ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

6:58 PM Sep. 22, 2008 - 6 ຄຳເຫັນ
alt   alt
 

ມາຢູ່ຈີນໄດ້ເກືອບ 2 ອາທິດແລ້ວ. ມີຫຼາຍເລື້ອງຫຼາຍລາວເກີດຂື້ນ ມີທັງດີແລະບໍ່ດີ ....
ມາຢູ່ນີ້ໄດ້ຮຽນຮູ້ຫຼາຍຢ່າງ ບໍ່ວ່າຈະເປັນວັດທະນະທຳແລະການດຳລົງຊີວິດຂອງຄົນຈີນ, ການປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໆ, ການຢູ່ແບບໄກໆຄອບຄົວ, ການໃຊ້ຊີວິດຄູ່, ການເບິ່ງແຍງດູແລຕົວເອງ ແລະ ອື່ນໆ


alt

ຢ່າງທຳອິດຂໍເວົ້າເຖິງ
ການຮຽນຮູ້ທີ່ຈະເບິ່ງແຍງຕົວເອງ

ມາຢູ່ຈີນເກືອບ 2 ອາທິດ. ພໍດີ 4 ມື້ກ່ອນເກີດອາການໜ້າຕົກໃຈຂື້ນກັບຕົວເອງ. ຫັຼງຈາກກັບມາແຕ່ກິນເຂົ້າແລງຮູ້ສຶກເຈັບທ້ອງຢ່າງແຮງ. ພໍດີໄປເຂົ້າຫ້ອງນ້ຳສັງເກດເຫັນປັດສະວະເປັນສີແດງ ທຳອິດຄິດວ່າແມ່ນປະຈຳເດືອນ ແຕ່ມາສັງເກດດີໆລະແມ່ນປັດສະວະອອກເລືອດ
ແບບວ່າແສບແລະກະເຈັບທ້ອງສຸດໆເລີຍ. ທຽວເຂົ້າຫ້ອງນ້ຳຫຼາຍເທື່ອກະແຮງໃຈບໍ່ດີ ເພາະເລືອດອອກທຸກຄັ້ງທີ່ປັດສະວະ
ກະເລີຍໂທກັບມາຫາແມ່ຢູ່ລາວ. ແມ່ບອກວ່າສົງໄສກະເພາະປັດສະວະອັກເສບ ເຊິ່ງກະມີສາເຫດມາຈາກການກັ້ນປັດສະວະຂອງເຮົານິລະ ເນື່ອງຈາກຢູ່ຈີນ ຫາຫ້ອງນ້ຳເຂົ້າຍາກໆ ແລະ ຫ້ອງນ້ຳບໍ່ຄ່ອຍສະອາດອີກ ('~_~)
 ແລ້ວຄືນນັ້ນກະນອນບໍ່ຫຼັບໝົດຄືນ ນັ່ງໄຫ້ຄົນດຽວ. ຈົນອ້າຍເມກ (ຄູ່ໝັ້ນ) ໄດ້ມາອອຍໄປນອນຈັ່ງວ່າໄດ້ຫຼັບ.

 ຕື່ນມາຕອນເຊົ້າ ອ້າຍເມກຟ້າວໄປຫາຊື້ຢາຕາມທີ່ແມ່ສັ່ງມາໃຫ້ ແລ້ວກະໃສ່ໃຈເອົາຢາໃຫ້ກິນຕາມໂມງແລະເບິ່ງແຍງເຮົາເປັນຢ່າງດີ. ບັນດານັກສຶກສາລາວທີ່ຢູ່ນີ້ກະເປັນຫ່ວງຖາມຂ່າວຕະຫຼອດ ... ຂອບໃຈແທ້ໆເລີຍ  (*_*)
ຜ່ານການກິນຢາມາ 3 ມື້ຮູ້ສືກວ່າອາການດີຂື້ນ ກະເລີຍໂລ່ງໃຈແດ່
ຄິດວ່າຊິມາຖິ້ມຊີວິດຢູ່ເມືອງຈີນແລ້ວຊັ້ນດອກ. ແຕ່ຕອນນີ້ດັນມາຖອກທ້ອງແທນ (T_T)


ເລື້ອງຕໍ່ມາແມ່ນເລື້ອງອາຫານການກິນ

ການມາທ່ຽວປະເທດຈີນຄັ້ງນີ້ ໄດ້ມາຊິມອາຫານຫຼາຍຢ່າງທີ່ບໍ່ເຄີຍໄດ້ກິນ ຫຼາຍເມນູກະໄດ້ຖ່າຍຮູບໄວ້ ຫຼາຍເມນູກະລືມຖ່າຍ ຍ້ອນຄວາມຫິວຄອບງຳ ກະເລີຍຟ້າວກິນ  "^__^

ເມນູທຳອິດ ຈັກແມ່ນພາສາຈີນເອີ້ນວ່າຫຍັງ ແຕ່ນັກສຶກສາລາວຢູ່ນີ້ເອີ້ນມັນວ່າບຸບເຟ້ປາຈຸ່ມ
ຈຸ່ມໃສ່ຊາມແບບນີ້ເລີຍ ນ້ຳຊຸບອອກເຜັດໆໜ້ອຍໜື່ງ.
ອັນທີ່ເຫັນສີເຫືຼອງໆກ້ຽວໆ ຢູ່ໃນຮູບລະແມ່ນຂະໜົມ ເອົາໄວ້ຈຸ່ມຄືກັນ


alt


ອີກຢ່າງໜຶ່ງເມນູເສັ້ນໆຢູ່ຈີນລະແມ່ນແຊບໝົດ. ແບບວ່າ original ຫັ້ນນະ.
ນີ້ເລີຍ ໝີ່ເສີນຫຼົງ  ^_^


