ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ນົກໂມອາ

(ພາບຈຳລອງຂອງໂມອາ)

ບົດລຳໃນພື້ນເມືອງຂອງເຜົ່າເມົາຣີ ຊົນພື້ນເມືອງແຫ່ງນິວຊີແລນ ມີເນື້ອງເພງຕອນນຶ່ງຮ້ອງວ່າ “ກາ ງາໂຣ ອີ ເຕ ງາໂຣ ອາ ເຕ ໂມອາ” ເຊິ່ງມີຄຳແປວ່າ “ອະນິດຈາ... ແລ້ວເຮົາກໍຄົງສູນສິ້ນໄປດັ່ງໂມອາ”

ໂມອາ ເປັນຊື່ທີ່ຊາວເມົາຣີເອີ້ນນົກຊະນິດນຶ່ງທີ່ບິນບໍ່ໄດ້ ນົກຊະນິດນີ້ເຄີຍອາໄສຢູ່ເທິງເກາະນິວຊີແລນ ມັນມີລັກສະນະຄ້າຍກັບນົກອີມູຂະໜາດຍັກ ມີຄວາມສູງເຖິງສາມແມັດເຄິ່ງ ນ້ຳໜັກຂອງມັນປະມານ 250 ເຖິງ 300 ກິໂລ ແຕ່ນົກໂມອາບໍ່ມີປີກເລີຍ ເຊັ່ນດຽວກັບນົກກີວີ ແຕ່ບໍ່ຄືກັບນົກກະຈອກເທດທີ່ຍັງມີປີກນ້ອຍ ໆ ໃຫ້ພໍເຫັນແດ່. ຂົນຂອງນົກໂມອາບໍ່ໄດ້ເປັນແຜງຄືກັບຂົນນົກທົ່ວໄປ ແຕ່ເປັນລັກສະນະຄ້າຍກັບເສັ້ນຜົມ.

ຄັ້ງເມື່ອເກາະນິວຊີແລນແຍກຕົວຈາກແຜ່ນດິນໃຫຍ່ເມື່ອ 80 ລ້ານປີກ່ອນນັ້ນ ເຮັດໃຫ້ເກາະແຫ່ງນີ້ມີສະພາບບໍ່ປ່ຽນແປງໄປຈາກທີ່ເຄີຍເປັນ ສັດລ້ຽງລູກດ້ວຍນົມດັ້ງເດີມຂອງນິວຊີແລນມີພຽງເຈຍເທົ່ານັ້ນ ບັນດານົກທີ່ອາໄສເທິງເກາະຈຶ່ງປາສະຈາກສັດຕູໃດ ໆ ນົກຈຳນວນຫຼາຍຫາກິນເທິງພື້ນດິນ ແລະບໍ່ຈຳເປັນຕ້ອງໃຊ້ປີກອີກຕໍ່ໄປ ເຮັດໃຫ້ມີນົກຫຼາຍຊະນິດທີ່ຕໍ່ມາໄດ້ວິວັດທະນາການ ຈົນບໍ່ສາມາດບິນໄດ້ອີກ ເຮັດໃຫ້ມີນົກທີ່ບິນບໍ່ໄດ້ຢູ່ຫຼາຍຊະນິດ ແລະໂມອາກໍເປັນນຶ່ງໃນຈຳພວກນັ້ນ ໂມອາວິວັດທະນາການຈົນມີຂະໜາດທີ່ໃຫຍ່ໂຕ ແລະກາຍເປັນເຈົ້າເກາະໂດຍສົມບູນ.

ແຕ່ວ່າເມື່ອຊາວເມົາຣີອົບພະຍົບເຂົ້າມານິວຊີແລນເມື່ອງນຶ່ງພັນປີກ່ອນ ໂມອາຈຳນວນຫຼາຍທີ່ຖືກລ່າຢ່າງໂຫດຫ້ຽມ ຈາກຄຳບອກເລົ່າໃນສະໄໝນັ້ນ ນັກລ່າຈະຂຸດຂຸມຂະໜາດໃຫຍ່ເອົາໄວ້ ແລະໄລ່ຕ້ອນໂມອາຈົນມັນຕົກລົງໄປ ຈາກນັ້ນຈຶ່ງຂ້າມັນໂດຍໃຊ້ຫອກແທງ ດ້ວຍຄວາມທີ່ໂມອາເປັນນົກທີ່ມີຂະໜາດໃຫຍ່ ແຕ່ບໍ່ມີສິ່ງໃດສາມາດໃຊ້ປ້ອງກັນໂຕໄດ້ ຂາຂອງມັນກໍແລ່ນຊ້າຫຼາຍ ເຮັດໃຫ້ມັນຖືກລ່າໂດຍງ່າຍດາຍ ຈົນໃນທີ່ສຸດ ນົກໂມອາກໍສູນພັນໄປຈາກແຜ່ນດິນນິວຊີແລນ ແລະຈາກໂລນີ້ໄປເມື່ອສາມຮ້ອຍປີກ່ອນ ກ່ອນທີ່ຊາວຢູໂຣບຈະເດີນທາງໄປຮອດນິວຊີແລນ.

 

 

ແປແລະຮຽບຮຽງຈາກ http://1001001200.exteen.com/20080719/entry-2
ອ່ານເພີ່ມເຕີມໄດ້ທີ່ http://www.ipst.ac.th/thaiversion/publications/in_sci/moa_bird.html

Delicious Digg Fark Twitter