ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ຂ້ອຍອາໄສຢູ່ກັບເອື້ອຍ ຢູ່ກັນສອງຄົນໃນເຮືອນສອງຊັ້ນຫລັງນ້ອຍ ໆ ບ່ອນເຮັດວຽກຂອງຂ້ອຍຢູ່ຫ່າງຈາກເຮືອນບໍ່ເທົ່າໃດ ທຸກມື້ຫລັງເລີກວຽກ ຂ້ອຍຈະຍ່າງກັບບ້ານດ້ວຍຄວາມຫວັງວ່າ ຍາມໃດຂ້ອຍຈະມີແຟນນຳເພິ່ນ ຂະນະທີ່ຂ້ອຍກຳລັງເບິ່ງໜັງຢູ່ໃນຫ້ອງ ກໍ່ໄດ້ຍິນສຽງເອື້ອຍເອີ້ນໃຫ້ລົງໄປຊັ້ນລຸ່ມ ລົງໄປແລ້ວເອື້ອຍຂ້ອຍກໍ່ບອກວ່າ ໝູ່ຂອງເອື້ອຍຍ້າຍເຂົ້າມາເຊົ່າເຮືອນຕິດກັບເຮືອນເຮົາ ເອື້ອຍຂ້ອຍແນະຂ້ອຍໃຫ້ຮູ້ຈັກກັບ “ເອື້ອຍມົດ” ແລະຂໍແຮງຂ້ອຍ ຊ່ວຍຂົນຍ້າຍສຳພາລະເຂົ້າເຮືອນ ແຕ່ສາຍຕາ ແລະຮອຍຍິ້ມ ຂອງເອື້ອຍມົດທີ່ເບິ່ງມາຫາຂ້ອຍນັ້ນ ເຮັດເອົາຫົວໃຈຂອງຂ້ອຍປານຈະຢຸດເຕັ້ນເອົາໂລດ...

ຜິວຂອງເອື້ອຍມົດຂາວລະອຽດຫລາຍ ເຂົ້າໃຈວ່າ ຄົງຜ່ານການເບິ່ງແຍງມາຢ່າງດີ ເອື້ອຍມົດສູງປະມານ 170 ຊມ. ແອວກິ່ວຮັບກັບບັ້ນທ້າຍທີ່ໄດ້ຮູບຢ່າງແປກປະຫລາດ ໃນລະຫວ່າງທີ່ຊ່ວຍກັນຂົນຍ້າຍສິ່ງຂອງ ຂ້ອຍເບິ່ງຜ່ານໜ້າເອິກຂອງເອື້ອຍມົດຢ່າງບໍ່ຕັ້ງໃຈ ແຕ່ກໍ່ອົດຈະຄິດຮອດໝາກໂມລູກນ້ອຍ ໆ ທີ່ແມ່ຄ້າວາງຂາຍຢູ່ໃນຕະຫລາດບໍ່ໄດ້ ເອື້ອຍມົດເອົາມັນມາຈາກໃສເດ້ ເຫັນແລ້ວເປັນຕາໜ້າໜັກເອິກໜັກໃຈແທນແທ້  ໆ ຍາມທີ່ພວກເຮົາພາຂົນຍ້າຍສິ່ງຂອງ ຜ່ານຊ່ອງທາງນ້ອຍ ໆ ທີ່ຕ້ອງຄ່ອຍ ໆ ບຽດຜ່ານກັນ ຂ້ອຍຮູ້ສຶກໄດ້ເຖິງຄວາມອ່ອນນຸ້ມຈາກຮ່າງກາຍເອື້ອຍມົດ ທີ່ບົດບຽດມາຖືກຮ່າງກາຍຂ້ອຍ ທີ່ເຕັມໄປດ້ວຍເມັດເຫື່ອ ມັນເປັນຄວາມຮູ້ສຶກທີ່ຄົນຢ່າງຂ້ອຍຍາກຈະບັນລະຍາຍແທ້  ໆ ເອື້ອຍມົດຄົງຈະເຫັນຂ້ອຍເປັນນ້ອງເລີຍບໍ່ໄດ້ລະວັງຕົວ ຂ້ອຍໄດ້ແຕ່ຂົ່ມຄວາມຮູ້ສຶກແປກ ໆ ທີ່ກຳລັງເຜົາໄຫມ້ຂຶ້ນມາໃນໃຈຢ່າງສຸດຄວາມສາມາດ ເພາະ ຢ່າງນ້ອຍກໍ່ເພື່ອເຫັນແກ່ເອື້ອຍຂອງຂ້ອຍ ຂ້ອຍຈຶ່ງບໍ່ຄວນຄິດຫຍັງຫລາຍໄປກວ່ານີ້

