aut ກຳລັງ ຕົກຂຸມຮັກສາວ1000ລາວ
ຄົນອ່ານ: 1583 ຄັ້ງແລ້ວ
ຫມູ່: 70 ຄົນ ອັບເດດ: 5 ມື້ກ່ອນ ເຂົ້າຮ່ວມ: Mar. 15, 2008 ໂປຣໄຟລ໌: %
ເງິນ: 2123 ພັນລາວ
12 ໂຫວດ
ຂຽນ 10 ມື້ກ່ອນ
ຂຽນ 3 ເດືອນກ່ອນ
ຂຽນ 4 ເດືອນກ່ອນ
18 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ nim :hjahahaha er nah khun me la ja bor suAN pai lai lai dae der toon hun ...^^ si jup gae Song thai Clip vdo wai leui sa bo..hahah
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ ki :pai hien dae... Puak jao na... p 3 la dai...her her
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ nim :hahah Pai Torn 8.3o ..... geuab piek norh..hahaha wai ngan nah Der fan Toon :D
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ AnnY :hahah Yu tae barn man bo>? lin tae COm man Bo? narn la wung der... Diew saeng Tar sun.. diew phu bao ma jeep la si hen pen Ga theui hun der..haha
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ ALiZzABetHz :hahah Pen Eyung norh lizzzzzzzzzzza keu ma het nah pen Tar yarn Sai Thae... haha
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ MewNoy :hahahah het ngai ngai 1 het bo pen Ja bo>? ma ma kao si long hai Bart Gub lao la Harm COM ma der..^^ hahahah si Long hai Kop sood leui sun..Free ik :D
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ numtao :hahahahaha OH... KHun boxer ni wa? KHun fai Sod Fon tok haeng parn Nun yarn bo me phai Yu berng Yu hahaha/// wun thi 14 concert puak ph dai Me ticket bo? leu wa free?
