ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເສື້ອພັນລາວ ຄັ້ງທີ ໓
ສ້າງເມື່ອ ມ.ນ.. 15, 2010 156 ຄົນໂຫວດ, 113 ຄຳເຫັນ, ອ່ານ 1813 ເທື່ອ
ນັບເປັນເວລາດົນພໍສົມຄວນແລ້ວທີ່ທາງພັນລາວ ບໍ່ໄດ້ຈັດພິມເສື້ອພັນລາວອອກມາ ເຊິ່ງຄັ້ງສຸດທ້າຍນັ້ນກໍແມ່ນ ໑໑ ເດືອນກ່ອນ (ອ່ານຂ່າວເກົ່າ) ແລະໃນຕອນນີ້ເອງ ກໍເປັນເວລາທີ່ເໝາະສົມ ໃນການສອບຖາມສະມາຊິກວ່າ ຕ້ອງການໃຫ້ມີການຈັດພິມເສື້ອອີກບໍ່? ໂດຍຄ່າໃຊ້ຈ່າຍກໍຕົກຢູ່ຜືນລະປະມານ 40,000 ກີບ ຫາ 50,000 ກີບ ຂຶ້ນກັບເນື້ອຜ້າ ແລະລວດລາຍ.

ດັ່ງນັ້ນ ເຮົາມາໂຫວດກັນວ່າ ຈະມີຈັກຄົນທີ່ສົນໃຈສັ່ງຈອງເສື້ອພັນລາວລຸ້ນທີ ໓ ກັນ.

ໝາຍເຫດ: ລາຍລະອຽດເລື່ອງລວດລາຍຂອງເສື້ອນັ້ນ ຫຼືວິທີການຈອງ ວິທີໂອນເງິນນັ້ນ ຍັງບໍ່ມີເທື່ອ ຕອນນີ້ມາສຳຫຼວດກ່ອນວ່າມີຄົນສົນໃຈຫຼາຍພໍຈະຈັດພິມໄດ້ບໍ່ ເນື່ອງຈາກຕ້ອງສັ່ງພິມຂັ້ນຕ່ຳ 100 ຜືນ.