ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທ່ານຄຶດແນວໃດກັບ SMS ນີ້ (ຈາກ 7272)
ສ້າງເມື່ອ ມ.ກ.. 21, 2009 51 ຄົນໂຫວດ, 48 ຄຳເຫັນ, ອ່ານ 694 ເທື່ອ

ມື້ວານຕອນຕອນປະມານບ່າຍ ຂພຈ ໄດ້ຮັບ SMS ສະບັບໜຶ່ງ... ເປີດອ່ານແລ້ວກໍ່ງົງ ໃນ SMS ດັ່ງກ່າວມີເນື້ອຄວາມວ່າ...


Kingston is in town! Wanna meet him in person? Type SK and send to 2009. Limited entries! 10,000 per SMS. Call 7272 for more info.


ອ່ານຈົບແລ້ວກໍ່ອ່ານອີກຮອບ ເພາະວ່າງົງ Kingston ແມ່ນຍີ່ຫໍ້ USB Flash drive ບໍ່ນໍ້.. ຄຶດປະມານເຄິ່ງນາທີ ຈຶ່ງຄຶດພໍ້ວ່າ .. ອໍ້... Kingston ອັນນີ້ບໍ່ແມ່ນຍີ່ຫໍ້ USB Flash drive ທີ່ເຮົາຄຶດ ແຕ່ມັນໝາຍເຖິງຊື່ນັກຮ້ອງ Kingston ນັ້ນເອງ.. ເກືອບບໍ່ຮູ້ ໃຄແຕ່ມື້ກ່ອນ ໆ ມີຄົນສົ່ງໜັງສືພິມໃຫ້ເບິ່ງວ່າ Kingston ຊິມາສະແດງໃນລາວ ບໍ່ຊັ້ນກໍ່ຊິຄຶດໄປວ່າຊິເອົາ USB Flash drive ມາແຈກແນ່ ໆ :P

ທີ່ສົງໄສລະແມ່ນເຂົາບອກວ່າ 10,000 ຕໍ່ SMS ຫາກສົ່ງໄປເບີ 2009 ນັ້ນ ທ່ານຄຶດວ່າແພງບໍ່? (ສົ່ງໄປແລ້ວກໍ່ຍັງບໍ່ຮູ້ວ່າຊິໄດ້ໄປບໍ່ອີກ)