ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2008 | ມີ 172 ຄຳເຫັນ ແລະ 0 trackback(s)

ສຳລັບວົງການເພງຂອງລາວເຮົາ ນັບສະເພາະເພງແນວໄວລຸ້ນ ຫຼືທີ່ນິຍົມເອີ້ນກັນວ່າ “ເພງສະຕິງ” ນັ້ນ ໃນຊ່ວງຫຼາຍປີທີ່ຜ່ານມາກໍ່ມີການພັດທະນາໄປຫຼາຍ ໂດຍສະເພາະແມ່ນໃນດ້ານບຸກຄະລາກອນ ທີ່ມີເພີ່ມເຂົ້າມາໃນວົງການຢູ່ຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນນັກຮ້ອງຊາຍຍິງ ທີ່ໄດ້ແຈ້ງເກີດຈາກການປະກວດໃນເວທີຕ່າງ ໆ ທີ່ມີການຈັດຂຶ້ນຢູ່ເປັນປະຈຳ ເພື່ອສົ່ງເສີມແວດວົງສິນລະປິນລາວເຮົາ ເຊິ່ງກໍ່ຖືເປັນເລື່ອງທີ່ດີຫຼາຍ ເພາະໄດ້ເປີດໂອກາດໃຫ້ກັບຫຼາຍ ໆ ຄົນໃນໄດ້ສະແດງຄວາມສາມາດຂອງຕົນອອກມາ

ຂຶ້ນຊື່ວ່າສິນລະປິນແລ້ວ ແມ່ນຕ້ອງມີຄວາມຄິດສ້າງສັນ ໃຊ້ແຮງບັນດານໃຈໃນການສ້າງສັນຜົນງານອອກມາ ບໍ່ວ່າຈະເປັນໃນສ່ວນຂອງເນື້ອຫາ ທຳນອງ ຫຼືດົນຕີຕ່າງ ໆ ບໍ່ສະເພາະນັກຮ້ອງ ຫຼືນັກດົນຕີເທົ່ານັ້ນ ຂໍກ່າວລວມໄປເຖິງໃນສ່ວນຂອງເບື້ອງຫຼັງຜົນງານເພງຕ່າງ ໆ ອີກນຳ ເຊິ່ງມັນກໍ່ເປັນທີ່ໜ້າເສົ້າສະລົດໃຈວ່າ ຍັງມີບາງຄັ້ງທີ່ຜົນງານຕ່າງ ໆ ທີ່ອອກມາສູ່ສາທາລະນະນັ້ນ ມັນຢູ່ເທິງພື້ນຖານຜົນງານຂອງຄົນອື່ນ!

ນັບຄືນຫຼັງໄປເກືອບ 7-8 ປີ, ຕອນທີ່ເພງຂອງນັກຮ້ອງຍິງຄົນໜຶ່ງອອກມາ. ຫຼາຍ ໆ ຄົນທີ່ນິຍົມຫຼິ້ນເກມຈະສັງເກດວ່າ ໜຶ່ງໃນຜົນງານເພງທີ່ລາວຮ້ອງນັ້ນ ແມ່ນມີທຳນອງ ແລະດົນຕີຈາກເພງ “Eye on me” ເຊິ່ງເປັນເພງປະກອບຂອງເກມ “Final Fantasy VIII” ທີ່ທາງຝ່າຍຜະລິດເຮັດຄືດັ່ງວ່າຈະບໍ່ມີໃຜຮູ້ວ່າເຂົາເຈົ້ານັ້ນ ໄດ້ເຮັດຜິດຈັນຍາບັນອັນຮ້າຍແຮງຂອງສິນລະປິນເສຍແລ້ວ!

ໃນຊ່ວງຫຼາຍປີຕໍ່ມາ ກໍ່ຍັງຄົງມີນັກຮ້ອງ ແລະເບື້ອງຫຼັງສິນລະປິນຫຼາຍກຸ່ມ ທີ່ສ້າງສັນຜົນງານເພງຂອງຕົນ ໂດຍການໃຊ້ທຳນອງ ແລະດົນຕີຈາກເພງຂອງຕ່າງປະເທດຢູ່ເນືອງ ໆ ບໍ່ວ່າຈະເປັນເພງ Hip-Hop ຫຼືເພງແນວອື່ນ ໆ ກໍ່ຕາມ. ຫາກຈະເວົ້າໄປແລ້ວ ວົງການເພງຂອງລາວເຮົາກໍ່ເລີ່ມມີການຕື່ນໂຕມາໃນຊ່ວງ 4-5 ປີທີ່ຜ່ານມາ ແຕ່ເປັນທີ່ໜ້າອາຍເຫລືອເກີນທີ່ບັນດາຜູ້ສ້າງສັນຜົນງານຕ່າງ ໆ ນັ້ນ ບໍ່ໄດ້ຄິດສົນໃຈໃນດ້ານການມີ “ຈັນຍາບັນ” ຂອງສິນລະປິນເທົ່າທີ່ຄວນ. ຍັງຄົງມີການ “Copy” ຮູບແບບຂອງເພງຕ່າງປະເທດມາໃຊ້ຢູ່ຕະຫຼອດ ເຊິ່ງການ “Copy” ເຫຼົ່ານັ້ນ ບໍ່ໄດ້ເປັນໄປໃນລັກສະນະເພື່ອສ້າງ “ແຮງບັນດານໃຈ” ແຕ່ເປັນການ “ລັກ” ເອົາຜົນງານມາໃຊ້ຢ່າງບໍ່ຮູ້ຮ້ອນຮູ້ໜາວ ເຮັດປານວ່າຄົນທີ່ຟັງນັ້ນ ຈະບໍ່ຮູ້ວ່າມີທີ່ມາທີ່ໄປແນວໃດ.

