ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ຕ.ລ.. 11, 2011 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 1142 ເທື່ອ
ເນື່ອງດ້ວຍໃນອາທິດທີ່ຜ່ານມາ ທາງເວັບໄຊໄດ້ປັບປຸງລະບົບ ເຊິ່ງກໍເຮັດໃຫ້ມີບາງມື້ທີ່ເຂົ້າບໍ່ໄດ້ ແຕ່ຕອນນີ້ກໍແລ້ວໄປຫຼາຍໆ ສ່ວນແລ້ວ ຈຶ່ງຢາກສອບຖາມສະມາຊິກວ່າ ສຳລັບເວລານີ້ ເຂົ້າເວັບໄຊພັນລາວໄດ້ໄວຂຶ້ນຫຼືບໍ່ ທຽບກັບແຕ່ກ່ອນ?

 
ສ້າງເມື່ອ ຕ.ລ.. 7, 2011 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 1818 ເທື່ອ
ມາສຳຫຼວດກັນເບິ່ງວ່າ ຊາວພັນລາວໃຊ້ຈໍຈັກນິ້ວຫຼິ້ນເວັບກັນແດ່

 
ສ້າງເມື່ອ ກ.ຍ.. 10, 2011 31 ຄົນໂຫວດ, 0 ຄຳເຫັນ, ອ່ານ 1258 ເທື່ອ
ບໍ່ຮູ້ວ່າ ຍັງຢາກໄດ້ກັນຢູ່ບໍ່? ຖ້າວ່າຍັງມີຄົນຢາກໄດ້ຢູ່ ກໍຂໍໃຫ້ໂຫວດກັນເຂົ້າມາໄດ້ເດີ ໂຕນຶ່ງຄືຊິປະມານ 30,000 ກີບນີ້ລະ

 
ສ້າງເມື່ອ ມ.ກ.. 14, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 1009 ເທື່ອ


ເປັນວາລະສານທີ່ທີມງານ Laozaa ແລະພັນລາວໄດ້ຮ່ວມກັນເຮັດຂຶ້ນມາ ຖ້າໃຜຍັງບໍ່ທັນອ່ານກໍຫາຊື້ມາລອງອ່ານກັນໄດ້ເດີ້ ມີຈຳໜ່າຍຕາມຮ້ານ m-Point mart ແລະຮ້ານປື້ມທົ່ວໄປ

 
ສ້າງເມື່ອ ສ.ຫ.. 21, 2010 116 ຄົນໂຫວດ, 0 ຄຳເຫັນ, ອ່ານ 3294 ເທື່ອ
UPDATE: ອ່ານລາຍລະອຽດເພີ່ມເຕີມໄດ້ໃນ ຕໍ່ຈາກແບບສຳຫຼວດເລື່ອງການສອນ Joomla! CMS

ພໍດີຊ່ວງນີ້ຫວ່າງໆ ກໍເລີຍຢາກເປີດຄອສອົບຮົມການໃຊ້ງານ Joomla! ເຊິ່ງເປັນ CMS (Content Management System) ທີ່ໄດ້ຄວາມນິຍົມສູງໃນຊ່ວງຫຼາຍປີທີ່ຜ່ານມາ ໂດຍອັນທີ່ຈິງແລ້ວ ຂພຈ ເອງ ກໍໄດ້ເຮັດເວັບໄຊ http://joomlalao.com/ ສຳລັບສອນການໃຊ້ງານໄວ້ແລ້ວ. ແຕ່ກໍຍັງມີຜູ່ສົນໃຈຫຼາຍໆ ທ່ານ ທີ່ຕິດຕໍ່ເຂົ້າມາຂໍຮຽນເປັນກໍລະນີພິເສດ ແຕ່ກໍໄດ້ປະຕິເສດໄປທຸກຄັ້ງ ເນື່ອງຈາກບໍ່ຄ່ອຍມີເວລາ.

ຢ່າງໃດກໍຕາມ ເວລານີ້ຫວ່າງແລ້ວ ຈຶ່ງສົນໃຈຢາກຈະເປີດ course ໃນການສອນການນຳໃຊ້ Joomla! CMS ເປັນຄອສໄລຍະສັ້ນ 4 ອາທິດ ເຊິ່ງຮັບຜູ່ທີ່ສົນໃຈບໍ່ເກີນ 15 ຄົນຕໍ່ 1 ຊຸດ ຈຶ່ງຂໍມາສຳຫຼວດກັນກ່ອນວ່າໃຜຈະສົນໃຈແດ່.

ສຳລັບທ່ານທີ່ຍັງບໍ່ຮູ້ວ່າ Joomla! ແມ່ນຫຍັງນັ້ນ ຂໍເຊີນເຂົ້າໄປອ່ານລາຍລະອຽດໄດ້ຈາກ http://joomlalao.com/

 
ສ້າງເມື່ອ ສ.ຫ.. 5, 2010 385 ຄົນໂຫວດ, 0 ຄຳເຫັນ, ອ່ານ 4572 ເທື່ອ
ຫຼັງຈາກທີ່ຫຼ້າຊ້າມາດົນ ໃນທີ່ສຸດຕອນນີ້ກໍແບບເສື້ອມາໃຫ້ເລືອກໂຫວດເຖິງ 27 ແບບ ດັ່ງລຸ່ມນີ້ (ໂຫວດໄດ້ 1 ຄົນຕໍ່ 1 ແບບ):



