ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
alt

ດູໄບເມື່ອປີ ຄ.ສ. 1990 ກ່ອນການພັດທະນາພື້ນທີ່ຊາຍຝັ່ງ




alt

ຖະໜົນສາຍດຽວກັນ...ເມື່ອປີ ຄ.ສ. 2003




alt

ເມື່ອປີກາຍ...




alt

ວ່າກັນວ່າ ຈຳນວນປັ້ນຈັ່ນໃນດູໄບ ມີຮອດຮ້ອຍລະ 15 ເຖິງ 25 ຂອງຈຳນວນປັ້ນຈັ່ນທີ່ມີໃນໂລກ



alt

ຊາຍຝັ່ງທະເລດູໄບ ເມື່ອພັດທະນາແລ້ວ ຈະເປັນໂຄງການພັດທະນາພື້ນທີ່ຊາຍຝັ່ງທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ




alt

ທັງຫມົດນີ້ສ້າງຂຶ້ນໃນເວລາພຽງ 5 ປີ ຮວມທັງເກາະທີ່ຄ້າຍຕົ້ນປາມນີ້ນຳ





alt

ໄດ້ມີການນຳເທັກໂນໂລຢີການຂຸດລອກແບບໃຫມ່ຂອງເນເທີແລນມາໃຊ້ ເພື່ອການສ້າງເກາະຂະໜາດມະຫຶກມາເຫລົ່ານີ້ ເຊິ່ງເປັນເກາະທຽມທີ່ໃຫຍ່ທີ່ສຸດໃນໂລກ ແລະຍັງສາມາດເບິ່ງເຫັນໄດ້ຈາກອາວະກາດ ເກາະຮູບຕົ້ນປາມນີ້ສ້າງຂຶ້ນນຳກັນສາມເກາະ ໂດຍເກາະສຸດທ້າຍຈະມີຂະໜາດໃຫຍ່ທີ່ສຸດ



alt

ຣີສອດແຫ່ງນີ້ເມື່ອສ້າງແລ້ວຈະປະກອບມີບ້ານພັກຕາກອາກາດຮ່ວມ 2000 ຫລັງ ໂຮງແຮມຫລູ 40 ແຫ່ງ ໂຮງຫນັງແລະສິ່ງອຳນວຍຄວາມສະດວກອື່ນ ໆ ອີກຫລາຍຢ່າງ ເຊິ່ງຄາດວ່າຈະຮອງຮັບປະຊາກອນໄດ້ເຖິງ 500,000 ຄົນ ເຈົ້າຂອງໂຄງການຂອງຣີສອດແຫ່ງນີ້ໂຄສະນາວ່າ ຈະສາມາດເບິ່ງເຫັນຣີສອດແຫ່ງນີ້ໄດ້ຈາກດວງຈັນເລີຍເພາະຄວາມໃຫຍ່ຂອງມັນ




alt

ກຸ່ມເກາະໂລກ ມີເກາະທຽມຈຳນວນ 300 ເກາະ ເຊິ່ງສ້າງໃຫ້ເບິ່ງແລ້ວເປັນຮູບແຜນທີ່ໂລກ ປະມານການວ່າ ຄ່າກໍ່ສ້າງເກາະແຕ່ລະເກາະແມ່ນປະມານ 25 ເຖິງ 30 ໂດລ່າ




alt

ໂຮງແຮມ Burj al-Arab ໃນດູໄບ ເປັນໂຮງແຮມທີ່ສູງທີ່ສຸດໃນໂລກ ຖືກັນວ່າເປັນໂຮງແຮມ 7 ດາວພຽງແຫ່ງດຽວໃນໂລກ ຕັ້ງຢູ່ໃນເກາະທຽມໃນທະເລ



alt

Hydropolis ໂຮງແຮງໃຕ້ນ້ຳແຫ່ງທຳອິດຂອງໂລກ ສ້າງຂຶ້ນທັງຫມົດໃນເຢຍລະມັນແລ້ວຈຶ່ງນຳມາປະກອບທີ່ດູໄບ ມີກຳຫນົດແລ້ວເສັດໃນປີ ຄ.ສ. 2009