ຫຼ້າສຸດນີ້ ເພງ “ທຸກສິ່ງທີ່ມີ” ຂອງວົງ “ເຊວ” ກໍ່ໄດ້ສ້າງປະກົດການ “Copy” ອີກແລ້ວ ແຕ່ຄັ້ງນີ້ເປັນການ copy ເອົາ Music Video ຂອງເພງຈີນມາໃຊ້ ເພງຈີນເພງນັ້ນຊື່ເພງວ່າ “童话” ແປເປັນພາສາອັງກິດວ່າ “Fairy Tale” ຮ້ອງໂດຍ Michael Wong (ຊື່ພາສາຈີນ: 王光良).

ໃນ Music Video ດັ່ງກ່າວ ມີຫຼາຍກວ່າ 10 ຈຸດທີ່ຄືກັນກັບເພງ Fairy Tale ເຊິ່ງດ້ານລຸ່ມເປັນຮູບປະກອບປຽບທຽບລະຫວ່າງເພງ “ທຸກສິ່ງທີ່ມີ” ຂອງວົງເຊວ ແລະເພງ “Fairy Tale” ຂອງ Michael Wong.

ມາປຽບທຽບກັນແບບພາບຕໍ່ພາບ...

 

alt

ເລີ່ມຕົ້ນ ເວີຊັນລາວຈະຂຶ້ນນັກຮ້ອງກ່ອນ...



alt

ເວີຊັນຈີນຂຶ້ນຕອນຍ້າຍເປຍໂນ...

alt

ແລະພະເອກເປີດໂທລະສັບ...



alt

ມືຂອງໃຜບາງຄົນ...

alt

ເສຍເປຍໂນດັງຂຶ້ນ...

alt

ແລະແລ້ວ... ມືຂອງໃຜບາງຄົນ ອີກຄັ້ງ... ເຊິ່ງມັນໄປຄ້າຍກັບ...









alt alt

ໂອ... ປະກົດການເດຈາວູໄດ້ເລີ່ມຂຶ້ນແລ້ວ...


alt alt

ນາງເອກທັງສອງລຸກຂຶ້ນມາ...ເພື່ອທີ່ຈະ...

alt alt

ທີ່ແທ້ລຸກມາສອນພະເອກຫຼິ້ນເປຍໂນ... (ອັນທີ່ຈິງມາກວນຫຼາຍກວ່າ)




alt alt

ສະໃຈແລ້ວກໍ່ກັບໄປນອນ... ຮະຮາ...



alt alt

ມີຄວາມສຸກ...



alt alt

ຕອນນີ້ຈະຕ່າງກັນ ໃນເວີຊັນລາວຈະຕັດພາບໄປທີ່ນັກຮ້ອງ ໃນຂະນະທີ່ເວີຊັນຈີນຈະເປັນພາບພະເອກນາງເອກຍ້າຍເຄື່ອງຂອງ...



alt alt

ເດຈາວູກັບມາອີກຄັ້ງ...

alt alt

ພາບຕັດກັບມາທີ່ນັກຮ້ອງໃນເວີຊັນລາວ ແລະເວີຊັນຈີນຍັງຄົງສືບຕໍ່ຍ້າຍເຮືອນ...



alt alt

ຍ້າຍເຄື່ອງຂອງເຂົ້າບ້ານໃໝ່...



alt alt

ພາບຕັດໄປທີ່ມືຖື... ຄົນລະເຄື່ອງ ແຕ່ເລື່ອງດຽວກັນ...



alt alt

ອີກຄັ້ງໜຶ່ງກັບປະກົດການເດຈາວູ...



alt alt

ພາບກັບມາທີ່ນັກຮ້ອງ...

alt alt

ສັງເກດຕຸກນ້ຳ....



alt alt

ພະເອກນາງເອກນັ່ງເບິ່ງໜັງ... ເຊິ່ງນາງເອກເສົ້າໃຈຫຼາຍ... ເຖິງຂັ້ນຮ້ອງໄຫ້ນ້ຳຕາໄຫຼ...