ບັນຫາກໍຄື ລະບົບແບບສຳຫຼວດໃນພັນລາວຮອງຮັບໂຕເລືອກໄດ້ສູງສຸດ 20 ອັນ ດັ່ງນັ້ນ ແບບເສື້ອທີ່ 21 ຫາ 27 ໃຜມັກກໍພິມບອກເອົາລະກັນເດີ້ (ໂຫວດໄດ້ 1 ຄົນຕໍ່ 1 ແບບ)

 
ສ້າງເມື່ອ ພ.ພ.. 15, 2010 169 ຄົນໂຫວດ, 0 ຄຳເຫັນ, ອ່ານ 1224 ເທື່ອ
ມື້ນີ້ມາສຳຫຼວດຄຳຄຶດເຫັນຂອງສະມາຊິກພັນລາວທຸກໆ ທ່ານ ກ່ຽວກັບຄວາມປ່ຽນແປງທີ່ກຳລັງຈະເກີດຂຶ້ນໃນອະນາຄົດອັນໃກ້ (ໄລຍະ 2 ເດືອນຕໍ່ໜ້າ) ກໍຄື ເລື່ອງຂອງໜ້າເຫດການໃໝ່ ( ບ່ອນນີ້) ເຊິ່ງໃນອະນາຄົດ ຈະມີການປ່ຽນແປງ ໂດຍໃຫ້ມີອັບເດດຂຶ້ນສະເພາະຄົນທີ່ເປັນໝູ່ກັບເຮົາເທົ່ານັ້ນ ດັ່ງນັ້ນຈຶ່ງມາສຳຫຼວດກັນວ່າ ມັກແບບໃດ?

 
ສ້າງເມື່ອ ມ.ນ.. 15, 2010 156 ຄົນໂຫວດ, 0 ຄຳເຫັນ, ອ່ານ 1812 ເທື່ອ
ນັບເປັນເວລາດົນພໍສົມຄວນແລ້ວທີ່ທາງພັນລາວ ບໍ່ໄດ້ຈັດພິມເສື້ອພັນລາວອອກມາ ເຊິ່ງຄັ້ງສຸດທ້າຍນັ້ນກໍແມ່ນ ໑໑ ເດືອນກ່ອນ (ອ່ານຂ່າວເກົ່າ) ແລະໃນຕອນນີ້ເອງ ກໍເປັນເວລາທີ່ເໝາະສົມ ໃນການສອບຖາມສະມາຊິກວ່າ ຕ້ອງການໃຫ້ມີການຈັດພິມເສື້ອອີກບໍ່? ໂດຍຄ່າໃຊ້ຈ່າຍກໍຕົກຢູ່ຜືນລະປະມານ 40,000 ກີບ ຫາ 50,000 ກີບ ຂຶ້ນກັບເນື້ອຜ້າ ແລະລວດລາຍ.

ດັ່ງນັ້ນ ເຮົາມາໂຫວດກັນວ່າ ຈະມີຈັກຄົນທີ່ສົນໃຈສັ່ງຈອງເສື້ອພັນລາວລຸ້ນທີ ໓ ກັນ.

ໝາຍເຫດ: ລາຍລະອຽດເລື່ອງລວດລາຍຂອງເສື້ອນັ້ນ ຫຼືວິທີການຈອງ ວິທີໂອນເງິນນັ້ນ ຍັງບໍ່ມີເທື່ອ ຕອນນີ້ມາສຳຫຼວດກ່ອນວ່າມີຄົນສົນໃຈຫຼາຍພໍຈະຈັດພິມໄດ້ບໍ່ ເນື່ອງຈາກຕ້ອງສັ່ງພິມຂັ້ນຕ່ຳ 100 ຜືນ.

 
ສ້າງເມື່ອ ມ.ກ.. 17, 2010 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 993 ເທື່ອ
ລົມກັນໜ້າເວັບຫຼິ້ນໆ ມີຄົນທ້ວງວ່າ “ມີແຕ່ຄົນຫຼວງພະບາງຈຶ່ງເອີ້ນ Apple ວ່າ ໝາກໂປ່ມ” ກໍເລີຍມາສຳຫຼວດວ່າ ຊາວພັນລາວໃນແຕ່ລະແຂວງ ເອີ້ນ Apple ວ່າແນວໃດ?

 
ສ້າງເມື່ອ ມ.ກ.. 12, 2010 47 ຄົນໂຫວດ, 0 ຄຳເຫັນ, ອ່ານ 748 ເທື່ອ
ອ່າ.. ຊ່ວງນີ້ກະແສຄົນຈົ່ມບັນຫາ HSPA ກຳລັງມາແຮງ ກໍເລີຍມາສຳຫລວດກັນເບິ່ງວ່າ ຊາວພັນລາວຮູ້ຈັກ ຫຼືໄດ້ໃຊ້ HSPA ກັນແລ້ວຫຼືບໍ່? ເລີ່ມກັນເລີຍດີກວ່າເນາະ..

ປ.ລ. ສຳລັບທ່ານໃດທີ່ຍັງບໍ່ຮູ້ວ່າ HSPA ແມ່ນຫຍັງ ຂໍອະທິບາຍສັ້ນໆ ວ່າ ມັນຄືການເອົາເນັດ 3G ລຸ້ນພິເສດມາໃຫ້ໃຊ້ອິນເຕີເນັດ ເຊິ່ງລາຍລະອຽດເພີ່ມເຕີມອ່ານໄດ້ຈາກ http://laotel.com/hotspot.php (ບໍ່ໄດ້ຄ່າໂຄສະນາຊ້ຳ)

 
ສ້າງເມື່ອ ທ.ວ.. 26, 2009 67 ຄົນໂຫວດ, 0 ຄຳເຫັນ, ອ່ານ 791 ເທື່ອ
ມີຄົນຖາມວ່າ ປີໃໝ່ນີ້ ຊິມີຫຍັງໃໝ່ແດ່? ກໍເລີຍຕອບວ່າ ມີໝວດ “ການເມືອງ” ໃນເວັບບອດພັນລາວດີບໍ່? ເພາະວ່າເຫັນຫຼາຍຄົນຢາກເວົ້າເລື່ອງກ່ຽວກັບການເມືອງ ແຕ່ຕ້ອງອາໄສໝວດອື່ນແທນ.

