ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ນິກິ ເດິ ແຊງຟານເລິ

ນິກິ ເດິ ແຊງຟານເລິ (Niki de Saint Phalle) ຫຼືຊື່ເຕັມແມ່ນ Catherine-Marie-Agnès Fal de Saint Phalle ເປັນນັກປັ້ນ, ນັກແຕ້ມຮູບ ແລະນັກສ້າງຮູບເງົາຊາວຝຣັ່ງ ເກີດເມື່ອວັນທີ 29 ຕຸລາ 1930 ມໍລະນະພາບວັນທີ 21 ພຶດສະພາ 2002.

ລາວເກີດໃນຄອບຄົວທີ່ມີຖານະ ມີທຳນຽມການດຳລົງຊີວິດທີ່ເປັນແບບແຜນ ພໍ່ຂອງນາງເປັນພະນັກງານທະນາຄານເຊິ່ງຕໍ່ມາປະສົບຄວາມລົ້ມເຫລວໃນຮຸ້ນ ເຮັດໃຫ້ຄອບຄົວປະສົບບັນຫາແລະທີ່ສຸດຕ້ອງຍ້າຍໄປຢູ່ອາເມລິກາໃນປີ 1933.

ເມື່ອຍ້າຍໄປອາເມລິກາແລ້ວ ນິກິ ກໍເຂົ້າຮຽນຢູ່ໃນໂຮງຮຽນ Brearly ໃນນິວຢອກ ແຕ່ບໍ່ດົນກໍຖືກໄລ່ອອກຈາກໂຮງຮຽນເພາະໄປແຕ້ມຮູບໃສ່ຮູບປັ້ນທີ່ເປັນສັນຍາລັກຂອງໂຮງຮຽນ. ພໍ່ຂອງນິກິຈຶ່ງສົ່ງໄປຮຽນໂຮງຮຽນປະຈຳ Oldfields ໃນເມືອງແມຣີແລນຈົນຈົບການສຶກສາໃນປີ 1947.

ດ້ວຍຄວາມທີ່ນິກິເປັນຄົນງາມ ໃນຊ່ວງໄວຮຸ່ນຈຶ່ງຖືກຊັກຊວນໄປເປັນນາງແບບຕັ້ງແຕ່ຕອນອາຍຸໄດ້ 16 ປີ ຈົນຕໍ່ມາໄດ້ຖ່າຍປົກວາລະສານ Life ສະບັບວັນທີ 26 ກັນຍາ 1949 ແລະໃນເດືອນພະຈິກ 1952 ກໍໄດ້ປາກົດໂຕໃນປົກວາລະສານ Vogue ສະບັບພາສາຝຣັ່ງ ແລະກາຍເປັນນາງແບບທີ່ມີຊື່ສຽງຫຼາຍໃນເວລານັ້ນ.

ໃນດ້ານຊີວິດສ່ວນໂຕແມ່ນວຸ້ນວາຍຫຼາຍ ລາວເປັນກະບົດໃນຄອບຄົວມາຕັ້ງແຕ່ນ້ອຍ ພະຍາຍາມປະຕິເສດຊີວິດຄວາມເປັນຢູ່ແລະທຳນຽມແບບຜູ່ດີຂອງຄອບຄົວມາໂດຍຕະຫຼອດ ແຕ່ກໍໜີບໍ່ພົ້ນໄປໃສ. ເມື່ອອາຍຸໄດ້ 18 ປີ ລາວຈຶ່ງຕັດສິນໃຈໜີໄປນຳໝູ່ທີ່ຮູ້ຈັກກັນມາແຕ່ນ້ອຍຊື່ Harry Mathews ແລະໃຊ້ຊີວິດຮ່ວມກັນຢູ່ Massachusetts.

ໃນລະຫວ່າງທີ່ສາມີຂອງນິກິຮຽນດົນຕີຢູ່ Harvard ລາວກໍແຕ້ມຮູບແລະພະຍາຍາມສ້າງຜົນງານສິນລະປະແປກໆ ເຊິ່ງຊີວິດຄູ່ໃນໄລຍະຕົ້ນກໍເປັນໄປໄດ້ດ້ວຍດີຕາມທີ່ລາວຕ້ອງການ ແຕ່ເມື່ອລູກສາວຄົນທຳອິດຊື່ Laura ເກີດ ນິກິກໍຈຳເປັນຕ້ອງຢູ່ເຮືອນແລະເປັນແມ່ບ້ານ ແລະຢຸດການແຕ້ມຮູບໄປ.

ລາວພົບວ່າເຖິງແມ່ນຈະພະຍາຍາມໜີຈາກຄອບຄົວທີ່ມີກົດເກນແລະລະບຽບແບບແຜນ ແຕ່ເມື່ອມີຄອບຄົວເອງແລ້ວ ຊີວິດກໍຕ້ອງກັບໄປເປັນແບບເກົ່າຄືກັບຕອນຢູ່ນຳພໍ່ແມ່ ເຮັດໃຫ້ລາວຄິດຫຼາຍຈົນປ່ວຍ. ໝໍແນະນຳໃຫ້ລາວຊອກສິ່ງໃໝ່ໆ ເຮັດ ນິກິຈຶ່ງໃຊ້ເວລາໃນການແຕ້ມຮູບອີກເທື່ອນຶ່ງ.