alt alt

ໂອ້... ໜັງຄົນລະເລື່ອງ ຄົນລະແນວກັນເລີຍ ແຕ່ບໍ່ເປັນຫຍັງ ໜັງ Action ກໍ່ໄຫ້ໄດ້ຄືກັນ :P


alt alt

ໄຫ້ຕໍ່ໄປ ມັນເສົ້າ...


alt alt

ຂໍອິງໄຫຼ່ແດ່...



alt alt

ເບິ່ງໜ້າ ເບິ່ງໜ້າ...




alt alt

ພາບກັບມາທີ່ນັກຮ້ອງ...


alt alt

ຄວາມແຕກຕ່າງກັນອີກຈຸດໜຶ່ງຄື ໃນເວີຊັນລາວຫຼັງຈາກທີ່ເບິ່ງໜັງຈົບແລ້ວ ນາງເອກຈະລຸກຂຶ້ນ ແຕ່ໃນເວີຊັນຈີນ ນາງເອກຈະຈູບພະເອກ


alt alt

ແຕ່ຫຼັງຈາກນັ້ນ ເວີຊັນລາວ ນາງເອກຮູ້ສຶກເຈັບຫົວ... ໃນເວີຊັນຈີນ ນາງເອກເລືອດດັງໄຫຼ...

 

 

alt alt

ໄປຫາໝໍ...

alt alt

ແລ້ວມາທີ່ເວທີສະແດງເປຍໂນ...

alt alt

ຄຸ້ນ ໆ ...

alt alt

ສີໜ້າຂອງນາງເອກທັງສອງບໍ່ຄ່ອຍດີ...

alt alt

ແລ້ວກໍ່ລົ້ມລົງໄປ...

alt alt

ພະເອກເບິ່ງດ້ວຍຄວາມຕົກໃຈ...

alt alt

ຕັດພາບກັບມາທີ່ນັກຮ້ອງ...

alt alt

ຕັດພາບກັບມາທີ່ພະເອກກຳລັງອຸ້ມນາງເອກໄປໂຮງໝໍ...

alt alt

ເດຈາວູ...

alt alt

ໃນເວີຊັນຈີນ ຈະມີຕອນທີ່ເລືອດຕົກລົງມາພ້ອມ...

alt alt

ຕອນນີ້ໃນເວີຊັນລາວຈະສະລັບກັບເວີຊັນຈີນ ເພາະເວີຊັນລາວຈະຖ່າຍພາບສະເພາະມືນາງເອກ ແຕ່ເວີຊັນຈີນຖ່າຍພາບພະເອກຈັບມືນາງເອກ...

alt alt

ອີກຄັ້ງໜຶ່ງ...ເດຈາວູ...


alt alt

ພາບສະລັບກ່ອນຕອນກ່ອນຫນ້ານີ້...


alt alt

ເວີຊັນລາວ ກັບຈີນ ຕ່າງກັນອີກຄັ້ງໜຶ່ງ...


alt alt

ແລ້ວກໍ່ກັບມາຄືກັນ...

alt alt

ພະເອກໃຫ້ມືຖືກັບນາງເອກໄວ້...

alt alt

(ເຈົ້າເກັບມັນໄວ້ໃຫ້ດີເດີ້ຫຼ້າ...)


alt alt

ພາບຕັດກັບມາທີ່ນັກຮ້ອງ...

alt alt

ໂອ.. ຄວາມເໝືອນທີ່ແຕກຕ່າງ...



alt alt

ກັບມາທີ່ນັກຮ້ອງອີກຄັ້ງ...



alt alt

ຊຶ້ງ....


ຈົບ...




ເພງ Fairy Tale ສາມາດເບິ່ງໄດ້ໃນ http://www.youtube.com/watch?v=5XaeFcWPGXE ສ່ວນເພງ ທຸກສິ່ງທີ່ມີ ນັ້ນສາມາດຕິດຕາມເບິ່ງໄດ້ຈາກຊ່ອງ Lao Star Channel.

ບົດຄວາມນີ້ບໍ່ໄດ້ມີເຈດຕະນາຈະ discredit ຝ່າຍໃດຝ່າຍໜຶ່ງ ແຕ່ຕ້ອງການໃຫ້ມີຄວາມຕື່ນຕົວໃນການສ້າງສັນຜົນງານອອກມາ ແລະສຳຄັນຢ່າງຍິ່ງຄື ຄວາມເຄົາລົບໃນຜົນງານຂອງຜູ້ອື່ນ ເຊິ່ງບັນດາ creative ທັງຫຼາຍຕ້ອງສ້າງຄວາມເຂົ້າໃຈໃຫ້ດີຍິ່ງ ໆ ຂຶ້ນ...

Delicious Digg Fark Twitter