ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ເລື່ອງນີ້ອາດມີການໃຊ້ພາສາທີ່ບໍ່ສຸພາບ ກະລຸນາໃຊ້ວິຈາລະນະຍານໃນການອ່ານ...

ໃນບ່າຍວັນສຸກທີ່ເປັນສະຫວັນຂອງໃຜຫລາຍ ໆ ຄົນ ໂດຍສະເພາະໄວລຸ້ນ ລວມເຖິງໄວຄົນເຮັດວຽກທີ່ກຳລັງຈັບກຸ່ມກັນຄິດວ່າ ຄືນນີ້ໄປທ່ຽວໃສດີ

ຄືນນີ້ຈະພາແຟນໄປກິນດິນເນີຢູ່ໃສ ຫຼືວ່າມື້ອື່ນຈະໄປຊື້ເຄື່ອງຢູ່ໃສດີ ແຕ່ສຳຫລັບເຮົາແລ້ວ ມັນຄືຍາມບ່າຍທີ່ສຸນແສນຈະຮ້ອນອົບເອົ້າເນື່ອງຈາກ ພາວະໂລກຮ້ອນ ແລະພາວະແອຢູ່ຫ້ອງການເພ... ສຽງໂທລະສັບດັງຂຶ້ນຕະຫລອດເວລາທີ່ໂຕະພະນັກງານຝ່າຍຂາຍ ສຽງຍ່າງໄປມາຂອງຜູ້ຄົນທີ່ເຂົ້າອອກຫ້ອງການ ແລະກິ່ນຢາຖູພື້ນທີ່ແມ່ບ້ານປະສົມມາຢ່າງເຂັ້ມ (ສົງໄສຢ້ານບໍ່ສະອາດ -*-) ເຮັດໃຫ້ພາບຂອງບ່າຍມື້ນີ້ ບໍ່ໄດ້ຕ່າງຈາກແຕ່ລະມື້ເລີຍ...

ມື້ນີ້ພວກເຮົາທຸກຄົນກຳລັງເລັ່ງວຽກກັນຢ່າງໜັກ ເພື່ອໃຫ້ໄດ້ສົ່ງວຽກທັນຕາມກຳຫນົດການທີ່ຈະປິດຫ້ອງການໃນມື້ອື່ນ ພວກເຮົາເຮັດວຽກກັນເກີນຄ່າໂຕທຸກຄົນ ຖ້າປຽບແລ້ວກໍ່ປານວ່າ Man U ຊື້ York ມາຖືກແບບສຸດ ໆ ແລ້ວກາຍເປັນສູນຫນ້າທີ່ໂຫດເກີນຄ່າໂຕນັ້ນແຫລະ

ຂະນະທີ່ເຮົາກຳລັງພິມເອກະສານຢູ່ນີ້... ຫນ້າຈໍມັນເປັນເສັ້ນ ໆ ... ໂອ... ມີຄົນໂທເຂົ້ານັ້ນເອງ... ຈາກຫມູ່ສຸດ Hip ຂອງຂ້າພະເຈົ້າເອງລະ

ເຮົາ: ເອີ ເປັນແນວໃດ

ຫມູ່: ເອີ...ກໍ່ຄືກູບອກມຶງຫັ້ນແຫລະ... ຝາກແດ່ເດີ້

ເຮົາ: ເຮີ້ຍຍຍຍຍຍ... ຍັງບໍ່ໄດ້ເວົ້າເລີຍ ຊິຮູ້ເລື່ອງບໍ່ ວ່າແນວໃດ ເວົ້າມາ ກູວຽກຫລາຍ

ຫມູ່: ຂາເປັນແນວໃດ ດີແລ້ວຕິແມ່ນບໍ່

ເຮົາ: ດີແລ້ວ ດີມາເປັນອາທິດແລ້ວ

ຫມູ່: ເອີ... ກໍ່ດີແລ້ວ ມຶງຮູ້ບໍ່ວ່າ ຕາມທຳນຽມຂອງຊາວທຣິນິແດດ ແອນໂທເບໂກ້ (ປະເທດຫຍັງຂອງມັນວະ) ນິ ຖ້າວ່າມີຫມູ່ທີ່ເຊົາຈາກອາການບາດເຈັບຂາຫັກແລ້ວ ຕ້ອງມີການສະເຫລີມສະຫລອງໃຫ້ກັນ... ແລ້ວຫມູ່ທີ່ຂາຫັກຕ້ອງເປັນຄົນອອກເງິນພ້ອມ (ມັນຈັ່ງແມ່ນ...)