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນໂປຣໄຟລ໌ຂອງ wanjai :Sa bai dee Wan jer ^^ KOp jai Thi kao Huam Goom kong kao der... OH... Pen kon muk leuang Phee phee keu Gun na? ha yark der Phu ying Jai Gar baeb ni...^^ (Tae ph ga wa Ph yarn phee dai norh..hahah aha ha Nel dai Ga me yung ...
19 ຊົ່ວໂມງກ່ອນ
aut ຂຽນຄຳເຫັນໃນກຸ່ມ ເລົ່າເລື່ອງຜີ :hahahahah .. OH>.. NOng BUTA>.... LAi meu la dai Ni? long La bo..wi thi thi aiy bork na.. THa yung bo hen la... ME ik we thi 1.. Det thae thae..... :)... jung dai Ga long berng der....
ຊື່:
ພຸດທະຈັກ ຈັນທະວີສຸກ
ຊື່ຫຼິ້ນ:
ອ໋ອດ
ວັນເດືອນປີເກີດ:
Mar. 16, 1988
(20 ປີ)
ບ້ານ:
ໜອງທາເໜືອ
ເມືອງ:
ຈັນທະບູລີ
ແຂວງ:
ນະຄອນຫຼວງວຽງຈັນ
ປະເທດ:
ສ ປ ປ ລາວ
ເບີໂທ:
021560235 ລະບອກວ່າ..ຂໍສາຍທ້າວອ໊ອດແດ່..ວ່າຊີ້ເດີ້
ເພດ:
ຊາຍ
ສ່ວນສູງ:
164cm
ແນະນຳຕົວເອງ:
ສະບາຍດີເພື່ອນມິດໝູ່ສະຫາຍທັງທ່ານຊາຍ ແລະ ທ່ານຍິງເດີ້ (ທັງທ່ານທີ່ຢາກເປັນຜູ້ຊາຍ ແລະ ຢາກເປັນຜູ້ຍິງ) ຂ້າພະເຈົ້າເອງ ມີຊື່ແທ້ ທີ່ພໍ່ແມ່ຕັ້ງໃຫ້ມາແຕ່ກຳເນີດ (ເກີດໄດ້ປະມານ ໒ ຫຼື ໓ ມື້ນິລະ) ວ່າ....(ຢ່າຂ້າງເທິງເດີ້).. ກະຈັ່ງໃດຕໍ່ລະ ກໍ່ບໍ່ຄ່ອຍຈະມີຫຍັງຫຼາຍກ່ຽວກັບຊີວິດຂອງຂ້ອຍເອງ, ຕັ້ງແຕ່ນ້ອຍ ຈົນເຖິງເມື່ອບໍ່ດົນມານີ້ ຕົນເອງກະເປັນຄົນທີ່ມີແຕ່ຄວາມເພີ້ຝັນ ຢາກໄດ້ນັ້ນ ຢາກໄດ້ນີ້..ແຫຼະກະໄດ້ແຕ່ຄິດເອົາເອງຕະຫຼອດແຫຼະ..ວ່າຢາກເສດນັ້ນເສດນີີ້ໄດ້..ຢາກມີເງິນຫຼາຍຯເດ້..ຢາກເຮາະໄດ້ເດ໊ ຈຶຶ່ງສິໄດ້ບິນໄປອາເມຮິກາ..ຢາກມີຕາທິບເດ໊ ຈຶ່ງສິໄດ້ບໍ່ຕ້ອງຈອບເບິ່ງກະເຈົ້າອາບນ້ຳຄືທຸກມື້ທີ່ເຮັດຕະຫຼອດ.. ເຮີ່ຍ..