alt


alt


ບາດນີ້ມາເວົ້າເຖິງການດຳລົງຊີວິດຂອງຄົນຈີນອີກມູມໜື່ງ

ມາຢູ່ນີ້ ຮູ້ເລີຍວ່າປະຊາກອນຈີນຫຼາຍແທ້ໆ ແບບວ່າຍ່າງຈົນຊິຢຽບກັນຕາຍ. ເວລາຂ້າມທາງກະຕ້ອງຟ້າວຂ້າມ ແລ້ວຢູ່ຈີນຂ້າມທາງແບບຫວາດສຽວອິຫຼີ ແບບວ່າບໍ່ຕ້ອງການທາງມ້າລາຍ ລົດແລ່ນເຕັມຫົນທາງກະພາກັນຍ່າງຕັດໜ້າລົດໂລດ ແຕ່ກະບໍ່ເຫັນໃຜຖືກລົດຕຳໃດ໋ລະ. ແລ້ວລົດຢູ່ນີ້ກະຂັບໄດ້ຫວາດສຽວຄືກັນ ຂື້ນແທັກຊີ້ຍາມໃດລະຫົວໃຈຊິວາຍ
ແບບວ່າມັນຂັບຊອກແຊກໆ ປານຫຼີ້ນເກມ ('-_-)

alt


ເລື້ອງຕໍ່ມາແມ່ນການຮຽນຮູ້ການໃຊ້ຊີວິດຄູ່

ເນື່ອງຈາກການມາປະເທດຈີນຄັ້ງນີ້ແມ່ນມາກັບຄູ່ໝັ້ນແລະກະນ້ອງສາວນຳ
ສະນັ້ນ ກະຖືໄດ້ວ່າເປັນເທື່ອທຳອິດທີ່ໄດ້ມາຢູ່ຮ່ວມກັນກັບຄູ່ໝັ້ນດົນໆແບບນີ້ ແບບວ່າເກືອບ 24/7

ເວລາທີ່ຢູ່ນຳກັນກະມີທັງສຸກແລະບາງຄັ້ງກະມີຄວາມເສົ້າມາປະປົນແດ່
ແຕ່ກໍ່ໄດ້ພະຍາຍາມທຸກວິທີທາງປັບຕົວເຂົ້າຫາກັນ ແລະ ໃຊ້ຄວາມອົດທົນອີກ
ມາຢູ່ແບບນີ້ກະໄດ້ພິສູດຫຍັງຫຼາຍໆຢ່າງຄືກັນແລະທຸກຢ່າງກະຜ່ານໄປດ້ວຍດີ.


alt

alt

ຕອນນີ້ກຳລັງຈະອອກເດີນທາງໄປທ່ຽວຕ່າງເມືອງລະ
(ເດີນທາງດ້ວຍລົດໄຟ ໃຊ້ເວລາປະມານ 6 ຊົ່ວໂມງ).
ຄົງຈະຫາຍໄປອີກເປັນທິດ ເອົາໄວ້ກັບມາລະຈັ່ງຊິມາອັບໄດໃໝ່. ຫວັງຢ່າງຍິ່ງວ່າຊິບໍ່ໄປຖອກທ້ອງລະຫວ່າງການເດີນທາງ


-- ບັບບ່າຍ --

alt


 
alt
alt
8:22 PM Sep. 8, 2008 - 12 ຄຳເຫັນ
alt alt


alt

ຫັຼງຈາກຫ່າງຫາຍຈາກການຂຽນໄດດົນພໍສົມຄວນເນື່ອງດ້ວຍເຫດຜົນຫຼາຍໆປະການ. ມື້ນີ້ເລີຍຈຽດເວລາວ່າງອັນໜ້ອຍນິດມາຂຽນ....

ເນື່ອງດ້ວຍມື້ອື່ນ (ອັງຄານທີ 09.09.08) ກະຊິໄດ້ອອກເດີນທາງໄປປະເທດຈີນແລ້ວ ແລະກະຄົງຢູ່ຫັ້ນດົນພໍສົມຄວນ (ຍັງບໍ່ຮູ້ກຳນົດກັບມາ). ເຮົາເອງກະມີຫຼາຍຢ່າງຄ້າງຄາທີ່ຢາກຂຽນ
ແຕ່ຍັງຫາເວລາວ່າງບໍ່ໄດ້.
ສະນັ້ນມື້ນີ້ຈະພະຍາຍາມຂຽນໃຫ້ມັນແລ້ວລະກັນ....

alt


ຊ່ວງທີ່ຫ່າງຫາຍໄປ ໝູ່ເພື່ອນຫຼາຍຄົນກໍ່ຄົງຈະຮູ້ແລ້ວວ່າເຮົາຫາຍໄປເຮັດຫຍັງມາ.
ເຮົາເອງກະບໍ່ຮູ້ວ່າໝູ່ເພື່ອນຫຼາຍຄົນຈະປ່ຽນຄວາມຮູ້ສຶກດີໆທີ່ເຄີຍມີໃຫ້ກັບເຮົາຫຼືບໍ່?
 
ແຕ່ເຖິງແນວໃດກໍ່ຕາມ ເຮົາກໍ່ຍັງຄົງຂອບໃຈສຳລັບທຸກໆຄອມເມັ້ນແລະຄຳທັກທາຍ.

