ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

        ລັດຖະບານຍີ່ປຸ່ນກຳລັງພິຈາລະນາການບັງຄັບ ຫ້າມນຳໂທລະສັບເຄື່ອນທີ່ໄປໂຮງຮຽນ ຫຼັງຈາກທີ່ເກີດມີເຫດວິວາດກ່ຽວກັບໂທລະສັບມືຖືຫຼາຍຂຶ້ນເລື້ອຍ ໆ ໂດຍສຳນັກງານສະຖິຕິຂອງລັດຖະບານຍີ່ປຸ່ນ ລາຍງານວ່າໃນປີ 2008 ເກີດເຫດວິວາດ ຫຼືບັນຫາຮ້າຍແຮງຕ່າງ ໆ ກ່ຽວກັບໂທລະສັບເຄື່ອນທີ່ເກືອບ 6,000 ກໍລະນີ ເພີ່ມຂຶ້ນຈາກປີ 2007 ກວ່າ 1,000 ກໍລະນີ ເຊັ່ນ ເມື່ອປີກາຍນີ້ນັກຮຽນຊາຍຄົນໜຶ່ງໃນແຂວງໂກເບ (神戸市) ໄດ້ຂ້າຕົວຕາຍໂດຍມີສາເຫດມາຈາກພາບເປືອຍຂອງລາວເອງ ທີ່ຖ່າຍຫຼິ້ນ ໆ ໂດຍໃຊ້ໂທລະສັບມືຖືແຕ່ພາຍຫຼັງຖືກນຳໄປເຜີຍແຜ່ທົ່ວໂຮງຮຽນ ເປັນເຫດໃຫ້ເກີດຄວາມອັບອາຍຈົນເປັນຜົນໃຫ້ຂ້າຕົວຕາຍໃນທີ່ສຸດ

 

        ທາງການຂອງຍີ່ປຸ່ນໄດ້ຕັ້ງກຸ່ມພິເສດຂຶ້ນມາເພື່ອສຶກສາບັນຫາດັ່ງກ່າວ ແລະໄດ້ໃຫ້ຂໍ້ສະເໜີວ່າ ຄວນປະກາດຫ້າມບໍ່ໃຫ້ນັກຮຽນນຳໂທລະສັບມືຖືໄປໂຮງຮຽນທົ່ວປະເທດ ໂດຍຂໍ້ສະເໜີດັ່ງກ່າວນີ້ ຈະຖືກສົ່ງໄປໃຫ້ນາຍົກລັດຖະມົນຕີພິຈາລະນາປະມາານຕົ້ນປີໜ້າທີ່ກຳລັງຈະມາຮອດນີ້ ຢ່າງໃດກໍ່ດີເນື່ອງຈາກນາຍົກລັດຖະມົນຕີຄົນປັດຈຸບັນມີສະຖານະພາບບໍ່ຄ່ອຍດີປານໃດໃນດ້ານການເມືອງ ຈຶ່ງຍັງບໍ່ເປັນທີ່ແນ່ນອນວ່າຂໍ້ສະເໜີດັ່ງກ່າວຈະໄດ້ຮັບການພິຈາລະນາໄວຫຼືບໍ່

 

        ເມື່ອເດືອນພຶດສະພາປີນີ້ ຜູ້ວ່າການແຂວງໂອຊະກະ (大阪府) ໄດ້ປະກາດຫ້າມບໍ່ໃຫ້ໃຊ້ໂທລະສັບມືຖືໃນໂຮງຮຽນໄປກ່ອນແລ້ວ ແຕ່ການກຽມປະກາດຫ້າມໂດຍລັດຖະບານໃນຄັ້ງນີ້ ຈະເປັນການຫ້າມນຳເຄື່ອງໂທລະສັບມືຖືໄປໃຊ້ໃນໂຮງຮຽນທົ່ວປະເທດ ເຊິ່ງກໍລະນີດຽວກັນນີ້ກໍ່ເກີດຂຶ້ນໃນນິວຢອກ (New York) ເຊັ່ນກັນ ເຮັດໃຫ້ຕ້ອງຂໍຄວາມຮ່ວມມືໃຫ້ບັນດາຮ້ານຄ້າຕ່າງ ໆ ຈັດຫາບ່ອນເກັບເຄື່ອງໂທລະສັບມືຖືໃຫ້ນັກຮຽນຝາກໄວ້ໄດ້ ໂດຍບໍ່ໃຫ້ໃຊ້ໃນໂຮງຮຽນ

 

ແຫຼ່ງຂ່າວ - Blognone

ແປ ແລະຮຽບຮຽນ - ຂພຈ :P

Delicious Digg Fark Twitter