ອັນນັ້ນກະຍັງນ້ອຍ.. ກະບໍ່ວ່າຫຍັງກັນແຫຼະເນາະ.. ສຳລັບຕອນນີ້..ຮູ້ສຶກວ່າຊີວິດນີ້ມີຫຍັງຫຼາຍຢ່າງທີ່ຂ້ອຍເອງຢາກຈະເຮັດໃຫ້ໄດ້, ຫຼາຍຯຢ່າງທີ່ຕັ້ງຄວາມຝັນໄວ້ ກະຄື:..ຢາກໄປຮຽນອາເມຮິກາບໍ່..ຢາກມີລົດໃຫຍ່ຄັນງາມຯຂີ່ໄປຮ້ານເຕົາຮູ້ ເທື່ອສິໄດ້(ຮະຮະຮະ ນັ້ນມັນກະຄວາມຝັນ) ແຕ່ມັນກໍ່ເກີດມີແຮງບັນດານໃຈຢ່າງໜຶ່ງເຮັດໃຫ້ຂ້ອຍຢາກຕັ້ງໃຈເຮັດໃຫ້ຄວາມຝັນທີ່ຂ້ອຍ ຝັນແລະຫວັງມາຕະຫຼອດ ທີ່ຢາກຈະເຮັດໃຫ້ມັນເປັນຄວາມຈິງຂື້ນມາ..ເລື້່ອງມັນກະເກີດຈຂື້ນ ເມື່ອຂ້ອຍເອງໄປມັກຜູ້ຍິງຄົນໜຶ່ງເຂົ້າ. ຮະຮະ..ຫຼາຍຯຢ່າງ ເມືາອຂ້ອຍໄດ້ຮູ້ຈັກກັບລາວ..ໂອ໊ຍ..ອັນຄວາມຄິດບ້າຯທີ່ຢາກຈະມີຄູ່ຊີວິດກັບລາວ ມັນກະເກີດຂື້ນມາຈາກຫົວຂອງຂ້ອຍຈົນໄດ້, ໜິ໊..ຈະເວົ້າເລື່ອງຂອງຂ້ອຍໃຫ້ຟັງໜ້ອຍໜຶ່ງ..ທີ່ຈິງແລ້ວຂ້ອຍເປັນຄົນຮຽນເກັ່ງໃດ໊, ຮຽນເກັ່ງຫຼາຍອີກ..ຕັ້ງແຕ່ນ້ອຍຈົນໃຫຍ່..ເສັງບໍ່ເຄີຍໄດ້ທີ່ໂຫຼ້ຍຂອງຫ້ອງຈັກເທື່ອ.., ແຕ່ຄັນຖາມຫາທີ ໑ ຫວາ? ຮະຮະຮະ ບໍ່ໃຫ້ເວົ້າເລີຍອັນນັ້ນ (ຝັນເອົາ ອ໊ອດເອີ້ຍ) ເອີ້...ຊື່ຫຼີ້ນຂ້ອຍຊື່ ອ໋ອດເດີ້... ນະແຫຼະ..ຮອດໃສລະນໍບາດນິ... ເອີ..ຕໍ່ເດີ໊... ເມື່ອຂ້ອຍເລີ່ມຫຼີ້ນດົນຕີ ມັນກະເຮັດໃຫ້ຂ້ອຍເລີ່ມບໍ່ຄ່ອຍຈະເອົາຈິງເອົາຈັງກັບການຮຽນພໍປານໃດແດ່ລະ..ຮື້່..ເວົ້າແບບນີ້ກະຢ່າພາກັນເຂົ້າໃຈວ່າການຫຼີ້ນດົນຕີເປັນສິ່ງທີ່ບໍ່ດີໃດລະເດີ້.. ທີ່ຈິງທີ່ຂ້ອຍຮຽນບໍ່ໄດ້ມັນກະຍ້ອນຂ້ອຍແບ່ງເວລາໃຫ້ດົນຕີ ແລະ ການຮຽນບໍ່ເປັນຫຼາບກວ່າ.. ອື່.. ຈາກນັ້ນຂ້ອຍກະບໍ່ຄ່ອຍຈະມີໜ໊!ມີຕາກັບເລື່ອງຮຽນປານ ໃດ໊ (ໝົດລະເດີ້ສຳລັບເລື່ອງຫຍໍ້ຂອງຂ້ອຍ) ..ນະແຫຼະ.... ມາຕໍ່ເລື່ອງນີ້ຕໍ່ເດີ້.. ເມື່ອຂ້ອຍມັກຍິ່ງຄົນໜຶ່ງເຂົ້າຫຼາຍຯ..ຂ້ອຍກະເລີ່ມຄິດແຫຼະບາດນິ.. ເຮັດແນວໃດດີເດ້..