ເຮົາອາດຈະບໍ່ຄ່ອຍມີເວລາມານັ່ງຕອບຄອມເມັ້່ນແລະນັ່ງຫຼີ້ນພັນລາວຄືແຕ່ກ່ອນ ເນື່ອງຈາກມີພາລະໜ້າທີ່ ທີ່ຕ້ອງຮັບຜິດຊອບ. ແຕ່ຈະພະຍາຍາມຫາເວລາມາຕອບທຸກໆຄອມເມັ້ນໃຫ້ໄດ້.

alt

ຊີວິດເຮົາຊ່ວງນີ້ກະຖືວ່າຢູ່ໃນຊ່ວງທີ່ຕ້ອງປັບຕົວໃນຫຼາຍໆຢ່າງ.
ມີທັງຊ່ວງທີ່ສຸກ ແລະ ທຸກປະປົນກັນໄປ...
ການຕັດສິນໃຈບາງຢ່າງຂອງເຮົາອາດເຮັດໃຫ້ໃຜຫຼາຍຄົນຕ້ອງເຈັບປວດ ແລະ ກໍ່ບໍ່ມີທາງໃດທີ່ເຮົາຈະລົບລ້າງຄວາມຮູ້ສຶກຜິດນີ້ອອກໄປຈາກໃຈໄດ້ຈົນເຖິງດຽວນີ້ (T_T)


ຍັງຄົງຢາກຈະກ່າວຄຳວ່າ ຂໍໂທດ ຈາກໃຈຈິງແກ່ທຸກໆຄົນທີ່ຕ້ອງເຈັບປວດຍ້ອນເຮົາ. ຂໍໃຫ້ອະໂຫສິກຳໃຫ້ແກ່ກັນແລະກັນ... ຢ່າໄດ້ຈົງກຽດຈົງຊັງແລະຄຽດແຄ້ນກັນເລີຍ

alt

ເຮົາບໍ່ສາມາດຮູ້ອະນາຄົດຂອງເຮົາໄດ້ ແລະ ເຮົາກໍ່ບໍ່ຮູ້ວ່າເສັ້ນທາງທີ່ເຮົາຕັດສິນໃຈເລືອກເດີນນີ້ຈະດີແລະສວຍງາມຄືດັ່ງທີ່ເຮົາຄິດເອົາໄວ້ຫຼືບໍ່ ແຕ່ໃນເມື່ອໄດ້ເລືອກແລ້ວ ເຮົາກໍ່ຕ້ອງເຮັດໃຫ້ດີທີ່ສຸດ... ເທົ່າທີ່ເຮົາຈະເຮັດໄດ້

ທ້າຍນີ້ກໍ່ບໍ່ຮູ້ຊິຂຽນຫຍັງຕໍ່ລະ. ຖ້າມີເວລາວ່າງຢູ່ປະເທດຈີນກະຊິແວ່ເຂົ້າມາຂຽນໃໝ່...
ຍັງຄົງຄິດຮອດມິດຕະພາບທີ່ດີໆຂອງໝູ່ເພື່ອນຊາວພັນລາວຢູ່ສະເໝີ ....



alt


alt alt
2:42 PM Jul. 31, 2008 - 12 ຄຳເຫັນ
alt
ໄດອາຣີ້ມື້ນີ້ມີເພັງໃຫ້ຟັງນຳ.... ເພັງນີ້ເປັນເພັງໄທຊື່ເພັງ  "ເວລາ"

alt

alt

 
** ຕ້ອງຂໍໂທດລ່ວງໜ້າ ທີ່ໄດອາຣີ້ມື້ນີ້ອາດຈະມີພາສາໄທປະປົນຢູ່ນຳເລັກນ້ອຍ **

ເນື່ອງຈາກວ່າຄວາມໝາຍຂອງເພັງນີ້ສາມາດໃຫ້ຂໍ້ຄິດທີ່ດີໆໄດ້ ກະເລີຍຂໍອະນຸຍາດໂພສລົງໃນໄດອາຣີ້ລະກັນ

           alt   altalt

- เวลา -

เคยคิดไหมทำไมคนเราต้องร้องไห้.... ทำไมต้องเสียใจกับสิ่งที่แล้วมา 
เคยคิดไหมทำไมคนเราต้องเสียน้ำตา....
กับวันที่เลยมากับเวลาที่เสียไป

ทุกๆความเจ็บฝังเป็นตะกอนแห่งความหลัง ไร้หนทางจะเปลี่ยนอะไร
ไม่มีใครที่จะย้อนเวลาคืนกลับมาเพื่อจะแก้ไข ทุกเรื่องราวที่เคยผิดไป
ไม่มีใครจะฉุดรั้งเวลามันผ่านมาเพื่อจะผ่านไป

แต่ชีวิตคนยังมีให้ก้าวไป
เก็บความเจ็บไว้ในกาลเวลา .....
เคยคิดไหมทำไมคนเราต้องร้องไห้.... ทำไมต้องเสียใจกับสิ่งที่พ้นไป 
เคยคิดไหมทำไมเราจึงพึ่งรู้ได้.... ในวันที่สายไปเมื่อเวลาเดินล่วงเลย


alt


ຄົນເຮົາເກີດມາ ບໍ່ມີໃຜທີ່ຈະເລືອດເກີດໄດ້
ບໍ່ມີໃຜທີ່ຈະສົມຫວັງກັບທຸກໆຢ່າງທີ່ປາດຖະໜາ
ບໍ່ມີໃຜທີ່ບໍ່ເຄີຍເສຍໃຈ ແລະ ຜິດຫວັງ
ບໍ່ມີໃຜທີ່ບໍ່ເຄີຍເຮັດຜິດ
ແລະ ທີ່ສຳຄັນ .... ບໍ່ມີໃຜທີ່ຈະສາມາດໝູນເວລາ ເພື່ອກັບໄປແກ້ໄຂເລື້ອງລາວຕ່າງໆໃນອະດີດໄດ້