ເຮົາ: ຟັງຄື ໆ ຢູ່... ແຕ່ມັນເລື່ອງຫຍັງວະກູຕ້ອງອອກເງິນຄົນດຽວ ທຳນຽມຊາວທຣິນິແດດມັນບອກແນວນັ້ນຊ້ຳເບາະ?

ຫມູ່: ເອີ ນະ... ມຶງຮູ້ກໍ່ຢ່າໄປບອກໃຜລະ (ບັກອັນນີ້ມັນຕອບແບບຄົນລະເລື່ອງດຽວກັນເລີຍ)

ເຮົາ: ແນວໃດລະ ຊິໄປກິນບໍ່ ໃຜໄປແດ່ ຮ້ານ dance ໆ ກູບໍ່ໄປເດີ້ move ຫລາຍບໍ່ໄດ້ ດຽວຊວຍຖືກຢຽບຕີນອີກ

ຫມູ່: ໄປກັບກູ ສອງຄົນເທົ່ານີ້ລະ ຊາຍ - ຊາຍ ບໍ່ຈຸກຈິກກັນ ມັນຢູ່ທີ່ໃຈວ່ະ ຫຼືຖ້າໃຈຕຸດກໍ່ບໍ່ຕ້ອງມາ (ເບິ່ງມັນດ່າ)

ເຮົາ: ໄປກັນແບບເກ ໆ ນິ? ...ເອົາກໍ່ເອົາວະ ໃຜ ໆ ເຂົາກໍ່ເປັນກັນ....ໄປຮ້ານໃດລະ?

ຫມູ່: ໄປນີ້ເລີຍ ແຖວ ໆ ວັດສີເມືອງເລີຍ ກູມີຮ້ານເດັດ ໆ ມານຳສະເຫນີ

ເຮົາ: ເອີ ດີດີດີ ໄປຊິວເບຍນຳ ເອ... ແຕ່ວ່າມັນເດັດແນວໃດວະ ງົງ

ຫມູ່: ໂຫ... ອີ່ຊະນີ...(ມັນເລີ່ມແຕ໋ວແຕກໃສ່ເຮົາ) ຕ້ອງຂາຫມູເຢຍລະມັນເລີຍວ່ະ ຂອງເຂົາດີແທ້ ໆ ມຶງຕ້ອງລອງ

ເຮົາ: ແທ້ນິ? ສາດດດດດດດດ (ລາກສຽງກວນ ໆ)

ຫມູ່: ຂາຫມູຢູ່ນີ້ນ່ະມຶງ ກູເຄີຍໄປກິນກັບຫມູ່ກູຕະຫລອດ ໂຄດດດດ ອະພິມະຫາແຊບ ກູຈຶ່ງມາຊວນມຶງນີ້ເດ້ ມຶງຮູ້ບໍ່ ມັນຄືຄວາມລົງຕົວທຸກ ໆ ຢ່າງ ເລີ່ມຕົ້ນທີ່ຜັກດອງທີ່ເປັນຜັກດິສແບບເກົາຫລີ ຖ້າມີຄົນຕົວະກູວ່າສັ່ງມາຈາກກຸງໂຊລ ກູກໍ່ຊິເຊື່ອ ບໍ່ມີກິ່ນເຫມັນຄາວກວນໃຈເລີຍ ກຳລັງສົ້ມພໍດິບພໍດີ ນ້ຳຈິ້ມຫັ້ນ ຢ່າງເທບ... ລົດຊາດຫວານທີ່ໄດ້ຈາກນ້ຳຈິ້ມຫັ້ນ ບໍລິສຸດປານນ້ຳຄ້າງຍາມເຊົ້າ ບໍ່ຫວານແສບຄໍ ແຕ່ລົດຫວານແບບອິຕາລີ່ (ມັນເກີດ ແລ້ວກໍ່ໃຫຍ່ຢູ່ປາກເຊ ມັນຊິໄປຮູ້ເລື່ອງອິຕາລີ່ໄດ້ແນວໃດວະງົງ) ມີລົດເຜັດທີ່ໄດ້ຈາກພິກໄທສີລາຊາ ເຊິ່ງເປັນພິກໄທເກຣດ AAAAAAA+++ ຂອງປະເທດໄທ ວ່າກັນວ່າ ຄົນສະໄຫມກ່ອນ ກວ່າຊິປູກພິກໄທໃຫ້ໄດ້ແບບນີ້ ຕ້ອງເສຍເງິນໄປກວ່າ 21 ລ້ານ US ໂດລ່າ ແລະຕ້ອງໃຊ້ນັກວິທະຍາສາດຈາກ Harvard ມາຕັ້ງ Lab ວິໄຈກັນຍາວນານກວ່າ 25 ປີເລີຍໃດມຶງ ຄິດເບິ່ງວ່າກວ່າມັນຊິກາຍເປັນນ້ຳຈິ້ມໃຫ້ກິນເຮົາໄດ້ ມັນຄັດສັນມາດີຂະໜາດໃດ

