ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ມີ​ຊາຍ​ຍິງ​ຄູ່​ໜຶ່ງ​ຮັກ​ກັນ​ຫລາຍ ຄົບ​ກັນ​ມາ 3 ປີ ທັງ 2 ຕົກລົງ​ຈະ​ແຕ່ງ​ງານ​ກັນ
ເມື່ອ​ກຳນົດ​ມື້​ຮຽບຮ້ອຍ ຝ່າຍ​ຊາຍ​ເອງ​ກໍ່​ລໍ​ຄອຍຖ້າ​ວັນທີ່​ຈະ​ແຕ່ງ​ງານ
ຕໍ່​ມາ​ບໍ່ດົນ​ຝ່າຍ​ຊາຍ​ຮູ້​ຂ່າວ​ວ່າ ຄູ່​ຮັກ​ຂອງ​ຕົນ​ແຕ່ງ​ງານ​ກັບ​ຄົນ​ອື່ນ​ຢ່າງ​ກະ​ທັນ​ຫັນ
ໂດຍ​ຝ່າຍ​ຍິງ​ເອງ​ກໍ່​ເຕັມ​ໃຈ ບໍ່​ໄດ້​ຖືກ​ບັງຄັບ​ແຕ່​ຢ່າງ​ໃດ
ເມື່ອ​ໄດ້​ຮູ້​ຂ່າວ ຝ່າຍຊາຍນັ້ນ​ທັງ​ງົງ​ແລະ​ເສຍ​ໃຈ​ຫລາຍ
ຮ້ອງ​ໄຫ້​ບໍ່​ກິນ​ບໍ່​ນອນ ບໍ່ດົນ​ກໍ່​ປ່ວຍ​ໜັກ​ເພາະ​ຕອມໃຈ

ເວລາ​ຜ່ານ​ໄປ ຝ່າຍ​ຊາຍ​ປ່ວຍ​ໜັກ​ຂຶ້ນ​ເລື້ອ​ຍ ໆ​ ໄປ​ຫາ​ໝໍ​ເທົ່າ​ໃດກໍ່ບໍ່​ດີ​ຂຶ້ນ
ຂະນະ​ທີ່ນ​ອນປ່ວຍ​ຢູ່​ທີ່​ເຮືອນ​ນັ້ນ ມີ​ຍາພໍ່ແກ່​ ໆ​ຜ່ານມາ
ເມື່ອ​ມາຮອດຍາພໍ່ກໍ່​ຢຸດ​ຢູ່​ທີ່​ໜ້າ​ເຮືອນ ແລ້ວ​ເບິ່ງເຂົ້າໄປ​ໃນ​ເຮືອນ​ຈຶ່ງ​ເຄາະ​ປະ​ຕູ
ເດັກ​ຮັບ​ໃຊ້​ອອກ​ມາ​ເປີດ​ປະ​ຕູ​ພົບ​ວ່າ ເປັນ​ພະ ຈຶ່ງ​ບອກວ່າ ບໍ່​ເຮັດ​ບຸນ​ ນິ​ມົນຂ້າງ​ໜ້າ
ຍາພໍ່​ຍິ້ມ​ຢ່າງ​ມີ​ເມດຕາ​ແລ້ວ​ເວົ້າ​ວ່າ ອາດຕະ​ມາ​ບໍ່​ໄດ້​ມາ​ບິ​ນທະບາດ
ໃນ​ເຮືອນ​ມີ​ຄົນເຈັບ​ແມ່ນບໍ່ ອາດຕະ​ມາ​ພໍ​ມີ​ຄວາມ​ຮູ້​ທາງ​ດ້ານ​ການ​ແພດ​ໜ້ອຍໜຶ່ງ
ບໍ່​ຮູ້​ຈະ​ພໍ​ຊ່ວຍ​ໄດ້​ຫຼືບໍ່ ເດັກ​ຮັບ​ໃຊ້​ໄດ້​ຟັງ​ກໍ່ອຶ້ງ​ແຕ່​ກໍ​ບອກວ່າ ​ຕັດ​ສິນ​ໃຈ​ເອງ​ບໍ່​ໄດ້
ຕ້ອງ​ຂໍ​ໄປ​ຖາມ​ເຈົ້າ​ນາຍ​ກ່ອນ ເດັກ​ຮັບ​ໃຊ້​ຍ່າງ​ເຂົ້າໄປ​ໃນ​ເຮືອນ​ຖາມ​ເຈົ້າ​ນາຍ
ເຈົ້າ​ນາຍ​ຕອບ​ຢ່າງ​ຕັດ​ລຳ​ຄານ​ວ່າ​ຢາກ​ເຂົ້າ​ມາ ກໍ​ເຂົ້າ​ມາ!

