ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທ່ານຈະຈ່າຍພາສີຕາມຄວາມເປັນຈິງບໍ່?
ສ້າງເມື່ອ ມ.ກ.. 16, 2009 35 ຄົນໂຫວດ, 24 ຄຳເຫັນ, ອ່ານ 743 ເທື່ອ

ຂ້າພະເຈົ້າໄດ້ມີໂອກາດສົນທະນາກັບຄົນທີ່ລຶ້ງເຄີຍຄົນໜຶ່ງ ໃນການສົນທະນານັ້ນ ມີຫົວຂໍ້ກ່ຽວກັບການດຳເນີນທຸລະກິດ ຄູ່ສົນທະນາຂອງຂ້າພະເຈົ້າໃຫ້ຄຳເຫັນວ່າ ບໍ່ຈຳເປັນຈະຕ້ອງໄປຈ່າຍເງິນພາສີຕາມຄວາມເປັນຈິງ ເພາະບໍ່ວ່າບ້ານພັກ ຫຼືຮ້ານອາຫານ ຫຼືຫົວໜ່ວຍທຸລະກິດໃ ໆ ກໍ່ບໍ່ໄດ້ເຮັດແບບນັ້ນຢູ່ແລ້ວ ເຫດຜົນຄື ມັນເສຍເງິນຫຼາຍ


ຂ້າພະເຈົ້າຟັງດັ່ງນັ້ນແລ້ວຮູ້ສຶກ ເສົ້າໃຈເລັກນ້ອຍເຖິງປານກາງ ເພາະຄູ່ສົນທະນາຂອງ ຂພຈ ເປັນຄົນລຶ້ງເຄີຍກັນ ແລະເປັນຫຸ້ນສ່ວນທຸລະກິດກັນອີກນຳ ຖ້າຄົນ ໆ ນີ້ຄຶດແບບນີ້ ແລ້ວລາວຈະຄຶດກັບເຮົາແນວໃດໜໍ ແຕ່ນັ້ນບໍ່ແມ່ນປະເດັນ ປະເດັນກໍ່ຄື ລາວໃຫ້ເຫດຜົນວ່າ ການທີ່ບໍ່ລາຍງານຜົນລາຍຮັບຕາມຄວາມເປັນຈິງນັ້ນ ເພາະວ່າເງິນທີ່ຈ່າຍໃຫ້ພາກສ່ວນລັດ ຈະຕົກເປັນຂອງຄົນບໍ່ດີ ເຊິ່ງນຳໄປໃຊ້ເພື່ອຕົວເອງ ເຊັ່ນຊື້ລົດດີ ໆ ຂັບຂີ່ ມີເຮືອນຫຼັງໃຫຍ່ເປັນຕົ້ນ ໃນຂະນະທີ່ຄວາມເປັນຈິງແລ້ວ ລາວເອງກໍ່ບໍ່ຮູ້ດອກວ່າ ເງິນເຫຼົ່ານັ້ນຈະມີທີ່ໄປແນວໃດຫຼັງຈາກທີ່ເຈົ້າຂອງທຸລະກິດໃດໜຶ່ງ ນຳເງິນໄປຈ່າຍຄ່າພາສີ ອັນເປັນພັນທະທີ່ພົນລະເມືອງລາວທຸກຄົນ ຕ້ອງປະຕິບັດ

ປຽບໄດ້ປະມານວ່າ ທ່ານເປັນທະຫານ ທີ່ຕ້ອງມີໜ້າທີ່ປົກປັກຮັກສາດິນແດນປະເທດ ແຕ່ໃນຍາມມີໄພສົງຄາມແລ້ວ ທ່ານບໍ່ອອກໄປຮົບ ພຽງເພາະວ່າ ມີບາງຄົນໃນຄະນະລັດຖະບານເປັນຄົນບໍ່ດີ ທ່ານກໍ່ເລີຍບໍ່ຢາກໄປສູ້ຮົບເພື່ອຄົນ ໆ ນັ້ນ ເຖິງແມ່ນວ່າຄວາມຈິງແລ້ວ ທ່ານສູ້ເພື່ອຄົນທັງຊາດທີ່ຍັງມີຄົນດີ ໆ ຢູ່ຫຼາຍກໍ່ຕາມ


ຮູ້ສຶກວ່າ ເລີ່ມອອກນອກທະເລແລ້ວ ກັບເຂົ້າມາກ່ອນ ຄຳຖາມແມ່ນ ຫາກທ່ານມີທຸລະກິດຂອງທ່ານ ທ່ານຈະຊຳລະພາສີຕາມຄວາມເປັນຈິງຫຼືບໍ່?