ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກຕອນກ່ອນໜ້ານີ້ແມ່ນ series ຈົ່ມ ຕອນທີ່ ໑: ຊື່ສະກົດຜິດ ບາດນີ້ກໍແມ່ນຕອນທີ່ ໒ ມີຊື່ວ່າ “ເຄື່ອງສຳຄັນ

ເລື່ອງມັນມີຢູ່ວ່າ ໝູ່ຂອງອ້າຍຂ້າພະເຈົ້າເດີນທາງຈາກຫຼວງພະບາງໄປວຽງຈັນໃນຕອນຄ່ຳ ຖ້ຽວໂດຍສານປະມານ 8 ໂມງກາງຄືນ ໄປຮອດວຽງຈັນປະມານ 3 ໂມງເຊົ້າຂອງມື້ໃໝ່ ເຊິ່ງການເດີນທາງຄັ້ງນີ້ແມ່ນ ຂພຈ ໄດ້ຝາກເຄື່ອງໄປໃຫ້ອ້າຍຂອງ ຂພຈ ນຳ

ເມື່ອໄປຮອດວຽງຈັນແລ້ວ ໝູ່ຄົນນັ້ນກໍໂທຫາໃຫ້ໝູ່ອີກຄົນໄປຮັບ ເຊິ່ງປາກົດວ່າໄປບໍ່ໄດ້ ເພາະເວລານັ້ນແມ່ນ 3 ໂມງກາງຄືນ ບໍ່ສາມາດເອົາລົດອອກໄດ້ ດຽວແມ່ຊິຮ້າຍ ແລະລາວກໍເປັນຜູ່ຍິງ.. ແຕ່ຢ່າງໃດກໍຕາມ ສຸດທ້າຍແລ້ວກໍອອກໄປໃນເຄິ່ງ ຊມ ຕໍ່ມາ .. ເມື່ອໄປຮອດ ກາຍເປັນວ່າ ໝູ່ຂອງອ້າຍທີ່ໄປນັ້ນ ໄດ້ຂີ່ລົດກັບຫຼວງພະບາງແລ້ວ ເພາະມີເຫດດ່ວນໃຫ້ຕ້ອງກັບ ແລະໄດ້ຝາກເຄື່ອງທີ່ຝາກໄປຈາກຫຼວງພະບາງນັ້ນ ຝາກໄວ້ກັບຄົນຂາຍປີ້ທີ່ສະຖານນີຂົນສົ່ງ

ເມື່ອໝູ່ອີກຄົນທີ່ໄປຮັບນັ້ນ ໄປສອບຖາມກັບທາງຄົນທີ່ຮັບຝາກແລ້ວ ປາກົດວ່າ ເຂົາເຈົ້າໄລ່ຄ່າຝາກ 250,000 ກີບສຳລັບການຝາກບໍ່ຮອດ 1 ຊົ່ວໂມງນັ້ນ! ເມື່ອສອບຖາມລະອຽດແລ້ວ ຜູ່ຮັບຝາກບອກວ່າ ຜູ່ທີ່ມາຝາກເຄື່ອງລະບຸວ່າ ໃນກະເປົາມີ Passport ແລະກະແຈສຳລັບຕູ Safe ດັ່ງນັ້ນ ຈຶ່ງຕ້ອງເກັບຄ່າຝາກແພງ ເພາະເປັນເຄື່ອງສຳຄັນ ຖ້າເສຍຂຶ້ນມາ ພວກເຂົາຕ້ອງຮັບຜິດຊອບ ຄ່າຝາກຈຶ່ງແມ່ນ 250,000 ກີບ!!!

ສະຫຼຸບແລ້ວຕ້ອງເສຍເງິນ 250,000 ກີບສຳລັບການຝາກເຄື່ອງບໍ່ຮອດ 1 ຊົ່ວໂມງທີ່ຄິວລົດສາຍເໜືອ

ອັນເລື່ອງແບບນີ້ຂ້າພະເຈົ້າຟັງແລ້ວກໍຈັກຊິເວົ້າແນວໃດ ເຄີຍໄດ້ຍິນຫຼາຍຄົນຈົ່ມວ່າມາຫຼວງພະບາງແລ້ວຖືກໂກງຄ່ານັ້ນຄ່ານີ້.. ອັນທີ່ຈິງ ໃນຄວາມຄຶດຂອງ ຂພຈ ນັ້ນ ໄປໃສກໍມີໂອກາດຖືກໂກງໄດ້ໝົດຫັ້ນລະ .. ຂພຈ ເຄີຍໄປຈຳປາສັກ ເໝົາລົດຕູ້ໄປຄອນພະເພັງ ເທື່ອນັ້ນກໍຖືກໂກງລາຄາຄ່າໂດຍສານຄືກັນ ແຕ່ກໍບໍ່ຈັກຊິວ່າແນວໃດ ຖ້າບໍ່ໄປກໍບໍ່ໄດ້ ມັນຈຳເປັນມີວຽກດ່ວນ .. ອັນຂຶ້ນຊື່ວ່າຄວາມໂລບ ມັນມີທຸກຄົນຫັ້ນລະເນາະ ເຫັນຄົນອື່ນບໍ່ຮູ້ ກໍພ້ອມທີ່ຈະເອົາປຽບ... ແຕ່ກໍຄຶດບໍ່ທຸກຄົນດອກ... ຍັງມີຄົນດີ ໆ ຢູ່ຫຼາຍແມ່ນບໍ່ທ່ານຜູ່ອ່ານ :D

ກໍລະນີຂອງການຝາກເຄື່ອງນີ້ ບໍ່ຮູ້ຊິໂທດໃຜ ຖ້າໂທດຜູ່ຝາກ ລາວກໍຟ້າວກັບ ຖ້າໂທດໝູ່ທີ່ໄປຮັບ ລາວກໍໄປບໍ່ໄດ້ອີ່ຫລີ ໄປຕອນສາມໂມງກາງຄືນມັນກໍຍາກ ແຕ່ຖ້າວ່າ ຄົນເຮົາຮູ້ຈັກເຫັນໃຈກັນແລະກັນແລ້ວ ຫຼຸດຜ່ອນຄວາມຢາກໄດ້ໄດ້ມີໃຫ້ໜ້ອຍລົງແດ່ ກໍຄືຊິເຮັດໃຫ້ທຸກຢ່າງດີຂຶ້ນຫຼາຍ

Delicious Digg Fark Twitter