ຂໍຍົກມາດຕາ 44 ໃນລັດຖະທຳມະນູຂອງ ສ.ປ.ປ ລາວ ຂຶ້ນມາຈັກໜ່ອຍເນາະ ເພິ່ນວ່າ “ພົນ​ລະ​ເມືອງ​ລາວ​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​, ຂີດ​ຂຽນ​, ໂຮມ​ຊຸມ​ນຸມ​, ຈັດ​ຕັ້ງ​ສະ​ມາ​ຄົມ​ແລະ​ເດີນ​ຂະບວນ​ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​”

ດັ່ງນັ້ນ ທ່ານຄຶດວ່າ ການມີໝວດການເມືອງ ສຳລັບສົນທະນາເລື່ອງການເມືອງໃນ “ຂອບເຂດ” ທີ່ຈະບໍ່ສົ່ງຜົນເສຍນັ້ນ ຈະເປັນການ....

 
ສ້າງເມື່ອ ພ.ຈ.. 21, 2009 66 ຄົນໂຫວດ, 0 ຄຳເຫັນ, ອ່ານ 692 ເທື່ອ
ສຳຫຼວດກັນຫຼິ້ນໆ ບາງທີຊິເຮັດແທ້ ສົມມຸດວ່າ ພັນລາວເປີດບໍລິການອີເມລ ຄ້າຍໆ ພວກ gmail, yahoo, hotmail, etc.. ທ່ານຢາກໃຊ້ບໍລິການບໍ່?

 
ສ້າງເມື່ອ ພ.ຈ.. 12, 2009 54 ຄົນໂຫວດ, 0 ຄຳເຫັນ, ອ່ານ 623 ເທື່ອ
ດັ່ງທີ່ຮູ້ໆ ກັນວ່າ ໃນເວັບໄຊພັນລາວ ຫາກຈະອັບໂຫຼດອັລບັ້ມຮູບພາບ ວິດີໂອ ຫຼືເພງ ກໍຈະມີຈຳກັດວ່າ ບໍ່ເກີນເທົ່ານັ້ນເທົ່ານີ້ ເຊັ່ນເພງບໍ່ເກີນ 5 ເພງ ບໍ ເປັນຕົ້ນເນາະ ແບບສຳຫຼວດນີ້ຢາກສຳຫຼວດວ່າ ຄຶດເຫັນແນວໃດແດ່ຫາກວ່າທາງເວັບໄຊພັນລາວ ຈະເປີດໃຫ້ສາມາດອັບໂຫຼດພາບ ເພງ ຫຼືຄລິບວິດີໂອໄດ້ຫຼາຍໆ ຫຼືອາດໄດ້ບໍ່ຈຳກັດ!!

 
ສ້າງເມື່ອ ກ.ຍ.. 2, 2009 60 ຄົນໂຫວດ, 0 ຄຳເຫັນ, ອ່ານ 854 ເທື່ອ
ມີແນວມາສຳຫຼວດອີກແລ້ວ ມື້ນີ້ສຳຫຼວດເລື່ອງຄວາມໄວອິນເຕີເນັດທີ່ທ່ານໃຊ້ຢູ່ ລອງມາເບິ່ງກັນວ່າ ຄວາມໄວເທົ່າໃດທີ່ມີຄົນໃຊ້ຫຼາຍທີ່ສຸດ!

 
ສ້າງເມື່ອ ສ.ຫ.. 29, 2009 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 694 ເທື່ອ
ມື້ນີ້ມີຮູບມາໃຫ້ທວາຍກັນ ສະມາຊິກພັນລາວໃຜຕາດີລອງມານັບກັນເບິ່ງວ່າ ໃນຮູບພາບຕໍ່ໄປນີ້ ມີແມວຢູ່ທັງໝົດຈັກໂຕກັນແທ້!!?

ແມວ

 
ສ້າງເມື່ອ ກ.ລ.. 12, 2009 88 ຄົນໂຫວດ, 0 ຄຳເຫັນ, ອ່ານ 1285 ເທື່ອ
ຫຼາຍທ່ານທີ່ເຂົ້າເວັບໄຊພັນລາວ ອາດຈະສົງໄສວ່າ ເປັນຫຍັງບໍ່ໃຫ້ໃຊ້ພາສາອື່ນໃນພັນລາວ? ເຊັ່ນພາສາອັງກິດ, ພາສາໄທ, ພາສາຈີນ, ພາສາຍີ່ປຸ່ນ, ຯລຯ ເຊິ່ງອັນທີ່ຈິງ ເລື່ອງນີ້ເປັນກົດທີ່ມີມາດົນຕັ້ງແຕ່ເປີດຊ່ວງທຳອິດແລ້ວ ແຕ່ຢ່າງໃດກໍຕາມ ກໍໄດ້ມີຄວາມຮຽກຮ້ອງຕ້ອງການ ເປັນສຽງສົ່ງເຂົ້າມາເປັນໄລຍະ ໆ ຢູ່ວ່າ ຢາກໃຫ້ເປີດຮັບພາສາອື່ນ ໆ ນຳ ເຊັ່ນວ່າ ແບບສຳຫຼວດ, ກະທູ້ໃນເວັບບອດ ຫຼືໄດອາຣີ່ທີ່ເປັນພາສາອັງກິດ, ຈີນ, ໄທ, ຫວຽດ ເປັນຕົ້ນ.