ທັ້ງໆທີ່ຮູ້ ວ່າແກ້ໄຂອະດີດບໍ່ໄດ້ ແຕ່ຫຼາຍຄົນກໍ່ຍັງຄົງຈົມຢູ່ກັບອະດີດ
ໂດຍທີ່ລືມຄິດໄປວ່າປັດຈຸບັນແລະອະນາຄົດ ຄືສິ່ງທີ່ເຮົາຄວນຈະຄິດເຖິງຫຼາຍກວ່າ

alt

ອະດີດຂອງຄົນເຮົາຍ່ອມມີທັງອະດີດທີ່ດີແລະຮ້າຍ
ສິ່ງທີ່ດີໆ ເຮົາກໍ່ຄວນເກັບມັນໄວ້ໃນຄວາມຊົງຈຳ
ແຕ່ສິ່ງທີ່ຮ້າຍໆ ກະຂໍໃຫ້ເກັບເປັນບົດຮຽນຊີວິດ


alt


ຄົນເຮົານີ້ກະແປກຢ່າງໜຶ່ງ.... ສິ່ງທີ່ຢາກລືມ ເຮົາພັດຈື່ດີ ແຕ່ສິ່ງທີ່ຢາກຈື່ ຊ້ຳພັດລືມ
ເຊັ່ນວ່າ ຢາກລືມຄວາມຮູ້ສຶກທີ່ເຄີຍຮູ້ສຶກກັບໃຜຈັກຄົນໜຶ່ງ... ມັນພັດຈື່ດີແທ້ໆ
ແຕ່ຖ້າຢາກຈື່ເອົາບົດຮຽນທີ່ອາຈານສອນໄວ້ດົນໆ... ມັນພັດລືມໄວຂະໜາດ ("-_-)


ຄົນເຮົາຈະເຮັດຫຍັງກໍ່ຕາມ ມັນອາດຈະຕ້ອງໃຊ້ເວລາ ...
ເຊິ່ງວ່າຈະໃຊ້ເວລາດົນປານໃດ ມັນກໍ່ຂື້້ນນຳຕົວເຮົາເອງ

ແຕ່ທີ່ສຳຄັນກໍ່ຄືຕ້ອງໃຫ້ກຳລັງໃຈຕົວເອງ
ລວມເຖິງກຳລັງໃຈຈາກຄົນອ້ອມຂ້າງກໍ່ສຳຄັນເຊັ່ນກັນ ........

alt


ເຮົາບໍ່ສາມາດແກ້ໄຂເລື້ອງທີ່ເກີດຂື້ນໃນອະດີດໄດ້
ແຕ່ເຮົາຍັງສາມາດກຳນົດສິ່ງທີ່ເຮັດໃນປັດຈຸບັນແລະອະນາຄົດໄດ້


ສຳລັບຄົນທີ່ຮັກເຮົາແທ້.... ຄົນໆນັ້ນຕ້ອງຍອມຮັບອະດີດຂອງເຮົາໄດ້
ແລະພ້ອມໃຫ້ກຳລັງໃຈເຮົາ ເພື່ອຜ່ານເລື້ອງເຫົຼ່ານັ້ນ ໄປເລີມຕົ້ນໃໝ່ນຳກັນ


ບາງເທື່ອເວລາທີ່ຄົນເຮົາມີຫຍັງຢູ່ນຳເຮົາແລ້ວ ເຮົາຈະບໍ່ເຫັນຄຸນຄ່າຂອງສິ່ງນັ້ນ
ແຕ່ຫາກມື້ໜຶ່ງທີ່ເສຍສິ່ງນັ້ນໄປແລ້ວ ເຮົາຈະຮູ້ສຶກເຫັນຄຸນຄ່າຂອງມັນທັນທີ....
ເຊິ່ງບາງທີມັນອາດຈະສາຍເກີນໄປແລ້ວ
ແລະ ເຮົາກໍ່ຄົງບໍ່ສາມາດໝູນເວລາກັບມາບອກສິ່ງໆນັ້ນໄດ້ອີກ
ວ່າເຮົາຫາກໍ່ເຫັນຄຸນຄ່າຂອງມັນໃນຕອນທີ່ເຮົາເສຍມັນໄປ
.............


alt


alt alt
11:35 PM Jul. 22, 2008 - 24 ຄຳເຫັນ
alt alt alt


alt

ມື້ນີ້ໄປ Chill out ກັບຕາເບີດຕາມເຄີຍ .... ແລະຄົນຂັບລົດກະຕ້ອງເປັນຕາເບີດຕາມເຄີຍ ... alt

ໄປວຽກຕັ້ງຫຼາຍບ່ອນມື້ນີ້....  ຮູ້ສຶກວ່າເບີດຂັບໄປ ເບິ່ງໜ້າຕາກະຄືເຊັງໆ ເບື່ອໆ ແນວໃດບຸ ... ກັ່ກໆໆໆ  ^o^


alt

ແນວນີ້ລະ ... ຕ້ອງທົດສອບຄວາມອົດທົນກັນແດ່ ... ເຫິໆໆໆ
ເບິ່ງດຸວ່າຊິທົນໄດ້ຈັກເດືອນ  ^__^

alt

ແຖມແມ່ເຮົາຍັງສັ່ງໃຫ້ເອົາຕາເບີດໄປໃຫ້ແມ່ໃຊ້ວຽກຢູ່ບ້ານອີກ... ເສັດລະບາດນີ້
ເບີດຊິຖືກບົດທົດສອບຫຼາຍບົດລະບາດນີ້ ... ຈັກຊິເປັນແນວໃດ ເລີ້ມເປັນຫ່ວງ ('~_~)


alt

ວ່າແຕ່ຕອນນີ້ ເບີດຂຽນໄດອາຣີ້ຮອດໃສລະນໍ້ ??? ວ່າຊິຂຽນໄດອາຣີ້ໃຫ້ເຮົາອ່
ານ
ເຮົາກະຖ້າມາຫຼາຍມື້ລະ ວ່າຊິຂຽນອະຫຍັງ
ບໍ່ຮູ້ປານໃດຊິໄດ້ອ່ານ .... ສົງໄ
ສອອກພັນສາພຸ້ນຕິເບາະ


ໂອ້ ....  ແຕ່ເຮົາຖາມຕາເບີດວ່າປານໃດຊິຂຽນແລ້ວ ຕາເບີດກະບອກວ່າກຳລັງສ້າງອາລົມໃນການຂຽນ

ຟັງເບິ່ງຄືຊື້໊ງເນາະ ^__^ 

alt

ແຕ່ການສ້າງອາລົມຂອງຕາເບີດກະຄື....... ນັ່ງຟັງ CD ເລື້ອງຜີທີ່ເຮົາເອົາໃຫ້ຢືມ !!!

