ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກຄົນເຄີຍເຈັບ
 ຂ້ອຍນິເປັນຄົນບໍ່ມັກເວົ້າຈາກັບຜູ່ຍິງປານໃດ ເປັນຄົນເວົ້າບໍ່ເກັ່ງ ແຕ່ໄປຫຼົງມັກສາວຄົນໜຶ່ງ
ຜ່ານໂປຣແກມ chat ລົມກັນດົນເຕີບ ກະໄດ້ໄປມາຫາສູ່ກັນ ລະກະຂ້ອຍຈີບລາວ ລາວກະຮູ້
ລາວກະໃຫ້ຂ້ອຍຈີບ ຈີບດົນເຕີບ ກະໄດ້ຈັບມືຖືແຂນກັນເທົ່ານັ້ນເພາະລາວພັກຢູ່ກັບພໍ່ກັບແມ່
ຂ້ອຍເຄີຍຊວນລາວໄປຖ່າຍຮູບນຳກັນ
ລາວບອກວ່າ ບໍ່ໄດ້ດອກ ມັນບໍ່ດີ ລາວບອກວ່າ ຫມູ່ລາວຖ່າຍຮູບກັບແຟນກະເລີກກັນ ລາວກະເຄີຍຖ່າຍຮູບກັບແຟນກະເລີກກັນ
ອ້າວ ເຄີຍມີແຟນລະຕວ່ານິ ເອົ້າ ເອົາຈັ່ງສັ້ນກະໄດ້ ບໍ່ຖ່າຍກະບໍ່ຖ່າຍ ລົມກັນຕໍ່ໄດ້ຫລາຍເດືອນ
ເພິ່ນກະເວົ້າເຄີຍໄປນັ້ນໄປນີ້ ກັບແຟນເກົ່າ (ຄຶດໃນໃຈ ຫ່ວຍ ບອກກູເຮັດຫຍັງ ກູຊວນ ບໍ່ເຄີຍໄປນຳຈັກເທື່ອ )
ເຄີຍໄປຫັ້ນໄປນີ້ ມ່ວນຫລາຍ (ຄຶດໃນໃຈ ໂອ້ຍ ອິດສາເດ້) ບັດຂ້ອຍຊວນໄປໄສກະບໍ່ໄປ
 ໂອ້ຍ ຄືສິຮັກແຟນເກົ່າຄັກເນາະ
ແຕ່ເພິ່ນກະເລົ່າ ວ່າເພິ່ນ ອົກຫັກຍ້ອນແຟນເກົ່າມີແຟນຢູ່ແລ້ວ ແຕ່ບໍ່ບອກລາວ ລາວກະເລີຍຕັດສິນໃຈເລີກ
ແຕ່ແຟນເກົ່າ ກະມາອອຍ ເອົາຕະຫລອດ ລາວກະກັບໄປຫລາຍເທື່ອ ກ່ອນສິມາພໍ້ຂ້ອຍ ຄົບໆ ເລີກໆ
ຂ້ອຍກະໄດ້ແຕ່ຮັບຟັງວ່າລາວ ເຄີຍໄປໄສມາໄສກັບແຟນເກົ່າແນ່ ແຕ່ຂ້ອຍນີ້ບໍ່ເຄີຍໄດ້ໄປໄສໄກໆ ກັບລາວເລີຍ
ຖ່າຍຮູບນຳກັນກະບໍ່ມີ ຈີບກັນມາເປັນປີໄດ້ຍິນແຕ່ລາວເວົ້າເລື້ອງແຟນເກົ່າ ລາວກະເຄີຍຮ້ອງໃຫ້ຍ້ອນແຟນເກົ່າໂທມາ
ຂ້ອຍຫັ້ນໃຈຫນຶ່ງກະອິຕົນລາວທີ່ຕ້ອງມາອົກຫັກລະແຟນເກົ່າລາວກະຍັງໂທມາເວົ້າຂໍຄືນດີ ລາວກະຮ້ອງໃຫ້ຄູ່ເທື່ອ ທີ່ແຟນເກົ່າລາວໂທມາ
 ໃຈຫນຶ່ງກະນ້ອຍໃຈລາວບໍ່ເຄີຍໃຫ້ຄວາມຮັກກັບຂ້ອຍແບບທີ່ເຄີຍໃຫ້ກັບແຟນເກົ່າເລີຍ ຊວນເຮັດຫຍັງກະວ່າບໍ່ດີຍ້ານໄດ້ເລີກກັນ
ໂອ້ຍ ຈັ່ງແມ່ນເນາະ (ຄິດໃນໃຈ ຍ້ານໄດ້ເລີກຫລື ຮັກບໍ່ແທ້)
ຄົນຄືຂ້ອຍນິ ເວົ້ານຳຜູ້ແສ້ຜູ້ສາວກະບໍ່ເປັນ ຄັນໃຜໄດ້ໃຫ້ຄວາມຫວັງແນ່ ຂ້ອຍກະຮັກໝົດໃຈ
ແຕ່ຂ້ອຍຮູ້ສຶກວ່າ ລາວບໍ່ໄດ້ຮັກຂ້ອຍປານໃດ ບອກໃຫ້ປ່ຽນເບີໂທ ກະຍັງບໍ່ປ່ຽນ
ຂ້ອຍເຄີຍຄິດວ່າ ຢາກໄປຫາລົມສາວຄົນໃຫມ່ ຄົນທີ່ໂສດໆ ລະກະບໍ່ເຄີຍອົກຫັກ ກະຫາຍາກອີກຫລະຜູ່ຍິງແບບນັ້ນ ລະກະຂ້ອຍກະເວົ້າບໍ່ເກັ່ງປານໃດ
ລະກະອິຕົນລາວ ຮັກລາວ ບໍ່ຢາກໃຫ້ລາວ ອົກຫັກອີກ 
ຂ້ອຍອາຍຸຫລາຍກວ່າລາວຫລາຍປີ ຂ້ອຍຍາກໄດ້ຄົນທີ່ພ້ອມສິໄປກັບຂ້ອຍ ພ້ອມທີ່ຈະເຮັດຫຍັງໃຫ້ກັນແບບເຕັມໃຈ
ຂ້ອຍເບິ່ງແລ້ວ ບໍ່ຮູ້ອີກດົນປານໃດ ລາວຈັ່ງສິພ້ອມທີ່ຈະເຮັດຫຍັງໃຫ້ຂ້ອຍແບບເຕັມໃຈ ໂອ້ຍ ອຸກໃຈເດ້
ມີໃຜແນ່ນໍ ທີ່ເປັນຄືຂ້ອຍ ບອກຂ້ອຍແນ່ ຂ້ອຍຄວນເຮັດຈັ່ງໃດ ເລີກຫລືຄົບຕໍ່ (ຮູ້ສຶກວ່າ ຮັກຄົນເຄີຍເຈັບ ມັນເຈັບຍິ່ງກວ່າ << ສຳນວນໄທຍເດີ້)
ເຮັດແນວໃດດີ ບອກຂ້ອຍແນ່

Delicious Digg Fark Twitter