ດັ່ງນັ້ນ ແບບສຳຫຼວດນີ້ຈະມາລົງຄະແນນສຽງກັນ ຫາກວ່າມີຄົນສະໜັບສະໜຸນໃຫ້ມີການໃຊ້ພາສາຕ່າງປະເທດ ເກີນ ໑໐໐ ສຽງ ຈະປ່ຽນກົດນີ້ ອະນຸຍາດໃຫ້ມີການໃຊ້ພາສາຕ່າງປະເທດໄດ້ ແຕ່ຫາກວ່າສຽງລົງຄະແນນບໍ່ຮອດ ໑໐໐ ສຽງ ໃຫ້ຖືວ່າປະເດັນນີ້ຕົກໄປກ່ອນ.

ແລ້ວເປັນຫຍັງຈຶ່ງຕ້ອງໃຫ້ໃຊ້ແຕ່ພາສາລາວ?
ດັ່ງທີ່ສະມາຊິກສ່ວນຫຼາຍໄດ້ອ່ານກັນແລ້ວບໍ່ວ່າຈະເປັນເວລາກ່ອນໜ້າຂຽນໄດອາຣີ່ ກ່ອນໜ້າຕັ້ງແລະຕອບກະທູ້ຕ່າງ ໆ ຈະມີລະບຸບອກວ່າ “ເວັບໄຊພັນລາວແຫ່ງນີ້ເປັນເວັບຂອງຄົນລາວ ທາງທີມງານພວກເຮົາເລັງເຫັນຄວາມສຳຄັນຂອງພາສາລາວ ຢາກສົ່ງເສີມໃຫ້ທຸກຄົນໃຊ້ພາສາລາວ

ພາສາລາວ ເປັນພາສາຂອງຊາດ ເປັນພາສາຂອງພວກເຮົາຄົນລາວທຸກຄົນ ເຮົາຄວນພູມໃຈທີ່ມີພາສາຂອງຕົນເອງໃຊ້ ຄວນພູມໃຈທີ່ໄດ້ໃຊ້ພາສາຂອງຕົນ ເຮົາຄົນລາວບໍ່ໃຊ້ພາສາລາວ ແມ່ນມັນຜູ່ໃດຈະມາໃຊ້ ພາສາເຮົາ?

ທ່ານຢາກເຫັນໄດອາຣີ່ທີ່ເຕັມໄປດ້ວຍພາສາຕ່າງປະເທດຫຼືບໍ່? ທ່ານຕ້ອງການຕອບແບບສຳຫຼວດທີ່ເຕັມໄປດ້ວຍພາສາຕ່າງປະເທດຫຼືບໍ່? ທ່ານຕ້ອງການຈະຕອບກະທູ້ທີ່ຂຽນເປັນພາສາຕ່າງປະເທດຫຼືບໍ່?

ຂໍເຊີນຮ່ວມລົງຄະແນນສຽງໄດ້!!

ໝົດກຳນົດລົງຄະແນນສຽງ ວັນທີ ໑໒ ສິງຫາ ໒໐໐໙

 
ສ້າງເມື່ອ ກ.ລ.. 9, 2009 77 ຄົນໂຫວດ, 0 ຄຳເຫັນ, ອ່ານ 761 ເທື່ອ
ຫຼັງຈາກເກີດຄວາມຫຼ້າຊ້າໃນການຍ້າຍ ເຊິ່ງເຮັດໃຫ້ເສຍເວລາໄປເກືອບສາມມື້ ໃນທີ່ສຸດກໍຍ້າຍສຳເລັດຮຽບຮ້ອຍແລ້ວ ເຊິ່ງບາງທ່ານກໍອາດຈະຍັງເຂົ້າບໍ່ໄດ້ໃນທັນທີ ເນື່ອງຈາກຕິດບັນຫາ DNS cache ຂອງ ISP ເຊິ່ງອາດໃຊ້ເວລາ 1-2 ມື້ຈຶງຈະເຂົ້າໄດ້

ຫຼັງຈາກເຂົ້າມາແລ້ວ ທ່ານພົບວ່າ....

 
ສ້າງເມື່ອ ກ.ລ.. 3, 2009 56 ຄົນໂຫວດ, 0 ຄຳເຫັນ, ອ່ານ 702 ເທື່ອ
ດຽວນີ້ລາຄາ VCD ແລະ DVD ຫຼຸດລົງມາຫຼາຍເມື່ອທຽບກັບ 5 ປີກ່ອນ ໂດຍສະເພາະຢ່າງຍິ່ງ DVD ທີ່ຫຼຸດລົງຢ່າງເຫັນໄດ້ຊັດ ແຕ່ກ່ອນໜັງ DVD ຕະຫຼາດເຊົ້າແຜ່ນລະ 20,000 ກີບ ດຽວນີ້ໄດ້ຍິນວ່າບໍ່ຮອດ 10,000 ກໍມີແລ້ວ ໃນສ່ວນຂອງ VCD ຮູ້ສຶກວ່າຈະບໍ່ຄ່ອຍໄດ້ຮັບຄວາມນິຍົມປານໃດແລ້ວ ແລະສຳລັບທ່ານເດ?

