao.com/webboard/index

 

   ເລື່ອງສຸດທ້າຍທີ່ຈະຂຽນກໍ່ຄື ເງິນພັນລາວຂອງທ່ານ ຫາກໃຜທີ່ມີກາຍ ໕,໐໐໐ ພັນລາວແລ້ວ ທ່ານສາມາດອັບເກຣດສະຖານະສະມາຊິກເປັນ “ພົນລະເມືອງພັນລາວ” ໄດ້ ໂດຍໄປທີ່ເມນູ ໂປຣແກຣມ -> ເງິນພັນລາວ --> ໃຊ້ຈ່າຍເງິນ ເພື່ອເບິ່ງລາຍການສິນຄ້າໃນພັນລາວ...

 

 

ຈົບຂ່າວ..

Delicious Digg Fark Twitter