ເມື່ອ​ຍາພໍ່ເຂົ້າໄປ​ທີ່​ຫ້ອງ​ນອນ​ພົບ​ວ່າ
ຊາຍ​ຄົນ​ດັ່ງ​ກ່າວ​ນອນ​ຢ່າງ​ໝົດ​ອາໄລ​ຕາຍ​ຢາກ​ຢູ່​ເທິງ​ຕຽງ
ສີ​ໜ້າ​ຊີດ​ຊຽວ ຮ່າງກາຍ​ຈ່ອຍຜອມ ປານດັ່ງວ່າເຄິ່ງ​ຄົນເ​ຄິ່ງ​ສົບ
ເດັກ​ຮັບ​ໃຊ້​ນຳ​ນ້ຳ​ມາ​ຖວາຍ​ຍາພໍ່ ພ້ອມ​ຈັດຕັ່ງໃຫ້ຂ້າງ ໆ ​ຕຽງ​ຂອງ​ຊາຍ​ຄົນ​ນັ້ນ
ຍາພໍ່​ຍິ້ມ​ແລ້ວ​ເວົ້າ​ວ່າ​ອາການ​ໜັກ​ເລີຍ​ເນາະ
ຊາຍ​ຄົນ​ນັ້ນ ງຽບ​ບໍ່​ສົນ​ໃຈ​ໃນ​ສິ່ງ​ທີ່ຍາພໍ່​ເວົ້າ
ຍາພໍ່​ກວດ​ສຸຂະພາບໃຫ້​ພໍ​ເປັນ​ພິທີ ຈຶ່ງ​ກ່າວ​ວ່າ ໂຊມ​ຫລາຍ​ເລີຍ​ເນາະ
ຊາຍ​ຄົນ​ນັ້ນ​ບໍ່​ສົນ​ໃຈ ຍາພໍ່​ບອກວ່າ​ບໍ່​ເຊື່ອ ລອງ​ເບິ່ງຢູ່ແວ່ນເບິ່ງ
ຊາຍ​ຄົນ​ນັ້ນ​ບໍ່​ສົນ​ໃຈ ແຕ່​ຫາງ​ຕາ​ເຫລ່​ໄປ​ທີ່​ແວ່ນ​ໃນ​ຫ້ອງ​ນອນ
ລາວໄດ້ແນມເຫັນ​ພາບ​ຂອງ​ຄົນທີ່​ຮັກ​ຢູ່ໃນ​ນັ້ນ ບໍ່ດົນ​ພາບ​ຂອງ​ຄົນ​ຮັກ​ກໍ່ຄ່ອຍ ໆ​ ຈາງ​ຫາຍ​ໄປ
ກາຍ​ເປັນ​ພາບ​ທິວທັດຝັ່ງທະ​ເລ