ເຮົາຈຶ່ງສິໄດ້ເອົາ (ແຕ່ງດອງ)ກັບຜູ້ນິນະ.. (ຕອນທີ່ຂ້ອຍກຳລັງຄິດນິນະ... ທຸກຯຢ່າງມັນກະເລີ່ມຈະມືດມິດໄປໝົດ..ຮູ້ສຶກວ່າຄວາມຝັນຂອງຄ້ອຍຄັ້ງນີ້ ມັນຄືຈະເປັນຫຍັງທີ່ຍາກເກີນໄປລະຕີ້...... ກະເບິ່ງດຸ.. ພໍ່ລາວ ກະປະລິນຍາເອກພຸ້ນນ່າ...ແມ່ກະຮຽນສູງທໍ່ທໍ່ກັນ.. ຄອບຄົວກະເຈົ້າເປັນຄອບຄົວທີ່ມີຕະກຸນລຸນຊັ້ນ.... ເວົ້າສິກະບໍ່ໄດ້ວ່າເອົາມາປຽບທຽບວ່າຄອບຄົວຂອງໂຕເອງເປັນຊັ້ນເປັນຊີ້ດອກເດີ້... ແຕ່ເມື່ອຂ້ອຍຫຼຽວ ເບິ່ງໂຕຂ້ອຍເອງ..ເບິ່ງດຸ..ນັກດົນຕີເດ້ເນາະ.. ເຈາະຫູ.. ຜົມຍາວ..ໄປໃສ ຄອນເສີດຫຼືອີ່ຫຍັງກະໄປຕອນຄ່ຳ..ເຮີຍ..ອັນທີ່ແຮງຯໄປກວ່ານັ້ນກະ..ຮຽນປຶກອີກ..ໂງ່ຯ....,) ** ຊັ້ນແຫຼະ..ລະຂ້ອຍສິເຮັດຈັ່ງໃດລະ..ພໍ່ແມ່ກະເຈົ້າຈຶ່ງຈະຍອມຮັບຄົນແບບນີ້ເປັນລູກເຂີຍ... ອ້າວ ກະເລີ່ມກຸ້ມໃຈຂື້ນເທື່ອລະນ້ອຍລະເດີ້ຕອນນິ.. . ອ້າວ..ກະມີແຕ່ນັ່ງເຈັບຫົວ ຂ້ອຍກະຄິດວ່າຄືສິໄປບໍ່ຮອດດວງດາວກັບຜູ້ອື່ນຈັກເທື່ອດອກນໍ... ຂ້ອຍກະສຳນຶກ..ວ່າຕົນເອງກໍ່ເປັນຄົນທີ່ຫົວດີ..(ບໍ່ແມ່ນແຕ່ຂ້ອຍເດີ້..ທຸກຄົນທີ່ຕັ້ງໃຈ..ທຸກຄົນຕ້ອງເຮັດໄດ້ໝົດ ເພາະທຸກຄົນກະຫົວດີຄືກັນໝົດ) ນະ ລະ..ຂ້ອຍກະເລີຍເອົາເວລາທີ່ໃຊ້ຫາຍໃຈຖີ້ມ..ເອົາມາຮຽນເບິ່ງດຸ.. ກະຄິດວ່າ ເຮົາໄປກ່າຍບົດຮຽນໝູ່ຕອນເສັງນະ..ຜູ້ທີ່ກະເຈົ້າບໍ່ຮູ້ຫຍັງ ກະເຈົ້າກະກ່າຍຄົນອື່ນມາ ເຮົາກະຍັງໄປກ່າຍກະເຈົ້າຕໍ່ຢູ່..ເຮີ່ ຄິດໄປລະແຫ່ງເຈັບໃຈກັບຄວາມໂງ່ຂອງໂຕເອງຢູ່.. ເອີ່..ຕໍ່ມາກະຕັ້ງໃຈຮຽນແຫຼະ.. ມີໃຈເດ໊.. ຢາກເປັນລູກເຂີຍເສດຖີ.. ເຮົາກະຕ້ອງຮຽນເກັ່ງ..ເພາະ ເຮົາມາແຕ່ໂຕ..ສິເອົາຖານະໃດຯໄປປຽບທຽບໃຫ້ກະເຈົ້າຍອມຮັບກະຄົງຈະບໍ່ໄດ້ ແລະ ບໍ່ມີຫຍັງເປັນຕາພູມໃຈໄປກວ່າຄວາມຮູ້ຄວາມສາມາດທີ່ຕິດໂຕ ໄປກັບເຮົາແຕ່ແບບນີ້ດອກ.. ນັບຈາກມື້ນັ້ນແຫຼະ.. ຂ້ອຍກະເລີຍກາຍເປັນຄົນທີຮຽນຮຽນຮຽນຮຽນຮຽນຮຽນ....