ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2009 | ມີ 104 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຮູ້ສຶກວ່າ ຈະດົນພໍສົມຄວນແລ້ວທີ່ບໍ່ມີຂ່າວໃໝ່ມາແຈ້ງ ແລະສຳຫລັບມື້ນີ້ເອງ ຂ້າພະເຈົ້າ ຕາງໜ້າທີມງານພັນລາວ ຈະຂໍມາແຈ້ງການກ່ຽວກັບຄວາມປ່ຽນແປງທີ່ກຳລັງຈະເກີດຂຶ້ນ ໃນອະນາຄົດອັນໃກ້ນີ້ ໂດຍສະເພາະແມ່ນກ່ຽວກັບລະບົບຕ່າງໆ ທີ່ອາດຈະຖືກຕັດທອນອອກໄປ ແລະ/ຫຼື ປ່ຽນແປງກົດກະຕິກາ ເພື່ອໃຫ້ສອດຄ່ອງກັບສະຖານະການ.

ເລື່ອງທຳອິດ ແມ່ນເລື່ອງ ເງິນພັນລາວ ເຊິ່ງມີມາດົນນານ ຕັ້ງແຕ່ຊ່ວງໄລຍະເປີດເວັບໃໝ່ໆ ເລື້ອຍມາ ຈົນມາຮອດປັດຈຸບັນ ຕອນນີ້ຕັດສິນໃຈວ່າ ຈະຍຸບລະບົບເງິນນີ້ອອກ ເພາະເປັນຜົນເສຍຫຼາຍກວ່າຜົນດີ ດັ່ງທີ່ຫຼາຍໆ ທ່ານອາດຈະພໍຮູ້ສາຍເຫດກັນແດ່ແລ້ວ. ເມື່ອບໍ່ມີລະບົບເງິນພັນລາວແລ້ວ ກໍຢ່າຟ້າວເສຍໃຈໄປສຳຫລັບໃຜທີ່ນິຍົມສະສົມຄະແນນ ທາງທີມງານໄດ້ວາງແຜນເຮັດລະບົບວໃໝ່ຂຶ້ນມາແທນທີ່ ເຊິ່ງຈະເປັນແບບໃດກໍຕິດຕາມຕອນຕໍ່ໄປ.

ເລື່ອງທີ່ສອງ ກໍແມ່ນເລື່ອງຂອງເພງ ປາກົດວ່າ ປັດຈຸບັນນີ້ ເພງໃນພັນລາວອຸດົມໄປດ້ວຍເພງທີ່ມີລິຂະສິດ ເຊັ່ນວ່າ ເພງຈາກຕ່າງປະເທດ ຫຼືແມ່ນແຕ່ເພງລາວນຳກັນເອງ ດັ່ງນັ້ນແລ້ວ ທາງທີມງານເຮົາກໍ ບໍ່ຕ້ອງການຈະມີບັນຫາກັບການລະເມີດລິຂະສິດຂອງສິລປິນ ຈຶ່ງເຫັນວ່າ ຈະຍຸບໝວດເພງອອກໄປອີກເຊັ່ນກັນ.

ເລື່ອງຕໍ່ມາ ເລື່ອງທີ່ສາມ ເລື່ອງຄລິບວິດີໂອ ອັນນີ້ກໍປາກົດວ່າ ມີແຕ່ຄລິບວິດີໂອເພງ ແລະໜັງທີ່ມີລິຂະສິດຢູ່ເປັນຈຳນວນຫຼວງຫຼາຍ ເຊິ່ງຜິດກັບກົດລະບຽບທີ່ວາງອອກໄວ້ຄັກແນ່ (ແຕ່ສົງໄສບໍ່ມີຄົນສົນໃຈປານໃດ) ເຮັດໃຫ້ການນຳໃຊ້ໝວດຄລິບວິດີໂອນັ້ນ ຜິດຈຸດປະສົງດັ້ງເດີມທີ່ມີມາ. ຄວາມເດີມນັ້ນ ໝວດຄລິບວິດີໂອແມ່ນເຮັດມາໄວ້ເພື່ອໃຫ້ສະມາຊິກພັນລາວ ສາມາດອັບໂຫຼດຄລິບທີ່ສະມາຊິກຖ່າຍໄວ້ດ້ວຍຕົນເອງ ເພື່ອແບ່ງປັນໃຫ້ສະມາຊິກຄົນອື່ນໆ ໄດ້ເບິ່ງ ແຕ່ຕອນນີ້ກາຍເປັນວ່າ ໝວດຄລິບວິດີໂອເປັນແຫຼ່ງຮວບຮວມຄລິບ MV ເພງແລະໜັງໄປແທນ ອັນນີ້ກໍເຫັນວ່າຕ້ອງແກ້ໄຂ ບໍ່ດັ່ງນັ້ນແລ້ວຈະກາຍເປັນວ່າ ຜິດຈາກຄວາມຕັ້ງໃຈເດີມໄປ ອີກທັງບໍ່ເກີດປະໂຫຍດສ້າງສັນຫຍັງຫຼາຍ. ຢ່າງໃດກໍຕາມ ຄລິບວິດີໂອທີ່ຖືກຕາມຈຸດປະສົງເດີມກໍພໍມີຢູ່ ເຊັ່ນວ່າ ຄລິບວິດີໂອຂອງຄົນໃຈດີ (http://punlao.com/khonjaidee/videos/13) ຫຼືຄລິບໜັງສັ້ນຂອງນັກສຶກສາບາງກຸ່ມເປັນຕົ້ນ.

ຢ່າງໃດກໍຕາມ ທັງສາມຂໍ້ທີ່ວ່າມານີ້ ກໍຍັງບໍ່ໄດ້ລົງມືປະຕິບັດເທື່ອ ເປັນແຈ້ງການໃຫ້ຮູ້ລ່ວງໜ້າກ່ອນ ຫາກສະມາຊິກທ່ານໃດມີຄຳເຫັນ ຕ້ອງການບອກກ່າວ ກໍສາມາດຂຽນເຂົ້າມາໄດ້.

ດ້ວຍຄວາມນັບຖື,

ທີມງານພັນລາວ

ປ.ລ. ໄລຍະນີ້ເວັບໄຊພັນລາວມີບັນຫາເລັກນ້ອຍ ບາງຄັ້ງຈະເກີດອາການຕອບສະໜອງຊ້າໆ ອັນນີ້ເປັນນຳເວັບ ບໍ່ໄດ້ເປັນນຳເນັດເດີ້ພີ່ນ້ອງ ທາງທີມງານກຳລັງດຳເນີນການແກ້ໄຂ...

Delicious Digg Fark Twitter