 
ສ້າງເມື່ອ ມິ.ຖ.. 23, 2009 68 ຄົນໂຫວດ, 0 ຄຳເຫັນ, ອ່ານ 745 ເທື່ອ
ເຂົ້າເລື່ອງກັນເລີຍ ບັນຫາກໍຄື ເພງໃນພັນລາວທີ່ເປັນ mp3 ມີການ “ດູດ” ຈາກເວັບໄຊຈີນເປັນຈຳນວນຫຼາຍ ຈົນເຮັດໃຫ້ server ເຮັດວຽກໜັກເກີນຄວາມຈຳເປັນ ບາງເພງມັນຈົນບໍ່ມີແລ້ວ ກໍຍັງມີພວກ bot (ແລະຄົນບາງສ່ວນ) ມາຊອກໂຫຼດຢູ່ອີກ ເຮັດໃຫ້ເກີດປະກົດການ “ພັນລາວລົ້ມ” ນັ້ນຄື ເຂົ້າບໍ່ໄດ້ເປັນໄລຍະ ໆ ຢູ່ປະຈຳ.

ຕໍ່ກັບເຫດການນີ້ ມີສາມວິທີແກ້ຄື:
1. ຍຸບໝວດເພງຖິ້ມ
2. block ບໍ່ໃຫ້ຄົນໃຊ້ເນັດຈີນເຂົ້າມາພັນລາວ ຫຼື
3. ຍ້າຍໄປ server ໃໝ່ທີ່ແຮງຂຶ້ນ (ແຕ່ບໍ່ຮັບປະກັນວ່າຈະແກ້ໄຂບັນຫາໄດ້ບໍ່)

ຂໍເຊີນສະລະເວລາໂຫວດ......

 
ສ້າງເມື່ອ ພ.ພ.. 24, 2009 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 732 ເທື່ອ
ແບບສອບຖາມນີ້ ຂໍສຳຫຼວດຄວາມຄຶດເຫັນ ແລະຄວາມສົນໃຈຂອງສະມາຊິກທຸກ ໆ ທ່ານ ກ່ຽວກັບການປະກວດໜັງສັ້ນ ຫຼື Punlao Short Film Contest ເຊິ່ງທ່ານສາມາດໃຊ້ກ້ອງຫຍັງກໍໄດ້ທີ່ມີ ບໍ່ວ່າຈະເປັນກ້ອງມືຖື, ກ້ອງຄອມແພັກ, ກ້ອງ ບລາ ໆ ໆ ມາຖ່າຍໜັງສັ້ນ ຄວາມຍາວຕັ້ງແຕ່ 10 ເຖິງ 20 ນາທີ ໃນຫົວຂໍ້ທີ່ທ່ານສົນໃຈ ເລື່ອງຄວາມຮັກ ເລື່ອງຊີວິດ ເລື່ອງໃດກໍຕາມໃຈມັກ ແຕ່ຊ່ວງນີ້ທາງເວັບບໍ່ມີງົບປະມານ ຈຶ່ງບໍ່ມີລາງວັນໃດ ໆ ນອກຈາກເງິນພັນລາວ 50,000 ພັນລາວສຳລັບຜູ່ຊະນະເລີດຈາກການໂຫວດຄັດເລືອກ ແຕ່....!!! ຍັງບໍ່ທັນຈັດ ມາສຳຫຼວດກ່ອນຊື່ ໆ ທ່ານຄຶດວ່າ....

 
ສ້າງເມື່ອ ມ.ສ.. 7, 2009 57 ຄົນໂຫວດ, 0 ຄຳເຫັນ, ອ່ານ 1016 ເທື່ອ
ກໍ ຕາມທີ່ໄດ້ຕົກລົງກັນໄປກ່ອນໜ້ານີ້ແລ້ວເລື່ອງຈອງເສື້ອ (ອ່ານຂ່າວເກົ່າ) ຕອນນີ້ກໍໃກ້ຮອດມື້ນັດໝາຍເອົາເສື້ອແລ້ວ ແຕ່ບັນຫາກໍຄື ຈະນັດກັນເພື່ອໄປເອົາເສື້ອຢູ່ໃສດີ? ຮ່ວມໂຫວດກັນໄດ້ດ້ານລຸ່ມ (ສະເພາະຄົນທີ່ສັ່ງຈອງແລະຈ່າຍເງິນແລ້ວເດີ)

 
ສ້າງເມື່ອ ກ.ພ.. 21, 2009 91 ຄົນໂຫວດ, 0 ຄຳເຫັນ, ອ່ານ 1949 ເທື່ອ

ສືບເນື່ອງຈາກກະທູ້ http://punlao.com/webboard/topic/2/index/3660 ແລະກະທູ້ http://punlao.com/webboard/topic/3/index/4885/ ກໍ່ຜ່ານມາໄດ້ຫຼາຍມື້ພໍສົມຄວນ ຕອນນີ້ກໍ່ຕົກລົງກັນວ່າ ມາເລືອກແບບເສື້ອກ່ອນ ວ່າຈະພິມແບບໃດກັນດີ

ທັງໝົດມີ ໘ ແບບໃຫ້ເລືອກໂຫວດ ມັກສີໃດລາຍໃດຊ່ວຍກັນເຊຍເຂົ້າມາເດີ້


ແບບທີ່ ໑

ແບບທີ່ ໒

ແບບທີ່ ໓ ອອກແບບໂດຍ Diow (ມີອີກສີແມ່ນ http://img.laoupload.com/images/d3w01lerfxfms5supqhv.png)