ແຫຼະສິ່ງທີ່ໄດ້ຮັບ..ມັນກະບໍ່ຖືວ່າຈະສົມບູນນແບບໄປທຸກແນວດອກ.. ແຕ່ມັນກະເຮັດໃຫ້ຂ້ອຍປ່ຽນໄປຫຼາຍ.. .ກະມີຢ່າງໜຶ່ງທີ່ຢາກເວົ້າເອົາໄວ້... ຮຽນໂລດເດີ້...ຜົນທີ່ໄດ້ຮັບຈາກການຮຽນ ແມ່ນສິ່ງທີດີແນ່ນອນ..ເຖິງຈະບໍ່ໄດ້ຫຼາຍກະຕ້ອງໄດ້ໜ້ອຍໜຶ່ງ.. ມັນດີແນ່ນອນນະ.. ແນວໃດກະດີກວ່າບໍ່ຮຽນເດີ້..ດຽວໂງ່ໃດ໊.. ດຽວສິບໍ່ໄດ້ລູກສາວເສດຖີຄືຂ້ອຍໄດ໊^^'.. (ລະເລື່ອງຫຍໍ້ຂອງຂ້ອຍກະໝົດເທົ່ານີ້..ສ່ວນວ່າຂ້ອຍຈະໄດ້ແຕ່ງດອງກັບຍິງຄົນນັ້ນຫຼືບໍ່ກະ...ຮະຮະ...ບໍ່ຮູ້ຄືກັນ.. ຮູ້ແຕ່ມັນກະບໍ່ໄດ້ເປັນຄວາມຝັນທີ່ຂ້ອຍຖີ້ມມັນໄວ້ແຕ່ຂ້າງໝອນອີກແລ້ວ.. ແລະ ເຖິງມັນສິໄກ..ຂ້ອຍກະຈະດຶງມັນມາໃຫ້ໄກ້ຯ ມືຂອງຂ້ອຍທຸກຯມື້ນະແຫຼະ...) ອຸປະນິໃສສ່ວນຕົວຂອງຂ້ອຍຫວາ?...ເອີ່.. ສິວ່າລະມັນກະບໍ່ແມ່ນແນວ ສິມາເວົ້າໃຫ້ໃຜຟັງໄດ໊ເນາະ..ຮະຮະ ແຕ່ກະຢ່າແຫຼະ,, ສິເວົ້າ (ເພາະຄັນບໍ່ເວົ້າ ກະແຮ່ງບໍ່ມີໃຜຖາມ) ຂ້ອຍເອງ ເປັນຄົນທີ່ຮັກປະເທດລາວເດີ້.. ຮັກທຸກສິ່ງທີ່ເປັນລາວ.. ແລະເປັນຄົນທີ່ສົ່ງເສີມຜະລິດຕະພັນຂອງລາວທຸກຢ່າງ ບໍ່ວ່າຈະເປັນສິ່ງຂອງທຸກຢ່າງເລີຍນະທີ່ ມັນໄດ້ອອກມາຈາກຫົວຄິດປະດິດສ້າງຂອງຄົນລາວ.. ມັນເປັນສິ່ງທີ່ຂ້ອຍເອງພູມໃຈທີ່ສຸດ (ແຕ່ມັນກະຕ້ອງມີຄຸນນະພາບແດ່ໃດລະ...ບໍ່ແມ່ນວ່າຕັ່ງເນາະ...ເອົາມານັ່ງບາດດຽວລະຫັ໊ກຈັ່ງຊິກະບໍ່ເປັນຕາເອົາໃດ໋ເດີ້ ..) ແຕ່ກະບໍ່ໄດ້ແມ່ນຄົນທີ່ປິດກັ້ນໂຕເອງໃຫ້ຢູ່ໃນກົດເກນໃດຯ ເພາະມັນຈະເຮັດໃຫ້ເຮົາເປັນຄົນທີ່ຄັບແຄບ(ໃນຄວາມຄິດຂອງຂ້ອຍເດີ້ອັນນີ້) .. ເຮົາເອງກະຕ້ອງເບິ່ງຫຍັງ ແລະ ຮຽນຮູ້ຈາກຕ່າງປະເທດນຳ.. ກະເພື່ອເອົາມານຳໃຊ້ ໃຫ້ມັນເກີດເປັນປະໂຫຍດກັບເຮົາຂື້ນກວ່າເກົ່າ (ແຕ່ບໍ່ໄດ້ ແປວ່າຕ້ອງ ກ໊ອບປີ້ເອົາຂອງເພິ່ນໃດ໊) ເບິ່ງໄວ້ພໍໃຫ້ມີແນວທາງຂອງຕົນເອງຊື່ຯ..ຮະຮະ (ຍ້ອນຈັ່ງຊີ້ແຫຼະ..