ເຮົາ: ຫວາ  ໆ ໆ ໆ

ຫມູ່: ແລ້ວທີ່ເດັດສຸດ ໆ ເລີຍມຶງ ຂາຫມູຫັ້ນ... ກູວ່າມັນຕ້ອງ import ເຂົ້າມາຢ່າງຈິງແທ້ແນ່ນອນເລີຍວ່ະ ກູບໍ່ເຊື່ອວ່າຫມູທີ່ນຸ້ມລີ້ນຈົນເກືອບຊິລະລາຍແບບນີ້ ຈະສາມາດເກີດແລະໃຫຍ່ໃນອາການແບບປະເທດລາວເຮົາໄດ້ ຕ່ອນຂອງມັນຫັ້ນມີສີຊົມພູອ່ອນ ໆ ສະລັບກັບຊັ້ນໄຂມັນເປັນສີນວນ ໆ ຫນັງຂອງມັນຊິໄຫມ້ ໆ ຫນ້ອຍຫນຶ່ງ ໄດ້ໃຈມະເຮັງ ກິ່ນຫອມໄປທົ່ວ ປະມານວ່າ ຖ້າປິດຕາແລ້ວໃຫ້ດົມແຕ່ກິ່ນ ມຶງຕ້ອງຄິດວ່າກຳລັງຢູ່ເມືອງປາຣີສ ແລະກຳລັງດິນເນີຢ່າງຫລູເທິງຫໍຄອຍໄອເຟວ ໃນຄືນວັນບຸນບັ້ງໄຟຮ່ວມກັບດາລາສາວ Paris Hilton ແນ່ນອນ (ງົງ ຂາຫມູເຢຍລະມັນຊິໄປອອກຢູ່ຫໍໄອເຟວໄດ້ແນວໃດວະ) ນິມຶງຖ້າໄດ້ເບຍຈັກແກ້ວ ບັນຍາກາດຍາມຄ່ຳຄືນຂາຫມູ ໂອ້ວວວວວວ ຊີວິດກູຄືຊິບໍ່ຕ້ອງເສຍເວລາໄປຕາມຫາສິ່ງອື່ນອີກແລ້ວ ນີ້ລະຄືຄວາມຫມາຍທີ່ກູມີຊີວິດຢູ່...

ເຮົາ: ຄິດໃນໃຈ ຟັງມັນບັນລະຍາຍຈົນຢາກກັດກິນ keyboard ໄປນຳເລີຍ ກໍ່ເລີຍຕອບຕົກລົງໄປຢ່າງຊ່ວຍບໍ່ໄດ້ ນັດແນະກັນວ່າອອກແປດໂມງ ຂ້າພະເຈົ້າເອງກໍ່ຍັງບໍ່ທັນຫລາບ ເທື່ອແລ້ວຫັ້ນ ມັນບອກວ່າໄປກິນເຝີຖ້ວຍ 12,000 ກີບ ໂຄດແຊບ ແບບເທບເລີຍ ກິນແລ້ວປານວ່າມີປີກງອກ ກິນອາຫານຍີ່ປຸ່ນສຸດລ້ຳເລີດເຫນືອຈິນຕະນາການ ກິນແລ້ວຈະໄດ້ໄປສຳຜັດເຖິງບັນຍາກາດແດນຊາກຸຣະ ບາດໄປກິນລະບໍ່ຮອດຊິແຊບຈັກດີ້ ຫມູ່ເວນເອີ້ຍຍຍຍ #@(D98D!@()!$( ແຕ່ຢ່າເທາະ ບໍ່ຢາກຂັດສັດທາມັນ