ໃນປີ 1952 ນິກິ ແລະສາມີໄດ້ຍ້າຍໄປຢູ່ Paris ປະເທດຝຣັ່ງ ເຮັດໃຫ້ລາວໄດ້ຮຽນໃນການສະແດງ ແລະທ່ຽວຊົມພິພິດຕະພັນ ຮວມເຖິງວິຫານຫຼາຍແຫ່ງທັງໃນປະເທດຝຣັ່ງ ແລະປະເທດໃກ້ຄຽງ. ນິກິມີຄວາມນິຍົມແລະຊົມເຊີຍໃນຜົນງານຂອງ Gaudi ຫຼາຍ ໂດຍສະເພາະສວນທີ່ Gaudi ເປັນຜູ່ອອກແບບສ້າງຊື່ວ່າ Parc Guell ລາວຈຶ່ງເລີ່ມມີຄວາມຄິດຢາກສ້າງສວນແບບນັ້ນນຳ.

ຮອດຕົ້ນປີ 1960 ນິກິໄດ້ຢ່າຮ້າງໂດຍໃຫ້ສາມີເປັນຜູ່ເບິ່ງແຍງລູກແທນ ແລະຕົນກໍກັບມາເປັນໂສດອີກຄັ້ງ ແລ້ວໃຊ້ຊີວິດໃນສັງຄົມຊັ້ນສູງຂອງຊາວເມືອງ Paris ຈົຮອດປາຍປີດຽວກັນ ລາວຈຶ່ງຍ້າຍໄປຢູ່ກັບ Jean Tinguely ເຊິ່ງເປັນສິນລະປິນຊາວຝຣັ່ງທີ່ຮູ້ຈັກກັນມາຕັ້ງແຕ່ປີ 1954.

ໃນຊ່ວງເວລາ 10 ຫຼັງຈາກນັ້ນເປັນເວລາທີ່ນິກິແຕ້ມຮູບຈຳນວນຫຼາຍ ແລະພະຍາຍາມສ້າງຜົນງານໃນແບບຂອງຕົນເອງ ເຊິ່ງຜົນງານທີ່ເປັນທີ່ຜູ້ຮູ້ຈັກກັນຫຼາຍແມ່ນຊື່ຊຸດ “ຍິງ” ທີ່ລາວແຕ້ມແລ້ວເອົາປືນຍິງເຂົ້າໄປທີ່ຮູບແຕ້ມ ເຊິ່ງຖືເປັນການສ້າງຮູບແຕ້ມແບບໃໝ່ໆຂຶ້ນມາ.

ນອກຈາກນັ້ນແລ້ວ, ຜົນງານຂອງນິກິຍັງມີຫຼາກຫຼາຍອັນ ບໍ່ວ່າຈະເປັນການສ້າງຮູບປັ້ນຜູ່ຍິງຂະໜາດໃຫຍ່ທີ່ສາມາດຍ່າງເຂົ້າໄປພາຍໃນໄດ້ ແລະຍັງມີການອອກແບບເຮືອນ, ເສື້ອຜ້ານັກສະແດງ ແລະຮູບເງົາຕ່າງໆ ຈົນຕໍ່ມາຈຶ່ງມີເງິນເກັບແລະເອົາໄປສ້າງສວນໃນ Tuscany ເຊິ່ງຢູ່ຫ່າງຈາກນະຄອນ Rome ປະມານ 100 ກິໂລແມັດ ແລະແນ່ນອນວ່າສວນດັ່ງກ່າວໄດ້ຮັບອິດທິພົນມາຈາກສວນຂອງ Parc Guell ແລະຕັ້ງຊື່ມັນວ່າ Giardino dei Tarocchi.

ສວນດັ່ງກ່າວປະກອບດ້ວຍຮູບປັ້ນທີ່ເຮັດມາຈາກສັນຍາລັກໄພ້ Tarot ໃຊ້ເວລາສ້າງເກືອບ 20 ປີ ແລະສ້າງແລ້ວສົມບູນໃນປີ 1998.

ບັ້ນປາຍຂອງຊີວິດນິກິ ລາວຍ້າຍໄປຢູ່ອາເມລິກາໃນປີ 1994 ແລະຍັງຄົງເຮັດວຽກກ່ຽວກັບສິດລະປະຫຼາຍຢ່າງ ຈົນເສຍຊີວິດລົງໃນວັນທີ 21 ພຶດສະພາ 2002 ຮວມອາຍຸໄດ້ 71 ປີ.

- ແປແລະຮຽບຮຽງຈາກ ມະຕິຊົນ

Delicious Digg Fark Twitter