ຂ້ອຍຈຶ່ງເລືອກທີ່ຈະໄປຮຽນເສດຖະສາດ) ^^ ** ລະອີກຢ່າງໜຶ່ງ ຂ້ອຍເອງເປັນຄົນທີ່ໃຝ່ສູງ..(ລະກະສູງຫຼາຍຯອີກ)ກະຄືຕອນນີ້ແຫຼະ..ຖ້າຫາກເຮົາຄິດວ່າ..ໃຫຍ່ຂື້ນມາເປັນພຽງແຕ່ໄປປະກອບກິດຈະການໃດໜຶ່ງທີ່ມັນງ່າຍໆກັບຊີວິດ.. ບໍ່ຕ້ອງຫຍຸ້ງຍາກ..ບໍ່ຕ້ອງໃຊ້ສະໝອງຫຼາຍ... ຊີວິດແຕ່ລະມື້ຈຶ່ງຈະສະບາຍ.. (ຈະບໍ່ໄດ້ຍົກຕົວຢ່າງຂອງອາຊີບເດີ້..ເພາະຍ້ອນມັນຟັງແລ້ວຄືເຮົາເວົ້າໃຫ້ກັບອາຊີບນັ້ນຯ) ນະແຫຼະ..ຖ້າມັກງ່າຍ..ຝັນບໍ່ໄກ ເມື່ອດົນໄປ ຊີວິດຈະລຳບາກ... ເຮົາຕ້ອງຕັ້ງຄວາມຝັນຂອງໂຕເອງໃຫ້ຢູ່ຈຸດທີ່ສູງຯໄວ້ໂລດເດີ້..ແລະກະພະຍາຍາມເຮັດໃຫ້ມັນເປັນຄວາມຈິງ ເພາະເຖິງ ຈະໄປບໍ່ລອດຮອດຝັ່ງ ແຕ່ກະຄົງຈະ ບໍ່ໄກຈາກເປົ້າໝາຍທີ່ຫວັງໄວ້ຫຼາບພໍປານໃດດ໋ອກນໍ... ຄືຂ້ອຍເອງເດີ້ ກະຄິດໄວ້ວ່າ..ຢາກເປັນດາລາ..ທີ່ມີຊື່ສຽງໂດ່ງດັງທົ່ວໂລກ (ໂທ່ໂທ້!!..ຟັງລະຢາກຝັນໄກອີ່ຫຼີເນາະຜູ້ກ່ຽວນິ) ..ນະແຫຼະ ຂ້ອຍກະສິພະຍາຍາມອແຕ່ງເພັງໃຫ້ມັນມ່ວນຯ..ເຮັດໃຫ້ດີທີ່ສຸດນະແຫຼະໄປ..ເພາະມັນກະແມ່ນຄວາມຝັນຂອງຂ້ອຍອີ່ຫຼີ... ແຕ່ທ້າຍທີ່ສຸດ ມັນອາດຈະບໍ່ໄດ້ ໄປຫຼີ້ນຄອນເສີດທົ່ວໂລກກະຢ່າເຖີດ... ຂໍໃຫ້ໄປໄດ້ເຖິງລະດັບໜຶ່ງ... ເອົາສ່ຳ ທ້າວ ເຮນ ດາລາເກົາຫຼີ ນະກະພໍລະແຫຼະ (ນໍ...ວ່າບໍ່) ຮະຮະຮະ
ນ້ຳໜັກ:
58kg
ເປົ້າຫມາຍຂອງຊີວິດ:
ຢາກຮຽນຈົບໄວຯ.. ຫາເງິນມາລ້ຽງລູກລ້ຽງເມຍ.. ລະກະຢາກເຮັດຄວາມຝັນໃນຊີວິດນີ້ ໃຫ້ມັນເປັນຄວາມຈິງໃຫ້ໝົດທຸກຢ່າງທີ່ຝັນໄວ້..(ຄືສິເຮັດໄດ້ບໍ່ບຸ) ຮະຮະ ເອົາແບບຜູ້ໃຫຍ່ເວົ້າດີກວ່າເນາະ..ເອົາເດີ້ສິເວົ້າແບບຜູ້ໃຫຍ່ ໃຫ້ຟັງ **ຢາກສຳເລັດການສຶກສາໃນລະດັບທີ່ສູງສຸດເທົ່າທີ່ຈະເຮັດໄດ້ **ຢາກສ້າງໜັງລາວ ອອກສາຍທີ່ລາວໄອເຕັກ **ຢາກເປັນພໍ່ຄົນ (ຢາກມີລູກມີເມຍຫັ້ນນະ ຢາກມີເງິນມີຄຳລ້ຽງລູກ ລ້ຽງເຕົ້ານິເດ້) ມີຫຼາຍອັນຢູ່...ເຫຼືອນັ້ນ ບໍ່ບອກເດີ້...
