ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຍຸບໝວດເພງໃນພັນລາວ
ສ້າງເມື່ອ ມິ.ຖ.. 23, 2009 68 ຄົນໂຫວດ, 51 ຄຳເຫັນ, ອ່ານ 745 ເທື່ອ
ເຂົ້າເລື່ອງກັນເລີຍ ບັນຫາກໍຄື ເພງໃນພັນລາວທີ່ເປັນ mp3 ມີການ “ດູດ” ຈາກເວັບໄຊຈີນເປັນຈຳນວນຫຼາຍ ຈົນເຮັດໃຫ້ server ເຮັດວຽກໜັກເກີນຄວາມຈຳເປັນ ບາງເພງມັນຈົນບໍ່ມີແລ້ວ ກໍຍັງມີພວກ bot (ແລະຄົນບາງສ່ວນ) ມາຊອກໂຫຼດຢູ່ອີກ ເຮັດໃຫ້ເກີດປະກົດການ “ພັນລາວລົ້ມ” ນັ້ນຄື ເຂົ້າບໍ່ໄດ້ເປັນໄລຍະ ໆ ຢູ່ປະຈຳ.

ຕໍ່ກັບເຫດການນີ້ ມີສາມວິທີແກ້ຄື:
1. ຍຸບໝວດເພງຖິ້ມ
2. block ບໍ່ໃຫ້ຄົນໃຊ້ເນັດຈີນເຂົ້າມາພັນລາວ ຫຼື
3. ຍ້າຍໄປ server ໃໝ່ທີ່ແຮງຂຶ້ນ (ແຕ່ບໍ່ຮັບປະກັນວ່າຈະແກ້ໄຂບັນຫາໄດ້ບໍ່)

ຂໍເຊີນສະລະເວລາໂຫວດ......