ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

    ຄົນເຮົາເກີດມາໃຜກະຢາກໄດ້ດີ ຢາກປະສົບຄວາມສຳເຫຼັດ ຄົນເຮົາຈຶງມີສອງຢ່າງທີ່ຈະເຮັດໃຫ້ປະສົບຄວາມສຳເຫຼັດ ຄື ສິ່ງທີ່ຢາກເຮັດ ກັບ ສິ່ງທີ່ຕ້ອງເຮັດ ສອງຢ່າງນີ້ມັນອາດຈະແມ່ນອັນດຽວກັນ ຫຼືບໍ່ແມ່ນອັນດຽວກັນກະໄດ້
ຍົກໂຕຢ່າງຄື ຂ້ອຍຢາກຂຽນເວັບທີ່ງາມທີ່ສຸດໃນໂລກ ແຕ່ຂ້ອຍຄ້ານພິມ
ຂ້ອຍຢາກຢູ່ຫ້ອງທີ່ບໍ່ສົກກະປົກ ແຕ່ຂ້ອຍບໍ່ຢາກກວາດຫ້ອງ
ຂ້ອຍຢາກເປັນສາມີ(ຜົວ)ທີ່ດີ ມີເມຍທີ່ຮັກຂ້ອຍຜູ້ດຽວ ແຕ່ຂ້ອຍມັກລົມສາວຫລາຍຄົນ

ຄັນບໍ່ໄດ້ເຮັດ ສິ່ງທີ່ຕ້ອງເຮັດ ກະບໍ່ສາມາດ ເຮັດໃນສິ່ງທີ່ຢາກເຮັດ
ສະຫລູບໄດ້ວ່າ ເຈົ້າຈະເຮັດ ສິ່ງທີ່ຢາກເຮັດ ໄດ້ຫລາຍປານໃດ ຂຶ້ນຢູ່ກັບວ່າ ເຈົ້າເຮັດສິ່ງທີ່ຕ້ອງເຮັດ ຫລາຍປານໃດແລ້ວ

ຖາມໃຈແລ້ວຫລະເບາະ ວ່າເຈົ້າຢາກເຮັດຫຍັງ ຫລະຫນ້າທີ່ວຽກງານທີ່ເຈົ້າເຮັດ ເຈົ້າເຮັດດີຊ່ຳໃດ ສິ່ງທີ່ເຈົ້າຢາກເຮັດ ກັບສິ່ງທີ່ເຈົ້າເຮັດ ມັນແມ່ນອັນດຽວກັນບໍ່
 

Delicious Digg Fark Twitter