ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2009 | ມີ 31 ຄຳເຫັນ ແລະ 0 trackback(s)

ມື້ວານໄປຖ່າຍຮູບຢູ່ວັດຊຽງທອງ ຫຼວງພະບາງ ປາກົດວ່າ ມີຄົນນັ່ງຢູ່ຂັ້ນໄດວັດ ກໍເລີຍຄາໃຈ ຄຶດວ່າ ໄວ້ຄົນໜ້ອຍແລ້ວໄປຖ່າຍໃໝ່ອີກ.

ມາຮອດມື້ນີ້ ຫຼັງຈາກເຮັດວຽກແລ້ວໆ ຕອນປະມານ 2 ໂມງ ຄຶດວ່າຍາມນີ້ໜ້າຈະດີ ຟ້າແດດກຳລັງດີ ແສງໜ້າຈະຄັກ ກໍເລີຍກັນອອກໄປວັດຊຽງທອງອີກ. ຄັ້ງນີ້ໄປຮອດ ມີຄົນເອີ້ນໃສ່ ເປັນຊຸ້ມເຝົ້າທາງເຂົ້າວັດ ຢູ່ຟາກຂວາມື ເຂົາບອກວ່າ ໃຫ້ຊື້ປີ້ ເຊິ່ງກໍແປກໃຈ ເພາະມື້ວານ ຂພຈ ໄປຄົນດຽວ ບໍ່ໄດ້ຊື້ປີ້ຫຍັງ. ກໍຍ່າງເຂົ້າໄປຫາ ແລະຖາມວ່າ “ຄົນລາວກໍຊື້ບໍ?” ແມ່ປ້າຢູ່ຫັ້ນກໍຖາມກັບວ່າ “ແລ້ວເຈົ້າບໍ່ແມ່ນຄົນຫຼວງພະບາງບໍ?” ຂພຈ ຟັງແລ້ວກໍງົງ ອ້າວ... ເປັນຫຍັງຖາມແບບນີ້? ກໍຕອບໄປວ່າ “ຄົນຫຼວງພະບາງນີ້ລະ” ແລ້ວແມ່ປ້ານັ້ນກໍບອກວ່າ “ຄົນລາວກໍເສຍ ຄົນຕ່າງປະເທດກໍເສຍ ໃຫ້ບໍລິຈາກ ເທົ່າໃດກໍໄດ້” ກໍເລີຍບໍລິຈາກໄປ 5,000 ກີບ ແລ້ວກໍເຊັນຊື່ພ້ອມ ໂດຍບໍ່ໄດ້ປີ້ມາ.

ຫຼັງຈາກນັ້ນກໍໄປເລາະຖ່າຍຮູບ ຖ່າຍໄປກໍຄຶດເຄືອງໄປ ແມ່ປ້ານັ້ນບໍ່ໜ້າຈະເວົ້າແບບນັ້ນ ອັນທີ່ລາວຖາມວ່າ “ເຈົ້າບໍ່ແມ່ນຄົນຫຼວງພະບາງບໍ?” ເອີ ອັນແນວນັ້ນກໍຖາມເນາະ ຖ້າເສຍກໍບອກວ່າຕ້ອງເສຍທຸກຄົນ ຄົນລາວຄົນຕ່າງປະເທດກໍເສຍ ກໍວ່າໄປຍັງພໍຟັງໄດ້ ອັນນີ້ລະເວົ້າໃຫ້ກັນ “ເຈົ້າບໍແມ່ນຄົນຫຼວງພະບາງບໍ?”

ກໍພະຍາຍາມຈະບໍ່ຄຶດຫຍັງ ຖືວ່າເຂົາກໍເຮັດໜ້າທີ່ເຂົາເດ້ເນາະ ມີໜ້າທີ່ເຝົ້າເກັບເງິນກໍເກັບ ກໍຖືກແລ້ວ ເຮົາບໍ່ຄວນຈະໄປຄຶດເລັກຄຶດນ້ອຍ ເພາະເຂົາເກັບໄປບູລະນະສະຖານທີ່ ໄປເປັນຄ່ານ້ຳຄ່າໄຟ ຄ່າພັດຕາຫານ ແມ່ນຫຍັງຕ່າງໆ ກໍວ່າກັນໄປເນາະ ເພາະສະນັ້ນ ບໍ່ມີເຫດຜົນຫຍັງທີ່ຕ້ອງໄປໃຈຮ້າຍນຳຄົນເກັບເງິນ.