ປ໊າດດດດດດດດ ...... ຟັງເລື້ອງຜີເພື່ອ Built ອາລົມໃນການຂຽນ Diary ໃຫ້ແຟນອ່ານ

ຊື້ງຂະໜາດແຟນຂ້ອຍ (V_V)
alt

ແນວໃດກະຊິຖ້າອ່ານລະກັນ ... ສົງໄສຊິອອກມາໃນຮູບແບບ Diary ສະຫຍອງຂັວນຫຼາຍກວ່າ .. ເຮີ້ ໆໆໆ


alt alt
10:49 AM Jul. 22, 2008 - 10 ຄຳເຫັນ
alt   alt
 
ກ່ອນອື່ນໝົດຕ້ອງຂໍຂອບໃຈເພື່ອນໆຊາວພັນລາວໝົດທຸກຄົນທີ່ໄດ້ແວ່ມາອ່ານໄດອາຣີ້ແລະເມັ້ນໃຫ້ກຳລັງໃຈກັນ


alt

ຕ້ອງຂໍບອກເລີຍວ່າທຸກໆຄັ້ງທີ່ເຂົ້າມາຂຽນໄດອາຣີ້ ບໍ່ວ່າຈະແມ່ນເລື້ອງຫຍັງກໍ່ຕາມ
ບໍ່ເຄີຍຄິດເລີຍວ່າຈະມີຄົນສົນໃຈຄລິກເຂົ້າມາອ່ານແລະເມັ້ນໃຫ້  ^__^


alt


ໂດຍສະເພາະໄດອາຣີ້ ເລື້ອງ "ກຸ້ມໃຈ" ທີ່ເຮົາຂຽນຂື້ນມາພຽງແຕ່ຢາກລະບາຍຄວາມອຸກໃຈ
ແຕ່ບໍ່ຄິດວ່າຊິມີຄົນມາອ່ານມາເມັ້ນໃຫ້ກຳລັງໃຈເຮົາ ....


alt

ແນວໃດກະຕ້ອງຂໍຂອບໃຈທຸກຄົນທີ່ເຂົ້າມາອ່ານແລະຂອບໃຈທຸກຄອມເມັ້ນທີ່ດີໆ

ເຖິງວ່າເຮົາຈະບໍ່ສາມາດບອກເພື່ອນໆໄດ້ ກ່ຽວກັບປັນຫາຂອງເຮົາ
 ແຕ່ຢ່າງໜ້ອຍກະເຮັດໃຫ້ເຮົາຮູ້ສຶກດີທີ່ຍັງມີຄົນຢາກຮູ້ສາລະທຸກສຸກດິບຂອງເຮົາ


alt

ເຮົາອາດຈະບໍ່ໄດ້ໄປເມ້ັນກັບ ເພື່ອຂອບໃຈໝົດທຸກໆຄົນ ... ແຕ່ເຮົາກະຢາກບອກວ່າ
alt

ຂອບໃຈຫຼາຍໆ

Thanks indeed

감사합니다



 
alt   alt
1:29 AM Jul. 21, 2008 - 20 ຄຳເຫັນ
alt   alt
 
ໂອ້ຍຍຍຍຍຍຍຍຍ ກຸ້ມມມມມມມມ ....... ນອນບໍ່ຫຼັບ 
ຊິເອົາແນວໃດກັບຊີວິດດີ (Y_Y)


alt

 ສິ່ງທີ່ຄວນເຮັດກະບໍ່ເຮັດ
ໄປເຮັດໃນສິ່ງທີ່ບໍ່ຄວນເຮັດ

ເກີດມາບໍ່ງາມ ບໍ່ລວຍ ບໍ່ສະຫຼາດ ນິໄສກະຍັງບໍ່ດີອີກ.... ສະຫຼຸບບໍ່ມີຫຍັງດີເລີ້ຍ  (T_T)

ເປັນຫຍັງເຮົາຄືເປັນຄົນແນວນີ້... ບໍ່ຢາກເປັນແບບນີ້ເລີຍ
ຊັງຕົວເອງທີ່ສຸດດດດດດ (V_V)


alt

ຖ້າຮູ້ຈັກຫັກຫ້າມໃຈຕົວເອງ ປານນີ້ຄົງຈະບໍ່ຕ້ອງມານັ່ງກັງວົນແລະຄິດຫຼາຍແບບນີ້

alt

ຖ້າຫາກການຕາຍຂອງຄົນເຮົາຫາກເປັນເລື້ອງປົກກະຕິຄືການໄປໂຮງຮຽນກະຄືຊິດີ ... ຊິໄດ້ຕາຍໆໆໆໄປຊະ

alt


ເບື່ອ ເຊັງ ເມື່ອຍ ທໍ້ແທ້ ສັບສົນ ............. (V_V)

 
alt   alt
4:01 PM Jul. 16, 2008 - 8 ຄຳເຫັນ
alt alt
alt

ຫຼາຍມື້ມານີ້ ພະຍາຍາມ up ຮູບເຂົ້າພັນລາວແຕ່ບໍ່ສຳເລັດວຸ້ຍຍຍ
ມື້ນີ້ກະເລີຍມາ post ຮູບບາງສ່ວນໃສ່ diary ດີກວ່າ


alt

ຮູບ Set ນີ້ເປັນຮູບທີ່ຖ່າຍມື້ວັນເສົາກ່ອນນິລະ (12-07-08)
ເປັນຮູບຂອງສະມາຊິກ The Heuk Club  (THC) ທີ່ Tennis Court