ປະມານແປດໂມງຄ່ຳມາ ກໍ່ໄປຮອດຈຸດຫມາຍ ເຮົາສອງຄົນກໍ່ຍ່າງເຂົ້າໄປໃນຮ້ານຂາຫມູແບບງຽບ ໆ ຕາມພາສາ ຊາຍ-ຊາຍ ທີ່ບໍ່ໄດ້ຄິດຫຍັງຫລາຍໄປກວ່າຫມູ່ກັນ

ຄົນໃນຮ້ານກໍ່ຫລາຍເຕີບ ບຽດກັນເລີຍ ຍັງຄິດສົງໄສວ່າ ມັນບໍ່ເຄີຍມາທ່ຽວຫຼືແນວໃດວະ ມາຈົນເຕັມຮ້ານ ໂຫ່... ພວກນີ້ມີເງິນເທົ່າໃດກໍ່ມາລົງເຫຼົ້າເບຍຫມົດ

ເຮົາສອງຄົນຊອກໂຕະນັ່ງແລະນັ່ງລົງທ່າມກາງສຽງເພງຝຣັ່ງທີ່ປະປົນໄປກັບບັນຍາກາດຄ່ຳຄືນທີ່ແສນໂຣແມນຕິກ ຈັກຫນ່ອຍກໍ່ມີເດັກເສີບຍ່າງເຂົ້າມາຖາມວ່າ “ເອົາຫຍັງອ້າຍ” ເດັກເສີບມັນເຮັດຫນ້າແບບເຫງົານອນ ໄວ້ຊົງຜົມດຽວກັບນັກຮ້ອງວົງ Retrospect ເສື້ອລາຍຂວາງ ເຈາະດັງ ໃສ່ຈິວ ສົ້ງຮັດຈົນເບິ່ງແລ້ວສົງໄສຊິເປັນບວມ ເຂົ້າມາທັກທາຍແລ້ວກໍ່ຮັບອໍເດີ

...ເອົາເບຍລາວມາຫລອດຫນຶ່ງເລີຍ...ດ່ວນ...ນັ້ນຄືຢ່າງທຳອິດທີ່ເຮົາສັ່ງ...ຈາກນັ້ນກໍ່ຕາມຕິດດ້ວຍຫນັງໄກ່ທອດ ແລະແນ່ນອນ ຄວາມຫມາຍແຫ່ງການມີຊີວິດຢູ່...ຂາຫມູເຢຍລະມັນ ອາຫານໃນຕຳນານ

ບັກເດັກເສີບ Retrolian ມັນຮັບອໍເດີແລ້ວກໍ່ຈາງຫາຍໄປກັບຝູງຊົນ ປານວ່າມັນຈະບໍ່ກັບມາອີກເປັນຄັ້ງທີ່ສອງ ຂ້າພະເຈົ້ານັ່ງລົມກັບຫມູ່ໄດ້ຈັກຫນ່ອຍ ເບຍກໍ່ມາ ຈາກນັ້ນບໍ່ຮອດ 5 ນາທີ ຂາຫມູເຢຍລະມັນ...ຄວາມຫມາຍຂອງການມີຊີວິດຂອງມາຮອດ...

ເຮົາ: ອັນນີ້ນິ ອັນມຶງບອກວ່າອາຫານເທບຫັ້ນ??