alt

Burj Dubai ກໍ່ສ້າງເມື່ອປີ ຄ.ສ. 2005 ແລະຄາດວ່າຈະແລ້ວເສັດໃນປີ ຄ.ສ. 2008 ດ້ວຍຄວາມສູງກວ່າ 800 ແມັດ ອາຄານແຫ່ງນີ້ຈະກາຍເປັນຕຶກທີ່ສູງທີ່ສຸດໃນໂລກເມື່ອກໍ່ສ້າງແລ້ວ ແລະຈະສູງກວ່າຕຶກໄທເປ 101 ເຊິ່ງເປັນຕຶກທີ່ສູງທີ່ສຸດໃນໂລກເກືອບ 40%





alt


ນີ້ຄືທິວທັດຂອງດູໄບໃນອະນາຄົດອັນໃກ້ ປະມານ ຄ.ສ. 2008-2009 ປັດຈຸບັນສ້າງຄືບຫນ້າໄປແລ້ວ 140 ຊັ້ນ ແລະໄດ້ກາຍເປັນສິ່ງກໍ່ສ້າງທີ່ສູງທີ່ສຸດໂດຍມະນຸດແລ້ວ ແຕ່ຢ່າງໃດກໍ່ຕາມ ມັນຍັງບໍ່ມີກຳຫນົດແລ້ວເສັດເທື່ອ



alt

Al Burj : ອາຄານຫລັງນີ້ຈະກາຍເປັນສູນກາງຂອງຊາຍຝັ່ງທະເລດູໄບ ເມື່ອສ້າງແລ້ວສົມບູນ ຈະກາຍເປັນສິ່ງກໍ່ສ້າງທີ່ສູງທີ່ສຸດໃນໂລກແທນທີ່ Burj Dubai




alt

ເມື່ອໄວ ໆ ນີ້ໄດ້ມີການປະກາດວ່າອາຄານຫລັງນີ້ຈະສູງ 1200 ແມັດເມື່ອສ້າງແລ້ວສົມບູນ ແລະຫມາຍຄູວາມວ່າມັນຈະສູງກວ່າ Burj Dubai ເຖິງ 30% ແລະສູງເປັນສາມເທົ່າຂອງຈຶກ Empire State




alt

Burj al Alam ຫຼື “ຫໍໂລກ” (World Tower) ເມື່ອສ້າງແລ້ວສົມບູນຈະເປັນໂຮງແຮມທີ່ສູງທີ່ສຸດໃນໂລກ ຄາດວ່າຈະສ້າງແລ້ວໃນປີ 2009 ດ້ວຍຄວາມສູງ 480 ແມັດ ເຊິ່ງເຕ້ຍກວ່າ ໄທເປ 101 ປະມານ 28 ແມັດ




alt

Trump International Hotel & Tower ເຊິ່ງຈະສ້າງເພື່ອເປັນສູນກາງຂອງເກາະ Palm Jumeirah ເກາະຫນຶ່ງໃນບັນດາເກາະປາມ




alt

Dubailand : ມີແຜນການສ້າງສວນສະນຸກແຫ່ງນີ້ຂຶ້ນໃຫ້ໃຫຍ່ກວ່າ Walt Disney World Resort ສອງເທົ່າ



alt

Dubai Sports City




alt

Dubailand




alt

Dubai Marina ເປັນໂຄງການທີ່ມະນຸດສ້າງຂຶ້ນລ້ວນ ໆ ເຊິ່ງປະກອບດ້ວຍຕຶກສູງທຽມຟ້າກວ່າ 200 ຕຶກເມື່ອໂຄງການແລ້ສ ເຊິ່ງມີກຳນົດການສ້າງແລ້ວໃນປີ 2009-2010




alt

Dubai Mall ຈະເປັນສູນການຄ້າທີ່ໃຫຍ່ທີ່ສຸດໃນໂລກດ້ວຍພື້ນທີ່ເຊິ່ງຮອງຮັບຮ້ານຄ້າປະມານ 1000 ຮ້ານ ກຳນົດແລ້ວແມານປີ 2008