ດາລາໃນດວງໃຈ:
ຢູ່ໃນແວ່ນ (ທຸກຯເທື່ອທີ່ໄດ້ແຍງ..ອື້ມຫຼໍ່ອີ່ຫຼີ..ຫຼໍ່ແບບໃຫ້ອະໄພບໍ່ໄດ້ເລີຍ) :)
ນັກສະແດງ:
ໃຜນໍ້.... ຄິດບໍ່ອອກເດີ້...ໄວ້ມີລະສິບອກ (ໂອ໊!!ມິສເຕີ ບີນ)
ຄະຕິປະຈຳໃຈ:
ເງິນຄຳມັນຫາຍາກ..ຕ້ອງໃຊ້ຈ່າຍຢ່າງປະຫຍັດ (ແຕ່ມັນກະເປັນພຽງສິ່ງນອກກາຍ..ບໍ່ຕາມກະຫາໄດ້) ຂໍແຕ່ໃຫ້ສຶກສາຫາຄວາມຮູ້..ຢ່າສຸພາກັນຢູ່ຊື່ຯ ສ້າງມິດໃຫ້ໝູ່ຮັກໝູ່ແພງ..ນັ້ນແຫຼະດີ?ຸດແລ້ວໝູ່ເອີ້ຍ .....ສາທຸ.........ອານຸໂມທາມິ....
ນັກກິລາ:
ບໍ່ຄ່ອຍຮູ້ເລື່ອງກະລີປານໃດ...
Hobby:
ຂ້ອຍເປັນຄົນທີ່ບໍ່ມີເວລາຫວ່າງເລີຍ..ມື້ໜຶ່ງຈັກເຮັດຫຍັງຕໍ່ຫຍັງ 24 ຊົ່ວໂມງກະໝົດໄປໄວປານຫຍັງລ
ສີທີ່ມັກ:
ເຫຼືອງ , ແດງຕັດຟ້າ(ແບບທ້າວ ສະໄປເດີແມນຫັ້ນນະ) , ດຳ
ເພງທີ່ມັກ:
ເພງຊ້າ ແລະ ເພງໄວ
ອາຫານທີ່ມັກ:
ກະຕ້ອງອາຫານລາວແຫຼະນໍ້..ກິນສຸມື້ບໍ່ເຄີຍເບື່ອນະ..ຊິບອກເມນູເດັດເດີ້: ຂົ້ວໝາກແຕງ, ແກງໜໍ່, ຢໍ່ຈືນ, ປົ່ນໝາກເຂື່ອຄື່ນ, ຟັນຟືນປາ, ລາກູ້, ໝູປີ້ນ, ຊີ້ນຂົ້ວ, ຕຳໝາກຖົ່ວ, ອົ່ວແມວ, ຈ່ອຍອື່ງ, ໜຶ້ງຫອຍ, ກ້ອຍລີງ, ຕົ້ມຂີງ, ປີ້ງໝາ