ຫມູ່: ນີ້ລະ ມຶງດົມກິ່ນເບິ່ງ ດົມເລີຍ ໆ ໆ ... ເປັນແນວໃດ ປານຢູ່ໃນກຸງອາມສະເຕີດຳເລີຍແມ່ນບໍ່ຫ້ຽນນນນນ (ຫ່າາາ ມື້ກີ້ຍັງຝອຍວ່າຢູ່ຝຣັ່ງຢູ່ ບາດນີ້ປ່ຽນບ່ອນລະ)

ຂ້າພະເຈົ້າບໍ່ລໍຊ້າ ຮີບຈັດການກິນທັນທີ ແຕ່ພໍຂາຫມູເຂົ້າປາກເທົ່ານັ້ນລະ...

ໂອ້ວວວວວວ...ນີ້ມັນ...ນີ້ມັນ...ນີ້ມັນ!!!! ບໍ່ເຊື່ອກໍ່ຕ້ອງເຊື່ອ ເທື່ອນີ້ມັນບໍ່ໄດ້ໂມ້ ລົດຊາດທີ່ຊຶມອອກມາຕາມຊີ້ນຂາຫມູ ມາກະທົບກັບຕ່ອມຮັບຮູບຂອງລີ້ນ... ນີ້ມັນຄືລົດຊາດທີ່ສຸດແສນຈະຫາຄຳບັນລະຍາຍໃດ ໆ ມາປຽບເປັນພາສາມະນຸດໃນໂລກມົນ ໆ ຫນ່ວຍນີ້ໄດ້ເລີຍອີ່ພໍ່ອີ່ແມ່ເອີ້ຍ...!! ຊີ້ຫມູອັນນຸ້ມນວນ...ກິ່ນຂາຫມູເຜົາແບບ classic ສຸດຍອດດດດດດດ ໃນວິນາທີນັ້ນ ເຮົາສອງຄົນບໍ່ລົມຫຍັງກັນເລີຍ ມີພຽງສົ່ງຍິ້ມໃຫ້ກັນແລະກັນ...

ຫມູ່ເຮົາມັນບອກໃຫ້ລອງນ້ຳຈິ້ມກັບຜັກດອງເບິ່ງ...

ໂອ້ວວວວວ ນ້ຳຈິ້ມກໍ່ເດັດສຸດຍອດ... ສາມາດ get along ກັບຂາຫມູໄດ້ເປັນຢ່າງດີ ສົມແລ້ວທີ່ຄົນສະໄຫມກ່ອນໃຊ້ເວລາກວ່າ 25 ປີ ແລະເງິນທີ່ 21 ລ້ານ U$ ໂດລລ່າໃນການຄິດຄົ້ນນ້ຳຈິ້ມນີ້....

ສ່ວນຜັກດອງບໍ່ໄດ້ກິນ ບໍ່ມັກເປັນການສ່ວນຕົວ ແຕ່ຫມູ່ມັນບອກວ່າກິນແລ້ວປານໄດ້ໄປນັ່ງໃນກຸງໂຊລເລີຍວ່າຊັ້ນ

ມັນເສີມອີກວ່າ ເຊື່ອກູນິ ກູວ່າພໍ່ຄົວຕ້ອງບໍ່ໄດ້ເປັນຄົນລາວວ່ະ ຕ້ອງເປັນຝຣັ່ງເຖົ້າ ໆ ທີ່ມາຈາກເຢຍລະມັນແລ້ວມີສູດຂາຫມູ ທີ່ສືບທອດມາຈາກຕົ້ນຕະກູນຢ່າງຈິງແທ້ແນ່ນອນ  ແບບວ່າເປັນສູດທີ່ສືບທອດກັນມາແຕ່ຍຸກນະໂປລຽນຍັງຫນຸ່ມ ບໍ່ຊັ້ນມັນຊິແຊບແບບນີ້ຫວະ??  ແລ້ວມຶງເບິ່ງ ຫມູນະ ຕ່າງຈາກແບບທີ່ພວກເຮົາກິນກັນທຸກມື້ເດີ້ ມັນວິເສດໂຄດ ພວກຫມູພວກນີ້ມັນຕ້ອງຖືກລ້ຽງດູມາຢ່າງດີແນ່ນອນ ແບບວ່າຕ້ອງໃຫ້ກິນແຕ່ຂອງດີ ໆ ເຊັ່ນ ຄາເວຍ...ລາຊານຢ່າ...ຊີ້ນປາວານທ້ອງແກ່...ປາຫິມະ ແມ່ນຫຍັງແບບນີ້ຫັ້ນນາາາາາາາາາາ ບໍ່ຊັ້ນມັນຊິແຊບແບບນີ້ຫວະ ມຶງວ່າບໍ່?