ທີ່ຝັ່ງ​ທະ​ເລ​ແຫ່ງ​ນັ້ນ​ງຽບ​ສະຫງົບ ບໍ່​ມີ​ຄົນ​ຜ່ານ​ໄປ​ມາ
ຂະນະ​ທີ່​ຊາຍ​ຄົນທີ່​ປ່ວຍ​ນັ້ນ ເບິ່ງ​ພາບ​ໃນແວ່ນດ້ວຍ​ຄວາມ​ສົນ​ໃຈ​ນັ້ນ
ລາວ​ພົບ​ວ່າ ມີ​ສົບຂອງ​ຍິງຄົນຫນຶ່ງ​ນອນ​ເປືອຍ​ກາຍ​ຢູ່​ທີ່​ຊາຍ​ຫາດ
ເວລາ​ຜ່ານ​ໄປ​ຈັກໜ່ອຍ ກໍ່ມີ​ຊາຍ​ຄົນ​ໜຶ່ງ​ຍ່າງ​ຜ່ານມາ
ຊາຍຄົນນັ້ນເບິ່ງເຫັນ​ສົບ​ຍິງ​ຄົນ​ນັ້ນ​ດ້ວຍ​ຄວາມ​ລັງ​ກຽດ ແລ້ວ​ຍ່າງ​ຜ່ານ​ໄປ​ຢ່າງ​ໄວວາ
ຕໍ່​ມາ​ດົນເຕີບມີ​ຊາຍ​ອີກ​ຄົນ​ໜຶ່ງ​ຍ່າງ​ຜ່ານມາ ຊາຍຄົນນັ້ນ​ເບິ່ງແນມເຫັນ​ສົບ​ນັ້ນ
ແລ້ວກໍ່ເກີດຄວາມ​ສົງ​ສານ​ຈຶ່ງ​ຖອດ​ເສື້ອ​ນອກ​ອອກ​ມາ​ຄຸມ​ຮ່າງ​ຂອງ​ຍິງ​ຄົນ​ນັ້ນ ແລ້ວ​ຍ່າງ​ຈາກ​ໄປ
ອີກດົນເຕີບ​ເຊັ່ນ​ກັນ ມີ​ຊາຍ​ອີກ​ຄົນ​ຍ່າງ​ຜ່ານມາ
ຊາຍຄົນນັ້ນພົບ​ຄົນ​ນອນ​ມີ​ຜ້າ​ຄຸມ​ຢູ່ ຈຶ່ງ​ເປີດ​ອອກ​ເບິ່ງ ເມື່ອ​ພົບ​ວ່າ ເປັນ​ສົບຜູ້ຍິງ
ດ້ວຍ​ໃຈ​ສົງ​ສານ ຈຶ່ງ​ຄິດຈະ​ຝັງ​ໃຫ້​ຮຽບຮ້ອຍ ແຕ່​ກໍ່ບໍ່​ມີ​ເຄື່ອງ​ມື​ຈະ​ຂຸດ
ລາວ​ຈຶ່ງ​ຕັດ​ສິນ​ໃຈ​ໃຊ້​ມື​ທັງ 2 ຂ້າງ ຄ່ອຍ ໆ ​ກອບ​ຊາຍ​ຂຶ້ນ​ມາ
ລາວ​ເຮັດ​ແບບ​ນີ້​ໄປ​ເລື້ອຍ​ ໆ ຈົນ​ຮອດຍາມແລງ ພໍ​ໄດ້​ຂຸມທີ່​ໃຫຍ່​ພໍ​ສົມຄວນ
ຈຶ່ງ​ໄດ້​ຝັງ​ສົບ​ຜູ້ຍິງ​ຄົນ​ນັ້ນໃຫ້​ຮຽບຮ້ອຍ​ແລ້ວ​ຈາກ​ໄປ

ຈາກ​ນັ້ນ​ພາບ​ໃນ​ແວ່ນກໍ່ປ່ຽນ​ເປັນ​ພາບ​ຂອງ​ສົບ​ຍິງ​ຄົນ​ນັ້ນ
ແລະ​ກໍ່ຄ່ອຍ ໆ ​ປ່ຽນ​ເປັນ​ພາບ​ຂອງ​ຍິງ​ຄົນ​ຮັກ ພວກເຂົາ​ໄດ້​ເຫັນ​ກໍ່​ຕົກ​ໃຈ
ພໍ​ຜ່ານໄປຈັກຫນ່ອຍ ກໍ່ປະກົດ​ເປັນ​ພາບ​ຊາຍ​ຄົນທີ່ 2
ແລ້ວກໍ່ຄ່ອຍ ໆ ​ຈາງ​ຫາຍ​ໄປ ເຫລືອ​ແຕ່​ເງົາ​ຂອງ​ຕົວ​ເອງ​ໃນ​ແວ່ນນັ້ນ

