ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຢູ່ຮ້ານຂາຍສາມີ(ຜົວ) ມີຮ້ານຂາຍສາມີຮ້ານໜຶ່ງຫາກະເປີດ
ຮ້ານຫມ່ອງນີ້ ມີໄວ້ໃຫ້ຜູ້ຍິງເລືອກຊື້ຜູ້ຊາຍໄດ້

ແຕ່ມີກົດວ່າ ແຕ່ລະຄົນ ມີສິດມາຮ້ານນີ້ໄດ້ເທື່ອດຽວ
ຮ້ານມີຫົກຊັ້ນ ລະກະແຕ່ລະຊັ້ນກະຊິມີຄຸນນະພາບຫລາຍຂຶ້ນ
ແຫ່ງສູງແຫ່ງດີ
ແຕ່ຄັນຂຶ້ນຊັ້ນຕໍ່ໄປບໍ່ສາມາດຄືນມາເບິ່ງຊັ້ນເກົ່າໄດ້

ຖ້າຂຶ້ນໄປຄູ່ຊັ້ນແລ້ວຕ້ອງອອກຈາກຮ້ານເລີຍ

ຜູ້ຍິງຄົນຫນຶ່ງໄປເລືອກສາມີທີ່ຮ້ານນີ້
ເບິ່ງຊັ້ນທີ່ 1 ເຂົາຂຽນຕິດໄວ້ວ່າຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ
ເພິ່ນກະຍ່າງເລາະ ຄາວຫນຶ່ງ ກະວ່າບໍ່ມັກ
ໄປຊັ້ນ ສອງດີກວ່າ
ເບິ່ງຊັ້ນທີ່ ສອງ ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ ຮັກເດັກນ້ອຍ

ເພິ່ນກະຍ່າງເລາະ ຄາວຫນຶ່ງ ກະວ່າບໍ່ມັກ
ໄປຊັ້ນ ສາມດີກວ່າ

ເບິ່ງຊັ້ນທີ່ ສາມ ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ ຮັກເດັກນ້ອຍ ຫນ້າຕາກະດີ
ເພິ່ນກະຄິດໃນໃຈວ່າ ວ້າວ  ແຕ່ກະຍັງຂຶ້ນໄປອີກ

ຊັ້ນສີ່  ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ ງານການດີ

ຮັກເດັກນ້ອຍ ຫນ້າຕາກະດີ ເຮັດວຽກເຮືອນເກັ່ງ

ເພິ່ນກະຄິດໃນໃຈວ່າ ປາດທິໂທ  ແຕ່ກະຍັງຂຶ້ນໄປອີກ

ຊັ້ນທີ່ຫ້າ ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ ຮັກເດັກນ້ອຍ ຫນ້າຕາກະດີ ເຮັດວຽກເຮືອນເກັ່ງ

ໂຣແມນຕິກພ້ອມ
ໂອ ດີແທ້ໆ
ແຕ່ເພິ່ນກະຍັງຂຶ້ນໄປອີກ

ຊັ້ນທີ່ຫົກ ບໍ່ມີຜູ້ຊາຍ ເຂົາຂຽນຕິດໄວ້ວ່າ

ຊັ້ນນີ້ເຮັດໄວ້ເພື່ອພິສູດວ່າຜູ້ຍິງບໍ່ເຄີຍພໍໃຈ ໃນອີຫຍັງງ່າຍໆ


ເພື່ອບໍ່ໃຫ້ເກີດຄຳຈົ່ມດ່າວ່າລຳອຽງ

ເພິ່ນກະເປີດຮ້ານອີກຮ້ານຫນຶ່ງເປັນຮ້ານຂາຍພັນລະຍາ

ເຊີ່ງຢູ່ຝັ່ງກົງຂ້າມ
ຊັ້ນທີ່ ຫນຶ່ງ ຂຽນວ່າຜູ້ຍິງຊຸມນີ້ ມັກມີ sex
ຊັ້ນທີ່ ສອງ ຂຽນວ່າຜູ້ຍິງຊຸມນີ້ ມັກມີ sex ລະກະລວຍ
ຊັ້ນທີ່ສາມຫາຫົກ ບໍ່ມີໃຜຮູ້ວ່າມີຜູ້ຍິງຈັ່ງໃດ ເພາະ

ບໍ່ມີໃຜເຄີຍຂຶ້ນໄປ
ຊ່ຳຊັ້ນຫນຶ່ງຊັ້ນສອງຜູ້ຊາຍ ກະພໍໃຈແລ້ວ




ທີ່ມາ http://guru.google.co.th/guru/thread?tid=0aeac685c3fa753d


 

Delicious Digg Fark Twitter