ເຮົາ: ເອີ ສົງໄສວ່ະ ໆ (ວິນາທີນີ້ມັນເວົ້າຫຍັງກໍ່ເຊື່ອແລ້ວ ແນວວ່າຂອງມັນດີແທ້ເດ້)

ຂາຫມູຫມົດຢ່າງໄວວາປານວ່າມີແຮ້ງມາກິນກໍ່ບໍ່ປານ ເຮົາບໍ່ລໍຊ້າຮີບສັ່ງຂາຫມູສຸດສອງມາກິນຢ່າງດ່ວນ ໆ ຕາມພາສາຄົນມີເງິນ (ແຕ່ບໍ່ມີສະຫມອງ)

ເປັນຄ່ຳຄືນທີ່ດີຫລາຍ ຂວາເປັນແກ້ວເບຍ ຊ້າຍເປັນຂາຫມູ + ຫມູ່ທີ່ຮູ້ໃຈກັນຕັ້ງແຕ່ສະໄຫມຮຽນອະນຸບານຫມີນ້ອຍ ນີ້ລະສະຫວັນແທ້ ໆ ຂ້າພະເຈົ້າແລະຫມູ່ຮູ້ສຶກຜ່ອນຄາຍຈາກໂລກທີ່ແສນຈະໂຫດຮ້າຍ ສັງຄົມທີ່ເສື່ອມໂຊມ ແລະວຸ້ນວາຍເປັນແນ່ແທ້ ຖິ້ມພາລະຕ່າງ ໆ ໄວ້ເບື້ອງຫລັງ ຄືນນີ້ຂໍມາວວວວວວວວວວວວວວວວວວວວວວ~

ແລ້ວກໍ່ຮອດທ່ຽງຄືນ...ຂ້າພະເຈົ້າເອງກໍ່ເມົາພໍສົມຄວນ ປະມານວ່າຖ້າເປັນຜູ້ຍິງຄືຊິສ່ຽງຕໍ່ສະຖານະເສຍຕົວໃຫ້ຫມູ່ຄົນນີ້ແລ້ວແນ່ນອນ ເຮົາກໍ່ເລີຍຈັດການ check ບິນແລ້ວພາຮ່າງອັນສະຕິບໍ່ສົມປະກອບອອກຈາກຮ້ານ ລະຫວ່າງນັ້ນເຮົາສອງຄົນໄດ້ແວ່ໄປເບົາໃນຫ້ອງນ້ຳກ່ອນກັບ

ເມື່ອຈັດການຮຽບຮ້ອຍແລ້ວກໍ່ມາບ້ວນປາກ ລ້າງມື ແລ້ວກໍ່ຕາມພາສາຄົນເມົາ ເຫດການບໍ່ຄາດຝັນກໍ່ເກີດຂຶ້ນ...

ຄວາມທີ່ປະຕູເຮືອນຄົວມັນພໍດີກັບປະຕູຫ້ອງນ້ຳ... ພາບທີ່ຂ້າພະເຈົ້າເຫັນກໍ່ຄື...ກຳມະວິທີຄົວຂາຫມູເຢຍລະມັນທີ່ແສນຈະແຊບນົວແບບຂັ້ນເທບ...ໂດຍຄົນພຽງຄົນດຽວ!!!

ພາບທີ່ໄດ້ເຫັນຕໍ່ຈາກນັ້ນຄື...ບັກເດັກເສີບ Retrolian ທີ່ມັນມາຮັບອໍເດີຫັ້ນ ຍ່າງໄປຕູ້ເຢັນ ຈັບເອົາຊອງແດງ ໆ ສົ້ມ ໆ ອອກມາ ແລ້ວໃຊ້ມີດປາດປາກຖົງອອກ ເທຊີ້ນອອກມາ ແລ້ວ ແລ້ວ ແລ້ວ.. ແລ້ວມັນກໍ່ຄືຂາຫມູເຢຍລະມັນນີ້ເອງ!!!! ອັນເຮົາກິນມື້ກີ້ນີ້ຫວະ ເປັນຫຍັງມັນຢູ່ໃນຊອງແບບນັ້ນລະ??