ເປັນມື້ທີ່ຮຽນ tennis ແບບໃຈເອົາສຸດໆ ເພາະວ່າຝົນຕົກ ແຕ່ກະຍັງພາກັນຕາກຝົນຮຽນ.....
ການຮຽນກະຍັງ Backhand, Forehand, Top Spin ... ໄປໆມາໆ ຢູ່

alt
THC ---  No. 1 ເອ໋  No.2 ອາປ໊າຍ ແລະ No.4 ເປົ້າ

alt

ຮຽນມາຈົນຝົນຢຸດຕົກ ກະພໍດີແນມໄປເຫັນສາຍຮຸ້ງຢູ່ເທິງຟ້າ .... ນາງອ້ອຍແລະນາງເປົ້າກະເລີຍພາກັນຟ້າວໄປຈັບກ້ອງມາຖ່າຍໄວ້

alt

ຮູບນີ້ເປົ້າມັນລະແວງ ຢ້ານເຂົາຕີລູກ tennis ໃສ່ຫຼັງມັນ .... ກັ່ກໆໆໆ

alt

ສ່ວນລູກແບບນີ້... ມີສາວນ້ຳອ້ອຍ THC No.3 ເທົ່ານັ້ນທີ່ເຮັດແບບນີ້ ('~_~)

alt
ປິດທ້າຍດ້ວຍຮູບນ້ຳອ້ອຍແລະເປົ້າຕອນຝົນຕົກ (^o^)


alt

Honey, as long as  you miss me,  Everyday  will always be my nice day  ^__^

alt alt
2:21 AM Jul. 12, 2008 - 9 ຄຳເຫັນ
alt alt alt
 
alt


ມື້ນີ້ຫີ້ຼນ tennis ມັນສຸດໆ... ໄດ້ທ່າໃໝ່ມາຕັ້ງຫຼາຍ  ^o^

ຮຽນ Tennis ມາໄກອີກ step ໜຶ່ງລະເດ໋...
ມື້ນີ້ຮູ້ສຶກວ່າການເຮັດ Top Spin ຂອງສະມາຊິກ The Heuk Club ແມ່ນຜ່ານໄປດ້ວຍດີ (ຈົນໄດ້)
.... ກັ່ກໆໆໆ  ^o^


ເລີ້ມພາກັນອືດ + ດ້ານ + ມືນ ກັບຄວາມເຈັບປວດແດ່ລະ  ^o^
ມື້ນີ້ Trainer ສອນຕີແບບ Forehand ແລ້ວ. ອີກບໍ່ດົນຄົງຈະໄປລົງແຂ່ງໄດ້ລະນິ ... ເຫິໆໆໆ


alt

ອີກຢ່າງໜຶ່ງສະມາຊິກ THC ຄົງຈະເພີ້ມມາອີກໜຶ່ງຄົນໃນໄວໆນີ້ລະ...
ວ່າແຕ່ພາກັນມາເປັນສະມາຊິກທີມ Tennis ດຽວກັບຂ້ອຍແລະນາງເປົ້າ (ເດັກກໍ່ສ້າງ) ນິ
ຄິດດີແລ້ວບໍ່ນໍ້ ???  ('~_~)


ເອົາລະ... ແນວໃດກະມາຮອດນີ້ແລ້ວ ກະຕ້ອງສູ້ຕໍ່ໄປແຫຼະ ....
 ຂ້າພະເຈົ້າໃນນາມສະມາຊິກ THC No. 3   ຂໍສູ້ຕາຍຍຍຍຍ   (^___^)


alt

alt

alt alt
7:13 PM Jul. 9, 2008 - 5 ຄຳເຫັນ
alt   alt
 
alt

ເນື່ອງຈາກນ້ອງໆຫຼາຍຄົນພາກັນມາຖາມວ່າເອົາຮູບໃສ່ໃນ diary ແນວໃດ

ຄວາມຈິງມັນງ່າຍໆໆໆນະ......  ນ້ອງດ່ຽວກະຂຽນໄວ້ແລ້ວ

ແຕ່ນ້ອງໆກະຍັງພາກັນມາຖາມເອື້ອຍອ້ອຍຢູ່....

ແນວໃດກະຕາມ... ຖາມມາກະຊິຕອບໃຫ້.... 

alt

ເບິ່ງຕາມຮູບເລີຍເດີ້ .... ຄ້ານຂຽນ  ^o^



ຂັ້ນຕອນທີ 1

alt


ຂັ້ນຕອນທີ 2


alt


ຂັ້ນຕອນທີ 3

alt


alt

- ຈົບ -

 
alt


alt
1:13 AM Jul. 9, 2008 - 2 ຄຳເຫັນ
alt   alt
 
alt

Part ທີເທົ່າໃດກະຈື່ບໍ່ໄດ້ແລ້ວ...

ເອົາເປັນວ່າ Part ນີ້ມາແບບຫວານໆ ດ້ວຍຄຳເວົ້າທີ່ຊື້ງໆພາສາເກົາຫຼີ.....



alt



사랑해요                                              ຂ້ອຍຮັກເຈົ້າ
ຊາຣັງແຮໂຢ

당신을 영원히 사랑할 거예요            ຂ້ອຍຈະຮັກເຈົ້າຕະຫຼອດໄປ
ທັງຊິນຶນ ອຍອງວານຮີ ຊາຣັງ ຄໍຈເຍໂຢ

보고싶어요                                          ຂ້ອຍຄິດຮອດເຈົ້າ
ໂບໂກຊິພໍໂຢ

애인이 있었어요?                               ເຈົ້າມີແຟນລະ? 
ແອອິິນອິ ອິຊັອດຊໍໂຢ?