alt

Ski Dubai




alt

ອາຄານທີ່ສູງທີ່ສຸດໃນໂລກຫລາຍແຫ່ງເຊັ່ນ Ocean Heights ແລະ Princess Tower ເຊິ່ງຈະເປັນອາຄານພັກອາໄສທີ່ໃຫຍ່ທີ່ສຸດໃນໂລກດ້ວຍຈຳນວນຊັ້ນກວ່າ 100 ຊັ້ນ ຈະຕັ້ງຢູ່ໃນ Dubai Marina





alt

ທ່າອາວະກາດ UAE Spaceport ຈະເປັນທ່າອາວະກາດສະຍານແຫ່ງທຳອີດຂອງໂລກ UAE Spaceport




alt

Falcon City of Wonders




alt

ດູໄບ ເປັນຫນຶ່ງໃນ 7 ລັດທີ່ປະກອບກັນເປັນສະຫະລັດອາມິເຣດ ຊາວອາເມລິກັນຫລາຍຄົນເລີ່ມຮູ້ຈັກເມືອງນີ້ເປັນຄັ້ງທຳອິດເມື່ອ ໄບພອດເວີ ເຊິ່ງເປັນລັດວິສາຫະກິດຂອງດູໄບ ໄດ້ເຂົ້າຊື້ກິດຈະການຂອງບໍລິສັດສັນຊາດອັງກິດທີ່ບໍລິຫານທ່າເຮືອ 6 ແຫ່ງໃນສະຫະລັດຯ ສະມາຊິກລັດຖະສະພາສະຫະລັດຯ ບາງຄົນມີປະຕິກິຍາຕໍ່ຕ້ານໂດຍໃຫ້ເຫດຜົນວ່າ ຜູ້ກໍ່ເຫດວິນາດສະກຳເມື່ອວັນທີ່ 11 ກັນຍາ 2001 ອາດໃຊ້ດູໄບເປັນຈຸດປ່ຽນຖ່າຍເງິນ ຂະນະທີ່ອີກຝ່າຍສະນັບສະໜຸນການຊື້ກິດຈະການດັ່ງກ່າວໂດຍຊີ້ໃຫ້ເຫັນວ່າ ສະຫະລັດເອມິເຣດເຊິ່ງເປັນທີ່ຕັ້ງກອງເຮືອທີ່ 5 ຂອງກອງທັບເຮືອສະຫະລັດຯ ໄດ້ພິສູດຕົວເອງວ່າເປັນພັນທະມິດໃນການທຳສົງຄາມ ຕໍ່ຕ້ານການກໍ່ເຫດວິນາດສະກຳຄັ້ງນັ້ນ ແຕ່ໃນທີ່ສຸດດູໄບກໍ່ຍົກເລີກຄວາມຄິດ ແລະສຸລະຕ່ານ “ບິນ ສຸ ໄລຢັມ” ຜູ້ບໍລິຫານໄບພອດເວີ ກໍ່ບອກວ່າ “ເຮົາບໍ່ມີເວລາມາຫຼິ້ນການເມືອງດອກ ຄົນອາເມລິກັນບໍ່ຕ້ອງການໃຫ້ເຮົາໄປເຮັດທຸລະກິດນີ້ກໍ່ບໍ່ເປັນຫຍັງ ຍັງມີທຸລະກິດອິກຫລາຍຢ່າງໃຫ້ເຮົາເຮັດ”

ດູໄບຄືແຫລ່ງທຸລະກິດທີ່ມີພົນລະວັດຫລາຍທີ່ສຸດແຫ່ງຫນຶ່ງ “ອາລີ ອັນ ຊິຮາບີ” ຜູ້ອຳນວຍການທະນາຄານເພື່ອການລົງທຶນຊັ້ນນຳແຫ່ງຫນຶ່ງ ເຊິ່ງຈົບການສຶກສາຈາກມະຫາວິທະຍາໄລພຣິນຕັນໄດ້ບອກວ່າ “ບໍ່ແມ່ນພຽງອາຄານ ຫຼືເກາະ ຫຼືໂຮງແຮມເທົ່ານັ້ນ ແຕ່ເຮົາຍັງມີກົດຫມາຍ ລະບຽບຂໍ້ບັງູຄັບ ແລະສະພາບສັງຄົມທີ່ເສລີອີກນຳ”