ແບບທີ່ ໔ ອອກແບບໂດຍ xMEIx

ແບບທີ່ ໕ ອອກແບບໂດຍ xMEIx

ແບບທີ່ ໖ ແນ່ນອນໂດຍ xMEIx ອີກລະ -_-

ແບບທີ່ ໗ ໂດຍ Nokmee

ແບບທີ່ ໘ ໂດຍ Nokmee

ໂຫວດກັນເຂົ້າມາກ່ອນເດີ້ ສ່ວນແບບເສື້ອນັ້ນຈະເປັນເສື້ອຢືດ ຫຼື Polo ກໍ່ຄ່ອຍວ່າກັນຕາມຫຼັງ ເລື່ອງລາຄາແມ່ນປະມານ 35,000 ກີບສຳລັບເສື້ອຢືດ ແລະ 40,000 ສຳລັບໂປໂລ ລາຄາໂດຍປະມານ ຕົວຈິງອາດຈະແພງກວ່ານີ້ເລັກນ້ອຍ ແຕ່ບໍ່ເກີນ 50,000 ກີບແນ່ນອນ ຄຶດວ່າ

ປ.ລ. ບັງເອີນລືມໃສ່ແບບເສື້ອດັ້ງເດີມນຳ vvv

ຖ້າໃຜມັກແບບນີ້ກໍ່ຂຽນໃນຄຳເຫັນແທນເດີ້


 
ສ້າງເມື່ອ ກ.ພ.. 12, 2009 47 ຄົນໂຫວດ, 0 ຄຳເຫັນ, ອ່ານ 709 ເທື່ອ
ເວົ້າ IM Bar ແລ້ວອາດຈະງົງວ່າມັນແມ່ນຫຍັງ ລອງເບິ່ງຕາມຮູບດ້ານລຸ່ມເອົາເດີ້....

Punlao Chat

ມັນກໍ່ຄືແຖບທີ່ຢູ່ທາງດ້ານລຸ່ມຂວາມື (ອ່ານຮອດນີ້ແລ້ວກໍ່ເຫລືອບຕາລົງໄປເບິ່ງແມ່ນບໍ່?) ນັ້ນເອງ ເຊິ່ງຈະຊ່ວຍໃຫ້ສາມາດແຊດ ຫຼືສົນທະນາກັບຫມູ່ຄູ່ໃນພັນລາວໄດ້ງ່າຍ ໆ ໂດຍບໍ່ຕ້ອງເຂົ້າຫ້ອງແຊດໃຫ້ເສຍເວລາ

ຢາກສຳຫຼວດວ່າ ທ່ານໄດ້ໃຊ້ IM Bar ທີ່ວ່ານີ້ບໍ່? ແລະໃຊ້ຫລາຍປານໃດ?

ຂໍຂອບໃຈສຳລັບທຸກສຽງໂຫວດ :D

 
ສ້າງເມື່ອ ກ.ພ.. 10, 2009 52 ຄົນໂຫວດ, 0 ຄຳເຫັນ, ອ່ານ 652 ເທື່ອ
ຜ່ານໄປເກືອບປີ ກໍ່ຍັງບໍ່ມີລະບົບ Top Friend ທີ່ວ່ານີ້ຈັກເທື່ອ ມີຄົນຢາກໃຫ້ມີ ຈົນຕອນນີ້ເຊົາຢາກໃຫ້ມີແລ້ວ ເພາະຖ້າບໍ່ໄດ້ 555

ຢາກສຳຫຼວດວ່າ ທ່ານຢາກໃຫ້ມີລະບົບ Top Friend ບໍ່? ເພື່ອຫຍັງ?

ຂໍຂອບໃຈ :)

 
ສ້າງເມື່ອ ກ.ພ.. 2, 2009 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 671 ເທື່ອ

ຂຽນຕໍ່ຈາກແບບສຳຫລວດ ທ່ານຈະຈ່າຍພາສີຕາມຄວາມເປັນຈິງບໍ່? ເທື່ອນີ້ຖາມໃຫມ່ ຖາມວ່າ ເວລາໄປຝັ່ງໄທ ໄປຊື້ເຄື່ອງ ອູວວວວ ລາຄາຖືກດີແທ້ ໂດຍສະເພາະແມ່ອຸປະກອນ electronic ຕ່າງ ໆ ເຊັ່ນ ກ້ອງ, ມືຖື, ຄອມພິວເຕີ, ເຄື່ອງພິມ, ຯລຯ

ແຕ່ວ່າ .. ພໍມາຮອດດ່ານກວດຄົນເຂົ້າເມືອງ ຫລາຍ ໆ ຄົນຕ້ອງເຄີຍແນ່ນອນ ອາການທີ່ວ່າ ຮູ້ສຶກມືສັ່ນເລັກນ້ອຍເຖິງປານກາງ ແລ້ວແຕ່ປະສົບການຂອງແຕ່ລະບຸກຄົນ ເພາະວ່າທ່ານອາດຈະຖືກກວດຄົ້ນໄດ້!!!

ຄຳຖາມ: ເມື່ອທ່ານຊື້ເຄື່ອງມາຈາກຝັ່ງໄທແລ້ວ ພໍມາຮອດດ່ານກວດພາສີ ທ່ານຈະ....