ຈາກນັ້ນບັກເດັກເສີບກໍ່ເອົາຈານໄປໃສ່ໃນເຕົາໂມໂຄຣເວບ ແລ້ວຢູ່ໃສວະ ພາບກຳມະວິທີເຮັດຂາຫມູເຢຍລະມັນທີ່ມີປະສົບການສູງ ປຸງແຕ່ງສູດທີ່ເຂົ້າເຖິງເນື້ອໃນ ເຖິງລົດຊາດແບບຕາເວັນຕົກ ແລະໃສລະພາບຂອງພໍ່ຄົວທີ່ຄັດສັນວັດຖຸດິບຢ່າງດີ ທີ່ import ມາຈາກຕ່າງປະເທດ ກວ່າຊິໄດ້ເປັນຂາຫມູທີ່ອົບຫອມແບບຊາວຢູໂຣບແບບນີ້...

ຍັງ ຍັງບໍ່ພໍ ຫລັງຈາກມັນກົດເຕົາໄມໂຄຣເວບອອກມາແລ້ວ ມັນກໍ່ໄປກຽມຂຽງ ຜັກດອງຕ່າງ ໆ ຈັບອອກມາຈາກກາລະມັງ ບໍ່ໄດ້ເກົາຫລີຢ່າງທີ່ເຄີຍຄິດກັນ ແລະຮ້າຍໄປກວ່ານັ້ນ ນ້ຳຈິ້ມທີ່ເຮົາຫລົງຄິດໄປວ່າໃຊ້ງົບປະມານ 21 ລ້ານ + ຄະນະທີມງານວິໄຈຈາກ Harward ແທ້ຈິງແລ້ວມັນຄື...ນ້ຳຈິ້ມພັນທ້າຍນໍລະສິງ...ທີ່ສາມາດຫາຊື້ໄດ້ຕາມຮ້ານ Minimart ທົ່ວໄປໂດຍບໍ່ຕ້ອງໃຊ້ງົບ 21 ລ້ານເລີຍ!!!

ຂ້າພະເຈົ້າແລະຫມູ່ບໍ່ມີບົດສົນທະນາໃດ ໆ ມີພຽງຍ່າງອອກຈາກຮ້ານມິດ ໆ ຄືຕອນຍ່າງເຂົ້າມາທຳອິດ ໄປທີ່ລົດຈັກຂອງຫມູ່

ເຮົາ: ໃສມຶງບອກວ່າພໍ່ຄົວຊາວເຢຍລະມັນ ວັດຖຸດິບ import ແລ້ວກໍ່ສູດບູຮານເດ້? ຫລອນຄັກຫລາຍມຶງ ແບບນີ້ກູວ່າຢູ່ຕັງແຟກໍ່ມີຂາຍ

ຫມູ່: ເອີ...ກູກະວ່າໄປຊັ້ນລະ ກູມາກິນຕະຫລອດກູກໍ່ຫາຮູ້ຄືກັນ...ໂລກເຮົານີ້ເນາະມີແຕ່ສິ່ງຫລອກລວງ (ມຶງບໍ່ຕ້ອງໄປໂທດໃຜເລີຍ ມຶງຫາກຫລອນໄປເອງ ຍາມຮ້ອນມາລະຈິດຕົກຕະຫລອດບັກອັນນີ້)

ຈາກນັ້ນ ຫມູ່ກໍ່ມາສົ່ງຂ້າພະເຈົ້າ ໂດຍທີ່ຕະຫລອດທາງເຮົາບໍ່ເວົ້າຮອດເລື່ອງນັ້ນອີກເລີຍ ເພາະຢ້ານວ່າຈະເຮັດໃຫ້ຄວາມຮູ້ສຶກດີ ໆ ທີ່ມີຕໍ່ຮ້ານນັ້ນເສຍລົງໄປ ຄິດແຕ່ວ່າ ປ່ອຍໃຫ້ມັນເປັນຄວາມຊົງຈຳດີ ໆ ກໍ່ແລ້ວກັນເນາະ...
Delicious Digg Fark Twitter