ດູໄບ ເປັນຕົວຢ່າງຄວາມສຳເລັດທີ່ຫາໄດ້ຍາກຍິ່ງໃນຕາເວັນອອກກາງ ພູມິພາກເຊິ່ງເຄີຍປະສົມແຕ່ຄວາມລົ້ມເຫລວແລະຊົບເຊົາ ທຸກມື້ນີ້ຍັງມີຄົນຖາມວ່າ ຂະນະທີ່ໂລກມຸສລິມກຳລັງດິ້ນຮົນຢູ່ໃນກະແສໂລກາພິວັດ ດູໄບເປັນຄວາມຜິດປົກກະຕິທີ່ເບິ່ງແລ້ວຫລູຫລາ ຫຼືເປັນຕົ້ນແບບໃຫ້ຊາດອາຫຣັບອື່ນ ໆ ຈະເລີນຮອຍຕາມກັນແທ້ “ອັບດຸນເຣາະມານ ອັນ ຣໍຊິດ” ນັກຂ່າວຊາວຊາອຸດິອາຣະເບຍ ແລະຜູ້ອຳນວຍການສະຖານທີ່ຂ່າວອັນເຣາະບີຍະ ບອກວ່າ “ດູໄບກຳລັງສ້າງແຮງກົດດັນໃຫ້ໂລກອາຫຣັບ ແລະໂລກມຸສລິມອື່ນ ໆ ປະຊາຊົນເລີ່ມຕັ້ງຄຳຖາມກັບລັດຖະບານຂອງຕົນວ່າ ຖ້າດູໄບເຮັດໄດ້ ເປັນຫຍັງລະເຮົາຊິເຮັດບໍ່ໄດ້”





alt

ພາບປີ 1960

ຄັ້ງຫນຶ່ງຍັງມີຫົວຫນ້າເຜົ່າຊາວອາຫຣັບ ຜູ້ມີຝັນອັນຍິ່ງໃຫຍ່ພະອົງຫນຶ່ງ ຊົງປົກຄອງເມືອງອັນງຽບເຫງົາກາງແສງແດດອັນຮ້ອນແຮງຢູ່ຮິມຝັ່ງອ່າວເປີເຊຍ ເຊິ່ງເປັນທີ່ພັກພິງຂອງເຫລົ່ານັກງົມມຸກ ຊາວປະມົງ ແລະພໍ່ຄ້າຜູ້ຈອດເຮືອໃບ ແລະເຮືອຫາປາເກົ່າ ໆ ຢູ່ຮິມລຳທານນ້ອຍ ໆ ທີ່ໄຫລຜ່ານຫມູ່ບ້ານ ຂະນະທີ່ຄົນທົ່ວໄປເຫັນທານສາຍນີ້ເປັນພຽງລຳນ້ຳນ້ອຍ ໆ ທີ່ໄຫລລົງສູ່ທະເລ ແຕ່ຫົວຫນ້າເຜົ່ານັ້ນ ກັບຊົງເຫັນວ່າ ນີ້ຄືຖະໜົນສູ່ໂລກກວ້າງ