ວັນເວລາຜ່ານໄປ ເອື້ອຍມົດມັກຈະມາເປັນແຂກປະຈຳຂອງເອື້ອຍຂ້ອຍເກືອບທຸກມື້ ບາງມື້ກໍ່ຊວນກັນອອກໄປເບິ່ງໜັງພັກຜ່ອນ ບາງມື້ກໍ່ຊວນກັນໄປຫາໝໍຄວາມງາມ (ບໍ່ຮູ້ເອື້ອຍຂ້ອຍຈະບ້າຄວາມງາມໄປນຳເອື້ອຍມົດໄປຮອດໃສເດ້ ບໍ່ເຂົ້າໃຈແທ້  ໆ ) ແຕ່ສາຍຕາທີ່ເອື້ອຍມົດເບິ່ງມາຫາຂ້ອຍນັ້ນ ມັນແຝງແວວຕາແປກ ໆ ຫລາຍຂຶ້ນທຸກມື້ ບາງຄືນຂ້ອຍຫລັບຕານອນຍັງເບິ່ງເຫັນຮອຍຍິ້ມ ແລະແວວຕາຄູ່ນັ້ນຈົນນອນບໍ່ຫລັບ ຕ້ອງລຸກຂຶ້ນມາອອກກຳລັງກາຍໜັກ ໆ ເພື່ອຂົ່ມຄວາມຮູ້ສຶກຕົວເອງໃຫ້ບັນເທົາລົງ

ແລະໃນຄ່ຳຄືນນີ້ກໍ່ສອງໂມງກາງຄືນແລ້ວ ຂ້ອຍຕື່ນຂຶ້ນມາເພາະສຽງເອີ້ນຂອງເອື້ອຍທີ່ດັງມາຈາກຊັ້ນລຸ່ມ ຂ້ອຍຍ່າງລົງຂັ້ນໄດໄປ ເຫັນເອື້ອຍຂ້ອຍກຳລັງພາເອື້ອຍມົດ ທີ່ຢູ່ໃນອາການເມົາ ບໍ່ໄດ້ສະຕິຂຶ້ນຂັ້ນໄດມາ ເອື້ອຍຂ້ອຍບອກວ່າ ຄືນນີ້ໝູ່ຮຽນລຸ້ນດຽວກັນເຂົາຈັດງານສະຫລອງ ແຕ່ເອື້ອຍມົດເມົາຫລາຍ ກະແຈເຮືອນເອື້ອຍມົດກໍ່ຊອກບໍ່ເຫັນ ຈຶ່ງຕ້ອງພາມານອນເຮືອນເຮົາກ່ອນ ແລ້ວເອື້ອຍກໍ່ບອກໃຫ້ຂ້ອຍ ປະຄອງເອື້ອຍມົດຂຶ້ນໄປນອນເທິງຫ້ອງຂອງເອື້ອຍຂ້ອຍ ສ່ວນຕົວເອື້ອຍຂ້ອຍ ລາຂັບລົດອອກຈາກເຮືອນໄປສົ່ງໝູ່ລາວອີກສອງສາມຄົນ ຂ້ອຍປະຄອງເອື້ອຍມົດຂຶ້ນຂັ້ນໄດໄປຫ້ອງເອື້ອຍຂ້ອຍ ດ້ວຍແຂນຂາທີ່ສັ່ນຈົນເກືອບຈະຄວບຄຸມບໍ່ໄດ້ ກິ່ນໄວນ໌ອ່ອນ ໆ ປະສົມກັບກິ່ນນ້ຳຫອມລາຄາແພງທີ່ອາບຢູ່ເທິງຕົນໂຕອື້ອຍມົດ ລອຍມາເຂົ້າດັງຂ້ອຍ ໝາກໂມໜ່ວຍນ້ອຍ ໆ ມັນບຽດກັບຮ່າງກາຍຂ້ອຍ ຈົນຫລຸດອອກຈາກເກາະເອິກມາໂຊແກ່ສາຍຕາ

ຂ້ອຍໄດ້ແຕ່ຂົ່ມຄວາມຮູ້ສຶກຕົວເອງ ປະຄອງເອື້ອຍມົດຂຶ້ນມາຈົນສຸດທາງຍ່າງຂຶ້ນຂັ້ນໄດຢ່າງຍາກຊາ ແຕ່ແລ້ວເຫດການທີ່ຂ້ອຍບໍ່ຄາດຄິດກໍ່ເກີດຂຶ້ນ ອາດຈະເປັນຍ້ອນຄວາມເມົາ ເອື້ອຍມົດຍູ້ຂ້ອຍເຂົ້າໄປຕິດຝາ ໜ້າເອິກທັງສອງບົດບຽດກັບໜ້າເອິກເປືອຍເປົ່າຂອງຂ້ອຍຢ່າງແນບແໜ້ນ ກ່ອນທີ່ຂ້ອຍຈະທັນໄດ້ຕັ້ງຕົວ ຮິມຝີປາກຂອງເອື້ອຍ ກໍ່ກົດລົງມາບົດບຽດກັບຮິມຝີປາກຂ້ອຍ ຈາກນັ້ນສະຕິຂອງຂ້ອຍກໍ່ຂາດລົງ ລືມຜິດຊອບຊົ່ວດີ ລືມທຸກສິ່ງຮອບກາຍ ຂ້ອຍເຮັດສິ່ງຮ້າຍແຮງທີ່ສຸດໃນຊີວິດກັບເອື້ອຍມົດ ຢ່າງບໍ່ໜ້າໃຫ້ອະໄພໄດ້ເລີຍ...