 
ສ້າງເມື່ອ ມ.ກ.. 29, 2009 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 668 ເທື່ອ
ປົກກະຕິທົ່ວໄປແລ້ວ ພາກັນສະຫົວທຸກມື້ບໍ່? ຫລືວ່າສອງມື້ສະ ຫລືສາມ ຫລືສີ່ ຯລຯ

 
ສ້າງເມື່ອ ມ.ກ.. 21, 2009 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 694 ເທື່ອ

ມື້ວານຕອນຕອນປະມານບ່າຍ ຂພຈ ໄດ້ຮັບ SMS ສະບັບໜຶ່ງ... ເປີດອ່ານແລ້ວກໍ່ງົງ ໃນ SMS ດັ່ງກ່າວມີເນື້ອຄວາມວ່າ...


Kingston is in town! Wanna meet him in person? Type SK and send to 2009. Limited entries! 10,000 per SMS. Call 7272 for more info.


ອ່ານຈົບແລ້ວກໍ່ອ່ານອີກຮອບ ເພາະວ່າງົງ Kingston ແມ່ນຍີ່ຫໍ້ USB Flash drive ບໍ່ນໍ້.. ຄຶດປະມານເຄິ່ງນາທີ ຈຶ່ງຄຶດພໍ້ວ່າ .. ອໍ້... Kingston ອັນນີ້ບໍ່ແມ່ນຍີ່ຫໍ້ USB Flash drive ທີ່ເຮົາຄຶດ ແຕ່ມັນໝາຍເຖິງຊື່ນັກຮ້ອງ Kingston ນັ້ນເອງ.. ເກືອບບໍ່ຮູ້ ໃຄແຕ່ມື້ກ່ອນ ໆ ມີຄົນສົ່ງໜັງສືພິມໃຫ້ເບິ່ງວ່າ Kingston ຊິມາສະແດງໃນລາວ ບໍ່ຊັ້ນກໍ່ຊິຄຶດໄປວ່າຊິເອົາ USB Flash drive ມາແຈກແນ່ ໆ :P

ທີ່ສົງໄສລະແມ່ນເຂົາບອກວ່າ 10,000 ຕໍ່ SMS ຫາກສົ່ງໄປເບີ 2009 ນັ້ນ ທ່ານຄຶດວ່າແພງບໍ່? (ສົ່ງໄປແລ້ວກໍ່ຍັງບໍ່ຮູ້ວ່າຊິໄດ້ໄປບໍ່ອີກ)


 
ສ້າງເມື່ອ ມ.ກ.. 16, 2009 35 ຄົນໂຫວດ, 0 ຄຳເຫັນ, ອ່ານ 748 ເທື່ອ

ຂ້າພະເຈົ້າໄດ້ມີໂອກາດສົນທະນາກັບຄົນທີ່ລຶ້ງເຄີຍຄົນໜຶ່ງ ໃນການສົນທະນານັ້ນ ມີຫົວຂໍ້ກ່ຽວກັບການດຳເນີນທຸລະກິດ ຄູ່ສົນທະນາຂອງຂ້າພະເຈົ້າໃຫ້ຄຳເຫັນວ່າ ບໍ່ຈຳເປັນຈະຕ້ອງໄປຈ່າຍເງິນພາສີຕາມຄວາມເປັນຈິງ ເພາະບໍ່ວ່າບ້ານພັກ ຫຼືຮ້ານອາຫານ ຫຼືຫົວໜ່ວຍທຸລະກິດໃ ໆ ກໍ່ບໍ່ໄດ້ເຮັດແບບນັ້ນຢູ່ແລ້ວ ເຫດຜົນຄື ມັນເສຍເງິນຫຼາຍ

ຂ້າພະເຈົ້າຟັງດັ່ງນັ້ນແລ້ວຮູ້ສຶກ ເສົ້າໃຈເລັກນ້ອຍເຖິງປານກາງ ເພາະຄູ່ສົນທະນາຂອງ ຂພຈ ເປັນຄົນລຶ້ງເຄີຍກັນ ແລະເປັນຫຸ້ນສ່ວນທຸລະກິດກັນອີກນຳ ຖ້າຄົນ ໆ ນີ້ຄຶດແບບນີ້ ແລ້ວລາວຈະຄຶດກັບເຮົາແນວໃດໜໍ ແຕ່ນັ້ນບໍ່ແມ່ນປະເດັນ ປະເດັນກໍ່ຄື ລາວໃຫ້ເຫດຜົນວ່າ ການທີ່ບໍ່ລາຍງານຜົນລາຍຮັບຕາມຄວາມເປັນຈິງນັ້ນ ເພາະວ່າເງິນທີ່ຈ່າຍໃຫ້ພາກສ່ວນລັດ ຈະຕົກເປັນຂອງຄົນບໍ່ດີ ເຊິ່ງນຳໄປໃຊ້ເພື່ອຕົວເອງ ເຊັ່ນຊື້ລົດດີ ໆ ຂັບຂີ່ ມີເຮືອນຫຼັງໃຫຍ່ເປັນຕົ້ນ ໃນຂະນະທີ່ຄວາມເປັນຈິງແລ້ວ ລາວເອງກໍ່ບໍ່ຮູ້ດອກວ່າ ເງິນເຫຼົ່ານັ້ນຈະມີທີ່ໄປແນວໃດຫຼັງຈາກທີ່ເຈົ້າຂອງທຸລະກິດໃດໜຶ່ງ ນຳເງິນໄປຈ່າຍຄ່າພາສີ ອັນເປັນພັນທະທີ່ພົນລະເມືອງລາວທຸກຄົນ ຕ້ອງປະຕິບັດ