나의 남자친구는 섹시해요 !               ແຟນຂ້ອຍ sexy !
ນາອຶຍ ນາມຈາຊິນໂກນຶນ ເຊັກຊີແຮໂຢ

그 남자가 영쁩니다                            ຜູ້ຊາຍຄົນນັ້ນຫຼໍ່            
ຄື ນາມຈາກາ ອຍອງປຶບນີດາ

그 여자가 영쁩니다                            ຜູ້ຍິງຄົນນັ້ນງາມ
ຄື ອຍໍຈາກາ ອຍອງປຶບນີດາ

남자가 내 애인이에요                    ຜູ້ຊາຍຄົນນັ້ນແມ່ນແຟນຂ້ອຍ
ຄື ນາມຈາກາ ແນ ແອອິນອີເອໂຢ

그 여자가 내 애인이에요                    ຜູ້ຍິງຄົນນັ້ນແມ່ນແຟນຂ້ອຍ
ຄື ອຍໍຈາກາ ແນ ແອອິນອີເອໂຢ




alt


TO BE CONTINUED .....


 
alt   alt
11:53 AM Jul. 8, 2008 - 6 ຄຳເຫັນ
alt   alt
 

ຄຳສັບພື້ນຖານທີ່ຄວນຮູ້ໃນການສົນທະນາພາສາເກົາຫຼີ

한국 읽기


alt


ເຊື້ອຊາດ

힌국 사람              ຄົນເກົາຫຼີ
ຮັນກຸກ ຊາລຳ

라오스 사람          ຄົນລາວ   
ລາໂອຊຶ ຊາລຳ

일본 사람              ຄົນຍີ່ປຸ່ນ
ອິລບົນ ຊາລຳ

중국 사람              ຄົນຈີນ
ຈຸງກຸກ ຊາລຳ

영국 사람              ຄົນອັງກິດ
ຍອງກຸກ ຊາລຳ

미국 사람              ຄົນອາເມລິກັນ
ມີກຸກ ຊາລຳ

테국  사람             ຄົນໄທ
ເທກຸກ ຊາລຳ

외국                      ຕ່າງປະເທດ
ອເວກຸກ

alt


ອາຊີບ

학생                      ນັກຮຽນ
ຮັກແຊ໊ງ
 
선생님                  ອາຈານ
ຊອນແຊງນິມ

프로그래머           ໂປຣແກຣມເມີ້
ປືໂຣກືແຣມໍ

경찰관                  ຕຳຫຼວດ
ກຍອງຈັລກວານ

외교관                  ນັກການທູດ
ອເວ-ກໂຢ-ກວານ

간호사                  ນາງພະຍາບານ
ກັນໂຮຊາ

법호사                  ນັກກົດໝາຍ
ບົບໂຮຊາ

의사                      ນາຍໝໍ
ອຶຍຊາ

가수                      ນັກຮ້ອງ
ກາຊູ

  
alt  altalt



 
alt   alt
11:03 AM Jul. 8, 2008 - 11 ຄຳເຫັນ
alt   alt
 
ສົນທະນາພາສາເກົາຫຼີ 1

Part 1 ການທັກທາຍ

alt


안녕하세요                             ສະບາຍດີ
ອັນນຍອງຮາເຊໂຢ

오랜만 이에요                         ດົນແລ້ວທີ່ບໍ່ໄດ້ພົບກັນ
ໂອແຣ້ນມານີເອໂຢ

잘 지냈어요?                          ເຈົ້າສະບາຍດີບໍ່?
ຈັລ ຈີແນຊຊໍໂຢ?

저는  ( ຊື່ ) 입니다                    ຂ້ອຍຊື່ .......
ຈໍນຶນ ... ອິມນີດາ

당실은  누구입니까 ?              ເຈົ້າຊື່ຫຍັງ?
ທັງຊິນຶນ ນູກູອິມນິກະ?

저는 ( ເຊື້ອຊາດ) 사람 입니다     ຂ້ອຍເປັນຄົນປະເທດ ......
ຈໍນຶນ ... ຊາລຳ ອິມນີດາ

당실은 무엇을 합니까 ?          ເຈົ້າເຮັດອາຊີບຫຍັງ?
ທັງຊິນຶນ ມູອອຊຊຶນ ຮຳນິກະ?

저는 ( ອາຊີບ ) 입니다               ຂ້ອຍເປັນ .....
ຈໍນຶນ  .... ອິມນິດາ

만나서 반갑습니다                 ຍິນດີທີ່ໄດ້ຮູ້ຈັກ
ມັນນາຊໍ ພັນກັບຊຶມນິດາ

그럼 다음에 안나요                ໄວ້ພົບກັນໃໝ່
ກືຣອມ ດາອືເມ ມັນນາໂຢ

안녕히 가세요                         ລາກ່ອນ
ອັນນຍອງຮີ ຄາເຊໂຢ




alt

To Be Continued Part 2

 
alt   alt
10:52 PM Jul. 7, 2008 - 4 ຄຳເຫັນ
alt   alt
 

alt


ຈາກທີ່ເຄີຍຫຼີ້ນເທັນນິສແບບກັນເອງ  ຮູ້ສຶກວ່າມັນຈະບໍ່ມັນປານໃດ

ກະເລີຍຕົກລົງຈ້າງ trainer ມາສອນຄັກແນ່.... 