ສະຕິຂ້ອຍ ກັບຄືນມາອີກເທື່ອໜຶ່ງ ໄດ້ຍິນສຽງຮ້ອງປານໃຈຈະຂາດໃຈຂອງເອື້ອຍມົດ ແຕ່ທຸກຢ່າງມັນກໍ່ສາຍເກີນທີ່ຈະແກ້ໄຂແລ້ວ... ອາລົມທີ່ອັດອັ້ນມັນໄຫລອອກຈາກຕົວຂ້ອຍຢ່າງສຸດຈະຄວບຄຸມ ຂ້ອຍບໍ່ໜ້າເຮັດມັນລົງໄປເລີຍ…

ຂ້ອຍຂໍໂທດ… ສຽງຂໍໂທດຂອງຂ້ອຍຫລຸດອອກມາຈາກ ປາກຢ່າງແຜ່ວເບົາ ພາຍໃຕ້ສຽງສະອື້ນແລະນ້ຳຕາທີ່ໄຫລອອກມາຢ່າງບໍ່ຂາດສາຍ ຂ້ອຍກອດເອື້ອຍມົດຢ່າງສຳນຶກຜິດໃນການກະທຳຂອງຕົວເອງ ແຕ່ເລືອດທີ່ໄຫລອອກມາເຕັມຂາຂອງເອື້ອຍມົດ ເຮັດໃຫ້ຂ້ອຍຕົກໃຈຈົນເກືອບຫມົດສະຕິ...

ຫລັງຈາກເຈົ້າຫນ້າທີ່ໂຮງໝໍຮັບຕົວເອື້ອຍມົດເຂົ້າຫ້ອງສຸກເສີນແລ້ວ ຂ້ອຍເອນກາຍນັ່ງລົງຕັ່ງນັ່ງຢ່າງໝົດແຮງ  ຄົງເປັນຄັ້ງທຳອິດຂອງເອື້ອຍມົດ ທີ່ພົບເລື່ອງຮ້າຍແຮງແບບນີ້ ເອື້ອຍມົດຈະໃຫ້ອະໄພຂ້ອຍຫລືບໍ່? ຫາກເອື້ອຍມົດແຈ້ງຕຳຫຼວດເດ້? ຂ້ອຍຄວນເຮັດແນວໃດດີ ຂ້ອຍບໍ່ໜ້າເຮັດແບບນີ້ກັບເອື້ອຍມົດເລີຍ ແຕ່ຂ້ອຍບໍ່ໄດ້ຕັ້ງໃຈແທ້  ໆ ຮ່າງກາຍມັນເຮັດໄປຕາມຄວາມຕ້ອງການຂອງມັນເອງ ແລ້ວຂ້ອຍຈະບອກເລື່ອງນີ້ກັບເອື້ອຍຂ້ອຍແນວໃດ?

ເອື້ອຍຂອງຂ້ອຍຢືນເບິ່ງໜ້າຂ້ອຍ ດ້ວຍແວວຕາທີ່ຍາກເກີນຈະບັນລະຍາຍອອກມາເປັນຄຳເວົ້າໃດ ໆ ໃນໂລກນີ້ໄດ້
ຂ້ອຍນັ່ງກົ້ມໜ້າ ເປັ່ງສຽງຄ່ອຍ ໆ ໃຫ້ເລັດລອດອອກຈາກປາກຢ່າງຍາກຊາ

ຂ້ອຍຂໍໂທດເອື້ອຍ....

ເອື້ອຍກໍ່ຮູ້ວ່າຂ້ອຍ ຊັງກະເທີຍຫລາຍ ຂ້ອຍລືມຕົວຖີບເອື້ອຍມົດຕົກຂັ້ນໄດ ຂ້ອຍເຮັດໄປຢ່າງບໍ່ຮູ້ໂຕແທ້ ໆ


(ບໍ່ໜ້າປ່ອຍໃຫ້ມັນຢູ່ກັບນາງມົດສອງຕໍ່ສອງແທ້ ໆ… ເອື້ອຍຂ້ອຍຈົ່ມ ໆ ຄ່ອຍ ໆ ໃຫ້ໄດ້ຍິນ)


……ນິທານເລື່ອງນີ້ສອນໃຫ້ຮູ້ວ່າ…..ກະເທີຍຄວນລະວັງຊາຍກ້າມໃຫຍ່….ເຫີ… ເຫີ… ອ່ານຮອດຕອນນີ້ແລ້ວຖອນຫາຍໃຈກັນຢ່າງໃຫຍ່

ໃຜອ່ານແລ້ວຄິດໄປເລື່ອງອື່ນລະກໍ່ສະແດງວ່າ... ຮະຮະຮາ....
Delicious Digg Fark Twitter