ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ພາສາຕ່າງປະເທດໃນພັນລາວ
ສ້າງເມື່ອ ກ.ລ.. 12, 2009 88 ຄົນໂຫວດ, 62 ຄຳເຫັນ, ອ່ານ 1284 ເທື່ອ
ຫຼາຍທ່ານທີ່ເຂົ້າເວັບໄຊພັນລາວ ອາດຈະສົງໄສວ່າ ເປັນຫຍັງບໍ່ໃຫ້ໃຊ້ພາສາອື່ນໃນພັນລາວ? ເຊັ່ນພາສາອັງກິດ, ພາສາໄທ, ພາສາຈີນ, ພາສາຍີ່ປຸ່ນ, ຯລຯ ເຊິ່ງອັນທີ່ຈິງ ເລື່ອງນີ້ເປັນກົດທີ່ມີມາດົນຕັ້ງແຕ່ເປີດຊ່ວງທຳອິດແລ້ວ ແຕ່ຢ່າງໃດກໍຕາມ ກໍໄດ້ມີຄວາມຮຽກຮ້ອງຕ້ອງການ ເປັນສຽງສົ່ງເຂົ້າມາເປັນໄລຍະ ໆ ຢູ່ວ່າ ຢາກໃຫ້ເປີດຮັບພາສາອື່ນ ໆ ນຳ ເຊັ່ນວ່າ ແບບສຳຫຼວດ, ກະທູ້ໃນເວັບບອດ ຫຼືໄດອາຣີ່ທີ່ເປັນພາສາອັງກິດ, ຈີນ, ໄທ, ຫວຽດ ເປັນຕົ້ນ.

ດັ່ງນັ້ນ ແບບສຳຫຼວດນີ້ຈະມາລົງຄະແນນສຽງກັນ ຫາກວ່າມີຄົນສະໜັບສະໜຸນໃຫ້ມີການໃຊ້ພາສາຕ່າງປະເທດ ເກີນ ໑໐໐ ສຽງ ຈະປ່ຽນກົດນີ້ ອະນຸຍາດໃຫ້ມີການໃຊ້ພາສາຕ່າງປະເທດໄດ້ ແຕ່ຫາກວ່າສຽງລົງຄະແນນບໍ່ຮອດ ໑໐໐ ສຽງ ໃຫ້ຖືວ່າປະເດັນນີ້ຕົກໄປກ່ອນ.



ແລ້ວເປັນຫຍັງຈຶ່ງຕ້ອງໃຫ້ໃຊ້ແຕ່ພາສາລາວ?

ດັ່ງທີ່ສະມາຊິກສ່ວນຫຼາຍໄດ້ອ່ານກັນແລ້ວບໍ່ວ່າຈະເປັນເວລາກ່ອນໜ້າຂຽນໄດອາຣີ່ ກ່ອນໜ້າຕັ້ງແລະຕອບກະທູ້ຕ່າງ ໆ ຈະມີລະບຸບອກວ່າ “ເວັບໄຊພັນລາວແຫ່ງນີ້ເປັນເວັບຂອງຄົນລາວ ທາງທີມງານພວກເຮົາເລັງເຫັນຄວາມສຳຄັນຂອງພາສາລາວ ຢາກສົ່ງເສີມໃຫ້ທຸກຄົນໃຊ້ພາສາລາວ


ພາສາລາວ ເປັນພາສາຂອງຊາດ ເປັນພາສາຂອງພວກເຮົາຄົນລາວທຸກຄົນ ເຮົາຄວນພູມໃຈທີ່ມີພາສາຂອງຕົນເອງໃຊ້ ຄວນພູມໃຈທີ່ໄດ້ໃຊ້ພາສາຂອງຕົນ ເຮົາຄົນລາວບໍ່ໃຊ້ພາສາລາວ ແມ່ນມັນຜູ່ໃດຈະມາໃຊ້ ພາສາເຮົາ?

ທ່ານຢາກເຫັນໄດອາຣີ່ທີ່ເຕັມໄປດ້ວຍພາສາຕ່າງປະເທດຫຼືບໍ່? ທ່ານຕ້ອງການຕອບແບບສຳຫຼວດທີ່ເຕັມໄປດ້ວຍພາສາຕ່າງປະເທດຫຼືບໍ່? ທ່ານຕ້ອງການຈະຕອບກະທູ້ທີ່ຂຽນເປັນພາສາຕ່າງປະເທດຫຼືບໍ່?

ຂໍເຊີນຮ່ວມລົງຄະແນນສຽງໄດ້!!



ໝົດກຳນົດລົງຄະແນນສຽງ ວັນທີ ໑໒ ສິງຫາ ໒໐໐໙