ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

 ອັນນີ້ ອະທິບາຍ ກ່ອນເດີ້

ໃຜຮູ້ຈັກ ເຫັນ ບໍ່ ເຫັນນີ້ເປັນ ສັດແບບຫນຶ່ງ ຫນ້າຕາຄືໆ ກັບຫມາ ໂຕຊ່ຳກັນ ກັບຫມາ

---------------------

  ສະໄໝ ແຕ່ກີ້ ຊ່ວງນັ້ນໃນພາກອີສານຂອງໄທ ຫນັງ ພວມເຣິ່ມມີແລ້ວ ຍຸກນັ້ນກະມີ   ມິດ ໄຊ ບັນຊາ- ເພດຊະຣາ ເປັນໂຕ ພະເອກ ນາງເອກ  ບໍ່ມີໃຜບໍ່ຮູ້ຈັກ ວ່າຫັ້ນເຖາະ 

ທ້າວແຫຼມ ເປັນຜູ້ບ່າວຊ່ຳນ້ອຍ ພວມຢາກລົມສາວ ກາງຄ່ຳກາງຄືນກະໄປລົມສາວບ້ານນັ້ນບ້ານນີ້ ມື້ຫນຶ່ງເພິ່ນເລັງສາວເຮືອນຫລັງຫນຶ່ງ ເລັງແຕ່ເຊົ້າພູ້ນຫລະ ເຫັນຫນ້າກະບໍ່ກ້າລົມນຳ ຄຶດໃນໃຈວ່າມື້ແລງ ນີ້ຫລະ ຊິໄປລົມນຳ ຍ້ອນວ່າຫນ້າຕາບໍ່ດີປານໃດເພິ່ນກະໄປຍາມກາງຄືນ ແຕ່ກີ້ເຮືອນກະຫລັງບໍ່ໄຫຍ່ເນາະ ແອ້ມຝາຂຽບຕອງ(ໃບຕົ້ນຊາດ) ເພິ່ນກະໄປທາງຫລັງເຮືອນ ເອິ້ນຜູ້ສາວຄ່ອຍໆ ວ່າ ຜູ້ສາວໆ  ຜູ້ສາວກະຮູ້ຢູ່ວ່າມີຜູ້ບ່າວມາລົມ ນຳ ກະເວົ້ານຳດີຢູ່ ແຕ່ບໍ່ທັນເຫັນຫນ້າ  ລົມກັນດົນເຕີບ ພວມມ່ວນ  ທ້າວແຫຼມ ກະຄຶດຫາຄຳເວົ້າຢູ່  ຜູ້ສາວກະຖາມວ່າ

ເຈົ້າຄືມິດແທ້    ທ້າວແຫຼມ ບໍ່ທັນຄຶດຫຍັງ ເວົ້າໄປວ່າ ເຈົ້າຄຶ ເພດຊະຣາ  ຜູ້ສາວກະງົງ  ຖາມຄືນວ່າ ເຈົ້າຄຶ ເຫັນ    ທ້າວແຫຼມ ຄຶດວ່າ ຜູ້ສາວດ່າ ວ່າ ຄື ເຫັນ ກະເລີຍ ຮ້ອງສຽງດັງໆ ໄປວ່າ  ເຈົ້າຫັ້ນຄືຫມາ ລະກະແລ່ນຫນີເມືອເຮືອນ ຈົບແລ້ວ  

 

 

Delicious Digg Fark Twitter