ທັນ​ໃດ​ນັ້ນ​ຍາພໍ່ກໍ່ເວົ້າຂຶ້ນ​ວ່າ ບາດ​ນີ້​ເຂົ້າໃຈ​ຫຼືຍັງ ສົບ​ນັ້ນ​ຄື​ຄູ່​ຮັກ​ຂອງ​ໂຍມ
ຊາຍ​ຄົນທີ່​ຊ່ວຍ​ຝັງ​ສົບ​ນາງ ໄດ້ຜູ​ກວາດສະໜາ​ກັບ​ນາງ​ໜຶ່ງ​ຊາດ
ຊາດ​ນີ້​ນາງ​ເລີຍ​ແຕ່ງ​ງານ​ກັບ​ນາງ ສ່ວນ​ໂຍມ​ຊ່ວຍ​ຄຸມ​ສົບ​ນາງ
ຈຶ່ງ​ຜູ​ກວາດສະໜາ 3 ປີ ຕອນ​ນີ້​ຄົບ 3 ປີ ວາດ​ສະໜາ​ສິ້ນ​ແລ້ວ​ກໍ່​ຕ້ອງ​ຈາກ​ກັນ

ເມື່ອ​ຊາຍ​ຄົນ​ນັ້ນ​ຟັງ​ຈົບ​ກໍ່ກະ​ອັກ​ເລືອດ​ອອກ​ມາ ເດັກ​ຮັບ​ໃຊ້​ຕົກ​ໃຈ​ຫລາຍ
ຍາພໍ່​ຍິ້ມ​ແລ້ວ​ບອກວ່າ ໂຍມ​ລອດ​ແລ້ວ ເມື່ອ​ກີ້​ໂຍມ​ກະ​ອັກ​ເລືອດ​ເອົາ​ເລືອດ​ເສຍ​ອອກ​ມາ​ແລ້ວ
ຕໍ່​ມາ​ບໍ່ດົນ​ຊາຍ​ຄົນ​ນັ້ນ​ກໍ່ເຊົາປ່ວຍ ແລະໄດ້​ອອກ​ບວດ​ໃນ​ທີ່ສຸດ

^_^ ຄົນ​ເຮົາ​ໄດ້ພົບກັນ ບໍ່ແມ່ນ​ເລື່ອງ​ບັງ​ເອີນ ຄວາມ​ສຳພັນ ພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ, ໝູ່, ສັດຕູ, ຄົນ​ຮັກ ​ແລະ ອື່ນ  ໆ ບໍ່ແມ່ນ​ຂອງ​ເລື່ອນ​ລອຍ ເມື່ອ​ມີ​ວາດສະໜາ ບໍ່​ຕ້ອງ​ຮຽກຮ້ອງ ເຖິງ​ເວລາ​ກໍ​ມາ​ພົບ​ກັນ
ແລະເມື່ອ​ສິ້​ນວາດສະໜາ ກໍ່​ຕ້ອງ​ຈາກ​ກັນ ຈະຝືນແນວໃດກໍ່ບໍ່ໄດ້
ໃນ​ຕອນ​ທີ່​ຍັງ​ບໍ່​ຈາກ​ກັນ​ນີ້ ເຈົ້າ​ເຮັດ​ໄດ້​ເຮັດ​ດີ​ຕໍ່​ຄົນ​ຮັກຂອງ​ເຈົ້າ​ຫລື​ຍັງ
ເພາະ​ເຖິງ​ເວລາ​ທີ່​ຕ້ອງ​ຈາກ​ກັນ ບໍ່​ວ່າ​ເຈົ້າ​ຈະ​ມີ​ເງີນ​ຫລື​ອຳນາດ​ລົ້ນ​ຟ້າ ກໍ່ເອີ້ນມັນ​ກັບ​ຄືນ​ມາ​ບໍ່​ໄດ້
ເຮັດ​ດີ​ຕໍ່​ກັນ​ໄວ້​ດີກວ່າ ເພາະ​ບໍ່​ມີ​ໃຜ​ຮູ້​ວ່າ ເຮົາ​ຈະ​ຕ້ອງ​ຈາກ​ກັນ​ຕອນໃດ ^_^
Delicious Digg Fark Twitter