ບາດນີ້ພໍຕອນກັບ ຍ່າງອອກມາທາງເກົ່າ ມີຜູ່ສາວແລ່ນໆ ມາທັກ ລາວຖາມວ່າ “ອ້າຍ ຊື້ປີ້ແລ້ວບໍ?” ຂພຈ ຟັງແລ້ວກໍອ້າວວວ ແມ່ນຫຍັງຊື້ປີ້? ກໍເລີຍຕອບໄປວ່າ “ບໍລິຈາກຢູ່ຟາກພີ້ແລ້ວ” ສາວນັ້ນຟັງແລ້ວກໍຍ່າງກັບໄປ ແລ້ວຮ້ອງໃສ່ອີກຄົນນຶ່ງວ່າ “ເຂົາເຈົ້າບໍລິຈາກແລ້ວ” ຂພຈ ຟັງແລ້ວກໍແປກໃຈ ເອີ.. ຈັ່ງໃດກັນເນາະ ພວກນີ້.

ມາຮອດບ່ອນທາງອອກ ຍ່າງກາຍແມ່ປ້າທີ່ນັ່ງຂາຍປີ້ນັ້ນ ກໍບໍ່ໄດ້ສົນໃຈຫຍັງ ແຕ່ພໍດີມີຄົນຍ່າງສວນທາງມາ ເປັນແມ່ປ້າອີກຄົນ ກັບຫຼານຊາຍ (ຫຼືລູກຊາຍ) ຂອງລາວ ມາຮອດ ລາວກໍລົມນຳປ້າຄົນຂາຍປີ້ວ່າ “ເຮັດຫຍັງຢູ່?” ປ້າຄົນຂາຍປີ້ກໍຕອບວ່າ “ໂອ ນັ່ງຂາຍປີ້ຢູ່” ຈາກນັ້ນ ຄົນຂາຍປີ້ກໍເວົ້ານຳປ້າຄົນທີ່ເຂົ້າມາວັດວ່າ “ມາຫຍັງເດ້?” ປ້າຄົນເຂົ້າມາໃໝ່ກໍຕອບວ່າ “ພາຫຼານ (ຫຼືລູກບໍ່ຈັກ) ມາເບິ່ງວັດ ຕ້ອງຊື້ປີ້ບໍ່?” ແມ່ປ້າຄົນຂາຍປີ້ກໍບອກວ່າ “ບໍ່ ເຂົ້າໄປໂລດ ຄົນລາວບໍ່ເປັນຫຍັງ ບໍ່ຊື້ກໍໄດ້!!!!”

ຂພຈ ຢືນຟັງຢູ່ຫັ້ນ ໄດ້ຍິນດັ່ງນັ້ນກໍຮູ້ສຶກແປັບໆ ໃນໃຈ ... ເອີ.. ເຈິຄົນຮູ້ຈັກລະບອກວ່າ ບໍ່ເປັນຫຍັງຄົນລາວກໍໄດ້ ບາດອັນ ຂພຈ ໄປຫັ້ນ ຜັດເວົ້າວ່າ “ເຈົ້າບໍ່ແມ່ນຄົນຫຼວງພະບາງບໍ? ຄົນລາວກໍເສຍ ຄົນຕ່າງປະເທດກໍເສຍ” ... ເອີ ... ແປກດີເນາະ ຂພຈ ກໍບໍ່ຮູ້ຊິເວົ້າຫຍັງ ຂພຈ ກໍມີແຕ່ວ່າ “ເອີ... ດີເນາະ” ແລ້ວກໍຍ່າງອອກຈາກວັດມາ...

ຮູບນີ້ ແມ່ນຮູບທີ່ມື້ວານໄປຖ່າຍມາ ມັນຄາໃຈບ່ອນມີຄົນນັ່ງບ່ອນຂັ້ນໄດ ກໍເລີຍຕັ້ງໃຈວ່າຈະໄປຖ່າຍຄືນໃໝ່ ແຕ່ມື້ນີ້ໄປແລ້ວເຈິແບບນີ້ກໍບໍ່ຈັກຊິວ່າ ~_~


ວັດຊຽງທອງ

Delicious Digg Fark Twitter