ບໍ່ເຄີຍຄິດເລີຍວ່າການຮຽນເທັນນິສທີ່ຈິງຈັງຈະຍາກປານນີ້  (T_T) 

ເລີ້້ມຈາກການຈັບໄມ້ ... ທີ່ຖືກ trainer ເວົ້າໃຫ້ເລື້ອງຂໍ້ແຂນ 

ແລ້ວກະການເຮັດ Top Spin ທີ່ເຮັດແນວໃດກະບໍ່ໄດ້  


ຮຽນນຳກັນ 4 ຄົນ .... ຄົນທີ່ມີໄຫວພິບກ່ອນໝູ່ກະ ນາງເອ໋
 ມັນໄປຮອດ Step 2 ລະ (~_~)

ສ່ວນຄົນທີ່ຫຶກພໍກັນກະ ນາງເປົ້າ (ເດັກກໍ່ສ້າງ) ກັບ ຂ້ອຍນິລະ ... ກັ່ກໆໆໆ


ຄົນທີ່ຄິດວ່າບໍ່ໜ້າຈະຫິ້ຼນໄດ້ ພັດຫີ້ຼນຄືໆໄດ໋ລະ...

ຕົວຢ່າງເຊັ່ນ ອີ່ຕາເບີດສຸດທີ່ love


ອົດສາໄປນັ່ງເຝົ້າເຮົາ... ຊວນມາຕີນຳກັນກະບໍ່ຕີ ວ່າແຕ່ຕີບໍ່ເປັນ

ບາດເພິ່ນໄດ້ມາຕີລະ ... ປາດໂທທທທ ແຮງແທ້ແຮງວ່າ ... ເປັນຕາຢ້ານນນ  ^o^

ວັນສຸກໜ້າມີຮຽນອີກ... ຫວັງວ່າຊິຜ່ານໄປ next step ໄວໆໆ



alt
 
alt   alt
4:38 PM Jul. 7, 2008 - 6 ຄຳເຫັນ
alt   alt
 
alt
ສະຫຼະພາສາເກົາຫຼີ
모음

alt



  ㅏ                 ອາ

    ㅑ                 ຈຍາ

ㅓ                 ອໍ


  ㅕ                 ຈຍໍ

  ㅗ                 ໂອ

   ㅛ                 ຈໂຍ

ㅜ                 ອູ


  ㅠ                 ຈຍູ

  ㅡ                 ອື

ㅣ                 ອີ


  ㅔ                 ເອ

  ㅖ                 ເຍ

  ㅐ                ແອ

  ㅒ                ແຍ

  ㅚ                ອເວ

 ㅟ                ອວີ

  ㅘ                ອວາ

 ㅝ                ແວ

 ㅢ                ວືຍ

ㅞ                ເວ

ㅙ               ແວ


alt


To be Continued --- Part 3
 
alt   alt
12:38 PM Jul. 7, 2008 - 6 ຄຳເຫັນ
alt   alt
  alt
ພະຍັນຊະນະເກົາຫຼີ
한글

alt

          ㄱ              ຄິຍອກ             g, k

          ㄴ              ນີອຶນ               n   

          ㄷ              ທິກຶດ               t, d

          ㄹ              ຣິອຶລ                r, l

          ㅁ              ມີອຶມ               

          ㅂ              ພິອຶບ                p, b

          ㅅ              ຊິໂອຊ               s

          ㅇ              ອີອຶງ                ອອກສຽງ ງ

          ㅈ              ຊິອຶຈ               
sh, j

          ㅊ              ຊິອຶຊ                ch

          ㅋ              ຄິອຶກ                k, kh

          ㅌ              ທິອຶດ                t, th

          ㅍ              ພິອຶພ                p. ph

          ㅎ              ຮິອຶດ                 h

alt

To be Continued --- Part 3
 
alt   alt
2:59 PM Jul. 6, 2008 - 13 ຄຳເຫັນ
alt   alt
 

이 편지는 누군가를 ...

ໄດອາຣີ້ມື້ນີ້ ຢາກຂຽນມອບໃຫ້ໃຜບາງຄົນ.....

ຄົນໆນັ້ນ... ຂ້ອຍຄິດວ່າເຈົ້າຄົງຮູ້ຕົວດີ

alt


들려줄게요 나의 이야기를
ຂ້ອຍຢາກໃຫ້ເຈົ້າຮູ້ກ່ຽວກັບເລື້ອງລາວຂອງຂອ້ຍ

그대 없던 시간들을 헌데 슬퍼요
ເມື່ອບໍ່ມີເຈົ້າແລ້ວ ຊ່ວງເວລານັ້ນມັນເຮັດໃຫ້ຂ້ອຍເຈັບປວດ


그대를 웃게 얘기가 하나 없다는
ຄົງຈະບໍ່ມີອີກແລ້ວ ສຽງຫົວຂອງເຈົ້າໃນຍາມທີ່ເຮົາລົມກັນ


미안해 말아요
ຢາກຈະບອກວ່າ ຂໍໂທດ

그대 울어도 돼요
ທີ່ເຮັດໃຫ້ເຈົ້າຕ້ອງໄຫ້

alt

충분히 참아온 그대죠
ເຈົ້າອົດທົນກັບມັນມາພໍແລ້ວ

마음을 닫아줄게요
ຫົວໃຈຂ້ອຍທີ່ຈະຖືກປິດລົງ

나를 담은
ແຕ່ເຈົ້າພັດມາເຕົີມເຕັມໃຫ້

미안해 말아요
ຢາກຈະບອກວ່າຂໍໂທດ

그대 울어도 돼요
ທີ່ເຮັດໃຫ້ເຈົ້າຕ້ອງໄຫ້

충분히 참아온 그대죠
ເຈົ້າອົດທົນກັບມັນມາພໍແລ້ວ

마음을 닫아줄게요
ຫົວໃຈເຈົ້າທີ່ຈະຖືກປິດລົງ

그댈 담은
ຂ້ອຍກໍ່ໄປເຕີມເຕັມໃຫ້ເຈົ້າ


alt

모든 것에 감사드립니다....
ຂອບໃຈສຳລັບທຸກໆຢ່າງ....

 
alt   alt