ປຽບໄດ້ປະມານວ່າ ທ່ານເປັນທະຫານ ທີ່ຕ້ອງມີໜ້າທີ່ປົກປັກຮັກສາດິນແດນປະເທດ ແຕ່ໃນຍາມມີໄພສົງຄາມແລ້ວ ທ່ານບໍ່ອອກໄປຮົບ ພຽງເພາະວ່າ ມີບາງຄົນໃນຄະນະລັດຖະບານເປັນຄົນບໍ່ດີ ທ່ານກໍ່ເລີຍບໍ່ຢາກໄປສູ້ຮົບເພື່ອຄົນ ໆ ນັ້ນ ເຖິງແມ່ນວ່າຄວາມຈິງແລ້ວ ທ່ານສູ້ເພື່ອຄົນທັງຊາດທີ່ຍັງມີຄົນດີ ໆ ຢູ່ຫຼາຍກໍ່ຕາມ

ຮູ້ສຶກວ່າ ເລີ່ມອອກນອກທະເລແລ້ວ ກັບເຂົ້າມາກ່ອນ ຄຳຖາມແມ່ນ ຫາກທ່ານມີທຸລະກິດຂອງທ່ານ ທ່ານຈະຊຳລະພາສີຕາມຄວາມເປັນຈິງຫຼືບໍ່?


 
ສ້າງເມື່ອ ທ.ວ.. 14, 2008 45 ຄົນໂຫວດ, 0 ຄຳເຫັນ, ອ່ານ 763 ເທື່ອ
ເຄີຍບໍ່ .. ເວລານັ່ງລ້າ ໆ ບໍ່ມີຫຍັງເຮັດ ຫຼືບາງທີຈະມີຫຍັງເຮັດກໍ່ຕາມ ຈະສັ່ນຂາໄປນຳ... ສັ່ນເຂົ້າໄປ .. ອືມ .. ສັ່ນເຂົ້າໄປ... ຄົນສັ່ນຫັ້ນ ບໍ່ຮູ້ດອກວ່າຕົວເອງສັ່ນຢູ່ ຫຼືບາງທີ ເຖິງຈະຮູ້ ກໍ່ບໍ່ເຊົາສັ່ນ... ຄົນເບິ່ງກໍ່ງົງໄປນຳ...

ຂ້າພະເຈົ້າບາງທີ ເວລາໄປຮ້ານເນັດ ນັ່ງຫຼິ້ນໄປສັ່ນຂາໄປ ລືມຕົວ.. ສັ່ນຈົນໂຕະທາງຂ້າງ ໆ ຫຼຽວມາບອກວ່າ ຢ່າສັ່ນຫຼາຍ... ໂຕະມັນສັ່ນໄປນຳ!!

ທ່ານເດ້? ມັກສັ່ນຂາບໍ່? ແລະເປັນຫຍັງຈຶ່ງສັ່ນ?

 
ສ້າງເມື່ອ ພ.ຈ.. 15, 2008 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 4607 ເທື່ອ
ສັງເກດວ່າ ໃນປັດຈຸບັນ ໂຕເລກລາວ ໄດ້ຖືກນຳມາໃຊ້ກັນໜ້ອຍລົງຫຼາຍ ຈົນເປັນເຫດໃຫ້ບາງຄົນບໍ່ສາມາດອ່ານເລກລາວໄດ້ ຈຶ່ງຢາກສຳຫຼວດວ່າ ໃນພັນລາວມີອັດຕາສ່ວນເທົ່າໃດທີ່ອ່ານໄດ້?

ຕົວຢ່າງ: ໕ ໘ ໙ ໗ ໒

 
ສ້າງເມື່ອ ພ.ຈ.. 9, 2008 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 1581 ເທື່ອ
ຈະກັບໄປບໍ່?

ໝາຍເຫດ: ເມື່ອກັບໄປແລ້ວຈະບໍ່ສາມາດຈື່ໄດ້ວ່າ ຕົວເອງມາຈາກອະນາຄົດ

 
ສ້າງເມື່ອ ສ.ຫ.. 16, 2008 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 1114 ເທື່ອ
ບັງເອີນວ່າ ດ້ວຍງົບປະມານທີ່ຈຳກັດ ເສື້ອພັນລາວລຸ້ນທີ່ ໑ ຈຶ່ງຖືກສັ່ງພິມພຽງ ໓໐ (ອ່ານວ່າສາມສິບ) ຜືນເທົ່ານັ້ນ ແລະຈະແຈກຟຣີໃຫ້ບັນດາສະມາຊິກຕ່າງ ໆ ເຊິ່ງຕອນນີ້ກໍ່ໄດ້ຄັດເລືອກລາຍຊື່ ທີ່ເໝາະສົມຈົນຄົບແລ້ວ (ລາຍຊື່ນີ້ຈະຖືກເປີດເຜີຍໃນພາຍຫລັງ) ແຕ່ວ່າ ມີສະມາຊິກບາງທ່ານຍັງມີຄວາມຕ້ອງການ ຢາກເປັນເຈົ້າຂອງເສື້ອພັນລາວຢູ່ ຈຶ່ງຕັ້ງແບບສຳຫຼວດຂຶ້ນມາວ່າ ຖ້າຈະເປັນການພິມເພື່ອຂາຍໂດຍສະເພາະ ຈະຊື້ບໍ່ ແລະໃນລາຄາເທົ່າໃດ? (ປິດລົງຄະແນນວັນທີ່ 20 ສິງຫານີ້)

 
ສ້າງເມື່ອ ພ.ພ.. 5, 2008 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 1041 ເທື່ອ
ສົງໄສວ່າ ເຂົ້າເວັບພັນລາວໃຊ້ເວລາໂຫລດດົນບໍ່?