ເມື່ອປີ 1959 ພະອົງໄດ້ຢືມເງິນຫລາຍລ້ານໂດລ່າຈາກປະເທດຄູເວດ ເຊິ່ງເປັນເສດຖີນ້ຳມັນ ແລະເປັນທັງປະເທດເພື່ອນບ້ານ ເພື່ອນຳມາຂຸດຂະຫຍາຍລຳທານໃຫ້ກວ້າງ ແລະເລິກພໍທີ່ຈະໃຫ້ເຮືອຜ່ານໄປໄດ້ ພະອົງໄດ້ສ້າງເຮືອແລະສາງສິນຄ້າ ວາງແຜນສ້າງຖະໜົກ ໂຮງຮຽນ ແລະບ້ານເຮືອນ ບາງຄົນຄິດວ່າ ພະອົງຊົງເສຍສະຕິ ຫຼືບໍ່ກໍ່ເຮັດບໍ່ສຳເລັດ ແຕ່ພະອົງກໍ່ຍັງຄົງເຊື່ອໝັ້ນໃນພະລັງແຫ່ງການເລີ່ມຕົ້ນໃຫມ່ ໃນຍາມອາລຸນຮຸ່ງ ພະອົງກັບມຸຮັມມັດ ໂອລົດອົງນ້ອຍ ຈະອອກໄປຍ່າງຫຼິ້ນຮິມຝັ່ງອັນວ່າງເປົ່າ ແລະວາດຝັນໄປນຳກັນ ແລະພະອົງກໍ່ຊົງທຳຝັນນັ້ນໄດ້ສຳເລັດຢ່າງທີ່ຕັ້ງໃຈໄວ້

ປັດຈຸບັນ ດູໄບຢູ່ພາຍໃຕ້ການປົກຄອງຂອງ “ຊີກ ມຸຮັມມັດ ບິນ ເຣາະຊີດ ອັນ ມັກຕູມ” ໂອລົດຂອງພະອົງ ຜູ້ຂົງສ້າງຄວາມຝັນໃຫຍ່ຫລວງຂອງຕົນຮອບລຳນ້ຳນັ້ນເຊັ່ນກັນ ພະອົງປ່ຽນຂອບຟ້າຍາມຮຸ່ງອາລຸນຂອງພະບິດາໃຫ້ເປັນວິມານສູງທຽມຟ້າ ທີ່ສ່ອງແສງສະຫວ່າງສະໄຫວ ແລະເຢັນດ້ວຍເຄື່ອງປັບອາກາດ ເຊິ່ງເປັນໂລກໃນຝັນຂອງຜູ້ຄົນນັບລ້ານ ລັດນ້ອຍ ໆ ທີ່ຊື່ດູໄບແຫ່ງນີ້ ເນືອງແໜ້ນໄປດ້ວຍຕຶກສູງທຽມຟ້າປະການຫນຶ່ງປານດັ່ງແມນຮັດຕັນ ພຽບພ້ອມດ້ວຍທ່າເຮືອລະດັບໂລກ ແລະຫ້າງຮ້ານປອດພາສີຂະໜາດມະຫຶມາ ທຸກມື້ນີ້ດູໄບມີນັກທ່ອງທ່ຽວເຂົ້າໄປຫລາຍກວ່າອິນເດີຍ ມີເຮືອສິນຄ້າທຽບທ່າຫລາຍກວ່າສິງກະໂປ ແລະດຶງດູດນັກລົງທຶນຕ່າງຊາດຫລາຍກວ່າປະເທດໃນຢູໂຣບ ຜູ້ຄົນຈາກ 150 ປະເທດຫລັ່ງໄຫລກັນເຂົ້າມາພັກອາໄສ ແລະເຮັດວຽກ ອັດຕາການຈະເລີນເຕີບໂຕທາງເສດຖະກິດຂອງດູໄບຄື 16% ເຊິ່ງນັ້ນຄື 2 ເທົ່າຂອງຈີນ ປັ້ນຈັ່ນຂະໜາດສູງຈຳນວນຫລາຍຜູດຂຶ້ນຈາກພື້ນດິນສູງເທົ່າເສັ້ນຂອບຟ້າ ປານດັ່ງວ່າເປັນເຄື່ອງຫມາຍອັດສະເຈຣີ





alt

alt

alt

alt

alt

alt

alt

ໂຮງແຮມໃຕ້ນ້ຳ ຂະໜາດ 220 ຫ້ອງ ຊື່ Hydropolis  ຈະເປີດບໍລິການໃນປີ 2009





alt

Space Science World ສະຖານນີອາວະກາດ






alt

alt

Dubai Sports City






alt

ຕຶກນີ້ຊື່ວ່າ “The Cube”





alt

alt





ພາບ ແລະບົດຄວາມແປຈາກກະທູ້ M6811223 @ Pantip.com
Delicious Digg Fark Twitter